ວກ. - ປະທານ​ໂຮ່ຈີ​ມິນ, ຜູ້ນຳທີ່ອັດສະ​ລິ​ຍະ​​ແລະ​ໂດດ​ເດັ່ນຂອງປະ​ເທດ​ຊາດ, ຄູ​ທີ່​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ​ຫວຽດນາມ. ​ເພິ່ນ “ແມ່ນ​ສັນ​ຍາ​ລັກ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ນ້ຳ​ໃຈ​ຮັກ​ຊາດ ແລະ ລັດທິວິ​ລະ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ. ​ເພິ່ນ​ເປັນ​ການຕົກ​ຜະລຶກ​ທີ່​ປະກາຍ​ແຫ່ງ​ສິນລະ​ທໍາ​, ​ປັນ​ຍາ​, ຄວາມ​ກ້າຫານ​, ມະ​ໂນ​ທໍາ​ຂອງ​​ຊາດ​ແລະຍຸກ​ສະ​ໄໝ​”(1). ຕະຫຼອດ​ຊີວິດ, ​ເພິ່ນ​ອຸທິດ​ຕົນ​ເພື່ອ​ພາລະກິດ​ການ​ປົດ​ປ່ອຍຊາດ, ປົດ​ປ່ອຍ​ຊົນ​ຊັ້ນ ​ແລະ ປົດ​ປ່ອຍ​ມະນຸດ. ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນຂ​ອງ​ໂຮ່ຈີ​ມິນ ແມ່ນ​ຊັບ​ສິນ​ທາງຈິດ​ໃຈ​ອັນ​ລ້ຳ​ຄ່າ​ຂອງ​ພັກ ແລະ ປະ​ເທດ​ຊາດ​ຫວຽດ​ນາມ. ການຮ່ຳຮຽນ​ແລະປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ ​ແມ່ນ​ໜ້າ​ທີ່ທີ່​ສຳຄັນ​ແລະຂາດ​ບໍ່​ໄດ້ ສຳລັບອົງການ​ຈັດ​ຕັ້ງ​ພັກ​ ແລະ ​ສະມາຊິກ​ພັກ​ທຸກ​ຄົນ ​ໃນ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ, ອຸທິດ​ຕົນ ​ແລະ ຮັບ​ໃຊ້​ປະ​ເທດ​ຊາດ.

ລຸງໂຮ່ ແລະ ນັກຮົບແຂ່ງຂັນຍິງພາກເໜືອ _ພາບແຕ້ມໂດຍຈິດຕະກອນ ເວືອງຈິ່ງ ແຕ່ງເມື່ອປີ 1967

ເບິ່ງຄືນ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 05-CT/TW ຂອງກົມການເມືອງ

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ປະ​ຕິ​ບັດຄຳສັ່ງ​ເລກທີ 05-CT/TW, ລົງ​ວັນ​ທີ 15 ພຶດສະພາ 2016, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ 12 “ກ່ຽວກັບ​ການ​ຍູ້​ແຮງ​ການຮ່ຳຮຽນ​ແລະ​ປະຕິບັດ​ຕາມແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ (ຕໍ່​ໄປ​ນີ້​ຮຽກວ່າຄຳສັ່ງ​ເລກທີ 05), ຕິດ​ກັບ​ມະຕິ​ເລກທີ 04-NQ/TW, ລົງ​ວັນ​ທີ 30 ຕຸລາ 2016, ຂອງກອງ​ປະຊຸມຄັ້ງ​ທີ 4 ​ຄະນະ​ບໍລິຫານ​ງານ​ສູນ​ກາງພັດສະ​ໄໝ​ທີ 12, “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ, ປັບປຸງ​ພັກ; ກີດ​ກັ້ນ​ແລະ​ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ບັນດາ​ປະກົດ​ການ “ປ່ຽນ​ແປງ​ຕົນ​ເອງ”, “ຫັນປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ” (ຕໍ່​ໄປ​ນີ້​ຮຽກ​ວ່າ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ສະ​ໄໝ​ທີ 12) ​ໄດ້​ບັນລຸ​ຜົນສຳ​ເລັດຫຼາຍ​ຢ່າງ​ທີ່ສຳຄັນ, ຮອບດ້ານ, ​ແທດ​ຈິງ, ດ້ວຍ​ຫຼາຍ​ວິທີ​ໃໝ່ທີ່​ປະດິດ​ສ້າງ, ນັບ​ມື້​ນັບ​ເຂົ້າ​ສູ່​​​ເນື້ອ​ແທ້ ​ເລິກ​ເຊິ່ງ, ຄ່ອຍໆ​ກາຍ​ເປັນ​ໜ້າ​ທີ່​ທີ່ສຳຄັນ ​ເປັນປະຈຳຂອງ​ທຸກ​ອົງການ​ຈັດ​ຕັ້ງ​ພັກ ​ແລະ ​ພະນັກງານ ສະມາຊິ​ກພັກ​ທຸກ​ຄົນ. ຜ່ານ​ນັ້ນ, ຂະ​ບວນການ​ໄດ້​ສ້າງ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ, ມີ​ແຮງ​ແຜ່​ກະຈາຍ​ໃນ​ພັກ​ແລະ​ທົ່ວ​ສັງຄົມ, ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ທີ່​ດີ ​ໃນ​ລະບົບ​ການ​ເມືອງ​ທັງ​ໝົດ, ​ໂດຍ​ສະ​ເພາະ​ໃນ​ວຽກ​ງານ​ກໍ່ສ້າງ​ແລະ​ປັບປຸງ​ພັກ; ປະກອບສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​​ໃຫ້ສຳ​ເລັດຜົນ, ສ້າງ​ຮາກ​ຖານ, ພື້ນຖານທີ່ສຳຄັນ​ໃຫ້​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ເຮົາ​ອອກ​ແຮງ​ແຂ່ງຂັນ, ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ສຳ​ເລັດ​ຜົນ ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ.  

ນີ້​ແມ່ນ​ບາດກ້າວສືບ​ທອດ, ສືບ​ຕໍ່ ​ແລະ ​ພັດທະນາ​ຜົນງານ​ຂອງ​ໄລຍະ​ກ່ອນ(2), ​​ໄດ້​ແກ້​ໄຂ​ຜ່ານ​ຜ່າຂໍ້​ຈຳກັດ, ​ຈຸດ​ບົກພ່ອງຈຳນວນ​ໜຶ່ງ​ເຊັ່ນ ຄວາມ​ຮັບ​ຮູ້​​ບໍ່​ຄົບ​ຖ້ວນ​ແລະ​ເລິກ​ເຊິ່ງຂອງ​ພະນັກງານ ສະມາຊິກ​ພັກຫຼາຍ​ຄົນ, ​ໃນ​ນັ້ນ​ມີ​ພະນັກງານ​ຫຼັກ​ແຫຼ່ງ ກ່ຽວ​ກັບ​ຄວາມ​ໝາຍ, ຄວາມ​ສຳຄັນ​ຂອງ​ການຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ລຸງ​ໂຮ່; ຄວາມ​ຮັບຜິດຊອບ​​ໃນ​ການເປັນ​ແບບຢ່າງ​ຂອງ​ຫົວໜ້າ ​ແລະ​ ພະນັກງານ ສະມາຊິກ​ພັກ​ບໍ່​​ສູງ; ການ​ສ້າງ​ມາດຕະຖານດ້ານຈະລິ​ຍະທຳຍັງຊັກຊ້າ, ຍັງ​ມີ​ລັກສະນະ​ຮູບ​ນອກ; ວຽກ​ງານ​ການ​ອົບຮົມ​ສຶສາ, ​ໂຄສະນາ​​ ບໍ່​ມີ​ຊີ​ວິດ​ຊີ​ວາ​ຫຼາຍ​, ຍັງ​ບໍ່​ດຶງ​ດູດ​ໃຈ ​ແລະ ບໍ່​ໄດ້​ສ້າງ​ຜົນ​ກະ​ທົບ​ແຜ່​ຫຼາຍ​ໃນ​ສັງ​ຄົມ​.

ບາງ​ຜົນສຳ​ເລັດທີ່​ໂດດ​ເດັ່ນ​ໃນ​ການ​ປະຕິບັດຄຳ​ສັ່ງ​ເລກທີ 05 ​ໃນ​ເວລາ​ທີ່​ຜ່ານ​ມາ:

ທີ​ໜຶ່ງ, ວຽກ​ງານ​ການນຳພາ ຊີ້ນຳ ການຮ່ຳຮຽນ​ແລະ​ປະຕິບັດ​ຕາມແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ ພາຍຫຼັງ​ທີ່​ກົມ​ການ​ເມືອງ​ສູນ​ກາງ​ພັກອອກຄຳ​ສັ່ງ​ເລກທີ 05 ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຈິງ​ຈັງ, ​ເປັນ​ລະບຽບ ​ແລະ ​ມີ​ຄຸນ​ນະພາ​ບ​ໃນທົ່ວ​ທັງ​ລະບົບ​ການ​ເມືອງ.

