ເສີມ​ຂະຫຍາຍມູນເຊື້ອອັນພິລະອາດຫານ​ແລະພາລະກິດ​ອັນ​ສະຫງ່າ​ລາສີ,
ສ້າງ​ກອງທັບ​ປະຊາຊົນ​ຫວຽດນາມ​ທີ່​ເຂັ້ມ​ແຂງ,
ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ຫວຽດນາມຢ່າງ​ໝັ້ນຄົງ

ໂດຍ ປອ. ຟານ ວັນ ຢາງ
ພົນເອກ, ກຳມະການກົມການເມືອງ, ຮອງເລຂາທິການຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ
07:59, 13-06-2025
ວກ. - ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ແນວຄິດໂຮ່ຈີມິນ, ຕະຫຼອດ 80 ປີທີ່ຜ່ານມາ, ກອງທັບປະຊາຊົນຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ. ເສີມຂະຫຍາຍມູນເຊື້ອອັນພິລະອາດຫານ, ພາລະກິດອັນສະຫງ່າລາສີ, ກອງທັບປະຊາຊົນຫວຽດນາມສືບຕໍ່ມານະພະຍາຍາມປະຕິບັດສຳເລັດໜ້າທີ່ການທະຫານ, ການປ້ອງກັນປະເທດ, ຕັດສິນໃຈທີ່ຈະບັນລຸເປົ້າໝາຍໃນການສ້າງກອງທັບທີ່ເຂັ້ມແຂງ, ກະທັດລັດ ແລະ ກ້າວສູ່ຄວາມທັນສະໄໝ ພາຍໃນປີ 2025, ປະກອບສ່ວນພ້ອມກັບທົ່ວພັກ ແລະ ທົ່ວປວງຊົນເພື່ອນຳປະເທດຊາດກ້າວສູ່ຍຸກໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມຢ່າງໝັ້ນຄົງ.

ສະຫາຍ ໂຕເລິມ ເລຂາທິການໃຫຍ່ຂອງພັກ, ເລຂາຄະນະພັກການທະຫານສູນກາງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ (22-12-1944 - 22-12-2024) ແລະ ວັນປ້ອງກັນປະເທດທົ່ວປວງຊົນ ຄົບຮອບ 35 ປີ (22-12-1989 – 22-12-2024) _ ແຫຼ່ງ: dantri.vn

ກ່ອນໜ້າ​ນີ້ 80 ປີ, ປະຕິບັດ​ຄຳ​ສັ່ງ​ຂອງຜູ້​ນຳ​ໂຮ່ຈີ​ມິນ, ວັນ​ທີ 22 ທັນວາ 1944, ກອງໂຄສະນາປົດ​ປ່ອຍ​ປະເທດ - ຕົ້ນກຳເນີດຂອງກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ. ນີ້​ແມ່ນ​ເຫດການສຳຄັນ ​ເປັນ​ບາດກ້າວ​ພັດທະນາ​ໃໝ່ ​ຂອງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ​ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດທີ່ຊົນ​ຊັ້ນ​ກຳມະກອນ ​ແລະ ປະຊາຊົນຫວຽດນາມ ມີ​ກອງທັບ​ປະ​ເພດ​ໃໝ່ທີ່ຖືກ​ຈັດ​ຕັ້ງ, ນຳພາ, ອົບຮົມສຶກສາ ​ແລະ ຝຶກຝົນຫຼໍ່ຫຼອມ ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈີ​ມິນ.

ກອງທັບປະຊາຊົນຫວຽດນາມຖືກຳເນີດຂຶ້ນໃນໄລຍະເວລາທີ່ຫຍຸ້ງຍາກຂອງການປະຕິວັດຫວຽດນາມ, ແຕ່ພາຍໃຕ້ການນຳພາຢ່າງເດັດດ່ຽວແລະໂດຍກົງຂອງພັກ, ການຊ່ວຍ​ເຫຼືອ, ປົກ​ປັກ​ຮັກສາຂອງ​ປະຊາຊົນ ​ແລະ ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດສາ​ກົນ,​ໃນ 80 ປີທີ່ຜ່ານມາ, ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ເຕີບ​ໃຫຍ່ເຂັ້ມແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ສະຫງ່າ​ລາສີ, ​ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອອັນພິລະອາດຫານຂອງ​ຊາດ, ສົມຄວນ​ໄດ້​ຮັບ​ການ​ຍ້ອງຍໍຂອງ​ປະທານ​ໂຮ່ຈີມິນ: “ກອງທັບຂອງ​ເຮົາ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ​ກະຕັນຍູ​ຕໍ່​ປະຊາຊົນ, ພ້ອມ​ແລ້ວ​ທີ່​ຈະ​ຕໍ່ສູ້ ​ແລະ ​ເສຍສະຫຼະ​ເພື່ອ​ເອກະລາດ ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ, ​ເພື່ອລັດທິ​ສັງຄົມ​ນິຍົມ. ສາມາດສຳເລັດທຸກ​ໜ້າທີ່, ຜ່ານຜ່າຄວາມທຸກ​ຍາກ​ລຳບາກທຸກປະການ ແລະ ເອົາຊະນະສັດຕູ​ທຸກໂຕ”(1).

