ກອງທັບປະຊາຊົນຫວຽດນາມເສີມຂະຫຍາຍຄຸນສົມບັດຂອງ
“ທະຫານລຸງໂຮ່” ໃນການກໍ່ສ້າງແລະປົກປັກຮັກສາປະເທດຊາດ
“ທະຫານລຸງໂຮ່” ໃນການກໍ່ສ້າງແລະປົກປັກຮັກສາປະເທດຊາດ
ວກ - ຄຸນສົມບັດຂອງ “ທະຫານລຸງໂຮ່” ແມ່ນຄຸນຄ່າວັດທະນະທຳທາງການທະຫານທີ່ດີເດັ່ນ ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຂຶ້ນຈາກມູນເຊື້ອຄວາມຮັກຊາດຂອງຊາດເຮົາ, ຈາກການອົບຮົມສຶກສາ ຝຶກຝົນຫຼໍ່ຫຼອມ ຂອງພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ, ຈາກຄວາມໄວ້ວາງໃຈ ແລະຄວາມຊ່ວຍເຫຼືອຂອງປະຊາຊົນ ແລະ ຈາກການອຸທິດຕົນ ແລະຄວາມເສຍສະຫຼະ ຂອງນາຍທະຫານແລະທະຫານລຸ້ນຕໍ່ລຸ້ນ. ຄຸນຄ່ານັ້ນໄດ້ຮັບການອະນຸລັກ ສືບທອດ ແລະພັດທະນາ ຜ່ານການຕໍ່ສູ້ປະຕິວັດ, ໃນພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ. ການເສີມຂະຫຍາຍຄຸນສົມບັດຂອງ “ທະຫານລຸງໂຮ່” ໃນການສ້າງສາ ແລະປົກປັກຮັກສາປະເທດຊາດ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ທັງແມ່ນຄວາມຮັກແລະຄວາມຮັບຜິດຊອບ ຂອງພະນັກງານ ນາຍທະຫານ ແລະທະຫານທຸກຄົນ.
ໃນເກືອບ 80 ປີທີ່ຜ່ານມາ, ພາຍໃຕ້ການນຳພາເດັດຂາດ ໂດຍກົງໃນທຸກດ້ານ ຂອງ ພັກກອມມູນິດຫວຽດນາມ, ການນຳພາລວມສູນ ເປັນເອກະພາບຂອງລັດ, ການປະສານງານຢ່າງແໜ້ນແຟ້ນ ມີປະສິດທິພາບ ຂອງບັນດາຄະນະ ຂະແໜງການ ຢູ່ສູນກາງແລະທ້ອງຖິ່ນ, ຄວາມຮັກແພງແລະການຊ່ວຍເຫຼືອຂອງປະຊາຊົນ, ກອງທັບປະຊາຊົນຫວຽດນາມຍາມໃດກໍ່ຮັກສາທາດແທ້ປະຕິວັດ ແລະເຕີບໃຫຍ່ເຂັ້ມແຂງຢ່າງຕໍ່ເນື່ອງ, ທັງຕໍ່ສູ້ສູ້ຮົບ ທັງເຕີບໂຕຂຶ້ນ ແລະ ໄດ້ຮັບໄຊຊະນະຢ່າງສະຫງ່າງາມ. ພາຍໃຕ້ເງື່ອນໄຂ ແລະສະຖານະການໃດໆ, ເຖິງວ່າຈະຕ້ອງທົນກັບຄວາມຫຍຸ້ງຍາກລຳບາກ ແລະ ການເສຍສະຫຼະຫຼາຍຢ່າງ, ຕ້ອງປະເຊີນກັບແຜນການ ແລະ ກົນອຸບາຍ ທີ່ເລິກແລບແນບນຽນຂອງສັດຕູກໍ່ຕາມ ແຕ່ກອງທັບປະຊາຊົນຫວຽດນາມຍັງຄົງຈົງຮັກພັກດີ ແລະເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເສີມຂະຫຍາຍມູນເຊື້ອຮັກຊາດ, ລັດທິວິລະຊົນປະຕິວັດ, ມີລະບຽບວິໄນທີ່ເຂັ້ມງວດ, ຍາມໃດກໍ່ເປັນເຈົ້າການ ປະດິດສ້າງ ສະຫຼາດ ກ້າຫານ, ຕັດສິນໃຈຕໍ່ສູ້ສູ້ຮົບ ຍາດເອົາໄຊຊະນະ, ພົວພັນໃກ້ຊິດສະໜິດແໜ້ນກັບປະຊາຊົນ. ພະນັກງານ ນັກຮົບຫຼາຍລຸ້ນໄດ້ຮັບໄຊຊະນະອັນສະຫງ່າລາສີ, ສະແດງໃຫ້ເຫັນປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ, ສ້າງຮີດຄອງປະເພນີອັນສະຫງ່າລາສີ, ສົມຄວນໄດ້ຮັບການຍົກຍ້ອງຈາກປະທານ ໂຮ່ຈີມິນ ວ່າ: “ກອງທັບຂອງພວກເຮົາມີຄວາມຈົງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ພ້ອມແລ້ວທີ່ຈະຕໍ່ສູ້ ແລະ ເສຍສະຫຼະເພື່ອເອກະລາດ ແລະ ເສລີພາບຂອງປະເທດຊາດເພື່ອສັງຄົມນິຍົມ. ໜ້າທີ່ວຽກງານໃດໆກໍ່ເຮັດສຳເລັດ, ຄວາມຫຍຸ້ງຍາກໃດໆກໍ່ຜ່ານຜ່າແກ້ໄຂໄດ້ ແລະ ເອົາຊະນະສັດຕູທຸກໂຕ”(1); ສົມຄວນໄດ້ຮັບນາມມະຍົດອັນສູງສົ່ງ “ທະຫານລຸງໂຮ່” ທີ່ປະຊາຊົນຍ້ອງຍໍຊົມເຊີຍ, ສົມຄວນເປັນກອງທັບວິລະຊົນແຫ່ງຊາດຫວຽດນາມຜູ້ກ້າຫານ.