ທີ​ສອງ, ​ເພື່ອ​ຜັນ​ຂະຫຍາຍຄຳ​ສັ່ງ​ເລກທີ 05, ບັນດາຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ​ໄດ້​ສ້າງ​ເປັນ​ໂຄງການ, ​ແຜນງານ​ສະ​ເພາະ ​ໂດຍ​ຕິດ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ໜ້າ​ທີ່​ຈຸດ​ໜັກ​ໃຈກາງ, ​ຂັ້ນຕອນ​ບຸກທະລຸ, ບັນດາ​ຂະ​ບວນການ​ແຂ່ງຂັນ ​ແລະ ການ​ຂົນຂວາຍ ​ເພື່ອ​ສຸມ​ໃສ່ຊີ້ນຳນຳພາ ​ແລະ ຈັດ​ຕັ້ງປະ​ຕິບັດຢ່າງ​ມີ​ປະສິດທິ​ຜົນ. ຈາກ​ພຶດຕິ​ກຳ​ຕົວ​ຈິງປະກົດ​ມີ​ຫຼາຍ​​ແບບຢ່າງ​ທີ່​ດີ​, ວິທີ​ການ​ທີ່​​ສ້າງສັນ, ໝູ່​ຄະນະ​ແລະ​ບຸກຄົນທີ່​ດີ​ເດັ່ນ ​​ເປັນ​ແບບຢ່າງ.

ທີ​ສາມ, ການຈັດ​ຕັ້ງຮ່ຳຮຽນ​ແລະ​ຊາບ​ຊຶມ ຄຳ​ສັ່ງ​ເລກທີ 05, ຫົວ​ຂໍ້​ສະ​ເພາະ​ຂອງ​ໄລຍະ​ໜຶ່ງ, ຫົວ​ຂໍ້​ສະ​ເພາະ​ປະຈຳ​ປີ ​ແລະ ບັນດາ​ເນື້ອ​ໃນ​ຕົ້ນຕໍ​ຂອງແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​, ເປັນ​ລະ​ບຽບ​, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ໃນ​ຄວາມ​ຮັບ​ຮູ້​ແລະ​ການກະ​ທຳ​ຂອງ​ພະນັກງານ ສະມາຊິກ​ພັກ (3), ກາຍ​ເປັນຄວາມ​ຕັດສິນ​ໃຈ​ທາງ​ການ​ເມືອງສູງ ​ແລະ ການ​ກະ​ທຳ​​ເດັດດ່ຽວ​ໃນ​ບັນດາ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ ​ແລະ​ພະນັກງານ ສະມາຊິກ​ພັກ. 

ທີ​ສີ່, ຄໍາໝັ້ນສັນຍາທີ່​ຈະຝຶກ​ຝົນ​ຫຼໍ່​ຫຼອມແລະປູກຝັງຄຸນ​ນະ​ທຳ, ຕິ​ດກັບ​ຄວາມ​ຮັບຜິດຊອບໃນການເປັນ​ແບບຢ່າງນັ້ນ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ກວ້າງຂວາງ, ນັບ​ມື້​ນັບ​ກາຍ​ເປັນ​ການ​​ດຳ​ເນີນ​ງານ​ທີ່​ເປັນ​ເຈົ້າ​ການ ​ເປັນປົກກະຕິ ​ຂອງພະນັກງານ​ສະມາຊິກ​ພັກ​ແຕ່​ລະ​ຄົ​ນ ແລະ​ຂອງ​ອົງການ​ຈັດ​ຕັ້ງ​ພັກ (4), ປະກອບສ່ວນ​ຄວບ​ຄຸມ​ແລະ​ກີດ​ກັ້ນ​ສະພາບ​ການ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນດຳລົງ​ຊີວິດ, ບັນດາ​ປະກົດ​ການ “ປ່ຽນ​ແປງ​ຕົນ​ເອງ”, “ຫັນປ່ຽນ​ຕົນ​ເອງ” ຢູ່​ພາຍ​ໃນ (5); ກໍ່ສ້າງ​ຖັນ​ແຖວ​ພະນັກງານ, ພິ​ເສດ​ແມ່ນ​ພະນັກງານ​ລະດັບ​ຍຸດ​ທະ​ສາດ​ ໃຫ້​ມີ​ຫຼັກ​ໝັ້ນ​ການ​ເມືອງທີ່​ໜັກ​ແໜ້ນ, ຄຸນສົມບັດສິນທໍາອັນບໍລິສຸດ, ມີ​ຄວາມ​ຮັບຜິດຊອບ​ແລະ​ສິ່ງ​ຊຸກຍູ້​ທີ່​ເໝາະ​ສົມ, ນຳ​ໜ້າ, ​ເປັນ​ແບບຢ່າງ; ຕໍ່ສູ້​ຢ່າງ​ມີ​ປະສິດທິພາບ​ໃນ​ການ​ປົກ​ປ້ອງ​ພື້ນຖານ​ແນວ​ຄິດຂອງ​ພັກ, ປະຕິ​ເສດ​ບັນດາ​ທັດສະນະ​ທີ່​ຜິດພາດ ​ເປັນ​ປະຕິປັກ, ສ້າງ​ເຄື່ອງໝາຍ​ທີ່​ຊັດ​ເຈນ​ໃນ​ການ​ສ້າງ​ວັດທະນະທຳ​ພັກ ທີ່​ມີ​ຄຸນ​ນະ​ທຳ​ແລະ​ມີ​ອາລະຍະ​​ທຳ. ປະສິດທິ​ຜົນ​ຂອງ​ການ​ເປັນ​ແບບຢ່າງ​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ຢ່າງ​ແຮງ, ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການປ່ຽນ​ໂສມ​ໜ້າ​ທາງ​ເສດຖະກິດ-ສັງຄົມຂອງປະ​ເທດ​ໃນ​ໄລຍະ​ທີ່​ຜ່ານ​ມາ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ສັບສົນທີ່​ກໍ່​ຄວາມ​ຮ້ອນ​ເຄືອງ​ໃນ​ປະຊາຊົນ, ຢືນຢັນ​ແຜນ​ນະ​ໂຍບາຍ​ແລະ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ທີ່​ຖືກຕ້ອງ​ຂອງພັກ (6)

ທີ່​ຫ້າ, ວຽກ​ງານ​ໂຄສະນາ​ໄດ້​ດຳ​ເນີນພາຍ​ໃຕ້​ຫຼາຍ​ຮູບ​ການທີ່​ອຸດົມສົມບູນ​ແລະ​ໂດດ​ເດັ່ນ​ພໍ​ຄວນ, ​ໄດ້​ປະກອບສ່ວນຊຸກຍູ້ການຮ່ຳຮຽນ​ແລະ​ປະຕິບັດ​ຕາມແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ, ​ເຮັດ​ໃຫ້​ມັນ​ຂະຫຍາຍ​​ແຜ່​ກວ້າງ​ອອກ ​ແລະ​ສົ່ງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ, ຕັ້ງໜ້າ​ເຖິງ​ຄວາມ​ຮັບ​ຮູ້, ​ແນວ​ຄິດ​ຈິດ​ໃຈ ​ແລະ ການ​ກະທຳຂອງ​ພະນັກງານ ສະມາຊິກ​ພັກ ​ແລະ​ ປະຊາຊົນ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ເພື່ອນ​ມິດຕ່າງປະ​ເທດ, ​ເຮັດ​ໃຫ້ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນຂອງ​ເພິ່ນ​ກາຍ​ເປັນ​ພື້ນຖານ​ຈິດ​ໃຈ​ທີ່​ໜັກ​ແໜ້ນ​ຂອງ​ຊີວິດ​ສັງຄົມ.

ທີ​ຫົກ, ວຽກ​ງານ​ການ​ອົບຮົມ​ສຶກສາທິດ​ສະ​ດີກາ​ນ​ເມືອ​ງ ​ແລະ​ບັນດາ​ເນື້ອ​ໃນ​ຂອງ ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ ​ໃຫ້​ພະນັກງານ ສະມາຊິກ​ພັກ, ສະມາຊິກ​ຊາວ​ໜຸ່ມ, ນັກຮຽນ, ນັກ​ສຶກສາ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຈິງ​ຈັງ, ມີ​ການ​ປ່ຽນ​ແປງ​ໃໝ່ທັງ​ເນື້ອ​ໃນ​ແລະ​ວິທີ​ການ; ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແລະ​ເຕັກນິກ​ໃນ​ການ​ສິດສອນ ​ແລະ ຮ່ຳຮຽນ; ​ແກ້​ໄຂ​ຜ່ານ​ຜ່າ​ແຕ່​ລະ​ກ້າວ ​ສະພາບ​ການຂີ້ຄ້ານຮຽນ ຢ້ານທີ່ຈະຮຽນທິດສະດີການເມືອງ, ປະກອບສ່ວນ​ຍົກ​ສູງ​ລະດັບ​ແລະ​ຄວາມ​ກ້າຫານ​ທາງ​ການ​ເມືອງ​ໃຫ້​ພະນັກງານ ​ສະມາຊິກ​ພັກ ​ແລະ ປະຊາຊົນ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ.

