ວກ. ອອນ​ໄລ - ວຽກ​ງານຕ້ານການສໍ້ລາດບັງຫຼວງແລະການ​ໃຊ້​ຈ່າຍຟຸມເຟືອຍ​ ແມ່ນ​ໜ້າ​ທີ່​ສຳ​ຄັນ, ເປັນ​ປົກ​ກະ​ຕິ ແລະ ຮີບ​ດ່ວນ, ເຊິ່ງ​ທັງ​ມີ​ຄວາມ​ຫຍຸ້ງ​ຍາກ, ສັບ​ສົນແລ​ະ​ຍາວ​ນານ​ ຂອງ​ທົ່ວພັກ, ທົ່ວ​ປວງ​ຊົນ, ຂອງ​ລະ​ບົບ​ການ​ເມືອງ​ທັງ​ໝົດແລະທົ່ວ​ສັງ​ຄົມ. ການກວດ​ສອບບັນຊີແມ່ນ​ເຄື່ອງ​ມື​​ທີ່​ສຳ​ຄັນ​ຂອ​ງ​ພັກ, ລັດ ແລະ ປະ​ຊາ​ຊົນ ​ໃນ​ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້ຈ່າຍຟຸມເຟືອຍ.

ການກວດສອບບັນຊີແຫ່ງລັດ ແມ່ນເຄື່ອງມືອັນສຳຄັນຂອງພັກ, ລັດ ແລະ ປະຊາຊົນໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອຍ. (ພາບ: sav.gov.vn)

1 - ໃນ​ຊຸມ​ປີ​ທີ່​ຜ່ານ​ມາມໍ່​ນີ້, ພ້ອມ​ກັບ​ບັນ​ດາ​ຜົນ​ງານ​ອັນ​ສຳ​ຄັນ​ທີ່​ບັນ​ລຸ​ໄດ້​ທາງ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ການ​ພົວ​ພັນ​ຕ່າງ​ປະ​ເທດ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງສັງ​ຄົມ; ວຽກ​ງານການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ ກໍ່ມີການຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ​ ທັງໃນການ​ປ້ອງ​ກັນ, ຄົ້ນເຜີຍ ​ແລະ ຈັກ​ການກັບການ​ກະ​ທຳທີ່ສໍ້ລາດບັງຫຼວງ, ໃຊ້​ຈ່າຍຟຸມເຟືອຍ.

ການຈຳກັດແລະຍູ້​ຖອຍການ​ສໍ້​ລາດ​ບັງຫຼວງ​ໄດ້​​ປະ​ກອບ​ສ່ວນເຂົ້າ​ໃນ​ການຮັກສາ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ພັດ​ທະ​ນາ​ເສດ​ກິດ - ສັງ​ຄົມ, ເພີ່ມ​ທະ​ວີ​ຄວາມ​ເຊື່ອ​ໝັ້​ນ​ຂອງ​ປະ​ຊາ​ຊົນ​ຕໍ່​ພັກ​ແລະລັດ. ເພື່ອ​ມີ​ບາດ​ກ້າວ​ເຫັນ​ປ່ຽນ​ທີ່​ແຂງ​ແຮງກວ່າ​ອີກ, ສະ​ກັດ​ກັ້ນ ແລະ ຍູ້​ຖອຍການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍ​ຟຸມເຟືອຍ, ພັກ​ແລະລັດ​​ໄດ້​ປະ​ກາດ​ໃຊ້​ເອ​ກະ​ສານ​ຫຼາຍ​ສະ​ບັບ​ກ່ຽວ​ກັບ​ການ​ຊີ້​ນຳນຳ​ພາ ແລະ ປະ​ຕິ​ບັດ​​ແຜນ​ນະ​ໂຍ​ບາຍ, ໜ້າ​ທີ່, ມາດ​ຕະ​ການຕ່າງໆ​ຢ່າ​ງ​ເດັດຂາດ, ​ເຂັ້ມ​ງວດ ​ແລະ ​ຄົບ​ຊຸດ​​ ໃນການ​ປ້ອງ​ກັນ​ແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ. ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ທີ່​ພັກກອມ​ມູ​ນິດຫວຽດ​ນາມ​ໄດ້​ວາງ​ອອກ​ໃນ​ຄຳ​ສັ່ງ, ມະ​ຕິ​​ເຫຼົ່າ​ນັ້ນ​ແມ່ນ​ ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄົ້ນ​​ເຜີຍ​ແລະ​ຈັດການແກ້​ໄຂ​ກໍ​ລະ​ນີ ຄະດີສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການທີ່​ຮັບ​ຜິດ​ຊອບການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ ​ເຊັ່ນ​ອົງການກວດ​ກາ, ກວດການ, ກວດ​ສອບ​ບັນ​ຊີ.

ປະ​ຕິ​ບັດ​ບັນ​ດາ​ມະ​ຕິ, ຄຳ​ສັ່ງ​ຂອງ​ພັກ ກ່ຽວ​ກັບ​ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍເວົ້າ​ລວມ ແລະ ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ຕໍ່​​ການ​ຄົ້ນ​ພົບ​ກໍລະນີ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ ໂດຍ​ຜ່ານ​ວຽກ​ງານກວດ​ສອບ​ບັນ​ຊີ​ເວົ້າ​ສະ​ເພາະ, ໃນ​ເວ​ລາ​ທີ່​ຜ່ານ​ມາ​ ຄະນະ​ກຳມະການ​ພັກອົງການກວດ​ສອບບັນຊີ​ແຫ່ງ​ລັດ​ ໄດ້​ມີ​ການ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​​ຄະ​ນະບໍລິຫານ​ງານ​ພັກ​ກວດ​ສອບບັນຊີ​ແຫ່ງ​ລັດ​ ​ໃນ​ການຊີ້​ນຳນຳ​ພາການ​ເຜີຍ​ແຜ່, ຊາບ​ຊຶມ ແລະ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໃນ​ທົ່ວ​ອົງ​ຄະ​ນະ​ພັກ, ຍົກ​ສູງ​ຄວາມ​ຮັບ​ຮູ້ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ​ແລະ ຜູ້ກວດ​ສອບ​ບັນ​ຊີ​ ຕໍ່ວຽກ​ງານ​ການ​ປ້ອງ​ກັນ​ແລະ​ຕ້ານ​ກາ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ ເພື່ອ​ສ້າງ​ຄວາມ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ, ຍົກ​ສູງ​ປະ​ສິດ​ທິຜົນ​ຂອງ​ການ​ປ້ອງ​ກັນ​ແລະ​ຕ້ານ​ການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ ໂດຍ​ຜ່ານ​ການເຄື່ອນ​ໄຫວກວດ​ສອ​ບ​ບັນ​ຊີ.

