ສືບ​ຕໍ່​ກໍ່ສ້າງລະບົບ​ຕຸລາການ​ຫວຽດນາມທີ່ເປັນມືອາ​ຊີບ
ທັນ​ສະ​ໄໝ ຍຸຕິ​ທຳ
​ເຂັ້ມ​ງວດ ​ແລະ ຊື່​ສັດ​
ເພື່ອຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ປະຊາຊົນ

ໂດຍ ຮສ, ປອ. ຫງວຽນ ຮວ່າ ບິ່ງ
ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ
03:26, 17-04-2024
ວກ. - ການ​ປະຕິ​ຮູບ​ດ້ານ​ຕຸລາການ​ແມ່ນ​ວຽກ​ງານ​ໃຈກາງ​ໃນ​ການ​ກໍ່ສ້າງ ​ແລະ ​ປັບປຸງບູລະນະ ລັດແຫ່ງອຳນາດ​ກົດ​ໝາຍ​ສັງຄົມ​ນິຍົມ ​ທີ່ເປັນຂອງປະຊາຊົນ ​ໂດຍ​ປະຊາຊົນ ແລະ ​ເພື່ອ​ປະຊາຊົນ. ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ການ​ປະຕິ​ຮູບດ້ານ​ຕຸລາການ​ແມ່ນ​ສຸມ​ໃສ່​ວຽກ​ງານ​ປ່ຽນແປງໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ສານ. ລະບົບສານໄດ້ຮັບການປ່ຽນແປງໃໝ່ຢ່າງຕໍ່ເນື່ອງ ທາງດ້ານການຈັດຕັ້ງແລະການເຄື່ອນໄຫວ, ແນໃສ່ກໍ່ສ້າງລະບົບຕຸລາການທີ່ເປັນມືອາຊີບ ທັນສະໄໝ ຍຸຕິ​ທຳ ​ເຂັ້ມ​ງວດ ​ແລະ ຊື່​ສັດ​ ເພື່ອຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ປະຊາຊົນ

ທ່ານກຳມະການກົມການເມືອງ, ປະທາປະເທດ ຫວໍ ວັນ ເຖືອງ ມາຢາມແລະເຮັດວຽກທີ່ສານປະຊາຊົນສູງສຸດ _ພາບ: TTXVN

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດວ່າ ສືບຕໍ່ກໍ່ສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ທີ່ເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກ ແມ່ນໜ້າທີ່ຈຸດໜັກໃຈກາງໝຶ່ງ ຂອງການປ່ຽນແປງໃໝ່ລະບົບການເມືອງຂອງປະເທດ(1), ພ້ອມກັນນັ້ນ ໄດ້ຮຽກຮ້ອງໃຫ້ຄົ້ນຄວ້າເພື່ອປະກາດໃຊ້ຍຸດທະສາດການສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045, ໃນນັ້ນ ມີຍຸດທະສາດກ່ຽວກັບກົດໝາຍ ແລະການປະຕິຮູບດ້ານຕຸລາການ(2). ຕາມນັ້ນ, ວັນທີ 9 ພະຈິກ 2022, ຄະນະບໍລິຫານງານສູນກາງພັກອອກມະຕິສະບັບເລກທີ 27-NQ/TW ວ່າດ້ວຍການສືບຕໍ່ການກໍ່ສ້າງ, ການປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃນໄລຍະໃໝ່ ເຊິ່ງຢືນຢັນຄວາມ ເປັນ​ເອກະ​ພາບ​ສູງ​ໃນ​ທົ່ວ​ພັກ ​ແລະ ທົ່ວ​ປວງ​ຊົນ ​ກ່ຽວ​ກັບ​ທັດສະນະ ແນວຄິດຊີ້ນຳ  ​ເປົ້າ​ໝາຍ ວຽກ​ງານ​ໃຫຍ່ ​ແລະວິທີ​ແກ້​ໄຂ ​ເພື່ອ​ສ້າງ​ການປ່ຽນແປງທີ່​ແຂງ​ແຮງ​ກວ່າ​ອີກ ​ໃນ​ການ​ກໍ່ສ້າງ​ແລະປັບປຸງບູລະນະ ​ລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຫວຽດນາມ ນຳໂດຍ​ພັກ​ກອມ​ມູນິດ​ຫວຽດນາມ.

ມະຕິສະບັບເລກທີ 27-NQ/TW ກຳນົດທັດສະນະ 5 ກຸ່ມ, ລະບຸເປົ້າໝາຍທົ່ວໄປ ແລະ ບັນດາເປົ້າໝາຍສະເພາະ ເຖິງປີ 2030 ແລະ 3 ຈຸດໜັກໃຈກາງ. ສຳລັບລະບົບຕຸລາການ, ມະຕິໄດ້ກຳນົດເປົ້າໝາຍທີ່ຈະຕ້ອງບັນລຸພາຍໃນປີ 2030, ນັ້ນແມ່ນ: “ໂດຍພື້ນຖານແລ້ວ ການກໍ່ສ້າງລະບົບຕຸລາການທີ່ເປັນມືອາຊີບ ທັນສະໄໝ ຍຸຕິທຳ ເຂັ້ມງວດ ແລະຊື່ສັດ ຈະສຳເລັດໂດຍພື້ນຖານ ເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ປົກປ້ອງ​ຄວາມ​ຍຸ​ຕິ​ທໍາ, ປົກປ້ອງສິດ​ທິ​ມະ​ນຸດ ສິດ​ພົນ​ລະ​ເມືອງ, ປົກ​ປັກ​ຮັກ​ສາ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ລັດ, ສິດ​​ແລະ​ຜົນ​ປະ​ໂຫຍດທີ່ຖືກກົດໝາຍແລະຊອບທຳ ຂອງ​ອົງ​ການ​ຈັດ​ຕັ້ງ ແລະຂອງ​ບຸກ​ຄົນ”. ພ້ອມກັນນັ້ນ, ມະຕິລະບຸໜຶ່ງໃນສາມຈຸດໜັກຂອງການກໍ່ສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມແມ່ນ: “ຍູ້ແຮງການປະຕິຮູບດ້ານຕຸລາການ, ຮັບປະກັນຄວາມເປັນເອກະລາດຂອງສານ​ຕາມ​ສິດ​ອໍາ​ນາດສານ​, ຜູ້ພິພາກສາແລະຄະນະລູກຂຸນຕັດສິນຢ່າງເປັນເອກະລາດ ແລະປະຕິບັດຕາມກົດໝາຍເທົ່ານັ້ນ”.

ໃນເວລາທີ່ຈະມາເຖິງ, ​ເພື່ອ​ບັນລຸ​ເປົ້າ​ໝາຍ ​ແລະ ປະຕິບັດ​ສຳ​ເລັດ ​ວຽກ​ງານການ​ປະຕິ​ຮູບ​ດ້ານ​ຕຸລາການ​ທີ່​ໄດ້​ກຳນົດ​ໄວ້​ໃນ​ມະຕິສະບັບເລກທີ 27-NQ/TW, ການ​ປ່ຽນ​ແປງ​ໃໝ່​ດ້ານ​ການຈັດ​ຕັ້ງ ​ແລະ ການດຳ​ເນີນ​ງານ​ ຂອງ​ລະບົບ​ສານ ​ຈຳເປັນຕ້ອງ​ໄດ້​ສຸມ​ໃສ່ການຄົ້ນຄວ້າຊາບຊຶມ ​ແລະ ຜັນຂະຫຍາຍບັນດາເນື້ອໃນທີ່ສຳຄັນດັ່ງນີ້:

ທີໜຶ່ງ, ກ່ຽວກັບເປົ້າໝາຍ ແລະ ຄວາມຕ້ອງການຂອງການກໍ່ສ້າງລະບົບຕຸລາການ.

ມະຕິສະບັບເລກທີ 27-NQ/TW  ກຳນົດໃຫ້: “ກໍ່ສ້າງລະບົບຕຸລາການທີ່ເປັນມືອາຊີບ ທັນສະໄໝ ຍຸຕິທຳ ເຂັ້ມງວດ ແລະຊື່ສັດ ເພື່ອຮັບໃຊ້ປະເທດຊາດແລະປະຊາຊົນ. ເມື່ອທຽບກັບມະຕິສະບັບເລກທີ 49-NQ/TW, ລົງວັນທີ່ 2 ມິຖຸນາ 2005, ຂອງກົມການເມືອງສູນກາງວ່າດ້ວຍຍຸດທະສາດການປະຕິຮູບດ້ານຕຸລາການຮອດປີ 2020”, ທັດສະນະຂອງພັກກອມມູນິດຫວຽດນາມກ່ຽວກັບເປົ້າໝາຍ ແລະ ຄວາມຮຽກຮ້ອງຕ້ອງການ ໃນການກໍ່ສ້າງລະບົບຕຸລາການໃຫ້ມີການພັດທະນາຢ່າງຕໍ່ເນື່ອງ. ຕາມນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະມະຕິສະບັບເລກທີ 27-NQ/TW ໄດ້​ເພີ່ມ​ຄວາມ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບ ຄວາມເປັນມືອາຊີບ, ທັນ​ສະ​ໄໝ, ຍຸຕິ​ທຳຂອງ​ລະບົບ​ຕຸລາການ.

