ວກ. - ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດຕາມ​ທິດ​ສັງ​ຄົມ​ນິ​ຍົມ​ແມ່ນ​ແຜນ​ນະ​ໂຍ​ບາຍ, ນະ​ໂຍບ​ບາຍ​ທີ່ສຳຄັນ​ຂອງ​ພັກ ແລະລັດ​ຫວຽດ​ນາມ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່ເອື້ອອຳນວຍ​ເພື່ອ​ລະ​ດົມ, ຈັດ​ສັນ ແລະ ນຳ​ໃຊ້ຊັບພະຍາກອນຢ່າງມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ການ​ລົງ​ທຶນ ການ​ຜະ​ລິດແລະ​ທຸ​ລະ​ກິດ ເພື່ອ​ເປົ້າ​ໝາຍ “ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດຊາດ​ເຂັ້ມ​ແຂງ, ມີ​ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ ອາລະຍະທຳ”. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດຕາມ​ທິດ​ສັງຄົມ​ນິ​ຍົມ​ແມ່ນ​ຜົນ​ງານ​ທາງທິດ​ສະ​ດີ​ທີ່​ສຳ​ຄັນ ​ຂອ​ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍເລີ່ມຈາກພຶດຕິກຳ​ຕົວ​ຈິງ​ຂອງ​ຫວຽດ​ນາມ ແລະການຄັດເລືອກເອົາປະສົບການຂອງໂລກ.

ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດຕາມ​ທິດສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ -
ຮູບ​ແບບການ​ພັດ​ທະ​ນາ​ທີ່ເຕັນໄປດ້ວຍຄວາມປະດິດສ້າງ ແລະ
ເປັນຜົນ​ງານຈາກ​ການ​ດູດຊຶມເອົາອາລະຍະທຳ​ມະ​ນຸດ​ຊາດ
ໃຫ້
​ເໝາ​ະ​ສົມ​ກັບສະພາບຂອງ​ຫວຽດ​ນາມ

ທີ​ໜຶ່ງ, ​ປະ​ເທດຫຼືຊາດ​ໃດໆ ​ກໍ່ສາມາດໄດ້ຮັບແລະ​ຊົມ​ໃຊ້​ຜົນສຳເລັດ ແລະ ຄຸນ​ຄ່າ​ລວມ​ທົ່ວ​ໄປ​ ຂອງ​ເສດ​ຖະ​ກິດ​ຕະຫຼາດ ເຊິ່ງເປັນຜົນຈາກອາລະຍະທຳຂອງ​ມະ​ນຸດຊາດ.

ມີ​ທັດ​ສະ​ນະທີ່ວ່າ ຈະບໍ່​ສາ​ມາດ​ມີລະບົບ​ເສດ​ຖະ​ກິດ​ຕະຫຼາດຕາມ​ທິດສັງ​ຄົມ​ນິ​ຍົມໄດ້. ຜູ້​ທີ່ມີ​ທັດ​ສະ​ນະ​ນີ້​ຈະເຊື່ອມໂຍງລະບົບ​ເສດ​ຖະ​ກິດ​ຕະຫຼາດ​ກັບ​ລັດ​ທິ​ທຶນ​ນິ​ຍົມ ໂດຍຖື​ວ່າ​ເສດ​ຖະ​ກິດ​ຕະຫຼາດ​ເປັນ​ຜະ​ລິດ​ຕະ​ພັນ​ສະ​ເພາະ​ຂອງ​ລັດ​ທິ​ທຶນ​ນິ​ຍົມ, ດັ່ງນັ້ນ ການເຊື່ອມ​ໂຍງ “ເສດ​ຖະ​ກິດ​ຕະຫຼາດ” ເຂົ້າກັບ “​​ທິດທາງ​ສັງ​ຄົມ​ນິ​ຍົມ” ຈຶ່ງເປັນເລື່ອງ​ອັດ​ຕະ​ວິ​ໄສ, ເຈດຈຳນົງນິຍົມ. ຫຼາຍໆ ​ຄົນຍັງເຊື່ອອີກວ່າ ຫາກເອົາຄຳວ່າ “ຕາມ​ທິດ​ສັງ​ຄົມ​ນິ​ຍົມ” ອອກໄປ​ເສດ​ຖະ​ກິດຂອງ​ຫວຽດ​ນາມຈະ​ພັດ​ທະ​ນາ​ໄວຂຶ້ນ ແລະບັ​ນ​ລຸ​ຜົນສຳເລັດຫຼາຍກວ່າ​ອີກ.

ຕ້ອງ​ການ​ຢືນ​ຢັງ​ສະ​ເໝີ​ຕົ້ນ​ສະ​ເໝີປາຍ​ວ່າ ເສດ​ຖະ​ກິດ​ຕະຫຼາດ​ແມ່ນ​ຜົນ​ງານ​ຂອງຄວາມ​ສິ​ວິ​ໄລ​ຂອງ​ມະ​ນຸດ, ໄດ້​ສ້າງ​ຕັ້ງແລະພັດ​ທະ​ນາ​ໃນ​ຂະ​ບວນ​ວິ​ວັດ​​ການ​ພັດ​ທະ​ນາ​ຂອງ​ມະ​ນຸດ ​ໃນ​ຂະ​ນະ​ເສດ​ຖະ​ກິດ​ສິນ​ຄ້າໄດ້​​ບັນ​ລຸ​ລະ​ດັບ​ທີ່​ແນ່ນອນ. ເສດ​ຖະ​ກິດ​ຕະຫຼາດ​ແມ່ນ​ເສດ​ຖະ​ກິດ​ສິນ​ຄ້າ​ທີ່ມີການ​ພັດທະ​ນາຢ່າງ​ສູງ ໂດຍ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດທັງໝົດ​ດຳເນີນໄປໃນ​ຕະຫຼາດ. ເສດຖະ​ກິດ​ຕະຫຼາດ​ແມ່ນ​ຜົນ​ສຳເລັດຂອງ​ການ​ພັດ​ທະ​ນາອາລະຍະທຳ​ມະ​ນຸດ ອັນມີ​ຄ່ານິຍົມຮ່ວມກັນ ແລະມີ​ລັ​ສ​ະ​ນະ​ແຜ່ຫຼາຍ​ທົ່ວ​ໄປ. ມາ​ຮອດ​ປະ​ຈຸ​ບັນ, ເສດ​ຖະ​ກິດ​ຕະຫຼາດໄດ້ພັດ​ທະ​ນາ​ຜ່ານຫຼາຍ​ໄລ​ຍະ​ທີ່​ຕ່າງ​ກັນ, ໃນຫຼາຍ​ລະ​ບອບ​ສັງ​ຄົມ ແລະ ບັນ​ລຸລະ​ດັບ​ສູງ​ໃນ​ສັງ​ຄົມ​ທຶນ​ນິ​ຍົມ, ແຕ່ທັງນີ້່ບໍ່ໄດ້​ຄວາມ​ໝາຍ​ວ່າ ​ເສດ​ຖະ​ກິດ​ຕະຫຼາດເປັນ​ຜ​ະ​ລິດ​ຕະ​ພັນສ​ະເພາະຕົວຂອງລັດ​ທິ​ທຶນ​ນິ​ຍົມ. ເນື່ອງຈາກເສດຖະກິດຕະຫຼາດເປັນຮູບ​ແບບ​ເສດ​ຖະ​ກິດ​ທີ່​ມີ​ລັກ​ສະ​ນະ​ແຜ່ຫຼາຍທົ່ວ​ໄປ, ດັ່ງນັ້ນ ການພັດທະນາເສດຖະກິດຕະຫຼາດຈຶ່ງເປັນສິ່ງຈຳເປັນພາວະວິໄສສຳລັບທຸກໆປະເທດ; ​ປະ​ເທດຫຼືຊາດ​ໃດໆ ​ກໍ່​ສາ​ມາດໄດ້​ຮັບ ແລະຊົມ​ໃຊ້​ບັນ​ດາ​ຜົນ​ສຳເລັດແລະຄູນ​ຄ່າທີ່ເປັນສາກົນຮ່ວ​ມກັນຂອງເສດຖະກິດຕະຫຼາດ ແລະ ໃນເວລາດຽວກັນ ກໍ່ສາມາດ​ໝູນ​ໃຊ້​ຢ່າງ​​ປະ​ດິດ​ສ້າງ​ໃຫ້ເໝາ​ະ​ສົມ​ກັບ​ຈຸ​ພິ​ເສດ, ເງື່ອນ​ໄຂ ແລະ ສະຖານະ​ການ​​ຂອງ​​ປະ​ເທດ​ຫຼືຊາດຂອງ​ຕົນເອງໄດ້.