ຄະ​ນະກຳ​ທະການ​ພັກແລະຄະນະ​ບໍລິຫານ​ງານພັກອົງການ​ກວດ​ສອບບັນຊີ​ແຫ່ງ​ລັດ ໄດ້​ຫັນ​​ບັນ​ດາ​ຄຳ​ສັ່ງ ມະ​ຕິ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ ​ເປັນອັນ​ລະອຽດ​ເປັນ​ເອ​ກະ​ສານ​ຊີ້​ນຳ​ການ​ເພີ່ມ​ທະ​ວີ​ວຽກງານ​ການ​ປ້ອງ​ກັນ​ແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ, ​ໃນການ​ເຄື່ອນ​ໄຫວກວດ​ສອບ​ບັນ​ຊີ ແລະ ພາຍ​ໃນ​ອົງ​ການກວດ​ສອບບັນຊີ​ແຫ່ງ​ລັດ. ​ໄດ້​ຮຽກ​ຮ້ອງ​ໃຫ້​ທົ່ວ​ຂະ​ແໜງ​ການ​ຕ້ອງ​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດທິພາ​ບ, ປະ​ສິດ​ທິ​ຜົນ​ຂ​ອງ​ການເຄື່ອນ​ໄຫວກວດ​ສອບ​ບັນ​ຊີ, ຄົ້ນ​ພົບ​ການ​ກະ​ທຳສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍຢ່າງ​ທັນ​ການ ເພື່ອ​ສະ​ເໜີ​ການ​ຈັດການ​ແກ້​ໄຂ​ຕາມ​ກຳ​ນົດ​ຂອງ​ກົດ​ໝາຍ, ພ້ອມ​ທັງ​ຄົ້ນ​​ເຜີຍ​ “ຊ່ອງວ່າງ, ຊ່ອງ​ໂຫວ່” ຂອງ​ກົນ​ໄກ, ນະ​ໂຍ​ບາຍ ​ເພື່ອ​ສະ​ເໜີວິທີ​ທີ່​ສົມບູນ​ແບບ​ໃນ​ການຕ້ານ​ການສູນເສຍ, ​ການໃຊ້​ຈ່າຍຟຸມ​ເຟືອຍ.

ອົງການ​ກວດສອບ​ບັນຊີແຫ່ງ​ລັດ​ ໄດ້​ກໍ່​ສ້າງແລະປະ​ກາດ​ໃຊ້​ລະ​ບົບ​ມາດ​ຕະ​ຖານ​ການກ​ວດ​ສອບ​ບັນ​ຊີ​ທີ່​ສອດຄ່ອງກັບລັກສະນະ​ສະ​​ເພາະ​ຂອງຫວຽດ​ນາມແລະການ​ປະຕິບັດ​ສາ​ກົນ, ​ປະ​ກາດ​ໃຊ້​​ເອ​ກະ​ສານຄຸ້ມ​ຄອງ​ແລະເອ​ກະ​ສານ​ແນະ​ນຳທາງ​ດ້ານ​ວິ​ຊາ​ສະ​ເພາະ, ວິ​ຊາ​ການ​ການກວດ​ສອບ​ບັນ​ຊີ ຢ່າງ​ຄົບ​ຊຸດ​ເທື່ອ​ລະ​ກ້າວ​; ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ວຽກ​ງານກໍ່​ສ້າງ​ແຜນ​ການກວດ​ສອບ​ບັນ​ຊີ ແລະ ກວດ​ກາ​ຄຸນ​ນະ​ພາບ; ເພີ່ມ​ທະ​ວີ​ວຽກ​ງານຕິດຕາມກ​ວດ​ກາ, ກວດການ, ກວດ​ກາ​ວິສາມັນ​ຕໍ່​ ຄຸນ​ນະ​ພາບ​ການ​ກວດ​ສອບບັນຊີ ​ແລະ​ການຄວບ​ຄຸມ​ຂໍ້​ມູນຂ່າວສານ, ຜົນ​ການກວດ​ສອບ​ບັນ​ຊີ; ຍົກ​ສູງ​​ຄວາມ​ຮັບ​ຜິດ​ຊອບ, ລະ​ດັບ​ຄວາມ​ຮູ້, ຄວາມ​ສາ​ມາດ, ຈັນ​ຍາ​ບັນ​ວິຊາຊີບ​ ຂອງ​ຖັນ​ແຖວພະນັກງານ ​ລັດ​ຖະ​ກອນ, ​ໂດຍ​ສະ​ເພາະ​ບົດ​ບາດ​ຂອງ​ຫົວ​ໜ້າໜ່ວຍ​ງານ​ໃນແຕ່​ລະ​ຂັ້ນ​ຄຸ້ມ​ຄອງ​ ​ໃນ​ການເຄື່ອນ​ໄຫວກວດ​ສອບ​ບັນ​ຊີ; ຈັດການແກ້​ໄຂ​ຢ່າງ​ເດັດຂາດ​ກັບ​ການ​ລະ​ເມີດ​ຈັນ​ຍາ​ບັນ​ວິຊາ​ຊີບ, ການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ, ​ພ້ອມ​ກັນ​ນັ້ນ​ກໍ່​ໃຫ້​ພິ​ຈາ​ລະ​ນາ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຫົວ​ໜ້າທິມງານ​ກວດ​ສອບ​ບັ​ນ​ຊີ, ຫົວ​ໜ້າ​ສຳນັກງານ​ອົງການ​ທີ່​ປະ​ໃຫ້​ເກີດ​ມີ​ຄວາມ​ຜິດ, ຄວາມ​ຫຍໍ້​ທໍ້, ​ການ​ລົບ​ກວນ ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ; ​ຫຼັງຈາກ​ການກວດ​ສອບບັນຊີ​ແຕ່​ລະ​ຄັ້ງ, ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໃຫ້​ໜ່ວຍງານ, ທິມງານ​ກວດ​ສອບບັນຊີ ​ຈັດ​ຕັ້ງກອງ​ປະ​ຊຸມ​ຖອດ​ຖອນ​ບົດ​ຮຽນ ​ແລະ ພ້ອມ​ທັງຕີ​ລາຄາ, ຈັດ​ປະ​ເພດ​ໜ່ວຍ​ງານ ​ແລະ ສະມາຊິກໜ່ວຍກວດສອບ​ບັນຊີ​ຕາມລະ​ດັບ: ບໍ່​ສຳ​ເລັດ​ໜ້າ​ທີ່, ສຳ​ເລັດ​ໜ້າ​ທີ່, ສຳ​ເລັດ​ໜ້າ​ທີ່​​ເປັນ​ຢ່າງດີ ແລະ ສຳ​ເລັດ​ໜ້າ​ທີ່​ຢ່າງດີ​​ເດັ່ນ​ໄດ້​ສະ​ເໜີ​​ໃຫ້​ຮັບ​ລາງວັນ.​

