ວກ. - ກ່ອນ​ໜ້ານີ້​ 110 ປີ, ບ້ານ​ເກີດ​​ເມືອງ​ນອນກວາງ​ບິ່ງ ດ້ວຍ​ລົດ​ເຄັມ​ອັນ​ດູດ​ດື່ມ​ຂອງ​ທະ​ເລທີ່​ກວ້າງ​ໃຫຍ່​ໄພ​ສານ, ​ແສງຕາ​ເວັນ​ເຫຼື້ອມປະກາຍສ່ອງ​ລົງ​ໄປ​ໃນຊາຍຫາດ ແລະ ​ມູນ​ເຊື້ອອັນ​ພິລະ​ອາດ​ຫານກ້າ​ແກ່ນ​ຂອງ​ປະ​ຊາ​ຊົນ​ ​ເປັນບ່ອນເກີດຂອງພົນ​ເອກ ຫວໍ​ງວຽນ​ຢ໋າບ - ລູກສິດ​ທີ່ດີ​ເດັ່ນ​ຂອງ​ປະ​ທານ ໂຮ່​ຈີມິນ, ພົນ​ເອກຜູ້ເກັ່ງ​ກ້າ​ສາ​ມາດ​ຂອງກອງ​ທັບ​ ແລະ ປະ​ຊາ​ຊົນຫ​ວຽດ​ນາມວິ​ລະ​ຊົນ, ລັດ​ຖະ​ມົນ​ຕີ​ຜູ້​ທຳ​ອິດ​ຂອງ​ກະ​ຊວງ​ພາຍ​ໃນ​ແຫ່ງສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕຫວຽດ​ນາມ (ປະ​ຈຸ​ບັນ​ແມ່ນສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມຫວຽດ​ນາມ). ພົນ​ເອກ ຫວໍງວຽນ​ຢ໋າບ ກໍ່​ເປັນຜູ້​ທຳ​ອິດ​ທີ່​ເຂົ້າ​ຮ່ວມການວາງ​ບັນດາ​ກ້ອນ​ດິນ​ຈີ່​ທຳ​ອິດ​ໃຫ້​ແກ່​ການ​ກໍ່ສ້າງ​ລະບົບການ​ບໍລິຫານ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ຫວຽດນາມ.

ຊີ​ວິດແລະພາ​ລະ​ກິດ, ​ແບບ​ຢ່າງທີ່​ດີ, ຄຸ​ນະ​ທຳແລະບຸກ​ຄະ​ລິກ​ທີ່​ຍິ່ງ​ໃຫຍ່​, ​ໃສ​ແຈ້ງ ​ແລະ​ການ​ສູ້​ຊົນ​ຕະຫຼອດ​ຊີວິດເພື່ອ​ປະ​ເທດຊາດ ເພື່ອ​ປະ​ຊາ​ຊົນ​ຂອງພົນ​ເອກ ຫວໍ​ງວຽນ​ຢ໋າບ ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ບັນ​ດາ​ນັກ​ປະ​ຫວັດ​ສາດ, ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄວ້າ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ ​ເຊິ່ງ​ໄດ້​ຮັບ​ການ​​ພິ​ຈາ​ລະ​ນາ​, ວິ​ໄຈ, ປະ​ເມີນຫຼາຍ​ທີ່​ສຸດ ຄື​ບົດ​ນຳ​ທີ່​ລົງ​ໃນ​ໜັງ​ສື​ພິມ EL Moudjahd ຂອງອານ​ເຊຣີ (ສະບັບວັນ​ທີ 4 ມັງ​ກອນ 1976) ເຊິ່ງ​ໄດ້​ເນັ້ນ​ໜັກ​ວ່າ: “ນາຍ​ພົນ ຢ໋າບ ​ແມ່ນ​ຫຼາຍ​ກວ່າ​ວິ​ລະ​ຊົນ​. ເພິ່ນຢູ່​ໃນ​ກຸ່ມນັກ​ຮົບທີ່​ມີ​ວິ​ລະ​ກຳ​ຍິ່ງ​ໃຫຍ່ທີ່​ຈະ​ໄດ້​ຮັບ​ການບອກ​ເລົ່າ​ຈາກ​ລຸ້ນ​ຕໍ່​ລຸ້ນ. ບາງ​ທີ່​ກະ​ທັ່ງ​ບັນ​ດາ​ນັກ​ປະ​ຫວັດ​ສາດກໍ່​ຕ້ອງການການ​ໂຕ້​ຖຽງ​ຫຼາຍ ​ເພື່ອຫຼີກລ່ຽງ​ການ​ພັນ​ລະ​ນາວ່າ​ເພິ່ນ​ເປັນ​ບຸກຄົນ​ໃນ​ຕຳນານ ​ເພື່ອຈະ​ເລົ່າ​ຄືນຄຸນຄ່າ​ຂອງ​ເພິ່ນ​ໃຫ້ຄົບຖ້ວນ”(1).

