ເພີ່ມທະວີວຽກງານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ,
ການສິ້ງເປືອງ ແລະ ຄວາມຫຍໍ້ທໍ້ ເພື່ອປະກອບສ່ວນກໍ່ສ້າງພັກ
ແລະລະບົບການເມືອງທີ່ສະອາດ ແລະ ເຂັ້ມແຂງໃນຍຸກໃໝ່
ການສິ້ງເປືອງ ແລະ ຄວາມຫຍໍ້ທໍ້ ເພື່ອປະກອບສ່ວນກໍ່ສ້າງພັກ
ແລະລະບົບການເມືອງທີ່ສະອາດ ແລະ ເຂັ້ມແຂງໃນຍຸກໃໝ່
ໃນວັນທີ 18 ມີນາ 2026, ທ່ານເລຂາທິການໃຫຍ່ ໂຕເລີມ, ຫົວໜ້າຄະນະຊີ້ນຳສູນກາງ, ເປັນປະທານກອງປະຊຸມຄະນະປະຈຳຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້. ພາບ: TTXVN
ໃນຊຸມປີຕົ້ນໆຂອງກິດຈະການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ລະບຸວ່າ ການຕໍ່ສູ້ກັບການສໍ້ລາດບັງຫຼວງເປັນອົງປະກອບສຳຄັນໃນການຕໍ່ສູ້ປະຕິວັດທັງໝົດ ເຊິ່ງປະກອບສ່ວນເຂົ້າໃນການເສີມຂະຫຍາຍບົດບາດການນຳພາຂອງພັກ, ເສີມສ້າງປະສິດທິຜົນຂອງການຄຸ້ມຄອງລັດ, ກໍ່ສ້າງພັກແລະປັບປຸງກົນໄກລັດໃຫ້ສະອາດແລະເຂັ້ມແຂງ ແລະປະຕິບັດສິດທິປະຊາທິປະໄຕຂອງປະຊາຊົນ(3). ຕະຫຼອດໄລຍະເວລາ 35 ປີແຫ່ງການດຳເນິນກິດຈະການປ່ຽນແປງໃໝ່, ພັກໄດ້ລະບຸວ່າ ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະການສິ້ນເປືອງ ເປັນໜ້າທີ່ສຳຄັນຢ່າງຍິ່ງໃນວຽກງານການກໍ່ສ້າງແລະປັບປຸງພັກ, ສ້າງລະບົບການເມືອງທີ່ສະອາດແລະເຂັ້ມແຂງ ແລະປັບປຸງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ. ໂດຍສະເພາະ, ຫຼັງຈາກການຈັດຕັ້ງປະຕິບັດມະຕິເລກທີ 04-NQ/TW, ລົງວັນທີ 21 ສິງຫາ 2006, ຂອງກອງປະຊຸມເຕັມຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ X "ກ່ຽວກັບການເພີ່ມທະວີການນຳພາຂອງພັກໃນວຽກງານການປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ ແລະການສິ້ນເປືອງ” (ມະຕິເລກທີ 3 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ X) ມາເປັນເວລາ 20 ປີ, ຄວາມເຂົ້າໃຈ, ທິດສະດີ, ຫຼັກການ, ແນວທາງ ແລະວິທີການໃນການປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ ໄດ້ມີຄວາມສົມບູນຂຶ້ນເລື້ອຍໆ. ການສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ (ປະຈຸບັນແມ່ນຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້) ເຊິ່ງມີເລຂາທິການໃຫຍ່ເປັນປະທານ ແລະ ການສ້າງຕັ້ງຄະນະຊີ້ນຳລະດັບແຂວງແລະນະຄອນທີ່ຢູ່ພາຍໃຕ້ການບໍລິຫານໂດຍສູນກາງ ດ້ານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະປະກົດການຫຍໍ້ທໍ້ ໄດ້ປະກອບສ່ວນຮັບປະກັນການນຳພາໂດຍກົງ ແລະຮອບດ້ານຂອງພັກໃນວຽກງານນີ້. ພ້ອມກັນນັ້ນ, ຈາກປະສົບການຕົວຈິງ, ຂອບເຂດຂອງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະປະກົດການຫຍໍ້ທໍ້ ໄດ້ຂະຫຍາຍກວ້າງອອກໄປ ໂດຍຂະຫຍາຍກິດຈະກຳຕໍ່ຕ້ານການສໍ້ລາດບັງຫຼວງ ແລະການສິ້ນເປືອງອອກໄປນອກພາກລັດ ເພື່ອຮັບປະກັນຄວາມຄອບຄຸມຢ່າງທົ່ວເຖິງ ແລະຕໍ່ຕ້ານການສໍ້ລາດບັງຫຼວງທີ່ຕົ້ນຕໍ. ການຕໍ່ສູ້ດັງກ່າວໄດ້ກາຍເປັນການເຄື່ອນໄຫວແຂງແຮງທົ່ວປະເທດ ຕັ້ງແຕ່ລະດັບສູນກາງ ຈົນເຖິງລະດັບທ້ອງຖິ່ນ, ໂດຍມີການເຂົ້າຮ່ວມຂອງລະບົບການເມືອງທັງໝົດ ແລະການສະໜັບສະໜູນຢ່າງເປັນເອກະພາບຂອງປະຊາຊົນ. ດັ່ງນັ້ນ, ລະບຽບວິໄນແລະຄວາມເປັນລະບຽບພາຍໃນພັກ ແລະ ການຄວບຄຸມອຳນາດ ໄດ້ຮັບການເພີ່ມທະວີໃຫ້ເຂັ້ມແຂງຫຼາຍຂຶ້ນ, ໂດຍມີການຈັດການທີ່ສອດຄ່ອງກັບລະບຽບການຂອງພັກແລະກົດໝາຍ.
ວຽກງານການກວດຈັບ, ສືບສວນ, ດຳເນີນຄະດີ ແລະຕັດສິນຄະດີສໍ້ລາດບັງຫຼວງ ໄດ້ມີການປ່ຽນແປງໄປໃນທາງທີ່ດີຂຶ້ນຫຼາຍຢ່າງ, ໂດຍມີການປະສານງານ ແລະມີປະສິດທິພາບຫຼາຍຂຶ້ນ, ຕັ້ງແຕ່ການຮັບຮູ້, ທັດສະນະ ແລະວິທີການ ໄປຈົນເຖິງມາດຕະການຕ່າງໆ. ຜ່ານກອງປະຊຸມໃຫຍ່ຂອງພັກທີ່ຜ່ານມາ, ຫຼັກການຈັດການຢ່າງເຂັ້ມງວດແຕ່ມີມະນຸດສະທຳແລະຊັກຊວນໃຈ, ພ້ອມກັບແຜນນະໂຍບາຍການຈຳແນກ ແລະແຍກແຍະຜູ້ຕ້ອງຫາໃນຄະດີ ເພື່ອພິສູດຄວາມຜິດກ່ຽວກັບການສໍ້ລາດບັງຫຼວງ ໂດຍສະແດງໃຫ້ເຫັນເຖິງອົງປະກອບຂອງຜົນປະໂຫຍດສ່ວນຕົນ ແລະ ການຍັກຍອກຊັບ ໃນຄະດີເສດຖະກິດ, ການສໍ້ລາດບັງຫຼວງ ແລະ ການປະພຶດຜິດຂອງເຈົ້າໜ້າທີ່ ພ້ອມທັງສົ່ງເສີມການແກ້ໄຂຜົນທີ່ຕາມມາຢ່າງເປັນເຈົ້າການ ໄດ້ປະກອບສ່ວນໃຫ້ລັດສາມາດກູ້ຄືນຊັບສິນທີ່ສໍ້ລາດບັງຫຼວງ ແລະຍັກຍອກໄປໄດ້ດີຍິ່ງຂຶ້ນ ແລະວ່ອງໄວກວ່າເດີມ.
