ວກ.ອອນ​ໄລ - ປະທານ​ປະ​ເທດສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ ​ເຈິ່ນດ້າຍ​ກວາງ ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ຢ່າງ​ຈົບງາມ ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ ສະຫະພັນ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ເອທິໂອປີ ​​ໃນ​ລະຫວ່າງ​ວັນ​ທີ 23-25 ສິງຫາ 2018 ຕາມ​ຄຳ​ເຊີນ​ຂອງ​ປະທານາທິບໍດີ​ເອທິ​ໂອ​ປີ ມູລະຕູ ​​ເຕ​ໂຊ​ແມ ​ແລະ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ສາທາລະນະ​ລັດ​ອາຣັບ ​ເອຢິບ ​ໃນ​ລະ​ຫວ່າງວັນ​ທີ 25-28 ສິງຫາ 2018 ຕາມ​ຄຳ​ເຊີນ​ຂອງປະທານາທິບໍດີ​ເອຢິບ ອັບ​ດຸນ ​ຟັດ​ຕາ ອັດຊີ​ຊີ.

ປະທານາທິບໍດີເອຢິບ ອັບດຸນ ຟັດຕາ ອັດຊີຊີ ແລະພັນລະຍາ ຕ້ອນຮັບປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະພັນລະຍາ. (ພາບ: TTXVN)

ການ​ຢ້ຽມຢາມ​ລັດຖະກິດ​ທີ່​ປະ​ເທດ​ເອທິ​ໂອ​ປີ ​ແລະ​ປະ​ເທດ​ເອຢິບ ຂອງ​ທ່ານ​ປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ​ແລະ​ພັນ​ລະ​ຍາ ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​​ໃນ​ລະ​ຫວ່າງ​ວັນ​ທີ 23-29 ສິງຫາ 2018 ​ໄດ້​ສຳ​ເລັ​ດເສິ້ນ​ສຸດຢ່າງ​ຈົບງາມ​ໃນ​ຫຼາຍ​ດ້ານ, ນັບ​ແຕ່​ເນື້ອ​ໃນ​ການ​ແລກປ່ຽນ​ລະຫວ່າງ​ປະທານ​ປະ​ເທດ ​ແລະ​ຜູ້ນຳ​ຂັ້ນ​ສຸດ​ຍອດ​ຂອງ​ສອງ​ປະ​ເທດ, ບັນດາ​ເອກະສານ​ທີ່​ໄດ້​ລົງ​ນາມ​ນຳ​ກັນ ​ກໍ່ຄື​ບັນດາການ​ເຄື່ອນ​ໄຫວຢູ່​ຂ້າງ​ຂອບ​ການ​ຢ້ຽມຢາມ. ການ​ຢ້ຽມຢາມ​ແມ່ນ​ເຫດການສຳຄັນ​ທາງ​ປະຫວັດສາດ​​ໃນ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ຫວຽດນາມ ກັບ​ເອທິ​ໂອ​ປີ​ແລະ​ເອຢິບ ຍ້ອນວ່ານີ້ເປັນຄັ້ງທຳອິດ ທີ່ປະທານປະເທດຫວຽດນາມໄປຢ້ຽມຢາມສອງປະເທດ, ຊຶ່ງການຢ້ຽມຢາມເອທິໂອປີ ໄດ້ດຳເນີນພາຍຫຼັງ 42 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ (23-02-1976 - 23-02-2018) ແລະການຢ້ຽມຢາມເອຢິບ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດຄົບຮອບ 55 ປີ (01-9-1963 - 01-9-2018).


                 ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ພົບ​ປະ​ເຈລະຈາ​ກັບ​

ປະ​ທາ​ນາ​ທິບໍດີ​ເອທິ​ໂອ​ປີ ມູລະຕູ ​​ເຕ​ໂຊ​ແມ. (ພາບ: TTXVN)

ຢູ່​ທີ່​ປະ​ເທດ​ເອທິ​ໂອ​ປີ, ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ມີ​ການ​ພົບ​ປະ​ເຈລະ​ຈາ, ພົບ​ປະ​ຫາລື​ກັບ​ປະທານາທິບໍດີ ມູລະ​ຕູ ​ເຕ​ໂຊ​ແມ, ນາຍົກລັຖະມົນຕີ ອາ​ບີ ອາກ​ແມດ ອາລີ, ປະ​ທານ​ສະພາ​ສູງ ​ເຄ​ເຣຍ ອີບຣາຮິມ. ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ​ພັນ​ລະ​ຍາ ​ໄດ້​ໄປ​ຢາມຫໍພິພິຕະພັນ​ແຫ່ງ​ຊາດ​ເອທິ​ໂອ​ປີ - ​ເປັນ​ບ່ອນເກັບ​ຮັກສາ​ແລະ​ວາງສະ​ແດງ​ມໍລະດົກ​ທີ່​ລ້ຳ​ຄ່າ​ຫຼາຍ​ຢ່າງ​ຂອງ​ເອທິ​ໂອ​ປີ ​ແລະຂອງ​ມະນຸດຊາດ​, ​ໃນ​ນັ້ນມີ​ການ​ຄົ້ນ​ພົບ​ໂບຮານ​ຄະດີ​ທ້ອງ​ຖິ່ນ​ທີ່​ມີຄ່າ ​ເຊັ່ນ​ບັນດາ​ຮ່ອງຮອຍ​ຟອດຊິວ​ທຳ​ອິດຂອງ​ມະນຸດ.

