ວກ. - ນິພົນ “ຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້ ຢ່າງເດັດດ່ຽວ ໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງເຮົາ ໃຫ້ສະອາດ ແລະໝັ້ນຄົງເຂັ້ມແຂງຍິ່ງຂຶ້ນ” ຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະແດງໃຫ້ເຫັນເຖິງການສືບທອດ ແລະການພັດທະນາລັດທິມາກ-ເລນິນ ໃນພຶດຕິກຳຕົວຈິງຂອງຫວຽດນາມ, ແມ່ນການໝູນໃຊ້ຢ່າງປະດິດສ້າງແນວຄິດໂຮ່ຈີມິນ ກ່ຽວກັບວຽກງານການສ້າງແລະປັບປຸງພັກເວົ້າລວມ, ກ່ຽວກັບການປ້ອງກັນແລະຕ້ານ ການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ເວົ້າສະເພາະ, ແມ່ນບັນດາບົດຮຽນສະເພາະ ແລະແທດຈິງສຳລັບພະນັກງານ ສະມາຊິກພັກ ແລະອົງການພັກໃນການ “ໄຕ່ຕອງຕົນເອງ” ແລະ “ແກ້ໄຂຕົນເອງ” ເພື່ອຄວາມກ້າວໜ້າ, ແມ່ນແຫຼ່ງກຳລັງໃຈ ປຸກປັ່ນ ແລະການລວມຕົວປະຊາຊົນ ເພື່ອເປົ້າໝາຍການພັດທະນາ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທົ່ວປະເທດສະຫຼຸບການເຄື່ອນໄຫວ 1 ປີ ຂອງຄະນະຊີ້ນຳການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ໃນແຂວງ, ນະຄອນສັງກັດສູນກາງ _ພາບ: TTXVN

ພະລັງຂອງວິທີການທີ່ຖືກຕ້ອງ

ທີໜຶ່ງ, ໃນແນວຮົບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ບັນດາຜູ້ນຳປະເທດ ໄດ້ຊີ້ນຳການສ້າງ ແລະນຳໃຊ້ເຄື່ອງມືກົດໝາຍ ຢ່າງມີປະສິດທິຜົນ.

ວ.ອີ.ເລນິນ ຫຼັງຈາກ​ຊີ້​ນຳ​ການ​ແກ້​ໄຂຄະດີ​ປົກ​ປິດການສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້​ຫຼາຍ​ຄະດີ ​ໄດ້ໃຫ້​ຂໍ້​ສະ​ຫຼຸບວ່າ: ສຸດທ້າຍ, ຖ້າຍັງມີປະກົດການ ເຊັ່ນ ການໃຫ້ສິນບົນ, ຖ້າການໃຫ້ສິນບົນຍັງມີຢູ່ ກໍ່ຈະບໍ່ເວົ້າເລື່ອງການເມືອງໄດ້. ໃນກໍລະນີນີ້, ຈະເວົ້າເລື່ອງການເມືອງບໍ່ໄດ້ດ້ວຍຊ້ຳ ເພາະມາດຕະການທັງໝົດຈະລອຍຢູ່ໃນອາກາດ, ຈະບໍ່ເກີດຜົນເລີຍ. ກົດໝາຍພຽງແຕ່ສາມາດນຳໄປສູ່ຜົນຮ້າຍກວ່ານັ້ນໄດ້ ຖ້າໃນພາກປະຕິບັດມັນຖືກນຳໃຊ້ໃນເງື່ອນໄຂທີ່ການໃຫ້ສິນບົນໄດ້ຮັບການຍອມຮັບ ແລະ ແຜ່ຫຼາຍ(1). ຕາມທີ່ ວ.ອີ.ເລນິນ, ການຮັກສາລະບຽບວິໄນຂອງປະເທດ, ທັດສະນະຄະຕິທີ່ຍຸຕິທຳແລະທ່ຽງທຳຂອງຜູ້ນຳຕໍ່ພະນັກງານແລະສະມາຊິກພັກ ໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຈະເຮັດໃຫ້ພັກສະອາດແລະໝັ້ນຄົງເຂັ້ມແຂງເທົ່ານັ້ນ, ຍິ່ງ​​ກວ່າ​ນັ້ນ ມັນ​ບໍ່​ໄດ້​ກະທົບ​ເຖິງ​ຊື່​ສຽງ​ຂອງ​ພັກ​ແຕ່ຢ່າງໃດເລີຍ.

ປະທານ​ໂຮ່ຈີ​ມິນ​ຕັ້ງ​ໃຈ​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້​ຢ່າງ​ເຂັ້ມ​ງວດ​ຕາມ​ກົດໝາຍ. ໃນດ້ານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້, ເພິ່ນສັ່ງໃຫ້ເຮົາ​ຕ້ອງ​ລົງ​ໂທດ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ້​ທີ່​ບໍ່ຊື່ສັດ ໂດຍບໍ່ຄຳນຶງເຖິງ​ຕໍາ​ແໜ່ງຫຼືອາຊີບຂອງພວກເຂົາ(2).

