ວກ. - ​ໃນ​ບົດຂຽນ “ການກະກຽມແລະດຳເນີນຢ່າງ​ດີ ກອງຊຸມໃຫຍ່ຄັ້ງທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ, ນຳ​​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​​ໃໝ່​ແຫ່ງ​ການພັດ​ທະ​ນາ”, ທ່ານ ຫງວຽນ​ຝູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໄດ້​ເນັ້ນ​ໜັກ​ວ່າ: “ສ້າງ​ການ​ຫັນ​ປ່ຽນ​ຂັ້ນພື້ນ​ຖານ ​ຈາກເສດ​ຖະ​ກິດ​ໄປ​ສູ່​ຮູບ​ແບບການ​ເຕີບ​ໂຕ​ ບົນ​ພື້ນ​ຖານ​ການ​ນຳ​ໃຊ້​ຊັບພະຍາກອນ, ຄວາມ​ກ້າວ​ໜ້າທາງ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ແລະການປ່ຽນ​ແປງ​ໃໝ່​ປະ​ດິ​ດ​ສ້າງຢ່າງ​ມີ​ປະ​ສິດ​ທິ​ຜົນ​... ກໍ່​ສ້າງແລະເສີມ​ຂະ​ຫຍາຍ​ຄຸນ​ຄ່າ​​ວັດ​ທະ​ນະ​ທຳ​ແລະກຳ​ລັງ​ແຮງ​​ຂອງ​ຄົນຫວຽດ​ນາມ; ປັບປຸງ​​ບູ​ລະ​ນະແລະດຳ​ເນີນ​ການ​ສ້າງ​ລະ​ບົບ​ຄຸນ​ຄ່າ​ແຫ່ງ​ຊາດ, ລະ​ບົບຄຸນຄ່າ​ວັດ​ທະ​ນະ​ທຳ ແລະມາດ​ຕະ​ຖານ​ມະ​ນຸດ ຄວບ​ຄູ່​ໄປ​ກັບ​ການ​ສົ່ງ​ເສີມ​ເຈດ​ຈຳ​ນົງ, ຄວາມ​ປາດ​ຖະໜາ​ໃນ​ການ​ພັດ​ທະ​ນາ ແລະ ກຳ​ລັງ​ແຮງ​ຂອງ​ຄົນ ຫວຽດ​ນາມໃນ​ໄລ​ຍະ​ໃໝ່(1).

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບຄະນະນັກຮຽນ, ນັກສຶກສາ ທີ່ເປັນແບບຢ່າງ, ດີເດັ່ນ _ພາບ: TTXVN

ຈຸດ​ໃໝ່ແລະ​ເຄື່ອງ​ໝາຍທີ່​ໂດດ​ເດັ່ນຫຼາຍ​ຢ່າງ

1- ຮ່າງ​ເອ​ກະ​ສານ​​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ​ມີຫຼາຍ​ຈຸດ​ໃໝ່. ເລີ່ມ​ຈາກຄວາມ​​ຕ້ອງ​ການ​​ພາ​ວະ​ວິ​ໄສອັນ​ຮີບ​ດ່ວນ​​ ຂອງ​ປະ​ເທດແລະໂລກ ດ້ວຍ​ກາ​ລະ​ໂອ​ກາດ​ແລະສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ທີ່​ສະຫຼັບ​ກັນ, ວາງອອກ​ຫຼາຍບັນ​ຫາ​ໃໝ່​ ກ່ຽວ​ກັບ​ທິດ​ສະ​ດີແລະພຶດຕິ​ກຳ ເຊິ່ງ​ຮຽກ​ຮ້ອງ​ໃຫ້ຫວຽດ​ນາມຕ້ອງ​ມີ​ການ​ບືນ​ຕົວ​ຂຶ້ນຢ່າງ​ແຂງ​ແຮງກ່າວ​ອີກ, ມີ​ການ​ປ່ຽນ​ແປງ​​ໃໝ່​ຢ່າງຮອບດ້ານ ​ຄົບ​ຊຸດກວ່າ​ອີກ ​ແລະ​ໃນ​ລະ​ດັບ​ທີ່ສູງກວ່າ. ຈຸດ​ໃ​ໝ່ ແມ່ນ​ຍ້ອນ​ຄວາມ​ສາ​ມາດ​ຕົວ​ຈິງ​ຂອງ​ປະ​ເທດ​ພາຍຫຼັງເກືອບ 35 ປີ ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ ດ້ວຍ​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ ແລະ ບັນ​ດາ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ ທີ່​ໄດ້​ສະຫຼຸບ​ຈາກ​ຂະ​ບວນ​ວິ​ວັດ​ການ​ອອກ​ແຮງ​ງານ, ຈາກ​ຄວາມ​ຄິດ​ປະ​ດິ​ດ​ສ້າງ​ຂອງ​ທົ່ວ​ພັກ, ທົ່​ວ​ປວງ​ຊົນ, ທົ່ວ​ກອງ​ທັບ; ຍ້ອນການ​ສົ່ງ​ເສີມ​ກິດຈະກຳ​ຕ່າງ​ປະ​ເທດ ​ແລະ​ການເຊື່ອມ​ໂຍງ​ສາ​ກົນ​ ທີ່​ປະສົບ​ຄວາມ​ສຳ​ເລັດ ​ເຮັດ​ໃຫ້ຫວຽດ​ນາມສາມາດ​ກ້າວໜ້າ​ໄປ​ຕາມ​ກາລະ​ເວລາ, ກຳ​ໄດ້ ຄາດ​ຄະ​ເນ ​ແລະເຂົ້າ​ເຖິງ​ ບັນ​ດາ​ທ່າ​ອຽງ​ການ​ພັດ​ທະ​ນາ ແລະ ບັນ​ດາ​ຄຸນ​ຄ່າ​ທີ່​ແຜ່​ຫຼາຍ​ທົ່​ວ​ຂອງ​ມະ​ນຸດຊາດ - ບັນ​ດາ​ປັດ​​ໄຈ​ດັ່ງ​ກ່າວ ​ໄດ້​ສ້າງ​ພື້​ນ​ຖານ​ອັນ​ໜັກ​ແໜ້ນ​ ເພື່ອ​ໃຫ້ຫວຽດນາມອາດສາ​ມາດ​ພັດ​ທະ​ນາ​ຢ່າງ​ໄວວາ ໝັ້ນ​ຄົງ​ກວ່າ​ອີກ ​ໃນ​ລະ​ດັບ​ໃໝ່. ດ້ວຍ​ເຫດນັ້ນ, ບັນ​ດາ​ຈຸດ​ໃໝ່​ຂອງ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ກໍ່​ໄດ້​ສ່ອງ​ແສງ​ຄວາມ​ຄ້າຍ​ຄື​ກັນ ​ລະ​ຫວ່າງຄວາມ​​ຕ້ອງ​ການ​ພັດ​ທ​ທະ​ນາ​ແບບ​ພາ​ວະ​ວິ​ໄສ​ຂອງ​ປະ​ເທດ ​ໃນ​ສະ​ຖາ​ນະ​ການ​ໃໝ່ ແລະ ຄວາມ​ສາ​ມາດ​ສືບ​ຕໍ່​ປ່ຽນ​ແປງໃໝ່​ຂອງ​ພັກ​ກອມ​ມູ​ນິດ ແລະ ປະ​ຊາ​ຊົນຫວຽດ​ນາມ.  

ບັນ​ດາ​ຈຸດ​ໃໝ່​ໃນ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ບໍ່ພຽງແຕ່ໃໝ່ໃນດ້ານຄຳສັບເທົ່ານັ້ນ ​ແຕ່​ຍັງ​ໃໝ່​ທາງ​ດ້ານ​ການ​ເຂົ້າ​ເຖິງ, ລະ​ດັບ​ກວມ​ລວມ, ​ແນວ​ຄິດ​ຊີ້​ນຳ, ເປົ້າ​ໝາຍ​ສູ້​ຊົນ ແລະ ບັນ​ດາ​ການ​ກຳ​ນົດ​ທິດ​ການ​ພັດ​ທະ​ນາ​ປະ​ເທດ ​ບົນ​ພື້ນ​ຖານ​ສະຫຼຸບ​ຢ່າງ​ຈິງ​ຈັງ​ ກ່ຽວກັບການປ່ຽນ​ແປງ​ໃໝ່​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ປະດິດ​ສ້າງ ຂອງປະຊາຊົນຫວຽດນາມໃນ 30 ປີ​ແຫ່ງ​ການ​ປະຕິບັດ ​ໂຄງການ​ການ​ເມືອງກໍ່​ສ້າງ​ປະ​ເທດ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິສັງ​ຄົມ​ນິ​ຍົມ (​ໂຄງ​ການການ​ເມືອງ​ປີ 1991), ​ໂດຍ​ສຸມ​ໃສ່ 10 ປີ​ແຫ່ງ​ການ​ປະ​ຕິ​ບັດ ໂຄງ​ການການ​ເມືອງ (ສະ​ບັບ​ປັບ​ປຸງ, ພັດ​ທະ​ນາ​ປີ 2011) ແລະຍຸດ​ທະ​ສາດ​ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໄລຍະ​ປີ 2011-2020, 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ; ຈາກການວິເຄາະແລະຄາດການທ່າ​ອຽງການພັດທະນາຂອງໂລກ; ຄົ້ນ​ຄວ້າແລະຮັບເອົາຜົນຂອງການພັດທະນາທິດສະດີ.

