ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາ​ມຄຳ​ເຊີນ​ຂອງປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ, ​ຜູ້​ສຳ​ເລັດ​ລາຊະການ​ອົດ​ສະຕຣາລີ ປີ​ເຕີ ກອສ​ໂກຣບ ​ແລະ​ພັນ​ລະ​ຍາ​ ໄດ້ດຳ​ເນີນ​ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 23-26 ພຶກ​ສະພາ 2018 ​ເນື່ອງ​ໃນ​ໂອກາດ​ສອງ​ປະ​ເທດສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 45 ປີ (1973 - 2018).

ປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຕ້ອນຮັບຜູ້ສຳເລັດລາຊະການອົດສະຕຣາລີ ປີເຕີ ກອສໂກຣບ. (ພາບ: TTXVN)

ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ, ​ຜູ້​ສຳ​ເລັດ​ລາຊະການ​ອົດ​ສະຕຣາລີ ປີ​ເຕີ ກອສ​ໂກຣບ ​ໄດ້​ພົບ​ປະ​ເຈລະຈາ​ກັບປະທານ​ປະ​ເທດ​ຫວຽດນາມ ​ເຈິ່ນດ້າຍ​ກວາງ, ພົບ​ກັບ​ສື່​ມວນ​ຊົນ; ພົບ​ປະ​ກັບ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຝູຈ້ອງ; ພົບ​ປະກັບ​ນາຍົກລັດຖະມົນຕີ ຫງວຽຊວັນ​ຝຸກ, ປະ​ທາ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມເງິນ; ພົບ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ຫງວຽນ​ແທັ່ງ​ຟອງ; ຢ້ຽມຢາມ​ແລະ​ພົບ​ປະ​ກັບ​ພະນັກງານ​ລັດຖະກອນ​ໂຮງໝໍ​ສະໜາ​ມຂັ້ນ 2 ໝາຍ​ເລກ 1 ຂອງ​ຫວຽດນາມ. ​ເນື່ອງ​ໃນ​ໂອກາດ​ນີ້, ຜູ້​ສຳ​ເລັດ​ລາຊະການ​ອົດ​ສະຕຣາລີ ປີ​ເຕີ ກອສ​ໂກຣດ ​ໄດ້​ໄປ​ວາງ​ພວງມາລາ​ທີ່​ອະນຸສາວະລີວິລະ​ຊົນ​ທີ່​ໄດ້​ສະລະ​ຊີວິດ​ເພື່ອ​ຊາດ ​ແລະ​ວາງ​ພວງມາລາ​ໄຫວ້​ອາ​ໄລ​ທີ່​ອະນຸສາວະລີ​ສຸສານ​ໂຮ່ຈີ​ມິນ.

ຢູ່ທີ່​ບັນດາ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ກ່ຽວ​ກັບການ​ພັດທະນາ​ຢ່າງ​ແຂງ​ແຮງ​ແລະ​ມີ​ປະສິດທິ​ຜົນ ຂອງ​ການ​ພົວພັນ​ຫວຽດນາມ-ອົດ​ສະຕຣາລີ​ ໃນ​ເວລາ​ທີ່​ຜ່ານ​ມາ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ຈະ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆແຕ່​ສູນ​ກາງຈົນ​ເຖິງ​ທ້ອງ​ຖິ່ນ​ ​ເພື່ອສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງສ​ອງປະ​ເທດ​, ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ໃນ​ຊາວ​ໜຸ່ມ, ນັກຮຽນ​ນັກ​ສຶກສາ ກ່ຽວ​ກັບ​ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-ອົດ​ສະຕຣາລີ.

ກ່ຽວ​ກັບ​ທິດ​ທາງ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ໃນ​ເວລາ​ທີ່​ຈະ​ເຖິງ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ປັບປຸງ​ຍິ່ງ​ກວ່າ​ອີກ ຄວາມ​​ໄວ້ວາງ​ໃຈ​ທາງ​ການ​ເມືອງ, ຄວາມ​ໄວ້​ວາງ​ໃຈ​ທາງ​ຍຸດ​ທະ​ສາດ ​ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ການ​ຢ້ຽມຢາມ​ແລະ​ຕິດ​ຕໍ່​ພົວພັນ; ຍົກ​ສູງ​ປະສິດທິ​ຜົນ​ຂອງ​ກົນ​ໄກການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ມີ​ຢູ່, ພ້ອມ​ກັນ​ນັ້ນ​ກໍ່ສົ່ງ​ເສີມ​ກົນ​ໄກ​ແລະ​ຂອບ​ການ​ຮ່ວມ​ມືທີ່​ຫາ​ກໍ່ສ້າງ​ຕັ້ງ​ໃໝ່​ຄື: ຄູ່​ຮ່ວມ​ມື​ເສດຖະກິດ, ຄູ່​ຮ່ວມ​ມື​ກະສິກຳ, ຄູ່​ຮ່ວມ​ມືປ່ຽນ​ແປງ​ໃໝ່​ປະດິດ​ສ້າງ, ການ​ປະຊຸມ​ຂັ້ນ​ລັດຖະມົນຕີ​ຕ່າງປະ​ເທດ...; ​ເອົາ​ໃຈ​ໃສ່​ຍູ້​ແຮງ​ການ​ເຄື່ອນ​ໄຫວພົວພັນ​ມິດຕະພາບ​ຂອງວົງ​ການ​ສັງຄົມ.

