ຍົກສູງກຳລັງຄວາມສາມາດ ແລະ ປະສິດທິຜົນ ການນຳພາຂອງພັກ ຢູ່ໃນວິສາຫະກິດແຫ່ງລັດ ແລະ ວິສາຫະກິດເອກະຊົນ
ວ.ກ - ບົນເສັ້ນທາງພັດທະນາເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ, ຫວຽດນາມໄດ້ປ່ຽນແປງໃໝ່ ແລະ ພັດທະນາບັນດາຮູບແບບວິສາຫະກິດຢ່າງບໍ່ຢຸດຢັ້ງ, ສະເໝີຕົ້ນສະເໝີປາຍ, ຮອບດ້ານ, ອຸດົມສົມບູນ ແລະ ແຂງແຮງ.

ຮສ. ດຣ ຫວູວັນຝຸກ, ບັນນາທິການໃຫຍ່ ວາລະສາມກອມມູນິດ
ພັກນຳພາວິສາຫະກິດ - ສະພາບຄວາມເປັນຈິງ ແລະ ບັນດາບັນຫາທີ່ໄດ້ວາງອອກມາ
1- ຕໍ່ກັບວິສາຫະກິດຂອງລັດ
- ກ່ຽວກັບການນຳພາປະຕິບັດໜ້າທີ່ການຜະລິດ ທຸລະກິດ: ອົງການຈັດຕັ້ງພັກນຳພາ ແຕ່ບໍ່ຕັດສິນໂດຍກົງ, ຫາກອີງໃສ່ກົດລະບຽບ, ບັນດາຂໍ້ກຳນົດ, ລະບຽບການຂອງບໍລິສັດ ເພື່ອປະກອບສ່ວນກັບຄະນະກຳມະການຄຸ້ມຄອງບໍລິສັດ, ຜູ້ອຳນວຍການໃຫຍ່… ສ້າງແຜນຍຸດທະສາດການລົງທຶນ, ພັດທະນາບໍລິສັດ. ເມື່ອມີແຜນນະໂຍບາຍ, ມະຕິຂອງບໍລິສັດແລ້ວ ກໍ່ນຳພາພະນັກງານ, ສະມາຊິກພັກ ແລະ ຜູ້ອອກແຮງງານປະຕິບັດໜ້າທີ່ທີ່ໄດ້ວາງອອກຢ່າງມີປະສິດທິຜົນ ຖືກຕ້ອງຕາມແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ; ພິທັກຮັກສາ ແລະ ພັດທະນາກ້ອນທຶນຂອງລັດ ແລະ ຂອງບໍລິສັດ; ປະຕິບັດສຳເລັດພັນທະຕໍ່ລັດ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຖືຫຸ້ນ, ຂອງຜູ້ອອກແຮງງານ...
- ກ່ຽວກັບການນຳພາວຽກງານແນວຄິດ: ຄະນະພັກໃນບໍລິສັດດຳເນີນການໂຄສະນາ ເຜີຍແຜ່ ຊາບຊືມບັນດາມະຕິ ຄຳສັ່ງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ຂໍ້ກຳນົດ ກົດລະບຽບ ລະບຽບການຕ່າງໆ ຂອງບໍລິສັດ ໃຫ້ແກ່ພະນັກງານ ສະມາຊິກພັກ ແລະ ຜູ້ອອກແຮງງານ; ເສີນຂະຫຍາຍບົດບາດເປັນເຈົ້າຢ່າງແທ້ຈິງຂອງຜູ້ອອກແຮງງານ, ສາມັກຄີສະມາຊິກພັກ, ຜູ້ອອກແຮງງານ ເພື່ອຈຸດໝາຍພັດທະນາການຜະລິດ ທຸລະກິດຂອງບໍລິສັດ; ຮັບປະກັນຄວາມສອດຄ່ອງເຈືອຈາວກັນທາງດ້ານຜົນປະໂຫຍດ ລະຫວ່າງລັດ ວິສາຫະກິດ ຜູ້ຖືຫຸ້ນ ແລະ ຜູ້ອອກແຮງງານ.