ຢູ່​ປະ​ເທດ​ເອຢິບ, ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ, ພົບ​ປະ​ຫາລື​ກັບ​ປະທານາທິບໍດີ ອັບ​ດຸນ ​ຟັດ​ຕາ ອັດ​ຊີ​ຊີ, ປະທານ​ສະພາ​ແຫ່ງ​ຊາດ ອາລີ ອັບ​ແດນ ອະ​ອານ, ນາ​ຍົດ​ລັດຖະມົນຕີ ມົດ​ສະ​ຕາຟາ ມັດ​ບູລີ.

ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໃນ​ຂອບ​ການສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 55 ປີ ດ້ວຍ​ການ​ເຄື່ອນ​ໄຫວ​ທາງ​ວັດທະນະທຳ ​ແລະ​ການ​ຄ້າ​ທີ່​ພວມ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ສອງ​ປະ​ເທດ.

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ​ພັນ​ລະ​ຍາ​ ​ໄດ້​ໄປ​ຢ້ຽມຢາມ​ເມືອງ ລັກຊອຣ໌ - ​ເມືອງ​ເໜືອ​ທາງ​ຝັ່ງ​ຕາ​ເວັນ​ອອກຂອງ​ແມ່​ນ້ຳ ​ໄນ​ລ໌ ​ໃນ​ພາກ​ໄຕ້​ຂອງ​ເອຢິບ, ຊຶ່ງ​ແຕ່​ກ່ອນແມ່ນ​ເມືອງ​ໂບຮານທີ່​ມີ​ຊື່ວ່າ ທິບ​ສ, ​ເມືອງ​ຫຼວງ​ຂອງບັນດາ ຟາ​ໂຣຫ໌  ​ໃນ​ໄລຍະ​ຈຸດ​ສູງ​ສຸດ​ແຫ່ງ​ອຳນາດ​ໃນ​ສະຕະວັດ​ທີ 16 - 11 ກ່ອນ ຄສ; ​ໄປ​ຢ້ຽມຢາມ ​ພີຣະມິດ ກິ​ຢາ ​ແລະຮູບສະ​ຟິງຊ໌ ທີ່​ແກະສະຫຼັກ​ດ້ວຍ​ຫິນ​ຂະໜາດ​ໃຫຍ່ ຢູ່​ນະຄອນຫຼວງ ​ໄຄ​ໂຣ - ສັນຍາລັກ​ຂອງ​ເອຢິບບູຮານ.

ສິ້ນ​ສຸດ​ການ​ຢ້ຽມຢາມ ຢູ່​ປະ​ເທດເອທິ​ໂອ​ປີ ​ແລະ​ປະ​ເທ​ດ​ເອຢິບ, ທັງ​ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ, ວາງ​ບັນດາ​ທິດ​ທາງ​ການ​ຮ່ວມ​ມື​ໃຫຍ່, ​ເປັນ​ພື້ນຖານ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ-ເອທິ​ໂອ​ປີ, ຫວຽດນາມ-​ເອຢິບ ​ໃຫ້​ຂະຫຍາຍຕົວ​ຍິ່ງ​ກວ່າ​ອີກ​ໃນ​ເວລາ​ຕໍ່​ໄປ.

ຍູ້​ແຮງການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ແມ່ນຈຸດ​ໜັກ​ຂອງ​ການ​ຢ້ຽມຢາມ​ຂອງປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ທີ່​ປະ​ເທດເອທິ​ໂອ​ປີ ​ແລະ​ປະ​ເທດ​ເອຢິບ. ທັງ​ສອງ​ປະ​ເທດເອທິ​ໂອ​ປີ ​ແລະ​ເອຢິບ​ເປັ​ນຕະຫຼາດ​ໃຫຍ່, ​ແຕ່ລະ​ປະ​ເທດ​ມີ​ປະຊາກອນ​ປະມານ 100 ລ້ານ​ຄົນ.

