ກ້າວໄປຂ້າງໜ້າຢ່າງໝັ້ນຄົງພາຍໃຕ້ທຸງຂອງພັກ

ໂດຍ ສຈ. ປອ. ໂຕ ເລິມ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
03:04, 11-06-2026

ວກ. - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 96 ປີ (3 ກຸມພາ 1930 - 3 ກຸມພາ 2026), ສະຫາຍໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ໄດ້ຂຽນບົດຄວາມທີ່ມີຫົວຂໍ້ວ່າ “ກ້າວໄປຂ້າງໜ້າຢ່າງໝັ້ນຄົງພາຍໃຕ້ທຸງຂອງພັກ”. ວາລະສານກອມມູນິດຂໍນຳສະເໜີເນື້ອໃນບົດຄວາມຂອງເລຂາທິການໃຫຍ່ດ້ວຍຄວາມເຄົາລົບ.

ນະຄອນໂຮ່ຈີມິນ ພາຍຫຼັງ 40 ປີ ແຫ່ງການປ່ຽນແປງໃໝ່ _ແຫຼ່ງ: nhiepanhdoisong.vn

ຫຼັງຈາກຜົນສຳເລັດຢ່າງສະຫງ່າງາມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ທົ່ວພັກ, ທົ່ວປະຊາຊົນ ແລະ ທົ່ວກອງທັບໄດ້ຮ່ວມກັນສະເຫຼີມສະຫຼອງຄົບຮອບ 96 ປີ ແຫ່ງການສ້າງຕັ້ງພັກກອມມູນິດຫວຽດນາມ (3 ກຸມພາ 1930 - 3 ກຸມພາ 2026) ດ້ວຍຈິດໃຈແຫ່ງຄວາມປິຕິຍິນດີເປັນພິເສດ. ການຄົບຮອບ 96 ປີຂອງພັກມີຄວາມໝາຍສຳຄັນຍິ່ງຂຶ້ນ ຍ້ອນວ່າປະເທດກຳລັງເຂົ້າສູ່ປີທຳອິດຂອງວາລະໃໝ່ ເຊິ່ງເປັນປີທີ່ສຳຄັນໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ຫັນເປົ້າໝາຍຍຸດທະສາດໃຫ້ກາຍເປັນຄວາມຈິງ. ຄວາມພາກພູມໃຈໃນເສັ້ນທາງອັນສະຫງ່າງາມ 96 ປີພາຍໃຕ້ທຸງອັນຮຸ່ງເຮືອງຂອງພັກ ເປັນພະລັງທີ່ຈຸດປະກາຍຄວາມກະຕືລືລົ້ນ ແລະຄວາມໝັ້ນໃຈໃໝ່ໃຫ້ແກ່ປະຊາຊົນຊາວຫວຽດນາມ ໃນການກ້າວໄປຂ້າງໜ້າດ້ວຍຄວາມຕັດສິນໃຈທີ່ບໍ່ຫວັ່ນໄຫວ.