ພຶດຕິກຳ​ຕົວ​ຈິງກໍ່​ໃຫ້​ເຫັນ​ວ່າ ເສດ​ຖະ​ກິດ​ຕະຫຼາດ​ເກີດ​ຂຶ້ນ ແລະພັດ​ທ​ະ​ນາ​ໃນ​​ລະ​ບອບ​ສັງ​ຄົມ​ທີ່​ແຕກ​ຕ່າງ​ກັນ ແລະ ມີຫຼາຍ​ຮູບ​ແບບ​ແຕກ​ຕ່າງ​ກັນ ເຊັ່ນ ຮູບ​ແບບ​ເສດ​ຖະ​ກິດ​ຕະ​ຫຼາດ​ສັງ​ຄົມ​ນິ​ຍົມ​ສີ​ສັນ​ພິ​ເສດ​ຢູ່ ສ​ປ​ປ ຈີນ, ຮູບ​ແບບ​ເສດ​ຖະ​ກິດ​ຕະຫຼາດ​ຢູ່ ຍີ່​ປຸ່ນ, ຮູບ​ແບບ​ເສ​ຖະ​ກິດ​ຕະຫຼາດສະຫວັດດີການໃນປະເທດສະວີເດັນ ແລະບັນດາປະເທດເອີ​ຣົບ​ເໜືອ, ຮູບແບບ​ເສດ​ຖະ​ກິດ​ຕະຫຼ​າດ​ສັງ​ຄົມ​ຢູ່ ສາ​ທາ​ລະ​ນະລັດສະ​ຫະ​ພັນເຢຍ​ລະ​ມັນ, ຮູບ​ແບບ​ເສດ​ຖະ​ກິດ​ຕະຫຼາດ​ເສ​ລີ​ຢູ່ ສະຫະລັດອາ​ເມ​ຣີ​ກາ ແລະອື່ນໆ. ໃນ​ບັນ​ດາຮູບ​ແບບ​ເສດ​ຖະ​ກິດ​ຕະຫຼາດຂອງ​ປະ​ເທດ​ທຶນ​ນິ​ຍົມ, ໃນ​ລະ​ດັບແລະລັກ​ສະ​ນະ​ທີ່​ແຕກ​ຕ່າງ​ກັນ, ມີ​ປັດ​ໄຈ​ສັງ​ຄົມ​ນິ​ຍົມປາກົດຢູ່, ບໍ່ວ່າຈະ​ໄດ້​ຮັບການຍອມຮັບຫຼືບໍ່ກໍ່ຕາມ. ສິ່ງນີ້​ສະແດງໃຫ້ເຫັນວ່າ ເມັດພັນຂອງ​ລັດ​ທິ​ສັງ​ຄົມ​ນິ​ຍົມປາກົດ​ຢູ່ໃຈກາງຂອງ​ປະ​ເທດ​ທຶນ​ນິ​ຍົມທີ່​ພັດ​ທະ​ນາແລ້ວ.

ຢ້ອນຫຼັງໄປໃນໄລຍະເລີ່ມຕົ້ນຂອງການສ້າງສັງຄົມນິຍົມໃນລັດເຊຍໂຊວຽດ, ວ​.ອີ. ເລ​ນິນ ໄດ້​ຮັບ​ຮູ້​ເຖິງບັນ​ຫາຂອງ​ການຖື​ເສດ​ຖະ​ກິດ​ສິນ​ຄ້າແລະ​ລັດ​ທິ​ທຶນ​ນິ​ຍົມເປັນອັນໜຶ່ງອັນດຽວກັນ, ການບໍ່ໄຊ້​ຄວາມພົວ​ພັນ​ສິນ​ຄ້າ-ເງິນ​ຕາ ເພື່ອ​ຊຸກ​ຍູ້ການ​ຜະ​ລິດ ແລະ ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ.​ ຈາກນັ້ນ, ວ.ອີ. ເລ​ນິນ ໄດ້​ສະເໜີແລະຈັດ​ຕັ້ງ​ປະ​ຕິ​ບັດ “ນະ​ໂຍ​ບາຍ​ເສດ​ຖະ​ກິດ​ໃໝ່” (NEP) ເຊິ່ງ​ເນື້ອ​ໃນ​ພື້ນ​ຖານ ແມ່ນການຮັກ​ສາແລະພັດ​ທະ​ນາ​ບັນ​ດາການພົວ​ພັນຕະຫຼາດ​ ພ​າຍ​ໃຕ້ການ​ຄຸ້ມ​ຄອງຂອງ​ລັດຊົນຊັ້ນກຳ​ມາ​ຊີບ. ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ໃໝ່ເຮັດໃຫ້​ລັດ​ເຊຍໂຊວຽດຫຼຸດພົ້ນ​​ຈາກ​ສະ​ພາບ​ການຊັກ​ຊ້າ​ໃນທົດສະວັດ 1920 ໄດ້ຢ່າງ​ວ່ອງ​ໄວ; ພ້ອ​ມ​ກັນນີ້ ຍັງ​ຢືນ​ຢັນເຖິງຄວາມເປັນ​ຈິງຂອງຮູບ​ແບບ​ເສດ​ຖະ​ກິດ​ທີ່​ມີການປະສົມປະສານ​ລະ​ຫວ່າງ​ເສດ​ຖະ​ກິດ​ຕະຫຼາດ ແລະ ສັງ​ຄົມ​ນິ​ຍົມ. ຈາກ​ການ​ວິ​ເຄາະ​ຂ້າງເທິງ ​​ສາ​ມາດ​ຢືນ​ຢັນໄດ້ວ່າ ເສດຖະ​ກິດ​ຕະຫຼາດ ແລະ​ທິດທາງສັງ​ຄົມ​ນິ​ຍົມ​ບໍ່ໄດ້ຂັດແຍ້ງກັນແຕ່ຢ່າງໃດ ແລະ ​ສາ​ມາດນຳມາຮ່ວມກັນ​ເພື່ອ​ສ້າງຮູບ​ແບບ​ເສດ​ຖະ​ກິດ​ສັງ​ລວມ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ.

ທີສອງ, ຮັບ​ປະ​ກັນ​ທິດທາງສັງ​ຄົມ​ນິ​ຍົມ ແລະ ການ​ເຂົ້າ​ຮ່ວມ​ຂອງ​ລັດ​ໃນ​ການຄວບຄຸມ​ເສດ​ຖະ​ກິດ​ຕະຫຼາດ​ຢູ່ປະເທດ​ຫວຽດ​ນາມ.

ຢູ່​ຫວຽດ​ນາມ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດ, ສົ່ງ​ເສີມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ, ຖື​​ເສດ​ຖະ​ກິດ​ເອ​ກະ​ຊົນ​ເປັນແຮງຂັບເຄື່ອນທີ່ສຳຄັນ ຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ບໍ່ໄດ້ໝາຍຄວາມວ່າ ເປັນການເລືອກເສັ້ນທາງການພັດທະນາແບບທຶນນິຍົມ. ສິ່ງ​ທີ່​ຕ້ອງ​ຢືນ​ຢັນ​ນັ້ນແມ່ນ​ ການ​ຕັດສິນວ່າ​ເສດ​ຖະ​ກິດ​ເປັນ “ສັງ​ຄົມ​ນິ​ຍົມ” ຫຼື “​ທຶນ​ນິ​ຍົມ” ບໍ່​ສາ​ມາດ​ອີງ​ໃສ່​ມາດຕະຖານ​ດ້ານ​ເສດ​ຖະ​ກິດ​ເອ​ກະ​ຊົນ ຫຼືການຄວບຄຸມຕະຫຼາດ, ແຕ່ທີ່​ສຳ​ຄັນ​ກວ່ານັ້ນ​ແມ່ນ ຕ້ອງ​ອີງ​ໃສ່​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດນັ້ນ​ແມ່ນ​ເພື່ອ​ໃຜ, ຊົນ​ຊັ້​ນໃດ, ຫຼັກ​ການ​ເຄື່ອນ​ໄຫວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດນັ້ນ​ແມ່ນ​ຫຍັງ, ​ຂະ​ບວນ​ການສ້າງ​ຕັ້ງແລະ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດນັ້ນ​ຄືແນວ​ໃດ, ໃຜ​ເປັນ​ເຈົ້າ​ຂອງທີ່ແທ້ຈິງຂອງ​ພື້ນ​ຖານ​ເສດ​ຖະ​ກິດນັ້ນ.

ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້ລະບຸເຖິງລະບົບເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມວ່າເປັນ “ຮູບ​ແບບເສດຖະກິດທົ່ວໄປ​ຂອງປະເທດເຮົາໃນ​ໄລ​ຍະ​ຂ້າມ​ຜ່ານ​ໄປ​ສູ່​ລັດທິສັງ​ຄົມ​ນິ​ຍົມ… ເພື່ອເປົ້າ​ໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳ ແລະ ອາລະຍະທຳ” ທີ່​ເໝາະ​ສົມ​ກັບ​ແຕ່​ລະ​ໄລ​ຍະ​ການພັດ​ທະ​ນາ​ຂອງ​ປະ​ເທດ”(2). ຂະ​ບວນ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດຕາມທິດ​ສັງ​ຄົມ​ນິ​ຍົມ​ລ້ວນ​ແຕ່​ເລີ່ມ​ຕົ້ນຈາກ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນແລະຂອງລັດ. ເມື່ອລະບົບ​ເສດ​ຖະ​ກິດແບບສັ່ງການດ້ວຍ​ກົນ​ໄກຫັນ​ເປັນ​ແຜນ​ການ​ລວມ​ສູນ ທີ່ດຳເນີນການແລະ​ຮັກ​ສາ​ເປັນ​ເວ​ລາ​ຍາວ ໄດ້​ເຜີຍ​ໃຫ້ເຫັນ​ຂໍ້​ຈຳ​ກັດແລະຈຸດອ່ອນ ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຈຶ່ງໄດ້ດຳເນີນ​ກິດຈະການ​ປ່ຽນ​ແປງ​ໃໝ່ປະເທດຢ່າງ​ຮອບ​ດ້ານ ໂດຍຜັນຈະຫຍາຍແຜນ​ນະ​ໂຍ​ບາຍ​ກໍ່​ສ້າງ​ ແລະພັດ​ທະ​ນາລະບົບ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ.  ມາ​ຮອດ​ປະ​ຈຸ​ບັນ, ພາຍຫຼັງດຳ​ເນີນ​​ກິດຈະການ​ປ່​ຽນ​ແປງ​ໃໝ່ເກືອບ 40 ປີ,​ ປະ​ເທດ​ຂອງເຮົາ​ບັນ​ລຸ​​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ເຊິ່ງຢືນຢັນສະຖານະທີ່ໝັ້ນຄົງຂອງປະເທດໃນເວທີສາກັນ. ດັ່ງ​ນັ້ນຈຶ່ງມີ​ຄວາມ​ແຕກ​ຕ່າງ​​ພື້ນ​ຖານລະ​ຫວ່າງ​​ເສດ​ຖະ​ກິດ​ຕະຫຼາດ​​ທຶນ​ນິ​ຍົມ ແລະ ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ ແລະ ຄວາມ​ແຕກ​ຕ່າງ​ທີ່​ເຫັນໄດ້ແຈ້ງທີ່ສຸດ​ແມ່ນ ໃນພື້ນຖານເສດ​ຖະ​ກິດ​ຕະຫຼາດ​ທຶນນິ​ຍົມນັ້ນ ເຈົ້າ​ຂອງ​ແມ່ນນາຍທຶນ ແລະ ​ຊົນຊັ້ນນາຍ​ທຶນ; ສ່ວນ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດຕາມ​ທິດສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ ​ເຈົ້າ​ຂອງ​ແມ່ນ​ປະ​ຊາ​ຊົນ​ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກແລະການ​ຄຸ້ມ​ຄອງ​ຂອງ​ລັດ.

ພາຍຫຼັງດຳເນີນກິດຈະການປ່ຽນແປງໃໝ່ເກືອບ 40 ປີ ປະເທດຫວຽດນາມບັນລຸຜົນງານອັນຍີ່ງໃຫຍ່ທາງດ້ານພັດທະນາເສດຖະກິດ-ສັງຄົມ ແລະ ຢືນຢັນສະຖານະທີ່ໝັ້ນຄົງຂອງປະເທດໃນເວທີສາກົນ (ພາບການຂົນຖ່າຍສິນຄ້າສົ່ງອອກທີ່ທ່າກຳປັ່ນ ໄຊ່ງ່ອນ) _ແຫຼ່ງ: nhiepanhdoisong.vn

ພື້ນ​ຖານ​ເສດ​ຖະ​ກິດ​ຕະ​ຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມປະ​ຈຸ​ບັນ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ຂ້າມ​ຜ່ານໄປ​ສູ່​ລັດທິສັງ​ຄົມ​ນິ​ຍົມ; ຫຼາຍ​ຮູບ​ການ​ກຳ​ມະ​ສິດ, ຫຼາຍ​ພາກ​ສ່ວນ​ເສດ​ຖະ​ກິດ​ທີ່ຈຳ​ເປັນຍິ່ງ​ຍັງພວມ​ມີ​ຢູ່ ແນໃສ່ລະ​ດົມ​ຊັບພະຍາກອນທັງໝົດເພື່ອ​ພັດ​ທະ​ນາ​ປະ​ເທດ ເຊິ່ງພັກໄດ້ກຳນົດໃຫ້ເສດຖະກິດເອກະຊົນເປັນພະລັງຂັບເຄື່ອນທີ່ສຳຄັນ. ສົ່ງເສີມໃຫ້ເສດ​ຖະ​ກິດເອ​ກະ​ຊົນ​ພັດ​ທະ​ນາໃນ​ທຸກ​ຂະ​ແໜງ​ການ, ວິຊາຊີບ ແລະ ຂົງ​ເຂດ​ທີ່​ກົດ​ໝາຍບໍ່​ຫ້າມ, ເທົ່າທຽມກັບ​ພາກ​ສ່ວນ​ເສດ​ຖະ​ກິດ​ອື່ນໆ. ລັດ​ສ້າງເງື່ອນ​ໄຂ​ຕ່າງໆໄວ້ເພື່ອ​ການພັດ​ທະ​ນາ​ເສດ​ຖະ​ກິດ​ເອ​ກະ​ຊົນ, ແຕ່ບໍ່ຍອມ​ຮັບການ “ຫັນ​ພື້ນ​ຖານ​ເສດ​ຖະ​ກິດເປັນ​ເອ​ກະ​ຊົນ”; ເສດ​ຖະ​ກິດ​ຂອງ​ລັດມີ​ບົດ​ບາດນຳ, ເປັນ​ເຄື່ອງ​ມືແລະກຳ​ລັງ​ສຳ​ຄັນສຳລັບ​ລັດໃນການ​ຮັກ​ສາ​ສະຖຽນລະພາບຂອງ​ເສດ​ຖະ​ກິດ​ມະຫາ​ພາກ, ຊີ້ນຳ, ຄວບຄຸມ ແລະນຳ​ພາ​​ພາກ​ສ່ວນ​ເສດ​ຖະ​ກິດ​ອື່ນໆ, ຊຸກຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ແລະ ຮັກ​ສາທິດທາງ​ສັງ​ຄົມ​ນິ​ຍົມ​ໃນ​ການ​ພັດ​ທະ​ນາເສດ​ຖະ​ກິດ​ຕະຫຼາດ. ການມີສ່ວນຮ່ວມຂອງລັດໃນບົດບາດການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ກຳນົດທິດທາງ, ດັດສົມຄວບຄຸມ, ນຳພາພາກສ່ວນເສດຖະກິດອື່ນ, ຊຸກຍູ້ການພັດທະນາເສດຖະກິດແລະສັງຄົມນັ້ນ ແມ່ນຄວາມຮຽກຮ້ອງຕ້ອງການທີ່ສຳຄັນ ເພື່ອຮັກສາທິດທາງສັງຄົມນິຍົມໃນການພັດທະນາເສດຖະກິດຕະຫຼາດ ແລະ ຍັງເປັນພື້ນຖານທີ່ສຳຄັນເພື່ອຮັບປະກັນທິດທາງສັງຄົມນິຍົມໃນເສດຖະກິດຕະຫຼາດຢູ່ຫວຽດນາມອີກນຳ.

ການ​ເລືອກ​ເສດ​ຖະ​ກິດ​ຕະຫຼາດຕາມ​ທິດ​ສັງ​ຄົ​ມ​ນິ​ຍົມ​ຢູ່​ຫວຽດ​ນາມນັ້ນ ຖືກ​ຕ້ອງທີ່ສຸດ

ເພື່ອ​ຢືນ​ຢັນ​ລັກ​ສະ​ນະ​ຖືກ​ຕ້ອງ​ຂອງ​ການ​​ເລືອກ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ ຈຳເປັນຕ້ອງ​ຊີ້​ແຈ້ງ​ສອງ​ບັນ​ຫາຄື: ທີ​ໜຶ່ງ, ຍ້ອນຫຍັງຫວຽດນາມຈຶ່ງເລືອກເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແທນທີ່ຈະເປັນເສດຖະກິດແບບສັ່ງການດ້ວຍກົນໄກຫັນເປັນແຜນການລວມສູນ ອຸດໜູນເກື້ອກູນ? ທີ​ສອງ, ບັນ​ດາ​ຜົນ​ງານ​ທີ່ຫວຽດ​ນາມບັນ​ລຸ​ໄດ້​ໃນການກໍ່​ສ້າງ ແລະພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ.

