ກົນໄກ ແລະ ນະໂຍບາຍຮີບດ່ວນຈຳນວນໜຶ່ງ
ເພື່ອຊຸກຍູ້ການຜະລິດແລະທຸລະກິດ ແລະ ການຟື້ນຟູເສດຖະກິດ
ອັນເນື່ອງຈາກຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19
ເພື່ອຊຸກຍູ້ການຜະລິດແລະທຸລະກິດ ແລະ ການຟື້ນຟູເສດຖະກິດ
ອັນເນື່ອງຈາກຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19
ບັນດາສະຫາຍກຳມະການກົມການເມືອງ: ປະທານປະເທດ ຫງວຽນຊວັນຝຸກ, ນາຍົກລັດຖະມົນຕີ ຟ້າມມິງຈິງ, ປະທານສະພາແຫ່ງຊາດ ເວືອງດິ່ງເວ້ ແລະ ບັນດາສະມາຊິດສະພາແຫ່ງຊາດ ຮ່ວມບໍລິຈາກເຂົ້າກອງທຶນວັກຊີນປ້ອງກັນໂຄວິດ-19 _ພາບ: TTXVN
ພາບລວມຜົນກະທົບຂອງການແຜ່ລະບາດໃຫຍ່ຂອງໂຄວິດ-19 ຕໍ່ກັບການຜະລິດ ແລະ ການເຄື່ອນໄຫວທຸລະກິດ
ປີ 2020, ຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດຂອງໂລກທີ່ຮັກສາຈັງຫວະການເຕີບໂຕໄດ້, ແຕ່ການເຕີບໂຕເສດຖະກິດບັນລຸພຽງ 2,91%, ແມ່ນລະດັບຕ່ຳສຸດໃນໄລຍະ 2011-2020; ອັດຕາການເຕີບໂຕ ຈີດີພີ ໃນ 6 ເດືອນຕົ້ນປີ 2021 ໄດ້ພຽງ 5,64%, ຕ່ຳກວ່າເປົ້າໝາຍທີ່ວາງໄວ້. ເຖິງວ່າການເຕີບໂຕດີກວ່າປີ 2020 (1,82%), ແຕ່ອັດຕາການເຕີບໂຕຍັງບໍ່ທັນຟື້ນຕົວຄືໃນໄລຍະດຽວກັນຂອງປີ 2018 ແລະປີ 2019 (7,05% ແລະ 6,77%). ການດຶງດູດເງິນລົງທຶນເພື່ອພັດທະນາຂົງເຂດນອກພາກລັດ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢູ່ໃນລະດັບຕ່ຳ. ການລົງທຶນຂອງຂົງເຂດນອກພາກລັດໃນປີ 2020 ເພີ່ມຂຶ້ນພຽງ 3,1%, ໃນ 6 ເດືອນຕົ້ນປີ 2021 ເພີ່ມຂຶ້ນ 7,4% ເມື່ອທຽບກັບເວລາດຽວກັນຂອງປີກ່ອນ. ຍອດຈຳນວນເງິນລົງທຶນຕ່າງປະເທດເຂົ້າຫວຽດນາມ ໃນປີ 2020 ຫຼຸດລົງ 25% ເມື່ອທຽບກັບປີ 2019, ໃນ 6 ເດື່ອຕົ້ນປີ 2021 ຫຼຸດລົງ 2,6%. ອັດຕາຄົນຫວ່າງງານແລະຄົນຂາດວຽກເຮັດງານທຳເພີ່ມຂຶ້ນ. ປີ 2020, ອັດຕາການຫວ່າງງານຂອງຄົນງານໃນໄວເຮັດວຽກແມ່ນ 2,48% (ປີ 2019 ແມ່ນ 2,17%), ອັດຕາຄົນຂາດວຽກເຮັດງານທຳແມ່ນ 2,51% (ປີ 2019 ແມ່ນ 1,5%). ໃນໄຕມາດ 3 ຂອງປີ 2021, ອັດຕາການຫວ່າງງານ ແລະ ການຂາດວຽກເຮັດງານທຳຂອງຄົນງານແມ່ນ 2,4% ແລະ 2,6% ຕາມລຳດັບ, ເພີ່ມຂຶ້ນທຽບກັບໄຕມາດ 1 ຂອງປີ 2021 (2,19% ແລະ 2,2%).
ຂໍ້ມູນຂ້າງເທິງສ່ອງແສງໃຫ້ເຫັນເຖິງສະຖານະການເຄື່ອນໄຫວທີ່ຫຍຸ້ງຍາກຂອງວິສາຫະກິດ. ປີ 2020, ຈຳນວນວິສາຫະກິດທີ່ຈົດທະບຽບການສ້າງຕັ້ງໃໝ່ໄດ້ຫຼຸດລົງ 2,3% ເມື່ອທຽບກັບປີ 2019; ຈຳນວນວິສາຫະກິດທີ່ຢຸດເຊົາການທຸລະກິດເປັນໄລຍະເວລາທີ່ແນ່ນອນ, ຢຸດຕິການທຸລະກິດເພື່ອລໍຖ້າການຍຸບເລີກ ແລະ ສຳເລັດຂັ້ນຕອນການຍຸບເລີກແລ້ວເພີ່ມຂຶ້ນ 13,9%. ວິສາຫະກິດສ່ວນໃຫຍ່ທີ່ຕ້ອງຢຸດເຊົາການທຸລະກິດຊົ່ວຄາວ ແລະ ໄດ້ຍຸບເລີກການເຄື່ອນໄຫວໃນຂົງເຂດການຄ້າ ແລະ ການບໍລິການ; ບໍລິສັດຂະໜາດໃຫຍ່ຖອນຕົວອອກຈາກຕະຫຼາດຫຼາຍຂຶ້ນ. ໃນ 8 ເດືອນຕົ້ນປີ 2021, ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນ, ຈຳນວນວິສາຫະກິດສ້າງໃໝ່ໄດ້ຫຼຸດລົງ 8% ທາງດ້ານຈຳນວນວິສາຫະກິດ, ຫຼຸດລົງ 7,5% ທາງດ້ານທຶນຈົດທະບຽນ ແລະ ຫຼຸດລົງ 13,8% ທາງດ້ານແຮງງານ; ລວມຍອດທຶນຈົດທະບຽນເພີ່ມເຕີມເຂົ້າສູ່ລະບົບເສດຖະກິດຫຼຸດລົງ 17%; ຈໍານວນວິສາຫະກິດທີ່ກັບມາດໍາເນີນງານຫຼຸດລົງ 0,6%. ວິສາຫະກິດທີ່ຖືກຜົນກະທົບໃນວົງກວ້າງນັ້ນ ສ່ວນຫຼາຍແມ່ນວິສາຫະກິດຂະໜາດນ້ອຍ. ການເຄື່ອນໄຫວຜະລິດແລະທຸລະກິດຂອງສະຫະກອນ, ສະຫະພັນສະຫະກອນ, ກຸ່ມຮ່ວມມື (ຕໍ່ໄປນີ້ເອີ້ນວ່າສະຫະກອນ) ຖືກຜົນກະທົບຢ່າງໜັກໜ່ວງ. ສະຫະກອນຫຼາຍກວ່າ 90% ມີລາຍໄດ້ແລະກໍາໄລຫຼຸດລົງ; ຈຳນວນຄົນງານຫຼຸດລົງແລະຄົນງານລາພັກທີ່ບໍ່ໄດ້ຮັບຄ່າຈ້າງກວມເອົາຫຼາຍກວ່າ 50% ຂອງຈຳນວນຄົນງານທັງໝົດ. ກອງທຶນສິນເຊື່ອປະຊາຊົນປະສົບຄວາມຫຍຸ້ງຍາກ.
