ທັດສະນະຂອງພັກກອມມູນິດຫວຽດນາມກ່ຽວກັບການຮັກສາສິ່ງແວດລ້ອມ
ໃນຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ
ໃນຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ
ວກ. - ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງຂອງປະເທດ ແມ່ນທັດສະນະການພັດທະນາຂອງພັກກອມມູນິດຫວຽດນາມ. ທັດສະນະດັ່ງກ່າວ ສະແດງອອກຜ່ານນະໂຍບາຍ ແລະ ແນວທາງການພັດທະນາທີ່ສອດຄ່ອງ ກັບຄວາມຕ້ອງການ ແລະ ເງື່ອນໄຂການພັດທະນາ ຂອງປະເທດ ໃນແຕ່ລະໄລຍະ.
ຂະບວນການສ້າງຕັ້ງ ແລະ ປັບປຸງ ທັດສະນະຂອງພັກກອມມູນິດຫວຽດນາມ
ໃຫ້ສົມບູນແບບເທື່ອລະກ້າວ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ
ຕິດພັນກັບຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຂອງປະເທດ.
ໃນພາລະກິດການປ່ຽນແປງໃໝ່, ພ້ອມກັບຂະບວນການເປີດກວ້າງ, ຫັນປ່ຽນຈາກພື້ນຖານເສດຖະກິດແຜນການລວມສູນ ເປັນພື້ນຖານເສດຖະກິດຕະຫຼາດ, ຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ແຕ່ຕົ້ນມາ, ຫວຽດນາມ ໄດ້ເອົາໃຈໃສ່ເຖິງການປົກປັກຮັກສາສິ່ງແວດລ້ອມ, ຖືວ່າ ນີ້ແມ່ນບັນຫາສຳຄັນຂອງປະເທດ ແລະ ມະນຸດຊາດ; ແມ່ນໜ້າທີ່ສັງຄົມທີ່ເລິກເຊິ່ງ, ຕິດພັນກັບການລົບລ້າງຄວາມອຶດຫີວ ແລະ ຫຼຸດຜ່ອນຄວາມທຸກຍາກ, ເພື່ອສັນຕິພາບ ແລະ ຄວາມກ້າວໜ້າຂອງສັງຄົມໃນທົ່ວໂລກ. ນະໂຍບາຍຂອງພັກກອມມູນິດຫວຽດນາມ ແມ່ນການເຕີບໂຕດ້ານເສດຖະກິດຕ້ອງຕິດພັນກັບຄວາມກ້າວໜ້າ, ຄວາມຍຸຕິທຳທາງສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ, ຜ່ານນັ້ນ ກໍ່ສ້າງບັນດາສະຖາບັນແລະນະໂຍບາຍໃຫ້ສົມບູນແບບຢ່າງວ່ອງໄວ ແລະ ຍືນຍົງ. ທັດສະນະຂອງພັກກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໄດ້ຮັບການສ້າງຕັ້ງ ແລະ ພັດທະນາ, ສອດຄ່ອງກັບແຕ່ລະໄລຍະ ຂອງຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ, ສະແດງອອກຜ່ານເອກະສານ ແລະ ມະຕິຂອງພັກ. ໂຄງການການເມືອງ ກໍ່ສ້າງປະເທດໃນໄລຍະຂ້າມຜ່ານສູ່ສັງຄົມນິຍົມ (ປີ 1991) ໄດ້ຢືນຢັນການປະຕິບັດຢ່າງເຂັ້ມງວດ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຮັກສາຄວາມດຸ່ນດ່ຽງດ້ານນິເວດ ໃຫ້ແກ່ຄົນລຸ້ນໃນປະຈຸບັນ ແລະ ອະນາຄົດ. ເຖິງກອງປະຊຸມໃຫຍ່ຄັ້ງທີ VII, ພັກໄດ້ກຳນົດຢ່າງຈະແຈ້ງ ກ່ຽວກັບການພັດທະນາຂະແໜງເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ ດ້ວຍບັນດາມາດຕະການແກ້ໄຂໂດຍສະເພາະ: ລັດກຳນົດສິດເປັນເຈົ້າຂອງ, ສິດແລະຄວາມຮັບຜິດຊອບໃນການນຳໃຊ້ຊັບພະຍາກອນ ເພື່ອຢຸດຕິສະພາບການບໍ່ມີເຈົ້າຂອງ; ປະກາດໃຊ້ກົດໝາຍວ່າດ້ວຍການປົກປ້ອງສິ່ງແວດລ້ອມ; ສຶກສາ ແລະ ຂະຫຍາຍການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງກ້ວາງຂວາງໃຫ້ປະຊາຊົນທຸກຄົນ; ກໍ່ສ້າງອົງການຈັດຕັ້ງທີ່ມີໜ້າທີ່ສະເພາະ ໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຕ່ສູນກາງລົງຮອດທ້ອງຖິ່ນ, ສົມທົບກັບການເຄື່ອນໄຫວ ຂອງມະຫາຊົນໃນຂະແໜງການນີ້; ໄດ້ເຂົ້າຮ່ວມຕັ້ງແຕ່ຕົ້ນແລະປະສານງານກັບອົງການຈັດຕັ້ງສາກົນ ແລະ ພາກພື້ນ ໃນການປົກປັກຮັກສາຊັບພະຍາກອນ, ສິ່ງແວດລ້ອມ ແລະ ພູມສັນຖານ.
ພາຍຫຼັງບັນລຸໄດ້ບັນດາຜົນງານດ້ານເສດຖະກິດໃນຊຸມປີຕົ້ນແຫ່ງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ຮັບຮູ້ບັນດາສິ່ງທ້າທາຍດ້ານສິ່ງແວດລ້ອມ. ວັນທີ 25 ມິຖຸນາປີ 1998, ກົມການເມືອງສູນກາງໄດ້ອອກຄຳສັ່ງເລກທີ 36/1998/CT-TW “ເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມໃນໄລຍະຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ”. ນີ້ແມ່ນຄັ້ງທຳອິດທີ່ພັກໄດ້ອອກຄຳສັ່ງກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ໂດຍກຳນົດວ່າ ການປົກປັກຮັກສາສິ່ງແວດລ້ອມແມ່ນບັນຫາສຳຄັນຂອງປະເທດ ແລະ ມະນຸດ; ແມ່ນວຽກງານສັງຄົມທີ່ເລິກເຊິ່ງ ແລະ ສະເໜີ 4 ທັດສະນະພື້ນຖານຄື: 1- ການປົກປັກຮັກສາສິ່ງແວດລ້ອມແມ່ນພາລະກິດຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ; 2- ການປົກປັກຮັກສາສິ່ງແວດລ້ອມ ເປັນເນື້ອໃນພື້ນຖານ ແລະ ຂາດບໍ່ໄດ້ ໃນແນວທາງ ການພັດທະນາເສດຖະກິດ-ສັງຄົມ, ນະໂຍບາຍ ແລະ ແຜນງານຂອງທຸກຂັ້ນ ແລະ ຂະແໜງການ ແລະ ເປັນພື້ນຖານອັນສຳຄັນ ເພື່ອຮັບປະກັນການພັດທະນາແບບຍືນຍົງ, ປະຕິບັດການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ ຢ່າງສຳເລັດມີໄຊ; 3- ຖືການປ້ອງກັນແລະກັກເກັບມົນລະພາວະຕໍ່ສິ່ງແວດລ້ອມເປັນຫຼັກການຫຼັກ ສົມທົບກັບການບຳບັດມົນລະພິດ, ການປັບປຸງສິ່ງແວດລ້ອມ ແລະ ການອະນຸລັກທຳມະຊາດ; 4- ສົມທົບການເສີມຂະຫຍາຍກຳລັງແຮງພາຍໃນ ກັບການເພີ່ມທະວີການຮ່ວມມືສາກົນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ.