ທັນທີຫຼັງຈາກການກໍ່ຕັ້ງ, ກອງທັບມີພະນັກງານແລະນັກຮົບພຽງ 34 ຄົນ ແລະ ການປະກອບອາວຸດທີ່ປະຖົມປະຖານ, ແຕ່ດ້ວຍຄວາມກ້າຫານ, ສະຕິປັນຍາ ແລະ ຄວາມປາດຖະໜາໃນເອກະລາດ ​ແລະ ​ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ, ກົມກອງທຳອິດຂອງກອງກຳລັງປະກອບອາວຸດປະຕິວັດ ສາມາດຊະນະການຮົບທີ່ ຟາຍຄັດ ແລະ ນາເງິ່ນ ຕິດຕໍ່ກັນເຖິງສອງຄັ້ງ, ເປີດ​ປະ​ຫວັດ​ສາດ “ຮ້ອຍ​ຮົບ, ຮ້ອຍໄຊ​ຊະ​ນະ” ຂອງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ. ໃນເວລາບໍ່ຮອດ 1 ປີ, ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ກາຍ​ເປັນ​ແກນຫຼັກ ພ້ອມກັບ​ທົ່ວ​ປວງ​ຊົນ ດຳເນີນ​ການລຸກຮືຂຶ້ນທົ່ວປະເທດ​, ເຮັດ​ການ​ປະຕິວັດ​ເດືອນ​ສິງຫາທີ່ຍິ່ງ​ໃຫຍ່, ຍາດ​ເອົາ​ອຳນາດ​ມາ​ຢູ່​ໃນ​ມື​ປະຊາຊົນ, ​ສ້າງ​ຕັ້ງ​ສາທາລະນະ​ລັດ​ປະຊາທິປະ​ໄຕຫວຽດນາມ ເຊິ່ງເປັນລັດ​ປະຊາທິປະ​ໄຕ​ປະຊາຊົນ​ແຫ່ງ​ທຳ​ອິດ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

​ໃນ​ໄລຍະ​ສົງຄາມ​ຕໍ່ຕ້ານລ່າເມືອງຂຶ້ນ​ຝຣັ່ງ ​ແລະ ​ຈັກກະພັດ​ອາ​ເມ​ລິ​ກາ, ກອງທັບ​ປະຊາຊົນ​ຫວຽດນາມ ​ທັງ​ກໍ່ສ້າງ​ແລະຕໍ່ສູ້, ຕໍ່ສູ້​ແລະກໍ່ສ້າງ, ​ເພີ່ມ​ທະວີ​ກຳລັງ​ແຮງ ​ແລະ ​ເຕີບ​ໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວ, ​ເສີມ​ຂະຫຍາຍ​ບົດບາດ​ຫຼັກແຫຼ່ງ, ພ້ອມກັບ​ທົ່ວ​ປວງຊົນດຳເນີນການ​ຕໍ່ຕ້ານ, ຍາດເອົາ​ໄຊຊະນະ​ເທື່ອລະກ້າວ, ກ້າວ​ໄປສູ່​ໄຊຊະນະ​ຢ່າງສົມບູນ.    ບັນດາໄຊຊະນະອັນສະຫງ່າອົງອາດ ເຊັ່ນ ດ້ຽນບຽນຝູ (ປີ 1954), “ດ້ຽນບຽນຝູໃນອາກາດ” (ປີ 1972), ການບຸກໂຈມຕີຍຸດທະສາດໃນລະດູບານໃໝ່ ປີ 1975 ເຊິ່ງຈຸດສຸດຍອດໃນຍຸດທະການໂຮ່ຈີມິນ, ​ແມ່ນ​ບັນດາ​ຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ທີ່​ກອງທັບ​ປະຊາຊົນ​ຫວຽດນາມ​ບັນທຶກ​ໄວ້ ​ເພື່ອ​ສານຕໍ່ມູນເຊື້ອອັນ​​ສະຫງ່າ​ອົງອາດ ​ແລະ ວິລະ​ຊົນ​ໃນ​ປະຫວັດສາດ​ຂອງ​ຊາດ. ຜ່ານ​ສົງຄາມ​ຕໍ່ຕ້ານ​ອັນ​ສັກສິດ 2 ຄັ້ງ​ທີ່​ແກ່ຍາວ​ມາ​ເປັນ​ເວລາ 30 ປີ, ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ຫວຽດນາມ ​ໄດ້​ບັງຄັບ​ໃຫ້ມະຫາອຳນາດ​ອານາ​ນິຄົມ ​ແລະ ​ຈັກກະພັດ​ຊັ້ນ​ນຳ​ຂອງ​ໂລກ​ຖອນ​ທະຫານ​ອອກ​ຈາກ​ຫວຽດນາມ, ​ເຮັດ​ໃຫ້​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ ການທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບສຳເລັດຢ່າງສະຫງ່າຜ່າເຜີຍ ແລະ ນຳ​ປະ​ເທດ​ເຮົາເຂົ້າ​ສູ່​ຍຸກ​ໃໝ່​ ​ຍຸກແຫ່ງ​ເອກະລາດ, ​ເອກະ​ພາບ ແລະ ສັງຄົມ​ນິຍົມ.