ປະສົບການຕົວຈິງໃນການຕໍ່ສູ້ກັບການສໍ້ລາດບັງຫຼວງ, ກາສິ້ນເປືອງ ແລະ ຄວາມຫຍໍ້ທໍ້ໃນອະດີດໄດ້ຢືນຢັນວ່າ “ບໍ່ມີເຂດຫ້າມ”, “ບໍ່ມີຂໍ້ຍົກເວັ້ນ” ແລະ ມີຜົນໃນການກີດຂວາງ ແລະເຕືອນໄພຢ່າງແຮງໃນສັງຄົມ ແລະໃນລະບົບການເມືອງ; ຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບການປົກຄອງໄດ້ຮັບການເສີມຂະຫຍາຍ. ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ ໄດ້ກາຍເປັນເນື້ອໃນຫຼັກຂອງວຽກງານກໍ່ສ້າງແລະປັບປຸງພັກ. ທ່ານເລຂາທິການໃຫຍ່ ປະທານປະເທດ ໂຕເລິມ, ໃນກອງປະຊຸມລະດັບຊາດສະຫຼຸບວຽກງານຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ ໃນລະຫວ່າງກອງປະຊຸມໃຫຍ່ຜູ້ແທນທົ່ປະເທດຂອງພັກ ຄັ້ງທີ XIII ໄດ້ກ່າວຢ່າງຈະແຈ້ງວ່າ: "ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ຄວາມຫຍໍ້ທໍ້ ບໍ່ໄດ້ເປັນອຸປະສັກ, ແຕ່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ; ການຈັດການກັບພະນັກງານທີ່ກະທຳຜິດບໍ່ໄດ້ເຮັດໃຫ້ພັກອ່ອນແອລົງ, ແຕ່ເຮັດໃຫ້ພັກຂອງເຮົາເຂັ້ມແຂງຂຶ້ນ"(5). ການກໍ່ສ້າງແລະປັບປຸງພັກເພື່ອປັບປຸງຄວາມສາມາດໃນການນຳພາ, ຄວາມສາມາດໃນການກຳອຳນາດ ແລະກຳລັງແຮງສູ້ຮົບຂອງພັກ; ການຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ ຕ້ອງຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາປະເທດ ແລະເປົ້າໝາຍສູງສຸດແມ່ນ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ເປັນປະຊາທິປະໄຕ ແລະ ມີອາລະຍະທຳ, ປະກອບສ່ວນຢ່າງຕັ້ງໜ້າໃນການນຳພາຊາດ ແລະປະເທດຂອງພວກເຮົາເຂົ້າສູ່ຍຸກໃໝ່.
ຫຼັງຈາກດຳເນີນກິດຈະການປ່ຽນແປງໃໝ່ມາ 40 ປີ, ຄວາມເຂັ້ມແຂງ, ທ່າແຮງ, ສະຖານະ ແລະ ກຽດສັກສີສາກົນຂອງປະເທດໄດ້ຮັບການຍົກລະດັບຂຶ້ນ, ເຊິ່ງເປັນຮາກຖານສຳຄັນທີ່ເຮັດໃຫ້ປະເທດຊາດຈະເລີນຮຸ່ງເຮືອງໃນຍຸກໃໝ່. ຢ່າງໃດກໍ່ຕາມ, ປະເທດຍັງຄົງປະເຊີນກັບຄວາມຫຍຸ້ງຍາກ ແລະຄວາມທ້າທາຍຫຼາຍຢ່າງ, ເຊິ່ງບາງສ່ວນມີຄວາມຮຸນແຮງກວ່າ ແລະຮ້າຍແຮງກວ່າໃນອະດີດ, ໂດຍສະເພາະ ໄພອັນຕະລາຍທັງສີ່ປະການທີ່ພັກໄດ້ຊີ້ໃຫ້ເຫັນ ເຊິ່ງໄດ້ຮັບການແກ້ໄຂຜ່ານຜ່າເທື່ອລະກ້າວ, ແຕ່ບາງດ້ານຍັງພັດທະນາໄປໃນລັກສະນະທີ່ສັບສົນ(6). ຜ່ານການສະຫຼຸບຜົນການຈັດຕັ້ງປະຕິບັດມະຕິເລກທີ 3 ຂອງຄະນະບໍລິຫານງານສູນກາງພັກ (ສະໄໝທີ X) ເປັນເວລາ 20 ປີ ໄດ້ກຳນົດວ່າ ຄຽງຄູ່ກັບຜົນສຳເລັດທີ່ບັນລຸໄດ້ນັ້ນ, ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະຄວາມທ້າທາຍທີ່ສຳຄັນຫຼາຍຢ່າງ. ຂອບສະຖາບັນແລະກົດໝາຍໃນບາງຂົງເຂດຍັງມີຊ່ອງໂຫວ່ ແລະຂໍ້ບົດພ່ອງ. ການຈັດຕັ້ງປະຕິບັດມາດຕະການປ້ອງກັນບາງຢ່າງຍັງບໍ່ເປັນຮູບປະທຳ ຫຼືມີປະສິດທິພາບ. ການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ໃນບາງຂົງເຂດ ຍັງມີຄວາມສັບສົນ ແລະຮ້າຍແຮງ, ເຮັດໃຫ້ສາທາລະນະຊົນ ແລະປະຊາຊົນບໍ່ພໍໃຈ.
