ວກ. - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ (ເດືອນມັງກອນ 2021) ໄດ້ກຳນົດວ່າ ພື້ນຖານການຕ່າງປະເທດຂອງຫວຽດນາມແມ່ນຮອບດ້ານແລະທັນສະໄໝ ໂດຍມີສາມເສົາຫຼັກຄື ການຕ່າງປະເທດຂອງພັກ, ການຕ່າງປະເທດຂອງລັດ ແລະ ການຕ່າງປະເທດປະຊາຊົນ. ໜ້າທີ່ຂອງການຕ່າງປະເທດແມ່ນເສີມຂະຫຍາຍບົດບາດເປັນຜູ້ນຳໜ້າໃນການສ້າງຕັ້ງ ແລະ ຮັກສາສະພາບແວດລ້ອມທີ່ມີສັນຕິພາບ ສະຖຽນລະພາບ, ລະດົມຊັບພະຍາກອນພາຍນອກ ເພື່ອພັດທະນາ, ຍົກລະດັບຕຳແໜ່ງແລະສັກສີຂອງປະເທດ. ຜັນຂະຫຍາຍປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີປະສິດທິຜົນ, ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນໃນເຄິ່ງສະໄໝທີ່ຜ່ານມາ ໄດ້ຮັບການເປີດກວ້າງ ແລະ ບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງ; ສືບຕໍ່ປັບປຸງ, ຍົກສູງລະດັບຕຳແໜ່ງ ແລະ ຊື່ສຽງຂອງຫວຽດນາມໃນເວທີສາກົນ.

ເລຂາທິການໃຫຍ່ພັກກອມູນິດຫວຽດນາມ ຫງວຽນຝູຈ້ອງ, ປະທານພັກປະຊາຊົນກຳປູເຈຍ ສົມເດັດ ເຕໂຈ ຮຸນແຊນ ແລະ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ທອງລຸນ ສີສຸລິດ ໃນການພົບປະຂັ້ນສຸດຍອດ ຫວຽດນາມ - ກຳປູເຈຍ - ລາວ ທີ່ຮ່າໂນ້ຍ, ຄັ້ງວັນທີ 6 ກັນຍາ 2023 _ພາບ: TTXVN

ແນວທາງການຕ່າງປະເທດທີ່ໄດ້ຜັນຂະຫຍາຍຢ່າງຄົບຊຸດ ແລະຮອບດ້ານ

ກ່າວຄຳປາໄສປິດກອງປະຊຸມສູນກາງພັກລະຫວ່າງກາງສະໄໝຊຸດທີ XIII, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງງ ໄດ້ຕີລາຄາວ່າ: “ການຕ່າງປະເທດ ແລະ ການເຄື່ອນໄຫວເຊື່ອມໂຍງເຂົ້າກັບສາກົນສືບຕໍ່ໄດ້ຮັບການເປີດກວ້າງ ແລະ ບັນລຸໄດ້ຜົນສຳເລັດທີ່ສຳຄັນ; ສືບຕໍ່ປັບປຸງ, ຍົກສູງລະດັບຕຳແໜ່ງ ແລະ ຊື່ສຽງຂອງປະເທດຫວຽດນາມໃນເວທີສາກົນ”(1). ບັນດາຜົນສຳເລັດທີ່ບັນລຸໄດ້ ແມ່ນມີຄວາມໝາຍຍິ່ງກວ່າອີກ ໃນສະພາບການທາງການເມືອງແລະເສດຖະກິດຂອງໂລກ ທີ່ກຳລັງປະສົບກັບການພັດທະນາທີ່ວ່ອງໄວແລະສັບສົນຫຼາຍຢ່າງ ເຊັ່ນ: ການແຂ່ງຂັນຍຸດທະສາດລະຫວ່າງມະຫາອຳນາດທີ່ນັບມື້ນັບຮຸນແຮງ, ການປະທະກັນລະຫວ່າງລັດເຊຍ-ຢູເກຣນ ທີ່ເກີດຂຶ້ນມາຮອດປະຈຸບັນບໍ່ມີທີ່ສິ້ນສຸດ, ເສດຖະກິດ-ສັງຄົມໂລກກຳລັງປະເຊີນກັບຄວາມຫຍຸ້ງຍາກອັນໃຫຍ່ຫຼວງ ແລະ ການແຜ່ລະບາດແລະຍືດເຍື້ອຂອງໂລກລະບາດໂຄວິດ-19.

ກອງປະຊຸມການຕ່າງປະເທດແຫ່ງຊາດເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ໃນວັນທີ 14 ທັນວາ 2021) ເຊິ່ງຈັດໂດຍກົມການເມືອງແລະຄະນະເລຂາທິສູນກາງ ແມ່ນເຫດການປະຫວັດສາດທີ່ວິທີການໃໝ່ ແລະ ມີຄວາມໝາຍສຳຄັນໃນໄລຍະຍາວນານແລະເລິກເຊິ່ງໃນການເຊື່ອມຊືມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃນຂົງເຂດການຕ່າງປະເທດ. ທີ່ກອງປະຊຸມ, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ, ນະໂຍບາຍການຕ່າງປະເທດໃນປະຈຸບັນບໍ່ພຽງແຕ່ແມ່ນນະໂຍບາຍພາຍໃນປະເທດທີ່ຕໍ່ເນື່ອງເທົ່ານັ້ນ, ແຕ່ຍັງແມ່ນແຮງຜັກດັນທີ່ແຂງແຮງໃນການພັດທະນາປະເທດແລະຊາດອີກນຳ.

ໃນບົດປາໄສ, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະຫຼຸບສັງລວມມູນເຊື້ອການຕ່າງປະເທດຂອງຊາດ, ບັນດາແນວຄິດ, ຫຼັກການ ແລະ ທັດສະນະໃຫຍ່ ກ່ຽວກັບການຕ່າງປະເທດຂອງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ. ສະຫາຍເລຂາທິການໃຫຍ່ໄດ້ຊີ້ໃຫ້ເຫັນວ່າ: “ພວກເຮົາໄດ້ສ້າງສາຍການທູດ ແລະ ການຕ່າງປະເທດທີ່ມີສີສັນພິເສດ ແລະ ເອກະລັກສະເພາະຂອງຍຸກສະໄໝ ໂຮ່ຈີມິນ ເຊິ່ງເຕັມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ”. ນັ້ນແມ່ນ “ຮາກແຂງ, ລຳຕົ້ນແຂງແຮງ, ກິ່ງກ້ານຍືດໜຸ່ນ”, “ອ່ອນ, ສະຫຼາດ ແຕ່ອົງອາດກ້າແກ່ນຫຼາຍ”. ກ່ຽວກັບທິດທາງ, ໜ້າທີ່ພື້ນຖານຂອງການຕ່າງປະເທດ, ສະຫາຍເລຂາທິການໃຫຍ່ໄດ້ເນັ້ນໜັກວ່າ “ພວກເຮົາຕ້ອງສ້າງສະຖານະແລະຈິດຕະພາບໃໝ່ຂອງຫວຽດນາມ ໃນການປະພຶດແລະການແກ້ໄຂການພົວພັນຕ່າງປະເທດແບບສອງຝ່າຍຫຼືຫຼາຍຝ່າຍ”. ຕາມນັ້ນ “ຕ້ອງຍູ້ແຮງການປ່ຽນແປງໃໝ່ດ້ານຈິນຕະນາການ, ກ້າບຸກເບີດແລະສ້າງສັນໃນວຽກງານ, ຊອກຫາວິທີການໃໝ່, ຂະຫຍາຍຂົງເຂດໃໝ່, ຊອກຫາຄູ່ຮ່ວມມືໃໝ່, ທິດທາງໃໝ່ໆ,… ບົນພື້ນຖານການຮັກສາຫຼັກການ, ຄວາມໜັກແໜ້ນ, ຄວາມຮອບຄອບ, ຍຶດໝັ້ນໃນເປົ້າໝາຍແລະຄວາມຈິງໃຈ, ຖ່ອມຕົວ’’(2)

