ສືບຕໍ່ກໍ່ສ້າງລະບົບຕຸລາການຫວຽດນາມທີ່ເປັນມືອາຊີບ
ທັນສະໄໝ ຍຸຕິທຳ ເຂັ້ມງວດ ແລະ ຊື່ສັດ
ເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ
ທັນສະໄໝ ຍຸຕິທຳ ເຂັ້ມງວດ ແລະ ຊື່ສັດ
ເພື່ອຮັບໃຊ້ປະເທດຊາດ ແລະ ປະຊາຊົນ
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ກຳນົດວ່າ “ສືບຕໍ່ກໍ່ສ້າງແລະປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ທີ່ເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ພາຍໃຕ້ການນຳພາຂອງພັກ ແມ່ນໜ້າທີ່ຈຸດໜັກໃຈກາງໝຶ່ງ ຂອງການປ່ຽນແປງໃໝ່ລະບົບການເມືອງຂອງປະເທດ”(1), ພ້ອມກັນນັ້ນ ໄດ້ຮຽກຮ້ອງໃຫ້ “ຄົ້ນຄວ້າເພື່ອປະກາດໃຊ້ຍຸດທະສາດການສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045, ໃນນັ້ນ ມີຍຸດທະສາດກ່ຽວກັບກົດໝາຍ ແລະການປະຕິຮູບດ້ານຕຸລາການ”(2). ຕາມນັ້ນ, ວັນທີ 9 ພະຈິກ 2022, ຄະນະບໍລິຫານງານສູນກາງພັກອອກມະຕິສະບັບເລກທີ 27-NQ/TW “ວ່າດ້ວຍການສືບຕໍ່ການກໍ່ສ້າງ, ການປັບປຸງບູລະນະລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມໃນໄລຍະໃໝ່” ເຊິ່ງຢືນຢັນຄວາມ ເປັນເອກະພາບສູງໃນທົ່ວພັກ ແລະ ທົ່ວປວງຊົນ ກ່ຽວກັບທັດສະນະ ແນວຄິດຊີ້ນຳ ເປົ້າໝາຍ ວຽກງານໃຫຍ່ ແລະວິທີແກ້ໄຂ ເພື່ອສ້າງການປ່ຽນແປງທີ່ແຂງແຮງກວ່າອີກ ໃນການກໍ່ສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ນຳໂດຍພັກກອມມູນິດຫວຽດນາມ.
ມະຕິສະບັບເລກທີ 27-NQ/TW ກຳນົດທັດສະນະ 5 ກຸ່ມ, ລະບຸເປົ້າໝາຍທົ່ວໄປ ແລະ ບັນດາເປົ້າໝາຍສະເພາະ ເຖິງປີ 2030 ແລະ 3 ຈຸດໜັກໃຈກາງ. ສຳລັບລະບົບຕຸລາການ, ມະຕິໄດ້ກຳນົດເປົ້າໝາຍທີ່ຈະຕ້ອງບັນລຸພາຍໃນປີ 2030, ນັ້ນແມ່ນ: “ໂດຍພື້ນຖານແລ້ວ ການກໍ່ສ້າງລະບົບຕຸລາການທີ່ເປັນມືອາຊີບ ທັນສະໄໝ ຍຸຕິທຳ ເຂັ້ມງວດ ແລະຊື່ສັດ ຈະສຳເລັດໂດຍພື້ນຖານ ເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ປົກປ້ອງຄວາມຍຸຕິທໍາ, ປົກປ້ອງສິດທິມະນຸດ ສິດພົນລະເມືອງ, ປົກປັກຮັກສາລະບອບສັງຄົມນິຍົມ, ປົກປັກຮັກສາຜົນປະໂຫຍດຂອງລັດ, ສິດແລະຜົນປະໂຫຍດທີ່ຖືກກົດໝາຍແລະຊອບທຳ ຂອງອົງການຈັດຕັ້ງ ແລະຂອງບຸກຄົນ”. ພ້ອມກັນນັ້ນ, ມະຕິລະບຸໜຶ່ງໃນສາມຈຸດໜັກຂອງການກໍ່ສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມແມ່ນ: “ຍູ້ແຮງການປະຕິຮູບດ້ານຕຸລາການ, ຮັບປະກັນຄວາມເປັນເອກະລາດຂອງສານຕາມສິດອໍານາດສານ, ຜູ້ພິພາກສາແລະຄະນະລູກຂຸນຕັດສິນຢ່າງເປັນເອກະລາດ ແລະປະຕິບັດຕາມກົດໝາຍເທົ່ານັ້ນ”.
ໃນເວລາທີ່ຈະມາເຖິງ, ເພື່ອບັນລຸເປົ້າໝາຍ ແລະ ປະຕິບັດສຳເລັດ ວຽກງານການປະຕິຮູບດ້ານຕຸລາການທີ່ໄດ້ກຳນົດໄວ້ໃນມະຕິສະບັບເລກທີ 27-NQ/TW, ການປ່ຽນແປງໃໝ່ດ້ານການຈັດຕັ້ງ ແລະ ການດຳເນີນງານ ຂອງລະບົບສານ ຈຳເປັນຕ້ອງໄດ້ສຸມໃສ່ການຄົ້ນຄວ້າຊາບຊຶມ ແລະ ຜັນຂະຫຍາຍບັນດາເນື້ອໃນທີ່ສຳຄັນດັ່ງນີ້:
ທີໜຶ່ງ, ກ່ຽວກັບເປົ້າໝາຍ ແລະ ຄວາມຕ້ອງການຂອງການກໍ່ສ້າງລະບົບຕຸລາການ.
ມະຕິສະບັບເລກທີ 27-NQ/TW ກຳນົດໃຫ້: “ກໍ່ສ້າງລະບົບຕຸລາການທີ່ເປັນມືອາຊີບ ທັນສະໄໝ ຍຸຕິທຳ ເຂັ້ມງວດ ແລະຊື່ສັດ ເພື່ອຮັບໃຊ້ປະເທດຊາດແລະປະຊາຊົນ”. ເມື່ອທຽບກັບມະຕິສະບັບເລກທີ 49-NQ/TW, ລົງວັນທີ່ 2 ມິຖຸນາ 2005, ຂອງກົມການເມືອງສູນກາງ “ວ່າດ້ວຍຍຸດທະສາດການປະຕິຮູບດ້ານຕຸລາການຮອດປີ 2020”, ທັດສະນະຂອງພັກກອມມູນິດຫວຽດນາມກ່ຽວກັບເປົ້າໝາຍ ແລະ ຄວາມຮຽກຮ້ອງຕ້ອງການ ໃນການກໍ່ສ້າງລະບົບຕຸລາການໃຫ້ມີການພັດທະນາຢ່າງຕໍ່ເນື່ອງ. ຕາມນັ້ນ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະມະຕິສະບັບເລກທີ 27-NQ/TW ໄດ້ເພີ່ມຄວາມຮຽກຮ້ອງຕ້ອງການກ່ຽວກັບ “ຄວາມເປັນມືອາຊີບ, ທັນສະໄໝ, ຍຸຕິທຳ” ຂອງລະບົບຕຸລາການ.
ມະຕິສະບັບເລກທີ 27-NQ/TW ເນັ້ນເຖິງການເພີ່ມທະວີຄວາມເປັນມືອາຊີບໃນກິດຈະກຳຕຸລາການ ເພາະວ່າ ມັນກ່ຽວຂ້ອງຢ່າງແໜ້ນແຟ້ນກັບເປົ້າໝາຍປົກປ້ອງຄວາມຍຸດຕິທຳ, ປົກປ້ອງສິດທິມະນຸດ ແລະ ສິດພົນລະເມືອງ. ຄວາມເປັນມືອາຊີບສະທ້ອນໃຫ້ເຫັນທັງໃນຖັນແຖວພະນັກງານທີ່ມີຄຸນວຸດທິສູງ ແລະມີຄວາມຮູ້ກວ້າງຂວາງ ເຊິ່ງເຮັດວຽກຕາມຄວາມຮັບຜິດຊອບ ແລະວຽກງານທີ່ໄດ້ຮັບມອບໝາຍ, ເຊັ່ນດຽວກັນກັບການດໍາເນີນງານຂອງສານທີ່ຕ້ອງປະຕິບັດຕາມຄໍາສັ່ງແລະຂັ້ນຕອນທີ່ກົດໝາຍກໍານົດ ແລະການຕັດສິນຈະຕ້ອງອີງຕາມກົດໝາຍ.