ເພື່ອເສີມຂະຫຍາຍຄຸນສົມບັດຂອງ “ທະຫານລຸງໂຮ່” ໃນການກໍ່ສ້າງແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ, ກອງທັບສືບຕໍ່ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີຄື: “ກອງທັບສູ້ຮົບ, ກອງທັບເຮັດວຽກ, ກອງທັບອອກແຮງງານທຳການຜະລິດ” ເຊິ່ງເປັນກຳລັງຫຼັກແຫຼ່ງທີ່ຮ່ວມກັບທົ່ວປວງຊົນໃນການ ຮັກສາເອກະລາດ ອະທິປະໄຕ ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ; ປົກປັກຮັກສາພັກ, ລັດ, ປະຊາຊົນ, ບັນດາຜົນງານການປະຕິວັດ ແລະ ລະບອບສັງຄົມນິຍົມ, ຮັກສາສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງເພື່ອການພັດທະນາປະເທດ. ກອງທັບຍາມໃດກໍ່ເຊີດຊູສະຕິລະວັງຕົວປະຕິວັດ ແລະຕໍ່ສູ້ຢ່າງແຂງຂັນ ເພື່ອເອົາຊະນະກົນອຸບາຍ ແລະ ການກະທຳກໍ່ການຮ້າຍ ຂອງອິດທິກຳລັງສັດຕູ. ປະຕິບັດບັນດາໂຄງການພັດທະນາເສດຖະກິດ-ສັງຄົມ ຢ່າງມີຫົວຄິດປະດິດສ້າງ, ສ້າງເຂດເສດຖະກິດ-ການປ້ອງກັນຊາດ ແລະ ບັນດາໂຄງການທີ່ມີຄວາມໝາຍຍຸດທະສາດຂອງປະເທດ. ການເຂົ້າຮ່ວມຢ່າງຕັ້ງໜ້າ ໃນຂະບວນການຕອບແທນບຸນຄູນ ຄວາມກະຕັນຍູ, ການລົບລ້າງຄວາມອຶດຫີວ ແລະຫຼຸດຜ່ອນຄວາມທຸກຍາກ, ການສ້າງຊົນນະບົດໃໝ່, ການສ້າງພື້ນທີ່ປອດໄພ, ການສ້າງລະບົບການເມືອງ ແລະຊີວິດທາງວັດທະນະທຳຢູ່ຮາກຖານ, ໂດຍສະເພາະໃນພື້ນທີ່ທີ່ສຳຄັນ ໃນເຂດຫ່າງໄກສອກຫຼີກ, ໃນເຂດຊົນເຜົ່າສ່ວນໜ້ອຍ ເຂດຊາຍແດນ ແລະໝູ່ເກາະ. ຜ່ານນັ້ນ, ປະກອບສ່ວນສຳຄັນ ເຂົ້າໃນພາລະກິດການປັບປຸງ ແລະເພີ່ມທະວີກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ເພີ່ມທະວີ “ທ່າສະໜາມຮົບໃນໃຈປະຊາຊົນ”, ສ້າງກຳລັງແຮງບົ່ມຊ້ອນ ແລະທ່າສະໜາມປ້ອງກັນປະເທດທົ່ວປວງຊົນ. ກອງທັບຍາມໃດກໍ່ແມ່ນກຳລັງຫຼັກແຫຼ່ງ, ເປັນກອງປະຈັນບານໃນການປ້ອງກັນ ແລະ ຄວບຄຸມໄພພິບັດທຳມະຊາດ, ການຄົ້ນຫາແລະກູ້ໄພກູ້ຊີບ, ການຈັດການກັບຜົນທີ່ຕາມມາຂອງສົງຄາມ ແລະ ປະຕິບັດນະໂຍບາຍແນວຫຼັງທາງທະຫານຢ່າງດີ; ພ້ອມກັນນັ້ນ, ປະຕິບັດວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການທູດດ້ານການປ້ອງກັນປະເທດຢ່າງດີ, ຕັ້ງໜ້າເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ, ປະກອບສ່ວນຍົກສູງທີ່ຕັ້ງ ແລະ ກຽດສັກສີຂອງຫວຽດນາມ ໃນເວທີສາກົນ.
ໃນປີຕໍ່ໄປ, ຄາດການວ່າສະຖານະການໂລກແລະພາກພື້ນຈະຍັງມີຄວາມຜັນຜວນ ແລະປ່ຽນແປງທີ່ໄວວາ ສັບສົນ ແລະບໍ່ອາດຈະຄາດການໄດ້. ສັນຕິພາບ ການຮ່ວມມື ແລະ ການພັດທະນາຍັງແມ່ນທ່າອ່ຽງທີ່ສຳຄັນ, ແຕ່ກໍ່ປະເຊີນກັບອຸປະສັກ ແລະຄວາມຫຍຸ້ງຍາກຫຼາຍປະການ. ທັດສະນີຍະພາບໂລກຫຼາຍຂົ້ວ ແລະຫຼາຍສູນກາງ ມີຄວາມຊັດເຈນຫຼາຍຂຶ້ນ, ການແຂ່ງຂັນທາງຍຸດທະສາດ ລະຫວ່າງບັນດາປະເທດໃຫຍ່ ນັບມື້ນັບຮຸນແຮງຂຶ້ນ, ແມ້ກະທັ້ງນຳໄປສູ່ການປະທະກັນ. ບັນດາປະເທດໃຫຍ່ເພີ່ມທະວີການປັບປ່ຽນຍຸດທະສາດ, ແກ່ດຶງແລະເຕົ້າໂຮມກຳລັງ, ທັງການຮ່ວມມື ປະນີປະນອມ, ທັງຕໍ່ສູ້ ຄຸມກັນເຊິ່ງກັນແລະກັນ, ການແຊກແຊງວຽກງານພາຍໃນຂອງປະເທດອື່ນ, ກໍ່ໃຫ້ເກີດຄວາມທ້າທາຍທີ່ຍິ່ງໃຫຍ່ ສຳລັບປະເທດກຳລັງພັດທະນາ, ໂດຍສະເພາະ ປະເທດຂະໜາດກາງແລະຂະໜາດນ້ອຍ. ບັນດາຈຸດ “ຮ້ອນ” ດ້ານຄວາມໝັ້ນຄົງມີທ່າອ່ຽງພີ່ມຂຶ້ນ ແລະຄວາມສ່ຽງກໍ່ແຜ່ກະຈາຍ; ຮູບແບບສົງຄາມໃໝ່, ປະເພດການສູ້ຮົບ, ພື້ນທີ່ຍຸດທະສາດ ແລະ ວິທີການເຮັດສົງຄາມໃໝ່ ປະກົດຂຶ້ນ. ບັນດາບັນຫາລະດັບໂລກເຊັ່ນ ການປົກປ້ອງສັນຕິພາບ, ຄວາມໝັ້ນຄົງຂອງມະນຸດ, ໄພພິບັດທາງທຳມະຊາດ, ພະຍາດລະບາດ, ຄວາມໝັ້ນຄົງທາງສັງຄົມ ແລະ ຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ ໂດຍສະເພາະ ຄວາມໝັ້ນຄົງທາງໄຊເບີຮ໌, ການປ່ຽນແປງສະພາບພູມອາກາດ, ມົນລະພິດສິ່ງແວດລ້ອມ,... ຍັງຄົງຜັນປ່ຽນຢ່າງສັບສົນ. ຂໍ້ພິພາດກ່ຽວກັບອະທິປະໄຕໃນດິນແດນ, ອະທິປະໄຕທາງທະເລແລະເກາະ ກຳລັງທະວີຄວາມເຄັ່ງຕຶງ ສັບສົນ ແລະຮຸນແຮງຫຼາຍຂຶ້ນ ໂດຍມີຄວາມສ່ຽງຫຼາຍປະການທີ່ຈະເກີດຄວາມຂັດແຍ້ງ ເຊິ່ງສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ແລະຄວາມປອດໄພທາງທະເລແລະກາບິນ.