ກົມ​ໃຫຍ່ກວດ​ສອບບັນຊີ​ແຫ່ງ​ລັດ ​ໄດ້​​ຊີ້​ນຳ​ການ​ນຳ​ໃຊ້ປຶ້ມ​ບັນ​ທຶກ​​ເອ​ເລັກ​ໂຕຣນິກ​ອອນ​ໄລ ​ເພື່ອ​ຕິດຕາມກວດ​ກາວຽກ​ງານ​ປະ​ຈຳ​ວັນ ​ຂອງ​ຜູ້ກວດ​ສອບ​ບັນ​ຊີ; ເພີ່ມ​ທະ​ວີ​ການ​ຄົ້ນ​​ເຜີ​ຍ ແລະ ​ໂອນ​ກໍລະນີ​, ຄະດີ​ທີ່​ສະ​ແດງ​ສັນຍານ​ຂອງ​ການລະ​ເມີດ​ກົດ​ໝາຍຫຼື​ການສໍ້​ລາດ​ບັງຫຼ​ວງ​ ​ໄປ​ໃຫ້​ອົງການ​ສືບ​ສວນ ແລະ ບັນ​ດາ​ອົງ​ການ​ທີ່​ມີ​ສິ​ດອຳ​ນາດ​ຢ່າງ​ທັນທີ ​ເພື່ອກວດກາ, ​ສືບ​ສວນ, ຈັດການແກ້​ໄຂ​ຢ່າງ​ເຂັ້ມ​ງ​ວດ​ຕາມກົດ​ໝາຍ; ຍົກ​ສູງ​ຄຸນ​ນະ​ພາບ​ຂອງວຽກ​ງານກວດ​ກາ​ການປະ​ຕິ​ບັດ​ຂໍ້​ສະ​ເໜີ​ແນະ​ການກວດ​ສອບ​ບັນ​ຊີ ​ແລະ​ຍົກ​ສູງປະ​ສິດ​ທິ​ຜົນ​ຂອງ​ການ​ປະສານ​ງານ​ກັບ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ ໃນ​ການ​ປະ​ຕິ​ບັດ​ຂໍ້​ສະ​ເໜີ​ແນະ​ການກວດ​ສອບ​ບັນ​ຊີ, ​ຈາກນັ້ນ​ຍົກ​ສູງ​ປະ​ສິດ​ທິ​ຜົນຂອງວຽກ​ງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ ​ໂດຍ​ຜ່ານ​ການເຄື່ອນ​ໄຫວກວດ​ສອບ​ບັນ​ຊີ.

ຜົນ​​ການກວດ​ສອບ​ບັນ​ຊີ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ ຍາມ​ໃດ​ກໍ່​ມີ​ຄຸນ​ນະ​ພາບແລະປະ​ສິດ​ທິ​ຜົນ, ພິ​ເສດ​ໃນ 5 ປີ​ທີ່​ຜ່ານ​ມາ (2014-2018), ອົງ​ການກວດ​ສອບ​ບັນຊີແຫ່ງ​ລັດ​ໄດ້​ສະ​ເໜີ​ແນະ​​ໃຫ້​ຈັດການແກ້​ໄຂ​​ການ​ເງິນ​288.671 ຕື້​ດົ່ງຫວຽດ​ນາມ (ໃນ​ນັ້​ນ​ສະ​ເໜີ​ແນະ​​ໃຫ້ເພີ່ມ​ລາຍ​ຮັບ, ຫຼຸດ​ຜ່ອນ​ການ​ຈ່າຍ​ງົບ​ປະ​ມານ ເປັນ​ຈຳ​ນວນ 144.261 ຕື້​ດົ່ງ, ສະ​ເໜີ​ແນະ​ໃຫ້​ຈັດການ​ແກ້​ໄຂດ້ານ​ອື່ນ​ 144.410 ຕື້​ດົ່ງ) ຫຼາຍ​ກວ່າ 2,3 ເທົ່າ​ເມື່ອ​ທຽບ​ກັບ​ການຈັດການ​ແກ້​ໄຂ​ຂໍ້​ສະ​ເໜີ​ແນະ​ທັງ​ໝົດ​ໃນ 20 ປີ, ແຕ່ປີ 1994 ຫາ 2013. ນອກ​ຈາກ​ການ​ສະ​ເໜີ​ແນະ​​ໃຫ້ຈັດການແກ້​ໄຂ​ດ້ານ​ການ​ເງິນ​ແລ້ວ, ​ໂດຍ​ຜ່ານ​ການເຄື່ອນ​ໄຫວກວດ​ສອບ​ບັນ​ຊີ, ອົງການກວດ​ສອບ​ບັນຊີແຫ່ງ​ລັດ​ ໄດ້​​ສະ​ເໜີ​ແນະ​​ໃຫ້​ມີ​ການ​ປັບ​ປຸງ, ປ່ຽນ​ແທນ, ຍົກເລີກ ເອ​ກະ​ສານ​ກົດ​ໝາຍ ​1.200 ສະ​ບັບທີ່​ຂັດ​ກັບ​ກົດ​ລະບຽບ ຫຼືບໍ່​ສອດຄ່ອງ​ກັບ​​ຂໍ້​ກຳ​ນົດ​ລວມ​ຂອງ​ລັດແລະ​ພາກ​ຕົວ​ຈິງ​, ​ເພື່ອແນໃສ່​​ແກ້​ໄຂ “ຊ່ອງຫວ່າງ” ​ໃນ​ກົນ​ໄກ​ແລະນະ​ໂຍ​ບາຍ, ຫຼີກ​ລ້ຽງ​ການ​ເສຍ​ຫາຍ​ແລະ​ໃຊ້​ຈ່າຍຟຸມ​ເຟືອຍ, ຮັດ​ແໜ້ນ​ລະ​ບຽນ​ວິ​ໄນທາງ​ການ​ເງິນ, ​ປະ​ກອບ​ສ່ວນ​ເຮັດ​ໃຫ້ລະບົບ​ການ​ເງິນ​ແຫ່ງ​ຊາດ​ເຂັ້ມ​ແຂງ​ປອດ​ໃສ; ສະ​ເໜີ​ນຳ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ ​ໃຫ້ຈັດ​ຕັ້ງ​ການ​ສຳ​ຫຼວດກວດກາ​ຄວາມ​ຮັບ​ຜິດ​ຊອບຂອງ​ຫຼາຍ​ກຸ່ມ​ແລະບຸກ​ຄົນ​ທີ່​ກະທຳ​ຜິດ ​ຕາມ​ກຳ​ນົດ​ຂອງ​ກົດ​ໝາຍ. ແຕ່​ປີ 2014 ຫາປີ 2018, ໂດຍ​ຜ່ານການ​ເຄື່ອນ​ໄຫວກວດ​ສອບ​ບັນ​ຊີ, ອົງການກວດ​ສອບບັນຊີ​ແຫ່ງ​ລັດ​ໄດ້​ຄົ້ນ​ພົບ ແລະ ​ໂອນ ​15 ສຳນວນ​ຄະ​ດີທີ່​ມີ​ສັນ​ຍານ​ລະ​ເມີດ​ກົດ​ໝາຍ​ທາງ​ອາ​ຍາ ​ໄປ​ໃຫ້​ອົງ​ການ​ຕຳຫຼວດ ​ເພື່ອ​ສືບ​ສວນ ແລະ ຈັດການ​ຕາມກົດ​ໝາຍ.

