ວກ. - ນັບແຕ່ເລີ່ມວາລະກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກມາຮອດປະຈຸບັນ, ສະຖານະການສາກົນໄດ້ຜ່ານການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍ​ມີ​ມາ​ກ່ອນ, ກໍ່ໃຫ້ເກີດຄວາມທ້າທາຍທີ່ສັບສົນຫຼາຍຢ່າງຕໍ່ສັນຕິພາບ ສະຖຽນລະພາບ ແລະການພັດທະນາໃນໂລກ. ໃນປະເທດ, ໂດຍເສີມຂະຫຍາຍຜົນສຳເລັດອັນໃຫຍ່ຫຼວງທີ່ມີຄວາມໝາຍປະຫວັດສາດຂອງກິດຈະກຳການປ່ຽນແປງໃໝ່, ຫວຽດນາມສືບຕໍ່ບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງໃນການພັດທະນາເສດຖະກິດແລະສັງຄົມ, ການເສີມສ້າງຄວາມເຂັ້ມແຂງດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ, ການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍດໂຄວິດ-19. ຢ່າງໃດ​ກໍ​ດີ, ສະຖານະການ​ໂລກ ​ແລະ ຜົນ​ສະກະທົບ​ທີ່ຮ້າຍ​ແຮງຈາກການແຜ່ລະບາດຂອງ​ພະຍາດ​ໂຄ​ວິດ-19 ​ໄປ​ພ້ອມ​ກັບ​ໄພ​ທຳ​ມະ​ຊາດ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ໄດ້ສົ່ງຜົນເສຍຕໍ່ການພັດທະນາເສດຖະກິດແລະສັງຄົມຂອງປະເທດ. ໃນ​ສະພາບ​ການ​ນັ້ນ, ຂະ​ແໜງ​ການ​ການ​ທູດ​ພ້ອມ​ກັບ​ບັນດາ​ຂະ​ແໜງ​ການ​ແລະຂັ້ນ​ຕ່າງໆ​ ໄດ້ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກຢ່າງຄົບຊຸດ ປະດິດສ້າງແລະມີປະສິດທິຜົນ ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ສຳຄັນ​ແລະຮອບດ້ານ.

ໂລກກຳລັງຜ່ານຍຸກແຫ່ງການປ່ຽນແປງຂະໜາດໃຫຍ່, ການແກ່ງແຍ້ງທາງຍຸດທະສາດລະຫວ່າງປະເທດໃຫຍ່ນັບມື້ນັບດຸເດືອດ, ເສັ້ນແບ່ງເຂດຊັດເຈນຍິ່ງຂຶ້ນ, ການເມືອງອຳນາດບາດໃຫຍ່, ຄວາມຂັດແຍ້ງ ການປະທະກັນໃນທ້ອງຖິ່ນ ແລະການແຂ່ງຂັນກັນປະກອບອາວຸດເພີ່ມຂຶ້ນຫຼາຍ ເຊິ່ງພົ້ນເດັ່ນແມ່ນຄວາມຂັດແຍ້ງທີ່ສັບສົນແລະຍືດເຍື້ອລະຫວ່ງລັດເຊຍແລະຢູເຄຮນ. ໂລກາພິວັດປະເຊີນກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເສດຖະກິດໂລກຊົດເຊົາດ້ວຍຄວາມສ່ຽງທາງການເງິນແລະເງິນຕາ ແລະການຢຸດຊະງັກຂອງຕ່ອງໂສ້ການສະໜອງ. ເຖິງວ່າການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມແລ້ວ ແຕ່ກໍໄດ້ປະຜົນກະທົບໄລຍະຍາວຫຼາຍຢ່າງ ເຊິ່ງສົ່ງຜົນກະທົບຫຼາຍດ້ານຕໍ່ຄວາມໝັ້ນຄົງ ການພັດທະນາ ແລະການຄຸ້ມຄອງບໍລິຫານທົ່ວໂລກ ພາກພື້ນ ປະເທດ ວິສາຫະກິດ ແລະປະຊາຊົນ. ຄຽງຄູ່ກັນນັ້ນ, ບັນດາຄວາມທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມເຊັ່ນ ການປ່ຽນແປງສະພາບດິນຟ້າອາກາດ, ໄພພິບັດທາງທຳມະຊາດ, ຄວາມໝັ້ນຄົງດ້ານແຫຼ່ງນ້ຳ, ຄວາມໝັ້ນຄົງທາງອາຫານ, ຄວາມໝັ້ນຄົງດ້ານພະລັງງານ,... ກຳລັງທະວີຄວາມຮຸນແຮງຂຶ້ນ. ຢ່າງໃດກໍ່ຕາມ, ການປະຕິວັດອຸດສາຫະກຳຄັ້ງທີສີ່ ພ້ອມດ້ວຍຄວາມສຳເລັດທາງເຕັກໂນໂລຊີທີ່ໂດດເດັ່ນ ສືບຕໍ່ຊຸກຍູ້ຢ່າງແຂງແຮງທ່າອ່ຽງປັບໂຄງສ້າງເສດຖະກິດ, ການປ່ຽນແປງທາງດິຈິຕອນ, ການປ່ຽນແປງດ້ານພະລັງງານ, ການເຕີບໂຕສີຂຽວແລະອື່ນໆ ໄດ້ເປີດໂອກາດໃໝ່ຫຼາຍຢ່າງເພື່ອການພັດທະນາແບບຍືນຍົງ ແລະ ປົກຫຸ້ມຫຼາຍຂຶ້ນ.

ພາຍໃນປະເທດ, ດ້ວຍການສົ່ງເສີມຜົນສຳເລັດອັນຍິ່ງໃຫຍ່ແລະມີຄວາມໝາຍປະຫວັດສາດຂອງກິດຈະກຳການປ່ຽນແປງໃໝ່, ຫວຽດນາມສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນແລະຄວບຄຸມການແຜ່ລະບາບຂອງພະຍາດໂຄວິດ-19. ຢ່າງໃດກໍ່ຕາມ, ສະພາບການໂລກແລະຜົນກະທົບຮ້າຍແຮງຈາກການແຜ່ລະບາດຂອງພະຍດໂຄວິດ-19 ​ພ້ອມ​ກັບ​ໄພ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,.. ​ໄດ້​ສົ່ງ​ຜົນເສຍ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ.