ຜົນສຳເລັດດ້ານນະໂຍບາຍການຕ່າງປະເທດທີ່ບັນລຸໄດ້ໃນເຄິ່ງສະໄໝ
ຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ຄວາມໂດດເດັ່ນໃນເວລາທີ່ຜ່ານມາແມ່ນ ຜົນງານທີ່ບັນລຸໄດ້ໃນການຕິດຕາມ, ຄາດຄະເນສະຖານະການ ແລະການໃຫ້ຄຳແນະນຳຍຸດທະສາດ ເພື່ອຕອບສະໜອງຄວາມຕ້ອງການຂອງການຜັນປ່ຽນໃນພາກພື້ນ ແລະທົ່ວໂລກ. ວັນທີ 9 ມັງກອນ 2023, ກົມການເມືອງສູນກາງພັກໄດ້ຜ່ານມະຕິເລກທີ 34-NQ/TW “ວ່າດ້ວຍທິດທາງແລະແຜນນະໂຍບາຍໃຫຍ່ບາງປະການ ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ”. ນີ້ແມ່ນມະຕິທີ່ຮອບດ້ານທຳອິດຂອງກົມການເມືອງສູນກາງກ່ຽວກັບການຕ່າງປະເທດ ນັບແຕ່ມະຕິເລກທີ 13/NQ-TW ສະໄໝທີ VI, “ກ່ຽວກັບໜ້າທີ່ແລະນະໂຍບາຍການຕ່າງປະເທດໃນສະພາບການໃໝ່” ອອກເມື່ອວັນທີ 20 ພຶດສະພາ 1988. ຄຽງຄູ່ກັນນັ້ນ ແມ່ນບັນດາມະຕິ, ຄຳສັ່ງ, ຂໍ້ຕົກລົງຂອງກົມການເມືອງສູນກາງ, ຄະນະເລຂາທິການສູນກາງ ສຳລັບການພັດທະນາ ແລະຍົກລະດັບການພົວພັນກັບຄູ່ຮ່ວມມືທີ່ສຳຄັນຈຳນວນໜຶ່ງ ແລະ ຫຼາຍຂົງເຂດການເຄື່ອນໄຫວທີ່ສຳຄັນ ເຊັ່ນ ການພົວພັນຕ່າງປະເທດຂອງພັກເຖິງປີ 2025, ການທູດເສດຖະກິດ, ການຮັບປະກັນຄວາມໝັ້ນຄົງໃນການເຊື່ອມໂຍງສາກົນ, ການຕ່າງປະເທດປ້ອງກັນຊາດ, ວຽກງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ຂໍ້ມູນຂ່າວສານການຕ່າງປະເທດ, ການທູດປະຊາຊົນໃນສະພາບການໃໝ່. ບັນດາອົງການທີ່ກ່ຽວຂ້ອງໄດ້ຕິດຕາມສະຖານະການຢ່າງໃກ້ຊິດ ແລະລາຍງານຕໍ່ຜູ້ນຳພັກແລະລັດໂດຍທັນທີ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນການພົວພັນສອງຝ່າຍທີ່ກ່ຽວຂ້ອງກັບບັນຫາທະເລແລະໝູ່ເກາະ ຢ່າງເໝາະສົມ ແລະ ກຳນົດແຜນນະໂຍບາຍທີ່ເໝາະສົມສອດຄ່ອງກັບການຜັນປ່ຽນສາກົນທີ່ສັບສົນ ເຊັ່ນ ການປະທະກັນຢູ່ຢູເກຣນ ຫຼື ບັນດາຄວາມເອົາໃຈໃສ່ສາກົນທີ່ສຳຄັນ, ພ້ອມທັງກະທົບໂດຍກົງເຖິງຜົນປະໂຫຍດຂອງປະເທດ, ເຊັ່ນການປ່ຽນແປງດິນຟ້າອາກາດ ແລະ ຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ.

ບັນດາກິດຈະກຳການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ ໄດ້ຮັບການຜັນຂະຫຍາຍນັບມື້ນັບຄົບຊຸດ ຕາມທິດທາງທີ່ກົມການເມືອງສູນກາງໄດ້ກຳນົດໃຫ້ການຕ່າງປະເທດຂອງພັກມີບົດບາດສຳຄັນ ໃນການວາງແນວຍຸດທະສາດ, ແຜນນະໂຍບາຍ ແລະແນວທາງການຕ່າງປະເທດ, ພັດທະນາການພົວພັນທີ່ດີງາມກັບບັນດາພັກການເມືອງ, ປະກອບສ່ວນເຂົ້າໃນການກໍ່ສ້າງ ແລະປັບປຸງພື້ນຖານການເມືອງ, ສ້າງຄວາມສະດວກໃຫ້ແກ່ການພົວພັນຂອງຫວຽດນາມ ກັບປະເທດຕ່າງໆ ແລະຄູ່ຮ່ວມມືຕ່າງໆ; ການທູດຂອງລັດ (ລວມທັງການທູດລັດຖະສະພາ) ທີ່ມີບົດບາດເປັນຫຼັກແຫຼ່ງໃນການຫັນເປັນກົນໄກ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກຢ່າງມີປະສິດທິຜົນ; ການຕ່າງປະເທດປະຊາຊົນມີບົດບາດສຳຄັນໃນການຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືກັບປະຊາຊົນປະເທດຕ່າງໆ, ກໍ່ສ້າງພື້ນຖານສັງຄົມທີ່ຕັ້ງໜ້າ ແລະອຳນວຍຄວາມສະດວກໃຫ້ແກ່ການພົວພັນຂອງຫວຽດນາມ ກັບປະເທດຕ່າງໆ. ເຊື່ອມໂຍງການຕ່າງປະເທດດ້ານການປ້ອງກັນປະເທດ, ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳຢ່າງໃກ້ຊິດ.

ພຽງແຕ່ການເຄື່ອນໄຫວການຕ່າງປະເທດເທົ່ານັ້ນ, ນັບແຕ່ຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຮອດຕົ້ນເດືອນກໍລະກົດ 2023, ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານແລະເຂົ້າຮ່ວມໃນການຕິດຕໍ່ຕ່າງປະເທດ, ໂທລະສັບ, ສົ່ງຈົດໝາຍ ແລະ ໂທລະເລກ, ໂອ້ລົມໂດຍກົງຫຼືອອນໄລ, ງານລ້ຽງຕ້ອນຮັບ, ການພົບປະເຮັດວຽກ ແລະການປະຊຸມລະຫວ່າງປະເທດເກືອບ 140 ລາຍການ ກັບຜູ້ນຳພັກ ລັດ ແລະອົງການຈັດຕັ້ງສາກົນ. ນອກຈາກກິດຈະກຳການຕ່າງປະເທດຂອງຜູ້ນຳຄົນສຳຄົນຂອງພັກແລະລັດແລ້ວ, ສະຫາຍປະຈຳຄະນະເລຂາທິການໄດ້ເປັນປະທານ ແລະເຂົ້າຮ່ວມໃນກິດຈະກຳການຕ່າງປະເທດກວ່າ 50 ຄັ້ງ, ພ້ອມດ້ວຍການເຄື່ອນໄຫວຫຼາຍຢ່າງຂອງສະຫາຍກຳມະການກົມການເມືອງ, ສະມາຊິກຄະນະເລຂາທິການເປັນຫົວໜ້າຄະນະ ແລະອົງການຂອງພັກ, ອົງການຈັດຕັ້ງການເມືອງ-ສັງຄົມ, ກຳມະການກົມການເມືອງ ແລະກຳມະການສູນກາງພັກທີ່ເປັນຜູ້ນຳອົງຄະນະພັກນະຄອນ, ອົງຄະນະພັກແຂວງທີ່ຂຶ້ນກັບສູນກາງ. ບັນດາກິດຈະກຳການຕ່າງປະເທດລະດັບສູງ ມີສ່ວນສຳຄັນໃນການເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ສ້າງແຮງຜັກດັນໃນການສົ່ງເສີມຄວາມພົວພັນຮ່ວມມືລະຫວ່າງປະເທດຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ ແລະມິດສະຫາຍຕ່າງປະເທດ.

