ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊິີນຂອງທ່ານ ​ຫງວຽນ​ຊວັນ​ຝຸກ ນາ​ຍົກ​ລັດຖະມົນຕີ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ສະຫະພັນທະ​ລັດລັດ​ເຊຍ ​ເດິ​ມີ​ຕຣີ ​ແມດ​ເວ​ແດບ ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 18 ຫາ 19 ພະຈິກ 2018.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ແລະ ທ່ານນາຍົກລັດຖະມົນຕີລັດເຊຍ ເດິມີຕຣີ ແມດເວແດບ ຖ່າຍຮູບກ່ອນເມື່ອດຳເນີນການເຈລະຈາ (ພາບ: TTXVN)

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ ​ເດິ​ມີ​ຕຣີ ​ແມດ​ເວ​ແດບ ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ; ຢ້ຽມ​ຄຳນັບ​ເລຂາທິການ​ໃຫຍ່ ປະທາ​ນປະ​ເທດ​ຫວຽດນາມ ຫງວຽນ​ຝູຈ້ອງ; ພົບ​ປະ​ຫາລື​ກັບປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ. ​ເນື່ອງ​ໃນ​ໂອກາດ​ນີ້, ນາຍົກລັດຖະມົນຕີ ​ເດິ​ມີ​ຕຣີ ​ແມດ​ເວ​ແດບ ​ໄດ້​ໄປ​ວາງ​ພວງມາລາ​ທີ່​ອະນຸສາວະລີ​ວິລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​, ວາງ​ພວງມາລາ​ແລະ​ໄຫວ້​ອາ​ໄລທີ່​ສຸສານ​ປະທານ​ໂຮ່ຈີ​ມິນ; ຢ້ຽມ​ຊົມ​ງານ​ວາງສະ​ແດງ​ພາບ​ຫວຽດນາມ-ລັດ​ເຊຍ ທີ່​ມີ​ເນື້ອ​ໃນ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມືຮອບດ້ານລະຫວ່າງ​ສອງ​ປະ​ເທດ ​ໂດຍ​ສຳນັກ​ຂ່າວສານ​ຫວຽດກນາມ ​ແລະ​ສຳ​ນັກຂ່າວສານ​ສະຫະພັນທະ​ລັດ​ລັດ​ເຊຍ - TASS ສົມທົບ​ກັນ​ຈັດ​ຂຶ້ນ; ຢ້ຽມຢາມ​ແລະ​ມອບ​ລາງວັນຂອງ​ລັດ​ລັດ​ເຊຍ​ໃຫ້​ແກ່​ສູນຄົ້ນຄວ້າ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີປະສົມ​ເຂດ​ຮ້ອນ ຫວຽດນາມ-ລັດ​ເຊຍ ​ຢູ່​ຮ່າ​ໂນ້ຍ.

​ໃນ​ບັນຍາກາດ​ມິດຕະພາບ, ຄວາມ​ໄວ້​ວາງ​ໃຈ ​ແລະ ​ເຂົ້າ​ໃຈ​ຊຶ່ງກັນ​ແບະກັນ, ​ໃນ​ບັນດາ​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ທິດ​ທາງ​ແລະ​ມາດ​ຕະການ​ຊຸກຍູ້​ຍິ່ງ​ກວ່າ​ອີກ ການ​ຮ່ວມ​ມື​​ໃນຫຼາຍ​ຂົງ​ເຂດລະຫວ່າງ​ສອງ​ປະ​ເທດ ​ແນ​ໃສ່​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ລັດ​ເຊຍ ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ​ແລະ​ໝັ້ນຄົງ​ຍືນ​ຍົງ. 

ນາຍົກລັດຖະມົນຕີທັງສອງ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ທາງ​ການ​ເມືອງ​ຫວຽດນາມ - ລັດ​ເຊຍ ທີ່​ມີ​ຄວາມ​​ໄວ້ວາງ​ໃຈສູງ, ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເປັນ​ປະຈຳ​ໃນ​ຂັ້ນ​ຕ່າງໆ, ພິ​ເສດ​ແມ່ນ​​ໃນ​ຂັ້ນ​ສູງ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສົມທົບ​ການຈັດ​ຕັ້ງ ​ວັນບຸນຫວຽດນາມ​ຢູ່​ລັດ​ເຊຍ ​​ແລະ ວັນບຸນ​ລັດ​ເຊຍ​ຢູ່​ຫວຽດນາມ ​ໃນ​ປີ 2019 - 2020 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ການ​ເຊັນ​ ສົນທິສັນຍາ​ກ່ຽວ​ກັບ​ບັນດາ​ຫຼັກການ​ອັນ​ພື້ນຖານ​ຂອງ​ການ​ພົວພັນ​ມິດຕະພາບ​ຫວຽດນາມ - ສະຫະພັນ​ທະ​ລັດລັດ​ເຊຍ ຄົບຮອບ 25 ປີ ແລະ ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຄົບຮອບ 70 ປີ.

