ສືບຕໍ່ປ່ຽນແປງໃໝ່ແລະຍົກສູງປະສິດທິຜົນ ການເຄື່ອນໄຫວ
ຂອງລັດວິສາຫະກິດ, ສົມກຽດກັບການເປັນແກ່ນສານ
ຂອງເສດຖະກິດແຫ່ງລັດ, ເປັນຜູ້ນຳພາແລະ ສ້າງກຳລັງໜູນ
ໃນການກໍ່ສ້າງພື້ນຖານເສດຖະກິດຫວຽດນາມ ທີ່ເປັນເອກະລາດ,
ເປັນເຈົ້າຕົນເອງ ແລະ ຕິດພັນກັບການເຊື່ອມໂຍງສາກົນ
ຂອງລັດວິສາຫະກິດ, ສົມກຽດກັບການເປັນແກ່ນສານ
ຂອງເສດຖະກິດແຫ່ງລັດ, ເປັນຜູ້ນຳພາແລະ ສ້າງກຳລັງໜູນ
ໃນການກໍ່ສ້າງພື້ນຖານເສດຖະກິດຫວຽດນາມ ທີ່ເປັນເອກະລາດ,
ເປັນເຈົ້າຕົນເອງ ແລະ ຕິດພັນກັບການເຊື່ອມໂຍງສາກົນ
ທ່ານ ຟ້າມ ມິງຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຢ້ຽມຊົມຮູບຈຳລອງການຂຸດຄົ້ນນ້ຳມັນ ຂອງກຸ່ມນ້ຳມັນອາຍແກັສແຫ່ງຊາດຫວຽດນາມ _ພາບ: TTXVN
ບົດບາດຂອງລັດວິສາຫະກິດໃນການກໍ່ສ້າງ ພື້ນຖານເສດຖະກິດຫວຽດນາມ
ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ຕິດພັນກັບການເຊື່ອມໂຍງສາກົນ
ໃນສະພາບການໂລກາພິວັດ ແລະ ສະຖານະການໂລກມີການຜັນຜວນຫຼາຍຢ່າງ ທີ່ຄາດບໍ່ໄດ້ຄືໃນປັດຈຸບັນ, ເພື່ອຢືນຢັນຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມເປັນເຈົ້າຕົນເອງຂອງຊາດ, ຮຽກຮ້ອງໃຫ້ຫວຽດນາມຕ້ອງກະກຽມຊັບພະຍາກອນພາຍໃນ ໃຫ້ແກ່ການເປັນເຈົ້າຕົນເອງໃນຫຼາຍດ້ານ, ໃນນັ້ນມີ ການຮັບປະກັນຄວາມເປັນເອກະລາດແລະເປັນເຈົ້າຕົນເອງທາງດ້ານເສດຖະກິດ. ນັ້ນແມ່ນພື້ນຖານເສດຖະກິດທີ່ສາມາດປັບຕົວໄດ້ສູງ ຕໍ່ການຜັນແປຂອງສະຖານະການສາກົນ, ມີຄວາມສ່ຽງໜ້ອຍ ຕໍ່ການຜັນແປທາງລົບ ແລະ ຮັບປະກັນການເຄື່ອນໄຫວເປັນປົກກະຕິ ເພື່ອພັດທະນາເສດຖະກິດແລະສັງຄົມ ແລະ ຮັບໃຊ້ໜ້າທີ່ປ້ອງກັນປະເທດ - ປ້ອງກັນຄວາມໝັ້ນຄົງຂອງຊາດຢ່າງໄດ້ການໄດ້ງານ.
ເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ຊີ້ແຈ້ງ: “ຮັກສາຄວາມເປັນເອກະລາດແລະເປັນເຈົ້າຕົນເອງ ໃນການກຳນົດແຜນນະໂຍບາຍ ແນວທາງ ຍຸດທະສາດການພັດທະນາປະເທດ. ພັດທະນາວິສາຫະກິດຫວຽດນາມໃຫ້ເຂັ້ມແຂງ ກາຍເປັນແກ່ນສານຂອງເສດຖະກິດຂອງປະເທດ; ຮັກສາບັນດາຄວາມສົມດຸນທີ່ສຳຄັນ, ເນັ້ນການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ; ເສີມສ້າງທ່າແຮງດ້ານເສດຖະກິດແຫ່ງຊາດຢ່າງບໍ່ຢຸດຢັ້ງ”(1). ດັ່ງນັ້ນ, ທີ່ກອງປະຊຸມໃຫຍ່ຄັ້ງທີ 13, ການກໍ່ສ້າງພື້ນຖານເສດຖະກິດຫວຽດນາມທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ໄດ້ຮັບການເນັ້ນໜັກຢ່າງເປັນທາງການວ່າ ເປັນພາລະກິດສຳຄັນ ເພື່ອປະຕິບັດຄວາມມຸ່ງມາດປາຖະໜາພັດທະນາຂອງຫວຽດນາມ ໃນສະພາບການໃໝ່, ໃນນັ້ນ ການຮັບປະກັນບັນດາຄວາມສົມດຸນທີ່ສຳຄັນ ກາຍເປັນໜຶ່ງໃນບັນດາມາດຕະການ ເພື່ອຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ຂອງພື້ນຖານເສດຖະກິດ. ເມື່ອບັນດາຄວາມສົມດຸນທີ່ສຳຄັນບໍ່ໄດ້ຮັບປະກັນ, ຄວາມສ່ຽງຈາກການເພິ່ງພາອາໄສ ຫຼືໄດ້ຮັບຜົນກະທົບຈາກປັດໄຈພາຍນອກ ທີ່ສາມາດເຮັດໃຫ້ເກີດຜົນສະທ້ອນທີ່ບໍ່ສາມາດຄາດເດົາໄດ້. ການຖືເອົາບັນດາຄວາມສົມດຸ່ນທີ່ສໍາຄັນ ແມ່ນເນື້ອໃນຂອງມາດຕະການກໍ່ສ້າງພື້ນຖານເສດຖະກິດ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງນັ້ນ ໄດ້ສະແດງໃຫ້ເຫັນເຖິງ ການພັດທະນາຄວາມຮູ້ທາງດ້ານທິດສະດີ ຂອງພັກເຮົາ ໃນເອກະສານຂອງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 13 ເມື່ອທຽບໃສ່ກອງປະຊຸມໃຫຍ່ຄັ້ງກ່ອນໆ.