ວຽກ​ງານກວດ​ກາ, ຕິດ​ຕາມ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ຂໍ້​ສະ​ເໜີ​ແນະ​ການກວດ​ສອບ​ບັນ​ຊີ​ ​ເພື່ອ​ເກັບ​ຄືນ​ຊັບ​ສິນທີ່​ຖືກສໍ້​ລາດ​ບັງຫຼວງ​ແລະ​ເສຍຫາຍ​​ທັງ​ໝົດ ​ແລະ ຈັດການແກ້​ໄຂ​ຄວາມ​ຜິດ​ຂອງ​ອົງ​ການ​ແລະບຸກ​ຄົນທີ່​ກ່ຽວຂ້ອງ​ນັ້ນ ​ໄດ້​ຮັບ​ການ​ຊີ້​ນຳ​ປະຕິບັດ​ຢ່າງເດັດຂາດ ຈາກຄະ​ນະກຳມະການ​ພັກ, ​ຄະ​ນະບໍລິຫານ​ງານ​ພັກ ​ແລະ ຫົວໜ້າ​​ກວດ​ສອບ​ບັນຊີ​ແຫ່ງ​ລັດ. ກົມ​ໃຫຍ່ກ​ວດ​ສອບ​ແຫ່ງ​ລັດ​ໄດ້​ຮຽກ​ຮ້ອງ​​ໃຫ້ປະ​ຕິ​ບັດຢ່າງ​ຄົບ​ຊຸດ ​ບັນ​ດາ​ມາດ​ຕະ​ການ​​ເພີ່ມ​ທະ​ວີ​ວຽກ​ງານ​ຕິດ​ຕາມ, ກ​ວດ​ກາ​ການ​ປະ​ຕິ​ບັດ​ຂໍ້​ສະ​ເໜີ​ແນະ​ການກວ​ດ​ສອບ​ບັນ​ຊີ​ ຂອງ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ. ດ້ວຍ​ເຫດນັ້​ນ, ການ​ປະ​ຕິ​ບັດ​ຂໍ້​ສະ​ເໜີ​ແນະ​ການກວດ​ສອບ​ບັນ​ຊີ​ ຂອງ​ບັນ​ດາຫົວໜ່ວຍ​ທີ່ຖືກກວດ​ສອບ ​ໄດ້ມີ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ​ພໍ​ສົມ​ຄວນ. ຈຳ​ນວນ​ຂໍ້​ສະ​ເໜີ​ການຈັດ​ການທາງ​ການ​ເງິນທີ່ໄດ້​ປະ​ຕິ​ບັດ​ ຂອງ​ບັນ​ດາ​ຫົວໜ່ວຍ​ຖືກກວດ​ສອບ​ ​ໃນ 5 ປີ​ທີ່​ຜ່ານ​ມາ ​ສະ​ເລ່ຍ​ເກື​ອບ 80%, ອັດ​ຕາ​​​ການປະ​ຕິ​ບັດ​ສຳລັບ​ປີ​ຕໍ່​ໄປ​ແມ່ນ​ສູງກວ່າ​ປີ​ທີ່​ແລ້ວ.