ທັນທີພາຍຫຼັງ​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (ວັນທີ 30 ​ເມສາ 1975), ກອງທັບ​ໄດ້​ຕໍ່ສູ້​ຢ່າງ​ກ້າຫານ, ເສຍສະຫຼະ, ພ້ອມ​ກັບ​ທົ່ວ​ປວງ​ຊົນ​ເອົາ​ຊະນະ​ສົງຄາມ​ຮຸກ​ຮານ​ຢູ່​ເຂດ​ຊາຍ​ແດນ​ຕາ​ເວັນ​ຕົກ​ສຽງ​ໃຕ້, ປະຕິບັດ​ພັນທະ​ສາກົນ​ທີ່​ມີ​ຕໍ່​ປະຊາຊົນ​ກຳປູ​ເຈຍ ​ແລະ ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ​ພາກ​ເໜືອ​ຂອງ​ປະ​ເທດ​ຕົນ. ໃນ​ກິດຈະກການ​ປ່ຽນແປງ​ໃໝ່​ປະເທດ, ກອງທັບ​ປະຊາຊົນ​ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ທາດແທ້ ແລະມູນ​ເຊື້ອອັນ​ດີງາມ​ຂອງ “ທະຫານ​ລຸງ​ໂຮ່”, ​ເປັນ​ແກນຫຼັກ​ໃນ​ການ​ກໍ່ສ້າງພື້ນຖານການ​ປ້ອງ​ກັນ​ປະ​ເທດທົ່ວປວງຊົນ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ; ປະຈັນບານ, ນຳໜ້າ​ໃນ​ການ​ຕອບ​ສະ​ໜອງຕໍ່ຄວາມ​ທ້າ​ທາຍ​ດ້ານ​ຄວາມໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ການ​ປ້ອງ​ກັນ ແລະຕໍ່ສູ້ກັບ​ໄພ​ທຳ​ມະ​ຊາດ, ໄພ​ພິ​ບັດ, ພະຍາດ​ລະ​ບາດ, ການ​ຊອກ​ຫາ ແລະ ກູ້​ໄພ​ກູ້ຊີບ. ພ້ອມ​ກັນ​ນັ້ນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ; ເປັນເຈົ້າການໃນການຕໍ່ສູ້ເພື່ອເອົາຊະນະຍຸດທະສາດ “ຫັນປ່ຽນໂດຍສັນຕິ” ຂອງອິດທິກຳລັງສັດຕູ; ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ແລະ ການທູດດ້ານປ້ອງກັນຊາດ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ປະກອບສ່ວນຍົກສູງທີ່ຕັ້ງ ແລະ ກຽດສັກສີຂອງຫວຽດນາມ ໃນເວທີສາກົນ, ປົກປັກຮັກສາປະເທດຊາດຕັ້ງແຕ່ຕົ້ນ ຈາກໄລຍະໄກ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາແລະພັດທະນາປະເທດຊາດ.

ສາມາດຢັ້ງຢືນໄດ້ວ່າ, ຕະຫຼອດໄລຍະ 80 ປີແຫ່ງການກໍ່ສ້າງ, ການຕໍ່ສູ້, ການໄດ້ຮັບໄຊຊະນະ ແລະ ການເຕີບໃຫຍ່ເຂັ້ມແຂງ ທ່າມກາງຄວາມລຳບາກ ແລະການເສຍສະຫຼະ, ກອງທັບປະຊາຊົນຫວຽດນາມ ໄດ້ຂຽນມູນເຊື້ອອັນສະຫງ່າອົງອາດ, ຄວາມສຳເລັດທີ່ຍອດຢ້ຽມ ແລະ ຈາລຶກເຫດການອັນຍິ່ງໃຫຍ່ໄວ້ໃນປະຫວັດສາດຂອງຊາດ. ບັນດາຜົນງານອັນສະຫງ່າລາສີທີ່ກອງທັບປະຊາຊົນຫວຽດນາມໄດ້ຮັບມານັ້ນ ກໍ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ, ປະເທດຊາດຫວຽດນາມ, ຕິດພັນກັບບັນດາຜົນງານອັນຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ ໃນສະໄໝ ໂຮ່ຈີມິນ. 

