ຜົນສຳເລັດແລະບົດຮຽນທີ່ໄດ້ຮັບຈາກການໃຫ້ຄຳປຶກສາ, ການຫັນເປັນສະຖາບັນ
ແລະການຈັດຕັ້ງປະຕິບັດ ແນວທາງແລະແຜນນະໂຍບາຍຂອງພັກ,
ນະໂຍບາຍແລະກົດໝາຍຂອງລັດກ່ຽວກັບການສ້າງ
ອຳນາດການປົກຄອງສາມຊັ້ນຢູ່ຫວຽດນາມ
ແລະການຈັດຕັ້ງປະຕິບັດ ແນວທາງແລະແຜນນະໂຍບາຍຂອງພັກ,
ນະໂຍບາຍແລະກົດໝາຍຂອງລັດກ່ຽວກັບການສ້າງ
ອຳນາດການປົກຄອງສາມຊັ້ນຢູ່ຫວຽດນາມ
ວກ.- ໃນຂະນະທີ່ປະເທດຊາດກຳລັງເຂົ້າສູ່ໄລຍະການພັດທະນາໃໝ່, ການສ້າງລະບົບການເມືອງທີ່ຄ່ອງຕົວ ມີຄວາມສັກສິດ ແລະມີປະສິດທິພາບ ໄດ້ຖືກກຳນົດໂດຍພັກກອມມູນິດຫວຽດນາມແລະລັດຫວຽດນາມ ວ່າເປັນໜ້າທີ່ຈຸດໜັກໃຈກາງແລະສຳຄັນທີ່ສຸດ. ແຜນນະໂຍບາຍແລະແນວທາງຂອງພັກໄດ້ຮັບການຫັນເປັນນິຕິກຳຢ່າງວ່ອງໄວ ໂດຍແນໃສ່ປັບປຸງອຳນາດການປົກຄອງສູນກາງໃຫ້ຄ່ອງຕົວ ແລະ ຈັດຕັ້ງຮູບແບບການປົກຄອງທ້ອງຖິ່ນສອງລະດັບ (ແຂວງ-ຕາແສງ), ພ້ອມກັນນັ້ນ, ປັບປຸງຂອບສະຖາບັນສຳລັບພະນັກງານແລະລັດຖະກອນໃຫ້ມີຄວາມເຊື່ອມໂຍງແລະທັນສະໄໝຍິ່ງຂຶ້ນ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມຖາມຂ່າວປະຊາຊົນທີ່ກຳລັງດຳເນີນການຕາມຂັ້ນຕອນທາງລັດຖະການ ທີ່ສູນບໍລິຫານລັດຖະການຕາແສງຟຸກທິ້ງ, ນະຄອນຮ່າໂນ້ຍ _ພາບ: TTXVN
1- ຜົນຂອງການປັບປຸງສະຖາບັນ ແລະນະໂຍບາຍກ່ຽວກັບການຈັດຕັ້ງກົງຈັກ
ຂອງລະບົບການເມືອງໃນລະດັບສູນກາງ
ຮູບແບບການຈັດຕັ້ງອຳນາດການປົກຄອງສີ່ລະດັບ (ສູນກາງ - ແຂວງ - ເມືອງ - ຕາແສງ) ໄດ້ດຳເນີນງານມາເປັນເວລາເກືອບ 80 ປີແລ້ວ, ເຊິ່ງໄດ້ປະກອບສ່ວນສຳຄັນຕໍ່ການຕໍ່ຕ້ານ, ການສ້າງຊາດ ແລະການພັດທະນາປະເທດ. ຢ່າງໃດກໍ່ຕາມ, ພ້ອມກັນກັບການພັດທະນາເສດຖະກິດ-ສັງຄົມຢ່າງເຂັ້ມແຂງ ແລະຄວາມຕ້ອງການຂອງການເຊື່ອມໂຍງສາກົນ, ຮູບແບບດັ່ງກ່າວໄດ້ເຜີຍໃຫ້ເຫັນຂໍ້ຈຳກັດບາງຢ່າງຄື ຄວາມຫຍຸ້ງຍາກ, ຄວາມຊໍ້າຊ້ອນ, ການຂາດຄວາມຍືດຫຍຸ່ນໃນການປົກຄອງ ແລະບໍ່ສາມາດຕອບສະໜອງຄວາມຕ້ອງການໃນການໃຫ້ບໍລິການປະຊາຊົນໄດ້ຢ່າງທັນທ່ວງທີ. ໃນສະຖານະການດັ່ງກ່າວ, ຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງແລະຄະນະເລຂາທິການສູນກາງ ໄດ້ອອກມະຕິແລະບົດສະຫຼຸບທີ່ສຳຄັນຫຼາຍປະການ(1) ເພື່ອສືບຕໍ່ປັບໂຄງສ້າງການຈັດຕັ້ງຂອງລະບົບການເມືອງທັງໃນລະດັບສູນກາງແລະທ້ອງຖິ່ນ ໂດຍເຊື່ອມໂຍງກັບການປະຕິຮູບລະບອບລັດຖະການແລະລັດຖະກອນ, ວາງຮາກຖານສຳລັບການປ່ຽນແປງປະຕິວັດໃນການຈັດຕັ້ງກົງຈັກ ຄື ການປັບປຸງລັດຖະບານກາງໃຫ້ຄ່ອງຕົວ ກະທັດລັດຮັດກຸມ, ການສ້າງຮູບແບບອຳນາດການປົກຄອງທ້ອງຖິ່ນສອງລະດັບ (ແຂວງ - ຕາແສງ), ພ້ອມກັນນັ້ນກໍ່ປັບປຸງລະບອບລະບຽບກ່ຽວກັບພະນັກງານ ລັດຖະກອນໃຫ້ມີການເຊື່ອມໂຍງແລະທັນສະໄໝ.
ເພື່ອປະຕິບັດມະຕິເລກທີ 18-NQ/TW, ລົງວັນທີ 25 ຕຸລາ 2017, ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XII ເລື່ອງ "ບັນຫາຈຳນວນໜຶ່ງກ່ຽວກັບການສືບຕໍ່ປ່ຽນແປງໃໝ່ ແລະຈັດວາງສັບຊ້ອນກົງຈັກຂອງລະບົບການເມືອງໃຫ້ຄ່ອງຕົວ, ມີປະສິດທິພາບແລະປະສິດທິຜົນ” (ຕໍ່ໄປນີ້ເອີ້ນວ່າ ມະຕິເລກທີ 18-NQ/TW), ບົດສະຫຼຸບເລກທີ 121-KL/TW, ລົງວັນທີ 24 ມັງກອນ 2025, ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ແລະ ເອກະສານຊີ້ນຳຂອງກົມການເມືອງສູນກາງ ແລະ ຄະນະກຳມະການຊີ້ນຳສູນກາງ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດມະຕິເລກທີ 18-NQ/TW (ຕໍ່ໄປນີ້ເອີ້ນວ່າຄະນະກຳມະການຊີ້ນຳສູນກາງ), ລັດຖະບານໄດ້ອອກເອກະສານ 25 ສະບັບເພື່ອຊີ້ນຳ, ຈັດການ ແລະເຮັດໃຫ້ການດຳເນີນການເປັນຮູບປະທຳ. ບັນດາໜ່ວຍງານແລະອົງການຈັດຕັ້ງພາຍໃນລະບົບການເມືອງ ຕາມພາລະບົດບາດແລະໜ້າທີ່ຂອງຕົນ ໄດ້ຈັດຕັ້ງປະຕິບັດຕາມແຜນການແລະຂໍ້ຕົກລົງສະເພາະ ໂດຍຍຶດໝັ້ນໃນເອກະສານແນວທາງ ແລະຄຳນະນຳຢ່າງເຂັ້ມງວດ ເພື່ອຮັບປະກັນວ່າ ການປັບປຸງໂຄງສ້າງການຈັດຕັ້ງຈາກສູນກາງເຖິງທ້ອງຖິ່ນ ໄດ້ດຳເນີນໄປຢ່າງເປັນເອກະພາບແລະສອດຄ່ອງກັນ ຕາມແຜນນະໂຍບາຍແລະແນວທາງຂອງພັກ.
