ການຫັນປ່ຽນດິຈິຕອນ - ພະລັງຂັບເຄື່ອນສໍາຄັນໃນການ
ພັດທະນາກໍາລັງການຜະລິດແລະປັບປຸງການພົວພັນການຜະລິດ
ໃຫ້ສົມບູນແບບ ນໍາປະເທດເຂົ້າສູ່ຍຸກໃໝ່

ໂດຍ ສຈ. ປອ. ໂຕເລິມ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ
12:04, 02-01-2025

ວກ. - ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ດ້ວຍຄວາມຕັດສີນໃຈຂອງລະບົບການເມືອງທັງໝົດ, ດ້ວຍການ​ຮ່ວມແຮງຮ່ວມໃຈ ​ແລະຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທົ່ວ​ປວງ​ຊົນ, ຫວຽດນາມຈະ​ປະສົບຄວາມສຳເລັດໃນການດຳເນີນການຫັນປ່ຽນ​ດິຈິ​ຕອນ​ຢ່າງແນ່ນອນ, ສ້າງຄວາມກ້າວໜ້າໃໝ່​ໃນ​ການ​ພັດທະນາ​ກຳລັງ​ຜະລິດ​ ແລະປັບປຸງການ​ພົວພັນ​ການ​ຜະລິດໃຫ້​ສົມບູນ​ແບບ, ນຳ​ປະ​ເທດ​​ເຂົ້າ​ສູ່​ຍຸກ​ໃໝ່ - ຍຸກ​ແຫ່ງ​ຄວາມ​ກ້າວໜ້າ​ຂອງ​ປະຊາຊົນ​ບັນດາ​ເຜົ່າຫວຽດນາມ. ວາລະສານ​ກອມ​ມູນິດ​ຂໍ​ແນະນຳ​ບົດ​ຄວາມ​ຂອງສະຫາຍເລຂາທິການໃຫຍ່, ປະທານ​ປະ​ເທດ ໂຕເລິມ ດ້ວຍ​ຫົວ​ຂໍ້​ວ່າ: “ການຫັນປ່ຽນດິຈິຕອນ - ພະລັງຂັບເຄື່ອນສໍາຄັນໃນການພັດທະນາກໍາລັງການຜະລິດແລະປັບປຸງການພົວພັນການຜະລິດໃຫ້ສົມບູນແບບ ນໍາປະເທດເຂົ້າສູ່ຍຸກໃຫມ່”

ທ່ານພົນເອກ ໂຕເລິມ, ກໍາມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຢ້ຽມຊົມຮ້ານວາງສະແດງຜົນສຳເລັດດ້ານເຕັກໂນໂລຊີຫັນປ່ຽນດີຈີຕອນ ຂອງກຸ່ມບໍລິສັດໄປສະນີ ແລະ ໂທລະຄົມມະນາຄົມຫວຽດນາມ, ວັນທີ 27 ເມສາ 2023 _ພາບ: TTXVN

1. ທັນ​ທີ​ຫຼັງ​ຈາກ​ໄດ້​ຮັບ​ອໍາ​ນາດການປົກຄອງ​, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ພັດທະນາ​ກຳລັງ​ຜະລິດ, ຄ່ອຍໆດັດສ້າງ ແລະປັບປຸງ​ການ​ພົວພັນ​ດ້ານ​ການ​ຜະລິດ​ໃຫ້​ສົມບູນ​ແບບ​ເທື່ອ​ລະ​ກ້າວ. ຂະ​ບວນການ​ນີ້​ດຳ​ເນີນ​ໄປ​ໃນ​ຫຼາຍ​ໄລຍະ, ສະ​ແດງ​ໃຫ້​ເຫັນເຖິງ​ການ​ເຄື່ອນ​ໄຫວ ​ແລະການພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ຂອງ​ການ​ປະຕິວັດ​ຫວຽດນາມ.

ການປະຕິວັດເດືອນສິງຫາ ປີ 1945 ໄດ້ເປີດໜ້າປະຫວັດສາດໃໝ່ ໃຫ້ແກ່ການພັດທະນາຂອງຊາດຫວຽດນາມ ໃນສະພາບການທີ່ປະເທດຫາກໍ່ໄດ້ຮັບເອກະລາດ ແລະ ຕ້ອງເຂົ້າສູ່ສົງຄາມຕໍ່ຕ້ານທີ່ຍືດເຍື້ອຍາວນານ. ​ໂດຍ​ເລີ່​ມຕົ້ນ​ຈາກ​ພື້ນຖານ​ກະສິກຳ​ທີ່​ຫຼ້າຫຼັງ, ​ພາຍໃຕ້​ການ​ປົກຄອງຂອງສັກດິນາ​ເປັນ​ເວລາ​ນັບ​ພັນ​ປີ ​ແລະ ການປົກຄອງຂອງພວກລ່າເມືອງຂຶ້ນເກືອບ​ຮ້ອຍ​ປີ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ປະຕິບັດ​ນະ​ໂຍບາຍ “ຄົນ​ໄຖ​ນາ​ມີ​ໄຮ່​ນາ” ເພື່ອມອບ​ທີ່​ດິນ​ໃຫ້​ຊາວ​ກະສິກອນ, ລົບ​ລ້າງລະບອບກຳສະ​ສິດ​​ເອກະ​ຊົນກ່ຽວກັບພາຫະນະການ​ຜະ​ລິດ, ແນ​ໃສ່ດັດສ້າງ​ການ​ພົວ​ພັນ​ການ​ຜະ​ລິດ, ສ້າງປະຖົມປັດໄຈເພື່ອກໍ່ສ້າງແບບ​ວິ​ທີ​ການ​ຜະ​ລິດ​ສັງ​ຄົມ​ນິ​ຍົມ.