ໃນປະເທດ, ພາລະກິດການປ່ຽນແປງໃໝ່ ການກໍ່ສ້າງແລະປົກປັກຮັກສາປະເທດຊາດ, ຄຽງຄູ່ກັບບັນດາຜົນສຳເລັດສຳຄັນທີ່ບັນລຸໄດ້ນັ້ນ, ຍັງມີຂໍ້ຈຳກັດແລະຈຸດອ່ອນຫຼວງຫຼາຍ ແລະ ບັນຫາທີ່ສັບສົນໃໝ່ໆ ກໍ່ປາກົດຂຶ້ນ. ຄວາມສ່ຽງສີ່ປະການທີ່ພັກຊີ້ໃຫ້ເຫັນນັ້ນ ຍັງຄົງມີຢູ່ ແລະ ກຳລັງສັບສົນແລະຮຸນແຮງຫຼາຍຂຶ້ນ. ໃນທະເລຕາເວັນອອກ, ທະເລຕາເວັນຕົກສຽງໃຕ້, ພື້ນທີ່ຍຸດທະສາດແລະພື້ນທີ່ສຳຄັນບາງແຫ່ງ ຍັງຄົງມີປັດໄຈທີ່ອາດຈະກໍ່ໃຫ້ເກີດຄວາມບໍ່ໝັ້ນຄົງ; ຂໍ້ພິພາດອະທິປະໄຕໃນທະເລແລະເກາະ, ສົງຄາມຂໍ້ມູນ ແລະ ສົງຄາມໄຊເບີຮ໌ ກຳລັງເພີ່ມສູງຂຶ້ນ; ການຈັດການຄວາມສຳພັນລະຫວ່າງປະເທດ ໂດຍສະເພາະ ການພົວພັນກັບປະເທດໃຫຍ່ໆ ຕ້ອງປະເຊີນກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງ. ບັນດາອິດທິກຳລັງສັດຕູ ປະຕິການ ສວຍໂອກາດທາງການເມືອງ ທັງໃນແລະຕ່າງປະເທດ ກຳລັງຄົບຄິດກັນ ເພື່ອເພີ່ມການກໍ່ການຮ້າຍ ການທຳລາຍມ້າງເພໂດຍກົງແລະເປີດເຜີຍ ດ້ວຍແຜນການແລະກົນອຸບາຍທີ່ສັບສົນ. ໜ້າທີ່ການສ້າງກອງທັບ, ການປັບປຸງການປ້ອງກັນປະເທດ ແລະປົກປັກຮັກສາປະເທດຊາດ ມີການເພີ່ມເຕີມ ພັດທະນາ ແລະ ຫຍຸ້ງຍາກສັບສົນຫຼາຍກວ່າເກົ່າ; ອັດຕາສ່ວນພະນັກງານທະຫານທີ່ໄດ້ຮັບການຝຶກອົບຮົມຜ່ານການຮົບກຳລັງຫຼຸດລົງ.
ໃນສະພາບການນັ້ນ, ພາລະກິດການກໍ່ສ້າງ ແລະປົກປັກຮັກສາປະເທດຊາດຂອງທົ່ວພັກ, ທົ່ວປວງຊົນ ແລະ ກອງທັບທັງໝົດ ມີການພັດທະນາ ແລະສ້າງຄວາມຕ້ອງການໃໝ່ທີ່ສູງຫຼາຍ ໂດຍມີການແຊກຊ້ອນກັນລະຫວ່າງໂອກາດ, ຄວາມສະດວກ ແລະ ຄວາມຫຍຸ້ງຍາກສິ່ງທ້າທາຍ. ກອງທັບຍາມໃດກໍ່ຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບບົດບາດຫຼັກແຫຼ່ງ ຂອງຕົນໃນການປະຕິບັດວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຖືເປັນວຽກງານ “ສຳຄັນ ແລະ ເປັນປະຈຳ”; ພ້ອມກັນນັ້ນ, ໄດ້ຮັບຮູ້ຢ່າງຈະແຈ້ງເຖິງຄວາມຮັບຜິດຊອບທາງການເມືອງ ແລະໜ້າທີ່ທີ່ໄດ້ຮັບມອບໝາຍຈາກພັກ, ລັດ ແລະ ປະຊາຊົນ. ບົນພື້ນຖານການຊາບຊຶມ ແລະຄວາມເຂົ້າໃຈແຈ້ງ ມະຕິກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ XIII ກ່ຽວກັບ “ຍຸດທະສາດການປົກປັກຮັກສາປະເທດຊາດໃນສະພາບການໃໝ່”, ເພື່ອສຳເລັດໜ້າທີ່ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ທົ່ວກອງທັບຕ້ອງມານະພະຍາຍາມ ແລະ ສືບຕໍ່ຍົກສູງຄຸນສົມບັດຂອງ “ທະຫານລຸງໂຮ່” ໂດຍສຸມໃສ່ປະຕິບັດບັນດາເນື້ອໃນພື້ນຖານໃຫ້ດີຄື:
ທີໜຶ່ງ, ສືບຕໍ່ປະຕິບັດໜ້າທີ່ເປັນຢ່າງດີ ໃນການຄົ້ນຄວ້າ ແລະໃຫ້ຄຳປຶກສາແກ່ພັກ ແລະລັດ ກ່ຽວກັບການທະຫານ, ການປ້ອງກັນປະເທດ ແລະການປົກປັກຮັກສາປະເທດຊາດສັງຄົມນິຍົມຢ່າງໝັ້ນຄົງ, ສ້າງສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບ ສຳລັບການກໍ່ສ້າງ ແລະ ພັດທະນາປະເທດ.