ເພື່ອພັດທະນາປະເທດໃນຍຸກໃໝ່ໃຫ້ສອດຄ່ອງກັບ 2 ເປົ້າໝາຍຍຸດທະສາດ 100 ປີ ຂອງປະເທດ(7), ຮຽກຮ້ອງໃຫ້ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ ຕ້ອງຕອບສະໜອງຄວາມຕ້ອງການໃໝ່. ດັ່ງນັ້ນ, ຕັ້ງແຕ່ຕົ້ນອາຍຸການຂອງຄະນະບໍລິຫານງານສູນກາງພັກຊຸດທີ XIV, ກອງປະຊຸມຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ໄດ້ອອກມະຕິເລກທີ 04-NQ/TW "ກ່ຽວກັບການສືບຕໍ່ເພີ່ມທະວີການນຳພາຂອງພັກໃນວຽກງານການປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ໃນໄລຍະໃໝ່” (ຫຍໍ້ວ່າມະຕິເລກທີ 04-NQ/TW). ມະຕິດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈໃນການສ້າງຄວາມກ້າວໜ້າຢ່າງເຂັ້ມແຂງ ແລະການບຸກທະລຸທີ່ສຳຄັນ ໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະການສິ້ນເປືອງໃນຍຸກໃໝ່ ດ້ວຍຄວາມຄິດແລະວິທີການໃໝ່ໆຢ່າງເດັດດ່ຽວແລະຕໍ່ເນື່ອງ. ດ້ວຍວັດຖຸປະສົງທີ່ລະບຸໄວ້ຄື ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ກຳຈັດການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ ຢ່າງເດັດດ່ຽວແລະຕໍ່ເນື່ອງ, ໃນຂະນະດຽວກັນກໍ່ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ຮັບໃຊ້ເປົ້າໝາຍການເຕີບໂຕທາງເສດຖະກິດສອງຕົວເລກຢ່າງຕໍ່ເນື່ອງໃນອີກຫຼາຍປີຂ້າງໜ້າ ແລະ ສອດຄ່ອງກັບຄວາມຕ້ອງການຂອງການພັດທະນາທີ່ວ່ອງໄວ ແລະຍືນຍົງ; ປະກອບສ່ວນສ້າງສະພາບແວດລ້ອມທີ່ໂປ່ງໃສ ແລະກອບກົດໝາຍທີ່ປອດໄພ ເພື່ອໃຫ້ປະຊາຊົນ ແລະວິສາຫະກິດສ່ວນໃຫຍ່ສາມາດລົງທຶນ, ຜະລິດ ແລະ ດຳເນີນທຸລະກິດໄດ້ຢ່າງໝັ້ນໃຈ; ສະໜັບສະໜູນໃຫ້ພະນັກງານ ແລະສະມາຊິກພັກມີຄວາມກ້າຫານໃນການປ່ຽນແປງໃໝ່ປະດິດສ້າງ, ກ້າຄິດ ແລະກ້າກະທຳ ເພື່ອຜົນປະໂຫຍດສ່ວນລວມ; ແລະ ຮັບປະກັນວ່າບຸກຄົນທີ່ບໍ່ຊື່ສັດ, ສໍ້ໂກງ ແລະໄຮ້ຈະລິຍະທຳຈະຢ້ານກົວ ແລະບໍ່ກ້າກະທຳຜິດ.
ໜ້າທີ່ແລະວິທີແກ້ໄຂໃນໄລຍະໃໝ່ຈຳເປັນຕ້ອງສືບທອດ, ພັດທະນາ ແລະ ເສີມທິດນຳ, ຫຼັກການ, ມາດຕະການ ແລະ ວິທີການໃໝ່ໆ ໃນວຽກງານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ໍ້ທໍ້ຈາກອະດີດ ແລະ ຕ້ອງກຳນົດຈຸດສຸມ, ຂອດບຸກທະລຸ ແລະບັນຫາທີ່ຍັງຄົງຄ້າງຢູ່ ໃຫ້ຖືກຕ້ອງ ເພື່ອສຸມໃສ່ນຳພາ ຊີ້ນຳ, ໂດຍສະເພາະໃນການຈັດຕັ້ງປະຕິບັດທັດສະນະ 5 ປະການ ແລະ ໜ້າທີ່ແລະວິທີແກ້ໄຂ 7 ປະການທີ່ລະບຸໄວ້ໃນມະຕິເລກທີ 04-NQ/TW. ວິທີແກ້ໄຂທີ່ສຳຄັນແມ່ນ:
ທີໜຶ່ງ, ພັກສືບຕໍ່ນໍາພາໂດຍກົງ ແລະ ຮອບດ້ານໃນການຕໍ່ສູ້ກັບການສໍ້ລາດບັງຫຼວງ, ການສິນເປືອງແລະຄວາມຫຍໍ້ທໍ້ທຸກລະດັບ; ສືບຕໍ່ເພີ່ມທະວີລະບຽບວິໄນ ແລະຄວາມເປັນລະບຽບຮຽບຮ້ອຍພາຍໃນພັກ, ເສີມຂະຫຍາຍລັກສະນະເປັນແບບຢ່າງ ແລະຄວາມຮັບຜິດຊອບ, ໂດຍສະເພາະຄວາມຮັບຜິດຊອບຂອງຫົວໜ້າຄະນະພັກ.
ໃນການປະຕິບັດຕົວຈິງ, ຜົນຂອງການຕໍ່ສູ້ກັບການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ນັ້ນ ສ່ວນຫຼາຍຂຶ້ນຢູ່ກັບບົດບາດ ແລະຄວາມຮັບຜິດຊອບຂອງຜູ້ນຳໃນທຸກລະດັບ. ດັ່ງນັ້ນ, ມະຕິເລກທີ 04-NQ/TW ໄດ້ກຳນົດຄວາມຕ້ອງການແລະໜ້າທີ່ສຳລັບຄະນະພັກ, ອົງການຈັດຕັ້ງພັກ ແລະຜູ້ນຳ ໃນການຊີ້ນຳໂດຍກົງ, ປ້ອງກັນຢ່າງແຂງຂັນ, ກວດກາຕົນເອງເປັນປະຈຳ, ຕິດຕາມກວດກາ, ກວດພົບ ແລະ ຈັດການກັບການສໍ້ລາດບັງຫຼວງ, ການສິ້ນເປືອງ, ຄວາມຫຍໍ້ທໍ້, ການເສື່ອມໂຊມທາງດ້ານແນວຄິດການເມືອງ, ການເສື່ອມໂຊມດ້ານສິນທຳ, ການເສື່ອມໂຊມດ້ານວິຖີຊີວິດ, "ການປ່ຽນແປງຕົນເອງ" ແລະ "ການຫັນປ່ຽນຕົນເອງ" ພາຍໃນພັກ ໂດຍເລີ່ມຕົ້ນຈາກລະດັບຮາກຖານ ແລະໜ່ວຍພັກ. ລົງໂທດຢ່າງເຂັ້ມງວດຕໍ່ຜູ້ນຳທີ່ຂາດຄວາມຮັບຜິດຊອບ, ລະເລີຍການນຳພາ ການຊີ້ນຳແລະການຄຸ້ມຄອງ, ບໍ່ດຳເນີນກວດກາແລະຕິດຕາມກວດກາ ເຊິ່ງນຳໄປສູ່ການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້, ຫຼື ຜູ້ທີ່ປົກປິດຫຼືຂັດຂວາງການກວດຈັບ ແລະຈັດການກັບການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້; ໃນເວລາດຽວກັນ, ຄວນມີກົນໄກເພື່ອສົ່ງເສີມ ແລະປົກປ້ອງອົງການຈັດຕັ້ງ, ບຸກຄົນ ແລະ ຜູ້ນຳທີ່ກວດຈັບ ແລະຈັດການກັບການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ ພາຍໃນສຳນັກງານ, ໜ່ວຍງານ, ອົງການຈັດຕັ້ງ.
ເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບຂອງໜ່ວຍພັກ ແລະ ອົງການຈັດຕັ້ງພັກຂັ້ນຮາກຖານ; ເພີ່ມທະວີການຄຸ້ມຄອງ ແລະຕິດຕາມກວດກາການປະຕິບັດໜ້າທີ່ ແລະການພົວພັນທາງສັງຄົມຂອງສະມາຊິກພັກ; ເປັນເຈົ້າການໃນການປ້ອງກັນ, ດຳເນີນການກວດກາ, ຕິດຕາມກວດກາ ແລະຈັດການກັບສັນຍານຂອງການລະເມີດ, ການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ຄວາມຫຍໍ້ທໍ້ຢ່າງທັນທ່ວງທີ. ມາດຕະການການສຶກສາທີ່ດີທີ່ສຸດແມ່ນການປະພຶດທີ່ເປັນແບບຢ່າງ, ຄວາມຮັບຜິດຊອບ ແລະ ການເວົ້າໄປຄຽງຄູ່ກັບການກະທຳ ຂອງຜູ້ນຳແລະຄະນະຜູ້ບໍລິຫານໃນທຸກລະດັບ, ຂະແໜງການ, ອົງການຈັດຕັ້ງ, ໜ່ວຍງານ ແລະທ້ອງຖິ່ນ ໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້. ພວກເຮົາຕ້ອງພະຍາຍາມສ້າງຄວາມຍຸຕິທຳ ແລະ ຄວາມສົມດຸນທີ່ເໝາະສົມລະຫວ່າງສິດອຳນາດ ແລະ ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ຂອງພວກເຮົາ.
ທີສອງ, ເພີ່ມທະວີການກໍ່ສ້າງ ແລະ ປັບປຸງສະຖາບັນ ແລະ ນະໂຍບາຍກົດໝາຍໃຫ້ຮັບປະກັນຄວາມສອດຄ່ອງ, ຄວາມເປັນເອກະພາບ, ຄວາມໂປ່ງໃສ ແລະ ຄວາມເປັນໄປໄດ້, ພ້ອມດ້ວຍກົນໄກການຈັດຕັ້ງປະຕິບັດທີ່ສອດຄ່ອງກັນ ແລະ ຄວາມຮັບຜິດຊອບທີ່ຊັດເຈນ ເພື່ອປ້ອງກັນການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້.
ໜ້າທີ່ສຳຄັນໜຶ່ງຄື ການເຮັດໃຫ້ເປັນຮູບປະທຳ ແລະ ຈັດຕັ້ງປະຕິບັດຢ່າງຄົບຖ້ວນ ແລະທັນເວລາ ຕາມທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ມະຕິສະບັບເລກທີ 04-NQ/TW (8). ການຫັນເປັນຮູບປະທຳ ແລະການຫັນເປັນສະຖາບັນຢ່າງຄົບຖ້ວນແລະທັນທ່ວງທີ່ຕໍ່ແຜນນະໂຍບາຍ, ໜ້າທີ່, ວິທີແກ້ໄຂບັນຫາກ່ຽວກັບການຄຸ້ມຄອງເສດຖະກິດ-ສັງຄົມ ແລະການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ ຕາມທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະມະຕິເລກທີ 04-NQ/TW(8). ສືບຕໍ່ຈັດຕັ້ງປະຕິບັດບົດສະຫຼຸບຂອງເລຂາທິການໃຫຍ່ - ຫົວໜ້າຄະນະຊີ້ນຳ ໃນກອງປະຊຸມຄະນະຊີ້ນຳກ່ຽວກັບການເຮັດໃຫ້ທັດສະນະ ແລະແຜນນະໂຍບາຍໃນການຈັດການກໍລະນີ ແລະເຫດການການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ທີ່ກ່ຽວຂ້ອງກັບຂົງເຂດເສດຖະກິດເອກະຊົນ, ມີແນວທາງໃນການກຳນົດຜົນທີ່ຕາມມາຈາກການກະທຳທີ່ທີ່ສິ້ນເປືອງ ເຊິ່ງຈະນຳໄປໃຊ້ໃນການຈັດການກັບອາຊະຍາກຳທີ່ລະເມີດກົດລະບຽບການກ່ຽວກັບການຄຸ້ມຄອງ ແລະການໃຊ້ຊັບສິນຂອງລັດ ທີ່ກໍ່ໃຫ້ເກີດຄວາມສູນເສຍ ແລະການສິ້ນເປືອງ. ຜັນຂະຫຍາຍການຈັດຕັ້ງປະຕິບັດແຜນນະໂຍບາຍ, ນະໂຍບາຍ, ມະຕິ ແລະ ລະບຽບຂໍ້ບັງຄັບທີ່ອອກໃໝ່ຢ່າງມີປະສິດທິພາບ(9), ໂດຍສະເພາະມະຕິເລກທີ 29/2026/QH16, ລົງວັນທີ 24 ເມສາ 2026, ຂອງສະພາແຫ່ງຊາດວ່າດ້ວຍກົນໄກ ແລະນະໂຍບາຍພິເສດໃນການຈັດການກັບການລະເມີດກົດໝາຍທີ່ດິນໂດຍອົງການ ແລະ ບຸກຄົນທີ່ເກີດຂຶ້ນກ່ອນກົດໝາຍທີ່ດິນປີ 2024 ຈະມີຜົນບັງຄັບໃຊ້ ແລະ ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະອຸປະສັກສຳລັບໂຄງການທີ່ຢຸດສະງັກ ແລະໂຄງການທີ່ຄ້າງຄາຍາວນານ. ນອກຈາກນັ້ນ, ໃຫ້ເລ່ງດຳເນີນການທົບທວນ, ແກ້ໄຂ, ເພີ່ມເຕີມ ແລະປະກາດໃຊ້ເອກະສານທາງກົດໝາຍສະບັບໃໝ່ ເພື່ອຮັບປະກັນພື້ນຖານທາງກົດໝາຍທີ່ສອດຄ່ອງກັນສຳລັບການປະຕິບັດງານຂອງໜ່ວຍງານພາກລັດພາຍໃຕ້ຮູບແບບການປົກຄອງລັດ 3 ລະດັບ.