ມະຕິສະບັບເລກທີ 27-NQ/TW ເນັ້ນເຖິງການເພີ່ມທະວີຄວາມເປັນມືອາຊີບໃນກິດຈະກຳຕຸລາການ ເພາະວ່າ ​ມັນ​ກ່ຽວຂ້ອງ​ຢ່າງ​ແໜ້ນ​ແຟ້ນກັບ​ເປົ້າ​ໝາຍ​ປົກ​ປ້ອງ​ຄວາມ​ຍຸດຕິ​ທຳ, ປົກ​ປ້ອງ​ສິດທິ​ມະນຸດ ​ແລະ ສິດ​ພົນລະ​ເມືອງ. ຄວາມເປັນມືອາຊີບສະທ້ອນໃຫ້ເຫັນທັງໃນຖັນແຖວພະນັກງານທີ່ມີຄຸນວຸດທິສູງ ແລະມີຄວາມຮູ້ກວ້າງຂວາງ ເຊິ່ງເຮັດວຽກຕາມຄວາມຮັບຜິດຊອບ ແລະວຽກງານທີ່ໄດ້ຮັບມອບໝາຍ, ເຊັ່ນດຽວກັນກັບການດໍາເນີນງານຂອງສານທີ່ຕ້ອງປະຕິບັດຕາມຄໍາສັ່ງແລະຂັ້ນຕອນທີ່ກົດໝາຍກໍານົດ ແລະການຕັດສິນຈະຕ້ອງອີງຕາມກົດໝາຍ.

ການກໍ່ສ້າງລະບົບຕຸລາການທີ່ທັນສະໄໝເພື່ອຍົກສູງຄຸນນະພາບຂອງລະບົບຕຸລາການ, ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນຂອງສັງຄົມ, ຄ່ອງຕົວກັບການພັດທະນາຂອງລະບົບເສດຖະກິດ ແລະເຂົ້າໃກ້ລະບົບຕຸລາການທີ່ກ້າວໜ້າຂອງໂລກ. ເປົ້າໝາຍທີ່ຖືກກຳນົດໂດຍມະຕິສະບັບເລກທີ 27-NQ/TW ນີ້ມີພື້ນຖານອັນໜັກແໜ້ນໃນສະພາບການຂອງປະເທດທີ່ໄດ້ຜ່ານ 15 ປີແຫ່ງການປະຕິບັດມະຕິສະບັບເລກທີ 49-NQ/TW ຂອງກົມການເມືອງສູນກາງພັກ. ໃນຂະນະທີ່ມະຕິສະບັບເລກທີ 49-NQ/TW ພຽງແຕ່ກຳນົດການສ້າງລະບົບຕຸລາການທີ່ ທັນສະໄໝເທື່ອລະກ້າວ” ແຕ່ຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະມະຕິສະບັບເລກທີ 27-NQ/TW, ພັກໄດ້ວາງຄວາມຮຽກຮ້ອງຕ້ອງການທີ່ສູງກວ່າ ນັ້ນຄືການກໍ່ສ້າງລະບົບຕຸລາການທີ່ ທັນສະໄໝ ເພື່ອຢືນຢັນຄວາມຕັດສິນໃຈທາງການເມືອງ ແລະວາງ​ທິດ​ທາງ​ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກ, ການຈັດ​ສັນ​ແຫຼ່ງກຳລັງ ​ແລະ ການຮັບປະກັນ​ເງື່ອນ​ໄຂ​ອື່ນໆ ​ເພື່ອ​ພັດທະນາ​ລະບົບ​ຕຸລາການ.

ລັດຖະທຳ​ມະນູນ​ປີ 2013 ​ໄດ້​ຮັບ​ຮູ້ ​ແລະ ກຳນົດ​ຈຸດໝາຍ​ກໍ່ສ້າງ​ສັງຄົມ​ທີ່​ຍຸຕິ​ທຳ, ພ້ອມກັນນັ້ນກໍ່ກຳນົດ​ວ່າ ​ການ​ພິພາກສາ​ໃນສານ​ຕ້ອງ​ຮັບປະກັນ​ຄວາມ​ຍຸຕິ​ທຳ. ດັ່ງນັ້ນ, ຄວາມຍຸຕິທຳເປັນລັກສະນະຂອງຂະບວນການພິຈາລະນາຄະດີໂດຍທົ່ວໄປ ແລະ ໂດຍສະເພາະການເຄື່ອນໄຫວພິຈາລະນາຄະດີ, ຄວາມຍຸຕິທຳກໍເປັນເປົ້າໝາຍຂອງສັງຄົມທີ່ມີອາລະຍະທຳ. ການເຄື່ອນໄຫວຂອງສານມຸ່ງຫວັງທີ່ຈະນຳຄວາມຍຸຕິທຳມາສູ່ສັງຄົມແລະປະຊາຊົນ ທີ່ຈຳເປັນຕ້ອງໄປຂຶ້ນສານເພື່ອຮັບການພິພາກສາທີ່ຍຸຕິທຳ. ຄວາມຍຸຕິທໍາດັ່ງກ່າວສະແດງອອກບໍ່ພຽງແຕ່ຜ່ານຄຳຕັດສິນຂອງສານເທົ່ານັ້ນ ແຕ່ຍັງຢູ່ໃນຄວາມຍຸຕິທໍາແລະຄວາມສະເໝີພາບຂອງພາກສ່ວນທີ່ເຂົ້າຮ່ວມຂັ້ນຕອນຕ່າງໆໃນການດໍາເນີນຄະດີ ເພື່ອຮັບປະກັນການເຂົ້າເຖິງຄວາມຍຸດຕິທໍາຢ່າງເທົ່າທຽມກັນລະຫວ່າງພາກສ່ວນທີ່ກ່ຽວຂ້ອງ.

ບັນດາເນື້ອໃນໃໝ່ກ່ຽວກັບເປົ້າໝາຍແລະຄວາມຮຽກຮ້ອງຕ້ອງການຂອງການປະຕິຮູບດ້ານຕຸລາການດັ່ງກ່າວໃນມະຕິສະບັບເລກທີ 27-NQ/TW ຈຳເປັນຕ້ອງໄດ້ຮັບການຊາບຊຶມ ແລະຜັນຂະຫຍາຍໃນທາງປະຕິບັດຕົວຈິງ. ມັນຍັງຮຽກຮ້ອງໃຫ້ຂະບວນການປັບປຸງກົດໝາຍໃຫ້ສົມບູນແບບ ແລະການຈັດຕັ້ງບັງຄັບໃຊ້ກົດໝາຍ ເພື່ອໃຫ້ເປັນໄປຕາມເປົ້າໝາຍແລະຂໍ້ກໍານົດຢ່າງໃກ້ຊິດ ສຳລັບການຫັນເປັນລະບຽບລະບອບຢ່າງເຕັມທີ່ແລະສະເພາະເຈາະຈົງໃນບັນດາກົດໝາຍ. ພ້ອມ​ກັນ​ນັ້ນ, ຈັດ​ວາງ​ແລະປັບປຸງ​ກົນ​ໄກ​ການຈັດ​ຕັ້ງ​ຂອງ​ອົງການ​ຕຸລາການ; ເພີ່ມທະວີເງື່ອນໄຂດ້ານຄວາມປອດໄພ; ຝຶກ​ອົບຮົມ​ແລະ​ຍົກ​ສູງ​ຄວາມ​ສາມາດ, ຄວາມ​ກ້າຫານ ​ແລະ ຄວາມ​ຮັບຜິດຊອບ​ຂອງຖັນແຖວພະນັກງານ​ຕຸລາການ​ໃຫ້​ທຽບທັນກັບ​ໜ້າ​ທີ່.  

ທີສອງ, ຮັບປະກັນຄວາມເປັນເອກະລາດຂອງສານ.