ວຽກ​ງານ​ການປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​​ລັດ​ທີ່​ມີ​ສິດ​ອຳ​ນາດຕັດ​ສິນ​ ໃນ​ການປ້ອງ​ກັນ​ແລະ​ຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ ກໍ່​ແມ່ນ​ເນື້ອ​ໃນ​ທີ່​ສຳ​ຄັນ ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ຊີ້​ນຳ​ປະ​ຕິ​ບັດ. ໃນ​ເວ​ລາ​ທີ່​ຜ່ານ​ມາ, ອົງການການກວດ​ສອບ​ບັນຊີແຫ່ງ​ລັດ​ກໍ່​ໄດ້​ປະສານ​ງານ​ເປັນ​ຢ່າງ​ດີ​ ກັບ​ບັນ​ດາ​ອົງ​ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ​ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ອົງ​ການດຳ​ເນີນ​ຄະ​ດີ​ໃນ​ການ​ຄົ້ນ​ພົບ, ສືບ​ສວນ, ຈັດການແກ້​ໄຂ​ບັນ​ດາ​ລາຍ​ຄະ​ດີ​ທີ່​ມີ​ສັນ​ຍານ​ລະ​ເມີດ​ກົດ​ໝາຍ, ໃນ​ນັ້​ນ​ມີ​ການ​ກະ​ທຳ​ສໍ້​ລາດ​ບັງຫຼວງ​ ໂດຍອົງ​ການກວດ​ສອບບັນຊີ​ແຫ່ງ​ລັດ​ຄົ້ນ​ພົບ ແລະ ສະ​ເໜີ​ແນະ​ໃຫ້​ຈັດການ​ແກ້​ໄຂ​ໂດຍ​ຜ່ານການ​ເຄື່ອນ​ໄຫວກວດ​ສອງ​ບັນ​ຊີ; ພ້ອມ​ທັງ​ຕັ້ງ​ໜ້າ​ໃນ​ການ​ປະສານ​ງານ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຄະ​ນະ​ພັກ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ​ເພື່ອ​ຊ່ວຍ​ເຫຼືອ​ທ້ອງ​ຖິ່ນ​, ອົງການ ຫົວໜ່ວຍຕ່າງໆ​ທີ່​ຖືກກວດ​ສອບ​ບັນ​ຊີ ​ໃຫ້​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ, ກວດ​ກາ​ຕິດ​ຕາມ, ບໍ​ລິ​ຫານ​ການ​ເງິນ​ສາ​ທາ​ລະ​ນະ ​ແລະ ຊັບ​ສິນ​ສາ​ທາ​ລະ​ນະ. ແຕ່​ປີ 2014 ຫາປີ 2018, ອົງການກວດ​ສອບ​ບັນຊີແຫ່ງ​ລັດ ​ໄດ້​ສະ​ໜອງ​ເອ​ກະ​ສານສຳ​ເນົາກ່ຽວ​ກັບ​ການກວດ​ສອບ​ບັນ​ຊີ​ຫຼາຍ​ພັນ​ຊຸດ, ພິ​ເສດ​ ໃນ​ປີ 2018 ໄດ້​ສະ​ໜອງເອ​ກະ​ສານ​ສຳ​ເນົາ 136 ຊຸດ ໃຫ້​ບັນ​ດາ​ອົງ​ການ​​ລັດ​ທີ່​ມີ​ສິດ​ອຳ​ນາດ​ ​ເພື່ອ​ຮັບ​ໃຊ້​ວຽກ​ງານກວດ​ກາ, ຕິດ​ຕາມ, ສືບ​ສວນ ແລະ ຈັດ​ຕັ້ງປ​ະ​ຕິ​ບັດ​ການ​ດຳ​ເນີນ​ຄະ​ດີຕາມ​ກົດໝາຍ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ການເຄື່ອນ​ໄຫວຂອງອົງການກວດ​ສອບບັນຊີ​ແຫ່ງ​ລັດ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ​​ໄດ້​​ປະ​ກອບ​ສ່ວນທີ່​ສຳຄັນ ​ເຂົ້າ​ໃນ​ການ​ຕໍ່​ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ. ບັນ​ດາ​ການ​ຄົ້ນ​ພົບ, ຂໍ້​ຕົກ​ລົງ, ຂໍ້​ສະ​ເໜີ​ແນະ​ຂອງອົງການກວດ​ສອບ​ບັນຊີແຫ່ງ​ລັດ​ ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຍູ້​​ຖອຍ​ການ​ສໍ້​ລາດ​ບັງຫຼວງ, ການ​​ໃຊ້​ຈ່າຍຟຸມ​ເຟືອຍ​​ເທື່ອ​ລະ​ກ້າວ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ອຳ​ນາດ​ການ​ປົກ​ຄອງ​, ສຳນັກງານ​ອົງ​ການ ​ແລະ ກົມ​ກອງ ​ໃນ​ການ​ບໍ​ລິ​ຫານ ຄຸ້ມ​ຄອງການ​ເງິນ - ງົບ​ປະ​ມານ ແລະ ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ແຫຼ່ງ​ພະ​ລັງ​ການ​ເງິນ​ສາ​ທາ​ລະ​ນະ, ຊັບ​ສິນ​ສາ​ທາ​ລະ​ນະ. ການກວດ​ສອບ​ບັນຊີແຫ່ງ​ລັດໄດ້​ຢືນ​ຢັນ​​ທີ່​ຕັ້ງ, ພາ​ລະ​ບົດ​ບາດເປັນ​ເຄື່ອງ​ມືທີ່​ມີ​ປະສິດທິພາບ​ຂອງ​ພັກ​ແລະລັດ​ ໃນ​ການກວດ​ກາການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ, ນຳ​ໃຊ້​ການ​ເງິນ​ສາ​ທາ​ລະ​ນະ, ຊັບ​ສິນ​ສາ​ທາ​ລະ​ນະ​ ພ້ອມ​ທັງ​ເປັນ​ເຄື່ອງ​ມື​ທີ່ແຫຼມ​ຄົມ​ ໃນ​ການຕໍ່​ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍ​ຟຸມເຟືອຍ.

2. ໃນ​ເວ​ລາ​ຕໍ່​ໄປ​ນີ້, ເພື່ອ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ, ປະສິດທິພາ​ບ, ປະ​ສິດ​ທິ​ຜົນ​ຂອງວຽດ​ງານກວດ​ສອບ​ບັນ​ຊີ, ຍົກ​ສູງ​ປະ​ສິດ​ທິ​ຜົນຂອງ​ການ​ຄົ້ນເຜີຍກໍລະນີ​ຄະ​ດີ​ສໍ້​ລາດ​ບັງຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ​ ໂດຍ​ຜ່ານ​ການເຄື່ອນ​ໄຫວກ​ວດ​ສອບ​ບັນ​ຊີ, ​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ອີກ​ ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ, ການ​​ໃຊ້​ຈ່າຍຟຸມ​ເຟື​ອຍ, ປົກ​ປັກ​ຮັກ​ສາ​ກົດ​ໝາຍແລະຄວ​າມ​ຊື່​ສັດທ່ຽງ​ທຳ, ຄະ​ນະ​ກຳມະການ​ພັກ, ​ຄະ​ນະບໍລິຫານ​ງານ​ພັກ, ການ​ນຳ​​ອົງ​ການກວດ​ສອບ​ບັນຊີແຫ່ງ​ລັດ ​ຕ້ອງ​ສຸມ​ໃສ່​ນຳ​ພາ​ທົ່ວ​ຂະ​ແໜງ​ການ​ປະ​ຕິ​ບັດ​​ໜ້າ​ທີ່, ວິທີ​ແກ້​ໄຂ​ສຳຄັນ​ລຸ່ມນີ້​ໃຫ້​ໄດ້​ເປັນ​ຢ່າງ​ດີ:

ທີ​ໜຶ່ງ, ສືບ​ຕໍ່​ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິກ​ອງ​ປະ​ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ສະ​ໄໝ​ທີ X ກ່ຽວ​ກັບ​ການເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ ຕໍ່​ວຽກ​ງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍ; ບົດ​ສະຫຼຸບ​ເລກທີ 21-KL/TW, ວັນ​ທີ 25-5-2012, ຂອງ​ກົມ​ການ​ເມືອງ​ສະ​ໄໝ​ທີ XI, ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ຕໍ່​ວຽກ​ງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​​ໃຊ້​ຈ່າຍຟຸມເຟືອຍ; ບົດ​ສະຫຼຸບ​ເລກ​ທີ 10-KL/TW, ​ວັນ​ທີ 26-12-2016, ຂອງ​ກົມ​ການ​ເມືອງ​ສະ​ໄໝ​ທີ XII, ກ່ຽວ​ກັບ​ການສືບ​ຕໍ່​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ພັກຄັ້ງ​ທີ 3 ສະ​ໄໝ​ທີ X; ຄຳ​ສັ່ງ​ເລກ​ທີ 50-CT/TW, ​ວັນ​ທີ 7-12-2015, ຂອງ​ກົມ​ການ​ເມືອງ​ສະ​ໄໝ​ທີ XI, ກ່ຽວ​ກັບ​ການເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ ຕໍ່​ວຽກ​ງານ​ຄົ້ນ​ພົບ, ຈັດການແກ້​ໄຂ​ກໍລະນີ ຄະ​ດີ​ສໍ້​ລາດ​ບັງຫຼວງ; ບັນ​ດາ​ເອ​ກະ​ສານ​ຊີ້​ນຳ​ຂອງ​ພັກ, ເອ​ກະ​ສານ​ກົດ​ໝາຍ​ຂອງ​ລັດ​ ກ່ຽວ​ກັບ​ວຽກ​ງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ; ຍົກ​ສູງ​ຄວາມ​ຮັບ​ຮູ້ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ລັດ​ຖະ​ກອນ ​ແລະ ຜູ້ກວດ​ສອບບັນຊີ​ຂອງ​ລັດ ​ຢ່າງບໍ່​ຢຸດຢັ້ງ, ພິ​ເສດ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ເປັນ​ແບບ​ຢ່າງ​ຂອງ​​ຫົວ​ໜ້າ​ສຳນັກງານອົງ​ການ, ຫົວໜ່ວຍ​ໃນ​ຂະ​ແໜງ​ການ ເພື່ອ​ສ້າງ​ຄວາມ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການ​ໃຊ້​ຈ່າຍຟຸມເຟືອຍກວ່າ​ອີກ ໂດຍ​ຜ່ານ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ອົງ​ຄະ​ນະ​ພັກ ແລະ ຂະ​ແໜງ​ການກວດ​ສອບບັນຊີ​ແຫ່ງ​ລັດ.

ທີ​ສອງ, ສຸມ​ໃສ່​ນຳ​ພາ​ການ​ສຳ​ເລັດ​ແຜນ​ການກວດ​ສອບ​ບັນ​ຊີ​ປະ​ຈຳ​ປີ​ ເພື່ອ​ຮັບ​ປະ​ກັນ​ຄວາມຄືບ​ໜ້າທັນ​ເວລາ, ຄຸນ​ນະ​ພາບ, ປະສິດ​ທີ​ພາບ ​ແລະ ປະ​ສິດ​ທິ​ຜົນ, ໃນ​ນັ້ນຕ້ອງ​ການ​ສຸມ​ໃສ່​ກວດ​ສອບ​​ບັນ​ດາ​ຂົງ​ເຂດ, ເປົ້າ​ໝາຍທີ່​ສຳຄັນ, ​ເຄີຍມີ​ຄວາມ​ສ່ຽງ​​ເກີດ​ການສໍ້​ລາດ​ບັງຫຼວງ, ການ​​ໃຊ້​ຈ່າຍຟຸມ​ເຟືອຍ ​​ເຊິ່ງສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ຫາງ​ສຽງ​ສັງ​ຄົມ ​ໄດ້ເອົາ​ໃຈ​ໃສ່ ​ເປັນ​ຫ່ວງ​ເປັນ​ໄຍ; ຊີ້​ນຳ​ຢ່າງເດັດ​ຂາດ​ການ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດທີ​ພາບ​ແລະປະ​ສິດ​ທິ​ຜົນ​ຂອງວຽກ​ງານກວ​ດ​ສອບ​ບັນ​ຊີ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ການປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ການ​​ໃຊ້​ຈ່າຍ​ຟຸມ​ເຟືອຍ ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ກວດ​ສອບ​ບັນຊີ, ຄົ້ນ​ພົບ​ຢ່າງ​ທັນ​ການ ຕໍ່​ການກະທຳລະ​ເມີດ​ກົດ​ໝາຍ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ການ​ເງິນ​ສາ​ທາ​ລະ​ນະ ຊັບ​ສິນ​ສາ​ທາ​ລະ​ນະ, ​ເພື່ອ​ເກັບ​​​ເງິນ​ແລະຊັບ​ສິນທີ່​ເສຍ​ຫາຍ​ຄືນ​ມາໃຫ້​​ລັດ ແລະ ກຳ​ນົດ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ​ຂອງກຸ່ມ​ແລະບຸກ​ຄົນ​ທີ່​ມີ​ການລະ​ເມີດ​ທີ່​ກ່ຽວ​ຂ້ອງ, ສະ​ເໜີ​​ໃຫ້​ຈັດການ​ລົງ​ໂທດ​ຕາມ​ກົດ​ໝາຍ, ພ້ອມ​ທັງມີ​ຂໍ້ສະ​ເໜີ​​ໃຫ້​ປັບປຸງ​ບູ​ລະ​ນະ​ນ​ະ​ໂຍ​ບາຍ, ຫຼີກລ້ຽງການສູນ​ເສຍ ສິ້ນ​ເປືອງທີ່​ເກີດ​ຈາກ​ນະ​ໂຍ​ບາຍ​.

