ເພື່ອປະຕິບັດຄວາມມຸ່ງມາດປາຖະໜາ ໃນການສ້າງປະເທດຫວຽດນາມໃຫ້ເຂັ້ມແຂງ, ຈະເລີນຮຸ່ງເຮືອງແລະພັດທະນາ ໂດຍອີງໃສ່ເຈດຈຳນົງເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຢຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ
ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າຮ່ວມວັນບຸນ ມະຫາສາມັກຄີປວງຊົນທັງຊາດ ກັບປະຊາຊົນບ້ານເທື້ອງດ້ຽນ, ຕາແສງວິງກວາງ, ເມືອງຫວິງບ໋າວ, ນະຄອນຫາຍຟອງ, ວັນທີ 15 ພະຈິກ 2017 (ພາບ: TTXVN)
ວກ.ອອນໄລ - ບັນດາປະເທດທີ່ “ມີເຈດຈຳນົງບຸກບືນກ້າວໜ້າ" ຍາມໃດກໍ່ມີຄວາມປາຖະໜາອັນແຮງກ້າໃນການລະດົມກຳລັງແຮງສັງລວມ, ນຳພາທົ່ວປວງຊົນເອົາຊະນະສິ່ງທ້າທາຍ, ຍາດແຍ່ງໂອກາດ, ຢຶດໝັ້ນໃນເປົ້າໝາຍທີ່ໄດ້ເລືອກ ເພື່ອປະຕິບັດຄວາມປາຖະໜານັ້ນໃຫ້ປະກົດເປັນຈິງ. ບັນດາ “ປະເທດທີ່ລົ້ມເຫຼວ” ມັກຈະຂາດຄວາມປາຖະໜາທີ່ຈະບືນຕົວຂຶ້ນ, ບໍ່ມີຄວາມສາມາດແກ້ໄຂສິ່ງທ້າທາຍ, ພາດໂອກາດໃນການພັດທະນາ. ການປະຕິບັດຄວາມປາຖະໜາໃນການກໍ່ສ້າງປະເທດຫວຽດນາມໃຫ້ມີຄວາມເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ມີຖານະຕຳແໜ່ງທີ່ສົມກຽດໃນປະຊາຄົມສາກົນ, ໂດຍອີງໃສ່ເຈດຈຳນົງເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຢຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດແລະລັດທິສັງຄົມນິຍົມ ໃຫ້ປະກົດເປັນຈິງນັ້ນ, ພວມກາຍເປັນຄວາມຮຽກຮ້ອງຕ້ອງການທີ່ສຳຄັນຂອງການຄຸ້ມຄອງການພັດທະນາປະເທດໃນໄລຍະໃໝ່.
ທຸກປະເທດທີ່ຢາກຈະເລີນຮຸ່ງເຮືອງກໍ່ຕ້ອງມີຄວາມປາຖະໜາອັນແຮງກ້າໃນການເຕົ້າໂຮມແລະສາມັກຄີທົ່ວປວງຊົນ, ສ້າງກຳລັງແຮງທາງດ້ານຈິດໃຈເພື່ອຜ່ານຜ່າຄວາມຫຍຸ້ງຍາກແລະສິ່ງທ້າທາຍທັງໝົດ ເພື່ອປະຕິບັດເປົ້າໝາຍ, ເສັ້ນທາງການພັດທະນາຂອງຕົນໃຫ້ປະກົດເປັນຈິງ. ສຳລັບປະເທດຫວຽດນາມ, ໃນປະຫວັດສາດຫຼາຍພັນປີແຫ່ງການສ້າງສາແລະປົກປັກຮັກສາປະເທດຊາດນັ້ນ, ຄວາມມຸ່ງມາດປາຖະໜາທີ່ສອດຮ້ອຍຕະຫຼອດແລະສະເໝີຕົ້ນສະເໝີປາຍຂອງຊາດຫວຽດນາມແມ່ນຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຍ້ອນສິ່ງດັ່ງກ່າວ, ຫວຽດນາມໄດ້ຕໍ່ສູ້ແລະເອົາຊະນະສັດຕູຜູ້ຮຸກຮານ ເພື່ອປົກປ້ອງເອກະລາດ ອຳນາດອະທິປະໄຕ ເອກະພາບແລະຜືນແຜ່ນດິນອົນຄົບຖ້ວນໄວ້ຢ່າງໝັ້ນຄົງ, ພ້ອມທັງສ້າງສາແລະພັດທະນາປະເທດ. ມູນເຊື້ອ, ຄວາມປາຖະໜານັ້ນ ຕ້ອງໄດ້ຮັບການຍົກລະດັບແລະເສີມຂະຫຍາຍປະສິດທິຜົນໃນການສ້າງສາແລະປົກປັກຮັກສາປະເທດຊາດໃນປະຈຸບັນ.
ຄວາມປາຖະໜາຢາກໃຫ້ປະເທດຫວຽດນາມເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ພັດທະນາ, ຢຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດແລະລັດທິສັງຄົມນິຍົມ, ໂດຍອີງໃສ່ເຈດຈຳນົງເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ຄັນທຸງເຕົ້າໂຮມ, ສາມັກຄີ, ນຳພາປະເທດຊາດ
ເພື່ອກາຍເປັນປະເທດທີ່ພັດທະນາ, ຈຳເປັນຕ້ອງມີຄວາມຕ້ອງການແລະເງື່ອນໄຂຫຼາຍຢ່າງ, ໃນນັ້ນຕ້ອງມີວິໄສທັດ, ມີຄວາມປາຖະໜາບືນຕົວຂຶ້ນຂອງປະເທດນັ້ນ ເຊິ່ງແມ່ນກຳລັງແຮງທາງດ້ານຈິດໃຈອັນໃຫຍ່ຫຼວງ. “ຄວາມຝັນຂອງເກົາຫຼີ”, ຄວາມປາຖະໜາ “ນຳເອົາປະເທດສິງກະໂປໄປສູ່ໂລກທີ່ໜຶ່ງ” ຫຼືຄວາມປະຖະໜາ “ພົ້ນຈາກອາຊີ” ໄດ້ນຳເອົາບັນດາປະເທດ ສາທາລະນະລັດເກົາຫຼີ, ສິງກາໂປ, ຍີ່ປຸ່ນ ເຂົ້າໃນຖັນແຖວບັນດາປະເທດທີ່ພັດທະນາແລ້ວ ໃນໄລຍະເວລາສັ້ນ. ແລະ “ຄວາມຝັນຂອງອາເມລິກາ” - ຄວາມຝັນຂອງປະເທດອາເມລິກາແມ່ນຜົນລວມຂອງຄວາມຝັນຂອງແຕ່ລະບຸກຄົນທີ່ລວມກັນເຂົ້າ, ໄດ້ນຳພາສະຫະລັດອາເມລິກາໃຫ້ມີການພັດທະນາມາເປັນເວລາຫຼາຍກວ່າ 200 ປິຕິດຕໍ່ກັນນັບແຕ່ໄດ້ຮັບເອກະລາດໃນປີ 1776 ຈົນເຖິງປະຈຸບັນ.