ຕະຫຼອດ 96 ລະດູໃບໄມ້ປົ່ງ ນັບຕັ້ງແຕ່ການສ້າງຕັ້ງພັກ ແລະໂດຍສະເພາະໃນຫຼາຍກວ່າ 80 ປີແຫ່ງການກຳອຳນາດ, ພັກກອມມູນິດຫວຽດນາມໄດ້ສະແດງໃຫ້ເຫັນເຖິງພະລັງທີ່ຍືນຍົງ, ຄວາມຕັ້ງໃຈທີ່ບໍ່ສັ່ນຄອນ ແລະແນວທາງນຳພາທີ່ຖືກຕ້ອງ, ນຳພາການປະຕິວັດຫວຽດນາມຈາກໄຊຊະນະໜຶ່ງໄປສູ່ໄຊຊະນະໃໝ່. ນັບຕັ້ງແຕ່ມີການນຳພາຂອງພັກ, ປະເທດຊາດຫວຽດນາມເຊິ່ງມີປະເພນີທາງວັດທະນະທຳອັນຍາວນານນັບພັນປີ, ໄດ້ຈາລຶກບົດປະຫວັດສາດອັນຮຸ່ງເຮືອງຢ່າງຕໍ່ເນື່ອງ: ນຳພາປະຊາຊົນໄປສູ່ການລຸກຮືຂຶ້ນຄັ້ງໃຫຍ່ໃນເດືອນສິງຫາ 1945 ຢ່າງສຳເລັດຜົນ, ສ້າງຕັ້ງສາທາລະນະລັດປະຊາທິປະໄຕຫວຽດນາມ, ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ; ນຳພາປະເທດຊາດໄປສູ່ໄຊຊະນະເໜືອລັດທິລ່າເມືອງຂຶ້ນແລະຈັກກະພັດນິຍົມ ໃນສົງຄາມຕໍ່ຕ້ານທີ່ຍືດເຍື້ອຍາວນານ, ທ້ອນໂຮມປະເທດຊາດເປັນເອກະພາບ, ປິ່ນປົວບາດແຜຈາກສົງຄາມ ແລະນຳພາປະເທດຊາດໃນຂະບວນການປ່ຽນແປງໃໝ່, ກໍ່ສ້າງ, ພັດທະນາ ແລະປົກປ້ອງປະເທດຊາດສັງຄົມນິຍົມຫວຽດນາມ. ການຂຶ້ນແລະລົງຂອງປະຫວັດສາດແຕ່ລະຄັ້ງ ລ້ວນເປັນບົດທົດສອບທີ່ຫຼໍ່ຫຼອມພັກ, ເຮັດໃຫ້ພັກເຕີບໂຕແລະເຂັ້ມແຂງຍິ່ງຂຶ້ນບົນເສັ້ນທາງແຫ່ງການຮັບໃຊ້ປະເທດຊາດແລະປະຊາຊົນ.

ຕະຫຼອດ 96 ປີທີ່ຜ່ານມາໄດ້ຢືນຢັນວ່າ ບໍ່ມີກຳລັງທາງການເມືອງໃດນອກຈາກພັກກອມມູນິດຫວຽດນາມທີ່ມີອິດທິພົນ, ຄວາມສາມາດ ແລະຄຸນສົມບັດການນຳພາທີ່ເໝາະສົມໃນການນຳພາການປະຕິວັດເພື່ອຮັບໃຊ້ປະຊາຊົນ. ບົດບາດຂອງພັກໃນການກຳອຳນາດ ແລະນຳພາຢ່າງຮອບດ້ານ ແມ່ນປັດໄຈຕັດສິນຊີ້ຂາດໃນໄຊຊະນະທຸກຄັ້ງໃນການສ້າງສາ ແລະປົກປັກຮັກສາປະເທດຊາດ. ຄວາມເຂັ້ມແຂງແລະກຽດສັກສີຂອງພັກບໍ່ໄດ້ຢູ່ໃນຜົນສຳເລັດອັນຍິ່ງໃຫຍ່ພຽງຢ່າງດຽວ, ແຕ່ຍັງຢູ່ທີ່ການເປີດກວ້າງທາງຄວາມຄິດ, ຄວາມເຕັມໃຈທີ່ຈະປະເຊີນກັບຄວາມຈິງ, ຄວາມກ້າຫານທີ່ຈະຍອມຮັບຂໍ້ບົກຜ່ອງ ແລະ ຄວາມຕັດສິນໃຈທີ່ຈະແກ້ໄຂຂໍ້ບົກພ່ອງເຫຼົ່ານັ້ນ. ດ້ວຍເຫດນີ້, ພັກຈຶ່ງໄດ້ປັບປຸງແລະແກ້ໄຂຕົນເອງຢ່າງຕໍ່ເນື່ອງ ເພື່ອມີຄວາມສະອາດແລະເຂັ້ມແຂງຂຶ້ນເລື້ອຍໆ.