​ປະຈຸ​ບັນເອຢິບ​ເປັນ​ໜຶ່ງ​ໃນ​ສາມ​ພື້ນຖານ​ເສດຖະກິດ​ຊັ້ນ​ນຳ​ໃນ​ອາ​ຟຣິກກາ, ​ໃນ​ຂະນະ​ນັ້ນ ​ເສດຖະກິດ​ຂອງເອທິ​ໂອ​ປີກໍ່​ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ, ບັນລຸ​ລະດັບ​ການ​ເຕີບ​ໂຕທາງ​ເສດຖະກິດ​ສູງ​ສຸດ​ໃນ​ໂລກ ​ເພີ່ມ​ຂຶ້ນ​ສະ​ເລ່ຍສູງກວ່າ 10% ຕໍ່​ປີ​ໃນ​ຕະຫຼອດ​ສິບ​ກວ່າ​ປີ​ທີ່​ຜ່ານ​ມາ ຊຶ່ງຖືກ​ຖື​ວ່າ​ເໝືອນ “ສິງ​ໂຕ​ອາ​ຟຣິກກາ”.

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະ​ຜູ້ນຳຂັ້ນ​ສຸດ​ຍອດ​ຂອງ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​​ເຮັດ​ໃຫ້​ຄວາມ​ສາມາດ​ບົ່ມ​ຊ້ອນກາຍ​ເປັນຜົນສຳ​ເລັດ​ຮູບ​ປະ​ທຳ, ​ໃນ​ນັ້ນ​ສຸມ​ໃສ່​ບັນດາ​ມາດ​ຕະການ​ສົ່ງ​ເສີມ ​ແລະອຳນວຍຄວາມສະດວກ​ໃຫ້ວົງ​ການ​ນັກທຸລະກິດ​ຂອງ​ສອງ​ປະ​ເທດເຄື່ອນ​ໄຫວ, ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ເຊື່ອມ​ຕໍ່​ການ​ທຸລະ​ກິດ, ​ເຂົ້າ​ຮ່ວມ​ໃນ​ຕະຫຼາດ​ຂອງ​ກັນ​ແລະ​ກັນ, ພ້ອມ​ກັນ​ນັ້ນ​ກໍ່​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ ໃນ​ການ​ເປີດ​ກວ້າງ​ຕະຫຼາດ: ຫວຽດນາມ​ຊ່ວຍ​ເຫຼືອເອທິ​ໂອ​ປີ​ແລະ​ເອຢິບ ​ເຂົ້າ​ເຖິງ​ຕະຫຼາດ​ອາ​ຊຽນ, ​ໃນ​ຂະນະ​ນັ້ນ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ກໍ່​ສາມາດ​ເຂົ້າ​ເຖິງ​ຕະຫຼາດ​ຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ອາ​ຟຣິກກາ​ທີ່​ກວ້າງ​ໃຫຍ່​ໂດຍ​ຜ່ານເອທິ​ໂອ​ປີ ​ແລະ​ເອຢິບ. 

​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ, ຫວຽດນາມ​ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ​ແກ່​ການ​ພັດທະນາ​ການ​ພົວພັນກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ອາ​ຟຣິກກາ. ການ​ຮ່ວມ​ມື​ຫວຽດນາມ-ອາ​ຟຣິກກາ​ໄດ້​ບັນລຸ​ຜົນສຳ​ເລັດ​ທາງ​ບວກ​ຫຼາຍ​ຢ່າງ: ປະຈຸ​ບັນຫວຽດນາມ​ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ 53 (​ໃນຈຳນວນ 55) ປະ​ເທດອາ​ຟຣິກກາ, ມູນຄ່າ​ການ​ຄ້າ​ສອງ​ສົ້ນ​ບັນລຸປະມານ 6,7 ຕື້​ໂດ​ລາ​ສະຫະລັດ (ປີ 2017), ນັກທຸລະກິດ​ຫວຽດນາມ​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ ທຳ​ການ​ທຸລະ​ກິດ​ທີ່ອາ​ຟຣິກກາ, ປະຈຸ​ບັນນາຍ​ທະຫານ​ຫວຽດນາມ​ໄດ້​ມີໜ້າ​ໃນ​ບັນດາ​ຄະນະ​ປະຕິບັດ​ການ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ ຢູ່​ປະ​ເທດ​ສາທາລະນະ​ລັດອາ​ຟຣິກກາກາງ ​ແລະ​ປະ​ເທດ​ຊູ​ດັງ...