ປະທານໂຮ່ຈິມິນ ແລະ ລັດຖະມົນຕີກະຊວງພາຍໃນ ຫວໍງວຽນຢ໋າບ (ແຖວໜ້າຈາກຊ້າຍໄປຂວາ) ໃນການສະເໜີຕົວລັດຖະບານປະຕິວັດຊົ່ວຄາວແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ, ເດືອນ ກັນຍາ 1945 _ພາບ: TTXVN

ກັບ​ຄືນ​ໄປ​ໃນ​ປະ​ຫວັດ​ສາດເມື່ອ 76 ປີ​ກ່ອນ, ການ​ລຸກ​ຮື​ຂຶ້ນຢຶດອຳນາດ​ໃນ​ທົ່ວ​ປະ​ເທດຫວຽດນາມ​ທີ່​ໄດ້​​ຮັບຜົນ​ສຳ​ເລັດ​ມີ​ໄຊ​ຢ່າງ​ສົມ​ບຸນ, ຢຶດ​ເອົາອຳ​ນາດການ​ປົກຄອງ​ມາ​ມືປະ​ຊາ​ຊົນ. ໃນ​ວັນ​ທີ 28 ສິງ​ຫາ 1945, ຕາມ​ຄຳ​ສະ​ໜີ​ຂອງ​ປະ​ທານ ໂຮ່​ຈິ​ມິນ, ຄະ​ນະ​ກຳ​ມະ​ການປົດ​ປ່ອຍ​ປະ​ເທດ​ຊາດຫວຽດ​ນາມ ​ໄດ້ຮັບ​ການ​ປັບ​ປຸງ​ການ​ຈັດ​ຕັ້ງ​ເປັນ​ລັດ​ຖະ​ບານ​ຊົ່ວ​ຄາວ​ແຫ່ງ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມ ດ້ວຍ​ໂຄງ​ປະ​ກອບ​ລວມ​ມີ 13 ກະ​ຊວງ, ເຊິ່ງ​ຜູ້​ເປັນ​ຫົວ​ໜ້າ​ແມ່ນປະ​ທານ ໂຮ່​ຈິ​ມິນ. ສະ​ຫາຍ ຫວໍ​ງວຽນ​ຢ໋າບ ​ໄດ້ຮັບ​ຄວາມ​ເຊື່ອ​ຖື​ຂອງ​ປະ​ທານໂຮ່​ຈິ​ມິນ ມອບ​ໜ້າ​ທີ່​ສຳ​ຄັນ​​ໃຫ້ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ ທັງ​ເປັນ​ເລ​ຂາຄະ​ນະພັກ​​ໃນ​ລັດ​ຖະ​ບານ, ຮັບ​ຜິດ​ຊອບ​ສະ​ເພາະ​ການ​ທະ​ຫານ, ນຳ​ພາ​ໂດຍ​ກົງ​ຕໍ່​ກະ​ຊວງ​ພາຍ​ໃນ ແລະ ວຽກ​ງານ​ການຈັດ​ຕັ້ງ​ອຳ​ນາດ​ການ​ປົກ​ຄອງ, ຮັກສາຄວາມໝັ້ນຄົງ, ກິດຈະການ​ພາຍ​ໃນ​ໃນ​ວັນ​ເດືອນ​ທຳ​ອິດ​ທີ່​ປະ​ເທດຫວຽດ​ນາມ​ໄດ້​ຮັບ​ເອ​ກະ​ລາດ​. ​ທັນທີ​ທີ່​ຮັບ​ໜ້າ​​ທີ່ສຳ​ຄັນດັ່ງ​ກ່າວ, ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍ​ງວຽນ​ຢ໋າບ ໄດ້​ລົງ​ມື​​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ລະດັບ​ຊາດ​ເຊັ່ນ: ເຂົ້າ​ຮ່ວມ​ໃນການ​ສ້າງສະ​ຖາ​ບັນ​ການ​​ບໍ​ລິ​ຫານ​ປະ​ຊາ​ທິ​ປະ​ໄຕແລະອຳ​ນາດ​ກົດ​ໝາຍ, ກໍ່ສ້າງ​ການຈັດ​ຕັ້ງ​ກົງ​ຈັກ​ລັດ​ຈາກ​ສູນ​ກາງລົງ​ຮອດ​ທ້ອງ​ຖິ່ນ​ ​ໂດຍ​ຈຸດໝາຍ​ອັນ​ສູງ​ສົ່ງ​ເພື່ອ​ໃຫ້​ປະຊາຊົນ​ມີ​ຊີ​ວິດ​ການ​ເປັນ​ຢູ່ທີ່ອິ່ມ​ໜຳ​ສຳ​ລານ, ​ມີ​ເສ​ລີພາບ ​ແລະ ມີຄວາມ​ຜາ​ສຸກ. ​ເພື່ອສົມ​ກັບ​ຄວາມ​ໄວ້​ວາງ​ໃຈ​ ຄວາມ​ເຊື່ອ​ໝັ້ນ ​ແລະການ​ມອບ​ໝາຍ​ຂອງ​ປະ​ທານ ໂຮ່​ຈິ​ມິນ, ລັດ​ຖະ​ມົນ​ຕີ ຫວໍ​ງວຽນ​ຢ໋າບ ໄດ້​ສຳ​ເລັດ​ຢ່າງ​ດີ​ເດັ່ນ​ບັນ​ດາ​ໜ້າ​ທີ່ທີ່​ເບິ່ງ​ຄື​ວ່າ “ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້” ໃນ​ວັນ​ເດືອນ​ທຳ​ອິດ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ທິ​ປະ​ໄຕປະຊາຊົນ​ທີ່​ຍັງ​ໜຸ່​ມ​ໜ້ອຍ, ຢູ່​ໃນ​ສະຖານະ​ການ​ຄັບຂັນ​ແບບ “ຮ້ອຍ​ຫາບຫ້ອຍ​ຈາກ​ເສັ້ນ​ຜົມ”.

ເຖິງວ່າທ່ານ​ພຽງ​ແຕ່ດຳລົງ​ຕຳ​ແໜ່​ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນຄົນ​ທຳ​ອິດ​ຂອງ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມ​ເປັນ​ເວ​ລາກວ່າ 6 ​ເດືອນກໍ່ຕາມ​ (ແຕ່​ວັນ​ທີ 28 ສິງ​ຫາ 1945 ເຖິງວັນ​ທີ 2 ມີ​ນາ 1946) ແຕ່​ລັດ​ຖະ​ມົນ​ຕີ ຫວໍ​ງວຽນ​ຢ໋າບ ກໍ່​ໄດ້​ມີ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່ຫຼວງ​ໃນ​ການ​ເຂົ້າ​ຮ່ວມການກໍ່​ສ້າງສະ​ຖາ​ບັນ​ການ​ບໍ​ລິ​ຫານ ການຈັດ​ຕັ້​ງ​ກົງ​ຈັກ​ແຫ່ງ​ລັດ ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ປະ​ທານ ໂຮ່​ຈິ​ມິນ. ໃນ​ໄລ​ຍະ​ເວ​ລາ​​ສັ້ນ​ນີ້, ລັດ​ຖະ​ມົນ​ຕີ ຫວໍງວຽນ​ຢ໋າບ ໄດ້​​ແນະນຳ​ໃຫ້​ລັດ​ຖະ​ບານ​ອອກດຳລັດ​ກວ່າ 100 ​ສະ​ບັບ, ໃນ​ນັ້ນ​ມີດຳລັດ​ປະ​ມານ 30 ສະບັບ​ທີ່​ລັດ​ຖະ​ມົນ​ຕີລົງ​ນາມ​ເອງ​, ທີ່​ມີ​ລັກ​ສະ​ນະທາງ​ດ້ານ​ກົດໝາຍການ​ບໍ​ລິ​ຫານ​ໃນຫຼາຍ​ຂະ​ແໜງ​ການ, ຫຼາຍ​ຂົງ​ເຂດ. ດ້ວຍວຽກ​ງານ​ຈຳ​ນວນ​ຫຼວງຫຼາຍ​ທີ່​ລັດ​ຖະ​ມົນ​ຕີ ຫວໍ​ງວຽນ​ຢ໋າບ ໄດ້​ປະ​ຕິ​ບັດ​ໃນ​ໄລ​ຍະ​ເວ​ລາ​​ສັ້ນ​ດັ່ງ​ກ່າວ​, ​ສາ​ມາດ​ຢືນ​ຢັນ​ວ່າ, ພາຍ​ໃຕ້​ກາ​ນ​ຊີ້​ນຳ, ນຳ​ພາ, ໃຫ້​ຄວາມ​ເຊື່ອ​ໝັ້ນແລະມອບ​ໝາຍ​ໜ້າ​ທີ່ຂອງ​ປະ​ທານ ໂຮ່​ຈິ​ມິນ, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍງວຽນ​ຢ໋າບ ເປັນ​ຜູ້​ເຂົ້າ​ຮ່ວມ​ການ​ວາງ​ບັນ​ດາດິນ​ຈີ່​ກ້ອນ​ທຳ​ອິດ​ເພື່ອກໍ່​ສ້າງ​ລະ​ບົບການ​ບໍ​ລິ​ຫານ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນຫວຽດ​ນາມ.