ນີ້ແມ່ນໜ້າທີ່ສຳຄັນອັນດັບໜຶ່ງຂອງກອງທັບ ເຊິ່ງເລີ່ມຈາກແລະຍຶດຖືຕາມທັດສະນະແລະຫຼັກການຊີ້ນຳຂອງພັກ ກ່ຽວກັບການປົກປັກຮັກສາປະເທດ “ຕັ້ງແຕ່ຕົ້ນ, ຈາກໄລຍະໄກ”, “ຮັກສາປະເທດກ່ອນທີ່ຈະຕົກຢູ່ໃນອັນຕະລາຍ”. ເພື່ອປະຕິບັດໜ້າທີ່ໃຫ້ດີ, ໃນເວລາຈະມາເຖິງນີ້, ກອງທັບຕ້ອງເປັນເຈົ້າການໃນການປະເມີນ ແລະຄາດການສະຖານະການໂລກ, ພາກພື້ນ ແລະ ພາຍໃນປະເທດຢ່າງແມ່ນຢຳ ແລະໃຫ້ຄຳແນະນຳແກ່ພັກແລະລັດໂດຍທັນທີ ໃນການກຳນົດນະໂຍບາຍ ແລະຂັ້ນຕອນປະຕິບັດ ເພື່ອຈັດການກັບສະຖານະການຢ່າງປະສົບຄວາມສຳເລັດ, ບໍ່ໃຫ້ຕົກໃນທ່າຮັບ ຖືກເຫດບັງເອີນ, ບໍ່ປ່ອຍໃຫ້ຄວາມຂັດແຍ້ງແລະຂໍ້ພິພາດພັດທະນາໄປສູ່ການປະທະກັນດ້ວຍອາວຸດ ຫຼືສົງຄາມ. ເອົາໃຈໃສ່ການຄົ້ນຄວ້າ, ສະເໜີ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ຕາມແຜນນະໂຍບາຍ ແລະວິທີແກ້ໄຂທີ່ກວມລວມ ພື້ນຖານ ແລະຍາວນານ ເພື່ອປ້ອງກັນຄວາມສ່ຽງຂອງສົງຄາມ ແລະການປະທະກັນ “ຕັ້ງແຕ່ຕົ້ນ, ຈາກໄລຍະໄກ”, “ຮັກສາປະເທດກ່ອນທີ່ຈະຕົກຢູ່ໃນອັນຕະລາຍ”; ປະຕິບັດນະໂຍບາຍການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ ຄື: ບໍ່ເຂົ້າຮ່ວມພັນທະມິດທາງທະຫານ, ບໍ່ຮ່ວມມືກັບປະເທດໜຶ່ງເພື່ອຕໍ່ສູ້ກັບປະເທດອື່ນ, ບໍ່ອະນຸຍາດໃຫ້ຕ່າງປະເທດຕັ້ງຖານທັບ ຫຼືໃຊ້ດິນແດນຫວຽດນາມ ຕໍ່ສູ້ກັບປະເທດອື່ນ, ບໍ່ໃຊ້ກຳລັງ ຫຼືຂູ່ວ່າຈະໃຊ້ກຳລັງ ໃນການພົວພັນສາກົນ(2); ຕໍ່ສູ້ຢ່າງເດັດດ່ຽວແລະຕໍ່ເນື່ອງ ເພື່ອແກ້ໄຂຂໍ້ພິພາດ ແລະຂໍ້ຂັດແຍ້ງທັງໝົດ ດ້ວຍສັນຕິວິທີ ບົນພື້ນຖານຂອງກົດໝາຍ ແລະແນວປະຕິບັດສາກົນ.
ພ້ອມກັນນັ້ນ, ກອງທັບຍັງຈຳເປັນຕ້ອງຕັ້ງໜ້າ ແລະເປັນເຈົ້າການ ໃນການພັດທະນາແຜນແລະແຜນການຕໍ່ສູ້, ປັບປຸງຍົກສູງລະດັບແລະຄວາມພ້ອມຮົບ, “ປົກປ້ອງເອກະລາດ ອະທິປະໄຕ ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ປົກປັກຮັກສາພັກ, ລັດ, ປະຊາຊົນ, ລະບອບສັງຄົມນິຍົມ, ວັດທະນະທຳ ແລະ ຜົນປະໂຫຍດຂອງຊາດ-ປະເທດຊາດ”(3). ປັບປຸງຍົກສູງຄວາມສາມາດໃນການຮົບໃນສົງຄາມໄຊເບີຮ໌ ແລະສົງຄາມຂໍ້ມູນ; ປະສານງານການແກ້ໄຂໂດຍລວມ ເພື່ອຮັບປະກັນຄວາມໝັ້ນຄົງ ແລະຄວາມປອດໄພຂອງຂໍ້ມູນ. ເອົາໃຈໃສ່ເປັນພິເສດເຖິງການເພີ່ມເຕີມ ແລະ ປັບປຸງບູລະນະກົນໄກ ແລະຂໍ້ກຳນົດກົດລະບຽບ, ໂດຍສະເພາະ ການປະສານງານຢ່າງໃກ້ຊິດ ລະຫວ່າງກະຊວງປ້ອງກັນປະເທດ ກັບກະຊວງປ້ອງກັນຄວາມສະຫງົບ, ກັບບັນດາຄະນະ ຂະແໜງການ ອົງການຈັດຕັ້ງ ຢູ່ສູນກາງແລະທ້ອງຖິ່ນ ໃນການຈັດການຄຸ້ມຄອງສະຖານະການປົກປັກຮັກສາປະເທດຊາດ. ພ້ອມທີ່ຈະຕອບສະໜອງຢ່າງມີປະສິດທິພາບ ຕໍ່ຄວາມທ້າທາຍດ້ານຄວາມປອດໄພແບບດັ້ງເດີມ ແລະບໍ່ເປັນແບບດັ້ງເດີມ; ປ້ອງກັນ ຕໍ່ສູ້ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ແລະພະຍາດລະບາດ ແລະ ເຮັດວຽກງານກູ້ໄພກູ້ຊີບ ໃຫ້ໄດ້ເປັນຢ່າງດີ. ປົກປັກຮັກສາຄວາມສະຫງົບ ແລະ ຄວາມປອດໄພຂອງບັນດາເປົ້າໝາຍສຳຄັນ, ໂຄງການ, ການເຄື່ອນໄຫວຂອງການນຳພັກ ແລະ ລັດ, ບັນດາເຫດການການເມືອງ, ວັດທະນະທຳ ແລະ ການຕ່າງປະເທດຂອງປະເທດ. ປົກປ້ອງຄວາມໝັ້ນຄົງ ແລະຄວາມປອດໄພຂອງເປົ້າໝາຍ ໂຄງການ ກິດຈະການທີ່ສຳຄັນ, ປົກປ້ອງກິດຈະກຳຂອງພັກແລະລັດ, ກິດຈະກຳທາງການເມືອງ ວັດທະນະທຳ ແລະການຕ່າງປະເທດທີ່ສຳຄັນ ຂອງປະເທດ. ຍູ້ແຮງວຽກງານຄົ້ນຄວ້າ, ສະຫຼຸບສັງລວມພຶດຕິກຳ, ເພີ່ມເຕີມ ແລະ ພັດທະນາລະບົບທິດສະດີການປ້ອງກັນປະເທດ, ສິລະປະສົງຄາມປະຊາຊົນ ແລະສິລະປະການທະຫານຫວຽດນາມ ໃນເງື່ອນໄຂໃໝ່ ຂອງພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ.ຄວາມຮັກແພງກອງທັບແລະປະຊາຊົນ (ຜູ້ຂຽນ: ເຈືອງແມ້ງຮຸ່ງ) _ແຫຼ່ງທີ່ມາ: nhiepanhdoisong.vn
ທີສອງ, ເສີມຂະຫຍາຍເປັນຢ່າງດີ ບົດບາດຫຼັກໃນການສ້າງການປ້ອງກັນປະເທດທົ່ວປວງຊົນ, ທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ຕິດພັນກັບການກໍ່ສ້າງທ່າສະໜາມຮົບປ້ອງກັນຄວາມສະຫງົບປະຊາຊົນ, ຕອບສະໜອງຄວາມຕ້ອງການແລະໜ້າທີ່ ການສ້າງສາ ແລະປົກປັກຮັກສາປະເທດຊາດ ໃນສະພາບການໃໝ່.