ດ້ວຍເປົ້າໝາຍສາມປະການຄື: ຮັກສາສັນຕິພາບ ແລະຄວາມໝັ້ນຄົງທາງສັງຄົມ; ການພັດທະນາຢ່າງວ່ອງໄວແລະຍືນຍົງ; ການຍົກລະດັບມາດຕະຖານການດຳລົງຊີວິດຂອງປະຊາຊົນ, ນະໂຍບາຍແລະກົດໝາຍປະຈຸບັນທີ່ສະໜັບສະໜູນການພັດທະນາຈຶງຍັງບໍ່ພຽງພໍເມື່ອທຽບກັບນະໂຍບາຍແລະກົດໝາຍທີ່ມຸ່ງເນັ້ນການຄຸ້ມຄອງແລະຄວບຄຸມ, ດັ່ງນັ້ນ, ໃນລະຫວ່າງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈຶງຈຳເປັນຕ້ອງສຸມໃສ່ການຄົ້ນຄວ້າ, ພັດທະນາ ແລະ ປະກາດໃຊ້ນະໂຍບາຍ ແລະກົດໝາຍເພີ່ມເຕີມ ເພື່ອສ້າງແຮງຜັກດັນໃນການພັດທະນາ, ດຶງດູດຊັບພະຍາກອນ ແລະສົ່ງເສີມໃຫ້ພະນັກງານທີ່ມີຄວາມກະຕືລືລົ້ນ, ສ້າງສັນ ແລະ ມຸ່ງເນັ້ນການພັດທະນາ; ພ້ອມກັນນັ້ນ ກໍ່ຈຳເປັນຕ້ອງສ້າງຂອບກົດໝາຍທີ່ປອດໄພ ແລະຫຼຸດຜ່ອນຄວາມສ່ຽງສຳລັບຜູ້ບັງຄັບໃຊ້ກົດໝາຍ. ຖ້າມີຊ່ອງໂຫວ່, ບຸກຄົນທີ່ປະສົງຮ້າຍຈະໄຊ້ປະໂຫຍດຈາກຊ່ອງໂຫວ່ນັ້ນ ໃນການກະທຳຄວາມຜິດ; ຖ້າບໍ່ມີຂອບກົດໝາຍທີ່ໝັ້ນຄົງ ຄົນດີຈະຢ້ານກົວຄວາມສ່ຽງ, ຂາດຄວາມຄິດລິເລີ່ມສ້າງສັນ ແລະ ບໍ່ມີແຮງຈູງໃຈໃນການປະຕິບັດໜ້າທີ່ຂອງເຂົາເຈົ້າ. ດັ່ງນັ້ນ, ຈຶງຈຳເປັນຕ້ອງສືບຕໍ່ທົບທວນ ແລະປະກາດໃຊ້ເອກະສານທາງກົດໝາຍຢ່າງທັນທ່ວງທີ ເພື່ອຮັບປະກັນຄວາມສອດຄ່ອງ, ຄວາມເປັນເອກະພາບ ແລະຄວາມຄົບຖ້ວນໃນລະບົບກົດໝາຍ. ໃນການກຳນົດນະໂຍບາຍ, ກົດໝາຍຕ້ອງສອດຄ່ອງກັບຄວາມຕ້ອງການ 2 ປະການຢ່າງກົມກຽວ ຄື: 1- ການຄຸ້ມຄອງ, ການຄວບຄຸມ, ຄວາມໂປ່ງໃສ ແລະຄວາມເຂັ້ມງວດ ເພື່ອສ້າງຄວາມຢ້ານກົວຕໍ່ຜູ້ກະທຳຜິດ; 2- ການເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ຄວາມຄິດສ້າງສັນ, ສ້າງແຮງຜັກດັນສຳລັບການພັດທະນາປະເທດ ແລະເຮັດໃຫ້ປະຊາຊົນທີ່ດີຮູ້ສຶກປອດໄພ, ກະຕືລືລົ້ນ ແລະ ມີແຮງຈູງໃຈໃນການເຮັດວຽກ ແລະປະກອບສ່ວນ.
ທີສາມ, ປ່ຽນແປງໃໝ່ຄວາມດິດ ແລະວິທີການກວດກາ, ຕິດຕາມກວດກາ, ກວດສອບບັນຊີ ການດຳເນີນຄະດີ, ການພິຈາລະນາຄະດີ ແລະ ຫຼັກການໃນການຈັດການກັບການລະເມີດ.
ເປັນເຈົ້າການໃນການລະບຸ, ສືບສວນ ແລະ ຈັດການກັບການລະເມີດຢ່າງທັນການ ແລະຮອບດ້ານໃນຂົງເຂດໃໝ່ແລະສຳຄັນ; ເດັດຂາດປ້ອງກັນແລະກິດກັ້ນການສ້າງຕັ້ງ “ກຸ່ມຜົນປະໂຫຍດ” ທີ່ໄດ້ປະໂຫຍດຈາກການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະ ຄວາມຫຍໍ້ທໍ້. ເພື່ອຕໍ່ສູ້ຢ່າງເດັດຂາດແລະຕໍ່ເນື່ອງກັບການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ ແລະ ທັງສະໜັບສະໜູນແລະສົ່ງເສີມການພັດທະນາເສດຖະກິດແລະສັງຄົມ, ຕ້ອງປະຕິບັດຕາມຫຼັກການ: "ຈັດການຢ່າງເຂັ້ມງວດ, ວ່ອງໄວ, ມີມະນຸດສະທຳ ແລະ ຊັກຊວນໃຈ, ໂດຍບໍ່ມີຂໍ້ຫ້າມຫຼືຂໍ້ຍົກເວັ້ນ; ພ້ອມກັນນັ້ນ, ຮັບປະກັນຄວາມພາວະວິໄສ, ຮອບດ້ານ, ພິຈາລະນາສະພາບການທາງປະຫວັດສາດສະເພາະຢ່າງຮອບຄອບ ແລະ ໃຊ້ປະສິດທິພາບໃນດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ຜົນປະໂຫຍດຂອງຊາດ ເພື່ອຈັດການຢ່າງເໝາະສົມ. ໃຫ້ຄວາມສຳຄັນກັບການກູ້ຄືນຊັບສິນໃຫ້ໄດ້ຫຼາຍທີ່ສຸດ ແລະສົ່ງເສີມການແກ້ໄຂຜົນທີ່ຕາມມາຢ່າງຕັ້ງໜ້າ" (10).
ການຮັບປະກັນຄວາມພາວະວິໄສ, ຄວາມຮອບດ້ານ, ການພິຈາລະນາສະພາບການທາງປະຫວັດສາດສະເພາະຢ່າງຮອບຄອບ ແລະ ການໃຫ້ຄວາມສຳຄັນກັບຜົນປະໂຫຍດທາງການເມືອງ, ເສດຖະກິດ, ສັງຄົມ ແລະ ຜົນປະໂຫຍດຂອງຊາດ ໃນການຈັດການທີ່ເໝາະສົມ ມີຈຸດປະສົງເພື່ອປົກປ້ອງຜູ້ມີການປ່ຽນແປງໃໝ່ປະດິດສ້າງ, ກ້າຄິດ, ກ້າກະທຳເພື່ອຜົນປະໂຫຍດສ່ວນລວມ, ສົ່ງເສີມການພັດທະນາທີ່ສ້າງສັນ. ການຈັດການກັບການລະເມີດໄດ້ດຳເນີນການເປັນຂັ້ນຕອນຈາກລະດັບຕໍ່າໄປສູງ, ໂດຍໃຫ້ຄວາມສຳຄັນກັບການໃຊ້ມາດຕະການທາງແພ່ງ, ເສດຖະກິດ, ການບໍລິຫານ ແລະ ການຈັດຕັ້ງ; ໃນກໍລະນີທີ່ຕ້ອງດຳເນີນຄະດີອາຍາ, ອະນຸຍາດໃຫ້ໃຊ້ມາດຕະການທີ່ເຂັ້ມງວດ ເພື່ອແກ້ໄຂຜົນກະທົບທາງເສດຖະກິດໄດ້, ແຕ່ມີຂອບເວລາທີ່ກຳນົດ ແລະໃຊ້ເປັນພື້ນຖານສຳຄັນໃນການພິຈາລະນາການດຳເນີນການຕໍ່ໄປ.