ວຽກງານການຕ່າງປະເທດປະຊາຊົນສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ ຕັ້ງໜ້າ ແລະ ມີປະສິດທິຜົນ ຕາມຈິດໃຈຄຳສັ່ງເລກທີ 12-CT/TW, ວັນທີ 5 ມັງກອນ 2022, ຂອງຄະນະເລຂາທິການ “ວ່າດ້ວຍການເພີ່ມທະວີການນຳພາຂອງພັກ, ຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນໃນສະພາບການໃໝ່”. ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງ ແລະ ອົງການປະຊາຊົນ ໄດ້ຕັ້ງໜ້າຊຸກຍູ້ການພົວພັນມິດຕະພາບແລະການຮ່ວມມື ກັບປະຊາຊົນປະເທດຕ່າງໆ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີ ແລະ ສ້າງພື້ນຖານສັງຄົມທີ່ສະດວກ ໃຫ້ແກ່ການຕ່າງປະເທດຂອງຫວຽດນາມ ກັບປະເທດຕ່າງໆ. ຄຽງຄູ່ກັນເຄື່ອນໄຫວການຕ່າງປະເທດທີ່ລະອຽດ, ບັນດາອົງການການຕ່າງປະເທດປະຊາຊົນມີຄວາມມານະພະຍາຍາມກໍ່ສ້າງຍຸດທະສາດ, ແຜນການເຄື່ອນໄຫວແບບຍາວນານ, ເໝາະສົມກັບການປ່ຽນແປງຂອງການຕ່າງປະເທດປະຊາຊົນໃນເວທີສາກົນ ແລະ ບັນດາໜ້າທີ່ໃໝ່ທີ່ວາງອອກ.

ກ່ຽວກັບວຽກງານຊຸກຍູ້ ແລະ ລົງເລິກການພົວພັນລະຫວ່າງສອງຝ່າຍ, ຫວຽດນາມ ໄດ້ເປັນເຈົ້າການແລະຕັ້ງໜ້າຜັນຂະຫຍາຍຫຼາຍການເຄື່ອນໄຫວໃຫຍ່ ທີ່ສະແດງໃຫ້ເຫັນບຸລິມະສິດອັນດັບໜຶ່ງ ໃນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ. ການພົບປະຄັ້ງທຳອິດພາຍຫຼັງ 30 ປີແຫ່ງການພົບປະລະຫວ່າງຜູ້ນຳ 3 ພັກຈາກ 3 ປະເທດ ຫວຽດນາມ ລາວ ແລະ ກຳປູເຈຍ ຈັດຂຶ້ນຢູ່ນະຄອນຮ່າໂນ້ຍ ເມື່ອວັນທີ 26 ກັນຍາ 2021. ແຕ່ວັນທີ 30 ຕຸລາ 2022 ຮອດວັນທີ 1 ພະຈິກ 2022, ສະຫາຍເລຂາທິການໃຫຍ່ຫງວຽນຝູຈ້ອງ ໄປຢ້ຽມຢາມປະເທດຈີນຢ່າງເປັນທາງການ ຕາມຄຳເຊີນຂອງເລຂາທິການໃຫຍ່ ປະທານປະເທດຈີນ ສີ ຈິ້ນຜິງ. ນີ້ແມ່ນການຢ້ຽມຢາມປະເທດຈີນຄັ້ງທຳອິດຂອງຜູ້ນຳຕ່າງປະເທດພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ (16 ຕຸລາ 2022 - 22 ຕຸລາ 2022) ເຊິ່ງເປັນເຫດການການຕ່າງປະເທດທີ່ສຳຄັນພິເສດ ແລະ ບັນລຸຜົນດີໃນຫຼາຍດ້ານ. ສະຫາຍປະທານປະເທດ, ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ; ບັນດາສະຫາຍການນຳຂັ້ນສູງຂອງພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ແລະ ຜູ້ນຳຂອງປະເທດຕ່າງໆ ໄດ້ເດີນທາງມາຢ້ຽມຢາມ ແລະພົບປະຫຼາຍຄັ້ງ ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ແລະການສົນທະນາທາງໂທລະສັບອອນໄລ. ຫງວຽດນາມແລະປະເທດອື່ນໆ ໄດ້ໃຫ້ຄວາມສຳຄັນກັບການປັບປຸງຍົກສູງປະສິດທິຜົນຂອງກົນໄກການຮ່ວມມື. ບັນດາຂະແໜງການແລະທ້ອງຖິ່ນໄດ້ພະຍາຍາມປະຕິບັດຂໍ້ຕົກລົງຂັ້ນສູງ ໂດຍຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ. ຕາມນັ້ນ, ຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ຄວາມໄວ້ວາງໃຈທາງການເມືອງກັບລາວ, ກຳປູເຈຍ ແລະ ຈີນ ຈຶງໄດ້ຮັບການຍົກສູງ; ການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາແລະການຝຶກອົບຮົມ ໄດ້ມີການພັດທະນາໃໝ່ໆ; ການຮ່ວມມືດ້ານການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ ເສີມຂະຫຍາຍບົດບາດຂອງຕົນໃນຖານະເສົາຫຼັກຂອງການພົວພັນ. ບັນດາໝາກຜົນດັ່ງກ່າວມີຄວາມໝາຍສຳຄັນ, ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພື້ນທີ່ໃກ້ຄຽງ ແລະ ໃຊ້ປະໂຫຍດຈາກຈຸດແຂງ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາຂອງແຕ່ລະປະເທດ.

ການພົວພັນລະຫວ່າງຫວຽດນາມແລະປະເທດອື່ນໆໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການສົ່ງເສີມ. ລະຫວ່າງຫວຽດນາມ ແລະ ບັນດາປະເທດໃນອາຊີຕາເວນອອກສ່ຽງໃຕ້ ສ່ວນໃຫຍ່ມີການຢ້ຽມຢາມລະດັບສູງ. ຫວຽດນາມມີສ່ວນຮ່ວມຢ່າງແຂງຂັນໃນການຟື້ນຟູການເຈລະຈາ ແລະສະຖຽນລະພາບໃນມຽນມາ ໂດຍແກ້ໄຂບັນຫາທີ່ເກີດຂຶ້ນບົນພື້ນຖານຂອງຜົນປະໂຫຍດໄລຍະຍາວຂອງປະຊາຊົນມຽນມາ ແລະຫຼັກການຂອງກົດບັດສະຫະປະຊາຊາດ ແລະສະມາຄົມປະເທດຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເພື່ອສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ. ການພົວພັນດ້ານການປ້ອງກັນປະເທດ-ຄວາມໝັ້ນຄົງ ສືບຕໍ່ໄດ້ຮັບການຍູ້ແຮງ ແລະຂະຫຍາຍສູ່ດ້ານໃໝ່ໆອີກຫຼາຍດ້ານ. ກອບການຮ່ວມມືທາງເສດຖະກິດ ສັງຄົມ ວັດທະນະທຳ ວິທາຍາສາດ ການສຶກສາ ໄດ້ຮັບການເພີ່ມທະວີ ແລະ ມີການພັດທະນາໃໝ່ໆ. ຫວຽດນາມສືບຕໍ່ເຊື່ອມຕໍ່ການຮ່ວມມືພາຍໃນອາຊຽນ ໂດຍຊຸກຍູ້ການພົວພັນສອງຝ່າຍກັບບັນດາປະເທດໃນອາຊີອາຕາເວນອອກສ່ຽງໃຕ້. ຜົນສຳເລັດອັນຕັ້ງໜ້າໃນການພົວພັນກັບບັນດາປະເທດໃນອາຊີຕາເວນອອກສ່ຽງໃຕ້ ຊ່ວຍເສີມສ້າງສະພາບແວດລ້ອມສັນຕິພາບ ແລະຄວາມສະຫງົບປອດໄພຂອງປະເທດ, ພ້ອມກັບບັນດາປະເທດໃນອາຊຽນເສີມຂະຫຍາຍທ່າແຮງຮ່ວມກັນຂອງເສດຖະກິດອາຊຽນທັງໝົດ ເຊິ່ງຢູ່ໃນອັນດັບທີ່ 3 ຂອງພາກພື້ນອາຊີ ແລະ ອັນດັບທີ່ 5 ຂອງໂລກ.

