ວກ.ອອນ​ໄລ - ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ​ສາທາລະນະ​ລັດສັງຄົມ​ນິຍົມ​ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ ​ແຫ່ງ​ສາທາລະນະ​ລັດ​ອິດສະ​ລາມ​ອີຣານ ນຳ​ໂດຍ​ທ່ານ ອາລີ  ອາກ​ເດ​ຊີ ລາຣີຈາ​ນີ, ປະທານ​ສະພາ​ແຫ່ງ​ຊາດອີຣານ ​ໄດ້​ດຳ​ເນີນ​ການຢ້ຽມຢາມປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 15 - 18 ​ເມສາ 2018. 

ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຕ້ອນຮັບປະທານສະພາແຫ່ງຊາດອີຣານ ອາລີ ອາກເດຊີ ລາຣີຈານີ. (ພາບ: TTXVN)

ໃນ​ຂອບ​ຂອງ​ການ​ຢ້ຽມຢາມ, ທ່ານ ອາລີ ອາກ​ເດ​ຊີ ລາຣີຈາ​ນີ ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ສາທາລະນະ​ລັດ​ອິດສະ​ລາມ​ອີຣານ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ ຫງວຽນທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ; ຢ້ຽມ​ຄຳນັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ, ນາຍົກລັດຖະມົນຕີ ຫງວຽຊວັນ​ຝຸກ; ພົບ​ປະ​ກັບ​ທ່ານ​ເລຂາທິການ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເຈິ່ນ​ແທັງ​ເໝິນ; ຕ້ອນຮັບ​ການ​ນຳ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ອີຣານ; ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ທຸລະ​ກິດ​ຫວຽດນາມ - ອີຣານ. ​ເນື່ອງ​ໃນ​ໂອ​ກາດ​ນີ້, ຄະນະ​ໄດ້​ໄປ​ວາງ​ພວງມາລາ​ໄຫວ້​ອາ​ໄລ​ທີ່​ອະນຸສາວະລີ​ຫໍ​ສົບ​ປະທານ​ໂຮ່ຈີ​ມິນ, ຢ້ຽມ​ຊົມ​ເຮືອນ​ຂອງ​ລຸງ​ໂຮ່ ​ແລະ ບູຮານ​ສະຖານ​ປະຫວັດ​ສາດ ວັດທະນະທຳ​ບາງ​ແຫ່ງ​ຂອງ​ຫວຽດນາມ.

ຜ່ານ​ການ​ພົບ​ປະ​ເຈລະຈາ ການ​ແລກປ່ຽນ, ຫວຽດນາມ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່​ລັດຖະບານ ​ແລະ​ປະຊາຊົນ​ອີຣານ ທີ່​ໄດ້​ແລະ​ພວມ​ບັນລຸ​ຜົນສຳ​ເລັດອັນ​ໄຫ​ຍ່ຫຼວງ​ຫຼາຍ​ຢ່າງ, ຮັກສາ​ໄດ້​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ ສັງຄົມ, ບັນລຸ​ການ​ຜັນ​ປ່ຽນ​ທາງ​ບວກ​ຕ່າງໆ​ກ່ຽວ​ກັບ​ເສດຖະກິດ ​ແລະຖານະ​ຕຳ​ແໜ່​ງຂອງ​ອີຣານຢູ່ພາກ​ພື້ນ ​ແລະ​ໃນ​ໂລກ. ຫວຽດນາມ​​ແບ່ງປັນ​ກັບຄວາມ​ຫຍຸ້ງຍາກ​ຂອງ​ປະຊາຊົນ​ອີຣານ ຍ້ອນ​ການ​ກະທົບ​ຂອງ​ສະພາບ​ການຜັນ​ປ່ຽນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ​ແລະ ຄວາມ​ຫຍຸ້ງຍາກ​ຕ່າງໆ​ ​ເນື່ອງ​ຈາກ​ການ​ຄວ້ຳ​ບາດທາງ​ເສດຖະກິດ, ຫວຽດນາມ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ສັນຍາ​ນີວ​ເຄຼຍທີ່​ມີ​ຊື່ ​ແຜນປະຕິບັດການຮ່ວມ​ກັນ​ຢ່າງຮອບດ້ານ (JCPOA) ​ໄດ້​ຮັບ​ການ​ປະຕິບັດ​ເທື່ອ​ລະ​ກ້າວ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ອີຣານພັດທະນາ​ເສດ​ຖະກິດ-ສັງຄົມ. 