ທີ​ໜຶ່ງ, ຈັດ​ຕັ້ງ​ການເລືອກ​ຕັ້ງທົ່ວ​ໄປ​ເພື່ອ​ເລືອກ​ຕັ້ງ​​ສະ​ພາ​ແຫ່ງ​ຊາດ​ຊຸດທີ 1 ​ຢ່າງ​ສຳ​ເລັດ​ຜົນ.

​ບໍ່ຮອດໜຶ່ງອາ​ທິດຫຼັງຈາກ​ການ​ສ້າງ​ຕັ້ງ​ປະ​ເທດສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມ, ລັດ​ຖະ​ບານ​ຊົ່ວ​ຄາວ​ໄດ້​ອອກດຳລັດຈັດການເລືອກ​ຕັ້ງທົ່ວ​ໄປ​ໃນ​ທົ່ວ​ປະ​ເທດ​ເພື່ອ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ. ພົນ​ເອກ ຫວໍ​ງວຽນ​ຢ໋າບ ໃຫ້​ທັດ​ສະ​ນະ​ວ່າ, ໃນ​ປະ​ຫວັດ​ສາດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຫາ​ກໍ່ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ບໍ່​ເຄີຍ​ມີດຳລັດ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ທົ່ວ​ປະ​ເທດ​​ໃດ​​ທີ່​ໄດ້​ອອກ​ໄວ​ຄື​ແນວນັ້ນ. ກ່ອ​ນ​ອື່ນ​ໝົດ, ນີ້​ແມ່ນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ພັກ​ໃນ​ນ້ຳ​ໃຈ​ຮັດ​ຊາດ ​ແລະ​ລະ​ດັບ​ຄວາມ​ຕື່ນ​ຕົວ​ຂອງ​ປະ​ຊາ​ຊົນ. ການເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ທົ່ວ​ປະ​ເທດຈະ​ເປັນ​ຂະ​ບວນ​ການ​ຂົນ​ຂວາ​ການ​ເມືອງ​ທີ່ກວ້າງ​ຂວາງແລະເລິກ​ເຊິ່​ງ​ ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດທີ່ປະ​ຊາ​ຊົນ​​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ລັດ​ຖະ​ບານທີ່​ໄດ້​ຮັບ​ການ​ຈັດ​ຕັ້ງຢ່າງ​ເປັນ​ທາງການ​ຕາມ​ຫຼັກ​ປະຊາທິປະ​ໄຕ ​​ຈະ​ມີ​ອິດ​ທິ​ພົນຊື່​ສຽງ ແລະ ກຳລັງ​ແຮງ​​ພຽງ​ພໍ ເພື່ອ​ປຸກ​ລະ​ດົມ​ຈິດ​ໃຈ​ແລະກຳ​ລັງ​ຂອງ​ປະ​ຊາ​ຊົນ ​ເພື່ອ​ຕໍ່​ຕ້ານ​ແລະ​ສ້າງ​ສາ​ປະ​ເທດ​ຊາດ, ເພື່ອ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ(2). ນອກ​ຈາກນັ້ນ, ກະ​ຊວງ​ພາຍ​ໃນ​​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຄົ້ນ​ຄວ້າ, ກໍ່​ສ້າງ ​ແລະ ປັບປຸງບູ​ລ​ະ​ນະ​ລະ​ບົບ​ອຳ​ນາດ​ການ​ປົກ​ຄອງ​ແຫ່ງ​ລັດ ​ແຕ່​ຂັ້ນ​ສູນ​ກາງ​ຈົນ​ຮອດ​ທ້ອງ​ຖິ່ນ.