ໃນປະຈຸ​ບັນ, ສະຖານະ​ການ​​ໂລກ​ແລະ​ພາກ​ພື້ນກຳລັງປະສົບກັບ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ ​ແລະ​ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້. ສັນຕິພາບ, ການ​ຮ່ວມ​ມື ​ແລະ​ການ​ພັດ​ທະ​ນາ​ຍັງ​ຄົງ​ແມ່ນ​ທ່າ​ອ່ຽງ​ໃຫຍ່, ແຕ່​ການ​ແຂ່ງ​ຂັນດ້ານ​ຍຸດ​ທະ​ສາດ, ການ​ປະ​ທະ​ກັນ​ຕາມ​ທ້ອງທີ່, ການ​ຂັດ​ແຍ້ງ​ອະ​ທິ​ປະ​ໄຕ​ເຂດ​ດິນ​ແດນ​ໃນ​ຫຼາຍ​ພາກ​ພື້ນ ​ແລະອື່ນໆ ສືບ​ຕໍ່​ເພີ່ມ​ຂຶ້ນ ​ພ້ອມ​ກັບ​ການ​ເກີດຂຶ້ນຂອງ​ສົງຄາມຮູບແບບໃໝ່, ວິທີການ ​ແລະ ຍຸດ​ທະວິທີການຮົບຫຼາຍຢ່າງ ​ທັງ​ໃນດ້ານແບບ​ດັ້ງ​ເດີມ ​ແລະ ແບບບໍ່​ດັ້ງ​ເດີມ, ນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ໂລກ. ພາກພື້ນອາຊີ-ປາຊີຟິກ ລວມທັງພາກພື້ນອາຊີຕາເວັນອອກສຽງໃຕ້ ຍັງສືບຕໍ່ພັດທະນາຢ່າງຕັ້ງໜ້າ, ແຕ່ມີຄວາມສ່ຽງທີ່ອາດຈະເກີດຄວາມບໍ່ສະຖຽນລະພາບ, ເຊິ່ງອາດເຮັດໃຫ້ເກີດການປະທະກັນໃນທ້ອງທີ່. ໃນ​ປະ​ເທດ, ຂະ​ບວນການປ່ຽນແປງໃໝ່​ປະເທດ​ໄດ້ເຮັດ​ໃຫ້ຊັບສິນ, ທ່າ​ແຮງ, ທີ່​ຕັ້ງ ​ແລະ ກຽດ​ສັກ​ສີ​ຂອງ​ສາກົນຂອງຊາດ​ຫວຽດນາມນັບ​ມື້​ນັບ​ເພີ່ມສູງ​ຂຶ້ນ, ​ແຕ່​ຍັງ​ຄົງ​ມີ​ຄວາມ​ຫຍຸ້ງຍາກ, ຄວາມ​ທ້າ​ທາຍ ​ແລະ ບັນຫາ​ໃໝ່ໆ ທີ່​ສັບສົນເກີດຂຶ້ນອີກຫຼາຍ. ບັນດາອິດທິ​ກຳລັງ​ປະຕິ​ການ ​ແລະ ​ສວຍ​ໂອກາດ​ທາງ​ການ​ເມືອງ ສືບ​ຕໍ່​ຊຸກຍູ້ “ການຫັນປ່ຽນໂດຍສັນຕິ”, ຊຸກຍູ້ “ການ​ປ່ຽນ​ແປງ​ຕົນ​ເອງ”, “ການ​ຫັນປ່ຽນຕົນເອງ”, “ເຮັດໃຫ້ກອງທັບປອດການເມືອງ” ດ້ວຍ​ກົນອຸບາຍ​ອຳມະຫິດ ເລິກແລບແນບນຽນ.

ສະພາບ​ການ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ທົ່ວ​ກອງທັບ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອອັນພິລະອາດຫານ ​ແລະ ພາລະກິດອັນ​ສະຫງ່າ​ລາສີ ​ໃນ 80 ປີຜ່ານມາ, ສຸມ​ໃສ່​ກໍ່ສ້າງ​ກອງທັບ​ໃຫ້​ເຂັ້ມ​ແຂງ, ​ແໜ້ນ​ແຟ້ນ ແລະ ກ້າວສູ່ຄວາມທັນ​ສະ​ໄໝ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ໜ້າທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ທຸກ​ສະຖານະ​ການ, ດ້ວຍ​ຫຼາຍ​ວິທີ​​ແກ້​ໄຂ​ທີ່ຄົບຊຸດ ແລະມີປະສິດທິພາບ; ​ໃນ​ນັ້ນ, ໃຫ້ຄວາມສຳຄັນກັບການປະຕິບັດເປັນຢ່າງດີ​ບັນດາ​ເນື້ອ​ໃນ ​ແລະ ວິທີ​ແກ້​ໄຂ​ຕົ້ນຕໍ​ດັ່ງ​ນີ້:

ທີ​ໜຶ່ງ, ຕັ້ງ​ໝັ້ນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ກໍ່ສ້າງ​ກອງທັບ​ທີ່​ໝັ້ນຄົງເຂັ້ມ​ແຂງ​ທາງ​ການ​ເມືອງ.

ນີ້​ແມ່ນ​ບັນຫາຫຼັກການ​ໃນ​​ການ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ແມ່ນ​ບົດຮຽນ​ອັນ​ສຳຄັນ​ແລະສອດຄ່ອງ ​ທີ່​ຖອດ​ຖອນ​ໄດ້​ຈາກ​ໄລຍະ 80 ປີ​ແຫ່ງ​ການ​ກໍ່ສ້າງ, ການຕໍ່ສູ້, ການໄດ້ຮັບ​ໄຊຊະນະ ​ແລະ ການ​ເຕີບ​ໃຫຍ່ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ. ການກໍ່ສ້າງກອງທັບທີ່ເຂັ້ມແຂງທາງດ້ານການເມືອງແມ່ນພື້ນຖານອັນໜັກແໜ້ນ ເພື່ອໃຫ້ກອງທັບປະຊາຊົນຫວຽດນາມຮັກສາ ແລະເພີ່ມທະວີທາດແທ້ຊົນຊັ້ນກໍາມະກອນ, ລັກສະນະປະຊາຊົນ ແລະລັກສະນະຊາດ; ຍາມ​ໃດ​ກໍ່​ກຳນົດແຈ້ງ​ເປົ້າໝາຍ​ແລະອຸດົມຄະຕິໃນ​ການ​ຕໍ່ສູ້​ເພື່ອ​ເອກະລາດ​ຂອງ​ຊາດ ​ແລະ ລັດທິສັງຄົມ​ນິຍົມ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ. ດັງນັ້ນ, ການກໍ່ສ້າງກອງທັບທີ່ເຂັ້ມແຂງທາງດ້ານການເມືອງຕ້ອງເປັນບັນຫາຫຼັກແຫຼ່ງ ແລະສຳຄັນອັນດັບໜຶ່ງ ໃນການກໍ່ສ້າງກອງທັບທີ່ປອດໃສ, ແໜ້ນແຟ້ນ, ເຂັ້ມແຂງ ແລະ ກ້າວສູ່ຄວາມທັນສະໄໝ ເຊິ່ງຈຸດສຸມແມ່ນຮັກສາ, ເພີ່ມທະວີ ແລະ ຮັບປະກັນຫຼັກການພັກນຳພາກອງທັບຢ່າງເດັດຂາດ ໂດຍກົງ ແລະ ຮອບດ້ານ.

ທີສອງ, ສຸມ​ໃສ່​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ​ເພື່ອ​ກໍ່ສ້າງ​ກອງທັບ​ທີ່ເຂັ້ມ​ແຂງ, ​ແໜ້ນ​ແຟ້ນ ​ແລະ ກ້າວໜ້າ.

ຄວາມ​ເຂັ້ມ​ແຂງ​ຂອງ​ກອງທັບ​ປະຕິວັດ​ແມ່ນ​ໝາກຜົນ​ສັງລວມຂອງ​​ຫຼາຍ​ປັດ​ໄຈ​ຄື: ຜູ້ຄົນ, ການຈັດ​ຕັ້ງ, ອາວຸດ​, ອຸ​ປະກອນ, ສິລະ​ປະ​ແຫ່ງການຮົບ​ແລະອື່ນໆ.​ ​ໃນ​ນັ້ນ, ມະນຸດ​ເປັນ​ປັດ​ໄຈ​ຕັດສິນ, ອາວຸດ​ແລະອຸ​ປະກອນເຕັກນິກ​ ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ສຸດ. ມະນຸດເປັນອັດຕະພາບ, ເປັນສູນກາງ, ມີເຈດຈຳນົງ ສະຕິປັນຍາ ແລະ ທັກສະ ທີ່ຈະຕັດສິນການພັດທະນາຄວາມເຂັ້ມແຂງດ້ານວັດຖຸຂອງອາວຸດ ແລະອຸປະກອນເຕັກນິກຢ່າງສຸດຂີດ; ບໍ່ວ່າອາວຸດແລະອຸປະກອນເຕັກນິກຈະທັນສະໄໝເຖິງປານໃດ, ສິ່ງເຫຼົ່ານີ້ກໍ່ຍັງຖືກສ້າງແລະຄວບຄຸມໂດຍມະນຸດ ເພື່ອສ້າງພະລັງທີ່ແທ້ຈິງ. ການກໍ່ສ້າງກອງທັບທີ່ເຂັ້ມແຂງ, ແໜ້ນແຟ້ນ ແລະກ້າວສູ່ທັນສະໄໝນັ້ນ ຈຳເປັນຕ້ອງສຸມໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະການ, ຍຸດທະສາດທີ່ມີປະລິມານ ແລະໂຄງສ້າງທີ່ສົມເຫດສົມຜົນ, ມີຄຸນນະພາບສູງ, ມີບົດບາດຫຼັກແຫຼ່ງ, ເປັນແບບຢ່າງ, ນໍາໜ້າວຽກງານການທະຫານ ແລະການປ້ອງກັນປະເທດ.

ທີ​ສາມ, ຍູ້​ແຮງ​ການ​ປັບ​ປຸງ​ການຈັດ​ກຳລັງພົນ, ການປັບປຸງ​ອາວຸດ​ຍຸດ​ໂທ​ປະກອນ​ທີ່ທັນສະໄໝໃຫ້ກັບແຕ່ລະເຫຼົ່າທັບ, ເຫຼົ່າທະຫານ, ກອງກຳລັງ ​ແລະ ທົ່ວ​ກອງທັບ.