ຈຳເປັນຕ້ອງດັດແກ້ກົດໝາຍອາຍາ, ກົດໝາຍແພ່ງ, ກົດໝາຍປົກຄອງ ຕະຫຼອດຈົນກົດໝາຍທີ່ກ່ຽວຂ້ອງກັບການຍົກເວັ້ນຄວາມຮັບຜິດຊອບ ແລະ ການຍົກເວັ້ນຄວາມຮັບຜິດຊອບທາງແພ່ງ, ທາງປົກຄອງ ແລະທາງອາຍາໂດຍທັນທີ, ເພື່ອຍົກເວັ້ນຄວາມຮັບຜິດຊອບທາງກົດໝາຍສຳລັບບຸກຄົນທີ່ກໍ່ໃຫ້ເກີດຄວາມເສຍຫາຍໂດຍບໍ່ໄດ້ຕັ້ງໃຈ ອັນເນື່ອງມາຈາກການປະຍຸກໃຊ້ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງແລະ ການຫັນປ່ຽນດິຈິຕອນເພື່ອຜົນປະໂຫຍດສ່ວນລວມ; ພິຈາລະນາຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາ ແລະບົດລົງໂທດສຳລັບການລະເມີດໂດຍທີ່ບໍ່ມີແຮງຈູງໃຈໃນການສະແຫວງຫາກຳໄລ, ຜູ້ທີ່ຊົດໃຊ້ຊັບສິນ ແກ້ໄຂຜົນກະທົບ ແລະຄວາມເສຍຫາຍໂດຍສະໝັກໃຈ ແລະມີສ່ວນຮ່ວນຢ່າງມີປະສິດທິພາບໃນການສືບສວນ ແລະກວດຈັບອາຊະຍາກຳ.
ທີສີ່, ຍູ້ແຮງການປ້ອງກັນ, ການປ້ອງກັນຕັ້ງແຕ່ຕົ້ນເປັນພື້ນຖານ; ການຄວບຄຸມອຳນາດເປັນແກນຫຼັກ ແລະ ເສົາຫຼັກທີ່ສຳຄັນ; ການປະຍຸກໃຊ້ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນແມ່ນສິ່ງສຳຄັນ.
ໃນນັ້ນ, ຈຳເປັນຕ້ອງໃຫ້ການສຶກສາອົບຮົມ ແລະ ສ້າງວັດທະນະທຳແຫ່ງຄວາມຊື່ສັດ ເພື່ອໃຫ້ການສໍ້ລາດບັງຫຼວງເປັນສິ່ງທີ່ “ບໍ່ພຶງປະສົງ”; ຜ່ານກົນໄກທີ່ເຂັ້ມງວດແລະໂປ່ງໃສ ການສໍ້ລາດບັງຫຼວງຈຶ່ງ “ເປັນໄປບໍ່ໄດ້”; ຜ່ານການຄວບຄຸມອຳນາດ ແລະການຈັດການທີ່ເຂັ້ມງວດ, ຜູ້ຄົນຈຶ່ງ “ບໍ່ກ້າ” ສໍ້ລາດບັງຫຼວງ; ດ້ວຍນະໂຍບາຍແຮງຈູງໃຈທີ່ເໝາະສົມ ການສໍ້ລາດບັງຫຼວງຈຶ່ງ “ບໍ່ຈຳເປັນ”. ຈຸດສຸມຢູ່ທີ່ການປັບປຸງສະຖາບັນ ແລະກົດໝາຍໃຫ້ສົມບູນ, ທັນທ່ວງທີ່, ຄົບຖ້ວນ, ສອດຄ່ອງກັນ, ເປັນເອກະພາບ ແລະ ເປັນໄປໄດ້, ຮັບປະກັນຄວາມເຂັ້ມງວດ ແລະ ຄວາມຮັບຜິດຊອບທີ່ຊັດເຈນ; ສຸມໃສ່ການທົບທວນ, ເພີ່ມເຕີມ, ປັບປຸງ ແລະ ແກ້ໄຂຊ່ອງໂຫວ່ ແລະຂໍ້ບົກພ່ອງຢ່າງວ່ອງໄວ, ສ້າງສະພາບແວດລ້ອມທາງການເມືອງ ແລະ ກົດໝາຍທີ່ໂປ່ງໃສ, ໝັ້ນຄົງ ແລະປອດໄພ, ສົ່ງເສີມການປ່ຽນແປງໃໝ່ປະດິດສດາງ, ກຳຈັດຄວາມຫຍຸ້ງຍາກແລະອຸປະສັກ, ປົດລັອກຊັບພະຍາກອນ ແລະຮັບໃຊ້ການພັດທະນາ.
ເພີ່ມທະວີການຄວບຄຸມອຳນາດຂອງເຈົ້າໜ້າທີ່ ແລະຜູ້ດຳລົງຕຳແໜ່ງທີ່ມີອຳນາດ, ຄວບຄຸມອຳນາດຂອງກົນໄກພາກລັດ ແລະ ພື້ນທີ່ທີ່ອ່ອນໄຫວທີ່ມີແນວໂນ້ມການສໍ້ລາດບັງຫຼວງ, ການສິ້ນເປືອງ, ຄວາມຫຍໍ້ທໍ້ ແລະ ຄວາມບໍ່ພໍໃຈຂອງປະຊາຊົນ. ສຸມໃສ່ການສ້າງຖັນແຖວພະນັກງານ, ໂດຍສະເພາະພະນັກງານລະດັບຍຸດທະສາດ, ລະດັບຮາກຖານ ແລະພະນັກງານຊັ້ນນຳ ທີ່ມີຄຸນສົມບັດ, ຄວາມສາມາດ ແລະຊື່ສຽງພຽງພໍທີ່ຈະຕອບສະໜອງຄວາມຕ້ອງການຂອງໜ້າທີ່ ແລະ ລົງໂທດຢ່າງເຂັ້ມງວດຕໍ່ພະນັກງານທີ່ລະເລີຍ, ຫຼີກລ່ຽງຄວາມຮັບຜິດຊອບ, ມີພຶດຕິກຳອາດຍາສິດ, ລົບກວນ ຫຼືສ້າງຄວາມບໍ່ສະດວກຕໍ່ປະຊາຊົນ ແລະວິສາຫະກິດ.