ການກໍ່ສ້າງລະບົບຕຸລາການທີ່ທັນສະໄໝເພື່ອຍົກສູງຄຸນນະພາບຂອງລະບົບຕຸລາການ, ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນຂອງສັງຄົມ, ຄ່ອງຕົວກັບການພັດທະນາຂອງລະບົບເສດຖະກິດ ແລະເຂົ້າໃກ້ລະບົບຕຸລາການທີ່ກ້າວໜ້າຂອງໂລກ. ເປົ້າໝາຍທີ່ຖືກກຳນົດໂດຍມະຕິສະບັບເລກທີ 27-NQ/TW ນີ້ມີພື້ນຖານອັນໜັກແໜ້ນໃນສະພາບການຂອງປະເທດທີ່ໄດ້ຜ່ານ 15 ປີແຫ່ງການປະຕິບັດມະຕິສະບັບເລກທີ 49-NQ/TW ຂອງກົມການເມືອງສູນກາງພັກ. ໃນຂະນະທີ່ມະຕິສະບັບເລກທີ 49-NQ/TW ພຽງແຕ່ກຳນົດການສ້າງລະບົບຕຸລາການທີ່ “ທັນສະໄໝເທື່ອລະກ້າວ” ແຕ່ຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະມະຕິສະບັບເລກທີ 27-NQ/TW, ພັກໄດ້ວາງຄວາມຮຽກຮ້ອງຕ້ອງການທີ່ສູງກວ່າ ນັ້ນຄືການກໍ່ສ້າງລະບົບຕຸລາການທີ່ “ທັນສະໄໝ” ເພື່ອຢືນຢັນຄວາມຕັດສິນໃຈທາງການເມືອງ ແລະວາງທິດທາງສຸມໃສ່ລົງທຶນກໍ່ສ້າງສິ່ງອຳນວຍຄວາມສະດວກ, ການຈັດສັນແຫຼ່ງກຳລັງ ແລະ ການຮັບປະກັນເງື່ອນໄຂອື່ນໆ ເພື່ອພັດທະນາລະບົບຕຸລາການ.
ລັດຖະທຳມະນູນປີ 2013 ໄດ້ຮັບຮູ້ ແລະ ກຳນົດຈຸດໝາຍກໍ່ສ້າງສັງຄົມທີ່ຍຸຕິທຳ, ພ້ອມກັນນັ້ນກໍ່ກຳນົດວ່າ ການພິພາກສາໃນສານຕ້ອງຮັບປະກັນຄວາມຍຸຕິທຳ. ດັ່ງນັ້ນ, ຄວາມຍຸຕິທຳເປັນລັກສະນະຂອງຂະບວນການພິຈາລະນາຄະດີໂດຍທົ່ວໄປ ແລະ ໂດຍສະເພາະການເຄື່ອນໄຫວພິຈາລະນາຄະດີ, ຄວາມຍຸຕິທຳກໍເປັນເປົ້າໝາຍຂອງສັງຄົມທີ່ມີອາລະຍະທຳ. ການເຄື່ອນໄຫວຂອງສານມຸ່ງຫວັງທີ່ຈະນຳຄວາມຍຸຕິທຳມາສູ່ສັງຄົມແລະປະຊາຊົນ ທີ່ຈຳເປັນຕ້ອງໄປຂຶ້ນສານເພື່ອຮັບການພິພາກສາທີ່ຍຸຕິທຳ. ຄວາມຍຸຕິທໍາດັ່ງກ່າວສະແດງອອກບໍ່ພຽງແຕ່ຜ່ານຄຳຕັດສິນຂອງສານເທົ່ານັ້ນ ແຕ່ຍັງຢູ່ໃນຄວາມຍຸຕິທໍາແລະຄວາມສະເໝີພາບຂອງພາກສ່ວນທີ່ເຂົ້າຮ່ວມຂັ້ນຕອນຕ່າງໆໃນການດໍາເນີນຄະດີ ເພື່ອຮັບປະກັນການເຂົ້າເຖິງຄວາມຍຸດຕິທໍາຢ່າງເທົ່າທຽມກັນລະຫວ່າງພາກສ່ວນທີ່ກ່ຽວຂ້ອງ.
ບັນດາເນື້ອໃນໃໝ່ກ່ຽວກັບເປົ້າໝາຍແລະຄວາມຮຽກຮ້ອງຕ້ອງການຂອງການປະຕິຮູບດ້ານຕຸລາການດັ່ງກ່າວໃນມະຕິສະບັບເລກທີ 27-NQ/TW ຈຳເປັນຕ້ອງໄດ້ຮັບການຊາບຊຶມ ແລະຜັນຂະຫຍາຍໃນທາງປະຕິບັດຕົວຈິງ. ມັນຍັງຮຽກຮ້ອງໃຫ້ຂະບວນການປັບປຸງກົດໝາຍໃຫ້ສົມບູນແບບ ແລະການຈັດຕັ້ງບັງຄັບໃຊ້ກົດໝາຍ ເພື່ອໃຫ້ເປັນໄປຕາມເປົ້າໝາຍແລະຂໍ້ກໍານົດຢ່າງໃກ້ຊິດ ສຳລັບການຫັນເປັນລະບຽບລະບອບຢ່າງເຕັມທີ່ແລະສະເພາະເຈາະຈົງໃນບັນດາກົດໝາຍ. ພ້ອມກັນນັ້ນ, ຈັດວາງແລະປັບປຸງກົນໄກການຈັດຕັ້ງຂອງອົງການຕຸລາການ; ເພີ່ມທະວີເງື່ອນໄຂດ້ານຄວາມປອດໄພ; ຝຶກອົບຮົມແລະຍົກສູງຄວາມສາມາດ, ຄວາມກ້າຫານ ແລະ ຄວາມຮັບຜິດຊອບຂອງຖັນແຖວພະນັກງານຕຸລາການໃຫ້ທຽບທັນກັບໜ້າທີ່.
ທີສອງ, ຮັບປະກັນຄວາມເປັນເອກະລາດຂອງສານ.
ມະຕິສະບັບເລກທີ 27-NQ/TW ກຳນົດຄວາມຮຽກຮ້ອງຕ້ອງການ “ຮັບປະກັນຄວາມເປັນເອກະລາດຂອງສານ ຕາມເຂດອຳນາດສານ; ຜູ້ພິພາກສາແລະຄະນະລູກຂຸນມີຄວາມເປັນເອກະລາດ ແລະປະຕິບັດຕາມກົດໝາຍເທົ່ານັ້ນ”. ນີ້ແມ່ນບັນດາຫຼັກການຕົ້ນຕໍໃນການຈັດຕັ້ງ ແລະການດຳເນີນງານຂອງສານ ເຊິ່ງບັນທຶກໄວ້ໃນເອກະສານ ຄຳໝັ້ນສັນຍາສາກົນ ແລະ ໃນລັດຖະທຳມະນູນຂອງແຕ່ລະປະເທດ. ຢູ່ຫວຽດນາມ, ຫຼັກການຄວາມເປັນເອກະລາດຂອງຕຸລາການໄດ້ຮັບການຍອມຮັບຕັ້ງແຕ່ລັດຖະທຳມະນູນສະບັບທຳອິດ (ປີ 1946) ແລະສືບຕໍ່ໄດ້ຮັບການຢືນຢັນໃນລັດຖະທຳມະນູນສະບັບຕໍ່ມາ ແລະ ເນື້ອໃນຄວາມໝາຍຂອງມັນກໍໄດ້ຮັບການພັດທະນາຢ່າງກວ້າງຂວາງໃນຫຼາຍແງ່ດ້ານ.
ຄຳຕັດສິນຂອງສານກ່ຽວຂ້ອງໂດຍກົງກັບສິດທິອັນສັດສິດແລະຂັ້ນພື້ນຖານ ທີ່ກ່ຽວຂ້ອງກັບກຽດ ສັກສີ ມະໂນທຳ, ຊີວິດທາງການເມືອງແລະຊັບສິນຂອງມະນຸດ. ດັ່ງນັ້ນ, ເພື່ອຮັບປະກັນຄວາມຍຸຕິທໍາ, ບໍ່ມີໃຜໄດ້ຮັບອະນຸຍາດໃຫ້ກຳນົດຫຼືແຊກແຊງຄຳຕັດສິນຂອງສານ. ລັດ ກົດໝາຍ ແລະ ສັງຄົມທັງໝົດມີຄວາມຮັບຜິດຊອບ ໃນການຮັບປະກັນໃຫ້ສານແລະຜູ້ພິພາກສາ ມີສະພາບແວດລ້ອມແຫ່ງການດຳເນີນງານ ໂດຍບໍ່ມີການແຊກແຊງໃດໆ; ພວກເຂົາຕ້ອງເປັນເອກະລາດໃນການຕັດສິນ ແລະສິ່ງດຽວທີ່ສານແລະຜູ້ພິພາກສາຕ້ອງປະຕິບັດຕາມກົດໝາຍ.