- ກ່ຽວກັບການນຳພາບັນດາອົງຄະນະມະຫາຊົນ: ອົງການຈັດຕັ້ງພັກມີໜ້າທີ່ຮັບຜິດຊອບນຳພາການກໍ່ສ້າງອົງການກຳມະບານ, ອົງການຊາວໜຸ່ມໃຫ້ໝັ້ນຄົງເຂັ້ມແຂງ, ປະຕິບັດຖືກຕ້ອງຕາມພາລະບົດບາດ ໜ້າທີ່. ນຳພາກຳມະບານ ປະສານສົມທົບກັບ ຄະນະກຳມະການຄຸ້ມຄອງບໍລິສັດ, ຜູ້ອຳນວຍການໃຫຍ່… ເພື່ອແກ້ໄຂຢ່າງທັນການບັນຫາຕ່າງໆ ທີ່ເກີດຂຶ້ນລະຫວ່າງຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານ ໃຫ້ຖືກຕ້ອງຕາມກົດໝາຍຂອງລັດ ແລະ ຂໍ້ກຳນົດ ກົດລະບຽບຂອງບໍລິສັດ, ຂໍ້ຕົກລົງກ່ຽວກັບແຮງງານລວມໝູ່ ແລະ ສັນຍາວ່າດ້ວຍແຮງງານທີ່ໄດ້ເຊັນກັນ…
- ກ່ຽວກັບການນຳພາວຽກງານພະນັກງານ: ວຽກງານການຈັດຕັ້ງ-ພະນັກງານ ຢູ່ໃນບໍລິສັດຫຸ້ນສ່ວນທີ່ມີທຶນຂອງລັດ ກ່ອນອື່ນໝົດແມ່ນໜ້າທີຂອງຄະນະກຳມະການຄຸ້ມຄອງບໍລິສັດ. ຢູ່ໃນບັນດາບໍລິສັດທີ່ລັດຖືຫຸ້ນສ່ວນຊີ້ຂາດ, ຫຸ້ນສ່ວນພິເສດ ຫຼືຢູ່ບໍລິສັດທີ່ປະທານຄະນະກຳມະການຄຸ້ມຄອງບໍລິສັດ, ຜູ້ອຳນວຍການໃຫຍ່ ເປັນເລຂາຄະນະພັກໂດຍກົງນັ້ນ ບົດບາດຂອງອົງການຈັດຕັ້ງພັກກໍ່ໄດ້ຮັບການເສີມຂະຫຍາຍຢ່າງສະດວກດີ. ຂໍ້ຕົກລົງຕ່າງໆ ທຸກຢ່າງ ໂດຍແມ່ນປະທານຄະນະກຳມະການຄຸ້ມຄອງບໍລິສັດ ເປັນຜູ້ຕົກລົງປະກາດໃຊ້, ແຕ່ໃນພາກຕົວຈິງ ຄະນະພັກເປັນອົງການນຳພາ, ຊີ້ຂາດ.
- ກ່ຽວກັບການກໍ່ສ້າງອົງການຈັດຕັ້ງພັກຢູ່ໃນບໍລິສັດ: ອົງການຈັດຕັ້ງພັກວາງແຜນນະໂຍບາຍ ໜ້າທີ່ ມາດຕະການຕ່າງໆ ເພື່ອກໍ່ສ້າງຄະນະພັກຮາກຖານ ໜ່ວຍພັກຮາຖານປອດໃສ ໝັ້ນຄົງເຂັ້ມແຂງ, ຍົກສູງກຳລັງຄວາມສາມາດນຳພາ, ກຳລັງສູ້ຮົບຂອງອົງການຈັດຕັ້ງພັກ ແລະ ຂອງຖັນແຖວສະມາຊິກພັກຢ່າງບໍ່ຢຸດຢັ້ງ...
- ກ່ຽວກັບການກໍ່ສ້າງສາຍພົວພັນ ລະຫວ່າງຄະນະພັກ ກັບຄະນະກຳມະການຄຸ້ມຄອງບໍລິສັດ, ຄະນະອຳນວຍການ: ຖ້າຫາກເລຂາຄະນະພັກ ທັງເປັນສະມາຊິກຄະນະກຳມະການຄຸ້ມຄອງບໍລິສັດ, ຄະນະອຳນວຍການ, ຫຼືມີຕຳແໜ່ງສູງກວ່າຄືເປັນປະທານຄະນະກຳມະການຄຸ້ມຄອງບໍລິສັດ, ຜູ້ອຳນວຍການໃຫຍ່… ແມ່ນສາຍພົວພັນວຽກງານຈະມີຄວາມສະດວກດີ, ຍ້ອນວ່າ ຜູ້ນຳໜ້າທັງເຮັດວຽກງານຄຸ້ມຄອງ ບັນຊາການຜະລິດ, ທັງເຮັດວຽກງານພັກ. ຕໍ່ກັບບັນດາບໍລິສັດ ຊຶ່ງລັດບໍ່ຖືຫຸ້ນສ່ວນຊີ້ຂາດ, ພະນັກງານຫຼັກແຫຼ່ງຂອງບໍລິສັດບໍ່ແມ່ນກຳມະການຄະນະພັກແລ້ວ ສາຍພົວພັນລະຫວ່າງຄະນະພັກ ກັບຄະນະກຳມະການຄຸ້ມຄອງບໍລິສັດ, ຜູ້ອຳນວຍການໃຫຍ່ ກໍ່ຈະຂຶ້ນຕໍ່ຫຼາຍທີ່ສຸດກັບຄຸນທາດ ຄວາມເກັ່ງກ້າສາມາດ ອິດທິພົນ ແລະ ວິທິການເຮັດວຽກຂອງສະຫາຍເລຂາຄະນະພັກ.