ໄລຍະປີ 1954-1975, ຫວຽດນາມໄດ້ປະຕິບັດ 2 ໜ້າທີ່ຍຸດທະສາດໄປພ້ອມໆກັນ: ການປະຕິວັດສັງຄົມນິຍົມຢູ່ພາກເໜືອ ແລະ ການປະຕິວັດຊາດປະຊາທິປະໄຕປະຊາຊົນຢູ່ພາກໃຕ້. ຢູ່ພາກເໜືອ, ຖືເອົາການກໍ່ສ້າງພື້ນຖານວັດຖຸ ແລະ ເຕັກນິກຂອງລັດທິສັງຄົມນິຍົມເປັນນຈຸດສຸມ, ການເສີມສ້າງ ແລະປັບປຸງການພົວພັນການຜະລິດໃໝ່ໃຫ້ສົມບູນແບບ ບົນພື້ນຖານ 3 ເສົາຄໍ້າຄື: ລະບອບກຳມະສິດສ່ວນລວມ, ການຄຸ້ມຄອງແບບແຜນລວມສູນ ແລະ ການແຈກຢາຍຕາມແຮງງານ(1), ໄດ້ເຮັດໃຫ້ກຳລັງການຜະລິດ ພັດທະນາຢ່າງກ້າວກະໂດດ.

ປີ 1975, ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຢ່າງ​ສົມບູນ, ​ເປີດບົດ​ໃໝ່​ໃນການ​ກໍ່ສ້າງລັດທິ​ສັງຄົມ​ນິຍົມ. ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ ໃນປີ 1976 ບົນພື້ນຖານຂອງການປະເມີນຈຸກພິເສດທີ່ສຳຄັນຂອງປະເທດ, ນັ້ນ​ແມ່ນ, ຈາກ​ລະບົບເສດຖະກິດ​ທົ່ວ​ໄປທີ່ມີການ​ຜະລິດ​ຂະໜາດ​ນ້ອຍ ​ໄປສູ່​ລັດທິ​ສັງຄົມ​ນິຍົມໂດຍກົງ ໂດຍບໍ່ຜ່ານ​ຂັ້ນ​ຕອນ​ຂອງ​ການ​ພັດທະນາ​ທຶນ​ນິຍົມ; ໄດ້​ວາງແນວທາງ​ຕໍ່​ໄປ​ນີ້​: ຢຶດໝັ້ນຜະເດັດການກຳມາຊີບ, ເສີມຂະຫຍາຍສິດເປັນເຈົ້າລວມໝູ່ຂອງປະຊາຊົນຜູ້ອອກແຮງງານ, ຕັດສີນໃຈດຳເນີນສາມການປະຕິວັດໄປພ້ອມໆກັນ: ການປະຕິວັດ​ການ​ພົວພັນ​ດ້ານ​ການ​ຜະລິດ, ການປະຕິວັດວິທະຍາສາດ-​ເຕັກ​ນິກ ​ແລະ ການປະຕິວັດແນວຄິດ​ວັດທະນະທຳ(2). ​ໃນ​ນັ້ນ, ການ​ປະຕິວັດ​ວິທະຍາສາດ-​ເຕັກນິກ ​ແມ່ນ​ກຸນ​ແຈ, ການຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ​ແມ່ນ​ວຽກ​ງານ​ໃຈກາງ.

ແຕ່ປີ 1979 ເຖິງກ່ອນກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກໃນປີ 1986, ປະເທດເຮົາຖືກຕົກໃນວິກິດການຢ່າງໜັກໜ່ວງ, ສ່ວນໜຶ່ງແມ່ນຍ້ອນຂາດການປະສານສົມທົບລະຫວ່າງກຳລັງການຜະລິດ ແລະ ການພົວພັນການຜະລິດ. ກໍາລັງການຜະລິດຖືກຈໍາກັດບໍ່ພຽງແຕ່ໃນກໍລະນີທີ່ການພົວພັນການຜະລິດຫຼ້າຫລັງ, ແຕ່ຍັງໃນເວລາທີ່ການພົວພັນການຜະລິດມີອົງປະກອບທີ່ໄປໄກເກີນໄປ ເມື່ອທຽບກັບລະດັບການພັດທະນາຂອງກໍາລັງການຜະລິດ(3). ຈາກ​ຄວາມ​ຮັບ​ຮູ້​ທີ່​ຖືກຕ້ອງ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ​ໄດ້ຕັດສີນໃຈດຳເນີນການ​ປ່ຽນ​ແປງ​ໃໝ່​ຮອບດ້ານ, ຖື​ການ​ປ່ຽນແປງໃໝ່ເສດຖະກິດ​ເປັນ​ຈຸດ​ສຸມ, ຫັນ​ປ່ຽນໂຄງ​ປະກອບ​ເສດຖະກິດ, ພັດທະນາ​ບັນດາພາກສ່ວນ​ເສດຖະກິດ​ທີ່​ຫຼາກ​ຫຼາຍ, ປ່ຽນ​ໃໝ່​ກົນ​ໄກ​ຄຸ້ມ​ຄອງ​ເສດຖະກິດ, ລົບ​ລ້າງການເກື້ອກູນ​ອຸດ​ໜູນ, ຄ່ອຍໆຫັນໄປສູ່ລະບົບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມເທື່ອລະກ້າວ