ນາຍົກລັດຖະມົນຕີທັງສອງ ​ໄດ້​ຕີ​ລາຄາ​ສູງຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 21 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລັດ​ເຊຍ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານເສດຖະກິດ-ການ​ຄ້າ ​ແລະ ວິທະຍາ​ສາດ-​ເຕັກນິກ ຊຶ່ງ​ໄດ້​ດຳ​ເນີນ​ຢູ່​ນະຄອນ​ມົດ​ສະ​ກູ​ ​ໃນ​ທ້າຍ​ເດືອນ​ຕຸລາ 2018 ທີ່​ຜ່ານ​ມາ. ສອງ​ຝ່າຍ​ໄດ້​ປະ​ເມີນ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ​ການ​ລົງທຶນ​ລະຫວ່າງ​ຫວຽດນາມ​ແລະ​ສະຫະພັນທະ​ລັດ​ລັດ​ເຊຍ ທີ່​ໄດ້​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ໃນ​ເວລາ​ທີ່​ຜ່ານ​ມາ ດ້ວຍ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - ສະຫະພັນ​ເສດຖະກິດ​ອາຊີ-​ເອີຣົບ.

​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຍິ່ງ​ກວ່າ​ອີກ​ທ່າ​ໄດ້​ປຽບ​ທີ່​ສັນຍາ​ນຳ​ມາ​ໄຫ້, ສອງ​ຝ່າຍຈະ​ສົມທົບ​ແກ້​ໄຂ​ເທື່ອ​ລະ​ກ້າວ​ ບັນດາ​ສິ່ງ​ກີດຂວາງ​ຕໍ່​ການສົ່ງ​ອອກນຳ​ເຂົ້າ​ສິນຄ້າ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນຜະລິດ​ຕະພັນ​ກະສິກຳ, ສັດ​ນ້ຳ​ແລະ​ອາຫານ​ທະ​ເລ, ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເປັນ 10 ຕື້​ໂດລາ​ສະຫະລັດ​ໃນ​ປີ 2020.

ນາຍົກລັດຖະມົນຕີທັງສອງ ສະ​ແດງ​ຄວາມ​ພຶ​ງພໍ​ໃຈ​ກ່ຽວ​ກັບ​ຜົນ​ຂອງ​ການ​ຮ່ວມ​ມື​ທາງ​ດ້ານ​ນ້ຳມັນ​ອາຍ​ແກ໊ສ ລະຫວ່າງ​ຫວຽດນາມ​ແລະ​ສະຫະພັນ​ທະ​ລັດ​ລັດ​ເຊຍ, ຖື​ວ່າ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ທີ່​ສຳຄັນ ​ຂອງ​ການ​ຮ່ວມ​ມື​ຫວຽດນາມ - ລັດ​ເຊຍ. ສອງ​ຝ່າຍຢືນຢັນ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດຮ່ວມ​ມື​ກັນ​ໃນ​ການສຳ​ຫຼວດ ​ແລະ​ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກ໊ສ ຢູ່​ໄຫຼ່​ທະວີບ​ຫວຽດນາມ ​ແລະ​ໃນ​ອານາ​ເຂດ​ຂອງ​ສະຫະພັນ​ທະ​ລັດ​ລັດ​ເຊຍ, ກໍ່​ຄື​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອື່ນ ຄື​ສະໜອງ​ແກ໊ສປິ​ໂຕຣລຽມ​​ແຫຼວ (LNG) ​ແລະ​ໄຟຟ້າ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ທີ່​ສຳຄັນ​ໃນ​ບັນດາ​ຂົງ​ເຂດພະລັງງານ, ອຸດສາຫະກຳ, ຄົມມະນາຄົມ​ຂົນ​ສົ່ງ, ກະສິກຳ, ພ້ອມ​ກັນ​ນັ້ນ​ກໍ່​ເປີດ​ກວ້າງ​ການ​ຮ່ວມມື​ໃນ​ບັນດາ​ຂົງ​ເຂດຂໍ້​ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ລັດຖະບານ​ເອ​ເລັກ​ໂຕຣນິກ; ຢືນຢັນ​ຄວາມ​ຕັດສິນ​ໃຈ​ຜັນ​ຂະຫຍາຍ​ໂຄງການສູນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ປະລະມານູ​ຢູ່​ຫວຽດນາມ ທີ່​ມີ​ມູນ​ຄ່າ 350 ລ້ານ​ໂດ​ລາ​ສະຫະລັດ; ຊົມ​ເຊີນ​ການ​ຮ່ວມ​ມື​ພັດທະນາ​ໂຄງ​ສ້າງ​ພື້ນຖານການ​ຄົມມະນາຄົມ​ໃນ​ເມືອງ ​ແລະ​ທາງ​ລົດ​ໄຟ​ຢູ່​ຫວຽດນາມ.

