ວກ.ອອນ​ໄລ - ​ໃນ​ລະຫວ່າງ​ວັນ​ທີ 17-18 ພະຈິກ 2018, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູ​ງຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ທີ 26 ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC 26) ຢູ່​ທີ່​ປະ​ເທດ​ປາ​ປົວ​ນິວກິ​ເນ.

ບັນດາຜູ້ນຳ ເອເປກ ຖ່າຍຮູບຮ່ວມກັນ.

ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ດຳ​ເນີນ​ແຜນການ​ເຮັດ​ວຽກ​ທີ່​ກວມ​ດ້ວຍ: ​ເຂົ້າ​ຮ່ວມ, ​ແລກປ່ຽນ, ​ແບ່ງປັນຄວາມ​ຄິດ​ເຫັນ ​ໃນ​ບັນດາ​ການ​ປະຊຸມ​ລັບ, ການ​ກິນ​ເຂົ້າທ່ຽງ​ເຮັດ​ວຽກ ຂອງ​ບັນດາ​ຜູ້ນຳ ​ເອ​ເປກ, ​ເຂົ້າ​ຮ່ວມ​ການ​ສົນທະນາ​ລະຫວ່າງ​ບັນດາ​ຜູ້ນຳ ​ເອ​ເປ​ກ ກັບ​ກອງ​ທຶນ​ການ​ເງິນ​ສາກົນ (IMF), ກັບ​ຜູ້ນຳ​ຂອງ 14 ປະ​ເທດທີ່​ເປັນ​ເກາະ​​ໃນປາຊີ​ຟິກ, ກັບ​ສະພາ​ທີ່​ປຶກສາ​ການ​ທຸລະ​ກິດ ​ເອ​ເປ​ກ (ABAC) ​ແລະ​ມີ​ບັນດາ​ການ​ພົບ​ປະ​ຫາລື​ສອງ​ຝ່າຍ​ກັບນາຍົກລັດຖະມົນຕີ ນູ​ແວນ​ເຊ​ລັງ, ນາຍົກລັດຖະມົນຕີ ​ວາ​ນູອາ​ຕູ, ນາຍົກລັດຖະມົນຕີ​ໄທ, ກັບ​ຜູ້ນຳປະ​ເທດ​ທີ່​ເປັນ​ເກາະ​​ໃນປາຊີ​ຟິກຈຳນວນ​ໜຶ່ງ, ກັບ​ຜູ້​ບໍລິຫານ​ສູງ​ສຸດ​ເຂດ​ບໍລິຫານ​ພິ​ເສດ​ຮົ່ງກົງ (ຈີນ); ຕ້ອນຮັບພັນທະ​ມິດ​ການ​ທຸລະ​ກິດຂອງ​ສະຫະລັດ​ອາ​ເສ​ລິ​ກາ​ ໃນ​ເອ​ເປ​ກ ຊຶ່ງ​ກວມ​ດ້ວຍ​ບັນດາ​ບໍລິສັດ​ຂະໜາດ​ໃຫຍ່​ທີ່​ລົງທຶນ​ໃນ​ຫວຽດນາມ…

​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ເຫຼົ່າ​ນັ້ນ, ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ເນັ້ນ​ໜັກ​ເຖິງ​ຈິດ​ໃຈຊຸກຍູ້​ເສລີພາບ​ທາງ​ການ​ຄ້າ​ແລະ​ການ​ລົງທຶນ, ສະໜັບສະໜູນ​ອົງການ​ການ​ຄ້າ​ໂລກ, ​ເຊື່ອມ​ໂຍງ​ເສດຖະກິດ, ພັດທະນາ​ແບບ​ຍືນ​ຍົງ​, ກວມ​ລວມ ​ແລະ ຫັນປ່ຽນ​ພື້ນຖານ​ເສດຖະກິດ​ດິຈິ​ຕອນ.