ເພື່ອໃຫ້ມີພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງໄດ້ຕາມແຜນນະໂຍບາຍຂອງພັກ, ໜຶ່ງໃນບັນດາໜ້າທີ່ທີ່ມີລັກສະນະບຸກທະລຸທີ່ສຳຄັນອັນດັບໜຶ່ງ ແມ່ນ ຕ້ອງແກ້ບັນດາ “ຈຸດອຸດຕັນ” ຢ່າງໄວວາ ເພື່ອຊ່ວຍໃຫ້ວິສາຫະກິດຫວຽດນາມ ສາມາດຂະຫຍາຍຕົວກ້າວກະໂດດ, ເຕີບໃຫຍ່ແຂັ້ມແຂງ ແລະ ກາຍເປັນແກ່ນສານຂອງພື້ນຖານເສດຖະກິດ. ໃນນັ້ນ, ລັດວິສາຫະກິມີພາລະກຳ, ທີ່ຕັ້ງ ແລະ ບົດບາດສຳຄັນ, ນຳພາ, ສ້າງກຳລັງໜູນ, ປູທາງ, ຊີ້ນຳ, ດຶງດູດ ແລະ ຊຸກຍູ້ ບັນດາວິສາຫະກິດຂອງພາກສ່ວນເສດຖະກິດອື່ນ ໃຫ້ພັດທະນາຮ່ວມກັນ; ສົ່ງເສີມການເຊື່ອມໂຍງລະບົບຕ່ອງໂສ້ມູນຄ່າເພີ່ມ; ປະຕິບັດບັນດານະໂຍບາຍພັດທະນາເສດຖະກິດ, ຄວາມປອດໄພທາງສັງຄົມ, ລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ຮັກສາແລະພັດທະນາ ຊັບພະຍາກອນທີ່ສຳຄັນຂອງປະເທດໂດຍກົງ; ຖືຕໍາແໜ່ງຊີ້ຂາດໃນຫຼາຍຂະແໜງການ, ຂົງເຂດທີ່ສໍາຄັນ ຂອງພື້ນຖານເສດຖະກິດ. ລັດວິສາຫະກິດຕ້ອງຮັບປະກັນບັນດາຄວາມສົມດຸນທີ່ສຳຄັນ ຂອງພື້ນຖານເສດຖະກິດ ເຊັ່ນ: ໄຟຟ້າ, ຖ່ານຫີນ, ສານເຄມີພື້ນຖານ, ແອັດຊັງ, ນ້ຳມັນ, ອາຍແກັສ, ໂຄງສ້າງພື້ນຖານການບິນ, ທາງລົດໄຟ, ຖະໜົນ. ພ້ອມກັນນັ້ນ, ລັດວິສາຫະກິດຕ້ອງນຳໜ້າໃນການຊ່ວຍໜູນ ແລະ ຍົກສູງແຮງແຂ່ງຂັນ ຂອງພື້ນຖານເສດຖະກິດ ແລະ ຂອງພາກທຸລະກິດຫວຽດນາມເວົ້າລວມ. ລັດວິສາຫະກິດໃນສະພາບການໃໝ່, ກ່ອນອື່ນໝົດ, ຕ້ອງກ້າວຢ່າງໄວເຂົ້າສູ່ບັນດາຂະແໜງເຕັກໂນໂລຊີສູງ, ບັນດາຂະແໜງການທີ່ມີຄວາມສາມາດນຳພາ ແລະ ປ່ຽນແປງໂຄງປະກອບເສດຖະກິດ ຕາມທິດຫັນເປັນອຸດສາຫະກຳ ຫັນເປັນທັນສະໄໝ ເຊັ່ນ: ໂຄງສ້າງພື້ນຖານດິຈິຕອນ, ກົນຈັກແມ່ນຍຳທີ່ທັນສະໄໝ, ການຜະລິດ ປະດິດເຄື່ອງຈັກ, ສ່ວນປະກອບ ແລະ ອຸປະກອນທີ່ສົມບູນສໍາລັບອຸດສາຫະກໍາການຜະລິດ; ເຕັກໂນໂລຊີແຫຼ່ງ, ວັດສະດຸໃໝ່, ພະລັງງານໃໝ່, ບັນດາຂະແໜງອຸປະກອນການບິນອະວະກາດ, ການເດີນທະເລ, ອຸປະກອນອັດສະລິຍະ ແລະອືນໆ.
ຄຽງຄູ່ກັບຂະບວນວິວັດການປ່ຽນແປງໃໝ່ຈິນຕະນາການ, ການພັດທະນາຂອງພື້ນຖານເສດຖະກິດ, ຂອງວິສາຫະກິດຂຶ້ນກັບບັນດາພາກສ່ວນເສດຖະກິດທີ່ແຕກຕ່າງກັນ ໃນຂະບວານການເຊື່ອມໂຍງສາກົນ, ໃນແຕ່ລະໄລຍາທີ່ແນ່ນອນ, ທັດສະນະຂອງພັກກ່ຽວກັບທີ່ຕັ້ງ ແລະ ບົດບາດ ຂອງລັດວິສາຫະກິດໃນພື້ນຖານເສດຖະກິດ ໄດ້ສົມບູນຂຶ້ນເລື້ອຍໆ.
ຕັ້ງແຕ່ກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກ, ພັກໄດ້ຢືນຢັນວ່າ ເສດຖະກິດລັດວິສາຫະກິດ “ມີບົດບາດນຳພາ, ແຊກຄຸມບັນດາພາກສ່ວນເສດຖະກິດອື່ນ... ເປັນເຈົ້າການໃນການເປີດກວ້າງ ການເຊື່ອມໂຍງກັບບັນດພາກສ່ວເສດຖະກິດອື່ນ, ພາບັນດາພາກສ່ວນເສດຖະກິດນັ້ນ ເຂົ້າສູ່ວິຖີໂຄຈອນ ຂອງລັດທິສັງຄົມນິຍົມ”(2). ທັດສະນະນີ້ ໄດ້ຮັບການຢືນຢັນຕໍ່ໄປ ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກ ວ່າ: ເສດຖະກິດລັດວິສາຫະກິດກຳບັນດາຂົງເຂດ ແລະ ບັນດາຂະແໜງການຫຼັກ ເພື່ອເສີມຂະຫຍາຍບົດບາດເປັນເຈົ້ານຳພາ ໃນພື້ນຖານເສດຖະກິດ. ເຖິງກອງປະຊຸມໃຫຍ່ຄັ້ງທີ 8, ບົນພື້ນຖານຜົນການສະຫຼຸບສັງລວມທິດສະດີ ແລະ ພຶດຕິກຳຂະບວນການປ່ຽນແປງໃໝ່, ຄໍາວ່າ “ເສດຖະກິດຂອງລັດ” ຖືກນຳມາໃຊ້ເພື່ອແທນທີ່ແນວຄວາມຄິດ “ເສດຖະກິດລັດວິສາຫະກິດ” ດ້ວຍຄວາມໝາຍໃໝ່. ກ່ຽວກັບທີ່ຕັ້ງ, ເສດຖະກິດຂອງລັດຖືກພັກຂອງພວກເຮົາຢືນຢັນຢ່າງສະເໝີຕົ້ນສະເໝີປາຍວ່າ “ມີບົດບາດເປັນເຈົ້ານຳພາ”.
ບົນພື້ນຖານສະຫຼຸບສັງລວມພຶດຕິກຳການເຄື່ອນໄຫວຂອງລັດວິສາຫະກິດ, ມະຕິກອງປະຊຸມຄັ້ງທີສາມ ຄະນະບໍລິຫານງານສູນກາງພັກສະໄໝທີ 9, “ວ່າດ້ວຍການສືບຕໍ່ຈັດວາງສັບຊ້ອນ, ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນ ຂອງລັດວິສາຫະກິດ” ໄດ້ຊີ້ແຈ້ງບົດບາດຂອງລັດວິສາຫະກິດ: “ມີທີ່ຕັ້ງສຳຄັນໃນພື້ນຖານເສດຖະກິດ, ເປັນເຄື່ອງມືວັດຖຸທີ່ສຳຄັນ ເພື່ອໃຫ້ລັດກຳນົດທິດແລະດັດສົມມະຫາພາກ, ເປັນກຳລັງຫຼັກແຫຼ່ງ, ປະກອບສ່ວນສຳຄັນ ເພື່ອໃຫ້ເສດຖະກິດຂອງລັດປະຕິບັດບົດບາດເປັນເຈົ້ານຳພາ ໃນພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ, ເປັນກຳລັງຫຼວງ ໃນການເຊື່ອມໂຍງເສດຖະກິດສາກົນ”(3).
ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກມີການດັດປັບບາງຢ່າງ ກ່ຽວກັບທີ່ຕັ້ງຂອງລັດວິສາຫະກິດ: “ຍົກເລີກການຜູກຂາດ ແລະ ສິດທິພິເສດດ້ານການຜະລິດ ແລະ ທຸລະກິດຂອງລັດວິສາຫະກິດ... ຕົ້ນຕໍແມ່ນ ສຸມໃສ່ບາງຂົງເຂດການກໍ່ສ້າງພື້ນຖານໂຄງລ່າງ, ຜະລິດພາຫະນະການຜະລິດ ແລະ ການບໍລິການທີ່ສຳຄັນ ຂອງພື້ນຖານເສດຖະກິດ, ເຂົ້າໃນຂົງເຂດສາທາລະນະປະໂຫຍດຈຳນວນໜຶ່ງ”(4). ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກສືບຕໍ່ໃຊ້ແຜນນະໂຍບາຍນີ້.