ສອງ​ຝ່າຍກໍ່​ໄດ້​ເປັນ​ເອກະສັນ​ຮັບ​ຮູ້​ຄວາມ​ສຳຄັນຂອງ​ກາ​ນຮ່ວມ​ມືຮັກສາ​ຄວາມ​ປອດ​ໄພ, ການ​ປ້ອງ​ກັນ​ປະ​ເທດ ​ແລະ ດີ​ໃຈທີ່​ໄດ້​ເຫັນ​ການ​ຮ່ວມ​ມືທາງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ການທ່ອງທ່ຽວ, ການ​ສຶກສາ-ຝຶກ​ອົບຮົມ, ​ແຮງ​ງານ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ​ໄດ້​ມີ​ການພັດທະນາຢ່າງ​ຕໍ່​ເນື່ອງ​ໃນ​ເວລາ​ທີ່​ຜ່ານ​ມາ; ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ສືບ​ຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ນີ້.

ທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ສະ​ແດງ​ຄວາມ​ຂອບ​ໃຈຕໍ່ຜູ້​ນຳ​ແລະ​ເຈົ້າ​ໜ້າ​ທີ່​ລັດ​ເຊຍ ທີ່​ໄດ້ມີ​ການ​ສະໜັບສະໜູນ, ຊ່ວຍ​ເຫຼືອ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ລັດ​ເຊຍ​ ໃນ​ເວລາ​ທີ່​ຜ່ານ​ມາ ​ແລະ ຫວັງ​ວ່າ​ ຝ່າຍ​ລັດ​ເຊຍ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້ຊຸມ​ຊົນ​ຊາວ​ຫວຽດນາມ​ດຳລົງ​ຊີວິດ, ທຳ​ມາ​ຫາ​ກິນ​ເປັນ​ປົກກະຕິ, ຖືກ​ກົດໝາຍ​ຢູ່​ລັດ​ເຊຍ; ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຊຸມ​ຊົນ​ຊາວ​ຫວຽດນາມ​ຈະ​ສືບ​ຕໍ່​ເສີມ​ຂະ​ກຍາຍບົດບາດ​ເປັນ​ຂົວ​ຕໍ່​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ຜູ້ນຳ​ຂອງ​ສອງ​ປະ​ເທດ​ໄດ້​ແລກປ່ຽນກ່ຽວ​ກັບ​ຫຼາຍ​ບັນຫາ​ສາກົນ​ ແລະ​ພາກ​ພື້ນ​ ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ; ​ເນັ້ນ​ໜັກ​ຄວາມ​ຈຳ​ເປັນ​ຕ້ອງ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ​ເສລີພາບ​ໃນ​ການ​ເດີນ​​ເຮືອ​ແລະ​ການບິນ​ ໃນ​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ້​ງ​ໂດຍ​ສັນຕິ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS), ຜັນ​ຂະຫຍາຍ​ຖະ​ແຫຼງການກ່ຽວ​ກັບ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ​ແລະ​ມີ​ປະສິດທິ​ຜົນ ​ແລະ ກໍ່ສ້າງ​ໂດຍ​ໄວ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ທີ່​ມີ​ເນື້ອ​ແທ້​ແລະ​ມີ​ປະສິດທິ​ຜົນ.

ສອງ​ຝ່າຍຢືນຢັນ​ຈະ​ສືບ​ຕໍ່​ເພີ່​ມທະວີ​ການ​ປະສານ​ສົມທົບກັນຢູ່​ໃນ​ໄວ​ທີ​ປາ​ໄສ​ພະຫຸ​ພາຄີ; ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ສະຫະ​ປະຊາ​ຊາດ, ​ເອ​ເປ​ກ, ອາ​ເຊມ, ອາ​ຊຽນ - ລັດ​ເຊຍ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຊາດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ.

ນາຍົກລັດຖະມົນຕີທັງສອງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ຜົນສຳ​ເລັດ​ທີ່​ດີງາມ​ຂອງ​ການ​ຢ້ຽມຢາມ​ ຈະສືບ​ຕໍ່​ປະກອບສ່ວນຊຸກຍູ້​ການ​ຮ່ວມ​ມື​ຫວຽດນາມ-ລັດ​ເຊຍ​ໃນ​ຂົງ​ເຂດ​ຕ່າງໆ.

ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ ​ເດິ​ມີ​ຕຣີ ​ແມດ​ເວ​ແດບ ​ໄດ້​ຖື​ເປັນ​ກຽດ​ເຊີນທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ​ໄປ​ຢ້ຽຢາມ​ປະ​ເທດ​ລັດ​ເຊຍ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ. ທ່ານ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວັນ​ຝຸກ ສະ​ແດງ​ຄວາມ​ຂອບ​ໃຈ​ແລະ​ຍິນ​ດີ​ຮັບ​ຄຳ​ເຊີນ./.

ບກ. (ສັງ​ລວມຈາກ​ຂ່າວສານ​ຫວຽດນາມ)