ທ່ານນາຍົກລັດຖະມົນຕີຊີ້​ແຈງ, ​ເອ​ເປ​ກ ຕ້ອງການ​ສືບ​ຕໍ່​ສ້າງ​ບັນດາ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ເຕີບ​ໂຕ, ການ​ຄ້າ, ການ​ລົງທຶນ, ​ເຊື່ອມ​ຕໍ່​ແລະ​ພັດທະນາ​ແບບ​ລົ້ນ​ຫຼາມ, ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນ​ບໍ່​ມີ​ຜູ້​ໃດ​ຖືກ​ປະ​ໄວ້​ຂ້າງ​ຫຼັງ, ທຸກ​ຄົນ​ລ້ວມ​ແຕ່​ໄດ້​ຊົມ​ໃຊ້​ຜົນສຳ​ເລັດ​ຂອງ​ການ​ໂລກາ​ພິວັດ​ແລະການ​ເຊື່ອມ​ຕໍ່​ເສດຖະກິດ​ໃນ​ຍຸກ​ດິ​ຈິ​ຕອນ. ​ໄດ້​ຄື​ແນວ​ນັ້ນ, ​ເອ​ເປ​ກຈຶ່ງ​ຢືນຢັນ​ໄດ້ ຖານະບົດບາດ​​ເປັນ​ເວທີ​ປາ​ໄສ​ເສດຖະກິດ​ພາກພື້ນທີ່​ນຳ​ໜ້າ. ກອງ​ປະຊຸມ​ສຸດ​ຍອດ ​ເອ​ເປກ 2018 ຕ້ອງການ​ສະ​ແດງ​ບົດບາດນຳ​ໜ້າ​ຂອງ​ເອ​ເປ​ກ ​ໃນ​ການ​ສະໜັບສະໜູນ​ລະບົບ​ການ​ຄ້າພະຫຸ​ພາຄີ​ທີ່ເປີກກວ້າງ, ​ໂປ່​ງ​​ໃສ, ກວມ​ລວມ, ຍຸຕິ​ທຳ ​ແລະ​ອີງ​ບົນ​ຂໍ້​ກຳນົດ​ກົດ​ລະບຽບ. ​ໃນ​ສະພາບ​ການ​ໃໝ່​ຕ້ອງການ​ສືບຕໍ່ປັບປຸງ, ດັດ​ແປງ ​ແລະ​ສົ່ງ​ເສີມ​ບົດບາດຂອງອົງການ​ການ​ຄ້າ​ໂລກ.

​ໂດຍ​ເປັນ​ກົນ​ໄກການ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນຊັ້ນ​ນຳ, ​ເອ​ເປ​ກ ຄວນ​ຕັ້ງໜ້າ​ຊຸກຍູ້​ບັນດາ​ກົນ​ໄກ​ການ​ຮ່ວມ​ມື​ແລະ​ເຊື່ອມ​ຕໍ່​ເສດຖະກິດ​ເຊັ່ນ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ສັນຍາ CPTPP, RCEP, ມຸ່ງ​ໄປ​ສູ່​ການ​ກໍ່​ຕັ້ງ​ເຂດ​ການ​ຄ້າ​ເສດ​ລີ​ອາຊີ​ - ປາຊີ​ຟິກ (FTAAP), ບົນ​ພື້ນຖານ​ຮັບປະກັນ​ລັກສະນະ​ຮອບດ້ານ, ສົມ​ດຸນ​ທາງ​ຜົນ​ປະ​ໂຫຍ​ດ ​ແລະ ຊ່ວຍ​ໜູນ​ລະຫວ່າງ​ບັນດາ​ກົນ​ໄກ​ການເຊື່ອມ​ໂຍງ.

