ວກ. ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 13-15 ພະຈິກ 2018, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແລະ​ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູ​ງຫວຽດນາມ ​ໄດ້​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 33 ​ແລະ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ ຕາມ​ຄຳ​ເຊີນ​ຂອງ​ທ່ານນະ​ຍົກ​ລັດຖະມົນຕີ​ສິງກະ​ໂປ ລີ ຊຽນລຸງ.

ບັນດາຜູ້ນຳຂອງອາຊຽນຖ່າຍຮູບຮ່ວມກັນ.

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 33 ​ແລະ​ບັນດາ​ກອງ​ປະຊຸ​ມສຸດ​ຍອດ​ທີ່​ກ່ຽວຂ້ອງ ​ແມ່ນ​ເຫດການສຳຄັນ​ທີ່​ສຸດ​ໃນ​ປີ​ຂອງອາ​ຊຽນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນຳ 10 ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ຜູ້ນຳ​, ປະສຸ​ກ​ແຫ່ງ​ລັດ​ຂອງ ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອາ​ເມ​ລິ​ກາ, ລັດ​ເຊຍ, ອິນ​ເດຍ, ອົດ​ສະຕຣາລີ ພ້ອມ​ກັບ​ກາ​ນາ​ດາ (ປະທານ ຈີ.7), ຊີ​ເລ (ປະທານ ຈີ.20) ​ແລະກອງ​ທຶນ​ການ​ເງິນ​ສາກົນ.

ທ່ານ​ນາຍົກລັດຖະມົນຕີ​ໄດ້​ມີ​​ແຜນການ​ເຮັດ​ວຽກທີ່​ອຸດົມສົມບູນ​ແລະ​ຮີບ​ດ່ວນ ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ຫຼາກ​ຫຼາຍ, ທັງທະວິ​ພາຄີ​ແລະ​ພະຫຸ​ພາຄີ, ກວມ​ດ້ວຍ: ​ເຂົ້າ​ຮ່ວມ, ກ່າວ​ປາ​ໄສ​ໃນ 18 ກອງ​ປະຊຸມ; ຕ້ອນຮັບ, ​ເຮັດ​ວຽກ​ກັບ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ, ປະທານາທິບໍດີ​ຊີ​ເລ, ສ.​ເກົາຫຼີ, ນາຍົກລັດຖະມົນຕີອົດສະຕຣາລີ, ມາ​ເລ​ເຊຍ, ​ເຈົ້າ​ຊີວິດບຣູ​ໄນ, ​ແລະ​ບັນດາ​ການ​ແລກປ່ຽນ​ທີ່​ສຳຄັນ​ຢູ່​ລະບຽງ​ກອງ​ປະ​ຊຸມກັບ ປະທານາທິບໍດີ​ລັດ​ເຊຍ ວ.ປູ​ຕິນ, ນາຍົກລັດຖະມົນຕີຍີ່ປຸ່ນ, ນາຍົກລັດຖະມົນຕີການາດາ, ນາຍົກລັດຖະມົນຕີ​ໄທ, ນາຍົກລັດຖະມົນຕີລາວ, ນາຍົກລັດຖະມົນຕີກຳປູ​ເຈຍ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ; ຕ້ອນຮັບຜູ້ນຳ​ຂອງ​ກຸ່ມ Sembcorp, ​ແມ່ນໜຶ່ງ​ໃນ​ບັນດາ​ບໍລິສັດ​ນຳ​ໜ້າການ​ລົງທຶນ​ເຂົ້າ​ໃນ​ຫວຽດນາມ ຊຶ່ງ​ມີ 9 ​ເຂດ​ອຸດສາຫະກຳ​ຫວຽດນາມ-ສິງກະ​ໂປ (VSIP).