ທີ​ສາມ, ສຸມ​ໃສ່​ການກໍ່​ສ້າງແລະປົວ​ແປງ​ບູ​ລະ​ນະ​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ ຂອງກົດ​ໝາຍ​ວ່າ​ດ້ວຍການກວດ​ສອບ​ບັນຊີແຫ່ງ​ລັດ ປີ 2015. ປະ​ກາດ​ໃຊ້, ​ດັດແກ້​ຂັ້ນ​ຕອນ​ການ​ດຳ​ເນີນ​ການກວດ​ສອບ​ບັນ​ຊີ, ​ຂໍ້​ກຳ​ນົດ​ແລະຄຳແນະ​ນຳ ກ່ຽວ​ກັບ​ການກວດ​ສອບ​ບັນ​ຊີ​ ເພື່ອ​ຮັບ​ປະ​ກັນ​ຄວາມ​ແທດ​ເໝາະ, ມີ​ປະ​ສິດທິພາ​ບ​ແລະປະ​ສິດ​ທິ​ຜົນ ຕາມ​ທິດ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ; ເພີ່ມ​ທະ​ວີ​ການ​ໝູນໃຊ້​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ໃນ​ການເຄື່ອນ​ໄຫວກວດ​ສອບ​ບັນ​ຊີ​ ບົນ​ພື້ນ​ຖານ​ຂໍ້​ມູນ​ດີ​ຈີ​ຕອນ, ຂໍ້​ມູນ​ໃຫຍ່ ແລະ ປັນ​ຍາປະດິດ (AI); ປະ​ກາດ​ໃຊ້ ແລະ ຊີ້​ນຳ​ປະ​ຕິ​ບັດຂໍ້​ກຳນົດ​ກ່ຽວ​ກັບການ​ຈັດການ​ຄວາມ​ຮັບຜິດຊອບ​ໃນ​ການ​ເຄື່ອ​ນ​ໄຫວ​ກວດ​ສອບ ສຳລັບຜູ້​ກວດ​ສອບ​ບັນຊີ​ຂອງ​ລັດ ​ແລະ​ຜູ້ນຳ​ຂອງ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຂັ້ນ​ຕ່າງໆ.

ທີ​ສີ່, ເພີ່ມ​ທະ​ວີ​ການ​ປ​ະຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ແລະ​ ການຄວບ​ຄຸມ​​ອຳ​ນາດ ​ໃນ​ອົງ​ການກວດ​ສອບ​ບັນຊີແຫ່ງ​ລັດ; ເພີ່ມ​ທະ​ວີການກວດ​ການ, ກວດ​ກາ​ກ່ຽວ​ກັບ​ວຽກ​ງານງານ​ປ້ອງ​ກັນ​ແລະຕ້ານ​ການສໍ້​ລາດ​ບັງຫຼວງ, ການ​ໃຊ້​ຈ່າຍຟຸມ​ເຟື​ອຍ ໃນການ​ເຄື່ອນ​ໄຫວກວດ​ສອບ​ບັນ​ຊີ; ຄວບ​ຄຸມ​ການ​ຈັດ​ຕັ້ງປະ​ຕິ​ບັດຈັນ​ຍາ​ບັນ​ວິຊາ​ຊີບ ແລະ ວັດ​ທະ​ນະ​ທຳ​ການ​ປະ​ພຶດ​ ຂອງ​ຜູ້ກວ​ດ​ສອບ​ບັນຊີ​ຂອງລັດ; ແກ້​ໄຂ​ຄຳ​ຮ້ອງ​ທຸກ​, ​ຄຳກ່າວ​ໂທດຢ່າງ​ທັນ​ການ​ແລະ​ຖືກຕ້ອງ​ຕາມ​ສິດ​ອຳນາດ; ກວດ​ຄືນ, ​ປັບ​ປຸງ​ເພີ່ມ​ເຕີມ, ​ບູ​ລະ​ນະ​ບັນ​ດາ​ຂັ້ນ​ຕອນການກວດ​ສອບ​ບັນ​ຊີ, ກົດລະບຽບ​ການ​ຈັດ​ຕັ້ງແລະເຄື່ອ​ນ​ໄຫວ​ຂອງໜ່ວຍ​ງານ​ກວດ​ສອບ​ບັນ​ຊີ ແລະ ​ຂໍ້​ກຳ​ນົດ​ຕ່າງໆກ່ຽວ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່ກວດ​ສອບ​ບັນ​ຊີ​ ເພື່ອ​ຮັບ​ປະ​ກັນ​ຄວາມ​ເປີດ​ເຜີຍ, ຈະ​ແຈ້ງ, ແໜ້ນ​ແຟ້ນ, ບໍ່​ມີ​ຊ່ອງ​ຫວ່າງ ​ເພື່ອຫຼີກ​ລ້ຽງ​ການ​ປະພຶດຫຍໍ້​ທໍ້, ການ​ສໍ້​ລາດ​ບັງຫຼວງ ​ໃນ​ການກວດ​ສອບ​ບັນ​ຊີ ​ຕາມ​ຈິດ​ໃຈ​ຊີ້​ນຳ​ຂອງ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ພັກ​ກ່ຽວ​ກັບການ​ປ້ອງ​ກັນ​ແລະຕ້ານ​ສໍ້​ລາດ​ບັງຫຼວງ.