ທ່ານນາຍົກລັດຖະມົນຕີ​ໄດ້​ສະ​ເໜີ ​ແລະ​ບັນດາ​ພື້ນຖານ​ເສດຖະກິດ ​ເອ​ເປ​ກ ​ໄດ້​ຕີ​ລາຄາ​ສູງຈິດ​ໃຈ​ພ້ອມ​ກັນ​ຮ່ວມ​ມື​ຢ່າງຮອບດ້ານ, ​ເລິກ​ເຊິ່ງ ​ແລະ​ມີ​ປະສິດທິ​ຜົນ​ໃນ​ບັນດາ​ຂົງ​ເຂດ​ຄື: (i) ​ເພີ່ມ​ທະວີ​ການ​ປະຕິ​ຮູບ​ໂຄງ​ສ້າງ ​ແນ​ໃສ່ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ ​ເອ​ເປ​ກ. ຕາມ​ນັ້ນ, ຄວນ​ສັບ​ຊ້ອນ "ໂຄງການ​ດຳ​ເນີນ​ງານໃໝ່​ຂອງ ​ເອ​ເປ​ກ ກ່ຽວ​ກັບການ​ປະຕິ​ຮູບ​ໂຄງ​ສ້າງ" ​ເຂົ້າ​ໃນ​ໂຄງການ​ດຳ​ເນີນ​ງານຂອງ​ບັນດາ​ປະ​ເທດ​ສະມາຊິກ. (ii) ຊຸກຍູ້​ການ​ຜັນ​ຂະຫຍາຍຄວາມ​ຄິດ​ລິ​ເລີ່​ມກ່ຽວ​ກັບ "ຂອບ​ການ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາຍ​ແດນ ​ເອ​ເປ​ກ", "​ແຜນ​ງານ​ສຳລັບ​ເສດຖະກິດ​ເຄືອ​ຂ່າຍ ​ແລະ​ເສດຖະກິດ​ເອ​ເລັກ​ໂຕຣນິກ ​ເອ​ເປ​ກ" ​ແລະ "​ໂຄງການ​ປະຕິບັດ​ງານ​ທາງ​ດ້ານ​ເສດຖະກິດ​ຕິ​ຈິ​ຕອນ". (iii) ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ດິຈິ​ຕອນ ​ແລະປະຕິບັດ​ຢ່າງ​ໄວ​ຂະ​ບວນການ​ຫັນປ່ຽນ​ດິຈິ​ຕອນ. ​ໃນ​ນັ້ນ ການ​ກໍ່ສ້າງ​ແລະ​ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ "ຖານ​ຂໍ້​ມູນ​ຂະໜາດ​ໃຫຍ່" ຂອງ​ຊາດ ​ແມ່ນ​ຕ້ອງ​ໄດ້​ເພີ່ມ​ທະວີ​ການ​ລົງທຶນ​ຕາມ​ທິດຮອບ​ດ້ານ, ​ເຊື່ອ​ຖື​ໄດ້ ​ແລະ​ຮັບປະກັນ​ຄວາມ​ປອດ​ໄພ. ພ້ອມ​ກັນ​ນັ້ນ​ກໍ່​ໃຫ້​ຄວາມ​ສຳຄັນ​​ແກ່​ໂຄງ​ສ້າງ​ພື້ນຖານການ​ຄ້າ​ດິຈິ​ຕອນ, ພັດທະນາ​ເຕັກ​ໂນ​ໂລ​ຊີ​ການ​ເງິນ (fin-tech), ​ເຊື່ອມ​ຕໍ່​ບັນດາ​ສູນ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ​ແລະ​ຊຸກຍູ້​ການ​ເລີ່ມທຸລະ​ກິດ... (iv) ຍົກ​ລະດັບ​ການຈັດ​ຕັ້ງ​ແລະ​ທັກສະ​ການຄຸ້ມ​ຄອງ ຢູ່​ໃນ​ພາກ​ເອກະ​ຊົນ​ກໍ່​ຄື​ພາກ​ລັດ ​ເພື່ອ​ຮັບ​ເອົາຄວາມ​ຮູ້ ​ແລະ​ດູດ​ຊືມ​ເຕັກ​ໂນ​ໂລ​ຊີທີ່​ທັນ​ສະ​ໄໝ. (v) ຊ່ວຍ​ເຫຼືອ, ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດທະນາ​ໃນ​ພື້ນຖານ​ເສດຖະກິດ​ດິຈິ​ຕອນ. ບັນດາ​ພື້ນຖານ​ເສດຖະກິດ​ທີ່​ຈະ​ເລີ​ນພັດທະນາ ດ້ວຍ​ທ່າ​ໄດ້​ປຽບ​ໄປ​ກ່ອນ ​ແລະກໍ່​ເພື່ອ​ເພີ່ມ​ທ່າ​ໄດ້​ປຽບ​ຂອງ​ຕົນ ​ແມ່ນ​ຕ້ອງການ​ເພີ່ມ​ທະວີ​ບັນດາ​ນະ​ໂຍບາຍ​ຊ່ວຍເຫຼືອບັນດາ​ພື້ນຖານ​ເສດຖະກິດ​ທີ່​ກຳລັງ​ພັດທະນາ ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍບາຍ​ຫັນປ່ຽນ​ໂຄງ​ສ້າງ, ສ້າງ​ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິການ ​ແລະ ຄວາມ​ກ້າວໜ້າທາງ​ເຕັກ​ໂນ​ໂລ​ຊີ ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ເຊື່ອມ​ຕໍ່​ໃນ​ຍຸກ​​ປະຕິວັດດິຈິ​ຕອນ.

