ປຸກຕື່ນຄວາມມຸ່ງມາດປາດຖະໜາທີ່ຈະອຸທິດຕົນ,
ປະຕິບັດແບບແຜນດໍາລົງຊີວິດທີ່ຈົບງາມລໍ້າເລີດ ແລະ
ກໍາຈັດປັດເປົ່າລັດທິເອກະຊົນໃນຊາວໜຸ່ມຫວຽດນາມ ໃນປັດຈຸບັນ
ປະຕິບັດແບບແຜນດໍາລົງຊີວິດທີ່ຈົບງາມລໍ້າເລີດ ແລະ
ກໍາຈັດປັດເປົ່າລັດທິເອກະຊົນໃນຊາວໜຸ່ມຫວຽດນາມ ໃນປັດຈຸບັນ
ວກ - ປະທານໂຮ່ຈີມິນ ໄດ້ຢືນຢັນຫຼາຍຄັ້ງເຖິງບົດບາດສໍາຄັນຂອງຊາວໜຸ່ມຕໍ່ກັບ ຊະຕາກໍາຂອງປະເທດຊາດ, ຊົນຊາດ. ເພິ່ນໄດ້ໃຫ້ທັດສະນະວ່າ “ປະເທດຊາດຈະຈະເລີນຮຸ່ງເຮືອງ ຫຼືຊຸດໂຊມ, ອ່ອນແອ ຫຼື ເຂັ້ມແຂງນັ້ນ ສ່ວນໃຫຍ່ແລ້ວແມ່ນຂຶ້ນກັບເຫຼົ່າຊາວໜຸ່ມທັງຫຼາຍ”(1). ຜ່ານແຕ່ລະໄລຍະການຂະຫຍາຍຕົວຂອງການປະຕິວັດ, ເຖິງວ່າຈະຢູ່ໃນສະພາບແວດລ້ອມໃດ, ບັນດາຮຸ່ນຄົນຊາວໜຸ່ມຫວຽດນາມ ກໍລ້ວນແຕ່ອອກແຮງພະຍາຍາມເຮັດສໍາເລັດຢ່າງດີເລີດ ພາລະກໍາປະຫວັດສາດຂອງຕົນ.
ທ່ານ ຫງວຽນຊວັນຟຸກ, ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພົບປະຢ່າງສະໜິດສະໜົມກັບພະນັກງານຄະນະຊາວໜຸ່ມໃນແຕ່ລະສະໄໝ ແລະ ພະນັກງານຄະນະຊາວໜຸ່ມທີ່ດີເດັ່ນ ໄດ້ຮັບລາງວັນ ຫຼີຕຶຈ້ອງ ປີ 2021, ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (26-3-1931 – 26-3-2021), ວັນທີ 22-3-2021 _ພາບ:TTXVN
ກໍ່ສ້າງ “ຮູບພາບ” ຊາວໜຸ່ມຜູ້ເປັນແບບຢ່າງ
ສືບທອດມູນເຊື້ອຂອງຊາດ ແລະ ບັນດາຮຸ່ນພໍ່ຮຸ່ນອ້າຍ, ຊາວໜຸ່ມຫວຽດນາມ ໃນທຸກມື້ນີ້ ໄດ້ສືບຕໍ່ປະກອບສ່ວນສໍາຄັນ ໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຊາວໜຸ່ມຫວຽດນາມຫຼາຍລ້ານຄົນພວມຕັ້ງໜ້າອອກແຮງງານ, ທໍາການຜະລິດຜົນ, ຜະລິດຊັບສິນໃຫ້ແກ່ສັງຄົມໄດ້ຢ່າງມາກມາຍກ່າຍກອງ, ສ້າງຮັ່ງຄູນມີແກ່ຕົນເອງ ແລະ ຄອບຄົວ. ບັນດານັກຮົບໜຸ່ມນ້ອຍໃນກໍາລັງປະກອບອາວຸດໄດ້ເອົາຊະນະກັບທຸກຄວາມທຸກຍາກລໍາບາກ, ການເສຍສະຫຼະ, ບໍ່ວ່າເວັນຄືນ ຢືນເຝົ້າຮັກສາຊາຍແດນ, ເກາະດອນ, ຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບສຸກ. ບັນດາປັນຍາຊົນໜຸ່ມນ້ອຍ, ນັກຮຽນຮູ້, ນັກສຶກສາ ກໍມົວເມົານໍາການສຶກສາຮໍ່າຮຽນ, ຄົ້ນຄວ້າວິທະຍາສາດ, ສະສົມປັນ ຍາຄວາມຮູ້ເພື່ອສ້າງຕົວ, ສ້າງອາຊີບ. ນັກຮຽນ, ນັກສຶກສາຈໍານວນຫຼວງຫຼາຍສາມາດຍາດ ໄດ້ໄຊຊະນະສໍາຄັນບົນສ້ຽວວຽນການແຂ່ງຂັນພູມປັນຍາໂລກ, ນໍາເອົາຄວາມສະຫງ່າອົງ ອາດມາໃຫ້ປະເທດຊາດ.
ໄລຍະມໍ່ໆມານີ້, ໃນເວລາທີ່ການແຜ່ລະບາດຂອງພະຍາດໂຄວິດ-19 ຜັນແປໄປຢ່າງສົບສົນ, ສັງຄົມໄດ້ພົບເຫັນ “ຮູບພາບ” ເຫຼົ່າໄວໜຸ່ມເຂົ້າຮ່ວມຢ່າງຕັ້ງໜ້າໃນກໍາລັງປ້ອງກັນແລະຕ້ານການລະບາດຂອງພະຍາດ. ນັ້ນແມ່ນເຫຼົ່າບັນດານາຍແພດ, ທ່ານໝໍໜຸ່ມ, ພະນັກງານ, ນົກຮົບໜຸ່ມໃນກໍາລັງປະກອບອາວຸດທີ່ກຽມພ້ອມຂານອາສາອອກສູ່ປ້ອມດ່ານໜ້າ ເພື່ອຕ້ານການລະບາດຂອງພະຍາດ, ໜູນຊ່ວຍຢູ່ເຂດກັກກັນ, ບັນດາຈຸດກວດກາ, ຕ້ານ ແລະ ສະກັດກັ້ນພະຍາດ, ເຂົ້າຮ່ວມໜູນຊ່ວຍການຈາລະຈອນສິນຄ້າ, ສັກວັກຊີນ, ໜູນຊ່ວຍການຈຳໜ່າຍຜະລິດຕະພັນກະສິກໍາ, ຊ່ວຍເຫຼືອຄອບຄົວ, ຊາວໜຸ່ມ, ເຍົາວະຊົນທີ່ພົບຄວາມຫຍຸ້ງຍາກຍ້ອນການລະບາດຂອງພະຍາດ; ອອກແຮງຄົ້ນຄວ້າບັນດາຜະລິດຕະພັນໜູນຊ່ວຍການປ້ອງກັນແລະຕ້ານການແຜ່ລະບາດຂອງພະຍາດ,… ເຂົາເຈົ້າໄດ້ສະແດງໃຫ້ເຫັນເຖິງບັນດາຈິນຕະນາການໃໝ່, ຈິດໃຈປະດິດສ້າງທີ່ບໍ່ຢຸດຢັ້ງ ແລະ ເວລາໃດກໍສະແດງເຖິງຄວາມມຸ່ງມາດປາຖະໜາ, ຝັກໄຝ່ໃນວຽກງານ ເພື່ອເຮັດສໍາເລັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ.