ທີ​ຫ້າ, ເພີ່ມ​ທະ​ວີວຽກ​ງານບຳລຸງ​ສ້າງ​ແລະຝຶກ​ອົບຮົມ​ ເພື່ອ​ຍົກ​ສູງ​ຄ​ວາມ​ສາ​ມາດ, ລະ​ດັບ​​ວິ​ຊາຊີບ, ຄວາມ​ຮູ້​ດ້ານ​ກົດ​ໝາຍ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ໃຫ້​ແກ່​ຖັນ​ແຖວ​ພະ​ນັກ​ງານ, ຂ້າ​ລັດ​ຖະ​ການ, ຜູ້ກວດ​ສອບ​ບັນ​ຊີ​ຂອງ​ລັດ; ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່​ຽວ​ກັ​ບ​ລັກ​ສະ​ນະ​ນຳ​ໜ້າ, ເປັນ​ແບບ​ຢ່າງ ແລະຄວາມ​ຮັບ​ຜິດ​ຊອບ ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ​ຫົວ​ໜ້າ​​ຄະ​ນະ​ພັກ, ຜູ້ນຳ​ຂອງ​ຫົວໜ່ວຍ; ຮັກ​ສາ​ຄຸນ​ສົມ​ບັດ, ຄວາມ​ຊື່​ສັດ​ບໍ​ລິ​ສຸດ ແລະ ຮູບ​ພາບ​ຂອງ​ຜູ້ກວດ​ສອບ​ບັນ​ຊີຂອງ​ລັດ. ຈັດການ​ຢ່າງ​ເຄັ່ງ​ຄັດ​ຕໍ່​ການ​ລະ​ເມີດ​ຈັນ​ຍາ​ບັນ​ວິຊາ​ຊີບ, ບໍ່​ສຳ​ເລັດ​ໜ້າ​ທີ່, ຄວາມ​ສາ​ມາດ​ອ່ອນ​ແອ, ການລະ​ເມີດ​ລະ​ບຽບ​ວິ​ໄນ ລະ​ເມີດ​ກົດ​ວິ​ໄນ​ຂອງ​ອົງ​ການ, ການສວຍ​ໃຊ້​ຕຳແໜ່ງແລະ​ອຳ​ນາດ​ເພື່ອ​​ຜົນ​ປະ​ໂຫຍດສ່ວນ​ຕົວ, ການສໍ້​ລາດ​ບັງຫຼວງ…ເພື່ອ​ຮັກ​ສາແລະຍົກ​ສູງ​ອິດ​ທິ​ພົນ​ຂອງ​ຂະ​ແໜງ​ການ​ຢ່າງ​ບໍ່​ຢຸດຢັ້ງ.

ທີ​ຫົກ, ສືບ​ຕໍ່​ປະ​ສານງານ​ເປັນ​ຢ່າງ​ດີ​ ກັບ​ບັນ​ດາ​ອົງ​ການ​ທີ່​ມີ​ພາລະ​ບົດບາດ​ໃນ​ການ​ຕໍ່​​ສູ້​ປ້ອງ​ກັນ​ແລະຕ້ານ​ການ​ສໍ້​ລາດ​ບັງຫຼວງ, ​ໂດຍ​ສະ​ເພາະ​ແມ່ນບັນດາ​ອົງ​ການ​ດຳ​ເນີນ​ຄະ​ດີ ​ໃນ​ການ​ຄົ້​ນ​ພົບ, ສືບ​ສວນ, ຈັດການແກ້​ໄຂ​ບັນ​ດາກໍລະ​ນີ ​ຄະ​ດີ​ທີ່​ມີ​ສັນ​ຍານ​ລະ​ເມີ​ດ​ກົດ​ໝາຍ, ໃນ​ນັ້ນ​​ມີ​ການ​​ສໍ້​ລາດ​ບັງຫຼວງ​ ​ໂດຍ​ອົງ​ການກວດສອບບັນຊີ​ແຫ່ງ​ລັດ​ຄົ້ນ​ພົບແລະສະ​ເໜີ​ແນະ​​ໃຫ້​ຈັດການແກ້​ໄຂ ​ໂດຍ​ຜ່ານ​ການເຄື່ອນ​ໄຫວກວດ​ສອບ​ບັນ​ຊີ; ​ໂອນ, ສະ​ໜອງ​ທັນທີ ເອ​ກະ​ສານຂໍ້​ມູນ​ຄະ​ດີ, ກໍລະນີ​ທີ່​ມີ​ສັນ​ຍານ​ລະ​ເມີດ​ກົດ​ໝາຍ ​ໂດຍ​ອົງການ​ກວດ​ສອບ​ບັນຊີ​ຄົ້ນ​ພົບ​​ ໃຫ້​ອົງ​ການ​ສືບ​ສວນ, ຄະ​ນະ​ກຳ​ມະ​ການກວດ​ກາ​ສູນ​ກາງ ແລະ ບັນ​ດາ​ອົງ​ການ​ອື່ນຂອງ​ລັດ​ທີ່​ມີ​ສິດ​ອຳ​ນາດ​​ ເພື່ອ​ສືບ​ສວນ, ກ​ວດ​ກາ ​ແລະ ຈັດການ​ແກ້​ໄຂ​ຕາມ​​ກົດ​ໝາຍ; ຕັ້ງ​ໜ້າ​​ປະ​ສາ​ນງານກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຄະ​ນະ​ພັກ ແລະ ອຳ​ນາດ​ການ​ປົກ​ຄອງ ​​ແນ​ໃສ່​ຄົ້ນ​​ເຜີຍ​ການ​ກະ​ທຳ​ຜິດ ການ​ລົບ​ກວນ ​ຂອງໜ່ວຍ​ງານ​ກວ​ດສອບ​ບັນ​ຊີ​ ເພື່ອ​ຈັດການແກ້​ໄຂ​ຢ່າງ​ເຄັ່ງ​ຄັດ, ພ້ອມກັນນັ້ນ​ກໍ່​ຊ່ວຍ​​ໃຫ້ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ກົມ​ກອງ​ທີ່​ຖືກກວດ​ສອບ​ບັນ​ຊີ ​ດັດ​ແປງ, ປົວ​ແປງ, ​ແກ້​ໄຂຂໍ້​ບົກພ່ອງ ຄວາມ​ຜິດ​ພາດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້, ກວດ​ກາ​ຕິດ​ຕາມ, ບໍ​ລິ​ຫານ​ການ​ເງິນ​ສາ​ທາ​ລະ​ນະ, ຊັບ​ສິນ​ສາ​ທາ​ລະ​ນະ./.

ໂດຍ ປອ. ໂຮ່​ດຶກ​ເຝິກ

 ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ກົມ​ໃຫຍ່ກວດ​ສອບບັນຊີ​ແຫ່ງ​ລັດ,