​ໃນ​ຂອບ​ເຂດ​ກອງ​ປະຊຸມ, ບັນດາ​ຜູ້ນຳ ​ເອ​ເປ​ກ ​ໄດ້​ເປັນ​ເອກະສັນ​ກ່ຽວ​ກັບ​ການ​ສວຍ​ໃຊ້​ໂອກາດ​ພັດທະນາ​ອະນາຄົດ​ດິຈິ​ຕອນ ​ແລະ ບັນດາ​ການ​ກະທຳ​ກ່ຽວ​ກັບ​ເສດຖະກິດ​ດິຈິ​ຕອນ, ຍູ້​ແຮງ​ການ​ຮ່ວມ​ມື​ກໍ່ສ້າງຄວາມ​ອາດ​ສາມາດ, ພັດທະນາ​ທັກ​ສະ, ​ການເຂົ້າ​ເຖິງ​ໂຄງ​ສ້າງ​ພື້ນຖານ​ດິຈິ​ຕອນ ​ແນ​ໃສ່ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ທາງ​ດ້ານ​ດິຈິ​ຕອນ; ​ເນັ້ນ​ໜັກ​​ການ​ເຂົ້າ​ຮ່ວມ, ການປະດິ​ດສ້າງ​ຂອງ​ບັນດາ​ວິ​ສາ​ຫະກິດ, ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ຂະໜາດກາງ​ແລະ​ຂະໜາດ​ນ້ອຍ ​ແລະ​ທຸກ​ພາກສ່ວນ​ສັງຄົມ.

ກອງ​ປະຊຸມ​ກໍ່​ໄດ້​ເປັນ​ເອກະສັນຈະສືບ​ຕໍ່ຊຸກຍູ້​ການ​ຄ້າ​ແລະ​ການ​ລົງທຶນ​ແບບ​ເປີດ​ແລ​ເສ​ລີ​ພາບ, ປະຕິ​ຮູບ​ໂຄງ​ສ້າງ​ຕິດ​ກັບ​ເສດຖະກິດ​ດິຈິ​ຕອນ, ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ໃນ​ຂົງ​ເຂດ​ບໍລິການ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສຶກສາ​ແລະ​ຝຶດອົບຮົມ​ແຫຼ່ງບຸກຄະລາ​ກອນ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງຄົມ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ດິຈິ​ຕອນ. ບັນດາ​ຜູ້ນຳ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮັກສາ​ທ່ວງທ່າ​ການ​ຮ່ວມ​ມື​ ​ແລະ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ, ຊົມ​ເຊີຍ​ການ​ເຈລະຈາ​ເຊັນບັນດາ​ສັນຍາ​ການ​ຄ້າ​ເສລີຮອບດ້ານ, ຄຸນ​ນະພາ​ບສູງ ​ເຊັ່ນ CPTPP, RCEP ​ແລະ​ມຸ່​ງ​ໄປ​ສູ່​ສັນຍາ​ການ​ຄ້າ​ເສລີ​ທົ່ວ​ອາຊີ-ປາຊີ​ຟິກ (FTAAP). ບັນດາ​ສະມາຊິກ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຊຸກຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ກວມ​ລວມ, ຕັ້ງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເຂົ້າ​ໃນ​ໃຈກາງ​ຂອງທຸກ​ນະ​ໂຍບາຍ; ຜັນ​ຂະຫຍາຍ​ໂຄງການ​ການ​ກະທຳ ​ເອ​ເປ​ກ 2017 ກ່ຽວ​ກັບ​ການ​ພັດທະນາ​ກວມ​ລວມທາງ​ດ້ານເສດຖະກິດ, ກາ​ນ​ເງິນ ​ແລະ​ສັງຄົມຮອດ​ປີ 2030 ຕິດ​ກັບ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ (SDGs).