ໃນສະພາບການນັ້ນ, ຂະແໜງການທູດພ້ອມກັບຂະແໜງການແລະຂັ້ນຕ່າງໆໄດ້ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງຄົບຊຸດ ປະດິດສ້າງ ແລະມີປະສິດທິຜົນ ແລະບັນລຸຜົນສຳເລັດທີ່ສຳຄັນແລະຮອບດ້ານ. ໃນນັ້ນ, ຜົນສຳເລັດໂດຍລວມແມ່ນການປັບປຸງສະພາບແວດລ້ອມສັນຕິພາບແລະສະຖຽນລະພາບໃຫ້ໝັ້ນຄົງກວ່າອີກ, ປົກປັກຮັກສາເອກະລາດ ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ, ລະດົມຊັບພະຍາກອນພາຍນອກຈຳນວນຫຼາຍເພື່ອຮັບໃຊ້ການປ້ອງກັນແລະຄວບຄຸມພະຍາດໂຄວິດ-19, ຟື້ນຟູແລະພັດທະນາເສດຖະກິດ-ສັງຄົມ, ສືບຕໍ່ຍົກສູງບົດບາດຖານະ ແລະຊື່ສຽງສາກົນຂອງປະເທດ.

ບັນດາຮອຍປະທັບທາງການທູດໃນ​ເຄິ່ງ​ທຳ​ອິດຂອງວາລະການດຳເນີນງານ
ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ

ກຳມະການກົມການເມືອງ, ປະທານປະເທດຫວຽດນາມ ຫວໍວັນເຖືອງ ແລະ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນພິທີຜູກແຂນເພື່ອຂໍພອນໃຫ້ສັນຕິພາບແລະໂຊກລາບ ເຊິ່ງເປັນເອກະລັກທາງວັດທະນະທຳຂອງຊາວລາວ ໃນໂອກາດປີໃໝ່, ວັນທີ 10 ເມສາ 2023 _ພາບ: TTXVN

ທັນທີຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຂະແໜງການທູດໄດ້ຄົ້ນຄວ້າ ຊາບຊຶມຢ່າງເລິກເຊິ່ງ, ຈັດຕັ້ງການປະຕິບັດ ແລະຄ່ອຍໆຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ໃຫ້ກາຍເປັນໂຄງການ ເປົ້າໝາຍ ໜ້າທີ່ ແລະ ວິທີແກ້ໄຂທີ່ຮອບດ້ານແລະຍາວນານ ໃນແຕ່ລະຂົງເຂດ ກໍ່ຄືແຕ່ລະຄູ່ຮ່ວມມື. ພາຍໃຕ້ການຊີ້ນຳຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ຂະແໜງການທູດໄດ້ປະສານງານກັບບັນດາຄະນະ ກະຊວງ ຂະແໜງການ ເພື່ອຈັດຕັ້ງກອງປະຊຸມການຕ່າງປະເທດແຫ່ງຊາດຄັ້ງທຳອິດ (ເດືອນທັນວາ 2021) ໄດ້ສຳເລັດ, ສ້າງ​ຜົນ​ກະ​ທົບແຜ່ກະຈາຍ, ປະກອບສ່ວນໃນການສ້າງຄວາມເປັນເອກະພາບທາງດ້ານຄວາມຮັບຮູ້ແລະການກະທຳຮ່ວມກັນໃນທຸກຂັ້ນ, ຂະແໜງການ ແລະລະບົບການເມືອງທັງໝົດ ໃນການຜັນຂະຫຍາຍແນວທາງການຕ່າງປະເທດ ໃນທັງສາມເສົາຫຼັກຄື ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ. ໃນເກືອບສາມປີທີ່ຜ່ານມາ, ຂະແໜງການທູດພ້ອມກັບບັນດາຄະນະ ຂະແໜງການ ແລະທ້ອງຖິ່ນ ໄດ້ສ້າງແລະໃຫ້ຄຳປຶກສາແກ່ກົມການເມືອງ, ຄະນະເລຂາທິການສູນກາງຜ່ານໂຄງການການຕ່າງປະເທດທີ່ສຳຄັນຫຼາຍໂຄງການ ແລະ ໄດ້ອອກມະຕິ ຂໍ້ສະຫຼຸບ ຄຳສັ່ງກ່ຽວກັບການຕ່າງປະເທດ. ບົນພື້ນຖານນັ້ນ, ບັນດາຂັ້ນ ຂະແໜງການໄດ້ຫັນເປັນອັນລະອຽດໃນໂຄງການ ແຜນການ ແລະ ວິທີແກ້ໄຂທີ່ເໝາະສົມ, ສ້າງຄວາມຄົບຊຸດແລະຄວາມເປັນເອກະພາບໃນການຜັນຂະຫຍາຍປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ແລະໃນປີຕໍ່ໆໄປ.

ການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງໃນລະດັບສອງຝ່າຍແລະຫຼາຍຝ່າຍ ໄດ້ຮັບການສົ່ງເສີມຢ່າງເປັນເຈົ້າການ, ປະດິດສ້າງ, ຍືດຍຸ່ນ ແລະມີປະສິດທິຜົນ, ເຖິງແມ່ນວ່າໃນຊ່ວງເວລາທີ່ຫຍຸ້ງຍາກຂອງການແຜ່ລະບາດຂອງພະຍາດໂຄວິດ-19. ໃນເກືອບສາມປີທີ່ຜ່ານມາ (2021-2023), ຫວຽດນາມໄດ້ຈັດກິດຈະກຳການຕ່າງປະເທດລະດັບສູງເກືອບ 200 ກິດຈະກຳ, ໃນນັ້ນມີການຢ້ຽມຢາມເກືອນ 40 ຄັ້ງຂອງຜູ້ນຳສຳຄັນຂອງພັກແລະລັດ ໄປຍັງບັນດາປະເທດເພື່ອນບ້ານ ປະເທດຄູ່ຮ່ວມມືຍຸດທະສາດ, ບັນດາ​ປະ​ເທດ​ອາ​ຊຽນ, ປະເທດຄູ່​ຮ່ວມ​ມື​ທີ່​ສຳຄັນ ​ແລະ ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ພ້ອມກັນນັ້ນ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຈາກປະເທດຕ່າງໆ ​ແລະ ອົງການ​ຈັດ​ຕັ້ງ​ສາກົນສຳຄັນ​ກວ່າ 40 ທ່ານ​ທີ່​ມາ​ຢ້ຽມຢາມ​ຫວຽດນາມ. ດ້ວຍເຫດນັ້ນ, ພື້ນຖານ​ການ​ພົວພັນ​ທາງ​ການ​ເມືອງ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັບ​ຫຼາຍ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ປະເທດຄູ່​ຮ່ວມ​ມື​ທີ່​ສຳຄັນ ​ແລະ ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ ​ໄດ້​ຮັບ​ການປັບປຸງ​ຢ່າງໝັ້ນຄົງ, ​ໃນ​ນັ້ນ ​ການ​ພົວພັນ​ກັບ​ຫຼາຍ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ໄດ້ຖືກ​ຍົກລະດັບຂຶ້ນ​ສູ່​ລະດັບ​ໃໝ່, ສ້າງ​ກຳລັງ​ແຮງ​ຊຸກຍູ້​ການ​ພົວພັນ​ຕ່າງປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ.

ຄຽງຄູ່ກັນນັ້ນ, ຫວຽດນາມຍັງໄດ້​ປະຕິບັດ ​ແລະ ປະສົບ​ຜົນສຳ​ເລັດໃນຄວາມຮັບຜິດຊອບ​ສາກົນ​ທີ່​ສຳຄັນຫຼາຍປະການ, ໄດ້ຮັບການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ໂລກ, ໂດຍສະເພາະຢ່າງຍິ່ງ ໃນຖານະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດໃນໄລຍະປີ 2020-2021, ຮອງປະທານສະມັດຊາໃຫຍ່ແຫ່ງສະຫະປະຊາຊາດຄັ້ງທີ 77, ສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດວາລະປີ 2023-2025 ແລະໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງສຳຄັນຫຼາຍຕຳແໜ່ງໃນກົນໄກແລະເວທີຫຼາຍຝ່າຍອື່ນໆ. ຫວຽດນາມແລະສະມາຊິກອາຊຽນອື່ນໆມຸ່ງໝັ້ນທີ່ຈະສ້າງປະຊາຄົມອາຊຽນທີ່ສາມັກຄີ ໝັ້ນຄົງເຂັ້ມແຂງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ ໂດຍເສີມຂະຫຍາຍບົດບາດເປັນສູນກາງໃນພາກພື້ນ; ພ້ອມກັນນັ້ນ, ສືບຕໍ່ປະກອບສ່ວນດ້ວຍຄວາມຮັບຜິດຊອບໃນການແກ້ໄຂບັນຫາແລະຄວາມທ້າທາຍລະດັບໂລກທົ່ວໄປ, ຕັ້ງໜ້າ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 26 ຂອງພາຄີອະນຸສັນຍາ​ຂອບສະຫະປະຊາຊາດວ່າດ້ວຍ​ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ (COP 26) ແລະ COP 27,  ເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດໃນອາຟຮິກກາ, ພ້ອມ​ກັບ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ໄພ​ພິ​ບັດ​ທໍາ​ມະ​ຊາດ, ​ຮັບ​ປະ​ກັນ​ຄວາມໝັ້ນຄົງທາງ​ສະ​ບຽງ​ອາ​ຫານ ແລະອື່ນໆ.

ບົນພື້ນຖານການຢຶດໝັ້ນຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ແລະຮັບປະກັນຜົນປະໂຫຍດຂອງຊາດ-ປະເທດຊາດ, ເຄົາລົບຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຂະແໜງການທູດໄດ້ໃຫ້ຄຳປຶກສາແລະຈັດການຢ່າງຖືກຕ້ອງແລະທັນທ່ວງທີ່ໃນບັນຫາການຕ່າງປະເທດທີ່ສັບສົນຫຼາຍປະການທີ່ກ່ຽວຂ້ອງກັບປະເທດອື່ນໆ ແລະທີ່ເວທີພະຫຸພາຄີ, ໂດຍສະເພາະບັນດາບັນຫາທີ່ກ່ຽວຂ້ອງກັບເຂດແດນ ແລະການພົວພັນກັບບັນດາຄູ່ຮ່ວມມືທີ່ສຳຄັນ,... ດ້ວຍການປະສານງານຢ່າງແໜ້ນແຟ້ນກັບບັນດາຂະແໜງການແລະຂັ້ນຕ່າງໆ, ຂະແໜງການທູດໄດ້ເສີມຂະຫຍາຍຢ່າງແຂງແຮງບົດບາດບຸກເບີກຂອງການຕ່າງປະເທດ ໃນການຮັກສາສະພາບແວດລ້ອມສັນຕິພາບແລະສະຖຽນລະພາບ, ປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນແລະຈາກໄລຍະໄກ; ທັງສົ່ງເສີມການສົນທະນາ, ການຮ່ວມມື ແລະ ຕັ້ງໜ້າເຈລະຈາ ແກ້ໄຂບັນຫາຊາຍແດນກັບປະເທດເພື່ອນບ້ານໃກ້ຄຽງ, ທັງຕໍ່ສູ້ຢ່າງເດັດດ່ຽວ ໜຽວແໜ້ນ ເພື່ອປົກປັກຮັກສາເອກະລາດ ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປປະເທດ,ຈັດການແກ້ໄຂບັນຫາປະຊາທິປະໄຕ ສິດທິມະນຸດ ແລະສາສະໜາຢ່າງດີ. ຜ່ານນັ້ນ, ຂະແໜງການທູດໄດ້ປະກອບສ່ວນສຳຄັນຫຼາຍຢ່າງ ໃນການປັບປຸງ​ເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ, ​ຮັກ​ສາ​ຄວາມໝັ້ນຄົງຂອງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະຄວາມ​ປອດ​ໄພທາງສັງຄົມ.