ຖ້າຕັ້ງຄໍາຖາມວ່າ “ຄວາມມຸ່ງມາດປາຖະໜາ, ແບບແຜນດໍາລົງຊີວິດຂອງຊາວໜຸ່ມ ຫວຽດນາມໃນປັດຈຸບັນແມ່ນຫຍັງ?”, ຄໍາຕອບກໍອາດຈະສະແດງອອກຢ່າງຈະແຈ້ງທີ່ສຸດໃນກະໂຕການກະທໍາປະຈໍາວັນຂອງເພື່ອນຊາວໜຸ່ມແຕ່ລະຄົນ; ນັ້ນແມ່ນຈິດໃຈອຸທິດຕົນ ເພື່ອບ້ານເກີດເມືອງນອນ, ປະເທດຊາດ ໄດ້ພັດທະນາ, ຮັ່ງມີເຂັ້ມແຂງ. ຄວາມມຸ່ງມາດປາຖະໜາ ແລະ ຄວາມມານະຍາຍາມຂອງຊາວໜຸ່ມໃນການສຶກສາຮໍ່າຮຽນ, ອອກແຮງງານ ແມ່ນການອຸທິດ, ປະກອບສ່ວນໃນການສ້າງສາໃຫ້ປະເທດຊາດຮັ່ງມີ, ເຂັ້ມແຂງແຮງກ້າ. ຈິດໃຈດັ່ງກ່າວໄດ້ສືບທອດຈາກມູນເຊື້ອປະຫວັດສາດຫຼາຍພັນປີຂອງຊາດ.
ເຖິງແນວນັ້ນກໍຕາມ, ຄຽງຄູ່ກັບບັນດາໝາກຜົນ, ຄວາມມານະພະຍາຍາມທີ່ໜ້າຈາລຶກດັ່ງກ່າວ ກໍຍັງມີບັນດາຂໍ້ຈໍາກັດ, ຄົງຄ້າງ, ການສະແດງອອກຂອງລັດທິເອກະຊົນໃນຊາວໜຸ່ມ ເຊິ່ງຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ. ປະທານ ໂຮ່ຈີມິນ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: “ລັດທິເອກະຊົນມັນກົງກັນຂ້າມກັບຄຸນສົມບັດສິນທໍາປະຕິວັດ, ຖ້າຫາກມັນຍັງຄົງຢູ່ໃນຕົວເຮົາ, ເຖິງວ່າຈະໜ້ອຍນິດກໍຕາມ, ມັນຈະຄອຍຖ້າໂອກາດເພື່ອໃຫ້ຂະຫຍາຍຕົວ, ເພື່ອໃຫ້ປົກບັງຄຸນສົມບັດສິນທໍາປະຕິວັດ, ເພື່ອກີດຂວາງບໍ່ໃຫ້ເຮົາເປັນຈິດໜຶ່ງໃຈດຽວຕໍ່ສູ້ເພື່ອພາລະກິດປະຕິວັດ. ລັດທິເອກະຊົນແມ່ນການສໍ້ໂກງ, ເລ່ລ່ຽມປະເພດໜຶ່ງ; ມັນເກ້ຍກ່ອມໃຫ້ຄົນເຮົາຊຸດໂຊມໄດ້ຢ່າງງ່າຍດາຍ. ຍ້ອນແນວນັ້ນ ຈຶ່ງເປັນໄພອັນຕະລາຍທີ່ສຸດ”(2).
ເມື່ອເຍືອງສ່ອງເຂົ້າໃນບັນດາການສະແດງອອກຂອງລັດທິເອກະຊົນທີ່ປະທານ ໂຮ່ ຈີມິນ ໄດ້ຊີ້ໃຫ້ເຫັນນັ້ນ ສາມາດເຫັນໄດ້ບັນດາຈຸດອ່ອນ, ຂໍ້ຈໍາກັດຂອງຊາວໜຸ່ມໃນປັດຈຸ ບັນ ນັ້ນແມ່ນ “ຄວາມເຫັນແກ່ຕົວ” ຫຼາຍເກີນໄປ, ຮຽກຮ້ອງແຕ່ການຊົມໃຊ້ ແຕ່ຂີ້ກຽດການຝຶກຝົນຫຼໍ່ຫຼອມ, ຖືເອົາຜົນປະໂຫຍດສ່ວນຕົວເໜືອກວ່າຜົນປະໂຫຍດລວມໝູ່ ແລະ ປະເທດຊາດ; ຂາດຄວາມຮັບຜິດຊອບ, ເມີນເສີຍຕໍ່ອັນລວມ; ຂາດຄວາມມຸ່ງມາດປາຖະໜາ, ເຈດຈໍານົງບືນຕົວກ້າວຂຶ້ນ, ພິເສດແມ່ນ ການຕົກໃນລັດທິເອກະຊົນ, ເວົ້າບໍ່ຄຽງຄູ່ກັບເຮັດ, ລະເມີດຕໍ່ລະບຽບວິໄນຂອງຄະນະຊາວໜຸ່ມ, ລະເມີດຕໍ່ລະບຽບກົດໝາຍຂອງລັດ. ລັດທິເອກະຊົນ ເປັນກົກເຫງົ້າພາໃຫ້ເກີດບັນດາພະຍາດ, ຜົນຕາມມາທີ່ເປັນໄພອັນຕະລາຍ, ດັ່ງທີ່ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: “ຈາກການເສື່ອມໂສມທາງດ້ານແນວຄິດ - ການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ ຈະພາໄປເຖິງ “ການຜັນປ່ຽນເອງ”, “ປ່ຽນແປງເອງ” ພຽງໃນບາດກ້າວສັ້ນໆ ເທົ່ານັ້ນ, ຊໍ້າບໍ່ໜໍາແມ່ນສັ້ນທີ່ສຸດ, ເປັນໄພອັນຕະລາຍທີ່ຄາດເດົາໄດ້ຍາກ, ອາດຈະພາໄປສູ່ການຕໍ່ມື ຫຼື ສົມຮູ້ຮ່ວມຄິດກັບອິດທິກໍາລັງບໍ່ດີ, ສັດຕູ, ສວຍໂອກາດ, ທໍລະຍົດຕໍ່ອຸດົມການ ແລະ ພາລະກິດປະຕິວັດຂອງພັກ ແລະ ຂອງຊາດ”(3).
ເພື່ອສ້າງສາປະເທດຫວຽດນາມໃຫ້ເຂັ້ມແຂງແຮງກ້າ, ຈະເລີນຮຸ່ງເຮືອງ ແລະ ຜາ ສຸກນັ້ນ ຕ້ອງມີຄວາມມຸ່ງຫວັງອັນຍິ່ງໃຫຍ່. ນັ້ນແມ່ນຄວາມມຸ່ງມາດປາຖະໜາສ້າງສາພັດທະນາປະເທດຊາດໃຫ້ທຽມທັນກັບບັນດາປະເທດມະຫາອໍານາດໃນໂລກ, ດ້ວຍຈຸດໝາຍ ກ້າວສູ່ “ປີ 2025, ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ປະເທດຊາດເປັນເອກະພາບຄົບຮອບ 50 ປີ: ກາຍເປັນປະເທດກໍາລັງພັດທະນາ, ມີອຸດສາຫະກໍາຕາມທິດທັນສະໄໝ, ລື່ນກາຍລະດັບປະເທດທີ່ມີລາຍໄດ້ປານກາງຕໍ່າ. ຮອດປີ 2030, ສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 100 ປີ: ກາຍເປັນປະເທດກໍາລັງພັດທະນາ, ມີອຸດສາຫະກໍາທີ່ທັນສະໄໝ, ເປັນປະເທດທີ່ມີລາຍໄດ້ປານກາງສູງ. ຮອດປີ 2045, ສະເຫຼີມສະຫຼອງວັນສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 100 ປີ: ກາຍເປັນປະເທດພັດທະນາ, ມີລາຍຮັບສູງ”(4).