ການເດີນທາງ 96 ປີຂອງພັກໄດ້ກໍ່ໃຫ້ເກີດບົດຮຽນອັນລ້ຳຄ່າຫຼາຍຢ່າງ. ກ່ອນອື່ນໝົດ, ທຸງແຫ່ງເອກະລາດແຫ່ງຊາດແລະລັດທິສັງຄົມນິຍົມ ໄດ້ຮັບການຍຶດໝັ້ນຢ່າງໜັກແໜ້ນສະເໝີມາ - ນີ້ແມ່ນສອງເປົ້າໝາຍຍຸດທະສາດທີ່ກ່ຽວພັນກັນຢ່າງໃກ້ຊິດຕະຫຼອດຂະບວນການປະຕິວັດ. ເອກະລາດແຫ່ງຊາດແມ່ນເງື່ອນໄຂຕັດສິນເບື້ອງຕົ້ນສຳລັບການກໍ່ສ້າງສັງຄົມນິຍົມ ແລະລັດທິສັງຄົມນິຍົມແມ່ນພື້ນຖານທີ່ໜັກແໜ້ນເຊິ່ງຮັບປະກັນເອກະລາດທີ່ແທ້ຈິງ ແລະຍືນຍົງຂອງຊາດ. ໂດຍຊາບຊຶມສັດຈະທຳດັງກ່າວ, ພັກກອມມູນິດຫວຽດນາມຈຶງຍຶດໝັ້ນໃນເສັ້ນທາງທີ່ປະທານໂຮ່ຈີມິນ ແລະປະຊາຊົນເລືອກໄວ້ສະເໝີມາ: ເຮົາຕັດສິນໃຈທີ່ຈະປົກປ້ອງເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ພ້ອມທັງສ້າງສັງຄົມນິຍົມ ເພື່ອຄວາມສຸກຂອງປະຊາຊົນຢ່າງຕໍ່ເນື່ອງ.

ບົດຮຽນອັນເລິກເຊິ່ງແລະສຳຄັນຍິ່ງຄື ພາລະກິດການປະຕິວັດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ. ປະຊາຊົນທັງເປັນຜູ້ສ້າງໄຊຊະນະທາງປະຫວັດສາດ ແລະເປັນແຫຼ່ງພະລັງອັນບໍ່ສິ້ນສຸດສຳລັບການດຳລົງຢູ່ ແລະການເຕີບໃຫຍ່ເຂັ້ມແຂງຂອງພັກ. ແນວທາງແລະແຜນນະໂຍບາຍທັງໝົດຂອງພັກຕ້ອງມາຈາກຜົນປະໂຫຍດ ແລະຄວາມປາດຖະໜາອັນຊອບທຳຂອງປະຊາຊົນ. ພັກໄດ້ຮັບມອບໝາຍພາລະກິດຈາກປະຊາຊົນ ແລະພັກບໍ່ມີຜົນປະໂຫຍດອື່ນໃດນອກຈາກຮັບໃຊ້ປະເທດຊາດ ແລະປະຊາຊົນ. ປະທານໂຮ່ຈີມິນເຄີຍເນັ້ນໜັກວ່າ: “ພັກບໍ່ແມ່ນອົງການຈັດຕັ້ງເພື່ອສະແຫວງຫາຄວາມຮັ່ງມີ ແລະອຳນາດ. ພັກຕ້ອງປະຕິບັດໜ້າທີ່ປົດປ່ອຍປະເທດຊາດ, ເຮັດໃຫ້ປະເທດຊາດຮັ່ງມີແລະເຂັ້ມແຂງ ແລະເຮັດໃຫ້ປະຊາຊົນມີຄວາມສຸກ”(1). ຄຳສອນຂອງລຸງໂຮ່ຍັງຄົງມີຄຸນຄ່າເຊັ່ນເດີມ, ເຕືອນໃຈເຮົາວ່າ ພັກຕ້ອງເຊື່ອມໂຍງກັບປະຊາຊົນຢ່າງໃກ້ຊິດສະເໝີ, ປະຊາຊົນແມ່ນພື້ນຖານ ແລະ ຄວາມສຸກຂອງປະຊາຊົນແມ່ນເປົ້າໝາຍສູງສຸດ. ພຶດຕິກຳຕົວຈິງກໍ່ສະແດງໃຫ້ເຫັນວ່າ ເມື່ອຫ່າງເຫີນຈາກປະຊາຊົນ, ກາຍເປັນລະບົບອາດຍາສິດ ແລະສໍ້ລາດບັງຫຼວງ, ມັນຈະເປັນໄພຂົ່ມຂູ່ຢ່າງໃຫຍ່ຫຼວງ ຕໍ່ຊະຕາກຳຂອງປະເທດ ແລະການຢູ່ລອດຂອງພັກເອງ. ດັ່ງນັ້ນ, ການຮັກສາສາຍພົວພັນທີ່ໃກ້ຊິດກັບປະຊາຊົນ ແລະການອີງໃສ່ປະຊາຊົນໃນການສ້າງພັກ ຈຶ່ງເປັນຫຼັກການແຫ່ງຊີວິດການເປັນຢູ່ສະເໝີມາ. ການສະໜັບສະໜູນແລະຄວາມໄວ້ວາງໃຈຂອງປະຊາຊົນ ແມ່ນເຄື່ອງວັດກຽດສັກສີຂອງພັກ, ເປັນແຫຼ່ງກຳເນີດຄວາມເຂັ້ມແຂງຂອງພັກ ແລະເປັນ ຄວາມລັບ” ແຫ່ງໄຊຊະນະໃນທຸກໄລຍະຂອງການປະຕິວັດ.

