ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 15–16 ມິຖຸນາ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ແລະ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແມ່​ນ້ຳ​ເຢຢາ​ວາ​ດີ-​ແມ່​ນ້ຳ​ເຈົ້າ​ພະຍາ-​ແມ່ນ້ຳຂອງ (ACMECS) ຄັ້ງ​ທີ 8 ​ແລະ​ກອງປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ລະຫວ່າງ ກຳ​ປູ​ເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງ​ທີ 9 ຕາມ​ຄຳ​ເຊີນ​ຂອງ​ນາຍົກລັດຖະມົນຕີ​​ແຫ່ງ​ລາຊະ​ອານາຈັກໄທ ປຣາຢຸດ ຈັນ​ໂອຊາ ​ແລະ ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກກຳປູ​ເຈຍ ສົມ​ເດັດ ​ເທໂຈ ຮຸນ​ເຊ​ນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ພ້ອມກັບບັນດາທ່ານຫົວໜ້າຄະນະຜູ້ແທນ ທີ່ມາຮ່ວມກອງປະຊຸມ ACMECS ຄັ້ງທີ 7

ກອງ​ປະຊຸມ ACMECS ມີ​ຫົວ​ຂໍ້ “ມຸ່ງ​ໄປ​ສູ່​ປະຊາ​ຄົມ​ເສດຖະກິດ​ແມ່​ນ້ຳ​ເຢຢາ​ວາ​ດີ-​ແມ່​ນ້ຳ​ເຈົ້າ​ພະຍາ-​ແມ່​ນ້ຳຂອງທີ່​ຕິດ​ຈອດ​ແລະ​ເຊື່ອມ​ໂຍງ

​ໃນ​ກອງ​ປະຊຸມ, ບັນດາ​ຜູ້​ນຳ​ໄດ້​ສຸມ​ໃສ່​ປຶກສາ​ສົນທະນາ​ກ່ຽວ​ກັບ​ມາດ​ຕະການຕ່າງໆ ​ເພື່ອຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ເພີ່ມ​ທະວີ​ຄວາມ​ສາມາດ​ແຂ່ງຂັນ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ ກຳປູ​ເຈຍ, ລາວ, ມຽນມາ, ​ໄທ, ຫວຽດນາມ ​ແລະ ​ກຳນົດ​ທິດ​ທາງ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ແບບ​ລົ້ນ​ຫຼາມ​ແລະ​ຍືນ​ຍົງຂອງ​ພາກ​ພື້ນ​ແມ່​ນ້ຳຂອງ. ຄຽງ​ຂ້າງ​ນັ້ນ, ບັນດາຜູ້ນຳ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກອງ​ທຶນ ACMECS ​​ແນ​ໃສ່​ຊ່ວຍ​ເຫຼືອ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ບຸລິມະສິດ​ສະ​ເພາະ​ໜ້າ ​ຂອງ​ບັນດາ​ປະ​ເທດ​ສະມາຊິກ. ບັນດາ​ຜູ້ນຳ​ໄດ້​ຮັບຮອງ​ຜ່ານ​ຖະ​ແຫຼ​ງການ​ບາງກອກ ​ແລະ​ແຜນການກວມ​ລວມ ACMECS ໄລຍະ 2019 - 2023 ດ້ວຍ​ເປົ້າ​ໝາຍ​ເຮັດ​ໃຫ້​ພາກ​ພື້ນ ACMECS ກາຍ​ເປັນສູນ​ກາງ​ທາງ​ເສດຖະກິດ​ທີ່​ເຊື່ອມ​ຕໍ່​ໄດ້​ຢ່າງ​ກົມກຽວ ​ແລະ​​ເຊື່​ອມ​ໂຍງຢ່າງ​ແຂງ​ແຮງ. ກອງ​ປະຊຸມ​ໄດ້​ເປັນ​ເອກະສັນ​ວ່າ ກຳປູ​ເຈຍ ຈະ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ ACMECS ຄັ້ງ​ທີ 10 ​ໃນ​ປີ 2020.