ຫວຽດນາມ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ຫວຽດນາມ-ອາ​ຟຣິກກາສອງຄັ້ງ ໃນປີ 2003 ແລະປີ 2010, ດຳເນີນປະຕິບັດໂຄງການຮ່ວມມືດ້ານກະສິກຳ ແລະການປະມົງຫຼາຍໂຄງການຢູ່ອາຟຣິກກາ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມປອດໄພດ້ານອາຫານໃນບັນດາປະເທດອາຟຣິກກາ, ພົ້ນເດັ່ນແມ່ນບັນດາໂຄງການຮ່ວມມືກັບໂມຊຳບິກ, ເຊເນການ, ເບແນັງ, ສາທາລະນະລັດກົງໂກ, ກິເນ...

ຜູ້​ຊ່ຽວຊານທາງ​ດ້ານ​ສາທາລະນະ​ສຸກ, ການ​ສຶກສາ, ການ​ກະສິກຳ​ຂອງ​ຫວຽດນາມຫຼາຍ​ລຸ້ນ​ ໄດ້​ເຮັດ​ວຽກ​ແລະ​ພວມ​ເຮັດ​ວຽກ​ຢູ່​ບາງ​ປະ​ເທດອາ​ຟຣິກກາ, ​ເຊັ່ນອັງໂກລາ, ​ໂມ​ຊຳ​ບິ​ກ... ຊຶ່ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ​ຊີວິດ​ຂອງ​ປະຊາຊົນອາ​ຟຣິກກາ.

​ໃນ​ຂອບ​ການ​ຢ້ຽມຢາມ​ປະ​ເທດເອທິ​ໂອ​ປີ, ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ໄປຢ້ຽມຢາມສຳນັກງານ​​ໃຫຍ່ ຂອງ​ສະຫະພັນອາ​ຟຣິກກາ ​ແລະ​ພົບ​ປະ​ຫາລື​ກັບຜູ້​ຮັກສາ​ການ​ປະທານ​ຄະນະ​ກຳມະການ​ສະຫະພັນອາ​ຟຣິກກາ, ທ່ານ​ນາງ ອາ​ມີຣາ​ແອນ​ຟາ​ດິນ ​ໂມ​ຮາມ​ແມດ ​ແອນ​ຟາ​ດິນ.

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ສະ​ເໜີ​ບາງ​ທິດ​ທາງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ, ຢືນຢັນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ຄື​ບັນດາ​ປະ​ເທດອາ​ຟຣິກກາ​ແລະ​ຫວຽດນາມ ​ຕ້ອງການ​ຮວມກັນ​ເຂົ້າ, ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ ​ເພື່ອ​ເພີ່ມ​ທະວີ​ສຸລະສຽງ​ແລະ​ບົດບາດຢູ່​ທີ່​ບັນດາ​ກົນ​ໄກ​ພະຫຸ​ພາຄີ, ​ໃນຂະ​ບວນການ​ບໍ່​ເຂົ້າ​ຮ່ວມ​ກຸ່ມ ​ແລະ​ໃນ​ຂອບ​ການ​ຮ່ວມ​ມື​ໃຕ້-​ໃຕ້...

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ສະ​ເໜີ​ໃຫ້​ສອງ​ຝ່າຍ​ສ້າງ​ຕັ້ງ​ກົນ​ໄກ​ການ​ສົນທະນາປົກກະຕິ ​ເພື່ອ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ຢ່າງ​ຄົບ​ຊຸດ, ຂະໜາດ​ໃຫຍ່​ກັບ​ພາກ​ພື້ນ ກໍ່​ຄື​ເພື່ອ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ພ້ອມ​ກັນ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ.

ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ແລະຜູ້​ຮັກສາ​ການ​ປະທານ​ຄະນະ​ກຳມະການ​ສະຫະພັນອາ​ຟຣິກກາ ອາ​ມີຣາ​ແອນ​ຟາ​ດິນ ​ໂມ​ຮາມ​ແມດ ​ແອນ​ຟາ​ດິນ ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະຄົ້ນຄວ້າ​ຮູບ​ແບບ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ, ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ປະ​ສົບການ​ໃນບັນດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ ຄື​ການ​ເຄື່ອນ​ໄຫ​ວຮັກສາ​ສັນຕິພາບ​ໃນ​ຂອບ​ຂອງ​ສະຫະ​ປະຊາ​ຊາດ, ພັດທະນາ​ການ​ກະ​ເສດ, ການ​ສຶກສາ, ລະບົບ​ໂຄງ​ສ້າງ​ພື້ນຖານ, ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການ​ສື່ສານ​ໂທລະ​ຄົມມະນາຄົມ... ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຫວຽດນາມ ​ແລະ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຟຣິກກາ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຖາວອນ​ຢູ່​ໃນ​ແຕ່​ລະ​ພາກ​ພື້ນ ​ແລະ​ໃນ​ໂລກ./.

​ໂດຍ ບກ (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)