ທີ່ກອງປະຊຸມໃຫຍ່ຄັ້ງທີ 12, ພັກສືບຕໍ່ເນັ້ນໜັກ ແລະ ຊີ້ແຈງບົດບາດຂອງລັດວິສາຫະກິດ, ສຸມໃສ່ບັນດາຂົງເຂດສຳຄັນແລະຈຳເປັນ; ບັນດາພື້ນທີສຳຄັນ ແລະ ການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ; ບັນດາຂົງເຂດທີ່ວິສາຫະກິດຂຶ້ນກັບພາກສ່ວນເສດຖະກິດອື່ນ ບໍ່ລົງທຶນ. ມະຕິສະບັບເລກທີ 12-NQ/TW, ລັງວັນທີ 3 ມິຖຸນາ 2017, ຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 12, “ວ່າດ້ວຍການສືບຕໍ່ປັບໂຄງສ້າງຄືນໃໝ່, ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນຂອງລັດວິສາຫະກິດ”, ໄດ້ຫັນທັດສະນະຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກເປັນອັນລະອຽດ, ເຮັດໃຫ້ບົດບາດຂອງລັດວິສາຫະກິດເດັ່ນຊັດກວ່າອີກ: “ລັດວິສາຫະກິດມີທີ່ຕັ້ງສຳຄັນ ແລະ ເປັນກຳລັງວັດຖຸທີ່ສຳຄັນ ຂອງເສດຖະກິດແຫ່ງລັດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ແລະ ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ; ລັດວິສາຫະກິດປະຕິບັດບົດບາດນຳໜ້າພາທາງໃນການພັດທະນາວິສາຫະກິດທີ່ຂຶ້ນກັບພາກສ່ວນເສດຖະກິດອື່ນ, ຮັບປະກັນໃຫ້ວິສາຫະກິດຫວຽດນາມກາຍເປັນກຳລັງຫຼັກແຫຼ່ງທີ່ແທ້ຈິງ ໃນການພັດທະນາເສດຖະກິດ-ສັງຄົມ, ປະຕິບັດການຫັນເປັນອຸດສາຫະກຳ ຫັນເປັນທັນສະໄໝ, ກໍ່ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ໃນສະພາບການໂລກາພິວັດ ແລະ ການເຊື່ອມໂຍງສາກົນ”(5).
ສືບທອດບັນດາທັດສະນະທີ່ກ່າວມາຂ້າງເມິງ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກສືບຕໍ່ເນັ້ນໜັກ: “ເສດຖະກິດຂອງລັດແມ່ນເຄື່ອງມື, ກຳລັງວັດຖຸທີ່ສຳຄັນ ເພື່ອໃຫ້ລັດຮັກສາສະຖຽນລະພາບເສດຖະກິດມະຫາພາກ, ກຳນົດທິດທາງ, ດັດສົມ, ນຳພາ ແລະ ຊຸກຍູ້ການພັດທະນາເສດຖະກິດແລະສັງຄົມ, ແກ້ໄຂຂໍ້ບົກຜ່ອງຂອງກົນໄກຕະຫຼາດ... ລັດວິສາຫະກິດສຸມໃສ່ບັນດາຂົງເຂດຫຼັກ, ບັນດາພື້ນທີ່ທີ່ສຳຄັນ, ການປ້ອງກັນປະເທດ ແລະຄວາມໝັ້ນຄົງ; ເຄື່ອນໄຫວຕາມກົນໄກຕະຫຼາດ, ການຄຸ້ມຄອງທີ່ທັນສະໄໝ ຕາມມາດຕະຖານສາກົນ; ຖືເອົາປະສິດທິຜົນທາງເສດຖະກິດເປັນເກນຫຼັກໃນການປະເມີນ, ແຂ່ງຂັນຢ່າງສະເໝີພາບກັບບັນດາວິສາຫະກິດຂອງພາກສ່ວນເສດຖະກິດອື່ນ”(6).
ລັດຖະບານໄດ້ຫັນແຜນນະໂຍບາຍ ທັດສະນະຂອງພັກເປັນນິຕິກຳ ແລະ ໄດ້ປະກາດໃຊ້ນະໂຍບາຍຫຼາຍສະບັບ ກ່ຽວກັບການປ່ຽນແປງໃໝ່, ການສັບຊ້ອນ ແລະ ພັດທະນາລັດວິສາຫະກິດ. ຕາມນັ້ນ, ຂະບວນການປ່ຽນແປງໃໝ່ ແລະ ສັບຊ້ອນລັດວິສາຫະກິດ ຈຶ່ງໄດ້ດຳເນີນການມາຕັ້ງແຕ່ຕົ້ນທົດສະວັດທີ 90 ຂອງສະຕະວັດທີ 20.
ພາບລວມການເຄື່ອນໄຫວຂອງລັດວິສາຫະກິດ ໃນປະຈຸບັນ
ພາຍໃຕ້ການນຳພາຂອງພັກ, ການຊີ້ນຳຢ່າງໃກ້ຊິດຂອງລັດຖະບານ, ພ້ອມກັບຄວາມພະຍາຍາມຂອງລັດວິສາຫະກິດ, ການຫັນເປັນຫຸ້ນສ່ວນ, ຈັດວາງສັບຊ້ອນ, ປ່ຽນແປງໃໝ່, ຍົກສູງປະສິດທິຜົນ ຂອງລັກວິສາຫະກິດໃນປະຈຸບັນ ໄດ້ຮັບຜົນທາງບວກບາງຢ່າງທີ່ສຳຄັນ ດັງຕໍ່ໄປນີ້:
ທີໜຶ່ງ, ຈຳນວນລັດວິສາຫະກິດຄ່ອຍໆເຂົ້າໃກ້ຄວາມສົມເຫດສົມຜົນກັບຄວາມຕ້ອງການພັດທະນາ ຂອງພື້ນຖານເສດຖະກິດ.
ມາຮອດວັນທີ 31 ທັນວາ 2020, ໃນທົ່ວປະເທດມີວິສາຫະກິດ 646 ແຫ່ງທີ່ລັດຖືຫຸ້ນຫຼາຍກວ່າ 50% ຂອງທຶນຈົດທະບຽນ ລວມມີ: ວິສາຫະກິດ 459 ແຫ່ງທີ່ລັດຖືທຶນຈົດທະບຽນ 100%, ໃນນັ້ນມີກຸ່ມເສດຖະກິດ 6 ກຸ່ມ, ສະຫະບໍລິສັດ 52 ແຫ່ງ, ບໍລິສັດຈຳກັດແບບສະມາຊິກດຽວ 15 ບໍລິສັດທີ່ດໍາເນີນທຸລະກິດຕາມຮູບແບບຂອງບໍລິສັດແມ່ - ບໍລິສັດຍ່ອຍ ແລະ ບໍລິສັດຈຳກັດແບບສະມາຊິກດຽວເອກະລາດ 386 ແຫ່ງ; ວິສາຫະກິດ 187 ແຫ່ງທີ່ລັດຖືຫຸ້ນຫຼາຍກວ່າ 50% ຂອງທຶນຈົດທະບຽນ ລວມມີ ກຸ່ມເສດຖະກິດ 3 ແຫ່ງ, ສະຫະບໍລິສັດ 15 ແຫ່ງ, ບໍລິສັດຫຸ້ນສ່ວນ 2 ແຫ່ງທີ່ເຄື່ອນໄຫວຕາມຮູບແບບຂອງບໍລິສັດແມ່ - ບໍລິສັດຍ່ອຍ ແລະ ບໍລິສັດເອກະລາດ 167 ແຫ່ງ (162 ບໍລິສັດຫຸ້ນສ່ວນ ແລະ 5 ບໍລິສັດທີ່ດຳເນີນການໃນຮູບແບບບໍລິສັດຈຳກັດທີ່ມີສະມາຊິກຕັ້ງແຕ່ສອງຄົນຂຶ້ນໄປ)(7).