ທີ່ກອງປະຊຸມໃຫຍ່ຄັ້ງທີ IX, ພັກໄດ້ສືບຕໍ່ເນັ້ນໜັກເຖິງທັດສະນະປົກປັກຮັກສາສິ່ງແວດລ້ອມ ຕິດພັນກັບການພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດ. ກອງປະຊຸມໄດ້ກຳນົດວ່າ “ການພັດທະນາຢ່າງວ່ອງໄວ, ມີປະສິດທິຜົນ ແລະ ຍືນຍົງ, ການເຕີບໂຕດ້ານເສດຖະກິດໄປຄຽງຄູ່ກັບຄວາມກ້າວໜ້າ, ຄວາມຍຸດຕິທຳທາງສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ”(1) ແລະ ເນັ້ນໜັກວ່າ ບໍ່ພຽງແຕ່ປົກປັກຮັກສາສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງປັບປຸງສະພາບແວດລ້ອມ, ເຊື່ອມໂຍງຢ່າງແໜ້ນແຟ້ນນະໂຍບາຍສິ່ງແວດລ້ອມ ກັບນະໂຍບາຍພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນປະເທດ-ປ້ອງກັນຄວາມໝັ້ນຄົງ, ຖືການປັບປຸງສິ່ງແວດລ້ອມເປັນມາດຕະການຕີລາຄາການພັດທະນາ.
ຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງປະເທດໄລຍະ 2001–2010 ຢືນຢັນທັດສະນະວ່າ ການພັດທະນາເສດຖະກິດ-ສັງຄົມແມ່ນຕິດພັນກັບການປົກປັກຮັກສາ ແລະ ປັບປຸງສິ່ງແວດລ້ອມຢ່າງແໜ້ນແຟ້ນ, ຮັບປະກັນຄວາມກົມກຽວລະຫວ່າງ ສະພາບແວດລ້ອມກໍ່ສ້າງ ແລະ ສິ່ງແວດລ້ອມທໍາມະຊາດ, ປົກປັກຮັກສາຊີວະນາໆພັນ. ການປົກປັກຮັກສາແລະປັບປຸງສິ່ງແວດລ້ອມ ແມ່ນຄວາມຮັບຜິດຊອບຂອງທົ່ວສັງຄົມ, ການເພີ່ມທະວີການຄຸ້ມຄອງລັດ ໄປຄຽງຄູ່ກັບການຍົກສູງຄວາມຮັບຜິດຊອບຂອງປະຊາຊົນ. ເປັນເຈົ້າການໃນການເຊື່ອມໂຍງຄວາມຕ້ອງການປັບປຸງສິ່ງແວດລ້ອມໃນແຕ່ລະແຜນກຳນົດ, ແຜນການ, ໂຄງການ, ແຜນງານພັດທະນາເສດຖະກິດ-ສັງຄົມ, ໂດຍຖືເອົາຄວາມຕ້ອງການດ້ານສິ່ງແວດລ້ອມ ເປັນມາດຕະການສຳຄັນໃນການປະເມີນຜົນການແກ້ໄຂການພັດທະນາ.
ພາຍຫຼັງ 6 ປີແຫ່ງການປະກາດໃຊ້ ແລະ ປະຕິບັດຄຳສັ່ງເລກທີ 36-CT/TW ແລະ ອີງຕາມການຊີ້ນຳຂອງພັກໃນກອງປະຊຸມໃຫຍ່ຄັ້ງທີ IX, ບັນຫາສິ່ງແວດລ້ອມໄດ້ຮັບການປັບປຸງ ແລະ ການເພີ່ມຂຶ້ນຂອງມົນລະພິດສິ່ງແວດລ້ອມກໍຖືກຈຳກັດ. ຢ່າງໃດກໍຕາມ, ສະພາບແວດລ້ອມຢູ່ຫວຽດນາມໃນເວລານີ້ຍັງເສື່ອມໂຊມຢ່າງວ່ອງໄວ, ໃນບາງພື້ນທີ່ແລະບາງຄັ້ງເຖິງລະດັບທີ່ໜ້າຕົກໃຈ. ຕໍ່ໜ້າສະຖານະການນັ້ນ, ມະຕິໝາຍເລກ 41-NQ/TW ລົງວັນທີ 15 ພະຈິກ 2004 ຂອງກົມການເມືອງສູນກາງ ວ່າດ້ວຍ “ການປົກປ້ອງ ສິ່ງແວດລ້ອມ ໃນໄລຍະຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງປະເທດ” ໄດ້ຮັບການປະກາດໃຊ້. ມະຕິໝາຍເລກ 41-NQ/TW ໄດ້ລະບຸ 5 ທັດສະນະຄື: 1- ການປົກປັກຮັກສາສິ່ງແວດລ້ອມແມ່ນໜຶ່ງໃນບັນດາບັນຫາສຳຄັນຂອງມວນມະນຸດ; ເປັນປັດໄຈຮັບປະກັນສຸຂະພາບ ແລະ ຄຸນນະພາບຊີວິດຂອງປະຊາຊົນ; ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງແຫ່ງຊາດ ແລະ ຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນຂອງປະເທດເຮົາ; 2- ການປົກປັກຮັກສາສິ່ງແວດລ້ອມ ເປັນທັງເປົ້າໝາຍ ແລະ ເນື້ອໃນພື້ນຖານໜຶ່ງຂອງ ການພັດທະນາແບບຍືນຍົງ ເຊິ່ງຕ້ອງໄດ້ສະແດງອອກ ໃນຍຸດທະສາດການພັດທະນາ ເສດຖະກິດ-ສັງຄົມ, ແຜນກຳນົດ, ແຜນການ ແລະ ໂຄງການຂອງແຕ່ລະຂະແໜງການ ແລະ ແຕ່ລະທ້ອງຖິ່ນ. ແກ້ໄຂຜ່ານຜ່າແນວຄິດທີ່ພຽງແຕ່ເອົາໃຈໃສ່ເຖິງການພັດທະນາເສດຖະກິດ-ສັງຄົມ ໂດຍບໍ່ຄຳນຶງເຖິງການປົກປັກຮັກສາສິ່ງແວດລ້ອມ. ລົງທຶນປົກປັກຮັກສາສິ່ງແວດລ້ອມແມ່ນລົງທຶນພັດທະນາແບບຍືນຍົງ; 3- ການປົກປັກຮັກສາສິ່ງແວດລ້ອມ ເປັນສິດແລະພັນທະຂອງທຸກອົງກອນ, ທຸກຄອບຄົວ ແລະ ທຸກຄົນ, ເປັນການສະແດງອອກເຖິງການດຳລົງຊີວິດທາງດ້ານວັດທະນະທຳ ແລະ ຈັນຍາບັນ, ເປັນເງື່ອນໄຂອັນສຳຄັນຂອງສັງຄົມອາລະຍະທຳ ແລະ ການສືບຕໍ່ຮີດຄອງປະເພນີແຫ່ງຄວາມຮັກທຳມະຊາດ ແລະ ການດຳລົງຊີວິດຢ່າງກົມກຽວກັບທຳມະຊາດ ຂອງບັນພະບຸລຸດຂອງເຮົາ; 4- ການປົກປັກຮັກສາສິ່ງແວດລ້ອມ ຕ້ອງປະຕິບັດຕາມ ຄຳຂວັນຂອງການປ້ອງກັນ ແລະ ຈຳກັດ ຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ສົມທົບກັບການບົວລະບັດມົນລະພິດ, ຜ່ານຜ່າຄວາມເສື່ອມໂຊມ, ປັບປຸງສິ່ງແວດລ້ອມ ແລະ ປົກປັກຮັກສາທຳມະຊາດ; ສົມທົບການລົງທຶນຂອງລັດ ກັບການຊຸກຍູ້ການລະດົມແຫຼ່ງຊັບພະຍາກອນໃນສັງຄົມ ແລະ ເປີດກວ້າງການຮ່ວມມືສາກົນ; ສົມທົບເຕັກໂນໂລຊີທີ່ທັນສະໄໝ ກັບວິທີການພື້ນເມືອງ; 5- ວຽກງານປົກປັກຮັກສາສິ່ງແວດລ້ອມ ເປັນວຽກງານທີ່ມີຄວາມຊັບຊ້ອນ ແລະ ຮີບດ່ວນ, ມີຫຼາຍຂະແໜງການ ແລະ ລະຫວ່າງພາກພື້ນ, ສະນັ້ນ ຕ້ອງມີການຊີ້ນໍາ ນໍາພາ ຢ່າງໃກ້ຊິດຂອງຄະນະພັກທຸກຂັ້ນ ແລະການຄຸ້ມຄອງລັດ ຢ່າງເປັນເອກະສັນ, ມີສ່ວນຮ່ວມຢ່າງຕັ້ງໜ້າ ຂອງແນວໂຮມປະເທດຊາດ ແລະ ອົງການປະຊາຊົນ.
ທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ເປັນຄັ້ງທຳອິດທີ່ໃນບົດລາຍງານກ່ຽວກັບທິດທາງ ແລະ ໜ້າທີ່ການພັດທະນາເສດຖະກິດ-ສັງຄົມ ໄລຍະ 2006-2010 ໄດ້ມີການກຳນົດຄາດໝາຍສະເພາະກ່ຽວກັບສິ່ງແວດລ້ອມ (ເນື້ອທີ່ປົກຫຸ້ມຂອງປ່າໄມ້; ອັດຕາສ່ວນການນຳໃຊ້ນ້ຳສະອາດ; ເປົ້າໝາຍການບຳບັດສິ່ງເສດເຫຼືອ) ແລະເພີ່ມທະວີການປົກປ້ອງ,ະປັບປຸງສິ່ງແວດລ້ອມ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ເຊິ່ງໄດ້ກຳນົດເປັນໜຶ່ງໃນ 6 ໜ້າທີ່ ໃນການກຳນົດທິດພັດທະນາຂະແໜງການ, ຂົງເຂດ ແລະ ພາກພື້ນ. ທີ່ກອງປະຊຸມໃຫຍ່ຄັ້ງທີ XI, ພັກໄດ້ສືບຕໍ່ເນັ້ນໜັກເຖິງບັນຫາປົກປັກຮັກສາສິ່ງແວດລ້ອມ ແລະ ຢືນຢັນວ່າ ການປົກປັກຮັກສາສິ່ງແວດລ້ອມແມ່ນໜຶ່ງໃນບັນດາບັນຫາສຳຄັນຂອງມວນມະນຸດ; ການລົງທຶນປົກປັກຮັກສາສິ່ງແວດລ້ອມແມ່ນລົງທຶນພັດທະນາແບບຍືນຍົງ;ເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນໄພທຳມະຊາດຢ່າງຕັ້ງໜ້າ ແລະ ປັບຕົວໃຫ້ເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດຢ່າງມີປະສິດທິຜົນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການປົກປັກຮັກສາສິ່ງແວດລ້ອມໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ. ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານສູ່ສັງຄົມນິຍົມ (ສະບັບປັບປຸງແລະພັດທະນາປີ 2011) ເນັ້ນໜັກເຖິງບັນຫາປົກປັກຮັກສາສິ່ງແວດລ້ອມ, ໂດຍກ່າວວ່າ ປະຊາຊົນໃນໂລກພວມປະເຊີນໜ້າກັບບັນຫາໂລກອັນຮີບດ່ວນທີ່ກ່ຽວຂ້ອງກັບຊະຕາກຳຂອງມະນຸດຊາດ. ນັ້ນແມ່ນການປົກປັກຮັກສາສັນຕິພາບ, ຕ້ານຄວາມສ່ຽງຂອງສົງຄາມ, ຕ້ານການກໍ່ການຮ້າຍ, ປົກປັກຮັກສາສິ່ງແວດລ້ອມ ແລະ ຕອບສະໜອງການປ່ຽນແປງສະພາບດິນຟ້າອາກາດໂລກ. ການແກ້ໄຂບັນຫາເຫຼົ່ານີ້ຮຽກຮ້ອງໃຫ້ມີການຮ່ວມມື ແລະຄວາມຮັບຜິດຊອບສູງ ຂອງທຸກປະເທດແລະຊົນຊາດ. ໂຄງການການເມືອງ ໄດ້ກໍານົດທິດທາງພື້ນຖານຂອງການພັດທະນາປະເທດ ແມ່ນການຫັນເປັນອຸດສາຫະກໍາ ແລະທັນສະໄຫມຂອງປະເທດ ຕິດພັນກັບການພັດທະນາເສດຖະກິດພຸມປັນຍາ, ການປົກປັກຮັກສາຊັບພະຍາກອນທໍາມະຊາດ ສິ່ງແວດລ້ອມ ແລະ ທິດທາງໃນການຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູ ແລະ ການນຳໃຊ້ຊັບພະຍາກອນຂອງຊາດຢ່າງສົມເຫດສົມຜົນ ແລະ ມີປະສິດທິຜົນ.
ຜັນຂະຫຍາຍໂຄງການການເມືອງກໍ່ສ້າງສາປະເທດໃນສະໄໝຂ້າມຜ່ານສູ່ສັງຄົມນິຍົມ (ສະບັບປັບປຸງແລະພັດທະນາປີ 2011), ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 2011-2020 ລະບຸຢ່າງຈະແຈ້ງວ່າ ການພັດທະນາຢ່າງວ່ອງໄວ ຕິດພັນກັບ ການພັດທະນາແບບຍືນຍົງ ແມ່ນຄວາມຮຽກຮ້ອງຕ້ອງການທີ່ສອດຫ້ອຍຕະຫຼອດ. ການພັດທະນາເສດຖະກິດ-ສັງຄົມ ຕ້ອງເອົາໃຈໃສ່ເຖິງການປົກປັກຮັກສາ ແລະປັບປຸງສິ່ງແວດລ້ອມຢ່າງສະເໝີຕົ້ນສະເໝີປາຍ, ຕອບສະໜອງຕໍ່ການປ່ຽນແປງຂອງດິນຟ້າອາກາດ. ຍຸດທະສາດຮຽກຮ້ອງໃຫ້ຍົກສູງຄວາມຮັບຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ເຊື່ອມໂຍງວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ເປົ້າໝາຍພັດທະນາເສດຖະກິດ-ສັງຄົມ; ປ່ຽນແປງໃໝ່ກົນໄກການຄຸ້ມຄອງຊັບພະຍາກອນ ແລະ ປົກປັກຮັກສາສິ່ງແວດລ້ອມ; ລວມເອົາເນື້ອໃນການປົກປັກຮັກສາສິ່ງແວດລ້ອມເຂົ້າໃນຍຸດທະສາດ, ແຜນກຳນົດ, ແຜນພັດທະນາຂະແໜງການ, ຂົງເຂດ, ພາກພື້ນ, ແຜນງານ ແລະ ໂຄງການ. ໂຄງການລົງທຶນກໍ່ສ້າງໃໝ່ຕ້ອງຮັບປະກັນຄວາມຮຽກຮ້ອງຕ້ອງການດ້ານສິ່ງແວດລ້ອມ. ປະຕິບັດແຜນງານໃນການຈັດການສະຖານທີ່ທີ່ກໍ່ໃຫ້ເກີດມົນລະພາວະຕໍ່ສິ່ງແວດລ້ອມຢ່າງເຄັ່ງຄັດ. ປັບປຸງລະບົບກົດໝາຍດ້ານການຄຸ້ມຄອງສິ່ງແວດລ້ອມໃຫ້ສົມບູນແບບ; ພັດທະນາມາດຕະການລົງໂທດທີ່ເຂັ້ມແຂງພຽງພໍທີ່ຈະຈັດການກັບການລະເມີດ. ແກ້ໄຂຜ່ານຜ່າຄວາມເສື່ອມໂຊມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມດຸ່ນດ່ຽງດ້ານນິເວດ, ປັບປຸງຄຸນນະພາບສິ່ງແວດລ້ອມ. ປະຕິບັດໂຄງການປູກປ່າຢ່າງດີ, ປ້ອງກັນການຕັດໄມ້ທຳລາຍປ່າ ແລະໄຟປ່າຢ່າງມີປະສິດທິຜົນ; ເພີ່ມທະວີເຂດສະຫງວນທຳມະຊາດ. ຄຸ້ມຄອງ, ຂຸດຄົ້ນ ແລະ ນຳໃຊ້ທີ່ດິນ, ແຫຼ່ງນ້ຳ, ແຮ່ທາດ ແລະ ຊັບພະຍາກອນທຳມະຊາດອື່ນໆ ຢ່າງມີປະສິດທິຜົນ. ຈໍາກັດແລະກ້າວໄປສູ່ການບໍ່ສົ່ງອອກຊັບພະຍາກອນທີ່ບໍ່ໄດ້ປຸງແຕ່ງ. ສຸມໃສ່ພັດທະນາເສດຖະກິດສີຂຽວ ທີ່ເປັນມິດກັບສິ່ງແວດລ້ອມ. ປະຕິບັດການຜະລິດແລະການບໍລິໂພກແບບຍືນຍົງ; ຄ່ອຍໆ ພັດທະນາພະລັງງານສະອາດ, ການຜະລິດສະອາດ ແລະ ບໍລິໂພກສະອາດ. ຍູ້ແຮງການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ພັດທະນາການບໍລິການສິ່ງແວດລ້ອມ, ບຳບັດສິ່ງເສດເຫຼືອ. ຍູ້ແຮງການຄົ້ນຄວ້າ, ພະຍາກອນອຸຕຸນິຍົມວິທະຍາ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການປະເມີນຜົນກະທົບຢ່າງຕັ້ງໜ້າ ເພື່ອປະຕິບັດມາດຕະການປ້ອງກັນ ແລະ ຕ້ານໄພທຳມະຊາດຢ່າງມີປະສິດທິຜົນ ແລະ ແຜນງານແຫ່ງຊາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນການເພີ່ມຂຶ້ນຂອງລະດັບນ້ຳທະເລ. ເພີ່ມທະວີການຮ່ວມມືສາກົນ ເພື່ອປະສານສົມທົບການເຄື່ອນໄຫວ ແລະ ເພີ່ມທະວີການຊ່ວຍເຫຼືອຂອງປະຊາຄົມໂລກ.