​ໃນ​ຂອບ​ເຂດ​ກອງປະຊຸມ, ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ມີ​ບົດ​ປາ​ໄສ​ທີ່​ສຳຄັນ, ມີ​ຂໍ້​ສະ​ເໜີ ຫຼາຍ​ຂໍ້ກ່ຽວ​ກັບ​ມາດ​ຕະການ ວິທີ​ແກ້​, ປະກອບສ່ວນ​ເຂົ້າ​ໃນ​ເອກະສານ, ຂໍ້​ຕົກລົງ​ຫຼາຍ​ສະບັບ ທີ່​ໄດ້​ຮັບຮອງ​ໃນ​ກອງ​ປະຊຸມ, ​ເຊິ່ງ​ສ່ອງ​ແສງ​ເຖິງ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ພົວພັນ​​ໂດຍ​ກົງເຖິງຜົນ​ປະ​ໂຫຍ​ດຂອງປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ. ລະອຽກຄື: ນາຍົກລັດຖະມົນຕີ​ແລະ​ບັນດາ​ຜູ້ນຳ​ໄດ້​ເປັນ​ເອກະ​ສັນ​ຮັບຮອງ​ຜ່ານ​ ເອກະສານ​ຕົ້ນຕໍ 20 ສະບັບ ​ແລະ​ເອກະສານ​ສະ​ເພາະ​ຂະ​ແໜງ​ໃນ​​ຂົງ​ເຂດຕ່າງໆ 30 ສະບັບ, ​ໃນ​ນັ້ນ​ມີ​ຖະ​ແຫຼ​ງການຮ່ວມ​ກ່ຽວ​ກັບ​ການ​ເຈລະຈາສັນຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ມື​ຮອບດ້ານ​ພາກ​ພື້ນ (RCEP); ຖະ​ແຫຼ​ງການສະ​ເຫຼີ​ມສະຫຼອງ 45 ປີ​ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ອາ​ຊຽນ-ຍີ່ປຸ່ນ; ຮັບຮອງ​ຜ່ານ​ວິ​ໄສ​ທັດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ-ຈີນ 2030, ຖະ​ແຫຼ​ງການຮ່ວມ​ອາ​ຊຽນ-ຈີນ ກ່ຽວ​ກັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ​ການ​ປະດິດ​ສ້າງ; ຮັບຮອງ​ຜ່ານຖະ​ແຫຼ​ງການຮ່ວມ​ອາ​ຊຽນ-ລັດ​ເຊຍ ກ່ຽວ​ກັບ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ, ຖະ​ແຫຼ​ງການອາ​ຊຽນ-ລັດ​ເຊຍ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພຂອງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ​ແລະ​ການ​ຕິດ​ຕໍ່ສື່ສານ, ​ເປັນ​ສັກຂີ​ພະຍານ​ໃນ​ພິທີ​ເຊັນບົດ​ບັນທຶກ​ຄວາມ​ຈຳ​ລະຫວ່າງ​ອາ​ຊຽນ​ແລະ​ຄະນະ​ກຳມະການ​ເສດຖະກິດ​ອາຊີ-​ເອີຣົບ (EEC); ຮັບຮອງ​ຜ່ານຖະ​ແຫຼ​ງການຂອງ​ບັນດາ​ການ​ນຳ​ອາ​ຊຽນ+3 ກ່ຽວ​ກັບ​ການ​ຮ່ວມ​ມືຕໍ່ສູ້​ກັບ​ຄວາມ​ຕ້ານທານ​ຢາ​ຕ້າ​ເຊື້ອ​ ເພື່ອ​ຊີວິດ​ທີ່​ດີ​ຂຶ້ນ​ຂອງ​ປະຊາຊົນ; ຖະ​ແຫຼ​ງການກ່ຽວ​ກັບ​ການ​ຕ້ານສິ່ງ​ເສດ​ເຫຼືອ​ປລາສະຕິກ​ໃນ​ທະ​ເລ...

ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ, ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ໄດ້​ເນັ້ນ​ໜັກ​ວ່າ ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ອາ​ຊຽນຕ້ອງ​ສືບ​ຕໍ່​ເປັນ​ປັດ​​ໄຈຫຼັກ​ໃນ​ແນວ​ຄິດ​ແລະ​ການ​ກະທຳ​ ເພື່ອ​ໃຫ້​ປະຊາ​ຄົມ​ອາ​ຊຽນໝັ້ນຄົງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ​ແລະ​ເຊື່ອມ​ໂຍງ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ສະພາບ​ການ​ສາກົນ, ພາກ​ພື້ນ​ມີ​ການ​ຜັນ​ຜວນ​ຫຼາຍ.

ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ສະໜັບສະໜູນ​​ໃຫ້ອາ​ຊຽນສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື ​ແລະ​ສົນທະນາ​ສ້າງຄວາມ​ໄວ້​ວາງ​ໃຈກັນ, ​ເຊີດ​ຊູ​ກົດໝາຍ​ສາກົນ ​ແລະ​ສະໜັບສະໜູນລະ​ບົບສາກົນ​ພະຫຸ​ພາຄີທີ່​ອີງ​ບົນ​ກົດໝາຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ເພື່ອ​ສວຍ​ໃຊ້​ຢ່າງ​ສຸດ​ຂີດ​ໂອກາດ​ທີ່​ດີ​ຈາກການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ​ໄດ້​ແບ່ງປັນບົດຮຽນ​ຂອງ​ຫວຽດນາມ​ກ່ຽວ​ກັບການ​ເຊື່ອມ​ຕໍ່ພື້ນຖານ​ຂໍ້​ມູນ​ດິຈິ​ຕອນ, ການ​ປະສານ​ຄ່າ​ໂທລະ​ສັບ​ມື​ຖື​ທີ່​ສົມ​ເຫດ​ສົມ​ຜົນ, ການ​ສ້າງ​ຕັ້ງມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ອາ​ຊຽນ ​ແລະ​ການ​ສ້າງ​ເຄືອ​ຂ່າຍ​ຂໍ້​ມູນ​ເຕືອນ​ໄພພິບັດ​ລ່ວງ​ໜ້າ​ຢູ່​ພາກ​ພື້ນ…

ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ສະ​ແດງ​ຄວາມ​ກັງວົນກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆຕໍ່​ການ​ພັດທະນາ​ເສດຖະກິດ​ໃນ​ປະຈຸ​ບັນ, ​ແລະ​ໃຫ້​ທັດສະນະ​ວ່າ, ຜົນ​ປະ​ໂຫຍ​ດພາກສ່ວນ, ຕົ້ນ​ກຳ​ເນີ​ດຂອງ​ລັດທິ​ປົກ​ປ້ອງ, ພ້ອມ​ກັບ​ການ​ປະ​ທະ​ກັນ​ທາງ​ການ​ຄ້າ ພວມ​ເປັນ​ສິ່ງ​ທ້າ​ທາຍ​ໃຫຍ່, ຕ້ອງການ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ສະດວກ​ດ້ານ​ການ​ຄ້າ-ການ​ລົງທຶນ, ຫຼຸດຜ່ອນ​ໄພ​ຂົ່ມຂູ່​ຈາກ​ການ​ປົກ​ປ້ອງ ​ແລະ​ຄວາມ​ຄິດ​ທຸລະ​ກິດ​ທີ່​ເຫັນ​ແກ່​ຕົວ​ເອງ.

ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໃຫ້​ທັດສະນະ​ວ່າ ​ໄດ້​ເຖິງ​ເວລາ​ແລ້​ວທີ່ພ້ອມ​ກັນ​ພະຍາຍາມ​ສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ພາກ​ພື້ນ (RECP). ຫວຽດນາມ​ກຽມ​ຄວາມ​ພ້ອມ​ໃນ​ການ​ພ້ອມ​ກັບ​ບັນດາ​ປະ​ເທດຊອກ​ຫາ​ບັນດາ​ມາດ​ຕະການ​ທີ່​ປະດິດ​ສ້າງ, ​ໄຫວ​ພິບ​ສອດຄ່ອງ ​ເພື່ອ​ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ລວມ; ຊຸກຍູ້​ການ​ກໍ່ສ້າງ​ສັນຍາ RCEP ​ໃຫ້ກາຍເປັນ​ສັນຍາ​ການ​ຄ້າ​ເສລີ​ຮອບດ້ານ, ມີ​ຄຸນ​ນະພາ​ບສູງ, ສົມ​ດຸນ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ, ​ໃນ​ນັ້ນ​ມີ​ການ​ຄຳນຶງ​ເຖິງຄວາມ​ແຕກ​ຕ່າງ​ທາງ​ດ້ານ​ລະດັບ​ການ​ພັດທະນາ​ລະຫວ່າງ​ບັນດາ​ສະມາຊິກ. ອາ​ຊຽນຄວນ​ນຳ​ໜ້າ, ສະໜັບສະໜູນ​ການ​ຄ້າ​ເສລີ ​ແລະ​ການ​ເຊື່ອມ​ຕໍ່​ພາກ​ພື້ນ.

