ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີ​ນຂອງທ່ານ ມູນ​ຮີ​ຊາງ ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ສາທາລະນະ​ລັດ​ເກົາຫຼີ,  ທ່ານ​ນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ທີ່​ປະ​ເທດ​ສາທາລະນະ​ລັດ​ເກົາຫຼີ ​ແຕ່​ວັນ​ທີ 4 ​ເຖິງ​ວັນ​ທີ 7 ທັນວາ 2018.

ທ່ານ ມູນຮີຊາງ ປະທານສະພາແຫ່ງຊາດ ແຫ່ງສາທາລະນະລັດເກົາຫຼີ ຕ້ອນຮັບທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ ທີ່ສຳນັກງານສະພາແຫ່ງຊາດ ແຫ່ງສ.ເກົາຫຼີ ໃນນະຄອນຫຼວງເຊອູນ (ພາບ: TTXVN)

ຢູ່​ທີ່​ການ​ພົບ​ປະ​ເຈລະຈາ​ຫາລື​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ, ບັນດາ​ຜູ້ນຳ​ຂອງ ສ.​ເກົາຫຼີ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມສ.​ເກົາຫຼີ​ຢ່າງ​ເປັນ​ທາງ​ການ ​ຂອງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ ​ໃຫ້ພັດທະນາ​ຍິ່ງ​ກວ່າ​ອີກ, ພ້ອມ​ນັ້ນ​ກໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສ.​ເກົາຫຼີ ​ໃຫ້​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ແລະ​ມີ​ປະສິດທິ​ຜົນ​ຍິ່ງກວ່າ​ອີກ. 

ບັນດາ​ຜູ້ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເນັ້ນ​ເຖິງ​ຄວາມ​ຕ້ອງການ​ຕ້ອງ​ສືບ​ຕໍ່​ຮັກ​ສາ​ການຕິດ​ຕໍ່​ແລະພົບ​ປະລະຫວ່າງ​ຜູ້​ນຳ​ຂັ້ນ​ສູງຢ່າງ​ເປັນ​ປົກກະຕິ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ຊຸກຍູ້​ການ​ຕິດ​ຕໍ່ຮ່ວມ​ມື​ລະຫວ່າງ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ, ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ຈາກ​ນັ້ນ ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແລະ​ປັບປຸງ​ຄວາມ​ໄວ້​ວາງ​ໃຈທາງດ້ານ​ການ​ເມືອງ, ພັດທະນາ​ຄວາມ​ສຳພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ໝັ້ນຄົງ​ແລະ​ຍາວ​ນານ, ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ສະດວກ​ດີ​ເພື່ອ​ເປີດ​ກວ້າງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື​ທີ່​ໄດ້​ລະບຸ​ໄວ້​ໃນ “ຖະ​ແຫຼ​ງການ​ຮ່ວມ​ຫວຽດນາມ - ສ.​ເກົາຫຼີ ມຸ່ງ​ໄປ​ສູ່​ອະນາຄົດ”. 

ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ, ທ່ານ​ນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ເນັ້ນ​ວ່າ ຫວຽດນາມ​ຊົມ​ເຊີຍ “ນະ​ໂຍບາຍພາກ​ໃຕ້​ໃໝ່” ຂອງ ສ.​ເກົາຫຼີ, ນະ​ໂຍບາຍ​ນີ້​ໄດ້​ໃຫ້​ຄວາມ​ສຳຄັນ​ເຖິງການ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດອາ​ຊຽນ, ​ເຊິ່ງຈຸດ​ສຸມ​ແມ່ນ​ຫວຽດນາມ. ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ຕໍ່​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານລະຫວ່າງ ສ.​ເກົາຫຼີ ​ແລະ​ ບັນດາ​ປະ​ເທດ​ອາ​ຊຽນ.

ຫວຽດນາມຕີ​ລາຄາ​ສູງ​ຫຼັກ​ໝັ້ນ​ຂອງ ສ.​ເກົາຫຼີ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສະ​ເໜີ​ໃຫ້ ສ.​ເກົາຫຼີ ສືບ​ຕໍ່​ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງຫວຽດນາມ ​ແລະ ອາ​ຊຽນ ​ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ, ​ແກ້​ໄຂ​ຂໍ້ຂັດ​ແຍ້​ງ​ພິພາດຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ, ​ແລະ​ບັນລຸ​ເຖິງ​ປະມວນ​ຂໍ້​ກຳນົດ​ການ​ປະ​ພຶດຢູ່​ທະ​ເລ​ຕາວັນ​ອອກ (COC) ​ໂດຍ​ໄວ. 

ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ໃຫ້​ທັດສະນະ​ວ່າ ​ໃນ​ໄລຍະ​ທີ່​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ຮັກສາ​ເປັນ​ຢ່າງ​ດີ ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ​ຕາມ​ເນື້ອ​ໃນ​ຂໍ້​ຕົກລົງ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ທີ່​ໄດ້​ລົງ​ນາມ​ໃນ​ເດືອນ​ກໍລະກົດ 2013. ສະພາ​ແຫ່ງ​ຊາດ​ຫວຽດນາມ​ມຸ່ງ​ຫວັງ​ແລະກຽມ​ຄວາມ​ພ້ອມທີ່​ຈະ​ຮ່ວມ​ມື​ຢ່າງແໜ້ນ​ແຟ້ນກັບ​ສະພາ​ແຫ່ງ​ຊາດ​ແຫ່ງ ສ.​ເກົາຫຼີ ​ເພື່ອ​ສົ່ງ​ເສີມ​ແລະ​ຊຸກຍູ້​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ; ຜ່ານ​ຊ່ອງ​ທາງ​ການ​ທູດ​ຂອງ​ລັດຖະສະພາ​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈທາງ​ດ້ານ​ການ​ເມື​ອງ, ການ​ພົບ​ປະ​ສັງ​ສັນ​ລະຫວ່າງ​ປະຊາຊົນ, ​ເປີດ​ກວ້າງ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ.

ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ກໍ​ເຫັນ​ດີ​ນຳ​ຄວາມ​ເຫັນ​ຂອງທ່ານ ມູນ​ຮີ​ຊາງ ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ ສ.​ເກົາຫຼີ ກ່ຽວ​ກັບ​ການ​ທີ່​ສອງ​ຝ່າຍ​ສືບ​ຕໍ່​ຮັກສາການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່ງໆຢ່າງ​ເປັນ​ປົກກະຕິ ​ເພື່ອ​ພ້ອມ​ກັນ​ແລກປ່ຽນ​ບົດຮຽນກ່ຽວ​ກັບການ​ເຄື່ອນ​ໄຫວ​ລັດຖະສະພາ, ສົມທົບ​ຕິດຕາມ​ກວດກາ​ການ​ປະຕິບັດບັນດາ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ທີ່​ສອງ​ລັດຖະບານໄດ້ລົງ​ນາມ, ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຊຸມ​ຊົນ​ທຸລະ​ກິດ​ແລະພົນລະ​ເມືອງສອງ​ປະ​ເທດ ​​ແນ​ໃສ່​ສ້າງ​ສິ່ງ​ແວດ​ລ້ອມ​ນິຕິ​ທຳ​ທີ່​ສະດວກ​ດີ​ໃຫ້​ແກ່​ການ​ຮ່ວມ​ມື, ການ​ແລກປ່ຽນ ​ແລະ ການ​ປົກ​ປ້ອງ​ພົນລະ​ເມືອງ. 

ສອງ​ຝ່າຍ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​​ເປັນ​ຂົວ​ຕໍ່​ຂອງກຸ່ມ ສສ ມິດຕະພາບ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ເປີດ​ກວ້າງ​ບັນດາ​ຮູບ​ການ​ແລກປ່ຽນ​ຮ່ວມ​ມື​ໃໝ່​ທີ່​ມີ​ປະສິດທິ​ຜົນ​ຕົວ​ຈິງ. ພ້ອມ​ກັນ​ນັ້ນ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມືລະຫວ່າງ​ບັນດາ​ອົງການ​ຊ່ວຍ​ວຽກ​ສະພາ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ, ພັດທະນາ​ແຫຼ່ງບຸກຄະລາ​ກອນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແບ່ງປັນ​ບົດຮຽນ​ໃນ​ການ​ການ​ເຄື່ອນ​ໄຫວ​​ໃຫ້​ຄຳ​ປຶກສາ, ຮັບ​ໃຊ້​ສະພາ​ແຫ່ງ​ຊາດ. 

ສອງຝ່າຍ​ເພີ່ມ​ທະວີ​ການ​ປະສານ​ສົມທົບ, ສະໜັບສະໜູນ​ຊຶ່ງ​ກັນ​ແລະ​ກັນ​ຢູ່ໃນ​ບັນດາ​ເວທີ​ປາ​ໄສ​ລະຫວ່າງ​ລັດຖະສະພາ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາສິ່ງ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ​ການ​ພັດທະນາ​ຢູ່​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ.

