ວກ.- ປະທານ​ໂຮ່ຈີ​ມິນ - ຜູ້ນຳ​ທີ່​ປີ​ຊາ​ສາມາດຂອງ​ພັກ​ແລະປະຊາຊົນຫວຽດນາມ, ອາຈານ​ຜູ້​ຍິ່ງ​ໃຫຍ່ຂອງ​ການ​ປະຕິວັດ​ຫວຽດນາມ, ວິລະ​ຊົນ​ແຫ່ງ​ການ​ປົດ​ປ່ອຍ​ຊາດ, ນັກ​ວັດທະນະທຳ​ຜູ້​ຍິ່ງ​ໃຫຍ່​ທີ່​ມີ​ກຽດ​ໃນ​ໂລກ. ທຸກ​ໄຊຊະນະ​ແລະ​ທຸກ​ບາດກ້າວຂອງ​ການ​ປະຕິວັດ​ຫວຽດນາມ ລ້ວນ​ແຕ່​ຕິດ​ແໜ້ນ​ກັບ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ປະທານ​ໂຮ່ຈີ​ມິນ ​ແລະ​ກັບ​ການ​ຊີ້​ທິດ, ​ເຍືອງ​ທາງ​ຂອງ​ແນວ​ຄິດ​ໂຮ່ຈີ​ມິນ. ຈົດ​ຈຳ​ແລະ​ຈາລຶກ​ບຸນຄຸນຂອງ​ປະທານ​ໂຮ່ຈີ​ມິນ, ທົ່ວ​ພັກ ທົ່ວ​ປວງ​ຊົນ​ແລະ​ທົ່ວ​ກອງທັບ​ເຮົາ ສືບ​ຕໍ່​ເຊີດ​ຊູ​ຄັນ​ທຸງ​​ເອກະລາດ​ແຫ່ງ​ຊາດຕິ​ດ​ແໜ້ນ​ກັບ​ລັດທິສັງຄົມ​ນິຍົມ, ປະຕິຍານ​ທີ່​ຈະ​ສືບ​ຕໍ່​ພາລະກິດ​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນຢ່າງຊື່ສັດ​ແລະ​ດີ​ເລີດ, ສ້າງສາ​ປະ​ເທດ​ຫວຽດນາມ​ໃຫ້ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸດ​ຕິ​ທຳ ​ແລະ ສີວິ​ໄລ”, ກ້າວ​ຂຶ້ນ​ສູ່ສັງຄົມ​ນິຍົມຢ່າງ​ໜັກ​ແໜ້ນ. ​ປະທານ​ໂຮ່ຈີ​ມິນ​ຜູ້​ຍິ່ງ​ໃຫຍ່ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ພາລະກິດ​ຂອງ​ພວກ​ເຮົາ!

