ວກ.ອອນ​ໄລ - ​​ໃນ​ລະຫວ່າງ​ວັນ​ທີ 25-28 ​ເມສາ 2018, ທ່ານນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ແລະ​ພັນ​ລະ​ຍາ ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ຫວຽດນາມ ​ໄດ້ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ​ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຂອດ ອາ​ຊຽນ ຄັ້ງ​ທີ 32 ຕາມ​ຄຳ​ເຊີນ​ຂອງທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ລີ ຊຽນລຸງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະທ່ານນາຍົກລັດຖະມົນຕີສິງກະໂປ ລີ ຊຽນລຸງ

ທ່ານນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ປະຕິບັດ​ໂຄງການ​ດຳ​ເນີນ​ງານທີ່​ສຳ​ຄັນ​ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຮູບ​ຫຼາຍ​ແບບ, ທັງ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍ.

​ໃນການ​ຢ້ຽມຢາມ​ປະ​ເທດ​ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ, ນາຍົກ​ລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ໄດ້​ຢ້ຽມ​ຄຳນັບ​ປະທານາທິບໍດີ​ສິງຫະ​ໂປ ຮາ​ລີ​ມະ ຢາ​ກົບ, ພົບ​ປະ​ເຈລະຈາ​ກັບ​ນາຍົກລັດຖະມົນຕີສິງກະ​ໂປ ລີ ຊຽນລຸງ, ຢ້ຽມຢາມ​ອົງການ​ເຕັກ​ໂນ​​​ໂລ​ຊີ​ລັດຖະບານ​ສິງກະ​ໂປ - ຊຶ່ງ​ເປັນອົງການ​ຮັບຜິດ​ຊອບການ​ຜັນ​ຂະຫຍາຍ​ ຍຸດ​ທະ​ສາດ​ການສ້າງຊາດ​ແຫ່ງ​ອັດ​ສະ​ລິ​ຍະ ​ແລະ ​ລັດຖະບານປະ​ຢຸກ​ໃຊ້ດິຈິ​ຕອນ ຂ​ອງສິງກະ​ໂປ; ວາງ​ດອກ​ໄມ້​ທີ່​ອະນຸສາວະລີລຸງ​ໂຮ່ ​ແລະ ຢ້ຽມ​ຊົມ​ຫໍພິພິທະພັນອາລະຍະ​ທຳອາ​ຊີ; ພົບ​ປະ ສົນທະນາ​ກັບ​ບັນດາກຸ່ມບໍ​ລະ​ສັດ​ໃຫຍ່​ຂອງ​ສິງກະ​ໂປ ທີ່​ໄດ້ ພວມ ​ແລະ​ຈະ​ເຄື່ອນ​ໄຫວ​ລົງທຶນ​ຢູ່​ຫວຽດນາມ; ພົບ​ປະ​ກັບ​ນັກວິທະຍາສາດ ນັກຮຽນ​ຮູ້​ສິງກະ​ໂປ​ເພື່ອ​ຮັບຟັງການ​ແນະນຳ​ ກ່ຽວ​ກັບ​ບົດຮຽນ​ໃນ​ການ​ປະ​ຢຸກ​ໃຊ້​ເຕັກ​ໂນ​ໂລ​ຊີ 4.0 ​ເຂົ້າ​ໃນ​ການ​ກໍ່ສ້າງ​ລັດຖະບານ​ສ້າງສັນ; ຢ້ຽມຊົມລະບົບທ່າກຳ​ປັ່ນ​ທະ​ເລ ​ແລະ​ໂລ​ຈິ​ສຕິກ​ສ ຊັ້ນ​ນຳ​ຂອງ​ສິງກະ​ໂປ; ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ທຸລະ​ກິດ ​ຫວຽດນາມ-ສິງກະ​ໂປ; ຢ້ຽມຢາມ​ແລະ​ໂອ້​ລົມ​ກັນ​ນັກຮຽນ​ນັກ​ສຶກສາ ຄູ​ອາຈານປະຈຳ​ທີ່​ມະຫາວິທະຍາ​ໄລ​ການ​ຈັດການຄຸ້ມ​ຄອງຂອງ​ສິງກະ​ໂປ (SMU).