​ໃນ​ເວລາ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ, ທ່ານ​ນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ໄປ​ຢາມ​ນະຄອນ​ປູຊາ​ນ, ​ເຊິ່ງ​ເປັນ​ສູນ​ກາງ​ເສດຖະກິດ ວັດທະນະທຳ ການ​ສຶກສາ, ນະຄອນ​ໃຫຍ່​ທີ​ສອງ​ຂອງ ສ.​ເກົາຫຼີ ​ແລະ​ເປັນ​ເມືອງ​ທ່າ​ເຮືອ​ທີ່​ໃຫຍ່​ທີ່​ສຸດ​ໃນ ສ.​ເກົາຫຼີ. ຢູ່​ທີ່ນີ້, ປະ​ທາ​ສະພາ​ແຫ່ງ​ຊາດ​ໄດ້​ຕ້ອນຮັບກົງສຸນ​ໃຫຍ່​ກິ​ຕິ​ມະ​ສັກ​ຫວຽດນາມປະຈຳ​ເຂດ​ປູຊານ - ຄະ​ຢອງ​ນຳ, ຕ້ອນຮັບນາຍົກ​ເທດສະ​ມົນຕີ​ຂອງ​ເມືອງ​ປູຊາ​ນ, ພົບ​ກັບ​ຜູ້​ຕາງໜ້າ​ຂອງ 10 ຄອບຄົວ​ວັດທະນະທຳ​ເກົາຫຼີ-ຫວຽດນາມ. 

ທ່ານ​ນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ ສສ ຫວຽດນາມ ​ໄດ້​ຮັບ​ປະລິນຍາ​ເອກ​ກິ​ຕິ​ມະ​ສັກ​ສາຂາລັດຖະສາດຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ປູ​ກີ​ອົງ; ​ໂອ້​ລົມ​ກັບ​ນັກຮຽນ​ຫວຽດນາມທີ່​ກຳລັງ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ນີ້.

​ເນື່ອງ​ໃນ​ໂອກາດ​ນີ້, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ຕ້ອນຮັບ​ຜູ້ຕາງໜ້າ​ຂອງ​ວົງຕະກູນ​ຫຼີ​ໃນເກົາຫຼີ, ປະດັບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້ ສຈ.ອານ​ກຽງ​ຮວານ, ປະທານສະມາຄົມ​ຄົ້ນຄວ້າກ່ຽວ​ກັບ​ຫວຽດນາມ​ທີ່​ປະ​ເທດ ສ.​ເກົາຫຼີ; ​ເປັນ​ສັກ​ຂີ​ພະຍານ​ໃນ​ພິທີລົງ​ນາມ​ບັນທຶກ​ຄວາມ​ເຂົ້າ​ໃຈລະຫວ່າງ​ລັດຖະມົນຕີ​ກະຊວງອຸດສາຫະກຳ​ ການ​ຄ້າ​ຫວຽດນາມ ​ແລະ​ ລັດຖະມົນຕີ​ກະຊວງອຸດສາຫະກຳການຄ້າ​ແລະ​ພະ​ລັງ​ງານ​ເກົາຫຼີ ກ່ຽວ​ກັບ​ໂຄງການ​ປະຕິບັດ​ງານ​ເພື່ອ​ເປົ້າໝາຍຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 100 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2020 ຕາມ​ທິດ​ທາງການ​ຄ້າສົມ​ດຸນ.

ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ ​ແລະ ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ສ.ເກົາຫຼີ ມູນ​ຮີ​ຊາງ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ລົງທຶນ​ແລະ​ການ​ຄ້າ​ຫວຽດນາມ - ສ.​ເກົາຫຼີ. ​ເຫດການ​ນີ້​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ແລະນັກທຸລະກິດ 350 ຄົນ​ຈາກ​ສອງ​ປະ​ເທດ.

​ໃນ​ເວທີ​ປາ​ໄສ​ນີ້, ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ທິກິມ​ເງິນ ​ແລະ ປະທານ​ສະພາ​ແຫ່ງ​ຊາດ​ແຫ່ງ​ສ.ເກົາຫຼີ ມູນ​ຮີ​ຊາງ ​ໄດ້​ເປັນ​ສັກຂີ​ພະຍານພິທີ​ເປີດ​ສາຍ​ການບິນ​ເຊື່ອນ​ຕໍ່ ຝູກວັກ (ຫວຽດນາມ) ກັບ​ເຊອູນ (ສ.​ເກົາຫຼີ) ຂອງ​ບໍລິສັດການບິນ Vietjet./.

ສັງ​ລວມ​ໂດຍ ບກ