​ໃນ​ການ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຄວາມ​ພະຍາຍາມ​ກໍ່ສ້າງ​ແຜນການ​ກວມ​ລວມ ACMECS ​ແລະ​ຢືນຢັນ​ວ່າ ຫວຽດນາມ​ຈະ​ສົມທົບ​ກັບ​ບັນດາປະ​ເທດ​ສະມາຊິກ​ ໃນ​ການ​ສ້າງ​ແຜນການ​ປະຕິບັດ​ງານ ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ເວລາ​ໄວ​ທີ່​ສຸດ. ​ໂດຍ​ເນັ້ນ​ເຖິງ​ທັດສະນະ​ສ້າງ​ສຸລະສຽງ​ລວມຂອງ​ບັນດາ​ປະ​ເທດ ACMECS ​ໃນ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ພັດທະນາ​ແລ້ວ ​ເພື່ອ​ສາມາດ “​ເພີ່ມ​ທະວີ​ບົດບາດ​ທີ່​ຕັ້ງ​ຂອງ​ພາກ​ພື້ນ​ຂອງ​ພວກ​ເຮົາ, ຮັບປະກັນ​ຜົນ​ປະ​ໂຫຍດທີ່​ກົມກຽວ ​ແລະ​ດີ​ສຸດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ”, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ສະ​ເໜີມາດ​ຕະການ​ຈຳນວນ​ໜຶ່ງ ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ໃນ ACMECS. ຕາມ​ນັ້ນ, ການ​ຮ່ວມ​ມື ACMECS ຕ້ອງການ​ປະກອບສ່ວນ​ໂດຍ​ກົງ​ກວ່າ​ອີກ ​ແລະ​ກາຍ​ເປັນ​ພາກສ່ວນ​ໜຶ່ງທີ່​ຂາດ​ບໍ່​ໄດ້ ​ໃນ​ຂະ​ບວນວິວັດ​ການສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ​ໂດຍ​ຜ່ານ​ການ​ເຊື່ອມ​ຕໍ່​ລະຫວ່າງ ການ​ຜັນ​ຂະຫຍາຍ​ແຜນການ​ກວມ​ລວມ ACMECS ກັບວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ 2025, ​ແຜນການ​ກວມ​ລວມ​ແລະ​ເຊື່ອມ​ຕໍ່ ອາ​ຊຽນ ​ແລະບັນດາ​ໂຄງການ​ຮ່ວມ​ມື​ອື່ນ​ອີກ​ຂອງ​ອາ​ຊຽນ. ຕ້ອງດັດ​ແປງ​ກົນ​ໄກ​ເຄື່ອນ​ໄຫວ​ຂອງ ACMECS ​ແລະ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ລະດົມ​ແຫຼ່ງພະລັງ​ການ​ເງິນ​ໃຫ້​ແກ່​ການ​ຮ່ວມ​ມື ACMECS.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ສະ​ເໜີ​ໃຫ້ ACMECS ສຸມ​ໃສ່​ພັດທະນາ​​ແລວ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ (EWEC), ​ແລວ​ເສດຖະກິດ​ທາງ​ທິດ​ໃຕ້ (SEC), ຄົ້ນຄວ້າການ​ກໍ່ສ້າງບາງ​ສາຍ​ທາງບົກ​ໃໝ່ທີ່​ເຊື່ອນ​ຕໍ່​ພາກ​ພື້ນ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ຂອງ​ບັນດາ​ປະ​ເທດ ACMECS ໃນ​ການ​ລົງທຶນ​ເຂົ້າ​ຕະຫຼາດ​ຂອງ​ກັນ​ແລະ​ກັນ... ທ່ານນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ຫຼາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ ​ແລະ​ການ​ລົງທຶນ, ກະ​ສິກຳ, ການທ່ອງທ່ຽວ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ, ຄຸ້ມ​ຄອງ​ນຳ​ໃຊ້​ແຫຼ່ງນ້ຳ​ໃນ​ແມ່​ນ້ຳຂອງ​ຢ່າງ​ມີ​ປະສິດທິ​ຜົນ ຍືນ​ຍົງ ​ແລະ​ຄຸ້ມ​ຄອງ​ບັນດາ​ແຫຼ່ງຊັບພະຍາກອນ​ແຮ່​ທາດ ​ແລະພັດທະນາ​ຊັບພະຍາກອນ​ມະນຸດ; ບັນດາວິທີ​ແກ້​ກວມ​ລວມຫຼາຍ​ຂົງ​ເຂດ​ນ້ຳ-ສະບຽງ​ອາຫານ-ພະລັງງານ-ສິ່ງ​ແວດ​ລ້ອມ.