ໃນປີ 2020 ຂົງເຂດອຸດສາຫະກຳແລະການຄ້າ, ການບໍລິການມີຄວາມໄວໃນການເຕີບໂຕຕ່ຳ, ຕ່ຳທີ່ສຸດໃນຊຸມປີ 2011-2020. ການຜະລິດອຸດສາຫະກຳເພີ່ມຂຶ້ນພຽງ 3,36%, ໃນນັ້ນ ອຸດສາຫະກຳຜະລິດ, ປຸງແຕ່ງເພີ່ມຂຶ້ນ 5,82%. ການຄ້າແລະການບໍລິການເພີ່ມຂຶ້ນ 2,34%, ເທົ່າກັບ 1/3 ຂອງຄວາມໄວໃນການເຕີບໂຕຂອງປີ 2019, ໃນນັ້ນການບໍລິການທີ່ພັກແລະຈັດລ້ຽງຫຼຸດລົງ 14,68%, ການບໍລິການຂົນສົ່ງ ແລະ ສາງສິນຄ້າຫຼຸດລົງ1,88%. ໃນ 6 ເດືອນຕົ້ນປີ 2021, ຍ້ອນຜົນກະທົບຈາກການເວັ້ນລະຍະຫ່າງທາງສັງຄົມຢູ່ບາງທ້ອງຖິ່ນ, ຂົງເຂດການບໍລິການຈຶ່ງມີລະດັບການເຕີບໂຕຕ່ຳ, ເພີ່ມຂຶ້ນພຽງ 3,96% ເມື່ອທຽບກັບໄລຍະດຽວກັນຂອງປີ 2020; ການບໍລິການທີ່ພັກແລະຈັດລ້ຽງສືບຕໍ່ຫຼຸດລົງຫຼາຍ (5,12%), ການບໍລິການຂົນສົ່ງ ແລະ ສາງສິນຄ້າຫຼຸດລົງ 0,39%. ລາຍໄດ້ຈາກການທ່ອງທ່ຽວໃນປີ 2020 ກວມເອົາ 0,3% ຂອງຍອດຂາຍຍ່ອຍສິນຄ້າ ແລະ ລາຍໄດ້ຈາກການບໍລິການຜູ້ບໍລິໂພກທັງໝົດ, ຫຼຸດລົງ 59,5% ເມື່ອທຽບກັບປີກ່ອນ; 6 ເດືອນຕົ້ນປີ 2021 ຫຼຸດລົງ 51,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ບັນດາສະຖາບັນການສຶກສາແລະຝຶກອົບຮົມນອກພາກລັດທີ່ສ້າງໃໝ່ໃນປີ 2020 ຫຼຸດລົງ 9,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ຈຳນວນວິສາຫະກິດທີ່ຂຶ້ນທະບຽນຢຸດການທຸລະກິດຊົ່ວຄາວເພີ່ມຂຶ້ນ 89,6%, ຈຳນວນວິສາຫະກິດທີ່ຖືກຍຸບເລີກເພີ່ມຂຶ້ນ 32,8%; ໃນ 6 ເດືອນຕົ້ນປີ 2021, ຈຳນວນວິສາຫະກິດທີ່ກັບມາດຳເນີນງານຫຼຸດລົງ 0,2%.
ທຸລະກິດອະສັງຫາລິມະຊັບທີ່ຖືກຜົນກະທົບຢ່າງແຂງແຮງແມ່ນ ກຸ່ມທີ່ຢູ່ອາໄສເພື່ອສັງຄົມ, ເຮືອນການຄ້າລາຄາຖືກ, ສຳນັກງານໃຫ້ເຊົ່າ, ການທ່ອງທ່ຽວ ແລະ ອະສັງຫານລິມະຊັບຣີສອດ; ແນວໂນ້ມການປ່ຽນຊ່ອງທາງການລົງທຶນສູ່ຕະຫຼາດອະສັງຫາລິມະຊັບເຮັດໃຫ້ຕະຫຼາດມີຄວາມຄຶກຄື້ນໃນພາກສ່ວນອື່ນໆ ແຕ່ນຳໄປສູ່ບັນຫາທີ່ດິນຟົດເດືອດ, ການສວຍໂອກາດຫາກຳໄລທີ່ດິນ, ການລົບກວນຂໍ້ມູນການວາງແຜນທີ່ດິນ, ໂດຍສະເພາະແມ່ນໃນເຂດອ້ອມຮອບຕົວເມືອງໃຫຍ່, ເຮັດໃຫ້ເກີດຄວາມສ່ຽງຈາກ “ຟອງສະບູ່ຊັບສິນ” ແລະຄວາມສ່ຽງດ້ານເສດຖະກິດມະຫາພາກ.
ການຈຳໜ່າຍແລະບໍລິໂພກຜະລິດຕະພັນທາງກະເສດແລະສັດນ້ຳທີ່ສົດ/ແຊ່ແຂງ ແລະ ຕາມລະດູການສູງ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ; ມີສະຖານະການທີ່ລາຄາຜະລິດຕະພັນກະສິກຳຕົກຕ່ຳ, ສິນຄ້າຕົກຄ້າງກັບບ່ອນຜະລິດ, ແຕ່ລາຄາຂາຍສິນຄ້າກະສິກຳໃຫ້ຜູ້ບໍລິໂພກພາຍໃນບໍ່ໄດ້ຫຼຸດລົງ. ໃນໄລຍະຕົ້ນຂອງການລະບາດຂອງພະຍາດໂຄວິດ-19, ມີບາງຂະແໜງການແລະຂົງເຂດອື່ນຖືກຜົນກະທົບຢ່າງຮ້າຍແຮງ ເຊິ່ງປະກອບມີການຜະລິດແຜ່ນແພແລະເຄື່ອງໜັງ, ຜະລິດຕະພັນໜັງ, ເຄື່ອງເອເລັກໂຕຣນິກບໍລິໂພກ, ການຜະລິດແລະປະກອບລົດໂອໂຕ...
ການປະເມີນທົ່ວໄປກ່ຽວກັບກົນໄກ ນະໂຍບາຍທີ່ອອກເພື່ອຮັບມືກັບ
ການແຜ່ລະບາດຂອງໂຄວິດ-19 ທີ່ມີຕໍ່ການຜະລິດແລະທຸລະກິດ
ທ່ານເວືອງດິ່ງເວ້ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ຢ້ຽມຢາມໂຮງງານຜະລິດ ອາລູມີນ ເຍິນເກີ ສັງກັດບໍລິສັດອາລູມີນດັກນົງ, ກຸ່ມບໍລິສັດອຸດສາຫະກຳຖ່ານຫີນ - ແຮ່ທາດຫວຽດນາມ (ຢູ່ຕາແສງເຍິນເກີ, ເມືອງດັກຣະເລິບ, ແຂວງດັກນົງ) _ພາບ: TTXVN
ເບິ່ງລວມແລ້ວ, ບັນດານະໂຍບາຍ, ວິທີແກ້ທີ່ໄດ້ວາງອອກມານັ້ນ ໄດ້ມີການປະສົມປະສານລະຫວ່າງນະໂຍບາຍງົບປະມານ, ນະໂຍບາຍການເງິນ ແລະ ນະໂຍບາຍສະໜັບສະໜູນຂະແໜງການ ຫຼືການປະກັນຄວາມປອດໄພສັງຄົມອື່ນ, ເຊິ່ງລວມມີກຸ່ມມາດຕະການແກ້ໄຂບັນຫາໄລຍະສັ້ນ, ກົນໄກ, ນະໂຍບາຍໃນບາງຂະແໜງການ ຂົງເຂດສະເພາະ, ກຸ່ມມາດຕະການແກ້ໄຂບັນຫາພື້ນຖານໄລຍະຍາວ ເພື່ອຂະຈັດບັນຫາສຳລັບການເຕີບໂຕທາງເສດຖະກິດ, ໜູນຊ່ວຍປະຊາຊົນ ແລະ ວິສາຫະກິດ; ໂດຍພື້ນຖານແລ້ວສອດຄ່ອງກັບວິວັດທະນາການແລະຜົນກະທົບຂອງການແຜ່ລະບາດຂອງພະຍາດ, ເຊິ່ງຄ້າຍກັບແນວທາງໃໝ່ຂອງຫຼາຍປະເທດທົ່ວໂລກ, ໄດ້ຮັບການຕີລາຄາສູງຈາກປະຊາຊົນແລະຊຸມຊົນທຸລະກິດ. ນະໂຍບາຍຖືກປະຕິບັດດ້ວຍຄ່າໃຊ້ຈ່າຍຕ່ຳ, ດັ່ງນັ້ນຈຶ່ງບໍ່ມີຜົນກະທົບຕໍ່ກາດຸ່ນດ່ຽງທີ່ສໍາຄັນຂອງເສດຖະກິດ, ພ້ອມກັນນັ້ນ ຍັງສະຫງວນພື້ນທີ່ເພື່ອສືບຕໍ່ພັດທະນາ ແລະ ປະຕິບັດບັນດາມາດຕະການແກ້ໄຂໃນໄລຍະຕໍ່ໄປ. ຜົນສຳເລັດຄື ໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ຮັບປະກັນຄວາມປອດໄພທາງສັງຄົມ, ຊ່ວຍໃຫ້ເສດຖະກິດຫວຽດນາມມີການເຕີບໂຕໃນທາງບວກໃນປີ 2020, ຮັກສາແນວໂນ້ມການພັດທະນາເສດຖະກິດທີ່ດີຂອງປະເທດໃນໄລຍະກາງ ແລະ ໄລຍະຍາວ, ແລະປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນແລະວິສາຫະກິດຕໍ່ແຜນນະໂຍບາຍ, ນະໂຍບາຍຂອງພັກແລະລັດ.