ປະຫວັດສາດຫຼາຍພັນປີແຫ່ງການກໍ່ຕັ້ງປະເທດແລະປົກປັກຮັກສາປະເທດ, ໂດຍສະເພາະແມ່ນຜ່ານບັນດາສົງຄາມຕໍ່ຕ້ານການຮຸກຮານຈາກຕ່າງປະເທດ, ປົກປ້ອງເອກະລາດແລະອຳນາດອະທິປະໄຕໃນດິນແດນ, ໄດ້ຫຼໍ່ຫຼອມຄວາມປາຖະໜາໃນການພັດທະນາ, ຈິດໃຈເອກະລາດເປັນເຈົ້າຕົນເອງ ແລະຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງອັນແຮງກ້າຂອງຊາດຫວຽດນາມ. ນີ້ແມ່ນຈຸດເຕົ້າໂຮມ, ສິ່ງດຶງດູດ, ສ້າງຄວາມສາມັກຄີ, ກຳລັງແຮງອັນໃຫຍ່ຫຼວງທີ່ຊ່ວຍໃຫ້ຊາດຫວຽດນາມສູ້ຮົບແລະເອົາຊະນະສັດຕູຜູ້ຮຸກຮານທຸກໂຕ ເຊິ່ງສ່ວນຫຼາຍມັກຈະແຂງແຮງກວ່າຫວຽດນາມຫຼາຍເທົ່າ.
ວັນທີ 2 ກັນຍາ 1945, ປະທານໂຮ່ຈີມິນອ່ານຖະແຫຼງການເອກະລາດທີ່ອະມະຕະ, ປະກາດການສິ້ນສຸດຂອງລະບອບລ່າເມືອງຂຶ້ນເຄິ່ງສັກດິນາ, ກຳເນີດປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ, ຢືນຢັນອີກເທື່ອໜຶ່ງເຖິງຄວາມປາຖະໜາໃນການເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດຫວຽດນາມ. ຄວາມປາຖະໜາດັ່ງກ່າວໄດ້ເຕົ້າໂຮມຖັນແຖວຜູ້ຊົງຄຸນວຸດທິ, ປັນຍາຊົນ, ນັກປະຕິວັດທີ່ກ້າຫານມີປັນຍາຄວາມຮູ້ ເຂົ້າຢູ່ອ້ອມຂ້າງປະທານໂຮ່ຈີມິນ, ພ້ອມກັນກັບປະຊາຊົນໃນທົ່ວປະເທດຫັນໄປສູ່ເປົ້າໝາຍປົດປ່ອຍຊາດ. ລະດູບານໃໝ່ປີ 1975, ຫຼັງຈາກ 30 ປີແຫ່ງການຕໍ່ຕ້ານຢ່າງຕໍ່ເນື່ອງກັບພວກລ່າເມືອງຂຶ້ນຝຣັ່ງແລະຈັກກະພັດອາເມລິກາຜູ້ຮຸກຮານ, ປະຊາຊົນຫວຽດນາມໄດ້ຮັບເອກະລາດແຫ່ງຊາດແລະທ້ອນໂຮມປະເທດຊາດເປັນເອກະພາບ, ທົ່ວປະເທດໄດ້ກ້າວເຂົ້າສູ່ການສ້າງສາສັງຄົມນິບົມ.
ເກືອບ 45 ປີຫຼັງຈາກການທ້ອນໂຮມປະເທດຊາດເປັນເອກະພາບ, ໂດຍສະເພາະແມ່ນຜ່ານກວ່າ 30 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມໄດ້ບັນລຸບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ; ອິທິພົນແລະຖານະຕຳແໜ່ງສາກົນຂອງປະເທດນັບມື້ໄດ້ຮັບການຍົກສູງຂຶ້ນ. ນີ້ແມ່ນເວລາທີ່ຫວຽດນາມຕ້ອງເບິ່ງຄືນເສັ້ນທາງທີ່ໄດ້ຜ່ານໄປ, ເບິ່ງໄປຂ້າງໜ້າ, ຮັບຮູ້ຈະແຈ້ງກວ່າອີກ ແລະ ເຊີດຊູຄວາມປະຖະໜາຂອງຊາດທີ່ຈະບືນຕົວຂຶ້ນຄຽງບ່າຄຽງໄຫຼ່ກັບບັນດາປະເທດມະຫາອຳນາດໃນຫ້າທະວີບດັ່ງທີ່ລຸງໂຮ່ປາຖະໜາໃນເວລາທີ່ເພິ່ນຍັງມີຊີວິດຢູ່.
ຄວາມປາຖະໜາໃນຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮັ່ງມີເຂັ້ມແຂງຂອງຫວຽດນາມແມ່ນສິ່ງທີ່ສະເໝີຕົ້ນສະເໝີປາຍແລະສອດຮ້ອຍຕະຫຼອດ, ແຕ່ໃນສະຖານະການ, ສະພາບການປະຫວັດສາດທີ່ແຕກຕ່າງກັນ, ຄວາມປາຖະໜານັ້ນມີເນື້ອຫາແລະຈຸດສຸມທີ່ແຕກຕ່າງກັນ. ໃນຊ່ວງເວລາທີ່ປະເຊີນກັບໄພພິບັດການເສຍປະເທດ, ຄວາມປາຖະໜາໃນຄວາມເປັນເອກະລາດ, ເປັນເຈົ້າຕົນເອງໄດ້ສ້າງກຳລັງແຮງທາງຈິດໃຈອັນຍິ່ງໃຫຍ່ເພື່ອຊ່ວຍໃຫ້ປະເທດຊາດຂອງພວກເຮົາຜາບແພ້ສັດຕູຜູ້ຮຸກຮານ. ໃນສະພາບການປະຈຸບັນ, ຄວາມປາຖະໜາໃນຄວາມເປັນເອກະລາດ, ເປັນເຈົ້າຕົນເອງແມ່ນຄວາມມານະພະຍາຍາມເພື່ອກໍ່ສ້າງປະເທດຫວຽດນາມໃຫ້ຈະເລີນຮຸ່ງເຮືອງແລະພັດທະນາ; ພ້ອມກັນນັ້ນ, ເປັນຄູ່ຮ່ວມງານທີ່ເຊື່ອຖືໄດ້ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.