ຄຽງ​ຄູ່​ກັບ​ການ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່ເປັນຮູບປະທຳ​ແລ້ວ, ການ​ຄົ້ນ​ຄ້ວາແລະການຄາດ​ຄະ​ເນ, ການໃຫ້ຄຳ​ປຶກສາ​ຍຸດ​ທະ​ສາດ​ດ້ານ​ການ​ຕ່າງປະ​ເທດ​ກໍ່​ໄດ້​ຮັບ​ການ​ຊຸກຍູ້ ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ສາກົນ​ທີ່​ສັບສົນ​ຫຼາຍ​ຢ່າງ. ຂະແໜງການທູດໄດ້ເປັນເຈົ້າການໃນການຄົ້ນພົບ, ໃຫ້ຄຳແນະນຳ ແລະຈັດການແກ້ໄຂຢ່າງທັນການ ກັບບັນດາບັນຫາແລະການພັດທະນາໃໝ່ໆ ໃນໂລກແລະພາກພື້ນທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງແລະການພັດທະນາຂອງປະເທດ. ບົດ​ລາຍ​ງານ​ທີ່​ປຶກສາທີ່ມີ​​ຄຸນ​ນະພາ​ບກ່ຽວ​ກັບ​ສະຖານະ​ການ​ໂລກ, ທ່າ​ອ່ຽງ​ການ​ພັດທະນາ​ໃໝ່, ຄວາມ​ຜັນຜວນ​ຂອງ​ເສດຖະກິດ​ໂລກ, ​ການ​ປັບປ່ຽນຍຸດ​ທະ​ສາດ ​ແລະ ນະ​ໂຍບາຍ​ຂອງ​ປະ​ເທດ​ຕ່າງໆ,... ໄດ້ປະກອບສ່ວນສຳຄັນ​ໃຫ້​ພັກ​ແລະລັດ​ຕັດສິນ​ໃຈ​ຖືກຕ້ອງ​ແລະທັນ​ການ​ ໃນ​ການ​ກໍ່ສ້າງ ຜັນ​ຂະຫຍາຍ​ ແລະປະຕິບັດ ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-ສັງຄົມ, ປ້ອງ​ກັນ​ປະເທດ, ປ້ອງ​ກັນ​ຄວາມຄວາມໝັ້ນຄົງ ​ແລະ ການ​ຕ່າງປະ​ເທດ.

ການປະຕິບັດ​ແຜນນະ​ໂຍບາຍ​ການ​ທູດ​ເສດຖະກິດ​ແມ່ນ​ວຽກ​ງານ​ພື້ນຖານ ​ແລະ ​ໃຈກາງ​ຂອງ​ການ​ທູດ​ຫວຽດນາມ, “ຖື​ປະຊາຊົນ, ທ້ອງ​ຖິ່ນ ​ແລະ ວິສາຫະກິດ​ເປັນ​ໃຈກາງ​ແຫ່ງການຮັບ​ໃຊ້”, ຂະແໜງການທູດໄດ້ເປັນເຈົ້າການແລະຕັ້ງໜ້າ ໃນການນຳເນື້ອໃນຮ່ວມມືທາງເສດຖະກິດເຂົ້າໃນກິດຈະກຳການຕ່າງປະເທດ ໂດຍສະເພາະກິດຈະກຳການຕ່າງປະເທດຂັ້ນສູງ, ຜ່ານນັ້ນຂະຫຍາຍແລະກະຊັບການຮ່ວມມືທາງເສດຖະກິດກັບຄູ່ຮ່ວມມືໃນຫຼາຍປະເທດ; ພ້ອມກັນນັ້ນ, ກໍ່ກຳ​ແໜ້ນ​ກາລະ​ໂອກາດທີ່​ບັນດາ​ປະ​ເທດ​ເປີດ​ປະຕູຄືນໃໝ່ຫຼັງ​ການແຜ່​ລະບາດ​ຂອງໂຄ​ວິດ-19, ໃຊ້ປະໂຫຍດຈາກ​ການ​ເຊື່ອມ​ໂຍງແລະຂໍ້​ຕົກລົງ​ດ້ານ​ເສດຖະກິດ ​ແລະ ທ່າ​ອ່ຽງພັດທະນາ​ໃໝ່​ຂອງ​ໂລກ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ແທດ​ຈິງ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ຊຸກຍູ້ການເຕີບໂຕທາງເສດຖະກິດ, ຂະຫຍາຍການສົ່ງອອກ ແລະດຶງດູດຊັບພະຍາກອນພາຍນອກຈຳນວນຫຼາຍເພື່ອຮັບໃຊ້ການພັດທະນາປະເທດຢ່າງຍືນຍົງ. ນັບແຕ່ວາລະກອງປະຊຸມໃຫຍ່ຄັ້ງທີ XIII ມາຮອດປະຈຸບັນ, ມູນຄ່າການສົ່ງອອກແລະນຳເຂົ້າຂອງປະເທດເຮົາລື່ນກາຍ 700 ຕື້ໂດລາສະຫະລັດ ເປັນຄັ້ງທຳອິດ (ປີ 2022), ສົ່ງຜົນໃຫ້ຫວຽດນາມເຂົ້າສູ່ກຸ່ມ 20 ປະເທດທີ່ມີຂະໜາດການຄ້າໃຫຍ່ທີ່ສຸດໃນໂລກ; ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດໄດ້ຫຼາຍກວ່າ 22 ຕື້ໂດລາສະຫະລັດ, ຕິດອັນດັບ 32 ໃນ 100 ຍີ່ຫໍ້ແຫ່ງຊາດທີ່ມີຄຸນຄ່າທີ່ສຸດໃນໂລກ... ໂດຍສະເພາະ ການທູດດ້ານສຸຂະພາບແລະການທູດດ້ານວັກຊີນ ໄດ້ລະດົມວັກຊີນແລະອຸປະກອນການແພດຈຳນວນຫຼາຍຈາກພາຍນອກ ເຊິ່ງຊ່ວຍປະຢັດງົບປະມານໄດ້ປະມານ 900 ລ້ານໂດລາສະຫະລັດ, ປະກອບສ່ວນທີ່ສຳຄັນແລະໂດຍກົງໃຫ້ການປະຕິບັດຍຸດທະສາດການສັກຢາວັກຊີນປະສົບຜົນສໍາເລັດ, ສ້າງພື້ນຖານໃຫ້ປະເທດເຮົາສາມາດປັບຕົວຕໍ່ການແຜ່ລະບາດຂອງໂຄວິດ-19 ໄດ້ຢ່າງປອດໄພ ແລະ ຟື້ນຟູການພັດທະນາເສດຖະກິດ-ສັງຄົມ.