ການສ້າງສາແລະປົກປັກຮັກສາປະເທດຊາດແມ່ນພາລະກິດຂອງທົ່ວພັກ, ທົ່ວປວງຊົນ ແລະ ກອງທັບທັງໝົດ, ໃນນັ້ນ ກອງທັບປະຊາຊົນ ແລະກອງປ້ອງກັນຄວາມສະຫງົບປະຊາຊົນ ມີບົດບາດຫຼັກ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານກໍ່ສ້າງແລະ ປົກປັກຮັກສາປະເທດຊາດ ໃນສະພາບການໃໝ່, ຈຳເປັນຕ້ອງສ້າງການປ້ອງກັນປະເທດທີ່ເຂັ້ມແຂງຂອງປະຊາຊົນທົ່ວປະເທດ. ນັ້ນແມ່ນພື້ນຖາການປ້ອງກັນປະເທດທີ່ມີຄວາມສາມາດບົ່ມຊ້ອນ ແລະກຳລັງແຮງສັງລວມ ເຊິ່ງສ້າງຂຶ້ນບົນພື້ນຖານຂອງຊັບພະຍາກອນຂອງຊາດ ແລະ ລະຫວ່າງປະຊາຊົນ ຈາກປະຊາຊົນ ໂດຍມີທາດແທ້ສັນຕິພາບແລະປ້ອງກັນຕົນເອງ, ບໍ່ມີເຈດຕະນາທີ່ຈະຂົ່ມຂູ່ປະເທດໃດໆ. ພ້ອມກັນນັ້ນ ກໍ່ແມ່ນການປ້ອງກັນປະເທດທົ່ວປວງຊົນ ທີ່ຮອບດ້ານ ເປັນເອກະລາດ ເປັນເຈົ້າຕົນເອງ, ອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນັບມື້ນັບທັນສະໄໝ, ສ້າງຂຶ້ນໂດຍປະຊາຊົນທັງໝົດ, ພາຍໃຕ້ການນຳພາໂດຍກົງ ເດັດຂາດ ໃນທຸກດ້ານຂອງພັກ, ການຄຸ້ມຄອງເປັນເອກະພາບ ລວມສູນຂອງລັດ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ ຮາກຖານ.
ເພື່ອສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນທີ່ເຂັ້ມແຂງຮອບດ້ານ, ກອງທັບສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງຢູ່ສູນກາງແລະທ້ອງຖິ່ນ ໃນການຜັນຂະຫຍາຍວິທີແກ້ໄຂທີ່ເໝາະສົມກັບຄວາມເປັນຈິງ ແລະ ຄຸນລັກສະນະແລະຈຸດແຂງ ຂອງແຕ່ລະສະຖານທີ່ ແລະພາກພື້ນ, ໂດຍສະເພາະແມ່ນ ບັນດາພື້ນທີ່ຍຸດທະສາດຄື ເຂດພູພຽງພາກກາງ, ເຂດຕາເວັນຕົກສຽງເໜືອ, ເຂດຕາເວັນຕົກສຽງໃຕ້ພາກໃຕ້ ແລະ ເຂດຊາຍແດນ ທະເລ ແລະໝູ່ເກາະຂອງປະເທດ. ໃນນັ້ນ, ຈຸດສຸມແມ່ນການສ້າງທ່າສະໜາມຮົບການປ້ອງກັນປະເທດທົ່ວປວງຊົນ ຕິດພັນກັບການກໍ່ສ້າງທ່າສະໜາມຮົບການປ້ອງກັນຄວາມໝັ້ນຄົງປະຊາຊົນ, ພິເສດແມ່ນ ຕິດພັນກັບການກໍ່ສ້າງ “ທ່າສະໜາມຮົບໃນໃຈປະຊາຊົນ” ທີ່ເຂັ້ມແຂງຕັ້ງແຕ່ຮາກຖານ. ເອົາໃຈໃສ່ເຖິງການກໍ່ສ້າງພື້ນທີ່ປ້ອງກັນທີ່ເຂັ້ມແຂງໃນທຸກລະດັບ, ສ້າງການຈັດຕັ້ງການປ້ອງກັນປະເທດທີ່ເຂັ້ມແຂງແລະຕໍ່ເນື່ອງໃນແຕ່ລະເຂດ ແລະໃນທົ່ວປະເທດ, ຮັບປະກັນໃຫ້ບັນດາທ້ອງຖິ່ນສາມາດຮັບມືໄດ້ເປັນຢ່າງດີ ກັບສະຖານະການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ທັງໃນຍາມສະຫງົບແລະຍາມສົງຄາມ. ເຕົ້າໂຮມຊັບພະຍາກອນການລົງທຶນກໍ່ສ້າງສິ່ງອໍານວຍຄວາມສະດວກ, ພາຫະນະ, ອຸປະກອນປ້ອງກັນຊາດ, ກິດຈະການປ້ອງກັນຊາດ, ກິດຈະການຕໍ່ສູ້ ແລະ ກໍ່ສ້າງລະບົບປ້ອງກັນພົນລະເຮືອນທີ່ຄົບຊຸດແລະເປັນເອກະພາບ; ໃນນັ້ນ ໃຫ້ບຸລິມະສິດແກ່ເສັ້ນຊາຍແດນ, ທະເລ, ໝູ່ເກາະ, ບັນດາພື້ນທີ່ຍຸດທະສາດ, ເຂດສຳຄັນ ແລະອື່ນໆ.