2- ຕໍ່ກັບບັນດາວິສາຫະກິດຂອງເອກະຊົນ
ວິສາຫະກິດເອກະຊົນຂະຫຍາຍຕົວຢ່າງໄວວາທາງດ້ານປະລິມານ ແລະ ຄຸນນະພາບ. ປັດຈຸບັນນີ້, ທົ່ວປະເທດມີວິສາຫະກິດເອກະຊົນ 172.258 ແຫ່ງ; ແຕ່ມີອົງການຈັດຕັ້ງພັກພຽງ 3.101 ແຫ່ງ (270 ຄະນະພັກຮາກຖານ, 1.321 ໜ່ວຍພັກຮາກຖານ, 24 ຄະນະພັກພາກສ່ວນ ແລະ 1.486 ໜ່ວຍພັກຂຶ້ນກັບ, ກວມເອົາ 1,8 % ຂອງລວມຍອດວິສາຫະກິດ), ດ້ວຍຈຳນວນສະມາຊິກພັກ 34.185 ຄົນ.
ການເຄື່ອນໄຫວຂອງອົງການຈັດຕັ້ງພັກໃນກຸ່ມວິສາຫະກິດເອກະຊົນ ເບິ່ງລວມແລ້ວມີຄວາມກ້າວໜ້າ, ການດຳເນີນຊີວິດພັກຄ່ອຍໆກ້າວເຂົ້າສູ່ລະບຽບແບບແຜນເປັນກ້າວໆ. ມີຫຼາຍອົງການຈັດຕັ້ງພັກໃນວິສາຫະກິດເອກະຊົນ ໄດ້ນຳພາສະມາຊິກພັກ ຜູ້ອອກແຮງງານຍົກສູງຈິດໃຈຮັບຜິດຊອບ, ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ, ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ວິສາຫະກິດ. ເຈົ້າຂອງວິສາຫະກິດເອກະຊົນຫຼາຍຄົນ ນັບມື້ນັບເຂົ້າໃຈແຈ້ງກ່ຽວກັບແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ເຫັນແຈ້ງບົດບາດ ທີ່ຕັ້ງ ຜົນປະໂຫຍດຂອງອົງການຈັດຕັ້ງພັກ ແລະ ຂອງບັນດາອົງຄະນະມະຫາຊົນ ຕໍ່ກັບຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຂອງວິສາຫະກິດ, ຈາກນັ້ນເຂົາກໍ່ໄດ້ໃຫ້ຄວາມສະໜັບສະໜູນ, ສ້າງເງື່ອນໄຂອຳນວຍຄວາມສະດວກ, ຊ່ວຍເຫຼືອເງິນຄຳ ແລະ ເວລາໃຫ້ອົງການຈັດຕັ້ງພັກ, ອົງຄະນະມະຫາຊົນ ໃນການສ້າງຕັ້ງຂຶ້ນ ແລະ ການເຄື່ອນໄຫວ.
ເຖິງຢ່າງນັ້ນກໍ່ຕາມ, ແຕ່ການເຄື່ອນໄຫວຂອງອົງການຈັດຕັ້ງພັກ ແລະ ຂອງສະມາຊິກພັກຢູ່ໃນວິສາຫະກິດປະເພດນີ້ກໍ່ຍັງຖືກຈຳກັດ, ມີຄວາມຄົງຄ້າງບໍ່ໜ້ອຍ.
ໜ້າທີ່ຕົ້ນຕໍ່ເພື່ອສືບຕໍ່ປ່ຽນແປງໃໝ່, ຍົກສູງກຳລັງຄວາມສາມາດ ແລະ ປະສິດທິຜົນການນຳພາຂອງພັກ ຕໍ່ກັບບັນດາວິສາຫະກິດ.
