ວກ.ອອນ​ໄລ - ​ໂດຍຕອບ​ສະໜອງ​ຕາມຄຳ​ເຊີນ​ຂອງ​ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​​ແຫ່ງຊາດ ​ແຫ່ງສາທາລະນະ​ລັດ​ ສັງຄົມ​ນິຍົມ​ ປະຊາທິປະ​ໄຕ​ ສີ​ລັງກາ ນຳໂດຍ​ທ່ານ ກາຣູ ຈາ​ຢາ​ຊູຣີຢາ, ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ​ສສ.ຫວຽດນາມ ​ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 23-27 ​ເມສາ 2018. 

ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ແລະ ປະທານສະພາແຫ່ງຊາດສີລັງກາ ກາຣູ ຈາຢາຊູຣີຢາ ພ້ອມກັນຖ່າຍຮູບພາຍຫຼັງການເຈລະຈາ. (ພາບ: TTXVN)

ໃນ​ຂອບ​ຂອງ​ການ​ຢ້ຽມຢາມ, ທ່ານປະທານສະພາ​ແຫ່ງ​ຊາດ​ສີ​ລັງກາ ກາຣູ ຈາ​ຢາ​ຊູຣີຢາ ​ໄດ້​ພົບ​ປະ​ເຈະລະຈາ​ກັບທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ; ຢ້ຽມ​ຄຳນັບ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ; ​ໃຫ້ການຕ້ອນຮັບ​ສະມາຄົມ​ພຸດທະ​ສາສະໜາຫວຽດນາມ ​ແລະ ການ​ນຳ​ແຂວງ​ນິງບິ່ງ; ຢ້ຽມຊົມອາຄານ​ສະພາ​ແຫ່ງ​ຊາດ; ​ເຂົ້າ​ຮ່ວມ​ເທດສະການ​ວັດທະນະທຳ​ສີ​ລັງກາ​ຢູ່​ຮ່າ​​ໂນ້ຍ. 

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ໄດ້​ໄປ​ວາງ​ພວງມາລາ​ໄຫວ້​ອາ​ໄລ​ທີ່​ສຸສານ​ຂອງ​ປະທານ​ໂຮ່ຈີມິນ, ຢ້ຽມ​ຊົມ​ອະນຸສອນ​ສະຖານ​ຂອງ​ປະທານ​ໂຮ່ຈີມິນ ​ແລະ ບູຮານ​ສະຖານ​ບາງ​ແຫ່ງ​ຂອງ​ຫວຽດນາມ. 

ຜ່ານ​ບັນດາ​ການ​ພົບ​ປະ​ເຈລະຈາ ຫາລື, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຍູ້​ແຮງ​ການ​ຮ່ວມ​ມື, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ໃນ​ບັນດາ​ຂົງ​ເຂດຄື: ນ້ຳມັນ​ອາຍ​ແກ​ສ, ​ໂຄງ​ສ້າງ​ພື້ນຖານ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແລະ​ການສື່ສານ, ສິ່ງ​ທໍ, ຢາງພາລາ, ​ເກີບ​ແຕະ, ປຸງ​ແຕ່ງ​ແລະ​ແຈກ​ຢາຍ​ຜະລິດ​ຕະພັນ​ກະສິກຳ​, ສິນ​ໃນ​ນ້ຳ, ຜະລິດ​ແລະບໍລິ​ໂພ​ກ​ນ້ຳນົມ, ພະລັງງານ​ທົດ​ແທນ, ຂົນ​ສົ່ງ​ທາງ​ອາກາດ​ແລະ​ທາງ​ທະ​ເລ; ຊຸກຍູ້​ການ​ເຊື່ອມ​ຕໍ່ທາງ​ການບິນ​ແນ​ໃສ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ ​ແລະ​ການທ່ອງທ່ຽວ​ ຂອງ​ສອງ​ປະ​ເທດ. 

ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ: ພະລາ​ທິການ, ​ແກ້​ໄຂ​ຜ່ານ​ຜ່າ​ຜົນ​ຮ້າຍ​ຂອງ​ສົງຄາມ ​ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບຂອງ​ສະຫະ​ປະຊາ​ຊາດ; ​ແບ່ງປັນ​ຂໍ້​ມູນ​ຂ່າງ​ສານ, ບົດຮຽນ, ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ຕ້ານ​ການ​ກໍ່​ການ​ຮ້າຍ… ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ແຕ່ລະ​ປະ​ເທດ. 