ຄະນະກຳມະການຊີ້ນຳຂອງລັດຖະບານເພື່ອສະຫຼຸບສັງລວມມະຕິເລກທີ 18-NQ/TW ໄດ້ຖືກສ້າງຕັ້ງຂຶ້ນເພື່ອສຸມໃສ່ການປັບໂຄງສ້າງແລະເຮັດໃຫ້ການຈັດຕັ້ງກົງຈັກຂອງລັດຖະບານຄ່ອງຕົວແລະກະທັດຮັດ. ຄະນະກຳມະການຊີ້ນຳຂອງລັດຖະບານໄດ້ຈັດກອງປະຊຸມ 11 ຄັ້ງ ເພື່ອປຶກສາຫາລື ແລະໃຫ້ຂໍ້ສະເໜີແນະໃນເລື່ອງຕ່າງໆ ທີ່ຢູ່ໃນອຳນາດໜ້າທີ່ ແລະ ໃຫ້ຄຳແນະນຳກ່ຽວກັບນະໂຍບາຍ ແລະແນວທາງທີ່ສຳຄັນຫຼາຍຢ່າງ ສຳລັບການດຳເນີນການຢ່າງເປັນເອກະພາບທັງໃນລະດັບສູນກາງແລະທ້ອງຖິ່ນ. ຕາມແຜນງານທີ 141/KH-BCĐTKNQ18, ລົງວັນທີ 6 ທັນວາ 2024, ຂອງຄະນະກຳມະການຊີ້ນຳຂອງລັດຖະບານເພື່ອສະຫຼຸບສັງລວມມະຕິເລກທີ 18-NQ/TW, "ວ່າດ້ວຍທິດທາງການປັບໂຄງສ້າງແລະເຮັດໃຫ້ການຈັດຕັ້ງກົງຈັກຂອງລັດຖະບານຄ່ອງຕົວແລະກະທັດຮັດ", ປະຕິບັດຕາມການມອບໝາຍຂອງນາຍົກລັດຖະມົນຕີ - ປະທານຄະນະກຳມະການຊີ້ນຳ, ບັນດາຮອງນາຍົກລັດຖະມົນຕີ ໄດ້ເປັນປະທານແລະຊີ້ນຳໂດຍກົງຕໍ່ກະຊວງ, ອົງການລະດັບກະຊວງ ແລະອົງການພາຍໃຕ້ລັດຖະບານ ເພື່ອດຳເນີນການລວມຕົວ, ລວບລວມ ແລະ ການຮັບພາລະບົດບາດ ໜ້າທີ່ການຈັດຕັ້ງກົງຈັກ; ພ້ອມກັນນັ້ນ, ກໍ່ໄດ້ຊີ້ນຳການຈັດວາງສັບຊ້ອນ, ປັບໂຄງສ້າງພາຍໃນຂອງກະຊວງ, ຂະແໜງການ ແລະ ອົງການຕ່າງໆ ຕາມແນວທາງຂອງຄະນະກຳມະການຊີ້ນຳສູນກາງ ແລະຄະນະກຳມະການຊີ້ນຳຂອງລັດຖະບານ. ກະຊວງ, ຂະແໜງການ, ອົງການ ແລະ ທ້ອງຖິ່ນຕ່າງໆ ໄດ້ສ້າງຕັ້ງຄະນະຊີ້ນຳ ເພື່ອຕິດຕາມການສະຫຼຸບການຈັດຕັ້ງປະຕິບັດມະຕິເລກທີ 18-NQ/TW, ສະເໜີແຜນການຈັດວາງສັບຊ້ອນ ແລະປັບປຸງການຈັດຕັ້ງກົງຈັກຕາມຄວາມຕ້ອງການ; ກະຊວງ, ຂະແໜງການ, ອົງການທີ່ຢູ່ລະຫວ່າງການລວມຕົວແລະຮ່ວມເຂົ້າເປັນໜຶ່ງ ໄດ້ສ້າງຕັ້ງຄະນະຊີ້ນຳຮ່ວມ ເພື່ອຊີ້ນຳການວາງແຜນການລວມຕົວ, ສະເໜີແຜນງານການຈັດວາງສັບຊ້ອນ ແລະປັບປຸງການຈັດຕັ້ງກົງຈັກຂອງກະຊວງ, ຂະແໜງການໃໝ່ ຕາມທີ່ຄະນະຊີ້ນຳຂອງລັດຖະບານກຳນົດ. ໂດຍອີງໃສ່ເອກະສານການນຳພາ, ຊີ້ນຳ ແລະ ທິດທາງຈາກຄະນບໍລິຫານງານສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ກ່ຽວກັບການສະຫຼຸບການປະຕິບັດມະຕິເລກທີ 18-NQ/TW, ການປັບໂຄງສ້າງແລະເຮັດໃຫ້ການຈັດຕັ້ງກົງຈັກມີຄວາມຄ່ອງຕົວແລະກະທັດຮັດ, ລັດຖະບານຈຶ່ງໄດ້ຊຸກຍູ້, ຊີ້ນຳກະຊວງ, ຂະແໜງການ, ອົງການ ແລະ ທ້ອງຖິ່ນຕ່າງໆ ໃນການຈັດຕັ້ງປະຕິບັດມະຕິດັ່ງກ່າວ ຢ່າງສະໝ່ຳສະເໝີ; ພ້ອມກັນນັ້ນ ກໍ່ຕິດຕາມກວດກາ ແລະປັບປ່ຽນຢ່າງທັນທ່ວງທີ ເພື່ອຮັບປະກັນວ່າ ການຈັດວາງສັບຊ້ອນແລະປັບການຈັດຕັ້ງກົງຈັກຂອງອົງການ, ການຈັດຕັ້ງ ແລະ ໜ່ວຍງານຕ່າງໆ ຈະສຳເລັດຕາມກຳນົດເວລາ, ມີຄຸນນະພາບ ແລະເປັນໄປຕາມແຜນງານທີ່ໄດ້ຮັບການອະນຸມັດຈາກໜ່ວຍງານທີ່ມີສິດອຳນາດ.
ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 5 ສະບັບກ່ຽວກັບການຈັດຕັ້ງກົງຈັກຂອງລັດ(2), ມະຕິ 4 ສະບັບກ່ຽວກັບການຈັດຕັ້ງກົງຈັກຂອງສະພາແຫ່ງຊາດ ແລະ ລັດຖະບານ ໃນລະຫວ່າງວາລະສະພາແຫ່ງຊາດຊຸດທີ XV(3); ມະຕິ 1 ສະບັບກ່ຽວກັບການຈັດການບັນຫາບາງຢ່າງທີ່ກ່ຽວຂ້ອງກັບການຈັດຕັ້ງກົງຈັກຂອງລັດ(4) ເພື່ອຜັນຂະຫຍາຍແຜນນະໂຍບາຍ, ມະຕິຂອງຄະນະບໍລິຫານງານສູນກາງ, ບົດສະຫຼຸບຂອງກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງພັກ ກ່ຽວກັບການຈັດວາງສັບຊ້ອນແລະປັບການຈັດຕັ້ງກົງຈັກໃນລະບົບການເມືອງໃຫ້ຄ່ອງຕົວແລະກະທັດຮັດ. ໂດຍສະເພາະ, ສຳລັບລັດຖະບານ, ສະພາແຫ່ງຊາດໄດ້ພິຈາລະນາແລະຜ່ານກົດໝາຍວ່າດ້ວຍການຈັດຕັ້ງກົງຈັກຂອງລັດຖະບານປີ 2025 ໃນກອງປະຊຸມວິສາມັນຄັ້ງທີ 9 ຂອງສະພາແຫ່ງຊາດຊຸດທີ XV. ກົດໝາຍວ່າດ້ວຍການຈັດຕັ້ງກົງຈັກຂອງລັດຖະບານສະບັບໃໝ່ນີ້ ໄດ້ປັບປຸງເນື້ອໃນຫຼັກການກ່ຽວກັບການກຳນົດຂອບເຂດອຳນາດ, ການກະຈາຍອຳນາດ, ການແບ່ງຂັ້ນຄຸ້ມຄອງ ແລະການມອບອຳນາດລະຫວ່າງລັດຖະບານ, ນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວໜ້າອົງການລະດັບກະຊວງ ແລະ ອຳນາດການປົກຄອງທ້ອງຖິ່ນ; ເອກະສານສະບັບນີ້ໃຊ້ເປັນພື້ນຖານສຳລັບອົງການ ແລະໜ່ວຍງານຕ່າງໆ ພາຍໃນລະບົບການເມືອງ ໃນການທົບທວນສິດອຳນາດທີ່ກຳນົດໄວ້ໃນເອກະສານທາງກົດໝາຍໃນປະຈຸບັນ, ຍູ້ແຮງການແບ່ງຂັ້ນແລະການມອບອຳນາດໃນການຄຸ້ມຄອງລັດ, ແລະ ດຳເນີນການປະຕິວັດໃນການຈັດວາງສັບຊ້ອນກົງຈັກໃຫ້ມີຄວາມຄ່ອງຕົວ, ກະຮັດຮັດ, ເຂັ້ມແຂງ, ມີຄວາມສັກສິດ, ມີປະສິດທິພາບແລະປະສິດທິຜົນ. ນີ້ຍັງເປັນເອກະສານສຳຄັນທີ່ມີຄຸນຄ່າທາງກົດໝາຍສູງ ສຳລັບກະຊວງ ແລະຂະແໜງການຕ່າງໆ ເພື່ອນຳໃຊ້ເປັນພື້ນຖານໃນການທົບທວນ ແລະປັບປຸງລະບຽບການທາງກົດໝາຍພິເສດ, ຮັບປະກັນການປະຕິບັດຕາມຫຼັກການ ແລະບົດບັນຍັດຂອງກົດໝາຍ ແລະ ຄວາມຕ້ອງການຂອງການຄິດຢ່າງມີຫົວຄິດປະດິດສ້າງໃນການອອກກົດໝາຍ. ນອກຈາກນີ້ຍັງເປັນເອກະສານສຳຄັນທີ່ມີຄຸນຄ່າທາງກົດໝາຍສຳລັບກະຊວງ ແລະຂະແໜງການຕ່າງໆ ໃນການໃຊ້ເປັນພື້ນຖານເພື່ອທົບທວນ ແລະປັບປຸງກົດລະບຽບທາງກົດໝາຍສະເພາະດ້ານ, ຮັບປະກັນສອດຄ່ອງກັບຫຼັກການ ແລະບົດບັນຍັດຂອງກົດໝາຍ ແລະຄວາມຕ້ອງການຂອງການປ່ຽນແປງໃໝ່ວິທີຄິດຄົ້ນໃນການອອກກົດໝາຍ.