ຄຽງຄູ່ກັບປະສິດທິຜົນ ແລະ ຄວາມຕັ້ງໜ້າຂອງບັນດານະໂຍບາຍ ແລະ ວິທີແກ້ໄຂທີ່ໄດ້ວາງອອກແລ້ວ, ໃນຂະບວນວິວັດການຈັດຕັ້ງປະຕິບັດກໍໄດ້ມີຂໍ້ຈຳກັດ ສິ່ງຄ້າງຄາຈຳນວນໜຶ່ງເຊັ່ນ: 1- ການກຳນົດລະບຽບການ, ແນະນຳການຈັດຕັ້ງປະຕິບັດຫຼາຍມາດຕະການທີ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປະກາດໃຊ້ນັ້ນ ຍັງບໍ່ທັນທັນການ; ການຜັນຂະຫຍາຍປະຕິບັດບາງກົນໄກ ນະໂຍບາຍຍັງຊ້າ; 2- ການຈັດຕັ້ງປະຕິບັດບາງນະໂຍບາຍໄດ້ຮັບປະສິດທິຜົນຕ່ຳ; ອັດຕາການເບີກຈ່າຍຕໍ່າຍ້ອນເງື່ອນໄຂການນຳໃຊ້ໃນເບື້ອງຕົ້ນ, ມາດຕະຖານສູງເກີນໄປ, ຂະບວນການ ແລະ ຂັ້ນຕອນແມ່ນຫຍຸ້ງຍາກ ແລະ ບໍ່ຄ່ອງຕົວ; ຂໍ້ມູນແລະຄຳແນະນຳບໍ່ທັນທັນການ, ເຮັດໃຫ້ວິສາຫະກິດ ໂດຍສະເພາະວິສາຫະກິດຂະໜາດນ້ອຍ, ສະຫະກອນມີຄວາມຫຍຸ້ງຍາກໃນການເຂົ້າເຖິງ ແລະ ບໍ່ເໝາະສົມກັບຄວາມຕ້ອງການຂອງວິສາຫະກິດ; 3- ຄວາມຫຍຸ້ງຍາກທີ່ສະສົມມາເຖິງດຽວນີ້ ບໍ່ພຽງແຕ່ແມ່ນບັນຫາຂອງວິສາຫະກິດເທົ່ານັ້ນ ຫາກຍັງກາຍເປັນບັນຫາທົ່ວໄປຂອງອຸດສາຫະກຳ ແລະ ຂະແໜງການ. ນະໂຍບາຍໃນປັດຈຸບັນຈໍານວນຫຼາຍມີລັກສະນະຕອບສະໜອງທັນທີ, ມີໄລຍະເວລານຳໃຊ້ທີ່ຈຳກັດ, ບໍ່ມີນະໂຍບາຍລວມສູນໃຫ້ແຕ່ລະຂະແໜງການ, ຂົງເຂດສະເພາະທີ່ມີຂະໜາດໃຫຍ່, ມີກຳນົດເວລາຍາວໃນທິດທາງຟື້ນຕົວຫຼາຍກວ່າການຊ່ວຍເຫຼືອໄລຍະສັ້ນ; 4- ການປະຕິບັດຍຸດທະສາດສັກວັກຊີນປ້ອງກັນໂຄວິດ-19 ຍັງຊ້າ ແລະ ມີຂໍ້ບົກພ່ອງຫຼາຍຢ່າງ.
ສາເຫດຕົ້ນຕໍແມ່ນຍ້ອນການແຜ່ລະບາດຂອງໂຄວິດ-19 ເກີດຂຶ້ນຢ່າງສັບສົນ, ຄາດເດົາຍາກ, ການກາຍພັນຂອງເດນຕ້າແຜ່ລາມຢ່າງໄວວາ, ສ້າງແຮງກົດກັນອັນໃຫຍ່ຫຼວງຕໍ່ເວລາແລະວຽກງານການອອກນະໂຍບາຍສະໜັບສະໜູນ. ກົນໄກ, ນະໂຍບາຍຈຳນວນໜຶ່ງ ຍັງບໍ່ທັນຄົບຖ້ວນສົມບູນ, ບໍ່ກວມເອົາທັງໝົດລັກສະນະ, ຂະໜາດ ແລະ ຄວາມຮີບດ່ວນ ຄືກັບການແຜ່ລະບາດຂອງພະຍາດໂຄວິດ-19. ຄວາມສາມາດໃນການຄາດຄະເນ ແລະ ພື້ນຖານຂໍ້ມູນຍັງອ່ອນແອ, ໃນຂະນະທີ່ຄວາມສາມາດແຂ່ງຂັນຂອງວິສາຫະກິດຫວຽດນາມຍັງອ່ອນແລະຖືກຈຳກັດ.
ກົນໄກ ແລະ ນະໂຍບາຍຮີບດ່ວນຈຳນວນໜຶ່ງ
ເພື່ອຊຸກຍູ້ການຜະລິດ, ທຸລະກິດ ແລະ ການຟື້ນຟູເສດຖະກິດ ຢ່າງແຂງແຮງ
1- ການຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໄດ້ດີ ແມ່ນເງື່ອນໄຂຕັດສິນເບື້ອງຕົ້ນ ແລະ ເປັນແກນຫຼັກໃນການຟື້ນຟູເສດຖະກິດ ແລະ ຫຼຸດຜ່ອນການສູນເສຍທີ່ເກີດຈາກການແຜ່ບະບາດຂອງພະຍາດ. ຈຳເປັນຕ້ອງມີຄວາມຕັດສິນໃຈສູງກວ່າອີກໃນການປະຕິບັດມາດຕະການ ເພື່ອຄວບຄຸມແລະຂະຈັດການແຜ່ລະບາດຂອງໂຄວິດ-19, ໂດຍສະເພາະແມ່ນໃນພື້ນທີ່ເຄື່ອນໄຫວ, ຕົວເມືອງໃຫຍ່, ທ້ອງຖິ່ນທີ່ມີຫຼາຍເຂດອຸດສາຫະກຳ. ຍູ້ແຮງຍຸດທະສາດການສັກວັກຊີນ, ນຳໃຊ້ຊັບພະຍາກອນທັງໝົດເພື່ອໃຫ້ມີວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນທັງໝົດໂດຍໄວ, ສູ້ຊົນໃຫ້ບັນລຸອັດຕາການສັກຢາກັນພະຍາດໄດ້ 70% ຂອງປະຊາກອນທັງໝົດໂດຍໄວ; ປະກາດໃຊ້ບັນຊີລາຍຊື່ທ້ອງຖິ່ນ, ຂະແໜງການ ແລະ ຂົງເຂດບຸລິມະສິດ ໃນການຈັດສັນແຫຼ່ງຢາວັກຊິນ ເພື່ອໃຫ້ອຳນາດການປົກຄອງທ້ອງຖິ່ນ, ວິສາຫະກິດ, ສະຫະກອນ ແລະ ປະຊາຊົນມີຫົວຄິດປະດິດສ້າງໃນການວາງແຜນຮັກສາການເຄື່ອນໄຫວເສດຖະກິດ - ສັງຄົມ, ດຳເນີນການຜະລິດທຸລະກິດ. ມີກົນໄກຊີ້ນຳ, ສ້າງເງື່ອນໄຂສູງສຸດ ແລະ ວ່ອງໄວໃຫ້ບັນດາວິສາຫະກິດນຳເຂົ້າວັກຊີນທີ່ຮັບປະກັນຄຸນນະພາບ, ຊື້ເຄື່ອງຈັກແລະອຸປະກອນສຳລັບການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ. ປະຕິບັດການຮັບຮູ້ໜັງສືຜ່ານແດນວັກຊີນກັບປະເທດອື່ນໆ; ຮັກສາ ແລະ ປັບປຸງລະບົບຂໍ້ມູນກ່ຽວກັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢ່າງເປັນປົກກະຕິແລະມີປະສິດທິຜົນ ເພື່ອເພີ່ມທະວີການປ້ອງກັນ ແລະ ຮັບປະກັນຄວາມປອດໄພທາງສັງຄົມ. ການຈັດແບ່ງແລະນຳໃຊ້ເງິນທີ່ຫາມາຈາກແຫຼ່ງເງິນສັງຄົມຢ່າງມີປະສິດທິຜົນ ເພື່ອໜູນຊ່ວຍການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຕາມບັນດາຂະບວນການຂອງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ; ເລັ່ງການເບີກຈ່າຍກອງທຶນວັກຊີນປ້ອງກັນໂຄວິດ-19.