ບັນ​ຫາ​ທີ່​ໜຶ່ງ, ຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ (ວັນທີ 30 ເມສາ 1975), ການ​ຮັກ​ສາ​ເສດ​ຖະ​ກິດ​ແບບ​ສັ່ງການດ້ວຍ​ກົນ​ໄກ​ຫັນ​ເປັນ​ແຜນ​ການ​ລວມ​ສູນ​ເລີ່ມ​ເຜີຍໃຫ້​ເຫັນ​ຂໍ້​ຈຳ​ກັດແລະຈຸດອ່ອນ ສົ່ງຜົນ​ໃຫ້ເສດ​ຖະ​ກິດຂອງ​ຫວຽດ​ນາມຢຸດຊະງັກ: “ໄລ​ຍະປີ 1976-1980, ອັດຕາການເຕີບໂຕ​ສະ​ເລ່ຍຕໍ່ປີ​ຂອງ​ລວມຍອດ​ຜະ​ລິດ​ຕະ​ພັນ​ສັງ​ຄົມພຽງ 1,4%, ລາຍໄດ້​ແຫ່ງ​ຊາດ​ເພີ່​ມ​ຂຶ້ນ​ພຽງ 0,4%, ໃນ​ຂະ​ນະ​ນັ້ນ ຈຳນວນປະຊາກອນ​ເພີ່ມ​ຂຶ້ນໃນອັດຕາສະເຫຼ່ຍ 2,24% ຕໍ່​ປີ”. ສະ​ພາບ​ການນັ້ນໄດ້​ເຮັດ​ໃຫ້ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທຸກ​ຊົນ​ຊັ້ນໃນ​ສັງ​ຄົມ​ພົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ (ຕາມ​ການປະມານການ ​ໃນ​ທົດສະຫວັດ 1980 ຊາວ​ຫວຽດ​ນາມ 7 ໃນ 10 ຄົນ​​ດຳ​ລົງ​ຊີ​ວິດ​ໃນ​ສະ​ພາບ​​ທຸກ​ຍາກ​ຂາດ​ເຂີນ​(3). ສະ​ຖານະການດັ່ງກ່າວກໍ່ໃຫ້ເກີດຄວາມຈຳເປັນ​ຮີບ​ດ່ວນ​ໃນ​ການປັບປ່ຽນແນວຄວາມຄິດກ່ຽວກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VI ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (ເດືອນຕຸລາ 1986) ​ເປັນ​ຂີດ​ໝາຍແຫ່ງ​ການ​ເລີ່ມ​ຕົ້ນ​ດຳເນີນການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດ​ນາມ, ໃນ​ນັ້ນ ມີ​ຄວາມ​ໝາຍ​ຂອງການ​ບຸກ​ທະ​ລຸໃນຄວາມຄິດ​ທຳ​ອິດ​ຂອງ​ພັກ​ກ່ຽ​ວ​ກັບ​ເສດ​ຖະ​ກິດ​ຕະຫຼາດ ເຊິ່ງ​ສະ​ແດງໃຫ້ເຫັນ​ໃນ​ສອງ​ບັນ​ຫາ​ຕົ້ນ​ຕໍ່:  ທີ​ໜຶ່ງ, ການຄິດຄືນໃໝ່ກ່ຽວກັບກົນໄກການຄຸ້ມຄອງ: “ກົນ​ໄກ​ການຄຸ້ມ​ຄອງ​ແບບ​ລວມ​ສູນອາດ​ຍາ​ສິດ ແລະ ເກື້ອ​ກູນອຸດໜູນມາຫຼາຍ​ປີບໍ່ໄດ້​ສ້າງແຮງຜັກດັນໃນ​ການ​ພັດ​ທະ​ນາ, ເຮັດ​ໃຫ້ເສດ​ຖະ​ກິດ​ສັງ​ຄົມ​ນິ​ຍົມອ່ອນແອລົງ… ຂັດຂວາງ​ການ​ຜະ​ລິດ, ຫຼຸດຜ່ອນຜົນຜະລິດ, ຄຸນນະພາບ, ປະສິດທິພາບ, ກໍ່ໃຫ້ເກີດຄວາມບໍ່ເປັນລະບຽບໃນການແຈກຢາຍ ແລະ ການໝູນວຽນຂອງສິນຄ້າ, ແລະ ເຮັດໃຫ້ເກີດປະກົດການທາງລົບຫຼາຍຢ່າງໃນສັງຄົມ”(4). ທີ​ສອງ, ສະເໜີຄວາມຕ້ອງການທີ່ຈະສ້າງກົນໄກການຄຸ້ມຄອງໃໝ່ໃຫ້ສອດຄ່ອງກັບກົດເກນພາວະວິໄສ ແລະລະດັບການພັດທະນາຂອງພື້ນຖານເສດຖະກິດ ໂດຍເນັ້ນໜັກເຖິງ: ຂະບວນການຫັນປ່ຽນຈາກການ​ຜະ​ລິດ​ຂະ​ໜາດ​ໜ້ອຍໄປສູ່​ການ​ພະ​ລິດ​ຂະ​ໜາດ​ໃຫຍ່​ຢູ່​ຫວຽດ​ນາມ ແມ່ນຂະ​ບວນ​​ການ​ຫັນປ່ຽນ​​ເສດ​ຖະ​ກິດທີ່ຍັງເພິ່ງພາ​ຕົນ​ເອງແລະຫາກຸ້ມ​ຕົນ​ເອງໄດ້ ໄປສູ່ເສດ​ຖະ​ກິດ​ສິນ​ຄ້າ ໂດຍມີລັກສະນະສອງປະການ​ຂອງ​ກົນ​ໄກການ​ຄຸ້ມ​ຄອງ​ໃໝ່​: “ການວາງແຜນ​ແມ່ນ​ລັກສະນະເດັ່ນອັນດັບໜຶ່ງຂອງ​ກົນ​ໄກ​ການຄຸ້ມ​ຄອງ​ເສດ​ຖະ​ກິດ… ການນຳ​ໃຊ້​ການ​ພົວ​ພັນ​ສິນ​ຄ້າ-ເງິນ​ຕາຢ່າງເໝາະສົມ ແມ່ນ​ລັກສະນະເດັ່ນອັນດັບສອງ​ຂອງ​ກົນ​ໄກ​ໃໝ່​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ”(5). ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ VI ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໄດ້​ຢືນ​ຢັນ​ວ່າ: “ແກ່ນແທ້​ຂອງ​ກົນ​ໄກ​ໃໝ່​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ແມ່ນ ກົນ​ໄກ​ຫັນ​ເປັນ​ແຜນ​ການ​ຕາມ​ວິ​ທີ​ການໄລ່ລຽງ​ທຸ​ລະ​ກິດ​ສັງ​ຄົມ​ນິ​ຍົມ, ຖືກ​ຕ້ອງ​ຕາມຫຼັກ​ການ​ລວມ​ສູນປະຊາທິປະໄຕ(6). ດັ່ງນັ້ນ, ຮອດກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ VI, ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້ຍອມ​ຮັບ​ການ​ຜະ​ລິດ​ສິນ​ຄ້າ, ໝາຍ​ວ່າ​ຮັບ​ຮອງ​ເອົາ​ກົນ​ໄກ​ຕະຫຼາດ, ແຕ່​ຍັ​ງບໍ່​ທັນ​ຖືເສດ​ຖະດິ​ດ​ຫວຽດ​ນາມ ເປັນ​ເສດ​ຖະ​ກິດ​ຕະຫຼາດ. ມະ​ຕິກ​ອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ VI ລະບຸໄວ້​ຢ່າງ​ຈະ​ແຈ້ງວ່າ: ປີ 1986 ​ກິດຈະການ​ປ່ຽນ​ແປງ​ໃໝ່ໄດ້ເລີ່ມຕົ້ນຂຶ້ນ…, ຫວຽດ​ນາມ​ໄດ້​​ພັດ​ທະ​ນາຈາກ​ເສດ​ຖະ​ກິດແບບວາງ​ແຜນ​ມາເປັນ​ເສດ​ຖະ​ກິດ​ທີ່ມຸ່ງເນັ້ນ​ຕະຫຼາດ.  