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ນຳແລະກຳລັງຊີ້ນຳການຈັດການ ກັບການສໍ້ລາດບັງຫຼວງຕາມແນວຄິດໂຮ່ຈີມິນ ແລະບົດຮຽນຄຼາດສິກ ບົນພື້ນຖານກົດໝາຍ. ສະຫາຍເລຂາທິການໃຫຍ່ຮຽກຮ້ອງໃຫ້ ຊຸກຍູ້ວຽກງານສ້າງ ແລະປັບປຸງສະຖາບັນ ແລະກົດໝາຍໃຫ້ສົມບູນແບບ ແລະ ຈັດຕັ້ງປະຕິບັດສະຖາບັນກົດໝາຍຢ່າງເຂັ້ມງວດ, ຮັບປະກັນຄົບຖ້ວນ ທັນເວລາ ຄົບຊຸດ ເປັນເອກະພາບ ເປັນໄປໄດ້ ເປີດເຜີຍ ໂປ່ງໃສ ໝັ້ນຄົງ, ສ້າງພະລັງຂັບເຄື່ອນໃໝ່ ໃນການພັດທະນາເສດຖະກິດ-ສັງຄົມ, ພັດທະນາ ປະເທດ ຢ່າງວ່ອງໄວ ແລະຍືນຍົງ(3). ຄຳຮຽກຮ້ອງຂອງສະຫາຍເລຂາທິການໃຫຍ່ ເປັນທັງແນວທາງຍຸດທະສາດຂອງພັກ ແລະເປັນວຽກງານທີ່ຮີບດ່ວນ. ລັກສະນະແປດປະການ (ຄວາມຄົບຖ້ວນ ຄວາມທັນເວລາ ຄວາມຄົບຊຸດ ຄວາມເປັນເອກະພາບ ຄວາມເປັນໄປໄດ້ ຄວາມເປີດເຜີຍ ຄວາມໂປ່ງໃສ ຄວາມໝັ້ນຄົງ) ແມ່ນຄວາມຮຽກຮ້ອງຕ້ອງການພາຍໃນຂອງລະບົບກົດໝາຍ ຫາກຕ້ອງການເສີມຂະຫຍາຍຜົນກະທົບຂອງກົດໝາຍໃນຊີວິດສັງຄົມຢ່າງເຕັມທີ. ພ້ອມກັນນັ້ນ, ຄຳຮຽກຮ້ອງຂອງສະຫາຍ​ເລ​ຂາ​ທິ​ການໃຫຍ່​ຍັງ​ເພື່ອ​ແນ​ໃສ່​ແກ້​ໄຂ​ຂໍ້​ບົກ​ຜ່ອງ​ທີ່​ມີ​ມາ​ແຕ່​ດົນ​ນານ ​ຂອງ​ລະ​ບົບ​ກົດ​ໝາຍ​ໃນ​ປັດ​ຈຸ​ບັນ​; ວາງບົດບາດຂອງເຄື່ອງມືທາງກົດໝາຍ ໃນການສ້າງເສດຖະກິດສັງຄົມ ແລະພັດທະນາປະເທດ ຢ່າງຖືກຕ້ອງ ແລະເປັນເຄື່ອງມືສຳຄັນ ໃນການປ້ອງກັນແລະຕ້ານການາສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້.

 ຈະເຫັນໄດ້ວ່າ, ຜູ້ນຳ​ທີ່​ດີ​ໃນ​ແຕ່ລະ​ຍຸກ​ສະ​ໄໝ, ​ແຕ່ລະ​ລຸ້ນ, ​ໃນ​ສະພາບ​ການ​ທີ່​ແຕກ​ຕ່າງ​ກັນ ​ລ້ວນ​ແຕ່​ມີ​ແນວ​ຄິດ​ອັນ​ດຽວ​ກັນ, ນັ້ນ​ແມ່ນ​ການ​ຄຸ້ມ​ຄອງ​ແລະດຳ​ເນີນ​ສັງຄົມ​ຕ້ອງ​ເປັນ​ໄປ​ຕາມ​ກົດໝາຍ ແລະ ການ​ປ້ອງ​ກັນແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ຄວາມຫຍໍ້ທໍ້ ຕ້ອງ​ໃຊ້​ເຄື່ອງມື​ທາງ​ກົດໝາຍ​ຢ່າງ​ມີ​ປະສິດທິ​ຜົນ.

ທີສອງ, ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ຈະຕ້ອງດຳເນີນການ ຢ່າງເປັນລະບົບ ແລະຮອບດ້ານ.

ໜຶ່ງໃຫ້ກຽມພື້ນຖານທາງການເມືອງ-ກົດໝາຍ. ໃນດ້ານຂອງລັດ, ລະບົບ​ກົດໝາຍ​ໂດຍ​ທົ່ວ​ໄປ ​ແລະປະມວນກົດໝາຍ​ອາຍາ​ໂດຍ​ສະ​ເພາະ ​ແມ່ນ​ໄດ້​ສຳ​ເລັດ​ຂັ້ນ​ຕອນ​ໜຶ່ງແລ້ວ. ໃນດ້ານຂອງພັກ, ກົດລະບຽບຕ່າງໆ​ທີ່ກ່ຽວຂ້ອງກັບ​ການ​ກໍ່ສ້າງ​ແລະປັບປຸງ​ພັກ ໄດ້ຮັບການປະກາດໃຊ້​ແລະເຂົ້າສູ່ຊີວິດຕົວຈິງ(4).

ສອງກຳແໜ້ນແລະກຽມຈິດໃຈ​ໃຫ້​ແກ່ອົງການ​ປ້ອງກັນ​ແລະຕ້ານການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມ​ຫຍໍ້​ທໍ້​ຂອງ​ພັກ​ແລະລັດ. ​ອົງການກິດຈະການ​ພາຍ​ໃນ​ຕ້ອງ​ເປັນ ດາບກາຍະສິດທີ່ແຫຼມຄົມ​ແລະ ໂລ້ທີ່​ແຂງແກ່ງຢ່າງແທ້ຈິງ; ຕ້ອງ​ເຂົ້າ​ໃຈ​ຢ່າງ​ໜັກ​ແໜ້ນ, ​ເຂົ້າ​ໃຈ ​ແລະ ປະຕິບັດ​ໜ້າ​ທີ່ ​ແລະ ວຽກ​ງານ​ຂອງ​ຕົນ​ໃຫ້​ຖືກຕ້ອງ; ຕ້ອງກຳແໜ້ນ, ເຂົ້າໃຈຢ່າງເລິກເຊິ່ງ ແລະປະຕິບັດພາລະບົດບາດແລະໜ້າທີ່ຂອງຕົນ ຢ່າງເໝາະສົມ.