ມະຕິໝາຍເລກ 10-NQ/TW, ລົງວັນທີ 5 ເມສາ 1988, ຂອງກົມການເມືອງສູນກາງພັກ ແມ່ນການບຸກທະລຸໃນການປ່ຽນແປງໃໝ່ການພົວພັນການຜະລິດໃນກະສິກຳ ​ເມື່ອຍອມ​ຮັບຢ່າງ​ເປັນ​ທາງ​ການວ່າ ​ຄອບຄົວ​ເປັນ​ຫົວໜ່ວຍ​ເສດຖະກິດ​ປົກຄອງ​ຕົນ​ເອງ​ ແລະມອບສິດນຳໃຊ້ທີ່ດິນໄລຍະຍາວໃຫ້ແກ່ຊາວກະສິກອນ, ສອດຄ່ອງກັບຄວາມຕ້ອງການພັດທະນາຂອງກຳລັງການຜະລິດ(4). ພາຍຫຼັງພຽງ 1 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ຂອງ​ກົມ​ການ​ເມືອງສູນກາງ, ຫວຽດນາມຈາກ​ປະ​ເທດ​ທີ່​ຂາດ​ເຂີນ​ອາຫານ​ຊຳເຮື້ອ​ ໄດ້​ຜະລິດ​ເຂົ້າ​ໄດ້ 21,5 ລ້ານ​ໂຕນ ​ແລະ ​ເປັນ​ຄັ້ງ​ທຳ​ອິດທີ່ໄດ້ສົ່ງ​ອອກ​ເຂົ້າສານ 1,2 ລ້ານ​ໂຕນ. ການ​ປັບ​ການ​ພົວພັນ​​ການ​ຜະລິດໃຫ້ສອດຄ່ອງ ​ໄດ້​ສ້າງພະລັງຂັບເຄື່ອນໃໝ່​ໃຫ້​​ການ​ພັດທະນາ​ກຳລັງ​ການ​ຜະລິດ, ນຳ​ປະ​ເທດ​ຜ່ານ​ຜ່າ​ວິ​ກິດ​ການ ​ແລະ ກ້າວ​ເຂົ້າ​ສູ່​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

2. ກ້າວເຂົ້າສູ່ສະຕະວັດທີ XXI, ຫວຽດນາມບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ. ອັດຕາ​ການ​ເຕີບ​ໂຕ GDP ສະ​ເລ່ຍ​ໃນ​ໄລຍະ 2021–2025 ຄາດ​ວ່າ​ຈະ​ບັນລຸ 5,7 – 5,9% ຕໍ່ປີ, ​ໃນ​​ກຸ່ມປະເທດ​ນຳ​ໜ້າ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ; ຂະໜາດ​ເສດຖະກິດ​​ເພີ່ມ​ຂຶ້ນ 1,45 ​ເທົ່າ, ເຖິງ​ປີ 2025 ຄາດ​ວ່າ​ຈະ​ບັນລຸ 500 ຕື້ໂດລາສະຫະລັດ​. ລາຍໄດ້​ຕໍ່​ຫົວ​ຄົນ​ເພີ່ມ​ຂຶ້ນ​ຢ່າງ​ໄວ ຈາກ 3.400 ໂດລາສະຫະລັດ ຂຶ້ນ​ເປັນ 4.650 ໂດລາສະຫະລັດ, ນຳ​ຫວຽດ​ນາມເຂົ້າ​ໃນ​ກຸ່ມ​ປະ​ເທດທີ່ມີ​ລາຍໄດ້​ປານ​ກາງສູງ​ໃນ​ປີ 2025. ເສດ​ຖະ​ກິດ​ມະ​ຫາ​ພາກ​ມີຄວາມໝັ້ນ​ຄົງ, ໄພ​ເງິນ​ເຟີ້​ຖືກ​ຄວບ​ຄຸມ; ນະໂຍບາຍການດໍາເນີນງານທີ່ຍືດຫຍຸ່ນ ແລະມີປະສິດທິພາບ; ຖານະບົດບາດ ແລະຊື່ສຽງສາກົນນັບມື້ນັບໄດ້ຮັບການປັບປຸງ; ອັດຕາ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໄດ້ຮັກສາໃນລະດັບ​ສູງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ໃຫ້ດີຂຶ້ນເລື້ອຍໆ.

 ​ກຳລັງ​ແຮງ​ງານຄາດ​ວ່າ​ຈະ​ບັນລຸ 53,2 ລ້ານ​ຄົນ​ໃນ​ປີ 2025, ດ້ວຍໂຄງ​ປະກອບ​ແຮງ​ງານທີ່ມີການຫັນປ່ຽນໃນທາງບວກ; ອັດ​ຕາສ່ວນແຮງງານ​ກະ​ສິ​ກຳ​ຫຼຸດ​ລົງ​ຢ່າງ​ວ່ອງ​ໄວ, ຍັງເຫຼືອ 25,8%; ຄຸນ​ນະພາ​ບຂອງ​ຊັບພະຍາກອນມະນຸດ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ດ້ວຍ 70% ຈຳນວນ​ຄົນ​ງານ​ໄດ້​ຮັບ​ການ​ຝຶກ​ອົບຮົມ. ຊັບພະຍາກອນ​ມະນຸດ​​ຄຸນ​ນະພາ​ບສູງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີສີ່ ​ໃນ​ບັນດາ​ຂົງ​ເຂດ​ສຳຄັນ ເຊັ່ນ: ອຸດສາຫະກໍາເຊມິຄອນດັກເຕີ, ປັນຍາປະດິດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ໄດ້ຮັບການລົງທຶນພັດທະນາ, ໃນເບື້ອງຕົ້ນ ປະກອບເປັນກໍາລັງແຮງງານທີ່ມີຄວາມຮູ້ດິຈິຕອນ ແລະທັກສະດິຈິຕອນ ທີ່ໄດ້ຮັບການຍົກສູງຂຶ້ນເລື້ອຍໆ.

ປັນຍາປະດິດ (AI), ອິນເຕີແນັດສັບພະສິ່ງ (IoT), ຂໍ້ມູນຂະໜາດໃຫຍ່ ແລະ ການປະມວນຜົນແບບກຸ່ມເມກ ຄ່ອຍໆກາຍເປັນເຄື່ອງມືການຜະລິດທີ່ສຳຄັນ ໃນຫຼາຍຂະແໜງການແລະຂົງເຂດ. ໂຄງສ້າງພື້ນຖານ, ໂດຍສະເພາະໂຄງສ້າງພື້ນຖານດິຈິຕອນ, ພວມໄດ້ຮັບການລົງທຶນ ແລະພັດທະນາຢ່າງແຂງແຮງ. ເຄືອຂ່າຍໂທລະຄົມມະນາຄົມ ແລະອິນເຕີແນັດຄວາມ​ກວ້າງ​ຂວາງ​ກວມ​ເອົາ​ໃນ​ທົ່ວ​ປະ​ເທດ​, ສ້າງຮາກຖານສຳລັບການພັດທະນາເສດຖະກິດດິຈິຕອນ ແລະສັງຄົມດິຈິຕອນ.