ປະຈຸບັນນີ້, ຄວາມເປັນເອກະລາດແລະເປັນເຈົ້າຕົນເອງພຽງແຕ່ສາມາດໄດ້ຮັບການຮັກສາແລະຍືນຍົງບົນພື້ນຖານການສ້າງຄວາມເຂັ້ມແຂງດ້ວຍຕົນເອງເທົ່ານັ້ນ, ດັ່ງນັ້ນ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງແມ່ນເນື້ອໃນຈຸດໜັກໃຈກາງຂອງຄວາມປາຖະໜາຂອງຊາດຫວຽດນາມໃນໄລຍະໃໝ່. ປະເທດຫວຽດນາມສ້າງຄວາມເຂັ້ມແຂງດ້ວຍຕົນເອງໝາຍຄວາມວ່າປະເທດເອກະລາດແລະເປັນເຈົ້າຕົນເອງກ່ອມອື່ນໝົດແມ່ນທາງດ້ານເສດຖະກິດ, ໃນລະດັບສູງກວ່າແມ່ນໄດ້ບັນລຸຄວາມຮັ່ງມີແລະຈະເລີນຮຸ່ງເຮືອງ. ເພື່ອບັນລຸສິ່ງດັ່ງກ່າວ, ການພັດທະນາຂອງປະເທດຕ້ອງໄດ້ອີງໃສ່ສະຖາບັນລະບຽບກົດໝາຍທີ່ໄດ້ອອກແບບຢ່າງເໝາະສົມ ຍືນຍົງ, ມີຄວາມສາມາດປົດປ່ອຍກຳລັງແຮງງານແລະຄວາມສາມາດປະດິດສ້າງຂອງແຕ່ລະບຸກຄົນ, ລະດົມທຸກແຫຼ່ງພະລັງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນແລະກຳລັງແຮງລວມຂອງທົ່ວທັງຊາດ. ຄຽງຄູ່ກັນນັ້ນ, ຕ້ອງກໍ່ສ້າງໄດ້ໂຄງປະກອບສັງຄົມທີ່ຍືນຍົງ, ສາມັກຄີ, ຄວາມເຫັນດີເຫັນພ້ອມແລະສະໝັກໃຈ ບົນພື້ນຖານການສືບທອດແລະເສີມຂະຫຍາຍບັນດາຄຸນຄ່າມູນເຊື້ອອັນດີງາມຂອງຊາດ.
ໃນໂລກທີ່ມີການປ່ຽນແປງຢ່າງໄວວາ, ຜັນປ່ຽນຢ່າງສັບສົນແລະຄາດຄະເນຍາກຄືໃນປະຈຸບັນ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງຍັງສະແດງອອກຢູ່ທີ່: ໃນບໍ່ວ່າສະຖານະການໃດໆ ຫວຽດນາມກໍ່ຕ້ອງຢຶດຖືແລະຕັ້ງໝັ້ນໃນເສັ້ນທາງທີ່ໄດ້ເລືອກ, ພະຍາຍາມທຸກວິຖີທາງເພື່ອບັນລຸເປົ້າໝາຍ, ຄວາມປາຖະໜາໃນການກໍ່ສ້າງປະເທດຫວຽດນາມໃຫ້ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸດຕິທຳແລະສີວິໄລ”.
ສິ່ງທ້າທາຍ, ໄພອັນຕະລາຍ ແລະກາລະໂອກາດ ສຳລັບການປະຕິບັດຄວາມປາຖະໜາໃນການກໍ່ສ້າງປະເທດຫວຽດນາມໃຫ້ມີຄວາມເຂັ້ມແຂງ, ພັດທະນາ, ຈະເລີນຮຸ່ງເຮືອງ ໂດຍອີງໃສ່ເຈດຈຳນົງເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຢຶດໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ ໃນໄລຍະປະຈຸບັນ
ສິ່ງທ້າທາຍຈາກສະພາບການຍຸກສະໄໝ
ຂະບວນການໂລກາພິວັດແລະຄວາມກ້າວໜ້າທາງວິທະຍາສາດ-ເຕັກໂນໂລຊີ, ຄຽງຄູ່ກັນນັ້ນແມ່ນການຜັນປ່ຽນທີ່ສັບສົນແລະບໍ່ຄາດເດົາໄດ້ຂອງສະຖານະການໃນພາກພື້ນແລະໃນໂລກ, ໄດ້ວາງບັນຫາໃໝ່, ສັບສົນແລະບໍ່ເຄີຍມີມາກ່ອນຕໍ່ປະເທດ, ມັນກະທົບໂດຍກົງຕໍ່ການປະຕິບັດເປົ້າໝາຍ, ຍຸດທະສາດແລະຄວາມປາຖະໜາໃນການພັດທະນາຂອງຫວຽດນາມ ເຊິ່ງສະແດງອອກໃນບາງຈຸດຕໍ່ໄປນີ້:
ທີໜຶ່ງ, ເມື່ອຄວາມຮູ້ແລະເສດຖະກິດພູມປັນຍານັບມື້ນັບມີບົດບາດສຳຄັນໃນການພັດທະນານັ້ນ ການປ່ຽນແປງໃໝ່ປະດິດສ້າງແມ່ນຄວາມຮຽກຮ້ອງຕ້ອງການອັນພື້ນຖານ. ຄວາມຮູ້, ເຕັກໂນໂລຊີແມ່ນແຫຼ່ງກຳລັງທີ່ສຳຄັນທີ່ສຸດຂອງບັນດາຮູບແບບການເຕີບໂຕເສດຖະກິດທີ່ອີງໃສ່ການປ່ຽນແປງໃໝ່ປະດິດສ້າງໃນສະຕະວັດທີ XXI, ສ່ວນບົດບາດຂອງທຶນ, ແຮງງານ, ຊັບພະຍາກອນນັບມື້ນັບຫຼຸດໜ້ອຍລົງ. ເລື່ອງນີ້ຖືກຕ້ອງຫຼາຍໃນສະພາບການໂລກາພິວັດ ແລະ ໂອກາດການເຂົ້າເຖິງຕະຫຼາດໂລກ ແລະການປະຕິວັດອຸດສາຫະກຳຄັ້ງທີສີ່. ບັນດາພື້ນຖານເສດຖະກິດເຖິງຈະຢູ່ໃນລະດັບຕ່ຳຫຼືຢູ່ໃນລະດັບສູງກໍ່ຕາມ ກໍ່ຕ້ອງບັນລຸຄວາມໄວໃນການເຕີບໂຕໂດຍຜ່ານການປ່ຽນແປງໃໝ່ປະດິດສ້າງ ເຊິ່ງຄວາມຮູ້ມີບົດບາດເປັນແກນກາງ. ແມ່ນປະເທດທີ່ໄປຕາມຫຼັງ, ກຳລັງພັດທະນາ, ຫວຽດນາມຈຳເປັນຕ້ອງຊີ້ແຈງບັນດາບັນຫາສຳຄັນໃນຂະບວນການຜະລິດຄວາມຮູ້, ຜະລິດຄວາມຮູ້ຄືນໃໝ່ ແລະການ “ຫັນຄວາມຮູ້ເປັນທຶນ".