2- ນັບ​ແຕ່​ເມື່ອ​ປະ​ເທດ​ດຳ​ເນີນ​ພາ​ລະ​ກິດ​​ການ​ປ່ຽນ​ແປງ​ໃໝ່​ ມາ​ຮອດ​ປະ​ຈຸ​ບັນ, ໃນ​ແຕ່​ລະ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກກອ​ມ​ມູ​ນິດຫວຽດ​ນາມ ​ລ້​ວນ​ແຕ່​ມີ​ຈຸດ​ພົ້ນ​ເດັ່ນ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ ​ໃນ​ການ​ຮັບ​ຮູ້​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ, ສ້າງ​ຄວາມ​ເປັນ​ເອ​ກະ​ພາບ, ຄວາມເຫັນ​ດີ​ເຫັນ​ພ້ອມ, ເຊື່ອ​ໝັ້ນ​ໃນ​ສັງ​ຄົມ. ຈຸດ​ພົ້ນ​ເດັ່ນຂອງ​ກອງປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ແມ່ນກອງ​ປະ​ຊຸມ​ປ່ຽນ​ແປງ​ໃໝ່; ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 7 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ແມ່ນກອງ​ປະ​ຊຸມ​ໃຫຍ່​ທີ່​ໄດ້​ວາງໂຄງ​ການການ​ເມືອງ​ພັດ​ທະ​ນາ​ປະ​ເທດ​ໃນໄລ​ຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່ສັງ​ຄົມ​ນິ​ຍົມ; ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ແມ່ນກອງ​ປະ​ຊຸມ​ໃຫຍ່​ທີ່​ວາງ​ແຜນ​ນະ​ໂຍ​ບາຍ​ຍູ້​ແຮງ​ການ​ຫັນປະ​ເທດ​ເປັນ​ອຸດ​ສາ​ຫະ​ກຳ ທັນ​ສະ​ໄໝ​; ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ແມ່ນກອງ​ປະ​ຊຸມ​ໃຫຍ່​ທີ່​​ໄດ້ກຳ​ນົດ​ເສດ​ຖະ​ກິດຕະຫຼາດ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ ​ເປັນຮູບ​ແບບ​ເສດ​ຖະ​ກິດ​ທົ່ວ​ໄປ ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂຶ້ນ​ສັງ​ຄົມ​ນິ​ຍົມ; ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ແມ່ນກອງ​ປະ​ຊຸມ​ໃຫຍ່​ສະຫຼຸບ 20 ປີ​​ແຫ່ງ​ການປ່ຽນ​ແປງ​ໃໝ່, ກຳ​ນົດ​ເປົ້າ​ໝາຍນຳ​ປະ​ເທດຊາດ​ຫຼຸດ​ພັ້ນ​ອອກ​ຈາກ ​ສະຖານະ​ພາບ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ ໂດຍ​ໄວ; ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ແມ່ນກອງ​ປະ​ຊຸມ​ໃຫຍ່ທີ່ປັບ​ປຸງພັດ​ທະ​ນາ ​ໂຄງ​ການການ​ເມືອງພັດ​ທະ​ນາ​ປະ​ເທດ​ໃນ​ໄລ​ຍະ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ ແລະ ຕົກ​ລົງ​ປ່ຽນ​ແປງ​ໃໝ່​ຮູບ​ແບບການ​ເຕີບ​ໂຕ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ ​ແລະ ເຊື່ອມ​ໂຍງ​ສາ​ກົນ; ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ແມ່ນກອງ​ປະ​ຊຸມ​ໃຫຍ່​ທີ່​ວາງ​ແຜນ​ນະ​ໂຍ​ບາຍ ກໍ່​ສ້າງ​ແລະດັດ​ແປງ​ພັກ​ຢ່າງ​ຮອບ​ດ້ານ ​ທາງ​ດ້ານ​ການ​ເມືອງ, ແນວ​ຄິດ, ການ​ຈັດ​ຕັ້ງ, ຄຸນສົມບັດສິນ​ທຳ, ກໍ່​ສ້າງ​ລະ​ບົບ​ການ​ເມືອງທີ່ກະ​ທັດ​ຮັດ​ແລະເຄື່ອນ​ໄຫວ​ຢ່າງມີ​ປະສິດທິພາບ ​ປະ​ສິດ​ທິ​ຜົນ, ຍົກ​ສູງ​​ຄຸນ​ນະ​ພາບ ປະ​ສິດ​ທິ​ຜົນ ​ແລະຄວາມ​ສາ​ມາດ​ແຂ່ງ​ຂັນ​ຂອງ​ພຶື້ນ​ຖານ​ເສດ​ຖະ​ກິດ... ດັ່ງນັ້ນ ຈຸດເດັ່ນຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ​ພັກກອມມູນິດຫວຽດນາມແມ່ນຫຍັງ?

ຮ່າງ​ເອ​ກະ​ສານ​ທີ່ຍື່ນສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ມີ​ຈຸດ​ພົ້ນ​ເດັ່ນຫຼາຍ​ຈຸດ ເຊິ່ງ​ໃນ​ນັ້ນ​ມີ​ສອງ​ປັດ​​ໄຈ​ໃໝ່​ທີ່​ໄດ້​ເຕື້ອງ​ເຖິງ ແລະ ເນັ້ນ​ໜັກ​ເປັນຫຼາຍ​ເທື່ອ, ຈາກ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ໃຫຍ່, ທັດ​ສະ​ນະ​ຊີ້​ນຳ, ເປົ້າໝາຍ​ທົ່ວ​ໄປ, ​ທິດ​ທາງການ​ພັດ​ທະ​ນາ, ໜ້າ​ທີ່​ຈຸດ​ສຸມ​ໃຈ​ກາງ, ການບຸກ​ທະ​ລຸ​ຍຸດ​ທະ​ສາດ . ນັ້ນ​ແມ່ນຄວາມ​​ປາດ​ຖະ​ໜາ​​ໃນ​ການ​ພັດ​ທະ​ນາ​ປະ​ເທດ​​ໃຫ້ຈະ​ເລີນ​ຮຸ່ງ​ເຮືອງ, ມີ​ຄວາມ​ຜາ​ສຸກ ດ້ວຍ​ເປົ້າ​ໝາຍ​ເຖິງ​ກາງ​ສະ​ຕະ​ວັດທີ 21 ຫວຽດນາມຈະ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ຕາມທິດທາງ​ສັງ​ຄົມ​ນິ​ຍົມ ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ສ້າງ. ​ເຊິ່ງ​ສາ​ມາດ​ຖື​​ໄດ້​ວ່າ ເປັນ​ຈຸດ​ພົ້ນ​ເດັ່ນ​ຂອງ​ຮ່າງ​ເອ​ກະ​ສານ ແລະ ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ, ​ສ່ອງ​ແສງ​ຄວາມ​ຮັບ​ຮູ້​ໃໝ່​ຂອງ​ພັກ ກ່ຽວ​ກັບ​ກຳ​ລັງ​ແຮງ​ພາຍ​ໃນ ແລະ ວິ​ທີ​ການ​ພັດ​ທະ​ນາ​ປະ​ເທດ​ໃນ​ສະ​ຖາ​ນະ​ການ​ໃໝ່.

ຄວາມ​ປາດ​ຖະ​ໜາ​ໃນ​ການ​ພັດ​ທະ​ນາ​ປະ​ເທດທີ່​ຈະ​ເລີນ​ຮູ່ງ​ເຮືອງ​ແລະມີ​ຄວາມ​ສຸກນັ້ນ
ແມ່ນ​ແຫຼ່ງ​ພະ​ລັງ​ພາຍ​ໃນ
, ແມ່ນ​ພະ​ລັງ​ງານ​​ບົ່ມ​ຊ້ອນ​ທີ່ສ້າງ​ກຳ​ລັງ​ແຮງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊາດ​ໃນ​ໄລ​ຍະ​ໃໝ່  

1- ຄວາມ​ປາດ​ຖະ​ໜາ, ຕາມ​ຄວາມ​ເຂົ້າ​ໃຈທົ່ວ​ໄປ, ແມ່ນ​ສະ​ພາບ​ຈິດ​ໃຈທີ່​ສະທ້ອນ​ເຖິງ​ຄວາມ​ມຸ່ງ​ຫວັງ, “ຄວາມ​ປາດ​ຖະໜາ, ຄວາມ​ຕ້ອງການ​ຢ່າງ​ແຂງ​ແຮງ”(2). Keith D. Harrell - ນັກປາຖະກະຖາອາ​ເມ​ລິ​ກາທີ່ມີ​ຊື່​ສຽງ​ ໃນ​​ນິ​ພົນຫຼາຍບົດ(3) ໄດ້​ນຳ​ສະ​ເໜີ​ຄວາມ​ໝາຍ​ຂອງຄວາມ​ປາດ​ຖະ​ໜາ ຢ່າງ​ເລິກ​ເຊິ່ງ​​ແລະຊັດ​ເຈນ ​​ເປັນ​ຮູບ​ແບບ​ທີ່​ຕັ້ງໜ້າ​ຂອງທັດສະນະ​ຄະຕິ​ຂອງ​ມະ​ນຸດ​ຕໍ່​ຊີ​ວິດ. ຈາກ​ປັດ​ຊະ​ຍາທີ່​ວ່າ “ທັດສະນະ​ຄະຕິແມ່ນ​ທັງ​ໝົດ”, Keith D. Harrell ວິເຄາະຄວາມໝາຍອັນຍິ່ງໃຫຍ່ຂອງຄວາມ​ປາດ​ຖະໜາ. ຕາມ​ທ່ານ, ຄວາມ​ປາດ​ຖະ​ໜາ ແມ່ນ​ແຫຼ່ງພະລັງ​ທີ່ບໍ່​ມີສິ້ນ​ສຸດພາຍ​ໃນ​ແຕ່​ລະ​ຄົນ, ​ສະ​ແດງອອກ​ຜ່ານການ​ເຄື່ອນ​ໄຫວ​ທີ່​ບໍ່​ມີ​ເວ​ລາ​ພັກ​ຜ່ອນ​ ເພື່ອ​ໃຫ້​ຜູ້​ຄົນບໍ່​ປະ​ລະ​ຄວາມ​ໄຝ່​ຝັນ ​ແລະບໍ່ຍອມ​ຈຳ​ນົນ​ຕໍ່​ສະ​ຖາ​ນະ​ການ.

ຄວາມ​ປາ​ດຖະ​ໜາ​ໃນ​ການ​ພັດ​ທະ​ນາ​ ຂອງ​ຊາດ​ໜຶ່ງ​ແມ່ນສຽງ​ສະທ້ອນ​ແຫ່ງ​ຄວາມປາດ​ຖະໜາ​ໃນ​ການ​ບືນ​ຕົວ​ຂຶ້ນ​ຂອງ​ຊຸມ​ຊົນ, ຜູ້​ຄົນ​ໃນ​ປະ​ເທດ - ປະ​ຊາ​ຊາດດຽວ​ກັນ, ກໍ່​ໃຫ້​ເກີ​ດ​ແຫຼ່ງ​ພະ​ລັງ​ພາຍ​ໃນ​ອັນ​ຍິ່ງ​ໃຫຍ່, ມີຊີ​ວິດ​ຊີ​ວາ ແລະ ມີ​ກຳ​ລັງ​ແຮງ​ອັນ​ມະ​ຫາ​ສານ. ນັ້ນແມ່ນກຳລັງຂັບເຄື່ອນສູນກາງຂອງປະ​ເທດ - ປະຊາ​ຊາດ​ໃນ​ເສັ້ນທາງ​ສູ່​ອະນາຄົດ(4). ສຳ​ລັບຫວຽດ​ນາມ, ປະ​ເທດ​ທີ່​ມີ​ມູນ​ເຊື້ອ​ສາ​ມັກ​ຄີ, ອາ​ລະຍະ​ທຳ, ອົງ​ອາດ​ກ້າ​ຫານ, ຄວາມປາດ​ຖະໜາ​ອັນ​ແຮງ​ກ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ ​ແມ່ນ​ກຳ​ລັງ​ແຮງພາຍ​ໃນທີ່​ບໍ່ທຳ​ມະ​ດາຢ່າງ​ແທ້​ຈິງ, ​ເປັນ​ແຫຼ່ງທີ່​ມາ​ຂອງສິ່ງມະຫັດສະຈັນ​ໃນ​ຫຼາຍ​ພັນ​ປີຂອງການສ້າງສາ ​ແລະປົກ​ປັກ​ຮັກ​ສາ​ປະ​ເທດ.