ມະຕິສະບັບເລກທີ 27-NQ/TW ກຳນົດຄວາມຮຽກຮ້ອງຕ້ອງການ ຮັບປະກັນຄວາມເປັນເອກະລາດຂອງສານ ຕາມເຂດອຳນາດສານ; ຜູ້ພິພາກສາແລະຄະນະລູກຂຸນມີຄວາມເປັນເອກະລາດ ແລະປະຕິບັດຕາມກົດໝາຍເທົ່ານັ້ນ”. ນີ້ແມ່ນບັນດາຫຼັກການຕົ້ນຕໍ​ໃນ​ການຈັດ​ຕັ້ງ ​ແລະການດຳ​ເນີນ​ງານ​ຂອງ​ສານ ເຊິ່ງ​ບັນທຶກໄວ້​ໃນ​ເອກະສານ ຄຳ​ໝັ້ນ​ສັນຍາ​ສາກົນ ​ແລະ ​ໃນ​ລັດຖະທຳ​ມະນູນ​ຂອງ​ແຕ່ລະ​ປະ​ເທດ. ຢູ່​ຫວຽດນາມ, ຫຼັກການຄວາມເປັນ​ເອກະລາດ​ຂອງ​ຕຸລາການ​ໄດ້​ຮັບ​ການຍອມຮັບຕັ້ງແຕ່​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ (ປີ 1946) ​ແລະສືບ​ຕໍ່​ໄດ້​ຮັບ​ການ​ຢືນຢັນ​ໃນ​ລັດຖະທຳ​ມະນູນ​ສະບັບ​ຕໍ່​ມາ ​ແລະ ເນື້ອໃນຄວາມ​ໝາຍ​ຂອງ​ມັນກໍ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ກວ້າງຂວາງ​​ໃນ​ຫຼາຍແງ່​ດ້ານ.

ຄຳຕັດສິນຂອງສານກ່ຽວຂ້ອງໂດຍກົງກັບສິດທິອັນສັດສິດແລະຂັ້ນພື້ນຖານ ທີ່ກ່ຽວຂ້ອງກັບກຽດ ສັກສີ ມະໂນທຳ, ຊີວິດທາງການເມືອງແລະຊັບສິນຂອງມະນຸດ. ດັ່ງນັ້ນ, ເພື່ອຮັບປະກັນຄວາມຍຸຕິທໍາ, ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ກຳນົດຫຼືແຊກແຊງຄຳຕັດສິນຂອງສານ. ລັດ ກົດໝາຍ ​ແລະ ​ສັງຄົມທັງໝົດມີ​ຄວາມຮັບຜິດຊອບ ໃນ​ການ​ຮັບປະກັນ​ໃຫ້​ສານ​ແລະຜູ້​ພິພາກສາ ມີສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ງານ ​ໂດຍ​ບໍ່​ມີ​ການ​ແຊກ​ແຊງໃດໆ; ພວກ​ເຂົາ​​ຕ້ອງ​ເປັນ​ເອ​ກະ​ລາດ​ໃນ​ການ​ຕັດ​ສິນ ແລະ​​ສິ່ງ​ດຽວ​ທີ່​ສານ​ແລະ​ຜູ້​ພິ​ພາກ​ສາ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ.

ມະຕິສະບັບເລກທີ 27-NQ/TW ກຳນົດຢ່າງລະອຽດກ່ຽວກັບຫຼັກການຮັບປະກັນຄວາມເປັນເອກະລາດຂອງສານໃນສອງດ້ານດັ່ງນີ້ທີໜຶ່ງ, ຮັບປະກັນຄວາມເປັນເອກະລາດຂອງສານຕາມເຂດອຳນາດສານ ແລະຄວາມເປັນເອກະລາດລະຫວ່າງລະດັບການພິຈາລະນາຄະດີທີສອງ, ຮັບປະກັນວ່າຜູ້ພິພາກສາແລະຄະນະລູກຂຸນມີຄວາມເປັນເອກະລາດແລະປະຕິບັດຕາມກົດໝາຍເທົ່ານັ້ນ.

ກ່ຽວກັບການຮັບປະກັນຄວາມເປັນເອກະລາດລະຫວ່າງລະດັບການພິຈາລະນາຄະດີ: ລະບົບສານແບ່ງອອກເປັນລະດັບການພິຈາລະນາຄະດີຕາມເຂດອຳນາດສານໃນຂະບວນການພິຈາລະນາຄະດີ, ປະກອບດ້ວຍລະດັບພິຈາລະນາຄະດີຂັ້ນຕົ້ນ, ລະດັບອຸທອນ, ການທົບທວນຄຳຕັດສິນຂອງສານ ແລະການພິຈາລະນາຄືນໃໝ່. ການພົວພັນລະຫວ່າງລະດັບການພິຈາລະນາຄະດີ ບໍ່ແມ່ນການພົວພັນດ້ານການບໍລິຫານ ລະຫວ່າງຜູ້ບັງຄັບບັນຊາແລະຜູ້ໃຕ້ບັງຄັບບັນຊາ;  ລະດັບອຸທອນບໍ່ໄດ້ເໜືອກວ່າລະດັບພິຈາລະນະຄະດີຂັ້ນຕົ້ນ, ເຊັ່ນດຽວກັນ, ລະດັບການທົບທວນຄຳພິພາກສາຂອງສານບໍ່ໄດ້ເໜືອກວ່າລະດັບພິຈາລະນາຄະດີຂັ້ນຕົ້ນ ແລະລະດັບອຸທອນ. ບັນດາລະດັບການພິຈາລະນາຄະດີມີຄວາມເປັນເອກະລາດຈາກກັນຢ່າງສິ້ນເຊິງ, ແມ່ນການພົວພັນຕາມຂັ້ນຕອນ, ເປັນເອກະລາດໃນການພິຈາລະນາຄະດີ ແລະປະຕິບັດຕາມກົດໝາຍເທົ່ານັ້ນ, ບໍ່ມີໜ່ວຍງານ ອົງການຫຼືບຸກຄົນໃດມີສິດທີ່ຈະບັງຄັບ.  

ກ່ຽວກັບຄວາມເປັນເອກະລາດຂອງຜູ້ພິພາກສາແລະຄະນະລູກຂຸນລະຫວ່າງການພິຈາລະນາຄະດີ: ນີ້ແມ່ນຄວາມເປັນເອກະລາດຂອງຜູ້ພິພາກສາແລະຄະນະລູກຂຸນຈາກໜ່ວຍງານອື່ນນອກສະພາພິຈາລະນາຄະດີ, ກໍຄືຄວາມເປັນເອກະລາດລະຫວ່າງສະມາຊິກຂອງສະພາພິຈາລະນາຄະດີ. ໜ່ວຍງານອື່ນໆ ຈະບໍ່ໄດ້ຮັບອະນຸຍາດໃຫ້ແຊກແຊງ ຫຼືຊີ້ນຳກຳກັບ ກິດຈະກຳການພິຈາລະນາຄະດີຂອງຜູ້ພິພາກສາແລະຄະນະລູກຂຸນ ເມື່ອເຂົ້າຮ່ວມໃນການພິຈາລະນາຄະດີ ເຖິງແມ່ນວ່າບຸກຄົນນັ້ນຈະເປັນຜູ້ນຳ ຫຼືຜູ້ຈັດການ ຂອງຜູ້ພິພາກສາຫຼືຄະນະລູກຂຸນ. ຜູ້ພິພາກສາແລະຄະນະລູກຂຸນຍັງເປັນເອກະລາດຈາກກັນໃນການໃຫ້ທັດສະນະ, ສະແດງຄວາມຄິດເຫັນ ແລະຕັດສິນໃຈ ໂດຍບໍ່ຕ້ອງຂຶ້ນຢູ່ກັບສະມາຊິກຄົນອື່ນ ໃນຄະນະລູກຂຸນ. ພວກເຂົາມີສິດສະຫງວນຄວາມຄິດເຫັນໄດ້ໃນກໍລະນີທີ່ຄວາມຄິດເຫັນນັ້ນເປັນສ່ວນນ້ອຍ. ການເຄື່ອນໄຫວພິຈາລະນາຄະດີແມ່ນກິດຈະກຳສະເພາະ, ບໍ່ແມ່ນກິດຈະກຳການບໍລິຫານຄຸ້ມຄອງລັດ, ດັ່ງນັ້ນຈຶ່ງບໍ່ຕ້ອງເຊື່ອຟັງ ປະຕິບັດຕາມຄໍາສັ່ງຂອງອົງການບໍລິຫານລັດຂັ້ນເທິງ. ພວກເຂົາມີອຳນາດເຕັມໃນການຕັດສິນໃຈຕາມກົດໝາຍ ແລະຖືກຜູກມັດຕາມບົດບັນຍັດຂອງກົດໝາຍເທົ່ານັ້ນ.