2- ຍົກສູງຄວາມຮັບຮູ້ກ່ຽວກັບສະພາບການຂອງ “ຄວາມປົກກະຕິໃໝ່”, ຄວາມສາມາດທີ່ການແຜ່ລະບາດຂອງພະຍາດໂຄວິດ-19 ຈະຄົງຢູ່ເປັນເວລາດົນນານ ແລະ ສືບຕໍ່ສົ່ງຜົນກະທົບທາງລົບເຖິງຊີວິດເສດຖະກິດ-ສັງຄົມ ນັບທັງໃນເມື່ອອັດຕາການສັກວັກຊີນໃນປະເທດຈະບັນລຸ 100%. ໃນບັນດາຄວາມທ້າທາຍສຳລັບໄລຍະຕໍ່ໄປນັ້ນ ຄວນເອົາໃນໃສ່: ຄວາມສ່ຽງດ້ານເງິນເຟີ້ທີ່ມາຈາກຜົນກະທົບຂອງມາດຕະການກະຕຸ້ນເສດຖະກິດ ເພື່ອຮັບມືກັບການລະບາດຂອງໂຄວີດ-19 ຂອງຫຼາຍປະເທດ; ສະພາບການແຕກຫັກຂອງຕ່ອງໂສ້ການສະໜອງ ແລະ ການຢຸດຊະງັກຂອງການຜະລິດ, ການຖົດຖອຍຂອງໂລກທີ່ຍັງບໍ່ສາມາດແກ້ໄຂໄດ້ໃນອະນາຄົດອັນໃກ້ນີ້; ຄວາມສ່ຽງຈາກການຫຼຸດລົງຂອງກະແສເງິນລົງທຶນໃນແລະຕ່າງປະເທດ; ສິ່ງກີດຂວາງແລະອຸປະສັກທາງເຕັກນິກນັ້ນສູງຂຶ້ນ ໃນສະພາບທີ່ບັນດາປະເທດທີ່ເປີດເຮັດການຄ້າພາຍຫຼັງໂຄວິດ-19 ມີທ່າອ່ຽງໃຫ້ຄວາມສຳຄັນກັບບັນດາປະເທດ ແລະ ພາກພື້ນທີ່ສາມາດຄວບຄຸມພະຍາດໄດ້...
3- ນຳໃຊ້ມາດຕະການທີ່ສອດຄ່ອງ, ຄົບຊຸດ ແລະ ເປັນເອກະພາບ ແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອຮັກສາການສະໜອງ ແລະ ຄວາມຕ້ອງການໃນຕະຫຼາດ, ຮັກສາການຜະລິດ, ການສະໜອງ, ການໝູນວຽນແລະການຂົນສົ່ງສິນຄ້າ ແລະ ເຮັດໃຫ້ຕະຫຼາດຜູ້ບໍລິໂພກພາຍໃນປະເທດມີສະຖຽນລະພາບ. ຍຶດໝັ້ນໃນເປົ້າໝາຍຮັກສາຄວາມໝັ້ນຄົງທາງເສດຖະກິດມະຫາພາກ; ຮັກສາສະຖຽນລະພາບຂອງຕະຫຼາດການເງິນແລະເງິນຕາ. ການປະສານງານຢ່າງໃກ້ຊິດແລະການຄຸ້ມຄອງທີ່ຍືດຫຍຸ່ນລະຫວ່າງນະໂຍບາຍການເງິນ, ນະໂຍບາຍສິນເຊື່ອ ກັບນະໂຍບາຍງົບປະມານ, ນະໂຍບາຍປະກັນສັງຄົມ ດ້ວຍຈິດໃຈໃຊ້ປະໂຫຍດສູງສຸດຈາກຊັບພະຍາກອນຕ່າງໆຢ່າງມີປະສິດທິຜົນ. ທາງດ້ານເສດຖະກິດ, ທັດສະນະລວມແມ່ນສະໜັບສະໜູນວິສາຫະກິດ, ສະຫະກອນ, ປະຊາຊົນ ທີ່ຊຸກຍູ້ການຜະລິດແລະທຸລະກິດເພື່ອຮັບໃຊ້ໂດຍກົງໃຫ້ແກ່ເປົ້າໝາຍການເຕີບໂຕທາງເສດຖະກິດ ແລະເຮັດໃຫ້ຊີວິດສັງຄົມມີສະຖຽນລະພາບ. ເພາະສະນັ້ນ, ການສະໜັບສະໜູນຕ້ອງໄດ້ດຳເນີນຢ່າງຂຸ້ນຂ້ຽວ, ແຂງແຮງ, ຕໍ່ເນື່ອງ, ທະລຸໂລ່ງ, ເປີດເຜີຍ, ໂປ່ງໃສ, ຖືກຕ້ອງຕາມເປົ້າໝາຍ, ທັນການ, ເຂົ້າເຖິງງ່າຍ; ຂະໜາດຂອງການສະໜັບສະໜູນຕ້ອງເໝາະສົມກັບຜົນກະທົບທີ່ຮ້າຍແຮງຈາກການລະບາດຂອງພະຍາດ; ເງື່ອນໄຂແລະມາດຕະຖານຂອງຊຸດສະໜັບສະໜູນຕ້ອງເປັນໄປໄດ້; ຂະບວນການແລະຂັ້ນຕອນໃນການຮັບການສະໜັບສະໜູນຈະຕ້ອງງ່າຍທີ່ສຸດ; ພ້ອມກັນນັ້ນ, ມີກົນໄກໃນການຕິດຕາມກວດກາ ກວດສອບການດຳເນີນການຢ່າງໃກ້ຊິດ ແລະ ມີມາດຕະການລົງໂທດ ເພື່ອຫຼີກລ້ຽງການກະທຳຜິດ, ການໃຊ້ປະໂຫຍດຈາກນະໂຍບາຍ. ໃນກໍລະນີເກີນສິດອຳນາດຂອງຕົນ, ໃຫ້ລາຍງານແລະສະເໜີຢ່າງທັນການ ຕໍ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ເພື່ອອອກນະໂຍບາຍທີ່ຈຳເປັນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການຮັກສາການຜະລິດ ທຸລະກິດ ແລະ ພັດທະນາເສດຖະກິດ ຕາມຂໍ້ກຳນົດໃນມະຕິເລກທີ 30/2021/QH15, ລົງວັນທີ່ 28 ກໍລະກົດ 2021. ລະອຽດຄື:
ທີໜຶ່ງ, ສືບຕໍ່ຊີ້ນຳການຈັດຕັ້ງປະຕິບັດບັນດາກົນໄກ ແລະ ນະໂຍບາຍຢ່າງມີປະສິດທິຜົນຕາມມະຕິເລກທີ 63-NQ/CP; ມະຕິເລກທີ 68/NQ-CP ແລະ ບັນດາເອກະສານທີ່ກ່ຽວຂ້ອງ, ໂດຍສະເພາະເອກະສານໃໝ່ (ເຊັ່ນ: ສະໜັບສະໜູນການຝຶກອົບຮົມ ແລະ ບຳລຸງສ້າງ ເພື່ອຍົກລະດັບວິຊາຊີບ, ຫຼຸດຄ່າບໍລິການປະກັນໄພອຸປະຕິເຫດອາຊີບ, ພະຍາດອາຊີບ, ແລະ ຫຼຸດຜ່ອນຄ່າບໍລິການໂທລະຄົມມະນາຄົມ...). ກຳສະພາບການຜັນຂະຫຍາຍວຽກງານຢ່າງເປັນປະຈຳ, ດຳເນີນການສະຫຼຸບສັງລວມ ແລະ ປະເມີນປະສິດທິພາບແລະຄວາມເປັນໄປໄດ້, ກໍານົດບັນຫາແລະຄວາມບໍ່ພຽງພໍ ເພື່ອດັດປັບຢ່າງທັນການ, ຮັບປະກັນນະໂຍບາຍຖືກປະຕິບັດຢ່າງເຕັມສ່ວນ, ຕອບສະໜອງເປົ້າໝາຍທີ່ໄດ້ວາງໄວ້ ເພື່ອຮັກສາຄວາມໄວ້ວາງໃຈຂອງສັງຄົມ. ມີມາດຕະການຮັບປະກັນການຂົນສົ່ງແລະການໝູນວຽນຂອງສິນຄ້າເປັນໄປຢ່າງຄ່ອງຕົວແລະປະສິດທິຜົນ, ແກ້ໄຂຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ມູນຄ່າທີ່ຖືກປິດຕັນ: ຈັດຕັ້ງປະຕິບັດຊ່ອງທາງການຂົນສົ່ງສີຂຽວ; ປະກາດໃຊ້ກົດການຈັດປະເພດຕ້ານໂຄວິດ-19 ທີ່ນຳໃຊ້ຢ່າງເປັນເອກະພາບໃນທົ່ວປະເທດ, ຫຼີກລ້ຽງການຫັນເປັນທ້ອງຖິ່ນຫຼາຍເກີນໄປ ທີ່ຂັດຂວາງການດໍາເນີນທຸລະກິດ; ປະເມີນຄວາມເປັນໄປໄດ້ແລະປະສິດທິຜົນ ຂອງຮູບແບບ “ໜຶ່ງເສັ້ນທາງ ສອງຈຸດໝາຍປາຍທາງ”, “ໜຶ່ງແລວທາງ ຫຼາຍຈຸດໝາຍປາຍທາງ”, “ຮັບປະກັນຄວາມຕ້ອງການສາມຢ່າງກັບບ່ອນ” ແລະບັນດາມາດຕະການສະໜັບສະໜູນວິສາຫະກິດໃນການປະຕິບັດຮູບແບບເຫຼົ່ານີ້... ເພີ່ມທະວີການໂຄສະນາເຜີຍແຜ່, ເສີມຂະຫຍາຍບົດບາດຂອງບັນດາສະມາຄົມສະໜອງຂໍ້ມູນຂ່າວສານ, ແນະນຳ, ໃຫ້ຄຳປຶກສາ, ສະໜັບສະໜູນ, ອຳນວຍຄວາມສະດວກໃຫ້ວິສາຫະກິດ, ສະຫະກອນ, ປະຊາຊົນສາມາດເຂົ້າເຖິງຊຸດສະໜັບສະໜູນທີ່ລັດອອກໃຫ້.