​ຢ່າງ​ໃດ​ກໍຕາມດີ, ປະ​ເທດກໍ່​ຍັງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ໃໝ່. ຂະ​ບວນ​ການ​ໂລກາ​ພິວັດ​ ແລະ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ກຳນົດ​ຄວາມ​ຈຳ​ເປັນ​ອັນ​ຮີບ​ດ່ວນ​ ໃນການ​ຍົກ​ສູງ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ຂອງ​ເສດ​ຖະ​ກິດ. ການປະຕິວັດອຸດສາຫະກຳຄັ້ງທີ 4 ພວມດຳເນີນການຢ່າງແຮງ, ການພັດທະນາບັນດາເຄື່ອງມືການຜະລິດໃນພື້ນຖານເສດຖະກິດດິຈິຕອນ ໄດ້ສ້າງການປ່ຽນແປງຢ່າງເລິກເຊິ່ງໃນກຳລັງການຜະລິດ, ນຳໄປສູ່ການຂັດແຍ້ງໃໝ່ກັບການພົວພັນການຜະລິດທີ່ມີຢູ່ແລ້ວ; ມັນບໍ່ພຽງແຕ່ສ້າງພື້ນຖານແລະແຮງຂັບເຄື່ອນທີ່ຈະປະກອບແບບວິທີການຜະລິດໃໝ່ໃນອະນາຄົດ, ແຕ່ຍັງຮຽກຮ້ອງໃຫ້ມີການປ່ຽນແປງຂັ້ນພື້ນຖານໃນການຈັດຕັ້ງລະບົບການຜະລິດແລະການຄຸ້ມຄອງສັງຄົມ. ກຳລັງການຜະລິດໃໝ່ກຳລັງເປັນຮູບເປັນຮ່າງຂຶ້ນ ແລະພັດທະນາຢ່າງແຂງແຮງ; ແຕ່ຄຸນນະພາບຂອງຊັບພະຍາກອນມະນຸດຍັງມີຊ່ອງຫວ່າງ ເມື່ອທຽບກັບຄວາມຕ້ອງການຂອງການພັດທະນາປະເທດໃນໄລຍະໃໝ່, ໃນຂະນະທີ່ການອົບຮົມສຶກສາ ແລະຝຶກຝົນຍົກສູງຄຸນນະພາບຊັບພະຍາກອນມະນຸດ, ໂດຍສະເພາະ ຊັບພະຍາກອນມະນຸດເຕັກໂນໂລຢີສູງ ຍັງຄົງເປັນສິ່ງທ້າທາຍອັນໃຫຍ່ຫຼວງ. ການ​ພົວ​ພັນ​​ການ​ຜະ​ລິດ​ຍັງ​ມີ​ຄວາມ​ຂາດ​ຕົກ​ບົກ​ຜ່ອງຫຼາຍ​ຢ່າງ ແລະ ຍັງ​ບໍ່​ຕາມທັນ​ກັບ​ການ​ພັດ​ທະ​ນາ​ຂອງກຳ​ລັງການ​ຜະ​ລິດ.

ໃນນັ້ນ, ກົນໄກ ນະໂຍບາຍ ແລະ ກົດໝາຍ ຍັງບໍ່ທັນສອດຄ່ອງກັນຢ່າງແທ້ຈິງ, ຂັງທັບຊ້ອນກັນ, ບໍ່ໄດ້ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຢ່າງແທ້ຈິງ ເພື່ອດຶງດູດແຫຼ່ງກຳລັງດຈາກນັກລົງທຶນພາຍໃນ ແລະ ຕ່າງປະເທດ ກໍ່ຄືໃນປະຊາຊົນ; ການຈັດ​ຕັ້ງບັງຄັບໃຊ້ກົດໝາຍ ​ແລະນະ​ໂຍບາຍ ​ຍັງ​ເປັນ​ຂັ້ນຕອນ​ທີ່​ອ່ອນ​ແອ.

 ວຽກງານການຈັດ​ຕັ້ງ​ແລະປັບປຸງກົງຈັກ​ບໍລິຫານ​ຂອງ​ລັດ​ໃຫ້​ມີ​ຄວາມ​ຄ່ອງຕົວ, ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິພາບ ແລະປະສິດທິຜົນ, ການຫຼຸດຜ່ອນຕົວກາງ ຫຼຸດຜ່ອນ​ລະດັບ​ກາງ ​ຍັງ​ບໍ່​ທັນ​ພຽງພໍ, ສ່ວນ​ໜຶ່ງ​ຍັງ​ຄົງ​ຄ້າງ ​ແລະທັບຊ້ອນກັນ ​ລະຫວ່າງຝ່າຍ​ນິຕິບັນຍັດ ກັບຝ່າຍບໍລິຫານ, ບໍ່​ໄດ້ຕາມ​​ຄວາມ​ຕ້ອງການ​​ໃນການປັບປຸງຍົກສູງປະສິດທິພາບແລະປະສິດທິຜົນ​ຂອງການ​ຄຸ້ມ​ຄອງ. ບາງ​ກະຊວງ, ຂະແໜງການ​ຍັງ​ອຸ້ມວຽກເຮັດແທນໜ້າທີ່ຂອງທ້ອງຖິ່ນ, ນຳໄປສູ່ການມີຢູ່ຂອງ​ກົນ​ໄກ​ການ​ຂໍ​ແລະ​ໃຫ້, ກໍ່ໃຫ້ເກີດຄວາມຫຍໍ້ທໍ້​ ແລະການສໍ້​ລາດ​ບັງ​ຫຼວງໄດ້​ງ່າຍ. ວຽກ​ງານ​ປັບ​ປຸງ​ການບັນຈຸບຸກຄະລາກອນ​ ຕິດ​ພັນ​ກັບຕຳແໜ່ງ​ງານ, ການປັບປຸງ​ຄຸນ​ນະພາ​ບ ​ແລະ ປັບໂຄງສ້າງ​ຖັນ​ແຖວ​ພະນັກງານ-ລັດຖະກອນ​ ຍັງ​ຂາດຄວາມເຂັ້ມງວດ ເຖິງຖອງ.

ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ການ​ຫັນ​ປ່ຽນ​ດິ​ຈິ​ຕອນ, ​ການສ້າງອຳນາດການປົກຄອງເອ​ເລັກ​ໂຕຣນິກ, ອຳນາດການປົກຄອງດິຈິຕອນ ຍັງ​ຖືກ​ຈຳກັດ. ຍັງ​ມີ​ລະບຽບ​ການ​ບໍລິຫານ​ທີ່​ຫຍຸ້ງຍາກ, ຫຼ້າ​ສະ​ໄໝ, ຕ້ອງຜ່ານຫຼາຍຂັ້ນ ຫຼາຍ​​ປະຕູ, ເສຍ​ເວລາ​ແລະເຫື່ອແຮງຂອງ​ປະຊາຊົນ ​ແລະ​ວິ​ສາ​ຫະກິດ, ​ເຮັດ​ໃຫ້​ເກີດ​ການ​ສໍ້​ລາດ​ບັງ​ຫຼວງ​ໜ້ອຍໆ ແລະຂັດຂວາງ​ການ​ພັດທະນາ. ການ​ເຊື່ອມ​ໂຍງ ​ແລະ ​ແບ່ງປັນ​ຂໍ້​ມູນ​ລະຫວ່າງ​ລະບົບ​ຂໍ້​ມູນ​ຂ່າວສານ​ຂອງ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ ກັບ​ຖານ​ຂໍ້​ມູນ​ແຫ່ງ​ຊາດ ຍັງ​ບໍ່​ທັນ​ຄ່ອງ​ຕົວ; ການບໍລິການສາທາລະນະອອນໄລນ໌ຈໍານວນໜຶ່ງມີຄຸນນະພາບຕ່ຳ ແລະອັດຕາຜູ້ໃຊ້ບໍ່ສູງ; ການ​ຈັດ​ຕັ້ງ​ແລະການ​ດຳ​ເນີນ​ງານ​ຂອງ​ພະ​ແນ​ກ "ປະຕູ​ດຽວ" ​ທຸກ​ຂັ້ນ​ ໃນ​ຫຼາຍ​ສະຖານທີ່ ​ບໍ່​ມີ​ປະສິດທິ​ພາບ.

ບົນ​ພື້ນຖານ​ທິດ​ສະ​ດີ​ຂອງ​ລັດທິ​ມາກ-​ເລ​ນິນ, ພວກເຮົາ​ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ວ່າ ​ໃນ​ການ​ພົວພັນ​ລະຫວ່າງ​ກຳລັງ​ການ​ຜະລິດ ​ແລະ ການ​ພົວພັນ​ການ​ຜະລິດນັ້ນ ກຳລັງ​ການຜະລິດ​ມີ​ບົດບາດ​ຕັດສີນ​ຊີ້ຂາດ​ການ​ພັດທະນາຂອງ​ການ​ພົວພັນ​ການ​ຜະລິດ, ການພົວພັນການຜະລິດ​ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໃຫ້​ເໝາະ​ສົມ​ກັບ​ລະດັບ​ທີ່ນັບມື້ນັບສູງ​ຂອງກຳລັງການ​ຜະລິດ​. ​ເມື່ອ​ການ​ພົວພັນ​​ການ​ຜະລິດ​ບໍ່​ສາມາດ​ຕາມທັນກັບ​ການ​ພັດທະນາຂອງ​ກຳລັງການ​ຜະລິດ​, ມັນ​ຈະ​ກາຍ​ເປັນ​ແຮງຂວາງ, ກີດກັ້ນການພັດທະນາ​ກ້າວໜ້າ​ຂອງແບບວິທີ​ການ​ຜະລິດ​ທັງ​ໝົດ, ຈາກ​ນັ້ນ ສົ່ງ​ຜົນ​ກະທົບ​ຕໍ່​ການ​ພັດທະນາ​ລວມຂອງ​ປະ​ເທດ.

3. ຫວຽດນາມພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ການ​ປະຕິວັດ ດ້ວຍບັນດາການປະຕິຮູບ​ຢ່າງແຂງ​ແຮງ ​ແລະຮອບດ້ານ ເພື່ອ​ດັດ​ແກ້​ການ​ພົວພັນ​​ການ​ຜະລິດ, ສ້າງແຮງຂັບເຄື່ອນໃໝ່​ໃຫ້​ແກ່​ການ​ພັດທະນາ. ນັ້ນແມ່ນການປະຕິວັດ​ຫັນປ່ຽນ​ດິ​ຈິ​ຕອນ, ການປະຍຸກໃຊ້​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຢີ ​ເພື່ອປັບ​ໂຄງສ້າງການ​ພົວພັນ​​ການ​ຜະລິດໃຫ້ສອດຄ່ອງກັບ​ຄວາມກ້າວ​ໜ້າ​ອັນ​ພົ້ນ​ເດັ່ນ​ຂອງ​ກຳລັງການ​ຜະລິດ. ການຫັນປ່ຽນດິຈິຕອນບໍ່ແມ່ນພຽງແຕ່ການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນການເຄື່ອນໄຫວເສດຖະກິດ-ສັງຄົມເທົ່ານັ້ນ, ແຕ່ຍັງເປັນຂະບວນການສ້າງແບບວິທີການຜະລິດໃໝ່ທີ່ກ້າວໜ້າ ແລະທັນສະໄໝຄື: ແບບວິທີການຜະລິດດິຈິຕອນ ເຊິ່ງຄຸນລັກສະນະຂອງກຳລັງການຜະລິດແມ່ນການປະສົມກົມກຽວລະຫວ່າງມະນຸດແລະປັນຍາປະດິດ; ຂໍ້ມູນກາຍເປັນຊັບພະຍາກອນ, ເປັນປັດໄຈການຜະລິດທີ່ສໍາຄັນ; ພ້ອມກັນນັ້ນ ການພົວພັນການຜະລິດກໍ່ມີການປ່ຽນແປງຢ່າງເລິກເຊິ່ງ, ໂດຍສະເພາະ ໃນຮູບແບບການກຳມະສິດ ແລະການແຈກຢາຍອຸປະກອນການຜະລິດດິຈິຕອນ.