​ໃນ​ຂອບ​ເຂດ​ກອງ​ປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ແຈ້ງ​ໃຫ້​ທຸ​ກຄົນ​ຊາບ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫາ​ກໍ່​ຮັບຮອງ​ຜ່ານ​ສັນຍາ CPTPP ​ໃນ​ວັນ​ທີ 12-11-2018, ສິ່ງ​ດັ່ງກ່າວ​ໄດ້​ຢືນຢັນ​ວ່າ ຫວຽດນາມຢືນຢັນ​ຄວາມ​ຕັດສິນ​ໃຈ​ສືບຕໍ່ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ສະໜັບສະໜູນ​ການ​ຄ້າ​ແລະ​ການ​ລົງທຶນ​ເສລີ ​ແລະ​ເປີດກວ້າງ, ອີງ​ບົນ​ກົດໝາຍ ​ແລະ​ຕາມ​ມາດຕະຖານ​ສູງ. ການ​ເຊື່ອມ​ໂຍງ​ເສດຖະກິດ​ຂອງ​ຫວຽດນາມ​ພວມ​ຫັນ​ໄປ​ສູ່​ໄລຍະ​ໃໝ່ດ້ວຍ​ຂະໜາດ​ໃຫຍ່​ແລະ​ຄຸນ​ນະພາ​ບສູງ. 

ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ​ເອ​ເປ​ກ ຄັ້ງ​ທີ 26 ຂອງ​ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວັນ​ຝຸກ ກົງ​ກັບ​ການສະ​ເຫຼີ​ມສະຫຼອງ​ວັນ​ຫວຽດນາມ​ເຂົ້າ​ຮ່ວມ ​ເອ​ເປ​ກ ຄົບຮອບ 20 ປີ (1998-2018) ​ເຊິ່ງ​ໄດ້​ສືບ​ຕໍ່​ຍົກສູງ​ຖານະ​ບົດບາດ​ຂອງ​ຫວຽດນາມ​ໃນ​ເວທີ​ປາ​ໄສ​ພາກ​ພື້ນ​ທີ່​ສຳຄັນ​ນີ້, ພ້ອມ​ນັ້ນ​ກໍ່ຢືນຢັນຄວາມ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ຄວາມ​ຮັບຜິດຊອບ​ສູງ​ຂອງ​ຫວຽດນາມ ​ໃນ​ການ​ເຂົ້າ​ຮ່ວມ​ການ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ, ສືບ​ຕໍ່​ປະກອບສ່ວນ​​ເພີ່ມ​ພູນ​ຄູນ​ສ້າງ​ອະນາຄົດ​ຮ່ວມ ກ່ຽວ​ກັບວິ​ໄສ​ທັດ​ຂອງ​ປະຊາ​ຄົມ​ເສດຖະກິດ​ອາຊີ-ປາຊີ​ຟິກ ທີ່​ມີ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ./.

                                                               ​ໂດຍ ຫງວຽນ​ດຶກ