ເພື່ອຈັດຕັ້ງປະຕິບັດເນື້ອໃນຂອງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານປີ 2025 ຢ່າງທັນທ່ວງທີ ແລະເພື່ອແກ້ໄຂຄວາມຫຍຸ້ງຍາກແລະອຸປະສັກໃນລະບຽບກົດໝາຍປະຈຸບັນກ່ຽວກັບການກະຈາຍອຳນາດ ແລະການແບ່ງຂັ້ນຄຸ້ມຄອງ ຢ່າງທັນທ່ວງທີ, ນາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ 608/QD-TTg, ລົງວັນທີ 15 ມີນາ 2025, ເລື່ອງ “ການອອກແຜນການຈັດຕັ້ງປະຕິບັດໜ້າທີ່ ແລະວິທີແກ້ໄຂ ເພື່ອຍູ້ແຮງການກະຈາຍອຳນາດ ແລະການແບ່ງຂັ້ນຄຸ້ມຄອງຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ”. ລັດຖະບານໄດ້ອອກລັດຖະດຳລັດ 23 ສະບັບ ວ່າດ້ວຍພາລະບົດບາດ, ໜ້າທີ່, ເຂດອຳນາດ ແລະ ໂຄງສ້າງການຈັດຕັ້ງຂອງກະຊວງ, ອົງການລະດັບກະຊວງ, ອົງການພາຍໃຕ້ລັດຖະບານຈຳນວນ 5 ແຫ່ງ(5). ມີການອອກລັດຖະດຳລັດກ່ຽວກັບການຈັດຕັ້ງກົງຈັກ ແລະລັດຖະດຳລັດທີ່ກ່ຽວຂ້ອງກັບການຈັດວາງສັບຊ້ອນກົງຈັກ, ການຄຸ້ມຄອງບຸກຄະລາກອນ ແລະການຫຼຸດຂະໜາດອົງກອນໄປພ້ອມໆກັນ, ຜ່ານນັ້ນ ເຮັດໃຫ້ແຜນນະໂຍບາຍ ແລະລະບຽບຂໍ້ບັງຄັບຂອງພັກແລະລັດ ເປັນລະບອບລະບຽບຕົວຈິງ, ປະກອບສ່ວນເຂົ້າໃນການດຳເນີນການປະຕິວັດຢ່າງມີປະສິດທິພາບ ໃນການປັບປຸງການຈັດຕັ້ງກົງຈັກໃຫ້ຄ່ອງຕົວແລະກະທັດຮັດ ເຊິ່ງເຊື່ອມໂຍງກັບການຫຼຸດຈຳນວນບຸກຄະລາກອນ, ການປັບໂຄງສ້າງ ແລະການຍົກລະດັບຄຸນນະພາບຂອງພະນັກງານ, ລັດຖະກອນ ແລະພາລະະກອນ.
ຜົນສຳເລັດຂອງການປັບປຸງກອບສະຖາບັນ ແລະ ນະໂຍບາຍ
ສຳລັບອຳນາດການປົກຄອງທ້ອງຖິ່ນສອງລະດັບ
ພັກກອມມູນິດຫວຽດນາມໄດ້ກຳນົດຢ່າງຈະແຈ້ງວ່າ ການຈັດວາງສັບຊ້ອນກົງຈັກຂອງລະບົບການເມືອງ, ລວມທັງອຳນາດການປົກຄອງທ້ອງຖິ່ນ, ຕ້ອງມີຄວາມຄ່ອງຕົວແລະກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ໃກ້ຊິດກັບປະຊາຊົນຫຼາຍຂຶ້ນ. ມະຕິເລກທີ 18-NQ/TW ເປັນຄັ້ງທຳອິດທີ່ກຳນົດຄວາມຕ້ອງການໃນການຄົ້ນຄວ້າ ແລະ ທົດລອງປ່ຽນແປງໃໝ່ຮູບແບບອຳນາດການປົກຄອງທ້ອງຖິ່ນ. ຕໍ່ມາ, ມະຕິເລກທີ 37-NQ/TW, ລົງວັນທີ 24 ທັນວາ 2018, ຂອງກົມການເມືອງສູນກາງພັກ ສະໄໝທີ XII, "ກ່ຽວກັບການຈັດຕັ້ງໜ່ວຍງານບໍລິຫານລະດັບເມືອງແລະຕາແສງ" ແລະ ບົດສະຫຼຸບຂອງກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງພັກ ໄດ້ກຳນົດແຜນນະໂຍບາຍການຈັດຕັ້ງໜ່ວຍງານບໍລິຫານລະດັບເມືອງແລະຕາແສງໄວ້ແລ້ວ. ກອງປະຊຸມເຕັມຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ໄດ້ອອກມະຕິເລກທີ 60-NQ/TW, ລົງວັນທີ 12 ເມສາ 2025, ເຊິ່ງໄດ້ກຳນົດເນື້ອໃນສະເພາະຈຳນວນໜຶ່ງ ກ່ຽວກັບການຈັດຕັ້ງກົງຈັກຂອງອຳນາດການປົກຄອງທ້ອງຖິ່ນ ຄື: 1- ຈັດຕັ້ງອຳນາດການປົກຄອງທ້ອງຖິ່ນສອງລະດັບຄື: ລະດັບແຂວງ (ແຂວງ, ນະຄອນທີ່ຂຶ້ນກັບສູນກາງ) ແລະ ລະດັບຕາແສງ (ຕາແສງ, ຄຸ້ມນະຄອນ, ເຂດພິເສດພາຍໃຕ້ແຂວງແລະນະຄອນ); ການດຳເນີນງານຂອງໜ່ວຍງານບໍລິຫານລະດັບເມືອງຈະຢຸດຕິລົງຕັ້ງແຕ່ວັນທີ 1 ກໍລະກົດ 2025, ຫຼັງຈາກທີ່ມະຕິວ່າດ້ວຍ "ການແກ້ໄຂແລະເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ" ແລະ ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນປີ 2025 ຂອງສະພາແຫ່ງຊາດມີຜົນບັງຄັບໃຊ້; 2- ຈຳນວນຫົວໜ່ວຍບໍລິຫານລະດັບແຂວງຫຼັງຈາກການລວມຕົວຈະມີ 34 ແຂວງແລະນະຄອນ (28 ແຂວງ ແລະ 6 ນະຄອນທີ່ຂຶ້ນກັບສູນກາງ). 3. ເຫັນດີໃຫ້ຄວບລວມໜ່ວຍງານບໍລິຫານລະດັບຕາແສງ ເພື່ອຫຼຸດຈຳນວນໜ່ວຍງານບໍລິຫານລະດັບຕາແສງທົ່ວປະເທດປະມານ 60% - 70% ເມື່ອທຽບກັບຈຳນວນໃນປະຈຸບັນ.