ທີສອງ, ສືບຕໍ່ຄົ້ນຄວ້າ, ອອກນະໂຍບາຍສະໜັບສະໜູນໂດຍໄວ ເພື່ອຊ່ວຍເຫຼືອຜູ້ທີ່ຖືກຜົນກະທົບຈາກການລະບາດຂອງໂຄວິດ-19 ໃນທິດທາງຊີ້ແຈງເປົ້າໝາຍແລະຂົງເຂດທີ່ເໝາະສົມກັບສະພາບຕົວຈິງ ແລະ ທັດສະນະ ຍຸດທະສາດກ່ຽວກັບການປ້ອງກັນແລະຄວບຄຸມໂລກລະບາດ, ຈຸດໝາຍຟື້ນຟູເສດຖະກິດແລະຮັບປະກັນຄວາມປອດໄພທາງສັງຄົມໃນແຕ່ລະໄລຍະ, ເຊັ່ນ: ຫຼຸດຜ່ອນພາສີລາຍໄດ້ວິສາຫະກິດ ຮັບປະກັນຄວາມຖືກຕ້ອງຕາມຈຸດໝາຍເປົ້າໝາຍ ທີ່ເປັນວິສາຫະກິດ, ສະຫະກອນ ທີ່ບໍ່ມີກໍາໄລ ຫຼືກໍາໄລຫຼຸດລົງເນື່ອງຈາກການກະທົບຂອງໂລກລະບາດ, ເພື່ອນຳມາເຊິ່ງປະສິດທິຜົນຕົວຈິງໃຫ້ວິສາຫະກິດ, ຂະຫຍາຍເປົ້າໝາຍທີ່ເປັນວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ; ສືບຕໍ່ປະຕິບັດແລະຂະຫຍາຍເປົ້າໝາຍທີ່ມີສິດໄດ້ຮັບການຕໍ່ກຳນົດເວລາຊໍາລະພາສີແລະຄ່າເຊົ່າທີ່ດິນ; ສືບຕໍ່ຫຼຸດຜ່ອນພາສີແລະຕໍ່ກຳນົດເວລາຊໍາລະພາສີບໍລິໂພກພິເສດ ສຳລັບລົດໂອໂຕທີ່ຜະລິດຫຼືປະກອບໃນປະເທດ; ເພີ່ມເຕີມນະໂຍບາຍຫຼຸດຜ່ອນພາສີມູນຄ່າເພີ່ມ ສຳລັບການເຄື່ອນໄຫວຜະລິດ ທຸລະກິດ ໃນບັນດາຂົງເຂດທີ່ຖືກຜົນກະທົບຢ່າງຮ້າຍແຮງຈາກການລະບາດຂອງໂຄວິດ-19 ເພື່ອຮັບປະກັນເປົ້າໝາຍຫຼຸດລາຄາຂາຍສິນຄ້າ ແລະ ບໍລິການ, ຫຼຸດຄ່າໃຊ້ຈ່າຍສົ້ນເຂົ້າຂອງບັນດາຂົງເຂດການທຸລະກິດອື່ນໆ, ຮັບປະກັນໃຫ້ຜູ້ບໍລິໂພກໄດ້ຮັບຜົນປະໂຫຍດ, ຫຼີກລ້ຽງສະພາບການທີ່ວິສາຫະກິດບໍ່ຫຼຸດລາຄາຂາຍສິນຄ້າ, ບໍລິການ ເພື່ອໃຊ້ປະໂຫຍດຈາກນະໂຍບາຍ; ເພີ່ມເຕີມນະໂຍບາຍຍົກເວັ້ນດອກເບ້ຍຈ່າຍຊັກຊ້າທີ່ເກີດຂຶ້ນໃນປີ 2020 ແລະ 2021 ທີ່ຖືກຜົນກະທົບໂດຍກົງຈາກການລະບາດຂອງພະຍາດໂຄວິດ-19 ສຳລັບອົງການຈັດຕັ້ງແລະບຸກຄົນຜູ້ຜະລິດທຸລະກິດທີ່ຂາດທຶນ ເສຍທຶນ; ສະໜັບສະໜູນຄ່າໃຊ້ຈ່າຍໃນການກວດວິເຄາະເຊື້ອໂຄວິດ-19 ໃຫ້ແກ່ວິສາຫະກິດ; ຂະຫຍາຍເປົ້າໝາຍຜູ້ໄດ້ຮັບຜົນປະໂຫຍດຈາກການຫຼຸດຄ່າໄຟຟ້າ ແລະ ການຫຼຸດລາຄາໄຟຟ້າ ເພື່ອສະໜັບສະໜູນການຜະລິດ ທຸລະກິດ; ຫຼຸດຜ່ອນເງິນຝາກສໍາລັບທຸລະກິດການທ່ອງທ່ຽວ; ພິຈາລະນານະໂຍບາຍສະໜັບສະໜູນສະຖານທີ່ຜະລິດ ທຸລະກິດ; ຍົກເວັ້ນຄ່າທຳນຽມບໍາລຸງຮັກສາເສັ້ນທາງ; ຍືດກໍານົດເວລາກວດສະພາບລົດໂອໂຕ; ສ້າງແຜນການໜູນຊ່ວຍທົ່ວໄປໃຫ້ບັນດາວິສາຫະກິດການບິນ; ອະນຸຍາດໃຫ້ຂະຫຍາຍແລະເລື່ອນການຊຳລະໜີ້ໃຫ້ວິສາຫະກິດທີ່ກູ້ຢືມມາກໍ່ສ້າງເຮືອນສັງຄົມແລະເຮືອນການຄ້າ ໂດຍມີລາຄາຂາຍທີ່ຄາດວ່າຈະຕ່ຳກວ່າ 25 ລ້ານດົ່ງ/ມ2 ແລະ ໂຄງການອະສັງຫາລິມະຊັບການທ່ອງທ່ຽວ; ພິຈາລະນາຜ່ອນຄາຍຂໍ້ກໍານົດກ່ຽວກັບການຄຸ້ມຄອງຄວາມສ່ຽງດ້ານສິນເຊື່ອຂອງທະນາຄານການຄ້າ; ສືບຕໍ່ຜັນຂະຫຍາຍຊຸດໜູນຊ່ວຍອັດຕາດອກເບ້ຍເງິນກູ້ໃຫ້ອັດຕະພາບທີ່ດຳເນີນການຜະລິດ ທຸລະກິດ; ຫຼຸດລະດັບເງິນສົມທົບຂອງສະຫະພັນກຳມະບານຈາກ 2% ຂອງກອງທຶນເງິນເດືອນເປັນ 1% ຂອງກອງທຶນເງິນເດືອນ ສຳລັບວິສາຫະກິດ; ອະນຸຍາດໃຫ້ວິສາຫະກິດຈັດການເຮັດວຽກລ່ວງເວລາໃຫ້ກັບຄົນງານຫຼາຍກວ່າ 40 ຊົ່ວໂມງຕໍ່ເດືອນ ເພື່ອຮັບມືກັບວຽກງານທີ່ຮີບດ່ວນ ແລະ ຄ້າງຄາ; ມີນະໂຍບາຍສະໜັບສະໜູນຄ່າທໍານຽມ, ຄ່າຂົນສົ່ງທາງອາກາດ ແລະ ຄ່າຂົນສົ່ງທາງທະເລ ສໍາລັບຕະຫຼາດທີ່ສໍາຄັນ (ອາເມລິການ, ທະວິບເອີຣົບ, ຕາເວັນອອກກາງ) ເພື່ອເພີ່ມຄວາມສາມາດແຂ່ງຂັນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍສໍາລັບທຸລະກິດ; ຈະເປີດໂດຍໄວເສັ້ນທາງການບິນໄປ/ກັບຈາກປະເທດຕ່າງໆທີ່ຖືວ່າປອດໄພຈາກພະຍາດໂຄວິດ-19, ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວການຄ້າ ແລະ ປະກອບສ່ວນຟື້ນຟູເສດຖະກິດ; ສໍາເລັດຂະບວນການກວດຄົນເຂົ້າເມືອງໃຫມ່, ສ້າງຊ່ອງທາງສີຂຽວສຳລັບຜູ້ຊ່ຽວຊານເຂົ້າສູ່ຫວຽດນາມ ເພື່ອດຳເນີນການຜະລິດ ແລະ ທຸລະກິດ; ທົບທວນ, ເພີ່ມເຕີມ ແລະ ກໍານົດນະໂຍບາຍທີ່ຊັດເຈນ ເພື່ອສະໜັບສະໜູນສະຫະກອນ... ຜັນຂະຫຍາຍການປະເມີນຜົນການພັດທະນາເສດຖະກິດ-ສັງຄົມໃນຊຸມເດືອນຕົ້ນປີ ແລະ ວາງແຜນພັດທະນາເສດຖະກິດ-ສັງຄົມໃນປີ 2022 ເພື່ອຈະບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມໃນໄລຍະ 2021-2025.