2- ​ໃນສະ​ໄໝກາງ, ຫວຽດ​ນາມ​ຊະ​ນະ​ສົງ​ຄາມ​ຮຸກ​ຮານ​ຂອງ​ສັກ​ດິ​ນາ​​ເໜືອທັງ​ໝົດ, ຮັກ​ສາ​ເອ​ກະ​ລາດ​ແຫ່ງ​ຊາດ, ສ້າງ​ອາລະຍະທຳປະ​ເທດດ້າຍ​ຫວຽດທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ ບໍ່​ແມ່ນ​ດ້ວຍ​ທ່າ​ແຮງ​ດ້ານ​ການ​ທະ​ຫານ, ດ້ວຍ​ກຳ​ລັ​ງ​ແຮງ​ດ້ານ​ວັດ​ຖຸ, ​ແຕ່​ກ່ອນ​ອື່ນ​ໝົດແລະຕົ້ນ​ຕໍ່​ແມ່ນ ​ດ້ວຍ​ກຳ​ລັງ​ແຮງ​ລຸກ​ຮື​ຂຶ້ນ​ຕໍ່​ສູ້​ຢ່າງ​ທະ​ນົງ​ອົງ​ອາດ​​ ທີ່ເລີ່ມ​ແຕ່​ຄວາມ​ປາດ​ຖະໜາ​​ກ່ຽວ​ກັບ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ຊາດ: “ດິແດນອານາເຂດທາງໃຕ້, ປົກຄອງໂດຍກະສັດແຫ່ງທິດໃຕ້” (ຫຼີ​ເທື່ອງ​ກຽດ), ກ່ຽວ​ກັບ​ປະ​ເທດດ້າຍ​ຫວຽດ ໄດ້​ສ້າງ​​ອາ​ລະຍະ​ທຳມາ​ແຕ່ດົນ​ນານ; ພູ​ຜາຊາຍ​ແດນ​ທີ່​ໄດ້​ແບ່ງ​ກັນ​ແລ້ວ, ຮີດ​ຄອງ​ປະ​ເພ​ນີ​ເໜືອ, ໃຕ້​ກໍ່​ຕ່າງ​ກັນ(ຫງວຽນ​ຈ້າຍ) ແລະຄວາມ​​ປາດ​ຖະ​ໜາ​ກ່ຽວ​ກັບ​ປະ​ເທດຊາດ​ທີ່​ຮັ່ງ​ມີເຂັ້ມ​ແຂງ​ແຮງ​ກ້າ ປະ​ເທດ​ຊາດ​ໝັ້ນ​ຄົງນັບ​ພັນ​ປີ” (ເຈິ່ນ​ເຍິນ​ຕົງ).  

ໃນ​ສະ​ໄໝໂຮ່​ຈິ​ມິນ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ, ປະ​ຊາ​ຊົນຫວຽດ​ນາມ ໄດ້​ທັບ​ມ້າງ​ໂສ້​ຄາ​ກົດ​ຂີ່ຂູດ​ຮີດ​ຂອງ​ຈັກ​ກະ​ພັດ ສັກ​ດິ​ນາ, ກໍ່​ສ້າງແລະປົກ​ປັກ​ຮັກ​ສາ​ລັດ​ປະ​ຕິ​ວັດ; ​ເອົາ​​ຊະ​ນະພວກ​ຮູກ​ຮານ​ທີ່​ມີ​ກຳລັງ​ເຂັ້ມ​ແຂງ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ ອຳ​ນາ​ດ​ອະ​ທິ​ປະ​ໄຕ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ​ແລະ ທ້ອນ​ໂຮມ​ປະ​ເທດເປັນ​ເອ​ກະ​ພາບ, ນຳພາ​ປະຊາຊົນ​ທົ່ວ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ. ບັນ​ດາ​ວິ​ລະ​ກຳ​ອັນ​ສະຫງ່າ​ລາສີ​ນັ້​ນ ຖືກ​ສ້າງ​ຂຶ້ນ​​ໂດຍ​ກຳ​ລັງ​ແຮງ​ຊະ​ນະ​ເລີດ ​ຂອງຄວາມ​ຮັກ​ຊາດ​ແລະລັດ​ທິ​ອົງ​ອາດ​ກ້າ​ຫານ​ປະ​ຕິ​ວັດ​ ເລີ່ມຈາກຄວາມ​​​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ທ່ານ​ປະ​ທານ ໂຮ່​ຈິ​ມິນ ​ໄດ້ສັງ​ເຂບ​ເປັນສັດ​ຈະ​ທຳທີ່ວ່າ: “ພວກ​ເຮົາຍອມ​ເສຍ​ສະຫຼະ​ທັງ​ໝົດ, ແຕ່​ບໍ່​ຍອມ​ເສຍ​ປະ​ເທດ​, ບໍ່​ຍອມ​ເປັນ​​ທາດ​ຢ່າງ​ແນ່ນອນ”(5); “ບໍ່​ມີ​ສິ່ງ​ໃດ້ທີ່​ປະ​ເສີດກວ່າ​ຄວາມ​ເປັນເອ​ກະ​ລາດແລະເສ​ລີ​ພາບ”(6); ປະ​ເທດຫວຽດ​ນາມ​ເປັນ​ໜຶ່ງ, ປະ​ຊາ​ຊາດຫວຽດ​ນາມ​ເປັນ​ໜຶ່ງ, “ແມ່​ນ້ຳ​ອາດ​ຈະ​ແຫ້ງ, ພູ​ເຂົາ​ອາດ​ຈະ​ຖືກເຊາະ​ເຈື່ອນ, ແຕ່​ຄວາມ​ຈິງນັ້ນ​​ບໍ່​ເຄີຍປ່ຽນ​ແປງ”(7).

ຫຼັງຈາກ​ທີ່ປະເທດເປັນເອກະພາບ, ການກໍ່ສ້າງສັງຄົມນິຍົມໄດ້ດຳ​ເນີນ​ໃນທົ່ວ​ປະ​ເທດ, ດ້ວຍຄວາມ​ປາດ​ຖະ​ໜາທີ່​ຈະ​ເອົາ​ຊະ​ນະ​ຄວາມ​ທຸກ​ຍາກ, ຫຼ້າຫຼັງ, ປະ​ຊາ​ຊົນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ໃຫ້​ຄວາມ​ເຊື່ອ​ໝັ້ນ​​ໃນ​ພັກ​ກອມ​ມູ​ນິດຫວຽດ​ນາມ ​ເພື່ອດຳ​ເນີນ​ພາ​ລະ​ກິດການ​ປ່ຽນ​ແປງ​ໃໝ່. ຄວາມ​ປາດ​ຖະ​ໜາ​ໃນ​ຄວາມ​ສຸກ ຄວາມ​ອິ່ມໜຳສຳລານ ໄດ້ຫັນປ່ຽນ​ເປັນ​ກຳ​ລັງ​ແຮງ​ອັນ​ຍິ່ງ​ໃຫຍ່ທີ່​ຈະ​ຊ່ວຍ​ໃຫ້ປະ​ເທດ​ກ້າວຜ່ານ​​ວິ​ກິດ​ການ​ເສດ​ຖະ​ກິດ - ສັງ​ຄົມທີ່​ຮຸນ​ແຮງ​ໃນ​ຊຸມ​ປີ 80, ຕົ້ນ​ຊຸມ​ປີ 90 ຂອງ​ສະ​ຕະ​ວັດທີ 20; ຜ່ານ​ຜ່າຄວາມ​ວຸ່ນວາຍ​ທາງ​ການ​ເມືອງ​ທົ່ວ​ໂລກ ​ເມື່ອ​ຮູບ​ແບບ​ລະບອບສັງ​ຄົມ​ນິ​ຍົມ​​ໃນສະ​ຫະ​ພາຍໂຊວຽດ ແລະເອີ​ຣົບ​ຕາ​ເວັນ​ອອກລົ້ມ​ລະ​ລາຍ, ລວມທັງ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບຂອງ​ວິ​ກິດ​ການ​ເສດ​ຖະ​ກິດ, ການ​ເງິນ​ໃນ​ພາກ​ພື້ນ​ໃນ​ຊຸມ​ປີ 1997 - 1998 ແລະ​ວິ​ກິດ​ການ​ທາງການ​ເງິນ, ພາວະເສດ​ຖະ​ກິດ​ໂລກ​ຖົດຖອຍ​ໃນ​ຊຸມ​ປີ 2008 - 2009, ພາ​ປະ​ເທດອອກ​ຈາກ​ສະຖານະ​ເປັນ​ປະ​ເທດ​ທີ່​ທຸກ​ຍາກດ້ອຍ​ພັດທະນາ ​ໄປ​ສູ່ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ປານ​ກາງ; ຜ່ານ​ຜ່າ​ແລະ​ຄວບ​ຄຸມ​ການລະບາດ​ຂອງພະຍາດໂຄວິດ-19 ​ໄດ້ ​ແລະ​ຫຼຸດ​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຈາກ​ການລະບາດ​ຂອງ​ພະຍາດ​ໃຫ້​ນ້ອຍ​ທີ່​ສຸດ, ເຮັດ​ໃຫ້​ເສດ​ຖະ​ກິດ-ສັງ​ຄົມ​​ເຂົ້າເປັນ​ປົກ​ກະ​ຕິ, ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ຂອງປະ​ຊາ​ຊົນ, ຟື້ນ​ຟູ​ແລະຮັກ​ສາ​ຄວາມ​ເຕີບ​ໂຕ. ຄວາມ​ປາດ​ຖະໜາບືນ​ຕົວຂຶ້ນ​ຂອງ​ປະ​ເທດ​ຊາດ​ໄດ້​ແສງອອກ​ຢ່າງ​ລະ​ອຽດ ແລະ​ມີຊີ​ວິດ​ຊີ​ວາ ​ຜ່ານ​ຄວາ​ມ​ປາດ​ຖະ​ໜາ​​ໃນໄຊ​ຊະ​ນະ​ ຂອງທີມ​ບານ​ເຕະ​ແຫ່ງ​ຊາດ U23 ໃນ​ປີ 2018, 2019 ໃນ​ສະ​ໜາມ​ກິ​ລາ​ພາກ​ພື້​ນແລະທະ​ວີບອາຊີ. ຖັນ​ແຖວ​ນັກ​ເຕະບານ​ທີ່​ໄດ້​ກໍ່​ສ້າ​ງ​ຢ່າງ​ມີ​ແບບ​ມີ​ແຜນ; ໄດ້​ຈັດ​ຕັ້ງ​ຢ່າງ​ແໜ້ນ​ແຟ້ນ ເໝາະ​ສົມ; ໄດ້​ນຳ​ພາ​ດ້ວຍ​ຍຸດ​ທະ​ວິ​ທີ​ວິ​ທະ​ຍາ​ສາດ ແລະພິ​ເສດ​ ດ້ວຍຄວາມ​​ປາ​ດຖະ​ໜາຫວຽດ​ນາມຈະ​ໄດ້​ໄຊ​ຊະ​ນະ, ຫວຽດ​ນາມເປັນ​ຜູ້​ຊະ​ນະ​ເລີກ ໄດ້​ສ້າງ​​ຄວາມ​ສຳ​ເລັດ​ອັນ​ມະ​ຫັດ​ສະ​ຈັນ​ ໃນ​ເດີ່ນ​ຫຍ້າຂ​ອງ​ທີມ​ຊາດ U23, ເຮັດ​ໃຫ້​​ຄວາມ​ປາດ​ຖະ​ໜາບືນ​ຕົວ​ຂຶ້ນ​ຢ່າງ​ແຮງ​ກ້າຂອງ​ທັງ​ຊາດ. ນີ້​ແມ່ນ​ການ​ວັດ​ແທກນັ້ນ​ເອງ ແລະ ກໍ່​ເປັນຫຼັກ​ຖານ​ພະ​ຍານ​ໃຫ້​​ເຫັນ​ເຖິງ​ກຳ​ລັງ​ແຮງ​ອັນ​ມະ​ຫັດ​ສະ​ຈັນ​ຂອງ​ຄວາມ​​​ປາດ​ຖະ​ໜາບືນ​ຕົວ​ຂຶ້ນ​ຂອງ​​ປະ​ເທດ​ຊາດມັງ​ໝົດ.