ໃນການຈັດຕັ້ງປະຕິບັດມະຕິ ແລະບົດສະຫຼຸບຂອງຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງພັກ, ໂດຍສະເພາະ ມະຕິເລກທີ 60-NQ/TW ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII, ທົ່ວປະເທດໄດ້ດຳເນີນການຈັດວາງແລະປັບປຸງໜ່ວຍງານບໍລິຫານໃນທຸກລະດັບ. ກະຊວງພາຍໃນໄດ້ແນະນຳໃຫ້ລັດຖະບານອອກມະຕິເລກທີ 74/NQ-CP, ລົງວັນທີ 7 ເມສາ 2025, ກ່ຽວກັບ "ການອອກແຜນການຈັດວາງສັບຊ້ອນໜ່ວຍງານບໍລິຫານ ແລະການສ້າງຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນສອງລະດັບ". ຄະນະກຳມະການປະຊາຊົນແຂວງແລະນະຄອນ ໄດ້ພັດທະນາແຜນການຈັດວາງສັບຊ້ອນໜ່ວຍງານບໍລິຫານໃນລະດັບຕາແສງແລະແຂວງ ຕາມທີ່ໄດ້ລັດຖະບານກຳນົດ; ຈັດການຮັບຟັງຄວາມຄິດເຫັນສາທາລະນະກ່ຽວກັບແຜນການລວມຕົວ ສົ່ງຜົນໃຫ້ມີອັດຕາການເຫັນດີເປັນເອກະພາບສະເລ່ຍສູງຫຼາຍ (96,19%); ສະພາປະຊາຊົນທຸກລະດັບໃນທ້ອງຖິ່ນທີ່ກ່ຽວຂ້ອງກັບການຈັດວາງສັບຊ້ອນໜ່ວຍງານບໍລິຫານທ້ອງຖິ່ນທັງໝົດ 100% ລົງຄະແນນສຽງເຫັນດີແຜນນະໂຍບາຍການຈັດວາງສັບຊ້ອນແຂວງແລະນະຄອນຮ່ວມກັບທ້ອງຖິ່ນຂອງຕົນເອງ. ຈາກຂໍ້ສະເໜີຂອງທ້ອງຖິ່ນ, ຂະບວນການປະເມີນແລະລວບລວມເປັນແຜນດຽວໄດ້ຖືກຜັນຂະຫຍາຍເພື່ອສະເໜີໃຫ້ລັດຖະບານອະນຸມັດ. ອີງຕາມຂໍ້ສະເໜີຂອງກະຊວງພາຍໃນ, ລັດຖະບານໄດ້ສະເໜີມະຕິເລກທີ 202/2025/QH15, ລົງວັນທີ 12 ມິຖຸນາ 2025 "ກ່ຽວກັບການຈັດວາງສັບຊ້ອນໜ່ວຍງານບໍລິຫານລະດັບແຂວງ” ຕໍ່ສະພາແຫ່ງຊາດ ແລະສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດອອກມະຕິ 34 ສະບັບກ່ຽວກັບການຈັດວາງສັບຊ້ອນໜ່ວຍງານບໍລິຫານລະດັບຕາແສງໃນ 34 ແຂວງພາຍໃນປີ 2025. ຜ່ານນັ້ນ, ປະເທດມີໜ່ວຍງານບໍລິຫານລະດັບແຂວງ 34 ແຫ່ງ (6 ນະຄອນແລະ 28 ແຂວງ); ໜ່ວຍງານບໍລິຫານລະດັບຕາແສງ 3.321 ແຫ່ງ (2.621 ຕາແສງ, 687 ຄຸ້ມນະຄອນ ແລະ 13 ເຂດພິເສດ); ຫຼຸດຜ່ອນຈຳນວນແຂວງແລະນະຄອນຈາກ 63 ແຫ່ງ ເຫຼືອ 34 ແຫ່ງ; ຈຳນວນໜ່ວຍງານລະດັບຕາແສງຫຼຸດລົງຫຼາຍກວ່າ 6.700 ໜ່ວຍງານ (ເທົ່າກັບຫຼຸດລົງ 66,9%, ຈາກ 10.035 ແຫ່ງ ເຫຼືອ 3.321 ແຫ່ງ) ເຊິ່ງບັນລຸເປົ້າໝາຍທີ່ສູນກາງວາງໄວ້.
ນອກຈາກການຈັດວາງສັບຊ້ອນໜ່ວຍງານບໍລິຫານແລ້ວ, ສູນກາງຍັງກຳນົດການແກ້ໄຂ ແລະປັບປຸງຂໍ້ບັງຄັບທາງກົດໝາຍໃຫ້ສົມບູນແບບໂດຍທັນທີ ເພື່ອຮັບປະກັນວ່າ ກົງຈັກຂອງອຳນາດການປົກຄອງທ້ອງຖິ່ນໃໝ່ ຈະສາມາດດຳເນີນງານໄດ້ຢ່າງວ່ອງໄວ ແລະລຸລ່ວງ. ຂະບວນການນີ້ຕ້ອງດຳເນີນການຢ່າງຮີບດ່ວນ ໂດຍອີງໃສ່ການທົບທວນແລະການພິຈາລະນາຢ່າງຮອບຄອບວ່າ ຈະໂອນໜ້າທີ່ຈາກລະດັບເມືອງໄປໃຫ້ລະດັບແຂວງ ຫຼືລະດັບຕາແສງ; ໃນເວລາດຽວກັນ, ຂັ້ນຕອນການບໍລິຫານຕ້ອງໄດ້ຮັບການອອກແບບໃໝ່ ໃຫ້ມີຄວາມຄ່ອງຕົວ ກະທັດຮັດ, ປະຢັດ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນແລະວິສາຫະກິດໄດ້ດີທີ່ສຸດ. ດ້ວຍຈິດໃຈດັ່ງກ່າວ, ລັດຖະບານໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອປະກາດໃຊ້ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນປີ 2025 ເຊິ່ງເປັນການວາງຮາກຖານທາງກົດໝາຍທີ່ສຳຄັນສຳລັບການດຳເນີນງານຂອງຮູບແບບອຳນາດການປົກຄອງທ້ອງຖິ່ນສອງລະດັບ. ຈຸດເດັ່ນຂອງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນປີ 2025 ແມ່ນການກຳນົດຂອບເຂດອຳນາດ ແລະ ຄວາມຮັບຜິດຊອບ ລະຫວ່າງອຳນາດການປົກຄອງລະດັບແຂວງ ແລະ ອຳນາດການປົກຄອງລະດັບຕາແສງ ຢ່າງຈະແຈ້ງ, ຮັບປະກັນຄວາມເປັນເອກະພາບໃນການຊີ້ນຳ ແລະ ການບໍລິຫານຈັດການ, ພ້ອມກັນນັ້ນກໍ່ເພີ່ມທະວີການແບ່ງຂັ້ນຄຸ້ມຄອງ ແລະ ມອບອຳນາດໃຫ້ແກ່ລະດັບຮາກຖານ. ໃນໄລຍະຍາວ, ກົດໝາຍສະບັບນີ້ຖືເປັນເສົາຄໍ້າສໍາຄັນໃນການສ້າງລະບົບການບໍລິຫານລັດຖະການທີ່ທັນສະໄໝ, ມີປະສິດທິພາບ ແລະປະສິດທິຜົນ, ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍໃນການພັດທະນາລະບົບການປົກຄອງປະເທດທີ່ຄ່ອງຕົວ ກະທັດຮັດ ແລະ ຮັບໃຊ້ປະຊາຊົນ, ສົ່ງເສີມການຫັນເປັນດິຈິຕອນ ແລະການເຊື່ອມໂຍງສາກົນຢ່າງເລິກເຊິ່ງ.
ພ້ອມກັບກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນປີ 2025, ລັດຖະບານໄດ້ໃຫ້ຄຳແນະນຳ ແລະສະເໜີຕໍ່ສະພາແຫ່ງຊາດເພື່ອອະນຸມັດກົດໝາຍ 29 ສະບັບ ແລະມະຕິຂອງຄະນະປະຈຳສະພາແຫ່ງຊາດ 1 ສະບັບ ໃນກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດຊຸດທີ XV, ເຊິ່ງເປັນການສ້າງພື້ນຖານທາງກົດໝາຍທີ່ສຳຄັນ ເພື່ອຜັນຂະຫຍາຍແຜນນະໂຍບາຍຂອງພັກ ໃນການປັບປຸງການຈັດຕັ້ງກົງຈັກໃຫ້ຄ່ອງຕົວ ແລະ ການຈັດວາງໜ່ວຍງານບໍລິຫານສ່ວນທ້ອງຖິ່ນໃໝ່ເປັນສອງລະດັບ. ກະຊວງພາຍໃນ ແລະ ກະຊວງແລະອົງການອື່ນໆ ໄດ້ໃຫ້ຄຳແນະນຳ ແລະສະເໜີຕໍ່ລັດຖະບານ ເພື່ອປະກາດໃຊ້ລັດຖະດຳລັດຫຼາຍກວ່າ 30 ສະບັບກ່ຽວກັບການແບ່ງຂັ້ນຄຸ້ມຄອງ, ການກະຈາຍອຳນາດ ແລະການກຳນົດຂອບເຂດອຳນາດ; ອອກໜັງສືວຽນຫຼາຍກວ່າ 60 ສະບັບພາຍໃຕ້ອຳນາດຂອງຕົນ ເພື່ອສືບຕໍ່ການແບ່ງຂັ້ນຄຸ້ມຄອງ ແລະກຳນົດຂອບເຂດອຳນາດ, ຊີ້ນຳການປ່ຽນຜ່ານຂັ້ນຕອນການບໍລິຫານ, ຮັບປະກັນຄວາມຄົບຊຸດ, ຄວາມເປັນເອກະພາບ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ປະຊາຊົນ ແລະ ວິສາຫະກິດສາມາດເຂົ້າເຖິງ ແລະນຳໃຊ້ໄດ້ທັນທີຕັ້ງແຕ່ວັນທີ 1 ກໍລະກົດ 2025.
ດັ່ງນັ້ນ, ຂະບວນການປັບປຸງບູລະນະສະຖາບັນ, ນະໂຍບາຍ ແລະ ກົດໝາຍກ່ຽວກັບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນສອງລະດັບ ຈຶ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງພ້ອມພຽງ, ຮອບດ້ານ ແລະ ປະສົບຜົນສຳເລັດຢ່າງໂດດເດັ່ນຫຼາຍຢ່າງ. ຕັ້ງແຕ່ການປະກາດໃຊ້ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນປີ 2025, ການຈັດວາງສັບຊ້ອນໜ່ວຍງານບໍລິຫານ, ຈົນເຖິງການອອກລະບົບລັດຖະດຳລັດແລະໜັງສືວຽນ ທີ່ກຳນົດກົນໄກທີ່ຊັດເຈນສຳລັບການແບ່ງຂັ້ນຄຸ້ມຄອງ ແລະການມອບອຳນາດ ລະຫວ່າງສູນກາງແລະທ້ອງຖິ່ນ, ລະຫວ່າງຂັ້ນແຂວງແລະຂັ້ນຕາແສງ, ໄດ້ສ້າງຂອບກົດໝາຍທີ່ເປັນເອກະພາບ ແລະເປັນໄປໄດ້ ເຊິ່ງຕອບສະໜອງຄວາມຕ້ອງການຂອງການປ່ຽນແປງໃໝ່. ການປະຕິຮູບການຈັດຕັ້ງແລະການດໍາເນີນງານຂອງອຳນາດການປົກຄອງທ້ອງຖິ່ນສອງລະດັບ ບໍ່ພຽງແຕ່ເປັນການປັບປຸງການຈັດຕັ້ງບໍລິຫານຢ່າງດຽວເທົ່ານັ້ນ, ແຕ່ເປັນການບຸກທະລຸທາງສະຖາບັນທີ່ສຳຄັນ, ປະກອບສ່ວນເຂົ້າໃນການສ້າງຮູບແບບການປົກຄອງປະເທດທີ່ທັນສະໄໝ, ໂປ່ງໃສ, ມີປະສິດທິພາບ ແລະປະສິດທິຜົນ, ຕອບສະໜອງຄວາມຕ້ອງການຂອງການພັດທະນາຢ່າງວ່ອງໄວ ແລະຍືນຍົງຂອງປະເທດໃນຍຸກໃໝ່.