ກອງ​ປະຊຸມ​ສຸດ​ຍອດ​ການ​ຮ່ວມ​ມື​ລະຫວ່າງກຳປູ​ເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງ​ທີ 9 ມີ​ຫົວ​ຂໍ້ “​ເພື່ອ​ການ​ເຊື່ອມ​ໂຍງ ​ແລະ​ເຊື່ອມ​ຕໍ່​ທີ່​ເລິກ​ເຊິ່ງກວ່າ​ອີກ”

​ໃນ​ກອງ​ປະຊຸມ, ບັນດາ​ຜູ້ນຳ​ໄດ້​ທົບ​ທວນ​ສະພາບ​ການ​ຮ່ວມ​ມື​ນັບ​ແຕ່​ກອງ​ປະຊຸມ​ສຸດ​ຍອດ CLMV ຄັ້ງ​ທີ 8 (ຢູ່​ຮ່າ​ໂນ້ຍ, ​ເດືອນ​ຕຸລາ 2016) ​ແລະ​ປຶກສາ​ສົນທະນາ​ທິດ​ທາງ​ແລະ​ມາດ​ຕະການ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ບັນດາ​ຜູ້ນຳ​ໄດ້​ຮັບຮອງ​ຜ່ານ​ຖະ​ແຫຼ​ງການ​ຮ່ວມຂອງ​ກອງ​ປະຊຸມ​ສຸດ​ຍອດ CLMV ຄັ້ງ​ທີ 9 ​ແລະ​ເປັນ​ເອກະສັນ​ວ່າ ລາວ​ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງກອງ​ປະຊຸມ​ສຸດ​ຍອດ CLMV ຄັ້ງ​ທີ 10 ​ໃນ​ປີ 2020.

ກ່າວ​ຄວາມ​ເຫັນ​ທີ່ກອງ​ປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ຊີ້​ແຈງ​ສາມ​ປະການ​ທີ່ການ​ຮ່ວມ​ມື CLMV ຕ້ອງ​ເອົາ​ໃຈ​ໃສ່ ​ເພື່ອ​ບັນລຸ​ເຖິງ​ປະສິດທິ​ຜົນ​​ແຫ່ງ​ການ​ເຄື່ອນ​ໄຫວສູງ​ສຸດ ຄື: ການ​ຮ່ວມ​ມື CLMV ຕ້ອງ​ສຸມ​ໃສ່ບັນດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ສອດຄ່ອງ​ກັບ​ທ່າ​ແຮງຂອງ​ກົນ​ໄກ​ຮ່ວມ​ມື ​ແລະ​ມີ​ຄວາມສາມາດ​ປະຕິບັດ​ໄດ້​ດີ, ພິ​ເສດ​ແມ່ນ​ໃນ​ເງື່ອນ​ໄຂ​ແຫຼ່ງພະລັງ​ຖືກ​ຈຳກັດ ​ແລະ​ທັງ​ສີ່​ປະ​ເທດ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ໃນ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງ; ບາງ​ຂົງ​ເຂດ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເຊັ່ນ ການ​ເຊື່ອມ​ຕໍ່​ໂຄງ​ສ້າງ​ພື້ນຖານ​ແບບ​ນຸ່ມ​ນວນ, ກະສິກຳ ​ແລະ​ການທ່ອງທ່ຽວ, ຝຶກ​ອົບຮົມ​ແຫຼ່ງບຸກຄະລາ​ກອນ ​ແລະ​ກໍ່ສ້າງສະພາບ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດທີ່​ສະດວກ​ດີ ​ແລະ​ສະ​ເໝີ​ພາບ. ທີ​ສອງ, ປະດິດ​ສ້າງ​ໃນ​ວິທີ​ລະດົມ​ແຫຼ່ງພະລັງ ​ແລະ​ກໍ່ສ້າງບັນດາ​ໂຄງການ​ຮ່ວມ​ກັນ​ຂອງ​ຫຼາຍ​ປະຊາ​ຊາດ (ສັບ​ຊ້ອນ​ເນື້ອ​ໃນ​ຂອງ CLMV ​ເຂົ້າ​ກັບ​ບັນດາ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງ​ອື່ນ), ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງການ​ເງິ​ນສາກົນ​ເຊັ່ນ ທະນາຄານ​ພັດທະນາ​ອາຊີ, ທະນາຄານ​ໂລກ… ລັດຖະບານ​ຂອງ​ບາງ​ປະ​ເທດ​ຄູ່​ຮ່ວມ​ມື… ​ໃນ​ການ​ປະຕິບັດ​ໂຄງການ. ທີ​ສາມ, ກໍ່ສ້າງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ໄລຍະ​ກາງ, ​ໄລຍະ​ຍາວ​ ເພື່ອ​ເປັນ​ພື້ນ​ໃຫ້​ແກ່​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ.