ເຂົ້າໃຈຊາບຊຶມແນວທາງ​ ແຜນນະໂຍບາຍຂອງ​ພັກ ​ໂດຍ​ສະ​ເພາະ ​ມະຕິ​ໝາຍເລກ 18-NQ/TW, ລົງ​ວັນ​ທີ 25 ຕຸລາ 2017 ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 6 ສະໄໝທີ XII, ​ວ່າດ້ວຍ “ບາງ​ບັນຫາໃນການ​ສືບ​ຕໍ່ການ​ປ່ຽນແປງໃໝ່, ຈັດ​ຕັ້ງສັບຊ້ອນ​ກົງຈັກຂອງ​ລະບົບການ​ເມືອງ​ໃຫ້​ມີ​ຄວາມ​ຄ່ອງ​ຕົວ ​ແລະ ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ພາບ ແລະປະສິດທິຜົນ”, ​ມະຕິ​ໝາຍເລກ 05-NQ/TW, ລົງວັນທີ 17 ມັງກອນ 2022, ຂອງກົມການເມືອງສູນກາງ ແລະ ​ມະຕິ​ໝາຍເລກ 230-NQ/QUTW, ລົງວັນທີ 2 ເມສາ 2022, ຂອງຄະນະພັກການທະຫານສູນກາງ, ກ່ຽວກັບການນໍາພາການຈັດຕັ້ງກອງທັບປະຊາຊົນຫວຽດນາມ ໃນໄລຍະປີ 2021-2030 ແລະຊຸມປີຕໍ່ໄປ, ໃນເວລາທີ່ຜ່ານມາ, ຄະນະພັກການ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ສຸມ​ໃສ່​ນຳພາ ​ແລະ ຊີ້​ນຳ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ກໍ່ສ້າງ​ກອງທັບ​ປອດ​ໃສ, ​ແໜ້ນ​ແຟ້ນ ​ແລະ ​ເຂັ້ມ​ແຂງ, ​ສ້າງ​ຄວາມ​ດຸ່ນດ່ຽງ​ແລະຄົບຊຸດໂດຍພື້ນຖານ ​ລະຫວ່າງ​ບັນດາເຫຼົ່າທັບ ເຫຼົ່າທະຫານ, ລະຫວ່າງ​ບັນດາ​ອົງການແລະກົມກອງ, ລະຫວ່າງ​ກຳລັງ​ປະຈຳການ ​ແລະ ກຳລັງ​ສຳຮອງ. ພ້ອມ​ກັນ​ນັ້ນ, ເອົາໃຈໃສ່ເຖິງການ​ລົງທຶນ ​ແລະ ພັດທະນາ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດຕາມທິດທາງ​ເປັນ​ເຈົ້າ​ການ, ອີງໃສ່​ຕົນ​ເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນຳ​ໃຊ້​ສອງທາງ ​ແລະ ທັນ​ສະ​ໄໝ; ຂະຫຍາຍການຮ່ວມມືສາກົນ; ຄົ້ນ​ຄ້ວາ, ພັດທະນາ, ເປັນ​ເຈົ້າ​ການດ້ານເຕັກ​ໂນ​ໂລ​ຊີການຜະລິດ​ ​ແລະ ຜະລິດອາວຸດ​ຍຸດ​ທະ​ສາດທີ່​ຈຳ​ເປັນຕໍ່​ການ​ປ້ອງ​ກັນ​ປະ​ເທດໄດ້ສຳເລັດຫຼາຍປະເພບ ແລະ ໝັ້ນໃຈເຖິງການກ້າວໄປຂ້າງໜ້າໃນດ້ານ​ປະລິມານ ​ແລະ ຍົກ​ສູງ​ຄຸນ​ນະພາ​ບອາວຸດ​ ແລະອຸປະກອນທາງເຕັກນິກ.

ທີ​ສີ່, ສືບ​ຕໍ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງລວມຂອງລະບົບ​ການ​ເມືອງ ​ແລະ ບົດບາດ​ແກນກາງ​ຂອງ​ກອງທັບ​ໃນ​ການ​ກໍ່ສ້າງ​ກຳລັງ​ປ້ອງ​ກັນ​ປະ​ເທດທົ່ວປວງຊົນທີ່​ເຂັ້ມ​ແຂງ.

ຕະຫຼອດ 80 ປີ​ທີ່ຜ່ານ​ມາ, ດ້ວຍການ​ປະຕິບັດ​ແນວທາງ​ສົງຄາມ​ປະຊາຊົນ​ ແລະ ແນວທາງ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນຂອງ​ພັກ, ກຳລັງ​ແຮງ​ຂອງ​ທົ່ວ​ປະ​ເທດ​ສົມທົບ​ກັບ​ກຳລັງ​ແຮງ​ຂອງຍຸກສະໄໝ ​ໄດ້​ຮັບ​ການເສີມຂະຫຍາຍໃນລະດັບ​ສູງ; ຖືເອົາ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ເຊິ່ງໂດຍກົງແມ່ນກອງທັບ​ປະຊາຊົນ​ ເປັນແກນກາງໃນການສ້າງ​ກຳລັງ​ແຮງ​ສັງລວມ ​ເພື່ອ​ເອົາ​ຊະນະ​ສັດຕູ​ໃນ​ການປະຕິວັດປົດ​ປ່ອຍ​ປະ​ເທດ​ຊາດ ແລະໃນການ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ​ໃນ​ໄລຍະ​ສ້າງສາ ​ແລະ ພັດທະນາປະເທດ. ເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນປະສົບການນັ້ນ, ໃນໄລຍະຈະມາເຖິງ, ການກໍ່ສ້າງກອງທັບທີ່ເຂັ້ມແຂງ, ໜັກແໜ້ນ ແລະກ້າວສູ່ທັນສະໄໝ ຕ້ອງຕິດພັນກັບການປັບປຸງ, ເພີ່ມທະວີບົດບາດແກນກາງຂອງກອງທັບ ໃນການສ້າງພື້ນຖານການປ້ອງກັນປະເທດທົ່ວປວງຊົນ, ຕິດພັນກັບຄວາມໝັ້ນຄົງຂອງປະຊາຊົນ. ນີ້​ແມ່ນ​ຫຼັກການ ​ແລະ ເງື່ອນ​ໄຂ​ເພື່ອ​ຮັບປະກັນ​ຄວາມສຳເລັດໃນການປະຕິບັດ​​ຈຸດໝາຍ​ກໍ່ສ້າງ​ກອງທັບ​ທີ່ທັນ​ສະ​ໄໝ​ ຕາມ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ. ຕາມ​ນັ້ນ​, ຈຳເປັນຕ້ອງ​ກຳ​ແໜ້ນ ​ແລະ ປະຕິບັດ​ແນວທາງແລະແຜນນະໂຍບາຍຂອງ​ພັກ, ນະ​ໂຍບາຍແລະກົດໝາຍ​ຂອງ​ລັດ ​ກ່ຽວ​ກັບ​ການ​ທະຫານ, ການປ້ອງ​ກັນ​ປະ​ເທດ, ການປົກປັກຮັກສາ​ປະ​ເທດຊາດຢ່າງຄົບຊຸດແລະມີປະສິດທິພາບ ເຊິ່ງຈຸດສຸມແມ່ນ​ມະຕິ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 8 ສະ​ໄໝ​ທີ XIII ກ່ຽວກັບ "ຍຸດ​ທະ​ສາດການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່", ຍຸດ​ທະ​ສາດການ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ຍຸດ​ທະ​ສາດ​ການ​ທະຫານ​ຫວຽດນາມ, ຍຸດ​ທະ​ສາດການ​ປ້ອງ​ກັນ​ຄວາມໝັ້ນຄົງ​ແຫ່ງ​ຊາດ, ຍຸດ​ທະ​ສາດການປ້ອງ​ກັນ​ຊາຍແດນແຫ່ງຊາດ, ຍຸດ​ທະ​ສາດການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໂລກໄຊເບີຣ໌ ແລະອື່ນໆ.