ສາມໂຄສະນະ ເຜີຍແຜ່ ແລະລະດົມປະຊາຊົນທັງໝົດ ໃຫ້ຕອບສະໜອງແລະມີສ່ວນຮ່ວມຢ່າງແຂງຂັນ ໃນວຽກງານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. “ລະດົມກຳລັງແຮງຂອງທັງລະບົບການເມືອງ ແລະສັງຄົມທັງໝົດ ເພື່ອຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບົງຫຼວງແລະຄວາມຫຍໍ້ທໍ້ ພາຍໃຕ້ການນຳພາຂອງພັກ(5).

ສີ່ຕັດສິນໃຈເລືອກບ່ອນອີງແລະການໂຈມຕີທີ່ຈະຊະນະຢ່າງແນ່ນອນ ເລີ່ມຈາກເທິງ​ລົງລຸ່ມ ​ຈາກ​ພາຍ​ໃນ​ພັກສູ່ພາຍນອກ, ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ແລະ​ທົ່ວ​ສັງ​ຄົມ.

ຫ້າ, ເຮົາຕ້ອງຕໍ່ສູ້ກັບການສໍ້ລາດບັງຫຼວງທີ່ຮ້າຍແຮງ ແລະການສໍ້ລາດບັງຫຼວງມະຍິກມະຍ່ອຍ, ຕໍ່ສູ້ຢ່າງເດັດດ່ຽວ ຕໍ່ສູ້ຢ່າງສຸດຂີດ.

ໂດຍທົ່ວໄປ, ວິທີການຊີ້ນຳການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຂອງກົມການເມືອງສູນກາງ ແລະຄະນະບໍລິຫານງານສູນກາງພັກ ເຊິ່ງມີເລຂາທິກາໃຫຍ່ເປັນປະທານນັ້ນ ມີລັກສານະວິທະຍາສາດ ພຶດຕິກຳ ແລະປະຊາຊົນ ຢ່າງເຕັມສ່ວນ,  ໄດ້ແລະພວມ​ນໍາ​ມາເຊິ່ງ​ຜົນງານອັນ​ຍິ່ງ​ໃຫຍ່​ໃນ​ຫຼາຍ​ດ້ານ​.

ລົງໂທດການສໍ້ລາດບັງຫຼວງມະຍິກມະຍ່ອຍ ຢ່າງເຄັ່ງຄັດ
ແລະ
ປິ່ນປົວ “ພະຍາດຢ້ານຮັບຜິດຊອບ

ການສໍ້ລາດບັງຫຼວງມະຍິກມະຍ່ອຍ ຫຼຸດ​ຜ່ອນ​ຄວາມ​ໄວ້ວາງໃຈ ແລະຄວາມເຊື່ອໝັ້ນ​ຂອງ​ປະ​ຊາ​ຊົນ ​ຕໍ່ພະນັກງານ​ຂອງ​ອົງ​ການ​ບໍ​ລິ​ຫານ​ລັດ. ຖ້າ​ການ​ສໍ້​ລາດ​ບັງ​ຫຼວງ​ໃຫຍ່​ໄດ້​ທຳລາຍ​ໂຄງບົນ, “ການ​ສໍ້​ລາດ​ບັງ​ຫຼວງມະຍິກມະຍ່ອຍກຳລັງກັດເຊາະ ແລະໂຈມຕີຈາກຮາກຖານ. ຖ້າຫາກກົງຈັກຂອງລັດປຽບດັ່ງອາຄານ, ແຕ່ອາຄານຖືກທຳລາຍແລະຈົມລົງເຖິງຮາກຖານ, ຄຳຖາມຄື ອາຄານນັ້ນຈະຍັງສາມາດຢືນຢູ່ໄດ້ຫຼືບໍ? ເພາະສະນັ້ນ, ຫາກເປັນການສໍ້ລາດບັງຫຼວງກໍ່ຕ້ອງຕໍ່ສູ້ຢ່າງເດັດດ່ຽວ. ການຊີ້ນຳຂອງສະຫາຍເລຂາທິການໃຫຍ່ ມີຄວາມຊັດເຈນ ຖືກຕ້ອງ ແລະທັນການທີ່ສຸດ: ສຸມ​ໃສ່ຊີ້​ນຳນຳພາການ​ແກ້​ໄຂ​​ແລະສະກັດ​ກັ້ນ​ (ການ​ສໍ້​ລາດ​ບັງ​ຫຼວງມະຍິກມະຍ່ອຍ”) ການ​ກໍ່​ກວນ​ທີ່​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ປະຊາຊົນ ​ແລະນັກທຸລະກິດ ​ໃນ​ການ​ແກ້​ໄຂ​ວຽກ​ງານຢ່າງ​ມີ​ປະສິດທິ​ຜົນ, ລົບ​ລ້າງມັນອອກຈາກ​ກົງຈັກ​ຂອງ​ພັກ​ແລະລັດ (​ໂດຍ​ສະ​ເພາະ​ແມ່ນ ​ອົງການປ້ອງກັນແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ) ຢ່າງເດັດຂາດ(6).

