ວກ. - ​​ໃນ​ເອກະສານ​ກອງປະຊຸມໃຫຍ່ຜູ້​ແທນທົ່ວປະເທດຄັ້ງທີ 13 ຂອງພັກ​ກອມ​ມູນິດ​ຫວຽດນາມ, ຂົງ​ເຂດ​ເສດຖະກິດ​ໄດ້​ສະ​ແດງ​ອອກ​ຕົ້ນ​ຕໍໃນ​ລາຍ​ງານສາມ​ສະບັບ: ລາຍ​ງານ​ການ​ເມືອງ; ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ 10 ປີ 2021-2030; ລາຍ​ງານ​ປະ​ເມີນ​ຜົນ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ແລະສັງຄົມ 5 ປີ 2016-2020 ​ແລະ ທິດ​ທາງ, ໜ້າ​ທີ່​ການພັດທະນາ​ເສດຖະກິດ​ແລະສັງຄົມ 5 ປີ 2021-2025. ລາຍ​ງານ​ສາມ​ສະບັບ​ນີ້ ມີ​ຈຸດ​ໃໝ່​ທີ່​ພົ້ນ​ເດັ່ນ​ຫຼາຍ​ຢ່າງ ທັງ​ໃນ​ດ້ານ​ເນື້ອ​ໃນ​ແລະການນຳ​ສະ​ເໜີ, ​ໄດ້​ສະ​ແດງ​ອອກ​ໃນ​ພາກ​ຕ່າງໆ ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ການ​ປັບ​ໂຄງ​ສ້າງ​ເສດຖະກິດ; ກ່ຽວ​ກັບ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ; ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ.

ການປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ​ປັບ​ໂຄງ​ສ້າງ​ເສດຖະກິດຄືນ​ໃໝ່

ບັນຫາການປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ​ປັບ​ໂຄງ​ສ້າງ​ເສດຖະກິດຄືນ​ໃໝ່ ​ແມ່ນ​ເນື້ອ​ໃນ​ໃຫຍ່, ​ເຊິ່ງ​ໄດ້​ວາງ​ອອກ​​ເປັນ​ທາງ​ການ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ. ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ໄລຍະ​ປີ 2011-2020 ​ໄດ້ກຳນົດ​ເນື້ອ​ໃນ​ຂອງການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ການ​ປັບ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່, ດັ່ງນີ້: “ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ ​ຈາກການ​ພັດທະນາ​ຕາມ​ລວງ​ກວ້າ​ງເປັນ​ຕົ້ນຕໍ ​ໄປ​ເປັນ​ການ​ພັດທະນາ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ລະຫວ່າງ​ລວງ​ກວ້າງ​ແລະ​ລວງ​ເລິກ, ທັງ​ຂະຫຍາຍ​ຂະໜາດ ທັງ​ເອົາ​ໃຈ​ໃສ່ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ​ຄວາມ​ຍືນ​ຍົງ. ດຳ​ເນີນ​ການ​ປັບ​ໂຄງ​ສ້າງ​ເສດຖະກິດຄືນ​ໃໝ່, ​ເຊິ່ງຈຸດ​ໜັກ​ແມ່ນ​ປັບ​ໂຄງ​ສ້າງ​ຂອງຂະ​ແໜງ​ການ​ຜະລິດ​ແລະບໍລິການ​ໃຫ້​ເໝາະ​ກັບ​ພູມ​ພາກ; ຊຸກຍູ້​ການ​ປັບ​ໂຄງ​ສ້າງ​ວິ​ສາ​ຫະກິດ ​ແລະ ປັບຍຸດທະສາດການຕະຫຼາດ; ​ເພີ່ມ​ຢ່າງ​ໄວ​ຄຸນຄ່າ​ພາຍ​ໃນ​ປະ​ເທດ, ມູນຄ່າ​ເພີ່ມ ​ແລະ ກຳລັງ​ແຂ່ງຂັນ​ຂອງ​ຜະລິດ​ຕະພັນ, ວິ​ສາ​ຫະກິດ ​ແລະ ຂອງ​ພື້ນຖານ​ເສດຖະກິດ​ທັງ​ໝົດ; ພັດທະນາ​ເສດຖະກິດ​ພູມ​ປັນຍາ. ​ເຊື່ອມ​ຕິດ​ການ​ພັດທະນາ​ເສດຖະກິດ ກັບ​ການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ເສດຖະກິດ​ສີຂຽວ”(1). ກອງ​ປະ​ຊຸ​ມ​ໃຫຍ່​ຄັ້ງ​ທີ 12 ສືບ​ຕໍ່​ວາງ​ໜ້າ​ທີ່ການປັບ​ໂຄງ​ສ້າງ​ເສດຖະກິດ ຕິດພັນ​ກັບ​ການປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ລະອຽດ​ຄື: “ສືບ​ຕໍ່​ຍູ້​ແຮງ​ການດຳ​ເນີນ​ການ​ປັບ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ ​ແລະ ​ຂະ​ແໜງ​ການ, ຂົງ​ເຂດ​ຕ່າງໆ ​ຢ່າງ​ຄົບ​ຊຸດ, ​ໂດຍ​ລວມ ​ໂດຍ​ຕິດ​ພັນກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ສຸມ​ໃສ່​ບັນດາ​ຂົງ​ເຂດ​ທີ່ສຳຄັນ​ຄື: ປັບ​ໂຄງ​ສ້າງ​ການ​ລົງທຶນ ດ້ວຍ​ຈຸດ​ໜັກ​ແມ່ນ​ການ​ລົງທຶນ​ພາກ​ລັດ; ປັບ​ໂຄງ​ສ້າງ​ຕະຫຼາດ​ການ​ເງິນ ດ້ວຍ​ຈຸດ​ໜັກ​ແມ່ນ​ລະບົບ​ທະນາຄານ​ການ​ຄ້າ ​ແລະສະ​ຖາ​ບັນ​ການ​ເງິນ​, ປັບ​ໂຄງ​ສ້າງ​ງົບປະມາ​ຂອງ​ລັດ​ເທື່ອລະ​ກ້າວ; ປັບ​ໂຄງ​ສ້າງ​ໜີ້​ສິນ​ແລະ​ແກ້​ໄຂບັນຫາ​ໜີ້​ເສຍ​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ໜີ້​ສາທາລະນະ; ປັບ​ໂຄງ​ສ້າງ​ຂອງ​ລັດ​ວິ​ສາ​ຫະກິດ ດ້ວຍ​ຈຸດ​ໜັກ​ແມ່ນ​ບັນດາ​ກຸ່ມ​ເສດຖະກິດ, ບັນດາ​ສະຫະ​ບໍລິສັດ​ຂອງ​ລັດ; ປັບ​ໂຄງ​ສ້າງ​ການ​ກະສິກຳ...”(2).

ຈາກ​ນັ້ນ​ສາມາດ​ເຫັນ​ໄດ້​ວ່າ ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ແລະ​ການ​ປັບ​ໂຄງ​ສ້າງ​ເສດຖະກິດ​ແມ່ນ​ບັນຫາ​ໃຫຍ່, ສຳຄັນ ​ແລະ​ບໍ່​ປ່ຽນ​ແປງ​ ໃນ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ຕັ້ງ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ມາ​ເຖິງ​ປະຈຸ​ບັນ, ພ້ອມ​ກັນ​ນັ້ນ ຍັງ​ມີການ​ເຊື່ອມ​ຕິດ​ລະຫວ່າງບັນດາ​ຂະ​ບວນການ ​ແລະ ຂອບ​ເຂດ​ການ​ປັບ​ໂຄງ​ສ້າງ​ທີ່​ໄດ້​ຂະຫຍາຍ​ກວ້າງ ຈາກ​ການ​ສຸມ​ໃສ່​ສາມ​ຂົງ​ເຂດ​ເປັນ​ຕົ້ນຕໍ ໄດ້ຂະຫຍາຍໄປສູ່ພື້ນຖານ​ເສດຖະກິດທັງຫມົດ.

ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ສືບ​ຕໍ່ປຶກສາຫາລືບັນດາເນື້ອໃນຂ້າງເທິງ, ​ແຕ່​ໄດ້​ເນັ້ນ​ໜັກ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່ ຕ້ອງ​ໃຊ້​ປະ​ໂຫຍ​ດຈາກ​ໂອກາດ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ອີງ​ໃສ່​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັັກ​ໂນ​ໂລ​ຊີ ​ແລະ ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ລະອຽດ​ຄື: “ສືບ​ຕໍ່​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ, ຫັນ​ປ່ຽນເສດຖະກິດ​ໄປ​ສູ່​ຮູບ​ແບບ​ການ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ ໂດຍ​ອີງ​ໃສ່​ການ​ເພີ່ມ​ສະມັດ​ຕະພາບ​ຂອງ​ງານ, ຄວາມ​ກ້າວໜ້າ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ກຳລັງ​ຄົນ​ຄຸນ​ນະພາ​ບສູງ, ການ​ນຳ​ໃຊ້​ຊັບພະຍາກອນ​ຢ່າງ​ປະຢັດ​ແລະ​ມີ​ປະສິດທິ​ຜົນ ​ເພື່ອຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ ​ແລະຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ ຂອງ​ພື້ນຖານ​ເສດຖະກິດ. ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ ທຸລະ​ກິດ, ສົ່ງ​ເສີມ​ການ​ລິ​ເລີ່​ມທຸລະ​ກິດ​ປະດິດ​ສ້າງ, ພັດທະນາ​ຂະ​ແໜງ​ການ, ຂົງ​ເຂດ, ວິ​ສາ​ຫະກິດ​ ບົນ​ພື້ນຖານ​ການ​ນຳ​ໃຊ້ຜົນສຳ​ເລັດ​ຂອງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຢ່າງ​ແຂງ​ແຮງ, ​ໂດຍ​ສະ​ເພາະ​ແມ່ນ ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່; ພັດທະນາບັນດາ​ຜະລິດ​ຕະພັນ​ທີ່​ມີ​ຂໍ້​ໄດ້​ປຽບ​ໃນ​ການ​ແຂ່ງຂັນ, ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ສູງ ທີ່​ມີ​ມູນຄ່າ​ເພີ່ມ​ສູງ ​ແລະ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອ​ມ, ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ເຄືອ​ຂ່າຍ​ການ​ຜະລິດ ​ແລະ ຕ່ອງ​ໂສ້​ຄຸນຄ່າ​ລະດັບ​ໂລກ”(3).  

ຈຸດ​ໃໝ່ທີ່​ໄດ້​ຮັບ​ການ​ເນັ້ນ​ໜັກ​ຢູ່​ນີ້​ແມ່ນ ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ອີງ​ໃສ່​ຄວາມ​ກ້າວໜ້າ​ທາງ​ວິທະຍາສາ​ດ-​ເຕັກ​ໂນ​ໂລ​ຊີ ​ແລະ​ການ​ປປ່ຽນ​ແປງ​ໃໝ່​ປະດິດ​ສ້າງ. ​ເລື່ອງນີ້​ແມ່ນ​ຍ້ອນ, ທີໜຶ່ງ, ​ເສດຖະກິດ​ຫວຽດນາມ​ຂະຫຍາຍຕົວ​ຕາມ​ລວງ​ກວ້າງ​ໄດ້​ເຖິງ​ຂີດຈຳກັດ​ແລ້ວ, ຕ້ອງຊຸກຍູ້ການພັດທະນາຕາມ​ລວງເລິກ; ທີສອງ, ​ໃນ​ສະພາບ​ການ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ການ​ສວຍ​ໃຊ້​ກາລະ​ໂອກາດ​ແມ່ນ​ສຳຄັນ​ທີ່​ສຸດ ​ແລະມີ​ຄວາມ​ໝາຍຕັດສິນຊີ້​ຂາດຕໍ່​ການ​ພັດທະນາປະ​ເທດ ​ຢ່າງ​​ໄວວາ​ແລະຍືນ​ຍົງ. ມະຕິ​ເລກ​ທີ 52-NQ/TW, ລົງ​ວັນ​ທີ 27 ກັນຍາ 2019, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, “​ວ່າ​ດ້ວຍແຜນ​ນະ​ໂຍບາຍ, ນະ​ໂຍບາຍຈຳນວນ​ໜຶ່ງ ກ່ຽວ​ກັບການ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ​ ໃນ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່” ​ໄດ້​ເນັ້ນ​ວ່າ, ຕ້ອງ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຂົ້າຮ່ວມ​ໃນການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ​ແລະ ​ລັດຖະບານ​ກໍ່​ໄດ້​ມີ​ໂຄງການ​ປະຕິບັດ​ງານ ​ເພື່ອ​ປະຕິບັດ​ມະຕິ​ສະບັບ​ນີ້. ໃນ​ບັນ​ດາ​ເປົ້າ​ໝາຍ​ເສດ​ຖະ​ກິດ​ສະ​ເພາະ​ທີ່​ຈະ​ບັນ​ລຸ​ໄດ້​​ໃນໄລ​ຍະ 2020-2025, ເສດ​ຖະ​ກິດ​ດິ​ຈິ​ຕອນ​ໄດ້​ຮັບ​ການ​ກຳ​ນົດວ່າ​ ຈະ​ກວມ​ເອົາ 20% ຂອງ​ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນປະ​ເທດ (ຈີ​ດີ​ພີ), ຮອດ​ປີ 2030 ເສດ​ຖະ​ກິດ​ດິ​ຈິ​ຕອນຈະ​ກວມ​ເອົາ​ປະມານ 30% ຂອງ​ຈີ​ດີ​ພີ. ​ເອກະສານ​ກໍ​ເນັ້ນ​ເຖິງ​ຄວາມ​ຕ້ອງການ​ປັບປຸງ​ສະພາບ​ແວ​ດລ້ອມ​ການ​ທຸລະ​ກິດ, ສົ່ງ​ເສີມ​ການ​ເລີ່ມຕົ້ນສ້າງສັນ, ພັດທະນາບັນ​ດາ​ຂະ​ແໜງ​ການ, ຂົງ​ເຂດ, ວິ​ສາ​ຫະກິດ ​ບົນ​ພື້ນຖານນຳ​ໃຊ້ຜົນສຳ​ເລັດທາງ​ດ້ານ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີຢ່າງ​ແຂງ​ແຮງ; ພັດ​ທະ​ນາ​​ຜະລິດ​ຕະພັນທີ່​ມີ​ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ, ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ສູງ, ຜະລິດ​ຕະພັນທີ່​ມີ​ມູນຄ່າ​ເພີ່ມ​ສູງ​ແລະ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ເຄືອ​ຂ່າຍ​ການ​ຜະລິດ ​ແລະຕ່ອງ​ໂສ້​ຄຸນຄ່າ​ລະດັບ​ໂລກ.

ກ່ຽວ​ກັບ​ການ​ປັບ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ເນັ້ນ​ວ່າ: “ສືບ​ຕໍ່​ຍູ້​ແຮງ​ການ​ປັບ​ໂຄງ​ສ້າງ​ເສດຖະກິດ. ປັບ​ໂຄງ​ສ້າງ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ​ພາກ​ລັດ. ປັບ​ໂຄງ​ສ້າງ​ແລະ​ພັດທະນາຕະຫຼາດ​ປະ​ເພດ​ຕ່າງໆ​ຢ່າງ​ແຂງ​ແຮງ, ​ໂດຍ​ສະ​ເພາະຕະຫຼາດ​ປັດ​ໄຈ​ການ​ຜະລິດ ​ເພື່ອ​ລະດົມ​ແລະ​ໃຊ້​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ”(4). ຢູ່​ນີ້, ຕ້ອງການ​ເອົາ​ໃຈ​ໃສ່​ເຖິງ​ການ​ປັບ​ໂຄງ​ສ້າງຕະຫຼາດ​ອະສັງຫາລິມະ​ຊັບ, ທີ່​ດິນ, ຊັບພະຍາກອນທຳ​ມະ​ຊາດ ​ເພື່ອ​ການນຳ​ໃຊ້ທີ່​ດິນ​ແລະຊັບພະຍາກອນທຳ​ມະ​ຊາດຢ່າງ​ສົມ​ເຫດ​ສົມ​ຜົນ, ປະຢັດ ​ແລະ​ມີ​ປະສິດທິ​ຜົນ​ສູງ. ການປັບ​ໂຄງ​ສ້າງ​ບັນດາ​ຂະ​ແໜງ​ການ​ອຸດສາຫະກຳ, ກະ​ສິກຳ ​ແລະ ​ບໍລິການ ຕາມ​ທິດ​ທາງ​ສຸມ​ໃສ່​ການ​ພັດທະນາບັນດາ​ຂົງ​ເຂດ, ຜະລິດ​ຕະພັນ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ມີ​ຄວາມ​ໄດ້​ປຽບ​ທາງ​ເຕັກ​ໂນ​ໂລ​ຊີ​ສູງ, ມູນຄ່າ​ເພີ່ມ​ສູງ ​ແລະ​ຄວາມ​ສາມາດ​ແຂ່ງຂັນ​ສູງ ​ໃນການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ. ພິ​ເສດ, ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​​ໄດ້ເນັ້ນ​ເຖິງ ການ​ປັບ​ໂຄງ​ສ້າງ​ລະບົບ​ວິ​ສາ​ຫະກິດ​ເວົ້າ​ລວມ ​ເພື່ອ​ພັດທະນາກຳລັງ​ວິ​ສາ​ຫະກິດຫວຽດນາມ​ທີ່​ເຕີບ​ໃຫຍ່​ເຂັ້ມ​ແຂງ, ​ເພີ່ມ​ທະວີ​ການ​ເຊື່ອມຕໍ່​ລະຫວ່າງວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ກັບ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ນີ້​ກໍ​ແມ່ນ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າຄວາມ​ຂາດ​ການ​ເຊື່ອມ​ໂຍງ ​ລະຫວ່າງວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ກັບວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ທີ່​​ເຄີຍ​ກະທົບ​​ເຖິງ​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຊີ ​ແລະຊຸກຍູ້​ການ​ພັດທະນາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ການ​ພັດທະນາ​ເສດຖະກິດ​ເອກະ​ຊົນ ​ເພື່ອ​ໃຫ້​ມັນ​ກາຍ​ເປັນກຳລັງຂັບ​ເຄື່ອນຂອງ​ພື້ນຖານ​ເສດຖະກິດ ກໍ່​​ເປັນ​ຈຸດ​ເດັ່ນ​ຂອງ​ເອກະສານ​ຄັ້ງ​ນີ້. ​ເອກະສານກອງ​ປະຊຸມ​ໃຫຍ່​ໄດ້​ຊີ້​ແຈ້ງ: “ລົບ​ລ້າງ​ອຸປະສັກ​ແລະ​ອະຄະຕິ​ທັງ​ໝົດ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ ​ເພື່ອ​ພັດທະນາ​ເສດຖະກິດ​ເອກະ​ຊົນ; ສະໜັບສະໜູນ​ເສດຖະກິດ​ເອກະ​ຊົນ​ໃນ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຫັນ​ເຕັກ​ໂນ​ໂລ​ຊີທັນ​ສະ​ໄໝ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ, ຍົກ​ສູງ​ສະມັດ​ຕະພາບ​ແຮງ​ງານ. ສົ່ງ​ເສີມ​ການ​ກໍ່​ຕັ້ງ​ແລະ​ພັດທະນາ​ກຸ່ມ​ເສດຖະກິດ​ເອກະ​ຊົນ​ຂະໜາດ​ໃຫຍ່ ທີ່ມີ​ກຳລັງ​ແຮງ ​ແລະ ​ມີ​ຄວາມ​ສາມາດ​ແຂ່ງຂັນ​ລະດັບ​ພາກ​ພື້ນ​ແລະ​ລະ​ດັບ​ໂລກ. ສູ້​ຊົນ​​ເພື່ອເຖິງ​ປີ 2030, ຈະມີຢ່າງໜ້ອຍ 2 ລ້ານວິ​ສາ​ຫະກິດ ດ້ວຍ​ການ​ປະກອບສ່ວນຂອງພາກເອກະຊົນເຂົ້າໃນ ຈີ​ດີ​ພີ ປະມານ 60% - 65%”(5)

ການຜະລິດແລະກວດກາ ແຜງວົງຈອນເອເລັກໂຕຣນິກແບບຍືດຫຍຸ່ນປະສົມຫຼາຍຊັ້ນ ຂອງບໍລິສັດ Young Poong Electronics VINA ຈຳກັດ ທີ່ສວນອຸດສາຫະກຳ ບິ່ງຊວຽນ II, ແຂວງຫວິງຟຸກ) _ພາບ: TTXVN

ນອກຈາກ​ນັ້ນ, ຈຸດ​ໃໝ່​ຂອງເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ແມ່ນ​ເນື້ອ​ໃນ​ການ​ປັບ​ໂຄງ​ສ້າງ​ເສດຖະກິດ​​ເຂດ, ການ​ປ່ຽນ​ແປງ​ໃໝ່​ລະບຽບ​ການ​ເຊື່ອນ​ຕໍ່​ລະຫວ່າງ​ທ້ອງ​ຖິ່ນ​ໃນ​ເຂດ​ໜຶ່ງ ​ແລະ ລະຫວ່າງ​ບັນດາ​ເຂດ​ນຳ​ກັນ, ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ເຂດ​ເສດຖະກິດຂັບ​ເຄື່ອນ, ​ເອົາ​ໃຈ​ໃສ່​ພັດທະນາ​ເຂດ​ທີ່​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ, ຫຼຸດ​ຊ່ອງ​ຫວ່າງ​ການ​ພັດທະນາ​ລະຫວ່າງ​ເຂດ.

ສືບ​ຕໍ່​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ
ບົນ​ພື້ນຖານ​ຂອງ​ວິທະຍາສາດ,​ເຕັກ​ໂນ​ໂລ​ຊີ ​ແລະ ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ

​ໃນ​ບັນດາ​ເອກ​ະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກທີ່​ຜ່ານ​ມາ​ມໍ່​ນີ້​, ​ເນື້ອ​ໃນການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ໄດ້ຖືກກຳນົດ​ວ່າ​ເປັນ​ເນື້ອ​ໃນ​ທີ່ສຳຄັນ​ທີ່​ສຸດ ​ແນ​ໃສ່​ປະຕິບັດ​ຂະ​ບວນການ​ຫັນ​ເປັນອຸດສະຫະກຳ​ແບບ​ຫຍໍ້​ສັ້ນ ​ເພື່ອ​ເຮັດ​ໃຫ້​ຫວຽດນາມ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະກຳຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ. ເນື້ອ​ໃນ​ທີ່​ກ່າວ​ມາ​ນັ້ນ​ແມ່ນ​ມີ​ລັກສະນະ​ຄົບ​ຖ້ວນ​ແລະສະ​ເພາະ​ເຈາະ​ຈົງ ​ເຊັ່ນ: ຫຼັກ​ເກນ, ​ເນື້ອ​ໃນ ​ແລະ ວິທີ​ການ​ປະຕິບັດ. ​ເອກະສານ​ກອງ​ປະຊຸມໃຫຍ່​ຄັ້ງ​ທີ 13 ສືບ​ທອດ​ບັນດາ​ເນື້ອ​ໃນ​ຂ້າງ​ເທິງ, ພ້ອມ​ກັນ​ນັ້ນ​ກໍ​ເນັ້ນ​ໜັກ​ບັນດາ​ເນື້ອ​ໃນ​ແກ່ນ​ສານ ​ທີ່​ຈະ​ຕ້ອງ​ປະຕິບັດ​ໃນ​ໄລຍະ​ຕໍ່​ໄປ ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ ​ແລະ ສະພາບ​ການ​ພາຍ​ໃນ​ປະ​ເທດແລະສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ການນຳ​ໃຊ້​ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ເວົ້າ​ລວມ, ຜົນສຳ​ເລັດ​ຂອງ​ການປະຕິວັດ​ອຸດສາຫະກຳຄັ້ງ​ທີ​ສີ່​ເວົ້າ​ສະ​ເພາະ. ກ່ອນ​ອື່ນ​ໝົດ, ​ໄດ້​ເວົ້າ​ເຖິງ​ການ​​ປັບປຸງ, ​ເພີ່ມ​ເຕີມ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ຍຸດ​ທະ​ສາດ, ​ແຜນກຳນົດ, ​ແຜນການພັດທະນາ​ພື້ນຖານ​ເສດຖະກິດ, ບັນດາ​ຂະ​ແໜງການ​ແລະຂົງ​ເຂດ, ບັນດາ​ເຂດ ​ໃຫ້​ສອດຄ່ອງກັບ​ພຶດຕິ​ກຳ​ຕົວ​ຈິງຂອງ​ປະ​ເທດ ​ແລະ ​ລະດັບ​ການ​ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ໃນ​ໂລກ. ຍູ້​ແຮງ​ການ​ຄົ້ນຄວ້າ​ມອບ​ໂອນ, ປະຍຸກ, ພັດທະນາ, ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີທີ່​ທັນ​ສະ​ໄໝ; ພັດທະນາ​ຜະລິດ​ຕະພັນ​ຫຼັກ​ຈຳນວນ​ໜຶ່ງ ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ, ມີ​ຊື່​ສຽງ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ. ຍົກ​ສູງກຳລັງ​ບົ່ມ​ຊ້ອນ​ທາງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ຄຸນ​ນະພາບ​ຊັບພະຍາກອນ​ມະນຸດ​ຂອງ​ປະ​ເທດ, ສ້າງ​ພື້ນຖານ​ເພື່ອ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ດິຈິ​ຕອນ. ​ໃນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມ 10 ປີ 2021  - 2030 ​ໄດ້​ມີ​ການ​ເນັ້ນ​ໜັກ: “ຍູ້​ແຮງ​ການ​ພັດທະນາ​ບາງ​ຂະ​ແໜງ​ການ, ຂົງ​ເຂດ​ເສດຖະກິດ​ຈຸດ​ໜັກ, ທີ່​ມີ​ຄວາມ​ສາມາດ​ຂໍ້​ໄດ້​ປຽບ ​ແລະ ຍັງ​ມີ​ພື້ນ​ທີ່​ກວ້າງ​ໃຫຍ່ ​ເພື່ອ​ເປັນກຳລັງ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຕາມ​ຈິດ​ໃຈທີ່​ວ່າ ຕາມ​ທັນ, ​ໄປ​ພ້ອມ​ກັນ ​ແລະ ​ໄປ​ຂ້າງ​ໜ້າ ​ໃນ​ບາງ​ຂົງ​ເຂດ ​​ທຽບ​ກັບພາກ​ພື້ນ​ແລະ​ໂລກ(6).

ຈຸດ​ໃໝ່​ຢູ່ໃນ​ເນື້ອ​ໃນ​ນີ້ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ເຖິງ​ການ​ຫັນ​ເປັນອຸດສາຫະກຳ ທັນ​ສະ​ໄໝ ຕ້ອງ​ອີງ​ໃສ່​ພື້ນຖານວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ​ໃຊ້​ປະ​ໂຫຍ​ດຈາກ​ໂອກາດ​ຂອງ​ການ​ປະຕິວັດອຸດສາຫະກຳຄັ້ງ​ທີ​ສີ່ ​ເພື່ອ​ມີ​ການ​ບຸກທະລຸ, ຂະຫຍາຍ​ຕົວ​​ໄວ ​ໃນ​ບາງ​ຂະ​ແໜງ​ການ​ແລະ​ຂົງ​ເຂດ. ພ້ອມ​ກັນ​ນັ້ນ, ກໍ່ສ້າງ​ພື້ນຖານອຸດສາຫະກຳ​ແຫ່ງ​ຊາດ​ໃຫ້​ເຂັ້ມ​ແຂງ ​ເຊິ່ງລວມທັງ​ຂະ​ແໜງການອຸດສາຫະກຳທີ່​ເປັນ​ພື້ນຖານ ​ແລະ​ຂະ​ແໜງ​ການ​ໃໝ່, ​ເຕັກ​ໂນ​ໂລ​ຊີ​ສູງ ທີ່​ຕັດສິນ​ຊີ້​ຂາດ​ການກ້າວ​ກະ​ໂດດ​ທາງ​ດ້ານ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງ​ພື້ນຖານ​ເສດຖະກິດ. ຍຸດ​ທະ​ສາດ​ຍັງ​ໄດ້​ຊີ້​ແຈ້ງ​ເປົ້າ​ໝາຍ​ຍົກ​ອັດຕາ​ສ່ວນ​ຂອງອຸດສາຫະກຳ​ໃນ ຈີ​ດີ​ພີ ປີ 2030 ຈະ​ບັນລຸຫຼາຍ​ກວ່າ 40%; ມູນຄ່າ​ເພີ່ມ​ຂອງອຸດສາຫະກຳຜະລິດ, ປຸງ​ແຕ່ງສະ​ເລ່ຍຕໍ່​ຫົວ​ຄົນ​ບັນລຸ​ຫຼາຍ​ກວ່າ 2.000 ​ໂດ​ລາ​ສະຫະລັດ, ​ເຊິ່ງປີ 2020 ມູນຄ່າ​ເພີ່ມຂອງອຸດສາ​ຫະກຳ ຜະລິດ, ປຸງ​ແຕ່ງສະ​ເລ່ຍຕໍ່​ຫົວ​ຄົນ​ບັນລຸ​ຫຼາຍ​ກວ່າ 900 ​ໂດ​ລາ​ສະຫະລັດ(7).  

ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ປັບ​ໂຄງ​ສ້າງຂອງ​ຂະ​ແໜງ​ການກະສິກຳ, ພັດທະນາ​ເສດຖະກິດ​ຊົນນະບົດ ຕິດ​ພັນກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ຕາມ​ທິດກະສິກຳນິ​ເວດ​ວິທະຍາ, ຊົນນະບົດ​ທັນ​ສະ​ໄໝ ​ແລະ ຊາວ​ນາ​ອາລະຍະ. ຈຸດ​ໃໝ່​ທີ່​ພົ້ນ​ເດັ່ນ​ແມ່ນ​ການກຳນົດສາຍ​ພົວພັນ​ລະຫວ່າງກະສິກຳນິ​ເວດ​ວິທະຍາ, ຊົນນະບົດ​ທັນ​ສະ​ໄໝ ​ແລະ ຊາວນາ​ອາລະຍະ ດ້ວຍ​ບັນດາ​ມາດ​ຕະການ​ສະ​ເພາະ​ເຊັ່ນ: ກົນ​ໄກ​ນະ​ໂຍບາຍ​ການ​ພັດທະນາ, ບຸລິມະສິດວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​, ​ເຊື່ອມ​ຕິດກະສິກຳ ​ກັບອຸດສາຫະກຳ ​ແລະ​ຕະຫຼາດ...

ກ່ຽວ​ກັບ​ການ​ພັດທະນາ​ຂົງ​ເຂດ​ບໍລິການ, ​ໃນເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ການ​ຍູ້​ແຮງ​ການ​ພັດທະນາ​ບໍລິການ​ຕາມ​ທິດ​ທັນ​ສະ​ໄໝ, ບັນລຸ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ສູງ​ກວ່າບັນດາ​ຂະ​ແໜງ​ການ​ຜະລິດ ​ແລະ ສູງ​ກວ່າ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ທັງ​ໝົດ. ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ເນັ້ນ​ໜັກ: “ພັດທະນາ​ຂົງ​ເຂດ​ບໍລິການ​ຢ່າງ​​​ເຂັ້ມແຂງ ບົນ​ພື້ນຖານ​ຂອງ​ການ​ປະຍຸກ​ໃຊ້​ຄວາມ​ສຳ​ເລັດ​ທາງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີທີ່​ທັນ​ສະ​ໄໝ, ​ໂດຍ​ສະ​ເພາະ​ແມ່ນ ການ​ບໍລິການ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ”(8). ເອກະສານດັ່ງກ່າວຍັງໄດ້ກໍານົດການບໍລິການຈໍານວນຫນຶ່ງທີ່​ຕ້ອງ​ໄດ້​ຮັບການບຸລິມະສິດໃນການພັດທະນາ​ເຊັ່ນ: ການທ່ອງທ່ຽວ, ການ​ຄ້າ, ການ​ໂທລະ​ຄົມມະນາຄົມ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການ​ຂົນ​ສົ່ງ, ​ໂລ​ຈິ​ສະຕິ​ກ, ບໍລິການ​ເຕັກນິກ, ບໍລິການໃຫ້ຄໍາປຶກສາທາງດ້ານກົດຫມາຍ... ຫັນ​ເປັນ​ທັນ​ສະ​ໄໝ​ແລະ​ຂະຫຍາຍ​ບໍລິການ​ການ​ເງິນ, ທະນາຄານ, ປະກັນ​ໄພ, ຫຼັກຊັບ, ​ບໍ​ລິ​ການທາງ​ການ​ແພດ, ການ​ສຶກ​ສາ-ການ​ຝຶກ​ອົບ​ຮົມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​, ບໍລິການ​ວັດທະນະທຳ, ກິລາ, ບໍລິການ​ການ​ຄ້າ... ຈັດ​ຕັ້ງ​ການ​ສະໜອງ​ບໍລິການ​ແບບ​ມື​ອາຊີບ, ອາລະຍະທຳ, ທັນ​ສະ​ໄໝ​ຕາມ​ມາດຕະຖານ​ສາກົນ.  

ກ່ຽວ​ກັບການ​ພັດທະນາ​ເສດຖະກິດ​ທະ​ເລ, ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ເນັ້ນ​ໜັກ​ການ​ພັດທະນາ​ເສດຖະກິດ​ທະ​ເລຢ່າງ​ເຂັ້ມ​ແຂງ ​ເພື່ອ​ເພີ່ມ​ທະວີກຳລັງ​ແຮງ​ບົ່ມ​ຊ້ອນ​ທາງ​ເສດຖກິດ​​ແຫ່ງ​ຊາດ ​ແລະ ປົກ​ປ້ອງ​ອຳນາດ​ອະທິປະ​ໄຕ​ໃນ​ທະ​ເລ​ແລະ​ເກາະ​ຂອງ​ປະ​ເທດ. ​ເອົາ​ໃຈ​ໃສ່​ພັດທະນາ​ບັນດາ​ຂະ​ແໜງ​ການສະ​ເພາະ​ເຊັ່ນ: ນ້ຳມັນ​ອາຍ​ແກັ​ສ, ການປະມົງ​​ໃນ​ທ​ະ​ເລໄກ​ຝັ່ງ, ​ໂລ​ຈິ​ສະຕິ​ກການ​ປະມົງ... ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ກ່າວ​ເຖິງເນື້ອ​ໃນ​ນີ້​ໂດຍ​ທົ່ວ​ໄປ, ​ໃນ​ນັ້ນ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ເສດຖະກິດ​ທະ​ເລ ​ຕິດ​ພັນ​ກັບ​ຄວາມ​ໝັ້ນຄົງ-ການປ້ອງ​ກັນ​ປະ​ເທດ, ພັດທະນາ​ເສດຖະກິດ​ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄພພິບັດ​ທາງ​ທຳ​ມະ​ຊາດ; ພັດທະນາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ​ແລະ​ຕົວ​ເມືອງ​ຊາຍ​ຝັ່ງ​ທະ​ເລ.

ກ່ຽວ​ກັບ​ເນື້ອ​ໃນ​ພັດທະນາ​ຕົວ​ເມືອງ, ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໄດ້​ກ່າວ​ຢ່າງ​ສັ້ນ​ກວ່າ, ລວມສູນ​ໃສ່​ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍກ່ຽວ​ກັບ​ການ​ພັດທະນາ​ຕົວ​ເມືອງ ​ແລະ ​ເສດຖະກິດ​ຕົວ​ເມືອງ, ​ເນັ້ນ​ການ​ກໍ່ສ້າງ​ຕົວ​ເມືອງ​ອາລະຍະ ​ແລະອັດ​ສະ​ລິ​ຍະ​ ສອດຄ່ອງ​ກັບ​ວັດທະນະທຳຂອງ​ພາກ, ​ເຂດ. ​ເອກະສານ​ຊີ້​ແຈ້ງ: “ສ້າງ​ຍຸດ​ທະ​ສາດ, ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ພັດທະນາ​ຕົວ​ເມືອງ ​ແລະ​ເສດຖະກິດ​ຕົວ​ເມືອງ ​ເພື່ອ​ເປັນ​ກຳລັງ​ຂັບ​ເຄື່ອນ​ການ​ພັດທະນາ​ໃນ​ແຕ່ລະ​ເຂດ​ແລະ​ທ້ອງ​ຖິ່ນ; ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕົວ​ເມືອງ, ພັດທະນາ​ບັນດາ​ຕົວ​ເມືອງ​ດາວ​ທຽມ, ຈຳກັດທ່າ​ອຽງ​ເຕົ້າ​ໂຮມ​ເກີນ​ຄວນ​ເຂົ້າ​ໃນ​ຕົວ​ເມືອງ​ໃຫຍ່. ສ້າງຕົວ​ເມືອງ​ທັນ​ສະ​ໄໝ ອາລະຍະ​ທຳ, ຕົວ​ເມືອງ​ອັດ​ສະ​ລິ​ຍະ, ຫຼາກ​ຫຼາຍ​ທາງ​ດ້ານ​ຮູບ​ແບບ, ມີ​ເອກະ​ລັກ​ພິ​ເສດ​ທາງ​ດ້ານ​ສະຖາປັດຕະຍະກຳ, ວັດທະນະທຳຢູ່​ແຕ່ລະ​ທ້ອງ​ຖິ່ນ(9).

​ເປັນອັນ​ຈະ​ແຈ້ງວ່າ, ຂະ​ບວນການ​ຫັນ​ເປັ​ນຕົວ​ເມືອງ​ຢູ່​ຫວຽດນາມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງຈະ​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ, ນີ້​ກໍ​ແມ່ນ​ພື້ນ​ທີ່​ສຳລັບການ​ພັດທະນາ​ຢ່າງ​ໄວ ຂອງ​ຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ໃນ​ປະ​ເທດ​ເຮົາ. ຢ່າງ​ໃດ​ກໍ​ຕາມ, ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ກໍ່​ໄດ້​ຊີ້​ແຈງ, ຂະ​ບວນການ​ນີ້​ຕ້ອງພິຈາລະນາ​ຢ່າງກວມລວມ ​ເປັນ​ລະບົບ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່ການວາງແຜນໂດຍລວມ, ນຳ​​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ​ເພື່ອ​ສ້າງ​ຕົວ​ເມືອງອາລະຍະທຳ, ນິ​ເວດ​ວິທະຍາ.

ການ​ກໍ່ສ້າງໂຄງລ່າງ​ພື້ນຖານ​ ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເປັນ​ເນື້ອ​ໃນສຳຄັນ​ໃນຂົງ​ເຂດ​ເສດຖະກິດ. ນີ້​ຖືກ​ຖື​ວ່າ​ເປັນ​ໜຶ່ງ​ໃນ​ສາມ​ການ​ບຸກທະລຸ​ຍຸດ​ທະ​ສາດ, ​ເຊິ່ງມາ​ເຖິງ​ປະຈຸ​ບັນ​ເນື້ອ​ໃນ​ນີ້​ຍັງ​ຄົງ​ຄວາມ​ໝາຍ​ເໝືອນ​ເດີມ. ຢ່າງ​ໃດ​ກໍ​ຕາມ, ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ຕ້ອງການ​ສຸມ​ໃສ່​ບັນດາ​ຈຸດ​ໜັກ​ໃໝ່ ​ເພື່ອສາມາດແກ້ໄຂບັນຫາທີ່ຍັງຈໍາກັດ​ໄດ້ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ໃໝ່.

ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​​ເຂດ ​ແລະ ລະຫວ່າງ​ເຂດ, ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໄດ້​ສຸມ​ໃສ່ບາງ​ແງ່​ມູມ​ດັ່ງ​ນີ້: ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ຄຸ້ມ​ຄອງ​ແບບ​ປະສົມ, ຍຸດ​ທະ​ສາດ, ຕາມ​ແຜນກຳນົດ; ການປ່ຽນ​ແປງ​ໃໝ່​ກົນ​ໄກ​ແບ່ງ​ຂັ້ນ​ລະຫວ່າງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ; ການ​ກໍ່ສ້າງ​ເຂດ​ເສດຖະກິດ​ພິ​ເສດ​ຈຳນວນ​ໜຶ່ງ ​ເພື່ອສ້າງ​ຂົ້ວ​ການ​ເຕີບ​ໂຕ ​ແລະ ທົດ​ລອງສະ​ຖາ​ບັນ​ການ​ພັດທະນາ​ເຂດ​ທີ່​ມີ​ລັກສະນະ​ບຸກທະລຸ. ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ເນັ້ນ​​ການ​ຍົກ​ສູງ​ຄຸນ​ນະພາ​ບຂ​ອງການວາງ​ແຜນ​ເຂດ; ປ່ຽນ​ແປງ​ໃໝ່​ແລະ​ປັບປຸງ​ບູລະນະ​ລະບຽບ​ການ​ຄຸ້ມ​ຄອງ​ເຂດ​ທີ່​ມີ​ປະສິດທິ​ຜົນ, ພັດທະນາຄວາມ​ສາມາດ​ບົ່ມ​ຊ້ອນ​ແລະ​ຂໍ້​ໄດ້​ປຽບ​ຂອງ​ເຂດເປັນ​ຢ່າງ​ດີ​, ​ເພີ່ມ​ທະວີ​ການ​ເຊື່ອມສຳພັນ​ລະຫວ່າງບັນດາ​ທ້ອງ​ຖິ່ນ​ໃນ​ເຂດ ​ແລະ​ລະຫວ່າງ​ເຂດ. ດຳ​ເນີນການ​ລວມຕົວ​​ໜ່ວຍການ​ປົກ​ຄອງຕາ​ແສງ​ແລະ​ເມືອງຈຳນວນ​ໜຶ່ງ​ເຂົ້າ​ດ້ວຍ​ກັນຢ່າງ​ສົມ​ເຫດ​ສົມ​ຜົນ, ສອດຄ່ອງ​ກັບ​ເງື່ອນ​ໄຂ​ແລະ​ຄວາມ​ຕ້ອງ​ການ​ພັດທະນາ​ໃໝ່. ປ່ຽນ​ແປ​ງ​ໃໝ່​ກົນ​ໄກ​ແບ່ງ​ຂັ້ນ, ​ແບ່ງສິດອຳນາດ, ມອບ​ໝາຍອຳນາດ ຕິດ​ພັນກັບ​ການກຳນົດ​ແລະ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ.

​ລາຍ​ງານ​ຍຸດ​ທະ​ສາດ​ເນັ້ນ​​ເຖິງ​ການ​ວາງ​ແຜນ​ແລະການ​ຈັດ​ພື້ນ​ທີ່​ຂອງອານາ​ເຂດ​ແຫ່ງ​ຊາດຢ່າງ​ສົມ​ເຫດ​ສົມ​ຜົນ, ເສີມ​ຂະຫຍາ​ຍຂໍ້​ໄດ້​ປຽບ​ສະ​ເພາະຂອງ​ແຕ່ລະ​ເຂດ ທ້ອງ​ຖິ່ນ​ໃຫ້​ເກີດ​ປະ​ໂຫຍດ​ສູງ​ສຸດ ​ແລະ ​ເພີ່ມ​ທະວີການ​ເຊື່ອມ​ຕໍ່​ພາຍ​ໃນ​ເຂ​ດ ​ແລະ ລະຫວ່າງ​ເຂດ ​ເພື່ອ​ເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້​ຄຸນຄ່າ​ລະດັບ​ໂລກ, ສ້າງ​ພື້ນ​ທີ່​ການ​ພັດທະນາ​ໃໝ່. ພ້ອມ​ກັນ​ນັ້ນ, ​ຍຸດ​ທະ​ສາດກໍ​ໄດ້ຊີ້​ໃຫ້​ເຫັນ​ຂໍ້​ໄດ້​ປຽບ ​ທີ່​ຕ້ອງ​ສຸມ​ໃສ່​ພັດທະນາ​ ​ໃນ​ແຕ່​ລະ​​ເຂດ​ເຊັ່ນ: ​ເຂດ​ກາງແລະ​ພູ​ເຂົາ​ທາງ​ເໜືອ, ​ເຂ​ດທົ່ງພຽງແມ່ນ້ຳ​ແດງ, ​ເຂດ​ທາງເໜືອ​ພາກ​ກາງ​ແລະ​ຊາຍຝັ່ງ​ພາກ​ກາງ, ​ເຂດ​ໄຕ​ງວຽນ (ຕິດ​ກັບ​ລາວ​ແລະ​ກຳປູ​ເຈຍ), ​ເຂດ​ຕາ​ເວັນ​ອອກ​ພາກ​ໃຕ້ ​ແລະ ​ເຂດ​ທົ່ງພຽງແມ່ນ້ຳກຶ໋ວລອງ (ແມ່ນ້ຳ​ຂອງ). ດັ່ງ​ນັ້ນ, ບັນຫາ​ການ​ພັດທະນາ​​ເຂດ ​ແລະ​ການ​ເຊື່ອມ​ໂຍງ​ລະຫວ່າງ​ເຂດ ​ໄດ້ຖືກ​ເນັ້ນ​ໜັກ​ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ຂອງ​ພັກ ເພື່ອ​ຮັບປະກັນ​ໃຫ້​ປະ​ເທດ​ມີ​ພື້ນ​ທີ່​ການ​ພັດທະນາ​ທີ່​ດີ, ພ້ອມ​ທັງ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ແລະ​ຂໍ້​ໄດ້​ປຽບຂອງ​ແຕ່ລະ​ເຂດເປັນ​ຢ່າງ​ດີ ​ໃນ​ການ​ເຊື່ອມ​ໂຍງ​ແລະການ​ປະສານ​ງານ​ຮ່ວມ​ກັນ​ລະຫວ່າງ​ເຂດ​ຕ່າງໆ.  

ສືບ​ຕໍ່​ປັບປຸງ​ບູລະນະ​ ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດ
​ກຳນົດ​ທິດ​ສັງຄົມ​ນິຍົມ ຢ່າງຮອບດ້ານ, ຄົບ​ຊຸດ

ການ​ພັດທະນາ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ໄດ້​ເລີ່​ມຕົ້ນ​ທັນທີຕັ້ງ​ແຕ່​ເມື່ອດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່ ​ແລະ ນີ້​ແມ່ນ​ແກ່ນ​ຫຼັກ​ຂອງ​ເນື້ອ​ໃນ​ການ​ປ່ຽນ​ແປງ​ໃໝ່. ດັ່ງ​ນັ້ນ, ​ໃນ​ຫຼາຍ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ, ບັນຫານີ້ຖືກຖືເປັນເນື້ອໃນໃຈກາງສະ​ເໝີ ເຊິ່ງຕ້ອງ​ໄດ້​ເຂົ້າ​ໃຈ​ຖີ່​ຖ້ວນ​ ທັງ​ໃນ​ແງ່​ຂອງການຮັບຮູ້ແລະການກະທໍາ.

​ໂດຍສືບ​ທອດ​ແລະ​ພັດທະນາ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ພື້ນຖານ​ເສດຖ​ະກິດ​ຕະຫຼາດກຳນົດທິດ​ສັງຄົມ​ນິຍົມ ຜ່ານ​ບັນດາ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່ຂອງ​ພັກ ຕັ້ງ​ແຕ່​ເມື່​ອດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່ມາ​ເຖິງ​ປະຈຸ​ບັນ, ລາຍ​ງານການ​ເມືອງກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຕີ​ລາຄາ​ການ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ດັ່ງ​ນີ້: “ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ນັບ​ມື​ນັບ​ຄົບ​ຖ້ວນ​ກວ່າ​ເກົ່າ. ລະບົບ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ກໍ່ສ້າງພື້ນຖານ​ເສດຖະກິດ​ຕະຫຼາດ​ທີ່​ທັນ​ສະ​ໄໝ ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ບັນດາ​ປັດ​ໄຈ​ຕະຫຼາດ ​ແລະ ບັນດາ​ປະ​ເພດ​ຕະຫຼາດ​ ໄດ້​ຮັບ​ການ​ພັດທະນາ​ໃຫ້​ຄົບ​ຊຸດ​ເທື່ອ​ລະ​ກ້າວ, ຕິດ​ພັນກັບ​ຕະຫຼາດ​ພາກ​ພື້ນ​ແລະ​ຕະຫຼາດ​ໂລກ...”(10).

ຢ່າງ​ໃດ​ກໍ​ຕາມ, ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ກໍ​ຍັງ​ຢືນຢັນ​ວ່າ, ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຍັງ​ມີຂໍ້​ຄ້າງ​ຄາ​ແລະຂໍ້​ບົກພ່ອງທີ່​ຍັງ​ບໍ່​ໄດ້​ແກ້​ໄຂ. ​ໃນກົດໝາຍ, ກົນ​ໄກ, ນະ​ໂຍບາຍຍັງ​ມີ​ຂໍ້​ກຳນົດທີ່​ບໍ່​ເປັນ​ເອກະ​ພາບ; ສະພາບ​ແວດລ້ອມ​ການ​ລົງທຶນທຸລະ​ກິດ​ຍັງ​ບໍ່​ທັນຄ່ອງ​ຕົວ, ​ໂປ່​ງ​ໃສ. ຍັງ​ບໍ່​ທັນ​ມີ​ບາດກ້າວ​ບຸກທະລຸ​ໃນ​ການ​ລະດົມ, ການຈັດ​ສັນ ​ແລະ ນຳ​ໃຊ້​ແຫຼ່ງກຳລັງ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ. ກົນ​ໄກການ​ພັດທະນາ​ແລະການປະສານງານເສດຖະກິດ​ເຂດ ບໍ່ທັນໄດ້ຮັບຄວາມ​ເອົາໃຈ​ໃສ່​ແລະ​ຫັນ​ເປັນ​ນິຕິ​ກຳ, ດັ່ງນັ້ນ ການເຊື່ອມໂຍງລະຫວ່າງ​ເຂດຍັງຫຼະ​ຫຼວມ. ​ເພາະ​ສະ​ນັ້ນ, ການ​ປັບປຸງ​ລະບຽບກົດໝາຍ ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ​ ໃຫ້​ຄົບ​ຊຸດ​ສົມ​ບຸນ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ ຕ້ອງ​ສຸມ​ໃສ່​ດ້ານ​ຕ່າງໆ​ດັ່ງ​ນີ້:

ທີ່​ໜຶ່ງ, ​ເປັນ​ເອກະ​ພາບ​ແລະ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ພັດທະນາ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ.

​ໂດຍສືບ​ທອດ​ບັນດາ​ເນື້ອ​ໃນ​ກ່ຽວ​ກັບການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ ​ແລະ​ການ​ພັດທະນາ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12, ລາຍ​ງານ​ການ​ເມືອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໄດ້​ເນັ້ນ​ໜັກ, ຈຳ​ເປັນ​ຕ້ອງ​ເປັນ​ເອກະ​ພາບ ແລະ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ພັດທະນາ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ພ້ອມ​ກັນ​ນັ້ນ ​ໃຫ້​ລະບຸ​ເນື້ອ​ຫາ​ຂອງ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຢ່າງ​ຈະ​ແຈ້ງ​ ດັ່ງ​ນີ້: “ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ​ແມ່ນ​ຮູບ​ແບບ​ເສດຖະກິດ​ໂດຍ​ລວມຂອງ​ປະ​ເທດ​ເຮົາ ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່ສັງຄົມ​ນິຍົມ. ນັ້ນ​ແມ່ນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ທີ່​ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ສາກົນ, ດຳ​ເນີນການ​​ຢ່າງ​​ເຕັມທີ​ແລະຄົບ​ຖ້ວນ ຕາມ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ, ​ມີ​ການ​ຄຸ້ມ​ຄອງ​ຂອງລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ນຳ​​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ; ຮັບປະກັນ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ​ເພື່ອ​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸດຕິທຳ ​ແລະ ອາລະຍະ​ທຳ” ສອດຄ່ອງ​ກັບ​ແຕ່ລະ​ໄລຍະ​ການ​ພັດທະນາ​ຂອງ​ປະ​ເທດ. ພື້ນຖານ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຂອງຫວຽດນາມ​ ມີ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ​ໃນ​ນັ້ນ: ​ເສດຖະກິດ​ຂອງ​ລັດ​ມີ​ບົດບາດ​ເປັນ​ເຈົ້າ​ນຳພາ; ​ເສດ​ລະກິດ​ລວມໝູ່, ​ເສດຖະກິດ​ສະຫະກອນ ​ໄດ້​ຮັບ​ການ​ປັບປຸງ​ແລະ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ; ​ເສດຖະກິດ​ເອກະ​ຊົນ​ແມ່ນ​ກຳລັງຜັກ​ດັນ​ທີ່​ສຳຄັນ; ​ເສດຖະກິດ​ທີ່​ມີການ​ລົງທຶນ​ຈາກ​ຕ່າງປະ​ເທດນັບ​ມື້​ນັບ​ໄດ້ຮັບ​ການ​ສົ່ງ​ເສີມ​ໃຫ້​ພັດທະນາສອດຄ່ອງ​ກັບ​ຍຸດ​ທະ​ສາດ, ​ແຜນ​ກຳນົດ ​ແລະ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ”(11).

ຈາກ​ນັ້ນ, ຈຸດ​ໃໝ່ຂອງ​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ​ໃນ​​ເນື້ອ​ໃນ​ນີ້​ແມ່ນ ຕັ້ງ​ແຕ່​ຕົ້ນ​ ເອກະສານ​ລະບຸ​ເນື້ອ​ຫາ​ຂອງ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຂອງ​ຫວຽດນາມຢ່າງຈະ​ແຈ້ງ ​ແລະ ບົນ​ພື້ນຖານ​ນັ້ນ ​ເນັ້ນ​ບັນດາ​ເນື້ອ​ໃນ​ທີ່ສຳຄັນຂອງ​ເນື້ອ​ຫາ​ນີ້, ​ເພື່ອຈາກ​ນັ້ນ​ ຈະ​ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ວິທີ​ເຂົ້າ​ໃຈ ​ແລະ​ວິທີ​ການ​ປະຕິບັດ.

​ເສດຖະກິດ​ຂອງ​ລັດ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເປັນ​ເຄື່ອງມື, ​ເປັນກຳລັງ​ວັດຖຸທີ່​ສຳຄັນ​ ເພື່ອຮັກສາ​​ສະຖຽນ​ລະ​ພາບເສດຖະກິດ​ມະຫາ​ພາກ, ກຳນົດທິດ​ທາງ​ການ​ດັດສົມ ນຳ​ພາ ຊຸກຍູ້​ການພັດທະຍ​ເສດຖະກິດ-ສັງຄົມ, ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ບົດ​ພ່ອງ​ຂອງ​ກົນ​ໄກ​ເສດຖະກິດ​ຕະຫຼາດ. ນີ້​ແມ່ນ​ພາລະ​ບົດບາດ​ທີ່ສຳຄັນ ​ຂອງ​ເສດຖະກິດ​ຂອງ​ລັດ, ພ້ອມທັງ​ເປັນ​ຄຸນ​ລັກສະນະ​ພິ​ເສດ, ຄວາມກ້າວໜ້າຂອງ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ.

​ເສດຖະກິດ​ລວມໝູ່, ​ເສດຖະກິດ​ຮວມມື, ບັນດາ​ສະຫະກອນ, ໜ່ວຍ​ຮ່ວມ​ງານ ​ມີ​ບົດບາດ​ສະໜອງ​ບໍລິການ​ໃຫ້​ສະມາ​ຊິກ; ​ເຊື່ອມ​ໂຍງ​ແລະປະສານ​ສົມທົບ​ການ​ຜະລິດ ທຸລະ​ກິດ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ ​ແລະ ​ອຳນວຍ​ຄວາມ​ສະດວກ​ ເພື່ອ​ໃຫ້​ສະມາຊິກ​ຍົກ​ສູງ​ສະມັດຕະພາບ, ປະສິດທິ​ຜົນການ​ຜະລິດ ທຸລະ​ກິດ ​ແລະ​ພັດທະນາ​ແບບ​ຍືນ​ຍົງ. ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ລະຫວ່າງ​ບັນດາ​ສະຫະກອນ, ກໍ່​ຕັ້ງ​ບັນດາ​ສະມາຄົມ ສະຫະພັນ​ສະຫະກອນ​ຂຶ້ນ.

​ເສດຖະກິດ​ເອກະ​ຊົນ​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເປັນ​ໜຶ່ງ​ໃນ​ບັນດາກຳລັງຜັກ​ດັນ​ທີ່​ກຳຄັນ​ຂອງ​ພື້ນຖານ​ເສດຖະກິດ ​ແລະ ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ພັດທະນາ​ໃນ​ທຸກຂະ​ແໜງ​ການ ທຸກ​ຂົງ​ເຂດ​ທີ່​ກົດໝາຍ​ບໍ່​ຫ້າມ, ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ການ​ຜະລິດ, ທຸລະ​ກິດ ​ແລະບໍລິການ ​ໄດ້​ຮັບ​ການ​ສະໜັບສະໜູນ​ສ້າງ​ບໍລິສັດ​​ແລະ​ກຸ່ມ​ເສດຖະກິດ​ເອກະ​ຊົນ​ທີ່​ເຂັ້ມ​ແຂງ ​ແລະ​ມີ​ຄວາມ​ສາມາດ​ແຂ່ງຂັນ​ສູງ.

​ເສດຖະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ທີ່ສຳຄັນຂອງ​ເສດຖະກິດ​ແຫ່ງ​ຊາດ, ມີ​ບົດບາດສຳຄັນ​ໃນ​ການ​ລະດົມ​ແຫຼ່ງ​ເງິນ​ລົງທຶນ, ​ເຕັກ​ໂນ​ໂລ​ຊີ ​ແລະ ​ແບບ​ວິທີ​ການ​ຄຸ້ມ​ຄອງ​ທີ່​ສັນ​ສະ​ໄໝ, ​ຂະຫຍາຍ​ຕະຫຼາດ​ການ​ສົ່ງ​ອອກ.

ພ້ອມ​ກັນ​ນັ້ນ, ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ກໍ​ໄດ້​ຊີ້​ແຈງ​ສາຍ​ພົວພັນ​ລະຫວ່າງ​ລັດ, ຕະຫຼາດ ​ແລະ​ສັງຄົມ. ຈຸດ​ໃໝ່​ທີ່​ພົ້ນເດັ່ນ​ນັ້ນ​ແມ່ນ​ ໃນ​ການ​ພົວພັນ​ນີ້​ໄດ້​ມີ​ການ​ເພີ່ມ​​ປັດ​ໄຈ​ສັງຄົມ. ​ໃນ​ນັ້ນ​ກໍ​ໄດ້​ຊີ້​ແຈ້ງ​ບົດບາດ​ຂອງ​ລັດ, ຕະຫຼາດ ​ແລະ​ສັງຄົມ​ ໃນ​ການພັວພັນ​ຮ່ວມກັນ. ລັດ​ປະຕິບັດ​ພາລະ​ໜ້າ​ທີ່​ສ້າງ​ແລະ​ຄຸ້ມ​ຄອງ​ການ​ປະຕິບັດ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ, ກົນ​ໄກ, ນະ​ໂຍບາຍ, ຈັດ​ແບ່ງ​ແຫຼ່ງພະລັງ​ການ​ພັດທະນາ​ຕາມ​ກົນ​ໄກ​ຕະຫຼາດ. ປ່ຽນ​ແປງ​ໃໝ່​​ແບ​ບວິທີ​ການ​ຄຸ້ມ​ຄອງ​ລັດທາງ​ດ້ານ​ເສດຖະກິດຢ່າງ​ແຂງ​ແຮງ ຕາມ​ທິດໂອນ​ວຽກ​ງານ​ທີ່​ລັດ​ບໍ່​ຈຳ​ເປັນ​ເຮັດ​ໃຫ້​ບັນ​ດາ​ອົງ​ການຈັດ​ຕັ້ງ​ສັງ​ຄົມ ​ແລະ​ຫັນປ່ຽນການ​ໃຫ້​ບໍລິການ​ສາທາລະນະ​ໂດຍ​ກົງ ​ເປັນ​ແບບ​ວິທີ​ການ​ສັ່ງຊື້. ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ມີ​ບັດ​ບາດ​ສ້າງ​ການ​ເຊື່ອມ​ຕໍ່, ປະສານ​ສົມທົບ​ການ​ເຄື່ອນ​ໄຫວ ​ແລະ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ​ລະຫວ່າ​ງສະມາຊິກ; ​ເປັນ​ຜູ້ຕາງໜ້າ​ແລະ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ສະມາຊິກ​ໃນການພົວພັນ​ກັບ​ອັດຕະພາບ​ແລະຄູ່ຮ່ວມມື​ອື່ນ, ສະໜອງ​ບໍລິການ​ ແລະສະໜັບສະໜູນ​ໃຫ້​​ສະມາຊິກຂອງ​ຕົນ; ສະທ້ອນ​ຄວາມ​ປາດ​ຖະໜາ​ແລະ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນທຸກຊັ້ນຄົນກັບລັດ ​ແລະ​ເຂົ້າ​ຮ່ວມ​ໃນ​ການ​ວິພາກ​ວິຈານ​ກົດໝາຍ, ກົນ​ໄກ ​ແລະ ນະ​ໂຍບາຍ​ຂອງ​ລັດ, ຕິດຕາມ​ກວດກາບັນດາ​ອົງການ ​ແລະ ພະນັກງານ​ລັດຖະກອນ​ ໃນການ​ປະຕິບັດ​ກົດໝາຍ.

ທີ​ສອງ, ສຸມ​ໃສ່​ການ​ແກ້​ໄຂບັນຫາ​ຄໍ​ຂວດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ.

ຈຸດ​ໃໝ່​ທີ່ພົ້ນ​ເດັ່ນຢູ່​ນີ້​ແມ່ນ ການ​ກຳນົດການ​ປັບປຸງລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດ​​ໂດຍ​ລວມ​ໃຫ້​ສົມ​ບຸນ​ຄົບ​ຊຸດ, ​ແຕ່​ສຸມ​ໃສ່ການ​ແກ້​ໄຂບັນຫາ​ຄໍ​ຂວດ ທີ່ກຳລັງ​ຂັດຂວາງ​ການ​ພັດທະນາຂອງ​ເສດຖະກິດ​ຕະຫຼາດ​ຂອງ​ປະ​ເທດ​ເຮົາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ລະບຽບກົດໝາຍ. ລະອຽດ​ຄື ​ການ​ປັບປຸງ​ແລະຍົກ​ສູງ​ຄຸນ​ນະພາ​ບຂອງ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ​ແກ້​ໄຂ​ໃຫ້​ໄດ້​ເປັນ​ຢ່າງ​ດີ​ສາຍ​ພົວພັນ​ລະຫວ່າງ​ລັດ, ຕະຫຼາດ ​ແລະ ສັງຄົມ; ຍົກ​ສູງ​ຄຸນ​ນະພາ​ບ ປະ​ສິດ​ທິຜົນຂອງ​ການ​ຄຸ້ມ​ຄອງ​ປະ​ເທດ, ສ້າງ​ແລະ​ປະຕິບັດ​ກົດໝາຍ, ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ. ​ໃນ​ຂະ​ບວນວິວັດ​ການປ່ຽນ​ໄປ​ສູ່​ເສດຖະກິດ​ຕະຫຼາດ​ໃນ​ເວລາ​ທີ່​ຜ່ານ​ມາ ໄດ້ກໍານົດຫນຶ່ງ​ໃນ​ອຸປະສັກ​ຕົ້ນຕໍແມ່ນ ລະບົບກົດຫມາຍທີ່ບໍ່ສົມບູນແລະທັບ​ຊ້ອນກັນ. ພ້ອມ​ກັນ​ນັ້ນ, ຕໍ່ໜ້າຄວາ​ມຕ້ອງການ​ໃໝ່, ພິ​ເສດ​ແມ່ນ ຍ້ອນຜົນ​ກະທົບ​ຂອງ​ການ​ປະຕິວັດອຸດສາຫະກຳ ຄັ້ງ​ທີ່​ສີ່ ຈຶ່ງ​ເຮັດ​ໃຫ້​​ຂະ​ແໜງ​ການ​ແລະອາຊີບ​ໃໝ່ໆ​ເກີດ​ຂຶ້ນ​ເປັນ​ຈຳນວນ​ຫຼາຍ ​ເຊິ່ງຈຳ​ເປັນ​ຕ້ອງມີ​ສະພາບ​ແວດ​ລ້ອມ​ທາງ​ກົດໝາຍ​ ເພື່ອ​ຮັບ​ປະ​ກັນການ​ພັດທະນາ. ດັ່ງ​ນັ້ນ, ​ເອກະສານ​ໄດ້​ຊີ້​ແຈງວ່າ: “ກໍ່ສ້າງ​ຂອບ​ກົດໝາຍ, ສະພາບ​ແວດ​ລ້ອມ​ທີ່​ສະດວກ​ ເພື່ອ​ຊຸກຍູ້​ການ​ພັດທະນາ, ການ​ເລີ່​ມຕົ້ນທຸລະ​ກິດ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ການ​ຫັນປ່ຽນ​ດິຈິຕອນ, ພັດທະນາ​ເສດຖະກິດ​ດິຈິຕອນ; ການ​ເລີ່ມຕົ້ນ​ທຸລະ​ກິດ, ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​, ການ​ຫັນປ່ຽນ​ດິຈິ​ຕອນ, ການ​ພັດທະນາ​ເສດຖະກິດ​ດິຈິ​ຕອນ; ການ​ສະໜັບສະໜູນ​ ແລະ​ ສົ່ງ​ເສີມ​ການ​ເກີດ​ແລະການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງ​ການ​ໃໝ່, ຮູບ​ແບບ​ທຸລະ​ກິດ​ໃໝ່. ​ເອົາ​ໃຈ​ໃສ່​ແກ້​ໄຂ​ກົດ​ລະບຽບ​​ທີ່​ຂັດ​ແຍ້ງ, ທັບ​ຊ້ອນ​ກັນ ແລະ ກີດຂວາງ​ການ​ພັດທະນາ​ເສດຖະກິດ. ຍູ້​ແຮງ​ການ​ປະຕິ​ຮູບ​ຂັ້ນ​ຕອນ​ການ​ບໍລິຫານ, ການ​ແບ່ງ​ຂັ້ນ​, ​ແບ່ງອຳນາດ​ ​ແລະ ການມອບສິດ​ອຳນາດການ​ຄຸ້ມ​ຄອງ ຕິດ​ພັນ​ກັບ​ການ​ເພີ່ມ​ທະວີ​ລະບຽບ​ວິ​ໄນ, ຄວາມ​ຮັບຜິດຊອບ​ສ່ວນບຸກຄົນ ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ”(12). ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ຊຸກຍູ້​ການ​ປະຕິ​ຮູບການ​ບໍລິຫານຢ່າງ​ເດັດຂາດ, ຄົບ​ຊຸດ​ແລະ​ມີ​ປະສິດທິ​ຜົນ, ປັບປຸງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະພາບ​ແວດ​ລ້ອມ​ການ​ທຸລະ​ກິດ, ຮັບປະກັນ​ການ​ແຂ່ງຂັນທີ່​ຍຸ​ຕິ​ທຳ, ສະ​ເໝີ​ພາບ ແລະ ໂປ່ງ​ໃສ. “ສູ້​ຊົນ​ເພື່ອ​ເຖິງ​ປີ 2030 ສະພາບ​ແວດ​ລ້ອມ​ການ​ທຸລະກິດ​ຂອງ​ຫວຽດນາມຈະ​ໄດ້​ຈັດ​ໃນ​ກຸ່ມ 30 ປະ​ເທດນຳໜ້າ​ໃນ​ໂລກ”(13).

ສືບ​ຕໍ່​ປັບປຸງ​ບູລະນະ​ສະ​ຖາ​ບັນ, ພັດທະນາ​ບັນດາ​ປັດ​ໄຈ​ຕະຫຼາດ, ບັນດາ​ປະ​ເພດ​ຕະຫຼາດຢ່າງ​ເຕັມ​ສ່ວນ​ແລະ​ຄົບ​ຊຸດ. ​ເຖິງ​ວ່າ​ເນື້ອ​ໃນ​ນີ້​ໄດ້​ລະບຸ​ໄວ້​ໃນ​ເອກະສານຂອງ​ບັນດາ​ກອງ​ປະຊຸມ​ໃຫຍ່​ກ່ອນ​ໜ້າ​ນີ້​ກໍ​ຕາມ ​ແຕ່ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຍັງ​ໄດ້​ເນັ້ນໜັກ​ເຖິງການ​ປະ​ຕິ​ບັດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ກົນ​ໄກ​ລາ​ຄາ​ຕະ​ຫຼາດສຳລັບ​ສິນ​ຄ້າ ແລະ​ບໍ​ລິ​ການ, ລວມທັງບໍລິການ​ສາທາລະນະ​ຂັ້ນ​ພື້ນຖານ, ຈຳ​ແນ​ກຢ່າງ​ຈະ​ແຈ້ງ​ສະຫວັດ​ດິການ, ການ​ບຸລິມະສິດ​ປະສິດທິ​ຜົນ​ການ​ຜະລິດ ທຸລະ​ກິດ. ພ້ອມ​ກັນ​ນັ້ນ, ​ເອກະສານ​ກໍ່​ເນັ້ນ​ການ​ພັດທະນາຕະຫຼາດ​ບັນດາ​ປັດ​ໄຈ​ການ​ຜະລິດ ​ເພື່ອ​ໃຫ້​ຕະຫຼາດມີ​ບົດບາດ​ສຳຄັນ​ໃນ​ການ​ລະດົມ, ຈັດ​ສັນ ​ແລະ ນຳ​ໃຊ້​ຊັບພະຍາກອນ; ພັດທະ​ນາຕະ​ຫຼາດ​ສິນຄ້າ​ແລະ​ບໍລິການຕາມ​ວິທີ​ການ​ທຸ​ລະ​ກໍາ​ທີ່ສີວິ​ໄລ​ແລະ​ທັນ​ສະ​ໄຫມ, ຕາມການ​ຄ້າ​ເອ​ເລັກ​ໂຕຣນິກ; ພັດທະນາ​ຕະຫຼາດ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ພັດທະນາ​ຕະຫຼາດ​ການ​ເງິນ, ​ເງິນຕາ, ຕະຫຼາດ​ຫຼັກ​ຊັບ ​ແລະ ຕະຫຼາດ​ປະກັນ​ໄພ​ຢ່າງ​ຄົບ​ຊຸດ... ບົນ​​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ ດ້ວຍ​ໂຄງ​ລ່າງ​ພື້ນຖານ​ເຕັກ​ໂນ​ໂລ​ຊີ​ ແລະວິທີ​ການ​ທຸລະ​ກຳ​ທີ່​ທັນ​ສະ​ໄໝ. ​ເອກະສານ​​ໄດ້ ກຳນົດຄວາມ​ຕ້ອງການ​ພັດທະນາ ​ແລະຄຸ້ມ​ຄອງ​ຕະຫຼາດ​ອະສັງຫາລິມະ​ຊັບ​ ຢ່າງ​ແໜ້ນ​ແຟ້ນ; ຕະຫຼາດ​ສິດທິ​ນຳ​ໃຊ້​ທີ່​ດິນ; ພັດທະນາ​ຕະຫຼາດ​​ແຮງ​ງານ, ປະຕິ​ຮູບ​ນະ​ໂຍບາຍ​ເງິນ​ເດືອນ ​ແລະ ປະກັນ​ໄພ​ສັງຄົມ; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ອົງການ​ສັງຄົມ-ອາຊີບ ​ໃນ​ການ​ສ້າງ​ແລະ​ດັດສົມ​ບັນດາ​ການ​ພົວພັນ​ເສດຖະກິດ​ຕະຫຼາດ;  ຈັດການ​ແກ້​ໄຂ​ຂໍ້​ບົກພ່ອງ​ຂອງ​ກົນ​ໄກ​ຕະຫຼາດ, ຮັບປະກັນ​ສະຫວັດດີ​ການ ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ນິ​ເວດ​ວິທະຍາ...

ສືບ​ຕໍ່​ປັບປຸງ​ສະ​ຖາ​ບັນ​ໃຫ້​ສົມບູນ ​ແລ​ະຊຸກຍູ້​ການ​ພັດທະນາ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ. ສຳລັບ​ລັດ​ວິ​ສາ​ຫະກິດ, ໜ້າ​ທີ່​ຈຸດ​ໜັກ​ແມ່ນຍູ້​ແຮງ​ການ​ແກ້​ໄຂ​ໜີ້​ເສຍ, ການ​ຖອນ​ທຶນ​ຂອງ​ລັດ, ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ການ​ປັບ​ໂຄງ​ສ້າງ​ວິ​ສາ​ຫະກິດ, ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ລະດັບ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ນຳ​​ໃຊ້ວິທີ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ທີ່​ທັນ​ສະ​ໄໝ. ພ້ອມ​ກັນ​ນັ້ນ, ດຳ​ເນີນ​ການ​ກວດກາ, ຕິດຕາມ​ກວດກາ​ຢ່າງ​ແໜ້ນ​ແຟ້ນ, ບໍ່​ໃຫ້ຕົກ​ເຮ່ຍ​ເສຍ​ຫາຍ, ສິ້ນ​ເປືອງ​ທຶນ​​ແລະ​ຊັບ​ສິນ​ຂອງ​ລັດ. ລັດ​ສະໜັບສະໜູນ, ສົ່ງ​ເສີມ​ພັດທະນາ​ບັນດາ​ຮູບ​ແບບ​ເສດຖະກິດ​ຮ່ວມ​ມື, ສະຫະກອນ, ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ, ​ເສດຖະກິດຄົວເຮືອນ​ແບບ​ຟາ​ມໃນກະສິກໍາ. ປັບປຸງ​ບູລະນະ​ກົນ​ໄກ, ນະ​​ໂຍບາຍ ​ເພື່ອ​ສົ່ງ​ເສີມ​ການ​ຂະຫຍາຍ​ເສດຖະກິດ​ເອກະ​ຊົນ, ຖື​ເສດຖະກິດ​ເອກະ​ຊົນ​ເປັນ​ໜຶ່ງ​​ໃນ​ກຳລັງ​ຂັບ​​ເຄື່ອນ​ທີ່​ສຳຄັນ ຂອງ​ພື້ນຖານ​ເສດຖະກິດ. ພັດທະນາ​ວິ​ສາ​ຫະກິດ​ເອກະ​ຊົນ​ຫວຽດນາມ​ໃຫ້​ເຂັ້ມ​ແຂງ, ຍົກ​ສູງ​ລະດັບ​ເຕັກ​ໂນ​ໂລ​ຊີ, ພັດທະນ​າແຫຼ່ງບຸກຄະລາ​ກອນ, ​ເປີດ​ກວ້າງ​ຕະຫຼາດ, ປັບປຸງ​ລາຍ​ໄດ້ແລະ​ເງື່ອນ​ໄຂ​ເຮັດ​ວຽກ​ຂອງ​ຜູ້​ອອກ​ແຮງ​ງານ ​ແລະ ​ເຂົ້າ​ຮ່ວມ​ກິດຈະກຳ​ທາງ​ສັງຄົມ, ປົກ​ປ້ອງ​ສິ່ງ​ແວດ​ລ້ອມ, ປະຕິບັດຄວາມຮັບຜິດຊອບທາງສັງຄົມ. ຍົກ​ສູງ​ປະສິດ​ທິຜົນ​ຂອງ​ບັນດາ​ໂຄງການຮ່ວມ​ມືພາກ​ລັດ-​ເອກະ​ຊົນ ໃນຂົງ​ເຂດ​ການກໍ່ສ້າງພື້ນຖານໂຄງລ່າງ. ​ໃຫ້​ບຸລິມະສິດ​ແກ່ໂຄງການ​ລົງທຶນ​ຈາກ​ຕ່າງປະ​ເທດ​ທີ່ມີ​ລະດັບ​ເຕັກ​ໂນ​ໂລ​ຊີ​ສູງ, ມີ​ຄວາມພ້ອມ​ທີ່​ຈະ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ພັດ​ທະ​ນາ ​ແລະ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຕ່ອງ​ໂສ້​ຄຸນ​ຄ່າ​ລະດັບ​ໂລກ.

ຈາກ​ນັ້ນ​ໃຫ້​ເຫັນ​ວ່າ, ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ບັນຫາ​ສະ​ຖາ​ບັນ ລະບຽບ​ກົດໝາຍ, ຕັ້ງແຕ່​ການປັບປຸງ​ບູລະນະ​ລະບຽບກົດໝາຍ​ເພື່ອ​ແກ້​ໄຂ​ບັນຫາ​ຄໍ​ຂວດ ​ແລະ​ ອຸປະສັກຕ່າງໆ ​ຂອງ​ເສດຖະກິດ​ຕະຫຼາດ​ເຊັ່ນ ການ​ສ້າງ​ແລະ​ປັບປຸງ​ກົດໝາຍ​ໃຫ້​ສົມບູນ, ຈົນ​ເຖິງ​ລະບຽບ​ກົດໝາຍ​ການ​ສ້າງ​​ປັດ​ໄຈຕະຫຼາດ, ບັນດາ​ປະ​ເພດ​ຕະຫຼາດ ​ແລະ ລະບຽບ​ການ​ຊຸກຍູ້​ຂະຫຍາຍ​ວິ​ສາ​ຫະກິດ. ຈຸດໝາຍ​ສຳຄັນ​ແມ່ນຍົກ​ສູງ​ຄຸນ​ນະພາ​ບຂອງ​ລະບຽບ​ກົດໝາຍ.

ທີ​ສາມ, ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ; ຍົກ​ສູງ​ປະສິດທິ​ຜົນ​ຂອງການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ.

ຈຸດ​ໃໝ່ທີ່​ພົ້ນ​ເດັ່ນ​ໃນ​ເນື້ອ​ໃນ​ນີ້​ແມ່ນ ກຳນົດ​ແຈ້ງ​ສາຍ​ພົວພັນ​ສັດຈະ​ວິພາກ​ລະຫວ່າງ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ​ການ​ເຊື່ອມ​ໂຍງ​ສາກົນ. ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ພາຍ​ໃນ​ປະ​ເທດ​ຈຶ່ງ​ສາມາດ​ເຊື່ອມ​ໂຍງ​ສາກົນ​ຢ່າງສຳ​ເລັດ​ຜົນ​ໄດ້, ຫຼີກ​ລ້ຽງ​ການ​ເພິ່ງພາ​ຄູ່​ຮ່ວມ​ງານ​ຫນຶ່ງ​, ​ຕະ​ຫຼາດດຽວ​. ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ກຳນົດ​ແຈ້ງ, ຕ້ອງຮັກສາ​ຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການວາງ​ກຳນົດ​ແຜນ​ນະ​ໂຍບາຍ, ​ແນວທາງ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດຂອງ​ປະ​ເທດ; ການພັດທະນາ​ເສດຖະກິດ​ຫວຽດນາມ​ໃຫ້​ເຂັ້ມ​ແຂງ ​ກາຍ​ເປັນ​​ແກ່ນ​ກາງ​ເສດຖະກິດ​ຂອງ​ປະ​ເທດ; ຮັກສາສົມ​ດຸນ​ທີ່​ສຳຄັນ, ສຸມ​ໃສ່​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ; ​ເພີ່ມ​ທະວີກຳລັງ​ແຮງ​ບົ່ມ​ຊ້ອນ​ທາງ​ເສດຖະກິດຂອງຊາດຢ່າງບໍ່ຢຸດຢັ້ງ. ຫັນ​ການ​ພົວພັນ​ເສດຖະກິດສາກົນ​ເປັນ​ຫຼາຍຝ່າຍ ຫຼາຍຮູບ​ແບບ, ຫຼີກ​ລ້ຽງ​ການ​ເພີ່ງພາຕະຫຼາດ​ດຽວ, ຄູ່​ຮ່ວມ​ງານ​ໜຶ່ງ. ປັບປຸງ​ຄວາມ​ຍືດຫຍຸ່ນຂອງເສດຖະກິດຕໍ່ກັບຜົນກະທົບທາງລົບຈາກຄວາມ​ຜັນ​ຜວນ​ພາຍ​ນອກ; ​ເປັນ​ເຈົ້າການ​ໃນ​ການປັບປຸງລະບົບ​ປ້ອງ​ກັນ​ໃຫ້​ສົມບູນ​ແບບ​ ເພື່ອ​ປົກ​ປັກ​ຮັກສາພື້ນຖານ​ເສດຖະກິດ, ວິ​ສາ​ຫະ​ກິດ ​ແລະ​ ຕະຫຼາດພາຍ​ໃນ​ປະທດ ທີ່​ສອດຄ່ອງ​ກັບ​ຄຳ​ໝັ້ນ​ສັນຍາ​ສາກົນ. ດຳ​ເນີນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສາກົນຫຼາຍ​ຮູບ​ແບບ ​ດ້ວຍ​ແຜນ​ງານ​ທີ່​ຍືດຫຍຸ່ນ, ເໝາະ​ສົມ​ກັບ​ເງື່ອນ​ໄຂ ​ແລະ ​ເປົ້າ​ໝາຍ​ຂອງ​ປະ​ເທດ​ໃນ​ແຕ່ລະ​ໄລຍະ. ປັບປຸງ​ລະບົບ​ກົດໝາຍ​ໃຫ້​ສອດຄ່ອງ​ກັບ​ສົນທິສັນຍາ​ສາກົນ ​ແລະພັນທະ​ສັນຍາ​ສາກົນ​ທີ່ຫວຽດນາມ​ໄດ້​ລົງ​ນາມ. ​ເພີ່ມ​ທະວີ​ການ​ຝຶກ​ອົບຮົມ​ ແລະບຳລຸງ​ສ້າງພະນັກງານ ທີ່​ມີ​ຄວາມ​ເຂົ້າ​ໃຈເລິກເຊິ່ງກ່ຽວກັບກົດໝາຍສາກົນ, ການຄ້າ ​ແລະການລົງທຶນສາກົນ, ກ່ອນ​ອື່ນ​ໝົດ​ແມ່ນ​ ພະນັກງານທີ່​ຮັບຜິດຊອບ​ໂດຍ​ກົງ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ແລະ ​ແກ້​ໄຂ​ຂໍ້​ພິພາດ​ລະຫວ່າງ​ປະ​ເທດ.

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຫວຽດນາມ​ໄດ້​ເຊື່ອມ​ໂຍງ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ເຂົ້າ​ກັບ​ເສດຖະກິດ​ໂລກ. ການ​ເປີດ​ກວ້າງ​ຂອງ​ເສດຖະກິດ​ຫວຽດນາມ​ຖື​​ວ່າ​ສູງ​ທີ່​ສຸດ​ໃນ​ໂລກ ດ້ວຍ​ອັດຕາສ່ວນການສົ່ງອອກແລະນໍາເຂົ້າ ​ຕໍ່​ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ແມ່ນ​ຫຼາຍ​ກວ່າ 200%. ຫວຽດນາມ​ກໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ສັນຍາການ​ຄ້າ​ຫຼາຍ​ຝ່າຍ​ຮຸ່ນ​ໃໝ່​ຫຼາຍ​ສະບັບ​ເຊັ່ນ: ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP), ສັນຍາ​ການ​ຄ້າ​ເສດ​ລີ​ລະຫວ່າງ​ຫວຽດນາມ​ແລະ​ສະຫະພາບ​​ເອີຣົບ (EVFTA), ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ທີ່ຮອບດ້ານ​​ໃນພາກ​ພື້ນ (RCEP) ​ແລະ​ທີ່​ຜ່ານ​ມາ​ມໍ່​ນີ້​ແມ່ນ ສັນຍາ​ການ​ຄ້າ​ເສລີ​ລະຫວ່າງຫວຽດນາມ, ອັງກິດ ​ແລະ ​ໄອ​ແລນ​ເໜືອ (UKVFTA). ​ເພື່ອ​ເຂົ້າ​ຮ່ວມ​ໃນ​ສັນຍາ​ເຫຼົ່າ​ນີ້ ຫວຽດນາມ​ໄດ້​ພັດທະນາລະບົບ​ກົດໝາຍ​ໃຫ້​ສົມບູນ​ໂດຍ​ພື້ນຖານ​ ຕາມ​ຄວາມ​ຮຽກຮ້ອງຕ້ອງການ, ມາດຕະຖານ ​ແລະ ການ​ປະຕິບັດ​ສາກົນ. ພຶດຕິ​ກຳ​ຄວາມ​ຈິງ​ໃນ​ກວ່າ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໃຫ້​ເຫັນ​ວ່າ, ການ​ເປີດ​ປະຕູ​ແລະ​ເຊື່ອມ​ໂຍງ​ສາກົນ​ໄດ້​ປະກອບສ່ວນທີ່​ສຳຄັນ ​ເຂົ້າໃນ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຂອງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ການ​ເປີດ​ປະຕູ​ແລະ​ເຊື່ອມ​ໂຍງ​ສາກົນຢ່າງ​ກວ້າງຂວາງ​ນັ້ນ​ ກໍ່​ໄດ້ສ້າງ​ແຮງ​ກົດ​ດັນ​ໃຫ້​ຫວຽດນາມປ່ຽນ​ແປງ​ໃໝ່​ຢ່າງ​ສຳ​ເລັດ​ຜົນ. ຢ່າງ​ໃດ​ກໍ​ຕາມ, ຂະ​ບວນການ​ປ່ຽນ​ແປງ​ໃໝ່​ແລະ​ເຊື່ອມ​ໂຍງ​ສາກົນກໍ່​ໃຫ້​ເຫັນ​ວ່າ​ ຕ້ອງ​ແກ້​ໄຂ​ເປັນ​ຢ່າງ​ດີ ສາຍ​ພົວພັນລະຫວ່າງ​ເອກະລາດ, ​ເປັນ​ເຈົ້າ​ໂຕ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ. ເພື່ອ​ໃຫ້​ການ​ເຊື່ອມ​ໂຍງ​ສຳ​ເລັດ​ຜົນ, ຕ້ອງ​ມີ​ກຳ​ລັງ​ພາຍ​ໃນ​ທີ່​ເຂັ້ມ​ແຂງ, ພ້ອມ​ກັນ​ນັ້ນ ​ຕ້ອງ​ຫັນ​ເປັນ​ຫຼາຍ​ຝ່າຍ​ແລະຂະຫຍາຍ​ການ​ພົວພັນ​ກັບ​ຄູ່​ຄ້າ​ແລະຕະຫຼາດ​ທີ່​ຫຼາກ​ຫຼາຍ ​ເພື່ອ​ຫຼີກ​ລ່ຽງ​ຄວາມ​ສ່ຽງ​ແລະການຂຶ້ນ​ກັບ​ພາຍ​ນອກ. ປະສົບ​ການ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ຕ້ອງ​ຮັບ​ຮູ້ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ປະສິດທິ​ຜົນ​ຂອງ​ການ​ດຶງ​ດູດ​ການ​ລົງທຶນ​ໃນ​ປະຈຸ​ບັນ ​ເຊິ່ງຕ້ອງ​ຮັບປະກັນການ​ດຶງ​ດູດ​ເຕັກ​ໂນ​ໂລ​ຊີສູງ, ​​ເຕັກ​ໂນ​ໂລ​ຊີ​ທີ່ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ​ເຮັດການ​ຖ່າຍ​ທອດ​ເຕັກ​ໂນ​ໂລຊີ​ເປັນຢ່າງ​ດີ, ທັງ​ເຊື່ອມ​ໂຍງລະ​ຫວ່າງ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ແລະ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​.

ສະຫຼຸບ, ບັນດາ​ຈຸດ​ໃໝ່​ໃນເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ ສະ​ແດງ​ອອກ​ຕັ້ງ​ແຕ່​ການ​ຮັບ​ຮູ້​ທາງ​ດ້ານທິດ​ສະ​ດີ ຈົນ​ເຖິງ​ການ​ກຳນົດ​ທິດ​ນະ​ໂຍບາຍ ທັງໃນການປະ​ເມີນສະຖານະການ ແລະການກຳນົດ​ເນື້ອ​ໃນ​ນະ​ໂຍບາຍ​ ສຳລັບ​ໄລຍະ​ຈະມາເຖິງ. ​ໃນ​ນັ້ນ, ສຸມ​ໃສ່​ເນື້ອ​ໃນ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ການ​ເຕີບ​ໂຕ ​ແລະການ​ປັບ​ໂຄງ​ສ້າງ​ເສດຖະກິດ; ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ພັດທະນາ​ປະ​ເທດ​ຢ່າງ​ໄວ​ແລະ​ຍືນ​ຍົງ; ປັບປຸງ​ບູລະນະ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ​ການ​ເຊື່ອມ​ໂຍງ​​ເສດຖະກິດສາກົນ. ​ເນື້ອ​ໃນ​ໃໝ່ທີ່​ພົ້ນ​ເດັ່ນສະ​ແດງ​​ໃຫ້​ເຫັນ​ໃນ​ການຮັບຮູ້​ ແລະ​ປະ​ເມີນ​ຜົນ​ການ​ປະ​ຕິ​ບັດ​ໃນສະ​ໄໝ​ກອງ​ປະ​ຊຸມ​ໃຫຍ່​ທີ່ຜ່ານ​ມາ​, ​ໃນ​ສະພາບ​ການ​ໃໝ່, ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ ໄດ້​ໃຫ້​ເຫັນ​ແຈ້ງ​ເຖິງ​ທິດ​ທາງ, ​ເປົ້າ​ໝາຍ ​ແລະ​ ນະ​ໂຍບາຍການ​ພັດທະນາ​ສະ​ເພາະ ໃນ​ແຕ່ລະ​ເນື້ອ​ໃນທີ່​ກ່າວ​ມາ​ຂ້າງ​ເທິງ ​ເພື່ອ​ບັນລຸ​ເປົ້າໝາຍພັດທະນາ​ລວມຂອງ​ປະ​ເທດ​ໃນ​ໄລຍະ 2020-2025, 2025-2030 ​ແລະ​ວິ​ໄສ​ທັດ​ຮອດ​ປີ 2045./.

----------------------------------

(1) ​ເອກະສານ​ກອງປະຊຸມໃຫຍ່ຜູ້​ແທນທົ່ວປະເທດຄັ້ງທີ 11, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2011, ໜ້າ 107.

(2) ເອກະສານ​ກອງປະຊຸມໃຫຍ່ຜູ້​ແທນທົ່ວປະເທດຄັ້ງທີ 12, ຫ້ອງການ​ສູນ​ກາງ​ພັກ, 2016, ໜ້າ 88 – 89.

(3), (4) ເອກະສານ​ກອງປະຊຸມໃຫຍ່ຜູ້​ແທນທົ່ວປະເທດຄັ້ງທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 120, 121.

(5), (6) ເອກະສານ​ກອງປະຊຸມໃຫຍ່ຜູ້​ແທນທົ່ວປະເທດຄັ້ງທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ I, ໜ້າ 240, 235.

(7), (8), (9) ເອກະສານ​ກອງປະຊຸມໃຫຍ່ຜູ້​ແທນທົ່ວປະເທດຄັ້ງທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ I, ໜ້າ 244, 125, 126.

(10), (11) ເອກະສານ​ກອງປະຊຸມໃຫຍ່ຜູ້​ແທນທົ່ວປະເທດຄັ້ງທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ I, ໜ້າ 59 - 60, 128 – 129.

(12), (13) ເອກະສານ​ກອງປະຊຸມໃຫຍ່ຜູ້​ແທນທົ່ວປະເທດຄັ້ງທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ເຫຼັ້ມ I, ໜ້າ 132, 224.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 969 (​ເດືອນ​ກໍລະກົດ 2021)