ທີສາມ, ກຳນົດສິດອຳນາດຂອງສານເພື່ອນຳໃຊ້ອຳນາດຕຸລາການໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງ

ມະຕິສະບັບເລກທີ 27-NQ/TW ຮຽກຮ້ອງໃຫ້: “ກຳນົດສິດອຳນາດຂອງສານເພື່ອນຳໃຊ້ອຳນາດຕຸລາການໄດ້ຢ່າງຄົບຖ້ວນແລະຖືກຕ້ອງ;..., ຕັດສິນ​ຕົກລົງບັນຫາຕ່າງໆທີ່ກ່ຽວຂ້ອງກັບ​ສິດທິ​ມະນຸດ ​ແລະ ສິດ​ພົນລະ​ເມືອງ. ການຄົ້ນຄວ້າຊີ້ແຈງສິດອຳນາດຂອງສະພາພິຈາລະນາຄະດີ ໃນການດຳເນີນຄະດີຂອງສານ, ແລະຄະດີທີ່ສານລວບລວມພະຍານຫຼັກຖານໃນລະຫວ່າງດຳເນີນຄະດີ”. ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ ເພື່ອ​ຊີ້​ແຈ້ງ​ແລະສະໜອງ​​ຂໍ້​ກຳນົດ​ລະອຽດ​ກ່ຽວ​ກັບ​ອຳນາດ​ຕຸລາການ​ຂອງ​ສານ, ບົນ​ພື້ນຖານ​ນັ້ນ ​ກຳນົດ​ສິດ​ອຳນາດ​ຂອງ​ສານ​ໃນ​ຖານະ​ເປັນ​ອົງການ​ປະຕິບັດ​ອຳນາດ​ຕຸລາການ​ຕາມ​ທີ່​ໄດ້​ຢືນຢັນ​ໃນ​ລັດຖະທຳ​ມະນູນ​​ປີ 2013. ຕາມຂໍ້ກຳນົດຂອງລັດຖະທຳມະນູນອຳນາດລັດເປັນເອກະພາບ ໂດຍມີການແບ່ງງານ ການປະສານງານ ແລະ ການຄວບຄຸມລະຫວ່າງໜ່ວຍງານຂອງລັດ ໃນການໃຊ້ອຳນາດນິຕິບັນຍັດ ອຳນາດບໍລິຫານ ແລະອຳນາດຕຸລາການ”; “ສະພາ​ແຫ່ງ​ຊາດໃຊ້​ອຳນາດສ້າງ​ລັດຖະທຳ​ມະນູນ ແລະສ້າງກົດໝາຍ”; “ລັດຖະບານ... ໃຊ້ອຳນາດບໍລິຫານ”; “ສານ... ໃຊ້ອຳນາດຕຸລາການ”. ດັ່ງ​ນັ້ນ, ສານ​ຈຶ່ງ​ໄດ້​ຮັບ​ມອບ​ໝາຍ​ຈາກ​ລັດຖະທຳ​ມະນູນ​ໃຫ້​ປະຕິບັດ​ອຳນາດ​ຕຸລາການ; ແລະສານຈະໃຊ້ອຳນາດຕຸລາການພຽງຜູ້ດຽວ(3).

ພາກປະຕິບັດນິຕິທຳທີ່ຍອມຮັບໂດຍທົ່ວໄປໃນໂລກສະແດງໃຫ້ເຫັນວ່າ ເນື້ອໃນຂອງອຳນາດຕຸລາການລວມມີ ສິດທິໃນການພິຈາລະນາແລະການຕັດສິນຄະດີ; ສິດທິໃນການຮັບຮອງການໃຊ້ກົດໝາຍຢ່າງເປັນເອກະພາບໃນການພິຈາລະນາຄະດີ ໂດຍອີງໃສ່ການສະຫຼຸບພຶດຕິກຳການພິຈາລະນາຄະດີ; ສິດທິໃນການພັດທະນາຄຳຕັດສິນແບບຢ່າງ; ສິດທິໃນການຕັດສິນຕົກລົງບັນດາບັນຫານທີ່ກ່ຽວຂ້ອງກັບສິດທິມະນຸດແລະສິດພົນລະເມືອງ; ສິດທິໃນການຮັບຮູ້ຜົນການໄກ່ເກ່ຍນອກສານທີ່ປະສົບຄວາມສໍາເລັດ; ສິດທິ​ໃນ​ການ​ຮັບ​ຮູ້​ແລະ​ບັງ​ຄັບ​ໃຊ້​ຄໍາ​ຕັດ​ສິນຂອງສານ, ຄຳ​ຕັດ​ສິນ​ຂອງ​ສານ​ຕ່າງ​ປະ​ເທດ​ ແລະຄຳ​ຊີ້​ຂາດ​ຂອງອະນຸຍາໂຕຕຸລາການ​ຕ່າງ​ປະ​ເທດ​; ສິດ​ທິໃນການພິ​ຈາ​ລະ​ນາ​ຄວາມຖືກຕ້ອງຕາມລັດ​ຖະ​ທໍາ​ມະ​ນູນ ​ແລະ​ຕາມກົດໝາຍ ​ຂອງ​ເອ​ກະ​ສານ​ທາງ​ດ້ານ​ກົດ​ໝາຍ​; ສິດທິໃນ​ການ​ຕີ​ຄວາມ​ກົດ​ໝາຍ ແລະ ສິດ​ອື່ນໆ​ອີກຈຳ​ນວນ​ໜຶ່ງ...

ອຳນາດຕຸລາການມີບັນດາຄຸນລັກສະນະພື້ນຖານ ເຊັ່ນ ໄດ້ຮັບການປະຕິບັດໂດຍສານທີ່ເປັນເອກະລາດ ແລະພຽງແຕ່ປະຕະບັດຕາມກົດໝາຍເທົ່ານັ້ນ; ຕ້ອງປະຕິບັດຕາມຂັ້ນຕອນທາງກົດໝາຍທີ່ເຂັ້ມງວດ; ຄຳພິພາກສາແລະຄຳຕັດສິນຂອງສານມີຜົນທາງກົດໝາຍ ແລະກຳນົດໃຫ້ໜ່ວຍງານ ອົງການ ແລະບຸກຄົນເຄົາລົບແລະປະຕິບັດຕາມຢ່າງເຄັ່ງຄັດ; ຄຳພິພາກສາແລະຄຳຕັດສິນຂອງສານໄດ້ຮັບການບັງຄັບໃຊ້ໂດຍອຳນາດລັດໂດຍໜ່ວຍງານບັງຄັບໃຊ້ຄຳພິພາກສາທີ່ມີອຳນາດ; ຄຳພິພາກສາແລະຄຳຕັດສິນຂອງສານຈະປ່ຽນແປງຫຼືເພີກຖອນໄດ້ໂດຍສານທີ່ສິດອຳນາດຕາມຂັ້ນຕອນແລະພິທີການທີ່ກົດໝາຍກຳນົດເທົ່ານັ້ນ; ຄຳພິພາກສາແລະຄຳຕັດສິນຂອງສານ​ໄດ້​ສຳ​ເລັດ​ຕາມ​ຂັ້ນ​ຕອນດຳເນີນຄະດີຄົບຖ້ວນແລ້ວ, ແຕ່ຖ້າມີຂໍ້ຜິດພາດກໍຈະຖືກອຸທອນ ຫຼືທັກທ້ວງຕາມກົດໝາຍວ່າບໍ່ມີຄຸນຄ່າທາງກົດໝາຍ ຫຼືຈະແກ້ໄຂຕາມຂັ້ນຕອນການອຸທອນ, ການທົບທວນຄຳຕັດສິນຂອງສານ, ແລະຄະນະພິຈາລະນາຄະດີຈະຮັບຜິດຊອບສະເພາະໃນກໍລະນີທີ່ເກີດຂໍ້ຜິດພາດໂດຍເຈດຕະນາແລະອັດຕະວິໄສເທ່ົານັ້ນ.

ທີສີ່, ຂະຫຍາຍເຂດອຳນາດສານໃນການພິຈາລະນາຄະດີລະເມີດທາງປົກຄອງ

ລັດຖະທຳມະນູນປີ 2013 ກຳນົດ: “ສານປະຊາຊົນມີໜ້າທີ່ຮັບຜິດຊອບໃນການປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດທິມະນຸດ ສິດພົນລະເມືອງ, ປົກປ້ອງລະບອບສັງຄົມນິຍົມ, ປົກປ້ອງຜົນປະໂຫຍດຂອງລັດ ສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງອົງການແລະບຸກຄົນ”. ສານ​ໄດ້​ມີ​ປະສິດທິ​ຜົນ​ຫຼາຍ​ໃນ​ການ​ຄວບ​ຄຸມ​ອົງການ​ຂອງລັດ​ທີ່​ໃຊ້​ມາດ​ຕະການໃນການ​ຈັດການກັບ​ການລະ​ເມີດ​ທາງ​ປົກຄອງ ໂດຍການພິຈາລະນາຄະດີປົກຄອງ.

ໃນເວລາທີ່ຜ່ານມາ, ການລົງໂທດທາງປົກຄອງແລະມາດຕະການຈັດການທາງປົກຄອງບາງປະເພດພາຍໃຕ້ອຳນາດຂອງອົງການບໍລິການປົກຄອງ ໄດ້ຖືກໂອນໄປໃຫ້ສານເພື່ອພິຈາລະນາແລະຕັດສິນ ເພື່ອເພີ່ມຄວາມເປີດກວ້າງ ຄວາມໂປ່ງໃສ ປະຊາທິປະໄຕ ແລະຫຼັກນິຕິທຳ ໃນຂະບວນການຈັດການແກ້ໄຂ ເຊັ່ນການພິຈາລະນາແລະຕັດສິນຕົກລົງໃຊ້ມາດຕະການຈັດການດ້ານບໍລິຫານ ໃນການສົ່ງເຂົ້າສະຖານດັດສັນດານ, ສົ່ງເຂົ້າສະຖານສຶກສາພາກບັງຄັບ, ສົ່ງເຂົ້າສະຖານບຳບັດລ້າງພິດພາກບັງຄັບ,... ການໃຊ້ມາດຕະການລົງໂທດແລະມາດຕະການບັງຄັບໃຊ້ທາງປົກຄອງ ທີ່ດໍາເນີນການໂດຍສານ ຕາມຂັ້ນຕອນແລະລະບຽບການທີ່ເຂັ້ມງວດແລະເປີດເຜີຍ ໂດຍມີການເຂົ້າຮ່ວມຂອງຜູ້ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ ຂອງຜູ້ຟ້ອງຮ້ອງ, ດັ່ງນັ້ນຈຶ່ງປະກອບສ່ວນເຂົ້າໃນການປົກປ້ອງສິດທິມະນຸດ ແລະ ສິດພົນລະເມືອງໃຫ້ດີຂຶ້ນ.   