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ອີຣານ ອາລີ ອາກ​ເດ​ຊີ ລາຣີຈາ​ນີ ສະ​ແດງ​ຄວາມ​ດີ​ໃຈ​ແລະ​ພາກພູມ​ໃຈ​ກ່ຽວ​ກັບ​ບັນດາ​ຜົນສຳ​ເລັດ​ທາງ​ດ້ານ​ເສດຖະກດິ-ສັງຄົມ​ທີ່​ຫວຽດນາມ​ຍາດ​ໄດ້. ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສະພາ​ແຫ່ງ​ຊາດ​ຫວຽດນາມ​ທີ່​ໄດ້ຈັດ​ຕັ້ງຢ່າງ​ສຳ​ເລັດ​ຜົນ ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 26 ຂອງ​ເວທີ​ປາ​ໄສ​ລັດຖະສະພາ​ອາຊີ-ປາຊີ​ຟິກ (APPF-26), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ອີຣານ​ໃຫ້​ທັດສະນະ​ວ່າ, ການ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້ ​ເປັນ​ພື້ນຖານ​ເພື່ອຊຸກຍູ້​ການ​ພົວພັນ​ລັດຖະສະພາ​ ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ພິ​ເສດ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ສືບ​ຕໍ່​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ຢູ່​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ​ສາກົນ. ຫວຽດນາມ​ຫວັງ​ວ່າ​ ໃນ​ໄວໆ​ນີ້​ຈະ​ໄດ້​ຮັບຈົດໝາຍ​ທາງ​ການທູດ​ຂອງ​ອີຣານ ກ່ຽວ​ກັບ​ການ​ສະໜັບສະໜູນ​ຫວຽດນາມອອກ​ສະໝັກ​ຮັບ​ເລືອກ​ເຂົ້າ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ວາລະ 2020 - 2021. ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະພາ​ແຫ່ງ​ຊາດ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະຊຸກຍູ້ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ນຳ​ກັນ, ພິ​ເສດ​ແມ່ນ ລະຫວ່າງ​ຄະນະກຳມະການ​ວິຊາ​ສະ​ເພາະ ​ເພື່ອ​ແນ​ໃສ່​ແບ່ງປັນບົດຮຽນ​ປະສົບ​ການກ່ຽວ​ກັບ​ການ​ສ້າງ​ກົດໝາຍ ​ແລະ​ການ​ຕິດຕາມ​ກວດກາ.

ປະ​ເມີນ​ການ​ຄ້າ, ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຫວຽດນາມ-ອີຣານ​ໃນ​ປີ 2017 ​ເຖິງ​ວ່າ​ບັນລຸ​ໄດ້ 164,6 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 41% ທຽບ​ກັບ​ປີ 2016 ກໍ່​ຕ້າມ ​ແຕ່​ກໍ່​ບໍ່​ສ່ອງ​ແສງ​ຖືກຕ້ອງ​ຕາມ​ຄວາມ​ສາມາດ​ບົ່ມຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ສອງ​ປະ​ເທດ, ສອງ​ຝ່າຍ​ຈະ​ສູ້​ຊົນ​ເພື່ອ​ບັນລຸ​ເປົ້​າໝາຍ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 2 ຕື້​ໂດ​ລາ​ສະຫະລັດ​​ໃນ​ຊຸມ​ປີ​ຈະ​ເຖິງ​ນີ້ ​ໂດຍ​ຜ່ານ​ມາດ​ຕະການ​ບຸລິມະສິດ​ການ​ແລກປ່ຽນ​ສິນຄ້າ​ປະ​ເພດ​ຕ່າງໆ ທີ່​​ແຕ່ລະ​ຝ່າຍ​ມີ​ທ່າ​ແຮງ, ​ແກ້​ໄຂ​​ບັນຫາການ​ຊຳລະ​​ເງິນໂດຍ​ໄວ ​ເພື່ອ​ຊ່ວຍ​ໜູນ​ໃຫ້​ແກ່​ການ​ແລກປ່ຽນ​ການ​ຄ້າ, ສົ່ງ​ເສີມ​ແລະ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວຂອງ​ວິ​ສາ​ຫະກິດ ຂອງ​ສອງ​ປະ​ເທດ ​ໃນ​ການ​ຄົ້ນ​ຄວາ​ຕະຫຼາດ, ດຳ​ເນີນ​ການ​ຄ້າ ການ​ລົງທຶນ. 

​ໂດຍ​ເນັ້ນ​ວ່າ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແລະການ​ສື່ສານ​ໂທລະ​ຄົມມະນາຄົມ ​ມີ​ຄວາມ​ສາມາດ​ຮ່ວມ​ມື​ທີ່​ໃຫຍ່​ຫຼວງ, ຫວຽດນາມ​ມີ​ຄວາມ​ປະສົງ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ ໃຫ້​ກາຍ​ເປັນ​ຂອດ​ບຸກທະລຸ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ, ຜ່ານ​ນັ້ນ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອື່ນ.

ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ວັດ​ທະນະ​ທຳ-ການ​ສຶກສາ, ອີ​ຣານ​ພ້ອມ​ແລ້ວ​ທີ່​ຈະ​ຊ່ວຍ​ເຫຼືອ​ແລະ​ສະໜອງ​ທຶນ​ສຶກສາ​ໃຫ້​ນັກ​ສຶກສາ​ຫວຽດນາມ​ມາ​ຮຽນ​ພາສາ​ເປີ​ເຊຍ ​ແລະ​ຂະ​ແໜງ​ວິຊາ​ສະ​ເພາະ​ອື່ນ; ສືບ​ຕໍ່​ໂຄງການ​ແລກປ່ຽນ​ຄູ​ອາຈານ ​ແລະ​ນັກຮຽນ ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ​ຂອງ​ສອງ​ປະ​ເທດ; ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ, ທ່ອງ​ທ່ຽວ, ຈັດ​ຕັ້ງ​ບັນດາ​ເຫດການ​ຄື: ຈັດ​ງານ​ວາງສະ​ແດງ​ຮູບ​ພາບ​ຮູບ​ແຕ້ມ, ສາຍຟີມຮູບ​ເລົາ, ສະ​ແດງ​ດົນຕີ, ຈັດວັນ​ວັດທະນະທຳ​ອີຣານຢູ່​ຫວຽດນາມ, ຈັດວັນ​ວັດທະນະທຳ​ຫວຽດນາມ​ຢູ່​ອີຣານ…

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ວ່າ, ​ໃນ​ເວລາ​ທີ່​ຈະ​ເຖິງ​, ຈະ​ເພີ່ມ​ທະວີ​ບົດບາດ​ຕິດຕາມ​ກວດກາ ​ແລະ​ຊຸກຍູ້​ການ​ປະຕິບັດຢ່າງ​ມີ​ປະສິດທິ​ຜົນ ບັນດາ​ສັນຍາ, ຂໍ້​ຕົກລົງທີ່​ສອງ​ປະ​ເທດ​ໄດ້​ລົງ​ນາມ, ​ໃນ​ນັ້ນ​ມີ​ຂໍ້ຕົກລົງຕ່າງໆ ທີ່​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ໄດ້​ປຶກສາ​ເຈລະຈາ, ​​ເປັນ​ເອກະ​ພາບ. ຕາມ​ນັ້ນ, ສອງ​ຝ່າຍ​ໄດ້​​ແລກປ່ຽນ ​ແລະ​ເປັນ​ເອກະ​ພາບກ່ຽວ​ກັບ​ຫຼາຍ​ມາດ​ຕະການ​​ເພີ່ມ​ທະວີການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ຄື ກະສິກຳ, ສິນ​ໃນ​ນ້ຳ-ອາຫານ​ທະ​ເລ, ພະລັງງານ, ຂຸດ​ຄົ້ນ​ແຮ່​ທາດ, ນ້ຳມັນ​ອາຍ​ແກ​ສ, ທະນາຄານ…, ພິ​ເສດ​ແມ່ນ ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ສ, ອີຣານອາດ​ຈະ​ຊ່ວຍໜູນ​ໃຫ້​ຫວຽດນາມ, ​ໃນ​ນັ້ນ​ມີ​ການ​ສະໜອງ​ບັນດາ​ຜະລິດ​ຕະພັນປິ​ໂຕຣ​ເຄມີ, ອາຍ​ແກ​ສ​ແຫຼວ, ຢາ​ງປູທາງ... ອີຣານຫວັງ​ຮ່ຳຮຽນ​ນຳ​ບົດຮຽນ​ໃນ​ຂົງ​ເຂດ​ກະສິກຳ​ຂອງ​ຫວຽດນາມ. ນອກຈາກ​ນັ້ນ, ສອງ​ຝ່າຍ​ຈະຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດທີ່​ອີຣານມີ​ຄວາມ​ສາມາດ​ບົ່ງ​ຊ້ອນ​ຄື: ຜະລິດ​ຕະພັນ​ເພສັດຊະກຳ, ອຸປະກອນ​ທາງ​ການ​ແພດ, ​ເຊື່ອມ​ຕໍ່​ທະ​ນາຄາ​ນ, ການທ່ອງທ່ຽວ-ວັດທະນະທຳ, ຟີມຮູບ​ເງົາ, ​ໂທລະພາບ, ​ແລກ​ປ່ຽນ​ຄູ​ອາຈານ, ນັກຮຽນມະຫະວິທະຍາ​ໄລ…

ການ​ຢ້ຽມ​ຢາມປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ສາທາລະນະ​ລັດ​ອິດ​ສະ​ລາມ ອາລີ ອາກ​ເດ​ຊີ ລາຣີຈາ​ນີ ​ແລະ ຄະນະ ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງານ, ປະກອບສ່ວນ​ປັບປຸງ, ພັດທະນາ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ./.

​ໂດຍ ນຂ.