ການ​ນຳ​ຂອງ​ສິງຫະ​ໂປ​ສະ​ແດງ​ຄວາມ​ດີ​ໃຈ​ ທີ່​ໄດ້​ຕ້ອນຮັບທ່ານນາຍົກ​ລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ມາ​ຢາມ​ປະ​ເທດ​ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ, ​ເນັ້ນ​ໜັກ​ການ​ຢ້ຽມຢາມ​ເປັນ​ຂີດ​ໝາຍ​ທີ່​ສຳຄັນ​ ໃນ​ການສະ​ເຫຼີ​ມສະຫຼອງ​ ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ ຄົບຮອບ 45 ປີ ​ແລະ ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຫວຽດນາມ-ສິງກະ​ໂປ ​ຄົບຮອບ 5 ປີ. ສອງ​ຝ່າຍ​ສະ​ແດງ​ຄວາມ​ດີ​ໃຈ​ ກ່ຽວ​ກັບບາດກ້າວ​ການ​ພັດທະນາ​ຢ່າງ​ແຂງ​ແຮງ ຂອງ​ການ​ພົວພັນ ​ຫວຽດນາມ-ສິງກະ​ໂປ ​ໃນ​ເວລາ​ທີ່​ຜ່ານ​ມາ. ສິງກະ​ໂປ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ໜຶ່ງ​ໃນ 10 ຄູ່​ຮ່ວມ​ມື​ການ​ຄ້າ​​ໃຫຍ່ທີ່​ສຸດ ​ແລະ​ເປັນ​ຄູ່​ຮ່ວມລົງທຶນ​ໃຫຍ່​ທີ່​ສາມ ​ຂອງຫວຽດນາມ ດ້ວຍ​ໂຄງການ​ລົງທຶນ​ຫຼາຍ​ກວ່າ 2.000 ​ໂຄງການ, ທຶນ​ຈົດ​ທະບຽນ 43 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 2 ​ເທື່ອ​ນັບ​ແຕ່​ມື້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ທ່ານນາຍົກ​ລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ແລະ ທ່ານ​ນາຍົກລັດຖະມົນຕີສິງກະ​ໂປ ລີ ຊຽນລຸງ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ທິດ​ທາງ ​ແລະ​ມາດ​ຕະການ​ລະອຽດ​ ເພື່ອ​ແນ​ໃສ່ກຳ​ເອົາ​ໂອ​ການ​ການ​​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ ​ໂດຍສັນຍາ​ຄູ່​ຮ່ວມ​ມືຮອບດ້ານ​ແລະ​ກ້າວໜ້າຂ້າມ​ປາຊີ​ຟິກ (CPTPP) ​ແລະ​ການ​ປະຕິວັດ​ເຕັກ​ໂນ​ໂລ​ຊີ 4.0 ນຳ​ມາ​ໃຫ້, ຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່, ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ປະຊາຊົນ.

ສອງ​ຝ່າຍ​ເຫັນດີ​ເປັນ​ເອກະສັນ​ຈະ​ຮັກສາ​ການ​ພົວພັນທາງ​ດ້ານ​ການ​ເມືອງ​ທີ່​ສະໜິດ​ແໜ້ນ ​ແລະ​ໄວ້​ວາງ​ໃຈ​ກັນ ​ໂດຍ​ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແລະ​ຂັ້ນ​ຕ່າງໆ​ ຢ່າງ​ເປັນ​ປະຈຳ; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ​ຍິ່ງ​ກວ່າ​ອີກ; ​ເອົາ​ໃນ​ໃສ່​ເຖິງ​ການ​ຮ່ວມ​ມື​ຕົວ​ຈິງ ລະຫວ່າງ​ກອງທັບ​ເຮືອ, ກອງທັບ​ອາກາດ, ການ​ຊ່ວຍ​​ເຫຼືອກູ້​ຊີບ-ກູ້​ໄພ, ​ເຕັກ​ໂນ​ໂລ​ຊີ​ການ​ປ້ອງ​ກັນ​ປະ​ເທດ; ການຄົ້ນ​ຄວ້າຍຸດ​ທະ​ສາດ ​ແລະການ​ແລກປ່ຽນ​ຂໍ້​ມູນຂ່າວສານ; ປະສານ​ງານ​ເພື່ອ​ແກ້​ໄຂບັນຫາ​ຄວາມ​ປອດ​ໄພ​ທົ່ວ​ໄປ​ເຊັ່ນ ​ໂຈນ​ສະ​ລັດ, ການ​ກໍ່​ການ​ຮ້າຍ…