ການທູດທາງວັດທະນະທຳສົມທົບຢ່າງແໜ້ນແຟ້ນກັບການທູດທາງເສດຖະກິດ ແລະຂໍ້ມູນຂ່າວສານການຕ່າງປະເທດ ໄດ້ສົ່ງເສີມພາບພົດຂອງປະເທດ ຜູ້ຄົນ ວັດທະນະທຳ ແລະຄວາມສຳເລັດໃນການພັດທະນາຂອງຫວຽດນາມໄປທົ່ວໂລກ. ດ້ວຍເນື້ອໃນແລະວິທີການທີ່ນັບມື້ນັບປ່ຽນແປງໃໝ່ແລະປະດິດສ້າງ, ວຽກງານຂໍ້ມູນຂ່າວສານຕ່າງປະເທດໄດ້ຖ່າຍທອດແຜນນະໂຍບາຍແລະແນວທາງການຕ່າງປະເທດຂອງພັກ, ຄວາມສຳເລັດໃນການພັດທະນາ ແລະການເຊື່ອມໂຍງສາກົນຂອງປະເທດ ໃຫ້ກັບເພື່ອນມິດຕ່າງປະເທດຢ່າງທັນທ່ວງທີ ຄົບຖ້ວນແລະກວ້າງຂວາງ. ຜັນຂະຫຍາຍຍຸດທະສາດການທູດວັດທະນະທຳຢ່າງແຂງແຮງເຖິງປີ 2030 ຫວຽດນາມສືບຕໍ່ເສີມຂະຫຍາຍບົດບາດຂອງຕົນໃນອົງການການສຶກສາ ວິທະຍາສາດ ແລະວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ແລະໃນກົນໄກແລະເວທີການຮ່ວມມືທາງວັດທະນະທຳ; ປະສົບຄວາມສຳເລັດໃນການຂົນຂວາຍໃຫ້ UNESCO ຮັບຮອງແຫຼ່ງມໍລະດົກຫວຽດນາມ 9 ແຫ່ງ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການປົກປ້ອງແລະຮັກສາຄຸນຄ່າທາງວັດທະນະທຳອັນສວຍງາມຂອງປະເທດ, ພ້ອມກັນນັ້ນກໍເປີດໂອກາດໃນການລະດົມຊັບພະຍາກອນໃໝ່ໆ ເພື່ອພັດທະນາເສດຖະກິດ ວັດທະນະທຳ ແລະສັງຄົມໃນທ້ອງຖິ່ນ.

ໂດຍຊາບຊຶມແຜນນະໂຍບາຍຂອງພັກແລະລັດກ່ຽວກັບການປັບປຸງຄວາມສາມັກຄີປວງຊົນທັງຊາດຢ່າງເລິກເຊິ່ງ, ວຽກງານຊາວຫວຽດນາມໃນຕ່າງປະເທດສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ. ໃນນັ້ນ, ຈຸດສຸມແມ່ນເອົາໃຈໃສ່ເບິ່ງແຍງດູແລແລະສະໜັບສະໜູນຊາວຫວຽດນາມໃນຕ່າງປະເທດຢ່າງແຂງຂັນ ເພື່ອຮັກສາພາສາຫວຽດນາມ, ປັບປຸງຍົກສູງສະຖານະທາງກົດໝາຍ, ຮັກສາສະຖຽນລະພາບ, ການເຊື່ອມໂຍງແລະການພັດທະນາ, ໂດຍສະເພາະໃນພື້ນທີ່ຊາວຫວຽດນາມຍັງປະເຊີນກັບຄວາມຫຍຸ້ງຍາກລຳບາກຫຼາຍ. ພ້ອມກັນນັ້ນ, ສືບຕໍ່ສົ່ງເສີມແລະສ້າງເງື່ອນໄຂທີ່ເອື້ອອຳນວຍ ໃຫ້ຊາວຫວຽດນາມໃນຕ່າງປະເທດປະກອບສ່ວນຢ່າງແຂງຂັນແລະມີປະສິດທິຜົນ ໃນການພັດທະນາບ້ານເກີດເມືອງນອນຂອງຕົນ ແລະເພື່ອປົກປັກຮັກສາປະເທດຊາດ. ຄຽງຄູ່ກັນນັ້ນ, ວຽກງານການ​ປົກ​ປ້ອງ​ພົນລະ​ເມືອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ກໍ່​ບັນລຸ​ໄດ້​ໝາກຜົນ​ສຳຄັນ​ຫຼາຍ​ຢ່າງ; ໃນນັ້ນ, ມີການອົບພະຍົບພົນລະເມືອງຫວຽດນາມ, ຊາວຫວຽດນາມຫຼາຍກວ່າ 6.000 ຄົນຢ່າງໄວວາແລະປອດໄພ; ນຳພົນລະເມືອງຫຼາຍກວ່າ 2.000 ຄົນທີ່ຖືກບັງຄັບໃຊ້ແຮງງານໃນ ກຳປູເຈຍ ແລະຟີລິບປິນ ກັບປະເທດ; ປົກປ້ອງແລະສະໜັບສະໜູນການສົ່ງຊາວປະມົງຫວຽດນາມກວ່າ 1.800 ຄົນກັບປະເທດ, ປົກປ້ອງສິດທິແລະຜົນປະໂຫຍດທີ່ຊອບທຳຖືກກົດໝາຍຂອງພົນລະເມືອງຫວຽດນາມໃນຕ່າງປະເທດ.