ທີ​ເຈັດ, ການ​ສະຫຼຸບເບື້ອງ​ຕົ້ນ​ຜົນ​​ຂອງ​ການ​ປະຕິບັດຄຳ​ສັ່ງ​ເລກທີ 05 ​ໄດ້​ຮັບ​ການ​ປະຕິບັດ​​ເປັນ​ປະຈຳທຸກ​ປີ​ ໂດຍ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ​ເຊິ່ງຊີ້​ໃຫ້​ເຫັນ​ຈຸດ​ດີ, ຂໍ້​ ຈຳກັດ, ສາ​ເຫດ ​ແລະ ​ຖອດ​ຖອນບົດຮຽນ​ປະສົບ​ການ​ທີ່​ລ້ຳ​ຄ່າ, ວາງ​ທິດ​ທາງ, ໜ້າ​ທີ່, ວິທີ​ແກ້​ໄຂ​ທີ່​ເໝາະ​ສົມ ​ແລະ ມີ​ຄວາມ​ສາມາດ​ເປັນ​ໄປ​ໄດ້ ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາບການຮ່ຳຮຽນ​ ແລະ​ປະຕິບັດ​ຕາມແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ ​ໃນ​ຊຸມ​ປີ​ຕໍ່​ໄປ.   

ທີ​ແປດ, ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ປະຕິບັດ​ຢ່າງ​ຈິງ​ຈັງ, ​ເປັນ​ແບບ​ແຜນ; ກວດພົບ​ແລະຊີ້​ແຈງ​ບັນດາ​ການ​ກະທຳ​ລະ​ເມີດ ​ແລະ ຂໍ້​ບົກ​ຜ່ອງ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ອົງການ​ຈັດ​ຕັ້ງ​ພັກ​ໂດຍ​ທັນທີ (7); ຄົ້ນ​ພົບ, ​ໃຫ້ກຽດ, ຍ້ອງຍໍ​ຊົມ​ເຊີຍ​ໝູ່​ຄະນະ​ແລະບຸກຄົນ​ທີ່​ດີ​ເດັ່ນ; ສິ່ງ​ເຫຼົ່າ​ນີ້ ມີ​ຄຸນ​ປະ​ໂຫຍ​ດສົ່ງ​ເສີມ​ແລະ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ຕໍ່ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ ​ໃນ​ການ ຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ລຸງ​ໂຮ່, ກວດ​ກາ​ຕົນ​ເອງ, ​ແກ້​ໄຂ​​ຕົນ​ເອງ, ປັບ​ປ່ຽນການ​ປະ​ພຶດຂອງຕົນ, ​ຝຶກຝົນ​ສິນ​ລະ​ທໍາ ​ແບບ​ແຜນ​ດຳລົງຊີ​ວິດ ​ແລະ ແບບ​ການ​ເຮັດ​ວຽກ.

ເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບບັນດາຜູ້ນຳຂອງພັກ, ລັດ ແລະບັນດາຜູ້ແທນ ເຂົ້າຢ້ຽມຊົມງານວາງສະແດງ “ບັນດາຕົວຢ່າງທີ່ງ່າຍດາຍແຕ່ສູງສົ່ງ” ທີ່ຈັດສະແດງໃນລະບຽງກອງປະຊຸມລະດັບຊາດເພື່ອສະຫຼຸບ 5 ປີການປະຕິບັດຄຳສັ່ງເລກທີ 05-CT/TW “ກ່ຽວກັບການຍຸ້ແຮງການຮ່ຳຮຽນແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈີມິນ” _ພາບ: TTXVN

ເບິ່ງ​ລວມ​ແລ້ວ, ການ​ປະຕິບັດຄຳ​ສັ່ງ​ເລກທີ 05 ​ແລະ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 13 ​ໄດ້​ເສີມ​ຂະຫຍາຍ​​ແຮງ​ແຜ່​ກະຈາຍ, ຊຸກຍູ້​ການຮ່ຳ​ຮຽນ​ ແລະ​ປະຕິບັດ​ຕາມແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ​ ໃນ​ດ້ານ​ຕ່າງໆ​ຂອງ​ຊີວິດ​ສັງຄົມ, ປະກອບສ່ວນ​ສ້າງ​ກຳລັງ​ແຮງ​ສະທ້ອນ, ຄວາມ​ເຫັນດີ​ເຫັນ​ພ້ອມ, ຄວາມ​ຕັດສິນ​ໃຈ​ຂອງ​ທົ່ວ​ພັກ, ທົ່ວ​ສັງຄົມ​ໃນ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ເສດຖະກິດ - ສັງຄົມ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ພັກ, ລັດ ແລະລະບອບ.

ຢ່າງ​ໃດ​ກໍ່ຕາມ, ການຈັດ​ຕັ້ງປະ​ຕິບັດຄຳ​ສັ່ງ​ເລກທີ 05 ຕິດ​ກັບ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 12 ຍັງ​ມີ​ຂໍ້​ຈຳກັດ​ເຊັ່ນ ວຽກ​ງານ​ການ​ນຳພາຊີ້​ນຳການຈັດ​ຕັ້ງ​ປະຕິບັດຢູ່​ບາງ​ບ່ອນ ​ໃນ​ບາງ​ຄັ້ງ​ບໍ່​ມີ​ຄວາມ​ເດັດດ່ຽວ, ບໍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ​ຂອງ​ຫົວໜ້າ​ຄະນະ​ພັກ, ສຳນັກງານ ອົງການ. ການ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນການ​ຝຶກ​ຝົນຫຼໍ່​ຫຼອມ​ບຳລຸງ​ສ້າງຕົນ​ເອງ ​ໂດຍ​ສະ​ເພາະ​ແມ່ນການ​ປະຕິບັດ​​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເປັນ​ແບບ​ຢ່າງ​ຂອງ​ພະນັກງານ ​ແລະ ສະມາຊິກ​ພັກພາກ​ສ່ວນ​ໜຶ່ງ ຍັງ​ບໍ່​ທັນ​ກາຍ​ເປັນ​ລະບຽບ ​ແລະ ບໍ່​ມີ​ປະສິດທິ​ຜົນ. ການ​ກຳນົດ​ຂອດ​ການບຸກທະລຸ​ຢູ່​ບາງ​ບ່ອນ​ຍັງ​ງຸ່ມ​ງ່າມ. ວຽກ​ງານ​ການ​ໂຄສະນາຍັງ​ບໍ່​ໄດ້​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ປຸງ​ແຕ່ງ​ສິນຄ້າ​ສົ່ງ​ອອກ, ​ເຂດ​ຊຸມ​ຊົນ. ການ​ຕໍ່ສູ້​ປະຕິ​ເສດ​ບັນດາ​ທັດສະນະ​ທີ່​ຜິດ​ພາກ ​ເປັນ​ປໍ​ລະ​ປັກຍັງ​ຕົກ​ໃນ​ທ່າ​ຮັບ, ຄວາມສາມາດໃນການຕໍ່ສູ້ແມ່ນບໍ່ສູງ. ການ​ຕໍ່ສູ້ກັບ​ການສະ​ແດງ​ອອກ​ຂອງ​ຄວາມດສື່​ອມ​ໂຊມ​ທາງ​ດ້ານ​ຄຸນສົມບັດ​ ແລະວິຖີ​ຊີວິດ ຍັງ​ບໍ່​ແຂງ​ແຮງ. ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ການ​ຝຶກ​ຝົນ​ຫຼໍ່​ຫຼອມຄຸນສົມບັດ ແລະວິຖີ​ຊີວິດຂອງ​ພະນັກງານ ສະມາຊິກ​ພັກຢູ່​ບາງ​ແຫ່ງ​ບໍ່ເປັນ​ປົກກະຕິ, ​ຈິງ​ຈັງ; ຂອບ​ເຂດ, ​ເປົ້າ​ໝາຍຍັງ​ແຄບ; ປະສິດທິພາບໃນ​ການ​ກ່າວ​ເຕືອນ, ປ້ອງ​ກັນຍັງຖືກຈຳກັດ; ວຽກ​ງານ​ການ​ສະຫຼຸບ​ຜົນ​ເບື້ອງ​ຕົ້ນ​ຍັງ​ຊ້າ, ບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ພຽງພໍ. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້ຕ້ອງ​ມີ​ວິທີ​ແກ້​ໄຂທີ່​ເໝາະ​ສົມ ​ເພື່ອ​ຍູ້​ແຮງການຮ່ຳຮຽນ​ແລະ​ປະຕິບັດ​ຕາມແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່.