ທີສອງ, ພວກເຮົາຈະຕ້ອງປະເຊີນໜ້າກັບຄວາມຈິງທີ່ວ່າ, ການເຕີບໂຕອີງໃສ່ການສົ່ງອອກ - ວິທີການທີ່ປະສົບຄວາມສຳເລັດຂອງຫຼາຍປະເທດທີ່ພວມມີການຜັນປ່ຽນບໍ່ສະດວກ. ໂລກາພິວັດແມ່ນແທ່ນຮອງພື້ນໃຫ້ເສດຖະກິດຍີ່ປຸ່ນ, ສ.ເກົາຫຼີ, ສິງກະໂປ, ຈີນລອຍຕົວຂຶ້ນ. ຈຸດພິເສດລວມຂອງບັນດາພື້ນຖານເສດຖະກິດເຫຼົ່ານີ້ແມ່ນ ການເຕີບໂຕໄວອີງໃສ່ການສົ່ງອອກ, ໂດຍສະເພາະກັບ ສ.ເກົາຫຼີ, ຈີນ.
ຄວາມເປັນຈິງໄດ້ໃຫ້ເຫັນວ່າ, ໃນເວລານີ້ ຮູບແບບການເຕີບໂຕທີ່ອີງໃສ່ການສົ່ງອອກບໍ່ມີຄວາມສະດວກຄືແຕ່ກ່ອນອີກ. ຜູ້ນຳ ຜູ້ຄຸ້ມຄອງຕ້ອງມີຈິດສຳນຶກກ່ຽວກັບເລື່ອງນີ້ ເພື່ອຊອກຫາວິທີເຂົ້າເຖິງບັນຫາທີ່ເໝາະສົມໃຫ້ປະເທດຊາດ. ສຳລັບຫວຽດນາມ, ວິທີເຂົ້າເຖິງການໂລກາພິວັດຈະຕ້ອງເປັນທາງເລືອກທີ່ດີ, ມີຄວາມຈຸພູມປັນຍາທີ່ສູງກວ່າ, ອີງໃສ່ການຮ່ວມມືສອງຝ່າຍແລະການຮ່ວມມືພາກພື້ນ.
ທີສາມ, ການເປັນຮູບເປັນຮ່າງແລະນັບມື້ນັບພັດທະນາຂອງໂລກໄຊເບີຣ໌ - “ພື້ນທີ່ດຳລົງຊີວິດ” ໃໝ່ມີຢູ່ໃນຂະໜານກັບພື້ນທີ່ “ດິນແດນ” ແບບດັ້ງເດີມ - ພວມແລະຈະເຮັດໃຫ້ໂລປ່ຽນແປງ. ໂລກໄຊເບີຣ໌ຈະເປັນພື້ນຖານໃນການປະຕິສຳພັນຂອງເຈົ້າພາບຫຼາຍຄົນໃນສັງຄົມ "ທີ່ແທ້ຈິງ" ທີ່ໄດ້ຮັບການເພີ່ມຂຶ້ນເລື້ອຍໆ. ຜູ້ຄົນອາດຈະເຄື່ອນໄຫວໃນໂລກ "ສະເໝືອນ" ນີ້ຫຼາຍກວ່າໃນໂລກ "ທີ່ແທ້ຈິງ". ສະພາບການທີ່ຜ່ານມາມໍ່ນີ້ໃຫ້ເຫັນວ່າ, ຂໍ້ຈຳກັດແລະຂໍ້ບົກພ່ອງໃນການຄຸ້ມຄອງໂລກໄຊເບີຣ໌ສາມາດນຳໄປສູ່ຜົນກະທົບທາງລົບທີ່ຢູ່ນອກເໜືອການຄວບຄຸມຂອງພວກເຮົາ. ໃນອະນາຄົດ, ຈະບໍ່ສາມາດນຳພາ ຄຸ້ມຄອງສັງຄົມ “ທີ່ແທ້ຈິງ” ຢ່າງມີປະສິດທິຜົນໄດ້ ຖ້າຫາກຂາດຄວາມສາມາດໃນການເປັນເຈົ້າຂອງ, ປົກປ້ອງແລະຄຸ້ມຄອງໂລກໄຊເບີຣ໌.
ສິ່ງທ້າທາຍແລະຄວາມສ່ຽງພາຍໃນຕໍ່ຊາຕາກຳຂອງປະເທດ
ຈາກມຸມມອງຂອງການພັດທະນາພາຍໃນ, ໃນປະຫວັດສາຫຼາຍພັນປີຂອງຊາດ, ໄລຍະເວລາປະຈຸບັນມີຄວາມສ່ຽງທີ່ຈະນຳໄປສູ່ “ວົງໝູນວຽນ” ຂອງ “ຄຳສາບທາງພູມສາດ” ທີ່ປະເທດຊາດໄດ້ປະເຊີນໜ້າມາຫຼາຍຄັ້ງ. ກ່ອນອື່ນໝົດແມ່ນ, ຫຼາຍເທື່ອໃນປະຫວັດສາດຂອງຊາດ: ຕໍ່ໜ້າໄພສົງຄາມຮຸກຮານຈາກພາຍນອກ, ຫຼາຍລາຊະວົງກັບກະສັດທີ່ສະຫຼາດແລະມີຄຸນນະທຳ ໄດ້ເຕົ້າໂຮມຜູ້ຄົນທີ່ດີເດັ່ນເປັນຈຳນວນຫຼາຍແລະພ້ອມກັນກັບຖັນແຖວນັ້ນສ້າງສະຖາບັນທີ່ເໝາະສົມ ເພື່ອລະດົມ ເຕົ້າໂຮມ ເສີມຂະຫຍາຍທຸກແຫຼ່ງກຳລັງ, ສ້າງກຳລັງແຮງທີ່ພົ້ນເດັ່ນແລະເຂັ້ມແຂງ, ສະແດງໃຫ້ເຫັນແລະປະຕິບັດຢ່າງສຳເລັດຜົນຄວາມປາຖະໜາຂອງປະເທດໃນການເປັນເອກະລາດແລະເປັນເຈົ້າຕົນເອງ. ແຕ່, ໃນໄລຍະເວລາຫຼັງຈາກນັ້ນ, ຍ້ອນຄວາມເພິ່ງພໍໃຈ, ຍ້ອນຜົນປະໂຫຍດພາກສ່ວນທີ່ຄັບແຄບ,… ບາງລາຊະວົງໄດ້ພາປະເທດໄປສູ່ຄວາມຫຼ້າຊ້າ, ຊຸດໂຊມ, ຊ້ຳບໍ່ໜຳຍັງຖືກຕົກຢູ່ພາຍໃຕ້ອິດທິພົນຂອງກຳລັງພາຍນອກ.