ຢາກປະຕິບັດໄດ້ດັ່ງຄວາມມຸ່ງມາດປາຖະໜານັ້ນ, ຕ້ອງມີຄົນຜູ້ທີ່ທັງ “ເກັ່ງກ້າ” ທັງ “ມີຄວາມຮູ້ຄວາມສາມາດ”. ບົດສະຫຼຸບສະບັບເລກທີ 21-ສຫຼ/ສກພ, ລົງວັນທີ 25 ຕຸລາ 2021, ຂອງກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 13, “ວ່າດ້ວຍການຍູ້ແຮງການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ; ເດັດດ່ຽວສະກັດກັ້ນ, ຕີຖອຍ, ແກ້ໄຂຢ່າງເຂັ້ມງວດຕໍ່ພະນັກງານ, ສະມາຊິກພັກທີ່ເສື່ອມຖອຍທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, ການສະແດງອອກຂອງ “ການຜັນປ່ຽນເອງ”, “ປ່ຽນແປງເອງ”, ດ້ວຍຫຼາຍເນື້ອໃນໃໝ່ທີ່ພົ້ນເດັ່ນ, ໄດ້ເພີ່ມເຕີມ, ສ້າງຄວາມກະຈ່າງແຈ້ງໃນລະບົບການສະແດງອອກຂອງການເສື່ອມຖອຍທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, “ຜັນປ່ຽນເອງ”, “ປ່ຽນແປງເອງ”, “ປະກົດການຫຍໍ້ທໍ້” ທີ່ແທດເໝາະກັບສະພາບການໃໝ່; ພ້ອມກັນນັ້ນ, ກໍເນັ້ນໜັກເຖິງກຸ່ມໜ້າທີ່, ວິທີການແກ້ໄຂ ກ່ຽວກັບການກໍ່ສ້າງຖັນແຖວພະນັກງານແຕ່ລະຂັ້ນ, ໂດຍສະເພາະແມ່ນຂັ້ນຍຸດທະສາດ ແລະ ຜູ້ນໍາພາທີ່ພຽບພ້ອມທາງດ້ານຄຸນທາດການເມືອງ, ກໍາລັງຄວາມສາມາດ ແລະ ຄວາມເຊື່ອໝັ້ນ, ສົມຄູ່ກັບພາລະໜ້າທີ່; ເດັດດ່ຽວ, ຍຶດໝັ້ນການຕໍ່ສູ້ຕ້ານ, ສະກັດກັ້ນ ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຕ່າງໆ ແລະ ຈັດການແກ້ໄຂຢ່າງເຂັ້ມງວດ ຕໍ່ພະນັກງານທີ່ກະທຳຜິດ.
ການຈັດຕັ້ງຜັນຂະຫຍາຍບົດສະຫຼຸບສະບັບເລກທີ 21-ສຫຼ/ສກພ ໄດ້ວາງຄວາມ ຮຽກຮ້ອງຕ້ອງການໃໝ່ ແລະ ສູງກວ່າ ຕໍ່ກັບລະບົບການເມືອງທັງໝົດ, ໃນນັ້ນ ລວມທັງ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ. ຖ້າຫາກວ່າ ມະຕິສະບັບເລກທີ 25-ມຕ/ສກພ, ລົງ ວັນທີ 25 ກໍລະກົດ 2008, ຂອງຄະນະບໍລິຫານງານສູນກາງພັກສະໄໝທີ 10, “ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ກັບວຽກງານຊາວໜຸ່ມ ໃນສະໄໝຍູ້ແຮງການຫັນເປັນອຸດສາຫະກໍາ, ທັນສະໄໝ”, ໄດ້ກໍານົດທັດສະນະ “ກໍ່ສ້າງຄະນະຊາວໜຸ່ມເຂັ້ມແຂງໜັກແໜ້ນ ແມ່ນກໍ່ສ້າງພັກກ່ອນບາດກ້າວໜຶ່ງ”, ມາໃນປັດຈຸບັນ ຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງຄະນະຊາວໜຸ່ມເຂັ້ມແຂງໜັກແໜ້ນ ແມ່ນກໍ່ສ້າງພັກ ແລະ ລະບົບການເມືອງກ່ອນບາດກ້າວໜ້າ.
ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເປັນກອງສໍາຮອງທີ່ໜ້າເຊື່ອຖືຂອງພັກ; ຍ້ອນ ແນວນັ້ນ, ຖ້າຢາກເປັນເຈົ້າການຕໍ່ສູ້, ເດັດດ່ຽວສະກັດກັ້ນ, ຕີຖອຍການເສື່ອມຖອຍທາງ ດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, ບັນດາການສະແດງອອກຂອງ “ການຜັນປ່ຽນເອງ”, “ການປ່ຽນແປງເອງ” ແມ່ນຕ້ອງດໍາເນີນການແຕ່ຫົວທີ, ແຕ່ໄກ, ຕ້ອງເລີ່ມຕົ້ນຈາກຖັນແຖວສະມາຊິກຊາວໜຸ່ມ ແລະ ສະມາຊິກພັກໜຸ່ມນ້ອຍ, ເຊິ່ງຈຸດສຸມແມ່ນ ເດັດດ່ຽວຈໍາກັດປັດເປົ່າລັດທິເອກະຊົນ, ຍົກສູງຄຸນສົມບັດສິນທໍາປະຕິວັດ, ບໍາລຸງແນວຄິດເພື່ອໝູ່ຄະນະ, ຈິດໃຈຄວາມສາມັກຄີ, ສະຕິຕໍ່ການຈັດຕັ້ງ ແລະ ສະຕິລະບຽບວິໄນໃຫ້ແກ່ຖັນແຖວສະມາຊິກຊາວໜຸ່ມ, ຊາວໜຸ່ມ.
ຕໍ່ສູ້ຕ້ານລັດທິເອກະຊົນ ບໍ່ແມ່ນ “ຢຽບຢໍ່າຜົນປະໂຫຍດສ່ວນຕົວ”, ຫາກຮຽກຮ້ອງໃຫ້ຊາວໜຸ່ມຕ້ອງຮູ້ຈັກແກ້ໄຂຢ່າງຖືກຕ້ອງໃນສາຍພົວພັນ ລະຫວ່າງຜົນປະໂຫຍດ ຂອງຕົນກັບຜົນປະໂຫຍດລວມໝູ່ ແລະ ຂອງສັງຄົມ, ເຮັດໃຫ້ຜົນປະໂຫຍດສ່ວນຕົວ ແລະ ຜົນປະໂຫຍດລວມໝູ່ ພັດທະນາຢ່າງກົມກຽວ; ແຕ່ກົງກັນຂ້າມ, ຖ້າຜົນປະໂຫຍດສ່ວນຕົວຂັດແຍ່ງກັບຜົນປະໂຫຍດລວມໝູ່, ຄຸນສົມບັດສິນທໍາປະຕິວັດກໍຈະຮຽກຮ້ອງໃຫ້ ຜົນປະໂຫຍດສະເພາະຂອງສ່ວນຕົວຕ້ອງຂຶ້ນກັບຜົນປະໂຫຍດລວມຂອງໝູ່ຄະນະ. ນີ້ແມ່ນ ບັນຫາທີ່ມີຄວາມໝາຍສໍາຄັນ, ຮຽກຮ້ອງໃຫ້ຕ້ອງໄດ້ຮັບການເສີມຂະຫຍາຍກໍາລັງແຮງສັງ ລວມຂອງບັນດາອົງການຈັດຕັ້ງ, ບັນດາກໍາລັງຕ່າງໆ ເພື່ອພ້ອມກັນເອົາໃຈໃສ່ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ແບບແຜນດໍາລົງຊີວິດໃຫ້ແກ່ຊາວໜຸ່ມ, ກໍາເນີດເປັນຄຸນທາດອັນຈົບງາມລໍ້າເລີດຂອງຄົນໃໝ່ສັງຄົມນິຍົມ.