ສະພາບຄວາມເປັນຈິງຂອງການຫັນເປັນອຸດສາຫະກຳ ແລະທັນສະໄໝ ຂອງປະເທດ ໃນທົດສະວັດທຳອິດຂອງສະຕະວັດທີ 21 ສະແດງໃຫ້ເຫັນວ່າ ບັນຫາການປົກປັກຮັກສາສິ່ງແວດລ້ອມ ມີຄວາມຊັບຊ້ອນທີ່ສຸດ, ມັນຕິດພັນກັບການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງແລະການຂຸດຄົ້ນຊັບພະຍາກອນທຳມະຊາດ, ການອະນຸລັກຊີວະນາໆພັນ. ສະນັ້ນ, ຄະນະບໍລິຫານງານສູນກາງພັກໄດ້ອອກມະຕິໝາຍເລກ 24-NQ/TW, ລົງວັນທີ 3 ມິຖຸນາ 2013 “ກ່ຽວກັບການຕອບໂຕ້ຢ່າງຕັ້ງໜ້າຕໍ່ການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນ ແລະ ປົກປັກຮັກສາສິ່ງແວດລ້ອມ”. ໂດຍອີງໃສ່ການຕີລາຄາສະພາບການເຄື່ອນໄຫວ ແລະ ໜ້າທີ່ປົກປັກຮັກສາສິ່ງແວດລ້ອມໃນໄລຍະທີ່ຜ່ານມາ, ມະຕິໝາຍເລກ 24-NQ/TW ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບທັດສະນະ ແລະເປົ້າໝາຍລວມ ເຊິ່ງສະແດງໃຫ້ເຫັນເຖິງທັດສະນະການຕອບໂຕ້ຢ່າງຕັ້ງໜ້າກັບການປ່ຽນແປງຂອງດິນຟ້າອາກາດ, ການສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນ ການຄຸ້ມຄອງແລະປົກປັກຮັກສາສິ່ງແວດລ້ອມແມ່ນບັນຫາທີ່ມີຄວາມສຳຄັນພິເສດ, ມີອິດທິພົນອັນໃຫຍ່ຫຼວງ, ພົວພັນ ແລະກະທົບເຊິ່ງກັນແລະກັນ ພ້ອມກັນກຳນົດຄວາມໝັ້ນຄົງຂອງປະເທດ; ສະພາບແວດລ້ອມແມ່ນບັນຫາທົ່ວໂລກ. ການປົກປັກຮັກສາສິ່ງແວດລ້ອມເປັນທັງເປົ້າຫມາຍ ແລະເນື້ອໃນພື້ນຖານ ຂອງການພັດທະນາແບບຍືນຍົງ. ການເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມ ຕ້ອງປະຕິບັດຕາມຄຳຂວັນຂອງການປະພຶດຕົນໃຫ້ສອດຄ່ອງກັບທຳມະຊາດ, ຕາມກົດເກນຂອງທຳມະຊາດ, ການປ້ອງກັນເປັນຕົ້ນຕໍ; ສົມທົບກັນກວດກາ, ການແກ້ໄຂມົນລະພິດ, ການປັບປຸງສະພາບແວດລ້ອມ, ການອະນຸລັກຮັກສາທຳມະຊາດ ແລະ ຄວາມຫຼາກຫຼາຍທາງຊີວະພາບ; ຖືການປົກປ້ອງສຸຂະພາບຂອງປະຊາຊົນເປັນເປົ້າໝາຍອັນດັບໜຶ່ງ; ຂະຈັດໂຄງການທີ່ກໍ່ໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ ແລະສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນຢ່າງເດັດຂາດ. ການລົງທຶນປົກປັກຮັກສາສິ່ງແວດລ້ອມແມ່ນການລົງທຶນພັດທະນາແບບຍືນຍົງ.
ປຸກລະດົມການປູກຕົ້ນໄມ້ໃຫ້ເປັນປ່າຄຸ້ມກັນຊາຍຝັ່ງທັເລ ເມືອງຫວິງເຈົາ ແຂວງສ້ອກຈັງ _ພາບ: TTXVN
ມະຕິໝາຍເລກ 24-NQ/TW ໄດ້ກຳນົດເປົ້າໝາຍສະເພາະ ແລະ 3 ກຸ່ມວຽກງານ ປົກປັກຮັກສາສິ່ງແວດລ້ອມຄື: 1- ການປ້ອງກັນ ແລະ ຄວບຄຸມແຫຼ່ງມົນລະພິດສິ່ງແວດ ລ້ອມ; 2- ແກ້ໄຂມົນລະພິດ, ປັບປຸງຄຸນນະພາບສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ, ຈຳກັດຜົນກະທົບຂອງມົນລະພິດສິ່ງແວດລ້ອມຕໍ່ສຸຂະພາບຂອງປະຊາຊົນ; 3- ປົກປັກຮັກສາ ແລະ ພັດທະນາປ່າໄມ້, ປົກປັກຮັກສາທຳມະຊາດ ແລະ ຊີວະນາໆພັນ. ຄຽງຄູ່ກັບນັ້ນແມ່ນ 5 ກຸ່ມວິທີການແກ້ໄຂຄື: 1- ເສີມຂະຫຍາຍ ແລະ ປ່ຽນແປງໃໝ່ການໂຄສະນາອົບຮົມ, ສຶກສາ, ເພີ່ມຄວາມຮັບຮູ້, ສ້າງຈິດໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດການນຳໃຊ້ຊັບພະຍາກອນ ແລະ ປົກປັກຮັກສາສິ່ງແວດລ້ອມ; 2- ສົ່ງເສີມການຄົ້ນຄວ້າ ແລະ ນຳໃຊ້ຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກໂນໂລຊີ ໃນການຕອບສະໜອງຕໍ່ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງຊັບພະຍາກອນ ແລະ ການປົກປັກຮັກສາສິ່ງແວດລ້ອມ; 3- ເພີ່ມທະວີການຄຸ້ມຄອງລັດ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ; 4- ປ່ຽນແປງໃໝ່ ແລະ ປັບປຸງກົນໄກ ແລະ ນະໂຍບາຍການເງິນ, ສ້າງຄວາມເຂັ້ມແຂງ ແລະກວ້າງຂວາງ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ; 5- ໃຫ້ຄວາມສຳຄັນກັບການຮ່ວມມືແລະການເຊື່ອມໂຍງສາກົນທາງດ້ານການຮັບມືກັບກັບການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງຊັບພະຍາກອນ ແລະ ການປົກປັກຮັກສາສິ່ງແວດລ້ອມ.