ປີ 1991, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ VII ​ໄດ້ອະນຸມັດ​ໂຄງ​ການການເມືອງກໍ່​ສ້າງ​ປະ​ເທດ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິສັງ​ຄົມ​ນິ​ຍົມ. ໂຄງ​ການການເມືອງດັ່ງກ່າວສືບຕໍ່ພັດທະນາ​ທິດ​ສະ​ດີ​ກ່ຽວ​ກັບ​ເສດ​ຖະ​ກິດ​ສິນ​ຄ້າ: ທີໜຶ່ງ, ສະເໜີ​ແຜນ​ນະ​ໂຍ​ບາຍ “ພັດ​ທະ​ນາເສດ​ຖະ​ກິດ​ສິນ​ຄ້າຫຼາຍ​ພາກ​ສ່ວນ​ຕາມ​ທິດທາງ​ສັງ​ຄົມ​ນິ​ຍົມ”(7)ທີ​ສອງ, “ລົບ​ລ້າງ​​ກົນ​ໄກການ​ຄຸ້ມ​ຄອງ​ລວມ​ສູນ​ອາດ​ຍາ​ສິດ ແລະການເກື້ອ​ກູນອຸດໜູນຢ່າງສິ້ນເຊີງ ແລະ ສ້າງ​ ກົນ​ໄກ​ຕະຫຼາດ​ທີ່​ມີ​ການ​ຄຸ້ມ​ຄອງຂອງ​ລັດ ດ້​ວຍ​ກົດ​ໝາຍ, ແຜນ​ການ, ນະ​ໂຍ​ບາຍ ແລະ​ເຄື່ອງ​ມື​ອື່ນໆ. ກໍ່​ສ້າງແລະພັດ​ທະ​ນາ​ຕະຫຼາດ​ສິນ​ຄ້າ​ບໍ​ລິ​ໂພກ, ວັດ​ຖຸ​ອຸ​ປະ​ກອນ, ​ບໍ​ລິ​ການ, ທຶນ​ຮອນ, ​ແຮງ​ງານ ແລະອື່ນໆ ຢ່າງຄົບຊຸດ; ດຳເນີນການແລກ​ປ່ຽນ​ເສດ​ຖະ​ກິດ​ໃນທົ່ວ​ປະ​ເທດ ແລະກັບຕະຫຼາດ​ໂລກ”(8).

ຈາກ​ຄວາມ​ຮັບ​ຮູ້​​ທາງ​ດ້ານ​ເສດ​ຖະ​ກິດ​ຕະຫຼາດ​ພາຍຫຼັງການ​ດຳ​ເນີນ​​ກິດຈະການ​ປ່ຽນແປງ​ໃໝ່ໃນ 15 ປີ​, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄັ້ງ​ທີ IX (ປີ 2001) ໄດ້​ລະບຸຢ່າງເປັນທາງການວ່າ ​ເສດ​ຖະ​ກິດຂອງ​ຫວຽດ​ນາມເປັນ “​ເສດ​ຖະ​ກິດ​ຕະຫຼາດຕາມທິດ​ສັງ​ຄົມ​ນິ​ຍົມ”; ພ້ອມ​ທັງ ຊີ້ໃຫ້ເຫັນ​ເນື້ອ​ໃນຂອ​ງ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ຕາມທິດ​ທິດ​ສັງ​ຄົມ​ນິ​ຍົມນັ້ນແມ່ນ “ພື້ນ​ຖານ​ເສດ​ຖະ​ກິດ​ສິນ​ຄ້າຫຼາຍ​ພາກ​ສ່ວນ​ທີ່ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ, ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ; ນັ້ນ​ແມ່ນ ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດຕາມທິດສັງ​ຄົມ​ນິ​ຍົມ”(9). ຈຸດ​ໝາຍ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດຕາມທິດ​ສັງ​ຄົມ​ນິ​ຍົມ​ແມ່ນ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດ, ພັດ​ທະ​ນາ​ເສດ​ຖະ​ກິດ​ ເພື່ອກໍ່​ສ້າງ​ພື້ນ​ຖານ​ວັດ​ຖຸ​ເຕັກ​ນິກ​ຂອງ​ລັດທິສັງ​ຄົມ​ນິ​ຍົມ ແລະ ຍົກ​ສູງ​ຄຸນນະພາບຊີ​ວິດ​ຂອງ​ປະ​ຊາ​ຊົນ.

ດັ່ງນັ້ນ, ຂະບວນການ​ຮັບ​ຮູ້ແລະການ​ປ່ຽນແປງຄວາມຄິດຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈາກ​ລະບົບເສດ​ຖະ​ກິດ​ແບບສັ່ງ​ການດ້ວຍ​ກົນ​ໄກ​ການວາງ​ແຜນ​ລວ​ມ​ສູນ ໄປເປັນ​ລະບົບເສດ​ຖະ​ກິດ​ຕະຫຼາດ​ຕາມທິດ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ ຈຶ່ງເປັນ​ຂະ​ບວນ​ການທີ່ຍາວ​ນານ, ເພາະວ່າ ລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມແມ່ນຮູບແບບທີ່ບໍ່ເຄີຍມີມາກ່ອນໃນໂລກ. ຮູບ​ແບບ​ນີ້ເປັນສິ່ງທີ່​ຫວຽດ​ນາມໄດ້ນຳມາປະຕິບັດແລະ​ຮຽນ​ຮູ້ຈາກປະສົບການ ​ເພື່ອ​ພັດທະນາໃຫ້​ກາຍ​ເປັນຮູບ​ແບບ​ເສດ​ຖະ​ກິດໂດຍ​ລວມ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິສັງ​ຄົມ​ນິ​ຍົມ. ເຖິງວ່າຂະບວນການສຳເລັດສົມບູນຍັງຄົງດຳເນີນຕໍ່ໄປ, ແຕ່ກໍ່ສາມາດຢືນຢັນໄດ້ວ່າ ການເລືອກຂອງຫວຽດນາມໃນການພັດທະນາເສດຖະກິດຕະຫຼາດບົນເສັ້ນທາງໄປສູ່ລັດທິສັງຄົມນິຍົມນັ້ນ ຖືກຕ້ອງຢ່າງສົມບູນ. ຕົວ​ຢ່າງເຊັ່ນ ກົດ​ເກນ​ຄຸນ​ຄ່າ​ໃນລະບົບ​ເສດ​ຖະ​ກິດ​ຕະຫຼາດ​ມີ​ສ່ວນຊ່ວຍໃນການຄວບຄຸມ​ກາ​ນຜະ​ລິດ ແລະການໝູນວຽນຂອງ​ສິນ​ຄ້າ (ຂະ​ແໜງການ, ອາ​ຊີບ ແລະ ຂົງ​ເຂດ​ໃດ​ທີ່ດຳເນີນທຸລະກິດໄດ້ຢ່າງມີ​ປະ​ສິ​ດທິ​ຜົນ ແລະມີຜົນ​ກຳ​ໄລຫຼາຍ ຈະ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມຈຳນວນຫຼາຍ; ໃນ​ຂະ​ນະ​ດຽວກັນ, ຂະ​ແໜງ​ການ, ອາ​ຊີບ ແລະ ຂົງ​ເຂດ​ທີ່​ບໍ່ມີ​ປະ​ສິດ​ທິຜົນ ຈະປະສົບກັບ​ປະ​ກົດ​ການການຫົດຕົວ ຫຼືຖອນຕົວອ​ອກ​ຈາກການ​ຜະ​ລິດ. ປະ​​ກົດ​ການດັ່ງກ່າວ​ເຮັດ​ໃຫ້ບັນດາ​ປັດ​ໄຈ​ການ​ຜະ​ລິດຄື ​ທຶນ, ແຮງງານ, ທີ່​ດິນ, ວິ​ທະ​ຍາ​ສາດແລະເຕັກ​ໂນ​ໂລ​ຊີ… ຖືກ​ຈັດ​ສັນ​ຄືນ​ໃໝ່, ເຮັດ​ໃຫ້​ຊັບພະຍາກອນ​ໃນ​ສັງຄົມ​ຖືກ​ນຳ​ໃຊ້​ຢ່າງ​ມີ​ປະ​ສິ​ດທິພາບ​ກວ່າ​ອີກ. ນອກຈາກນີ້, ສິນ​ຄ້າ​ຍັງຖືກຄວບຄຸມຈາກ​ແຫຼ່ງທີ່​ມີ​ລາ​ຄາ​ຕ່ຳ​ໄປ​ສູ່​ແຫຼ່ງທີ່​ມີ​ລາ​ຄາ​ສູງ, ຈາກແຫຼ່ງທີ່​ມີການ​ສະ​ໜອງຫຼາຍກວ່າ​ຄວາມ​ຕ້ອງ​ການ ​ໄປ​ສູ່ແຫຼ່ງທີ່​ມີການ​ສະ​ໜອງ​ໜ້ອຍກວ່າ​ຄວາມ​ຕ້ອງ​ການ, ເຊິ່ງເປັນການປະ​ກອບ​ສ່ວນຄວບຄຸມການໝູນວຽນຂອງ​ສິນ​ຄ້າ​ໃນ​ຕະຫຼາດ). ຫຼື​ພາຍ​ໃຕ້​ຜົນ​ກະ​ທົບ​ຂອງ​ກົດ​ເກນ​ການ​ແຂ່ງ​ຂັນ​ໃນລະບົບ​ເສດ​ຖະ​ກິດ​ຕະຫຼາດ, ຜູ້​ຜະ​ລິດ​ສິນ​ຄ້າ​ຕ້ອງ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ ເພື່ອ​ຍົກ​ສູງ​ປະສິດທິພາບການຜະ​ລິດ, ຫຼຸດ​ຜ່ອນ​ມູນ​ຄ່າຕ່າງ​ຫາກ ແລະຫຼຸດຜ່ອນຕົ້ນທຶນຜະລິດຕະພັນ​ເພື່ອ​ໃຫ້ໄດ້​ເງື່ອນ​ໄຂ​ທີ່​ເອື້ອອຳນວຍ​ໃນ​ການ​ຜະ​ລິດ ແລະ ຈຳ​ໜ່າຍ​ສິນ​ຄ້າ. ດ້ວນ​ຜົນ​ກະ​ທົບດັ່ງກ່າວ “ຜູ້​ຜະ​ລິດ​ທັງ​ສະແຫວງຫາ​ຜົນ​ປະ​ໂຫຍດຂອງຕົນເອງ ແລະໃນເວລາດຽວກັນກໍ່ປະຕິບັດໜ້າທີ່ທີ່ບໍ່ຄາດຄິດໃນການຕອບສະໜອງຕໍ່ຜົນປະໂຫຍດຮ່ວມກັນຂອງສັງຄົມ”(10). ເສດ​ຖະ​ກິດ​ຕະຫຼາດກໍ່​ແມ່ນ​ຮູບ​ແບບ​ເສດ​ຖະ​ກິດ​ທີ່​ຊຸກ​ຍູ້ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ ແລະຫົວ​ຄິດ​ປະ​ດິ​ດ​ສ້າງ​ຂອງຜູ້​ຜະ​ລິດແລະທຸ​ລະ​ກິດ (ເພື່ອໃຫ້​ໄດ້​ກຳ​ໄລ​ຫຼາຍຂຶ້ນ ຜູ້​ຜະ​ລິດແລະທຸ​ລະ​ກິດ​ຕ້ອງມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນແລະລະອຽດອ່ອນ ໃນ​ການເຂົ້າໃຈ​ຈິດຕະ​ວິ​ທະ​ຍາແລະລົດ​ນິ​ຍົມ​ຂອງ​ຜູ້​ບໍລິ​ໂພກໃນ​ຕະຫຼາດ, ເຂົ້າໃຈ​ສິ​ລະ​ປະ​ການ​ທຸ​ລະ​ກິດ, ຄາດຄະເນຄວາມສຳ​ພັ​ນລະຫວ່າງ​ການ​ສະ​ໜອງແລະຄວາມ​ຕ້ອງ​ການ, ປ່ຽນ​ແປງ​ໃໝ່​ປະ​ດິດ​ສ້າງ​ຢ່າງຕໍ່ເນື່ອງ ​ເພື່ອໃຫ້ໄດ້​ປຽບ​ໃນ​ການ​ຜະ​ລິດແລະທຸ​ລະ​ກິດ…).

ຄຽງ​ຄູ່​ກັບ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່ຫຼວງ​ທີ່​ລະບົບເສດ​ຖະ​ກິດ​ຕະຫຼາດ​ນຳ​ມາ​ໃຫ້ນັ້ນ ຈຳເປັນຕ້ອງ​​ຮັບ​ຮູ້​ໄດ້​ວ່າ ລະບົບເສດ​ຖະ​ກິດ​ຕະຫຼາດຍັງມີຂໍ້ບົກພ່ອງທີ່ບໍ່​ສາ​ມາດ​ແກ້​ໄຂ​ໄດ້: ການແບ່ງຂົ້ວທາງ​ສັງ​ຄົມອອກ​ເປັນ​ສອງຂົ້ວຄື ຄົນ​ຮັ່ງ​ມີ ແລະ ຄົນທຸກ​ຍາກ, ວິ​ກິດ​ການ​ເສດ​ຖະ​ກິດທີ່ອາດຈະເກີດ​ຂຶ້ນ, ການທຳ​ລາຍ​ສິ່ງ​ແວດ​ລ້ອມທາງນິເວດວິທະຍາ (ເພາະວ່າ ໃນລະບົບເສດຖະກິດຕະຫຼາດ, ຜູ້ຜະລິດແລະທຸລະກິດມັກຈະມຸ່ງຫວັງສະແຫວງຫາກຳໄລລ້ວນໆ, ໂດຍບໍ່ຄ່ອຍໃສ່ໃຈ ຫຼືແມ່ນແຕ່ “ຫຼີກລ່ຽງ” ຄວາມຮັບຜິດຊອບໃນການປົກປ້ອງສິ່ງແວດລ້ອມທາງນິເວດວິທະຍາ)… ຄວາມພິການດັ່ງກ່າວຕ້ອງອາໄສການມີໜ້າຢູ່ຂອງລັດທີ່ມີບົດບາດໃນການສ້າງ ແລະຈັດຕັ້ງສະຖາບັນ. ນີ້​ແມ່ນ​ເຫດຜົນທີ່ຕ້ອງ​ຢືນ​ຢັນວ່າ​ຍ້ອນ​ຫຍັງ​ຈຶ່ງຈຳເປັນ​ຕ້ອງກຳ​ນົດ​ທິດ​ທາງສັງ​ຄົມ​ນິ​ຍົມ ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ຢູ່​ຫວຽດ​ນາມ. ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດຕາມ​ທິດ​ສັງ​ຄົມ​ນິ​ຍົມ, ບົດ​ບາດ​ຂອງ​ລັດ​ໄດ້ຮັບການ​ກຳ​ນົດໄວ້​ຢ່າງ​ຈະ​ແຈ້ງ​ໃນ​ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ສ​ະ​ໄໝ​ທີ XII (ມະ​ຕິ​ໝາຍເລກ 11-NQ/TW), ສ​ະ​ບັບ​ລົງ​ວັນ​ທີ 3 ມິ​ຖຸ​ນາ 2017 “ວ່າດ້ວຍ​ການ​ປັບ​ປຸງລະ​ບຽບ​ກົດ​ໝາຍ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມໃຫ້ສົມບູນແບບ”: “ກຳ​ນົດ​ທິດ, ກໍ່​ສ້າງແລະປັບ​ປຸງລະ​ບຽບ​ກົດ​ໝາຍ​​ດ້ານ​ເສດ​ຖະ​ກິດໃຫ້ສົມບູນແບບ, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ແຂ່ງ​ຂັນທີ່ຍຸຕິທຳ, ໂປ່ງ​ໃສ ແລະມີສຸຂະພາບດີ; ນຳ​ໃຊ້​ເຄື່ອງ​ມື, ນ​ະ​ໂຍ​ບາຍ ແລະ ຊັບພະຍາກອນ​ຂອງ​ລັດ​ ເພື່ອ​ກຳ​ນົດ​ທິດທາງແລະຄວບຄຸມເສດ​ຖະ​ກິດ, ຊຸກ​ຍູ້​ການ​ຜະ​ລິດ​ທຸ​ລະ​ກິດ ແລະ ປົກ​ປ້ອງ​ສິ່ງ​ແວດ​ລ້ອມ; ປະ​ຕິ​ບັດ​ຄວາມ​ກ້າວ​ໜ້າ ແລະຄວາມຍຸ​ຕິ​ທຳ​ສັງ​ຄົມ​ໃນ​ແຕ່​ລະ​ບາດ​ກ້າວ, ແຕ່​ລະ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ”. ການກຳ​ນົດ​ທິດທາງ​ສັງ​ຄົມ​ນິ​ຍົມ​ສະ​ແດງ​ອອກໃນ​ແຕ່​ລະ​ນະ​ໂຍ​ບາຍ, ແຕ່​ລະ​ແຜນ​ການ ແລະ ຍຸດ​ທະ​ສາດການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ. ນ​ະ​ໂຍ​ບາຍ, ແຜນ​ການ ແລະ ຍຸດ​ທະ​ສາດ​ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ​ປະ​ເທດ​​ມຸ່ງ​ສູ່ການບັນລຸ​ເປົ້າ​ໝາຍແລະໜ້າ​ທີ່​ ໃນ​ແຕ່​ລະ​ໄລ​ຍະຂອງ​ພາ​ລະ​ກິດການກໍ່​ສ້າງ​ສັງ​ຄົມ​ນິ​ຍົມ, ສອດຄ່ອງກັບ​ກົນ​ໄກ​ຕະຫຼາດ ແລະ ຮັບ​ປະ​ກັນ​ລັກ​ສະ​ນະ​ທັນ​ສະ​ໄໝ. ຄວາມ​ທັນ​ສະໄໝ​​ສະ​ແດງອອກຜ່ານການ​ສືບ​ທອດຄວາມສຳເລັດຢ່າງ​ເລືອກ​ສັນ ໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດ​ຂອງ​ມະ​ນຸດຊາດ; ບັນ​ດາ​ປັດ​ໄຈ​ຂອງ​ຕະຫຼາດ ແລະ ບັນ​ດາ​ປະ​ເພ​ດຂອງຕະຫຼາດ​ທີ່​ຄົບ​ຊຸດ ແລະດຳເນີນການຢ່າງຄ່ອງຕົວ, ເຊື່ອມໂຍງ​ກັບ​ເສດ​ຖະ​ກິດ​ໂລກ.