3. ຜົນຂອງການປັບປຸງສະຖາບັນແລະນະໂຍບາຍສຳລັບພະນັກງານແລະລັດຖະກອນ.
ໃນໄລຍະທີ່ຜ່ານມາ, ອົງການທີ່ກ່ຽວຂ້ອງໄດ້ແນະນຳໃຫ້ລັດຖະບານ ແລະນາຍົກລັດຖະມົນຕີ ສືບຕໍ່ສຸມໃສ່ການຊີ້ນຳ ແລະການຄຸ້ມຄອງການປະຕິຮູບລະບົບລັດຖະການ ໂດຍສຸມໃສ່ການຈັດຕັ້ງປະຕິບັດແນວທາງ ແລະແຜນນະໂຍບາຍຂອງພັກກ່ຽວກັບວຽກງານບຸກຄະລາກອນ, ຕອບສະໜອງຄວາມຕ້ອງການຂອງການປັບປຸງຄຸນນະພາບທີ່ກ່ຽວຂ້ອງກັບການປັບໂຄງສ້າງພະນັກງານແລະລັດຖະກອນ, ເພື່ອປັບປຸງແລະປ່ຽນແປງໃໝ່ກົນໄກ, ນະໂຍບາຍ ແລະ ກົດໝາຍກ່ຽວກັບການຄຸ້ມຄອງພະນັກງານ ລັດຖະກອນ ໃຫ້ມີຄວາມຄົບຊຸດ, ເຊື່ອມໂຍງເຂົ້າກັນ ແລະ ສອດຄ່ອງກັບລະບົບການເມືອງ ແລະ ເໝາະສົມກັບຄວາມເປັນຈິງ.
ໃນກອງປະຊຸມສະໄໝສາມັນຄັ້ງທີ 9 ຂອງສະພາແຫ່ງຊາດຊຸດທີ XV, ສະພາແຫ່ງຊາດໄດ້ຮັບຮອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນປີ 2025 ເຊິ່ງມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກໍລະກົດ 2025. ກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ໄດ້ເຮັດໃຫ້ແຜນນະໂຍບາຍຂອງພັກກ່ຽວກັບວຽກງານພະນັກງານເປັນນິຕະກຳ, ໂດຍສະເພາະແມ່ນມະຕິກ້າວໜ້າ ເຊິ່ງເປັນ "ເສົາຄໍ້າ" ໃນການນໍາປະເທດເຂົ້າສູ່ຍຸກໃໝ່ ເຊິ່ງອອກໂດຍກົມການເມືອງສູນກາງພັກ(6), ສະແດງໃຫ້ເຫັນເຖິງແນວຄິດສ້າງສັນ, ສ້າງຂອບກົດໝາຍທີ່ສອດຄ່ອງກັນສໍາລັບການຄຸ້ມຄອງພະນັກງານ, ລັດຖະກອນ ໃນທິດທາງທີ່ຂະຫຍັນຂັນເຄື່ອນ, ໂປ່ງໃສ ແລະ ມີປະສິດທິພາບ, ຕອບສະໜອງຄວາມຕ້ອງການແລະໜ້າທີ່ໃນການສ້າງຖັນແຖວພະນັກງານ, ລັດຖະກອນທີ່ເປັນມືອາຊີບ, ຮັບໃຊ້ພາລະກິດການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຕ້ອງການຂອງປະຊາຊົນແລະວິສາຫະກິດໄດ້ເປັນຢ່າງດີ.
ອີງຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນສະບັບໃໝ່ ເຊິ່ງມອບອຳນາດໃຫ້ລັດຖະບານກຳນົດລະບຽບຂໍ້ບັງຄັບໂດຍລະອຽດ, ລັດຖະບານໄດ້ສັ່ງການໃຫ້ກະຊວງພາຍໃນເປັນຜູ້ນຳ ແລະປະສານງານກັບໜ່ວຍງານທີ່ກ່ຽວຂ້ອງ ໃນການຮ່າງລັດຖະດຳລັດແນະນຳ. ວັນທີ 30 ມິຖຸນາ 2025, ລັດຖະບານໄດ້ອອກລັດຖະດຳລັດ 4 ສະບັບ ເຊິ່ງມີຜົນບັງຄັບໃຊ້ພ້ອມກັບກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ປີ 2025, ຕັ້ງແຕ່ວັນທີ 1 ກໍລະກົດ 2025, ລວມມີ: 1- ລັດຖະດຳລັດເລກທີ 170/2025/ND-CP ຂອງລັດຖະບານ, "ລະບຽບການກ່ຽວກັບການຮັບສະໝັກ, ການນຳໃຊ້ ແລະ ການຄຸ້ມຄອງພະນັກງານ, ລັດຖະກອນ"; 2- ລັດຖະດຳລັດເລກທີ 171/2025/ND-CP ຂອງລັດຖະບານ "ລະບຽບການກ່ຽວກັບການຝຶກອົບຮົມ ແລະ ການພັດທະນາລັດຖະກອນ"; 3- ລັດຖະດຳລັດເລກທີ 172/2025/ND-CP ຂອງລັດຖະບານ "ລະບຽບການກ່ຽວກັບການລົງໂທດທາງວິໄນຕໍ່ພະນັກງານ, ລັດຖະກອນ" (ແກ້ໄຂເພີ່ມເຕີມໂດຍລັດຖະດຳລັດເລກທີ 251/2025/ND-CP); 4- ລັດຖະດຳລັດເລກທີ 173/2025/NĐ-CP ຂອງລັດຖະບານ "ກ່ຽວກັບສັນຍາຈ້າງປະຕິບັດໜ້າທີ່ລັດຖະກອນ". ພ້ອມກັນນັ້ນ, ກະຊວງພາຍໃນໄດ້ສະເໜີຕໍ່ລັດຖະບານ ເພື່ອປະກາດໃຊ້ ລັດຖະດຳລັດເລກທີ 179/2025/ND-CP ລົງວັນທີ 1 ກໍລະກົດ 2025 "ລະບຽບການກ່ຽວກັບລະດັບການສະໜັບສະໜູນຜູ້ທີ່ເຮັດວຽກເຕັມເວລາດ້ານການຫັນເປັນດິຈິຕອນ, ຄວາມປອດໄພຂອງຂໍ້ມູນເຄືອຂ່າຍ ແລະ ຄວາມໝັ້ນຄົງປອດໄພທາງໄຊເບີ"; ລັດຖະດຳລັດເລກທີ 231/2025/ND-CP ລົງວັນທີ 26 ສິງຫາ 2025 "ລະບຽບການກ່ຽວກັບການຄັດເລືອກແລະການໃຊ້ຫົວໜ້າວິສະວະກອນ ແລະຫົວໜ້າສະຖາປະນິກ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນຂອງປະເທດ"; ລັດຖະດຳລັດເລກທີ 249/2025/ND-CP ລົງວັນທີ 19 ກັນຍາ 2025 "ລະບຽບການກ່ຽວກັບກົນໄກແລະນະໂຍບາຍໃນການດຶງດູດຜູ້ຊ່ຽວຊານດ້ານວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດິຈິຕອນ". ການປະກາດໃຊ້ກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ລັດຖະດໍາລັດຊີ້ນໍາຂອງກົດໝາຍດັ່ງກ່າວ ແມ່ນບາດກ້າວສຳຄັນທີ່ເປັນຮູບປະທໍາໃນການປະຕິບັດແຜນນະໂຍບາຍ ແລະທິດທາງທີ່ສໍາຄັນຂອງພັກ ກ່ຽວກັບວຽກງານພະນັກງານ ແລະລະບອບລັດຖະການ, ໂດຍສະເພາະແມ່ນ ການຜັນຂະຫຍາຍມະຕິທີ່ກ້າວໜ້າຂອງກົມການເມືອງສູນກາງພັກ, ເຊິ່ງໄດ້ຮັບການຢືນຢັນວ່າເປັນ "ເສົາຄໍ້າ" ຂອງການພັດທະນາປະເທດ ໃຫ້ມີຜົນບັງຄັບໃຊ້ຢ່າງມີປະສິດທິພາບ, ປະກອບສ່ວນເຂົ້າໃນການສ້າງລະບົບລັດຖະການຫວຽດນາມທີ່ທັນສະໄໝ, ເປັນມືອາຊີບ ທີ່ດໍາເນີນງານເພື່ອການພັດທະນາປະເທດ ແລະຮັບໃຊ້ປະຊາຊົນ.