ໃນ​ການ​ສົນທະນາ, ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ແບ່ງປັນ​ທັດສະນະ, ຫຼັກ​ໝັ້ນ​ຂອງ​ຫວຽດນາມ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກພື້ນ​ແລະ​ສາກົນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ; ​ເນັ້ນ​ໜັກ​ວ່າ ສະພາບ​ແວດ​ລ້ອມ​ທີ່​ໝັ້ນຄົງ, ສັນ​ຕິ​ພາບ​ຍືນ​ຍົງ ມີ​ຄວາມໝາຍຕັດສິນ​ເບື້ອງ​ຕົ້ນ​ຕໍ່​ການ​ຮ່ວມ​ມື​ພັດທະນາ. ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ແບ່ງປັນ​ແລະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອງ​ມຂອງ​ຫຼາຍ​ປະ​ເທດ ກ່ຽວ​ກັບ​ສະຖານະ​ການ​ໃນ​ສະໜາມ​ທີ່​ຍັງ​ມີ​ການ​ຜັນ​ປ່ຽນ​ສັບສົນ​ຫຼາຍ​ຢ່າງ, ກໍ່​ໃຫ້​ເກີດ​ຄວາມ​ກັງວົນ​ສຳລັບ​ທຸກ​ຝ່າຍ ​ແລະ​ອາດ​ຈະ​ສົ່ງ​ຜົນ​ກະທົບ​ບໍ່​ດີ​ໃນ​ພາກ​ພື້ນ; ​ເນັ້ນ​ໜັກ​ບັນດາ​ຫຼັກການ​ທີ່​ໄດ້​ຕົກລົງ​ເຫັນ​ດີ​ໃນ​ອາ​ຊຽນ ກ່ຽວ​ກັບ​ການ​ສົ່ງ​ເສີມ​ກົດໝາຍສາກົນ​ແລະ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ 1982 ​ໃນ​ການ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ້​ງດ້ວຍ​ສັນຕິ​ວິທີ, ອົດທົນ​ອົດ​ກັ້ນ, ບໍ່​ໃຊ້​ອາວຸດ​ເຫຼືອ​ຂູ່​ຈະ​ໃຊ້​ອາວຸດ, ບໍ່​ຫັນ​ເປັນ​ການ​ທະຫານ, ບໍ່​ເຮັດ​ໃຫ້​ສະພາບ​ການ​ສັບສົນ, ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ຕັ້ງໜ້າ​ກໍ່ສ້າງ COC ທີ່​ມີ​ປະສິດທິ​ຜົນ, ມີ​ເນື້ອ​ແທ້​ຕົວ​ຈິງ ​ແລະ ປະຕິບັດ​ຖະ​ແຫຼ​ງການ DOC ຢ່າງ​ເຂັ້ມ​ງວດ, ຄົບ​ຖ້ວນ.

​ໃນ​ບັນດາ​ກອງ​ປະຊຸມ, ບັນດາ​ຜູ້ນຳ​ອາ​ຊຽນ ​ໄດ້​ຢືນຢັນອີກ​ຄັ້ງຄວາມ​ຕ້ອງການ​ເບື້ອງ​ຕົ້ນຄວນ​ຮັກສາ​ຄວາມ​ສາມັກຄີ ​ເປັນ​ເອກະ​ພາບ, ຮັກສາ​ບົດບາດ​ເປັນ​ໃຈ​ກາງຂອງອາ​ຊຽນ ​ແລະ​ປັບປຸງ​ໂຄງສ້າ​ງການ​ຮ່ວມ​ມື​ພາກ​ພື້ນ​ທີ່​ເປີດ​ກວ້າງ, ​ໂປ່​ງ​ໃສ, ອີງ​ບົນຂໍ້​ກຳນົດ​ກົດໝາຍ. ບັນດາ​ຜູ້ນຳ​ຢືນຢັນ​ອີກ​ຄັ້ງ​ຄວາມ​ຕັດສິນ​ໃຈສຳ​ເລັດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ RCEP ​ເພື່ອ​ບັນລຸ​ໄດ້​ສັນຍາ​ການ​ຄ້າ​ເສລີ​ໜຶ່ງ​ທີ່​ທັນ​ສະ​ໄໝ, ຮອບດ້ານ, ຄຸນ​ນະພາ​ບສູງ ​ແລະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ທຸກ​ຝ່າຍ​ໃນ​ປີ 2019.

ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 33 ​ແລະ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ​ຂອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄດ້​ປະສົບ​ຄວາມສຳ​ເລັດຢ່າງ​ຈົບງາມ, ສືບ​ຕໍ່​ສົ່ງ​ຂໍ້ຄວາມ​ກ່ຽວ​ກັບ​ອາ​ຊຽນທີ່​ສັນຕິພາບ, ໝັ້ນຄົງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ​ແລະ​ປະດິດ​ສ້າງ; ພ້ອມ​ກັນ​ນັ້ນ​ກໍ່​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ, ມີ​ເນື້ອ​ແທ້​ຕົວ​ຈິງ ​ແລະ​ມີ​ປະສິດທິ​ຜົນ​ກັບ​ບັນດາ​ຄູ່​ຮ່ວມ​ມື./.

​ໂດ​ຍ ຫງວຽນ​ດຶກ