ຄຽງຄູ່ກັນນັ້ນ, ພັກເຮົາໄດ້ໃຫ້ຄວາມສຳຄັນແລະສືບຕໍ່ປັບປຸງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດມາໂດຍຕະຫຼອດ. ສາມັກຄີ, ສາມັກຄີ, ມະຫາສາມັກຄີ - ຄວາມສຳເລັດ, ຄວາມສຳເລັດ, ຄວາມສຳເລັດອັນຍິ່ງໃຫຍ່ - ຄຳຮຽກຮ້ອງຂອງປະທານໂຮ່ຈີມິນ ໄດ້ສະທ້ອນສັດຈະທຳທີ່ວ່າ: ຄວາມສາມັກຄີແມ່ນປະເພນີອັນລ້ຳຄ່າ ແລະເປັນແຫຼ່ງພະລັງທີ່ຍິ່ງໃຫຍ່ທີ່ສຸດ ສຳລັບການປະຕິວັດຫວຽດນາມ. ພັກຕ້ອງຮູ້ວິທີເສີມຂະຫຍາຍພະລັງແຫ່ງຄວາມສາມັກຄີອັນຍິ່ງໃຫຍ່ຂອງຊາດໃຫ້ເກີດປະໂຫຍດສູງສຸດ ໂດຍປະສານກຳລັງແຮງຂອງຊາດເຂົ້າກັບກຳລັງແຮງຂອງຍຸກສະໄໝ. ນີ້ແມ່ນທັງບົດຮຽນແລະຫຼັກການຊີ້ນຳສຳລັບພັກໃນການນຳພາປະຊາຊົນຜ່ານຜ່າອຸປະສັກທັງປວງ ແລະນຳພາປະເທດໄປສູ່ຄວາມຈະເລີນຮຸ່ງເຮືອງໃໝ່ໃນສະພາບການໂລກາພິວັດໃນປະຈຸບັນ.