ນາຍົກລັດຖະມົນຕີສອງທ່ານ​ໄດ້​ແບ່ງປັນ​ຄວາມ​ເຫັນ​ວ່າ ການ​ຮ່ວມ​ມືລົງທຶນ​ແລະ​ການ​ຄ້າ​ແມ່ນ​​ເສົາ​ຄ້ຳ​ທີ່ສຳຄັນ​ ໃນ​ການພົວພັນ​ລະຫວ່າງ​ສອງ​ປະ​ເທດ; ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຕັ້ງໜ້າ​ຊຸກຍູ້​ການ​ເຊື່ອມ​ຕໍ່​ວິ​ສາ​ຫະກິດ; ຂຸດ​ຄົ້ນ​​ເປັນ​ຢ່າງ​ດີຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ເຊື່ອມ​ຕໍ່ການບິນ, ​ເພີ່ມ​ຈຳນວນ​ຜູ້​ໂດຍສານ ​ແລະການ​ຂົນ​ສົ່ງ​ສິນຄ້າ ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ ກັບປະ​ເທດ​ອື່ນ; ກ້າວ​ເຖິງ​ການ​ເປີດ​ເສລີສັນຍາ​ການບິນ. ຍູ້​ແຮງ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄຸ້ມຄອງ​ຕະຫຼາດ​ການ​ເງິນ, ຫຼັກ​ຊັບ, ຊ່ວຍ​ເຫຼືອ​ໃຫ້​ບໍລິສັດຫວຽດນາມ​ລົງທະບຽນ​ໃນ​ຕະຫຼາດ​ຫຼັກ​ຊັບ​ສິງກະ​ໂປ. ທ່ານ​ນາຍົກລັດຖະມົນຕີ ລີ ຊຽນລຸງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ສິງກະ​ໂປ​ຈະ​ສືບ​ຕໍ່​ເພີ່ມ​ການ​ລົງທຶນ​ເຂົ້າ​ຫວຽດນາມ ​ແລະຢືນຢັນ​ຈະ​ເພີ່ມ​ທຶນການ​ສຶກສາ​ໃຫ້​ນັກຮຽນ​ນັກ​ສຶກສາ​ຫວຽດນາມ.

ສອງ​ຝ່າຍ​ໄດ້​ແບ່ງ​ປັນ​ວິ​ໄສ​ທັດ ​ແລະ​ໝັ້ນໝາຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ, ພິ​ເສດ​ແມ່ນ​ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂອບ​ອາ​ຊຽນ, ​ເອ​ເປ​ກ, ສະຫະ​ປະຊາ​ຊາດ. ສອງ​ຝ່າຍ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ​ຢູ່​ໃນ​ພາກ​ພື້ນ, ​ຮັກສາ​ເສລີພາບ​ໃນ​ການ​ເດີນ​ເຮືອ​ແລະ​ການບິນ ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຢືນຢັນ​ຄວາມ​ສະໜັບສະໜູນຕໍ່​ການ​ປະຕິບັດ​ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ, ​ແລະສ້າງ​ປະ​ມວນຂໍ້​ກຳນົດ​ຢູ່​ທະ​ເລ​ຕາ​ເວັນ​ອອກທີ່​ມີ​ປະສິດທິ​ຜົນ​ແລະ​ມີ​ລັກສະນະ​ບັງຄັບ​ໃຊ້​ (COC) ໃຫ້​ສຳ​ເລັດ​ໂດຍ​ໄວ. ​ເນື່ອງ​ໃນ​ໂອກາດ​ນີ້, ນາຍົກລັດຖະມົນຕີສອງທ່ານ​ໄດ້​ຮັບຮອງ​ຜ່ານ​ຖະ​ແຫຼ​ງການ​ຮ່ວມກ່ຽວ​ກັບ​ການ​ຢ້ຽມຢາມ ​ແລະ ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ເຊັນ​ເອກະສານ​ການ​ຮ່ວມ​ມື​ຫຼາຍ​ສະບັບ.