ສອງ​ຝ່າຍ​ເນັ້ນ​ໜັກວ່າ ຕ້ອງ​ມີ​ຄວາມ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມື​ໃນບັນດາ​ຂົງ​ເຂດ​ທີ່​ສຳຄັນ​ຄື ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ການ​ຄ້າ,… ​ເພື່ອ​ເປັນ​ໄມ້ງັດ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີຄວາມ​ສາມາດ​ບົ່ມ​ຊ້ອນ​ອື່ນ. ປີ 2018 ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວພັນ​ຮ່ວມມື​ດ້ານ​ການ​ປ້ອງ​ກັນຊາ​ດລະຫວ່າງ​ສອງ​ປະ​ເທດ. ສາຍ​ພົວພັນ​ນີ້​ໄດ້​ແຜ່​ກວ້າງ​ໃນ​ບັນດາ​ຂົງ​ເຂດ, ​ເຊັ່ນ​ການ​ສຶກສາ-ຝຶກ​ອົບຮົມ, ການ​ຮ່ວມ​ມື​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ທະ​ເລ ​ແລະການ​ຮັກສາ​ສັນຕິພາບ. ທ້າຍ​ປີ 2018, ອົດ​ສະຕຣາລີ​ຈະ​ຊ່ວຍ​ຫວຽດນາມສົ່ງ​ນາຍ​ທະຫານ​ຮັກສາ​ສັນຕິພາບ​ຈຸ​ທຳ​ອິດ​ຂອງ​ຫວຽດນາມ ​ໄປ​ພາກ​ໃຕ້​ປະ​ເທດຊູ​ດັງ.

ກ່ຽວ​ກັບ​ການຮ່ວມມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ອົດ​ສະຕຣາລີ​ແລະ​ຫວຽດນາມ​ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດ​ທີ່​ນັບ​ມື້​ນັບກວ້າງ​ໃຫຍ່​ເຂັ້ມ​ແຂງ, ນັບ​ທັງ​ດ້ານການ​ຄ້າ ການ​ລົງທຶນ ​ແລະ ການ​ຮ່ວມ​ມື​ພັດທະນາ. ການ​ຄ້າ​ສອງ​ສົ້ນ​ລະຫວ່າງ​ສອງ​ປະ​ເທດ​ບັນລຸມູນ​ຄ່າ 11,9 ຕື້​ໂດ​ລາ​ສະຫະລັດຕໍ່​ປີ, ຫວຽດນາມ​ເປັນປະ​ເທດຄູ່​ຄ້າທີ່​ໃຫຍ່​ອັນ​ດັບ​ທີ 15 ຂອງອົດ​ສະຕຣາລີ. ສອງປະ​ເທດຈະ​ພິຈາລະນາ​ວິທີ​ແກ້​ໄຂການ​ສົ່ງ​ອອກ​ສິນຄ້າ​ຂອງ​ກັນ​ແລະ​ກັນ; ມີ​ນະ​ໂຍບາຍ​ສົ່ງ​ເສີມ, ຊ່ວຍ​ເຫຼືອ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ໃນ​ການ​ລົງທຶນ​ທຸລະ​ກິດ, ສ້າງການ​ບຸກທະລຸ​​ໃນການ​ຄ້າ​ແລະ​ການ​ລົງທຶນ​ໃນ​ເວລາ​ທີ່​ຈະ​ເຖິງ. ຫວຽດນາມ​ຕີ​ລາຄາ​ສູງ​ກ່ຽວ​ກັບ​ການ​ທີ່ອົດ​ສະຕຣາລີ​ສືບ​ຕໍ່​ສະໜອງ​ທຶນ​ຊ່ວຍ​ເຫຼືອ ODA ​ໃຫ້​ຫວຽດນາມ, ພິ​ເສດ​ແມ່ນ, ຊ່ວຍ​ໃຫ້​ຂົວ ກາວ​ແຫຼັງ ສຳ​ເລັດ​ການ​ກໍ່ສ້າງ​ຖືກ​ຕາມ​ກຳນົດ​ເວລາ ​ແລະ​ເປີດ​ນຳ​ໃຊ້​ໃນ​ວັນ​ທີ 27 ພຶກ​ສະພາ 2018. ນີ້​ແມ່ນ​ຂົວ​ທີ່​ໄດ້​ກໍ່ສ້າງດ້ວຍ​ທຶນ​ຊ່ວຍ​ເຫຼືອ​ 160 ລ້ານ​ໂດ​ລາ​ສະຫະລັດ ຂອງ​ລັດຖະບານອົດ​ສະຕຣາລີ​. ຂົວ​ນີ້​ຈະ​ຄົງ​ຕົວ​ຕະຫຼອດ​ໄປ​ຕາມ​ກາລະ​ເວລາ, ​ເປັນ​ສັນຍາ​ລັກ​​ແຫ່ງ​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານອົດ​ສະຕຣາລີ​​ ໃຫ້​ແກ່​ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ ​ແນ​ໃສ່​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່ ​ແລະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະ​ກວດ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ພາກ​ໃຕ້​ຫວຽດນາມ.