3- ກ້າວ​ເຂົ້າ​ສູ່​ທົດ​ສະ​ວັດ​ທີ​ສາມ​ຂອງ​ສະ​ຕະ​ວັດ 21, ໃນ​ຮ່າງ​ເອ​ກະ​ສານ​ທີ່ຍື່ນສະ​ເໜີຕໍ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍຍົກ​ລະດັບຄວາມ​​ປາ​ດຖະ​ໜາ​ໃນ​ການ​ພັດ​ທະ​ນາ​ປະ​ເທດຫວຽດ​ນາມໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ແລະມີ​ຄວາມ​ຜາ​ສຸກ​ ຂຶ້ນ​ສູ່​ລະ​ດັບ​​ໃໝ່.

ຄວາມປາດ​ຖະ​ໜາ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຫວຽດ​ນາມໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ແລະມີ​ຄວາມ​ຜາ​ສຸກ​ ບໍ່​ແມ່ນ​ແນວ​ຄິດ​ທີ່​ລະ​ເມີ​ເພີ້ຝັນ​ ເລີ່ມ​ຈາກຄວາມ​ຮູ້ສຶກ​ບັງ​ເອີນ​ອັດ​ຕະ​ວິ​ໄສ, ​ເຈດ​ຈຳນົງ​ນິຍົມ​ແຕ່​ຢ່າງ​ໃດ, ມັນ​ແມ່ນຄວາມປາ​ດຖະ​ໜາ​ທີ່ເລີ່ມ​ຈາກຄວາມ​ເຊື່ອ​ໝັ້ນ​ອັນໜັກ​​ແໜ້ນ​ຕໍ່​ພາ​ລະ​ກິດ​ອັນ​ຍິ່ງໃຫຍ່, ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຖາ​ນະ​ບົດ​ບາດ ແລະ ອິດ​ທິ​ພົນ​ຂອງ​ປະ​ເທດ​ພາຍຫຼັງ​ເກືອບ 35 ປີ​ແຫ່ງ​ການ​ດຳ​ເນີນ​ພາ​ລະ​ກິດ​ການປ່ຽນ​ແປງ​ໃໝ່; ​ເຊື່ອ​ໝັ້ນ​ໃນ​ຄວາມ​ກ້າຫານແລະ​ບົດ​ຮຽນປະສົບ​ການ​ອັນ​ກ້າ​ກັ່ນ ​ເຊິ່ງ​ພັກ​ແລະປະ​ຊາ​ຊົນຫວຽດນາມໄດ້​ພິສູດ ​ແລະ ສະຫຼຸບ​ໃນ​ພຶດຕະກຳ​ການ​ອອກ​ແຮງ​ງານ​ແລະຄວາມ​ຄິດ​ປະ​ດິດສ້າງ​ມາຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ. ນັ້ນ​ກໍ່​ບໍ່​ແມ່ນ​ຄວາມປາດ​ຖະ​ໜາອັນ​ງ່າຍ​ດາຍ ຍິນ​ຍອມ​ຕາມ, ​ແຕ່​ແມ່ນ​ຄວາມ​ປາດ​ຖະ​ໜາ​ທີ່​ໄດ້​ເພີ່ມ​ພູນ​ຄູນ​ສ້າງ​ບົນ​ພື້ນ​ຖານ​ການວິ​ເຄາະ, ຄາດ​ຄະ​ເນ, ຄາດການຢ່າງ​ຮອບ​ຄອບຖີ່​ຖ້ວນ ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ, ຄວາມ​ສະ​ດວກ​ທີ່​ອາດ​ສາ​ມາດ​ກຳ​ໄດ້​ແລະເສີມ​ຂະ​ຫຍາຍ; ພ້ອມກັນ​ນັ້ນ, ມີ​ການໄຕ່​ຕອງ, ຄິດ​ໄລ່​ຢ່າງ​ສ່ອງ​ໃສ​ທຸ່ນ​ທ່ຽງ​ຕໍ່​​ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ​ຢູ່​ພາຍນອກ ​ແລະ ບັນ​ດາ​ຄວາມ​ຈຳ​ກັດ ສິ່ງກີດ​ຂວາງ​ຢູ່​ພາຍ​ໃນ​ທີ່​ຕ້ອງ​ການ​ແກ້​ໄຂ​ ຜ່ານ​ຜ່າ​ດ້ວຍ​ທິດ​ນຳທີ່​ວ່າ “ເອົາຫຼັກ​ການ​​ເປັນ​ພື້ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ”, ຄວາມ​ອ່ອນ​ໄຫວ​ໃນ​ການ​ຍຶດ​ເອົາ​ໂອ​ກາດ, ເປັນ​ເຈົ້າ​ການ​ຮັບ​ມື​ກັບຄວາມ​ສ່ຽງ, ຫັນປ່ຽນ​ຄວາມ​ສ່ຽງ​ໃຫ້ເປັນ​​ໂອ​ກາດ​ໃນ​ການ​ພັດ​ທະ​ນາ.   

ຄວາມປາດ​ຖະ​ໜາ​ໃນ​ການ​ພັດ​ທະ​ນາ​ປະ​ເທດຫວຽດ​ນາມໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ແລະມີ​ຄວາມ​ຜາ​ສຸກ ບໍ່ພຽງແຕ່ເປັນຄວາມໄຝ່ຝັນເທົ່ານັ້ນ ແຕ່ຍັງແມ່ນຄວາມມຸ້ງຫວັງທີ່ ນຳຊີວິດມາສູ່ຄວາມເປັນຈິງ, ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແລະ​ເພີ່ມ​ພູນ​ຄູນ​ສ້າງ​ບົນ​ພື້ນຖານ​ວິທະຍາສາດຕາມເສັ້ນທາງໄປສູ່ຈຸດໝາຍປາຍທາງ ດ້ວຍບາດກ້າວຂັ້ນ​ຕອນ​ການວາງ​ແຜນ​ທີ່​ຊັດ​ເຈ​ນ. ສືບ​ທອດ​ແລະ​ປັບປຸງ​ບູລະນະ​ບັນ​ດາ​ເປົ້າ​ໝາຍ​ທີ່​ໄດ້​ກຳ​ນົດ​​ ໂດ​ຍ​ບັນ​ດາ​ກອງ​ປະ​ຊຸມ​ໃຫຍ່​ກ່ອນ​ນີ້ຂອງ​ພັກ​; ອີງ​ໃສ່​ເງື່ອນ​ໄຂ, ຄວາມ​ສາ​ມາດ​ຕົວ​ຈິງ​ຂອງ​ປະ​ເທດ ແລະທ່າ​ອຽງການ​ພັດ​ທະ​ນາ​ຂອງ​ໂລກ, ຮ່າງ​ເອ​ກະ​ສານ​ທີ່​ຍື່ນສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ກຳ​ນົດ​ບັນ​ດາ​ເປົ້າ​ໝາຍ​ອັນ​ລະ​ອຽດວ່າ: ສູ້​ຊົນ​ເຖິງ​ປີ 2025, ຫວຽດ​ນາມເປັນ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ທີ່​ມີ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ, ມີ​ລາຍ​ໄດ້ລື່ນ​ກາຍ​ລະ​ດັ​ບ​ລາຍ​ໄດ້​ປານ​ກາງທີ່​ຕ່ຳ; ເຖິງ​ປີ 2030, ເປັນ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ທີ່​ມີ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ, ມີລາຍ​ໄດ້​ປານ​ກາງ​ສູງ; ເຖິງ​ປີ 2045, ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ແລ້ວ, ມີ​ລາຍ​ໄດ້​​ສູງ.

ຄວາມ​​ປາດ​ຖະ​ໜາ​ໃນ​ການ​ພັດ​ທະ​ນາ​ປະ​ເທດຫວຽດ​ນາມໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ແລະມີ​ຄວາມ​ຜາ​ສຸກ ​ຕິດ​ພັນ​ກັບ​ຂະ​ບວນ​ວິ​ວັດ​​ການກໍ່​ສ້າງແລະເສີມ​ຂະ​ຫຍາຍ​ລະ​ບົບ​ຄຸນ​ຄ່າຂອງ​ຊາດ, ລະ​ບົບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ແລະ ຄຸ​ນ​ຄ່າ​ມາດ​ຕະ​ຖານ, ພ້ອມ​ກັບ​ກຳລັງ​ແຮງ​ຂອງ​​ຄົນຫວຽດ​ນາມໃນ​ໄລ​ຍະ​ໃໝ່(8), ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ລະ​ບົບ​ກຳ​ລັງ​ໜູນ​ການ​ພັດ​ທະ​ນາ​ແບບ​ຄົບ​ຊຸດ: ປະ​ຊາ​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ; ມະ​ຫາ​ສາ​ມັກ​ຄີ​ປວງ​ຊົນທັງ​ຊາດ; ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ລະ​ບົບ​ການ​ເມືອງ; ແຫຼ່ງ​ບຸກ​ຄະ​ລາ​ກອນຄຸນ​ນ​ະ​ພາບ​ສູງ, ຜູ້​ເກັ່ງ​ກ້າສາມາດ; ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ການປ່ຽນ​ແປງ​ໃໝ່​ປະ​ດິ​ເສ້າງ...(9).