ມະຕິສະບັບເລກທີ 27-NQ/TW ກຳນົດຢ່າງລະອຽດກ່ຽວກັບຫຼັກການຮັບປະກັນຄວາມເປັນເອກະລາດຂອງສານໃນສອງດ້ານດັ່ງນີ້: ທີໜຶ່ງ, ຮັບປະກັນຄວາມເປັນເອກະລາດຂອງສານຕາມເຂດອຳນາດສານ ແລະຄວາມເປັນເອກະລາດລະຫວ່າງລະດັບການພິຈາລະນາຄະດີ; ທີສອງ, ຮັບປະກັນວ່າຜູ້ພິພາກສາແລະຄະນະລູກຂຸນມີຄວາມເປັນເອກະລາດແລະປະຕິບັດຕາມກົດໝາຍເທົ່ານັ້ນ.
ກ່ຽວກັບການຮັບປະກັນຄວາມເປັນເອກະລາດລະຫວ່າງລະດັບການພິຈາລະນາຄະດີ: ລະບົບສານແບ່ງອອກເປັນລະດັບການພິຈາລະນາຄະດີຕາມເຂດອຳນາດສານໃນຂະບວນການພິຈາລະນາຄະດີ, ປະກອບດ້ວຍລະດັບພິຈາລະນາຄະດີຂັ້ນຕົ້ນ, ລະດັບອຸທອນ, ການທົບທວນຄຳຕັດສິນຂອງສານ ແລະການພິຈາລະນາຄືນໃໝ່. ການພົວພັນລະຫວ່າງລະດັບການພິຈາລະນາຄະດີ ບໍ່ແມ່ນການພົວພັນດ້ານການບໍລິຫານ ລະຫວ່າງຜູ້ບັງຄັບບັນຊາແລະຜູ້ໃຕ້ບັງຄັບບັນຊາ; ລະດັບອຸທອນບໍ່ໄດ້ເໜືອກວ່າລະດັບພິຈາລະນະຄະດີຂັ້ນຕົ້ນ, ເຊັ່ນດຽວກັນ, ລະດັບການທົບທວນຄຳພິພາກສາຂອງສານບໍ່ໄດ້ເໜືອກວ່າລະດັບພິຈາລະນາຄະດີຂັ້ນຕົ້ນ ແລະລະດັບອຸທອນ. ບັນດາລະດັບການພິຈາລະນາຄະດີມີຄວາມເປັນເອກະລາດຈາກກັນຢ່າງສິ້ນເຊິງ, ແມ່ນການພົວພັນຕາມຂັ້ນຕອນ, ເປັນເອກະລາດໃນການພິຈາລະນາຄະດີ ແລະປະຕິບັດຕາມກົດໝາຍເທົ່ານັ້ນ, ບໍ່ມີໜ່ວຍງານ ອົງການຫຼືບຸກຄົນໃດມີສິດທີ່ຈະບັງຄັບ.
ກ່ຽວກັບຄວາມເປັນເອກະລາດຂອງຜູ້ພິພາກສາແລະຄະນະລູກຂຸນລະຫວ່າງການພິຈາລະນາຄະດີ: ນີ້ແມ່ນຄວາມເປັນເອກະລາດຂອງຜູ້ພິພາກສາແລະຄະນະລູກຂຸນຈາກໜ່ວຍງານອື່ນນອກສະພາພິຈາລະນາຄະດີ, ກໍຄືຄວາມເປັນເອກະລາດລະຫວ່າງສະມາຊິກຂອງສະພາພິຈາລະນາຄະດີ. ໜ່ວຍງານອື່ນໆ ຈະບໍ່ໄດ້ຮັບອະນຸຍາດໃຫ້ແຊກແຊງ ຫຼືຊີ້ນຳກຳກັບ ກິດຈະກຳການພິຈາລະນາຄະດີຂອງຜູ້ພິພາກສາແລະຄະນະລູກຂຸນ ເມື່ອເຂົ້າຮ່ວມໃນການພິຈາລະນາຄະດີ ເຖິງແມ່ນວ່າບຸກຄົນນັ້ນຈະເປັນຜູ້ນຳ ຫຼືຜູ້ຈັດການ ຂອງຜູ້ພິພາກສາຫຼືຄະນະລູກຂຸນ. ຜູ້ພິພາກສາແລະຄະນະລູກຂຸນຍັງເປັນເອກະລາດຈາກກັນໃນການໃຫ້ທັດສະນະ, ສະແດງຄວາມຄິດເຫັນ ແລະຕັດສິນໃຈ ໂດຍບໍ່ຕ້ອງຂຶ້ນຢູ່ກັບສະມາຊິກຄົນອື່ນ ໃນຄະນະລູກຂຸນ. ພວກເຂົາມີສິດສະຫງວນຄວາມຄິດເຫັນໄດ້ໃນກໍລະນີທີ່ຄວາມຄິດເຫັນນັ້ນເປັນສ່ວນນ້ອຍ. ການເຄື່ອນໄຫວພິຈາລະນາຄະດີແມ່ນກິດຈະກຳສະເພາະ, ບໍ່ແມ່ນກິດຈະກຳການບໍລິຫານຄຸ້ມຄອງລັດ, ດັ່ງນັ້ນຈຶ່ງບໍ່ຕ້ອງເຊື່ອຟັງ ປະຕິບັດຕາມຄໍາສັ່ງຂອງອົງການບໍລິຫານລັດຂັ້ນເທິງ. ພວກເຂົາມີອຳນາດເຕັມໃນການຕັດສິນໃຈຕາມກົດໝາຍ ແລະຖືກຜູກມັດຕາມບົດບັນຍັດຂອງກົດໝາຍເທົ່ານັ້ນ.
ທີສາມ, ກຳນົດສິດອຳນາດຂອງສານເພື່ອນຳໃຊ້ອຳນາດຕຸລາການໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງ
ມະຕິສະບັບເລກທີ 27-NQ/TW ຮຽກຮ້ອງໃຫ້: “ກຳນົດສິດອຳນາດຂອງສານເພື່ອນຳໃຊ້ອຳນາດຕຸລາການໄດ້ຢ່າງຄົບຖ້ວນແລະຖືກຕ້ອງ;..., ຕັດສິນຕົກລົງບັນຫາຕ່າງໆທີ່ກ່ຽວຂ້ອງກັບສິດທິມະນຸດ ແລະ ສິດພົນລະເມືອງ. ການຄົ້ນຄວ້າຊີ້ແຈງສິດອຳນາດຂອງສະພາພິຈາລະນາຄະດີ ໃນການດຳເນີນຄະດີຂອງສານ, ແລະຄະດີທີ່ສານລວບລວມພະຍານຫຼັກຖານໃນລະຫວ່າງດຳເນີນຄະດີ”. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ເພື່ອຊີ້ແຈ້ງແລະສະໜອງຂໍ້ກຳນົດລະອຽດກ່ຽວກັບອຳນາດຕຸລາການຂອງສານ, ບົນພື້ນຖານນັ້ນ ກຳນົດສິດອຳນາດຂອງສານໃນຖານະເປັນອົງການປະຕິບັດອຳນາດຕຸລາການຕາມທີ່ໄດ້ຢືນຢັນໃນລັດຖະທຳມະນູນປີ 2013. ຕາມຂໍ້ກຳນົດຂອງລັດຖະທຳມະນູນ “ອຳນາດລັດເປັນເອກະພາບ ໂດຍມີການແບ່ງງານ ການປະສານງານ ແລະ ການຄວບຄຸມລະຫວ່າງໜ່ວຍງານຂອງລັດ ໃນການໃຊ້ອຳນາດນິຕິບັນຍັດ ອຳນາດບໍລິຫານ ແລະອຳນາດຕຸລາການ”; “ສະພາແຫ່ງຊາດໃຊ້ອຳນາດສ້າງລັດຖະທຳມະນູນ ແລະສ້າງກົດໝາຍ”; “ລັດຖະບານ... ໃຊ້ອຳນາດບໍລິຫານ”; “ສານ... ໃຊ້ອຳນາດຕຸລາການ”. ດັ່ງນັ້ນ, ສານຈຶ່ງໄດ້ຮັບມອບໝາຍຈາກລັດຖະທຳມະນູນໃຫ້ປະຕິບັດອຳນາດຕຸລາການ; ແລະສານຈະໃຊ້ອຳນາດຕຸລາການພຽງຜູ້ດຽວ(3).