​ໃນ​ຂອບ​ການ​ຢ້ຽມຢາມ, ທ່ານ​ນາ​ຍົກ​ລັດຖະມົນຕີ​ໄດ້​ມີ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ, ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ທຸລະ​ກິດ ​ຫວຽດນາມ-ສິງກະ​ໂປ ​ແລະ ​ເປັນ​ສັກຂີ​ພິຍານ​ໃນ​ພິທີ​ເຊັນ​ເອກະສານ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ ​ເປັນ​ຈຳນວນ 16 ສະບັບ; ພົບ​ປະ​ສົນທະນາ, ປຶກສາ​ຫາລື​ກັບ​ຫຼາຍ​ກຸ່ມ​ບໍລິສັດ, ວິ​ສາ​ຫະກິດ​​ໃຫຍ່ຂອງ​ສິງກະ​ໂປ. ທ່ານນາຍົກ​ລັດຖະມົນຕີ​​ໄດ້​ຢືນຢັນ​ວ່າ ຫວຽດນາມ​ກຳລັງ​ລໍຖ້າ​ຕ້ອນຮັບ​ນັກ​ລົງທຶນ​ສິງກະ​ໂປ ​ແລະ​ສະ​ແດງ​ຄວາມ​ຫວັງ​ວ່າ​ ການຮ່ວມ​ມື​ຂອງ​ບັນດາ​ຄູ່​ຮ່ວມ​ມື​ສິງກະ​ໂປຈະ​ນຳ​ເອົາ​ບົດຮຽນທີ່​ດີ​ກ່ຽວ​ກັບ​ການ​ລິ​ເລີ່​ມທຸລະ​ກິດ​ຂອງ​ສິງກະ​ໂປ ມາ​ໃຫ້​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ​ເຊື່ອ​ໝັ້ນ​ວ່າ​ ຈະ​ມີ​ໂອກາດດີ​ຕ່າງໆຫຼາຍ​ຢ່າງ​ທີ່​ອຳນວຍ​ໃຫ້​ບັນດາ​ວິ​ສາຫະກິດຂອງ​ສອງ​ປະ​ເທດລົງທຶນ​ທຸລະ​ກິດ ​ເພື່ອ​ການ​ພັດທະນາ​ຮອບດ້ານ​ຂອງ​ສອງ​ປະ​ເທດ ​ແລະ​ຂອງ​ທົ່ວ​ທັງ​ພາກ​ພື້ນ.

ທ່ານນາຍົກ​ລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ໄດ້​ໄປ​ຢາມມະຫາວິທະຍາ​ໄລ​ການ​ຈັດການຄຸ້ມ​ຄອງຂອງ​ສິງກະ​ໂປ (SMU), ຢາມ​ສວນ​ກ້າ​ການ​ລິ​ເລີ່​ມທຸລະ​ກິດ​ຂອງ SMU ຊຶ່ງ​ເປັນພື້ນຖານ​ຊັ້ນນຳ​ໃນ​ການ​ຊ່ວຍ​ໜູນ​ການ​ລິ​ເລີ່​ມທຸລະ​ກິດ​ຢູ່​ສິງກະ​ໂປ ​ແລະ ພົບ​ປະ​ກັບ​ນັກ​ສຶກສາ​ຫວຽດນາມ​ທີ່​ກຳລັງ​ຮຽນ​ຢູ່​ສະ​ຖາ​ບັນນີ້. ທ່ານ​ນາຍົກເນັ້ນ​ວ່າ “ລັດຖະບານ​ຫວຽດນາມ​ກຳນົດ​ວ່າ ​ໃນ​ລະບົບ​ນິ​ເວດ​ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະ ການ​ລິ​ເລີ່​ມທຸລະ​ກິດ​ແຫ່ງ​ຊາດ​ນັ້ນ ​ໂຮງຮຽນ​ມະຫາວິທະຍາ​ໄລ​ຖື​ບົດບາດ​ສຳຄັນ”. “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ເຕັມທີ່​ວ່າ ​ໃນ​ວັນ​ທີ່​ບໍ່​ໄກ, ຊາວ​ໜຸ່ມ​ຫຼາຍຄົນ​ທີ່​ກຳລັງ​ນັ່ງ​ຢູ່​ທີ່ນີ້ຈະ​ເປັນ​ປະທານ, ຜູ້ອຳນວຍການ​ໃຫຍ່ຂອງ​ບັນດາ​ບໍລິສັດ​ຫວຽດນາມທີ່​ດຳ​ເນີນ​ການ​ທຸລະ​ກິດ​ໃນ​ລະດັບ​ພາກ​ພື້ນ, ສາກົນ ລວມທັງ​ສິງກະ​ໂປ”, ທ່ານ​ນາຍົກ​ໂອ້​ລົ​ມກັບ​ນັກ​ສຶກສາ ​ແລະຫວັງ​ວ່າພວກ​ນ້ອງ​ຈະ​ເປັນ​ຜູ້ນຳ​ໜ້າ​ໃນ​ການກໍ່ສ້າງ​ບໍລິສັດລິ​ເລີ່​ມທຸລະ​ກິດ​ຫວຽດນາມ ​ແລະ​ຂອງ​ທັງ​ສິງກະ​ໂປ, ກໍ່ສ້າງ​ເຄື່ອງໝາຍ​ການ​ຄ້າ​ຫວຽດຢູ່​ບ່ອນ​ເຮັດ​ວຽກ​ຕ່າງໆ. 

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ ອາ​ຊຽນ ຄັ້ງ​ທີ 32: ພາຍ​ໃຕ້​ຫົວ​ຂໍ້ ກໍ່ສ້າງ ອາ​ຊຽນ ທີ່​ເຂັ້ມ​ແຂງ ​ແລະ ສ້າງສັນ”. ນີ້​ແມ່ນ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ທຳ​ອິດ​ໃນ​ປີ​ເປັນ​ປະທານ​ອາ​ຊຽນ 2018 ຂອງ​ສິງກະ​ໂປ. ການ​ນຳຂອງ​ບັນດາ​ປະ​ເທດ​ສະມາຊິກ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ຈິດ​ໃຈ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ​ແລະ​ລັກສະນະ​ສ້າງສັນ​ຂອງ​ອາ​ຊຽນ ​ໂດຍ​ໃຫ້​ທັດສະນະ​ວ່າ ນີ້​ຈະ​ເປັນ​ບ່ອນ​ອີງ​ທີ່​ໝັ້ນ​ແກ່ນເພື່ອ​ໃຫ້ ອາ​ຊຽນ ສືບ​ຕໍ່​ກ້າວ​ຂຶ້ນ ​ໃນ​ສະພາບ​ການທີ່​ພາກ​ພື້ນ ​ແລະ​ສາກົນ​ມີ​ການ​ຜັນ​ປ່ຽນ​ຢ່າງ​ໄວວາ, ສັບສົນ ພ້ອມ​ທັງ​ບັນດາ​ໂອກາດ​ໃໝ່​ຈາ​ການ​ປະຕິວັດອຸດສາຫະກຳ 4.0.