ຕັ້ງໜ້າໃນການປ່ຽນແປງໃໝ່ ແລະ ປັບປຸງຍົກສູງຄຸນນະພາບແລະປະສິດທິຜົນ ຂອງວຽກງານການສຶກສາ ແລະການຝຶດອົບຮົມຄວາມຮູ້ດ້ານການປ້ອງກັນປະເທດ ການປ້ອງກັນຄວາມສະຫງົບ, ຮັບປະກັນຄວາມສອດຄ່ອງກັບແຕ່ລະເປົ້າໝາຍ ເພື່ອສ້າງການປ່ຽນແປງທີ່ແຂງແຮງໃນດ້ານຄວາມຮັບຮູ້ ແລະຄວາມຮັບຜິດຊອບ ຂອງພະນັກງານ ສະມາຊິກພັກ ແລະປະຊາຊົນ ໃນໜ້າທີ່ການກໍ່ສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ ເພື່ອປົກປັກຮັກສາປະເທດຊາດ. ໃຫ້ຄວາມສຳຄັນກັບການອົບຮົມສຶກສາ, ເປັນເອກະພາບແລະຍົກສູງຄວາມຮັບຮູ້ກ່ຽວກັບຄູ່ຮ່ວມມື ແລະ ເປົ້າໝາຍ; ກຳແໜ້ນແນວທາງ, ທັດສະນະ, ຄວາມຕ້ອງການ ແລະ ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່. ສືບຕໍ່ເສີມຂະຫຍາຍບົດບາດ ແລະປະສິດທິຜົນຂອງໜ່ວຍເສດຖະກິດ-ປ້ອງກັນປະເທດ ແລະ ວິສາຫະກິດການທະຫານ ເພື່ອປະສົມປະສານການພັດທະນາທາງເສດຖະກິດ ວັດທະນະທຳ ສັງຄົມ ການຕ່າງປະເທດ ເຂົ້າກັບການປັບປຸງແລະເພີ່ມທະວີການປ້ອງກັນປະເທດ, ໂດຍສະເພາະ ໃນພື້ນທີ່ຍຸດທະສາດ, ໃນເຂດທີ່ຫຍຸ້ງຍາກພິເສດ, ເຂດຊາຍແດນ, ໝູ່ເກາະ ແລະ ເຂດເສດຖະກິດທີ່ສຳຄັນ.
ທີສາມ, ສ້າງກອງທັບທີ່ເຂັ້ມແຂງທາງດ້ານການເມືອງ ເພື່ອເປັນພື້ນຖານໃນການປັບປຸງຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບ ຂອງກອງທັບທັງໝົດ.
ສຸມໃສ່ກໍ່ສ້າງກອງທັບທີ່ເຂັ້ມແຂງທາງດ້ານການເມືອງ ເພື່ອເປັນພື້ນຖານໃນການປັບປຸງຍົກສູງຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບ ຂອງກອງທັບທັງໝົດ. ສືບຕໍ່ຜັນຂະຫຍາຍປະຕິບັດ ໂຄງການປ່ຽນແປງໃໝ່ ການອົບຮົມສຶກສາການເມືອງ ໃນກົມກອງ ແລະໜ່ວຍງານ ໃນໄລຍະໃໝ່. ໃຫ້ຄວາມສົນໃຈກັບການຍົກສູງຄຸນນະພາບການອົບຮົມສຶກສາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ທາດແທ້ປະຕິວັດ ມູນເຊື້ອ ໜ້າທີ່ຂອງກັງທັບ ແລະ ກົມກອງ ຫົວໜ່ວຍ; ໃຫ້ຄວາມເຂົ້າໃຈກ່ຽວກັບຄູ່ຮ່ວມມື, ເປົ້າໝາຍ; ແຜນການ ແລະກົນອຸບາຍຂອງອິດທິກຳລັງສັດຕູ. ແກ້ໄຂຜ່ານຜ່ານຄວາມຮັບຮູ້ ແລະ ແນວຄິດທີ່ຜິດພາດຢ່າງທັນທ່ວງທີ, ເປັນເຈົ້າການໃນການຕໍ່ສູ້ເພື່ອປ້ອງກັນແລະຕ້ານປະກົດການຂອງ “ການຫັນປ່ຽນຕົນເອງ”, “ການປ່ຽນແປງຕົນເອງ” ຢູ່ພາຍໃນ. ສຸມໃສ່ການຝຶກອົບຮົມໃຫ້ພະນັກງານ ນັກຮົບມີຄວາມກ້າຫານທາງການເມືອງທີ່ເຂັ້ມແຂງແລະແນ່ວແນ່, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ພັກ, ລັດ ແລະ ປະຊາຊົນ; ມີເຈດຈຳນົງແລະຄວາມຕັດສິນໃຈໃນການຕໍ່ສູ້, ພ້ອມທີ່ຈະຮັບເອົາ ແລະສໍາເລັດທຸກວຽກງານທີ່ໄດ້ຮັບມອບໝາຍ.
ຍູ້ແຮງການຜັນຂະຫຍາຍການເຄື່ອນໄຫວ “ເຊີດຊູຮີດຄອງປະເພນີ, ອຸທິດຄວາມເກັ່ງກ້າສາມາດ, ສົມຄວນໄດ້ຮັບນາມມະຍົດ “ທະຫານລຸງໂຮ່” ໃນຍຸກໃໝ່. ປະສານສົມທົບຢ່າງໃກ້ຊິດ ການຈັດຕັ້ງປະຕິບັດຂະບວນການດັ່ງກ່າວຢ່າງດີ ກັບການຮ່ຳຮຽນແລະປະຕິບັດຕາມແນວຄິດ ຄຸນສົມບັດສິນທຳ ແບບແຜນຂອງປະທານໂຮ່ຈີມິນ ແລະ ບັນດາຂະບວນການແຂ່ງຂັນ, ການລະດົມຂົນຂວາຍຂອງກອງທັບ ໃນທົ່ວປະເທດ ດ້ວຍຫຼາຍຮູບແບບ ແລະວິທີການທີ່ປະດິດສ້າງ, ເໝາະສົມ ແລະ ມີປະສິດທິຜົນ. ຜ່ານນັ້ນ, ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ ທີ່ມີຄວາມຈົງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ພ້ອມທີ່ຈະຕໍ່ສູ້ ແລະ ເສຍສະຫຼະເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອສັງຄົມນິຍົມ, ເຮັດສຳເລັດທຸກວຽກງານ, ຜ່ານຜ່າຄວາມທຸກຍາກລຳບາກທຸກຢ່າງ, ເອົາຊະນະສັດຕູທຸກໂຕ. ຜັນຂະຫຍາຍປະຕິບັດເປັນຢ່າງດີ ບັນດານະໂຍບາຍຕໍ່ກອງທັບ ແລະ ນະໂຍບາຍແນວຫຼັງຂອງກອງທັບ; ປ່ຽນແປງໃໝ່ເນື້ອໃນແລະວິທີການ, ປັບປຸງຍົກສູງຄຸນນະພາບ ແລະປະສິດທິຜົນ ຂອງວຽກງານພັກ, ວຽກງານການເມືອງໃນໜ້າທີ່ຕ່າງໆ, ຮັບປະກັນຄວາມສອດຄ່ອງກັບແຜນນະໂຍບາຍ ແລະແນວທາງຂອງພັກ, ກັບການປະຕິບັດງານຂອງທະຫານ ແລະ ຄວາມຕ້ອງການ, ໜ້າທີ່ທາງການທະຫານ ແລະການປ້ອງກັນປະເທດ. ເບິ່ງແຍງດູແລການກໍ່ສ້າງອົງການຊາວໜຸ່ມ, ອົງການແມ່ຍິງ, ອົງການກຳມະບານ ແລະ ສະພາທະຫານທີ່ເຂັ້ມແຂງ, ປະກອບສ່ວນກໍ່ສ້າງອົງການຈັດຕັ້ງພັກທີ່ສະອາດ ແລະເຂັ້ມແຂງ, ສ້າງອົງການ ໜ່ວຍງານ ແລະກົມກອງທີ່ເຂັ້ມແຂງຮອບດ້ານ ແລະ ບັນລຸຜົນສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.