ກ່ຽວກັບພະຍາດຢ້ານຮັບຜິດຊອບ”, ສະຫາຍເລຂາທິການໃຫຍ່ເນັ້ນໜັກເຖິງ ປະກົດການບາງຢ່າງຂອງພະຍາດຢ້ານຮັບຜິດຊອບ ເຊັ່ນ ການເຮັດວຽກພໍປານໃດປານໜຶ່ງໃຫ້ໄດ້ “ຕາມໜ້າທີ່” ເພື່ອບໍ່ໃຫ້ເກີດຂໍ້ບົດພ່ອງສຳຄັນໃດໆ; ຂີ້ອາຍ, ລັງເລ ໃນການແກ້ໄຂວຽກງານ, ບໍ່ມີຄວາມເຫັນ, ບໍ່ກ້າຕັດສິນໃຈໃນເລື່ອງທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບລະສິດອໍານາດຂອງຕົນ, ແຕ່ເລື່ອງໃຫຍ່ແລະເລື່ອງນ້ອຍ ກໍ່ຖືກນໍາມາສົນທະນາຮ່ວມກັນ, ລໍຖ້າ “ຄວາມຄິດເຫັນຂອງໝູ່ຄະນະ” ເພື່ອບໍ່ຫຍຸ້ງເຫຍືອງ(7);... ສາເຫດຕົ້ນຕໍຂອງພະຍາດຢ້ານຮັບຜິດຊອບແມ່ນລັດທິອັດຕະບຸກຄົນ. ທີ່ອັນຕະລາຍກວ່ານັ້ນແມ່ນທ່າທີ່ຢ້ານຮັບຜິດຊອບຂອງພະນັກງານ ສະມາຊິກຈຳນວນໜຶ່ງ ເປັນອຸປະສັກຕໍ່ວຽກງານຂອງພັກແລະລັດ, ເຮັດໃຫ້ວຽກງານຢຸດຊະງັກແລະຊັກຊ້າ, ເຮັດໃຫ້ບັນດາປັດໃຈໃໝ່ ບໍ່ສາມາດເສີມຂະຫຍາຍໄດ້, ບໍ່ສາມາດແກ້ໄຂຂໍ້ບົກພ່ອງແລະຈຸດອ່ອນໄດ້ຢ່າງທັນການ, ​ເຮັດໃຫ້ຄຸນສົມບັດແລະຄວາມສາມາດໃນການເຮັດວຽກ ຂອງພະນັກງານໂດ້ຮັບການປັບປຸງຍົກສູງຂຶ້ນຢ່າງຊັກຊ້າ(8). ເພາະສະນັ້ນການແກ້ໄຂພະຍາດຢ້ານຮັບຜິດ​ຊອບ​ກ່ອນອື່ນ​ໝົດແມ່ນຕ້ອງຕ້ານລັດທິອັດຕະບຸກຄົນ ແລະຍົກສູງຈິດໃຈປະຕິວັດຂອງພະນັກ​ງານ ສະມາຊິກພັກ, ເຮັດໃຫ້ທຸກຄົນມີຈິດໃຈແຫ່ງເສຍສະຫຼະຕົນເອງ​ເພື່ອ​ການ​ປະຕິວັດ,…”(9).

ສາມາເຫັນໄດ້ວ່າ, ສະຫາຍເລຂາທີການໃໝ່ໄດ້ກວດຊີພະຈອນຂອງພະຍາດ” ​ໄດ້​​ຢ່າງດີແລະສະເໜີແນວທາງແກ້ໄຂທີ່ຖືກຕ້ອງແມ່ນຢຳໃນຂະນະນັ້ນ, ​ແຕ່ຍັງເປັນໄປໄດ້ຢ່າງສົບູນໃນປະຈຸບັນ. ດັ່ງນັ້ນຈຶງສາມາດເວົ້າໄດ້ວ່າ ນັ້ນແມ່ນວິທີແກ້ບັນຫາທີ່ມີລະດັບຍຸດທະສາດຢ່າງແທ້ຈິງ.

ແປດບົດຮຽນທີ່ປະເສີດ

ກິດຈະການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຢູ່ບ່ອນໃດ ໃນເວລາໃດກໍຕາມ ກໍ່ມີຄວາມຫຍຸ້ງຍາກ ສັບສົນ ແລະ ດຸເດືອດ, ໂດຍສະເພາະ ໃນໄລຍະທີ່ປະເທດເຂົ້າສູ່ການປ່ຽນແປງໃໝ່, ພິເສດແມ່ນໃນ 10 ປີທີ່ຜ່ານມາ (2012-2023). ​ແຕ່, ດ້ວຍບັນດາຜົນສຳເລັດທີ່ບັນລຸໄດ້, ​ໃນນິພົນຂອງຕົນ, ສະຫາຍເລຂາທິການໃຫຍ່ໄດ້ສະຫຼຸບ, ຖອດຖອນບົດຮຽນປະສົບການຫຼາຍປະການ, ​ໃນນັ້ນມີ 8 ບົດຮຽນທີ່ມີຊີວິດຊີວາແລະປະເສີດ.

ທີໜຶ່ງ, ເຮົາຕ້ອງຮັບຮູ້ຢ່າງເລິກເຊິ່ງເຖິງຖອງກ່ຽວກັບທີ່ຕັ້ງ ຄວາມໝາຍແລະຄວາມສຳຄັນຂອງການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້, ​ເພື່ອຈາກນັ້ນເຮົາມີຄວາມຕັດສິນໃຈການເມືອງສູງ, ມີມາດຕະການທີ່ຖືກຕ້ອງແລະການກະທຳເດັດຂາດພາຍໃຕ້ການນຳພາໂດຍກົງ ລວມສູນຂອງພັກ. ສະຫາຍເລຂາທິການ​​ໃຫຍ່ຊີ້​​ໃຫ້ເຫັນວ່າ ມີຫຼາຍຄວາມຄິດເຫັນຢ້ານວ່າ, ການຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ຢ່າງຮຸນແຮງຈະສົ່ງຜົນກະທົບຕໍ່ຄວາມຂະຫຍັນຂັນແຂງ, ຄວາມກ້າຄິດ ກ້າເຮັດ! ໃນຄວາມເປັນຈິງ, ກົງກັນຂ້າມ, ພາຍໃຕ້ການນໍາພາຂອງພັກ, ຜົນສຳເລັດແລະປະສິດທິຜົນຂອງການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໄດ້ສົ່ງເສີມຄວາມຄິດສ້າງສັນ, ກ້າເວົ້າ, ກ້າຄິດ ກ້າເຮັດ ກ້າຮັບຜິດຊອບ, ຄວາມໄວ້ວາງ​​ໃຈ ແລະການສະໜັບສະໜູນ ຂອງປະຊາຊົນໄດ້ຮັບການຍົກຂຶ້ນສູ່ລະບັບສູງ.

ທີສອງການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ແມ່ນການຕໍ່ສູ້ກັບຜູ້ຮຸກຮານພາຍໃນ”. ປະທານ​​ໂຮ່ຈີມິນສອນວ່າຜູ້ຮຸກຮານພາຍໃນແມ່ນສັດຕູທີ່ເປັນອັນຕະລາຍ, ເພາະວ່າພວກເຂົາບໍ່ໄດ້ຖືດາບຫຼືປືນ, ແຕ່ພວກເຂົາຢູ່ໃນອົງການຈັດຕັ້ງຂອງພວກເຮົາ, ເພື່ອທໍາລາຍວຽກງານຂອງພວກເຮົາ(10). ບັນພະບຸລຸດຍັງມີສຸພາສິດວ່າສັດຕູໃນບ້ານນັ້ນຕໍ່ສູ້ຍາກ”; ​ເພາະສະນັ້ນ, ​ເຮົາຕ້ອງເດັດດ່ຽວ ໜຽວແໜ້ນ ມານະກ້າກັ່ນແລະ ກ້າຫານຫຼາຍຂຶ້ນ ໃນການຕໍ່ສູ້ທີ່ກຳລັງດຳເນີນຢູ່.

ທີສາມ, ພະນັກງານເປັນຮາກຖານຂອງທຸກວຽກງານ, ​ເປັນກຸນແຈແຫ່ງກຸນແຈ”, ​ແມ່ນ “​ເຫດຂອງທຸກສາເຫດ”. ບົດຮຽນນີ້ສະແດງໃຫ້ເຫັນວ່າເຮົາຕ້ອງເອົາໃຈໃສ່ເປັນພິເສດແລະໃຫ້ຄວາມສຳຄັນກັບວຽກງານພະນັກງານ;ເຊື່ອມໂຍງການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ຄວາມຫຍໍ້ທໍ້ ກັບວຽກງານການສ້າງ ປັບປຸງພັກແລະລະບົບການເມືອງ ໃຫ້ສະອາດແລະເຂັ້ມແຂງ, ສົ່ງເສີມການສຶກສາແລະການປະຕິບັດຕາມແນວຄິດ ຄຸນສົມບົດສິນທຳແລະແບບແຜນໂຮ່ຈີມິນ ຢ່າງແທດຈິງແລະມີປະສິດທິຜົນ. ຜ່ານນັ້ນ, ກັ່ນກອງແລະປັບປຸງຖັນແຖວພະນັກງານ ຕາມຄວາມຕ້ອງການຂອງວຽກງານແລະມາດຕະຖານພະນັກງານທຸກລະດັບ, ທຸກປະເພດ.

ທີສີ່ຕ້ອງສົມທົບຢ່າງແໜ້ນ​​ແຟ້ນແລະຄົບຊຸດລະຫວ່າງການປ້ອງກັນຢ່າງຕັ້ງໜ້າ ກັບການເປັນເຈົ້າການໃນການກວດພົບແລະຈັດການກັບການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຢ່າງທັນການແລະເຂັ້ມງວດ; ໃນນັ້ນ, ການປ້ອງກັນເປັນຕົ້ນຕໍ ພື້ນຖານ ແລະຍາວນານ; ການກວດພົບແລະການຈັດການມີຄວາມສຳຄັນແລະແມ່ນການບຸກທະລຸ. ນັ້ນແມ່ນບົດຮຽນໃນການຊີ້ນຳການເຄື່ອນໄຫວ. ຕາມນັ້ນ, ການກວດພົບໄວ, ການຈັດການທັນທີ ເທື່ອລະຂັ້ນຕອນ ເພື່ອປ້ອງກັນບໍ່ໃຫ້ເກີດການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ເກີດຂຶ້ນຕໍ່ໄປ; ແລະສືບຕໍ່ກວດພົບ ແລະຈັດການກັບຄະດີສໍ້ລາດບັງຫຼວງ ແລະຄະດີຄວາຍຫຍໍ້ທໍ້ ຢ່າງສົມໂທດແລະເຄັ່ງຄັດຕາມກົດໝາຍ ເພື່ອເປັນຕົວຢ່າງ ຕັກເຕືອນ ແລະກ່າວເຕືອນ.

ທີຫ້າ, ຕ້ອງຄວບຄຸມການໃຊ້ອຳນາດລັດ. ອຳນາດມັກຈະສ່ຽງຕໍ່ການຖືກ “ທຸຈະລິດ” ສະເໝີ; ການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ແມ່ນຄວາມບົກພ່ອງແຕ່ກຳເນີດ” ຂອງອຳນາດ; ດັ່ງນັ້ນ, ຕ້ອງເພີ່ມທະວີແລະຍົກສູງປະສິດທິພາບຂອງການຄວບຄຸມອຳນາດ. ນີ້ແມ່ນບົດຮຽນ ແລະແມ່ນເນື້ອໃນໜຶ່ງ ຂອງການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ. ນັ້ນແມ່ນ, ອຳນາດທັງໝົດຕ້ອງຖືກຄວບຄຸມຢ່າງເຂັ້ມງວດດ້ວຍກົນໄກ; ອຳນາດຕ້ອງຜູກມັດດ້ວຍຄວາມຮັບຜິດຊອບ; ມີອຳນາດຮອດລະດັບໃດກໍ່ຕ້ອງມີຄວາມຮັບຜິດຊອບເຖິງລະດັບນັ້ນ, ຍິ່ງມີອຳນາດສູງເທົ່າໃດ ຄວາມຮັບຜິດຊອບກໍ່ຈະຍິ່ງຫຼາຍຂຶ້ນ; ຜູ້​ໃດ​ທີ່ໃຊ້​ອຳນາດ​ໃນທາງທີ່ຜິດ ຫຼືສວຍໂອກາດເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ ຈະ​ຕ້ອງຮັບ​ຜິດ​ຊອບ​ແລະ​ຖືກ​ລົງ​ໂທດ​ສຳລັບ​ການ​ລະ​ເມີດ.