ມາຮອດປະຈຸບັນ, ສາມາດຢືນຢັນໄດ້ວ່າ ຂະບວນການໃຫ້ຄຳປຶກສາ ແລະການຜັນຂະຫຍາຍແຜນແນວທາງແລະມະຕິຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ ກ່ຽວກັບການປັບໂຄງສ້າງການຈັດຕັ້ງກົງຈັກໃຫ້ຄ່ອງຕົວແລະກະທັກຮັດ ແລະການສ້າງອຳນາດການປົກຄອງທ້ອງຖິ່ນສອງລະດັບໃນປະຈຸບັນ ໄດ້ບັນລຸຜົນສຳເລັດທີ່ສຳຄັນດັງນີ້:
ທີໜຶ່ງ, ແຜນນະໂຍບາຍແລະມະຕິຂອງພັກໄດ້ຖືກຜັນຂະຫຍາຍຢ່າງໄວໃຫ້ເປັນນະໂຍບາຍແລະກົດໝາຍ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບ. ຈາກທັດສະນະຊີ້ນຳ, ວຽກງານໃຫ້ຄຳປຶກສາ ແລະຜັນຂະຫຍາຍເປັນລະບອບລະບຽບ ໄດ້ຊ່ວຍສ້າງຫຼັກການ ແລະວິທີການຈັດຕັ້ງປະຕິບັດ, ຮັບປະກັນທັງຄວາມຄົບຖ້ວນ ແລະຄວາມເປັນຮູບປະທຳ ມີຂັ້ນຕອນຮີບດ່ວນ, ແຕ່ບໍ່ຮ້ອນຮົນ; ການເລືອກແຜນງານໃຫ້ຄຳປຶກສາແລະການຫັນເປັນສະຖາບັນນັ້ນ ຕ້ອງເປັນທາງເລືອກທີ່ດີທີ່ສຸດໃນບັນດາທາງເລືອກທີ່ດີທີ່ໄດ້ສະເໜີມາ. ດັ່ງນັ້ນ, ການລວມຕົວກະຊວງຈຶ່ງຮັບປະກັນຫຼັກການຂອງການລວມຕົວ, ຫຼີກລ່ຽງການຊໍ້າຊ້ອນ ແລະການທັບຊ້ອນທາງດ້ານພາລະບົດບາດແລະໜ້າທີ່, ຫຼຸດລະດັບກາງໃນການປ່ຽນແປງໃໝ່ການແບ່ງຂັ້ນຄຸ້ມຄອງແລະການມອບອຳນາດ; ມີໂຄງສ້າງການຈັດຕັ້ງທີ່ເປັນຂອບເພື່ອຮັບປະກັນຄວາມເປັນເອກະພາບໃນຂະບວນການຈັດຕັ້ງປະຕິບັດ. ການຈັດວາສັບຊ້ອນໜ່ວຍງານບໍລິຫານຕາມແນວຄິດການພັດທະນາທີ່ມຸ່ງເນັ້ນທາງທະເລ, ຮັບປະກັນຂະໜາດປະຊາກອນ ແລະພື້ນທີ່ທີ່ເໝາະສົມທີ່ສຸດ...
ທີສອງ, ວຽກງານໃຫ້ຄຳປຶກສາແລະການຫັນເປັນສະຖາບັນ ໄດ້ດຳເນີນໄປພ້ອມກັນ, ບໍ່ພຽງແຕ່ໃນດ້ານການຈັດຕັ້ງກົງຈັກເທົ່ານັ້ນ, ແຕ່ຍັງລວມທັງບຸກຄະລາກອນພາຍໃນອົງການຈັດຕັ້ງ, ຄວາມຮັບຮູ້ ແລະ ຈິດຕະວິທະຍາຂອງຜູ້ຄົນ ກ່ຽວກັບການປ່ຽນແປງໃນໜ່ວຍງານບໍລິຫານ. ການປະສານສົມທົບນີ້ຍັງສະທ້ອນໃຫ້ເຫັນໃນດ້ານສະຖາບັນແລະກົດໝາຍ: ຄວາມຫຍຸ້ງຍາກ, ອຸປະສັກ ແລະ ຂໍ້ຈຳກັດຕ່າງໆ ໄດ້ຮັບການວິເຄາະ, ລະບຸ ແລະ ແກ້ໄຂດ້ວຍຄວາມພະຍາຍາມສູງສຸດ.
ທີສາມ, ຂະບວນການໃຫ້ຄຳປຶກສາແລະການຫັນເປັນສະຖາບັນນັ້ນ ຮັບປະກັນຄວາມຖືກຕ້ອງຕາມລັດຖະທຳມະນູນ ແລະກົດໝາຍສະເໝີ. ຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນສອງລະດັບນັ້ນ ສ້າງຂຶ້ນບົນພື້ນຖານທາງກົດໝາຍທີ່ວາງໄວ້ ໂດຍການແກ້ໄຂເພີ່ມເຕີມລັດຖະທຳມະນູນປີ 2013, ມະຕິຂອງສະພາແຫ່ງຊາດ, ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ, ລັດຖະດຳລັດ ແລະໜັງສືວຽນຕ່າງໆ. ກົດໝາຍແຕ່ລະລະດັບສະແດງເຖິງກ້າວສຳຄັນໃນການເຮັດໃຫ້ຮູບແບບອຳນາດການປົກຄອງທ້ອງຖິ່ນສອງລະດັບເປັນຈິງ ເຊິ່ງຈະຊ່ວຍໃຫ້ຮູບແບບການຈັດຕັ້ງໃໝ່ນີ້ສາມາດດຳເນີນງານໄດ້ຢ່າງມີປະສິດທິພາບ.
ທີສີ່, ຂະບວນການໃຫ້ຄຳປຶກສາແລະການຫັນເປັນສະຖາບັນນັ້ນ ມີແນວຄິດສ້າງສັນ, ຍຶດໝັ້ນໃນຄວາມເປັນຈິງ ແລະຕອບສະໜອງຄວາມຕ້ອງການຂອງການພັດທະນາ. ການປະຕິວັດໃນການເຮັດໃຫ້ການຈັດຕັ້ງກົງຈັກຂອງລະບົບການເມືອງມີຄວາມຄ່ອງຕົວກະທັດຮັດ ແລະການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນສອງລະດັບນັ້ນ ບໍ່ເຄີຍເກີດຂຶ້ນມາກ່ອນໃນປະຫວັດສາດ 80 ປີຂອງສາທາລະນະລັດສັງຄົມນິຍົມຫວຽດນາມ, ແມ່ນການປະຕິຮູບທີ່ຍິ່ງໃຫຍ່, ຮອບດ້ານ ແລະ ເລິກເຊິ່ງຢ່າງແທ້ຈິງ. ດັ່ງນັ້ນ, ວຽກງານໃຫ້ຄຳປຶກສາແລະການຫັນເປັນສະຖາບັນຈຶ່ງດຳເນີນການດ້ວຍແນວຄິດສ້າງສັນ, ບົນພື້ນຖານຂອງຄວາມເປັນຈິງ, ປະຕິບັດຕາມການນຳພາຂອງພັກຢ່າງໃກ້ຊິດ, ຮັບຟັງຄວາມຄິດແລະຄວາມປາດຖະໜາຂອງປະຊາຊົນ ເພື່ອສ້າງຄວາມສອດຄ່ອງລະຫວ່າງ "ເຈດຈຳນົນຂອງພັກແລະຄວາມປາດຖະໜາຂອງປະຊາຊົນ" ແລະ ຄວາມປາດຖະໜາທີ່ຈະສ້າງປະເທດຊາດໃຫ້ເຂັ້ມແຂງແລະຈະເລີນຮຸ່ງເຮືອງ.
4. ບົດຮຽນບາງຢ່າງທີ່ໄດ້ຮຽນຮູ້.
ການສ້າງແລະຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນສອງລະດັບທົ່ວປະເທດພາຍໃຕ້ຂໍ້ຈຳກັດດ້ານເວລາທີ່ເຄັ່ງຄັດນັ້ນ ແມ່ນວຽກງານທີ່ຍິ່ງໃຫຍ່ ແລະບໍ່ເຄີຍເກີດຂຶ້ນມາກ່ອນ. ຈາກປະສົບການຈິງຂອງຂະບວນການນີ້ ສາມາດສະຫຼຸບບົດຮຽນສຳຄັນໄດ້ດັງຕໍ່ໄປນີ້:
ທີໜຶ່ງ, ການນຳພາທີ່ເປັນເອກະພາບຂອງພັກມີຄວາມສຳຄັນຢ່າງຍິ່ງ. ແຜນນະໂຍບາຍແລະມະຕິຂອງຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ ແລະ ການຊີ້ນຳທີ່ເລິກເຊິ່ງແລະຮອບດ້ານຂອງທ່ານເລຂາທິການໃຫຍ່ ໂຕເລິມ ມີຄວາມສຳຄັນທາງດ້ານຫຼັກການ, ເປັນເຂັມທິດນຳທາງຂະບວນການໃຫ້ຄຳປຶກສາແລະການຫັນເປັນສະຖາບັນຂໍ້ບັງຄັບກ່ຽວກັບການສ້າງອຳນາດການປົກຄອງທ້ອງຖິ່ນສອງລະດັບ. ດັ່ງນັ້ນ, ການສຶກສາຢ່າງລະອຽດ ແລະຄົບຖ້ວນກ່ຽວກັບແຜນນະໂຍບາຍ, ມະຕິ ແລະຂໍ້ສະຫຼຸບຂອງພັກຈຶ່ງເປັນສິ່ງຈຳເປັນຢ່າງຍິ່ງ ໃນການຮັບປະກັນຄຸນນະພາບ ແລະປະສິດທິຜົນ ຂອງວຽກງານໃຫ້ຄຳປຶກສາແລະການຫັນເປັນສະຖາບັນ.