ວິທີການຕົ້ນຕໍຈໍານວນໜຶ່ງເພື່ອປຸກຕື່ນຄວາມໄຝ່ຝັນອັນແຮງກ້າອຸທິດຕົນ,
ສ້າງສາ ແລະ ຈັດຕັ້ງປະຕິບັດແບບແຜນດໍາລົງຊີວິດທີ່ຈົບງາມລໍ້າເລີດ ໃຫ້ແກ່ຊາວໜຸ່ມໃນຕໍ່ໜ້າ
ໜຶ່ງ, ເອົາໃຈໃສ່ຍົກສູງລັກສະນະການເມືອງ ຂອງຖັນແຖວສະມາຊິກຊາວໜຸ່ມ ແລະ ລັກສະນະນໍາໜ້າ, ຄວາມເປັນແບບຢ່າງຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມ; ສະກັດ ກັ້ນແຕ່ຫົວທີ, ແຕ່ໄກຕໍ່ບັນດາປະກົດການເສື່ອມຖອຍທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, “ການຜັນປ່ຽນເອງ”, “ການປ່ຽນແປງເອງ”. ຄະນະເລຂາທິການສູນກາງຄະນະຊາວໜຸ່ມ ໄດ້ຈັດຕັ້ງບັ້ນດໍາເນີນຊີວິດການເມືອງຢ່າງກວ້າງຂວາງໃນທົ່ວຄະນະຊາວໜຸ່ມ ໃນຫົວຂໍ້ “ຄວາມໄຝ່ຝັນອັນແຮງກ້າອຸທິດຕົນ, ແບບແຜນດໍາລົງຊີວິດຂອງຊາວໜຸ່ມ”. ບັ້ນດໍາເນີນຊີວິດການເມືອງນີ້ຈະແກ່ຍາວໄປຈົນຮອດປີ 2026, ຕິດພັນກັບວິທີການສໍາຄັນໃນການສຶກສາອົບຮົມອຸດົມການປະຕິວັດ, ຄຸນສົມບັດ, ແບບແຜນດໍາລົງຊີວິດ ວັດທະນະທໍາໃຫ້ແກ່ຊາວໜຸ່ມ, ເຍົາວະຊົນ, ສຶກສາຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນ ໂຮ່ຈີມິນ ດ້ວຍຄວາມມຸ່ງຫວັງວ່າ ຜ່ານການກະທໍາເຫຼົ່ານັ້ນ ສະມາຊິກຊາວໜຸ່ມ, ຊາວໜຸ່ມແຕ່ລະຄົນຈະຖືຜົນປະໂຫຍດສ່ວນຕົວຂອງຕົນປະສົມກົມກຽວກັບກະແສໄຫຼຂອງປະເທດຊາດ, ຊົນຊາດ, ສ້າງເປັນກໍາລັງແຮງສັງລວມອັນໃຫຍ່ຫຼວງ, ແນໃສ່ປະກອບສ່ວນສ້າງເປັນບັນດາຄຸນຄ່າແຫ່ງການຂະຫຍາຍຕົວໃໝ່ໃຫ້ແກ່ປະເທດຊາດ.
ສອງ, ສືບຕໍ່ຍຶດໝັ້ນ ແລະ ບໍ່ຢຸດຢັ້ງໃນການປ່ຽນແປງໃໝ່ເນື້ອໃນ, ແບບວິທີສຶກສາອົບຮົມ ໃຫ້ຊາວໜຸ່ມ, ໂດຍສະພາະແມ່ນ ສຶກສາອົບຮົມອຸດົມການ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດວັດທະນະທໍາ, ສຶກສາອົບຮົມບັນດາຄຸນຄ່າທີ່ເປັນມູນເຊື້ອອັນດີງາມຂອງຊາດ.
ການເຄື່ອນໄຫວສຶກສາອົບຮົມໃຫ້ຊາວໜຸ່ມ ຕ້ອງໄດ້ປັບຕົວຢ່າງໄວວາກວ່າເກົ່າໃນ ສະພາບແວດລ້ອມແຫ່ງການປະຕິວັດອຸດສາຫະກໍາຄັ້ງທີສີ່ ທີ່ພວມເກີດຂຶ້ນຢ່າງແຂງແຮງ ແລະ ທ່າອ່ຽງການປ່ຽນແປງຢ່າງໄວວາຂອງໄວໜຸ່ມ; ເພີ່ມທະວີການນໍາໃຊ້ເຕັກໂນໂລຊີຂໍ້ ມູນຂ່າວສານ, ໝູນໃຊ້ຜົນປະໂຫຍດຂອງອິນເຕີເນັດ, ເຄືອຂ່າຍສັງຄົມ ເພື່ອເຕົ້າໂຮມ, ກໍາ ນົດທິດ, ສຶກສາອົບຮົມຊາວໜຸ່ມ, ເຍົາວະຊົນ.
ຕໍ່ກັບຄະນະຊາວໜຸ່ມ, ຕ້ອງສືບຕໍ່ກໍານົດການສຶກສາອົບຮົມໂດຍຜ່ານຂະບວນການ ເຄື່ອນໄຫວປະຕິວັດ ແມ່ນແບບວິທີໃຈກາງ ແລະ ມີປະສິດທິຜົນສູງ.