ຈາກ​ທ່າ​ເຮືອ ຍ່າຣົ່ງ ​ເຖິງ​ສະໜາມຫຼ​ວງ ບາ​ດິ່ງ ອັນ​ເປັນ​ປະຫວັດສາດ

ວັນ​ທີ 5 ມິຖຸນາ 1911, ​ໃນ​ກຳ​ປັ່ນ Admiral Latouche-Tréville, ຈາກ​ທ່າ​ເຮືອ ​ໄຊ​ງ່ອນ, ທ່ານ​ຫງວຽນ​ເຕິດ​ແທັ່ງ ​ໄດ້​ອອກ​ຈາກ​ປະ​ເທດ​, ​ເລີ່​ມຕົ້ນ​ການເດີນທາງ​ໄປຊອກ​ຫາ​ເສັ້ນທາງ ​ເພື່ອ​ປົດ​ປ່ອຍ​ປະຊາຊົນ, ປົດ​ປ່ອຍປະ​ເທດ​ຊາດ. ​ໃນ​ການ​ເດີນທາງ​ທີ່​ຫຍຸ້ງຍາກລຳບາກ​ນັ້ນ, ຊາຍ​ໜຸ່ມ​ຫວຽດນາມ​ຜູ້​ຮັກ​ຊາດ ຫງວຽນ​ເຕິ​ດ​ແທັ່ງ, ນັກ​ເຄື່ອນ​ໄຫວ​ສາກົນ​ທີ່​ດີ​ເລີດ ຫງວຽນ​ອ໋າຍກວັກ ​ໄດ້​ພົບ​ກັບ​ລັດທິ ມາກ-​ເລ​ນິນ ​ແລະ​ ຊອກ​ເຫັນ​ເສັ້ນທາງ​ປົດ​ປ່ອຍປະ​ເທດ​ຊາດ. ​ຫງວຽນ​ອ໋າຍກວັກ ​ໄດ້​ຖອດ​ຖອນ​ຄຳ​ສະຫຼຸບວ່າ: “ຢາກ​ກູ້​ຊາດ ​ແລະ ປົດ​ປ່ອຍປະ​ເທດບໍ່​ມີ​ທາງ​ອື່ນ ນອກຈາກ​ການ​ປະຕິວັດ​ກຳມາ​ຊີບ”. ​ໂດຍຮັບ​ເອົາ​ແລະໝູນ​ໃຊ້​ລັດທິ​ມາກ-​ເລ​ນິນ​ຢ່າງ​ປະດິດ​ສ້າງ, ​ເພິ່ນ​ຄ່ອຍໆ​ສ້າງ​ລະບົບ​ທິດ​ສະ​ດີ​ ກ່ຽວ​ກັບ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ ທີ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຫວຽດນາມ ​ແລະ ​ໄດ້​ຕັ້ງໜ້າ​ພະຍາຍາມ​ກະກຽມ​ໃນ​ທຸກ​ດ້ານ ​ເພື່ອ​ສ້າງ​ຕັ້ງ​ພັກ​ການ​ເມືອງ​ປະຕິວັດ​ຢູ່​ຫວຽດນາມ

ກຳປັ່ນ ນາຍພົນເຮືອເອກ Latouche-Tréville (ຊ້າຍ); ຊາຍໜຸ່ມ ຫງວຽນເຕິດແທັ່ງ ເຮັດວຽກເປັນຜູ້ຊ່ວຍຄົວໃນໂຮງແຮມ Carlton ປະເທດອັງກິດ, ປີ 1913 (ຂວາ)

ປີ 1920, ຊາຍໜຸ່ມຮັກຊາດ ຫງວຽນອ໋າຍກວັກ (ຊື່ຂອງປະທານໂຮ່ຈີມິນໃນເວລາເຄື່ອນໄຫວປະຕິວັດຢູ່ປະເທດຝຣັ່ງ) ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກສັງຄົມຝຣັ່ງ ທີ່ນະຄອນ Tours ໃນຖານະຜູ້ຕາງໜ້າອິນດູຈີນ. ຫງວຽນອ໋າຍກວັກ ກາຍເປັນໜຶ່ງໃນບັນດາຜູ້ກໍ່ຕັ້ງພັກກອມມູນິດຝຣັ່ງ ແລະ ກໍ່ແມ່ນນັກກອມມູນິດທຳອິດຂອງຊາດຫວຽດນາມ

ແຕວັນທີ 6 ມັງກອນເຖິງວັນທີ 7 ກຸມພາ 1930, ພາຍໃຕ້ການເປັນປະທານຂອງສະຫາຍຫງວຽນອ໋າຍກວັກ ໃນນາມຕາງໜ້າສາກົນກອມມູນິດ, ກອງປະຊຸມຄັ້ງທີໜຶ່ງບັນດາອົງການຈັດຕັ້ງກອມມູນິດ ເພື່ອສ້າງຕັ້ງພັກກອມມູນິດຫວຽດນາມ ປະຊຸມຢູ່ທີ່ແຫຼມ ເກົາລູນ, ໃນຮ່ອງກົງ (ຈີນ)