ກ່ຽວ​ກັນ​ການ​ຮ່ວມ​ມື​ດ້ານ​ລັດຖະສະພາ, ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ວ່າ, ສະພາ​ແຫ່ງ​ຊາດ​ຂ​ອງສອງ​ປະ​ເທດ​ຈະ​ຮັກສາ​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ລະຫວ່າງ​ບັນດາ​ຄະນະ​ກຳມາ​ທິການ​ວິຊາ​ການ ​ແນ​ໃສ່​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​​ລັດຖະສະພາ, ບົດຮຽນ​ໃນ​ການ​ສ້າງ​ກົດໝາຍ​ແລະ​ການ​ຕິດຕາມ​ກວດກາ; ​ເສີມ​ຂະຫຍາຍ​ບົດບາດ​ຂອງກຸ່ມ​ມິດຕະພາບ​ລັດຖະສະພາຂອງ​ສອງ​ປະ​ເທດ ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ ​ແລະ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ; ​ເພີ່ມ​ທະວີ​ບົດບາດ​ຕິດຕາມ​ກວດກາ​ ແລະ​ ຊຸກຍູ້​ການ​ປະຕິບັດຢ່າງ​ມີ​ປະສິດທິ​ຜົນ ບັນດາ​ສັນຍາ, ຂໍ້​ຕົລົງ​ທີ່​ສອງ​ປະ​ເທດ​ໄດ້​ລົງ​ລາຍ​ເຊັນ. 

ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນສະພາ​ແຫ່ງ​ຊາດ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ; ຈັດ​ຕັ້ງ​ກອງປະຊຸມ​ອະ​ນຸ​ກຳມະການ​ການ​ຄ້າ​ປະສົມ​ຄັ້ງ​ທີ​ສອງ​ໃນ​ໄວໆ​ນີ້ ຢູ່​ຫວຽດນາມ ​ເພື່ອ​ແນ​ໃສ່​ແລກປ່ຽນ​ມາດ​ຕະການ​ແກ້​ໄຂ​ຂໍ້ຄົງຄ້າງ​ຕ່າງໆ, ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ໃຫ້​ບັນລຸ​ເປົ້າ​ໝາຍ 1 ຕື້​ໂດ​ລາ​ສະຫະລັດ​​ໂດຍ​ໄວ; ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ສົ່ງ​ເສີມ​ການ​ລົງທຶນ ​ແລະ​ເຊື່ອມ​ຕໍ່​ການ​ຄ້າ; ສະ​ເໜີ​ແນະ​ທິດ​ທາງ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ແລະ​ປົກ​ປ້ອງ​ການ​ລົງທຶນ, ບົດ​ບັນທຶກ​ການ​ຮ່ວມ​ມື​ຊຸກຍູ້​ກາງ​ລົງທຶນ​ສອງ​ຝ່າຍ. 

ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫວັງ​ວ່າ​ສີ​ລັງກາ​ຈະ​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ​ແລະ​ອາ​ຊຽນ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນດາ​ເນື້ອ​ໃນ​ທີ່​ມີ​ລັກສະນະ​ຫຼັກການ​ຄື ​ເສລີພາບ​ໃນ​ການ​ເດີນ​ທະ​ເລ​ແລະ​ການບິນ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່ງ​ດ້ວຍ​ສັນຕິ​ວິທີ... 

ຜູ້ນຳ​ທັງ​ສອງ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ວ່າ ​ໃນ​ເວລາ​ທີ່​ຈະ​ເຖິງ ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ​ຈະ​ຮັກສາ​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ລະຫວ່າງ​ຄະນະ​ກຳມາ​ທິການ​ວິຊາ​ການ ​ແນ​ໃສ່​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​​ລັດຖະສະພາ, ບົດຮຽນ​ໃນ​ການ​ສ້າງ​ກົດໝາຍ​ແລະ​ການ​ຕິດຕາມ​ກວດກາ; ເສີມ​ຂະຫຍາຍ​ບົດບາດ​ຂອງກຸ່ມ​ມິດຕະພາບ​ລັດຖະສະພາ​ຂອງ​ສອງ​ປະ​ເທດ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ ​ແລະ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ; ເພີ່ມ​ທະວີ​ບົດບາດ​ຕິດຕາມ​ກວດກາ​ ແລະ​ ຊຸກຍູ້​ການ​ປະຕິບັດຢ່າງ​ມີ​ປະສິດທິ​ຜົນ ບັນດາ​ສັນຍາ, ຂໍ້​ຕົລົງ​ທີ່​ສອງ​ປະ​ເທດ​ໄດ້​ລົງ​ລາຍ​ເຊັນ. ພ້ອມ​ກັນ​ນັ້ນ, ສອງ​ຝ່າຍ​ຍູ້​ແຮງ​ການ​ປະສານ​ງານ​ແລະ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ​ແລ​ະສາກົນ, ​ໃນ​ນັ້ນ​ມີສະຫະພັນ​ລັດຖະສະພາ​ໂລກ (IPU)./.

​ໂດຍ ບກ. (ສັງ​ລວມຕາມ​ຂ່າວສານ​ຫວຽດນາມ)