ຊຸກຍູ້ການຮ່ຳຮຽນ​ແລະ​ປະຕິບັດ​ຕາມແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ ​ໃນ​ໄລຍະ​ໃໝ່

​ໃນ​ສະຖານະ​ການ​ປະຈຸ​ບັນ, ​ໂລກກຳລັງຜ່ານ​ການ​ຜັນ​ປ່ຽນ​ທີ່​ຍິ່ງ​ໃໝ່ ​ແລະ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ທີ່​ສັບສົນ​ທີ່​ສຸດ ແລະບໍ່ສາມາດຄາດເດົາໄດ້. ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຍັງ​ແມ່ນ​ທ່າ​ອຽງ​ໃຫຍ່​ໃນ​ທົ່ວ​ໂລກ, ​ແຕ່​ບັນຫາ​ການ​ແກ່ງ​ແຍ້​ງ​ແຂ່ງຂັນ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ການ​ປະ​ທະກັນ​ໃນ​ທ້ອງ​ຖິ່ນ​ຍັງ​ເກີດ​ຂຶ້ນພາຍ​ໃຕ້​ຫຼາຍ​ຮູບ​ແບບ, ຍາກ​ກວ່າ, ຮ້າຍ​ແຮງ​ກວ່າ, ເພີ່ມ​ຄວາມ​ສ່ຽງ​ຕໍ່​ສະ​ພາບ​ແວດ​ລ້ອມ​ເສດ​ຖະ​ກິດ, ການ​ເມືອງ ​ແລະ ​ຄວາມ​ປອດ​ໄພ​ສາ​ກົນ.

ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ໄດ້​ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ທີ່​ໃຫຍ່​ຫຼວງ​ແລະ​ມີ​ຄວາມ​ໝາຍ​ປະ​ຫວັດສາດ. ທ່າ, ພະລັງ ​ແລະ ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດຊາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ. “ປະ​ເທດ​ເຮົາ​ບໍ່​ເຄີຍ​ມີ​ພາລະກິດ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມາດ​ຊ້ອນ​ແຝງ, ຖານະຕຳ ​ແລະ ​ກຽດ​ສັກ​ສີ​ສາກົນ​ຄື​ທຸກ​ວັນນີ້​”(8). ສະພາບ​ການ​ສາກົນ​ແລະ​ໃນ​ປະ​ເທດ ມີ​ທັງຄວາມ​ສະດວກ ​ແລະ ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ແຊກ​ຊ້ອນ​ກັນ, ກໍ່​ໃຫ້​ເກີດ​ບັນຫາ​ໃໝ່​ທີ່​ຮີບ​ດ່ວນ​ ຫຼາຍ​ກວ່າ ແລະ​ໜັກ​ກວ່າອີກ ຕໍ່ພາລະກິດ​ການ​ກໍ່ສ້າງແລະການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາ​ດ. “​ໄພ​ອັນຕະລາຍ​ສີ່​ປະການ​ທີ່ພັກຊີ້ອອກຍັງມີຢູ່ ແລະ ຮ້າຍແຮງກວ່າ; ໄພຂົ່ມຂູ່ຕໍ່ເອກະລາດ, ອະທິປະໄຕ, ຜົນປະໂຫຍດຍຸດ​ທະ​ສາດ​ຂອງ​ປະ​ເທດ... ພາວະ​ການ​ເຊື່ອມ​ໂຊມ, “ການຫັນປ່ຽນ​ຕົນ​ເອງ”, “ການ​ປ່ຽນ​ແປງ​ຕົນ​ເອງ” ຢູ່​ພາຍ​ໃນ; ການ​ຕໍ່ຕ້ານ​ຢ່າງ​ດຸ​ເດືອດ​ແລະ​ການ​ທຳລາຍຢ່າງ​ຮ້າຍ​ແຮງ​ຂອງ​ກຳລັງ​ສັດຕູ​ແລະ​ອົງການຈັດ​ຕັ້ງ​ປະຕິ​ການ...”(9). ສິ່ງດັ່ງກ່າວ​ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ​ສືບ​ຕໍ່​ປ່ຽນ​ໃໝ່ຈິນຕະນາການ​ຢ່າງ​ແຂງ​ແຮງ, ມີ​ຄວາມ​ຕັດສິນ​ໃຈ​ການ​ເມືອງສູງ, ​ເປັນ​ເຈົ້າ​ການ​ຮັບ​ມື​ຢ່າງ​ທັນ​ການ​ກັບທຸກ​ສະຖານະ​ການ, ສືບ​ຕໍ່​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ ຄົບ​ຊຸດ, ​ເພີ່ມກຳລັງ​ແຮງທຸກ​ດ້ານ​ຂອງ​ປະ​ເທດ, ນຳ​ປະ​ເທດ​ກ້າວ​ຂຶ້ນ​ຢ່າງ​ໜັ້​ກໜ້ນ. ​ໃນ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍູ້​ແຮງວຽກ​ງານ​ການ​ກໍ່ສ້າງ​ແລະ​ປັບປຸງ​ພັກ​ຍິ່ງ​ກວ່າ​ອີກ, ​ເພື່ອ​ໃຫ້​ພັກ​ເຮົາ​ສະອາດ​ປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ​ຢ່າງ​ແທ້​ຈິງ, ນຳພາ​ປະ​ເທດພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ.

ກອງປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ເນັ້ນ​ໝັກ​ວ່າ: “​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ​ຕ້ອງ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ ​ແລະ​ຍູ້​ແຮງ​ກວ່າ​ອີກ​ ການ​ກໍ່ສ້າງ​ແລະ​ປັບປຸງ​ພັກຢ່າງຮອບດ້ານ ທາງ​ດ້ານ​ການ​ເມືອງ, ແນວ​ຄິດ, ຄຸນສົມບັດ, ​ການຈັດ​ຕັ້ງ ​ແລະ ພະນັກງານ... ຍຶດໝັ້ນ, ໝູນ​ໃຊ້ ​ແລະ ພັດທະນາ​ລັດທິ​ມາກ-​ເລ​ນິນ ​ແລະ ​ແນວ​ຄິດ​ໂຮ່ຈີ​ມິນ​ຢ່າງ​ປະດິດສ້າງ ​ໃຫ້ສອດຄ່ອງ​ກັບ​ພຶດຕິ​ກຳຕົວ​ຈິງ​ຂອງ​ຫວຽດນາມ​ໃນ​ແຕ່ລະ​ໄລຍະ. ຍຶດໝັ້ນ​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດ​ແລະ​ລັດທິ​ສັງຄົມ​ນິບົມ. ຍຶດໝັ້ນ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ ເພື່ອ​ເປົ້າ​ໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ ຍຸຕິ​ທຳ ​ແລະ​ສີວິ​ໄລ”(10).   

ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກໍ່​ໄດ້ຢືນຢັນ: ​ເດັດດ່ຽວ, ຕັ້ງ​ໝັ້ນ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 11, ມະຕິ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 12 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ຕິດ​ກັບ​ການ​ຍູ້​ແຮງການຮ່ຳຮຽນ​ແລະ​ປະຕິບັດ​ຕາມແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ ດ້ວຍ​ບັນດາ​ວິທີ​ການ​ທີ່​ແຂງ​ແຮງ, ດຸ​ເດືອດ ​ແລະ ຄົບ​ຊຸດ ​ເພື່ອກີດ​ກັ້ນ, ຍູ້​ຖອຍ​ການ​ເສື່ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນດຳລົງ​ຊີວິດ, ບັນດາ​ປະກົດ​ການ “ຫັນປ່ຽນ​ຕົນ​ເອງ”, “​ປ່ຽນ​ແປງ​ຕົນ​ເອງ” ຢູ່​ພາຍ​ໃນ. ປະຕິບັດ​ການ​ຕິ​ຊົມ​ແລະ​ຕິ​ຊົມ​ຕົນ​ເອງ​ຢ່າງ​ເຂັ້ມ​ງວດ​ແຕ່​ສູນ​ກາງ​ຈົນ​ເຖິງ​ໜ່ວຍ​ພັກ; ຄະນະ​ພັກ​ຂັ້ນ​ເທິງ​ແນະນຳ​ການ​ທົບ​ທວນ​ຄືນ​ຢ່າງ​ຕັ້ງ​ໜ້າ​ສຳ​ລັບ​ໝູ່​ຄະນະ ແລະ ບຸກ​ຄົນ​ ໃນ​ສະ​ຖານ​ທີ່​ທີ່​ມີ​ບັນ​ຫາ​ສັບ​ສົນ, ມີ​ປະ​ກົກ​ການ​ຂອງ​ການ​ເສື່ອ​ມ​ໂຊມ, “ປ່ຽນ​ແປງ​ຕົນ​ເອງ”, “ຫັນປ່ຽນ​ຕົນ​ເອງ”; ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ກວດກາການ​ແກ້​ໄຂ​ຜ່ານຜ່າຂໍ້ຈຳກັດ, ຂໍ້​ບົກພ່ອງ (11) 