“ວົງໝູນວຽນ” ທີສອງ ແມ່ນໃນຊ່ວງເວລາການຖ່າຍໂອນຮຸ່ນຜູ້ນຳ. ຮຸ່ນຜູ້ນຳປະເທດໃນເງື່ອນໄຂເຊື່ອມໂຍງສາກົນຢ່າງກວ້າງຂວາງເລິກເຊິ່ງຕ້ອງປະເຊີນກັບຄວາມຫຍຸ້ງຍາກໃໝ່, ສິ່ງທ້າທາຍໃໝ່ ແລະຄວາມຕ້ອງການໃໝ່ຫຼາຍຢ່າງ, ມັນຮຽກຮ້ອງຕ້ອງມີຄວາມກ້າຫານທາງການເມືອງ, ມີພື້ນຖານຄວາມຮູ້ ສະຕິປັນຍາ, ເຈດຈຳນົງ, ຄວາມພະຍາຍາມຫຼາຍ, ແລະຍັງຕ້ອງບຸກບືນຕົວ “ເສຍສະຫຼະ” ເພື່ອພາລະກີດລວມ. ໃນຍາມສັນຕິ, ໃນການກໍ່ສ້າງແລະພັດທະນາເສດຖະກິດກໍ່ມີສິ່ງລໍ້ລວງຊວນໃຈຫຼາຍ, ມີຄວາມສ່ຽງໃນການເສື່ອມໂຊມ, ມັນງ່າຍທີ່ຈະຊຸກດັນພະນັກງານນຳພາຄຸ້ມຄອງຈຳນວນໜຶ່ງ ໃຫ້ຫ່າງຈາກເປົ້າໝາຍໄປສູ່ການປະຕິບັດຄວາມປາຖະໜາຂອງຊາດ.
ກາລະໂອກາດສຳລັບຊາຕາກຳຂອງປະເທດ, ມຸ່ງໄປສູ່ຄວາມປາຖະໜາລວມຂອງຊາດ
ສະພາບການໃນປະຈຸບັນເຮັດໃຫ້ພວກເຮົາຕ້ອງມີສະຕິຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດຮຽນໃນ “ຕອນໂຄ້ງ”, ແຕ່ກໍ່ໄດ້ເປີດໂອກາດພິເສດເພື່ອປະຕິບັດຄວາມປາຖະໜາແຫ່ງຊາດຂອງຕົນໃຫ້ປະກົດເປັນຈິງ.
ທີໜຶ່ງ, ເມື່ອການ “ແຜ່ຂະຫຍາຍ" ຂອງບັນດາບໍລິສັດຂ້າມຊາດຫຼຸດລົງ, ພວກເຮົາມີໂອກາດໃນການພັດທະນາວິສາຫະກິດພາຍໃນປະເທດດ້ວຍວິທີເຂົ້າເຖິງໃໝ່ສຳລັບຮູບແບບການສົ່ງອອກ. ຜົນກຳໄລຂອງບັນດາບໍລິສັດຂ້າມຊາດຫຼຸດລົງເຮັດໃຫ້ການມີໜ້າຂອງພວກເຂົາຢູ່ໃນປະເທດທີ່ກຳລັງພັດທະນາໜ້ອຍລົງ. ນີ້ແມ່ນໂອກາດເພື່ອໃຫ້ວິສາຫະກິດພາຍໃນຂະຫຍາຍຕົວ, ໂດຍສະເພາະແມ່ນໃນສະພາບການຂອງຫວຽດນາມທີ່ເລີ່ມປະກົດມີວິສາຫະກິດ “ຊັ້ນນຳ” ຈຳນວນໜຶ່ງທີ່ມີຍີ່ຫໍ້ທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດພາຍໃນປະເທດ ແລະທັງສາມາດບືນຕົວອອກສູ່ຕະຫຼາດພາຍນອກໄດ້. ຖັນແຖວພະນັກງານນຳພາຄຸ້ມຄອງປະເທດຕ້ອງກຳເອົາໂອກາດນີ້, ສ້າງເງື່ອນໄຂແລະສິ່ງແວດລ້ອມທີ່ສະດວກດີໃຫ້ແກ່ການພັດທະນາວິສາຫະກິດພາຍໃນປະເທດ ເພື່ອຄອບຄອງຕະຫຼາດພາຍໃນ, ໂດຍສະເພາະແມ່ນບັນດາຂະແໜງການແລະຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດ, ບັນດາຜະລິດຕະພັນທີ່ມີຄຸນຄ່າເພີ່ມສູງມີຍີ່ຫໍ້ຫວຽດນາມ, ມີຄວາມສາມາດເຊື່ອມຕໍ່ລະຫວ່າງວິສາຫະກິດພາຍໃນປະເທດກັບວິສາຫະກິດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດ (FDI). ສິ່ງນີ້ຕ້ອງໃຊ້ຮູບແບບການພັດທະນາທີ່ເປັນບຸລິມະສິດໃນການສົ່ງອອກທີ່ລວມສູນ, ອີງໃສ່ທ່າໄດ້ປຽບຂອງວິສາຫະກິດແລະຕະຫຼາດພາຍໃນປະເທດ ກໍ່ຄືຄວາມຕ້ອງການຂອງຕະຫຼາດໂລກ.
ທີສອງ, ເສດຖະກິດທີ່ອີງສ່ວນຫຼາຍໃສ່ປັນຍາຄວາມຮູ້ແລະການປະຕິສຳພັນໃນໂລກໄຊເບີຣ໌ ຈະນຳໂອກາດມາໃຫ້ບັນດາປະເທດທີ່ຫາກໍ່ພົ້ນເດັ່ນຂຶ້ນແລະກຳລັງພັດທະນາເພື່ອເຂົ້າຮ່ວມໃນລະດັບສູງຂອງລະບົບຕ່ອງໂສ້ມູນຄ່າທົ່ວໂລກ. ຍົກຕົວຢ່າງ, ໃນມື້ນີ້ເຕັກໂນໂລຊີໄດ້ອະນຸຍາດໃຫ້ວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານອິນເດຍ ມີສ່ວນຮ່ວມໃນການຈັດຕັ້ງສັບພະສິນຄ້າສຳລັບກຸ່ມຂາຍຍ່ອຍຊັ້ນນຳຂອງສະຫະລັດຄື Walmart ແທນທີ່ຈະພຽງແຕ່ເຂົ້າຮ່ວມໃນການປະຕິບັດດ້ານເຕັກນິກທີ່ຢູ່ເບື້ອງຫຼັງ. ເມື່ອສະຕິປັນຍາແມ່ນ "ຊັບສິນ" ທີ່ມີຄ່າ, ມັນຈະແມ່ນກາລະໂອກາດທາງປະຫວັດສາດສຳລັບປະເທດຫວຽດນາມໃນການສ້າງບາດກ້າວບຸກທະລຸດ້ານເສດຖະກິດ.