ການປ່ຽນແປງໃນການພົວພັນການຜະລິດຈະສົ່ງຜົນກະທົບຢ່າງແຂງແຮງຕໍ່ໂຄງບົນ, ການເປີດວິທີການໃໝ່ຂອງການປົກຄອງສັງຄົມ, ສ້າງເຄື່ອງມືໃໝ່ໃນການບໍລິຫານຄຸ້ມຄອງລັດ, ພາໃຫ້ເກີດການປ່ຽນແປງຂັ້ນພື້ນຖານ ໃນວິທີການປະຕິສຳພັນ ລະຫວ່າງລັດແລະພົນລະເມືອງ, ລະຫວ່າງຊົນຊັ້ນທາງສັງຄົມ. ຂະ​ບວນການ​ຫັນປ່ຽນ​ດິຈິ​ຕອນ​ຕ້ອງ​ໄດ້​ດຳ​ເນີນ​ໄປ​ຢ່າງຮອບດ້ານ​ແລະຄົບຊຸດ, ​ໂດຍ​ຄຳນຶງ​ເຖິງ​ການ​ພົວພັນ​ສັດຈະວິພາກ​ ລະຫວ່າງ​ໂຄງ​ລ່າງ ​ແລະ ​ໂຄງບົນ, ​ເພື່ອ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ, ທັງເສີມຂະຫຍາຍ​ກຳລັງ​ແຮງຂອງ​ການ​ຜະລິດ​ທັນ​ສະ​ໄໝ ແລະຮັບປະກັນທາດແທ້ອັນດີງາມຂອງລະບອບ​ສັງຄົມ​ນິຍົມ, ສອດຄ່ອງ​ກັບ​ເງື່ອນ​ໄຂ​ສະ​ເພາະ​ຂອງ​ຫວຽດນາມ​ໃນ​ຍຸກ​ໃໝ່. ຢາກ​ເຮັດ​ໄດ້ຄືແນວນັ້ນ, ຜູ້ເປັນຫົວໜ້າ​ຄະນະ​ພັກ, ອຳນາດການປົກຄອງ, ​ອົງການ, ວິ​ສາ​ຫະກິດ ​ແລະປະຊາຊົນ ​ຕ້ອງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ, ​ເປັນ​ເອກະ​ພາບ, ມີ​ຄວາມ​ຮັບຜິດຊອບ​ ແລະຕັດສິນໃຈ​ປະຕິບັດ​ຂະ​ບວນການ​ຫັນ​ປ່ຽນ​ດິຈິຕອນຢ່າງມີປະສິດທິຜົນ; ພ້ອມ​ກັນ​ນັ້ນ, ກໍຕ້ອງ​ສຸມ​ໃສ່​ປະຕິບັດ​ໜ້າ​ທີ່​ສຳຄັນ​ຈຳນວນ​ໜຶ່ງ ດັ່ງຕໍ່ໄປນີ້:

ທີໜຶ່ງ, ປັບປຸງ​ສະ​ຖາ​ບັນ​ແລະລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບ, ຢຶດໝັ້ນໃນເປົ້າໝາຍ​ການ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ, ພ້ອມກັນນັ້ນ ຕ້ອງປ່ຽນແປງໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ໃຫ້​ທັນ​ກັບ​ທ່າ​ອ່ຽງການພັດທະນາ​ຂອງ​ຍຸກ​ສະ​ໄໝ. ສຸມ​ໃສ່ການ​ກໍ່ສ້າງ​ແລວ​ທາງ​​ກົດໝາຍ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ດິຈິຕອນ, ສ້າງ​ພື້ນຖານ​ໃຫ້​ຫວຽດນາມ ຍາດ​ແຍ່ງ​ເອົາ​ກາລະ​ໂອກາດ​ຈາກ​ການ​ປະຕິວັດ​ອຸດສາຫະກຳຄັ້ງ​ທີ 4. ມີ​ກົນ​ໄກ ​ແລະນະ​ໂຍບາຍ​ທີ່​ເຂັ້ມ​ແຂງ ​ເພື່ອ​ຊຸກຍູ້​ການ​ຫັນປ່ຽນ​ດິຈິ​ຕອນ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ-ສັງຄົມ, ສົ່ງເສີມ​ການປ່ຽນແປງໃໝ່​ປະດິດ​ສ້າງ, ​ປົກ​ປ້ອງ​ສິດທິໃນ​ຊັບ​ສິນ​ທາງ​ປັນຍາ. ກວດກາ​ຄືນຢ່າງເປັນ​ເປັນ​ປະຈຳ ​ແລະ​ແກ້​ໄຂ​ບັນດາ​ລະບຽບ​ການ​ທີ່​ບໍ່​ເໝາະ​ສົມອີກຕໍ່ໄປຢ່າງທັນທ່ວງທີ, ສ້າງ​ແລວ​ທາງ​ໃຫ້​ບັນດາ​ຮູບ​ແບບ​ເສດຖະກິດ​ໃໝ່ ​ເຊັ່ນ ​ເສດຖະກິດ​ແບ່ງປັນ, ​ເສດຖະກິດໝູນວຽນ, ປັນຍາ​ປະດິດ... ​ຮັບປະກັນ​ກອບ​ກົດໝາຍ​ບໍ່​ກາຍ​ເປັນ​ສິ່ງ​ກີດຂວາງ​ການ​ພັດທະນາ, ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ​ປົກ​ປ້ອງ​ສິດ ​ແລະຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ ​ແລະ ວິສາຫະ​ກິດ.