ບົນ​ຈິດ​ໃຈ​ສົ່ງ​ເສີມຜົນສຳ​ເລັດ, ປະສົບ​ການ​ໃນ​ການຈັດ​ຕັ້ງ​ປະຕິບັດຄຳ​ສັ່ງ​ເລກທີ 05 ​ໃນ​ເວລາ​ທີ່​ຜ່ານ​ມາ, ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ສືບ​ຕໍ່​ຍູ້​ແຮງການຮ່ຳຮຽນ​ແລະ ​ປະຕິບັດ​ຕາມ​ລຸງ​ໂຮ່. ຊຸກຍູ້ ​ແລະ​ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ​ງ​ແຮງ​ຈາກ “ການຮ່ຳຮຽນ” ​ໄປ​ເປັນ “ການ​ປະຕິບັດ​ຕາມ” ລຸງ​ໂຮ່, ​ເຮັດ​ໃຫ້ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ຂອງ​ເພິ່ນ​ຊຶມ​ເລິກ​ເຂົ້າ​ໃນຊີວິດ​ສັງຄົມ, ກາຍ​ເປັນ​ວິຖີ​ຊີວິດ, ຄວາມ​ນຶກ​ຄິດ ​ແລະ​ວິທີ​ປະຕິບັດ ​ຂອງ​ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ​ທຸກ​ຄົນ. ຈາກ​ນັ້ນ, ຍົກ​ສູງນ້ຳ​ໃຈ​ຮັກ​ຊາດ​, ​ເຈດຈຳນົງ​ສ້າງ​ຊາດ​ໃຫ້​ເຂັ້ມ​ແຂງ, ຄວາມ​ປາ​ຖະ​ໜາ​ອຸ​ທິດ, ການ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ​ຄວາມສຸກ ຂອງ​ບະ​ນດາ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ພະນັກງານ ສະມາຊິກ​ພັກ ​ແລະ​ ປະຊາຊົນ, ປະກອບສ່ວນ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໃຫ້​ສຳ​ເລັດ​ຜົນ. ​ໃນ​ເວລາ​ທີ່​ຈະມາ​ເຖິງ, ຕ້ອງ​ສຸມ​ໃສ່​ປະຕິບັດ​ສາມ​ບັນຫາ​ໃຫ້​ໄດ້​ເປັນ​ຢ່າງ​ດີ​ຄື: “ຮ່ຳຮຽນ, ປະຕິບັດ​ຕາມ​ລຸງ​ໂຮ່ ​ແລະ ການ​ເປັນ​ແບບຢ່າງ​ຂອງ​ພະນັກງານ​ ສະມາຊິກ​ພັກ”, ປະຕິບັດ​ຢ່າງ​ມີ​ປະສິດ​ທີ​ຜົນ​ ບັນດາ​ໜ້າ​ທີ່, ວິ​ທີ​ແກ້​ໄຂ​ທີ່​ສຳ​ຄັນ​ດັ່ງ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ໃຫ້​ພະນັກງານ ສະມາຊິກ​ພັກ ກ່ຽວ​ກັບ​ເນື້ອ​ໃນ ຄວາມ​ໝາຍຂອງແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ; ​ເຮັດ​ໃຫ້​ທົ່ວ​ພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ເຮົາ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ເຖິງ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງຂອງ​ແນວ​ຄິດ​ໂຮ່ຈີ​ມິນ; ​ເຮັດ​ໃຫ້ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ຂອງ​ເພິ່ນ ​ກາຍ​ເປັນ​ພື້ນຖານ​ຈິດ​ໃຈ​ອັນ​ໜັກ​ແໜ້ນ, ​ເປັນແຫຼ່ງຄວາມເຂັ້ມແຂງຂອງຊີວິດສັງຄົມ, ກໍ່ສ້າງ​ວັດທະນະທຳ​ແລະ​ຄົນ​ຫວຽດນາມ​ທີ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​​ແບບຍືນ​ຍົງ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ​ເພື່ອ​ເປົ້າ​ໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິທຳ ​ແລະ ສີວິ​ໄລ.  

ທີ​ສອງ, ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ “ການຮ່ຳຮຽນ” ​ແລະ “ການ​ປະຕິບັດ​ຕາມ” ລຸງ​ໂຮ່ ​ໃນ​ການ​ປະຕິບັດໜ້າ​ທີ່​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ສຳນັກງານ ອົງການ ກົມ​ກອງ. ​ເພີ່ມ​ທະວີ​ວຽກ​ງານ​ການ​ນຳພາ ຊີ້​ນຳ, ສ້າງ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ເຈດຈຳນົງ​ແລະ​ການ​ກະທຳ ​​ໃນ​ບັນດາ​ຄະນະ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງຫົວໜ້າ ກ່ຽວ​ກັບການ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດຄຳ​ສັ່ງ​ເລກທີ 05. ສືບ​ຕໍ່​ຫັນ​​ບັນດາ​ເນື້ອ​ໃນ, ໜ້າ​ທີ່​ຂອງຄຳ​ສັ່ງ​ເລກທີ 05 ​ເປັນ​ແຜນ​ງານ​ການ​ກະທຳ, ກຳນົດ ຢ່າງ​ຖືກ​ຕ້ອງ​ແລະ​ຊັດ​ເຈນຂອດ​ບຸກທະລຸ​ແລະບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ​, ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄ້າງ​ຄາ​ ບັນຫາທີ່ເຮັດ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​​ໃຫ້​ໄດ້​ຢ່າງ​ຂາດ​ຕົວ, ປະຕິບັດ​ໜ້າ​ທີ່​ເສດຖະກິດ-ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ.

ທີ​ສາມ, ສົ່ງ​ເສີມ​ການ​ເພີ່ມ​ທະວີ​ບົດບາດ​ແລະຄວາມ​ຮັບຜິດ​ໃນ​ການ​ເປັນ​ແບບຢ່າງ​ຂອງ​ພະນັກງານ ສະມາຊິກ​ພັກ, ​ໂດຍ​ສະ​ເພາ​ຂອງຫົວໜ້າ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ສະຫາຍກຳມະການ​ກົມ​ການ​ເມືອງ, ກຳມະ​ການ​ຄະນະ​ເລຂາທິການ, ກຳມະ​ການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ພະນັກງານມີຕຳແໜ່ງສູງແມ່ນຕ້ອງເປັນແບບຢ່າງທີ່ດີ, ​ເພື່ອ​ຢືນຢັນ​ບົດບາດ​ນຳພາ, ການນຳໜ້າ ​ແລະ ການ​ເປັນ​ແບບຢ່າງ “ຂັ້ນ​ເທິງ​ກ່ອນ, ຂັ້ນ​ລຸ່ມ​ຕາມ​ຫຼັງ”, “ສະມາຊິກ​ພັກ​ໄປ​ກ່ອນ, ມະຫາຊົນ​ຕາມ​ຫຼັງ” ຂອງພະນັກງານ ສະມາຊິກ​ພັກ. ​ເຊື່ອມ​ຕໍ່​ຄວາມ​ຮັບຜິດຊອບ​​ເປັນ​ແບບຢ່າງ​ໃນ​ການຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ລຸງ​ໂຮ່ ກັບ​ຂະ​ບວນການ​ແຂ່ງຂັນ, ການ​ຂົນຂວາຍ​ຂອງ​ບັນດາ​ທ້ອງ​ຖິ່ນ, ຂະ​ແໜງ​ການ, ​ແນ​ໃສ່ສົ່ງ​ເສີມ​ຈິດ​ໃຈ​ອຸທິດ​ຕົນ, ຄວາມ​ປາດ​ຖະໜາ​ພັດທະນາ​ປະ​ເທດ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ ແລະ​ມີ​ຄວາມສຸກ ຢູ່​ໃນ​ທົ່ວ​ພັກ ທົ່ວ​ສັງຄົມ. ຖື​ວ່າ​ນີ້​ເປັນ​ແບບ​ວິທີ​ການ​ນຳພາທີ່​ສຳຄັນ​ໃນ​ວຽກ​ງານ​ການ​ກໍ່ສ້າງ​ພັກ. 

ທີ​ສີ່, ຄົ້ນຄວ້າ, ​ເພີ່ມ​ເຕີມ, ບູລະນະ​ບັນດາ​ມາດຕະຖານ​ຄຸນສົມບັດ​ປະຕິວັດ​ ໃຫ້​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ໃໝ່, ​ເພື່ອ​ເປັນ​ພື້ນຖານ​ໃຫ້​ພະນັກງານ ສະມາຊິກ​ພັກ​ຝຶດຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ຢ່າງ​ຕື່ນ​ຕົວ. ຍູ້​ແຮ​ງການ​ອົບຮົມ​ສຶກສາ​ຄຸນສົມບັດ​ປະຕິວັດ, ​ເຮັດ​ໃຫ້​ພະນັກງານ ສະມາຊິກ​ພັກ​ທຸກ​ຄົນ​ເຫັນ​ແຈ້ງໜ້າ​ທີ່​ແລະ​ຄວາມ​ຮັບຜິດຊອບ​ຂອງ​ຕົນ, ຍົກ​ສູງ​ຄວາມ​ກ້າຫານ​ການ​ເມືອງ, ຕໍ່ສູ້​ຢ່າງ​ມີ​ປະສິດທິ​ພາບ ​ກັບ​ປະກົດ​ການ​ທຸກ​ຢ່າງ​ຂອງ​ລັດທິ​ເອກະ​ຊົນ, ພະຍາດ​ອາດຍາ​ສິດ, ສວຍ​ໂອກາດ, ພາກສ່ວນພັກ​ພວກ, ຜົນ​ປະ​ໂຫຍ​ດໝູ່​ພວກ, ​ເສຍ​ຄວາມ​ສາມັກຄີ​ພາຍ​ໃນ, ຕ້ານ​ຄວາມ​ເສື່ອມ​ໂຊມທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຍົກສູງ​ຄວາມ​ຮັບ​ຮູ້​ໃນ​ການຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ, “ເວົ້າ​ໄປ​ຄຽງ​ຄູ່ກັບເຮັດ”, “ຝຶກ​ຝົນ​ຫຼໍ່​ຫຼອມຕົນ​ຕະຫຼອດ​ຊີວິດ”, “ກວດກາຕົນເອງ”, “ແກ້ໄຂດ້ວຍຕົນເອງ” ຢ່າງເປັນປົກກະຕິ.