ພາຍຫຼັງ 30 ທີ່​ເຄື່ອນ​ໄຫວ​ຢູ່​ຕ່າງປະ​ເທດ, ວັນ​ທີ 28 ມັງກອນ 1941, ຫງວຽນ​ອ໋າຍກວັກ - ປະທານ​ໂຮ່ຈີ​ມິນ ​ໄດ້​ກັບ​ມາ​ປະ​ເທດ​ເພື່ອນຳພາ​ການ​ຕໍ່ສູ້ປະຕິວັດ​ໂດຍ​ກົງ, ​ເຮັດ​ການ​ປະຕິວັດ​ເດືອນ​ສິງຫາ, ​ໂຄ່ນ​ລົ້ມ​ພວກ​ຈັກກະພັດລ່າ​ເມືອງ​ຂຶ້ນ, ຍາດ​ເອົາ​ເອກະລາດ​​ແຫ່ງ​ຊາດ, ສ້າງ​ຕັ້ງ​ປະ​​ເທດ ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ.

ການຊຸມນຸມປຸກລະດົມການລຸກຮືຂຶ້ນເພື່ອຍຶດອຳນາດການປົກຄອງ ຖືກຈັດຂຶ້ນໂດຍແນວໂຮມຫວຽດມິງ ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ ໃນວັນທີ 19 ສິງຫາ 1945 (ຊ້າຍ); ວັນທີ 2 ກັນຍາ 1945, ຢູ່ທີ່ສະໜາມຫຼວງ ບາດິ່ງ ອັນເປັນປະຫວັດສາດ, ປະທານໂຮ່ຈີມິນອ່ານຖະແຫຼງການຄວາມເປັນເອກະລາດ, ໃຫ້ກຳເນີດສາທາລະນະລັດປະຊາທີປະໄຕຫວຽດນາມ (ຂວາ)

ຜູ້​ຈັດ​ຕັ້ງ​ນຳພາ​ການ​ຕໍ່ສູ້ຮັກສາ​ອຳນາດ​ການ​ປົກຄອງ​ປະຕິວັດ​ໄວ້​ຢ່າງ​ໝັ້ນຄົງ
​ແລະການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ (1946 - 1954)

ຄວາມ​ເປັນ​ຈິ​ງ​ແຫ່​ງການ​ປະຕິວັດ​ໃນ​ໄລຍະ 1946 - 1954 ​ໄດ້​ຢືນຢັນ​ວ່າ ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ, ນຳ​ໜ້າ​ໂດຍ​ປະທານ​ໂຮ່ຈີ​ມິນ​ ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​ໄຊຊະນະ ຂອງ​ການ​ຕໍ່ສູ້​ຮັກສາ​ອຳນາດ​ການ​ປົກຄອງ​ປະຕິວັດ ​ແລະ ການ​ຕໍ່ສູ້​ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ຂອງ​ປະຊາຊົນ​ຫວຽດນາມ.

ວັນທີ 6 ມັງກອນ 1946, ສະພາແຫ່ງຊາດຊຸດທຳອິດຂອງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມໄດ້ຮັບການກໍ່ຕັ້ງຂຶ້ນ ຫຼັງຈາກການເລືອກຕັ້ງຄັ້ງທຳອິດໃນທົ່ວປະເທດ (ຊ້າຍ); ປະທານໂຮ່ຈີມິນ ແລະ ບັນດາສະມາຊິກຂອງສະພາລັດຖະບານຊົ່ວຄາວ ແຫ່ງປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ ເປີດຕົວຫຼັງຈາກການປະຊຸມຄັ້ງທຳອິດ, ວັນທີ 3 ກັນຍາ 1945 (ຂວາ)