ທີ່ກອງປະຊຸມໃຫຍ່ຄັ້ງທີ XII, ພັກໄດ້ຢືນຢັນບັນດາໝາກຜົນທີ່ບັນລຸໄດ້ພາຍຫຼັງ 30 ປີ ແຫ່ງການປ່ຽນແປງໃໝ່ປະເທດ ແລະໄດ້ຊີ້ອອກຢ່າງກົງໄປກົງມາເຖິງຂໍ້ຈຳກັດ, ຂໍ້ຂາດຕົກບົກຜ່ອງ, ໃນນັ້ນມີການພັດທະນາຢ່າງບໍ່ຢຸດຢັ້ງທັງດ້ານວັດທະນະທຳ, ສັງຄົມ. ບົນພື້ນຖານນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XII ໄດ້ສະເໜີບັນດາໜ້າທີ່ ແລະ ມາດຕະການແກ້ໄຂ ການພັດທະນາເສດຖະກິດ-ສັງຄົມ ລ້ວນແຕ່ຕິດພັນຢ່າງແໜ້ນແຟ້ນກັບໜ້າທີ່ປົກປັກຮັກສາສິ່ງແວດລ້ອມ, ສົມທົບກັນຢ່າງກົມກຽວການເຕີບໂຕເສດຖະກິດ ກັບການພັດທະນາວັດທະນະທໍາ, ປະຕິບັດຄວາມກ້າວໜ້າແລະຄວາມຍຸຕິທໍາທາງສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ; ປົກປັກຮັກສາ ແລະ ປັບປຸງສະພາບແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບປະກັນການປ້ອງກັນປະເທດ ປ້ອງກັນຄວາມໝັ້ນຄົງ; ເອົາໃຈໃສ່ປະຕິບັດວຽກງານປັບປຸງຄວາມຮູ້ຂອງປະຊາຊົນ, ບຳລຸງສ້າງສຸຂະພາບ, ສ້າງວຽກເຮັດງານທຳ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັບປະກັນຄວາມໝັ້ນຄົງທາງສັງຄົມ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປົກປັກຮັກສາສິ່ງແວດລ້ອມ; ພັດທະນາອຸດສາຫະກຳພະລັງງານ, ໂລຫະ, ນ້ຳມັນເຊື້ອໄຟ, ເຄມີ ດ້ວຍເຕັກໂນໂລຢີທີ່ທັນສະໄໝແລະເປັນມິດກັບສິ່ງແວດລ້ອມ, ສ້າງບັນດາຜະລິດຕະພັນທີ່ສາມາດແຂ່ງຂັນ; ຂຸດຄົ້ນມໍລະດົກວັດທະນະທຳ-ທຳມະຊາດຢ່າງມີປະສິດທິຜົນ ແລະ ແບບຍືນຍົງ; ເລັ່ງໃສ່ການສືບສວນຂັ້ນພື້ນຖານກ່ຽວກັບຊັບພະຍາກອນທະເລ, ເກາະ ແລະ ສິ່ງແວດລ້ອມ; ກວດກາຄືນ, ປັບປຸງນະໂຍບາຍ, ກົດໝາຍເພື່ອດຶງດູດການລົງທຶນຈາກຕ່າງປະເທດຢ່າງແຂງແຮງ, ພິເສດແມ່ນ ບັນດາໂຄງການທີ່ມີເຕັກໂນໂລຢີສູງ, ເປັນມິດກັບສິ່ງແວດລ້ອມ, ຜະລິດຕະພັນມູນຄ່າເພີ່ມ ແລະ ອັດຕາທ້ອງຖິ່ນສູງ, ເຂົ້າຮ່ວມເຄືອຂ່າຍການຜະລິດ ແລະ ຕ່ອງໂສ້ມູນຄ່າທົ່ວໂລກ, ຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່. ເພີ່ມທະວີການດຶງດູດການລົງທຶນຈາກຕ່າງປະເທດດ້ວຍເຕັກໂນໂລຢີສູງ ແລະ ເປັນມິດກັບສິ່ງແວດລ້ອມ; ຄ່ອຍໆສ້າງເປັນລະບົບຕົວເມືອງທີ່ມີໂຄງສ້າງພື້ນຖານທີ່ສອດຄ່ອງ, ທັນສະໄຫມ, ສີຂຽວ ແລະເປັນມິດກັບສິ່ງ ແວດລ້ອມ, ໂດຍສະເພາະຕົວເມືອງໃຫຍ່; ເພີ່ມທະວີການຄຸ້ມຄອງລັດ, ປັບປຸງລະບົບກົດໝາຍ, ກົນໄກ, ນະໂຍບາຍ ແລະ ສົມທົບກັນຈັດຕັ້ງການແກ້ໄຂຢ່າງຕັ້ງໜ້າ ເພື່ອຕອບສະໜອງການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນ ແລະ ຕ້ານໄພທຳມະຊາດ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ; ປັບປຸງຄຸນນະພາບສິ່ງແວດ ລ້ອມ ແລະຊີວິດການເປັນຢູ່ຂອງປະຊາຊົນ. ດຳເນີນການຫັນເປັນສັງຄົມໃນວຽກງານການປ້ອງກັນແລະບຳບັດມົນລະພິດສິ່ງແວດລ້ອມ. ຄວບຄຸມແຫຼ່ກຳເນີດມົນລະພິດຢ່າງເຄັ່ງຄັດ.ເອົາຊະນະມົນລະພິດສິ່ງແວດລ້ອມທີ່ຕົກຄ້າງຈາກສົງຄາມຢ່າງມີປະສິດທິຜົນ. ວາງແຜນ ແລະ ກໍ່ສ້າງການບຳບັດສິ່ງເສດເຫຼືອແບບລວມສູນຕາມເຂດ ແລະ ກຸ່ມຕາແສງ. ຈໍາກັດ, ກ້າວໄປເຖິງກີດກັ້ນໂດຍພື້ນຖານສະພາບມົນລະພິດສິ່ງແວດລ້ອມໃນບ້ານຫັດຖະກໍາ...