ໂດຍທົ່ວໄປ, ຜ່ານ​ເຄິ່ງ​ທຳ​ອິດ​ຂອງວາລະການດຳເນີນງານຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ​ພັກ, ດັ່ງ​ທີ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ຢືນ​ຢັນ​ວ່າ ກິດຈະກຳການຕ່າງປະເທດແລະການເຊື່ອມໂຍງເຂົ້າກັບສາກົນ ສືບຕໍ່ໄດ້ຮັບການພັດທະນາແລະຜັນຂະຫຍາຍຢ່າງຄົບຊຸດ ຮອບດ້ານ ຍືດຍຸ່ນ ມີປະສິດທິຜົນ ແລະບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງ ເຊິິ່ງຖືເປັນຈຸດສະຫວ່າງໃນຊຸມປີທີ່ຜ່ານມາ(1). ການທູດຫວຽດນາມໄດ້ເສີມຂະຫຍາຍບົດບາດນຳໜ້າຂອງການຕ່າງປະເທດຫວຽດນາມຢ່າງແຂງຂັນ, ເສີມສ້າງສະຖານະການການຕ່າງປະເທດຢ່າງໝັ້ນຄົງ, ສ້າງເງື່ອນໄຂທີ່ເອື້ອອຳນວຍສຳລັບການຮັກສາສະພາບແວດລ້ອມທີ່ສັນຕິພາບ, ສະຖຽນລະພາບ, ພັດທະນາປະເທດ ແລະປົກປັກຮັກສາປະເທດຊາດ, ປັບປຸງຍົກສູງຖານະຕຳແໜ່ງແລະຊື່ສຽງສາກົນຊອງປະເທດ. ຜົນສຳເລັດດັ່ງກ່າວ ມີຄວາມໝາຍສຳຄັນຫຼາຍໃນຫຼາຍດ້ານ ໃນສະພາບການທີ່ປະເທດເຮົາພະຍາຍາມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໃນສະພາບແວດລ້ອມສາກົນ ທີ່ມີການຜັນແປຢ່າງໃຫຍ່ຫຼວງ ແລະ ບໍ່ເຄີຍມີມາກ່ອນຄືທຸກວັນນີ້.

ເສີມສ້າງບົດຮຽນ​ກ່ຽວ​ກັບ​ການ​ຕ່າງປະ​ເທດ​ແລະການ​ທູດໃຫ້ອຸດົມສົມບູນແລະເລິກເຊິ່ງ

ກິດຈະກຳການຕ່າງປະເທດແລະການທູດໃນເກືອບສາມປີທີ່ຜ່າ​ນ ໄດ້​ເສີມ​ຂະຫຍາຍ​ບັນດາ​ບົດຮຽນ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ວິວັດ​ການ​ປ່ຽນແປງໃໝ່.

ທີໜຶ່ງ, ໃຫ້ປະຕິບັດຕາມມະຕິແລະແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ຍາມ​ໃດ​ກໍ່​ຕັ້ງໝັ້ນ​ແລະກ້າຫານເມື່ອປະເຊີນກັບສະຖານະ​ການ​ທີ່​ສັບສົນ ​ແລະ ການ​ພັດທະນາໃນ​ສະພາບ​ການ​ສາກົນ, ເປັນເຈົ້າການໃນການກຳສະພາບການ, ຄາດ​ຄະ​ເນ​ສະພາບ​ການ​ຢ່າງ​ໃກ້​ຊິດ ​ແລະ ຖືກຕ້ອງ, “ຮູ້ຈັກ​ຕົນ​ເອງ, ຮູ້​ຜູ້​ອື່ນ”, ຮູ້ກາລະເວລາ, ຮູ້ສະຖານະການ ເພື່ອມີຄວາມຍືດຍຸ່ນຮູ້ຄວາມເດັດດ່ຽວ, ຮູ້ຄວາມນຸ່ມນວນ”, “ຮູ້ບຸກ, ຮູ້ຖອຍ”, ຮັບປະກັນຜົນປະໂຫຍດສູງສຸດຊອງຊາດ-ປະເທດຊາດ ບົນພື້ນຖານບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ສະເໝີພາບ ການຮ່ວມມື ແລະ ຜົນປະໂຫຍດຮ່ວມກັນ.

ທີສອງ, ​ເສີມ​ຂະຫຍາຍ​ທ່າ​ແລະພະລັງ​ໃໝ່​ຂອງ​ປະ​ເທດ, ເອກະລັກຂອງການທູບແບບໄມ້ໄຜ່ຫວຽດນາມ ບົນພື້ນຖານແນວຄິດການທູດຂອງໂຮ່ຈີມິນ ແລະ ມູນເຊື້ອ, ເອກະລັກທາງການທູດ ແລະວັດທະນະທຳຂອງຊາດ. ຕໍ່ໜ້າຄວາມຜັນຜວນທີ່ສັບສົນໃນສະຖານະການສາກົນ, ການທູດ ໄມ້ໄຜ່ຫວຽດນາມ” ຍັງຄົງຮັກສາຄວາມໝັ້ນຄົງ ແລະ ເຕີບໂຕຂຶ້ນດ້ວຍ ຮາກເຫງົ້າອັນໜັກແໜ້ນຄືການຍຶດໝັ້ນໃນເອກະລາດ, ຄວາມເປັນເຈົ້າຕົນເອງ, ການພົວພັນຫຼາຍຝ່າຍ, ຄວາມຫຼາກຫຼາຍ, ການເຊີດຊູບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດ; ພ້ອມກັນນັ້ນ ກໍມີຄວາມປະດິດສ້າງ, ໄຫວພິບ, ຄ່ອງຕົວໃນຍຸດໂທບາຍ ແລະປະພຶດຕົນຕາມທິດນຳເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ”.

ທີສາມ, ສົມທົບຢ່າງແໜ້ນແຟ້ນ ກົມກຽວລະຫວ່າງການຕ່າງປະເທດຂອງພັກ ການທູດຂອງລັດ ແລະການຕ່າງປະເທດປະຊາຊົນ; ລະຫວ່າງການຕ່າງປະເທດ ການທູດ ແລະການປ້ອງກັນປະເທດ, ການປ້ອງກັນຄວາມໝັ້ນຄົງ ເສດຖະກິດ ວັດທະນະທຳ-ສັງຄົມ; ລະຫວ່າງການຕ່າງປະເທດ ແລະກິດຈະກຳໃນປະເທດ; ລະຫວ່າງການທູດດ້ານການເມືອງ ການທູດເສດຖະກິດ ການທູດວັດທະນະທຳ ແລະ ບັນດາເຫຼົ່າທັບການຕ່າງປະເທດ; ລະຫວ່າງທະວິພາຄີ ແລະພະຫຸພາຄີ; ຜ່ານນັ້ນ, ໄດ້ເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການທູດຫວຽດນາມ.

ທີສີ່, ປັບປຸງຍົກສູງຄວາມສາມາດໃນການຄົ້ນຄວ້າ ຄາດຄະເນ ແລະການໃຫ້ຄຳປຶກສາດ້ານການຕ່າງປະເທດຢ່າງບໍ່ຢຸດຢັ້ງ; ຮູ້ວິທີສ້າງ ຄົ້ນພົບ ແລະຕັດສິນໃຈສູງ ໃນການໃຊ້ປະໂຫຍດຈາກໂອກາດແລະກາລະໂອກາດ, “ປ່ຽນຄວາມສ່ຽງເປັນໂອກາດ”, ກ້າຊອກຫາແລະປະຕິບັດວິທີໃໝ່, ທິດທາງໃໝ່, ຂະຫຍາຍໄປສູ່ຂົງເຂດໃໝ່ ບົນພື້ນຖານຂອງການຍຶດໝັ້ນໃນຫຼັກການແລະເປົ້າໝາຍຍຸດທະສາດ.

ທີຫ້າ, ໃຫ້ຄວາມສຳຄັນເປັນພິເສດກັບການກໍ່ສ້າງແລະປັບປຸງພັກຢ່າງຮອບດ້ານທາງດ້ານການເມືອງ ແນວຄິດ ຄຸນສົມບັດສິນທຳ ການຈັດຕັ້ງແລະພະນັກງານ ໃນຂະແໜງການທູດ; ຜັນຂະຫຍາຍຢ່າງຄົບຊຸດບັນດາໜ້າທີ່ການຕ່າງປະເທດ ແລະໜ້າທີ່ກໍ່ສ້າງລະບົບການທູດທີ່ຮອບດ້ານແລະທັນສະໄໝ.

ເພື່ອປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຢ່າງ​ສຳ​ເລັດ
​​ຕາມຈິດໃຈຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ
XIII ຂອງ​ພັກ

ສະຖານະການສາກົນໃນເວລາທີ່ຈະມາເຖິງຈະສືບຕໍ່ຜັນຜວນຢ່າງສັບສົນ, ສົ່ງຜົນກະທົບຫຼາຍດ້ານເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດ, ໂອກາດທີ່ປະປົນກັບຄວາມທ້າທາຍ. ຢູ່ໃນປະເທດ, ພັກ ປະຊາຊົນ ແລະ ກອງທັບເຮົາທັງໝົດ ສືບຕໍ່ພະຍາຍາມດ້ວຍຄວາມຕັດສິນໃຈສູງ ເພື່ອບັນລຸເປົ້າໝາຍການພັດທະນາເຖິງປີ 2025 ແລະປີ 2030 ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

ຕໍ່​ໜ້າ​​ຄວາມ​ຮຽກຮ້ອງ​ຕ້ອງການ​ປະຕິບັດ​ໜ້າ​ທີ່​ໃນ​ໄລຍະ​ໃໝ່ຂອງການພັດທະນາປະ​ເທດ, ຂະແໜງການທູດສືບຕໍ່ປ່ຽນແປງໃໝ່ຈິນຕະນາການແລະການກະທຳຢ່າງແຂງແຮງ ໂດຍຖືເອົາການຮັບໃຊ້ພັກ ປະເທດຊາດ ແລະຮັບໃຊ້ປະຊາຊົນ ເປັນພະລັງຂັບເຄື່ອນການພັດທະນາ, ປະຕິບັດບັນດາໜ້າທີ່ການຕ່າງປະເທດ ແລະການສ້າງ ພັດທະນາຂະແໜງການທູດຢ່ງຄົບຊຸດ ປະດິດສາງ ແລະມີປະສິດທິພາບ. ຈຸດໜັກໃຈກາງແມ່ນ ສືບຕໍ່ຜັນຂະຫຍາຍແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຜ່ານໂຄງການ ແຜນການ ແຜນງານ ແລະ ມາດຕະການດຳເນີນງານທີ່ສະເພາະເຈາະຈົງ, ປະຕິບັດ​ການ​ຄົ້ນ​ຄ້ວາ​ແລະຄາດ​ຄະ​ເນ​ຍຸດ​ທະ​ສາດ​ເປັນ​ຢ່າງ​ດີ, ​ຕີ​ລາຄາ​ສະພາບ​ການ​ຢ່າງ​ຖືກຕ້ອງ, ​ແກ້​ໄຂ​ບັນຫາ​ການ​ຕ່າງປະ​ເທດ​ຢ່າງ​ເໝາະ​ສົມ​ ແລະທັນ​ການ ​ເພື່ອ​ສືບ​ຕໍ່​ປັບປຸງ​ສະຖານະ​ການ​ນະ​ໂຍບາຍ​ການ​ຕ່າງປະ​ເທດໃຫ້ເຂັ້ມແຂງ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ປະຕິບັດເປົ້າ​ໝາຍ​ການ​ພັດທະນາ​ຂອງ​ປະ​ເທດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງຕັ້ງແຕ່ຕົ້ນແລະຈາກ​ໄລຍະ​ໄກ ໃນສາຍ​ພົວ​ພັນອັນໃກ້ຊິດ​ກັບ​ພາລະກິດການຮັກສາ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ສັນ​ຕິ​ພາບ ແລະສະ​ຖຽນ​ລະ​ພາບ. ຂະແໜງການທູດປະສານງານຢ່າງໃກ້ຊິດກັບການຕ່າງປະເທດຂອງພັກ, ການຕ່າງປະເທດຂອງປະຊາຊົນ, ບັນດາເຫຼົ່າທັບການຕ່າງປະເທດ, ການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ ໃນການເສີມຂະຫຍາຍ​ບົດບາດ​ບຸກ​ເບີກຂອງ​ການ​ຕ່າງປະ​ເທດ, ​ເຮັດ​ໃຫ້​ວຽກ​ງານ​ການ​ຕ່າງປະ​ເທດ​ກາຍ​ເປັນພະລັງຂັບເຄື່ອນສຳຄັນ ໃນ​ການ​ພັດທະນາ​​ປະ​ເທດ​ຢ່າງ​ວ່ອງ​ໄວ ​ແລະຍືນ​ຍົງ.