ດັ່ງນັ້ນ, ມະຕິສະບັບເລກທີ 27-NQ/TW ຮຽກຮ້ອງໃຫ້ຂະຫຍາຍເຂດອຳນາດສານໃນການພິຈາລະນາຄະດີລະເມີດທາງປົກຄອງ ເພື່ອປົກປ້ອງສິດທິມະນຸດແລະສິດພົນລະເມືອງດີກວ່າເກົ່າ. ເພື່ອປະຕິບັດຄວາມຮຽກຮ້ອງຕ້ອງການນີ້, ໃນເວລາອັນໃກ້ນີ້ ມີຄວາມຈຳເປັນຕ້ອງທົບທວນແລະແກ້ໄຂກົດໝາຍວ່າດ້ວຍການຈັດການການລະເມີດທາງປົກຄອງ ເພື່ອຂະຫຍາຍເຂດອຳນາດຂອງສານໃນການແກ້ໄຂຄະດີປົກຄອງ, ໂດຍສະເພາະ ໃນ​ກໍ​ລະ​ນີທີ່ມີການໃຊ້ມາດຕະການ​ລົງ​ໂທດ​ແລະ​ມາດ​ຕະ​ການ​ຈັດ​ການ​ທີ່​ຈໍາ​ກັດ​ສິດ​ທິ​ມະ​ນຸດ​ແລະ​ສິດ​​ພົນ​ລະ​ເມືອງ​; ຮັບປະກັນ​ໃຫ້​ການ​ພິຈາລະນາ ​ແລະ ການໃຊ້​ມາດ​ຕະການ​ລົງ​ໂທດ​ທາງປົກຄອງ​ ໄດ້​ດຳ​ເນີນ​ໄປ​ຢ່າງ​ລະມັດລະວັງ, ຖືກຕາມກົດລະບຽບ, ຕາມ​ຂະ​ບວນການ​ດຳ​ເນີນ​ຄະດີ​ທີ່​ເປີດ​ເຜີຍ ​ແລະ ​ໂປ່​ງ​ໃສ.

ທີຫ້າ, ປະຕິບັດ​ລະບຽບການດຳເນີນຄະດີ​ໂດຍເອົາ​ການພິຈາລະນາຄະດີເປັນ​ສູນກາງ, ການ​ໂຕ້ວາທີໃນເມື່ອພິຈາລະນາຄະດີເປັນ​ການ​ບຸກທະລຸ.  

ໃນລະຫວ່າງການດໍາເນີນຄະດີທັງໝົດ, ກິດຈະກຳການພິຈາລະນາຄະດີຂອງສານຖືເປັນຈຸດສູນກາງ. ໃນລະຫວ່າງຂັ້ນຕອນການພິຈາລະນາຄະດີ ມີການລວມຕົວຢ່າງຄົບຖ້ວນຂອງບັນດາອັດຕະພາບທີ່ເຮັດໜ້າທີ່ພື້ນຖານຂອງການພິຈາລະນາຄະດີແບບໂຕ້ວາທີ, ລວມທັງໜ້າທີ່ການກ່າວຫາ, ໜ້າທີ່ການປ້ອງກັນ, ໜ້າທີ່ການພິພາກສາ. ໂດຍສະເພາະ, ພຽງແຕ່ເຖິງຂັ້ນຕອນການພິຈາລະນາຄະດີຢູ່ທີ່ສານເທົ່ານັ້ນ ຈຶ່ງມີການຈັດຕັ້ງຫຼັກການເປີດເຜີຍ ໂດຍຂະບວນການພິຈາລະນາຄະດີທັງໝົດຈະດຳເນີນການຢ່າງເປີດເຜີຍ, ຍົກເວັ້ນບາງກໍລະນີຂອງການພິຈາລະນາຄະດີແບບປິດຕາມທີ່ກົດໝາຍກໍານົດ. ສະເພາະໃນຂັ້ນຕອນການພິຈາລະນາຄະດີເທົ່ານັ້ນ, ພະຍານຫຼັກຖານທັງໝົດຂອງຝ່າຍກ່າວຫາ, ຝ່າຍຈຳເລີຍ ແລະ ຂອງຜູ້ຟ້ອງຮ້ອງ ຈະໄດ້ຮັບການກວດສອບ, ປະ​ເຊີນ​ໜ້າ ​ແລະ​ໂຕ້​ຖຽງ​ກັນຢ່າງເປີດເຜີຍ, ຕາມ​ຂັ້ນ​ຕອນ​ທີ່​ເຂັ້ມ​ງວດ ​ແລະ ​ສະພາພິພາກສາຈະພິຈາລະນາ​ຢ່າງຮອບດ້ານ​. ສະເພາະຫຼັກຖານແລະເອກະສານທີ່ໄດ້ຮັບການກວດກາແລະປະເມີນຜົນໂດຍເປີດເຜີຍໃນການພິຈາລະນາຄະດີ ແລະຕາມຜົນການດຳເນີນຄະດີໃນການພິຈາລະນາຄະດີເທົ່ານັ້ນ ຈຶ່ງມີມູນຄ່າພິເສດ ແລະສາມາດໃຊ້ເປັນພື້ນຖານໃຫ້ສານຕັດສິນຄະດີໄດ້.

ດ້ວຍຄວາມສໍາຄັນຂອງກິດຈະກໍາທາງຕຸລາການ, ພັກກອມມູນິດຫວຽດນາມຈຶ່ງໄດ້ຕັດສິນໃຈຍູ້ແຮງການພິຈາລະນາແບບໂຕ້ວາທີແລະລະບຸວ່າ ນີ້ເປັນບັນຫາທີ່ມີລັກສະນະບຸກທະລຸໃນການປະຕິຮູບດ້ານຕຸລາການ(4). ບົນພື້ນຖານການສືບທອດຜົນງານທີ່ໄດ້ຮັບຈາກການດຳເນີນການປະຕິຮູບລະບົບຕຸລາການໃນເວລາທີ່ຜ່ານມາ, ມະຕິສະບັບເລກທີ 27-NQ/TW ສືບຕໍ່ຮຽກຮ້ອງໃຫ້: “ກໍ່ສ້າງລະບຽບການດຳເນີນຄະດີ​ໂດຍເອົາ​ການພິຈາລະນາຄະດີເປັນ​ສູນກາງ, ການ​ໂຕ້ວາທີໃນເມື່ອພິຈາລະນາຄະດີເປັນ​ການ​ບຸກທະລຸ; ຮັບປະກັນຂະບວນການພິຈາລະນາຄະດີມີປະຊາທິປະໄຕ ຍຸຕິທຳ ອາລະຍະທຳ ຫຼັກນິຕິທຳ ທັນສະໄໝ ເຂັ້ມງວດ ແລະເຂົ້າເຖິງໄດ້ງ່າຍ, ຮັບປະກັນແລະປົກປ້ອງສິດທິມະນຸດ ແລະສິດພົນລະເມືອງ”.