ທີຫ້າ, ຕັ້ງໜ້າ, ເປັນເຈົ້າການໃນການເປີດກວ້າງ​ ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ສາກົນ ​ແລະ ການ​ທູດ​ດ້ານປ້ອງ​ກັນ​ປະ​ເທດ ​ໃນ​ສະພາບ​ການ​ໃໝ່.

ການເຊື່ອມໂຍງເຂົ້າກັບສາກົນ, ການທູດດ້ານປ້ອງກັນປະເທດ ແມ່ນໜຶ່ງໃນເສົາຄ້ຳສຳຄັນຂອງການພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນ, ປະກອບສ່ວນເພີ່ມທະວີແຫຼ່ງກຳລັງກໍ່ສ້າງກອງທັບ, ປັບປຸງການປ້ອງກັນປະເທດໃຫ້ໝັ້ນຄົງເຂັ້ມແຂງ, ຕອບສະໜອງຄວາມຕ້ອງການແລະໜ້າທີ່ການປະຕິວັດໃນແຕ່ລະໄລຍະ. ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງຜູ້ຮຸກຮານ, ການ​ທູດ​ດ້ານປ້ອງ​ກັນ​ປະ​ເທດ​ໄດ້ຕັ້ງໜ້າໃນການລະດົມ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ການ​ສະໜັບສະໜູນແລະຊ່ວຍ​ເຫຼືອ​ຈາກ​ບັນດາ​ປະ​ເທດ​ສັງຄົມ​ນິຍົມອ້າຍນ້ອງ ​ແລະ ​ເພື່ອນ​ມິດສາ​ກົນ, ປະກອບສ່ວນ​ກໍ່ສ້າງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໃຫ້​ເຂັ້ມ​ແຂງ​ເທື່ອ​ລະ​ກ້າວ, ກາຍ​ເປັນ​ກອງທັບ​ທີ່​ມີ​ຄວາມ​ສາມາດເຄື່ອນ​ໄຫວ​ສູງ​ ແລະ ມີ​ກຳ​ລັງ​​ໄຟ​ທີ່​​ແຂງ​ແຮງ, ​ສາມາດເປີດ​ບັ້ນຮົມຂະໜາດໃຫຍ່ ໄລຍະຍາວ​ ແລະ ຕໍ່ເນື່ອງໄດ້ດີ, ສາມາດຍາດເອົາ​ແລະຮັກສາຄວາມເປັນເຈົ້າການທາງຍຸດ​ທະ​ສາດ, ກ້າວ​ສູ່​ການ​ທັບມ້າງ​ຄວາມ​ພະຍາຍາມ​ທາງ​ການ​ທະຫານ​ສູງ​ສຸດ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ຢູ່ ດ້ຽນບຽນ​ຝູ (ປີ 1954). ໃນ​ສົງຄາມ​ຕໍ່ຕ້ານ​ຈັກກະພັດອາ​ເມ​ລິ​ກາ​ເພື່ອ​​ກູ້​​ຊາດ, ອີກເທື່ອໜຶ່ງ, ການ​ທູດດ້ານ​ປ້ອງ​ກັນ​ປະ​ເທດ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ກໍ່ສ້າງ​ກອງທັບ​ໃຫ້​ກາຍ​ເປັນ​ກອງທັບທີ່​ທັນ​ສະ​ໄໝພໍຄວນ ໂດຍມີບັນດາເຫຼົ່າທັບ, ເຫຼົ່າທະຫານທີ່ຄົບຊຸດ, ພ້ອມ​ກັບ​ປະຊາຊົນ​ເອົາ​ຊະນະ​ກອງທັບ​ອາ​ຊີບ ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ, ​ອາວຸດທີ່​ທັນ​ສະ​ໄໝ ​ແລະ ວິທີ​ສົງຄາມ​ທາງບົກ, ທາງ​ທະ​ເລ ​ແລະ ທາງ​ອາກາດ ​ເພື່ອ​ຍາດ​ເອົາ​ເອກະລາດ ແລະ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ.