ດັ່ງນັ້ນ, ພິຈາລະນາທາງດ້ານປະລິມານ, ຜ່ານຄວາມມານະພະຍາຍາມຫຼາຍຢ່າງໃນການປ່ຽນແປງໃໝ່, ຈັດວາງສັບຊ້ອນ ແລະ ປັບໂຄງສ້າງຄືນໃໝ່, ເຮັດໃຫ້ຈຳນວນລັດວິສາຫະກິດຫຼຸດລົງຢ່າງວ່ອງໄວ, ບັນດາຂົງເຂດ ແລະ ພື້ນທີ່ດຳເນີນງານກໍ່ໄດ້ຮັດແຄບກວ່າແຕ່ກ່ອນ. ຢ່າງໃດກໍ່ຕາມ, ຈຸດທີ່ຕ້ອງເນັ້ນໜັກນັ້ນແມ່ນ ເຖິງວ່າຈະມີຈຳນວນຫຼຸດລົງຢ່າງໄວກໍ່ຕາມ, ແຕ່ການເຄື່ອນໄຫວຂອງລັດວິສາຫະກິດກໍ່ບໍ່ໄດ້ຫຼຸດລົງຕາມນຳ, ໃນທາງກົງກັນຂ້າມ, ລັດວິສາຫະກິດກຳລັງດຳເນີນການໃນທິດທາງກະທັດລັດ ແລະ ມີປະສິດທິພາບ.
ທີສອງ, ໂດຍລວມ, ຜົນການຜະລິດແລະທຸລະກິດ ແມ່ນສົມຄວນໄດ້ຮັບການຍອມຮັບ.
ຮອດທ້າຍປີ 2020, ຊັບສິນລວມຂອງລັດວິສາຫະກິດທັງໝົດແມ່ນ 3.573.698 ຕຶ້ດົ່ງ, ເພີ່ມຂຶ້ນ 1% ເມື່ອທຽບໃສ່ປີ 2019. ອັດຕາສ່ວນຂອງຊັບສິນຄົງທີ່ໂດຍສະເລ່ຍກວມເອົາ 36% ຂອງຊັບສິນລວມ. ທຶນຂອງຜູ້ຖືຫຸ້ນແມ່ນ 1.680.303 ຕື້ດົ່ງ, ເພີ່ມຂຶ້ນ 1% ເມື່ອທຽບໃສ່ປີ 2019. ຍອດມູນຄ່າທຶນຂອງລັດ ທີ່ລົງທຶນໃນລັດວິສາຫະກິດ ແມ່ນ 1.573.471 ຕື້ດົ່ງ, ເພີ່ມຂຶ້ນ 2% ເມື່ອທຽບໃສ່ປີ 2019.
ໂດຍສະເພາະສໍາລັບ 19 ກຸ່ມເສດຖະກິດແລະສະຫະບໍລິສັດພາຍໃຕ້ຄະນະກໍາມະການຄຸ້ມຄອງ, ໃນໄລຍະຜ່ານມາ, ເຖິງວ່າຈະໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງໂຄວິດ-19 ກໍຕາມ, ແຕ່ບັນດາກຸ່ມເສດຖະກິດແລະສະຫະບໍລິສັດນັ້ນ ຍັງຄົງຮັກສາການເຄື່ອນໄຫວຜະລິດແລະທຸລະກິດຢ່າງຕໍ່ເນື່ອງ ແລະ ປະສົບຄວາມສຳເລັດທີ່ໜ້າພໍໃຈ. ສະຫຼຸບການຜະລິດແລະທຸລະກິດໃນປີ 2021 ຂອງ 19 ກຸ່ມເສດຖະກິດແລະສະຫະບໍລິສັດ ຄື: ລາຍຮັບລວມຍອດບັນລຸ 99% ຂອງແຜນການ (821.295 ຕື້ດົ່ງ, ເທົ່າກັບ 108% ເມື່ອທຽບໃສ່ປີ 2020); ກຳໄລລວມຍອດກ່ອນຫັກພາສີລື່ນກາຍ 70% ຂອງແຜນການ (34.179 ຕື້ດົ່ງ, ເທົ່າກັບ 93% ເມື່ອທຽບໃສ່ປີ 2020). ໃນນັ້ນ 13 ໃນ 19 ກຸ່ມເສດຖະກິດແລະສະຫະບໍລິສັດ ໄດ້ສຳເລັດແລະລື່ນ ແຜນການລາຍຮັບ; 14 ໃນ 19 ກຸ່ມເສດຖະກິດແລະສະຫະບໍລິສັດ ໄດ້ສຳເລັດແລະລື່ນ ແຜນການມອບເງິນໃສ່ງົບປະມານ; 4 ກຸ່ມເສດຖະກິດແລະສະຫະບໍລິສັດ ມອບເງິນໃສ່ງົບປະມານສູງກວ່າແຜນການ ແລະຫຼາຍກວ່າປີ 2020.
ມີການດຳເນີນໂຄງການລົງທຶນຂະໜາດໃຫຍ່ຫຼາຍໂຄງການ ທີ່ສ້າງປະຖົມປັດໄຈໃຫ້ແກ່ການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງທັງປະເທດ ເຊັ່ນ: ການເປີດກວ້າງໂຮງງານໄຟຟ້ານ້ຳຕົກ ຮ່ວາບິ່ງ, ການເປີດກວ້າງໂຮງງານໄຟຟ້ານ້ຳຕົກ ອີອາລີ, ໂຮງງານໄຟຟ້າພະລັງຄວາມຮ້ອນ ກວ໋າງແຈັກ 1, ສະໜາມບິນສາກົນລອງແທ່ງ, ອາຄານຜູ້ໂດຍສານ ທ3 ສະໜາມບິນເຕີນເຊີນເຍີ້ດ, ອາຄານຜູ້ໂດຍສານ ທ2 ສະໜາມບິນກ້າດບີ, ການເປີດກວ້າງສະໜາມບິນດ້ຽນບຽນ,... ກຸ່ມໄປສະນີໂທລະຄົມມະນາຄົມຫວຽດນາມ ແລະ ບໍລິສັດໂທລະຄົມມະນາຄົມ ໂມບາຍໂຟນ ໄດ້ລົງທຶນເຂົ້າໃນສະຖານີ 4G 6.061 ແຫ່ງ ແລະ ພື້ນຖານໂຄງລ່າງໂທລະຄົມມະນາຄົມແລະເຕັກໂນໂລຊີຂໍ້ມູນຂ່າວສານ 3.675 ແຫ່ງ.
ຄວາມສຳຄັນແລະບັນດາຜົນງານ, ການປະກອບສ່ວນອັນໃຫຍ່ຫຼວງຂອງ ລັດວິສາຫະກິດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແມ່ນບໍ່ສາມາດປະຕິເສດໄດ້ ເຊິ່ງສະແດງອອກໃນດ້ານຕ່າງໆດັ່ງນີ້:
ທີໜຶ່ງ, ບັນດາລັດວິສາຫະກິດໄດ້ຖືບົດບາດເປັນກຳລັງແຮງອັນສຳຄັນ ຂອງພື້ນຖານເສດຖະກິດ, ປະກອບສ່ວນເຂົ້າໃນການດັດສົມ, ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ຮັບປະກັນບັນດາຄວາມສົມດຸນທີ່ສຳຄັນ ຂອງພື້ນຖານເສດຖະກິດ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.
ທີສອງ, ບັນດາລັດວິສາຫະກິດຖືບົດບາດເປັນແກນກາງ, ນຳພາໃນບາງຂະແໜງການ ຂົງເຂດຫຼັກ ຂອງພື້ນຖານເສດຖະກິດ ເຊັ່ນ: ການເງິນ-ທະນາຄານ, ນ້ຳມັນອາຍແກັສ, ພະລັງງານໄຟຟ້າ, ຖ່ານຫີນ, ການຂຸດຄົ້ນແຮ່ທາດ, ສາເຄມີພື້ນຖານ, ໂທລະຄົມມະນາຄົມ, ພື້ນຖານການປ່ຽນດິຈິຕອນ, ຄົມມະນາຄົມຂົນສົ່ງ, ສະໜອງນ້ຳມັນ ແອັດຊັງ, ສະບຽງອາຫານ... ເພື່ອຮັບປະກັນພື້ນຖານຮັບໃຊ້ການຜະລິດ ທຸລະກິດຂອງບັນດາວິສາຫະກິດແລະຂະແໜງເສດຖະກິດອື່ນ ພ້ອມທັງຕອບສະໜອງຄວາມຕ້ອງການບໍລິໂພກຂອງປະຊາຊົນ ແລະ ການສົ່ງອອກ.