ບົດຮຽນສຳຄັນທີ່ສຸດຄື: ການນຳພາທີ່ຖືກຕ້ອງຂອງພັກແມ່ນປັດໄຈຫຼັກທີ່ກຳນົດໄຊຊະນະທັງໝົດຂອງການປະຕິວັດຫວຽດນາມ. ຕະຫຼອດ 96 ປີທີ່ຜ່ານມາ ໄດ້ຢືນຢັນບົດບາດການບຸກເບີກ, “ກອງທັບນຳພາ” ຂອງພັກກອມມູນິດຫວຽດນາມ ໃນພາລະກິດປົດປ່ອຍຊາດ, ການສ້າງສາແລະການພັດທະນາປະເທດຊາດ. ເພື່ອໃຫ້ພັກນຳພາປະເທດໄດ້ຢ່າງຍືນຍົງ, ພັກຕ້ອງປັບປຸງຕົນເອງຢ່າງຕໍ່ເນື່ອງ, ປ່ຽນໃໝ່ຕົນເອງແລະຮັກສາທາດແທ້ແຫ່ງການປະຕິວັດ ແລະ ຈິດໃຈບຸກເບີກຂອງຕົນ. ພັກຕ້ອງສຶກສາແລະໝູນໃຊ້ລັດທິມາກ-ເລນິນ ແລະແນວຄິດໂຮ່ຈິມິນຢ່າງສ້າງສັນຢ່າງຕໍ່ເນື່ອງ, ພັດທະນາສະຕິປັນຍາ, ຄວາມສຽບແຫຼມທາງການເມືອງ, ຄຸນສັມບັດສິນທຳ ແລະຄວາມສາມາດໃນການຈັດຕັ້ງຕົວຈິງຂອງຕົນຢ່າງຕໍ່ເນື່ອງ ເພື່ອສາມາດຮັບມືກັບຄວາມທ້າທາຍໃໝ່ ທີ່ເກີດຈາກການປະຕິວັດໄດ້ຢ່າງມີປະສິດທິພາບ. ພ້ອມກັນນັ້ນ, ພັກຕ້ອງມີສະຕິລະວັງຕົວຢູ່ສະເໝີ ແລະຕໍ່ສູ້ປ້ອງກັນແລະຕ້ານໄພຂົ່ມຂູ່ທີ່ສຳຄັນຢ່າງເດັດດ່ຽວ, ໂດຍສະເພາະຄວາມຜິດພາດໃນແນວທາງ, ການຜິດເຂວຈາກເສັ້ນທາງທີ່ວາງໄວ້, ຄວາມຫຼ້າຫຼັງທາງເສດຖະກິດ, ພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ການເສື່ອມຖອຍ, “ການປ່ຽນແປງຕົນເອງ” ແລະ “ການຫັນປ່ຽນຕົນເອງ” ພາຍໃນພັກ. ການສ້າງພັກທີ່ສະອາດແລະເຂັ້ມແຂງໃນດ້ານການເມືອງ, ແນວຄິດ, ຄຸນສົມບັດສິນທຳ, ການຈັດຕັ້ງ ແລະພະນັກງານ ຍັງຄົງເປັນໜ້າທີ່ສຳຄັນ, ທີ່ມີຄວາມໝາຍຕັດສິນຊີ້ຂາດຕໍ່ການຢູ່ລອດຂອງພັກ ແລະລະບອບການປົກຄອງ.