​ໃນ​ປະຈຸ​ບັນ, ​ເພື່ອ​ກໍ່ສ້າງ​ກອງທັບທີ່​ເຂັ້ມ​ແຂງ ແໜ້ນແຟ້ນ ກ້າວສູ່ຄວາມທັນ​ສະ​ໄໝນັ້ນ ​ຄຽງ​ຄູ່​ກັບ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ, ອີງ​ໃສ່​ກຳລັງ​ຂອງ​ຕົນ​ເປັນ​ຕົ້ນຕໍ, ຍັງຕ້ອງ​ຕັ້ງໜ້າແລະເປັນເຈົ້າການໃນການເປີດກວ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ສາກົນ ​ແລະ ການ​ທູດດ້ານ​ປ້ອງ​ກັນ​ປະ​ເທດ. ຕາມນັ້ນ, ບັນດາຄະນະພັກ, ຜູ້ບັນຊາການອົງການ, ກົມກອງຕ້ອງສຸມໃສ່ໂຄສະນາເຜີຍແຜ່, ສຶກສາອົບຮົມພະນັກງານແລະນັກຮົບ, ໂດຍສະເພາະແມ່ນ ພະນັກງານການຕ່າງປະເທດ, ໃຫ້ຊາບຊຶມກຳແໜ້ນແນວທາງ ແຜນນະໂຍບາຍການຕ່າງປະເທດຂອງພັກ, ລັດ ຕາມທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນຄະນະພັກກອງທັບຄັ້ງທີ XI, ມະຕິກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ XIII ກ່ຽວກັບ “ຍຸດ​ທະ​ສາດການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່; ໂດຍສະເພາະແມ່ນ ບົດສະຫຼຸບໝາຍເລກ 53-KL/TW, ລົງວັນທີ 28 ເມສາ 2023, ຂອງກົມການເມືອງສູນກາງ ແລະ ມະຕິໝາຍເລກ 2662-NQ/QUTW, ລົງວັນທີ 26 ກຸມພາ 2024, ຂອງຄະນະພັກການການທະຫານສູນກາງ, ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ການທູດດ້ານປ້ອງກັນປະເທດ ຮອດປີ 2030 ແລະຊຸມປີຕໍ່ໄປ, ບັນດາບົດສະຫຼຸບ, ຄຳສັ່ງຂອງກົມການເມືອງສູນກາງ, ຄະນະເລຂາທິການສູນກາງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ພ້ອມທັງທັດສະນະ, ຫຼັກການ, ເປົ້າໝາຍ, ຄວາມຕ້ອງການ, ໜ້າທີ່ວຽກງານການເຊື່ອມໂຍງເຂົ້າກັບສາກົນ ແລະ ການທູດດ້ານປ້ອງກັນຊາດ; ການໝູນໃຊ້ແນວທາງ “ການທູດແບບໄມ້ໄຜ່” ຢ່າງປະດິດສ້າງ, ພາຍ​ໃຕ້​ການນຳພາ​ໂດຍ​ກົງ​ຂອງ​ຄະນະພັກການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ບັນດາ​ອົງການ, ກົມກອງ​ໃນ​ທົ່ວ​ກອງທັບ ​ຕ້ອງ​ຜັນຂະຫຍາຍການຮ່ວມມື​ດ້ານ​ປ້ອງ​ກັນ​ປະ​ເທດສອງຝ່າຍ ​ແລະ ຫຼາຍ​ຝ່າຍ ຢ່າງຄົບຊຸດ ປະດິດສ້າງ ແທ້ຈິງ ມີຈຸດໜັກໃຈກາງ. ເປັນເຈົ້າການໃນການແກ້ໄຂ​ເປັນຢ່າງດີ ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນປະເທດ ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ​ປະ​ເທດ​ໃຫຍ່, ປະເທດຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ບັນດາ​ປະ​ເທດອາ​ຊຽນ ​ແລະ ບັນດາ​ປະ​ເທດເພື່ອນມິດ​ທີ່​ເປັນ​ມູນ​ເຊື້ອ; ຍຶດໝັ້ນ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ “ສີ່​ບໍ່​ມີ”; ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ ບົນພື້ນຖານກົດໝາຍສາກົນ; ​ເພີ່ມ​ທະວີ​ການ​ຄົ້ນ​ຄ້ວາ, ເປັນເຈົ້າການໃນການກຳສະພາບການ, ຄາດ​ຄະ​ເນ​​ທ່າ​ອ່ຽງການ​ພົວພັນ​ສາກົນໄດ້ຢ່າງແມ່ນຢຳ ແລະທັນທ່ວງທີ, ໂດຍສະເພາະ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ ​ແລະ ​ອົງການ​ທີ່​ມີ​ຜົນ​ສະທ້ອນ​ໂດຍ​ກົງ​ຕໍ່​ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງຫວຽດນາມ./.

------------------

(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 14, ໜ້າ 435.
(2) ຈິດໃຈແຫ່ງຄວາມກ້າຫານທັງ 7 ພາຍໃຕ້ການນຳຂອງເລຂາທິການໃຫຍ່ຜູ້ລ່ວງລັບ ຫງຽນຝູຈ້ອງ: ກ້າຄິດ, ກ້າເວົ້າ, ກ້າເຮັດ, ກ້າຮັບຜິດຊອບ, ກ້າປ່ຽນແປງໃໝ່, ກ້າປະດິດສ້າງ, ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍ, ກ້າກະທຳເພື່ອຜົນປະໂຫຍດສ່ວນລວມ.