ການປ່ຽນ​ແປງ​ໃໝ່​ປະ​ດິດ​ສ້າງ - ແຮງຂັບເຄື່ອນທີ່ເຂັ້ມແຂງ ​
ເພື່ອ​ສືບຕໍ່​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຄົບ​ຊຸດ​ແລະ​ຮອບດ້ານ

1- ສັດ​ຈະ​ທຳ​ແມ່ນ​​ລະອຽດ​ຕົວ​ຈິງ, ການປະ​ຕິ​ວັດ​ແມ່ນ​ການ​ປະ​ດິ​ດ​ສ້າງ. ການປ່ຽນ​ແປງ​ໃໝ່​ແມ່ນ​ຂະ​ບວນການສ້າງການປ່ຽນແປງ​ທີ່​ມີ​ລັກ​ສະ​ນະ​ປະ​ຕິ​ວັດ; ການປ່ຽນ​ແປງ​ໃໝ່ແລະຄວາມ​ຄິດ​ປະ​ດິ​ດ​ສ້າງ ​ແມ່ນ​ສອງ​ດ້ານ​ທີ່​ມີ​ກາ​ນ​ພົວ​ພັນ​​ແໜ້ນ​ແຟ້ນ​ນຳ​ກັນ​ ໃນ​ການ​ພັດ​ທະ​ນາ​​ໜຶ່ງໆ. ໃນ​ການ​ປ່ຽນ​ແປງ​ໃໝ່ມີ​ຄວາມ​ຄິດ​ປະ​ດິດ​ສ້າງ; ຄວາມ​ຄິດ​ປະ​ດິດ​ສ້າງ​​ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ໃໝ່. ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໂດຍ​ພັກ​ກອມ​ມູ​ນິດຫວຽດ​ນາມເປັນ​ຜູ້ລິ​ເລີ່ມ, ນຳ​ພາ​ແຕ່​ປີ 1996 ມາ​ຮອດ​ປະ​ຈຸ​ບັນ ​ແມ່ນ​ກິດຈະກຳ​​ແຫ່ງ​ຄວາມ​ຄິດ​ປະດິດສ້າງທີ່​ອັນ​ຍິ່ງ​ໃຫຍ່​ຂອງ​ທົ່ວ​ພັກ ​ແລະ​ປະຊາ​ຊົນຫວຽດ​ນາມທຸກຄົນ. ນັ້ນ​ແມ່ນ​ຂະ​ບວ​ນ​ການນຶກ​ຄິດ​ປະດິດສ້າງ​ຢ່າງ​ຕໍ່​ເນື່ອງ​ ແນ​ໃສ່​ລົບ​ລ້າງ​ອັນ​ເກົ່າ, ກໍ່​ສ້າງ​ອັນ​ໃໝ່​ຕັ້ງແຕ່​ຕົ້ນ​ຫາ​ປາຍ, ສ້າງ​ເປັນ​ກຳ​ລັງ​ການ​ຜະ​ລິດໃໝ່ ​ແລະການ​ພົວ​ພັນ​ການ​ຜະ​ລິດ​ໃໝ່, ທັງ​ພື້​ນ​ຖານ​ເສດ​ຖະ​ກິດ​​ແລະ​ໂຄງ​ບົນ​ໃໝ່, ທັງ​ຊີ​ວິດ​ວັດ​ຖຸ​ໃໝ່​​ແລະ​ຊີ​ວິດ​ຈິດ​ໃຈ​ໃໝ່(10).

ການປ່ຽນແປງໃໝ່ທີ່ແຂງແຮງກວ່າເກົ່າ ແລະມີປະສິດທິຜົນກວ່າອີກ ບົນພື້ນຖານຄວາມຄິດປະດິດສ້າງ ແລະໝູນໃຊ້ບັນດາຜົນງານທາງວິທະຍາສາດ, ເຕັກໂນໂລຊີ ເພື່ອສ້າງຄຸນນະພາບໃໝ່ແລະຄຸນຄ່າໃໝ່ ໃນການພັດທະນາເສດຖະກິດ - ສັງຄົມ _ພາບ: TTXVN

ພາ​ລະ​ກິດ​​ການ​ປ່ຽນ​ແປງ​ໃໝ່​ແມ່ນ​​ຜົນ​ງານ​ແຫ່ງ​ຄວາມ​ຄິດ​ປະ​ດິດ​ສ້າງ​ຂອງ​ທົ່ວ​ພັກ, ທົ່ວ​ກອງ​ທັບ ​ແລະປະຊາຊົນທຸກຊັ້ນວັນນະໃນຊີວິດຂອງປະເທດ, ໃນທຸກພື້ນ​ທີ່ທີ່​ມີລະດັບ​ແລະ​ຊັ້ນ​ຂັ້ນ​ທີ່ແຕກຕ່າງກັນ,​ ຈາກລະດັບຕໍ່າຫາສູງ, ແຕ່ສ່ວນໜຶ່ງ​ເຖິງທັງໝົດ, ຈາກ​ບໍ່​ຄົບ​ຖ້ວນຈົນຄົບຖ້ວນ, ເໝາະສົມກັບເງື່ອນໄຂແລະລະດັບການພັດທະນາເສດຖະກິດ - ສັງຄົມໃນແຕ່ລະໄລຍະ. ການປ່ຽນ​ແປງ​ໃໝ່​ເລີ່ມຕົ້ນ​ຈາກ​ການ​ສະຫຼຸບພຶດຕິ​ກຳ, ຖອດ​ຖອນບົດ​ຮຽນ​ປະສົບ​ການ​ທີ່​ປະສົບ​ຄວາມ​ສຳ​ເລັດ​ຜົນ ແລະ​ບໍ່ປະສົບ​ຄວາມ​ສຳ​ເລັດ, ບົນ​ພື້ນ​ຖານດັ່ງກ່າວ ​ເພື່ອ​ຄົ້ນຫາແລະສ້າງວິທີການໃໝ່ ໃນການຄິດແລະການເຮັດ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ອມ​ມູ​ນິດຫວຽດ​ນາມ ໄດ້​ລິ​ເລີ່ມ​ພາ​ລະ​ກິດ​ການ​ປ່ຽນ​ແປງ​ໃໝ່​ ແມ່ນ​ເລີ່ມ​ຕົ້​ນ​ແຕ່​ບັນ​ດາ​ບົດ​ຮຽນ​​ທີ່​ເລິກ​ເຊິ່ງນັ້ນ​ເອງ ​ທີ່​ໄດ້​ຖອດ​ຖອນ​ຈາກ​ພາກ​ຕົວ​ຈິງ​ຂອງ​ຊຸມ​ປີ​ກ່ອນ​ການ​ປ່ຽນ​ແປງ​ໃໝ່ ແລະ ການ​ສະຫຼຸບ​ບັນ​ດາຮູບ​ແບບ​ໃໝ່, ບັນ​ດາ​ວິ​ທີ​ການ​ປະ​ຕິ​ບັດທີ່ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ. ກ້າວ​ເຂົ້າ​ສູ່​ໄລ​ຍະ​ຍູ້​ແຮງ​ການ​ຫັນປະ​ເທດ​ເປັນ​ອຸດ​ສາ​ຫະ​ກຳ ທັນ​ສະ​ໄໝ, ຄວາມ​​ຄິດ​ປະ​ດິດ​ສ້າງ​ໄດ້ຮັບ​ການ​ຍົກຂຶ້ນສູ່​ລະ​ດັບ​ໃໝ່, ອີງ​ໃສ່​ການ​ດັດ​ແປງ, ໝູນ​ໃຊ້​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ​ ເຂົ້າ​ໃນ​ການ​ນຳ​ພາ, ຄຸ້ມ​ຄອງ, ການ​ຜະ​ລິດ, ການ​ທຸ​ລະ​ກິດ, ສ້າງ​ເປັນ​ການ​ພັດ​ທະ​ນາ​​ໃນ​ບັນ​ດາ​ຂົງ​ເຂດ, ບັນ​ດາ​ຂອບ​ເຂດ, ບັນ​ດາພື້ນ​ທີ່... ລະ​ດັບ​ຄວາມ​​ຄິດ​ປະ​ດິດ​ສ້າງ​ໃນ​ໄລ​ຍະ​ນີ້ຕ້ອງ​ມີ​ບາດ​ກ້າວ​ໃໝ່. ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່ ທີ່​ມີ​ຄວາມໝາຍ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ໃນ​ເກືອບ 35 ປີ​ທີ່​ຜ່ານ​ມາ​ ​ຕິດ​ພັນ​ກັບ​ຂະ​ບວນການ​ປ່ຽນ​ແປງ​ໃໝ່ ​ແລະຄວາມ​ຄິດ​ປະ​ດິດ​ສ້າງຢ່າງບໍ່ຢຸດຢັ້ງ ຂອງທົ່ວພັກແລະທົ່ວປວງຊົນ. ແຕ່​, ຍ້ອນວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດຍັງຢູ່​ໃນ​ລະດັບ​ຕ່ຳ ດັ່ງ​ນັ້ນ​ລະ​ດັບ​ແລະປະ​ສິດ​ທິ​ຜົນ​ ຂອງຄວາມ​​ຄິດ​ປະ​ດິດ​ສ້າງ ​ໃນ​ປະ​ເທດ​ຫວຽດນາມ ​ຍັງຖືກ​ຈຳ​ກັດ, ​ບໍ່​ພຽງ​ພໍທີ່​ຈະ​ສ້າງການ​ພັດ​ທະ​ນາ​ແບບ​ກ້າວກະ​ໂດດ. 

2- ໃນ​ປະ​ຈຸ​ບັນ, ໂລກ​ກຳ​ລັງ​ເຂົ້າ​ສູ່ຍຸກ​ໃໝ່​ຂອງ​ການ​ພັດ​ທະ​ນາ. ການ​ປະ​ຕິ​ວັດ​ເຕັກ​ໂນ​ໂລ​ຊີ​ໃໝ່, ຍັງ​ໄດ້​ເອີ້ນ​ວ່າການ​ປະ​ຕິ​ວັດ​ອຸດສາຫະກຳຄັ້ງ​ທີ​ສີ່, ທີ່​ກຳ​ລັງ​ເກີດຂຶ້ນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ໃນ​ຄວາມ​ໄວ​ທີ່​​ບໍ່​ເຄີຍ​ມີມາ​ກ່ອນ, ດ້ວຍການ​ບຸກ​ທະລຸ​ທາງ​ດ້ານເຕັກ​ໂນ​ໂລ​ຊີ, ​ໂດຍ​ສະ​ເພາະທາງດ້ານ​ປັນຍາ​ປະດິດ, ເຕັກ​ໂນ​ໂລຊີຫຸ່ນ​ຍົນ, ອີນ​ເຕີ​​ເນັດ​ເຊື່ອມ​ຕໍ່​ສັບ​ພະ​ສິ່ງ, ນາ​ໂນເຕັກ​ໂນ​ໂລ​ຊີ, ເຕັກ​ໂນ​ໂລ​ຊີ​ຊີ​ວະພາດ, ​ວັດສະ​ດຸ​ສາດ... ບັນ​ດາການ​ບຸກ​ທະ​ລຸ​ ຕັ້ງແຕ່​ການ​ປະຕິ​ສຳພັນ, ການຊຸກ​ຍູ້​ເຊິ່ງ​ກັນແລະກັນ​ທາງດ້ານ​ເຕັກ​ໂນ​ໂລ​ຊີ ​ທີ່​ກຳ​ລັງ​ສ້າງ​ເປັນ​ໂລກ​ດິຈິຕອນ​ແລະ​ອັດ​ຕະ​ໂນ​ມັດ ​ເຊິ່ງກິດຈະກຳ​ທັງ​ໝົດມີ​ປະສິດທິ​ຜົນ​​ແລະສະຫຼາດກວ່າ​​ເກົ່າ. ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່​ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຂງ​ແຮງ​ເຖິງ​ທຸກໆ​ປະ​ເທດ, ສ້າງ​ທັງ​​ໂອ​ກາດແລະຄວາມ​ທ້າ​ທາຍ ​ດ້ວຍການ​ກະ​ໂດດ​ຂັ້ນຫຼາຍ​ຢ່າງ​ໃນດ້ານ​ການ​ຄຸ້ມ​ຄອງ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ປອດ​ໄພ, ການ​ຜະ​ລິດ ທຸ​ລະ​ກິດ, ສິ່ງ​ແວດ​ລ້ອມ, ​ຊີ​ວິດປະຈຳ​ວັນແລະຊີ​ວິດ​​ໃນສັງ​ຄົມ, ຜູ້​ຄົນ(11).