ທີສາມ, ພວກເຮົາກຳລັງປະເຊີນໜ້າກັບໂອກາດທີ່ຈະຫຼຸດຜ່ອນຄ່າໃຊ້ຈ່າຍລະຫວ່າງກາງ, ເພີ່ມປະສິທິຜົນຂອງການຄຸ້ມຄອງຕົວກາງລະຫວ່າງການຜະລິດແລະການແຈກຢາຍ. ໜຶ່ງໃນບັນດາຈຸດປຶກຕັນຂອງຮູບແບບການເຕີບໂຕຂອງຫວຽດນາມແມ່ນ ຄ່າໃຊ້ຈ່າຍໃນການບໍລິຫານລັດມີລາຄາແພງແຕ່ປະສິດທິຜົນບໍ່ສູງ. ດັ່ງນັ້ນ, ການປະກົດຕົວຂອງພື້ນຖານເຕັກໂນໂລຊີໃໝ່ແມ່ນວິທີທີ່ຈະຊ່ວຍໃຫ້ຫວຽດນາມແກ້ໄຂບັນຫານີ້.
ທີສີ່, ຄວາມປາຖະໜາສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດຫວຽດນາມຜ່ານການຫຼໍ່ຫຼອມໃນປະຫວັດສາດຫຼາຍພັນປີໄດ້ກາຍເປັນມູນເຊື້ອ, ຄຸນຄ່າທີ່ຊຶມເລິກໃນປະຊາຊົນແຕ່ລະຄົນ. ໃນຂະບວນການເຊື່ອມໂຍງສາກົນ, ໃນທ່າອຽງໂລກາພິວັດແລະການເຂົ້າເຖິງເຕັກໂນໂລຊີດິຈິຕອນ, ຄວາມປາຖະໜາສ້າງຂວາມເຂັ້ມແຂງດ້ວຍຕົນເອງຂອງຊາດຈະໄດ້ຮັບການຮັບຮູ້ຢ່າງເລິກເຊິ່ງແລະເຂັ້ມແຂງກວ່າອີກ. ນີ້ແມ່ນກຳລັງແຮງທາງດ້ານຈິດໃຈທີ່ໃຫຍ່ຫຼວງ, ແມ່ນໂອກາດເພື່ອໃຫ້ຫວຽດນາມແກ້ “ວົງໝູນວຽນ”, ປະຕິບັດຄວາມປາຖະໜາສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດໃຫ້ປະກົດເປັນຈິງ.
ທີຫ້າ, ພາລະກິດການປະຕິບັດຄວາມປາຖະໜາສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດໃຫ້ປະກົດເປັນຈິງໄດ້ຮັບການນຳພາຂອງພັກ. ໃນປະຫວັດສາດເກືອບ 90 ປີແຫ່ງການກຳເນີດແລະຂະຫຍາຍຕົວ, ພັກກອມມູນິດຫວຽດນາມໄດ້ຢຶດໝັ້ນໃນສັດທາຂອງປະຊາຊົນໂດຍການນຳພາທີ່ສະຫຼາດສ່ອງໃສແລະປີຊາສາມາດ. ໃນໄລຍະປະຈຸບັນ, ການນຳພາແລະກຳອຳນາດຂອງພັກແມ່ນພື້ນຖານ, ປັດໄຈຕັດສິນຊີ້ຂາດຕໍ່ການປະຕິບັດຄວາມປາຖະໜາໃນຄວາມເປັນເອກະລາດ, ເປັນເຈົ້າຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດຫວຽດນາມໃຫ້ປະກົດເປັນຈິງ.
ບັນດາບັນຫາທີ່ຕ້ອງສຸມໃສ່ແກ້ໄຂ ເພື່ອປະຕິບັດຄວາມປາຖະໜາໃນການກໍ່ສ້າງປະເທດຫວຽດນາມໃຫ້ເປັນປະເທດທີ່ເຂັ້ມແຂງ ພັດທະນາ ຈະເລີນຮຸ່ງເຮືອງ ໂດຍອີງໃສ່ເຈດຈຳນົງເປັນເຈົ້ນຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໝັ້ນໃນເປົ້າໝາຍເອກະລາດແຫ່ງຊາດແລະລັດທິສັງຄົມນິຍົມ
ທີໜຶ່ງ, ຕ້ອງຊີ້ແຈງຄວາມປະຖະໜາໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ, ເຊີດຊູ ແຜ່ຂະຫຍາຍແລະເຊື່ອມຊຶມຄວາມປາຖະໜານັ້ນໃນແນວຄິດຈິດໃຈຂອງພົນລະເມືອງທຸກຄົນ, ເຊິ່ງກ່ອນອື່ນໝົດແມ່ນໃນຖັນແຖວພະນັກງານນຳພາຄຸ້ມຄອງລະດັບຕ່າງໆ, ໂດຍສະເພາະແມ່ນພະນັກງານຍຸດທະສາດ.
ໂລກາພິວັດແລະການພັດທະນາຂອງເສດຖະກິດໂລກເຮັດໃຫ້ມີການປ່ຽນແປງໃນສັງຄົມ. ຄຳສັບ “ພົນລະເມືອງໂລກ” ນຳມາເຊິ່ງທັດສຳນຶກໃໝ່ກ່ຽວກັບຄຸນຄ່າແຫ່ງຊາດ, ກ່ຽວກັບການເມືອງ ວັດທະນະທຳ ແລະການຄຸ້ມຄອງລັດ... ການພັດທະນາຂອງສັງຄົມສະໄໝໃໝ່ກໍ່ເຮັດໃຫ້ຜູ້ນຳພາຄຸ້ມຄອງມີຄວາມຫຍຸ້ງຍາກໃນການຮັບຮູ້ແລະຕັ້ງໝັ້ນໃນການປະຕິບັດເປົ້າໝາຍລວມ, ຍ້ອນການລໍ້ລວງຊວນໃຈຂອງຜົນປະໂຫຍດທາງວັດຖຸ ແລະການບັງບຽບຂອງລັດທິອັດຕະບຸກຄົນ. ຍິ່ງກວ່ານັ້ນ, ໃນສະພາບຄວາມສະຫງົບສຸກ, ເຖິງວ່າໄພຂົ່ມຂູ່ຕໍ່ຄວາມຍືນຍົງຄົງຕົວຂອງຊາດບໍ່ສະແດງອອກຢ່າງຈະແຈ້ງກໍຕາມ, ແຕ່ວ່າບໍ່ແມ່ນດັ່ງນັ້ນ ຄວາມສ່ຽງຕໍ່ຄວາມປາຖະໜາໃນຄວາມເປັນເອກະລາດ ເປັນເຈົ້າຕົນເອງຈະຖືກຫຼຸດລົງ.