ຫວຽດນາມສືບຕໍ່ພັດທະນາການພົວພັນກັບບັນດາປະເທດໃຫຍ່ ແລະ ຄູ່ຮ່ວມມືທີ່ສຳຄັນອື່ນໆ. ການພົວພັນດ້ານການເມືອງລະຫວ່າງຫວຽດນາມແລະລັດເຊຍ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ການແລກປ່ຽນຄະນະຜູ້ແທນລະດັບສູງເກີດຂຶ້ນເປັນປະຈຳ ກໍ່ໃຫ້ເກີດແຮງຜັກດັນທີ່ເຂັ້ມແຂງ ເພື່ອພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ. ການພົວພັນກັບອາເມຣິກາສືບຕໍ່ພັດທະນາໃນທຸກຂົງເຂດ. ໃນວັນທີ 29 ມີນາ 2023, ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສົນທະນາທາງໂທລະສັບລະດັບສູງກັບທ່ານ ໂຈ ໄບເດນ ປະທານາທິບໍດີເອເມຣິກາ. ກ່ອນໜ້ານີ້ ໃນເດືອນສິງຫາ 2021, ທ່ານນາງ ກົມລາ ແຮຣີສ ຮອງປະທານາທິບໍດີປະເທດອາເມຣິກາ ມາຢ້ຽມຢາມຫວຽດນາມ. ໃນເດືອນກັນຍາ 2023, ເນື່ອງໃນໂອກາດການຢ້ຽມຢາມຫວຽດນາມຂອງປະທານຳທິບໍດີອາເມຣິກາ ໂຈ ໄບເດນ, ຜູ້ນຳຂອງທັງສອງປະເທດ ໄດ້ອອກຖະແຫຼງການຮ່ວມ ວ່າດ້ວຍການຍົກລະດັບການພົວພັນຫວຽດນາມ-ອາເມຣີກາ ໃຫ້ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ການຮ່ວມມື ແລະ ການພັດທະນາແບບຍືນຍົງ. ນອກຈາກນັ້ນ, ຜູ້ນຳຂັ້ນສູງຂອງທັງສອງປະເທດຍັງມີໂອກາດພົບປະກັນຫຼາຍຄັ້ງ ເມື່ອເຂົ້າຮ່ວມບັນດາກອງປະຊຸມສາກົນ ລວມທັງການຢ້ຽມຢາມ ແລກປ່ຽນ ແລະແກ້ໄຂບັນຫາທີ່ເກີດຂຶ້ນ ແລະເປີດກວ້າງການຮ່ວມມື. 

ເລຂາທິການໃຫຍ່ ຫງວຽນຝູຈ້ອງ, ບັນດາການນຳຫຼັກແຫຼ່ງ ແລະ ຄະນະປະຈຳຄະນະເລຂາທິການ ໄດ້ພົບປະເຈລະຈາຜ່ານການຢ້ຽມຢາມຮ່ວມກັນກັບສະຫະພາບເອີຣົບ (ອີຢູ), ປະເທດສະມາຊິກສຳຄັນຂອງອີຢູ; ບັນດາປະເທດເຊັ່ນ ອິນເດຍ, ຍີ່ປຸ່ນ, ເກົາຫຼີໃຕ້, ອົດສະຕຣາລີ, ນິວຊີແລນ; ບັນດາປະເທດທີ່ມີທ່າແຮງໃນການຮ່ວມມືສະເພາະທາງເຊັ່ນ ສະວິດເຊີແລນ, ແບນຊິກ ແລະຟິນແລນ. ຄວາມໝາຍທີ່ສຳຄັນ ແລະປະສິດທິຜົນຂອງການຮ່ວມມືຍຸດທະສາດ, ການຮ່ວມມືຮອບດ້ານ ແລະ ການຮ່ວມມືແບບດັ້ງເດີມ ລ້ວນໄດ້ຮັບການປັບປຸງຍົກສູງ, ຜ່ານນັ້ນ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ຍົກສູງບົດບາດທີ່ຕັ້ງຂອງແຕ່ລະຝ່າຍໃນນະໂຍບາຍການຕ່າງປະເທດ ແລະການພັດທະນາຂອງກັນແລະກັນ, ປັບການພົວພັນທາງການຄ້າແລະການລົງທຶນ, ວິທະຍາສາດແລະເຕັກໂນໂລຊີໃນສະພາບການໃໝ່, ໃນນັ້ນ ມີຄວາມຮຽກຮ້ອງຕ້ອງການໃໝ່ກ່ຽວກັບການຢືນຢັນບົດບາດຂອງປະເທດຫວຽດນາມ ໃນຕ່ອງໂສ້ການສະໜອງ ຂອງບັນດາພື້ນຖານເສດຖະກິດໃຫຍ່ຢູ່ໃນໂລກ ແລະ ໃຊ້ປະໂຫຍດຈາກຄວາມກ້າວໜ້າຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ໂດຍສະເພາະເຕັກໂນໂລຊີດິຈິຕອນ.

ການພົວພັນຂອງຫວຽດນາມກັບບັນດາປະເທດເພື່ອນມິດ ແລະຄູ່ຮ່ວມມືດັ້ງເດີມ ຍັງພັດທະນາຢ່າງດີງາມ. ການນຳພັກກອມມູນິດຫວຽດນາມ ແລະພັກກອມມູນິດກູບາ ໄດ້ຈັດການເຈລະຈາຂັ້ນສູງທາງອອນໄລ 4 ຄັ້ງ. ພ້ອມກັນນັ້ນ, ທັງສອງປະເທດໄດ້ດຳເນີນການຢ້ຽມຢາມຂອງປະທານປະເທດ, ນາຍົກລັດຖະມົນຕີ ແລະປະທານສະພາແຫ່ງຊາດ ລວມທັງການຢ້ຽມຢາມຫຼາຍຄັ້ງຂອງການນຳຂັ້ນສູງຂອງພັກ ລັດ ແລະ ການເຄື່ອນໄຫວຂອງກົນໄກຄະນະກຳມະການລະຫວ່າງລັດຖະບານ, ອົງການການເມືອງ-ສັງຄົມ ແລະທ້ອງຖິ່ນ; ການຮ່ວມມືແລະການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າາງສອງປະເທດຂະຫຍາຍຕົວໃນທຸກດ້ານ. ການພົວພັນກັບພັກ ແລະລັດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ  ໄດ້ຮັບການຮັກສາຕາມເງື່ອນໄຂທີ່ຫຍຸ້ງຍາກຂອງການແຜ່ລະບາດຂອງພະຍາດໂຄວິດ-19. ການຊຸກຍູ້ການພົວພັນຂອງພັກກອມມູນິດຫວຽດນາມ ກັບພັກກຳອຳນາດແລະພັກການເມືອງ ໄດ້ປະກອບສ່ວນໃນການເພີ່ມທະວີການພົວພັນຂອງຫວຽດນາມ ກັບຫຼາຍປະເທດໃນພາກພື້ນເອີຣົບຕາເວັນອອກ, ອາເມຣິກາລາຕິນ ແລະ ອາຟຣິກກາ.

ປະຕິບັດແຜນນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ກ່ຽວກັບການຍົກລະດັບການຕ່າງປະເທດຫຼາຍຝ່າຍ, ບັນດາການເຄື່ອນໄຫວໃນຂົງເຂດນີ້ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສາກົນ, ທີ່ຕັ້ງໃໝ່ແລະຈິດໃຈໃໝ່ ຂອງຫວຽດນາມ. ສິ່ງທີ່ໂດດເດັ່ນແມ່ນ ຫວຽດນາມປະສົບຄວາມສຳເລັດໃນການດຳລົງຕຳແໜ່ງສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດໄລຍະສອງປີ (ປີ 2020-2021) ແລະໄດ້ຮັບເລືອກໃຫ້ເຂົ້າຮ່ວມໃນຫຼາຍກົນໄກສຳຄັນ ຂອງສະຫະປະຊາຊາດເຊັ່ນ ຮອງປະທານສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ, ສະພາສິດທິມະນຸດແຫ່ງສະຫະປະຊາຊາດ ແລະ ອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ  (UNESCO); ສະແດງໃຫ້ເຫັນເຖິງບົດບາດເປັນເຈົ້າການ ແລະຕັ້ງໜ້າ ໃນການເຮັດວຽກຮ່ວມກັບປະເທດໃນກຸ່ມອາຊຽນ ເພື່ອຮັກສາຄວາມສາມັກຄີ, ປັບປຸງຍົກສູງການເພິ່ງພາຕົນເອງ, ແກ້ໄຂບັນຫາທີ່ສັບສົນໃໝ່, ສ້າງວິໄສທັດໃໝ່ ແລະ ພັດທະນາການພົວພັນກັບບັນດາຄູ່ຮ່ວມມື, ເສີມຂະຫຍາຍບົດບາດຂອງສະມັດຊາລັດຖະສະພາອາຊຽນ (AIPA); ເສີມຂະຫຍາຍບົດບາດຂອງເວທີປາໄສຮ່ວມມືທາງເສດຖະກິດອາຊີ-ປາຊີຟິກ (APEC) ແລະ ກົນໄກຮ່ວມມືລຸ່ມແມ່ນ້ຳຂອງ.

ການເຂົ້າຮ່ວມດ້ວຍຄວາມຮັບຜິດຊອບສູງຂອງຫວຽດນາມ ໃນຄວາມພະຍາຍາມຮ່ວມກັນຂອງປະຊາຄົມສາກົນ ໃນການປ້ອງກັນ, ຕ້ານ ແລະ ຮັບມືກັບການປ່ຽນແປງທາງລົບຂອງດິນຟ້າອາກາດ ເພື່ອຜົນປະໂຫຍດຮ່ວມກັນ ແລະຜົນປະໂຫຍດຍາວນານຂອງປະເທດ, ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ການແກ້ໄຂຜົນຮ້າຍຂອງແຜ່ນດິນໄຫວຢູ່ປະເທດ ຕວັກກີ (ເດືອນກຸມພາ 2023) ໄດ້ຮັບການຍົກຍ່ອງຢ່າງສູງຈາກປະຊາຄົມສາກົນ. ພັກກອມມູນິດຫວຽດນາມກໍ່ໄດ້ເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າໃນກົນໄກພັກການເມືອງພະຫຸພາຄີເຊັ່ນ ການປະຊຸມສາກົນຂອງບັນດາພັກກອມມູນິດແລະພັກກຳມະກອນສາກົນ (IMCWP), ເວທີປາໄສ ຊາວ ປາວໂລ, ກອງປະຊຸມສາກົນບັນດາພັກການເມືອງອາຊີ (ICAPP) ແລະ ບັນດາກອງປະຊຸມສາກົນທີ່ສຳຄັນ ເຊິ່ງຈັດໂດຍບັນດາພັກທີ່ເປັນມິດ. ຫວຽດນາມແມ່ນປະເທດເຈົ້າພາບຮ່ວມຈັດຕັ້ງກອງປະຊຸມສະພາສັນຕິພາບໂລກຄັ້ງທີ 22 (ເດືອນພະຈິກ 2022); ບັນດາອົງການຈັດຕັ້ງການເມືອງ-ສັງຄົມຂອງຫວຽດນາມໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍສາກົນ ເຊິ່ງປະກອບສ່ວນໂຄສະນາແນະນຳປະເທດແລະປະຊາຊົນຫວຽດນາມ, ແລກປ່ຽນບົດຮຽນ ແລະ ລະດົມຄວາມຮູ້ແລະແຫຼ່ງກຳລັງ ເພື່ອການພັດທະນາປະເທດ.

ໃນການເຄື່ອນໄຫວພົວພັນຕ່າງປະເທດສອງຝ່າຍ ແລະ ຫຼາຍຝ່າຍ, ຫວຽດນາມແລະບັນດາປະເທດບ້ານໃກ້ເຮືອນຄຽງ ມີການຈັດການທີ່ດີແລະຮັກສາຊາຍແດນທາງບົກທີ່ສະຫງົບສຸກ ເປັນມິດ ແລະການພັດທະນາ; ປົກປັກຮັກສາອະທິປະໄຕແຫ່ງຊາດ, ສິດທິອະທິປະໄຕ ແລະສິດຕັດສິນແຫ່ງຊາດໃນທະເລ ຢ່າງເດັດດ່ຽວແລະຕໍ່ເນື່ອງ, ພະຍາຍາມຊຸກຍູ້ການຮ່ວມມືແລະເຈລະຈາການແບ່ງເຂດທາງທະເລ, ໃນນັ້ນມີການເຈລະຈາກຳນົດເຂດເສດຖະກິດຈຳເພາະລະຫວ່າງຫວຽດນາມ ແລະ ອິນໂດເນເຊຍໃຫ້ສຳເລັດເສັດສິ້ນ (ເດືອນທັນວາ 2022). ການພັດທະນາຢ່າງຕັ້ງໜ້າໃນການພົວພັນສອງຝ່າຍແລະຫຼາຍຝ່າຍສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ຄວາມພະຍາຍາມໃນການຜັນຂະຫຍາຍວຽກງານການຕ່າງປະເທດດ້ານເສດຖະກິດ ເພື່ອໃຫ້ຄຳແນະນຳກ່ຽວກັບນະໂຍບາຍ, ຍາດແຍ່ງ ແລະສ້າງກອບການຮ່ວມມືທາງເສດຖະກິດໃໝ່ດ້ານການຄ້າ ແລະການລົງທຶນສອງຝ່າຍ ຫຼືຫຼາຍຝ່າຍ ແລະການລະດົມບັນດາແຫຼ່ງກຳລັງຈາກຕ່າງປະເທດ. ຫວຽດນາມໄດ້ຍາດແຍ່ງການຊ່ວຍເຫຼືອທີ່ສຳຄັນ ຈາກປະຊາຄົມສາກົນໃນດ້ານຄວາມຮູ້, ບົດຮຽນປະສົບການ, ຢາປົວພະຍາດ ແລະ ອຸປະກອນທາງການແພດ ເພື່ອຄວບຄຸມການແຜ່ລະບາດຂອງພາຍາດໂຄວິດ-19, ໃນເວລາດຽວກັນ ຍັງມີການປະກອບສ່ວນໃຫ້ກັບປະເທດອື່ນໆ ທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ. ໃນປີ 2021, ເງິນລົງທຶນຈົດທະບຽນຈາກຕ່າງປະເທດມີມູນຄ່າຫຼາຍກວ່າ 31 ຕື້ໂດລາສະຫະລັດ, ມູນຄ່າການສົ່ງອອກແລະນຳເຂົ້າທັງໝົດບັນລຸຫຼາຍກວ່າ 668 ຕື້ໂດລາສະຫະລັດ; ໃນປີ 2022 ຕົວເລກທີ່ກ່ຽວຂ້ອງມີມູນຄ່າຫຼາຍກວ່າ 27 ຕື້ໂດລາສະຫະລັດ ແລະຫຼາຍກວ່າ 730 ຕື້ໂດລາສະຫະລັດ.