ທີສາມ, ປີ 2020, ບັນດາລັດວິສາຫະກິດໄດ້ພ້ອມກັນກັບປະຊາຊົນທົ່ວປະເທດປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິພາບ, ປະຕິບັດໜ້າທີ່ຕ່າງໆ ໃນການຊ່ວຍເຫຼືອພີ່ນ້ອງຮ່ວມຊາດ ຈາກພື້ນທີ່ທີ່ມີການແຜ່ລະບາດໃນທົ່ວໂລກ, ສະໜອງສານເຄມີ, ວັດສະດຸ ແລະ ອຸປະກອນເພື່ອປ້ອງກັນ ແລະ ຄວບຄຸມການລະບາດ; ພິເສດ, ປະຕິບັດການຍົກເວັ້ນ, ຫຼຸດຜ່ອນຄ່າທຳນຽມ ຄ່າບໍລິການ ແລະລາຄາສິນຄ້າ ເພື່ອຮັກສາສະຖຽນລະພາບຂອງຕະຫຼາດ, ສະໜັບສະໜູນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການເຄື່ອນໄຫວຂອງວິສາຫະກິດຂຶ້ນກັບບັນດາພາກສ່ວນເສດຖະກິດ ດ້ວຍມູນຄ່າເຖິງ 24.000 ຕື້ດົ່ງ. ບັນດາລັດວິສາຫະກິດກໍໄດ້ນຳໜ້າໃນການປະຕິບັດວຽກງານຄວາມປອດໄພທາງສັງຄົມ ຕາມແຜນນະໂຍບາຍຂອງພັກແລະລັດ. ໃນ 5 ປີທີ່ຜ່ານມາ, ຍອດຈຳນວນທຶນເພື່ອໜູນຊ່ວຍການປະຕິບັດບັນດາໂຄງການປະກັນຄວາມປອດໄພທາງສັງຄົມ ແລະ ໂຄງການໜູນຊ່ວຍການຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ ແລະ ຍືນຍົງ ແມ່ນກວ່າ 9.000 ຕື້ດົ່ງ; ພ້ອມກັນນັ້ນ ກໍໄດ້ສະໜັບສະໜູນແລະຊ່ວຍເຫຼືອໂດຍກົງໃຫ້ 54 ເມືອງໃນ 62 ເມືອງທຸກຊາກໃນທົ່ວປະເທດ.
ຂໍ້ມູນສະຖິຕິໃຫ້ເຫັນວ່າ, ພາກລັດວິສາຫະກິດມີປະສິດທິພາບການໃຊ້ແຮງງານສູງສຸດແມ່ນ 18,9 ເທົ່າ, ໃນຂະນະທີ່ວິສາຫະກິດນອກພາກລັດແມ່ນ 17 ເທົ່າ ແລະ ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດແມ່ນ 13 ເທົ່າ; ດັດຊະນີໜີ້ສິນສູງສຸດແມ່ນ 3,6 ເທົ່າ, ຂົງເຂດອື່ນໆແມ່ນ 2 ເທົ່າ ແລະ 1,6 ເທົ່າຕາມລໍາດັບ; ດັດຊະນີການໝູນວຽນຂອງເງິນທຶນຕ່ຳສຸດແມ່ນ 0,4 ເທົ່າ, ຂົງເຂດອື່ນໆແມ່ນ 0,6 ເທົ່າແລະ 1 ເທົ່າຕາມລຳດັບ. ປະສິດທິພາບການສ້າງກຳໄລຂອງພາກລັດວິສາຫະກິດນັ້ນ ສູງກວ່າວິສາຫະກິດນອກພາກລັດ ແຕ່ຕ່ຳກວ່າຂອງວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ. ເບິ່ງລວມ, ເມື່ອທຽບໃສ່ຄວາມຄາດຫວັງ, ປະສິດທິພາບການຜະລິດແລະທຸລະກິດຂອງບັນດາລັດວິສາຫະກິດ ແມ່ນບໍ່ສອດຄ່ອງກັບທ່າແຮງ ແລະ ຊັບພະຍາກອນທີ່ມີຢູ່, ແຕ່ກໍ່ມີຄວາມຫວັງທີ່ແນ່ນອນ.
ເມື່ອທຽບກັບວິສາຫະກິດນອກພາກລັດ ແລະ ວິສາຫະກິດທີ່ມີການລົງທຶນຈາກຕ່າງປະເທດແລ້ວ, ຄຸນນະພາບແລະປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ ຍັງຕ່ຳ. ເວົ້າອີກຢ່າງໜຶ່ງ, ລັດວິສາຫະກິດຕ້ອງໃຊ້ທຶນຫຼາຍກວ່າ ເພື່ອຜະລິດ 1 ມູນຄ່າການຜະລິດ, ແມ່ນປັດໄຈທີ່ຫຼຸດຜ່ອນປະສິດທິພາບການລົງທຶນຂອງລັດວິສາຫະກິດ.
ໃນເວລາທີ່ຜ່ານມາ, ພາກລັດວິສາຫະກິດ ໄດ້ຮັບການຈັດວາງສັບຊ້ອນ ແລະ ປ່ຽນແປງໃໝ່ຕາມທິດຄ່ອຍໆຫົດຕົວ ຫຼຸດຜ່ອນໃນຫຼາຍຕຳແໜ່ງທີບໍ່ຕ້ອງການມີໜ້າຂອງລັດວິສາຫະກິດ, ລວມທັງຂອບເຂດການດໍາເນີນງານ (ຂອບເຂດຂະແໜງການ ແລະ ຂົງເຂດທີ່ມີລັດວິສາຫະກິດ) ແລະ ຄວາມໜາແໜ້ນຂອງການມີລັດວິສາຫະກິດ (ຈຳນວນລັດວິສາຫະກິດ ພ້ອມກັນທຸລະກິດໃນຂະແໜງການ ແລະ ຂົງເຂດ). ດັ່ງນັ້ນ, ໃນເວດລາທີ່ຜ່ານມາ ຈຳນວນລັດວິສາຫະກິດຫຼຸດລົງຢ່າງໄວ ພ້ອມກັບການປັບໂຄງສ້າງ, ການຫັນເປັນຫຸ້ນສ່ວນ, ການຖອນທຶນຂອງລັດອອກຈາກວິສາຫະກິດ. ເຖິງທ້າຍປີ 2020, ເຖິງວ່າລັດວິສາຫະກິດກວມເອົາພຽງເກືອບ 0,08% ຂອງຈຳນວນວິສາຫະກິດທີ່ກຳລັງເຄື່ອນໄຫວ, ແຕ່ ລັດວິສາຫະກິດຍັງຄົງຖືຄອງ ຊັບພະຍາກອນທີ່ສຳຄັນ ຂອງລະບົບເສດຖະກິດ ຈຳນວນຫຼາຍ, ກວມ 25,78% ຂອງຍອດຈຳນວນທຶນຂອງພາກວິສາຫະກິດທັງໝົດ(8). ໃນພາກລັດວິສາຫະກິດ ມີແຮງງານ 1,1 ລ້ານຄົນ, ກວມເອົາ 7,3% ຈຳນວນແຮງງານຂອງພາກວິສາຫະກິດທັງໝົດ. ເຖິງວ່າການປະກອບສ່ວນຂອງລັດວິສາຫະກິດເຂົ້າໃນງົບປະມານຂອງລັດໄດ້ຫຼຸດລົງໃນປີທີ່ຜ່ານມາ, ແຕ່ສິ່ງນີ້ຍັງເປັນແຫຼ່ງລາຍຮັບທີ່ສໍາຄັນແລະໝັ້ນຄົງສໍາລັບງົບປະມານຂອງລັດ.
ຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້ນັ້ນ, ລັດວິສາຫະກິດຍັງມີຂໍ້ຈຳກັດ ແລະ ຈຸດອ່ອນຫຼາຍຢ່າງ ເຊັ່ນ: ປະສິດທິຜົນການເຄື່ອນໄຫວ ແລະ ຄວາມສາມາດແຂ່ງຂົນຍັງຈຳກັດ, ບໍ່ສົມກັບຊັບພະຍາກອນທີ່ມີຢູ່. ເຖິງວ່າແຫຼ່ງກຳລັງສັງຄົມປະມານ 60% ລວມສູນໃນບັນດາລັດວິສາຫະກິດ(9), ແຕ່ຂະແໜງນີ້ພຽງແຕ່ປະກອບສ່ວນເກືອບ 40% ຂອງຈີດີພີ, ສ່ວນຍັງເຫຼືອ 60% ຂອງຈີດີພີ ແມ່ນຂອງບັນດາວິສາຫະກິດເອກະຊົນ ແລະ ວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ. ສິ່ງດັ່ງກ່າວໃຫ້ເຫັນວ່າ, ພາກລັດວິສາຫະກິດນຳໃຊ້ທຶນບໍ່ດີ, ມີປະສິດທິຜົນຕ່ຳ.
ລັດວິສາຫະກິດຍັງບໍ່ທັນສະແດງໃຫ້ເຫັນຢ່າງຈະແຈ້ງເຖິງ ບົດບາດທີ່ພົ້ນເດັ່ນ ໃນການຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມພາກສ່ວນເສດຖະກິດອື່ນໆ ໃຫ້ພັດທະນາ. ລັດວິສາຫະກິດຍັງບໍ່ທັນເຂັ້ມແຂງໃນຂະແໜງການ, ຂົງເຂດທີ່ມີຜົນສະທ້ອນແລະຊີ້ຂາດ ການສະໜັບສະໜູນຍົກສູງຄວາມສາມາດແຂ່ງຂັນ ຂອງພື້ນຖານເສດຖະກິດ ແລະ ຂອງວິສາຫະກິດຫວຽດນາມ.
ຂໍ້ຈຳກັດເຫຼົ່ານີ້ຖືກຊີ້ໃຫ້ເຫັນໂດຍກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກວ່າ: “ລັດວິສາຫະກິດຫຼາຍແຫ່ງຍັງຊັກຊ້າໃນການປັບໂຄງສ້າງ ແລະ ປ່ຽນແປງໃໝ່ກົນໄກບໍລິຫານຄຸ້ມຄອງ; ການຖອນທຶນ ແລະ ການຫັນລັດວິສາຫະກິດເປັນຫຸ້ນສ່ວນ ຍັງພົບບັນຫາບາງປະການ ທັງໃນລະບຽບລະບອບ ແລະ ການຈັດຕັ້ງປະຕິບັດ; ປະສິດທິຜົນການຜະລິດແລະທຸລະກິດຍັງຕ່ຳ; ພາວະໜີ້ສິນ ຂາດທຶນ ສິ້ນເປືອງຍັງຫຼາຍຢູ່”(10).
ສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວ
ຂອງລັດວິສາຫະກິດຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໄດ້ກຳນົດທັດສະນະຊີ້ນຳ ເພື່ອສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດ: “ຍູ້ແຮງການແກ້ໄຂໜີ້ສິນ, ການຖອນທຶນ, ການຫັນເປັນຫຸ້ນສ່ວນ ແລະ ການປັບໂຄງສ້າງລັດວິສາຫະກິດ; ຊຸກຍູ້ການປ່ຽນແປງໃໝ່, ຍົກສູງລະດັບເຕັກໂນໂລຊີ, ນຳໃຊ້ລະບອບການຄຸ້ມຄອງບໍລິຫານບໍລິສັດທີ່ທັນສະໄໝ ເພື່ອຍົກສູງປະສິດທິຜົນ, ພ້ອມກັນນັ້ນ ດຳເນີນການກວດກາ, ຕິດຕາມກວດກາ ການເຄື່ອນໄຫວຂອງວິສາຫະກິດຢ່າງແໜ້ນແຟ້ນ, ບໍ່ໃຫ້ສູນເສຍ, ສິ້ນເປືອງທຶນແລະຊັບສິນຂອງລັດ”(11). ເພື່ອປະຕິບັດ, ຜັນຂະຫຍາຍທັດສະນະທີ່ກ່າວມາເທິງນີ້, ມີວິທີແກ້ໄຂຈໍານວນໜຶ່ງໄດ້ຖືກສະເໜີຄື:
ທີໜຶ່ງ, ຍູ້ແຮງການປັບໂຄງສ້າງລັດວິສາຫະກິດ.
ສືບຕໍ່ປັບປຸງກົນໄກ ນະໂຍບາຍໃຫ້ສົມບູນ ເພື່ອຊຸກຍູ້ຂະບວນວິວັດການປັບໂຄງສ້າງລັດວິສາຫະກິດຄືນໃໝ່; ປັບປຸງກົນໄກນຳໃຊ້ລາຍຮັບຈາກການປ່ຽນກຳມະສິດຂອງວິສາຫະກິດ, ໜ່ວຍບໍລິການພາກລັດ ແລະ ການໂອນທຶນຂອງລັດ; ປ່ຽນແປງໃໝ່ກົນໄກຕິດຕາມກວດກາການເງິນ, ການປະເມີນຜົນການເຄື່ອນໄຫວ ສຳລັບກຸ່ມເສດຖະກິດ, ສະຫະບໍລິສັດຂອງລັດ ແລະ ລັດວິສາຫະກິດ; ຄົ້ນຄວ້າເຮັດທົດລອງ ການຫັນປ່ຽນກຸ່ມເສດຖະກິດແລະບໍລິສັດຂອງລັດຈຳນວນໜຶ່ງທີ່ລັດຖືຫຸ້ນ 100% ໃຫ້ດຳເນີນການໃນຮູບແບບວິສາຫະກິດຮ່ວມຫຸ້ນ ໂດຍມີຜູ້ຖືຫຸ້ນເປັນອົງການເສດຖະກິດຂອງລັດ, ລັດວິສາຫະກິດມີໜ້າທີ່ລົງທຶນ ແລະ ທຸລະກິດທຶນຂອງລັດ.
ຍູ້ແຮງການຈັດການແກ້ໄຂໜີ້ສິນ, ການຖອນທຶນ, ການຫັນລັດວິສາຫະກິດເປັນຫຸ້ນສ່ວນ ຢ່າງມີປະສິດທິຜົນ, ເປີດເຜີຍ ແລະ ໂປ່ງໃສ; ມີກົນໄກຕິດຕາມກວດກາ, ຄົ້ນເຜີຍ, ຈັດການແກ້ໄຂຢ່າງທັນການ ຕໍ່ການລະເມີດ ໃນຂະບວນການຜັນຂະຫຍາຍປະຕິບັດ. ເພີ່ມທະວີການກວດກາ, ຕິດຕາມກວດກາຂະບວນການນຳໃຊ້ທຶນໃນລັດວິສາຫະກິດ. ຈັດການແກ້ໄຂໂຄງການທິ່ຂາດທຶນ ບໍ່ມີປະສິດທິຜົນຢ່າງຂາດຕົວ, ຮັບປະກັນຫຼັກການເປີດເຜີຍ ແລະ ໂປ່ງໃສ, ຕາມກົນໄກຕະຫຼາດ ແລະ ຂໍ້ກຳນົດຂອງກົດໝາຍ. ລັດບໍ່ລົງທຶນ ຫຼືເສີມທຶນຈາກງົບປະມານແຫ່ງລັດ ໃນໂຄງການທີ່ຂາດທຶນ ແລະ ບໍ່ມີປະສິດທິຜົນ. ການຈັດການແກ້ໄຂດ້ວຍຮູບແບບການຍຸບເລີກ ຫຼື ການລົ້ມລະລາຍ ຕ້ອງຮັບປະກັນຜົນປະໂຫຍດສູງສຸດຂອງລັດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ ແລະ ນັກລົງທຶນ.