ທີຫົກສຸມໃສ່ຍົກ​ສູງ​ປະສິດທິ​ພາບແລະປະສິດທິຜົນ​ການ​ເຄື່ອນ​ໄຫວ, ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຄົບຊຸດ, ສອດຄ່ອງ, ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ ລະຫວ່າງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະຄວາມຫຍໍ້ທໍ້.

ທີເຈັດຕ້ອງເຊື່ອມໂຍງວຽກງານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ກັບການກໍ່ສ້າງແລະປັບປຸງພັກ ແລະລະບົບການເມືອງ ໃຫ້ສະອາດແລະເຂັ້ມແຂງ, ການຮ່ຳຮຽນແລະປະຕິບັດຕາມແນວຄິດ ຄຸນສົມບັດສິນທຳ ແລະແບບແຜນໂຮ່ຈີມິນ; ລະດົມກຳລັງແຮງສັງລວມຂອງລະບົບການເມືອງທັງໝົດ ແລະທົ່ວສັງຄົມໃນການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້.

ທີແປດບັນດາວິທີແກ້ໄຂການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຕ້ອງສອດຄ່ອງກັບສະພາບການແລະຄວາມຕ້ອງການຂອງການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ຫວຽດນາມ ແລະມູນເຊື້ອວັດທະນະທຳຂອງຊາດ; ຄັດເລືອກຮັບເອົາບົດຮຽນຈາກຕ່າງປະເທດ; ສືບທອດບົດຮຽນຂອງໄລຍະຜ່ານມາ.

ຫ້າ​ໜ້າ​ທີ່​ສຳຄັນ​ໃນ​ໄລຍະ​ໃໝ່

ສະຫາຍເລຂາທິການໃຫຍ່ ​ໄດ້​ຊີ້ໃຫ້ເຫັນ 5 ໜ້າທີ່​ຫຼັກ ສຳ​ຄັນ ແລະ ຮອບ​ດ້ານ​ສຳລັບ​ໄລ​ຍະ​ໃໝ່.

ທີໜຶ່ງຕ້ອງສຸມໃສ່ການກໍ່ສ້າງແລະປັບປຸງພັກ, ຍົກສູງຄວາມຮັບຮູ້ ຄວາມຜິດຊອບ ຄວາມປະຈັນບານນຳໜ້າ ແລະຄວາມເປັນແບບຢ່າງ, ສ້າງວັດທະນະທຳແຫ່ງຄວາມຊື່ສັດ, ບໍ່ສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໃນພະນັກງານ ສະມາຊິກພັກ ແລະປະຊາຊົນ, ກ່ອນອື່ນໝົດແມ່ນ ຄວາມເປັນແບບຢ່າງ ຄວາມເດັດດ່ຽວ ການເວົ້າຄວບຄູ່ກັບການກະທຳ ຂອງຫົວໜ້າແລະແກນນຳທຸກລະດັບ, ທຸກຂະແໜງການ ອົງການ ການຈັດຕັ້ງ ໜ່ວຍງານ ແລະທ້ອງຖິ່ນ ໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ການສ້າງແລະປັບປຸງພັກລວມເຖິງການສ້າງແລະປັບປຸງອົງການຈັດຕັ້ງພັກ ແລະ ການສ້າງແລະປັບປຸງພະນັກງານ ສະມາຊິກພັກ. ໃນໜ້າທີ່ນີ້, ບົດບາດຂອງພະນັກງານ ສະມາຊິກພັກໄດ້ຮັບການເນັ້ນໜັກດ້ວຍຄວາມໝາຍພຶດຕິກຳ, “ພະນັກງານແມ່ນຮາກຖານຂອງທຸກວຽກງານ, ເປັນກຸນແຈແຫ່ງກຸນແຈ”, ແມ່ນ “​ເຫດຂອງທຸກສາເຫດ””(11). ມາດຕະການໃນການປະຕິບັດໜ້າທີ່ນີ້ ມີການກຳນົດໄວ້ຢ່າງແລະສະເພາະໃນມະຕິເລກທີ 21-NQ/TW ລົງວັນທີ 16 ມິຖຸນາ 2022 ຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ XIII ວ່າດ້ວຍການເພີ່ມທະວີການປັບປຸງແລະກໍ່ສ້າງອົງການຈັດຕັ້ງຮາກຖານພັກ ແລະຍົກສູງຄຸນນະພາບຂອງຖັນແຖວສະມາຊິກພັກໃນໄລຍະໃໝ່”, ນັ້ນແມ່ນຍູ້ແຮງການອົບຮົມສຶກສາຄຸນສົມບັດປະຕິວັດ, ຍົກສູງສະຕິໃນການຝຶກຝົນຫຼໍ່ຫຼອມຄວາມກ້າຫານທາງການເມືອງ, ຄຸນທຳຈະລິຍະທຳ, ວິຖີຊີວິດ,  “ໄຕ່ຕອງຕົນເອງ ແລະ “ແກ້ໄຂຕົນເອງ” ເພື່ອເຊີດຊູກຽດສັກສີແລະຄວາມນັບຖືຕົນເອງ ຂອງສະມາຊິກພັກ ແລະ ປ່ຽນແປງໃໝ່ ວຽກງານການປະເມີນແລະຈັດປະເພດຄຸນນະພາບສະມາຊິກພັກ... ດຳເນີນການກວດສອບແລະກັ່ນກອງສະມາຊິກພັກຢ່າງເປັນປະຈຳ, ເດັດດ່ຽວ​ປົດ​ສະມາຊິກ​ພັກ​ທີ່​ບໍ່​ມີ​ຄຸນສົມບັດເໝາະສົມອອກ​ຈາກ​ພັກ; ຈັດການແກ້​ໃນທັນທີຕໍ່ສະ​ມາ​ຊິກ​ພັກ​ທີ່ບໍ່ສຳເລັດໜ້າທີ່, ສະມາຊິກພັກທີ່ລະເມີດລະບຽບວິໄນຂອງພັກແລະກົດໝາຍຂອງລັດ, ສະມາຊິກພັກທີ່ບໍ່ເປັນແບບຢ່າງ ແລະມີກຽດສັກສີຕໍ່າ”. ໃນນັ້ນ, ຫົວໜ້າແມ່ນມີບົດບາດສຳຄັນພິເສດ, ຕາມທີ່ກຳນົດໄວ້ໃນມາດຕາ 70 ຂອງກົດໝາຍວ່າດ້ວຍການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ: ເປັນແບບຢ່າງ, ຊື່ສັດທ່ຽງທຳ, ປະຕິບັດຢ່າງເຂັ້ມງວດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ກົດລະບຽບການປະພຶດ, ກົດຈັນຍາບັນວິຊາຊີບ, ກົດຈັນຍາບັນທາງທຸລະກິດ ແລະ ຮັບຜິດຊອບເມື່ອເກີດການສໍ້ລາດບັງຫຼວງໃນສຳນັກງານ ອົງການ ໜ່ວຍງານພາຍໃຕ້ການຄຸ້ມຄອງແລະຮັບຜິດຊອບຂອງຕົນ”. ດັ່ງນັ້ນ, ການສ້າງແລະປັບປຸງພັກໃຫ້ຄ່ອຍໆ ມີຖັນແຖວສະມາຊິກພັກທີ່ມີກຳລັງແຮງສູ້ຮົບທີ່ເຂັ້ມແຂງແຮງກ້າ ເພື່ອເປັນປັດໄຈຊີ້ຂາດໃນຄວາມສາມາດນຳພາຂອງອົງການພັກ, ໂດຍສະເພາະ ໃນດ້ານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ.