ດັ່ງນັ້ນ, ສິ່ງທີ່ຕ້ອງປະຕິບັດກ່ອນອື່ນໝົດໃນເວລານີ້ແມ່ນຕ້ອງເຊີດຊູ, ເພີ່ມທະວີ ແລະແຜ່ຂະຫຍາຍຄວາມປາຖະໜາໃນການສ້າງຄວາມເຂັ້ມແຂງການພັດທະນາດ້ວຍຕົນເອງຂອງຊາດຫວຽດນາມ - ສ້າງໃຫ້ຫວຽດນາມຮັ່ງມີເຂັ້ມແຂງ, ພັດທະນາ, ມີຄວາມຜາສຸກ, ເປັນຄູ່ຮ່ວມງານທີ່ເຊື່ອຖືໄດ້, ເປັນສະມາຊິດທີ່ມີຄວາມຮັບຜິດຊອບຂອງປະຊາຄົນສາກົນ. ຄວນລະບຸໄວ້ຢ່າງຈະແຈ້ງ: ໃນເວລານີ້, ປະເທດຈະໄດ້ພັດທະນາຕົນເອງແລະປະສົບຄວາມສຳເລັດ ຫຼືບໍ່ມີເວລາໃດໝົດ, ປະເທດຈະຖືກປັດເຂ່ຍອອກຈາກການພັດທະນາ, ຖືກກະວົນກະວາຍໃນ “ກັບດັກລາຍໄດ້ປານກາງ”, ແລ້ວຈະຕົກໃນຄວາມຫຼ້າຊ້າ, ຊຸດໂຊມ; ຕ້ອງເຊີດຊູ ເພີ່ມທະວີ ແລະແຜ່ຂະຫຍາຍຄວາມປາຖະໜາໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດໃນແນວຄິດຈິດໃຈຂອງປະຊາຊົນທຸກຄົນ, ໂດຍສະເພາະແມ່ນຄວາມປະຖະໜາບຸກບືນຕົວຂຶ້ນ, ກ້າອຸທິດເສຍສະຫຼະເພື່ອຜົນປະໂຫຍດລວມຂອງຖັນແຖວພະນັກງານການນຳພາຄຸ້ມຄອງຂັ້ນຕ່າງໆ, ເປັນຕົ້ນແມ່ນພະນັກງານຍຸດທະສາດ.
ສິ່ງທ້າທາຍທີ່ໃຫຍ່ທີ່ສຸດສຳລັບພວກເຮົາໃນປະຈຸບັນແມ່ນ ການຮັບຮູ້ແລະປະເຊີນໜ້າກັບກະໂຕຕົນເອງ, ແມ່ນການກຳນົດໄດ້ຖານະທີ່ຕັ້ງຂອງຕົນ ແລະ ຕັດສິນໃຈທີ່ຈະກະທຳມຸ່ງໄປສູ່ແລະປະຕິບັດຄວາມປາຖະໜານັ້ນໃຫ້ປະກົດເປັນຈິງ. ທາງດ້ານເສດຖະກິດ, ເຖິງວ່າຫວຽດນາມໄດ້ບັນລຸຜົນສຳເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນເກືອບ 35 ປີແຫ່ງການປ່ຽນແປງໃໝ່, ດ້ວຍຄວາມໄວໃນການເຕີບໂຕສູງພໍຄວນ, ແຕ່ເມື່ອທຽບກັບບັນດາປະເທດທີ່ປະສົບຄວາມສຳເລັດທາງເສດຖະກິດໃນອາຊີໃນໄລຍະການພັດທະນາດຽວກັນ, ຄວາມສຳເລັດຂອງຫວຽດນາມຍັງຢູ່ໃນລະດັບຕ່ຳ. ໃນໄລຍະປີ 1965 - 1995, ສາທາລະນະລັດເກົາຫຼີບັນລຸລະດັບເຕີບໂຕທາງເສດຖະກິດສະເລ່ຍ 10% - 15% ຕໍ່ປີ; ຈີນແລະສິງກະໂປກໍ່ບັນລຸລະດັບເຕີບໂຕສະເລ່ຍປະມານ 9% - 10% ຕໍ່ປີຢ່າງຕໍ່ເນື່ອງໃນກວ່າ 30 ປີ. ໃນເມື່ອຫຼາຍບັນຫາຂອງປະເທດລ້ວນແຕ່ອີງໃສ່ພື້ນຖານເສດຖະກິດນັ້ນ ພັກຕ້ອງກຳນົດ ເຊີດຊູ ແລະແຜ່ຂະຫຍາຍຄວາມປາຖະໜາໃນການພັດທະນາເສດຖະກິດທີ່ເໝາະສົມຖືກລະດັບ.
ສິ່ງທ້າທາຍທີ່ຈະຕ້ອງຜ່ານຜ່າອີກແມ່ນ ຄວາມພ້ອມແລະການປັບຕົວເຂົ້າກັບການປະຕິວັດອຸດສາຫະກຳຄັ້ງທີສີ່ຂອງຫວຽດນາມຍັງຢູ່ໃນລະດັບຕ່ຳ. ຕາມລາຍງານຂອງເວທີປາໄສເສດຖະກິດໂລກປີ 2018, ຫວຽດນາມພຽງແຕ່ຖືກຈັດໃນກຸ່ມປະເທດ “ໜຸ່ມນ້ອຍ”: ໃນອັນດັບທີ 72 ຂອງ 100 ປະເທດທາງດ້ານໂຄງສ້າງເສດຖະກິດ; ອັນດັບທີ 90 ໃນ 100 ປະເທດກ່ຽວກັບການປ່ຽນແປງໃໝ່ແລະເຕັກໂນໂລຊີ, ໃນນັ້ນຢູ່ອັນດັບທີ 92 ໃນ 100 ປະເທດກ່ຽກັບພື້ນຖານເຕັກໂນໂລຊີ ແລະ ອັນດັບທີ 77 ໃນ 100 ປະເທດກ່ຽວກັບຄວາມສາມາດປະດິດສ້າງ; ອັນດັບທີ 70 ໃນ 100 ປະເທດກ່ຽວກັບແຫຼ່ງກຳລັງຄົນ, ໃນນັ້ນ ຢູ່ອັນດັບທີ 81 ໃນ 100 ປະເທດກ່ຽວກັບແຮງງານທີ່ມີວິຊາສະເພາະ, ອັນດັບທີ 70 ໃນ 100 ປະເທດກ່ຽວກັບຄວາມພ້ອມຂອງຖັນແຖວຜູ້ຊ່ຽວຊານແລະວິສະວະກອນ, ອັນດັບທີ 75 ໃນ 100 ປະເທດກ່ຽວກັບຄຸນນະພາບການສຶກສາມະຫາວິທະຍາໄລ ແລະ ອັນດັບທີ 80 ໃນ 100 ປະເທດກ່ຽວກັບຄຸນນະພາບການຝຶກອົບຮົມວິຊາຊີບ. ນັ້ນແມ່ນສິ່ງທ້າທາຍທີ່ຫວຽດນາມຕ້ອງປະເຊີນໜ້າ. ໃນສະຖານະການນັ້ນ, ຄວາມເຂັ້ມງວດໃນການກຳນົດຄວາມປາຖະໜາຂອງຊາດແລະຄວາມຕັດສິນໃຈໃນການກະທຳລະດັບຊາດເພື່ອມຸ່ງໄປສູ່ການປະຕິບັດຄວາມປາຖະໜານັ້ນໃຫ້ປະກົດເປັນຈິງ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນ.