ປະທານ​ໂຮ່ຈີ​ມິນ ​ແລະ ບັນດາ​ສະມາຊິກຂອງ​ສະພາ​ລັດຖະບານ​ຊົ່ວຄາວ ​ແຫ່ງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ ​ເປີດ​ຕົວຫຼັງ​ຈາກ​ການ​ປະຊຸ​ທຄັ້ງ​ທຳ​ອິດ, ຕອນ​ເຊົ້າ​ວັນ​ທີ 3 ກັນຍາ 1945. ກອງ​ປະຊຸມ​ໄດ້​ພິຈາລະນາ​ບັນດາ​ບັນຫາ​ທີ່​ຮີບ​ດ່ວນ, ​ໃນ​ນັ້ນ​ມີ​ຄວາມ​ຕັດສິນ​ໃຈ​ຕໍ່ສູ້​ກັບ "ສັດຕູ​ຄວາມຫິວ", “ສັດ​ຕູ​ຄວາມ​ໂງ່ຈ້າ", ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ດ້ວຍ​ລະບອບ​ປ່ອນ​ບັດ​ໂດຍ​ກົງ​ໂດຍ​ໄວ ​ເພື່ອ​ຈາກ​ນັ້ນສ້າງ​ລັດຖະທຳ​ມະນູນສຳລັບ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ​ທີ່​ເກີດ​ໃໝ່.

ປະທານໂຮ່ຈີມິນປະຊຸມກັບຄະນະປະຈຳສູນກາງພັກ ເພື່ອຕັດສິນໃຈເປີດບັ້ນຮົບຊາຍແດນປີ 1950 (ຊ້າຍ); ທ້າຍປີ 1953, ຢູ່ເຂດຫວຽດບັກ, ປະທານໂຮ່ຈີມິນ ແລະ ບັນດາສະຫາຍຜູ້ນຳຂອງພັກ ໄດ້ຕັດສິນໃຈເປີດບັ້ນຮົບດຽນບຽນຟູ (ຂວາ)

ໃນ​ໂອກາດມາຢາມ​ວິຫານ​ຮຸ່ງ​ເວື​ອງ​ໃນປີ 1954, ປະທານ​ໂຮ່ຈີ​ມິນ​ໄດ້​ຕັກ​ເຕືອນວ່າ: "ບັນດາ​ກະສັດ​ຮຸ່ງ​ໄດ້ມີ​ຄຸນງາມຄວາມດີ​ໃນ​ການ​ສ້າງສາ​ປະ​ເທດ, ລຸງ​ແລະ​ພວກ​ຫຼານ​ຕ້ອງ​ພ້ອມ​ກັນ​ປົກ​ປັກ​ຮັກສາ​ປະ​ເທດ”

 

ລຸງ​ໂຮ່ກັບ​ພາ​ລະ​ກິດ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ ​
ແລະການກໍ່ສ້າງ​ສັງຄົມ​ນິຍົມ​ຢູ່​ພາກ​ເໜືອ

​ໃນ​ເວລາ 15 ປີ​ແຫ່ງ​ການ​ນຳພາ ພາ​ລະ​ກິດ​ການ​ຕໍ່ສູ້​ຕ້ານ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ​ ແລະການກໍ່ສ້າງ​ສັງຄົມ​ນິຍົມ​ຢູ່​ພາກ​ເໜືອ (1954 - ​ເດືອນ​ກັນຍາ 1969), ປະທານ​ໂຮ່ຈີ​ມິນໄດ້​ພ້ອມ​ກັນ​ກັບ​ສູນ​ກາງ​ພັກ ວາງ​ກຳນົດ​ເສັ້ນທາງ​ທີ່​ຖືກຕ້ອງ​ສຳລັບ​ການ​ປະ​ຕິ​ວັດ​ຫວຽດນາມ​ ຢ່າງ​ສະຫຼາດ​ສ່ອງ​ໃສ, ປະຕິບັດ​ສອງ​ໜ້າ​ທີ່​ປະຕິວັດ​ໃນ​ເວລາ​ດຽວ​ກັນ​ຄື: ນຳພາ​ກ​ເໜືອ​ເຂົ້າ​ສູ່​ລັດທິ​ສັງຄົມ​ນິຍົມ ​ແລະ ປະຕິບັດ​ການ​ປະຕິວັດ​ປົດ​ປ່ອຍ​ຊາດ​ຢູ່​ພາກ​ໃຕ້, ກ້າວ​ເຖິງ​ການ​ໂຮມປະ​ເທດ​ຊາດ​ເປັນ​ເອກະ​ພາບ.