ຕໍ່ກັບວິສາຫະກິດຂອງລັດ:
- ສືບຕໍ່ປ່ຽນແປງໃໝ່ແບບວິທີການນຳພາຂອງອົງການຈັດຕັ້ງພັກ; ປັບປຸງບູລະນະພາລະບົດບາດ, ໜ້າທີ່, ຊຶ່ງໃນນັ້ນ ເຮັດໃຫ້ເຫັນແຈ້ງໜ້າທີ່ຮັບຜິດຊອບຂອງຄະນະບໍລິຫານງານພັກຮາກຖານ ໃນການຊີ້ນຳໆພາປະຕິບັດໜ້າທີ່ການເມືອງຂອງວິສາຫະກິດ. ຫັນເປັນລະອຽດພາລະບົດບາດ, ໜ້າທີ່ຂອງຄະນະພັກ, ໜ່ວຍພັກຮາກຖານ ຕາມປະເພດຮູບແບບວິສາຫະກິດ ໃຫ້ເປັນຂໍ້ກຳນົດລະບົບລະບຽບ ຂອງຄະນະບໍລິຫານງານພັກ. ເນື້ອໃນ, ສາຍພົວພັນຂອງຄະນະບໍລິຫານງານພັກ ກັບກົງຈັກຄຸ້ມຄອງ ຕ້ອງໄດ້ລະບຸໄວ້ໃນກົດລະບຽບ ແລະ ບັນດາຂໍ້ກຳນົດ ຂອງວິສາຫະກິດ.
- ກໍ່ສ້າງຖັນແຖວກຳມະການຄະນະພັກ, ເລຂາຄະນະພັກ ໃຫ້ມີຄວາມສາມາດນຳພາ ແລະ ກຳລັງສູ້ຮົບຢ່າງພຽງພໍ; ເປັນແບບຢ່າງແທ້ຈີງກ່ຽວກັບຄຸນສົມບັດສິນທຳ, ຄວາມສາມາດ, ເປັນໃຈກາງແຫ່ງຄວາມສາມັກຄີ, ເຄື່ອນໄຫວຢ່າງມີປະສິດທິຜົນ, ໄດ້ຮັບຄວາມເຊື່ອຖືຈາກສະມາຊິດພັກ ແລະ ມະຫາຊົນ. ປະຕິບັດການ “ໂຮມສອງນາມມະຍົດເຂົ້າເປັນອັນໜຶ່ງ" ຕາມທິດ ປະທານຄະນະກຳມະການຄຸ້ມຄອງບໍລິສັດ, ປະທານສະພາບໍລິສັດ,… ທັງເປັນເລຂາຄະນະພັກ. ເມື່ອໜຶ່ງໃນສອງນາມມະຍົດນີ້ບໍ່ໄດ້ຮັບຄວາມເຊື່ອຖື ກໍ່ຈະຕ້ອງພິຈາລະນາ ແລະ ປ່ຽນແທນນາມມະຍົດນັ້ນ. ຢູ່ໃນບັນດາບໍລິສັດປະເພດນີ້, ຈຳເປັນຕ້ອງສັບຊ້ອນພະນັກງານຄົນໜຶ່ງ ຫຼືຫຼາຍຄົນ ໃຫ້ເຮັດສະເພາະວຽກງານພັກ, ເພື່ອຊ່ວຍສະຫາຍເລຂາຄະນະພັກ ເຮັດວຽກງານກໍ່ສ້າງພັກ.