ທີສອງສືບ​ຕໍ່​ກໍ່ສ້າງ​ແລະປັບປຸງ​ບັນດາສະ​ຖາ​ບັນ​ທີ່​ສົມບູນ​ ກ່ຽວ​ກັບ​ການ​ກໍ່ສ້າງແລະປັບປຸງ​ພັກ, ການຄຸ້ມ​ຄອງ​ເສດຖະກິດ-ສັງຄົມ, ການປ້ອງ​ກັນ​ແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງແລະຄວາມຫຍໍ້ທໍ້; ແກ້ໄຂຄວາມບໍ່ພຽງພໍໂດຍທັນທີ, ປິດ “ຊ່ອງຫວ່າງ” ແລະ “ຊ່ອງໄຫວ່” ແລະ ປັບປຸງຍົກສູງປະສິດທິພາບຂອງການຈັດຕັ້ງແລະດຳເນີນການສະຖາບັນທີ່ບໍ່ສາມາດ ສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ໄດ້. ໃນໜ້າທີ່ນີ້ ມີບັນຫາຂ້ອນຂ້າງໃຫຍ່ ແລະສັບສົນຫຼາຍ, ຄືປະກົດການຂອງ “ການສໍ້ລາດບັງຫຼວງນະໂຍບາຍ ກົດໝາຍ” ໃນການສ້າງສະຖາບັນ ເຊິ່ງຕ້ອງພະຍາຍາມແກ້ໄຂໂດຍໄວ.

ທີສາມ, ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາ, ກວດການ, ກວດສອບບັນຊີ; ຍູ້ແຮງການສືບສວນ, ການດຳເນີນຄະດີ, ການພິຈາລະນາຄະດີ ແລະ ການບັງຄັບໃຊ້ຄຳພິພາກສາ; ການກວດພົບຕັ້ງແຕ່ຕົ້ນ ແລະການຈັດການຄະດີສໍ້ລາດບັງຫຼວງຢ່າງເຂັ້ມງວດ, ຜ່ານນັ້ນ ແຈ້ງເຕືອນແລະກ່າວເຕືອນ ບໍ່ໃຫ້ຜູ້ໃດກ້ານສໍ້ລາດບັງຫຼວງ ຫຼືມີການກະທຳຫຍໍ້ທໍ້; ປັບປຸງຍົກສູງປະສິດທິພາບການກູ້ຄືນຊັບສິນທີ່ເສຍຫາຍຈາກການສໍ້ລາດບັງຫຼວງ. ໃນໜ້າທີ່ນີ້, ສະຫາຍເລຂາທິການໃຫຍ່ໄດ້ຮຽກຮ້ອງອີກເທື່ອໜຶ່ງ ໃຫ້ບັນດາອົງການທີ່ມີພາລະບົດບາດແລະໜ້າທີ່ໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຕ້ອງຝຶກຝົນເຈດຈຳນົງການຕໍ່ສູ້ ເພື່ອປະຕິບັດໜ້າທີ່ຂອງຕົນໄດ້ດີກວ່າອີກ. ເມື່ອຄົ້ນພົບການລະເມີດຕ້ອງຈັດການຢ່າງເດັດດ່ຽວ ເຄັ່ງຄັດແລະພ້ອມກັນ ລະຫວ່າງວິໄນຂອງພັກ, ວິໄນການບໍລິຫານຂອງລັດ ວິໄນຂອງອົງການມວນຊົນ ແລະການລົງໂທດທາງອາຍາ ໂດຍບໍ່ມີຂອບເຂດຈຳກັດ ແລະບໍ່ມີຂໍ້ຍົກເວັ້ມ, ບໍ່ວ່າບຸກຄົນນັ້ນຈະເປັນໃຜ ແລະ ບໍ່ຢູ່ພາຍໃຕ້ອິດທິພົນທີ່ບໍ່ບໍລິສຸດຂອງອົງການຫຼືບຸກຄົນໃດໆ.