ວັນທີ 5 ກັນຍາ 1960, ພັກແຮງງານຫວຽດນາມເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 3. ໃນສຸນທອນພົດເປີດກອງປະຊຸມ, ປະທານໂຮ່ຈີມິນໄດ້ກ່າວວ່າ: "ກອງປະຊຸມໃຫຍ່ຄັ້ງທີສອງແມ່ນກອງປະຊຸມໃຫຍ່ຕໍ່ຕ້ານ. ກອງປະຊຸມໃຫຍ່ຄັ້ງນີ້ແມ່ນກອງປະຊຸມໃຫຍ່ຂອງການກໍ່ສ້າງລັດທິສັງຄົມນິຍົມຢູ່ພາກເໜືອ ແລະ ການຕໍ່ສູ້ສັນຕິພາບເພື່ອໂຮມປະເທດຊາດເປັນເອກະພາບ"

ປະທານໂຮ່ຈີມິນຢ້ຽມຢາມໂຮງງານຜະລິດກົນຈັກ ໃນເຂດອຸດສາຫະກຳເຫຼັກກ້າ ຖາຍງວຽນ (ຊ້າຍ); ແລະມາຢ້ຽມຢາມໂຮງງານຜະລິດລົດໄຟ ຢາເລິມ, ວັນທີ 19 ພຶດສະພາ 1955, ປະທານໂຮ່ຈີມິນ ຕັກເຕືອນກຳມະກອນ, ພະນັກງານ ໃຫ້ເສີມຂະຫຍາຍມູນເຊື້ອປະຕິວັດຂອງໂຮງງານ (ຂວາ)

ປະທານໂຮ່ຈີມິນກ່າວປາໄສໃນກອງປະຊຸມໃຫຍ່ວິລະຊົນ, ນັກຮົບແຂ່ງຂັນຕ້ານອາເມລິກາ, ກູ້ຊາດ (ກອງປະຊຸມໃຫຍ່ວິລະຊົນ, ນັກຮົບແຂ່ງຂັນຄັ້ງທີ IV), ເດືອນທັນວາ 1966, ທີ່ນະຄອນຮ່າໂນ້ຍ

ປະທານໂຮ່ຈີມິນ ພ້ອມກັບຄະນະຜູ້ແທນວິລະຊົນ ຂອງກຳລັງປະກອບອາວຸດປະຊາຊົນເພື່ອປົດປ່ອຍພາກໃຕ້ຫວຽດນາມ


ປະທານ​ໂຮ່ຈີ​ມິນຜູ້​ຍິ່ງ​ໃຫຍ່, ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ພາລະກິດ​ຂອງ​ພວກ​ເຮົາ

ສືບ​ຕໍ່​ໄປ​ຕາມ​ເສັ້ນທາງ​ປະຕິວັດ​ອັນ​ສະຫງ່າລາສີ​ທີ່ປະທານ​ໂຮ່ຈີ​ມິນ, ພັກ ​ແລະ ​ປະຊາຊົນ​ເຮົາ​ໄດ້​ເລືອກ​ເອົາ, ທົ່ວ​ພັກ ທົ່ວ​ປວງ​ຊົນ​ແລະ​ທົ່ວ​ກອງທັບ​ເຮົາ ປະຕິຍານ​ທີ່​ຈະ​ສືບ​ຕໍ່​ພາລະກິດ​ອັນ​ຍິ່ງ​ໃຫຍ່​ຂອງ​ເພິ່ນ​ຢ່າງ​ຊື່ສັດ​ແລະ​ດີ​ເລີດ; ຕໍ່ສູ້​ຢ່າງ​ເດັດດ່ຽວໝັ້ນ​ໜຽວ​ ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ, ​ເອກະ​ພາບ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບຖ້ວນຂອງ​ປະ​ເທດ​ຊາດໄວ້​ຢ່າງ​ໝັ້ນຄົງ; ກໍ່ສ້າງ​ປະ​ເທດ​ຫວຽດນາມ​ທີ່ "ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸດຕິ​ທຳ​ແລະ​ສີວິ​ໄລ”, ກ້າວ​ຂຶ້ນ​ສູ່​ລັດ​ທະ​ສັງຄົມ​ນິຍົມ​ຢ່າງ​ໜັກ​ແໜ້ນ; ​ເພື່ອ​ໃຫ້​ປະ​ເທດ​ເຮົາ “​ໃຫຍ່​ໂຕ​ໂອ້​ຖົງ​ກວ່າ, ສວຍ​ງານ​ກວ່າ​ເກົ່າ” ຄື​ທີ່​ລຸງ​ໂຮ່ທີ່​ເຄົາລົບ​ຮັກ​ຂອງ​ພວກ​ເຮົາ​ປາດຖະໜາສະ​ເໝີ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VII ຂອງພັກໄດ້ຢືນຢັນວ່າ: ພັກຖືເອົາລັດທິມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ເປັນພື້ນຖານແນວຄິດ, ເຂັມທິດຊີ້ທາງໃຫ້ແກ່ການປະຕິບັດ.

ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈີ​ມິນຜູ້​ຍິ່ງ​ໃຫຍ່​ຄົບຮອບ 130 ປີ ກໍ່​ແມ່ນ​ໂອກາດ​ທີ່​ພວກ​ເຮົາກຳ​ລັງຈັດ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ທຸ​ກຂັ້ນ ​ແລະ​ກ້າວ​ໄປ​ສູ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ​ພັກ. ຜົນສຳ​ເລັດ​ຂອງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໄດ້​ຢືນຢັນວ່າ ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ຂອງ​ພັກທີ່​ອີງ​ໃສ່​ລັດທິ​ມາກ-​ເລ​ນິນ ​ແລະ​ແນວ​ຄິດ​ໂຮ່ຈີ​ມິນ ​ແມ່ນ​ຖືກຕ້ອງ, ປະດິດ​ສ້າງ, ສອດຄ່ອງ​ກັບ​ສະພາບຄວາມ​ເປັນ​ຈິງຂອງ​ຫວຽດນາມ ​ແລະ​ທ່າ​ອຽງ​ການ​ພັດທະນາ​ຂອງ​ຍຸກ​ສະ​ໄໝ. ອາ​ໄສ​ສິ່ງ​ດັ່ງກ່າວ​ນັ້ນ, ປະ​ເທດ​ເຮົາ​ໄດ້​ປະສົບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ. ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈີ​ມິນ​ຄົບຮອບ 130 ປີ, ​​​ໃນຈິດ​ໃຈ​ແລະ​ໝາກ​ຫົວ​ໃຈ​ຂອງ​ປະຊາຊົນ​ຫວຽດນາມທຸກ​ຄົນ ​ໄດ້​ຄິດ​ຮອດ​ຄິດ​ເຖິງ​ເພິ່ນ​ດ້ວຍ​ຄວາມ​ເຄົາລົບ​ຮັກ​ ແລະ ຄວາມ​ຮູ້​ບຸນ​ຄຸນທີ່​ບໍ່​ມີ​ຂອບ​ເຂດ, ​ທຸກ​ຄົນ​ໝັ້ນ​ໝາຍວ່າ​ຈະຮ່ຳຮຽນ​ ແລະປະຕິ​ບັດ​ຕາມ​ແນວ​ຄິດ, ຄຸນສົມບັດ​ ແລະ​ແບບ​ແຜນ​ໂຮ່ຈີ​ມິນ​ຢ່າງ​ບໍ່​ຢຸດຢັ້ງ.

ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫງວຽນ​ຝູຈ້ອງ ກ່າວ​ຄຳ​ປາ​ໄສ​ ທີ່​ພິທີ​ສະ​ເຫຼີ​ມສະຫຼອງວັນຄ້າຍວັນ​ເກີດປະທານ​ໂຮ່ຈີ​ມິນຄົບຮອບ 130 ປີ

 

ລາຍການສະແດງສິລະປະເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 130 ປີ

ແຈໜຶ່ງຂອງນະຄອນໂຮ່ຈີມິນໃນມື້ນີ້

ພາບ: TTXVN / ​ເອກະສານ