ທີ່ສີ່, ຍູ້ແຮງການກໍ່ສ້າງກອງທັບທີ່ປະຕິວັດ ເປັນແບບຫຼວງ ຊຳນານການຮົບ ແລະທັນສະໄໝເທື່ອລະກ້າວ, ຮັບປະກັນຄຸນນະພາບສັງລວມ ແລະ ກຳລັງແຮງສູ້ຮົບສູງ, ເປັນແກນກາງຂອງປະຊາຊົນທັງໝົດ ໃນພາລະກິດການປ້ອງກັນປະເທດ, ປົກປັກຮັກສາປະເທດຊາດ.
ນີ້ແມ່ນເນື້ອໃນທີ່ມີຄວາມໝາຍຊີ້ຂາດ, ຮັບປະກັນໃຫ້ກອງທັບມີກຳລັງແຮງພຽງພໍ ແລະ ບັນລຸຄວາມສຳເລັດໃນບົດບາດຂອງກອງກຳລັງຫຼັກແຫຼ່ງ ໃນພາລະກິດປັບປຸງການປ້ອງກັນປະເທດ, ປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ. ຊາບຊຶມຢ່າງເລິກເຊິ່ງທັດສະນະແລະແນວທາງການປ້ອງກັນປະເທດ ແລະ ການທະຫານຂອງພັກ ເຊິ່ງໂດຍກົງແມ່ນ ແນວທາງການກໍ່ສ້າງກຳລັງປະກອບອາວຸດປະຊາຊົນ ກໍ່ຄືຄວາມຕ້ອງການ ໜ້າທີ່ການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃນສະຖານະການໃໝ່, ໃນຊຸມປີທີ່ຜ່ານມາ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ສຸມໃສ່ນຳພາ ຊີ້ນຳການຜັນຂະຫຍາຍປະຕິບັດວິທີການຕ່າງໆ ເພື່ອສ້າງກອງທັບທີ່ “ກະທັດລັດ ຮັດກຸມ ແລະ ເຂັ້ມແຂງ”, ໃນເບື້ອງຕົ້ນບັນລຸໄດ້ບັນດາໝາກຜົນສຳຄັນ, ຮັບປະກັນຄວາມດຸ່ນດ່ຽງ ແລະ ຄວາມຄົບຊຸດພໍຄວນ ລະຫວ່າງບັນດາເຫຼົ່າທະຫານ ເຫຼົ່າທັບ, ລະຫວ່າງບັນດາສຳນັກງານ ອົງການ ໜ່ວຍງານ, ລະຫວ່າງກອງກຳລັງປະຈຳການ ແລະ ກອງກຳລັງສຳຮອງທີ່ລະດົມກຳລັງ.
ທີຫ້າ, ການສ້າງແລະພັດທະນາອຸດສາຫະກຳການປ້ອງກັນປະເທດທີ່ເປັນເຈົ້າການ, ເພິ່ງພາຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃຊ້ສອງທາງ, ທັນສະໄໝ, ຕອບສະໜອງຕາມຄວາມຕ້ອງການຂອງການຫັນກອງທັບເປັນທັນສະໄໝ.
ກອງທັບທັງໝົດສຸມໃສ່ການຊາບຊຶມ ແລະຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ ຕາມທັດສະນະ ເປົ້າໝາຍ ໜ້າທີ່ ແລະ ວິທີແກ້ໄຂທີ່ລະບຸໄວ້ໃນມະຕິໝາຍເລກ 08-NQ/TW ລົງວັນທີ 26 ມັງກອນ 2022 ຂອງກົມການເມືອງສູນກາງພັກ ວ່າດ້ວຍ “ການຍູ້ແຮງການພັດທະນາອຸດສາຫະກຳປ້ອງກັນປະເທດເຖິງປີ 2030 ແລະ ປີຕໍ່ໆໄປ”. ບົນພື້ນຖານຄວາມສາມາດບົ່ມຊ້ອນ, ເງື່ອນໄຂເສດຖະກິດຂອງປະເທດ ແລະ ຄວາມຮຽກຮ້ອງຕ້ອງການ ແລະໜ້າທີ່ການປົກປັກຮັກສາປະເທດຊາດ, ສູ້ຊົນທີ່ຈະບັນລຸບັນດາເປົ້າໝາຍການພັດທະນາອຸດສາຫະກຳປ້ອງກັນປະເທດທີ່ໄດ້ກຳນົດໄວ້ໃນແຜນງານເຖິງປີ 2030 ແລະ ຊຸມປີຕໍ່ໆໄປ. ຕາມນັ້ນ, ສຳລັບບັນດາຂົງເຂດອຸດສາຫະກຳປ້ອງກັນປະເທດທີ່ມີທ່າແຮງ ແລະໄດ້ເປັນເຈົ້າທາງດ້ານເຕັກໂນໂລຊີ, ຈຳເປັນຕ້ອງສຸມໃສ່ການພັດທະນາຄວາມສາມາດໃນການຄົ້ນຄວ້າ, ອອກແບບ, ຜະລິດ ແລະ ຜະລິດອາວຸດແລະອຸບປະກອນທາງເຕັກນິກທີ່ທັນສະໄໝ, ໂດຍເນັ້ນອາວຸດຍຸດທະສາດທີ່ມີພະລັງໃນການໂຈມຕີ, ເພີ່ມທະວີຄວາມສາມາດດ້ານການປ້ອງກັນ, ປົກປັກຮັກສາປະເທດ ແລະ ການສູ້ຮົບໃນສົງຄາມໄຊເບີຮ໌.
ທີຫົກ, ສືບຕໍ່ຜັນຂະຫຍາຍບັນດາມາດຕະການແກ້ໄຂ ເພື່ອຊຸກຍູ້ວຽກງານການຕ່າງປະເທດດ້ານປ້ອງກັນຊາດຕາມຄຳຂວັນ “ຕັ້ງໜ້າ, ເປັນເຈົ້າການ, ໜັກແໜ້ນ, ໄຫວພິບ, ມີປະສິດທິຜົນ”, ປະກອບສ່ວນປົກປັກຮັກສາປະເທດຊາດ “ຕັ້ງແຕ່ຕົ້ນ, ຈາກໄລຍະໄກ”, ເສີມຂະຫຍາຍອິດທິພົນແລະບົດບາດທີ່ຕັ້ງ ຂອງກອງທັບແລະປະເທດຫວຽດນາມ ໃນເວທີສາກົນ.