ທີສາມ, ເລັ່ງລັດຄົ້ນຄວ້າແລະວາງໂຄງການຟື້ນຟູແລະພັດທະນາເສດຖະກິດທີ່ເປັນໄປໄດ້. ຄົ້ນຄວ້າປະກາດໃຊ້ຫຼືສະເໜີໃຫ້ປະກາດໃຊ້ ບັນດານະໂຍບາຍງົບປະມານ, ການເງິນ ແລະຄວາມປອດໄພທາງສັງຄົມໄລຍະຍາວ ສຳລັບປີ 2021-2025 ເພື່ອຊຸກຍູ້ເສດຖະກິດ ໂດຍບໍ່ແມ່ນການໜູນຊ່ວຍຢ່າງງ່າຍດາຍ (ອະນຸຍາດໃຫ້ປັບໂຄງສ້າງເງິນກູ້, ສືບຕໍ່ໃຫ້ຕໍ່ເວລາໜີ້ສິນ, ຫຼຸດຜ່ອນຫຼືຍົກເວັ້ນພາສີ ຄ່າທຳນຽມ ຄ່າບໍລິການບາງຢ່າງ, ຍົກເວັ້ນແລະຂະຫຍາຍໄລຍະເວລາການນໍາໃຊ້ລະບຽບການຈໍານວນຫນຶ່ງທີ່ເພີ່ມຕົ້ນທຶນສໍາລັບການຜະລິດ ທຸລະກິດ, ຫຼຸດຜ່ອນອັດຕາດອກເບ້ຍເງິນກູ້, ປ່ອຍເງິນກູ້ໃໝ່, ເສີມທຶນໝູນວຽນ ເພື່ອຊ່ວຍວິສາຫະກິດ ແລະ ສະຫະກອນຟື້ນຟູການຜະລິດ ທຸລະກິດ, ຊຸກຍູ້ຄວາມຕ້ອງການພາຍໃນ...); ລັດຖະບານຄົ້ນຄວ້າປະກາດໃຊ້ມະຕິກ່ຽວກັບການຊ່ວຍໜູນແລະພັດທະນາວິສາຫະກິດໄລຍະປີ 2021-2025 ແລະ ປະກາດໃຊ້ໂດຍໄວ ໂຄງການສະໜັບສະໜູນວິສາຫະກິດຂະໜາດກາງແລະຂະໜາດນ້ອຍໄລຍະປີ 2021-2025 ທີ່ຮັບປະກັນການນຳໃຊ້ຊັບພະຍາກອນຢ່າງຄົບຊຸດ, ເປັນເອກະພາບ ແລະ ດີສຸດ, ຫຼີກລ້ຽງການກະຈັດກະຈາຍ ຊ້ຳຊ້ອນກັນ; ຊີ້ນຳການຜັນຂະຫຍາຍບັນດາໂຄງການສະໜັບສະໜູນຢ່າງມີປະສິດທິຜົນ, ເປັນໄປໄດ້. ຊຸກຍູ້ການປະຕິບັດບັນດານະໂຍບາຍໂດຍລວມກ່ຽວກັບການປະຕິຮູບລະບຽບກົດໝາຍ, ປົວແປງສະພາບແວດລ້ອມການລົງທຶນ ທຸລະກິດ, ຫຼຸດຄ່າໃຊ້ຈ່າຍສໍາລັບທຸລະກິດ, ສ້າງກຳລັງຂັບເຄື່ອນໃໝ່ໃຫ້ການເຕີບໂຕເສດຖະກິດ; ປັບໂຄງສ້າງເສດຖະກິດຄືນໃໝ່ໂດຍຕິດກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ ຄຸນນະພາບ ປະສິດທິຜົນ ແລະ ກຳລັງແຮງແຂ່ງຂັນ, ຍົກສູງຄວາມສາມາດໃນການເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ ສອດຄ່ອງກັບການປ່ຽນແປງພາຍຫຼັງການແຜ່ລະບາດຂອງໂຄວິດ-19; ເພີ່ມທະວີການລະດົມ ຈັດແບ່ງ ແລະ ນຳໃຊ້ແຫຼ່ງພະລັງຕ່າງໆຢ່າງມີປະສິດທິຜົນ, ຍູ້ແຮງການກໍ່ສ້າງແລະພັດທະນາລະບົບໂຄງສ້າງພື້ນຖານຍຸດທະສາດຢ່າງຄົບຊຸດແລະທັນສະໄໝ; ຊຸກຍູ້ການຄ້າຂາອອກແລະຂາເຂົ້າ, ພັດທະນາການຄ້າພານິດຢ່າງກົມກຽວແລະຍືນຍົງ; ຍົກສູງຄຸນນະພາບແຫຼ່ງກຳລັງຄົນ, ສ້າງຕັ້ງແລະລົງທຶນໃນການສຶກສາທັກສະທີ່ຈຳເປັນສໍາລັບວຽກເຮັດງານທໍາໃນ “ຕະຫຼາດໃນອະນາຄົດ” ແນໃສ່ສ້າງພື້ນຖານເສດຖະກິດຫວຽດນາມທີ່ຂະຫຍັນຂັນເຄື່ອນ, ພ້ອມແລ້ວທີ່ຈະຮັບເອົາທ່າອ່ຽງຂອງການຫັນປ່ຽນລະບົບຕ່ອງໂສ້ການສະໜອງ. ໃນນັ້ນ, ຕ້ອງເອົາໃຈໃສ່ບັນດາເນື້ອໃນທີ່ສຳຄັນຄື:
- ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກາດໃຊ້ເອກະສານທາງກົດໝາຍຢ່າງເຂັ້ມງວດ. ຕັ້ງໜ້າຜັນຂະຫຍາຍປະຕິບັດບັນດາກົດໝາຍທີ່ກ່ຽວຂ້ອງ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຜະລິດ ທຸລະກິດ. ຮັບປະກັນຄວາມຄືບໜ້າໃນການສໍາເລັດໂຄງການກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ເລັ່ງດຳເນີນການຍື່ນຮ່າງກົດໝາຍວ່າດ້ວຍການແກ້ໄຂເພີ່ມເຕີມບາງມາດຕາຂອງກົດໝາຍພາສີອາກອນ ຫຼື ປັບປຸງກົດໝາຍວ່າດ້ວຍພາສີອາກອນຢ່າງຄົບຖ້ວນ. ຍົກສູງປະສິດທິຜົນຂອງວຽກງານກວດກາ ທົບທວນເອກະສານທາງກົດໝາຍ ເພື່ອຊອກຫາເນື້ອໃນທີ່ຂັດແຍ້ງ, ຊ້ຳຊ້ອນ, ທີ່ບໍ່ສອດຄ່ອງກັບຄວາມເປັນຈິງອີກຕໍ່ໄປ, ຜ່ານນັ້ນ ເລັ່ງແກ້ໄຂຕາມຄວາມສາມາດຂອງຕົນ ຫຼື ສະເໜີໃຫ້ອົງການມີຄວາມສາມາດແກ້ໄຂຕາມລະບຽບກົດໝາຍ, ຕອບສະໜອງຄວາມຕ້ອງການແກ້ໄຂຂອດອຸດຕັນ, ສະໜັບສະໜູນ ແລະ ສົ່ງເສີມການລົງທຶນ, ການຜະລິດ ແລະ ທຸລະກິດ. ຕ້ອງເຮັດສໍາເລັດຢ່າງໄວ ໂຄງການກົດໝາຍວ່າດ້ວຍການແກ້ໄຂແລະເພີ່ມເຕີມກົດໝາຍຕ່າງໆ ເພື່ອຂະຈັດຄວາມຫຍຸ້ງຍາກໃຫ້ແກ່ການລົງທຶນແລະທຸລະກິດ ໃນສະພາບການລະບາດຂອງໂຄວິດ-19 ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ພິຈາລະນາແລະຕັດສິນຕາມກົດໝາຍ. ສືບຕໍ່ຕັດ ແລະປັບປຸງເງື່ອນໄຂດຳເນີນທຸລະກິດ, ລະບຽບການບໍລິຫານ, ລະບຽບການທີ່ບໍ່ຈຳເປັນ ແລະ ບໍ່ສົມເຫດສົມຜົນ ທີ່ກີດຂວາງການຜະລິດທຸລະກິດຂອງອົງການຈັດຕັ້ງ ແລະ ບຸກຄົນ. ໃນປີ 2021, ສະຫຼຸບຜົນການປະຕິບັດບັນດາມະຕິ, ການຕັດສິນໃຈ ແລະ ຄຳສັ່ງ ກ່ຽວກັບການປັບປຸງສະພາບແວດລ້ອມທາງທຸລະກິດ, ຕັດແລະຫຼຸດຄ່າໃຊ້ຈ່າຍ ເພື່ອສ້າງໂຄງການໂດຍລວມ ກ່ຽວກັບການປະຕິຮູບລະບຽບກົດໝາຍ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນຂອງຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແລະ ຄວາມຕ້ອງການໃນການປັບໂຄງສ້າງພື້ນຖານເສດຖະກິດຄືນໃໝ່, ຟື້ນຟູເສດຖະກິດພາຍຫຼັງການລະບາດຂອງໂຄວິດ -19.