ພາກປະຕິບັດນິຕິທຳທີ່ຍອມຮັບໂດຍທົ່ວໄປໃນໂລກສະແດງໃຫ້ເຫັນວ່າ ເນື້ອໃນຂອງອຳນາດຕຸລາການລວມມີ ສິດທິໃນການພິຈາລະນາແລະການຕັດສິນຄະດີ; ສິດທິໃນການຮັບຮອງການໃຊ້ກົດໝາຍຢ່າງເປັນເອກະພາບໃນການພິຈາລະນາຄະດີ ໂດຍອີງໃສ່ການສະຫຼຸບພຶດຕິກຳການພິຈາລະນາຄະດີ; ສິດທິໃນການພັດທະນາຄຳຕັດສິນແບບຢ່າງ; ສິດທິໃນການຕັດສິນຕົກລົງບັນດາບັນຫານທີ່ກ່ຽວຂ້ອງກັບສິດທິມະນຸດແລະສິດພົນລະເມືອງ; ສິດທິໃນການຮັບຮູ້ຜົນການໄກ່ເກ່ຍນອກສານທີ່ປະສົບຄວາມສໍາເລັດ; ສິດທິໃນການຮັບຮູ້ແລະບັງຄັບໃຊ້ຄໍາຕັດສິນຂອງສານ, ຄຳຕັດສິນຂອງສານຕ່າງປະເທດ ແລະຄຳຊີ້ຂາດຂອງອະນຸຍາໂຕຕຸລາການຕ່າງປະເທດ; ສິດທິໃນການພິຈາລະນາຄວາມຖືກຕ້ອງຕາມລັດຖະທໍາມະນູນ ແລະຕາມກົດໝາຍ ຂອງເອກະສານທາງດ້ານກົດໝາຍ; ສິດທິໃນການຕີຄວາມກົດໝາຍ ແລະ ສິດອື່ນໆອີກຈຳນວນໜຶ່ງ...
ອຳນາດຕຸລາການມີບັນດາຄຸນລັກສະນະພື້ນຖານ ເຊັ່ນ ໄດ້ຮັບການປະຕິບັດໂດຍສານທີ່ເປັນເອກະລາດ ແລະພຽງແຕ່ປະຕະບັດຕາມກົດໝາຍເທົ່ານັ້ນ; ຕ້ອງປະຕິບັດຕາມຂັ້ນຕອນທາງກົດໝາຍທີ່ເຂັ້ມງວດ; ຄຳພິພາກສາແລະຄຳຕັດສິນຂອງສານມີຜົນທາງກົດໝາຍ ແລະກຳນົດໃຫ້ໜ່ວຍງານ ອົງການ ແລະບຸກຄົນເຄົາລົບແລະປະຕິບັດຕາມຢ່າງເຄັ່ງຄັດ; ຄຳພິພາກສາແລະຄຳຕັດສິນຂອງສານໄດ້ຮັບການບັງຄັບໃຊ້ໂດຍອຳນາດລັດໂດຍໜ່ວຍງານບັງຄັບໃຊ້ຄຳພິພາກສາທີ່ມີອຳນາດ; ຄຳພິພາກສາແລະຄຳຕັດສິນຂອງສານຈະປ່ຽນແປງຫຼືເພີກຖອນໄດ້ໂດຍສານທີ່ສິດອຳນາດຕາມຂັ້ນຕອນແລະພິທີການທີ່ກົດໝາຍກຳນົດເທົ່ານັ້ນ; ຄຳພິພາກສາແລະຄຳຕັດສິນຂອງສານໄດ້ສຳເລັດຕາມຂັ້ນຕອນດຳເນີນຄະດີຄົບຖ້ວນແລ້ວ, ແຕ່ຖ້າມີຂໍ້ຜິດພາດກໍຈະຖືກອຸທອນ ຫຼືທັກທ້ວງຕາມກົດໝາຍວ່າບໍ່ມີຄຸນຄ່າທາງກົດໝາຍ ຫຼືຈະແກ້ໄຂຕາມຂັ້ນຕອນການອຸທອນ, ການທົບທວນຄຳຕັດສິນຂອງສານ, ແລະຄະນະພິຈາລະນາຄະດີຈະຮັບຜິດຊອບສະເພາະໃນກໍລະນີທີ່ເກີດຂໍ້ຜິດພາດໂດຍເຈດຕະນາແລະອັດຕະວິໄສເທ່ົານັ້ນ.
ທີສີ່, ຂະຫຍາຍເຂດອຳນາດສານໃນການພິຈາລະນາຄະດີລະເມີດທາງປົກຄອງ
ລັດຖະທຳມະນູນປີ 2013 ກຳນົດ: “ສານປະຊາຊົນມີໜ້າທີ່ຮັບຜິດຊອບໃນການປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດທິມະນຸດ ສິດພົນລະເມືອງ, ປົກປ້ອງລະບອບສັງຄົມນິຍົມ, ປົກປ້ອງຜົນປະໂຫຍດຂອງລັດ ສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງອົງການແລະບຸກຄົນ”. ສານໄດ້ມີປະສິດທິຜົນຫຼາຍໃນການຄວບຄຸມອົງການຂອງລັດທີ່ໃຊ້ມາດຕະການໃນການຈັດການກັບການລະເມີດທາງປົກຄອງ ໂດຍການພິຈາລະນາຄະດີປົກຄອງ.
ໃນເວລາທີ່ຜ່ານມາ, ການລົງໂທດທາງປົກຄອງແລະມາດຕະການຈັດການທາງປົກຄອງບາງປະເພດພາຍໃຕ້ອຳນາດຂອງອົງການບໍລິການປົກຄອງ ໄດ້ຖືກໂອນໄປໃຫ້ສານເພື່ອພິຈາລະນາແລະຕັດສິນ ເພື່ອເພີ່ມຄວາມເປີດກວ້າງ ຄວາມໂປ່ງໃສ ປະຊາທິປະໄຕ ແລະຫຼັກນິຕິທຳ ໃນຂະບວນການຈັດການແກ້ໄຂ ເຊັ່ນການພິຈາລະນາແລະຕັດສິນຕົກລົງໃຊ້ມາດຕະການຈັດການດ້ານບໍລິຫານ ໃນການສົ່ງເຂົ້າສະຖານດັດສັນດານ, ສົ່ງເຂົ້າສະຖານສຶກສາພາກບັງຄັບ, ສົ່ງເຂົ້າສະຖານບຳບັດລ້າງພິດພາກບັງຄັບ,... ການໃຊ້ມາດຕະການລົງໂທດແລະມາດຕະການບັງຄັບໃຊ້ທາງປົກຄອງ ທີ່ດໍາເນີນການໂດຍສານ ຕາມຂັ້ນຕອນແລະລະບຽບການທີ່ເຂັ້ມງວດແລະເປີດເຜີຍ ໂດຍມີການເຂົ້າຮ່ວມຂອງຜູ້ປົກປ້ອງສິດແລະຜົນປະໂຫຍດອັນຊອບທໍາ ຂອງຜູ້ຟ້ອງຮ້ອງ, ດັ່ງນັ້ນຈຶ່ງປະກອບສ່ວນເຂົ້າໃນການປົກປ້ອງສິດທິມະນຸດ ແລະ ສິດພົນລະເມືອງໃຫ້ດີຂຶ້ນ.