ທີສອງ, ເຮົາຕ້ອງເສີມຂະຫຍາຍຈິດໃຈສາມັກຄີ ແລະຄວາມເປັນເອກະພາບໃນທົ່ວພັກແລະລະບົບການເມືອງ, ພ້ອມກັບຄວາມເຫັນດີເຫັນພ້ອມ ແລະການສະໜັບສະໜູນຂອງປະຊາຊົນ. ການສ້າງອຳນາດການປົກຄອງທ້ອງຖິ່ນສອງລະດັບນັ້ນ ແມ່ນ “ການປະຕິວັດ” ທີ່ຕ້ອງອາໄສຄວາມຕັດສິນໃຈສູງ, ຄວາມພະຍາຍາມຢ່າງໃຫຍ່ຫຼວງ ແລະການມີສ່ວນຮ່ວມຂອງຫຼາຍອົງການ ຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ.
ທີສາມ, ວິທີການໃຫ້ຄຳປຶກສາຄວນມີຄວາມຫ້າວຫັນ, ຍືດຫຍຸ່ນ, ປະດິດສ້າງ, ບໍ່ແມ່ນການມຸ່ງເນັ້ນຄວາມສົມບູນແບບ ແຕ່ຕ້ອງຮອບຄອບ, ໜັກແໜ້ນ, ເປັນວິທະຍາສາດ, ລະອຽດຖີ່ຖ້ວນ, ມີພື້ນຖານປະຫວັດສາດ ແລະ ວັດທະນະທຳ; ປະກອບດ້ວຍທຸກອົງປະກອບທີ່ມີຢູ່; ສົມລວມອົງປະກອບທີ່ກວມລວມແລະຮອບດ້ານທາງດ້ານ: ຄວາມຄິດ, ສະຖານະ, ປັດຊະຍາການພັດທະນາ, ຈິດຕະວິທະຍາສັງຄົມ, ທ່າອ່ຽງລະດັບໂລກ, ຄວາມເປັນຈິງຂອງຫວຽດນາມ ແລະ ວາງໄວ້ພາຍໃນເປົ້າໝາຍແລະໂອກາດໂດຍລວມ ຂອງການພັດທະນາປະເທດຊາດໃນຍຸກໃໝ່ ເຊິ່ງແມ່ນຍຸກແຫ່ງຄວາມຈະເລີນຮຸ່ງເຮືອງ ແລະຄວາມເຂັ້ມແຂງຂອງຊາດ.
ທີສີ່, ໃນການໃຫ້ຄຳປຶກສາຍຸດທະສາດ ຈຳເປັນຕ້ອງເຂົ້າໃຈຢ່າງຖ້ອງແທ້ເຖິງທັດສະນະທີ່ວ່າ "ປະຊາຊົນເປັນຮາກເຫງົ້າ", "ປະຊາຊົນແມ່ນສູນກາງ", ແຜນງານທັງໝົດສຳລັບການສ້າງລະບົບສະຖາບັນແລະນະໂຍບາຍ, ໂດຍສະເພາະ ບັນຫາສຳຄັນ ຫຍຸ້ງຍາກ ແລະສັບສົນ, ຕ້ອງອີງໃສ່ປະຊາຊົນ, ໂດຍຄຳນຶງເຖິງຜົນປະໂຫຍດສູງສຸດເພື່ອການພັດທະນາໂດຍລວມຂອງປະເທດ ແລະ ສະຫວັດດີພາບແລະຄວາມສຸກຂອງປະຊາຊົນເປັນສຳຄັນ ໃນການໃຫ້ຄຳປຶກສາແລະການຈັດຕັ້ງປະຕິບັດ.
ທີຫ້າ, ເປັນເຈົ້າການໃນການປັບປຸງຂອບກົດໝາຍໃຫ້ສົມບູນແບບແລະທັນທ່ວງທີ. ຜັນຂະຫຍາຍແຜນນະໂຍບາຍ "ກ້າວລ້ຳໄປໜຶ່ງກ້າວ" ເປັນນິຕິກຳ, ສ້າງຂອບກົດໝາຍທີ່ຊັດເຈນ ເພື່ອການດຳເນີນການຢ່າງລາບລື່ນ. ປະສົບການສະແດງໃຫ້ເຫັນວ່າ ຈຳເປັນຕ້ອງກຽມຮ່າງເອກະສານທາງກົດໝາຍລ່ວງໜ້າ, ລະດົມການມີສ່ວນຮ່ວມ ແລະການປະກອບສ່ວນ ຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ຜູ້ຊ່ຽວຊານ ແລະ ຂໍຄວາມຄິດເຫັນຈາກປະຊາຊົນຢ່າງກວ້າງຂວາງ ເພື່ອຮັບປະກັນຄຸນນະພາບ, ຄວາມເຫັນດີເປັນເອກະພາບ ແລະ ຄວາມເປັນໄປໄດ້ສູງ.
ທີຫົກ, ເຮັດວຽກງານການຄາດຄະເນແລະການປັບຕົວໃຫ້ດີ, ການຕອບສະໜອງດ້ານນະໂຍບາຍຢ່າງທັນທ່ວງທີ, ການຕິດຕາມສະຖານະການຢ່າງໃກ້ຊິດ, ຮັບປະກັນການໄຫຼວຽນຂອງຂໍ້ມູນຢ່າງລາບລື່ນລະຫວ່າງສູນກາງແລະທ້ອງຖິ່ນ, ຄາດການສະຖານະການລ່ວງໜ້າ, ກຽມແຜນການຮັບມື, ປັບນະໂຍບາຍຢ່າງທັນທ່ວງທີ ແລະຊີ້ນຳການແກ້ໄຂບັນຫາທີ່ເກີດຂຶ້ນໂດຍກົງ. ດ້ວຍເຫດນີ້, ບັນຫາຫຼາຍປະການ ຕັ້ງແຕ່ການປັບຈຳນວນຕຳແໜ່ງຮອງ, ລະບອບເງິນເດືອນ ແລະເງິນອຸດໜູນ ສຳລັບພະນັກງານ ທີ່ຫຼັງການປັບໂຄງສ້າງ, ຈົນເຖິງການຊີ້ແຈງລະບຽບຂໍ້ບັງຄັບກ່ຽວກັບຂັ້ນຕອນການບໍລິຫານ ຈຶ່ງໄດ້ຮັບການແກ້ໄຂຢ່າງວ່ອງໄວ.
ທີເຈັດ, ການສົ່ງເສີມປະຊາທິປະໄຕ, ການສ້າງຄວາມເຫັນດີເປັນເອກະພາບ ແລະ ການລະດົມການມີສ່ວນຮ່ວມຂອງປະຊາຊົນ ແລະລະບົບການເມືອງໃນລະດັບຮາກຖານ. ໃນລະຫວ່າງຂະບວນການພັດທະນາແຜນງານລວມຕົວລະດັບແຂວງ ແລະ ລະດັບຕາແສງ, ອົງການທີ່ກ່ຽວຂ້ອງໄດ້ໃຫ້ຄຳແນະນຳແກ່ທ້ອງຖິ່ນໃນການຈັດກອງປະຊຸມຫຼາຍພັນຄັ້ງ ເພື່ອລວບລວມຄວາມຄິດເຫັນຈາກຜູ້ມີສິດເລືອກຕັ້ງ ແລະປະຊາຊົນທົ່ວໄປ. ດ້ວຍການເຄົາລົບຄວາມຄິດເຫັນຂອງປະຊາຊົນ, ຮັບຟັງຂໍ້ສະເໜີແນະ ແລະປັບແຜນໃຫ້ເໝາະສົມ, ແຜນນະໂຍບາຍປະຕິຮູບຈຶ່ງໄດ້ຮັບການສະໜັບສະໜູນສູງ (ຫຼາຍກວ່າ 96%), ຫຼຸດປະຕິກິລິຍາທາງລົບໃຫ້ໜ້ອຍສຸດ. ໃນທີ່ນີ້, ບົດບາດສຳຄັນຂອງພັກແລະລະບົບການເມືອງໃນການໂຄສະນາ ແລະການລະດົມກຳລັງແມ່ນໂດດເດັ່ນ, ໂດຍສະເພາະເມື່ອການລວມຕົວໜ່ວຍງານບໍລິຫານສົ່ງຜົນກະທົບໂດຍກົງຕໍ່ສິດ ແລະຜົນປະໂຫຍດຂອງປະຊາຊົນ ແລະພະນັກງານທ້ອງຖິ່ນ.