ຊີ້ນຳຜັນຂະຫຍາຍການສ້າງແຜນການໄລຍະ 2021-2030 ຕາມກົດໝາຍວ່າດ້ວຍການວາງແຜນ ແລະ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີເພື່ອອະນຸມັດ; ເຮັດສຳເລັດເອກະສານແຜນການນຳໃຊ້ທີ່ດິນແຫ່ງຊາດໄລຍະປີ 2021-2030 ໂດຍມີວິໄສທັດຮອດປີ 2050 ແລະ ແຜນການນຳໃຊ້ທີ່ດິນໄລຍະປີ 2021-2025 ແລະ ສະເໜີໃຫ້ອົງການທີ່ມີອຳນາດ; ຍື່ນສະເໜີໂດຍໄວໃຫ້ສະພາແຫ່ງຊາດພິຈາລະນາອະນຸມັດແຜນແມ່ບົດແຫ່ງຊາດ ແລະແຜນກຳນົດພື້ນທີ່ທາງທະເລແຫ່ງຊາດ.
- ມີບັນດາມາດຕະການແກ້ໄຂໂດຍສຸມໃສ່ບັນດາຂົງເຂດ ຂະແໜງການ “ນຳໜ້າ”, ບັນດາເປົ້າໝາຍແລະພາກພື້ນທີ່ມີການປະກອບສ່ວນສຳຄັນເຂົ້າງົບປະມານແຫ່ງລັດ, ສ້າງວຽກເຮັດງານທຳຈຳນວນຫຼາຍໃຫ້ຜູ້ອອກແຮງງານ, ມີຄຸນປະໂຫຍດແຜ່ລາມ, ຍາວນານ, ກຳລັງສ້າງພື້ນທີ່ການເຕີບໂຕໃໝ່ໃຫ້ພື້ນຖານເສດຖະກິດ, ຕອບສະໜອງຢ່າງທັນການ ໃຫ້ແກ່ຄວາມຕ້ອງການຂອງໂລກທີ່ຄ່ອຍໆເປີດຂຶ້ນພາຍຫຼັງການແຜ່ລະບາດຂອງໂຄວິດ-19 ແທນທີ່ທີ່ຈະຈັດແບ່ງຊັບພະຍາກອນຢ່າງກະແຈກກະຈາຍ. ສ້າງແຜນການປັບໂຄງປະກອບເສດຖະກິດໄລຍະປີ 2021-2025 ໂດຍອີງໃສ່ການວິເຄາະຜົນກະທົບຕໍ່ຂະແໜງການ, ຂົງເຂດຈາກການແຜ່ລະບາດຂອງໂຄວິດ-19 ແລະ ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຕັດສິນ.
- ເລັ່ງລັດສ້າງໂຄງປະກອບລັດວິສາຫະກິດໄລຍະປີ 2021-2025 ໃຫ້ສຳເລັດໂດຍໄວ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
- ເອົາໃຈໃສ່ກັບວຽກງານການຄວບຄຸມອັດຕາເງິນເຟີ້, ບໍ່ໄດ້ລະເລີຍອັດຕະວິໄສ; ຄວບຄຸມການໄຫຼວຽນຂອງເງິນລົງທຶນເຂົ້າສູ່ຕະຫຼາດຫຼັກຊັບ ແລະ ອະສັງຫາລິມະຊັບຢ່າງເຂັ້ມງວດ. ສືບຕໍ່ຕິດຕາມອັດຕາດອກເບ້ຍຕະຫຼາດຢ່າງໃກ້ຊິດ ເພື່ອການຄຸ້ມຄອງທີ່ເໝາະສົມ; ແກ້ໄຂການພົວພັນລະຫວ່າງຜົນກຳໄລຂອງທະນາຄານ ແລະ ບັນຫາອັດຕາດອກເບ້ຍເງິນກູ້ ຂອງວິສາຫະກິດຢ່າງສົມເຫດສົມຜົນ ແລະ ສອດຄ່ອງກັນ, ປະຕິບັດການວາງແນວອັດຕາກຳໄລສຸດທິ (NIM) ທີ່ເໝາະສົມ. ຕັ້ງໜ້າປະຕິບັດບັນດາມາດຕະການແກ້ໄຂໜີ້ເສຍ, ຄວບຄຸມແລະຈຳກັດໜີ້ເສຍທີ່ເກີດຂຶ້ນໃໝ່ ພ້ອມກັນນັ້ນ ພ້ອມກັນປະຕິບັດບັນດາມາດຕະການແກ້ໄຂ ເພື່ອສ້າງເງື່ອນໄຂໃຫ້ລະບົບສະຖາບັນສິນເຊື່ອປັບໂຄງສ້າງໜີ້, ໃຫ້ແກ່ຍາວເວລາຊຳລະໜີ້ ເພື່ອໜູນຊ່ວຍການຜະລິດທຸລະກິດ.
- ໃຫ້ຄວາມສຳຄັນຕໍ່ບັນດາມາດຕະການຊຸກຍູ້ການພັດທະນາເສດຖະກິດເອກະຊົນ, ເສດຖະກິດດິຈີຕອນ, ເສດຖະກິດສີຂຽວ, ຊ່ວຍໜູນບັນດາວິສາຫະກິດ, ສະຫະກອນເພີ່ມຄວາມໄວໃນການປ່ຽນດິຈີຕອນ, ປ່ຽນແປງໃໝ່ຮູບແບບການທຸລະກິດ, ປ່ຽນແປງໃໝ່ເຕັກໂນໂລຊີ. ຍູ້ແຮງການປະຕິບັດໂຄງການປ່ຽນດິຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030 ແລະ ແຜນຍຸດທະສາດແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີດິຈີຕອນຫວຽດນາມຮອດປີ 2030. ສົ່ງເສີມການລົງທຶນທີ່ມີຄວາມສ່ຽງ, ບັນດາການເຄື່ອນໄຫວຄົ້ນຄວ້າແລະພັດທະນາໃນຂົງເຂດເອກະຊົນ. ສ້າງພື້ນຖານທີ່ໝັ້ນຄົງສໍາລັບການພັດທະນາການຄ້າອອນລາຍ (ອີຄອມເມີຣ໌ຊ) ດ້ວຍປັດໄຈຊີ້ຂາດສາມປະການຄື ໂລຈິສຕິກສ໌, ການຊໍາລະເງິນທາງເອເລັກໂຕຣນິກ ແລະ ຄວາມປອດໄພເຄືອຂ່າຍ. ປະກາດໃຊ້ບັນດາເອກະສານການຄຸ້ມຄອງລັດຢ່າງຮີບດ່ວນ ເພື່ອສ້າງພື້ນຖານການປະຕິບັດຮູບແບບທຸລະກິດໃໝ່, ຜະລິດຕະພັນທຸລະກິດໃໝ່, ເງິນຄຣິບໂຕ (ເງິນເອເລັດໂຕຣນິກ), ບໍລິການທະນາຄານເອເລັກໂຕຣນິກ, ເຕັກໂນໂລຢີການເງິນ (FinTech)... ເອົາໃຈໃສ່ຝຶກອົບຮົມແຫຼ່ງບຸກຄະລາການທາງດ້ານດິຈີຕອນ, ບຸກຄະລາກອນທີ່ມີທັກສະ, ມີລະດັບວິຊາການເຕັກນິກສູງ ເພື່ອຕອບສະໜອງຄວາມຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ຊຸກຍູ້ການຫັນປ່ຽນໂຄງປະກອບແຮງງານ. ຍົກສູງຄວາມສາມາດດ້ານເຕັກນິກດິຈີຕອນໃຫ້ວິສາຫະກິດຂະໜາດນ້ອຍແລະຂະໜາດກາງ. ຂະຫຍາຍອິນເຕີເນັດ ແລະ ໂທລະສັບມືຖືຫຼາຍຂຶ້ນເພື່ອປະຊາຊົນ, ໂດຍສະເພາະແມ່ນຢູ່ເຂດພູຜາ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນນ້ອຍ. ເປີດຄວາມໂປ່ງໃສຂອງກົດລະບຽບແລະລະບຽບການກ່ຽວກັບການຄຸ້ມຄອງຂໍ້ມູນ. ຄົ້ນຄວ້ານະໂຍບາຍສະໜັບສະໜູນການພັດທະນາວິສາຫະກິດວິທະຍາສາດ ເຕັກໂນໂລຊີ.
- ສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາໂຄງການລົງທຶນສາທາລະນະ, ສຸມໃສ່ໂຄງການໃຫຍ່ທີ່ສຳຄັນ, ພັດທະນາໂຄງສ້າງພື້ນຖານຈຸດສຸມ, ມີຜົນກະທົບແຜ່ກະຈາຍ, ສ້າງກຳລັງຜັກດັນການພັດທະນາເສດຖະກິດ-ສັງຄົມ, ພິເສດແມ່ນບັນດາໂຄງການສະຫະເຂດ, ບັນດາໂຄງການເພື່ອປ້ອງກັນ, ຄວບຄຸມ ແລະ ບັນເທົາຜົນກະທົບຈາກການປ່ຽນແປງສະພາບພູມອາກາດແລະໄພທຳມະຊາດ, ບັນດາໂຄງການປ່ຽນດິຈີຕອນແຫ່ງຊາດ.
- ມີນະໂຍບາຍສົ່ງເສີມການໃຊ້ສອຍບໍລິໂພກພາຍໃນປະເທດ, ເພີ່ມທະວີວຽກງານຂໍ້ມູນແລະໂຄສະນາຕອບສະໜອງຕໍ່ການຂົນຂວາຍ “ຄົນຫວຽດນາມໃຫ້ຄວາມສຳຄັນກັບການໃຊ້ສິນຄ້າຫວຽດນາມ”. ປະກາດໃຊ້ໂດຍໄວດຳລັດກຳນົດວິທີການລະບຸຜະລິດຕະພັນ ສິນຄ້າຂອງຫວຽດນາມ, ຜະລິດຕະພັນ ສິນຄ້າທີ່ຜະລິດຢູ່ຫວຽດນາມ.
- ສຸມໃສ່ພັດທະນາຕະຫຼາດພາຍໃນປະເທດຢ່າງແຂງແຮງ, ປະຕິບັດບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການບໍລິໂພກພາຍໃນປະເທດຢ່າງມີປະສິດທິຜົນ, ສຸມໃສ່ຊຸກຍູ້ຄວາມຕ້ອງການໃນບາງຂະແໜງການ ຂົງເຂດ ເຊັ່ນ: ການທ່ອງທ່ຽວ, ການຂາຍຍ່ອຍ, ການຂົນສົ່ງ, ທີ່ພັກ, ອາຫານ ແລະ ເຄື່ອງດື່ມ.
- ຕິດຕາມ, ອັບເດດ, ປະເມີນສະຖານະການເປັນປະຈຳ ແລະ ຄາດຄະເນທ່າອ່ຽງການຄ້າສາກົນ. ຜັນຂະຫຍາຍແຜນການປະຕິບັດສັນຍາການຄ້າເສລີຢ່າງມີປະສິດທິຜົນ ແນໃສ່ຍູ້ແຮງການສົ່ງອອກ, ໂດຍສະເພາະໃນບັນດາຕະຫຼາດທີ່ມີພື້ນທີ່ກວ້າງຂວາງພຽງພໍ, ບັນດາສັນຍາການຄ້າເສລີຮຸ່ນໃໝ່ ແລະ ສັນຍາການຄ້າເສດລີທີ່ຫາກໍໄດ້ລົງນາມ ທີ່ສັນຍາວ່າຈະເຮັດໃຫ້ມີການປ່ຽນແປງອັນໃຫຍ່ຫຼວງໃນຮູບຮ່າງຂອງຕ່ອງໂສ້ການສະຫນອງ; ສວຍໃຊ້ກາລະໂອກາດຈາກທ່າອ່ຽງເສດຖະກິດໂລກ, ພ້ອມກັນນັ້ນກໍ່ຕອບໂຕ້ຢ່າງຕັ້ງໜ້າຕໍ່ຜົນກະທົບທາງລົບຂອງການແຂ່ງຂັນດ້ານການຄ້າ ແລະ ຄວາມຂັດແຍ່ງດ້ານການຄ້າ.
- ມີວິທີແກ້ໄຂເພື່ອຮັບມືກັບຜົນທີ່ຕາມມາຈາກກະແສແຮງງານທີ່ຍ້າຍອອກມາຈາກແຂວງ, ຕົວເມືອງໃຫຍ່: ໜູນຊ່ວຍວິສາຫະກິດດຶງດູດແຮງງານກັບຄືນສູ່ບ່ອນເຮັດວຽກຢູ່ເຂດອຸດສາຫະກຳ, ຕົວເມືອງໃຫຍ່ ພາຍຫຼັງການລະບາດຂອງໂຄວິດ-19 ເພື່ອຟື້ນຟູກຳລັງຄວາມສາມາດການຜະລິດ; ພ້ອມກັນນັ້ນ, ບັນດາທ້ອງຖິ່ນກໍເປັນເຈົ້າການໃນການສ້າງແຜນການແກ້ໄຂວຽກເຮັດງານທຳໃຫ້ຄົນງານທີ່ໄດ້ກັບມາທ້ອງຖິ່ນ ແຕ່ຍັງບໍ່ພ້ອມທີ່ຈະກັບຄືນສູ່ເຂດອຸດສາຫະກຳ, ຕົວເມືອງໃຫຍ່ ຍ້ອນຢ້ານວ່າພະຍາດລະບາດຍັງສັບສົນ, ສຸມໃສ່ແກ້ໄຂຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຫຼີກລ້ຽງຄວາມບໍ່ໝັ້ນຄົງທາງສັງຄົມ.
- ຄົ້ນຄວ້າພັດທະນາຂະບວນການຕອບສະໜອງອັດຕະໂນມັດສຳລັບພາວະສຸກເສີນຕາມລະດັບຄຸນນະພາບແລະປະລິມານ ເພື່ອສາມາດ “ກະຕຸ້ນ”, ນຳໃຊ້ໄດ້ທັນທີໃນກໍລະນີເກີດວິກິດການ, ໂລກລະບາດ ຫຼື ໄພພິບັດອື່ນໆ./.
------------------
(1) ເຊັ່ນ: ບົດສະຫຼຸບເລກທີ 77-KL/TW, ລົງວັນທີ 5 ມິຖຸນາ 2020, ບົດສະຫຼຸບເລກທີ 07-KL/TW, ລົງວັນທີ 11 ມິຖຸນາ 2021, ຂອງກົມການເມືອງສູນກາງພັກ; ມະຕິເລກທີ 116/2020/QH14, ລົງວັນທີ 19 ມິຖຸນາ 2020, ມະຕິເລກທີ 30/2021/QH15, ລົງວັນທີ 28 ກໍລະກົດ 2021, ມະຕິເລກທີ 124/2020/QH14, ລົງວັນທີ 11 ພຶດສະພາ 2020, ຂອງສະພາແຫ່ງຊາດ; ມະຕິເລກທີ 268/NQ-UBTVQH15, ລົງວັນທີ 6 ສິງຫາ 2021, ຂອງຄະນະປະຈຳສະພາແຫ່ງຊາດ; ມະຕິເລກທີ 42/NQ-CP, ລົງວັນທີ 9 ເມສາ 2020, ມະຕິເລກທີ 154/NQ-CP, ລົງວັນທີ 19 ຕຸລາ 2020, ມະຕິເລກທີ 84/NQ-CP, ລົງວັນທີ 29 ພຶດສະພາ 2020, ມະຕິເລກທີ 63/NQ-CP, ລົງວັນທີ 29 ມິຖຸນາ 2021, ມະຕິເລກທີ 68/NQ-CP, ລົງວັນທີ 1 ກໍລະກົດ 2021, ຂອງລັດຖະບານ; ພ້ອມກັບບັນດາມະຕິ, ມະຕິຕົກລົງ, ດຳລັດ, ໜັງສືວຽນ ແລະ ເອກະສານອື່ນໆ ຕາມອຳນາດຕັດສິນ.
- ບົດນີ້ໄດ້ບົງພິມໃນວາລະສານກອມມູນິດ ເລກທີ 975 (ເດືອນຕຸລາ 2021)