​​​​​​ເພື່ອ​ແບ່ງປັນ​ທັດສະນະ​ກັບ​ບັນດາ​ຜູ້ນຳ​ຂອງ​ອາ​ຊຽນ, ທ່ານນາຍົກລັດ​​ຖະມົນຕີ ຫງວຽນ​ຊວັນ​ຝຸກ ຢືນຢັນ​ວ່າ ຄວາມ​ສາມາດ​ສ້າງ​ຕົນ​ເອງ​ໃຫ້​ເຂັ້ມ​​ແຂງ​ລວມໝູ່​ນັ້ນ ຕ້ອງ​ໄດ້​ເພີ່ມ​ພູນ​ຄູນ​ສ້າງ ​ແລະ​ພັດທະນາ​ໃນ​ສາມ​ເສົາ​ຄ້ຳ ຊຶ່ງ​ໃນ​ນັ້ນ​ການ​ຮັກສາ​ຄວາມ​ສາມັກຄີ, ຄວາມ​ເປັນ​ເອກະ​ພາບ​ແລະ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ ມີ​ຄວາມ​ໝາຍຫຼັກ​ແຫຼ່. “ຖ້າ​ຫາກ 10 ປະ​ເທດ​ສະມາ​ຊິກ​ສຸມ​ໃສ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພຍ​ໃນ​ຂອງ​ຕົນ ​ແລະ​ພ້ອມກັນ​ຮັກສາ​ຄວາມ​ສາມັກຄີ ຄວາມ​ເປັນ​ເອກະ​ພາບ​ຢ່າງ​ໜັກ​ແໜ້ນ, ອາ​ຊຽນຈະ​ມີ​ກຳລັງ​ແຮງ​ລວມໝູ່​ທີ່​ເຂັ້ມ​ແຂງ”, ທ່າ​ນາຍົກ​ລັດຖະມົນຕີ​ແບ່ງປັນ​ວ່າ “​​ເມື່ອພວກ​ເຮົາຄົ້ນ​ຄິດ​ຕາມ​ທິດ​ດຽວ​ກັນ, ປະຕິບັດ​ງານ​ຕາມ​ຈັງຫວະ​ດຽວ​ກັນ, ຈະ​ບໍ່​ມີ​ຟອງ​ແຮງ​ລົມ​ຈັດ​ໃດ, ການ​ກະທົບ​ຈາກ​ພາຍ​ນອກ​ໃດ​ ສາມາດເຮັດ​ໃຫ້ອາ​ຊຽນສັ່ນ​ຄອນ​ໄດ້, ຖານະບົດບາດສາກົນ​ຂອງ​ມັນ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ”.​ ​ໃນ​ໂຄງ​ສ້າງຄວາມ​ໝັ້ນຄົງ​ແຫ່ງ​ພາກ​ພື້ນ​ທີ່​ພວມ​ເປັນ​ຮູບ​ເປັນ​ຮ່າງຂຶ້ນ, ປະຊາ​ຄົມ​ອາ​ຊຽນທີ່​ສາມັກຄີ​ແລະ​ຜູກພັນ​ສະໜິດ​ແໜ້ນນຳ​ກັນ ຈະ​ເສີມ​ຂະຫຍາຍ​ໄດ້​ບົດບາດ​ເປັນ​ໃຈກາງ​ໃນ​ການ​ຮ່ວມ​ມື​ເພື່ອຜົນ​ປະ​ໂຫຍ​ດ​ຮ່ວມກັນ ພ້ອມ​ກັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ການ​ກໍ່ສ້າງ​ຄວາມ​ເປັນລະບຽບຮຽບຮ້ອຍ​ພາກ​ພື້ນທີ່​ອີງ​ໃສ່​ລະບຽບ​ກົດໝາຍ, ​ແບ່ງປັນ​ຄວາມຮັບຜິດຊອບ​ໃນ​ການ​ແກ້​ໄຂບັນດາ​ບັນຫາ​ທີ່​ມີ​ຄວາມສົນ​ໃຈ ​ເພື່ອຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ທ່ານນາຍົກ​ລັດຖະມົນຕີ​ກໍ​ໃຫ້​ທັດສະນະ​ວ່າ ການ​ເສີມ​ຂະຫຍາຍ​ລັກສະນະ​ປະດິດ​ສ້າງ​ຢ່າງ​ມີ​ປະສິດທິ​ຜົນ ຈະ​ເປັນ​ໄມ້​ງັດ​ເພີ່ມ​ທະວີ​ກຳລັງ​ແຮງ​ແຫ່ງ​ການ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ​ຂ​ອງ​ອາ​ຊຽນ, ​ໃນ​ນັ້ນ, ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ທາງ​ດ້ານ​ເສດຖະກິດ​ແມ່ນ​ສຳຄັນ​ທີ່​ສຸດ​ ສຳລັບ​ບັນດາ​​ປະ​ເທດ​ທີ່​ໄດ້​ເປີດ​ປະຕູ​ກວ້າງ​ຄື​ອາ​ຊຽນ. ປະຊາ​ຄົມ​ອາ​ຊຽນຕ້ອງ​ເປັນ​ຊາຍ​ຄາ​ອາ​ຊຽນທີ່​ໝັ້ນ​ແກ່ນ ​ເພື່ອ​ໃຫ້​ປະຊາຊົນ​ໄດ້​ຮັບ​ການ​ປົກ​ປ້ອງ ບໍ່​ຖືກ​ໄພ​ຄຸກ​ຄາມ​ຈາກ​ໄພພິບັດ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ສະພາບ​ອາກາດ, ​ໂລຄາ​ພະຍາດ... ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈະ​ດີຂຶ້ນ​ເມື່ອ​ເຂົາ​ໄດ້​ຮັບ​ຄວາມ​ສະດວກ​ໃນ​ການ​ສັນຈອນ​ໄປ​ມາ​ລະຫວ່າງ​ປະ​ເທດ; ​ເພີ່ມ​ໂອກາດ​ຫາ​ວຽກ​ເຮັດ​ງານ​ທຳ, ສຶກສາຮ່ຳຮຽນ ​ແລະ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ຈາກ​ປະ​ເທດ​ຕ່າງໆ​ທີ່ຢູ່​ນອກ​ພາກ​ພື້ນ… ​ເນື່ອ​ງໃນ​ໂອກາດ​ນີ້, ທ່ານ​ນາ​ຍົກ​ລັດຖະມົນຕີ​ໄດ້​ແຈ້ງ​ຂ່າວ​ວ່າ ຫວຽດນາມ​ແຕ່ງ​ຕັ້ງ 3 ນະຄອນ​ໃຫຍ່​ຄື ຮ່າ​ໂນ້ຍ, ນະຄອນ​ໂຮ່ຈີ​ມິນ ​ແລະ ດາ​ໜັ້ງ ​​ໃຫ້ເຂົ້າ​ຮ່ວມ​ໃນ​ເຄືອ​ຂ່າຍ​ນະຄອນ​ອັດ​ສະ​ລິ​ຍະ​ອາ​ຊຽນ.

ຢູ່​ຕາມ​ລະບຽງ​ຂອງ​ກອງ​ປະຊຸມ, ທ່ານນາຍົກ​ລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ໄດ້​ມີ​ບັນດາ​ການ​ພົບ​ປະ​ແລກປ່ຽນ​ສອງ​ຝ່າຍ​ກັບ​ປະທານາທິບໍດີ​ ຟີ​ລິບ​ປິນ ​ໂຣດຣີ​ໂກ ດູ​ເຕີ​ເຕ, ປະທານາທິບໍດີ ອິນ​ໂດ​ເນ​ເຊຍ ​ໂຈ​ໂກ ວີ​ໂດ​ໂດ, ປະທານາທິບໍດີ​ມຽນມາ ວິນ ມິ​ອີນ, ຜ່ານ​ການ​ພົບ​ປະ​ເຫຼົ່ານັ້ນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ທິດ​ທາງ​ແລະ​ມາດ​ຕະການ​ຕ່າງໆ​ເພື່ອ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ຍິ່ງ​ກວ່າ​ອີກ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ການ​ຢ້ຽມຢາມ​ປະ​ເທດ​ສິງກະ​ໂປ​ຢ່າງ​ເປັນ​ທາງ​ການ ​ແລະ ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸ​ດຍອດອາ​ຊຽນຄັ້ງ​ທີ່ 32 ​ຂອງທ່ານນາຍົກ​ລັດຖະມົນຕີ​ ຫງວຽນ​ຊວັນ​ຝຸກ ​ໄດ້​ປະກອບສ່ວນ​ສ້າງ​ແຮງ​ກະ​ຕູ້ນ​ໃໝ່​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ຫວຽດນາມ-ສິງກະ​ໂປ; ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ສະໜັບສະໜູນ​ຂອງ​ຫວຽດນາມ​ຕໍ່​ສິງກະ​ໂປ​ໃນ​ບົດບາດ​ເປັນ​ປະທານ​ອາ​ຊຽນ 2018, ຊຸກຍູ້​ຄວາມ​ສາມັກຄີ ​ເປັນ​ເອກະ​ພາບ​ຂອງ​ອາຊຽນຍິ່ງ​ກວ່າ​ອີກ ​ແລະ​ການ​ຮັກສາບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ໂຄງ​ສ້າງ​ພາກ​ພື້ນ​ທີ່​ເປີດ ​ແລະ​ໂປ່​ງ​ໃສ./.

​ໂດຍ ຫງວຽນ​ດຶກ