ໃນທຸກຈຸດປ່ຽນທາງປະຫວັດສາດ, ພັກໄດ້ກຳນົດແຜນນະໂຍບາຍທີ່ຖືກຕ້ອງ ແລະແກ້ໄຂຂໍ້ຜິດພາດແລະຂໍ້ບົກຜ່ອງຢ່າງເຂັ້ມງວດໂດຍທັນທີ. ການ ທົບທວນແລະແກ້ໄຂຕົນເອງ” ຢ່າງກ້າຫານນີ້ ຊ່ວຍໃຫ້ພັກຫຼີກລ່ຽງຄວາມຄິດຄຳພີຕາຍຕົວແລະຄວາມຫຼ້າຊ້າ, ເຮັດໃຫ້ພັກສາມາດເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ ເພື່ອຕອບສະໜອງຄວາມຕ້ອງການຂອງການປະຕິວັດໃນແຕ່ລະໄລຍະ. ໂດຍອີງໃສ່ບົດຮຽນຈາກປະຫວັດສາດ, ພັກໄດ້ເປັນເຈົ້າການໃນການກຳນົດນະໂຍບາຍທີ່ຖືກຕ້ອງຢ່າງທັນທ່ວງທີ; ຕົວຢ່າງທີ່ດີເດັ່ນແມ່ນ ຂະບວນການປ່ຽນແປງໃໝ່ເຊິ່ງເລີ່ມຕົ້ນໃນຊຸມປີ 1980 ໄດ້ຊ່ວຍກອບກູ້ປະເທດໃຫ້ຫຼຸດພົ້ນຈາກວິກິດການ ແລະ ນຳໄປສູ່ການພັດທະນາຢ່າງເຂັ້ມແຂງ. ບໍ່ດົນມານີ້, ຕໍ່ໜ້າການສໍ້ລາດບັງຫຼວງ ແລະ ການເສື່ອມຖອຍທາງສິນທຳໃນໝູ່ພະນັກງານ, ສະມາຊິກພັກບາງສ່ວນ, ພັກໄດ້ອອກມະຕິແລະຂໍ້ສະຫຼຸບຫຼາຍສະບັບ ແລະ ຕັດສິນໃຈທີ່ຈະດຳເນີນການແກ້ໄຂສະຖານະການ ແລະເພີ່ມທະວີການຕໍ່ສູ້ຕ້ານການສໍ້ລາດບັງຫຼວງດ້ວຍຈິດໃຈ “ບໍ່ມີເຂດຫວງຫ້າມ, ບໍ່ມີຂໍ້ຍົກເວັ້ນ, ທຸກຄົນສະເໝີພາບກັນຕໍ່ໜ້າກົດໝາຍ”.