ບັນ​ຫາ​ທີ​ສອງ, ​ສາ​ມາດ​ເຫັນ​ໄດ້​ວ່າ ຫຼັງຈາກ​ດຳ​ເນິນກິດຈະການ​ປ່ຽນ​ແປງ​ໃໝ່​ເກືອບ 40 ປີ ການ​ຜັນ​ຂະ​ຫຍາຍ​ແຜນ​ນະ​ໂຍ​ບາຍກໍ່​ສ້າງ ແລະພັດ​ທະ​ນາ​ເສດ​ຖ​ະ​ກິດ​ຕະຫຼາດ​ຕາມທິດ​ສັງ​ຄົມ​ນິ​ຍົມ​ຢູ່ຫວຽດ​ນາມ ກໍ່ປະສົບ​ຜົນ​ສຳເລັດ​ອັນ​ໃຫ​ຍ່ຫຼວງຫຼາຍ​ຢ່າງ ແລະບໍ່​ອາດຈະ​ປະ​ຕິ​ເສດ​ໄດ້​:

ກ່ຽວ​ກັບ​ຂະ​ໜາດ​ຂອງ​ເສດ​ຖະ​ກິດ: “ອັດຕາການ​ເຕີບ​ໂຕ​ສະ​ເລ່ຍ​ປະ​ມານ 7% ຕໍ່​ປີ. ຫວຽດນາມໄດ້ອອກຈາກກຸ່ມປະເທດທີ່ມີລາຍໄດ້ຕໍ່າຕັ້ງແຕ່ປີ 2008. ຂະ​ໜາດ GDP ຕາມ​ລາ​ຄາ​ປະ​ຈຸ​ບັນ​ໃນປີ 2023 ບັນ​ລຸ​ປະ​ມານ 10,22 ລ້ານ​ຕື້​ດົ່ງ ຫຼື​ປະ​ມານ 430 ຕື້​ໂດ​ລາ​ສະ​ຫະ​ລັດ. GDP ​ຕໍ່​ຫົວ​ໃນ​ປີ 2023 ໃນ​ລາ​ຄາ​ປະ​ຈຸ​ບັນສູງເຖິງປະມານ 101,9 ລ້ານ​ດົ່ງ​ຕໍ່​ຄົນ ຕໍ່​ປີ ຫຼື 4.284 ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້​ນ 160 ໂດ​ລາ​ສະ​ຫະ​ລັດ ເມື່ອທຽບ​ກັບປີ 2022”(11). “ຜະລິດຕະພັນມວນລວມພາຍໃນປະເທດຂອງຫວຽດນາມໃນປະຈຸບັນປະກອບດ້ວຍປະມານ 27% ຈາກເສດຖະກິດຂອງລັດ, 4% ຈາກເສດຖະກິດລວມໝູ່, 30% ຈາກເສດຖະກິດຄົວເຮືອນ, 10% ຈາກເສດຖະກິດເອກະຊົນໃນປະເທດ ແລະ 20% ຈາກພາກສ່ວນທີ່ມີການລົງທຶນຈາກຕ່າງປະເທດ”(12).

ກ່ຽວກັບກິດຈະກຳການນຳເຂົ້າ ແລະ ສົ່ງອອກ: “ມູນຄ່າການສົ່ງອອກເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປະກອບສ່ວນທີ່ສຳຄັນເຂົ້າໃນການເຕີບໂຕຂອງ GDP. ​ຖ້າໃນປີ 1986 ລວມຍອດ​ມູນ​ຄ່າ​ສົ່ງ​ອອກ​ບັນ​ລຸ​ພຽງ 789 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ປີ 2006 ມູນຄ່າການ​ສົ່ງ​ອອກ​ບັນ​ລຸຫຼາຍກວ່າ 39 ຕື້ໂດ​ລາ​ສະ​ຫະ​ລັດ ແລະ ນັບຕັ້ງແຕ່​​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ (WTO) ມູນ​ຄ່າການ​ສົ່ງ​ອອກ​ໄດ້ເພີ່ມ​ຂຶ້ນ​ຢ່າງຕໍ່ເນື່ອງ ໂດຍສູງເຖິງ 335,5 ຕື້​ໂດ​ລາ​ສະ​ຫະ​ລັດໃນປີ 2023. ໃນດ້ານໂຄງສ້າງ, ສິນຄ້າສົ່ງອອກມີຄວາມອຸດົມສົມບູນ ແລະຫຼາກຫຼາຍຂຶ້ນເລື້ອຍໆ, ໂດຍກຸ່ມສິນຄ້າ "ສຳຄັນ" ຫຼາຍກຸ່ມມີຍອດຂາຍສູງ. ສິນ​ຄ້າ​ສົ່ງ​ອອກຫຼາຍປະເພດ​ມີ​ປະ​ລິ​ມານຫຼາຍ ແລະມີມູນຄ່າການຊື້ຂາຍ​ສູງທົ່ວ​ໂລກ. ຖ້າ​ໃນ​ປີ 1986 ພວກເຮົາ​ບໍ່ມີ​ສິນ​ຄ້າ​ສົ່ງ​ອອກທີ່ມີມູນຄ່າເກີນ 200 ລ້ານ​ໂດ​ລາ​ສະ​ຫ​ະ​ລັດເລີຍ, ແຕ່ດຽວນີ້ໄດ້​ມີ​ສິນ​ຄ້າສົ່ງອອກຫຼາຍປະເພດ​ທີ່ມີມູນຄ່າການຊື້ຂາຍ​ຫຼາຍກວ່າ 1 ຕື້​ໂດ​ລາ​ສະ​ຫະ​ລັດ ເຖິງ 5 ຕື້​ໂດ​ລາ​ສະ​ຫະ​ລັດ”(13). ມາ​ຮອດ​ປະ​ຈຸ​ບັນ, ປະ​ເທດ​ຫວຽດ​ນາມມີ​ກາ​ນ​ພົວ​ພັນ​​ການ​ຄ້າ​ກັບ 224 ຄູ່​ຮ່ວມ​ມື; ໄດ້ແລະກຳ​ລັງ​ເຈ​ລະ​ຈາ, ລົງ​ນາມ ແລະ ປະ​ຕິ​ບັດສັນ​ຍາ​ການ​ຄ້າ​ເສ​ລີ (FTA) 17 ສະບັບ. ຫວຽດ​ນາມໄດ້​ກາຍ​ເປັນ​ໜຶ່ງ​ໃນ​​ປະ​ເທດ​​ນຳ​ໜ້າ​ໃນພາກ​ພື້ນ ​ໃນ​ການ​ສ້າງ​ຂອບ​ການ​ຮ່ວມ​ມື​ທາງເສດ​ຖະ​ກິດຫຼາຍ​ຝ່າຍ”(14).

ກ່ຽວ​ກັບ​ວຽກ​ງານຮັກສາຄວາມປອດໄພທາງສັງຄົມ: ຄວາມປອດໄພທາງສັງຄົມແລະສະຫວັດ​ດິ​ການໄດ້​ບັນ​ລຸຜົນ​ງານ​ອັນ​ສຳ​ຄັນຫຼາຍ​ຢ່າງ ໂດຍສະເພາະ​ໃນ​ດ້າການສຶກ​ສາ, ສາ​ທາ​ລະ​ນະ​ສຸກ ແລະ ການຊ່ວຍເຫຼືອຜູ້ຄົນ​ທີ່ປະສົບ​ຄວາມ​ຫຍຸ້ງ​ຍາກ. "ພະຍາດຫຼາຍຊະນິດທີ່ເຄີຍພົບເລື້ອຍໃນອະດີດໄດ້ຖືກຄວບຄຸມຢ່າງສຳເລັດຜົນແລ້ວ”. ຄົນ​ທຸກ​ຍາກ, ເດັດອ​າ​ຍຸ​ຕ່ຳ​ກວ່າ 6 ປີ ແລະຜູ້​ສູງອາ​ຍຸ ​ໄດ້ຮັບປະກັນສຸຂະພາບໂດຍບໍ່ເສຍຄ່າ. ອັດ​ຕາການຂາດສານ​ອາ​ຫານໃນເດັກ ແລະ ອັດຕາການຕາຍຂອງທາລົກ​ ຫຼຸດ​ລົງເກືອບສາມເທົ່າ. ຮອດເດືອນເມສາ 2022, ທົ່ວປະເທດມີຕາແສງ 5.706 ຈາກ 8.227 ແຫ່ງໄດ້ມາດຕະຖານຊົນນະບົດໃໝ່, ໃນນັ້ນ 663 ຕາແສງໄດ້ມາດຕະຖານຂັ້ນສູງ ແລະ 71 ຕາແສງໄດ້ມາດຕະຖານແບບຢ່າງ”(15).

ບັນ​ດາ​ຜົນ​ສຳເລັດ​ໃນການກໍ່​ສ້າງ ແລະພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດຕາມ​ທິດ​ສັງ​ຄົມ​ນິຍົມ​​ຢືນ​ຢັນ​ວ່າ ການເລືອກ​​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມຂອງຫວຽດນາມນັ້ນ ​ຖືກ​ຕ້ອງຢ່າງສົມບູນ ແລະ ສອດຄ່ອງ​ກັບ​ກົດ​ເກນ​ພາວະ​ວິ​ໄສ ແລະທ່າ​ອຽງ​ຂອງ​ເສດ​ຖະ​ກິດ​ໂລກ, ຕອບ​ສະ​ໜອງ​ຄວາມ​​ຕ້ອງ​ການດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດຂອງຊາດ, ການກໍ່​ສ້າງ​ພື້ນ​ຖານ​ວັດ​ຖຸ​ເຕັກ​ນິກ​ໃນ​ສະໄໝ​ຂ້າມ​ຜ່ານໄປ​ສູ່​ລັດທິສັງຄົມ​ນິ​ຍົມ​ຢູ່ຫວຽດ​ນາມ.

***

ພຶດຕິກຳຕົວ​ຈິງ​ແຫ່ງການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດ ໄດ້ສະແດງໃຫ້ເຫັນຢ່າງໜ້າເຊື່ອຖືເຖິງການນໍາໃຊ້ຮູບແບບເສດຖະກິດຕະຫຼາດເປັນວິທີການສ້າງລັດທິສັງຄົມນິຍົມ. ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດທີ່ສະ​ຖາ​ບັນ, ເຄື່ອງ​ມື ແລະ ຫຼັກ​ການໃນການດຳເນີນການທາງ​ເສດ​ຖະ​ກິດ​ຕະຫຼາດ​ໄດ້ຮັບການ​ສ້າງ​ຕັ້ງ ແລະນຳ​ໃຊ້ ​ເພື່ອ​ປົດ​ປ່ອຍ​ກຳລັງການ​ຜະ​ລິດຢ່າງເຖິງຖອງ, ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ເທື່ອ​ລະ​ກ້າວ, ເພື່ອ​ເປົ້າ​ໝາຍ “ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດເຂັ້ມ​ແຂງ, ມີ​ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ ແລະ ອາລະຍະທຳ”. ເພື່ອ​ຍູ້​ແຮງ​ການ​ພັດ​ທະ​ນາແລະການພັດທະນາທີ່ສົມບູນແບບຂອງຮູບ​ແບບ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມໃນ​ເວລາຕໍ່​ໄປ, ສິ່ງສຳຄັນທີ່ສຸດແມ່ນ ການ​ໂຄ​ສະ​ນາເຜີຍແຜ່ ແລະຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ທົ່ວ​ພັກ ແລະປະຊາ​ຊົນທັງໝົດ ກ່ຽວ​ກັບ​ລັກ​ສະ​ນະສະ​ເພາະ, ທາດ​ແທ້ ແລະ ເປົ້າ​ໝາຍ​ຂອງ​ເສດ​ຖະ​ກິດ​ຕະຫຼາດຕາມ​ທິດ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ, ຈຳເປັນຕ້ອງ​ຕໍ່​ສູ້​ແລະຫັກລ້າງຖ້ອຍ​ທຳ​ນອງທີ່ຜິດ​ພາດ​ຂອງ​ບັນ​ດາ​ອິດ​ທິ​ກຳ​ລັງ​ສັດ​ຕູ ແລະ​ປະ​ຕິ​ການ​ຕໍ່ລະບົບ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ ຢ່າງເດັດຂາດ​ ແລະບໍ່ປະນີປະນອມ ເພື່ອ​ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ແນວ​ຄິດ​ຂອງ​ພັກ, ປົກ​ປັກ​ຮັກ​ສາແລະເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ໃນ​ຂະ​ບວນ​​ການ​ສ້າງສາແລະ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດຕາມ​ທິດ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ./.   

---------------

(1) ຕຳລາ​ເສດ​ຖະສາດ​ການ​ເມືອງ ມາກຊິດ-ເລ​ນິນ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2008, ໜ້າ 114-115.

(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 128

(3) ເລ​ ທິ ເກວ໊: ຈາກຄວາມຄິດເຖິງ​ຄວາມເປັນ​ຈິງ 15 ປີແຫ່ງ​ການປ່ຽນແປງ”​ເສດ​ຖະ​ກິດ​ຫວຽດ​ນາມ (1986–2001), ວາ​ລະ​ສານ​ຄົ້ນ​ຄວ້າ​ເສດ​ຖະ​ກິດ, ສະ​ບັບ​ເລກ​ທີ 354 (ເດືອນ​ພະ​ຈິກ 2007), ໜ້າ 60.

(4), (5) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VI, ສພຈ. ສື້​ເຖິ້ດ, ຮ່າ​ໂນ້ຍ, 1987, ໜ້າ 62, 63.

(6) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VI, ປື້ມທີ່​ໄດ້​ແນະ​ນຳ, ໜ້າ 65.

(7), (8) ​ເອ​ກະ​ສານຄົບຊຸດຂອງ​ພັກ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2007, ເຫຼັ້ມ 51, ໜ້າ 137, 138

(9) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ IX, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 86.

(10) ຕຳ​ລາ​ປະ​ຫວັດ​ສາດທິດ​ສະ​ດີ​ເສດ​ຖະ​ສາດ, ສພຈ. ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2009, ​ໜ້າ 73. 

(11) ມາຍ​ຈີ: GDP ​ສະ​ເລ່ຍ​ຕໍ່​ຫົວ​ຄົນຫວຽດ​ນາມ ເກີນ 100 ລ້ານດົ່ງ, https://dantri.com.vn/kinh-doanh/gdp-binh-quan-dau-nguoi-viet-nam-vuot-100-trieu-dong-20231229093332819.htm, ວັນ​ທີ 29 ກັ​ນ​ຍາ 2023

(12) ຫງວຽນ​ ຝູ ​ຈ້ອງ: ບາງ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດຕິກຳກ່ຽວ​ກັບລັດທິສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງໄປ​ສູ່​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ. ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າ​ໂນ້ຍ, 2022, ໜ້າ 31.

(13) ຄະ​ນະ​ການ​ເງິນ​ສາ​ກົນ ແລະ ນະ​ໂຍ​ບາຍ​ການ​ເຊື່ອມ​ໂຍງ, ສະ​ຖາ​ບັນ​ຍຸດ​ທະ​ສາດ ແລະ ນະ​ໂຍ​ບາຍ​ການ​ເງິນ: ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້​ພາຍຫຼັງ 30 ປີ ແຫ່ງ​ການ​ປ່ຽນແປງໃໝ່ການເຊື່ອມ​ໂຍງ​​ເສດ​ຖະ​ກິດ​ສາ​ກົນ, ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກຂອງກະຊວງການເງິນ, ວັນ​ທີ 30 ພືດ​ສະ​ພາ 2023, https://mof.gov.vn/webcenter/portal/btcvn/pages_r/l/tin-bo-tai-chinh?dDocName=MOFUCM098068

(14) ຫງວຽນ ທູ່ຍ: ບັນ​ດາ​ຂີດ​ໝາຍ​ຂອງ​ການ​ຄ້າ​ຫວຽດ​ນາມ ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ວັ​ນ​ທີ 19 ທັນ​ວາ 2022, https://www.tuyengiao.vn/nhung-dau-an-cua-thuong-mai-viet-nam-sau-hon-35-nam-doi-moi-146918

(15) ຫງວຽນ ຈ້ອງ ​ເຫງັຍ: ຜົນ​ງານ​ແຫ່ງການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ​ຢູ່​ຫວຽດ​ນາມ​ຜ່ານ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ວາ​ລະ​ສານກອມ​ມູ​ນິດ, ສະ​ບັບ​ເລກ​ທີ 1008 (ເດືອນກຸມ​ພາ 2023), ໜ້າ 3.