ດັ່ງນັ້ນ, ມະຕິສະບັບເລກທີ 27-NQ/TW ຮຽກຮ້ອງໃຫ້ “ຂະຫຍາຍເຂດອຳນາດສານໃນການພິຈາລະນາຄະດີລະເມີດທາງປົກຄອງ” ເພື່ອປົກປ້ອງສິດທິມະນຸດແລະສິດພົນລະເມືອງດີກວ່າເກົ່າ. ເພື່ອປະຕິບັດຄວາມຮຽກຮ້ອງຕ້ອງການນີ້, ໃນເວລາອັນໃກ້ນີ້ ມີຄວາມຈຳເປັນຕ້ອງທົບທວນແລະແກ້ໄຂກົດໝາຍວ່າດ້ວຍການຈັດການການລະເມີດທາງປົກຄອງ ເພື່ອຂະຫຍາຍເຂດອຳນາດຂອງສານໃນການແກ້ໄຂຄະດີປົກຄອງ, ໂດຍສະເພາະ ໃນກໍລະນີທີ່ມີການໃຊ້ມາດຕະການລົງໂທດແລະມາດຕະການຈັດການທີ່ຈໍາກັດສິດທິມະນຸດແລະສິດພົນລະເມືອງ; ຮັບປະກັນໃຫ້ການພິຈາລະນາ ແລະ ການໃຊ້ມາດຕະການລົງໂທດທາງປົກຄອງ ໄດ້ດຳເນີນໄປຢ່າງລະມັດລະວັງ, ຖືກຕາມກົດລະບຽບ, ຕາມຂະບວນການດຳເນີນຄະດີທີ່ເປີດເຜີຍ ແລະ ໂປ່ງໃສ.
ທີຫ້າ, ປະຕິບັດລະບຽບການດຳເນີນຄະດີໂດຍເອົາການພິຈາລະນາຄະດີເປັນສູນກາງ, ການໂຕ້ວາທີໃນເມື່ອພິຈາລະນາຄະດີເປັນການບຸກທະລຸ.
ໃນລະຫວ່າງການດໍາເນີນຄະດີທັງໝົດ, ກິດຈະກຳການພິຈາລະນາຄະດີຂອງສານຖືເປັນຈຸດສູນກາງ. ໃນລະຫວ່າງຂັ້ນຕອນການພິຈາລະນາຄະດີ ມີການລວມຕົວຢ່າງຄົບຖ້ວນຂອງບັນດາອັດຕະພາບທີ່ເຮັດໜ້າທີ່ພື້ນຖານຂອງການພິຈາລະນາຄະດີແບບໂຕ້ວາທີ, ລວມທັງໜ້າທີ່ການກ່າວຫາ, ໜ້າທີ່ການປ້ອງກັນ, ໜ້າທີ່ການພິພາກສາ. ໂດຍສະເພາະ, ພຽງແຕ່ເຖິງຂັ້ນຕອນການພິຈາລະນາຄະດີຢູ່ທີ່ສານເທົ່ານັ້ນ ຈຶ່ງມີການຈັດຕັ້ງຫຼັກການເປີດເຜີຍ ໂດຍຂະບວນການພິຈາລະນາຄະດີທັງໝົດຈະດຳເນີນການຢ່າງເປີດເຜີຍ, ຍົກເວັ້ນບາງກໍລະນີຂອງການພິຈາລະນາຄະດີແບບປິດຕາມທີ່ກົດໝາຍກໍານົດ. ສະເພາະໃນຂັ້ນຕອນການພິຈາລະນາຄະດີເທົ່ານັ້ນ, ພະຍານຫຼັກຖານທັງໝົດຂອງຝ່າຍກ່າວຫາ, ຝ່າຍຈຳເລີຍ ແລະ ຂອງຜູ້ຟ້ອງຮ້ອງ ຈະໄດ້ຮັບການກວດສອບ, ປະເຊີນໜ້າ ແລະໂຕ້ຖຽງກັນຢ່າງເປີດເຜີຍ, ຕາມຂັ້ນຕອນທີ່ເຂັ້ມງວດ ແລະ ສະພາພິພາກສາຈະພິຈາລະນາຢ່າງຮອບດ້ານ. ສະເພາະຫຼັກຖານແລະເອກະສານທີ່ໄດ້ຮັບການກວດກາແລະປະເມີນຜົນໂດຍເປີດເຜີຍໃນການພິຈາລະນາຄະດີ ແລະຕາມຜົນການດຳເນີນຄະດີໃນການພິຈາລະນາຄະດີເທົ່ານັ້ນ ຈຶ່ງມີມູນຄ່າພິເສດ ແລະສາມາດໃຊ້ເປັນພື້ນຖານໃຫ້ສານຕັດສິນຄະດີໄດ້.
ດ້ວຍຄວາມສໍາຄັນຂອງກິດຈະກໍາທາງຕຸລາການ, ພັກກອມມູນິດຫວຽດນາມຈຶ່ງໄດ້ຕັດສິນໃຈຍູ້ແຮງການພິຈາລະນາແບບໂຕ້ວາທີແລະລະບຸວ່າ ນີ້ເປັນບັນຫາທີ່ມີລັກສະນະບຸກທະລຸໃນການປະຕິຮູບດ້ານຕຸລາການ(4). ບົນພື້ນຖານການສືບທອດຜົນງານທີ່ໄດ້ຮັບຈາກການດຳເນີນການປະຕິຮູບລະບົບຕຸລາການໃນເວລາທີ່ຜ່ານມາ, ມະຕິສະບັບເລກທີ 27-NQ/TW ສືບຕໍ່ຮຽກຮ້ອງໃຫ້: “ກໍ່ສ້າງລະບຽບການດຳເນີນຄະດີໂດຍເອົາການພິຈາລະນາຄະດີເປັນສູນກາງ, ການໂຕ້ວາທີໃນເມື່ອພິຈາລະນາຄະດີເປັນການບຸກທະລຸ; ຮັບປະກັນຂະບວນການພິຈາລະນາຄະດີມີປະຊາທິປະໄຕ ຍຸຕິທຳ ອາລະຍະທຳ ຫຼັກນິຕິທຳ ທັນສະໄໝ ເຂັ້ມງວດ ແລະເຂົ້າເຖິງໄດ້ງ່າຍ, ຮັບປະກັນແລະປົກປ້ອງສິດທິມະນຸດ ແລະສິດພົນລະເມືອງ”.
ການພິຈາລະນາຄະດີແບບໂຕ້ວາທີບໍ່ແມ່ນເນື້ອໃນໃໝ່ ແຕ່ແມ່ນຂໍ້ກຳນົດທີ່ຫຼີກລ້ຽງບໍ່ໄດ້ສຳລັບຂະບວນການຍຸຕິທຳທີ່ກ້າວໜ້າໃນໂລກ. ໃນລະຫວ່າງການດຳເນີນຄະດີ, ທັງໜ່ວຍງານໄອຍະການແລະຜູ້ເຂົ້າຮ່ວມການພິຈາລະນາຄະດີ ຈຳເປັນຕ້ອງກວດກາແລະເພີ່ມເຕີມພະຍານຫຼັກຖານ, ຖົກຖຽງໂຕ້ວາທີແລະປະຕິເສດຂໍ້ໂຕ້ແຍ້ງຂອງກັນແລະກັນ. ດັ່ງນັ້ນ, ການພິຈາລະນາຄະດີແບບໂຕ້ວາທີຈຶ່ງເປັນສິ່ງຈຳເປັນໃນການດຳເນີນຄະດີ ແລະ ລວມສູນທີ່ສຸດໃນຂັ້ນຕອນການພິຈາລະນາຄະດີຢູ່ທີ່ສານ. ລັດຖະທຳມະນູນປີ 2013 ຂອງຫວຽດນາມໄດ້ຫັນບັນດາມະຕິ ແລະ ທັດສະນະຂອງພັກເປັນນິຕິກຳ ແລະ ກຳນົດຫຼັກການ “ການໂຕ້ວາທີ່ໃນເມື່ອພິຈາລະນາຄະດີໄດ້ຮັບການຮັບຮອງ”. ອາດຈະເວົ້າໄດ້ວ່າ, ການກຳນົດຫຼັກການໂຕ້ວາທີໃນການພິຈາລະນາຄະດີໃນລັດຖະທຳມະນູນປີ 2013 ແລະບັນດາກົດໝາຍວິທີການພິຈາລະນາຄວາມ ໄດ້ສະທ້ອນໃຫ້ເຫັນເຖິງບາດກ້າວສຳຄັນໃນລະບົບຕຸລາການຂອງປະເທດ ເຊິ່ງກໍ່ໃຫ້ເກີດການປ່ຽນແປງທາງດ້ານຄຸນນະພາບໃນການດຳເນີນຄະດີ. ມະຕິສະບັບເລກທີ 27-NQ/TW ສືບຕໍ່ຢືນຢັນທັດສະນະນັ້ນ ແລະເນັ້ນໜັກ “ການພິຈາລະນາຄະດີແບບໂຕ້ວາທີແມ່ນການບຸກທະລຸ” ໃນການປະຕິຮູບດ້ານຕຸລາການ.