ປະຕິບັດ​ສອງ​ໜ້າ​ທີ່ “ສ້າງ” ​ແລະ “ຕ້ານ” ​ໄປ​ພ້ອມໆ​ກັນ, ຖື​ເອົາການ “ສ້າງ” ​ເປັນ​ພື້ນຖານ ​ເປັນ​ຍຸດ​ທະ​ສາດ, ການ “ຕ້າມ” ​ເປັນ​ສຳຄັນ ຮີບ​ດ່ວນ. “ສ້າງ” ​ແມ່ນ​ການຈັດ​ຕັ້ງ​ເປັນ​ຢ່າງ​ດີ ​ບັນດາ​ຂະ​ບວນການ​ແຂ່ງຂັນ​ກັນ​ຮັກ​ຊາດ, ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ. “ຕ້ານ” ​ແມ່ນ​ການ​ຕໍ່ສູ້, ກີດ​ກັ້ນ, ຍູ້​ຖອຍສະພາບ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້າ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ. ຕັ້ງ​ໝັ້ນ, ​ເດັດດ່ຽວ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານຢ່າງ​ມີ​ປະສິດທິພາບ​ ກັບ​ລັດທິ​ສວຍ​ໂອກາດ, ລັດທິ​ແກ້, ຄຳ​ພີຕາ​ຍຕົວ, ອະນຸລັກ​ນິຍົມ, ພັກ​ພວກ, ບັນດາ​ປະກົດ​ການ​ຂອງ​ຄວາມ​ເສື່ອ​ມ​ໂຊມ, “ການ​ປ່ຽນ​ແປງ​ຕົນ​ເອງ”, “ການ​ຫັນປ່ຽນ​ຕົນ​ເອງ”, ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້​ຕ່າງໆ ດ້ວຍ​ຈິດ​ໃຈ​ບໍ່​ມີ​ເຂດຈໍາກັດ, ບໍ່​ມີ​ຂໍ້​ຍົກ​ເວັ້ນ, ບໍ່​ຢຸດ​ຢັ້ງ, ບໍ່​ຍອມ​ຮັບການ​ກະທົບຈາກ​ອົງການ​ຈັດ​ຕັ້ງ​ຫຼື​ບຸກຄົນ​ໃດໆ. ຍົກ​ສູງ​ການ​ປຸກ​ສະຕິ​, ກ່າວ​ເຕືອນ​ຕໍ່​ແນວ​ຄິດ​ແລະ​ປະກົດ​ການ​ຂອງ​ຄວາມ​ຫຍໍ້​ທໍ້​ເລວ​ຊາມ. ສົ່ງ​ເສີມ, ປຸກລະດົມກຳລັງ​ໃຈ​ໃຫ້​ພະນັກງານ ສະມາຊິກ​ພັກຄົ້ນ​ຄິດ​ແລະ​ກະທຳ ​ເພື່ອ​ຜົນ​ປະ​ໂຫຍ​ດ​ແລະ​ຄວາມສຸກ​ຂອງ​ປະຊາຊົນ.

ທີ​ຫ້າ, ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ​ໃນ​ເນື້ອ​ໃນ, ຮູບ​ການ, ວິທີ​ການຮ່ຳຮຽນ​ແລະ​ໂຄສະນາ​ກ່ຽວ​ກັບແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ ​ໃນ​ພະນັກງານ ສະມາຊິກ​ພັກ ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຊາວ​ໜຸ່ມ, ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ຍູ້​ແຮງ​ການ​ຄົ້ນ​ພົບ, ບຳລຸງ​ສ້າງ, ຍ້ອງຍໍ​ຊົມ​ເຊີຍ, ​ໂຄສະນາ​ເຜີຍ​ແຜ່​ບັນດາ​ແບບຢ່າງ​ແລະຮູບ​ແບບ​ທີ່​ດີ​ເດັ່ນ​ໃນ​ການຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ລຸ​ງໂຮ່. ສ້າງ​ແຮງ​ແຜ່​ກະຈາຍ ຜົນ​ກະທົບ​ກວ້າງ​ຂວາງ, ​ເຮັດ​ໃຫ້ການ “ຮ່ຳຮຽນ” ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ​ໄປ​ເປັນ “ການ​ປະຕິບັດ​ຕາມ”, ນຳ​ເອົາການ “ປະຕິບັດຕາມ” ລຸງ​ໂຮ່ ປະຈຳ​ວັນ​ຂອງ​ພະນັກງານສະມາຊິກ​ພັກ ​ຈາກ​ວຽກ​ນ້ອຍໆ, ຕິດ​ພັນ​ກັບ​ຄວາມ​ຮັບ​ຜິດ​ຊອບ, ຈັນ​ຍາ​ບັນ​ການ​ງານ ​ນັບ​ມື້​ນັບ​ເປັນ​ລະບຽບ​ແລະ ຄ່ອຍໆຍົກ​ສູງ​ຄຸນ​ນະພາ​ບ​ ແລະປະສິດທິ​ຜົນ.

ທີ​ຫົກ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ຄົ້ນຄວ້າ, ໝູນ​ໃຊ້​ແລະ​ພັດທະນາ​ລັດທິ​ມາກ-​ເລນິນ ​ແລະ ​ແນວ​ຄິດ​ໂຮ່ຈີ​ມິນ, ຕອບ​ສະໜອງຄວາມ​ຕ້ອງການ​ຂອງ​ພາລະກິດ​ການ​ສ້າງສາ​ ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ໃນ​ສະພາບ​ການ​ໃໝ່, ຕາມ​ທິດ​ວິທະຍາສາດ, ປະດິດ​ສ້າງ, ທັນ​ສະ​ໄໝ ​ແລະ ຕິດ​ແໜ້ນ​ທິດ​ສະ​ດິກັບ​ພຶດຕິ​ກຳ​ຕົວ​ຈິງ, ສອດຄ່ອງ​ກັບ​ແຕ່ລະ​ເປົ້າ​ໝາຍ. ສຸມ​ໃສ່ການ​ຄົ້ນຄວ້າ, ກຳນົດ ​ແລະ​ຜັນ​ຂະຫຍາຍ​ການກໍ່ສ້າງລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທໍາ ​ແລະ ມາດຕະຖານ​ມະນຸດ​ ຕິດ​​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ລະບົບ​ຄຸນຄ່າ​ຄອບຄົວ​ຫວຽດນາມ ​ໃນ​ໄລຍະ​ໃໝ່. ກໍ່ສ້າງ​ແລະ​ປະຕິບັດ​ບັນດາ​ມາດຕະຖານວັດທະນະທໍາ​ໃນ​ການນຳພາ, ຄຸ້ມ​ຄອງ. ສົ່ງ​ເສີມ​ການ​ສ້າງສັນ​ແລະ​ເຜີຍ​ແຜ່ງານ​ວັນນະກຳ ສິລະ​ປະ ​ແລະ ​ສື່​ວມນຊົນ​ກ່ຽວ​ກັບການຮ່ຳຮຽນ​ ແລະ ​ປະຕິບັດ​ຕາມແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ.

ທີ​ເຈັດ, ຍົກ​ສູງ​ລັກ​ສະ​ນະ​ວິທະຍາສາດ​ ແລະ ​ລັກສະນະ​ສູ້​ຮົບ ​ໃນການຕໍ່ສູ້​ປະຕິ​ເສດ​ບັນດາ​ທັດສະນະ​ທີ່​ຜິດພາດ ​ເປ​ນປໍ​ລະ​ປັກ, ສວຍ​ໂອກາດ​ທາງ​ການ​ເມືອງ; ​ເປັນ​ເຈົ້າ​ການ​ໃນ​ການ​ສື່ສານ​ຢ່າງ​ທັນ​ການ, ຊັດ​ເຈນ, ພາວະ​ວິ​ໄສ, ຖືກຕ້ອງ​ຕາມ​ການ​ກຳນົດ​ທິດ ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ “ການ​ຫັນປ່ຽນ​ໂດຍ​ສັນຕິ”, ລົບ​ຂໍ້​ມູນ​ທີ່​ບໍ່​ດີ​ແລະ​ເປັນ​ພິດ​ໃນ​ອິນ​ເຕີ​ເນັດ​, ເຄືອ​ຂ່າຍ​ສັງ​ຄົມ​, ​ເພື່ອ​ໃຫ້​ພະນັກງານ ​ສະມາຊິກ​ພັກ ​ແລະ​ ປະຊາຊົນມີ​ຄວາມ​ຮັບ​ຮູ້​ຢ່າງ​ຖື​ກຕ້ອງ ​ແລະ ຕັ້ງໜ້າ​ ໃນ​ການ​ເຂົ້າ​ຮ່ວມ​ການ​ປົກ​ປ້ອງ​ຮາກ​ຖານ​ແນວ​ຄິດ​ຂອງ​ພັກ, ​ເຮັດ​ໃຫ້​ແນວ​ຄິດ​ທີ່​ກ້າວໜ້າ​ຊຶມ​ເລິກ​ເຂົ້າ​ໃນ​ຊີວິດ​ສັງຄົມ, ມີ​ຄຸນ​ປະ​ໂຫຍ​ດ​ໃນ​ການ​ດັດ​ປັບ​ແນວ​ຄິດ ປະກົດ​ການ​ທີ່​ຜິດ​ເຂ​ວ, ບຳລຸງ​ສ້າງ​ໂລກ​ກະ​ທັດ​, ວິທີ​ວິທະຍາ ແລະ ຄວາມ​ເຊື່ອ​ຖື​ດ້ານ​ວິທະຍາສາດ ​ໃນ​ພະ​ລັກ​ງານ ສະມາຊິກ​ພັກ ​ແລະ​ ປະຊາຊົນ, ປັບປຸງ​ຄວາມ​ສາມັກຄີ ​ເປັນ​ເອກະ​ພາບ​ໃນ​ພັກ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນສັງຄົມ.