ວຽກງານຂໍ້ມູນຂ່າວສານການຕ່າງປະເທດໄດ້ຮັບກັນຜັນຂະຫຍາຍຢ່າງແຂງແຮງ ແລະມີປະສິດທິຜົນໃນການກໍ່ສ້າງຍຸດທະສາດແລະແຜນການສັງລວມ, ໄປຄຽງຄູ່ກັບຄວາມພະຍາຍາມໃນກຳນົດທິດທາງຂໍ້ມູນຂ່າວສານທີ່ມີຄຸນນະພາບດີ ແລະ ທັນເວລາຫຼາຍຂຶ້ນເລື້ອຍໆ ແລະຕໍ່ສູ້ກັບຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ປ່ຽນແປງໃໝ່ວິທີການຂໍ້ມູນຂ່າວສານ. ພັກແລະລັດໄດ້ເອົາໃຈໃສ່ໃນການກໍ່ສ້າງແຜນນະໂຍບາຍ, ນະໂຍບາຍ, ເອກະສານທາງກົດໝາຍໃໝ່ ແລະ ຜັນຂະຫຍາຍຫຼາຍມາດຕະການສະເພາະ ດ້ວຍການເຂົ້າຮ່ວມຂອງຫຼາຍທ້ອງຖິ່ນແລະປະຊາຊົນຈຳນວນຫຼາຍ ເພື່ອປັບປຸງຊີວິດການເປັນຢູ່ ແລ ປັບປຸງສະຖານະທາງກົດໝາຍ ແລະ ການເຊື່ອມໂຍງຂອງຊາວຫວຽດນາມໃນຕ່າງປະເທດເຂົ້າກັບສັງຄົມປະເທດເຈົ້າພາບ, ກໍ່ຄືສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ພວກເຂົາໄດ້ກັບມາຢ້ຽມຢາມຄອບຄົວ, ບ້ານເກີດ, ດຳລົງຊີວິດ, ຮ່ຳຮຽນ ແລະ ທຳມາຫາກິນໃນປະເທດ. 
ຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້, ການປະຕິບັດວຽກງານການຕ່າງປະເທດຕົວຈິງນັ້ນ ຍັງມີຂໍ້ຈຳກັດທີ່ຕ້ອງສືບຕໍ່ແກ້ໄຂ ເຊັ່ນ ການຮັບປະກັນຄວາມທັນເວລາໃຫ້ດີຂຶ້ນ, ຄວາມສາມາດໃນການກວດຈັບແລະການປະເມີນທ່າອຽງ, ການຜັນແປໃໝ່ໆ ແລະ ການໃຫ້ຄຳແນະນຳແລະຂໍ້ສະເໜີແນະໃນວຽກງານຄົ້ນຄ້ວາແລະເປັນເສນາທິການ; ການໃຊ້ປະໂຫຍດຈາກການພົວພັນການຕ່າງປະເທດສອງຝ່າຍ ແລະ ຫຼາຍຝ່າຍ; ການປ່ຽນແປງໃໝ່ວິທີການພົວພັນທາງພັກ, ການຕ່າງປະເທດປະຊາຊົນ; ຍົກສູງປະສິດທິຜົນຂອງການເຄື່ອນໄຫວການຕ່າງປະເທດ. 

ໜ້າທີ່ຈຸດໜັກໃຈກາງຂອງວຽກງານການຕ່າງປະເທດໃນເວລາຕໍ່ໄປ

ສະຖານະການໂລກໃນເວລາທີ່ຈະມາເຖິງ ຈະມີການຜັນແປຢ່າງໄວວາ, ສັບສົນ, ນຳເອົາຂໍ້ສະດວກແລະບໍ່ສະດວກມາໃຫ້ຫວຽດນາມ ໃນການຜັນຂະຫຍາຍແນວທາງການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ. ກ່ຽວກັບຂໍ້ສະດວກ, ທ່າອ່ຽງສັນຕິພາບ ການຮ່ວມມື ແລະ ການພັດທະນາ ໄດ້ສ້າງເງື່ອນໄຂພາວະວິໄສທີ່ສະດວກ ໃຫ້ຫວຽດນາມໃນການລວມສະພາບແວດລ້ອມພາຍນອກທີ່ມີສັນຕິພາບ, ສະຖຽນລະພາບ ແລະ ສຸມໃສ່ການພັດທະນາແລະຊຸກຍູ້ການແກ້ໄຂຂໍ້ພິພາດ ແລະ ບັນຫາທີ່ເກີດຂຶ້ນ ໃນການພົວພັນສາກົນໂດຍສັນຕິວິທີຕາມກົດໝາຍສາກົນ. ໃນໂລກທີ່ມີຫຼາຍຂົ້ວແລະຫຼາຍສູນກາງທີ່ຈະແຈ້ງຫຼາຍຂຶ້ນ, ຫວຽດນາມມີເງື່ອນໄຂໃນການຊຸກຍູ້ຜົນປະໂຫຍດຂອງປະເທດ ໃນດ້ານການພົວພັນສອງຝ່າຍແລະໃນສະຖາບັນຫຼາຍຝ່າຍ. ຄຽງຄູ່ກັນນັ້ນ, ທ່າອຽງທີ່ເພີ່ມຂຶ້ນຢ່າງແຂງແຮງຂອງການເຊື່ອມຕໍ່ເສດຖະກິດສາກົນ ຈະເປີດໂອກາດໃໝ່ໆໃຫ້ແກ່ບັນດາປະເທດໃນການຊຸກຍູ້ການຮ່ວມມື, ການເຊື່ອມໂຍງສາກົນ, ການເຕີບໂຕທາງເສດຖະກິດ, ການຈັດສັນແຮງງານສາກົນ ແລະ ການໃຊ້ປະໂຫຍດຈາກກຳລັງແຮງທາງດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ ຈາກພາຍນອກ. ດ້ວຍການກ້າວກະໂດດຂອງການປະຕິວັດອຸສາຫະກຳຄັ້ງທີ 4 ແລະ ເສດຖະກິດພູມປັນຍາ, ບັນດາປະເທດທີ່ກຳລັງພັດທະນາອາດສາມາດຍາດແຍ່ງກາລະໂອກາດເພື່ອສ້າງບາດກ້າວບຸກທະລຸ ແລະຊຸກຍູ້ການເຕີບໂຕຢ່າງໄວວາແລະຍືນຍົງ. ພ້ອມກັນນັ້ນ, ໃນເວລາຕໍ່ໄປ, ອາຊີ-ປະຊີຟິກ ສືບຕໍ່ແມ່ນພາກພື້ນທີ່ມີການພັດທະນາຢ່າງຂະຫຍັນຂັນເຄື່ອນ, ແມ່ນພະລັງຂັບເຄື່ອນຂອງເສດຖະກິດໂລກ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ເຊິ່ງເປັນສູນກາງການເຊື່ອມໂຍງເສດຖະກິດໂລກ, ໃນນັ້ນ ຫວຽດນາມມີຕຳແໜ່ງຍຸດທະສາດທາງພູມສາດ-ການເມືອງທີ່ສຳຄັນ ແລະສ້າງເຄືອຂ່າຍການພົວພັນຕ່າງປະເທດທີ່ກວ້າງຂວາງ.