ໂດຍ​ມີ​ຄວາມຮັບ​ຮູ້​ຢ່າງ​ເລິກເຊິ່ງ​ກ່ຽວ​ກັບ​ທີ່​ຕັ້ງ​ແລະ​ບົດ​ບາດ​ຂອງການເລືອກ​ຕັ້ງ​ທົ່ວ​ໄປ​ໃນທົ່ວປະ​ເທດ, ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ແລະການ​ມອບ​ໝາຍຂອງ​ປະ​ທານ​ ໂຮ່​ຈິ​ມິນ, ລັດ​ຖະ​ມົນ​ຕີ​ກະຊວງ​ພາຍ​ໃນ ຫວໍງວຽນ​ຢ໋າບ ໄດ້ລົງ​ນາມ​ປະ​ກາດ​ໃຊ້ດຳລັດ​ສະ​ບັບ​​ທີ 14, ລົງ​ວັນ​ທີ 8 ກັນ​ຍາ 1945, ຂອງ​ປະ​ທານ​ລັດ​ຖະ​ບານ​ຊົ່ວ​ຄາວ​ແຫ່ງ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມ. ເນື້ອ​ໃນ​ຂອງດຳ​ລັດ​ລະບຸວ່າ: “1- ໃນ​​ໄລຍະເວ​ລາສອງ​ເດືອນ​ນັບ​ແຕ່​ວັນລົງ​ນາມ​ດຳລັດ​ສະບັບ​ນີ້​, ຈະດຳ​ເນີນການເລືອກ​ຕັ້ງ​ທົ່ວ​ໄປ​​ໃນ​ທົ່ວ​ປະ​ເທດເພື່ອ​ເລືອກ​ຕັ້ງສະ​ພາ​ແຫ່ງ​ຊາດ; 2- ພົນ​ລະ​ເມືອງຫວຽດ​ນາມທຸກຄົນ, ທັງ​ຊາຍ​​ແລະ​ຍິງ ທີ່​​ມີ​ອາ​ຍຸ​ແຕ່ 18 ປີຂຶ້ນ​ໄປ, ລ້ວນ​ແຕ່​ມີ​ສິດ​ເລືອກ​ຕັ້ງ ແລະ ​ສະ​ໝັກ​ຮັບເລືອກ​ຕັ້ງ​, ຍົກ​ເວັ້ນຜູ້​ທີ່​ຖື​ດ​ເພີກຖອນສິດ​ພົນ​ລະ​ເມືອງ ແລະ ຜູ້ທີ່ມີຈິດໃຈຜິດປົກກະຕິ; 3- ຈຳ​ນວນ​ຜູ້​ແທນ​​ສະ​ພາ​ແຫ່ງ​ຊາດ​ທີ່​ໄດ້​ກຳ​ນົດ​ໄວ້​ແມ່ນ 300 ຄົນ; 4- ສະ​ພາ​ແຫ່ງ​ຊາດຈະ​ມີ​ອຳນາດ​ເຕັມ​ໃນ​ການ​ກຳນົດ​ລັດຖະທຳ​ມະນູນ​ໃຫ້ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕຫວຽດນາມ;​ 5- ຈະ​ຈັດ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຮ່າງ​ກົດ​ໝາຍ​ການ​ເລືອກ​ຕັ້ງ​ທົ່ວ​ໄປ; 6- ​​ໃນ​ການຮ່າງ​ລັດຖະທຳ​ມະນູນ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ, ຈະຈັດ​ຕັ້ງ​ຄະນະ​ກຳມະການການ​ຮ່າງ​ລັດຖະທຳ​ມະນູນ 7 ຄົນ​ຂຶ້ນ; 7- ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຄ​ສະ​ນາ​ເຜີຍ​ແຜ່ ​ຮັບ​ຜິດ​ຊອບ​ປະ​ຕິ​ບັດດຳ​ລັດ​ສະ​ບັບ​ນີ້”.

ດ້ວຍ​ຖ້ອຍ​ຄຳ​ຖືກຕ້ອງ​ຊັດ​ເຈນ, ​ກະ​ທັດ​ຮັດ, ດຳລັດ​ສະ​ບັບ​ເລກ​ທີ 14 ​ໄດ້ວາງ​ຮາກ​ຖານ​ໃຫ້​ແກ່​ການ​ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ທົ່ວ​ປະ​ເທດຄັ້ງ​ທຳ​ອິດ​ໃນ​ວັນ​ທີ 6 ມັງ​ກອນ 1946, ເລືອກຕັ້ງ​ສະ​ພາ​ແຫ່ງ​ຊາດຊຸດ​ທີ I ຂອງປະ​ເທດສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມ. ