ວກ.- ຫຼັງຈາກດຳເນີນການປ່ຽນແປງໃໝ່ສີ່ທົດສະວັດ, ຫວຽດນາມພວມຢືນຕໍ່ໜ້າຄວາມຕ້ອງການໃນການບຸກທະລຸ ເພື່ອບັນລຸເປົ້າໝາຍໃນການເປັນປະເທດອຸດສາຫະກຳທັນສະໄໝ. ເປົ້າໝາຍນີ້ຮຽກຮ້ອງໃຫ້ມີການເຕີບໂຕທາງເສດຖະກິດຢ່າງວ່ອງໄວແລະຍືນຍົງ, ການປ່ຽນແປງທີ່ປະສົບຄວາມສຳເລັດໄປສູ່ຮູບແບບການພັດທະນາທີ່ອີງໃສ່ວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ, ພ້ອມທັງການແກ້ໄຂບັນຫາທາງສັງຄົມແລະສິ່ງແວດລ້ອມຢ່າງກົມກຽວ. ສະພາບການໂລກຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະການປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ ກຳລັງສ້າງຄວາມຕ້ອງການຮີບດ່ວນໃນການພັດທະນາອຸດສາຫະກຳສີຂຽວ, ດິຈິຕອນ ແລະເປັນເຈົ້າຕົນເອງ ເຊິ່ງເປັນສາມເສົາຄ້ຳທີ່ຈະຊ່ວຍໃຫ້ຫວຽດນາມເລັ່ງຂະບວນການພັດທະນາອຸດສາຫະກຳ ແລະຄວາມທັນສະໄໝໄດ້.

ສາຍການຜະລິດຜະລິດຕະພັນເຊັນເຊີອັດສະລິຍະ ແລະເປັນມິດກັບສິ່ງແວດລ້ອມ ຂອງບໍລິສັດ Hyundai Kefico ຫວຽດນາມ ຈຳກັດ, ເຊິ່ງເປັນບໍລິສັດທີ່ລົງທຶນໂດຍຊາວເກົາຫຼີໃຕ້, ຕັ້ງຢູ່ໃນເຂດອຸດສາຫະກຳ ດ້າຍອານ II, ແຂວງຫາຍເຢືອງ _ພາບ: TTXVN

ພື້ນຖານທາງການເມືອງ-ກົດໝານ ແລະ ຄວາມຕ້ອງການໃນການພັດທະນາອຸດສາຫະກຳ
ຕາມທິດທາງສີຂຽວ,
ດິຈິຕອນ ແລະ ເປັນເຈົ້າຕົນເອງ

ທິດທາງການພັດທະນາອຸດສາຫະກຳໃນໄລຍະໃໝ່

ການສົ່ງເສີມການຫັນເປັນອຸດສາຫະກຳ ແລະທັນສະໄໝຂອງປະເທດໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນປ່ຽນດິຈິຕອນ, ຄວບຄູ່ໄປກັບການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ການພັດທະນາຢ່າງຍືນຍົງ ຖືເປັນທິດທາງທີ່ສອດຄ່ອງກັນໃນໄລຍະມໍ່ໆມານີ້ ເຊິ່ງສະທ້ອນໃຫ້ເຫັນເຖິງການສືບທອດ ແລະການພັດທະນາຄວາມຄິດກ່ຽວກັບການຫັນເປັນອຸດສາຫະກຳໃນສະພາບການໃໝ່. ມະຕິເລກທີ 29-NQ/TW, ລົງວັນທີ 17 ພະຈິກ 2022, ຂອງກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII, “ກ່ຽວກັບການສືບຕໍ່ສົ່ງເສີມການຫັນເປັນອຸດສາຫະກຳ ແລະທັນສະໄໝຂອງປະເທດຈົນຮອດປີ 2030, ດ້ວຍວິໄສທັດເຖິງປີ 2045” ເນັ້ນໜັກເຖິງຄວາມຕ້ອງການໃນການສືບຕໍ່ສົ່ງເສີມການຫັນເປັນອຸດສາຫະກຳ ແລະທັນສະໄໝໂດຍອີງໃສ່ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາເສດຖະກິດດິຈິຕອນ ແລະ ເສດຖະກິດສີຂຽວ, ພ້ອມທັງສ້າງລະບົບເສດຖະກິດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ ທີ່ເຊື່ອມໂຍງກັບສາກົນຢ່າງເປັນເຈົ້າການແລະຕັ້ງໜ້າ.

ບັນດາມະຕິທີ່ຜ່ານມາຂອງຄະນະບໍລະຫານງານສູນກາງ, ກົມການເມືອງສູນກາງ ແລະ ສະພາແຫ່ງຊາດ ລ້ວນແຕ່ໄດ້ເນັ້ນໜັກເຖິງຄວາມຕ້ອງການໃນການປ່ຽນແປງໃໝ່ຮູບແບບການເຕີບໂຕ, ປັບປຸງຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິພາບ ແລະຄວາມສາມາດໃນການແຂ່ງຂັນຂອງເສດຖະກິດ; ໃນນັ້ນ, ອຸດສາຫະກຳຖືກລະບຸວ່າເປັນໜຶ່ງໃນແຮງຂັບເຄື່ອນທີ່ສຳຄັນທີ່ສຸດສຳລັບການພັດທະນາ. ໜຶ່ງໃນຫຼັກການຊີ້ນຳທີ່ສຳຄັນແມ່ນການພັດທະນາຢ່າງວ່ອງໄວແຕ່ຍືນຍົງ, ໂດຍປະຕິເສດຢ່າງເດັດຂາດທີ່ຈະເສຍສະລະສິ່ງແວດລ້ອມເພື່ອການເຕີບໂຕທາງເສດຖະກິດ. ສິ່ງນີ້ຮຽກຮ້ອງໃຫ້ອຸດສາຫະກຳຕ້ອງນຳພາໃນການຫັນປ່ຽນຮູບແບບການຜະລິດໄປສູ່ການຜະລິດທິ່ເປັນມິດຕໍ່ສິ່ງແວດລ້ອມ, ການນຳໃຊ້ຊັບພະຍາກອນ ແລະພະລັງງານ ຢ່າງມີປະສິດທິພາບ, ຫຼຸດຜ່ອນການປ່ອຍມົນລະພິດ ແລະປົກປ້ອງສິ່ງແວດລ້ອມ. ພ້ອມກັນນັ້ນ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການປ່ຽນແປງດິຈິຕອນ ຖືກລະບຸວ່າເປັນປັດໄຈຂັບເຄື່ອນຫຼັກ ທີ່ມີບົດບາດສຳຄັນໃນການເພີ່ມຜະລິດຕະພາບແຮງງານ, ປະສິດທິພາບການຄຸ້ມຄອງ ແລະຄວາມສາມາດໃນການແຂ່ງຂັນຂອງທຸລະກິດແລະຂະແໜງອຸດສາຫະກຳທັງໝົດ. 

ສະພາບການໃໝ່ ແລະ ຄວາມຕ້ອງການທີ່ວາງໄວ້ສຳລັບອຸດສາຫະກຳຫວຽດນາມ

ໂລກກຳລັງປະເຊີນກັບທ່າອ່ຽງການປັບປ່ຽນລະບົບຕ່ອງໂສ້ການສະໜອງ ແລະການແຂ່ງຂັນຍຸດທະສາດ, ເຊິ່ງບັນດາປະເທດມັກຈະນຳໃຊ້ນະໂຍບາຍອຸດສາຫະກຳເພື່ອເສີມສ້າງທ່າແຮງການຜະລິດຂອງຕົນເອງ. ການປະຕິວັດອຸດສາຫະກຳຄັ້ງທີ 4 ກຳລັງເກີດຂຶ້ນຢ່າງແຂງແຮງ, ດ້ວຍການເຕີບໂຕຢ່າງກ້າວກະໂດດຂອງເຕັກໂນໂລຊີດິຈິຕອນ, ປັນຍາປະດິດ, ຂໍ້ມູນຂະໜາດໃຫຍ່, ລະບົບອັດຕະໂນມັດ ແລະ ຮູບແບບການຜະລິດອັດສະລິຍະ, ເຊິ່ງໄດ້ປ່ຽນແປງວິທີການຈັດລະບຽບການຜະລິດ ແລະໂຄງສ້າງຂອງລະບົບຕ່ອງໂສ້ຄຸນຄ່າລະດັບໂລກຢ່າງສິ້ນເຊິງ. ໂດຍສະເພາະ, ທ່າອ່ຽງການພັດທະນາສີຂຽວ, ການປ່ອຍອາຍພິດຕ່ຳ, ເສດຖະກິດໝູນວຽນ ແລະຄວາມຕ້ອງການໃນການປະຕິບັດຕາມມາດຕະຖານດ້ານສິ່ງແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງ ກຳລັງກາຍເປັນເງື່ອນໄຂສຳຄັນຫຼາຍຂຶ້ນເລື້ອຍໆ ສຳລັບສິນຄ້າອຸດສາຫະກຳທີ່ຈະເຂົ້າຮ່ວມ ແລະເຕີບໂຕໃນຕະຫຼາດສາກົນ. ໃນຄວາມເປັນຈິງ, ປະເທດເສດຖະກິດໃຫຍ່ຫຼາຍແຫ່ງທົ່ວໂລກ ໄດ້ອອກນະໂຍບາຍໄລຍະຍາວເພື່ອສົ່ງເສີມການເຕີບໂຕສີຂຽວ ແລະຄວບຄຸມການປ່ອຍອາຍພິດ, ໂດຍສຸມໃສ່ຄວາມເປັນກາງທາງຄາບອນ, ຄວບຄຸມການຄ້າຕາມມາດຕະຖານດ້ານສິ່ງແວດລ້ອມ ແລະ ຮັບປະກັນຄວາມໝັ້ນຄົງຂອງລະບົບຕ່ອງໂສ້ການສະໜອງທີ່ຍືນຍົງ(1).

ໃນສະພາບການນີ້, ຫຼາຍປະເທດໄດ້ປັບຍຸດທະສາດອຸດສາຫະກໍາຢ່າງແຂງແຮງ ຕາມທິດທາງທັງໃຊ້ໂອກາດຈາກການຫັນປ່ຽນດິຈິຕອນ ແລະເພີ່ມທະວີຄວາມສາມາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານເສດຖະກິດ, ໂດຍສະເພາະໃນຂະແໜງການແລະຂົງເຂດທີ່ມີຄວາມສຳຄັນທາງຍຸດທະສາດ. ການພັດທະນາອຸດສາຫະກໍາບໍ່ພຽງແຕ່ມີຈຸດປະສົງເພື່ອເພີ່ມຜົນຜະລິດ ຫຼືການຂະຫຍາຍຂະໜາດເທົ່ານັ້ນ, ແຕ່ຍັງເຊື່ອມໂຍງຢ່າງໃກ້ຊິດກັບການປັບປຸງຍົກສູງຄຸນນະພາບຂອງການເຕີບໂຕ, ຄວາມສາມາດໃນການຮັບມືກັບຜົນກະທົບຈາກພາຍນອກ ແລະການປະກອບສ່ວນໃນທາງບວກຕໍ່ເປົ້າໝາຍການພັດທະນາຢ່າງຍືນຍົງຫຼາຍຂຶ້ນເລື້ອຍໆ. ຫວຽດນາມ ດ້ວຍຕຳແໜ່ງທາງພູມິສາດການເມືອງທີ່ເປັນເອກະລັກ ແລະການເປີດກວ້າງທາງເສດຖະກິດໃນລະດັບສູງ ໄດ້ຮັບຜົນກະທົບໂດຍກົງຈາກທ່າອ່ຽງເຫຼົ່ານີ້. ການສ້າງເສດຖະກິດທີ່ເປັນເອກະລາດ ແລະເປັນເຈົ້າຕົນເອງບໍ່ພຽງແຕ່ເປັນເປົ້າໝາຍທາງເສດຖະກິດເທົ່ານັ້ນ ແຕ່ຍັງເປັນຄວາມຕ້ອງການອັນຮີບດ່ວນດ້ານການປົກປ້ອງຄວາມໝັ້ນຄົງຂອງຊາດໃນໂລກທີ່ຜັນຜວນອີກນຳ.

ຢູ່ພາຍໃນປະເທດ, ຫວຽດນາມກຳລັງເຂົ້າສູ່ໄລຍະການພັດທະນາໃໝ່ ດ້ວຍຄວາມປາດຖະໜາທີ່ຈະກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ ແລະມີລາຍໄດ້ປານກາງສູງ ພາຍໃນປີ 2030 ແລະ ເຖິງໃນປີ 2045 ຈະກາຍເປັນປະເທດທີ່ພັດທະນາແລ້ວ ແລະມີລາຍໄດ້ສູງ. ນີ້ແມ່ນເປົ້າໝາຍຫຼັກ, ສະທ້ອນໃຫ້ເຫັນເຖິງວິໄສທັດຍຸດທະສາດ ແລະຄວາມຕັດສິນໃຈທາງການເມືອງທີ່ເຂັ້ມແຂງຂອງພັກແລະລັດ. ເພື່ອບັນລຸຄວາມປາດຖະໜານີ້, ການຫັນເປັນອຸດສາຫະກຳແລະທັນສະໄໝຍັງຄົງເປັນເສັ້ນທາງທີ່ຫຼີກລ່ຽງບໍ່ໄດ້ ແລະ ຕ້ອງໄດ້ຮັບການຈັດຕັ້ງປະຕິບັດບົນພື້ນຖານຂອງວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການພັດທະນາແບບຍືນຍົງ.

ຢ່າງໃດກໍ່ຕາມ, ຮູບແບບການພັດທະນາອຸດສາຫະກໍາທີ່ອີງໃສ່ການໃຊ້ປະໂຫຍດຈາກແຮງງານລາຄາຖືກ, ຊັບພະຍາກອນ ແລະຂະບວນການປະກອບເປັນຫຼັກ ກໍາລັງເຜີຍໃຫ້ເຫັນຂໍ້ຈຳກັດທີ່ຊັດເຈນຫຼາຍຂຶ້ນເລື້ອຍໆ. ຄວາມກົດດັນດ້ານສິ່ງແວດລ້ອມທີ່ເພີ່ມຂຶ້ນ, ຄວາມຕ້ອງການທີ່ຈະຫຼຸດຜ່ອນການປ່ອຍອາຍພິດ ແລະ ຄວາມສ່ຽງຂອງຄວາມລ້າຫຼັງທາງດ້ານເຕັກໂນໂລຢີ ຖ້າປະເທດບໍ່ສາມາດຕິດຕາມການຫັນປ່ຽນດິຈິຕອນໄດ້ ເຮັດໃຫ້ເກີດສິ່ງທ້າທາຍທີ່ສໍາຄັນຕໍ່ອຸດສາຫະກໍາຫວຽດນາມ. ຄຽງຄູ່ກັນນັ້ນ, ລະດັບການເພິ່ງພາຕະຫຼາດພາຍນອກ ແລະພາກທຸລະກິດທີ່ລົງທຶນຈາກຕ່າງປະເທດຍັງຄົງຢູ່ໃນລະດັບສູງ, ໃນຂະນະທີ່ຄວາມສາມາດເປັນເຈົ້າຕົນເອງຂອງວິສາຫະກິດພາຍໃນປະເທດ, ໂດຍສະເພາະໃນຂັ້ນຕອນທີ່ມີມູນຄ່າເພີ່ມສູງນັ້ນມີຈໍາກັດ.

ໃນສະພາບການນີ້, ການພັດທະນາອຸດສາຫະກຳຂອງຫວຽດນາມຕາມທິດທາງສີຂຽວ, ດິຈິຕອນ ແລະ ເປັນເຈົ້າຕົນເອງນັ້ນ ບໍ່ພຽງແຕ່ເປັນທາງເລືອກຍຸດທະສາດເທົ່ານັ້ນ, ແຕ່ຍັງໄດ້ກາຍເປັນຄວາມຕ້ອງການພາວະວິໄສ, ເປັນເງື່ອນໄຂຕັດສິນເບື້ອງຕົ້ນສຳລັບການດຳເນີນງານທີ່ມີປະສິດທິພາບພາຍໃນລະບົບຕ່ອງໂສ້ການສະໜອງລະດັບໂລກ, ຮັບປະກັນວ່າ ອຸດສາຫະກຳຈະກາຍເປັນພື້ນຖານທີ່ໝັ້ນຄົງສຳລັບເສດຖະກິດຢ່າງແທ້ຈິງ.

ການພັດທະນາອຸດສາຫະກຳຂອງຫວຽດນາມຕາມທິດທາງສີຂຽວ, ດິຈິຕອນ
ແລະ ເປັນເຈົ້າຕົນເອງ ເປັນທາງເລືອກຍຸດທະສາດແລະເປັນຄວາມຕ້ອງການພາວະວິໄສ.

ຄວາມຕ້ອງການທີ່ຈະຫັນປ່ຽນຮູບແບບການພັດທະນາອຸດສາຫະກໍາ: ເນື້ອໃນ ແລະ ຄວາມສຳພັນລະຫວ່າງສາມເສົາຄໍ້າຄື ສີຂຽວ, ດິຈິຕອນ ແລະ ການເປັນເຈົ້າຕົນເອງ.

ຄວາມເປັນຈິງຂອງການພັດທະນາອຸດສາຫະກໍາທີ່ຜ່ານມາສະແດງໃຫ້ເຫັນວ່າ, ໃນສະພາບການຂອງການແຂ່ງຂັນລະດັບໂລກທີ່ດຸເດືອດຂຶ້ນເລື້ອຍໆ ແລະມາດຕະຖານການພັດທະນາທີ່ເຂັ້ມງວດຫຼາຍຂຶ້ນ, ຮູບແບບການພັດທະນາອຸດສາຫະກໍາແບບດັ້ງເດີມ ເຊິ່ງເພິ່ງພາການຂຸດຄົ້ນຊັບພະຍາກອນ, ແຮງງານລາຄາຖືກ ແລະ ການປຸງແຕ່ງແລະການປະກອບເປັນຫຼັກນັ້ນ ກໍາລັງເຜີຍໃຫ້ເຫັນຂໍ້ຈຳກັດທີ່ມີຢູ່ໂດຍຊັດເຈນ. ສິ່ງນີ້ເຮັດໃຫ້ຈໍາເປັນຕ້ອງມີການປ່ຽນແປງຮູບແບບການພັດທະນາອຸດສາຫະກໍາໄປສູ່ການປັບປຸງຄຸນນະພາບ, ປະສິດທິພາບ, ຄວາມຍືນຍົງ ແລະຄວາມສາມາດເປັນເຈົ້າຕົນເອງຂອງຂະແໜງການຜະລິດ.

ທີໜຶ່ງ, ການຫັນເປັນສີຂຽວໃນອຸດສາຫະກຳຊຸກຍູ້ຮູບແບບການຜະລິດ ແລະການບໍລິໂພກທີ່ຍືນຍົງ ຜ່ານຮູບແບບການປະຢັດຊັບພະຍາກອນແລະພະລັງງານ, ການປ່ອຍກ໊າດຄາບອນແລະສິ່ງເສດເຫຼືອຕ່ຳ, ການຜະລິດທີ່ບໍ່ກໍ່ໃຫ້ເກີດມົນລະພິດແລະປອດໄພ ແລະ ການສ້າງຜະລິດຕະພັນທີ່ໄດ້ຮັບການຄຸ້ມຄອງຢ່າງມີຄວາມຮັບຜິດຊອບຕະຫຼອດວົງຈອນຊີວິດຂອງຜະລິດຕະພັນ.  ການຫັນເປັນສີຂຽວຍັງມຸ່ງສ້າງອຸດສາຫະກຳສີຂຽວ, ສະໜອງສິນຄ້າ ແລະບໍລິການດ້ານສິ່ງແວດລ້ອມໃນຮູບແບບອຸດສາຫະກຳ ເຊັ່ນ: ການຄຸ້ມຄອງສິ່ງເສດເຫຼືອແລະການບໍລິການຣີໄຊເຄີນ, ເຕັກໂນໂລຊີພະລັງງານໜູນວຽນ ແລະບໍລິການວິເຄາະແລະໃຫ້ຄຳປຶກສາດ້ານສິ່ງແວດລ້ອມ. ວັດຖຸປະສົງຫຼັກຂອງການພັດທະນາອຸດສາຫະກຳທີ່ເປັນມິດຕໍ່ສິ່ງແວດລ້ອມແມ່ນ “ການແຍກ” ການເຕີບໂຕທາງເສດຖະກິດ ອອກຈາກການບໍລິໂພກຊັບພະຍາກອນ ແລະມົນລະພິດ ເຊິ່ງສອດຄ່ອງກັບເປົ້າໝາຍການພັດທະນາທີ່ຍືນຍົງຂອງສະຫະປະຊາຊາດ. ການພັດທະນາອຸດສາຫະກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ປັບປຸງປະສິດທິພາບການໃຊ້ພະລັງງານ ແລະເພີ່ມຂະຫຍາຍຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນຫວຽດນາມ.

ທີສອງ, ການຫັນປ່ຽນດິຈິຕອນໃນອຸດສາຫະກໍາແມ່ນແນວໂນ້ມຂອງການນໍາໃຊ້ເຕັກໂນໂລຊີດິຈິຕອນ ເພື່ອປັບປຸງປະສິດທິພາບການຜະລິດ, ການຄຸ້ມຄອງ ແລະການປ່ຽນແປງໃໝ່ຮູບແບບທຸລະກິດ. ນີ້ແມ່ນຈຸດສຸມຂອງການປະຕິວັດອຸດສາຫະກໍາຄັ້ງທີສີ່ ດ້ວຍການນໍາໃຊ້ຜົນສໍາເລັດທາງວິທະຍາສາດແລະເຕັກໂນໂລຊີ ເຊັ່ນ: ອິນເຕີເນັດຂອງສັບພະສິ່ງ (IoT), ຂໍ້ມູນຂະໜາດໃຫຍ່, ປັນຍາປະດິດ, ຫຸ່ນຍົນ ລະບົບອັດຕະໂນມັດ, ການປະມວນຜົນແບບຄລາວ ແລະອື່ນໆ ຖືກນຳມາປະສົມປະສານເຂົ້າກັບຂະບວນການຜະລິດ, ເຊື່ອມໂລກທາງກາຍະພາບກັບໂລກດິຈິຕອນ, ຊ່ວຍໃຫ້ໜ່ວຍງານ, ອົງການ, ກົມກອງທີ່ກ່ຽວຂ້ອງ, ຄູ່ຮ່ວມງານ ແລະພະນັກງານສາມາດປະສານງານໄດ້ຢ່າງມີປະສິດທິພາບ ແລະແບ່ງປັນຂໍ້ມູນໃນເວລາຈິງ. ການຫັນປ່ຽນດິຈິຕອນບໍ່ພຽງແຕ່ເປັນການປະຍຸກໃຊ້ເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງລວມເຖິງການປ່ຽນແປງໃໝ່ຢ່າງຮອບດ້ານໃນການຄຸ້ມຄອງ, ການຈັດຕັ້ງການຜະລິດ ແລະການພັດທະນາຜະລິດຕະພັນ.

ທີສາມ, ການເພີ່ມຄວາມສາມາດເປັນເຈົ້າຕົນເອງແມ່ນຄວາມຕ້ອງການທາງຍຸດທະສາດ, ໂດຍສະເພາະໃນສະພາບການທີ່ລະບົບຕ່ອງໂສ້ການສະໜອງລະດັບໂລກຜັນຜວນຢູ່ຕະຫຼອດເວລາ. ຖ້າບໍ່ມີຄວາມສາມາດເປັນເຈົ້າຕົນເອງໃນລະດັບໜຶ່ງດ້ານເຕັກໂນໂລຊີ, ວັດຖຸດິບ, ພະລັງງານ ແລະລະບົບຕ່ອງໂສ້ການສະໜອງ, ອຸດສາຫະກຳຈະເປາະບາງຕໍ່ຜົນກະທົບຈາກພາຍນອກ ເຊິ່ງຈະບັ່ນທອນຄວາມສາມາດໃນການຮັກສາການເຕີບໂຕທີ່ໝັ້ນຄົງ ແລະຍືນຍົງ. ດັ່ງນັ້ນຈຶ່ງຈຳເປັນຕ້ອງເປັນເຈົ້າຕົນເອງໃນຂັ້ນຕອນທີ່ສຳຄັນ, ເສີມສ້າງກຳລັງແຮງພາຍໃນ ແລະເຂົ້າຮ່ວມຢ່າງຕັ້ງໜ້າໃນການຮ່ວມມື ແລະການເຊື່ອມໂຍງສາກົນບົນພື້ນຖານຂອງຄວາມສະເໝີພາບ ແລະຜົນປະໂຫຍດຮ່ວມກັນ.

ດັ່ງນັ້ນ, ເສົາຄໍ້າທັງສາມ ຄື ການຫັນເປັນສີຂຽວ, ດິຈິຕອນ ແລະ ການເປັນເຈົ້າຕົນເອງ ຈຶ່ງມີຄວາມສຳພັນກັນແບບອິນຊີ, ສົ່ງເສີມ ແລະ ສະໜັບສະໜູນເຊິ່ງກັນແລະກັນ. ເພື່ອໃຫ້ການພັດທະນາອຸດສາຫະກຳໃນຍຸກໃໝ່ປະສົບຜົນສຳເລັດ, ການຫັນເປັນສີຂຽວ ແລະ ການຫັນເປັນດິຈິຕອນ ແມ່ນທ່າອ່ຽງທີ່ຫຼີກລ່ຽງບໍ່ໄດ້ ເພື່ອຮັບປະກັນລະບົບການຜະລິດທີ່ເພິ່ງຕົນເອງໄດ້. ການຫັນເປັນດິຈິຕອນ ປ່ຽນແປງພຶດຕິກຳການຈັດຕັ້ງຜະລິດຂະໜາດໃຫຍ່, ຮຽກຮ້ອງໃຫ້ມີການປ່ຽນແປງຄວາມຄິດ ແລະພັດທະນາວັດທະນະທຳແຫ່ງນະວັດຕະກຳ ບົນພື້ນຖານຂອງຂໍ້ມູນແລະເຕັກໂນໂລຊີ ເພື່ອຍົກສູງສະມັດຕະພາບອຸດສາຫະກຳ; ສົ່ງເສີມລະບົບອັດຕະໂນມັດແລະການຜະລິດອັດສະລິຍະ ເພື່ອຮັບປະກັນຄວາມໝັ້ນຄົງ ແລະປັບປຸງຄຸນນະພາບຜະລິດຕະພັນ ເຊິ່ງເປັນພື້ນຖານຂອງການເປັນເຈົ້າຕົນເອງໃນການແຂ່ງຂັນ, ພ້ອມທັງຫຼຸດຜ່ອນການເພິ່ງພາຂະບວນການທີ່ໃຊ້ແຮງງານເຂັ້ມຂົ້ນ; ການເພີ່ມປະສິດທິພາບຊັບພະຍາກອນ ແລະລະບົບຕ່ອງໂສ້ການສະໜອງໃນເວລາຈິງ, ຮັບປະກັນຄວາມຍືດຫຍຸ່ນຂອງສາຍການຜະລິດ. ໃນຂະນະດຽວກັນ, ການປ່ຽນຜ່ານສູ່ເສດຖະກິດສີຂຽວຊ່ວຍໃຫ້ທຸລະກິດຕ່າງໆ ຫຼຸດຜ່ອນການເພິ່ງພາເຊື້ອໄຟຟອດຊິລ ແລະຊັບພະຍາກອນທຳມະຊາດຂັ້ນຕົ້ນ ເຊິ່ງຈະຊ່ວຍຫຼຸດຄວາມສ່ຽງດ້ານການສະໜອງລົງໄດ້. ພ້ອມກັນນັ້ນ, ຈະສ້າງເງື່ອນໄຂໃຫ້ຜະລິດຕະພັນອຸດສາຫະກຳຂອງຫວຽດນາມ ມີຖານທີ່ໝັ້ນຄົງໃນຕະຫຼາດສາກົນ, ເສີມຂະຫຍາຍຕຳແໜ່ງແລະຊື່ສຽງໃນລະບົບຕ່ອງໂສ້ຄຸນຄ່າລະດັບໂລກ ເນື່ອງຈາກຂໍ້ກຳນົດດ້ານຄວາມໂປ່ງໃສທາງສິ່ງແວດລ້ອມ, ຄວາມຮັບຜິດຊອບຕໍ່ສັງຄົມ, ການຄຸ້ມຄອງ ແລະ ກົນໄກຄວບຄຸມການປ່ອຍອາຍພິດ ຖືກນຳມາໃຊ້ຫຼາຍຂຶ້ນໃນຕະຫຼາດທີ່ສຳຄັນ ເຊັ່ນ ສະຫະລັດອາເມລິກາ ແລະເອີຣົບ... ການສົ່ງເສີມການຫັນເປັນສີຂຽວໃນອຸດສາຫະກຳຈະຄ່ອຍໆ ກາຍເປັນເງື່ອນໄຂສຳຄັນສຳລັບຫວຽດນາມໃນການເຂົ້າເຖິງສິນເຊື່ອດອກເບ້ຍຕ່ຳໃນອະນາຄົດ ເຊິ່ງຈະຊ່ວຍໃຫ້ຂະແໜງອຸດສາຫະກຳ ແລະພະລັງງານສາມາດສະສົມຊັບພະຍາກອນເພື່ອການພັດທະນາຢ່າງກ້າວກະໂດດໄດ້.

ນອກຈາກນັ້ນ, ການສົ່ງເສີມການຫັນເປັນສີຂຽວ ແລະຫັນປ່ຽນດິຈິຕອນໃນອຸດສາຫະກຳຍັງເປັນພື້ນຖານສຳຄັນສຳລັບຫວຽດນາມໃນການເຂົ້າເຖິງ ແລະຄ່ອຍໆ ພັດທະນາອຸດສາຫະກຳໃໝ່ ແລະເຕັກໂນໂລຊີຍຸດທະສາດແຫ່ງໃນອະນາຄົດ ເຊັ່ນ: ວັດສະດຸເຄິ່ງຕົວນຳ, ຍານຍົນອັດສະລິຍະໄຮ້ຄົນຂັບ, ປັນຍາປະດິດ, ການປະມວນຜົນແບບຄລາວ, ການປະມວນຜົນຄວອນຕຳ, ຂໍ້ມູນຂະໜາດໃຫຍ່, ບລັອກເຊນ, ພະລັງງານໃໝ່, ການຈັດເກັບພະລັງງານ ແລະອື່ນໆ ເຊິ່ງຈະຊ່ວຍໃຫ້ອຸດສາຫະກຳຂອງຫວຽດນາມບໍ່ຫຼ້າຫຼັງໃນດ້ານເຕັກໂນໂລຊີລະດັບໂລກ. ການປະສົມປະສານລະຫວ່າງການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະການຫັນປ່ຽນດິຈິຕອນ ບໍ່ພຽງແຕ່ຊ່ວຍປັບປຸງປະສິດທິພາບການຜະລິດ, ຫຼຸດການເພິ່ງພາແຫຼ່ງຊັບພະຍາກອນທຳມະຊາດ ແລະແຮງງານໄຮ້ຝີມື, ແຕ່ຍັງເປັນພື້ນຖານສຳຄັນ ໃນການເພີ່ມທະວີຄວາມສາມາດເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງອຸດສາຫະກຳແຫ່ງຊາດ.

ກຳມະກອນກຳລັງຕິດຕັ້ງໃບພັດກັງຫັນລົມ ທີ່ໂຮງໄຟຟ້າພະລັງງານລົມ ເອຍ ນາມ, ໃນຕາແສງ ເອຍ ນາມ, ເມືອງ ເອຍ ຫະແລວ, ແຂວງ ດັກລັກ. _ແຫຼ່ງທີ່ມາ: trungnamsc.com.vn

ການພັດທະນາອຸດສາຫະກຳຕາມທິດທາງທີ່ເປັນມິດຕໍ່ສິ່ງແວດລ້ອມ

ເພື່ອພັດທະນາອຸດສາຫະກຳໄປໃນທິດທາງທີ່ເປັນມິດຕໍ່ສິ່ງແວດລ້ອມ, ຈຳເປັນຕ້ອງມີການປ່ຽນແປງຢ່າງເຂັ້ມແຂງຈາກຄວາມຄິດ “ການຄວບຄຸມມົນລະພິດ” ໄປສູ່ຄວາມຄິດ “ການປ້ອງກັນແລະການອອກແບບທີ່ເປັນມິດຕໍ່ສິ່ງແວດລ້ອມ” ຕັ້ງແຕ່ຂັ້ນຕອນການວາງແຜນ, ການລົງທຶນ ແລະການຈັດຕັ້ງການຜະລິດ. ຄຽງຄູ່ກັບ “ການເຮັດໃຫ້ເປັນມິດຕໍ່ສິ່ງແວດລ້ອມ” ໃນບັນດາຂະແໜງອຸດສາຫະກຳທີ່ມີຢູ່ແລ້ວ - ນັ້ນຄື ການປັບປຸງຂະແໜງອຸດສາຫະກຳທັງໝົດ ເພື່ອເພີ່ມປະສິດທິພາບການໃຊ້ຊັບພະຍາກອນ ແລະຫຼຸດຜ່ອນມົນລະພິດຢ່າງຕໍ່ເນື່ອງ - ອຸດສາຫະກຳສີຂຽວຍັງກວມເອົາການພັດທະນາອຸດສາຫະກຳທີ່ເປັນມິດຕໍ່ສິ່ງແວດລ້ອມໃໝ່ໆ. ການສົ່ງເສີມການນຳຮູບແບບການຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມ, ເສດຖະກິດໝູນວຽນ, ການນຳໃຊ້ພະລັງງານໝູນວຽນ ແລະເຕັກໂນໂລຊີປະຫຍັດພະລັງງານມາໃຊ້ ຄວນຖືເປັນໜ້າທີ່ຈຸດສຸມໃນຂະບວນການປັບໂຄງສ້າງຂະແໜງການອຸດສາຫະກຳ.

ຂະແໜງການອຸດສາຫະກຳແລະການຄ້າມີບົດບາດສຳຄັນໃນການສົ່ງເສີມການຫັນປ່ຽນໂຄງສ້າງພະລັງງານຢ່າງຍືນຍົງ, ຮັບປະກັນການສະໜອງພະລັງງານທີ່ພຽງພໍໃຫ້ແກ່ການພັດທະນາເສດຖະກິດແລະສັງຄົມ, ພ້ອມທັງຄ່ອຍໆ ຫຼຸດຜ່ອນການເພິ່ງພາເຊື້ອໄຟຟອດຊິວ. ໂຄງສ້າງພະລັງງານຂອງຫວຽດນາມມີຄວາມເປັນມິດຕໍ່ສິ່ງແວດລ້ອມຫຼາຍຂຶ້ນຢ່າງເຫັນໄດ້ຊັດ. ລັດຖະບານໄດ້ອະນຸມັດແຜນພັດທະນາພະລັງງານສະບັບທີ 8 (ປີ 2023) ແລະ ແຜນພັດທະນາພະລັງງານສະບັບທີ 8 ສະບັບປັບປຸງ (ປີ 2025), ໂດຍຕັ້ງເປົ້າໝາຍທີ່ຈະເພີ່ມສັດສ່ວນພະລັງງານໝູນວຽນຕື່ມອີກຢ່າງຫຼວງຫຼາຍ, ເຊິ່ງເປັນການສະໜັບສະໜູນຢ່າງສຳຄັນຕໍ່ແຜນງານ Net Zero 2050 ທີ່ຫວຽດນາມໄດ້ໃຫ້ຄຳໝັ້ນສັນຍາໃນກອງປະຊຸມສຸດຍອດດ້ານການປ່ຽນແປງສະພາບອາກາດ ແຫ່ງສະຫະປະຊາຊາດຄັ້ງທີ 26 (COP26). ນອກຈາກນີ້ ກະຊວງອຸດສາຫະກຳແລະການຄ້າ ຍັງໄດ້ຜັນຂະຫຍາຍໂຄງການແຫ່ງຊາດວ່າດ້ວຍການປະຢັດພະລັງງານ ແລະເພີ່ມປະສິດທິພາບການໃຊ້ພະລັງງານ (VNEEP 3, 2019-2030) ຢ່າງສອດຄ່ອງແລະມີປະສິດທິພາບ.

ສຳລັບອຸດສາຫະກຳການຜະລິດແລະການປະກອບລົດຍົນ, ລົດຍົນທີ່ເປັນມິດຕໍ່ສິ່ງແວດລ້ອມ (ລວມທັງລົດໄຮບຣິດ, ລົດຍົນໄຟຟ້າລ້ວນ ແລະອື່ນໆ) ໄດ້ກາຍເປັນທ່າອ່ຽງຫຼັກຂອງຕະຫຼາດ, ໂດຍຍອດຂາຍລົດຍົນທີ່ເປັນມິດຕໍ່ສິ່ງແວດລ້ອມກວມເອົາອັດຕາສ່ວນຫຼາຍກວ່າ 38% ຂອງຕະຫຼາດໃນປີ 2025 (2) ເຊິ່ງຢືນຢັນວ່າ ການຫັນປ່ຽນທີ່ເປັນມິດຕໍ່ສິ່ງແວດລ້ອມໃນອຸດສາຫະກຳລົດຍົນບໍ່ພຽງແຕ່ເປັນທ່າອ່ຽງການທົດລອງອີກຕໍ່ໄປ, ແຕ່ໄດ້ກາຍເປັນຕົວຂັບເຄື່ອນການເຕີບໂຕທີ່ສຳຄັນຂອງອຸດສາຫະກຳ.

ຂະແໜງການອຸດສາຫະກຳໄດ້ຜັນຂະຫຍາຍໂຄງການເຕັກໂນໂລຊີສະອາດ ແລະປັບປຸງຂະບວນການຕ່າງໆ ຫຼາຍຢ່າງ ເພື່ອຫຼຸດຜ່ອນມົນລະພິດ. ໂດຍສະເພາະ, ມີການອອກກົດລະບຽບຫຼາຍສະບັບ ທີ່ກຳນົດໃຫ້ໂຮງງານທີ່ມີການປ່ອຍມົນລະພິດສູງ ຕ້ອງຈັດເຮັດບັນຊີປະລິມານກ໊າດເຮືອນແກ້ວ. ຕາມມະຕິເລກທີ 13/2024/QD-TTg, ລົງວັນທີ 13 ສິງຫາ 2024 ຂອງນາຍົກລັດຖະມົນຕີ ເລື່ອງ "ການອອກບັນຊີລາຍຊື່ຂົງເຂດ ແລະໂຮງງານທີ່ປ່ອຍກ໊າດເຮືອນແກ້ວ ທີ່ຕ້ອງຈັດເຮັດບັນຊີປະລິມານກ໊າດເຮືອນແກ້ວເປັນໄລຍະ (ອັບເດດ)”, ໂຮງງານໃນຂະແໜງອຸດສາຫະກຳແລະການຄ້າກວມເອົາເຖິງ 83% ຂອງການປ່ອຍກ໊າດທັງໝົດທີ່ຕ້ອງໄດ້ຮັບການຄຸ້ມຄອງ. ນີ້ແມ່ນບາດກ້າວສຳຄັນສູ່ການຄຸ້ມຄອງຄາບອນ ແລະການມີສ່ວນຮ່ວມໃນຕະຫຼາດຄາບອນ, ໃນຂະນະດຽວກັນ ກໍ່ເປັນໄປຕາມມາດຕະຖານສີຂຽວທີ່ກຳນົດໂດຍຕະຫຼາດສົ່ງອອກທີ່ສຳຄັນເຊັ່ນ: ສະຫະພາບເອີຣົບ ແລະ ສະຫະລັດອາເມລິກາ.

ກະຊວງອຸດສາຫະກຳແລະການຄ້າຍັງມີບົດບາດນຳພາໃນການອອກ ແລະຈັດຕັ້ງປະຕິບັດຍຸດທະສາດສຳຄັນຫຼາຍຢ່າງ ເຊັ່ນ: ແຜນປະຕິບັດການເພື່ອຮັບມືກັບການປ່ຽນແປງສະພາບອາກາດ ແລະການເຕີບໂຕສີຂຽວ (ຈົນຮອດປີ 2030) ແລະ ແຜນເສດຖະກິດໝູນວຽນ (ຈົນຮອດປີ 2035). ນະໂຍບາຍເຫຼົ່ານີ້ສ້າງພື້ນຖານ ແລະແຮງຜັກດັນເພື່ອຊ່ວຍໃຫ້ທຸລະກິດຕ່າງໆ ຄິດຄົ້ນເຕັກໂນໂລຊີ, ໃຊ້ພະລັງງານໝູນວຽນ ແລະສ້າງຮູບແບບອຸດສາຫະກຳສີຂຽວຢ່າງເປັນລະບົບ.

ການພັດທະນາອຸດສາຫະກຳໄປສູ່ລະບົບດິຈິຕອນ

ການຫັນເປັນດິຈິຕອນໃນອຸດສາຫະກໍາຈໍາເປັນຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບແລະສອດຄ່ອງກັນ, ໂດຍມີແຜນງານທີ່ເໝາະສົມ ແລະສຸມໃສ່ການສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SMEs) ເຊິ່ງເປັນສ່ວນສຳຄັນຂອງເສດຖະກິດ, ແຕ່ຍັງປະເຊີນກັບຂໍ້ຈຳກັດຫຼາຍຢ່າງໃນດ້ານຊັບພະຍາກອນ ແລະການເຂົ້າເຖິງເຕັກໂນໂລຢີ. ພ້ອມກັນນັ້ນ, ການພັດທະນາບຸກຄະລາກອນດ້ານດິຈິຕອນສໍາລັບອຸດສາຫະກໍາແມ່ນປັດໄຈສໍາຄັນທີ່ກໍານົດຄວາມສໍາເລັດຂອງຂະບວນການຫັນປ່ຽນນີ້.

ໃນອຸດສາຫະກຳການຜະລິດ, ການຫັນເປັນດິຈິຕອນ ແລະການປະຍຸກໃຊ້ການຜະລິດອັດສະລິຍະກຳລັງເລັ່ງຕົວຂຶ້ນ. ປະມານ 90% ຂອງວິສາຫະກິດການຜະລິດໄດ້ນຳໃຊ້ວິທີແກ້ໄຂດິຈິຕອນບາງສ່ວນ; 35% ໃຊ້ຫຸ່ນຍົນແລະເຊັນເຊີໃນການຜະລິດ, ການປະກອບ, ການຫຸ້ມຫໍ່ ແລະ ການກວດສອບຄຸນນະພາບຜະລິດຕະພັນ; 10% - 12% ຂອງວິສາຫະກິດໄດ້ບັນລຸລະດັບໂຮງງານອັດສະລິຍະ 3.0(3). ພາກລັດແລະພາກເອກະຊົນໄດ້ລົງທຶນຢ່າງຫຼວງຫຼາຍໃນພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ, ສູນຂໍ້ມູນ ແລະ ແພຼດຟອມຄລາວຄອມພິວຕິ້ງ ເພື່ອຮັບໃຊ້ການຫັນເປັນດິຈິຕອນ. ກຸ່ມອຸດສາຫະກຳຂະໜາດໃຫຍ່ໃນປະເທດຫຼາຍແຫ່ງ ເຊັ່ນ ກຸ່ມອຸດສາຫະກຳການທະຫານແລະໂທລະຄົມມະນາຄົມທະຫານ (Viettel), ບໍລິສັດ FPT, ກຸ່ມໄປສະນີແລະໂທລະຄົມມະນາຄົມຫວຽດນາມ (VNPT),... ໄດ້ພັດທະນາແພຼດຟອມອິນເຕີເນັດຂອງສິ່ງຕ່າງໆ ແລະປັນຍາປະດິດ “Make in Vietnam” ເພື່ອຮັບໃຊ້ການຜະລິດອັດສະລິຍະ ແລະການຄຸ້ມຄອງດິຈິຕອນໃນວິສາຫະກິດ. ລະບົບນິເວດການເລີ່ມຕົ້ນນະວັດຕະກຳດິຈິຕອນກໍ່ມີຊີວິດຊີວາ ໂດຍໄດ້ສະໜອງວິທີແກ້ໄຂການຫັນເປັນດິຈິຕອນຫຼາຍຢ່າງ ສຳລັບວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ.

ໃນເວລາຜ່ານມາມໍ່ນີ້, ກະຊວງອຸດສາຫະກຳແລະການຄ້າ ໄດ້ອອກເອກະສານ ແລະນະໂຍບາຍຈຳນວນໜຶ່ງ ເພື່ອສົ່ງເສີມການຫັນເປັນດິຈິຕອນໃນຂະແໜງອຸດສາຫະກຳ, ລວມທັງມະຕິຕົກລົງເລກທີ 2708/QD-BCT, ລົງວັນທີ 2 ຕຸລາ 2025, ປະກາດໃຊ້ "ໂຄງການສະໜັບສະໜູນແລະສົ່ງເສີມການຜະລິດອັດສະລິຍະ ແລະ ການຫັນເປັນດິຈິຕອນໃນຂະແໜງອຸດສາຫະກຳແລະການຄ້າ ຈົນຮອດປີ 2035”; ພ້ອມກັນນັ້ນ, ກະຊວງກໍໄດ້ຜັນຂະຫຍາຍບັນດາໂຄງການຫັນເປັນດິຈິຕອນທີ່ເຊື່ອມໂຍງກັບກິດຈະກຳການຜະລິດ ເຊັ່ນ ໂຄງການທົດລອງເພື່ອປະເມີນການຫັນເປັນດິຈິຕອນໃນພາກການຜະລິດ ສະໜັບສະໜູນການຈັດຫາເຄື່ອງມືປະເມີນຕົນເອງສຳລັບໂຮງງານ; ໂຄງການສະໜັບສະໜູນການດຳເນີນງານຂອງໂຮງງານອັດສະລິຍະ ໂດຍມີເປົ້າໝາຍເພື່ອສ້າງແພຼດຟອມການແຂ່ງຂັນດ້ານການຜະລິດລະດັບໂລກສຳລັບວິສາຫະກິດຫວຽດນາມ; ໂຄງການນະໂຍບາຍອຸດສາຫະກຳເພື່ອການຫັນເປັນດິຈິຕອນ ແລະການປະຕິວັດອຸດສາຫະກຳຄັ້ງທີ 4 ມີເປົ້າໝາຍເພື່ອເສີມສ້າງຄວາມຮູ້ແລະເຄື່ອງມືຍຸດທະສາດທີ່ຈຳເປັນ ໃຫ້ແກ່ຜູ້ກຳນົດນະໂຍບາຍ ໃນການປັບນະໂຍບາຍອຸດສາຫະກຳໃຫ້ເຂົ້າກັບສະພາບການຂອງການຫັນເປັນດິຈິຕອນໃນຍຸກໃໝ່, ໂດຍໄດ້ຮັບການສະໜັບສະໜູນ ແລະມີສ່ວນຮ່ວມຈາກອົງການແລະທຸລະກິດສາກົນ ເຊັ່ນ: ບໍລິສັດການເງິນສາກົນ (IFC), Samsung, ອົງການພັດທະນາອຸດສາຫະກຳແຫ່ງສະຫະປະຊາຊາດ (UNIDO).

ໂດຍລວມແລ້ວ, ໄລຍະເວລາແຕ່ປີ 2021 ຫາ 2025 ຫວຽດນາມໄດ້ວາງພື້ນຖານທີ່ໝັ້ນຄົງສຳລັບການຫັນປ່ຽນສູ່ອຸດສາຫະກຳສີຂຽວ ແລະດິຈິຕອນໃນຂະແໜງອຸດສາຫະກຳແລະການຄ້າ. ຜົນສຳເລັດຕ່າງໆ ຕັ້ງແຕ່ພະລັງງານສະອາດ, ການປະຢັດພະລັງງານ, ການພັດທະນາອຸສາຫະກຳສີຂຽວ, ການພັດທະນາອຸດສາຫະກຳໃໝ່ທີ່ເປັນມິດກັບສິ່ງແວດລ້ອມ, ຈົນເຖິງການໃຊ້ລະບົບດິຈິຕອນຢ່າງກວ້າງຂວາງໃນຂະບວນການຜະລິດ, ໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍຄວາມສາມາດໃນການແຂ່ງຂັນ ແລະຄວາມຍືນຍົງຂອງອຸດສາຫະກຳຫວຽດນາມ, ຜ່ານນັ້ນ ເພີ່ມທະວີຄວາມສາມາດໃນການເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງລະບົບການຜະລິດ ແລະ ຍົກສູງບົດບາດຂອງຫວຽດນາມໃນລະບົບຕ່ອງໂສ້ຄຸນຄ່າລະດັບໂລກ. ການປະສົມປະສານລະຫວ່າງ “ການຫັນເປັນສີຂຽວ” ແລະ “ການຫັນເປັນດິຈິຕອນ” ຈະເປັນກຸນແຈສຳຄັນຕໍ່ການພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງຂະແໜງອຸດສາຫະກຳ ແລະການຄ້າໃນອີກຫຼາຍທົດສະວັດຂ້າງໜ້າ, ສອດຄ່ອງກັບເປົ້າໝາຍຂອງຍຸດທະສາດການຫັນເປັນອຸດສາຫະກຳແລະທັນສະໄໝຂອງຫວຽດນາມ.

ບາງທິດທາງແລະວິທີແກ້ໄຂທີ່ສຳຄັນສຳລັບການພັດທະນາອຸດສາຫະກຳສີຂຽວ,
ດິຈິຕອນ ແລະເປັນເຈົ້າຕົນເອງ ພາຍໃນປີ 2030, ໂດຍມີວິໄສທັດເຖິງປີ 2045

ທີໜຶ່ງ, ປັບປຸງກົນໄກແລະນະໂຍບາຍການບຸກທະລຸໃຫ້ສົມບູນແບບ ເພື່ອຊຸກຍູ້ການພັດທະນາການຜະລິດອຸດສາຫະກຳ, ໂດຍເຊື່ອມໂຍງກັບການຫັນເປັນດິຈິຕອນ ແລະການຫັນເປັນສີຂຽວໃນອຸດສາຫະກຳ ແລະພະລັງງານ, ເພື່ອຮັບປະກັນເສດຖະກິດທີ່ເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງຂອງຊາດດ້ວຍຕົນເອງ. ການທົບທວນ, ພັດທະນາ, ຮັບຮອງ ແລະປັບປຸງລະບົບມາດຕະຖານທາງເຕັກນິກ ແລະລະບຽບການດ້ານວິຊາການທີ່ຮັບໃຊ້ກິດຈະກຳການຫັນເປັນດິຈິຕອນ ແລະການຫັນເປັນສີຂຽວ. ການເຊື່ອມໂຍງເປົ້າໝາຍການພັດທະນາຂະແໜງການໃນເອກະສານທາງກົດໝາຍ, ນະໂຍບາຍ, ຍຸດທະສາດແລະແຜນງານ ກັບເປົ້າໝາຍສະເພາະສຳລັບການຫັນເປັນສີຂຽວ ແລະການຫັນເປັນດິຈິຕອນ.  

ທີສອງ, ພັດທະນາຊັບພະຍາກອນແລະໂຄງສ້າງພື້ນຖານດິຈິຕອນໃນອຸດສາຫະກຳ. ໃຫ້ຄຳແນະນຳແລະສະໜັບສະໜູນທຸລະກິດໃນການປະຍຸກໃຊ້ອິນເຕີເນັດຂອງສິ່ງຕ່າງໆ ໃນອຸດສາຫະກຳ ແລະເຄື່ອງມືວິເຄາະຂໍ້ມູນຂະໜາດໃຫຍ່ໃນຂະບວນການຜະລິດ ແລະການດຳເນີນທຸລະກິດ. ຊຸກຍູ້ການສ້າງຖານຂໍ້ມູນທີ່ຕອບສະໜອງຕາມເກນ “ຖືກຕ້ອງ, ຄົບຖ້ວນ, ສະອາດ ແລະເຄື່ອນໄຫວໄດ້” ສຳລັບຂະແໜງອຸດສາຫະກຳ.

ທີສາມ, ສະໜັບສະໜູນວິສາຫະກິດອຸດສາຫະກຳ ໂດຍສະເພາະວິສາຫະກິດໃນຂະແໜງການສົ່ງອອກທີ່ສຳຄັນ ໃນການນຳເອົາ ມາດຕະຖານກ່ຽວກັບການຫັນເປັນສີຂຽວ, ການພັດທະນາແບບຍືນຍົງ, ການຫຼຸດຜ່ອນການປ່ອຍອາຍພິດ ແລະການປົກປ້ອງສິ່ງແວດລ້ອມ ມາໃຊ້ໃນກິດຈະກຳການຜະລິດ, ຜ່ານນັ້ນ ຮັບປະກັນວ່າພວກເຂົາມີຄຸນສົມບັດກົງຕາມເກນການສົ່ງອອກສິນຄ້າໄປຍັງຕະຫຼາດຂະໜາດໃຫຍ່ທີ່ມີມາດຕະຖານ ESG ທີ່ເຂັ້ມງວດ. ເພື່ອສ້າງຕັ້ງກຸ່ມອຸດສາຫະກຳການຜະລິດຂະໜາດໃຫຍ່ທີ່ມີສະຖານະລະດັບຊາດ, ພາກພື້ນ ແລະ ສາກົນ, ໂດຍມີເຕັກໂນໂລຊີຍຸດທະສາດ ແລະເຕັກໂນໂລຊີຫຼັກຂອງຕົນເອງ.

ທີສີ່, ເພີ່ມທະວີການເຊື່ອມໂຍງຕາມຮູບແບບການຮ່ວມມືຂັ້ນສູງລະຫວ່າງວິສາຫະກິດແລະຄູ່ຮ່ວມມືທັງໃນແລະຕ່າງປະເທດ ເພື່ອການຫັນເປັນດິຈິຕອນ ແລະການຫັນເປັນສີຂຽວ; ສ້າງຕັ້ງແລະຍົກລະດັບການຮ່ວມມືດ້ານການຫັນເປັນດິຈິຕອນ ແລະການຫັນເປັນສີຂຽວໃນອຸດສາຫະກຳກັບບັນດາປະເທດຊັ້ນນຳ ແລະບໍລິສັດເຕັກໂນໂລຊີລະດັບໂລກ.

ທີຫ້າ, ສົ່ງເສີມໃຫ້ວິສາຫະກິດພັດທະນາຄວາມສາມາດທາງເຕັກໂນໂລຊີ ແລະນຳໃຊ້ຮູບແບບໂຮງງານອັດສະລິຍະທີ່ເປັນມິດຕໍ່ສິ່ງແວດລ້ອມໃນການຜະລິດ. ໃຫ້ບຸລິມະສິດການພັດທະນາຜະລິດຕະພັນດິຈິຕອນ ແລະຜະລິດຕະພັນສີຂຽວໃນອຸດສາຫະກຳ. ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການພັດທະນາ, ສ້າງກົນໄກສະໜັບສະໜູນ, ສົ່ງເສີມນະວັດຕະກຳ ແລະນຳໃຊ້ຊັບພະຍາກອນທາງການເງິນຢ່າງຍືດຫຍຸ່ນ ເພື່ອການພັດທະນາການຜະລິດທີ່ສະຫຼາດ ແລະສະອາດກວ່າເດີມ.  

ທີຫົກ, ເພີ່ມທະວີວຽກງານການຝຶກອົບຮົມໃນມະຫາວິທະຍາໄລ ແລະສະຖາບັນບັນດິດສຶກສາທີ່ກ່ຽວຂ້ອງໃນຂະແໜງການນີ້ ເພື່ອຮັບໃຊ້ການຫັນເປັນດິຈິຕອນ ແລະການຫັນເປັນສີຂຽວ ໃນຂະແໜງອຸດສາຫະກຳແລະພະລັງງານ. ພັດທະນາບຸກຄະລາກອນແລະຈັດກິດຈະກຳຕ່າງໆ ເພື່ອສະໜັບສະໜູນວິສາຫະກິດໃນການຫັນເປັນສີຂຽວ ແລະດິຈິຕອນ./.

---------------------------------------- 

(1) ຕົວຢ່າງເຊັ່ນ: ສະຫະພາບເອີຣົບກໍໄດ້ທົດລອງໃຊ້ກົນໄກການປັບພາສີຄາບອນຊາຍແດນ (CBAM) ຕັ້ງແຕ່ເດືອນຕຸລາ 2023 ແລະນຳໃຊ້ເຕັມຮູບແບບຕັ້ງແຕ່ປີ 2026, ໂດຍກຳນົດຂໍ້ກຳນົດການປ່ອຍມົນລະພິດໃໝ່ສຳລັບການສົ່ງອອກ. ຍີ່ປຸ່ນຍັງໄດ້ດຳເນີນຍຸດທະສາດການເຕີບໂຕສີຂຽວທີ່ເຊື່ອມໂຍງກັບກົດໝາຍວ່າດ້ວຍການສົ່ງເສີມຄວາມໝັ້ນຄົງທາງເສດຖະກິດ ໂດຍສຸມໃສ່ການຮັກສາຄວາມປອດໄພຂອງລະບົບຕ່ອງໂສ້ການສະໜອງວັດສະດຸທີ່ສຳຄັນຕົນເອງ.

(2) ຂໍ້ມູນລວບລວມຈາກກົມທະບຽນຫວຽດນາມ ແລະ ສະມາຄົມຜູ້ຜະລິດລົດຍົນແຫ່ງຫວຽດນາມ (VAMA)

(3) ຂໍ້ມູນດັ່ງກ່າວໄດ້ຮັບການເຜີຍແຜ່ໃນກອງປະຊຸມການຫັນປ່ຽນດິຈິຕອນດ້ານອຸດສາຫະກຳແລະການຄ້າປະຈຳປີ 2025 ພາຍໃຕ້ຫົວຂໍ້ “ການຫັນປ່ຽນຄູ່: ການຫັນເປັນດິຈິຕອນໃນລະບົບຕ່ອງໂສ້ການສະໜອງ - ການເຕີບໂຕສີຂຽວ” ເຊິ່ງຈັດຂຶ້ນໃນວັນທີ 3 ທັນວາ 2025 ທີ່ນະຄອນຮ່າໂນ້ຍ.