ໂດຍສືບຕໍ່ບັນດາທັດສະນະກ່ອນໜ້ານີ້, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ກຳນົດວຽກງານປົກປັກຮັກສາສິ່ງແວດລ້ອມເປັນເນື້ອໃນສຳຄັນໃນຂະບວນການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະຈະມາເຖິງ. ກອງປະຊຸມໃຫຍ່ຄັ້ງທີ XIII ສືບຕໍ່ຢືນຢັນທັດສະນະວ່າ ການພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມໃນແຕ່ລະບາດກ້າວ ແລະ ນະໂຍບາຍການພັດທະນາ. ເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIII ຍັງໄດ້ກ່າວເຖິງ ການປົກປັກຮັກສາສິ່ງແວດລ້ອມໃນຫຼາຍຂົງເຂດ ແລະ ເນື້ອໃນສະເພາະ ເຊັ່ນ: ການປົກປັກຮັກສາສິ່ງແວດລ້ອມຢູ່ເຂດຊົນນະບົດ; ຊຸກຍູ້ວິສາຫະກິດເອກະຊົນເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິບັດໜ້າທີ່ຮັບຜິດຊອບຕໍ່ສັງຄົມ; ຊຸກຍູ້ການສຶກສາ ເພື່ອຍົກສູງຄວາມຮັບຮູ້ ແລະ ການປົກປັກຮັກສາສິ່ງແວດລ້ອມ…
ບາງບົດຮຽນ ແລະ ວິທີແກ້ໄຂທີ່ສຳຄັນ
ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຢູ່ຫວຽດນາມ
ບາງບົດຮຽນທີ່ສຳຄັນ
ບາງບົດຮຽນທີ່ຖອດຖອນມາຈາກພຶດຕິກຳການນຳພາ ຊີ້ນຳວຽກງານປົກປັກຮັກສາ ສິ່ງແວດລ້ອມຂອງພັກ:
ທີ່ໜຶ່ງ, ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ, ຕ້ອງຊຸກຍູ້ແລະເອົາໃຈໃສ່ໃນວຽກງານປົກປັກຮັກສາສິ່ງແວດລ້ອມ. ການປົກປັກຮັກສາສິ່ງແວດລ້ອມແມ່ນວຽກງານຍຸດທະສາດທີ່ຂາດບໍ່ໄດ້ຈາກເປົ້າໝາຍການພັດທະນາແບບຍືນຍົງ, ເປັນປັດໄຈຮັບປະກັນສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ ແລະ ການປ້ອງກັນປະເທດຊາດ. ວາງເງື່ອນໄຂປົກປັກຮັກສາສິ່ງແວດລ້ອມເປັນຈຸດສຳຄັນໃນທັດສະນະ, ທິດທາງ ແລະ ນະໂຍບາຍການພັດທະນາປະເທດຊາດຂອງພັກກອມມູນິດຫວຽດນາມ. ກຳນົດການປົກປັກຮັກສາສິ່ງແວດລ້ອມເປັນພື້ນຖານ ແລະ ເງື່ອນໄຂເບື້ອງຕົ້ນ ຂອງການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ ແລະ ການພັດທະນາເສດຖະກິດຕ້ອງເອົາໃຈໃສ່ລົງທຶນເຂົ້າໃນວຽກງານປົກປັກຮັກສາສິ່ງແວດລ້ອມ.
ທີສອງ, ເດັດຂາດບໍ່ແລກປ່ຽນສິ່ງແວດລ້ອມກັບການເຕີບໂຕທາງເສດຖະກິດດ້ວຍລາຄາໃດໆ; ປະຕິບັດທັດສະນະ ແລະນະໂຍບາຍເພື່ອກວດກາ ແລະ ຄັດເລືອກໂຄງການ ລົງທຶນພັດທະນາຕາມມາດຖານການປົກປ້ອງສິ່ງແວດລ້ອມ.
ທີສາມ, ພັດທະນາເສດຖະກິດ-ສັງຄົມຕ້ອງເຄົາລົບກົດເກນທຳມະຊາດ, ສອດຄ່ອງກັບທຳມະຊາດ, ເປັນມິດກັບສິ່ງແວດລ້ອມ; ຮັກສາແລະເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະ ປະຫວັດສາດ.
ທີສີ່, ການປົກປັກຮັກສາສິ່ງແວດລ້ອມຕ້ອງຖືການປ້ອງກັນ, ຫຼີກເວັ້ນເປັນບຸລິມະສິດຕົ້ນຕໍ, ຄ່ອຍໆສະກັດກັ້ນການເພີ່ມຂຶ້ນຂອງມົນລະພິດສິ່ງແວດລ້ອມ, ຮັບປະກັນຄວາມປອດໄພດ້ານນິເວດ; ແກ້ໄຂໂດຍພື້ນຖານບັນຫາສິ່ງແວດລ້ອມອັນຮີບດ່ວນທີ່ສຳຄັນ, ປັບປຸງຄຸນນະພາບຊີວິດການເປັນຢູ່ເທື່ອລະກ້າວ; ເສີມຂະຫຍາຍການອະນຸລັກ ແລະ ຟື້ນຟູລະບົບນິເວດທີ່ສຳຄັນ; ເອົາຊະນະການຫຼຸດລົງຂອງຄວາມຫຼາກຫຼາຍທາງຊີວະພາບ ແລະທິວທັດທໍາມະຊາດ.
ທີຫ້າ, ການປົກປັກຮັກສາສິ່ງແວດລ້ອມຮຽກຮ້ອງໃຫ້ປະຕິບັດບັນດາມາດຕະການແກ້ໄຂຢ່າງຕໍ່ເນື່ອງ ກ່ຽວກັບການປັບປຸງລະບຽບລະບອບໃຫ້ສົມບູນ, ປະຕິຮູບລະບຽບການບໍລິຫານ ແລະ ເຄື່ອງມືເສດຖະກິດ; ພ້ອມກັນນັ້ນ, ນຳໃຊ້ທຸກແຫຼ່ງກຳລັງຂອງລັດ, ປະຊາຄົມ, ບັນດາອົງການ ແລະ ບຸກຄົນພາຍໃນ ແລະຕ່າງປະເທດຢ່າງມີປະສິດທິຜົນ. ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເປັນປັດໃຈບຸກທະລຸ ໃນການປົກປັກຮັກສາສິ່ງແວດລ້ອມ. ສືບຕໍ່ຫັນຮູບແບບການເຕີບໂຕດ້ານເສດຖະກິດໄປສູ່ສີຂຽວ, ສ້າງເສດຖະກິດໝູນວຽນ.
ທີຫົກ, ການປົກປັກຮັກສາສິ່ງແວດລ້ອມຂອງປະເທດຕິດພັນກັບການປົກປັກຮັກສາສິ່ງແວດລ້ອມນິເວດຂອງພາກພື້ນ ແລະ ໂລກ; ຮ່ວມມືກັບປະຊາຄົມໂລກເພື່ອແກ້ໄຂບັນຫາສິ່ງແວດລ້ອມຂ້າມຊາຍແດນຢ່າງມີປະສິດທິຜົນ; ການປົກປັກຮັກສາສິ່ງແວດລ້ອມຮັບປະກັນວ່າ ມັນບໍ່ໄດ້ທໍາລາຍອະທິປະໄຕ ແລະຄວາມໝັ້ນຄົງຂອງຊາດ.