ການພິຈາລະນາຄະດີແບບໂຕ້ວາທີບໍ່ແມ່ນເນື້ອໃນໃໝ່ ແຕ່ແມ່ນຂໍ້ກຳນົດທີ່ຫຼີກລ້ຽງບໍ່ໄດ້ສຳລັບຂະບນການຍຸຕິທຳທີ່ກ້າວໜ້າໃນໂລກ. ໃນລະຫວ່າງການດຳເນີນຄະດີ, ທັງໜ່ວຍງານໄອຍະການແລະຜູ້ເຂົ້າຮ່ວມການພິຈາລະນາຄະດີ ຈຳເປັນຕ້ອງກວດກາແລະເພີ່ມເຕີມພະຍານຫຼັກຖານ, ຖົກຖຽງໂຕ້ວາທີແລະປະຕິເສດຂໍ້ໂຕ້ແຍ້ງຂອງກັນແລະກັນ. ດັ່ງນັ້ນ, ການພິຈາລະນາຄະດີແບບໂຕ້ວາທີຈຶ່ງເປັນສິ່ງຈຳເປັນໃນການດຳເນີນຄະດີ ແລະ ລວມສູນທີ່ສຸດໃນຂັ້ນຕອນການພິຈາລະນາຄະດີຢູ່ທີ່ສານ. ລັດຖະທຳມະນູນປີ 2013 ຂອງຫວຽດນາມໄດ້ຫັນບັນດາມະຕິ ແລະ ທັດສະນະຂອງພັກເປັນນິຕິກຳ ແລະ ກຳນົດຫຼັກການການໂຕ້ວາທີ່ໃນເມື່ອພິຈາລະນາຄະດີໄດ້ຮັບການຮັບຮອງ. ອາດຈະເວົ້າໄດ້ວ່າ, ການກຳນົດ​ຫຼັກການໂຕ້ວາທີ​ໃນ​ການພິຈາລະນາຄະດີ​ໃນ​ລັດຖະທຳ​ມະນູນ​ປີ 2013 ແລະບັນດາກົດໝາຍວິທີການພິຈາລະນາຄວາມ ໄດ້ສະທ້ອນໃຫ້ເຫັນເຖິງບາດກ້າວສຳຄັນໃນລະບົບຕຸລາການຂອງປະເທດ ເຊິ່ງກໍ່ໃຫ້ເກີດການປ່ຽນແປງທາງດ້ານຄຸນນະພາບໃນການດຳເນີນຄະດີ. ມະຕິສະບັບເລກທີ 27-NQ/TW ສືບຕໍ່ຢືນຢັນທັດສະນະນັ້ນ ແລະເນັ້ນໜັກ ການພິຈາລະນາຄະດີແບບໂຕ້ວາທີແມ່ນການບຸກທະລຸ ໃນການປະຕິຮູບດ້ານຕຸລາການ.

ໂດຍຊາບຊຶມມະຕິສະບັບເລກທີ 27-NQ/TW, ວຽກງານໃນເວລາທີ່ຈະມາເຖິງແມ່ນຕ້ອງສືບຕໍ່ປັບປຸງກົດໝາຍທີ່ກ່ຽວຂ້ອງຕ່າງໆໃຫ້ສົມບູນແບບ, ໂດຍສະເພາະແມ່ນກົດໝາຍວິທີພິຈາລະນາຄວາມ ເພື່ອປະຕິບັດຄວາມຕ້ອງການ ສ້າງລະບຽບການດຳເນີນຄະດີ​ໂດຍເອົາ​ການພິຈາລະນາຄະດີເປັນ​ສູນກາງ, ການ​ໂຕ້ວາທີໃນເມື່ອພິຈາລະນາຄະດີເປັນ​ການ​ບຸກທະລຸ ໃຫ້ໄດ້ດີກວ່າອີກ. ການໂຕ້ວາທີໃນຂະບວນການດຳເນີນຄະດີບໍ່ໄດ້ຢຸດຢູ່ທີ່ການພິຈາລະນາຄະດີ ແຕ່ຕ້ອງຮັບປະກັນວ່າ ຈະດຳເນີນການຕັ້ງແຕ່ຂັ້ນຕອນກ່ອນທີ່ສານຈະຕັດສິນຄະດີ ເຊັ່ນຂັ້ນຕອນເລີ່ມດຳເນີນຄະດີ, ການສອບ​ສວນ, ການຟ້ອງຮ້ອງ. ບັນດາອັດຕະພາບຕ້ອງມີຄວາມສະເໝີພາບໃນການສະເໜີຫຼັກຖານ, ປະເມີນຫຼັກຖານ ແລະການຮ້ອງຂໍ ເພື່ອຊີ້ແຈງຄວາມຈິງພາວະວິໄສຂອງຄະດີ. ຫຼັກຖານທັງໝົດເພື່ອກໍານົດຄວາມຜິດ, ຫຼັກຖານເພື່ອກໍານົດຄວາມບໍລິສຸດ ແລະ ລາຍລະອຽດອື່ນໆທີ່ມີຄວາມໝາຍຕໍ່ກັບການແກ້ໄຂຄະດີ ຕ້ອງໄດ້ຮັບການນໍາສະເໜີ, ໂຕ້ວາທີ ແລະ ຊີ້ແຈງໃນເມື່ອພິຈາລະນາຄະດີ. ທຸກໆຫຼັກຖານຢືນຢັນຄວາມຜິດ, ຫຼັກຖານຢືນຢັນຄວາມບໍລິສຸດ ແລະ ລາຍລະອຽດອື່ນໆ ທີ່​ມີ​ຄວາມ​ສໍາ​ຄັນ​ຕໍ່​ການ​ແກ້​ໄຂຄະດີ ຈະ​ຕ້ອງ​ໄດ້​ຮັບ​ການ​ນໍາ​ສະ​ເໜີ​, ການ​ໂຕ້​ວາ​ທີ​ ແລະຊີ້ແຈ​ງ ໃນ​ການພິຈາລະນາຄະດີ. ການໂຕ້ວາທີໃນເວລາພິຈາລະນາຄະດີທີ່ສານ ຈະຕ້ອງໄດ້ຮັບການສົ່ງເສີມ ແລະລະບຽບວິທີການດຳເນີນຄະດີຈະຕ້ອງອຳນວຍຄວາມສະດວກໃຫ້ຄູ່ກໍລະນີໃນການໂຕ້ວາທີ ໂດຍບໍ່ຈຳກັດເວລາທີ່ໃຊ້ໃນການໂຕ້ວາທີ, ບັນຫາທັງໝົດທີ່ເກີດຂຶ້ນໃນການໂຕ້ວາທີຈະຕ້ອງໄດ້ຮັບການແກ້ໄຂຈົນເຖິງທີ່ສຸດ ແລະບັນທຶກໄວ້ໃນຄຳພິພາກສາຂອງສານຕາມຜົນການໂຕ້ວາທີໃນການພິຈາລະນາ ເພື່ອປະກອບຄຳຕັດສິນຂອງຕົນ. ສຳລັບຄະດີອາຍາ, ພະນັກງານໄອຍະການຈະຕ້ອງສະແດງຫຼັກຖານ ເອກະສານ ແລະຂໍ້ໂຕ້ແຍ້ງເພື່ອໂຕ້ວາທີ່ໃຫ້ຈົບດ້ວຍຄວາມຄິດເຫັນຂອງຜູ້ຮ່ວມດຳເນີນຄະດີແຕ່ລະຝ່າຍ. ເພື່ອໃຫ້ການໂຕ້ວາທີລະຫວ່າງການພິຈາລະນາຄະດີເກີດຜົນສູງສຸດ, ຜູ້ພິພາກສາຈະຕ້ອງປັບປຸງຂີດຄວາມສາມາດແລະທັກສະໃນການຈັດການການໂຕ້ວາທີເມື່ອພິຈາລະນາຄະດີ, ປະເມີນພະຍານຫຼັກຖານ ແລະລາຍລະອຽດຂອງເຫດການ ຕາມຜົນການໂຕ້ວາທີ, ຈາກນັ້ນອອກຄຳພິພາກສາທີ່ໄດ້ຮັບການຍອມຮັບດ້ວຍຈິດແລະວາຈາ.

ທີຫົກ, ກຳນົດໜ້າທີ່ຂອງແຕ່ລະລະດັບຕຸລາການ (ລະດັບສານ) ໃຫ້ຊັດເຈນ

ເພື່ອປັບປຸງກົນໄກການຈັດຕັ້ງອົງການໃຫ້ສົມບູນແບບຕາມອຳນາດຕຸລາການ ແລະປະຕິບັດຫຼັກການຄວາມເປັນເອກະລາດຂອງຕຸລາການ, ມະຕິສະບັບເລກທີ 27-NQ/TW ກຳນົດໃຫ້: “ກຳນົດໜ້າທີ່ພິຈາລະນະຄະດີຂັ້ນຕົ້ນ, ການພິຈາລະນາຄະດີອຸທອນ, ການທົບທວນຄໍາ​ຕັດ​ສິນ​, ການຕັດ​ສິນ​ຕາມ​ຂັ້ນ​ຕອນ​ການທົບທວນຄຳຕັດ​ສິນຂອງສານ ແລະ ການພິຈາລະນາຄະດີໃໝ່​”. ສິ່ງນີ້ມີຄວາມໝາຍສຳຄັນໃນການກຳນົດເຂດອຳນາດສານຂອງແຕ່ລະລະດັບຢ່າງຊັດເຈນ, ຍົກສູງຄວາມຮັບຜິດຊອບໃນການພິສູດຂອງບັນດາຄູ່ຄວາມ ແລະໜ່ວຍງານດຳເນີນຄະດີທີ່ກ່ຽວຂ້ອງ; ຮັບປະກັນກິດຈະກຳການດຳເນີນຄະດີມີປະສິດທິຜົນຫຼາຍຂຶ້ນ, ມີຈຸດຢຸດທີ່ເໝາະສົມ ແລະ ຫຼີກລ້ຽງການຈົມຢູ່ໃນຂັ້ນຕອນການຟ້ອງຮ້ອງປອມ”, “ການຟ້ອງຮ້ອງມຸ່ງຮ້າຍ”; ປະຕິບັດ​ລະບອບການພິຈາລະນາຄະດີ​ສອງ​ລະດັບຕາມ​ທີ່​ກຳນົດ​ໄວ້​ໃນ​ລັດຖະທຳ​ມະນູນ​ປີ 2013 ຢ່າງ​ເຂັ້ມ​ງວດ.