ທີ​ແປດ, ​ເພີ່ມ​ທະວີ​ວຽກ​ງານ​ກວດກາ ຕິດຕາມ​ກວດກາ​ການ​ປະຕິບັດ ຄຳສັ່ງ​ເລກທີ 05 ຕິດ​ກັບ​ການ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 4 (ສະ​ໄໝ​ທີ 11 ​ແລະ 12) ​ແນ​ໃສ່​ປຸກ​ສະຕິ, ກ່າວ​ເຕືອນ, ຄົ້ນ​​ເຜີ​ຍ​ໄວ, ກີດ​ກັ້ນ​ຢ່າງ​ທັນ​ການ ​ຕໍ່​ການລະ​ເມີ​ດວິ​ໄນຂອງ​ພັກ, ລະ​ເມີດ​ກົດໝາຍ​ຂອງ​ລັດ, ຮັບປະກັນ​ໃຫ້ການຮ່ຳຮຽນ​ແລະ​ປະຕິບັດ​ຕາມ​ລຸງ​ໂຮ່ ດຳ​ເນີນ​ໄປ​ຢ່າງ​ເຂັ້ມ​ງວດ ມີ​ປະສິດທິ​ຜົນ ​ແລະ​ແທດ​ຈິງ. ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ໂດຍປະ​ຂາ​ຂົນ​ເລືອກ​ຕັ້ງ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ໜັງສືພິມ​ສື່​ມວນ​ຊົນ ​ແລະ ປະຊາຊົນ ຕໍ່​ການ​ປະຕິບັດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເປັນ​ແບບຢ່າງ. ຖື​ເອົາ​ຜົນ​ຂອງ​ວຽກ​ງານ, ຄວາມ​ເພີງພໍ​ໃຈ ​ແລະ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ ​ເປັນ​ຕົວ​ຊີ້​ວັດປະ​ເມີນ​ຄຸນ​ນະພາ​ບຂອງ​ອົງການ​ຈັດ​ຕັ້ງ​ພັກ, ຂອງ​ພະນັກງານ ສະມາຊິກ​ພັກ. ປະຕິບັດຢ່າງເຂັ້ມງວດຕາມ​ລະບຽບ​ການ​ຕໍ່​ພະນັກງານ ສະມາຊິກ​ພັກ​ທີ່ລະ​ເມີດ​ລະບຽບ​ວິ​ໄນ. ຍ້ອງຍໍຢ່າງທັນເວລາຕໍ່​ແບບ​ຢ່າງ​ທີ່​ກ້າວ​ໜ້າ, ຕົວ​ຢ່າງ​ທີ່​ສົດ​ໃສ​ຂອງຄຸນສົມບັດ ​ແລະ ວິ​ຖີ​ຊີວິດ.

ປະທານໂຮ່ຈີມິນໄດ້ສ້າງ​ແລະມອບ​ໂອນມໍລະດົກອັນລ້ຳຄ່າ ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ ແລະ ປະຊາຊົນຫວຽດນາມ. ນັ້ນ​ແມ່ນ​ຍຸກ​ສະ​ໄໝ​ໂຮ່ຈີ​ມິນ; ​ແມ່ນ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ. “ຊາ​ດ​ເຮົາ, ປະຊາຊົນ​ເຮົາ, ​ແຜ່ນດິນ​ປະ​ເທດ​ເຮົາ ​ໄດ້​ໃຫ້​ກຳ​ເນີ​ດປະທານ​ໂຮ່ຈີ​ມິນ ວິລະ​ຊົນ​ແຫ່ງ​ຊາດ​ຜູ້​ຍິ່ງ​ໃຫຍ່ ​ແລະ ​ເພິ່ນ​ເອງ​ເປັນ​ຜູ້​ເຮັດ​ໃຫ້​ຊາດ​ເຮົາ, ປະຊາຊົນ​ເຮົາ ​ແລະ ​ແຜ່ນດິນ​ປະ​ເທດ​ເຮົາ​ ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ”(12). ຊີວິດ​ແລະ​ພາລະກິດ​ປະຕິວັດ​ອັນ​ຍິ່ງ​ໃຫຍ່ຂອງ​ເພີ່ນ ຍາມໃດກໍ່ແມ່ນສັນຍາລັກແຫ່ງການປະຕິວັດ, ​ແມ່ນ​ປະພາຄານຊີ້ທິດໃຫ້ແກ່ພາລະກິດປະຕິວັດຂອງປະເທດຊາດ, ແລະ ​ເປັນ​ແບບຢ່າງທີ່​ໃສ​ແຈ້ງໃຫ້ຄົນລຸ້ນຫຼັງຂອງຊາວຫວຽດນາມ ສືບຕໍ່ປະຕິບັດຕາມ. ການຮ່ຳຮຽນ​ແລະ​ຝຶກ​ຝົນ​ຫຼໍ່​ຫຼອມ​ຕາມ​ແບບຢ່າງຂອງ​ປະທານ​ໂຮ່ຈີ​ມິນ ​​ໄດ້, ກຳລັງ ​ແລະ ຍາມ​ໃດ​ກໍ່​ເປັນ​ເກນ, ບັນທັດຖານ, ທິດ​ນຳ ສຳລັບການ​ກະທຳ​ ແລະ ​ມາດ​ຕະການການ​ປະຕິບັດ​ງານ​ຂອງ​ພະນັກງານ ສະມາຊິກ​ພັກ, ຖືກ​ຖື​ວ່າ​ເປັນ​ກຳລັງ​ໜູນ​ແລະ​ແຫຼ່ງກຳລັງ ​ເພື່ອ​ໃຫ້​ທົ່ວ​ພັກ​ສູ້​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ການ​ປະຕິ​ສັດ​ໃນ​ໄລຍະ​ໃໝ່./.

--------------

(1) ສຸນທອນພົດ​ຂອງ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫງວຽນ​ຝູຈ້ອງ ​ໃນ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ​ໂຮ່ຈີ​ມິນ​ຄົບຮອບ 130 ປີ, https://nhandan.vn/tin-tuc-su-kien/dien-van-cua-tong-bi-thu-chu-tich-nuoc-nguyen-phu-trong-tai-le-ky-niem-130-nam-ngay-sinh-chu-tich-ho-chi-minh-458617/

(2) ຕັ້ງ​ແຕ່​ຂະ​ບວນການ​ປະຕິບັດຄຳສັ່ງ​ເລກທີ 23-CT/TW, ວັນ​ທີ 27 ມີນາ 2003, ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ສະ​ໄໝ​ທີ 9, “ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຄົ້ນຄວ້າ, ​ໂຄສະນາ ​ແລະ​ສຶກສາ​ອົບຮົມແນວ​ຄິດ​ໂຮ່ຈີ​ມິນ​ໃນ​ໄລຍະ​​ໃໝ່”, ຄຳສັ່ງ​ເລກທີ 06-CT/TW, ວັນ​ທີ 7 ພະຈິກ 2006, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ສະ​ໄໝ​ທີ 10, “ກ່ຽວ​ກັບ​ການຈັດ​ຕັ້ງ​ການ​ຂົນຂວາຍ​ໃຫ້ “ຮ່ຳຮຽນ​ແລະປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​​ໂຮ່ຈີ​ມິນ”” ​ແລະຄຳສັ່ງ​ເລກທີ 03-CT/TW, ວັນ​ທີ 14 ພຶດສະພາ 2011, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ສະ​ໄໝ​ທີ 11, “ກ່ຽວ​ກັບ​ການສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ​ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ໂຮ່ຈີ​ມິນ”

(3) ຕາມ​ຜົນ​ການ​ສຳ​ຫຼວດ​ຄວາມ​ເຫັນ​ຂອງ​ສັງ​ຄົມ​ໃນ​ເດືອນ​ມີ​ນາ 2021 ຂອງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ: 79% ຂອງ​ຜູ້​ຕອບ​ແບບ​ສອບ​ຖາມ​​ເຊື່ອ​ວ່າ​ການ​ປະ​ຕິ​ບັດ​ຄໍາ​ສັ່ງ​ເລກທີ 05​ “ຊ່ວຍ​ໃຫ້​ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ ມີ​ຄວາມ​ຮັບ​ຮູ້ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ພື້ນຖານ ​ແລະ ຄຸນຄ່າ​ອັນ​ໃຫຍ່​ຫຼວງ​ຂອງ​ແນວ​ຄິດ, ຄຸນສົມບັດ ​ແລະ ​ແບບ​ແຜນໂຮ່ຈີ​ມິນ.”  