​ທີ​ສອງ, ປົດ​ປ່ອຍ​ແລະເສີມຂະຫຍາຍຊັບພະຍາກອນ​ສັງຄົມທັງໝົດ​ໃຫ້​ສູງ​ສຸດ, ​ເລັ່ງລັດການ​ຫັນ​ເປັນ​ທັນ​ສະ​ໄໝ. ມີ​ກົນ​ໄກ​ແລະນະ​ໂຍບາຍ​ທີ່​ເໝາະ​ສົມ ​ເພື່ອ​ລະດົມ​ແຫຼ່ງກຳລັງອັນ​ມະຫາສານ​ຈາກ​ປະຊາຊົນ, ວິ​ສາ​ຫະກິດ ​ແລະພາກສ່ວນ​ເສດຖະກິດ; ຊັບ​ພະ​ຍາ​ກອນ​ທີ່​ດິນ, ​ຊັບ​ສິນ​ໃນ​ສັງ​ຄົມ​ທີ່​ປະ​ຊາ​ຊົນ​ສະ​ສົມ, ຫັນ​ທ່າ​ແຮງ​ເຫຼົ່າ​ນີ້​ເປັນແຮງຜັກດັນ ແລະປັດໄຈການ​ຜະ​ລິດ ເພື່ອສ້າງ​ຄວາມ​ຮັ່ງ​ມີ​ທາງ​ດ້ານ​ວັດ​ຖຸ​ໃຫ້​ແກ່​ສັງ​ຄົມຫຼາຍຂຶ້ນ. ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ທີ່​ເປີດກວ້າງ​ແລະ​ໂປ່ງ​ໃສ, ດຶງ​ດູດ​ທຶນ​ພາຍ​ໃນ ​ແລະຕ່າງປະ​ເທດ​ຢ່າງ​ແຂງ​ແຮງ​ ເພື່ອ​ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະການປ່ຽນແປງໃໝ່ປະດິດສ້າງ. ເສີມຂະຫຍາຍຊັບພະຍາກອນມະນຸດໃຫ້ສູງສຸດ - ປັດໄຈຕັດສິນຊີ້ຂາດພາລະກິດການປ່ຽນແປງໃໝ່; ມີ​ກົນ​ໄກ​ບຸກທະລຸ​ ເພື່ອ​ດຶງ​ດູດຜູ້ມີຄວາມສາມາດທັງ​ໃນ ​ແລະຕ່າງປະ​ເທດ; ສ້າງຍຸດທະສາດການພັດທະນາຊັບພະຍາກອນມະນຸດທີ່ມີຄວາມຮູ້, ມີທັກສະ ແລະ ມີຫົວຄິດປະດິດສ້າງ ເພື່ອຕອບສະໜອງຄວາມຕ້ອງການຂອງເສດຖະກິດດິຈິຕອນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4.

ທີ​ສາມ, ປະຕິ​ຮູບແລະສ້າງ​ກົງຈັກແຫ່ງ​ລັດທີ່ມີຄວາມ​ຄ່ອງຕົວ, ມີ​ປະສິດທິພາບແລະປະສິດທິຜົນ. ຕັດ​ຕົວ​ກາງ​ທີ່​ບໍ່​ຈຳ​ເປັນ, ຈັດວາງອົງການຈັດຕັ້ງທີ່ເນັ້ນການຄຸ້ມຄອງຫຼາຍຂະແໜງການ, ຫຼາຍຂົງເຂດ. ຊຸກຍູ້​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ ​ແລະ ການ​ກະຈາຍອຳນາດ ໂດຍ​ຕິດ​ພັນ​ກັບ​ການ​ເພີ່ມ​ທະວີ​ການ​ກວດກາ ​ແລະ ຕິດຕາມ​ກວດກາ, ກຳນົດ​ຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ​ ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ລະຫວ່າງ​ບັນດາຂັ້ນອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ລະຫວ່າງ​ຜູ້​ຄຸ້ມ​ຄອງ ​ແລະ ຜູ້​ອອກ​ແຮງ​ງານ. ປັບປຸງ​ກົນ​ໄກ​ກວດກາ, ຕິດຕາມກວດກາໃຫ້ສົມບູນແບບ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ໃນ​ການ​ຄຸ້ມ​ຄອງ​ລັດ ແລະ ສົ່ງເສີມ​ຄວາມເປັນເຈົ້າການ ແລະ​ຄວາມປະດິດ​ສ້າງ​ຂອງ​ທ້ອງ​ຖິ່ນ. ຊຸກຍູ້ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ສ້າງແພລດຟອຣ໌ມດິຈິຕອນເພື່ອເຊື່ອມຕໍ່ ແລະ ແບ່ງປັນຂໍ້ມູນ ລະຫວ່າງບັນດາອົງການ ແລະການຈັດຕັ້ງ. ຄາດໝາຍ​​ຮອດ​ປີ 2030, ຫວຽດນາມຈະຢູ່​ໃນ​ກຸ່ມ 50 ປະ​ເທດ​ນຳ​ໜ້າ​ໃນ​ໂລກ ​ແລະ​ອັນ​ດັບ​ທີ 3 ຂອງ​ອາ​ຊຽນ ກ່ຽວ​ກັບ​ລັດຖະບານ​ເອ​ເລັກ​ໂຕຣ​ນິກ ​ແລະ ​ເສດຖະກິດ​ດິຈິຕອນ. ໃນ​ຂະ​ບວນ​ການ​ປະ​ຕິ​ຮູບ, ຍຶດ​ໝັ້ນ​ຫຼັກ​ການທີ່ວ່າ​ ​ພັກນຳພາ, ​ລັດຄຸ້ມຄອງ, ​ປະ​ຊາ​ຊົນເປັນ​ເຈົ້າ​​ຂອງ. ການ​ປັບປຸງ​ກົງຈັກການຈັດຕັ້ງ​ຕ້ອງຍົກສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ, ຄຸນ​ນະພາ​ບບໍລິການຮັບໃຊ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ, ສ້າງ​ສະພາບ​ແວດ​ລ້ອມທີ່ເອື້ອອຳນວຍຕໍ່ການ​ພັດທະນາ​ເສດຖະກິດ-ສັງຄົມ.