ຕາມນັ້ນ, ເປັນເຈົ້າການໃນການປົກປັກຮັກສາປະເທດຊາດ, ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານຫຼັກການພື້ນຖານ ຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ຄວາມສະເໝີພາບ, ການຮ່ວມມື ແລະ ມີຜົນປະໂຫຍດຮ່ວມກັນ. ຄົ້ນພົບ ປ້ອງກັນ ແລະຂັບໄລ່ຄວາມສ່ຽງຂອງການປະທະກັນແລະສົງຄາມ ຢ່າງທັນທ່ວງທີ, ປົກປັກຮັກສາປະເທດຊາດ “ຕັ້ງແຕ່ຕົ້ນ, ຈາກໄລຍະໄກ”. ໃຊ້ຊັບພະຍາກອນພາຍນອກໃຫ້ເກີດປະໂຫຍດສູງສຸດ ເພື່ອເພີ່ມຄວາມສາມາດໃນການປ້ອງກັນປະເທດ ແລະປົກປັກຮັກສາປະເທດຊາດ; ສົ່ງເສີມຄວາມຫຼາກຫຼາຍຂອງຄູ່ຮ່ວມມືດ້ານເຕັກນິກການທະຫານ ແລະ ການຄ້າທາງການທະຫານ. ຕັ້ງໜ້າເຂົ້າຮ່ວມຢ່າງມີປະສິດທິຜົນໃນບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ການຊ່ວຍເຫຼືອດ້ານມະນຸດສະທຳ, ການບັນເທົາໄພພິບັດ, ການຄົ້ນຫາແລະກູ້ໄພກູ້ຊີບ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ຊຸກຍູ້ການຮ່ວມມືສາກົນເພື່ອຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງແບບດັ້ງເດີມ ແລະ ບໍ່ເປັນແບບດັ້ງເດີມ.
ທີເຈັດ, ປັບປຸງຍົກສູງຄວມສາມາດນຳພາ ແລະ ກຳລັງແຮງສູ້ຮົບ, ກໍ່ສ້າງອົງຄະນະພັກກອງທັບທີ່ສະອາດປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນແບບຢ່າງ, ເປັນຕົວແທນ, ນຳພາກອງທັບທັງໝົດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຈາກພັກ ລັດ ແລະປະຊາຊົນ ເປັນຢ່າງດີ
ຊາບຊຶມທັດສະນະຊີ້ນຳ “ການກໍ່ສ້າງພັກເປັນກຸນແຈສຳຄັນ”, ມະຕິກອງປະຊຸມໃຫຍ່ຜູ້ແທນຄະນະພັກກອງທັບຄັ້ງທີ XI ລະບຸຢ່າງຊັດເຈນວ່າ: ຍົກສູງຄວາມສາມາດນຳພາ, ກຳລັງແຮງສູ້ຮົບ, ກໍ່ສ້າງອົງຄະນະພັກກອງທັບທີ່ສະອາດປອດໃສ ໝັ້ນຄົງເຂັ້ມແຂງ ເປັນແບບຢ່າງ ເປັນຕົວແທນ. ໃນເວລາທີ່ຜ່ານມາ, ກອງທັບທັງໝົດສືບຕໍ່ຊາບຊຶມ ແລະກຳແໜ້ນບັນດາມະຕິ, ຄຳສັ່ງຂອງຄະນະບໍລິຫານງານສູງກາງ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນຄະນະພັກກອງທັບຄັ້ງທີ XI. ຜັນຂະຫຍາຍປະຕິບັດຢ່າງຄົບຊຸດແລະມີປະສິດທິຜົນບັນດາກຸ່ມມາດຕະການ ເພື່ອປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ XI, XII ແລະ XIII ກ່ຽວກັບການກໍ່ສ້າງແລະປັບປຸງພັກ ຕິດພັນກັບການປະຕິບັດບົດສະຫຼຸບໝາຍເລກ 01-KL/TW ລົງວັນທີ 18 ພຶດສະພາ 2021 ຂອງກົມການເມືອງສູນກາງພັກ “ກ່ຽວກັບການສືບຕໍ່ປະຕິບັດຄຳສັ່ງໝາຍເລກ 05-CT/TW ຂອງກົມການເມືອງສູນກາງພັກ “ກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ ຄຸນສົມບັດສິນທຳ ແລະ ແບບແຜນໂຮ່ຈີມິນ”” ແລະ ຄຳສັ່ງໝາຍເລກ 87-CT/QUTW ລົງວັນທີ 8 ກໍລະກົດ 2016 ຂອງຄະນະປະຈຳຄະນະພັກການທະຫານສູນກາງ ວ່າດ້ວຍ “ຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ ຄຸນສົມບັດສິນທຳ ແລະ ແບບແຜນໂຮ່ຈີມິນ ໃນຄະນະພັກການທະຫານ ແລະກອງທັບທັງໝົດ”. ຮັກສາແລະເພີ່ມທະວີການນຳພາທີ່ເດັດຂາດ ແລະໂດຍກົງໃນທຸກດ້ານຂອງພັກ ຕໍ່ກອງທັບ; ສຸມໃສ່ການສ້າງອົງຄະນະພັກກອງທັບທີ່ສະອາດປອດໃສ ໝັ້ນຄົງເຂັ້ມແຂງ ເປັນແບບຢ່າງ ປັນຕົວແທນ, ນັບມື້ນັບເຂັ້ມແຂງໃນດ້ານການເມືອງ ແນວຄິດ ຄຸນສົມບັດສິນທຳ ການຈັດຕັ້ງ ແລະພະນັກງານ; ປັບປຸງຍົກສູງຄວາມສາມາດນຳພາຮອບດ້ານ ແລະກຳລັງແຮງສູ້ຮົບຂອງຄະນະພັກ, ອົງການຈັດຕັ້ງພັກ. ເສີມຂະຫຍາຍບົດບາດນຳໜ້າ ແລະເປັນແບບຢ່າງ ຂອງພະນັກງານ ສະມາຊິກພັກ ແລະ ສ້າງການແຜ່ກະຈາຍໃນທົ່ວກອງທັບແລະສັງຄົມ; ສ້າງຖັນແຖວພະນັກງານ ສະມາຊິກພັກທີ່ມີຄຸນທຳ ມີຄວາມສາມາດ ມີຊື່ສຽງສູງ ແລະເປັນແບບຢ່າງ, “ກ້າຄິດ, ກ້າເວົ້າ, ກ້າເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງໃໝ່ປະດິດສ້າງ, ກ້າຮັບມືກັບຄວາມຫຍຸ້ງຍາກລຳບາກ ແລະສິ່ງທ້າທາຍ, ກ້າກະທຳເພື່ອປະໂຫຍດສ່ວນລວມ”, ຕອບສະໜອງຄວາມຕ້ອງການແລະໜ້າທີ່ການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ໃນສະພາບການໃໝ່./.
------------------------
(1) ໂຮ່ຈີມິນ: ນິພັນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 14, ໜ້າ 435.
(2) ເບິ່ງ: ກະຊວງປ້ອງກັນປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ: ການປ້ອງກັນປະເທດຫວຽດນາມປີ 2019, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2019, ໜ້າ 25.
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 156.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1028 (ເດືອນທັນວາ 2023)