ເພີ່ມທະວີການແບ່ງຂັ້ນ, ການມອບສິດໃຫ້ສະມາຊິກແລະຄະນະກຳມະການບໍລິຫານຂອງກຸ່ມເສດຖະກິດ, ສະຫະບໍລິສັກຂອງລັດ, ພ້ອມກັນນັ້ນກໍເພີ່ມທະວີການເຄື່ອນໄຫວກວດກາ, ຕິດຕາມກວດກາຂອງອົງການຕົວແທນຂອງເຈົ້າຂອງ ເພື່ອປ້ອງກັນ, ກວດຈັບ ແລະ ຈັດການລົງໂທດການລະເມີດກົດໝາຍໂດຍທັນທີ.
ທີສອງ, ຍົກສູງປະສິດທິຜົນການເຄື່ອນໄຫວ ແລະ ຄວາມສາມາດແຂ່ງຂັນຂອງ ລັດວິສາຫະກິດ.
ໝູນໃຊ້ເຕັກໂນໂລຊີທັນສະໄໝ, ຄວາມສາມາດປ່ຽນແປງໃໝ່ປະດິດສ້າງ, ການບໍລິຫານຄຸ້ມຄອງຕາມມາດຕະຖານສາກົນ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ ແລະ ແຮງແຂ່ງຂັນຂອງລັດວິສາຫະກິດ. ມີກົນໄກສົ່ງເສີມການຄົ້ນຄວ້າ, ພັດທະນາ, ນຳໃຊ້ວິທະຍາສາດເຕັກນິກທີ່ກ້າວໜ້າ ເຂົ້າໃນການເຄື່ອນໄຫວຜະລິດ ທຸລະກິດ ແລະ ຄຸ້ມຄອງ, ຕິດຕາມວິສາຫະກິດ. ດຳເນີນການປ່ຽນດິຈິຕອນ, ຊຸກຍູ້ການເປີດເຜີຍແລະຄວາມໂປ່ງໃສຂອງຂໍ້ມູນຂ່າວສານການເງິນ, ເພີ່ມທະວີຄວາມຮັບຜິດຊອບອະທິບາຍລາຍງານຂອງວິສາຫະກິດ. ພັດທະນາກຸ່ມເສດຖະກິດຂອງລັດຂະໜາດໃຫຍ່ຈຳນວນໜຶ່ງ ທີ່ເຄື່ອນໄຫວມີປະສິດທິຜົນ, ມີຄວາມສາມາດແຂ່ງຂັນລະດັບພາກພື້ນແລະໂລກ ໃນບາງຂະແໜງການ, ຂົງເຂດທີ່ສຳຄັນຂອງພື້ນຖານເສດຖະກິດ.
ທີສາມ, ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ຮູບແບບອົງການຕົວແທນເຈົ້າຂອງລັດ ສຳລັບລັດວິສາຫະກິດ ແລະ ທຶນຂອງລັດໃນວິສາຫະກິດ.
ປັບປຸງ, ບູລະນະຮູບແບບຄະນະກຳມະການ ເພື່ອເສີມຂະຫຍາຍຢ່າງຖືກຕ້ອງຕາມບົດບາດຄຸ້ມຄອງທຶນຂອງລັດ ທີ່ລົງທຶນໃນວິສາຫະກິດ.
ທີສີ່, ສ້າງຮູບແບບການຄຸ້ມຄອງວິສາຫະກິດທີ່ທັນສະໄໝ.
ການຍົກສູງຄວາມຮັບຮູ້ ແລະ ການປ່ຽນແປງໃໝ່ການຄຸ້ມຄອງບໍລິຫານຕາມມາດຕະຖານລວມຂອງໂລກ ຕ້ອງຕິດພັນກັບເປົ້າໝາຍການຍົກສູງປະສິດທິຜົນ ຂອງການມອບສິດເປັນເຈົ້າຕົນເອງທາງດ້ານການເງິນ ແລະ ຄວາມຮັບຜິດຊອບດ້ວຍຕົນເອງ ໃຫ້ແກ່ລັດວິສາຫະກິດ ເພື່ອຮັບປະກັນການແຂ່ງຂັນ, ຄວາມສະເໝີພາບ ແລະ ການເຊື່ອມໂຍງ ເມື່ອລັດວິສາຫະກິດເຂົ້າຮ່ວມໃນຕະຫຼາດ.
ຄຽງຄູ່ກັນນັ້ນ, ຈໍາເປັນຕ້ອງແຍກສອງອົງປະກອບຄື ການເປັນເຈົ້າຂອງ (ກຳມະສິດ) ແລະ ການຄຸ້ມຄອງ. ເພາະວ່າ, ປະສິດທິຜົນການເຄື່ອນໄຫວຂອງວິສາຫະກິດບໍ່ໄດ້ຂຶ້ນກັບປັດໄຈການເປັນເຈົ້າຂອງ, ແຕ່ມັນຂຶ້ນກັບປັດໄຈການຄຸ້ມຄອງວິສາຫະກິດ. ຖ້າການຄຸ້ມຄອງບໍ່ດີ, ປະສິດທິຜົນກໍຈະບໍ່ດີ. ສຳລັບປັດໄຈກຳມະສິດ, ບັນຫາແມ່ນຕ້ອງກຳນົດແຈ້ງເນື້ອໃນການຕິດຕາມກວດກາຂອງລັດ, ບົດບາດຄຸ້ມຄອງຂອງລັດ ແລະ ບົດບາດຂອງເຈົ້າຂອງ, ກໍຄືບົດບາດຂອງເຈົ້າຂອງທີ່ມີອຳນາດຕັດສິນຕົກລົງການທຸລະກິດ. ເຊື່ອມຕໍ່ຜົນການຈັດວາງສັບຊ້ອນ, ການປ່ຽນແປງໃໝ່, ການຍົກສູງປະສິດທິຜົນຂອງລັດວິສາຫະກິດ ກັບການປະເມີນຄວາມຮັບຜິດຊອບຂອງຫົວຫນ້າ. ວຽກງານພະນັກງານ, ນະໂຍບາຍເງີນເດືອນ, ເງິນລາງວັນຂອງລັດວິສາຫະກິດ ຕ້ອງຕິດກັບປະສິດທິຜົນການເຄື່ອນໄຫວຂອງວິສາຫະກິຕາມກົນໄກຕະຫຼາດ.
ພ້ອມກັນນັ້ນ, ຈຳເປັນຕ້ອງມີກົນໄກຕິດຕາມກວດກາຢ່າງແໜ້ນແຟ້ນ ຕໍ່ຄວາມຮັບຜິດຂອງຂອງຫົວໜ້າລັດວິສາຫະກິດ. ນອກຈາກນັ້ນ, ຈໍາເປັນຕ້ອງອອກຫຼັກເກນການປະເມີນປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດແຕ່ລະປະເພດ ຕາມຈຸດປະສົງທີ່ກໍານົດໄວ້. ເມື່ອມີເກນກຳນົດກໍ່ຈະຮູ້ປະສິດທິຜົນການເຄື່ອນໄຫວຂອງລັດວິສາຫະກິດແຕ່ລະປະເພດ.
ທີຫ້າ, ແຍກກິດຈະກໍາທາງທຸລະກິດ ອອກຈາກກິດຈະກໍາສາທາລະນະ.