ທີເຈັດ, ປ່ຽນແປງໃໝ່ກົນໄກປະຊາຊົນເຂົ້າຮ່ວມໃນການພິຈາລະນາຄະດີຂອງສານ.

ປະຊາຊົນເຂົ້າຮ່ວມກິດຈະກຳຂອງລັດເວົ້າລວມ ແລະໃນການເຄື່ອນໄຫວຕຸລາການເວົ້າສະເພາະ ແມ່ນຄຸນລັກສະນະຂອງ​ລັດ​ທີ່ມີປະ​ຊາ​ທິ​ປະ​ໄຕ​ແລະ​ກ້າວ​ໜ້າ​. ຄວາມຍຸຕິທຳຂອງມະນຸດໂດຍທົ່ວໄປມີຢູ່ 3 ຮູບແບບ ຂອງການປະຊາຊົນເຂົ້າຮ່ວມໃນຂະບວນການພິຈາລະນາຄະດີ: ຮູບແບບລູກຂຸນປະຊາຊົນ (ຫວຽດນາມ, ຈີນ...); ຮູບແບບຄະນະລູກຂຸນ (ຄ້າຍຄືກັນກັບຄະນະລູກຂຸນໃນເອີຣົບ, ອາເມລິກາ... ); ຮູບແບບທີ່ສານຕໍ່ແລະສົມທົບສອງຮູບແບບຂ້າງເທິງ (ສະຫະພັນລັດເຊຍ... ).

ຢູ່ປະເທດຫວຽດນາມ, ຫຼັກການການພິຈາລະນາຄະດີຂັ້ນຕົ້ນຂອງສານປະຊາຊົນໂດຍມີສ່ວນຮ່ວມຂອງຄະນະລູກຂຸນ ໄດ້ຮັບການຈັດຕັ້ງຂຶ້ນຕາມລັດຖະທຳມະນູນ ເພື່ອໃຫ້ປະຊາຊົນເຂົ້າຮ່ວມໂດຍກົງ ແລະຕິດຕາມກວດກາການເຄື່ອນໄຫວພິຈາລະນາຄະດີຂອງສານ. ຄະນະລູກຂຸນນຳແນວຄິດທາງສິນທຳແລະການປະເມີນທົ່ວໄປຂອງສັງຄົມກ່ຽວກັບການກະທຳຜິດທາງອາຍາ ແລະຂໍ້ພິພາດຕາມແນວຄິດເລື່ອງຄວາມຖືກຕ້ອງແລະຄວາມເປັນທຳ. ດ້ວຍປະສົບການ ຄວາມຮູ້ຄວາມເຂົ້າໃຈຂອງຕົນເອງ, ຄະນະລູກຂຸນປະກອບສ່ວນສຳຄັນໃນການພິຈາລະນາຄວາມຈິງພາວະວິໄສຂອງຄະດີ, ເພີ່ມຄວາມໝັ້ນໃຈຂອງຜູ້ພິພາກສາໃນການຕັດສິນທີ່ລະອຽດຖີ່ຖ້ວນແລະສົມເຫດສົມຜົນ”. ເນື້ອໃນໃໝ່ທີ່ກຳນົດໄວ້ໃນມະຕິສະບັບເລກທີ 27-NQ/TW ແມ່ນຮຽກຮ້ອງໃຫ້ ປ່ຽນແປງໃໝ່ແລະຍົກສູງປະສິດທິຜົນຂອງກົນໄກປະຊາຊົນເຂົ້າຮ່ວມໃນການພິຈາລະນາຄະດີຂອງສານ”.

ທີແປດ, ການກໍ່ສ້າງສານເອເລັກໂຕຮນິກ.

ດ້ວນການພັດທະນາຢ່າງໄວວາແລະຜົນສຳເລັດຂອງການປະຕິວັດອຸສາຫະກຳຄັ້ງທີສີ່, ການກໍ່ສ້າງສານເອເລັກໂຕຮນິກໄດ້ກາຍເປັນທ່າອຽງລະດັບໂລກ.  ພຶດຕິກຳຕົວຈິງສາກົນສະແດງໃຫ້ເຫັນວ່າ, ຫຼາຍປະເທດໄດ້ເອົາໃຈໃສ່ເຖິງການປະຍຸກໃຊ້ເຕັກໂນໂລຊີຂໍ້ມຸນຂ່າວສານ ເຂົ້າໃນການເຄື່ອນໄຫວດ້ານຕຸລາການຕັ້ງແຕ່ຕົ້ນ ແລະປະສົບຄວາມສຳເລັດຫຼາຍຢ່າງ ໃນການສ້າງສານເອເລັກໂຕຮນິກ ເຊັ່ນ ຈີນ, ອາເມລິກາ, ອົດສະຕຮາລີ, ເຢຍລະມັນ, ຍີ່ປຸ່ນ, ສາທາລະນະລັດເກົາຫຼີ, ສິງກະໂປ... ໃນຄວາມເປັນຈິງຢູ່ຫຼາຍປະເທດ, ສານເອເລັກໂຕຮນິກໄດ້ສ້າງຜົນປະໂຫຍດຫຼວງຫຼາຍໃຫ້ແກ່ສານ ຜູ້ຄົນແລະສັງຄົມ ເຊັ່ນ ຊ່ວຍເພີ່ມສະມັດຕະພາບແຮງງານຂອງສານ; ຊ່ວຍຜູ້ພິພາກສາໃນການຕັດສິນໃຈທີ່ຖືກຕ້ອງ; ປະຢັດເຫື່ອແຮງ ເວລາ ແລະຕົ້ນທຶນຂອງຜູ້ຄົນ; ຈັດການກັບສະຖານະການພິເສດຂອງການດຳເນີນຄະດີຢ່າງມີມະນຸດສະທຳ; ເພີ່ມຄວາມເປີດເຜີຍແລະຄວາມໂປ່ງໃສໃນການພິຈາລະນາຄະດີຂອງສານ; ເພີ່ມຄວາມສາມາດໃນການຄຸ້ມຄອງແລະຕິດຕາມກວດກາໃນລະບົບສານ; ປະຢັດງົບປະມານ... ປະສົບການໃນປະເທດໃນການສ້າງສານເອເລັກໂຕຮນິກສະໄໝໃໝ່ສະແດງໃຫ້ເຫັນວ່າ, ການສ້າງສານເອລັກໂຕຮນິດຊ່ວຍຫຼຸດເວລາໃນການດຳເນີນຄະດິໄດ້ປະມານ 50%.

ສາມາດຢືນຢັນວ່າ ການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະການສ້າງສານເອເລັກໂຕຮນິດກາຍເປັນຄວາມຕ້ອງການ ແລະທ່າອ່ຽງທີ່ຫຼີກລ້ຽງບໍ່ໄດ້ຂອງສານໃນທຸກປະເທດທົ່ວໂລກ. ນີ້ກໍ່ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສຂອງຂະບວນການພັດທະນາລະບົບຕຸລາການໃນທຸກປະເທດ ໃນສະພາວະການປະຈຸບັນ. ໃນສະພາບການນັ້ນ ແລະບົນພື້ນຖານຂອງຜົນງານເບື້ອງຕົ້ນທີ່ໜ້າຊົມເຊິຍຂອງການປະຕິບັດແຜນນະໂຍບາຍການສົ່ງເສີມການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ໃຊ້ປະໂຫຍດຈາກໂອກາດສູງສຸດທີ່ເກີດຈາກການປະຕິວັດອຸດສາຫະກຳຄັ້ງທີ່ສີ່ ເຊິ່ງສານປະຊາຊົນສູງສຸດໄດ້ປະຕິບັດໃນເວລາທີ່ຜ່ານມາ, ມະຕິສະບັບເລກທີ 27-NQ/TW ກຳນົດວ່າການສ້າງສານເອເລັກໂຕຮນິກ ເປັນໜຶ່ງໃນຄວາມຮຽກຮ້ອງຕ້ອງການຂອງການປະຕິຮູບລະບົບຕຸລາການໃນໄລຍະປະຈຸບັນ.