ບາງວິທີແກ້ໄຂຕົ້ນຕໍ
ທີໜຶ່ງ, ຊຸກຍູ້ການເຄື່ອນໄຫວສື່ສານ ແລະ ການສຶກສາ ເພື່ອສືບຕໍ່ສ້າງຄວາມຮັບຮູ້ທົ່ວສັງຄົມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ. ເພີ່ມທະວີການສຶກສາສິ່ງແວດລ້ອມ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດຂອງການປົກປັກຮັກສາສິ່ງແວດລ້ອມ. ຍົກສູງຄວາມຮັບຮູ້ທຸກຂັ້ນ ແລະ ຂະແໜງການ ກ່ຽວກັບບົດບາດຂອງສິ່ງແວດລ້ອມໃນການພັດທະນາ. ຍູ້ແຮງການໂຄສະນາ, ສຶກສາ ແລະ ເພີ່ມຄວາມຮັບຮູ້ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການເຕີບໂຕຂຽວ, ການພັດທະນາເສດຖະກິດທີ່ມີເສດເຫຼືອໜ້ອຍ ກາກບອນຕ່ຳແລະອື່ນໆ ໂດຍແນໃສ່ປ່ຽນແປງໃໝ່ເນື້ອໃນ ແລະ ຫັນປ່ຽນຮູບແບບໂຄສະນາໃຫ້ເໝາະສົມກັບແຕ່ລະເປົ້າໝາຍ, ແຕ່ລະເຂດ, ແຕ່ລະທ້ອງຖິ່ນ. ໂຄສະນາເຜີຍແຜ່ ແລະ ສ້າງຈິດສຳນຶກຂອງຊຸມຊົນໃນການນຳໃຊ້ຊັບພະຍາກອນ ແລະ ພະລັງງານຢ່າງປະຢັດແລະມີປະສິດທິພາບ... ສົ່ງເສີມການຫັນເປັນສັງຄົມໃນການຝຶກອົບຮົມ ແລະ ການສື່ສານກ່ຽວກັບສິ່ງແວດລ້ອມ; ສະໜອງຂໍ້ມູນຂ່າວສານໃຫ້ທັນເວລາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຕໍ່ສື່ມວນຊົນ. ປະຕິບັດໂຄງການສື່ສານຢ່າງເຂັ້ມແຂງ ເພື່ອສ້າງການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ໂດຍສະເພາະແມ່ນ ການຈັດປະເພດສິ່ງເສດເຫຼືອຢູ່ແຫຼ່ງ, ຈຳກັດການໃຊ້ຖົງຢາງພຼາສະຕິກທີ່ຍາກໃນການເສື່ອມໂຊມ, ທີ່ໃຊ້ເທື່ອດຽວ. ສົ່ງເສີມການກໍ່ສ້າງໜ້າພິເສດ, ຄໍລໍາ, ຫົວຂໍ້ ແລະບົດລາຍງານກ່ຽວກັບສິ່ງແວດລ້ອມ. ຄົ້ນພົບ, ວາງຕົວຢ່າງ, ສ້າງການເຄື່ອນໄຫວ, ຫວນຄືນຕົວຢ່າງທີ່ດີ, ເຂດ, ຕົວແບບ, ແລະ ການປະຕິບັດໃນການປົກປັກຮັກສາສິ່ງແວດລ້ອມ; ສົ່ງເສີມປັດໄຈທາງບວກ, ຈຸດສະຫວ່າງ, ເຂດ ພື້ນທີ່ ແລະ ຂົງເຂດປົກປັກຮັກສາສິ່ງແວດລ້ອມ.
ທີສອງ, ບົນພື້ນຖານການຫັນແຜນນະໂຍບາຍແລະແນວທາງຂອງພັກກອມມູນິດຫວຽດນາມເປັນນິຕິກຳ, ຍົກສູງຄຸນນະພາບການກໍ່ສ້າງ ແລະ ປັບປຸງບູລະນະສະຖາບັນ,ລະບົບນະໂຍບາຍ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ທີ່ສອດຄ່ອງກັບພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ, ສົມທັບກັບການປະຕິຮູບດ້ານບໍລິຫານ ແລະ ປັບປຸງຄວາມສາມາດຄຸ້ມຄອງສິ່ງແວດລ້ອມ. ການປັບປຸງນະໂຍບາຍແລະກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມໃຫ້ສົມບູນແບບຕາມທິດທາງຄື: 1- ຍູ້ແຮງການຈັດຕັ້ງປະຕິບັດກົນໄກ ແລະ ນະໂຍບາຍບຸກທະລຸໃໝ່, ສ້າງພື້ນຖານນິຕິກຳໃຫ້ແກ່ການມີສ່ວນຮ່ວມ; 2- ສືບຕໍ່ປະຕິບັດນະໂຍບາຍບຸລິມະສິດ, ສະໜັບສະໜູນ ແລະ ມອບໂອນເຕັກໂນໂລຢີທີ່ກ້າວໜ້າໃນການປົກປັກຮັກສາສິ່ງແວດລ້ອມ.
ທີສາມ, ເພີ່ມທະວີຄວາມສາມາດຄຸ້ມຄອງລັດ ແລະ ປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມແຕ່ສູນກາງລົງຮອດທ້ອງຖິ່ນ. ສືບຕໍ່ເອົາໃຈໃສ່ປັບປຸງກົນໄກຄຸ້ມຄອງລັດ ເພື່ອປົກປັກຮັກສາສິ່ງແວດລ້ອມແຕ່ສູນກາງລົງຮອດທ້ອງຖິ່ນ. ເພີ່ມທະວີການລົງທຶນໃນການພັດທະນາທີມງານ, ການສ້າງຕັ້ງແລະພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດມີຂີ້ເຫຍື້ອໜ້ອຍ, ເສດຖະກິດມີກາກບອນຕໍ່າ; 2- ແກ້ໄຂການທັບຊ້ອນແລະຂໍ້ຂັດແຍ່ງ, ເພີ່ມທະວີລະບຽບການໃໝ່, ຮັບປະກັນຄວາມເປັນເອກະພາບ, ສອດຄ່ອງ ແລະ ຄົບຖ້ວນຂອງລະບົບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ; 3- ເສີມຂະຫຍາຍບົດບາດຂອງປະຊາຊົນ, ວິສາຫະກິດ ແລະທົ່ວລະບົບການເມືອງ ໃນການເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ນັບແຕ່ການສ້າງນະໂຍບາຍ ຈົນເຖິງການຈັດຕັ້ງ ແລະ ຕິດຕາມການຈັດຕັ້ງປະຕິບັດ; 4- ຜັນຂະຫຍາຍບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິ່ງແວດລ້ອມ ເພື່ອໃຫ້ພະນັກງານຫວຽດນາມ ທຸກຂັ້ນມີຄວາມສາມາດ ແລະມີຄຸນສົມບັດວິຊາຊີບຢ່າງພຽງພໍ ເພື່ອປະຕິບັດໜ້າທີ່ສາທາລະນະໃນການປົກປັກຮັກສາສິ່ງແວດລ້ອມ. ເພີ່ມທະວີການປະຕິບັດນະໂຍບາຍ ແລະ ກົດໝາຍກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ໂດຍຜ່ານການປັບປຸງບັນດາມາດຕະການແກ້ໄຂທີ່ຮຸນແຮງ; ນຳໃຊ້ເຄື່ອງມືເສດຖະກິດຢ່າງມີປະສິດທິຜົນ; ເພີ່ມທະວີການສະໜອງ, ໂຄສະນາ ແລະ ຄວາມໂປ່ງໃສຂອງຂໍ້ມູນຂ່າວສານສິ່ງແວດລ້ອມ; ແລະ ສົ່ງເສີມບົດບາດການຕິດຕາມຂອງຊຸມຊົນ ໃນການປົກປັກຮັກສາສິ່ງແວດລ້ອມ. ເພີ່ມທະວີການກວດກາ, ທົດສອບ, ຈັດການແກ້ໄຂການກະທຳລະເມີດ ແລະ ຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມໃນບັນດາຂະແໜງການ, ໂດຍສະເພາະແມ່ນ ບັນດາວິສາຫະກິດ. ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ແລະ ຄວາມໂປ່ງໃສໃນການປົກປັກຮັກສາສິ່ງແວດລ້ອມ, ພິເສດແມ່ນຂໍ້ມູນຂ່າວສານກ່ຽວກັບການວາງແຜນນຳໃຊ້ທີ່ດິນ, ການຈັດສັນທີ່ດິນ, ການເຊົ່າທີ່ດິນ, ການຂຸດຄົ້ນບໍ່ແຮ່, ຄວບຄຸມມົນລະພິດສິ່ງແວດລ້ອມ... ເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການການເມືອງ-ສັງຄົມ, ສະມາຄົມອາຊີບ ແລະ ຊຸມຊົນໃນການວິຈານນະໂຍບາຍ; ກວດພົບແລະກວດກາການລະເມີດກົດໝາຍສິ່ງແວດລ້ອມ; ສ້າງແລະຈໍາລອງຮູບແບບການປົກປັກຮັກສາສິ່ງແວດລ້ອມ.