ຢ່າງໃດກໍຕາມ, ໃນດ້ານລົບ, ດັ່ງທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ຄາດຄະເນວ່າ “ໂລກກຳລັງປະເຊີນກັບການປ່ຽນແປງຢ່າງໃຫຍ່ຫຼວງ, ການຜັນແປຢ່າງໄວວາ ສັບສົນ ແລະຄາດເດົາຍາກ. ສັນຕິພາບ ການຮ່ວມມື ແລະ ການພັດທະນາຍັງເປັນທ່າອຽງໃຫຍ່, ແຕ່ກຳລັງປະເຊີນກັບອຸປະສັກແລະຄວາມຫຍູ້ງຍາກຫຼາຍຢ່າງ; ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ແລະຄວາມຂັດແຍ້ງໃນທ້ອງຖິ່ນ ຍັງຄົງເກີດຂຶ້ນໃນຫຼາຍຮູບແບບ ມີຄວາມສັບສົນ ແລະດຸເດືອດຫຼາຍຂຶ້ນ, ເຮັດໃຫ້ເກີດຄວາມສ່ຽງຕໍ່ສະພາບແວດລ້ອມທາງດ້ານເສດຖະກິດ ການເມືອງ ແລະຄວາມໝັ້ນຄົງສາກົນ”(3). ກອງປະຊຸມໃຫຍ່ຍັງຊີ້ໃຫ້ເຫັນເຖິງຜົນກະທົບທາງລົບ ຄວາມຫຍຸ້ງຍາກ ແລະຄວາມທ້າທາຍໃໝ່ ທີ່ປະເທດກຳລັງພັດທະນາຕ້ອງປະເຊີນ ໂດຍສະເພາະແມ່ນປະເທດຂະໜາດນ້ອຍ ໃນສະພາບການລັດທິອຳນາດນິຍົມ ແລະລັດທິຊາດນິຍົມສຸດຂົ້ວ ທີ່ຍັງຄົງພັດທະນາຢ່າງສັບສົນຕໍ່ໄປ ລັດທິປະຕິບັດນິຍົມໃນການພົວພັນສາກົນນັບມື້ນັບເພີ່ມຂຶ້ນ. ໃນສະພາບການນັ້ນ, ເສດຖະກິດໂລກຍັງມີຄວາມຫຍຸ້ງຍາກ ແລະຄວາມທ້າທາຍຫຼາຍຢ່າງ; ໂລກາພິວັດຖືກທ້າທາຍຈາກການແກ່ງແຍ້ງກັນຂອງມະຫາອຳນາດ; ການແຂ່ງຂັນດ້ານເສດຖະກິດແລະສົງຄາມການຄ້າທະວີຄວາມຮຸນແຮງຫຼາຍຂຶ້ນ; ລະບົບການເງິນ ເງິນຕາ ແລະ ຕ່ອງໂສ້ການສະໜອງບໍ່ສະຖຽນລະພາບ, ສົ່ງຜົນເສຍຕໍ່ຫຼາຍປະເທດ. ບັນດາບັນຫາຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ, ໂດຍສະເພາະ ການປ່ຽນແປງສະພາບດິນຟ້າອາກາດ, ຄວາມໝັ້ນຄົງທາງໄຊເບີ ແລະອາຊະຍາກຳຂ້າມຊາຍແດນ ນັບມື້ນັບສັບສົນຫຼາຍຂຶ້ນ ເຊິ່ງອາດຈະກໍ່ໃຫ້ເກີດຄວາມຜັນຜວນທາງເສດຖະກິດ-ສັງຄົມ, ຄວາມໝັ້ນຄົງ ແລະການພັດທະນາຂອງຫຼາຍປະເທດ.

ການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ໃນໄລຍະແຫ່ງການຂ້າມຜ່ານໃນທຸກດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມໃນໂລກ ເຊິ່ງກຳລັງກໍ່ໃຫ້ເກີດບັນຫາຕ່າງໆຫຼາຍຢ່າງ ສຳລັບຫວຽດນາມທີ່ຕ້ອງແກ້ໄຂ ເພື່ອໃຊ້ປະໂຫຍດຈາກໂອກາດແລະຂໍ້ໄດ້ປຽບ, ພ້ອມກັນນັ້ນກໍ່ປ້ອງກັນ ແລະ ຫຼຸດຜ່ອນຄວາມທ້າທາຍແລະຄວາມຫຍຸ້ງຍາກ.

ທີໜຶ່ງ, ສຳລັບໜ້າທີ່ຮັກສາສະພາບແວດລ້ອມທີ່ສະຫງົບແລະໝັ້ນຄົງ ເພື່ອພັດທະນາ, ຈຳເປັນຕ້ອງສືບຕໍ່ຍຶດໝັ້ນແນວທາງການຕ່າງປະເທດທີ່ເປັນເອກະລາດແລະເປັນເຈົ້າຕົນເອງ ໂດຍສະເພາະແມ່ນ ບັນດາບັນຫາກ່ຽວກັບທັດສະນະ ແລະ ຫຼັກການ, ພ້ອມກັນນັ້ນ ກໍ່ຕອບສະໜອງຢ່າງກົມກຽວແລະຍືດຫຍຸ່ນ ຕໍ່ການຜັນປ່ຽນທີ່ສັບສົນຂອງສະພາບການໃນພາກພື້ນແລະໂລກ. ນີ້ແມ່ນຫຼັກການແລະທິດນຳຕົ້ນຕໍຂອງໂຮງຮຽນ “ການທູດໄມ້ໄຜ່ຫວຽດນາມ” ທີ່ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກໃນກອງປະຊຸມການຕ່າງປະເທດແຫ່ງຊາດ ເພື່ອຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ພ້ອມກັນນັ້ນ, ຕ້ອງມີວິທີການປະສານກັນໃນການຮັກສາສະພາບແວດລ້ອມທີ່ສະຫງົບສຸກ, ປົກປັກຮັກສາເອກະລາດ ອຳນາດອະທິປະໄຕ ເອກະພາບແລະຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຂອງຊາດ ແລະ ສະຖຽນລະພາບທາງການເມືອງຂອງປະເທດ ຢ່າງເດັດດ່ຽວແລະຕໍ່ເນື່ອງ, ຍູ້ແຮງການພົວພັນສອງຝ່າຍ ແລະຍົກລະດັບການຕ່າງປະເທດຫຼາຍຝ່າຍ, ໃຊ້ປະໂຫຍດຈາກຊັບພະຍາກອນແລະການຮ່ວມມືສາກົນຢ່າງມີປະສິດທິຜົນ ໃນການຮັບມືກັບຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ. ເພີ່ມທະວີວຽກງານການຄົ້ນຄວ້າ, ການໃຫ້ຄຳປຶກສາ ແລະການຄາດຄະເນຍຸດທະສາດ, ບໍ່ໃຫ້ຖືກຕົກໃນທ່າຮັບ.

ທີສອງ, ສຳລັບໜ້າທີ່ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນຢ່າງຮອບດ້ານແລະກວ້າງຂວາງ, ຈຳເປັນຕ້ອງແກ້ໄຂຢ່າງຖືກຕ້ອງ ສາຍພົວພັນລະຫວ່າງຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນທີ່ຮອບດ້ານເລິກເຊິ່ງ, ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ເອົາໃຈໃສ່ເຖິງບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ. ການໃຊ້ປະໂຫຍດຈາກໂລກາພິວັດ, ການເຊື່ອມໂຍງສາກົນດ້ວຍເນື້ອໃນແລະຮູບແບບໃໝ່ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ກໍ່ຄືຂະບວນການຈັດຕັ້ງຄືນໃໝ່ ແລະ ສ້າງຕ່ອງໂສ້ການຜະລິດແລະການສະໜອງລະດັບໂລກໃໝ່ ເພື່ອສ້າງຕຳແໜ່ງທີ່ເໝາະສົມຂອງຫວຽດນາມ ໃນເສດຖະກິດໂລກ, ໂດຍສະເພາະ ໃນໄລຍະຫຼັງການແຜ່ລະບາດຂອງພະຍາດໂຄວິດ-19. ເພີ່ມທະວີຄວາມຮັບຮູ້ກ່ຽວກັບບົດບາດແລະການພັດທະນາວຽກງານການຕ່າງປະເທດດ້ານເສດຖະກິດ ຕາມທິດຮອບດ້ານແລະແທດຈິງ; ກຳນົດວ່າ ນີ້ແມ່ນພະລັງຂັບເຄື່ອນທີ່ສຳຄັນ ແລະບຸກເບີກໃນການລະດົມຊັບພະຍາກອນ, ເພີ່ມຂີດຄວາມສາມາດໃນການແຂ່ງຂັນ ແລະຄວາມສາມາດໃນການປັບຕົວຂອງເສດຖະກິດ, ປະກອບສ່ວນເຂົ້າໃນການຍົກສູງກຳລັງແຮງສັງລວມຂອງປະເທດ. ເປັນເຈົ້າການເຂົ້າຮ່ວມແລະເສີມຂະຫຍາຍບົດບາດຂອງຫວຽດນາມ ໃນກົນໄກຫຼາຍຝ່າຍລະດັບພາກພື້ນແລະສາກົນ ເຊັ່ນ ການຮ່ວມມືອາຊຽນ, ສະຫະປະຊາຊາດ, ເອແປກ ແລະ ອະນຸພາກພື້ນລຸ່ມແມ່ນ້ຳຂອງ; ໃນເສົາຄ້ຳນະໂຍບາຍການຕ່າງປະເທດ ແລະ ວຽກງານການຕ່າງປະເທດ; ໃນບັນດາກົນໄກລັດຖະສະພາຫຼາຍຝ່າຍ, ກົນໄກພັກການເມືອງຫຼາຍຝ່າຍແລະ ການທູດລະຫວ່າງປະຊາຊົນ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ຄວາມສາມາດ ແລະ ເງື່ອນໄຂສະເພາະຂອງປະເທດຫວຽດນາມ. 