ທີສອງ, ພັກຕ້ອງສ້າງກຸ່ມຜູ້ນຳທີ່ມີສະຕິ, ມີຄວາມຮູ້ຄວາມສາມາດ, ສະຫຼາດສ່ອງໃສ, ສຸດອົດສຸດໃຈເພື່ອພາລະກິດລວມຂອງປະເທດ.
ໃນໄລຍະປະຈຸບັນ, ເພື່ອປະຕິບັດສຳເລັດຄວາມປາຖະໜາໃນການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ, ພວກເຮົາຕ້ອງການຜູ້ນຳທີ່ມີຄວາມສາມາດສະຫຼາດສ່ອງໃສແລະສຸດອົກສຸດໃຈ. ພັກຕ້ອງສ້າງຖັນແຖວພະນັກງານນຳພາແລະຄຸ້ມຄອງ, ໂດຍສະເພາະແມ່ນພະນັກງານຍຸດທະສາດ ທີ່ມີຄວາມກ້າຫານທາງການເມືອງ, ມີປັນຍາຄວາມຮູ້, ມີຄວາມຮັບຮູ້ທີ່ຈະແຈ້ງກ່ຽວກັບຄວາມຮັບຜິດຊອບແລະໜ້າທີ່, ພ້ອມແລ້ວທີ່ຈະບຸກບືນຕົວຂຶ້ນ, ເສຍສະລະເພື່ອປະຕິບັດຄວາມປາຖະໜາດັ່ງກ່າວ.
ທີສາມ, ພັກຈະຕ້ອງສ້າງແລະດຳເນີນງານສະຖາບັນທີ່ເໝາະສົມແລະດິທີ່ສຸດ ເພື່ອປົດປ່ອຍແລະເສີມຂະຫຍາຍສຸດຂີດທ່າແຮງແລະຊັບພະຍາກອນຂອງປະເທດ.
ຄວາມເປັນຈິງແຫ່ງປະຫວັດສາດໄດ້ຊີ້ໃຫ້ເຫັນວ່າ, ໃນຊ່ວງເວລາປະຫວັດສາດ, ຄວາມປາຖະໜາຂອງຊາດໄດ້ສະແດງອອກຢ່າງຄົບຖ້ວນສົມບູນ ເຊິ່ງມັກຈະຕິດພັນກັບສອງລັກສະນະເດັ່ນຄື: 1- ປະຊາຊົນໄດ້ຮັບການນຳພາໂດຍຜູ້ນຳການເມືອງທີ່ສະຫຼາດສະຫຼຽວ, ປີຊາສາມາດ ເຊິ່ງເຕົ້າໂຮມກຸ່ມຄົນທີ່ມີສະຕິປັນຍາ, ມີຄວາມກະຕືລືລົ້ນແລະສຸດອົກສຸດໃຈ ເພື່ອພາລະກິດລວມຂອງຊາດ; 2- ຜູ້ນຳແລະກຸ່ມຜູ້ນຳນັ້ນ ຍັງໄດ້ສ້າງສະຖາບັນທີ່ເໝາະສົມ ເພື່ອລະດົມທຸກແຫຼ່ງກຳລັງສຳລັບການປະຕິບັດເປົ້າໝາຍຂອງຄວາມປາຖະໜາລວມນັ້ນ. ໃນສະພາບການປະຈຸບັນ, ຕໍ່ໜ້າຄວາມຕ້ອງການແລະໜ້າທີ່ໃໝ່, ຫວຽດນາມຕ້ອງກໍ່ສ້າງສະຖາບັນການພັດທະນາທີ່ເໝາະສົມເພື່ອແກ້ໄຂສິ່ງທ້າທາຍ, ຂຸດຄົ້ນແລະເສີມຂະຫຍາຍໂອກາດ, ປະຕິບັດເປົ້າໝາຍໃຫ້ປະກົດເປັນຈິງ. ອອກແບບສະຖາບັນການພັດທະນາທີ່ເໝາະສົມແລະດີສຸດແມ່ນບັນຫາທີ່ສຳຄັນໃນເວລານີ້.
ກົນໄກແລະສະຖາບັນທີ່ພວກເຮົາດຳເນີນງານໃນປະຈຸບັນມີຫຼາຍຈຸດທີ່ບໍ່ສົມເຫດສົມຜົນ, ຕ້ອງໄດ້ຮັບການປ່ຽນແປງໃໝ່, ເພີ່ມເຕີມ, ປັບປຸງບູລະນະໃຫ້ສອດຄ່ອງກັບຄວາມຕ້ອງການຂອງພື້ນຖານເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແລະການເຊື່ອມໂຍງສາກົນ. ຕາມນັ້ນ, ຕ້ອງການກໍ່ສ້າງສະຖາບັນໜຶ່ງທີ່ລວມສູນແລະສະເໝີຕົ້ນສະເໝີປາຍໃນການນຳພາ ຄຸ້ມຄອງ, ທັງມີລັກສະນະສ້າງສັນແລະມີຄວາມສາມາດປົດປ່ອຍຄວາມສາມາດບົ່ມຊ້ອນຂອງແຕ່ລະບຸກຄົນແລະອົງການຈັດຕັ້ງ ເພື່ອມຸ່ງໄປສູ່ການປະຕິບັດຄວາມປາຖະໜາໃຫ້ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ ຍຸດຕິທຳແລະສີວິໄລ”, ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບແລະຜືນແຜ່ງດິນອັນຄົບຖ້ວນ, ເຮັດໃຫ້ຫວຽດນາມກາຍເປັນປະເທດອຸດສາຫະກຳທີ່ພັດທະນາໂດຍໄວ./.
---------------------------------
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 930 (ເດືອນພະຈິກ 2019)