ເສີມຂະຫຍາຍປະສິດທິພາບ ແລະປະສິດທິຜົນຂອງການຄຸ້ມຄອງລັດ. ຍູ້ແຮງການປະຕິຮູບຂັ້ນຕອນການບໍລິຫານ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ, ແລະ ການຫັນປ່ຽນດິຈິຕອນ; ຮັບປະກັນຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ການຄວບຄຸມຊັບສິນ ແລະ ລາຍໄດ້ຂອງເຈົ້າໜ້າທີ່ຢ່າງເຂັ້ມງວດ ແລະມີປະສິດທິພາບ. ຈັດຕັ້ງປະຕິບັດການຊຳລະເງິນແບບໄຮ້ເງິນສົດ ແລະ ສ້າງກົນໄກແລະແຜນງານສຳລັບການຄຸ້ມຄອງຊັບສິນຢ່າງໂປ່ງໃສທົ່ວທັງສັງຄົມ. ພ້ອມກັນນັ້ນ, ເຮົາຕ້ອງສືບຕໍ່ປັບປຸງນະໂຍບາຍດ້ານຄ່າຕອບແທນເງິນເດືອນ ແລະລາຍໄດ້ ເພື່ອຮັບປະກັນວ່າ ພະນັກງານ, ລັດຖະກອນ ແລະພາລະກອນຂອງລັດ ມີມາດຕະຖານການດຳລົງຊີວິດທີ່ເໝາະສົມ ສາມາດເຮັດວຽກໄດ້ຢ່າງສະບາຍໃຈ, ຊື່ສັດສຸຈະລິດ ແລະຍຸຕິທຳ, ຕອບສະໜອງຄວາມຕ້ອງການ ແລະໜ້າທີ່ໃນສະຖານະການໃໝ່.
ທີຫ້າ, ສ້າງການຫັນປ່ຽນທີ່ເຂັ້ມແຂງ ແລະກ້າວກະໂດດໃນການປະຕິບັດການປະຢັດ ແລະຕ້ານການສິ້ນເປືອງທົ່ວທັງສັງຄົມ, ໃນດ້ານເວລາ, ໂອກາດໃນການພັດທະນາ, ຊັບພະຍາກອນ ແລະ ຄວາມຮັ່ງມີທາງວັດຖຸ.
ຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ ແລະຕ້ານການສິ້ນເປືອງ ແລະ ກົດໝາຍວ່າດ້ວຍການປະຢັດ ແລະຕ້ານການສິ້ນເປືອງ ຢ່າງຈິງຈັງແລະມີປະສິດທິຜົນ. ເພີ່ມທະວີການຄຸ້ມຄອງ ແລະການໃຊ້ຊັບພະຍາກອນ, ໂດຍສະເພາະງົບປະມານແລະຊັບສິນຂອງລັດ ເພື່ອໃຫ້ເກີດປະສິດທິພາບ, ຄວາມຍືນຍົງ ແລະປະສິດທິຜົນ. ດຳເນີນການທົບທວນຄືນຢ່າງລະອຽດຖີ່ຖ້ວນ ແລະ ແກ້ໄຂໂຄງການທີ່ຫຼ້າຊ້າກວ່າກຳນົດ, ມີວຽກຄ້າງສະສົມມານານ ຫຼືມີຄວາມສ່ຽງທີ່ຈະເກີດຄວາມສູນເສຍແລະເສຍຫາຍ ໂດຍທັນການ; ໂຄງການແລະທີ່ດິນທີ່ຖືກກ່າວເຖິງໃນການກວດກາ, ກວດສອບບັນຊີ ແລະ ຄຳພິພາກສາຂອງສານ ຢ່າງມີປະສິດທິພາບ ເພື່ອປ້ອງກັນການສິ້ນເປືອງໃນໄລຍະຍາວ. ຄຸ້ມຄອງ ແລະ ນຳໃຊ້ທີ່ດິນ ແລະອາຄານເກີນຢ່າງມີປະສິດທິພາບ ຫຼັງຈາກການປັບໂຄງສ້າງການຈັດຕັ້ງ ແລະໜ່ວຍງານບໍລິຫານໃນທຸກລະດັບ. ກວດກາ, ສືບສວນ ແລະ ຈັດການກໍລະນີຕົວຢ່າງຂອງຄວາມສູນເສຍ ແລະການສິ້ນເປືອງຢ່າງເຂັ້ມງວດ ເພື່ອຕັກເຕືອນ ແລະ ປ້ອງກັນເຫດການທີ່ຄ້າຍຄືກັນ. ຄວນໃຫ້ຄວາມສຳຄັນກັບການປ້ອງກັນການເສຍເວລາ ແລະ ໂອກາດໃນການພັດທະນາທີ່ເສຍໄປ.
ທີຫົກ, ລະດົມກຳລັງແຮງຂອງລະບົບການເມືອງທັງໝົດ ແລະປະຊາຊົນໃນການປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້.
ຍົກສູງປະສິດທິພາບ ແລະປະສິດທິຜົນຂອງການຕິດຕາມກວດກາສູງສຸດຂອງສະພາແຫ່ງຊາດ, ການຕິດຕາມກວດກາຂອງສະພາປະຊາຊົນທຸກຂັ້ນ; ແລະກິດຈະກຳຕິດຕາມກວດກາ ແລະວິພາກວິຈານທາງສັງຄົມຂອງແນວໂຮມປະເທດຊາດຫວຽດນາມ. ເພີ່ມທະວີການຕິດຕາມກວດກາການຮ່າງ ແລະການບັງຄັບໃຊ້ກົດໝາຍ; ການປະຕິບັດໜ້າທີ່ລັດຖະການຂອງຜູ້ດຳລົງຕຳແໜ່ງ ມີອຳນາດ; ການປູກຝັງແລະຝຶກອົບຮົມຄຸນສົມບັດປະຕິວັດ ແລະວັດທະນະທໍາແຫ່ງຄວາມຊື່ສັດບໍລິສຸດໃນບັນດາພະນັກງານ ແລະ ສະມາຊິກພັກ. ປັບປຸງກົນໄກໃຫ້ປະຊາຊົນສາມາດສະເໜີ, ລາຍງານ ແລະປະນາມການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້, ແລະ ຄວບຄຸມອຳນາດຢ່າງມີປະສິດທິພາບ ແລະມີປະສິດທິຜົນ. ເປັນເຈົ້າການໃນການຮັບຟັງຄວາມຄິດເຫັນຂອງປະຊາຊົນຢ່າງທັນການ ພ້ອມທັງແກ້ໄຂຄຳຮ້ອງຂໍ, ຂໍ້ສະເໜີ, ຄຳຮ້ອງທຸກ ແລະ ການປະນາມທີ່ຖືກຕ້ອງຕາມກົດໝາຍຈາກປະຊາຊົນຢ່າງລະອຽດຖີ່ຖ້ວນ. ດັ່ງທີ່ປະທານໂຮ່ຈີມິນໄດ້ກ່າວໄວ້ວ່າ: "ວຽກງານທີ່ງ່າຍທີ່ສຸດກໍ່ເປັນໄປບໍ່ໄດ້ຫາກບໍ່ມີການສະໜັບສະໜູນຂອງປະຊາຊົນ, ແຕ່ເຖິງວ່າວຽກງານທີ່ຍາກທີ່ສຸດກໍ່ສາມາດສໍາເລັດໄດ້ດ້ວຍການມີສ່ວນຮ່ວມຂອງປະຊາຊົນ” ແລະຈຳເປັນຕ້ອງ "ເຮັດໃຫ້ມະຫາຊົນກຽດຊັງການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະພຶດຕິກຳອາດຍາສິດ; ປ່ຽນສາຍຕາແລະຫູທີ່ລະມັດລະວັງນັບໝື່ນນັບລ້ານຂອງມະຫາຊົນໃຫ້ເປັນໄຟສາຍສ່ອງແສງສະຫວ່າງໄປທົ່ວທຸກແຫ່ງຫົນ ໂດຍບໍ່ເຫຼືອບ່ອນໃດໃຫ້ການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະພຶດຕິກຳອາດຍາສິດຊ່ອນຕົວໄດ້" (11).