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບປະຊາຊົນຕາແສງ ເທື້ອງກາດ, ນະຄອນຮ່າໂນ້ຍ _ພາບ: TTXVN

ມື້ນີ້, ເມື່ອຫວນຄືນໄປເບິ່ງເກືອບສະຕະວັດທີ່ຜ່ານມາ, ເຮົາສາມາດພາກພູມໃຈໄດ້ວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຈາກປະເທດທີ່ເຄີຍຕົກເປັນເມືອງຂຶ້ນແລະທຸກຍາກ, ຫວຽດນາມໄດ້ກ້າວຂຶ້ນມາເປັນປະເທດເອກະລາດ, ເອກະພາບ, ເປັນເຈົ້າຕົນເອງໄດ້ ແລະມີບົດບາດທີ່ໂດດເດັ່ນຂຶ້ນໃນເວທີສາກົນ. ຈາກປະເທດທີ່ຖືກທຳລາຍລ້າງດ້ວຍສົງຄາມ, ເຮົາໄດ້ດຳເນີນຂະບວນການປ່ຽນແປງໃໝ່ (ຕັ້ງແຕ່ປີ 1986) ເຊິ່ງຊ່ວຍໃຫ້ຫວຽດນາມພົ້ນຈາກວິກິດການ ແລະປ່ຽນແປງເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ປານກາງ ໂດຍມີມາດຕະຖານການດຳລົງຊີວິດຂອງປະຊາຊົນທີ່ດີຂຶ້ນຢ່າງຕໍ່ເນື່ອງ. ເມື່ອເບິ່ງໂລກ, ເຮົາສາມາດຢືນຢັນໄດ້ວ່າ ຄວາມເຂັ້ມແຂງ, ທ່າແຮງ, ສະຖານະ ແລະ ກຽດສັກສີສາກົນຂອງຫວຽດນາມກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມິດປະເທດທົ່ວໂລກຮູ້ຈັກຫວຽດນາມໃນຖານະຊາດວິລະຊົນໃນການຕໍ່ສູ້ເພື່ອເອກະລາດ, ພ້ອມທັງເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື, ປະເທດທີ່ຮັກສັນຕິພາບ ແລະປະເທດທີ່ມີເສດຖະກິດກຳລັງພັດທະນາຢ່າງວ່ອງໄວ. ຜົນສຳເລັດອັນຍິ່ງໃຫຍ່ ແລະມີຄວາມໝາຍທາງປະຫວັດສາດເຫຼົ່ານີ້ ຢືນຢັນຄວາມຈິງທີ່ວ່າ ການນຳພາທີ່ຖືກຕ້ອງຂອງພັກແມ່ນປັດໄຈຕັດສິນໄຊຊະນະທັງໝົດຂອງການປະຕິວັດຫວຽດນາມ ແລະ ເປັນ “ທຸງທີ່ລວມພະລັງຂອງຊາດທັງຊາດ” ບົນເສັ້ນທາງແຫ່ງການສ້າງສາແລະປົກປັກຮັກສາປະເທດຊາດ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ກຳນົດທິດທາງແລະເປົ້າໝາຍຍຸດທະສາດທີ່ສຳຄັນສຳລັບໄລຍະທີ່ຈະມາເຖິງ, ໂດຍສະເພາະຄວາມຕັດສິນໃຈໃນການປະຕິບັດສອງເປົ້າໝາຍຍຸດທະສາດ 100 ປີໃຫ້ສຳເລັດ. ຄວາມຮັບຜິດຊອບທາງປະຫວັດສາດທີ່ວາງໄວ້ເທິງບ່າຂອງທົ່ວພັກ, ທົ່ວປະຊາຊົນ ແລະທົ່ວກອງທັບ ຄືການເຮັດໃຫ້ເປົ້າໝາຍແລະຄວາມປາດຖະໜາເຫຼົ່ານີ້ເປັນຈິງຢ່າງມີຊີວິດຊີວາ. ອົງການຈັດຕັ້ງພັກທຸກແຫ່ງ, ພະນັກງານແລະສະມາຊິກພັກທຸກຄົນ - ໂດຍສະເພາະຜູ້ທີ່ຢູ່ໃນຕຳແໜ່ງຫົວໜ້າ - ຈຳເປັນຕ້ອງເຊີດຊູຄວາມຮັບຜິດຊອບຢ່າງສູງ, ເປັນແບບຢ່າງໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ເປັນເຈົ້ານປະດິດສ້າງ, ກ້າຄິດ, ກ້າກະທຳ ແລະກ້າຮັບຜິດຊອບ. ທົ່ວພັກຕ້ອງສືບຕໍ່ເພີ່ມທະວີການກໍ່ສ້າງແລະປັບປຸງພັກ ແລະ ຮັກສາລະບຽບວິໄນຢ່າງເດັດຂາດ; ເສີມຂະຫຍາຍຄວາມສາມາດໃນການນຳພາ ແລະເພີ່ມກຳລັງແຮງສູ້ຮົບໃຫ້ສູງຂຶ້ນ; ປັບປຸງສາຍພົວພັນອັນໃກ້ຊິດກັບປະຊາຊົນ, ອີງໃສ່ປະຊາຊົນເພື່ອຄວບຄຸມອຳນາດ ແລະປັບປຸງອົງການ. ພ້ອມກັນນັ້ນ, ລະບົບການເມືອງທັງໝົດຕ້ອງເຂົ້າຮ່ວມຢ່າງພ້ອມພຽງ ແລະມີປະສິດທິພາບ ໃນການນຳມະຕິຂອງພັກໄປສູ່ການປະຕິບັດຈິງ; ສືບຕໍ່ຍູ້ແຮງຂະບວນການແຂ່ງຂັນກັນຮັກຊາດ, ປຸກຕື່ນຄວາມປາດຖະໜາທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງແລະມີຄວາມສຸກ ໃນປະຊາຊົນຊາວຫວຽດນາມທຸກຄົນ.