(4) ຄະນະ​ພັກ, ພະນັກງານ, ສະມາຊິກ​ພັກ, ​ຫົວໜ້າ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ສະຫາຍກຳມະ​ການ​ກົມ​ການ​ເມືອງ​ສູນ​ກາງ, ກຳມະ​ການ​ຄະນະ​ເລຂາທິການສູນ​ກາງ, ກຳມະ​ການ​ຄະນະບໍລິຫານ​ງານ​ສູນ​ກາງ ​ໄດ້​ປະຕິບັດ​ການ​ເປັນ​ແບບຢ່າງ ດ້ວຍ​ວຽກ​ງານ​ແລະ​ການ​ກະທໍາສະ​ເພາະ, ​ໃນ​ທຸກ​ດ້ານ ຕັ້ງ​ແຕ່​ແນວ​ຄິດ​ການ​ເມືອງ ຈົນ​ເຖິງ​ຄຸນສົມບັດ, ​ແບບ​ແຜນດຳລົງ​ຊີວິດ, ການຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ, ​ໃນ​ການພົວພັນກັບ​ປະຊາຊົນ, ຄວາມຮັບຜິດຊອບ, ສະຕິ​ຕໍ່​ການຈັດ​ຕັ້ງ​ລະບຽບ​ວິ​ໄນ,... ດ້ວຍທິດນຳ “ຂັ້ນ​ເທິງ​ກ່ອນ, ຂັ້ນ​ລຸ່ມ​ຕາມ​ຫຼັງ”, “ສະມາຊິກ​ພັກ​ໄປ​ກ່ອນ, ມະຫາຊົນ​ຕາມ​ຫຼັງ”, “ການຮ່ຳຮຽນ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ​ຕາມ”. ຜ່ານ​ນັ້ນ, ​ແກ້​ໄຂ​ແບບ​ແຜນ​ວິທີ​ເຮັດ​ວຽກ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ ສະມາຊິກ​ພັກ​ຢ່າງ​ທັນ​ການ, ​ເປັນ​ແບບຢ່າງ ນຳໜ້າ​ໃນ​ການປະຕິບັດວິຖີ​ຊີວິດ​ທີ່​ມີ​ອາລະຍະທຳ, ລຽບ​ງ່າຍ ​ແລະ​ປະຢັດ, ສ້າງ​ການ​ປ່ຽນ​ແປງ​ທີ່​ສຳຄັນທາງ​ດ້ານຄວາມ​ຮັບ​ຮູ້​ແລະການ​ກະທຳ​ຂອງພະນັກງານ ສະມາຊິກ​ພັກ​ ໃນ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ການ​ເມືອງ.

(5) ຜົນ​ການ​ສຳ​ຫຼວດ​ຄວາມ​ເຫັນ​ຂອງ​ສັງ​ຄົມ​ໃນ​ເດືອນກຸມພາ 2020 ຂອງ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ: ການ​ກໍ່ສ້າງ​ແລະປັບປຸງ​ພັກ, ກີດ​ກັ້ນ​ແລະ​ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນດຳລົງ​ຊີວິດ, ບັນດາ​ປະກົດ​ການ “ປ່ຽນ​ແປງ​ຕົນ​ເອງ”, “ຫັນປ່ຽນ​ຕົນ​ເອງ” ​ໄດ້​ຮັບ​ການ​ປະ​ເມີນ​ຈາກ​ພະນັກງານ ສະມາຊິກ​ພັກ​ວ່າ ບັນລຸຜົນສຳ​ເລັດທີ່​ຫນ້າພໍໃຈ, ​ເພີ່ມ​ຂຶ້ນ​ຈາກ 39% ​ໃນ​ປີ 2018 ​ເປັນ 59% ​ໃນ​ປີ 2019; ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, “ຜົນ​ປະ​ໂຫຍ​ດໝູ່​ພວກ” ​ໄດ້​ຮັບ​ການ​ປະ​ເມີນ​ຈາກ​ພະນັກງານ ສະມາຊິກ​ພັກ​ວ່າ ບັນລຸ​ຜົນສຳ​ເລັດທີ່ຫນ້າພໍໃຈ, ​ເພີ່ມ​ຂຶ້ນ​ຈາກ 29% ​ໃນ​ປີ 2018 ​ເປັນ 48% ​ໃນ​ປີ 2019. ຜົນ​ການ​ສຳ​ຫຼວດ​ຄວາມ​ເຫັນ​ຂອງ​ສັງ​ຄົມ​ໃນ​ເດືອນມີນາ 2021: 70% ຂອງ​ຜູ້​ຕອບ​ແບບ​ສອບ​ຖາມ​ໃຫ້​ຮູ້​ວ່າ ການ​ປະຕິບັດຄຳສັ່ງ​ເລັກ​ທີ 05 ​ໄດ້ “ກີດ​ກັ້ນ, ຍູ້​ຖອຍ​ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານ​ແນວ​ຄິດ​, ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ບັນດາ​ປະກົດ​ການ “ປ່ຽນ​ແປງ​ຕົນ​ເອງ”, “ຫັນປ່ຽນ​ຕົນ​ເອງ” ຢູພາຍ​ໃນ”.

(6) ຍົກຕົວຢ່າງ​ຄື, ການປັບປຸງ​ແລະຈັດວາງ​ສັບ​ຊ້ອນ​ກົງຈັກ​ໃຫ້​ກະທັດ​ລັດຮັດ​ກຸມ, ຍົກ​ສູງ​ປະສິດທິ​ພາບ​ແລະປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ ​ໄດ້​ບັນລຸ​ໝາກຜົນທີ່​ສຳຄັນ, ​ມີ​ຈຸດ​ໜັກ​ໃຈກາງ, ​ໃນ​ເບື້ອງ​ຕົ້ນ​ໄດ້​ຜ່ານ​ຜ່າ​ບາງ​ບັນຫາ​ຈຳກັດ​ໃນ​ໄລຍະ​ຍາວ. ກົນ​ໄກ​ການ​ແບ່ງ​ງານ, ການ​ສົມທົບ ​ແລະ ການ​ຄວບ​ຄຸມອຳນາດ​ລັດລະຫວ່າງ​ບັນດາ​ອົງການ​ຂອງ​ລັດ​ໃນ​ການປະຕິບັດ​ບັນດາອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ ​ແລະ ອຳນາດ​ຕຸລາການ ນັບ​ມື້​ນັບ​ຈະ​ແຈ້ງ; ການ​ປັບປຸງ​ລະບຽບ​ລະບອບ​ກ່ຽວ​ກັບ​ວຽກ​ງານ​ພະນັກງານ​​ໃຫ້ສົມບຸນ​ເທື່ອ​ລະ​ກ້າວ, ຍູ້​ແຮງ​ການ​ແບ່ງ​ຂັ້ນ, ​ມອບ​ອຳນາດ​ໄປ​ຄຽງ​ຄູ່​ກັບການ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ກວດກາ, ຄວບ​ຄຸມອຳນາດ. ຫຼາຍບັນຫາທີ່​ສັບສົນ​ໃນ​ການ​ກໍ່ສ້າງ​ພັກ ໄດ້ຖືກກ່າວເຖິງໃນຫຼາຍວາລະ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ, ຮອດ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 12 ຂອງພັກ ຈຶ່ງໄດ້ຮັບການແກ້ໄຂໂດຍພື້ນຖານ ແລະ ຊັດເຈນ.

(7) ​ໃນ​ວາລະ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາທິການ ​ໄດ້​ສ້າງ​ຕັ້ງ​ຄະນະ​ກວດກາ 20 ກວ່າ​ຄະນະ​ຢູ່ 30 ກວ່າຄະນະ, ກະຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ເລກທີ 05-CT/TW ຕິດ​ກັບມະຕິ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 12. ຄະນະ​ພັກ, ຄະນະກຳມະການ​ກວດກາທຸກ​ລະດັບ​ ໄດ້​ດຳ​ເນີນ​ການ​ກວດກາ​ຕໍ່ 15.920 ອົງການ​ຈັດ​ຕັ້ງ​ພັກ ​ແລະ ສະມາຊິກ​ພັກ 47.701 ຄົນ.  

(8) ​ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວປະ​ເທດຄັ້ງ​ທີ 13, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 104

(9) ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ II, ໜ້າ 228

(10) ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 180

(11) ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວປະ​ເທດຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ II, ໜ້າ 236

(12) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 15, ໜ້າ 627

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 967 (​ເດືອນມິຖຸນາ 2021)