ທີເຈັດ, ສືບຕໍ່ເສີມສ້າງ ແລະປັບປຸງໂຄງສ້າງການຈັດຕັ້ງ ແລະຍົກສູງປະສິດທິຜົນການປະສານງານກິດຈະກຳລະຫວ່າງບັນດາອົງການທີ່ມີບົດບາດສຳຄັນໃນການປ້ອງກັນ ແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້. ຂະຫຍາຍແລະປັບປຸງປະສິດທິຜົນຂອງການຮ່ວມມືສາກົນໃນການປ້ອງກັນ ແລະຄວບຄຸມອາຊະຍາກຳ, ລວມທັງການສໍ້ລາດບັງຫຼວງ. ພ້ອມກັນນັ້ນ, ວາງແຜນການຝຶກອົບຮົມ ແລະປັບປຸງຄຸນນະພາບຂອງຖັນແຖວພະນັກງານທີ່ກ່ຽວຂ້ອງໂດຍກົງກັບພາລະກິດນີ້, ທັງໃນດ້ານຄວາມສາມາດທາງວິຊາຊີບແລະຈັນຍາບັນ ເພື່ອຕອບສະໜອງຄວາມຕ້ອງການຂອງຍຸກປະຕິວັດປະຈຸບັນ.
----------------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 7, ໜ້າ 357 - 362
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 418.
(3) ເບິ່ງ: ຄະນະກຳມະການກິດຈະການພາຍໃນສູນກາງ: ສະຫຼຸບສັງລວມບາງບັນຫາທິດສະດີແລະພຶດຕິກຳຕົວຈິງໃນ 30 ແຫ່ງການປ່ຽນແປງໃໝ່ດ້ານການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ແລະການໃຊ້ຈ່າຍສິ້ນເປອງ (1986 - 2016). ສພຈ. ການມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016, ໜ້າ 25.
(4) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 25.
(4), (5) ສຈ. ປອ. ໂຕເລິມ: “ຄວາມທັນທານໜຽວແໜ້ນ - ຄວາມຕັ້ງອົກຕັ້ງໃຈ - ຄວາມເຫັນດີເປັນເອກະພາບ - ຄວາມຮອບດ້ານ - ການບຸກທະລຸໃນການຕໍ່ສູ້ກັບການສໍ້ລາດບັງຫຼວງ, ການສິ້ນເປືອງ, ຄວາມຫຍໍ້ທໍ້, ປະກອບສ່ວນເຂົ້າໃນການກໍ່ສ້າງພັກທີ່ມີ “ສິນທຳ ແລະອາລະຍະທຳ” ຢ່າງແທ້ຈິງ, ແລະ ປະເທດທີ່ເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ມີອາລະຍະທຳ ແລະ ມີຄວາມສຸກ”. ວາລະສານກອມມູນິດ, ສະບັບທີ 1075, ເດືອນທັນວາ 2025, ໜ້າ 5.
(6) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV, ສພຈ. ການມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2026, ເຫຼັ້ມ 2, ໜ້າ. 19 – 20.
(7) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ເຫຼັ້ມ 1, ໜ້າ 112.
(8) ມະຕິເລກທີ 04-NQ/TW ກຳໜ້າທີ່: ແກ້ໄຂກົດໝາຍວ່າດ້ວຍການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ; ກົດໝາຍວ່າດ້ວຍທີ່ດິນ ແລະກົດໝາຍທີ່ກ່ຽວຂ້ອງ, ເພີ່ມທະວີຄວາມເປີດເຜີຍ, ໂປ່ງໃສ, ຄວາມຮັບຜິດຊອບໃນການອະທິບາຍລາຍງານ, ຄວບຄຸມຊັບສິນແລະລາຍໄດ້ຂອງບຸກຄົນທີ່ດຳລົງຕຳແໜ່ງອຳນາດແລະອິດທິພົນ. ຄົ້ນຄວ້າແລະພັດທະນາຮ່າງກົດໝາຍວ່າດ້ວຍການຈົດທະບຽນຊັບສິນ; ແກ້ໄຂປະມວນກົດໝາຍອາຍາ, ປະມວນກົດໝາຍວິທີພິຈາລະນາຄວາມອາຍາ ແລະກົດໝາຍທີ່ກ່ຽວຂ້ອງໂດຍທັນທີ ເພື່ອວາງຮາກຖານແນວທາງ ແລະທັດສະນະໃໝ່ຂອງພັກກ່ຽວກັບນະໂຍບາຍການຍົກເວັ້ນ ການຫຼຸດຜ່ອນ ແລະການບໍ່ຮັບຜິດທາງອາຍາ ຕະຫຼອດຈົນການຈັດການກັບການລະເມີດ ການສໍ້ລາດບັງຫຼວງ ການສິ້ນເປືອງ ແລະຄວາມຫຍໍ້ທໍ້.
(9) ມະຕິເລກທີ 66-NQ/TW, ລົງວັນທີ 30 ເມສາ 2025 ຂອງກົມການເມືອງສູນກາງພັກ "ກ່ຽວກັບການປ່ຽນແປງໃໝ່ວຽກງານການສ້າງ ແລະການບັງຄັບໃຊ້ກົດໝາຍ ເພື່ອຕອບສະໜອງຄວາມຕ້ອງການພັດທະນາປະເທດໃນຍຸກໃໝ່"; ມະຕິເລກທີ 57-NQ/TW, ລົງວັນທີ 22 ທັນວາ 2024, ຂອງກົມການເມືອງສູນກາງພັກ "ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນປ່ຽນດິຈິຕອນຂອງຊາດ"; ມະຕິເລກທີ 68-NQ/TW, ລົງວັນທີ 4 ພຶດສະພາ 2025, ຂອງກົມການເມືອງສູນກາງພັກ "ກ່ຽວກັບການພັດທະນາເສດຖະກິດເອກະຊົນ"; ບົກສະຫຼຸບເລກທີ 14-KL/TW, ລົງວັນທີ 22 ກັນຍາ 2021, ຂອງກົມການເມືອງສູນກາງພັກ "ກ່ຽວກັບແຜນນະໂຍບາຍສົ່ງເສີມ ແລະປົກປ້ອງພະນັກງານທີ່ຂະຫຍານຂັນເຄື່ອນ ແລະປະດິດສ້າງເພື່ອຜົນປະໂຫຍດລວມ"...
(10) ມະຕິເລກທີ 04-NQ/TW, ລົງວັນທີ 3 ເມສາ 2026, ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV "ວ່າດ້ວຍການສືບຕໍ່ເພີ່ມທະວີການນຳພາຂອງພັກຕໍ່ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການສິ້ນເປືອງ ແລະຄວາມຫຍໍ້ທໍ້ໃນໄລຍະໃໝ່".
(11) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 419.