ບັນ​ດາ​ປະ​ເທດ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ການກໍ່​ສ້າງ ປະ​ຕິ​ບັດ​ຍຸດ​ທະ​ສາດ​ເພື່ອ​ໃຊ້​ປະ​ໂຫຍ​ດຈາກ​ຄວາມ​ສຳ​ເລັດ ແລະຕອບ​ສະໜອງ​ຕໍ່​ຄວາມ​ທ້າ​ທາຍ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່ - ປັດ​​ໄຈ​ທີ່ກຳນົດ​ການ​ພັດ​ທະ​ນາ​ກະໂດດ​ຂັ້ນ ຫຼື ການຊັກ​ຊ້າຫຼ້າ​ຫຼັງ​ຂອງ​ປະ​ເທດ​ໜຶ່ງ. ການ​ປ່ຽນ​ແປ​ງ​ໃໝ່​​ປະ​ດິດ​ສ້າງ ແມ່ນ​​ຈິນ​ຕະ​ນາ​ການ​ໃໝ່​ໃນ​ຍຸດ​ທະ​ສາດ​ການພັດ​ທະ​ນາ​ຂອງ​ທຸກ​ປະ​ເທດ ແລະ ກາຍເປັນ​ພາສາ​ກາງ​ທີ່​ມີ​ຄວາມໝາຍ​ລະດັບ​ໂລກ, ສະ​ແດງ​​ເຖິງລະ​ດັບ​ໃໝ່, ລະ​ດັບ​ຄວາມ​ຮູ​ໃໝ່​ຂອງ​ຄວາມ​ຄິດ​ປະ​ດິດ​ສ້າງ, ການປ່ຽນ​ແປງ​ໃໝ່, ການພັດ​ທະ​ນາ - ການ​ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງກວ່າ​ແລະ​ມີປະ​ສິດ​ທິ​ຜົນສູງ​ກວ່າ ບົນ​ພື້ນ​ຖານ​ຄວາມ​ຄິດ​ປະ​ດິດ​ສ້າງ ​ແລະ​ການ​ປະ​ຢຸກ​ໃຊ້​ຄວາມ​ສຳ​ເລັດທາງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ເພື່ອ​ສ້າງ​ເປັນ​ຄຸນ​ນະ​ພາບ​ໃໝ່ ​ຄຸນ​ຄ່າ​ໃໝ່​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເວົ້າ​ລວມ, ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສິນ​ຄ້າ​ເວົ້າ​ສະ​ເພາະ. ການພັດ​ທະ​ນາລະ​ບົບ​ການປ່ຽນ​ແປງ​ໃໝ່​ປະ​ດິດ​ສ້າງ​ແຫ່ງ​ຊາດ, ຍົກ​ສູງ ດັດຊະນີການ​ປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ ແມ່ນ​ວຽກ​ງາ​ນ​ທີ່​ດຶງ​ດູດ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງປະ​ເທດ​ຕ່າງໆ ​ແລະຊຸມ​ຊົນ​ແຮງ​ງານ​ສ້າງສັນ​ທົ່ວ​ໂລກ.   

3- ດ້ວຍ​ຈິນ​ຕະ​ນາ​ການທີ່​ສ້ຽມ​ແຫຼມ, ​ໃນຊຸມ​ປີ​ທີ່​ຜ່າ​ນາ​, ພັກແລະລັດຫວຽດນາມ ໄດ້​ນຳ​ພາ ຊີ້​ນຳ​ບັນ​ດາ​ຂັ້ນ ຂະ​ແໜງ​ການ​ຕ່າງ​ໆ ​ໃນ​ການ​ຍູ້​ແຮງ​ການ​ນຳ​ໃຊ້​ແລະພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ການ​ປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ, ຄົ້ນ​ຄວ້າ​ເພື່ອ​ກຳ​ແໜ້ນ​ແລະຍົກ​ສູງ​ຄວາມ​ສາ​ມາດ​​ໃນ​ການເຂົ້າ​ເຖິງແລະເປັນ​ເຈົ້າ​ການ​ເຂົ້​າ​ຮ່ວມ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່. ພິ​ເສດ, ໃນ​ວັນ​ທີ 27 ກັນ​ຍາ 2019, ກົມ​ການ​ເມືອງ​ສູນ​ກາງພັກ​ກອມ​ມູ​ນິດຫວຽດ​ນາມ ​ໄດ້​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 52-NQ/TW “ກ່ຽວ​ກັບ​ບາງ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ເພື່ອເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິວັດອຸດສາຫະ ກຳຄັ້ງທີ 4”. ມະ​ຕິ​ກຳນົດທັດ​ສະ​ນະ​ຊີ້​ນຳ 4 ຂໍ້ ​ເຊິ່ງ​ເນັ້ນ​ໜັກ​ວ່າ: “ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່​ ​ແມ່ນ​ຄວາມ​ຕ້ອງ​ການທີ່​ຈຳ​ເປັນ​ພາ​ວະ​ວິ​ໄສ; ເປັນ​ໜ້າ​ທີ່​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ສຳ​ຄັນພິ​ເສດ, ທັງ​ຮີບ​ດ່ວນທັງ​ຍາວ​ນານ ​ຂອງ​ລະ​ບົບ​ການ​ເມືອງ​ທັງ​ໝົດແລະທົ່ວ​ສັງ​ຄົມ..., ຖືວ່າ ນີ້ແມ່ນວິທີການແກ້ໄຂບຸກທະລຸ ດ້ວຍບາດກ້າວແລະຂັ້ນ​ຕອນທີ່ເໝາະສົມ ເປັນໂອກາດ​ເພື່ອ​ໃຫ້ຫວຽດນາມມີ​ການ​ກະ​ໂດດ​ຂັ້ນໃນການພັດທະນາເສດຖະກິດ - ສັງຄົມ”; “ການ​ປະ​ຕິ​ວັດ​ອຸ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່​ຮຽກຮ້ອງໃຫ້ມີການຄົ້ນຄິດໃໝ່ ກ່ຽວກັບການຄຸ້ມຄອງເສດຖະກິດ, ການຄຸ້ມຄອງສັງຄົມ, ການສ້າງແລະ​ປັບປຸງບູລະນະສະຖາບັນ​ໃຫ້​ເໝາະ​ສົມ. ຈຳເປັນຕ້ອງມີວິທີການທີ່​ເປີດ​ກວ້າງແລະມີຫົວຄິດປະດິດສ້າງ, ທົດລອງບັນຫາຕົວຈິງ, ສ້າງ​ເງື່ອນໄຂສະດວກ​ໃຫ້ ໃຫ້ແກ່ການ​ປ່ຽນ​ແປງ​ໃໝ່ປະດິດ​ສ້າງ(12).

ສູນຕິດຕາມແລະປະຕິບັດງານຕົວເມືອງສະຫຼາດ ເທື່ອທຽນ-ເວ້ - ຮູບແບບຂອງສູນຄວບຄຸມ ແລະຕິດຕາມກວດກາຕົວເມືອງສະຫຼາດຂັ້ນແຂວງທຳອິດໃນປະເທດຫວຽດນາມ _ພາບ: ເອກະສານ.

ຈິນ​ຕະ​ນາ​ການທີ່​ສ້ຽມ​ແຫຼມ ແລະ ຈິດ​ໃຈ​ຂອງ​ມະ​ຕິ​ເລກ​ທີ 52-NQ/TW ຂອງ​ກົມ​ການ​ເມືອງສູນ​ກາງ​​ ໄດ້ຮັບການຢືນຢັນແລະຍົກສູງ ໃນຮ່າງເອກະສານຍື່ນສະເໜີຕໍ່​ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ແລະ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ສ້າງ ສາມາດ​ຖືເປັນຈຸດເດັ່ນຂອງກອງປະຊຸມໃຫຍ່.

4- ຕ້ອງເຂົ້າໃຈຢ່າງຖືກຕ້ອງກ່ຽວກັບ​ການ​ປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ ເພື່ອ​ເປັນ​ເອ​ກະ​ພາບ​ໃນ​ການ​ຮັບ​ຮູ້​ແລະປະ​ຕິ​ບັດ​ໃນ​ທົ່ວ​ພັກ, ທົ່ວ​ສັງ​ຄົມ.

ການ​ປ່ຽນ​ແປງ​ໃໝ່​​​ປະ​ດິດ​ສ້າງ ດ້ວຍ​ປັດ​ຊະ​ຍາທີ່​ວ່າ ບໍ່​ມີ​ຫຍັງທີ່​ເປັນ​ໄປ​ບໍ່​ໄດ້ ແມ່ນ​ຄຸນ​ລັກ​ສະ​ນະ​ສຳ​ຄັນ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່, ​ສ່ອງ​ແສງຈິນ​ຕະ​ນາ​ການ ແລະ ວິ​ທີ​ການ​ພັດ​ທະ​ນາ​ໃໝ່ ​​ມີ​ລັກ​ສະ​ນະ​ທົ່ວ​ໄປ​ຂອງ​​ມວນ​ມະ​ນຸດ. ຫວຽດ​ນາມເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ​ນັບ​ມື້​ນັບ​ກວ້າງ​ຂວາງເລິກ​ເຊິ່ງ ໂດຍ​ກົງ, ດັ່ງ​ນັ້ນ ພວກເຮົາຈຳເປັນຕ້ອງເຂົ້າຫາແລະດູດຊືມ​ເອົາ​ສິ່ງ​ທີ່​ດີງາມ​ໃນ​ວັດທະນະທຳມະນຸດ, ຄຸນຄ່າທາງປັນຍາໃໝ່ ແລະປະສົບການ​ແຫ່ງ​ຄວາມສຳເລັດຂອງໂລກ ເພື່ອກ້າວໜ້າ​ໄປ​ຕາມກາລະ​ເວລາ. ຍິ່ງ​ໄປ​ກວ່າ​ນັ້ນ, ການ​ປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ ແມ່ນ​ການ​ພັດ​ທະ​ນາ​ທີ່ຖືກ​ກັບ​ກົດ​ເກນ​ໃນ​ລະ​ດັບ​ສູງ​ໃໝ່, ລະ​ດັບ​ຄວາມ​ຮູ້​ໃໝ່​ທີ່​ໄດ້​ເຄີຍມີ​ຂອງ​ພັກ, ປະ​ຊາ​ຊົນ ຫວຽດ​ນາມນັ້ນ​ເອງ ໃນ​ສາມ​ທົດ​ສະ​ວັດ​ກວ່າ​ທີ່​ຜ່ານ​ມາ; ເປັນ​ກຳ​ລັງ​ໜູນເພື່ອ​ສືບ​ຕໍ່​ຍູ້​ແຮງ​ ​ພາ​ລະ​ກິດ​ການ​ປ່ຽນ​ແປງ​ໃໝ່ຢ່າງ​ຮອບ​ດ້ານ​ແລະຄົບ​ຊຸດ ​ເພື່ອ​ຕອບ​ສະ​ໜອງ​ການກໍ່​ສ້າງ​ປະ​ເທດ​ໃນ​ໄລ​ຍະ​ໃໝ່. ປະ​ທານ​ໂຮ່​ຈິ​ມິນ​ແມ່ນ​ຕົວ​ແທນ​ຂອງ​ການ​ປ່ຽນ​ແປງ​ໃໝ່​ແລະຄວາມ​​ຄິດ​ປະ​ດິດ​ສ້​າງ. ເວ​ລາ​ຍັງ​ຊີ​ວິດ​ຢູ່, ເພິ່ນ​ເຄີຍ​ຕັກ​ເຕືອນ​ວ່າ: ໂລກກຳລັງ​ປ່ຽນ​ແປງ​ໃໝ່​ໃນທຸກມື້, ສັງ​ຄົມ​​ນັບ​ມື້​ນັບ​​ພັດ​ທະ​ນາ, ປະ​ຊາ​ຊົນ​ນັບ​ມື້​ນັບ​ຈະ​ໄດ້​ຮັບ​ຄວາມ​ກ້າວ​ໜ້າ, ດັ່ງ​ນັ້ນ ພະ​ນັກ​ງານ, ສະ​ມາ​ຊິກ​ພັກຈຶ່ງ​ບໍ່​ສາ​ມາດ ຮັກ​ສາ​ເຫຼັກ​ໜີບ​ເຈ້ຍເກົ່າ​ທີ່ບໍ່​ມີ​ການ​ປ່ຽນ​ແປງ(13), ເຊິ່ງ​ແນວ​ຄິດ​ແລະການ​ປະ​ຕິ​ບັດ​ກໍ່​ຕ້ອງ​ມີ​ການ​ພັດ​ທະ​ນາ​.

ການປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ ຕ້ອງ​​ດຳ​ເນີນ​ການຢ່າງ​ຄວບ​ຄູ່ຄົບ​ຊຸດ ​ທັງ​ດ້ານຈິນ​ຕະ​ນາ​ກາ​ນແລະການ​ປະ​ຕິ​ບັດ, ຕ້ອງ ປ່ຽນ​ແປງວິ​ທີ​ການ​ນຶກ​ຄິດ, ວິ​ທີ​ການ​ປະ​ຕິ​ບັດ, ປ່ຽນ​ແປງ​ໃໝ່​ດ້ານ​ຈິນ​ຕະ​ນາ​ການ, ເປັນ​ຕົ້ນ​ແມ່ນ​ຈິນ​ຕະ​ນາ​ການ​ດ້ານ​ເສດ​ຖະ​ກິດ, ປ່ຽນ​ແປງ​ໃໝ່ແບບ​ແຜນ​ການ​ເຮັດ​ວຽກ, ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ ແລະ ພະ​ນັກ​ງານ(14).

ພາ​ລະ​ກິດ​​ການ​ປ່ຽນ​ແປງ​ໃໝ່​ຢູ່ຫວຽດ​ນາມ ໄດ້​ເລີ່ມ​ຕົ້ນ​ແຕ່​ການ​ປ່ຽນ​ແປງ​ໃໝ່​ດ້​ານ​ຈິນ​ຕະ​ນາ​ການ​ ຂອງພັກ​ກອມ​ມູ​ນິດຫວຽດ​ນາມ, ກ່ອນ​ອື່ນ​ໝົດ​ແມ່ນ​ຈິນ​ຕະ​ນາ​ການ​ດ້ານ​ເສດ​ຖະ​ກິດ, ຕາມຫຼັກ​ການ​ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົດ​ເກນ​ພາ​ວະ​ວິ​ໄສ. ​ໃນ​ສະພາບການຂອງໂລກປັດຈຸບັນ, ມີ​ບັນ​ຫາ​ທາງ​ທິດ​ສະ​ດີແລະພາກ​ປະຕິບັດ​ໃໝ່ຫຼາຍ​ຢ່າງ, ເຊິ່ງ​ຮຽກ​ຮ້ອງ​ໃຫ້​ພັກຕ້ອງ​​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ, ຍົກ​ລະ​ດັບທາງ​ປັນ​ຍາ​ແລະນຳ​​ປະ​ເທດ​ກ້າວ​ຂຶ້ນ​ໃຫ້ທ່ວງ​ທັນ ແລະ ໄປ​ພ້ອມ​ກັນ​ກັບ​ຍຸກ​ສະ​ໄໝ. ປະ​ທານໂຮ່ຈີ​ມິນເປັນ​ແວ່ນ​ແຍງ​ອັນ​ໃສ​ແຈ້ງ ໂດດ​ເດັ່ນ​ກ່ຽວ​ກັບ​ແບບ​ແຜນ​ຈິນ​ຕະ​ນາ​ການ​ປ່ຽນ​ແປງ​ໃໝ່: ອ່ອນ​ໄຫວ​ໃນ​ການ​ກຳການພັດທະນາປະຫວັດສາດ, ກຳແໜ້ນໂອກາດຢ່າງຈິງ​ຈັງ, ຍຶດໝັ້ນຫຼັກການແລະກ້າ​ປະດິດ​ສ້າງ, ປ່ຽນ​ແປງ​ໃໝ່ຢ່າງ​ທັນ​ການ, ເຊື່ອມໂຍງທິດ​ສະ​ດີ​ກັບ​ພຶດຕິ​ກຳ(15). ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ສ້າງ ທາງ​ດ້ານຈິນ​ຕະ​ນາ​ການ​ຕ້ອງ​ກຳ​ແໜ້ນ ແລະແກ້​ໄຂ​ໃຫ້​​ດີ ​ການ​ພົວ​ພັນ​ລະ​ຫວ່າງ ຍືດ​ໝັ້ນ​​ແລະປ່ຽນ​ແປງ​ໃໝ່, ໝູນ​ໃຊ້ຢ່າງ​ປະ​ດິດ​ສ້າງຕາມ​ວິທີ​​ສັດ​ຈະ​ວິ​ພາກຂອງ​ລັດ​ທິມາກ-ເລ​ນິນ ​ແລະ ແນວ​ຄິດໂຮ່​ຈິ​ມິນ. ການ​ຍຶດໝັ້ນ​ຕ້ອງ​ຕິດ​ແໜ້ນ​ກັບ​ການ​ປະດິດ​ສ້າງ ​ແລະ​ການ​ປະດິດ​ສ້າງ​ຕ້ອງ​ບົນພື້ນຖານ​ຂອງການ​ຍຶດໝັ້ນ, ສອດຄ່ອງ​ກັບ​ພຶດຕິ​ກຳ, ກັບ​ຄວາມ​ຕ້ອງການ​ປ່ຽນ​ແປງ​ໃໝ່, ການ​ເຊື່ອມ​ໂຍງ​ແລະ​ພັດທະນາ​ປະ​ເທດ. ການຍືດ​ໝັ້ນ​ແບບ​ກົນ​ຈັກ​ຕາຍ​ຕົວ ກໍ່​ງ່າ​ຍທີ່​ຈະ​ພາ​ໄປ​ເຖິງ​ຄຳ​ພີ, ​ແຂງ​ກະດ້າງ, ອະນຸລັກ​ນິຍົມ, ຄວາມ​ຫຼ້າ​ຊ້າ, ​ແຕ່​ຖ້າ​ບໍ່ຍືດ​ໝັ້ນ​, ມີ​ແຕ່​ດຳ​ເນີນ​ການ​ປະດິດ​ສ້າງ​ແບບບໍ່​ມີ​ຫຼັກການ ກໍ່​ງ່າຍ​ທີ່​ຈະ​ຕົກ​ໃສ່​ລັດ​ທິ​ແກ້, ຜີກ​ຈາກ​ທິດ​ທາງທີ່​ໄດ້​ວາງ​ໄວ້, “ປ່ຽນ​ສີ(16).  

ໃນ​ພາກ​ປະ​ຕິ​ບັດ, ການ​ປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ ຕ້ອງ​​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ຮອບ​ດ້ານ​ໃນ​ບັນ​ດາຂົງ​ເຂດ ດ້ວຍຫຼາຍ​ມາດ​ຕະ​ການ​ທີ່​ຄົບ​ຊຸດ, ມີ​ຈຸດ​ສຸມ​ໃຈ​ກາງ ​ແລະ ດ້ວຍ​ລຳ​ດັບ​ການ​ດຳ​ເນີນງານ ບາດ​ກ້າວ​ທີ່​ໄດ້​ຄິດ​ໄລ່​ຢ່າງ​ທີ່​ຖ້ວນ, ວິ​ທະ​ຍາ​ສາດ, ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ປະ​ເທດ, ຫຼີກ​ລ່ຽງ​ຄວາມ​ຮ້ອນຮົນ, ເຈດຈຳນົງ​ນິຍົມ ທີ່ນຳ​ໄປ​ສູ່ການ​ຜະຈົນ​ໄພ, ຄວາມສ່ຽງ ​ຫຼືຄວາມເມີນ​ເສີຍ, ຄວາມລັ່ງ​ເລ​, ຢ້ານຄວາມຫຍຸ້ງຍາກ ຢ້ານຄວາມທຸກຍາກ, ​ເກີດ​ຄວາມຫຼ້າຊ້າ, ພາດໂອກາດ​ໃນ​ການພັດທະນາ. ຕ້ອງ​ເອົາ​ໃຈ​ໃສ່​ກໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ຂອງ​ສະ​ຖາ​ບັນ​ກົດໝາຍ​ທີ່​ເອື້ອ​ອຳນວຍ​; ສຸມ​ໃສ່​ການພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນທີ່​ມີ​ຄຸນ​ນະ​ພາບ​ສູງ. ຍູ້​ແຮງ​ການ​ຄົ້ນ​ຄວ້າ, ການຖ່າຍ​ໂອນ ​ແລະ ການ​ປະ​ຢຸກ​ໃຊ້​ວິ​ທະ​ຍາ​ສາດ​ແລະເຕັກ​ໂນ​ໂລ​ຊີ; ສົ່ງ​ເສີມ​ການພັດ​ທະ​ນາ​​ໂຄງສ້າງ​ພື້ນຖານ​ຂໍ້​ມູນ​ຂ່າວ​ສານ, ໂທ​ລະ​ຄັມ​ມະ​ນາ​ຄົມ..., ສ້າງ​ບັນ​ດາ​ປະ​ຖົມ​ປັດ​ໄຈທີ່​ຈຳ​ເປັນ ​ເພື່ອ​ປະ​ຕິ​ບັດ ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ສ້າງ ຢ່າງ​ມີ​ປະສິດທິຜົນ. ບຸ​ລິ​ມະ​ສິດ​ຊຸກ​ຍູ້​ ການ​ປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ ໃນ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ປະ​ຕິ​ບັດ​ການ​​ປ່​ຽນ​ດິຈິ​ຕອນ​ໃນ​ບັນ​ດາ​ຂົງ​ເຂດເສດ​ຖະ​ກິດ, ສັງ​ຄົມ, ການ​ຄຸ້ມ​ຄອງ..., ກໍ່​ສ້າງ​ເສດ​ຖ​ະ​ກິດ​ດິ​ຈິ​ຕອນ, ສັງ​ຄົມ​ດິ​ຈິ​ຕອນ, ລັດ​ຖະ​ບານ​ດິຈິ​ຕອນ, ສ້າງຄຸນ​ຄ່າ​ໃໝ່ແລະກຳ​ລັງ​ແຮງ​ສັງ​ລ​ວມ​ໃໝ່ ​ຂອງປະ​ເທດ. ເຄື່ອງວັດ​ແທກຄວາມ​ສົມ​ເຫດ​ສົມ​ຜົນ​ຂອງການ​ປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ ແມ່ນ​ປະ​ສິດ​ທິ​ຜົນຂອງ​ການ​ຮັບ​ໃຊ້​ປະ​ເທດ​ຊາດ​ແລະ​ປະ​ຊາ​ຊົນ​ ຕາມ​ສັດ​ຈະ​ທຳໂຮ່​ຈິ​ມິນ ທີ່​ວ່າ: ສັດ​ຈະ​ທຳ ແມ່ນ​ສິ່ງ​ທີ່​ເປັນ​ປະ​ໂຫຍດຕໍ່​ປະ​ເທດ​​ແລະ​ປະ​ຊາ​ຊົນ. ສິ່ງ​ໃດ​ທີ່ຂັດ​ຕໍ່​ຜົນ​ປະ​ໂຫຍຂອງ​ປະ​ເທດ​ຊາດ​ແລະ​ປະ​ຊາ​ຊົນບໍ່​ແມ່ນ​ສັດ​ຈະ​ທຳ(17).​