ໂດຍຊາບຊຶມມະຕິສະບັບເລກທີ 27-NQ/TW, ວຽກງານໃນເວລາທີ່ຈະມາເຖິງແມ່ນຕ້ອງສືບຕໍ່ປັບປຸງກົດໝາຍທີ່ກ່ຽວຂ້ອງຕ່າງໆໃຫ້ສົມບູນແບບ, ໂດຍສະເພາະແມ່ນກົດໝາຍວິທີພິຈາລະນາຄວາມ ເພື່ອປະຕິບັດຄວາມຕ້ອງການ “ສ້າງລະບຽບການດຳເນີນຄະດີໂດຍເອົາການພິຈາລະນາຄະດີເປັນສູນກາງ, ການໂຕ້ວາທີໃນເມື່ອພິຈາລະນາຄະດີເປັນການບຸກທະລຸ” ໃຫ້ໄດ້ດີກວ່າອີກ. ການໂຕ້ວາທີໃນຂະບວນການດຳເນີນຄະດີບໍ່ໄດ້ຢຸດຢູ່ທີ່ການພິຈາລະນາຄະດີ ແຕ່ຕ້ອງຮັບປະກັນວ່າ ຈະດຳເນີນການຕັ້ງແຕ່ຂັ້ນຕອນກ່ອນທີ່ສານຈະຕັດສິນຄະດີ ເຊັ່ນຂັ້ນຕອນເລີ່ມດຳເນີນຄະດີ, ການສອບສວນ, ການຟ້ອງຮ້ອງ. ບັນດາອັດຕະພາບຕ້ອງມີຄວາມສະເໝີພາບໃນການສະເໜີຫຼັກຖານ, ປະເມີນຫຼັກຖານ ແລະການຮ້ອງຂໍ ເພື່ອຊີ້ແຈງຄວາມຈິງພາວະວິໄສຂອງຄະດີ. ຫຼັກຖານທັງໝົດເພື່ອກໍານົດຄວາມຜິດ, ຫຼັກຖານເພື່ອກໍານົດຄວາມບໍລິສຸດ ແລະ ລາຍລະອຽດອື່ນໆທີ່ມີຄວາມໝາຍຕໍ່ກັບການແກ້ໄຂຄະດີ ຕ້ອງໄດ້ຮັບການນໍາສະເໜີ, ໂຕ້ວາທີ ແລະ ຊີ້ແຈງໃນເມື່ອພິຈາລະນາຄະດີ. ທຸກໆຫຼັກຖານຢືນຢັນຄວາມຜິດ, ຫຼັກຖານຢືນຢັນຄວາມບໍລິສຸດ ແລະ ລາຍລະອຽດອື່ນໆ ທີ່ມີຄວາມສໍາຄັນຕໍ່ການແກ້ໄຂຄະດີ ຈະຕ້ອງໄດ້ຮັບການນໍາສະເໜີ, ການໂຕ້ວາທີ ແລະຊີ້ແຈງ ໃນການພິຈາລະນາຄະດີ. ການໂຕ້ວາທີໃນເວລາພິຈາລະນາຄະດີທີ່ສານ ຈະຕ້ອງໄດ້ຮັບການສົ່ງເສີມ ແລະລະບຽບວິທີການດຳເນີນຄະດີຈະຕ້ອງອຳນວຍຄວາມສະດວກໃຫ້ຄູ່ກໍລະນີໃນການໂຕ້ວາທີ ໂດຍບໍ່ຈຳກັດເວລາທີ່ໃຊ້ໃນການໂຕ້ວາທີ, ບັນຫາທັງໝົດທີ່ເກີດຂຶ້ນໃນການໂຕ້ວາທີຈະຕ້ອງໄດ້ຮັບການແກ້ໄຂຈົນເຖິງທີ່ສຸດ ແລະບັນທຶກໄວ້ໃນຄຳພິພາກສາຂອງສານຕາມຜົນການໂຕ້ວາທີໃນການພິຈາລະນາ ເພື່ອປະກອບຄຳຕັດສິນຂອງຕົນ. ສຳລັບຄະດີອາຍາ, ພະນັກງານໄອຍະການຈະຕ້ອງສະແດງຫຼັກຖານ ເອກະສານ ແລະຂໍ້ໂຕ້ແຍ້ງເພື່ອໂຕ້ວາທີ່ໃຫ້ຈົບດ້ວຍຄວາມຄິດເຫັນຂອງຜູ້ຮ່ວມດຳເນີນຄະດີແຕ່ລະຝ່າຍ. ເພື່ອໃຫ້ການໂຕ້ວາທີລະຫວ່າງການພິຈາລະນາຄະດີເກີດຜົນສູງສຸດ, ຜູ້ພິພາກສາຈະຕ້ອງປັບປຸງຂີດຄວາມສາມາດແລະທັກສະໃນການຈັດການການໂຕ້ວາທີເມື່ອພິຈາລະນາຄະດີ, ປະເມີນພະຍານຫຼັກຖານ ແລະລາຍລະອຽດຂອງເຫດການ ຕາມຜົນການໂຕ້ວາທີ, ຈາກນັ້ນອອກຄຳພິພາກສາທີ່ໄດ້ຮັບການຍອມຮັບດ້ວຍຈິດແລະວາຈາ.
ທີຫົກ, ກຳນົດໜ້າທີ່ຂອງແຕ່ລະລະດັບຕຸລາການ (ລະດັບສານ) ໃຫ້ຊັດເຈນ
ເພື່ອປັບປຸງກົນໄກການຈັດຕັ້ງອົງການໃຫ້ສົມບູນແບບຕາມອຳນາດຕຸລາການ ແລະປະຕິບັດຫຼັກການຄວາມເປັນເອກະລາດຂອງຕຸລາການ, ມະຕິສະບັບເລກທີ 27-NQ/TW ກຳນົດໃຫ້: “ກຳນົດໜ້າທີ່ພິຈາລະນະຄະດີຂັ້ນຕົ້ນ, ການພິຈາລະນາຄະດີອຸທອນ, ການທົບທວນຄໍາຕັດສິນ, ການຕັດສິນຕາມຂັ້ນຕອນການທົບທວນຄຳຕັດສິນຂອງສານ ແລະ ການພິຈາລະນາຄະດີໃໝ່”. ສິ່ງນີ້ມີຄວາມໝາຍສຳຄັນໃນການກຳນົດເຂດອຳນາດສານຂອງແຕ່ລະລະດັບຢ່າງຊັດເຈນ, ຍົກສູງຄວາມຮັບຜິດຊອບໃນການພິສູດຂອງບັນດາຄູ່ຄວາມ ແລະໜ່ວຍງານດຳເນີນຄະດີທີ່ກ່ຽວຂ້ອງ; ຮັບປະກັນກິດຈະກຳການດຳເນີນຄະດີມີປະສິດທິຜົນຫຼາຍຂຶ້ນ, ມີຈຸດຢຸດທີ່ເໝາະສົມ ແລະ ຫຼີກລ້ຽງການຈົມຢູ່ໃນຂັ້ນຕອນ “ການຟ້ອງຮ້ອງປອມ”, “ການຟ້ອງຮ້ອງມຸ່ງຮ້າຍ”; ປະຕິບັດລະບອບການພິຈາລະນາຄະດີສອງລະດັບຕາມທີ່ກຳນົດໄວ້ໃນລັດຖະທຳມະນູນປີ 2013 ຢ່າງເຂັ້ມງວດ.
ທີເຈັດ, ປ່ຽນແປງໃໝ່ກົນໄກປະຊາຊົນເຂົ້າຮ່ວມໃນການພິຈາລະນາຄະດີຂອງສານ.