ທີສີ່, ສືບຕໍ່ປັບປຸງບູລະນະແລະປະຕິບັດກົດລະບຽບກ່ຽວກັບການເປີດເຜີຍ ໂປ່ງໃສ ແລະຄວາມຮັບຜິດຊອບໃນການອະທິບາຍລາຍງານການເຄື່ອນໄຫວ ຂອງອົງການ ການຈັດຕັ້ງ ໜ່ວຍງານ; ຄວບຄຸມຊັບສິນແລະລາຍໄດ້ຂອງຜູ້ດຳລົງຕຳແໜ່ງແລະອຳນາດຢ່າງມີປະສິດທິພາບ; ການປະຕິຮູບການບໍລິຫານ; ສ້າງຖັນແຖວພະນັກງານທີ່ມີ​ຄຸນວຸດທິ ຄວາມສາມາດ ​ແລະມີ​ຊື່​ສຽງ​ ທີ່​ສອດຄ່ອງ​ກັບ​ວຽກ​ງານ​ຂອງ​ຕົນ​ໃນ​ໄລຍະ​ໃໝ່ ​ແລະ ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ການ​ໃຊ້​ອຳນາດ.

ທີຫ້າ, ສືບຕໍ່ປັບປຸງລະບົບຈັກ; ປັບປຸງຂີດຄວາມສາມາດແລະປະສິດທິພາບການເຄື່ອນໄຫວຂອງອົງການ, ໜ່ວຍງານທີ່ມີພາລະບົດບາດປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ; ຂະຫຍາຍແລະປັບປຸງຍົກສູງປະສິດທິຜົນຂອງການຮ່ວມມືສາກົນ, ຜັນຂະຫຍາຍການເຄື່ອນໄຫວປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ ໃນພາກສ່ວນທີ່ບໍ່ແມ່ນພາກລັດ ຢ່າງມີປະສິດທິພາບ./.

------------------------

(1) .ອີ. ເລນິນນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2006, ເຫຼັ້ມ 44, ໜ້າ 218.

(2) ໂຮ່ຈີມິນນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 6, ໜ້າ 127

(3) ຫງວຽນຝູຈ້ອງ“ຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້ ຢ່າງເດັດດ່ຽວໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງເຮົາ ໃຫ້ສະອາດ ແລະໝັ້ນຄົງເຂັ້ມແຂງຍິ່ງຂຶ້ນ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 431.

(4) ກົດລະບຽບເລກທີ 37-QĐ/TW ລົງວັນທີ 25 ຕຸລາ 2021 ຂອງຄະນະບໍລິຫານງານສູນກາງພັກກ່ຽວກັບສິ່ງທີ່​ສະມາຊິກ​ພັກບໍ່ໄດ້ຮັບອະນຸຍາດໃຫ້​ເຮັດ”; ກົດລະບຽບເລກທີ 41-QĐ/TW ລົງວັນທີ 3 ພຶດສະພາ 2021 ຂອງຄະນະບໍລິຫານງານສູນກາງພັກກ່ຽວກັບການເລີກງານ ແລະການລາອອກຂອງພະນັກງານ”; ກົດລະບຽບເລກທີ 69-QĐ/TW ລົງວັນທີ 6 ມິຖຸນາ 2022 ຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍວິໄນຕໍ່ອົງການພັກແລະສະມາຊິກພັກທີ່ລະເມີດ”; ກົດລະບຽບເລກທີ 96-QĐ/TW ລົງວັນທີ 2 ກຸມພາ 2023 ຂອງຄະນະບໍລິຫານງານສູນກາງພັກກ່ຽວກັບການເອົາຄະແນນສຽງໄວ້ວາງໃຈໃນຕຳແໜ່ງ, ຕຳແໜ່ງຜູ້ນຳ ແລະຜູ້ຄຸ້ມຄອງບໍລິຫານໃນລະບົບການເມືອງ ແລະ ຂໍ້ບັງຄັບອື່ນໆອີກຫຼາຍຢ່າງ...

(5) ຫງວຽນຝູຈ້ອງ“ຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້ ຢ່າງເດັດດ່ຽວໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງເຮົາ ໃຫ້ສະອາດ ແລະໝັ້ນຄົງເຂັ້ມແຂງຍິ່ງຂຶ້ນ, ປຶ້ມທີ່ໄດ້ແນະນຳ, ໜ້າ 20.

(6), (7), (8), (9) ຫງວຽນຝູຈ້ອງ“ຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້ ຢ່າງເດັດດ່ຽວໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງເຮົາ ໃຫ້ສະອາດ ແລະໝັ້ນຄົງເຂັ້ມແຂງຍິ່ງຂຶ້ນ, ປຶ້ມທີ່ໄດ້ແນະນຳ, ໜ້າ 197, 466-467, 468, 469-470

(10) ໂຮ່ຈີມິນນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 6, ໜ້າ 127.

(11) ຫງວຽນຝູຈ້ອງ“ຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະຄວາມຫຍໍ້ທໍ້ ຢ່າງເດັດດ່ຽວໜຽວແໜ້ນ, ປະກອບສ່ວນກໍ່ສ້າງພັກແລະລັດຂອງເຮົາ ໃຫ້ສະອາດ ແລະໝັ້ນຄົງເຂັ້ມແຂງຍິ່ງຂຶ້ນ, ປຶ້ມທີ່ໄດ້ແນະນຳ, ໜ້າ 37.

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1021 (ເດືອນກັນຍາ 2023)