- ເພີ່ມທະວີວຽກງານຕິດຕາມ ກວດກາ ແລະ ຄຸ້ມຄອງສະມາຊິກພັກ. ໜ່ວຍພັກຕ້ອງປະຕິບັດເປັນຢ່າງດີການແບ່ງງານໜ້າທີ່ໃຫ້ສະມາຊິກພັກ, ຮັບຮອງວ່າສະມາຊິກພັກທຸກຄົນໃນໜ່ວຍພັກ ລ້ວນແຕ່ໄດ້ຮັບການແບ່ງງານໜ້າທີ່ ສອດຄ່ອງກັບລະດັບ ຄວາມສາມາດ ສຸຂະພາບ ແລະ ເງື່ອນໄຂເຮັດວຽກ,…
- ສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ຮູບການດຳເນີນຊີວິດພັກ ແລະ ຍົກສູງຄຸນນະພາບການດຳເນີນຊີວິດພັກຂອງຄະນະພັກ, ໜ່ວຍພັກ ຕາມຄຳສັ່ງໝາຍເລກ 10-CT/TW, ລົງວັນທີ່ 30 ມີນາ 2007 ຂອງຄະນະເລຂາທິການສູນກາງພັກ “ວ່າດ້ວຍການຍົກສູງຄຸນນະພາບຂອງການດຳເນີນຊີວິດໜ່ວຍພັກ”
- ຢູ່ທີ່ຮູບແບບການຈັດຕັ້ງພັກ ໃນ “ບໍລິສັດແມ່”, ແຕ່ບັນດາຫົວໜ່ວຍທີ່ເປັນສາຂາພັດຢູ່ກະແຈກກະຈ່າຍໃນຫຼາຍທ້ອງຖິ່ນ, ການຈັດຕັ້ງຮາກຖານພັກທີ່ຂຶ້ນກັບຄະນະພັກຂັ້ນເທິງ ຕາມຂະແໜງການສາຍຕັ້ງຂອງກຸ່ມບໍລິສັດ, ສະຫະບໍລິສັດ ຫຼືຕາມທ້ອງຖິ່ນທີ່ວິສາຫະກິດນັ້ນຕັ້ງສຳນັກງານຢູ່ ແມ່ນຕ້ອງໄດ້ຄົ້ນຄ້ວາ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງຈາກທັງສອງເບື້ອງ. ຈັດຕັ້ງເປັນແຕ່ລະກ້າວຄະນະພັກຂັ້ນເທິງຕາມຂະແໜງສາຍຕັ້ງ ທີ່ນຳພາໜ້າທີ່ການຜະລິດ, ທຸລະກິດ ແລະ ວຽກງານການຈັດຕັ້ງ-ພະນັກງານໂດຍກົງ. ຄະນະພັກທ້ອງຖິ່ນເອົາໃຈໃສ່ເບິ່ງແຍງວຽກງານກໍ່ສ້າງພັກ, ນຳພາບັນດາອົງຄະນະມະພາຊົນ ແລະ ຂົງເຂດຮັກສາຄວາມສະຫງົບ, ປ້ອງກັນຊາດ... ຕາມຂໍ້ກຳນົດກ່ຽວກັບການປະສານສົມທົບຢ່າງແໜ້ນແຟ້ນ, ຈະແຈ້ງ.
- ບັນດາຄະນະພັກຂັ້ນເທິງ, ເປັນຕົ້ນແມ່ນຄະນະພັກກຸ່ມບໍລິສັດ, ສະຫະບໍລິສັດ ທີ່ເປັນຂັ້ນເທິງໂດຍກັງຂອງຄະນະພັກ ໜ່ວຍພັກຮາກຖານ, ຕ້ອງໃກ້ຊິດຕິດແທດ ກຳແໜ້ນສະພາບການຢູ່ຮາກຖານ; ເພີ່ມທະວີການຊີ້ນຳໆພາ, ແນະນຳ, ກວດກາການຈັດຕັ້ງປະຕິບັດຢູ່ຮາກຖານ; ແບ່ງງານໃຫ້ກຳມະການຄະນະພັກ ຮັບຜິດຊອບຮາກຖານໂດຍກົງ ແລະ ມີໜ້າທີ່ພ້ອມກັບຄະນະພັກ, ອົງການຄຸ້ມຄອງ ເພື່ອແກ້ໄຂຜ່ານຜ່າຄວາມຫຍຸ້ງຍາກຢູ່ຮາກຖານໃຫ້ໄດ້ຢ່າງຂາດຂັ້ນ.
ຕໍ່ກັບວິສາຫະກິດເອກະຊົນ:
ໃນວຽກງານຕ່າງໆຫຼາຍຢ່າງທີ່ຕ້ອງເຮັດ ເພື່ອໃຫ້ບັນດາອົງການຈັດຕັ້ງພັກໃນວິສາຫະກິດເອກະຊົນ ເຄື່ອນໄຫວຖືກຕ້ອງຕາມທິດທາງ, ມີປະສິດທິຜົນຕົວຈິງນັ້ນ ໜ້າທີ່ກວມລວມຂອງບັນດາຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ແລະ ຂອງທົ່ວທັງລະບົບການເມືອງ ແມ່ນຕ້ອງເປັນເຈົ້າການປະຕິບັດໃຫ້ໄດ້ດີບັນດາມະຕິຕົກລົງຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ, ເພື່ອຮັບປະກັນໃຫ້ບັນດາວິສາຫະກິດສືບຕໍ່ຂະຫຍາຍຕົວຢ່າງສົດໃສ, ຖືກຕ້ອງຕາມທິດທາງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການຫັນປະເທດຊາດເປັນອຸດສາຫະກຳທັນສະໄໝ.