ຕໍ່ກັບບັນດາໜ້າທີ່ຕົວຈິງ, ສືບຕໍ່ຮັກສາການຈັດຕັ້ງ ແລະ ເປີດກວ້າງເປົ້າໝາຍທີ່ເຂົ້າຮວມ, ຂະຫຍາຍບັນດາຮູບການແຂ່ງຂັນ, ຊອກຮູ້ກ່ຽວກັບລັດທິມາກ - ເລນິນ, ແນວ ຄິດ ໂຮ່ຈີມິນ ຢູ່ຂັ້ນຕ່າງໆ(5). ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມ ບັດ, ແບບແຜນ ໂຮ່ຈີມິນ, ຖືອັນນີ້ເປັນເນື້ອໃນສໍາຄັນແຖວໜ້າ ເພື່ອກໍ່ສ້າງພັກໃຫ້ເຂັ້ມແຂງໜັກແໜ້ນທາງດ້ານການເມືອງ, ແນວຄິດ(6), ຍົກສູງຄຸນນະພາບ, ເພີ່ມທະວີທາງດ້ານ ປະລິມານຂອງສະມາຊິກຊາວໜຸ່ມທີ່ຫາກໍຮັບເຂົ້າໃໝ່. ສືບຕໍ່ເພີ່ມເຕີມ, ຕອບສະໜອງ, ບູລະນະເນື້ອໃນ, ເຄື່ອງມື, ແບບວິທີຈັດຕັ້ງເອກະສານຮໍ່າຮຽນທິດສະດີການເມືອງສໍາລັບສະມາຊິກຊາວໜຸ່ມ ແລະ ປະຕິບັດຢ່າງເຂັ້ມງວດ ຂໍ້ກໍານົດວ່າດ້ວຍລະບອບການຮໍ່າຮຽນທິດສະດີການເມືອງຕໍ່ກັບສະມາຊິກຊາວໜຸ່ມ(7). ຖືສໍາຄັນ ບັນດາເນື້ອໃນຝຶກຝົນຫຼໍ່ຫຼອມທາງດ້ານອຸດົມການປະຕິວັດ, ຄວາມຮັບຮູ້ທາງດ້ານການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, ແບບແຜນ, ຕິດພັນລະຫວ່າງເນື້ອໃນຝຶກຝົນຫຼໍ່ຫຼອມ ກັບການປັບປຸງແກ້ໄຂປະກົດການເສື່ອມຖອຍທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, “ການຜັນປ່ຽນເອງ”, “ການປ່ຽນແປງເອງ” ໃນສະມາຊິກຊາວໜຸ່ມ, ໂດຍຜ່ານແຜນງານ “ຝຶກຝົນຫຼໍ່ຫຼອມສະມາຊິກຊາວໜຸ່ມ”(8). ຊາວໜຸ່ມແຕ່ລະຄົນຕ້ອງໄດ້ຝຶກຝົນຄຸນສົມບັດສິນທໍາປະຕິວັດ, ຄວາມຖະໜອມຖ່ອມຕົວ ແລະ ຮັກຄວາມກ້າວໜ້າຢ່າງເປັນປະຈໍາ; ມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ, ມີຈິດໃຈກຽມພ້ອມທຸ່ມເທກາຍໃຈ, ມີນໍ້າໃຈເມດຕາກະລຸນາ, ເວລາໃດກໍເພື່ອພາລະກິດລວມ ແນໃສ່ການປະກອບສ່ວນທີ່ດີກວ່າເກົ່າ, ໃຫຍ່ຫຼວງກວ່າເກົ່າ ໃຫ້ແກ່ຄອບຄົວ, ບ້ານເກີດເມືອງນອນ ແລະ ປະເທດຊາດ.
ສາມ, ເອົາໃຈໃສ່ຍົກສູງຄຸນນະພາບຖັນແຖວພະນັກງານຄະນະຊາວໜຸ່ມແຕ່ລະຂັ້ນ. ຖືສໍາຄັນການກໍ່ສ້າງ, ບໍາລຸງ, ສ້າງຖັນແຖວພະນັກງານຄະນະຊາວໜຸ່ມທີ່ມີຈິດໃຈມັກສຶກສາ ຮໍ່າຮຽນ, ຮັກຄວາມກ້າວໜ້າ, ບໍ່ຢຸດຢັ້ງໃນການຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ ແລະ ຄວາມອາດສາມາດໃນໜ້າທີ່ວຽກງານ; ເປັນເພື່ອນຜູ້ໃກ້ຊິດກັບຊາວໜຸ່ມຢ່າງແທ້ຈິງ, ບໍ່ອວດອົ່ງ, ພໍໃຈກັບຕົວເອງ, ຫ່າງເຫີນຈາກຊາວໜຸ່ມ, ຫ່າງເຫີນຈາກພຶດຕິກໍາ; ບໍ່ຕົກໃນການເສື່ອມຖອຍທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ.
ຕໍ່ກັບຄວາມຮຽກຮ້ອງແຫ່ງການຂະຫຍາຍຕົວໃໝ່ຂອງປະເທດ, ເວລາໃດພະນັກ ງານຄະນະຊາວໜຸ່ມ ກໍຕ້ອງນໍາໜ້າ, ມີຈິດໃຈປ່ຽນແປງໃໝ່, ກ້າຄິດ, ຮູ້ເຮັດ, ຂະຫຍັນຂັນ ເຂື່ອນ ແລະ ມີຫົວຄິດປະດິດສ້າງ, ເວລາໃດກໍກຽມພ້ອມປັດເຂ່ຍ “ຄວາມເຫັນແກ່ຕົວ” ອອກໄປຢູ່ເບື້ອງໜຶ່ງ ເພື່ອຜົນປະໂຫຍດລວມ, ເວລາໃດກໍຖືເອົາຜົນປະໂຫຍດລວມຂອງປະ ເທດ, ຂອງຊາດ, ຂອງພັກ, ຂອງຄະນະຊາວໜຸ່ມ ສູງເໜືອກວ່າຜົນປະໂຫຍດສ່ວນຕົວ(9). ກຽມພ້ອມປ່ຽນແທນບັນດາພະນັກງານຜູ້ທີ່ເຮັດວຽກປະສິດທິພາບຕ່ຳ, ບໍ່ເຮັດສໍາເລັດໜ້າທີ່ເປັນປະຈໍາ, ອ່ອນທາງດ້ານຄວາມສາມາດມາດ, ອ່ອນທາງດ້ານຄຸນສົມບັດສິນທໍາປະຕິ ວັດ, ບໍ່ໄດ້ຮັບຄວາມໄວ້ວາງໃຈ. ພິເສດແມ່ນ ຕ້ອງເອົາໃຈໃສ່ການຝຶກຝົນຫຼໍ່ຫຼອມທາງດ້ານທ່າທາງບຸກຄະລິກ, ປະຕິບັດແບບແຜນວິທີເຮັດວຽກຂອງພະນັກງານຄະນະຊາວໜຸ່ມທີ່ຕິດພັນກັບການຍົກສູງບົດບາດ, ຄວາມຮັບຜິດຊອບເປັນແບບຢ່າງ ຂອງພະນັກງານຄະນະຊາວໜຸ່ມ, ສະມາຄົມ, ໜ່ວຍກອງ.
ຄວາມເປັນແບບຢ່າງຂອງພະນັກງານຄະນະຊາວໜຸ່ມ, ໂດຍສະເພາະແມ່ນຜູ້ນໍາພາ, ນັ້ນແມ່ນຈຸດເລີ່ມຕົ້ນ, ປະຖົມປັດໄຈເພື່ອການເຜີຍແຜ່, ຍົກສູງຄຸນສົມບັດສິນທໍາປະຕິວັດ, ກໍາຈັດປັດເປົ່າລັດທິເອກະຊົນໃນຊາວໜຸ່ມ. ພະນັກງານຂັ້ນເທິງຕ້ອງເປັນແບບຢ່າງໃຫ້ແກ່ ພະນັກງານຂັ້ນລຸ່ມ; ພະນັກງານຄະນະຊາວໜຸ່ມ, ສະມາຄົມ, ໜ່ວຍກອງ ຕ້ອງເປັນແບບ ຢ່າງໃຫ້ແກ່ສະມາຊິກຊາວໜຸ່ມ, ສະມາຊິກສະມາຄົມ(10); ສະມາຊິກຊາວໜຸ່ມຕ້ອງເປັນແບບ ຢ່າງໃຫ້ແກ່ຊາວໜຸ່ມ; ຊາວໜຸ່ມຕ້ອງເປັນແບບຢ່າງໃຫ້ແກ່ເຍົາວະຊົນ, ອະນຸຊົນຖືກຕາມ ທັດສະນະທີ່ວ່າ “ເທິງກ່ອນ, ລຸ່ມຫຼັງ”, “ໃນກ່ອນ, ນອກຫຼັງ”. ປະຕິບັດເປັນລະບົບຄົບຊຸດ, ເອກະພາບຖືກຕ້ອງຕາມຈິດໃຈຊີ້ນໍາຂອງສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ ໄດ້ ກ່າວວ່າ: “ເບື້ອງໜ້າຮ້ອງໂຮ ທາງຫຼັງໃຫ້ການສະໜັບສະໜູນ”, “ໜຶ່ງໂຮຮ້ອງ ສອງສະ ໜອງຕອບ”, “ເທິງລຸ່ມລ້ວນແຕ່ເປັນຈິດໜຶ່ງໃຈດຽວ” ແລະ “ເໜືອໃຕ້ ຕັ້ງນອນ ທະລຸລ່ວງ”.