ການປ່ຽນ​ແປງ​ໃໝ່​​ປະ​ດິດ​ສ້າງ ແມ່ນ​ພາ​ລະ​ກິດ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ໃນ​ນັ້ນ​ມີ​ຖັນ​ແຖວ​ພະ​ນັກ​ງານ ສະ​ມາ​ຊິກ​ພັກ, ພິ​ເສດ​ແມ່ນ​ຖັນ​ແຖວ​ພະ​ນັກ​ງານ​ຂັ້ນ​ຍຸດ​ທະ​ສາດ, ບັນ​ດາ​​ຫົວ​ໜ້າ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ຂັ້​ນ​ຕ່າງໆ, ຕ້ອງເປັນ​ຜູ້​ນຳ​ໜ້າ, ​ຜູ້​ເປັນ​ແບບ​ຢ່າ​ງ​ທີ່ສົດ​ໃສ, ກ້າ​ຄິດ, ກ້າ​ເຮັດ, ກ້າ​ທີ່​ຈະ​ສ້າງສັນ​ສິ່ງ​ໃໝ່ໆ ​ເພື່ອ​ພາ​ລະ​ກິດ​ລວມ; ຖັນ​ແຖວ​ປັນ​ຍາ​ຊົນ, ນັກ​ທຸ​ລະ​ກິດ​ທີ່​ມີ​ບົດ​ບາດສຳຄັນ​ໃນ​ການ​ເລິ່ມຕົ້ນ​ທຸລະ​ກິດ ​ແລະປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ທາງ​ທຸລະ​ກິດ; ປຸກ​ລະ​ດົມ, ສົ່ງເສີມບົດ​ບາດ​ເຈົ້າ​ຂອງ ແລະຄວາມ​ຄິດສ້າງສັນທີ່ຍິ່ງໃຫຍ່ຂອງປະຊາຊົນ; ແລະ​ດ້ວຍ​ເຫດນັ້ນ, ສ້າງ​ລະ​ບົບ​ນິ​ເວດ​ເລີ່ມ​ຕົ້ນ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງຫວຽດ​ນາມ.   

ດ້ວຍ​ຄວາມ​ປາດ​ຖະ​ໜາທີ່​ຈະ​ສ້າງ​ປະ​ເທດຫວຽດ​ນາມທີ່​ຈະ​ເລີ​ນ​ຮຸ່ງ​ເຮືອງ​ແລະມີ​ຄວາມ​​ສຸກ ​ດ້​ວຍ​ກຳ​ລັງ​ຂັບ​ເຄື່ອນ​ຂອງ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ຫວຽດ​ນາມຈະ ກ້າວ​ສູ່​ຫໍຄອຍທີ່​ສະ​ຫງ່າ​ງາມ ເພື່ອ​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ(18) ຢ່າງ​ແນ່ນອນ ໃນ​ສະ​ຕະ​ວັດທີ 21, ຄື​ຄວາມ​ປາດ​ຖະ​ໜາ​ຂອງ​ປະ​ທານໂຮ່​ຈິ​ມິນຜູ້​ຍິ່ງ​ໃຫຍ່ ແລະ ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ຂອງທັງ​ປະ​ເທດ​ຫວຽ​ດນາມ./.

---------------------

(1) ເບິ່ງ ຫງວຽນ​ຟູ​ຈ້ອງ: “ການກະ​ກຽມແລະດຳ​ເນີນຢ່າງ​ດີ​ ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫງຽດ​ນາມ, ນຳ​​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ ວາ​ລະ​ສານກອມ​ມູ​ນິດ, ສະ​ບັບ​ເລກ​ທີ 949 (​ເດືອນກັນ​ຍາ 2020) ໜ້າ 10 - 11.

(2) ສະ​ຖາ​ບັນ​ພາ​ສາ: ວັດ​ຈະ​ນາ​ນຸ​ກົມຫວຽດ​ນາມ, ສພຈ. ດ່າ​ໜັງ, 2006, ໜ້າ​ທີ 493.

(3) Keith D. Harrell: ຂອບ​ໃຈ​ຊີ​ວິດ, ​ສພຈ. ສັງ​ລວມ ນະ​ຄອນໂຮ່​ຈີມິນ, 2015; ການ​ປ່ຽນ​ແປງ​ທັດສະນະ​ຄະຕິ - ການ​ປ່ຽນ​ແປງຊີວິດ, ສພຈ. ສັງ​ລວມ ນະ​ຄອນໂຮ່​ຈີມິນ, 2016, ໜ້າ​ 2, 3.

(4) ເບິ່ງ: ຫວູ​ມິນ​ເຄືອງ: “ຫວຽດ​ນາມປີ 2045: ວິ​ໄສ​ທັດ​ຄວາມ​ປາດ​ຖະ​ໜາ ແລະ ພາລະ​ກຳ​ປະ​ຫວັດ​ສາດ” ວາ​ລະ​ສານ​ວິ​ທະ​ຍາ​ສາດແລະເຕັກ​ໂນ​ໂລ​ຊີຫວຽດ​ນາມ ອອນ​ໄລ, ສະ​ບັບ​ລົງ​ວັນ​ທີ 17 ມັງ​ກອນ 2020; “ຄວາມ​​ປາດ​ຖະ​ໜາ​​ໃນ​ການປ່ຽນ​ແປງ​ໃໝ່​ເພື່ອການ​ພັດ​ທະ​ນາ", baodauthau.vn, ວັນ​ທີ 12 ກຸມ​ພາ 2018.

(5) ໂຮ່​ຈີມິນ. ນິ​ພົນຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່​າໂນ້ຍ, 2001, ເຫຼັ້ມ 4, ໜ້າ​ 534.

(6) ໂຮ່​ຈີມິນ. ນິ​ພົນຄົບ​ຊຸດ, ປື້ມທີ່​ໄດ້​ແນະ​ນຳ, ເຫຼັ້ມ 15, ໜ້າ​ 131.

(7) ໂຮ່​ຈິີມິນ. ນິ​ພົນຄົບ​ຊຸດ, ປື້ມ​ທີ່ໄດ້​ແນະ​ນຳ, ເຫຼັ້ມ 4, ໜ້າ​ 280.

(8) ເບິ່ງ ຫງວຽນຝູ​ຈ້ອງ: “ການກະ​ກຽມແລະດຳ​ເນີນຢ່າງ​ດີ​ ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫງຽດ​ນາມ, ນຳ​​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ”, ​ເອ​ກະ​ສານ​ທີ່ໄດ້​ແນະ​ນຳ, ໜ້າ 11.

(9) ເບິ່ງ: ພັກ​ກອມ​ມູ​ນິດຫວຽດ​ນາມ, ຮ່າງ​ເອ​ກະ​ສານທີ່​ຍື່ນສະ​ເໜີ​ຕໍ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ (ເອ​ກະ​ສານ​ນຳ​ໃຊ້​ທີ່ກອງ​ປະ​ຊຸ​ມ​ໃຫຍ່​ຂັ້ນ​ເມືອງ, ແຂວງແລະອົງ​ການ​ທຽບ​ເທົ່າ) ເດືອນເມ​ສາ 2020.

(10) ເບິ່ງ ເອ​ກະ​ສານຄົບ​ຊຸດ​ຂອງ​ພັກ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2004, ເຫຼັ້ມ 7, ໜ້າ​ 504 - 505.

(11) ເບິ່ງ: ຫງວຽນ​ຖັງ: ການປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4: ບາງຄຸນລັກສະນະ, ຜົນກະທົບແລະຄວາມ​ໝາຍດ້ານນະໂຍບາຍ ສຳລັບຫວຽດນາມ, ໜ້າອອນ​ໄລ​ທາງ​ການ​ທູດ​ເສດຖະກິດ, http://ngkt.mofa.gov.vn/cmcn4-mot-so-dac-trung-tac-dong-va-ham-y-chinh-sach-cho-viet-nam/, ວັນ​ທີ 13 ທັນ​ວາ 2016.

(12) ມະ​ຕິ​ເລກ​ທີ 52-NQ/TW, ​ລົງ​ວັນ​ທີ 27 ກັນ​ຍາ 2019, ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ, ກ່ຽວ​ກັບ​ບາງ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່”.

(13) ໂຮ່​ຈີມິນ: ນິ​ພົນຄົບ​ຊຸດ, ປື້ມ​ທີ່ໄດ້​ແນະ​ນຳ, ເຫຼັ້ມ 8, ໜ້າ​ 55.

(14) ເບິ່ງ: ເຈື່ອງ​ຈິງ: ການ​ປ່ຽນ​ແປງ​ໃໝ່​ແມ່ນຄວາມ​ຮຽກ​ຮ້ອງຕ້ອງການ​ອັນຮີບ​ດ່ວນຂອງ​ປະ​ເທດ, ຂອງ​ຍຸກ​ສະ​ໄໝ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່​າໂນ້ຍ, 1987, ໜ້າ 66.

(15) ເບິ່ງ: ຟ້າມ​ວັນ​ດົ່ງ: ໂຮ່​ຈີມິນ - ​ແກ່ນສານ​ແລະ​ຄວາມ​ກ້າຫານຂອງປະ​ເທດ​ຊາດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່​າໂນ້ຍ, 2009, ໜ້າ​ 219.

(16) ເບິ່ງ ຫງວຽນ​ຝູ​ຈ້ອງ: “ການກະ​ກຽມແລະດຳ​ເນີນຢ່າງ​ດີ​ ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫງຽດ​ນາມ, ນຳ​​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ”, ​ເອ​ກະ​ສານທີ່​ໄດ້​ແນະ​ນຳ, ໜ້າ 8.

(17) ໂຮ່​ຈີມິນ: ນິ​ພົນຄົບ​ຊຸດ, ປື້ມທີ່​ໄດ້​ແນະ​ນຳ, ເຫຼັ້ມ 10, ໜ້າ​ 378.

(18) ໂຮ່​ຈີມິນ: ນິ​ພົນຄົບ​ຊຸດ, ປື້ມທີ່​ໄດ້​ແນະ​ນຳ, ເຫຼັ້ມ 4, ໜ້າ 35.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 953 (​ເດືອນ​ພະຈິກ 2020)