ປະຊາຊົນເຂົ້າຮ່ວມກິດຈະກຳຂອງລັດເວົ້າລວມ ແລະໃນການເຄື່ອນໄຫວຕຸລາການເວົ້າສະເພາະ ແມ່ນຄຸນລັກສະນະຂອງລັດທີ່ມີປະຊາທິປະໄຕແລະກ້າວໜ້າ. ຄວາມຍຸຕິທຳຂອງມະນຸດໂດຍທົ່ວໄປມີຢູ່ 3 ຮູບແບບ ຂອງການປະຊາຊົນເຂົ້າຮ່ວມໃນຂະບວນການພິຈາລະນາຄະດີ: ຮູບແບບລູກຂຸນປະຊາຊົນ (ຫວຽດນາມ, ຈີນ...); ຮູບແບບຄະນະລູກຂຸນ (ຄ້າຍຄືກັນກັບຄະນະລູກຂຸນໃນເອີຣົບ, ອາເມລິກາ... ); ຮູບແບບທີ່ສານຕໍ່ແລະສົມທົບສອງຮູບແບບຂ້າງເທິງ (ສະຫະພັນລັດເຊຍ... ).
ຢູ່ປະເທດຫວຽດນາມ, ຫຼັກການ “ການພິຈາລະນາຄະດີຂັ້ນຕົ້ນຂອງສານປະຊາຊົນໂດຍມີສ່ວນຮ່ວມຂອງຄະນະລູກຂຸນ” ໄດ້ຮັບການຈັດຕັ້ງຂຶ້ນຕາມລັດຖະທຳມະນູນ ເພື່ອໃຫ້ປະຊາຊົນເຂົ້າຮ່ວມໂດຍກົງ ແລະຕິດຕາມກວດກາການເຄື່ອນໄຫວພິຈາລະນາຄະດີຂອງສານ. ຄະນະລູກຂຸນນຳແນວຄິດທາງສິນທຳແລະການປະເມີນທົ່ວໄປຂອງສັງຄົມກ່ຽວກັບການກະທຳຜິດທາງອາຍາ ແລະຂໍ້ພິພາດຕາມແນວຄິດເລື່ອງຄວາມຖືກຕ້ອງແລະຄວາມເປັນທຳ. ດ້ວຍປະສົບການ ຄວາມຮູ້ຄວາມເຂົ້າໃຈຂອງຕົນເອງ, ຄະນະລູກຂຸນປະກອບສ່ວນສຳຄັນໃນການພິຈາລະນາຄວາມຈິງພາວະວິໄສຂອງຄະດີ, ເພີ່ມຄວາມໝັ້ນໃຈຂອງຜູ້ພິພາກສາໃນການຕັດສິນທີ່ “ລະອຽດຖີ່ຖ້ວນແລະສົມເຫດສົມຜົນ”. ເນື້ອໃນໃໝ່ທີ່ກຳນົດໄວ້ໃນມະຕິສະບັບເລກທີ 27-NQ/TW ແມ່ນຮຽກຮ້ອງໃຫ້ “ປ່ຽນແປງໃໝ່ແລະຍົກສູງປະສິດທິຜົນຂອງກົນໄກປະຊາຊົນເຂົ້າຮ່ວມໃນການພິຈາລະນາຄະດີຂອງສານ”.
ທີແປດ, ການກໍ່ສ້າງສານເອເລັກໂຕຮນິກ.
ດ້ວນການພັດທະນາຢ່າງໄວວາແລະຜົນສຳເລັດຂອງການປະຕິວັດອຸສາຫະກຳຄັ້ງທີສີ່, ການກໍ່ສ້າງສານເອເລັກໂຕຮນິກໄດ້ກາຍເປັນທ່າອຽງລະດັບໂລກ. ພຶດຕິກຳຕົວຈິງສາກົນສະແດງໃຫ້ເຫັນວ່າ, ຫຼາຍປະເທດໄດ້ເອົາໃຈໃສ່ເຖິງການປະຍຸກໃຊ້ເຕັກໂນໂລຊີຂໍ້ມຸນຂ່າວສານ ເຂົ້າໃນການເຄື່ອນໄຫວດ້ານຕຸລາການຕັ້ງແຕ່ຕົ້ນ ແລະປະສົບຄວາມສຳເລັດຫຼາຍຢ່າງ ໃນການສ້າງສານເອເລັກໂຕຮນິກ ເຊັ່ນ ຈີນ, ອາເມລິກາ, ອົດສະຕຮາລີ, ເຢຍລະມັນ, ຍີ່ປຸ່ນ, ສາທາລະນະລັດເກົາຫຼີ, ສິງກະໂປ... ໃນຄວາມເປັນຈິງຢູ່ຫຼາຍປະເທດ, ສານເອເລັກໂຕຮນິກໄດ້ສ້າງຜົນປະໂຫຍດຫຼວງຫຼາຍໃຫ້ແກ່ສານ ຜູ້ຄົນແລະສັງຄົມ ເຊັ່ນ ຊ່ວຍເພີ່ມສະມັດຕະພາບແຮງງານຂອງສານ; ຊ່ວຍຜູ້ພິພາກສາໃນການຕັດສິນໃຈທີ່ຖືກຕ້ອງ; ປະຢັດເຫື່ອແຮງ ເວລາ ແລະຕົ້ນທຶນຂອງຜູ້ຄົນ; ຈັດການກັບສະຖານະການພິເສດຂອງການດຳເນີນຄະດີຢ່າງມີມະນຸດສະທຳ; ເພີ່ມຄວາມເປີດເຜີຍແລະຄວາມໂປ່ງໃສໃນການພິຈາລະນາຄະດີຂອງສານ; ເພີ່ມຄວາມສາມາດໃນການຄຸ້ມຄອງແລະຕິດຕາມກວດກາໃນລະບົບສານ; ປະຢັດງົບປະມານ... ປະສົບການໃນປະເທດໃນການສ້າງສານເອເລັກໂຕຮນິກສະໄໝໃໝ່ສະແດງໃຫ້ເຫັນວ່າ, ການສ້າງສານເອລັກໂຕຮນິດຊ່ວຍຫຼຸດເວລາໃນການດຳເນີນຄະດິໄດ້ປະມານ 50%.
ສາມາດຢືນຢັນວ່າ ການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະການສ້າງສານເອເລັກໂຕຮນິດກາຍເປັນຄວາມຕ້ອງການ ແລະທ່າອ່ຽງທີ່ຫຼີກລ້ຽງບໍ່ໄດ້ຂອງສານໃນທຸກປະເທດທົ່ວໂລກ. ນີ້ກໍ່ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສຂອງຂະບວນການພັດທະນາລະບົບຕຸລາການໃນທຸກປະເທດ ໃນສະພາວະການປະຈຸບັນ. ໃນສະພາບການນັ້ນ ແລະບົນພື້ນຖານຂອງຜົນງານເບື້ອງຕົ້ນທີ່ໜ້າຊົມເຊິຍຂອງການປະຕິບັດແຜນນະໂຍບາຍການສົ່ງເສີມການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ໃຊ້ປະໂຫຍດຈາກໂອກາດສູງສຸດທີ່ເກີດຈາກການປະຕິວັດອຸດສາຫະກຳຄັ້ງທີ່ສີ່ ເຊິ່ງສານປະຊາຊົນສູງສຸດໄດ້ປະຕິບັດໃນເວລາທີ່ຜ່ານມາ, ມະຕິສະບັບເລກທີ 27-NQ/TW ກຳນົດວ່າ “ການສ້າງສານເອເລັກໂຕຮນິກ” ເປັນໜຶ່ງໃນຄວາມຮຽກຮ້ອງຕ້ອງການຂອງການປະຕິຮູບລະບົບຕຸລາການໃນໄລຍະປະຈຸບັນ.