ສີ່, ເພີ່ມທະວີການກວດກາ, ຕິດຕາມ ແລະ ລະບຽບວິໄນພາຍໃນຄະນະຊາວໜຸ່ມ; ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການຕິດຕາມ, ການສ່ອງແສງຂອງສັງຄົມ. ຍົກສູງຄວາມຮັບຜິດຊອບຂອງຄະນະບໍລິຫານງານ, ຄະນະປະຈໍາສູນກາງຊາວໜຸ່ມ, ຜູ້ນໍາພາການຈັດຕັ້ງ ຄະນະຊາວໜຸ່ມແຕ່ລະຂັ້ນ ຕໍ່ກັບວຽກງານກວດກາ, ຕິດຕາມ ແລະ ລະບຽບວິໄນຂອງຄະ ນະຊາວໜຸ່ມ. ຕັ້ງໜ້າເຂົ້າຮ່ວມບັນດາວຽກງານ, ເນື້ອໃນຕິດຕາມຕໍ່ກັບບັນດາອົງການຈັດ ຕັ້ງຂອງພັກ, ລັດ ແລະ ພະນັກງານ, ຂ້າລັດຖະການ ໃນການປະຕິບັດໜ້າທີ່ຕາມການກໍາ ນົດ.
ສ້າງກົນໄກເພື່ອໃຫ້ຄະນະຊາວໜຸ່ມ ແລະ ຊາວໜຸ່ມໄດ້ເຂົ້າຮ່ວມການຕິດຕາມສະມາຊິກພັກທີ່ມີຕໍາແໜ່ງຕາມການກໍານົດຂອງພັກ ແລະ ການແນະນໍຂອງແນວໂຮມແຫ່ງຊາດຫວຽດນາມ. ໃນຂະບວນການຕິດຕາມຕ້ອງຮັບປະກັນການປະຕິບັດຕາມການນໍາພາຂອງພັກຢ່າງເດັດຖານ, ເສີມຂະຫຍາຍບົດບາດຂອງພະນັກງານຄະນະຊາວໜຸ່ມແຕ່ລະຂັ້ນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນການຕິດຕາມການບໍາລຸງ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ແບບແຜນດໍາລົງຊີວິດຂອງຜູ້ນໍາພາ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ, ສະມາຊິກພັກ. ຈັດຕັ້ງການທາບທາມຫາງສຽງສັງຄົມຕໍ່ກັບການຮ່າງແຜນນະໂຍບາຍ, ນະໂຍບາຍ, ໂຄງການ, ເອກະສານຕ່າງໆ ຂອງພັກ, ລັດ ທີ່ກ່ຽວຂ້ອງເຖິງຊາວໜຸ່ມ-ເຍົາວະຊົນ. ຖືສໍາຄັນການກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາຄໍາສະເໜີ, ຄໍາສະຫຼຸບພາຍຫຼັງການກວດກາ, ຕິດຕາມ. ແກ້ໄຂຢ່າງເຂັ້ມງວດ, ທັນການ, ຖືກຕາມຂໍ້ກໍານົດຕໍ່ການກະທໍາທີ່ເປັນການລະເມີດຂໍ້ກໍານົດຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົດລະບຽບຄະນະຊາວໜຸ່ມ ຕໍ່ພະນັກງານຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມທີ່ເສື່ອມຖອຍທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, “ຜັນປ່ຽນເອງ”, “ປ່ຽນແປງເອງ”. ຊຸກຍູ້ການກວດກາ, ຕິດຕາມຢ່າງເປັນປະຈໍາ ການຈັດຕັງປະຕິບັດບັນດາເນື້ອໃນຂອງບົດສະຫຼຸບສະບັບເລກທີ 21-ສຫຼ/ສກພ ໃນລະບົບຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ.
ຫ້າ, ເສີມຂະຫຍາຍຕື່ມອີກ ບົດບາດຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໃນການເຂົ້າຮ່ວມກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ. ຍົກສູງທັງທາງດ້ານປະລິ ມານ ແລະ ຄຸນນະພາບ ໃນການສະເໜີສະມາຊິກຊາວໜຸ່ມຜູ້ດີເດັ່ນ ໃຫ້ພັກພິຈາລະນາ, ຮັບເຂົ້າພັກ. ຈັດຕັ້ງປະຕິບັດບັ້ນປຸກລະດົມ “ສະມາຊິກຊາວໜຸ່ມສູ້ຊົນເພື່ອໃຫ້ກາຍເປັນສະ ມາຊິກພັກກອມມູນິດຫວຽດນາມ” ໃນສະພາບການໃໝ່ຢ່າງມີປະສິດທິພາບ(11). ເປັນເຈົ້າ ການກໍ່ສ້າງ, ບໍາລຸງ, ເສີມຂະຫຍາຍພະນັກງານໜຸ່ມນ້ອຍ, ພິເສດແມ່ນ ບັນດາຜູ້ທີ່ກ້າຄິດ, ກ້າເຮັດ ເພື່ອຜົນປະໂຫຍດລວມ, ມີຄວາມສາມາດປະຕິບັດວຽກງານໃນສະພາບແວດລ້ອມ ສາກົນ; ຜ່ານການກະທໍາດັ່ງກ່າວ, ສາມາດສ້າງເປັນແຫຼ່ງພະນັກງານໜຸ່ມນ້ອຍທີ່ມີຄຸນນະ ພາບສູງ ແລະ ສາມາດສະເໜີໃຫ້ແກ່ຄະນະພັກ, ຄະນະອໍານາດການປົກຄອງ ແລະ ອັງການຈັດຕັ້ງການເມືອງ - ສັງຄົມແຕ່ລະຂັ້ນ(12). ເປັນເສນາທິການໃຫ້ແກ່ຄະນະພັກ ເພື່ອນໍາເອົາພະນັກງານຜູ້ໜຸ່ມນ້ອຍທີ່ມີຄວາມສາມາດຂອງບັນດາການຈັດຕັ້ງພັກ, ອໍານາດການປົກຄອງ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໄປບັນຈຸສັບຊ້ອນເຮັດວຽກງານຄະນະຊາວໜຸ່ມ. ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຍຶດໝັ້ນ ໃນການເປັນເສນາທິການ, ນໍາສະເໜີຕໍ່ພັກ, ລັດ ໃນການປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍທີ່ສອດຄ່ອງຕໍ່ຊາວໜຸ່ມ, ເຍົາວະຊົນ. ເປັນເສນາທິການໃນການສະຫຼຸບສັງລວມ 15 ປີແຫ່ງການຈັດຕັ້ງປະຕິບັດມະຕິສະບັບເລກທີ 25-ມຕ/ສກພ, ລົງວັນທີ 25 ກໍລະກົດ 2008, ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ 10. ເປັນເສນາທິການໃຫ້ຄະນະບໍລິຫານງານສູນກາງພັກ ປະກາດໃຊ້ລະບຽບຂໍ້ກໍານົດວ່າດ້ວຍພະນັກງານຄະນະຊາວໜຸ່ມ (ສະບັບເພີ່ມເຕີມ, ປັບປຸງ) ແລະ ແນະນໍາການຈັດຕັ້ງປະຕິບັດລະບຽບຂໍ້ກໍານົດ ວ່າດ້ວຍພະນັກງານຄະນະຊາວໜຸ່ມ ຕອບສະໜອງກັບພຶດຕິກໍາຕົວຈິງໃນສະພາບແວດລ້ອມໃໝ່.