ຕະຫຼອດໄລຍະເວລາເກືອບໜຶ່ງສະຕະວັດນັບຕັ້ງແຕ່ການສ້າງຕັ້ງ, ການຕໍ່ສູ້ ແລະ ການເຕີບໃຫຍ່ຂະຫຍາຍຕົວ, ພັກກອມມູນິດຫວຽດນາມໄດ້ເປັນຜູ້ນຳ ແລະຜູ້ຮັບໃຊ້ທີ່ຈົງຮັກພັກດີຂອງປະຊາຊົນຢ່າງແທ້ຈິງ. ເສັ້ນທາງຂ້າງໜ້າຈະເຕັມໄປດ້ວຍຄວາມຫຍຸ້ງຍາກແລະຄວາມທ້າທາຍ, ແຕ່ດ້ວຍຄວາມກ້າຫານ, ປັນຍາ ແລະປະສົບການຂອງພັກຜູ້ກຳອຳນາດ, ດ້ວຍມູນເຊື້ອອັນພິລະອາດຫານ ແລະຄວາມສາມັກຄີຂອງຊາດທັງມວນ, ເຮົາຈະເອົາຊະນະອຸປະສັກທັງໝົດ, ຄວ້າເອົາໂອກາດ ແລະບັນລຸໄຊຊະນະທີ່ຍິ່ງໃຫຍ່ກວ່າເກົ່າຢ່າງແນ່ນອນ. ທົ່ວພັກ, ທົ່ວປະຊາຊົນ ແລະທົ່ວກອງທັບ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັນ, ເສີມຂະຫຍາຍລັດທິຮັກຊາດ, ລັດທິວິລະຊົນປະຕິວັດ ແລະ ຄວາມຄິດສ້າງສັນຂອງປະຊາຊົນຫວຽດນາມໃນຍຸກໃໝ່ຢ່າງສຸດຊີດ. ພາຍໃຕ້ທຸງອັນສະຫງ່າລາສີຂອງພັກ, ປະຊາຊົນຫວຽດນາມຈະກ້າວໄປຂ້າງໜ້າດ້ວຍຄວາມຕັດສິນໃຈທີ່ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໃຫ້ສຳເລັດ ແລະມຸ່ງໝັ້ນທີ່ຈະສ້າງປະເທດຫວຽດນາມທີ່ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຈະເລີນຮຸ່ງເຮືອງ, ອາລະຍະທຳ ແລະມີຄວາມສຸກ, ກ້າວໄປສູ່ສັງຄົມນິຍົມຢ່າງໝັ້ນຄົງ.

ກ້າວໄປຂ້າງໜ້າຢ່າງໝັ້ນຄົງພາຍໃຕ້ທຸງອັນສະຫງ່າງາມຂອງພັກ, ທົ່ວພັກ, ທົ່ວປະຊາຊົນ ແລະທົ່ວກອງທັບ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະອຸທິດທັງຫົວໃຈ, ສະຕິປັນຍາ ແລະ ຄວາມກ້າຫານ ເພື່ອສ້າງປະເທດຫວຽດນາມທີ່ເຂັ້ມແຂງແລະຈະເລີນຮຸ່ງເຮືອງ, ເພື່ອເຊື່ອມໂຍງຫວຽດນາມເຂົ້າສູ່ເວທີການເມືອງໂລກ, ເສດຖະກິດສາກົນ ແລະ ອາລະຍະທຳມະນຸດຢ່າງເລິກເຊິ່ງຍິ່ງຂຶ້ນ ແລະເພື່ອເຮັດໃຫ້ຫວຽດນາມສາມາດຢືນຄຽງຂ້າງປະເທດມະຫາອຳນາດຂອງໂລກໃນຍຸກໃໝ່ໄດ້. ລະດູໃບໄມ້ປົ່ງຂອງຊາດຈະສວຍງາມແລະຍືນຍົງຕະຫຼອດໄປ ເມື່ອຊາວຫວຽດນາມທຸກຄົນ ບໍ່ວ່າຈະມີຖານະຕຳແໜ່ງໃດ ຕ່າງມຸ່ງໝັ້ນທີ່ຈະສ້າງປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ ແລະຮ່ວມມືກັນສ້າງພັກທີ່ສະອາດແລະເຂັ້ມແຂງຂຶ້ນເລື້ອຍໆ. ເພື່ອທີ່ໃນອະນາຄົດ, ພະນັກງານ, ສະມາຊິກພັກ ແລະປະຊາຊົນຫວຽດນາມທຸກຄົນ ຈະສາມາດຫວນຄືນຫຼັງດ້ວຍຄວາມພາກພູມໃຈ ແລະໄດ້ມີສ່ວນຮ່ວມຢ່າງຄຸ້ມຄ່າຕໍ່ອຸດົມການອັນສູງສົ່ງຂອງຊາດ, ໂດຍໄດ້ດຳລົງຊີວິດແລະອຸທິດຕົນຢ່າງສົມຄວນແກ່ປະເທດຊາດແລະປະຊາຊົນ.

------------------------------

(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ 5, ໜ້າ 289.