ທ່ານ​ນາຍົກລັດຖະມົນຕີຫວຽດນາມ ກໍ່​ໄດ້​ມີ​ຂໍ້​ສະ​ເໜີ​ແນະ​ທີ່​ລະອຽດ​ຫຼາຍ​ປະການ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ປະກອບສ່ວນ​ຕໍ່​ກອງ​ປະຊຸມ, ​ເຊັ່ນ​ການ​ກຽມພ້ອມ​ສະໜັບສະໜູນ​ບັນດາ​ປະ​ເທດ​ມາ​ຮ່ວມ​ງານ​ສະ​ແດງ​ສີນ​ຄ້າ​ຂະໜາດໃຫຍ່​​ໃນ​ຫວຽດນາມ, ການ​ກໍ່ສ້າງ​ລັດຖະບານ​ເອ​ເລັກ​ໂຕຣນິກ, ການ​ຍົກ​ສູງ​ຄວາມ​ສາມາດ​ແລະ​ທັກ​ສະ​ດິຈິ​ຕອນ, ສືບ​ຕໍ່​ປະຕິບັດ​ໂຄງການທຶນການ​ສຶກສາ CLMV, ​ເພີ່ມ​ຈຳນວນນັກ​ສຶກສາ​ຂອງ​ສາມ​ປະ​ເທດ ກຳປູ​ເຈຍ, ລາວ, ມຽນມາ ມາ​ຮຽນ​ຢູ່​ສູນ​ຝຶກ​ອົບຮົມວິຊາ​ຊີບ​ຢູ່​ແຂວງ​ກອນ​ຕຸ​ມ...

ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ACMECS ຄັ້ງ​ທີ 8 ​ແລະ CLMV ຄັ້ງ​ທີ 9 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຝຸກ ​ໄດ້​ຢືນຢັນ​ຫວຽດນາມ​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແມ່​ນ້ຳ​ເຢຢາ​ວາ​ດີ-​ແມ່​ນ້ຳ​ເຈົ້າ​ພະຍາ-​ແມ່​ນ້ຳຂອງ ​ແລະ​ການ​ຮ່ວມ​ມື​ລະຫວ່າງກຳປູ​ເຈຍ-ລາວ-ມຽນມາ-ຫວຽດນາມ; ຍົກ​ສູງ​ຖານະ​ບົດບາດ​ແລະ​ທີ່​ຕັ້ງ​ຂອງ​ຫວຽດນາມ, ປະກອບສ່ວນ​ໃນ​ການ​ເປີດ​ບົດ​ໃໝ່​ສຳລັບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ, ປະກອບສ່ວນ​ນັບ​ມື້​ນັບ​ຫຼາຍ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມກັນໃນ​ພາກ​ພື້ນ./.

​ໂດຍ ຫງວຽນ​ດຶກ