ໄວໜຸ່ມແມ່ນອະນາຄົດ, ຢາກມີອະນາຄົດທີ່ດີງາມ ຊາວໜຸ່ມແຕ່ລະຄົນຕ້ອງອອກ ແຮງພະຍາຍາມກໍ່ສ້າງດ້ວຍຄວາມຕັ້ງໝັ້ນ ແລະ ມານະຈິດຂອງຕົນເອງ. ຮຸ່ນໜຸ່ມນ້ອຍເປັນເຈົ້າຂອງອະນາຄົດຂອງປະເທດຊາດ; ດ້ວຍເຫດນັ້ນ, ຕ້ອງອອກແຮງຝຶກຝົນຫຼໍ່ຫຼອມ ຄວາມຮູ້ຄວາມສາມາດ, ພະຍາຍາມສູ້ຊົນ ແລະ ຮໍ່າຮຽນ, ບໍາລຸງຄຸນສົມບັດ, ນໍາໜ້າໃນ ພາລະກິດແຫ່ງການສ້າງສາ ແລະ ປ່ຽນແປງໃໝ່ປະເທດຊາດ.
ພະນັກງານຄະນະຊາວໜຸ່ມແຕ່ລະຂັ້ນ, ພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ ໃນທົ່ວປະເທດ ຈົ່ງຍົກສູງນໍ້າໃຈຄວາມສາມັກຄີ, ອອກແຮງສູ້ຊົນ, ຈັດຕັ້ງປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 12, ບົດສະຫຼຸບສະບັບເລກທີ 21-ບຫຼ/ ສກພ ໃຫ້ປະກົດຜົນເປັນຈິງ; ຕັດສິນໃຈ, ເດັດດ່ຽວຕໍ່ສູ້ຕ້ານລັດທິເອກະຊົນ, ສະກັດກັ້ນ, ຕີຖອຍການເສື່ອມຖອຍທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, ບັນດາປະກົດການ “ຜັນປ່ຽນເອງ”, “ປ່ຽນແປງເອງ” ແຕ່ຫົວທີ, ແຕ່ໄກ; ປຸກຕື່ນຄວາມໄຝ່ຝັນອັນແຮງກ້າໄດ້ອຸທິດຕົນ, ສູ້ຊົນດໍາລົງຊີວິດຢ່າງຈົບງາມ ແລະ ເປັນປະໂຫຍດ ເພື່ອເຜີຍແຜ່ ແລະ ເຊື່ອມຕໍ່ກໍາລັງໄວໜຸ່ມພາຍໃນ ແລະ ຕ່າງປະເທດ, ເຂົ້າຮ່ວມຢ່າງຕັ້ງໜ້າໃນພາລະກິດສ້າງສາປະເທດໃຫ້ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ ແລະ ຜາສຸກ ດັ່ງຄວາມຫວັງຂອງປະທານ ໂຮ່ຈີມິນ ທີ່ເຄົາລົບຮັກ./.
______________
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສຶ້ເຖິ້ດ, ຮ່າໂນ້ຍ, ປີ 2011, ເຫຼັ້ມ 5, ໜ້າ 216.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນໍາ, ເຫຼັ້ມ 11, ໜ້າ 602.
(3) ຫງວຽນຝູຈ້ອງ: “ສືບຕໍ່ຍູ້ແຮງຕື່ມອີກວຽກງານກໍ່ສ້າງ, ປັບປຸງພັກ, ຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດປະຕິວັດໃນໄລຍະໃໝ່”, ວາລະສານກອມມູນິດ, ສະບັບທີ 908, ເດືອນທັນວາ 2021, ໜ້າ 8.
(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສຶ້ເຖິ້ດ, ຮ່າໂນ້ຍ, ປີ 2021, ເຫຼັ້ມ 2, ໜ້າ 326-327.
(5) ຊຸມປີທີ່ຜ່ານມາ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງຜັນຂະຫຍາຍ ຫຼາຍບັ້ນແຂ່ງຂັນໃນການຊອກຮູ້ກ່ຽວກັບລັດທິມາກ - ເລນິນ, ແນວຄິດ ໂຮ່ຈີມິນ, ແຜນ ນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ດ້ວຍຮູບການທາງໄກ (ອອນໄລນ໌) ແລະ ໃນມໍ່ໆມານີ້ ແມ່ນໄດ້ຈັດຕັ້ງຜັນຂະຫຍາຍໂດຍຜ່ານແອັບພີເຄຊັນມືຖື “ຊາວໜຸ່ມຫວຽດນາມ”, ເຊິ່ງສາມາດດຶງດູດເອົາສະມາຊິກຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ອັນພົ້ນເດັ່ນແມ່ນ: ການແຂ່ງຂັນຊອກຮູ້ກ່ຽວກັບລັດທິມາກ - ເລນິນ, ແນວຄິດ ໂຮ່ຈີມິນ “ແສງສະຫວ່າງເຍືອງທາງ” ດ້ວຍການເຂົ້າຮ່ວມຂອງນັກສອບເສັງເກືອບ 900.000 ຄົນ; ບັ້ນແຂ່ງຂັນຊອກຮູ້ກ່ຽວກັບວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 90 ປີ ເຊິ່ງສາມາດຶງດູດນັກສອບເສັງເຂົ້າຮ່ວມເຖິງ 691.356 ຄົນ. ບັ້ນແຂ່ງຂັນຊອກຮູ້ກ່ຽວກັບວັນມູນເຊື້ອອັນສະຫງ່າອົງອາດ ຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄົບຮອບ 90 ປີ ເຊິ່ງສາມາດດຶງດູດນັກສອບເສັງເຂົ້າຮ່ວມຫຼາຍກວ່າ 3,7 ລ້ານເທື່ອຄົນ; ບັ້ນແຂ່ງຂັນ “ລຸງໂຮ່ກັບເຍົາວະຊົນ, ເຍົາວະຊົນກັບລຸງໂຮ່” ສາມາດດຶງດູດນ້ອງເຍົາວະຊົນເຂົ້າສອບເສງຫຼາຍກວ່າ 4 ລ້ານຄົນ.
(6) ຄະນະເລຂາທິການສູນກາງຄະນະຊາວໜຸ່ມ ປະກາດໃຊ້ໜັງສືແນະນໍາ ແລະ ກໍານົດບັນດາຫົວຂໍ້ສະເພາະໃຫ້ແກ່ພະນັກງານຄະນະຊາວໜຸ່ມ ແລະ ໃຫ້ແກ່ສະມາຊິກຊາວ ໜຸ່ມ, ຊາວໜຸ່ມ, ເຍົາວະຊົນໃນແຕ່ລະປີ. ເຊິ່ງໄດ້ມີຊາວໜຸ່ມຜູ້ກ້າວໜ້າທີ່ປະຕິບັດຕາມຄໍາ ສອນຂອງລຸງໂຮ່ຈໍານວນ 156.691 ຄົນ, ຮັບການຍ້ອງຍໍສັນລະເສີນເປັນຫຼານຄໍາຮູ້ຂອງລຸງໂຮ່ ໃນແຕ່ລະຂັ້ນໃນໄລຍະ 5 ປີທີ່ຜ່ານມາ ມີຫຼາຍເຖິງ 8.401.131 ເທື່ອຄົນ.