ເພື່ອເສີມຂະຫຍາຍຄວາມສຳເລັດທີ່ໄດ້ຮັບ, ດ້ວຍຄວາມຕັດສິນໃຈທາງການເມືອງໃນລະດັບສູງ ແລະຄວາມຮຽກຮ້ອງຕ້ອງການຂອງມະຕິສະບັບເລກທີ 27-NQ/TW, ໃນເວລາທີ່ຈະມາເຖິງ, ສານປະຊາຊົນສູງສຸດຈະສືບຕໍ່ຍູ້ແຮງການພັດທະນາສານເອເລັກໂຕຮນິກໃນດ້ານຕ່າງໆຄື: ການສ້າງສານເອເລັກໂຕຮນິກເພື່ອນຳໄປປະຕິບັດ ແລະຍົກສູງຄວາມສາມາດໃນການຄຸ້ມຄອງສານບົນພື້ນຖານດິຈິຕອນ; ການສ້າງສານເອເລັກໂຕຮນິກເພື່ອໃຫ້ບໍລິການດ້ານຕຸລາການສາທາລະນະ ເພື່ອຮັບໃຊ້ປະຊາຊົນໄດ້ດີກວ່າອີກ; ການສ້າງສານເອເລັກໂຕຮນິກເພື່ອສະໜັບສະໜູນຜູ້ພິພາກສາໃນການຍົກສູງປະສິດທິພາບແລະຄຸນນະພາບຂອງການດຳເນີນງານ ເຊັ່ນ ການພັດທະນາແອບພລີເຄຊັນຜູ້ຊ່ວຍສະເໝືອນ ເພື່ອສະໜອງບໍລິການອັດສະລິຍະທີ່ສະໜັບສະໜູນຜູ້ພິພາກສາ; ການສ້າງສານເອເລັກໂຕຮນິກເພື່ອຜັນຂະຫຍາຍກິດຈະກຳການດຳເນີນຄະດີທາງອອນໄລ ເຊັ່ນ ການຍື່ນຟ້ອງ, ການໃຫ້ຫຼັກຖານ, ການແຈ້ງຄວາມທາງອອນໄລ; ການຈັດກອງປະຊຸມໄກ່ເກ່ຍອອນໄລ; ຈັດຕັ້ງການພິຈາລະນາຄະດີທາງອອນໄລ...; ການສ້າງສານເອເລັກໂຕຮນິກເພື່ອປະກອບສ່ວນເພີ່ມຄວາມເປີດເຜີຍ ແລະຄວາມໂປ່ງໃສໃນການເຄື່ອນໄຫວຂອງສານ; ການສ້າງສານເອເລັກໂຕຮນິກເພື່ອເຊື່ອມຕໍ່ກັບພື້ນຖານດິຈິຕອນອື່ນ... 

ທີເກົ້າ, ກ່ຽວກັບຖັນແຖວພະນັກງານຕຸລາການ.

ມະຕິສະບັບເລກທີ 27-NQ/TW ໃຫ້ຄວາມສຳຄັນກັບການພັດທະນາຖັນແຖວພະນັກງານຕຸລາການ ແລະວາງຂໍ້ກຳນົດ: “ພັດທະນາຊັບພະຍາກອນບຸກຄົນດ້ານຕຸລາການທີ່ມີປະລິມານພຽງພໍ, ຮັບປະກັນຄຸນນະພາບ ແລະມີໂຄງປະກອບທີ່ເໝາະສົມ. ຍົກສູງຄຸນນະພາບການຝຶກອົບຮົມພະນັກງານຕຸລາການ; ທົບທວນແລະຈັດວາງສະຖານທີ່ຝຶກອົບຮົມລະດັບປະລິນຍາຕີດ້ານກົດໝາຍ. ກຳນົດລະບົບມາດຕະຖານດ້ານວິຊາສະເພາະ ວິຊາຊີບ, ຄວາມກ້າຫານທາງການເມືອງ, ຄຸນສົມບັດທາງສິນທຳ, ຄວາມຮັບຜິດຊອບທາງວິຊາຊີບ, ຄວາມຮູ້ທາງກົດໝາຍ ເສດຖະກິດ ສັງຄົມ ແລະປະສົບການພຶດຕິກຳ ສຳລັບແຕ່ລະຕຳແໜ່ງ ແລະບຸກຄະລາກອນດ້ານຕຸລາການຢ່າງຊັດເຈນ. ຂະຫຍາຍແຫຼ່ງແລະຍູ້ແຮງການປະຕິບັດກົນໄກການກວດສອບເພື່ອແຕ່ງຕັ້ງຕຳແໜ່ງຕຸລາການ. ປ່ຽນແປງໃໝ່ນະໂຍບາຍ, ລະບອບເງິນເດືອນ, ເງື່ອນໄຂການແຕ່ງຕັ້ງ ແລະ ກົນໄກການຮັບປະກັນ ເພື່ອໃຫ້ຖັນແຖວພະນັກງານຕຸລາການສາມາດເຮັດວຽກດ້ວຍຄວາມອຸ່ນໃຈ, ຄວາມຊື່ສັດ, ຄວາມເປັນທຳ, ຄວາມເປັນມືອາຊີບ ແລະຕອບສະໜອງຄວາມຕ້ອງການຂອງໜ້າທີ່ໃນສະຖານະການໃໝ່ ໂດຍສະເພາະແມ່ນ ສຳລັບຖັນແຖວຜູ້ພິພາກສາ”.

ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງພັກ ລັດ ແລະປະຊາຊົນ, ເພື່ອໃຫ້ຜູ້ພິພາກສາສາມາດປະຕິບັດໜ້າທີ່ຂອງຕົນໄດ້ດີຂຶ້ນແລະດີຂຶ້ນໃນນາມຂອງລັດໃນການໃຊ້ສິດທິຕຸລາການ ການພິຈາລະນາຄະດີ ແລະການຕັດສິນ, ສານປະຊາຊົນສູງສຸດໄດ້ໃຊ້ມາດຕະການຫຼາຍຢ່າງ ເພື່ອປັບປຸງຍົກສູງຄຸນນະພາບຂອງຖັນແຖວພະນັກງານ ໂດຍສະເພາະຜູ້ພິພາກສາ, ໃນນັ້ນໄດ້ປະກາດໃຊ້ຂໍ້ກຳນົດກ່ຽວກັບຈັນຍາບັນ ແລະ ການປະພຶດຂອງຜູ້ພິພາກສາ(5). ນີ້​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ຜູ້​ພິ​ພາກ​ສາ​ຊາຍຊຶມແລະ​ປະ​ຕິ​ບັດ​ຕາມໃນລະຫວ່າງ​ກິດ​ຈະ​ກໍາ​ທາງວິຊາ​ຊີບ​ຂອງ​ພວກເຂົາ.

***

ເນື້ອໃນຂອງການປະຕິຮູບລະບົບຕຸລາການທີ່ລະບຸໄວ້ໃນມະຕິສະບັບເລກທີ 27-NQ/TW ມີຄວາມສຳຄັນໃນການບັນລຸເປົ້າໝາຍຂອງການສ້າງລະບົບຕຸລານການທີ່ເປັນມືອາຊີບ ທັນສະໄໝ ຍຸຕິທຳ ເຂັ້ມງວດ ແລະຊື່ສັດ ເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດທິມະນຸດແລະສິດພົນລະເມືອງ, ປົກປ້ອງລະບອບສັງຄົມນິຍົມ, ປົກປ້ອງຜົນປະໂຫຍດຂອງລັດ, ສິດແລະຜົນປະໂຫຍດທີ່ຊອບທຳຖືກກົດໝາຍ ຂອງອົງການແລະບຸກຄົນ./.

-----------------------------

(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 174, 177

(3) ເບິ່ງ: ຫງວຽນຊິງຮຸ່ງລັດຖະທຳມະນູນແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມປີ 2013 ແລະຜົນງານຂອງການສ້າງກົດໝາຍ ໃນວາລະສະພາແຫ່ງຊາດຊຸດທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016, ໜ້າ 401

(4) ມະຕິສະບັບເລກທີ 08-NQ/TW, ລົງວັນທີ 2 ມັງກອນ 2002, ຂອງກົມການເມືອງສູນກາງພັກ, ວ່າດ້ວຍ ໜ້າທີ່ຈຸດໜັກໃຈກາງບາງຢ່າງຂອງວຽກງານຕຸລາການໃນເວລາທີ່ຈະມາເຖິງ ແລະ ມະຕິສະບັບເລກທີ 49-NQ/TW ລົງວັນທີ 2 ມິຖຸນາ 2005, ຂອງກົມການເມືອງສູນກາງພັກ ວ່າດ້ວຍຍຸດທະສາດການປະຕິຮູບດ້ານຕຸລາການເຖິງປີ 2020”

(5) ບັນດາມາດຕະຖານດ້ານຈັນຍາບັນຂອງຜູ້ພິພາກສາທີ່ລະບຸໄວ້ໃນຂໍ້ກຳນົດລວມມີ: ຄວາມເປັນເອກະລາດ; ຄວາມຊື່ສັດ; ຄວາມທ່ຽງຕົງ ແລະພາວະວິໄສ; ຄວາມຍຸຕິທຳ ແລະ ຄວາມສະເໝີພາບ; ຄວາມເໝາະສົມ; ການອຸທິດຕົນແລະບໍ່ຊັກຊ້າ; ຄວາມສາມາດແລະຄວາມພາກພຽນ.

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັນທີ 1023 (ເດືອນຕຸລາ 2023)