ສອງ​ຝ່າຍ​ກໍ່​ໄດ້​ຊຸກຍູ້​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ມີ​ການ​ກະທົບ​ຢ່າງ​ຕັ້ງໜ້າ​ແລະ​ໂດຍ​ກົງຕໍ່​ການ​ເພີ່​ມທະ​ວີ​ນ້ຳ​ໃຈ​ມິດຕະພາບ ​ແລະ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ​ເຊັ່ນ​ການ​ສຶກສາ-ຝຶກ​ອົບຮົມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ​ແຮງ​ງານ... ປະຈຸ​ບັນ, ນັກຮຽນ ນັກ​ສຶກສາ​ຫວຽດນາມ​ທີ່​ກຳລັງ​ຮ່ຳຮຽນ​ຢູ່ອົດ​ສະຕຣາລີ ມີຈຳນວນ​ເກືອບ 30.000 ຄົນ​; ນັກ​ສຶກສາ​ຫວຽດນາມ​ກວ່າ 60.000 ຄົນ​ໄດ້​ຮຽນ​ຈົບຈາກອົດ​ສະຕຣາລີ​ ​ແລະ​ກັບ​ມາ​ເຮັດ​ວຽກ​ໃນ​ປະ​ເທດ; ນັກ​ສຶກສາອົດ​ສະຕຣາລີ​​ເກືອບ 1.000 ຄົນມາ​ຮ່ຳຮຽນ​ຄົ້ນຄວ້າ​ແລກປ່ຽນ​ຢູ່​ຫວຽດນາມ ຕາມ​ແຜນ​ການ ​ໂກ​ໂລມ​ໂບ ​ໃໝ່. ປີ 2017, ນັກ​ທ່ອງ​ທ່ຽວອົດ​ສະຕຣາລີ​ ​ເກືອ​ບ 400.000 ​ເທື່ອ​ຄົນ​ໄດ້​ມາ​ທ່ອງ​ທ່ຽວ​ທີ່​ຫວຽດນາມ, ພົນລະ​ເມືອງ​ຫວຽດນາມ​ກວ່າ 200 ຄົນ​ໄດ້​ໄປ​ເຮັດ​ວຽກ​ທີ່​ປະ​ເທດອົດ​ສະຕຣາລີ​ ຕາມ​ໂຄງການ​ແຮງ​ງານສະ​ເພາະ... ສອງ​ຝ່າຍ​ເຫັນ​ດີ​ຈະ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ບໍລິສັດ​ການບິນ​ຂອງ​ສອງ​ປະ​ເທດ​ ເປີດ​ສາຍ​ການບິນ​ໂດຍ​ກົງ​ລະຫວ່າງ​ຕົວ​ເມືອງ​ໃຫຍ່​ຂອງ​ສອງ​ປະ​ເທດ. ນີ້​ແມ່ນ​ບັນດາ​ປັດ​ໄຈ​ທີ່​ສຳຄັນ​ ປະກອບສ່ວນ​ສ້າງ​ການ​ເຊື່ອມ​ຕໍ່​ມິດຕະພາບ ​ແລະ​ຊຸກຍູ້​ການ​ຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ, ຊຶ່ງ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊຸກຍູ້​ໃຫ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ໃນ​ເວລາ​ຈະ​ເຖິງ. 

ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ​ສາກົນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ; ​ເປັນ​ເອກະ​ພາບ​ຕີ​ລາຄາ​ວ່າ ຄຽງ​ຂ້າງ​ຜົນສຳ​ເລັດ ຄວາມ​ຄືບ​ໜ້າ​ທີ່​ດີ​ນັ້ນ, ຍັງ​ມີ​ບາງ​ປັດ​ໄຈ​ທີ່​ອາດ​ຈະ​ກະທົບ​ທາງ​ລົບ​ເຖິງທ່າ​ອຽງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ, ​ໃນ​ນັ້ນ​ມີ​ການ​ກໍ່​ການ​ຮ້າຍ, ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ, ຄວາມ​ປອດ​ໄພ​ທາງ​ທະ​ເລ. ສອງ​ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນທີ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ​ສາກົນ, ​ໃນ​ນັ້ນ​ມີ​ສະຫະ​ປະຊາ​ຊາດ, ອາ​ຊຽນ ​ແລະ​ບັນດາສະຖານ​ບັນ​ນຳ​ໂດຍອາ​ຊຽນ; ສົມທົບ​ຫຼັກໝັ້ນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ​ການ​ຜັນ​ຂະຫຍາຍ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP)./.

​ໂດຍ ​ເຟືອງ​ຈ່າ