(7) ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດຕັ້ງຜັນຂະຫຍາຍຊ່ອງຂໍ້ມູນ ຂ່າວສານເອເລັກໂຕຣນິກ ຮັບໃຊ້ໃຫ້ແກ່ການຮໍ່າຮຽນທິດສະດີການເມືອງສໍາລັບສະມາຊິກຊາວໜຸ່ມ ບົນເວັບໄຊ: http://hoclyluan.doanthanhnien.vn, ເຊິ່ງໄດ້ສ້າງເງື່ອນໄຂເພື່ອໃຫ້ສະມາຊິກຊາວໜຸ່ມສາມາດຊອກຫາຂໍ້ມູນຂ່າວສານ, ຮໍ່າຮຽນ, ກວດກາຜົນການຮໍ່າຮຽນບົນອິນເຕີເນັດໂດຍກົງ.
(8) ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ພວມຈັດຕັ້ງຜັນຂະຫຍາຍການນໍາໃຊ້ແອັບ ພີເຄຊັນມືຖື (App) “ຊາວໜຸ່ມຫວຽດນາມ” ບົນສະມາດໂຟນ ແລະ ໄດ້ປະມວນບັນດາເນື້ອໃນສຶກສາອົບຮົມສະມາຊິກຊາວໜຸ່ມ; ຫັນເປັນດິຈີຕ້ອນໃນການຄຸ້ມຄອງສະມາຊິກຊາວ ໜຸ່ມ, ຜັນຂະຫຍາຍແຜນງານຝຶກຝົນຫຼໍ່ຫຼອມສະມາຊິກຊາວໜຸ່ມ, ສຶກສາຮໍ່າຮຽນບັນດາບົດ ຮຽນທິດສະດີການເມືອງຢູ່ເທິງແອັບພີເຄຊັນ “ຊາວໜຸ່ມຫວຽດນາມ”.
(9) ໃນປີ 2023, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຈະກໍ່ສ້າງ “ໂຄງ ການປ່ຽນແປງໃໝ່ກົງຈັກການຈັດຕັ້ງ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງການ ຈັດຕັ້ງຄະນະຊາວໜຸ່ມແຕ່ລະຂັ້ນ” ນໍາສະເໜີກົມການເມືອງສູນກາງ, ຄະນະເລຂາທິການສູນກາງພັກ ພິຈາລະນາຮັບຮອງ. ໃນນັ້ນ, ໄດ້ຖືສໍາຄັນບັນດາວິທີການຍົກສູງຄຸນນະພາບຖັນແຖວພະນັກງານຄະນະຊາວໜຸ່ມ, ການກໍ່ສ້າງຖັນແຖວພະນັກງານທີ່ພຽບພ້ອມດ້ວຍຄຸນທາດການເມືອງ, ກໍາລັງຄວາມສາມາດ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ການເມືອງໃນສະພາບການໃໝ່.
(10) ສະຫຼຸບສັງລວມການຈັດຕັ້ງຜັນຂະຫຍາຍຄໍາສັ່ງສະບັບເລກທີ 01-ຄສ/ສຄຊ, ລົງວັນທີ 17 ພຶດສະພາ 2013, ຂອງຄະນະປະຈໍາສູນກາງຊາວໜຸ່ມ, ວ່າດ້ວຍ “ການເພີ່ມທະວີ ການຝຶກຝົນຫຼໍ່ຫຼອມບຸກຄະລິກກະພາບ, ປະຕິບັດແບບແຜນວິທີເຮັດວຽກຂອງພະນັກງານຄະນະຊາວໜຸ່ມ”; ກໍານົດເນື້ອໃນ 8 ປະການທີ່ພະນັກງານຄະນະຊາວໜຸ່ມຄວນເຮັດ, 8 ປະການທີ່ພະນັກງານຄະນະຊາວໜຸ່ມບໍ່ຄວນເຮັດ, ປະກາດໃຊ້ຄໍາສັ່ງ ແລະ ຂໍ້ກໍານົດໃໝ່, ຕິດພັນກັບການຍົກສູງບົດບາດຄວາມເປັນແບບຢ່າງຂອງພະນັກງານຄະນະຊາວໜຸ່ມ, ສະມາຄົມ, ໜ່ວຍກອງ, ພະນັກງານທີ່ຮັບຜິດຊອບເຍົາວະຊົນ, ໂດຍສະເພາະແມ່ນຜູ້ນໍາພາ.
(11) ໃນໄລຍະ 2017 - 2021, ທົ່ວຄະນະຊາວໜຸ່ມ ໄດ້ສະເໜີສະມາຊິກຊາວ ໜຸ່ມຜູ້ດີເດັ່ນໃຫ້ແກ່ພັກຈໍານວນ 815.209 ຄົນ, ໃນນັ້ນ ເປັນສະມາຊິກພັກໃໝ່ທີ່ຫາກໍໄດ້ຮັບເຂົ້າເປັນສະມາຊິກ ຈາກບັນດາສະມາຊິກຊາວໜຸ່ມດີເດັ່ນຈໍານວນ 415.133 ຄົນ. ອັດຕາການຮັບເຂົ້າເປັນສະມາຊິກພັກ ຈາກສະມາຊິກຊາວໜຸ່ມດີເດັ່ນ ໃນຈໍານວນສະ ມາຊິກພັກທີ່ໄດ້ຮັບໃນທົ່ວປະເທດ ໄລຍະແຕ່ 2010 ມາເຖິງປັດຈຸບັນ ເວລາໃດກໍບັນລຸ ປະມານ 70%.
(12) ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ຈໍານວນພະນັກງານຄະນະ ຊາວໜຸ່ມແຕ່ລະຂັ້ນທັງໝົດທີ່ໄດ້ຮັບການສະເໜີເຂົ້າຮ່ວມຄະນະພັກ ມີ 12.151 ສະຫາຍ ແລະ ຈໍານວນພະນັກງານຄະນະຊາວໜຸ່ມທີ່ໄດ້ຮັບເລືອກຕັ້ງເຂົ້າໃນຄະນະພັກແຕ່ລະຂັ້ນ ມີ ເຖິງ 11.378 ສະຫາຍ (ກວມເອົາ 93,6% ຂອງຈໍານວນພະນັກງານຄະນະຊາວໜຸ່ມທີ່ຖືກສະເໜີ). ພະນັກງານຄະນະຊາວໜຸ່ມທີ່ໄດ້ຮັບເລືອກຕັ້ງເປັນຜູ້ແທນສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນແຕ່ລະຂັ້ນ ມີຄືດັ່ງນີ້: ພະນັກງານຄະນະຊາວໜຸ່ມໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ມີ 17 ຄົນ; ພະນັກງານຄະນະຊາວໜຸ່ມໄດ້ຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ມີ 112 ຄົນ; ພະນັກງານຄະນະຊາວໜຸ່ມໄດ້ຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນເມືອງ ມີ 917 ຄົນ; ພະນັກງານຄະນະຊາວໜຸ່ມໄດ້ຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນຕາແສງ ມີ 14.856 ຄົນ.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 986 (ເດືອນມີນາ 2022)