ທີສາມ, ສຳລັບໜ້າທີ່ກໍ່ສ້າງພື້ນຖານການຕ່າງປະເທດທີ່ທັນສະໄໝແລະຮອບດ້ານ ດ້ວຍເສົາຫຼັກສາມປະການຄື ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ, ຈຳເປັນຕ້ອງຜັນຂະຫຍາຍການເຄື່ອນໄຫວວຽກງານການຕ່າງປະເທດຂອງປະເທດຢ່າງເປັນເອກະພາບແລະຄົບຊຸດ, ຮັບປະກັນການນຳພາເປັນເອກະພາບແລະເດັດຂາດຂອງພັກ ແລະການຄຸ້ມຄອງລວມສູນຂອງລັດ. ເສີມຂະຫຍາຍບົດບາດແລະທ່າແຮງສະເພາະ ຂອງແຕ່ລະເສົາຫຼັກການຕ່າງປະເທດ, ໜ່ວຍງານ ແລະ ກອງກຳລັງທີ່ເຂົ້າຮ່ວມໃນການຕ່າງປະເທດ ເພື່ອຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ. ເຊື່ອມໂຍງການຕ່າງປະເທດກັບການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ ແລະດ້ານອື່ນໆຢ່າງໃກ້ຊິດ. ຂະຫຍາຍແລະປັບປຸງຍົກສູງປະສິດທິຜົນການທູດທາງວັດທະນະທຳ; ປະຕິບັດໃຫ້ດີແລະປັບປຸງຍົກສູງປະສິດທິຜົນຂອງວຽກງານກົງສຸນ ແລະການຄຸ້ມຄອງພົນລະເມືອງ; ຜັນຂະຫຍາຍວຽກງານຊາວຫວຽດນາມໃນຕ່າງປະເທດຢ່າງຮອບດ້ານ ແລະແຂງແຮງກວ່າອີກ. ກໍ່ສ້າງຖັນແຖວພະນັກງານທີ່ໄດ້ຮັບການອົບຮົມສຶກສາ, ບຳລຸງສ້າງຄວາມກ້າຫານດ້ານການເມືອງ, ຄຸນນະພາບ ແລະ ຄວາມສາມາດຕອບສະໜອງໜ້າທີ່ວຽກງານໃນໄລຍະໃໝ່. ປ່ຽນແປງຈິນຕະນາການຢ່າງບໍ່ຢຸດຢັ້ງ, ຍົກສູງປະສິດທິຜົນວຽກງານຖະແຫຼງຂ່າວຕ່າງປະເທດ, ກຳນົດຄຳຂວັນ “ຕັ້ງໜ້າ, ທັນການ, ກົງໄປກົງມາ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ”, ປະກອບສ່ວນຍົກສູງກຽດສັກສີ ແລະ ບົດບາດທີ່ຕັ້ງສາກົນຂອງພັກແລະປະເທດຫວຽດນາມ. 

ບັດາຜົນງານທີ່ສຳຄັນຂອງວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນໃນເຄິ່ງສະໄໝທີ່ຜ່ານມາຂອງກອງປະຊຸມໃຫຍ່ຄັ້ງທີ XIII ສະແດງໃຫ້ເຫັນເຖິງແນວທາງການຕ່າງປະເທດທີ່ຖືກຕ້ອງຂອງພັກແລະລັດ, ດ້ວຍຄວາມເອົາໃຈໃສ່, ການນຳພາ ແລະ ຊີ້ນຳຢ່າງຖືກຕ້ອງ, ສະຫຼາດສ່ອງໃສຂອງບັນດາອົງການນຳດາຂອງພັກໃນທຸກລະດັບ. ຜົນສຳເລັດຂອງວຽກງານການຕ່າງປະເທດຕິດພັນກັບຄວາມເຂັ້ມແຂງທີ່ເພີ່ມຂຶ້ນຂອງປະເທດໃນທຸກດ້ານ ເຊິ່ງເປັນຜົນໂດຍກົງຈາກການເຂົ້າຮ່ວມຂອງລະບົບການເມືອງທັງໝົດ, ໃນນັ້ນມີການເຂົ້າຮ່ວມ ປະສານສົມທົບຢ່າງຕັ້ງໜ້າຂອງບັນດາອົງການທີ່ກ່ຽວຂ້ອງເຖິງວຽກງານການຕ່າງປະເທດ. ປັດໄຈທີ່ປະກອບສ່ວນສຳຄັນອີກປະການໜຶ່ງຄືການສະໜັບສະໜູນຂອງເພື່ອນມິດແລະຄູ່ຮ່ວມມືສາກົນ. ບັນດາຜົນສຳເລັດທີ່ບັນລຸໄດ້ແມ່ນພື້ນຖານທີ່ສຳຄັນເພື່ອໃຫ້ວຽກງານການຕ່າງປະເທດສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດບັນດາໜ້າທີ່ຈຸດໜັກໃຈກາງໃນເຄິ່ງຫຼັງຂອງສະໄໝທີ່ XIII ຂອງພັກ ຕາມທີ່ກຳນົດໂດຍກອງປະຊຸມກາງໄລຍະຂອງສູນກາງພັກ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມຢ່າງສຳເລັດຜົນ./. 

--------------------------
(1) ຫງວຽນຝູຈ້ອງ: “ເສີມຂະຫຍາຍບັນດາຜົນສຳເລັດແລະບົດຮຽນທີ່ໄດ້ຮັບ; ສືບຕໍ່ຍູ້ແຮງພາລະກິດການປ່ຽນແປງໃໝ່, ໃຊ້ປະໂຫຍດຈາກໂອກາດແລະຂໍ້ໄດ້ປຽບທັງໝົດ; ຜ່ານຜ່າຄວາມຫຍຸ້ງຍາກ ແລະຄວາມທ້າທາຍທັງໝົດ; ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃຫ້ສຳເລັດຢ່າງຮອບດ້ານ”, ວາລະສານກອມມູນິດ, ສະບັບທີ 1.014, ເດືອນພຶດສະພາ 2023, ໜ້າ 12

(2) ຫງວຽນຝູຈ້ອງ: “ກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ, ການທູດຫວຽດນາມທີ່ທັນສະໄໝ ແລະເຕັມໄປດ້ວຍເອກະລັກປະຈຳຊາດ”, ວາລະສານກອມມູນິດ, ສະບັບທີ 980, ເດືອນທັນວາ 2021, ໜ້າ 23  
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 105.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1022 (ເດືອນກັນຍາ 2023)