ໃນພື້ນຖານເສດຖະກິດຕະຫຼາດ, ການແຍກລະຫວ່າງການເຄື່ອນໄຫວສາທາລະນູປະໂພກຂອງລັດ ແລະ ການເຄື່ອນໄຫວທຸລະກິດ ແມ່ນຄວາມຕ້ອງການພາວະວິໄສ. ທາງດ້ານຫຼັກການ, ວິສາຫະກິດດຳເນີນທຸລະກິດດ້ວຍເປົ້າໝາຍກຳໄລສູງສຸດ, ວິສາຫະກິດສາທາລະນູປະໂພກມີເປົ້າໝາຍສ້າງຜົນປະໂຫຍດໃຫ້ສັງຄົມສູງສຸດ. ຖ້າຫາກມີການແບ່ງແຍກ, ທຸກການເຄື່ອນໄຫວຂອງວິສາຫະກິດຈະມີຄວາມໂປ່ງໃສ, ຜົນງານ ແລະ ປະສິດທິຜົນການເຄື່ອນໄຫວຂອງວິສາຫະກິດ ຈະໄດ້ຮັບການປະເມີນຢ່າງຖືກຕ້ອງ. ຖ້າວິສາຫະກິດໄດ້ຮັບອະນຸຍາດໃຫ້ເຮັດທັງທຸລະກິດ ແລະ ມີບົດບາດທາງສັງຄົມ ຈະນໍາໄປສູ່ຄວາມລົ້ມເຫຼວໃນການບັນລຸເປົ້າຫມາຍຜົນກໍາໄລ ຫຼື ຄວາມລົ້ມເຫຼວໃນການປະຕິບັດບົດບາດທາງສັງຄົມໃຫ້ໄດ້ດີ. ການຂາດຄວາມໂປ່ງໃສນີ້ ຈະຖືກລັດວິສາຫະກິດສວຍໃຊ້ໄດ້ຢ່າງງ່າຍດາຍ ເພື່ອພິສູດວ່າການທຸລະກິດທີ່ບໍ່ມີປະສິດທິພາບນັ້ນ ເພາະວ່າເປົ້າຫມາຍຂອງສັງຄົມຕ້ອງໄດ້ຮັບການປະຕິບັດ ແລະ ໃນທາງກັນຂ້າມ. ດັ່ງນັ້ນ, ພຽງແຕ່ຄວນປ່ອຍໃຫ້ອົງການສາທາລະນະປະໂຫຍດປະຕິບັດເປົ້າໝາຍທາງສັງຄົມເທົ່ານັ້ນ; ແລະ ວິສາຫະກິດທຸລະກິດຕ້ອງເຮັດສຳເລັດ, ມີປະສິດທິຜົນການດຳເນີນທຸລະກິດທີ່ດີ ແລະ ໄດ້ຢູ່ໃນເງື່ອນໄຂທີ່ເທົ່າທຽມກັບວິສາຫະກິດປະເພດອື່ນ.
ທີຫົກ, ຍູ້ແຮງການຫັນປ່ຽນດິຈິຕອນໃນບັນດາລັດວິສາຫະກິດ.
ປະຕິບັດການຫັນປ່ຽນດິຈິຕອນແຫ່ງຊາດ, ພັດທະນາເສດຖະກິດດິຈິຕອນ, ຍົກສູງສະມັດຖະພາບ ຄຸນນະພາບ ແລະ ແຮງແຂ່ງຂັນ ຂອງພື້ນຖານເສດຖະກິດ ແມ່ນໜຶ່ງໃນ 6 ໜ້າທີ່ຈຸດໜັກໃຈກາງຂອງປະເທດ ເຊິ່ງໄດ້ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ. ບັນດາລັດວິສາຫະກິດມີຄວາມສາມາດ ແລະ ມີຄວາມຮັບຜິດຊອບນຳໜ້າ ໃນການປະຕິບັດການຫັນປ່ຽນດິຈິຕອນ, ເພື່ອຮັບປະກັນບົດບາດນຳພາ ແລະ ການພັດທະນາທີ່ຍືນຍົງຂອງວິສາຫະກິດ ທັງປະກອບສ່ວນແຜ່ກະຈາຍ ແລະ ປະຕິບັດການຫັນປ່ຽນດິຈິຕອນແຫ່ງຊາດປະສົບຄວາມສຳເລັດ.
ທີເຈັດ, ຍົກສູງຄວາມສາມາດແລະຄຸນນະພາບຂອງຖັນແຖວພະນັກງານຄຸ້ມຄອງທີ່ ລັດວິສາຫະກິດ.
ປັບປຸງລະບົບສົ່ງເສີມແລະໄມ້ງັດເສດຖະກິດໃຫ້ສົມບູນແບບ ໄປຄຽງຄູ່ກັບການປັບປຸງຄວາມຮັບຜິດຊອບ ແລະ ລະບຽບວິໄນໃນລັດວິສາຫະກິດ. ປະຕິບັດກົນໄກຮັບສະໝັກພະນັກງານຢ່າງກວ້າງຂວາງ ຜ່ານການສອບຄັດເລືອກທີ່ແຂ່ງຂັນໄດ້, ເປີດເຜີຍແລະ ໂປ່ງໃສ ສຳລັບທຸກຕຳແໜ່ງຄຸ້ມຄອງ, ບໍລິຫານ ແລະ ຕຳແໜ່ງງານອື່ນໆ ໃນວິສາຫະກິດ. ຮັບປະກັນຄວາມເປີດເຜີຍ ແລະ ຄວາມໂປ່ງໃສຂອງລັດວິສາຫະກິດ ແລະ ຄວາມຮັບຜິດຊອບອະທິບາຍລາຍງານຂອງຜູ້ບໍລິຫານວິສາຫະກິດ, ໂດຍສະເພາະແມ່ນ ກ່ຽວກັບການເງິນ, ການລົງທຶນ, ການຈັດຊື້ຈັດຈ້າງ, ການໃຊ້ທຶນຂອງລັດ, ການໃຊ້ຈ່າຍເງິນທຶນ, ຜົນການທຸລະກິດ, ການແຈກຢາຍຜົນກຳໄລ, ວຽກງານພະນັກງານ, ທຸລະກໍາທີ່ສຳຄັນ, ຊັບສິນແລະລາຍໄດ້ຂອງຜູ້ບໍລິຫານວິສາຫະກິດ./.
--------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 135.
(2) ເອກະສານຂອງພັກ: ຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2006, ເຫຼັ້ມ 47, ໜ້າ 392.
(3) ເອກະສານຂອງພັກ: ຄົບຊຸດ, ປຶ້ມທີ່ໄດ້ແນະນຳ, 2016, ເຫຼັ້ມ 60, ໜ້າ 602.
(4) ເອກະສານຂອງພັກ: ຄົບຊຸດ, ປຶ້ມທີ່ໄດ້ແນະນຳ, 2018, ເຫຼັ້ມ 65, ໜ້າ 189.
(5) ມະຕິສະບັບເລກທີ 12-NQ/TW, ລັງວັນທີ 3 ມິຖຸນາ 2017, ກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 12, “ວ່າດ້ວຍການສືບຕໍ່ປັບໂຄງສ້າງ, ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນຂອງລັດວິສາຫະກິດ”.
(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 129.
(7) ຕາມລາຍງານສະບັບທີ 399/BC-CP, ອອກວັນທີ 12 ຕຸລາ 2021, ຂອງລັດຖະບານ, “ວ່າດ້ວຍການເຄື່ອນໄຫວລົງທຶນ, ການຄຸ້ມຄອງ ແລະ ການນຳໃຊ້ທຶນຂອງລັດໃນວິສາຫະກິດ ໃນຂອບເຂດທົ່ວປະເທດປີ 2020”.
(8) ກະຊວງແຜນການແລະການລົງທຶນ: ປຶ້ມປົກຂາວວິສາຫະກິດຫວຽດນາມ ປີ 2021.
(9) ຫວູ ວັນຮ່າ: “ສ້າງ ແລະ ເສີມຂະຫຍາຍບົດບາດຂອງລັດວິສາຫະກິດ ໃນເງື່ອນໄຂປະຈຸບັນ”, ວາລະສານກອມມູນິດເອເລັກໂຕຮນິກ, ວັນທີ 25-12-2020, https://www.tapchicongsan.org.vn/web/guest/kinh-te/-/2018/820756/xay-dung%2C-phat-huy-vai-tro-cua-doanh-nghiep-nha-nuoc-trong-dieu-kien-hien-nay.aspx.
(10), (11) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 81, 133 – 134.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 998 (ເດືອນກັນຍາ 2022)