ເພື່ອປະຕິບັດບັນດາໜ້າທີ່​ການ​ຕ່າງປະ​ເທດ​ຢ່າງ​ສຳ​ເລັດ, ສິ່ງສຳຄັນທີ່ສຸດ​ໜຶ່ງ​ແມ່ນການ​ສ້າງ​ການ​ທູດ​ຫວຽດ​ນາມທີ່​ເຂັ້ມ​ແຂງ ຮອບ​ດ້ານ ແລະ ທັນ​ສະ​ໄໝ. ຄຽງຄູ່ກັບການຜັນຂະຫຍາຍ​ບັນດາ​ມາດ​ຕະການ​ທີ່ຮອບດ້ານ​ແລະຄົບຊຸດ​ ກ່ຽວ​ກັບການຈັດ​ຕັ້ງໂຄງປະກອບອົງການ, ພະນັກງານ, ສິ່ງ​ອຳນວຍ​ຄວາມ​ສະດວກ, ວິທີ​ການ​ດຳ​ເນີນ​ງານ,... ຂະແໜງການທູດສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ມະຕິ ​ແລະ ຂໍ້​ສະ​ຫຼຸບ​ຂອງ​ສູນ​ກາງພັກ ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ແລະປັບປຸງ​ພັກ; ​ເດັດດ່ຽວ​ສະກັດ​ກັ້ນ​ແລະຍູ້ຖອຍ ຄວາມເສື່ອມໂຊມ​ທາງ​ດ້ານ​ອຸດົມ​ການ​ການ​ເມືອງ, ຄຸມສົມບັດສິນທຳ, ວິຖີ​ຊີວິດ, “​ການປ່ຽນແປງ​ຕົນ​ເອງ,ການ​ຫັນປ່ຽນ​ຕົນ​ເອງຢູ່​ພາຍ​ໃນ. ເສີມສ້າງແລະປັບປຸງຍົກສູງຄວາມສາມາດຂອງອົງການຈັດຕັ້ງໃຫ້ມີຄວາມຄ່ອງຕົວ ມີປະສິດທິພາບ ແລະປະສິດທິຜົນ, ຄຽງຄູ່ກັບການປ່ຽນແປງໃໝ່ຈິນຕະນາການບໍລິຫານຄຸ້ມຄອງ, ວິທີການ ແລະແບບແຜນເຮັດວຽກທີ່ເປັນມືອາຊີບ ແລະທັນສະໄໝ. ບັນຫາ​ສຳຄັນ​ແມ່ນ​ ຕ້ອງ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບພະນັກງານ​ການ​ທູດ​ຢ່າງຮອບດ້ານ ​ໃນ​ດ້ານ​ການ​ເມືອງ, ແນວຄິດ, ຄຸນສົມບັດສິນທຳ, ຄວາມ​ກ້າຫານ ​ແລະ ມີ​ສະຕິ​ປັນຍາ, ມີຄວາມຄິດປ່ຽນແປງໃໝ່, ມີ​ຫົວຄິດ​ປະດິດ​ສ້າງ ແລະເປັນມືອາຊີບ ຄ່ອຍໆກ້າວໄປ​ສູ່​ລະດັບ​ພາກ​ພື້ນ​ ແລະລະດັບ​ໂລກ. ຄຽງຄູ່ກັນນັ້ນ, ກົນໄກ ນະໂຍບາຍ ກົດໝາຍກ່ຽວກັບການຕ່າງປະເທດແລະການທູດ ຈຳເປັນຕ້ອງໄດ້ຮັບການປ່ຽນແປງໃໝ່ແລະປັບປຸງຕໍ່ໄປ ເພື່ອຕອບສະໜອງຄວາມຕ້ອງການໃນການຜັນຂະຫຍາຍບັນດາໜ້າທີ່ການຕ່າງປະເທດ ແລະພັດທະນາການທູດຫວຽດນາມໃນອະນາຄົດ. ກຳແໜ້ນແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພາຍໃຕ້ການນຳພາຂອງພັກ, ໝູນໃຊ້ຢ່າງປະດິດສ້າງແນວຄິດການທູດໂຮ່ຈີມິນ, ເອກະລັກຂອງ ການທູດແບບໄມ້ໄຜ່ຫວຽດນາມ ແລະມູນເຊື້ອການທູດຂອງປະເທດຊາດ, ເສີມຂະຫຍາຍຜົນສຳເລັດທີ່ໄດ້ຮັບໃນພາລະກິດການປ່ຽນແປງໃໝ່ ລວມທັງຜົນສຳເລັດທີ່ໄດ້ຮັບໃນເວລາແຕ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກມາເຖິງປະຈຸບັນ, ຂະແໜງການທູດຫວຽດນາມໄດ້ສືບຕໍ່ປະກອບສ່ວນທີ່ສົມກຽດ ເຂົ້າໃນການຈັດ​ຕັ້ງ​ປະຕິບັດ​ມະຕິ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃຫ້​ສຳ​ເລັດ​ຜົນ ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ.

--------------------------

(1) ຂໍ້ຄວາມເຕັມຂອງບົດປາໄສຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນກອງປະຊຸມລັດຖະບານຮ່ວມກັບທ້ອງຖິ່ນ, ໜັງ​ສື​ພິມ​ເອ​ເລັກ​ໂຕຣ​ນິກ​​ຂອງ​ລັດ​ຖະ​ບານ​, ອອກວັນທີ 3 ມັງກອນ 2023, https://baochinhphu.vn/toan-van-phat-bieu-cua-tong-bi-thu-nguyen-phu-trong-tai-hoi-nghi-chinh-phu-voi-cac-dia-phuong-102230103163547745.htm

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1024 (ເດືອນຕຸລາ 2023)