ເພື່ອເສີມຂະຫຍາຍຄວາມສຳເລັດທີ່ໄດ້ຮັບ, ດ້ວຍຄວາມຕັດສິນໃຈທາງການເມືອງໃນລະດັບສູງ ແລະຄວາມຮຽກຮ້ອງຕ້ອງການຂອງມະຕິສະບັບເລກທີ 27-NQ/TW, ໃນເວລາທີ່ຈະມາເຖິງ, ສານປະຊາຊົນສູງສຸດຈະສືບຕໍ່ຍູ້ແຮງການພັດທະນາສານເອເລັກໂຕຮນິກໃນດ້ານຕ່າງໆຄື: ການສ້າງສານເອເລັກໂຕຮນິກເພື່ອນຳໄປປະຕິບັດ ແລະຍົກສູງຄວາມສາມາດໃນການຄຸ້ມຄອງສານບົນພື້ນຖານດິຈິຕອນ; ການສ້າງສານເອເລັກໂຕຮນິກເພື່ອໃຫ້ບໍລິການດ້ານຕຸລາການສາທາລະນະ ເພື່ອຮັບໃຊ້ປະຊາຊົນໄດ້ດີກວ່າອີກ; ການສ້າງສານເອເລັກໂຕຮນິກເພື່ອສະໜັບສະໜູນຜູ້ພິພາກສາໃນການຍົກສູງປະສິດທິພາບແລະຄຸນນະພາບຂອງການດຳເນີນງານ ເຊັ່ນ ການພັດທະນາແອບພລີເຄຊັນ “ຜູ້ຊ່ວຍສະເໝືອນ” ເພື່ອສະໜອງບໍລິການອັດສະລິຍະທີ່ສະໜັບສະໜູນຜູ້ພິພາກສາ; ການສ້າງສານເອເລັກໂຕຮນິກເພື່ອຜັນຂະຫຍາຍກິດຈະກຳການດຳເນີນຄະດີທາງອອນໄລ ເຊັ່ນ ການຍື່ນຟ້ອງ, ການໃຫ້ຫຼັກຖານ, ການແຈ້ງຄວາມທາງອອນໄລ; ການຈັດກອງປະຊຸມໄກ່ເກ່ຍອອນໄລ; ຈັດຕັ້ງການພິຈາລະນາຄະດີທາງອອນໄລ...; ການສ້າງສານເອເລັກໂຕຮນິກເພື່ອປະກອບສ່ວນເພີ່ມຄວາມເປີດເຜີຍ ແລະຄວາມໂປ່ງໃສໃນການເຄື່ອນໄຫວຂອງສານ; ການສ້າງສານເອເລັກໂຕຮນິກເພື່ອເຊື່ອມຕໍ່ກັບພື້ນຖານດິຈິຕອນອື່ນ...
ທີເກົ້າ, ກ່ຽວກັບຖັນແຖວພະນັກງານຕຸລາການ.
ມະຕິສະບັບເລກທີ 27-NQ/TW ໃຫ້ຄວາມສຳຄັນກັບການພັດທະນາຖັນແຖວພະນັກງານຕຸລາການ ແລະວາງຂໍ້ກຳນົດ: “ພັດທະນາຊັບພະຍາກອນບຸກຄົນດ້ານຕຸລາການທີ່ມີປະລິມານພຽງພໍ, ຮັບປະກັນຄຸນນະພາບ ແລະມີໂຄງປະກອບທີ່ເໝາະສົມ. ຍົກສູງຄຸນນະພາບການຝຶກອົບຮົມພະນັກງານຕຸລາການ; ທົບທວນແລະຈັດວາງສະຖານທີ່ຝຶກອົບຮົມລະດັບປະລິນຍາຕີດ້ານກົດໝາຍ. ກຳນົດລະບົບມາດຕະຖານດ້ານວິຊາສະເພາະ ວິຊາຊີບ, ຄວາມກ້າຫານທາງການເມືອງ, ຄຸນສົມບັດທາງສິນທຳ, ຄວາມຮັບຜິດຊອບທາງວິຊາຊີບ, ຄວາມຮູ້ທາງກົດໝາຍ ເສດຖະກິດ ສັງຄົມ ແລະປະສົບການພຶດຕິກຳ ສຳລັບແຕ່ລະຕຳແໜ່ງ ແລະບຸກຄະລາກອນດ້ານຕຸລາການຢ່າງຊັດເຈນ. ຂະຫຍາຍແຫຼ່ງແລະຍູ້ແຮງການປະຕິບັດກົນໄກການກວດສອບເພື່ອແຕ່ງຕັ້ງຕຳແໜ່ງຕຸລາການ. ປ່ຽນແປງໃໝ່ນະໂຍບາຍ, ລະບອບເງິນເດືອນ, ເງື່ອນໄຂການແຕ່ງຕັ້ງ ແລະ ກົນໄກການຮັບປະກັນ ເພື່ອໃຫ້ຖັນແຖວພະນັກງານຕຸລາການສາມາດເຮັດວຽກດ້ວຍຄວາມອຸ່ນໃຈ, ຄວາມຊື່ສັດ, ຄວາມເປັນທຳ, ຄວາມເປັນມືອາຊີບ ແລະຕອບສະໜອງຄວາມຕ້ອງການຂອງໜ້າທີ່ໃນສະຖານະການໃໝ່ ໂດຍສະເພາະແມ່ນ ສຳລັບຖັນແຖວຜູ້ພິພາກສາ”.
ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງພັກ ລັດ ແລະປະຊາຊົນ, ເພື່ອໃຫ້ຜູ້ພິພາກສາສາມາດປະຕິບັດໜ້າທີ່ຂອງຕົນໄດ້ດີຂຶ້ນແລະດີຂຶ້ນໃນນາມຂອງລັດໃນການໃຊ້ສິດທິຕຸລາການ ການພິຈາລະນາຄະດີ ແລະການຕັດສິນ, ສານປະຊາຊົນສູງສຸດໄດ້ໃຊ້ມາດຕະການຫຼາຍຢ່າງ ເພື່ອປັບປຸງຍົກສູງຄຸນນະພາບຂອງຖັນແຖວພະນັກງານ ໂດຍສະເພາະຜູ້ພິພາກສາ, ໃນນັ້ນໄດ້ປະກາດໃຊ້ “ຂໍ້ກຳນົດກ່ຽວກັບຈັນຍາບັນ ແລະ ການປະພຶດຂອງຜູ້ພິພາກສາ”(5). ນີ້ແມ່ນພື້ນຖານເພື່ອໃຫ້ຜູ້ພິພາກສາຊາຍຊຶມແລະປະຕິບັດຕາມໃນລະຫວ່າງກິດຈະກໍາທາງວິຊາຊີບຂອງພວກເຂົາ.
***
ເນື້ອໃນຂອງການປະຕິຮູບລະບົບຕຸລາການທີ່ລະບຸໄວ້ໃນມະຕິສະບັບເລກທີ 27-NQ/TW ມີຄວາມສຳຄັນໃນການບັນລຸເປົ້າໝາຍຂອງການສ້າງລະບົບຕຸລານການທີ່ເປັນມືອາຊີບ ທັນສະໄໝ ຍຸຕິທຳ ເຂັ້ມງວດ ແລະຊື່ສັດ ເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດທິມະນຸດແລະສິດພົນລະເມືອງ, ປົກປ້ອງລະບອບສັງຄົມນິຍົມ, ປົກປ້ອງຜົນປະໂຫຍດຂອງລັດ, ສິດແລະຜົນປະໂຫຍດທີ່ຊອບທຳຖືກກົດໝາຍ ຂອງອົງການແລະບຸກຄົນ./.
-----------------------------
(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 174, 177
(3) ເບິ່ງ: ຫງວຽນຊິງຮຸ່ງ: ລັດຖະທຳມະນູນແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມປີ 2013 ແລະຜົນງານຂອງການສ້າງກົດໝາຍ ໃນວາລະສະພາແຫ່ງຊາດຊຸດທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016, ໜ້າ 401
(4) ມະຕິສະບັບເລກທີ 08-NQ/TW, ລົງວັນທີ 2 ມັງກອນ 2002, ຂອງກົມການເມືອງສູນກາງພັກ, ວ່າດ້ວຍ “ໜ້າທີ່ຈຸດໜັກໃຈກາງບາງຢ່າງຂອງວຽກງານຕຸລາການໃນເວລາທີ່ຈະມາເຖິງ” ແລະ ມະຕິສະບັບເລກທີ 49-NQ/TW ລົງວັນທີ 2 ມິຖຸນາ 2005, ຂອງກົມການເມືອງສູນກາງພັກ “ວ່າດ້ວຍຍຸດທະສາດການປະຕິຮູບດ້ານຕຸລາການເຖິງປີ 2020”
(5) ບັນດາມາດຕະຖານດ້ານຈັນຍາບັນຂອງຜູ້ພິພາກສາທີ່ລະບຸໄວ້ໃນຂໍ້ກຳນົດລວມມີ: ຄວາມເປັນເອກະລາດ; ຄວາມຊື່ສັດ; ຄວາມທ່ຽງຕົງ ແລະພາວະວິໄສ; ຄວາມຍຸຕິທຳ ແລະ ຄວາມສະເໝີພາບ; ຄວາມເໝາະສົມ; ການອຸທິດຕົນແລະບໍ່ຊັກຊ້າ; ຄວາມສາມາດແລະຄວາມພາກພຽນ.
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັນທີ 1023 (ເດືອນຕຸລາ 2023)