ໃນສະເພາະໜ້າ, ຕ້ອງປະຕິບັດບັນດາໜ້າທີ່ລະອຽດລຸ່ມນີ້ ໃຫ້ດີ:
ໜຶ່ງ, ໂຄສະນາ ອົບຮົມສຶກສາ ຂົນຂວາຍຊວນເຊື່ອ ເພື່ອສ້າງຄວາມເປັນເອກະພາບທາງດ້ານຄວາມຮັບຮູ້ ໃຫ້ພະນັກງານ, ສະມາຊິກພັກ ແລະ ເຈົ້າຂອງວິສາຫະກິດ ກ່ຽວກັບການກໍ່ສ້າງ, ຂະຫຍາຍການຈັກຕັ້ງພັກ, ອົງຄະນະມະຫາຊົນໃນວິສາຫະກິດ, ເຮັດໃຫ້ວິສາຫະກິດຂະຫຍາຍຕົວຢ່າງສົດໃສ, ມີປະສິດທິຜົນ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງເຈົ້າຂອງວິສາຫະກິດ, ຮັບປະກັນສິດ ແລະ ຜົນປະໂຫຍດຊອບດ້ວຍກົດໝາຍຂອງຜູ້ອອກແຮງງານ ແລະ ຜົນປະໂຫຍດຂອງປະເທດຊາດ.
ສອງ, ເພີ່ມທະວີການຊີ້ນຳໆພາ, ການກວດກາຂອງຄະນະພັກຂັ້ນຕ່າງໆ, ເປັນຕົ້ນແມ່ນຂອງຂັ້ນເທິງໂດຍກົງຂອງອົງການຈັດຕັ້ງພັກຮາກຖານ. ສ້າງຕັ້ງຄະນະຊີ້ນຳເພີ່ມທະວີວຽກງານກໍ່ສ້າງພັກ, ບັນດາອົງຄະນະມະຫາຊົນໃນບັນດາວິສາຫະກິດທີ່ບໍ່ແມ່ນຂອງລັດ ແຕ່ຂັ້ນແຂວງລົງຮອດເມືອງ, ເທດສະບານເມືອງ. ກຳນົດແຈ້ງໜ້າທີ່ຮັບຜິດຊອບຂອງຜູ້ນຳໜ້າຄະນະພັກ, ອຳນາດການປົກຄອງຕໍ່ກັບການກໍ່ສ້າງພັກ, ອົງຄະນະມະຫາຊົນຢູ່ໃນວິສາຫະກິດ.
ສາມ, ກໍ່ສ້າງ ແລະ ປັບປຸງບູລະນະຕົວແບບອົງການຈັດຕັ້ງພັກ, ບັນດາອົງຄະນະມະຫາຊົນ, ຮັບປະກັນບົດບາດນຳພາຂອງພັກຕໍ່ກັບບັນດາອົງການຈັດຕັ້ງມະຫາຊົນຢູ່ໃນວິສາຫະກິດ.
ສີ່, ປັບປຸງ ຍົກສູງຄຸນນະພາບການເຄື່ອນໄຫວຂອງຄະນະພັກ, ໜ່ວຍພັກຢູ່ໃນວິສາຫະກິດ; ຕັ້ງໜ້າກໍ່ສ້າງ, ຂະຫຍາຍອົງການຈັດຕັ້ງພັກ ແລະ ເຮັດໃຫ້ດີວຽກງານການຮັບເອົາມະຫາຊົນຜູ້ຕັ້ງໜ້າເຂົ້າໃນພັກ.
ຫ້າ, ດ້ວຍບັນດາຮູບການເໝາະສົມ, ຊຸກຍູ້ການໂຄສະນາ ຂົນຂວາຍເຈົ້າຂອງວິສາຫະກິດ ແລະ ບັນດາພາກສ່ວນໃນວິສາຫະກິດ ກ່ຽວກັບຈຸດປະສົງ ແລະ ຄວາມໝາຍຂອງການສ້າງຕັ້ງອົງການຈັດຕັ້ງພັກ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ອົງຄະນະມະຫາຊົນຢູ່ໃນວິສາຫະກິດ./.