ທີສີ່, ລະດົມ ແລະ ບຸລິມະສິດບັນດາແຫຼ່ງລົງທຶນ ເພື່ອປົກປັກຮັກສາສິ່ງແວດລ້ອມ. ລະດົມທຸກແຫຼ່ງກຳລັງພາຍໃນ ແລະ ຕ່າງປະເທດ, ສຸມໃສ່ຊຸກຍູ້ບັນດາແຫຼ່ງກຳລັງພາຍໃນ, ຊຸກຍູ້ການຮ່ວມມືສາກົນ, ຂຸດຄົ້ນບັນດາແຫຼ່ງກຳລັງພາກເອກະຊົນ ເພື່ອປົກປັກຮັກສາສິ່ງແວດລ້ອມ. ຄ່ອຍໆເພີ່ມງົບປະມານໃຫ້ແກ່ການປົກປັກຮັກສາສິ່ງແວດລ້ອມຕາມລະດັບເຕີບໂຕເສດຖະກິດ, ເພີ່ມທະວີການນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນໃນການປົກປັກຮັກສາສິ່ງແວດລ້ອມ. ສ້າງກົນໄກບຸກທະລຸເພື່ອລະດົມການລົງທຶນຈາກສັງຄົມ ກໍ່ຄືຂອງລັດເພື່ອປົກປັກຮັກສາສິ່ງແວດລ້ອມ. ປະຕິບັດເຄື່ອງມືເສດຖະກິດໃນການຄຸ້ມຄອງສິ່ງແວດລ້ອມໃຫ້ສົມບູນ ແລະ ມີປະສິດທິຜົນ. ຊຸກຍູ້ການພັດທະນາຂະແໜງການສິ່ງແວດລ້ອມ, ການບຳບັດມົນລະພິດ, ການຄຸ້ມຄອງສິ່ງເສດເຫຼືອ, ການສະໜອງການບໍລິການປົກປັກຮັກສາສິ່ງແວດລ້ອມ. ຂະຫຍາຍຄວາມຫຼາກຫຼາຍຂອງແຫຼ່ງການເງິນເພື່ອປົກປັກຮັກສາສິ່ງແວດລ້ອມ. ໃຫ້ບຸລິມະສິດການຫັນເປັນສັງຄົມ, ຮຽກຮ້ອງການລົງທຶນພາຍໃນ ແລະ ຕ່າງປະເທດ, ໜູນຊ່ວຍການພັດທະນາເຕັກໂນໂລຊີບຳບັດ ແລະ ນຳມາໃຊ້ຄືນໃໝ່ໃຫ້ເໝາະສົມກັບສະພາບເສດຖະກິດ-ສັງຄົມ ແລະ ເງື່ອນໄຂສະເພາະຂອງຫວຽດນາມ.
ທີຫ້າ, ຊຸກຍູ້ການຮ່ວມມືສາກົນ, ໃຫ້ບຸລິມະສິດການພັດທະນາວິທະຍາສາດ ແລະ ນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ ໃນການປົກປັກຮັກສາສິ່ງແວດລ້ອມ. ເປັນເຈົ້າການແລະຍາດແຍ່ງກາລະໂອກາດໃນຂະບວນການເຊື່ອມໂຍງ, ສືບຕໍ່ຊຸກຍູ້ການຮ່ວມມືສາກົນດ້ານການປົກປັກຮັກສາສິ່ງແວດລ້ອມ. ໃຊ້ປະໂຫຍດຈາກທຶນຊ່ວຍເຫຼືອດ້ານການພັດທະນາ ຢ່າງເປັນທາງການ (ODA) ສໍາລັບໂຄງການປົກປັກຮັກສາສິ່ງແວດລ້ອມ. ບຸລິມະສິດແຫຼ່ງເງິນທຶນ ODA ທີ່ບໍ່ສົ່ງຄືນ ໃຊ້ໃນດ້ານການສ້າງຄວາມອາດສາມາດ, ການຖ່າຍທອດ ວິທະຍາສາດ-ເຕັກໂນໂລຊີ ແລະ ປະສົບການການຄຸ້ມຄອງ. ບຸລິມະສິດການລົງທຶນຢ່າງແຂງແຮງໃນການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຢີທີ່ກ້າວໜ້າ ເຂົ້າໃນການຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມຢ່າງມີປະສິດທິຜົນ. ນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ ແລະ ທັນສະໄໝ ໃນການບຳບັດສິ່ງເສດເຫຼືອຢູ່ຫວຽດນາມ ໃນຊຸມປີຕໍ່ໜ້າ. ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ອິນເຕີເນັດສັບພະສິ່ງ ແລະປັນຍາປະດິດ ເພື່ອພັດທະນາຖານຂໍ້ມູນຊັບພະຍາກອນ ແລະສິ່ງແວດລ້ອມແຫ່ງຊາດທີ່ເປັນເອກະພາບ ແລະ ຄົບຊຸດ. ລັດຊຸກຍູ້ການນຳໃຊ້ຜົນສຳເລັດດ້ານວິທະຍາສາດ ແລະ ເຕັກໂນໂລຢີທີ່ກ້າວໜ້າ ເພື່ອຍົກສູງຄວາມສາມາດຄຸ້ມຄອງສິ່ງແວດລ້ອມ, ການຄາດຄະເນ ແລະ ການເຕືອນໄພມົນລະພິດສິ່ງແວດລ້ອມໃນຂັ້ນແຂວງ, ພາກພື້ນ ແລະ ລະຫວ່າງພາກພື້ນ. ເອົາໃຈໃສ່ເຖິງການຄົ້ນຄວ້າ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຂອງການປະຕິວັດອຸດສາຫະກຳທີ 4 ໃນການຄາດຄະເນສະພາບດິນຟ້າອາກາດ ແລະ ການຕິດຕາມກວດກາສິ່ງແວດລ້ອມ. ສົ່ງເສີມການຄົ້ນຄວ້າ ແລະ ນຳໃຊ້ຜົນສຳເລັດທາງວິທະຍາສາດ ແລະ ເຕັກໂນໂລຊີ ໃນການປຸງແຕ່ງ ແລະ ບຳບັດສິ່ງເສດເຫຼືອ ແລະ ນ້ຳເສຍ. ໂດຍໄວຈະເພີ່ມກົນໄກ ແລະ ນະໂຍບາຍເພື່ອສ້າງສະພາບແວດລ້ອມໃຫ້ນັກທຸລະກິດພາຍໃນ ແລະ ຕ່າງປະເທດລົງທຶນປຸງແຕ່ງ ແລະ ບຳບັດສິ່ງເສດເຫຼືອ ແລະ ນ້ຳເສຍ. ຊຸກຍູ້ໃຫ້ມີການນຳໃຊ້ເຕັກໂນໂລຊີເພື່ອຫຼຸດຜ່ອນການຊົມໃຊ້ພະລັງງານ, ນ້ຳສະອາດ ແລະ ການນຳໃຊ້ສິ່ງເສດເຫຼືອຄືນໃໝ່ ໃນການຜະລິດ, ທຸລະກິດ ແລະ ການບໍລິການ, ຊຸກຍູ້ ແລະ ສົ່ງເສີມການພັດທະນາການຜະລິດທີ່ເປັນມິດກັບສິ່ງແວດລ້ອມ ແລະ ປະເພດທຸລະກິດ ແລະ ຕົວແບບ ທີ່ເປັນມິດກັບສິ່ງແວດລ້ອມ.
---------------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2001, ໜ້າ 162
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1037 (ເດືອນພຶດສະພາ 2024)