ທີ​ສີ່, ການຍູ້​ແຮງ​ການ​ຫັນປ່ຽນ​ດິ​ຈິ​ຕອນ ​ຕິດ​ພັນ​ກັບ​ການ​ຮັບປະກັນ​ຄວາມໝັ້ນຄົງ ແລະຄວາມປອດໄພ ເປັນສິ່ງ​ຈຳ​ເປັນພາວະວິໄສ ສຳລັບ​ຫວຽດນາມ ໃນການ​ກ້າວໄປ​ສູ່ຍຸກ​ໃໝ່. ສຸມ​ໃສ່​ການສ້າງ​ສັງຄົມ​ດິຈິ​ຕອນ, ​ຫັນປ່ຽນ​ການເຄື່ອນໄຫວຄຸ້ມຄອງຂອງລັດໃຫ້ເປັນ​ດິຈິ​ຕອນ​ຢ່າງຮອບດ້ານ ​ແລະໃຫ້​ບໍລິການ​ສາທາລະນະ​ອອນ​ໄລນ໌​ລະດັບ​ສູງ. ເຊື່ອມໂຍງ​ຖານ​ຂໍ້​ມູນ​ແຫ່ງ​ຊາດໃນດ້ານ​ປະ​ຊາ​ກອນ​, ທີ່​ດິນ ແລະ ວິສາຫະ​ກິດ ຢ່າງຄົບຊຸດ​, ສ້າງ​ພື້ນ​ຖານ​ສໍາ​ລັບ​ການ​ປັບ​ປຸງ​ກົງຈັກການຈັດຕັ້ງໃຫ້ຄ່ອງຕົວ ​ແລະ​ການ​ປະ​ຕິ​ຮູບ​ຂັ້ນຕອນ​ການ​ບໍ​ລິ​ຫານ​ຢ່າງແທ້ຈິງ​. ພັດທະນາເສດຖະກິດດິຈິຕອນ ສ້າງແຮງຜັກດັນໃໝ່ໃຫ້ແກ່ການເຕີບໂຕ; ຊຸກຍູ້​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕອນ​ໃນ​ທຸກ​ຂະ​ແໜງ​ການ ​ແລະຂົງ​ເຂດ, ສ້າງ​ຮູບ​ແບບ​ທຸລະ​ກິດ​ໃໝ່. ການພັດທະນາພົນລະເມືອງດິຈິຕອນ, ປະກອບຄວາມຮູ້ແລະທັກສະທີ່ຈຳເປັນໃຫ້ປະຊາຊົນ ເພື່ອເຂົ້າຮ່ວມຢ່າງມີປະສິດທິຜົນໃນເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ, ຮັບປະກັນວ່າ ຈະບໍ່ຜູ້ໃດຖືກປະໄວ້ຂ້າງຫຼັງ.

ປະເທດຫວຽດນາມພວມ​ປະ​ເຊີນ​ໜ້າ​ກັບ​ກາລະ​ໂອກາດ​ໃໝ່, ທັງ​ແມ່ນ​​ໂອກາດ ​ແລະສິ່ງ​ທ້າ​ທາຍ ​ບົນ​ເສັ້ນທາງການ​ພັດທະນາ. ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ດ້ວຍຄວາມຮ່ວມແຮງຮ່ວມໃຈ ແລະ​​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ​ລະບົບ​ການ​ເມືອງທັງໝົດ, ຫວຽດນາມຈະ​ປະປະສົບຄວາມສຳເລັດໃນການດຳເນີນການປະຕິວັດ​ການ​ຫັນປ່ຽນ​ດິຈິ​ຕອນ​ຢ່າງແນ່ນອນ, ສ້າງຄວາມກ້າວໜ້າ​ໃນ​ການ​ພັດທະນາ​ກຳລັງ​ການ​ຜະລິດ ​ແລະການປັບປຸງການ​ພົວພັນ​​ການ​ຜະລິດ​ໃຫ້​ສົມບູນ​ແບບ, ຊ່ວຍ​ໃຫ້​ປະ​ເທດ​ຫວຽດນາມ ​ແລະປະຊາຊົນຫວຽດນາມ ພັດທະນາ​ຢ່າງ​ດີງາມ​ໃນ​ຍຸກໃໝ່ ​​ຍຸກ​ແຫ່ງ​ຄວາມ​ກ້າວໜ້າ, ອາລະຍະທຳ ແລະ ທັນ​ສະ​ໄໝ./.

------------------------

(1) ເບິ່ງ: ເອກະສານຄົບຊຸດຂອງພັກ, ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III, ເດືອນກັນຍາ 1960, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2002, ເຫຼັ້ມ 21 (1960)
(2) ເບິ່ງ: ເອກະສານຄົບຊຸດຂອງພັກ, ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IV, ເດືອນທັນວາ 1976, ປຶ້ມທີ່ໄດ້ແນະນຳ2004ເຫຼັ້ມ 37 (1976).
(3) ເບິ່ງ: ເອກະສານຄົບຊຸດຂອງພັກ, ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI, ເດືອນທັນວາ 1986, ປຶ້ມທີ່ໄດ້ແນະນຳ2006ເຫຼັ້ມ 47 (1986).
(4) ເບິ່ງ: ມະຕິໝາຍເລດ 10-NQ/TW, ລົງວັນທີ 5 ເມສາ 1988 ຂອງກົມການເມືອງສູນກາງພັກ ວ່າດ້ວຍການປ່ຽນແປງໃໝ່ການຄຸ້ມຄອງ້ສດຖະກິດຊົນນະບົດ.