ທີແປດ, ຈຳເປັນຕ້ອງກຳນົດເປົ້າໝາຍ ແລະວິໄສທັດຍຸດທະສາດໃຫ້ຈະແຈ້ງ, ເພື່ອພາລະກິດລວມ ແລະຜົນປະໂຫຍດຂອງປະເທດ. ສຳລັບໜ້າທີ່ທີ່ໃຫຍ່, ສຳຄັນ, ໃໝ່, ຫຍຸ້ງຍາກ ແລະ ສັບສົນນັ້ນ ອົງການທີ່ປຶກສາຕ້ອງມີຄວາມຕັ້ງໃຈທາງການເມືອງສູງ, ສຸມໃສ່ຊີ້ນຳນຳພາ ແລະກຳນົດທິດທາງ ເນື້ອໃນ ຄວາມຕ້ອງການ ໜ້າທີ່ ແລະ ວິທີການທີ່ສະເພາະເຈາະຈົງ. ຄວາມຕັດສິນໃຈແລະການກະທຳຈະມີປະສິດທິພາບຢ່າງແທ້ຈິງກໍ່ຕໍ່ເມື່ອຢູ່ພາຍໃຕ້ກອບວິໄສທັດຍຸດທະສາດທີ່ມຸ່ງເນັ້ນການພັດທະນາປະເທດຊາດຢ່າງຍືນຍົງແລະໄລຍະຍາວ, ໂດຍກ້າວຂ້າມວິໄສທັດສະເພາະຂະແໜງການຫຼືຂົງເຂດ, ມຸ່ງສູ່ວິໄສທັດຍຸດທະສາດ, ເພື່ອຄຸນຄ່າຮ່ວມກັນຂອງປະເທດຊາດ ທີ່ປະຊາຊົນມຸ່ງໝັ້ນທີ່ຈະບັນລຸ.
ຜົນສຳເລັດເບື້ອງຕົ້ນຂອງການຈັດວາງແລະປັບການຈັດຕັ້ງກົງຈັກໃຫ້ຄ່ອງຕົວແລະກະທັດຮັດ ຖືເປັນຂີດໝາຍສຳຄັນທາງປະຫວັດສາດ ເຊິ່ງເປັນການສ້າງຮູບແບບອຳນາດການປົກຄອງໃໝ່ທີ່ເໝາະສົມກັບຄວາມຕ້ອງການໃນການພັດທະນາຂອງປະເທດ. ບົດຮຽນອັນລ້ຳຄ່າທີ່ໄດ້ຈາກ “ການປະຕິວັດ” ຄັ້ງນີ້ແມ່ນຊັບສິນທີ່ມີຄ່າສຳລັບພວກເຮົາ ໃນການສືບຕໍ່ປັບປຸງແລະຍົກລະດັບຄຸນນະພາບການດຳເນີນງານ ຂອງລະບົບການເມືອງ ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງບໍລິຫານຂອງລັດ, ຄວາມໄວ້ວາງໃຈ ແລະການສະໜັບສະໜູນຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນທົ່ວປະເທດ ເຊິ່ງປະກອບສ່ວນເຂົ້າໃນການບັນລຸຄວາມປາດຖະໜາ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ”, ນຳພາປະເທດເຂົ້າສູ່ຍຸກໃໝ່ - ຍຸກແຫ່ງການພັດທະນາທີ່ເຂັ້ມແຂງແລະຈະເລີນຮຸ່ງເຮືອງຂອງປະເທດຊາດຫວຽດນາມ.
------------------------
(1) ຕົວຢ່າງເຊັ່ນ: ມະຕິເລກທີ 18-NQ/TW, ລົງວັນທີ 25 ຕຸລາ 2017, ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, “ບາງບັນຫາກ່ຽວກັບການສືບຕໍ່ການປ່ຽນແປງໃໝ່, ຈັດວາງການຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ຄ່ອງຕົວ ກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະປະສິດທິຜົນ”; ມະຕິເລກທີ 37-NQ/TW, ລົງວັນທີ 24 ທັນວາ 2018, ຂອງກົມການເມືອງສູນກາງພັກສະໄໝທີ XII, “ກ່ຽວກັບການຈັດວາງສັບຊ້ອນໜ່ວຍງານບໍລິຫານຂັ້ນເມືອງແລະຕາແສງ”; ບົດສະຫຼຸບເລກທີ 121-KL/TW, ລົງວັນທີ 24 ມັງກອນ 2025, ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII “ກ່ຽວກັບການສະຫຼຸບການປະຕິບັດມະຕິເລກທີ 18-NQ/TW, ລົງວັນທີ 25 ທັນວາ 2017 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII “ບາງບັນຫາກ່ຽວກັບການສືບຕໍ່ການປ່ຽນແປງໃໝ່, ຈັດວາງການຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ຄ່ອງຕົວ ກະທັດຮັດ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະປະສິດທິຜົນ””; ມະຕິເລກທີ 60-NQ/TW, ລົງວັນທີ 12 ເມສາ 2025, ຂອງກອງປະຊຸມເຕັມຄະນະຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII;...
(2) ລວມມີ: ກົດໝາຍວ່າດ້ວຍການແກ້ໄຂແລະເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ; ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ; ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ; ກົດໝາຍວ່າດ້ວຍການແກ້ໄຂແລະເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສານປະຊາຊົນ; ກົດໝາຍວ່າດ້ວຍການແກ້ໄຂແລະເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງອົງການໄອຍະການປະຊາຊົນ.
(3) ຕົວຢ່າງເຊັ່ນ ມະຕິເລກທີ 176/2025/QH15, ລົງວັນທີ 18 ກຸມພາ 2025, ຂອງສະພາແຫ່ງຊາດ “ກ່ຽວກັບໂຄງສ້າງການຈັດຕັ້ງຂອງລັດຖະບານສຳລັບວາລະສະພາແຫ່ງຊາດຊຸດທີ XV”; ມະຕິເລກທີ 177/2025/QH15, ລົງວັນທີ 18 ກຸມພາ 2025, ຂອງສະພາແຫ່ງຊາດ “ກ່ຽວກັບໂຄງສ້າງຈຳນວນສະມາຊິກຄະນະລັດຖະບານສຳລັບວາລະສະພາແຫ່ງຊາດຊຸດທີ XV”; ມະຕິເລກທີ 178/2025/QH15, ລົງວັນທີ 18 ກຸມພາ 2025, ຂອງສະພາແຫ່ງຊາດ “ກ່ຽວກັບການຈັດຕັ້ງບັນດາອົງການຂອງສະພາແຫ່ງຊາດ”; ມະຕິເລກທີ 179/2025/QH15, ລົງວັນທີ 18 ກຸມພາ 2025, ຂອງສະພາແຫ່ງຊາດ “ກ່ຽວກັບຈຳນວນສະມາຊິກຂອງຄະນະປະຈຳສະພາແຫ່ງຊາດຊຸດທີ XV”
(4) ມະຕິເລກທີ 190/2025/QH15, ລົງວັນທີ 19 ກຸມພາ 2025, ຂອງສະພາແຫ່ງຊາດ “ລະບຽບວ່າດ້ວຍການຈັດການບັນຫາບາງຢ່າງທີ່ກ່ຽວຂ້ອງກັບການຈັດວາງສັບຊ້ອນການຈັດຕັ້ງກົງຈັກຂອງລັດ.
(5) ກະຊວງຊົນເຜົ່າສ່ວນນ້ອຍແລະສາສະໜາ ໄດ້ສະເໜີລັດຖະດຳລັດສອງສະບັບເພື່ອປະກາດໃຊ້.
(6) ປະກອບດ້ວຍ: ມະຕິເລກທີ 57-NQ/TW, ລົງວັນທີ 22 ທັນວາ 2024, ຂອງກົມການເມືອງສູນກາງພັກ ສະໄໝທີ XIII “ກ່ຽວກັບການບຸກທະລຸເພື່ອພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການປ່ຽນແປງດິຈິຕອນຂອງປະເທດ”; ມະຕິເລກທີ 59-NQ/TW, ລົງວັນທີ 24 ມັງກອນ 2025, ຂອງກົມການເມືອງສູນກາງພັກ ສະໄໝທີ XIII “ກ່ຽວກັບການເຊື່ອມໂຍງສາກົນໃນສະພາບການໃໝ່”; ມະຕິເລກທີ 66-NQ/TW, ລົງວັນທີ 30 ເມສາ 2025 ຂອງກົມການເມືອງສູນກາງພັກ ສະໄໝທີ XIII “ກ່ຽວກັບການປ່ຽນແປງໃໝ່ວຽກງານການສ້າງແລະປະກາດໃຊ້ກົດໝາຍເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາປະເທດໃນຍຸກໃໝ່” ແລະ ມະຕິເລກທີ 68-NQ/TW, ລົງວັນທີ 4 ພຶດສະພາ 2025, ຂອງກົມການເມືອງສູນກາງພັກ “ກ່ຽວກັບການພັດທະນາເສດຖະກິດເອກະຊົນ”.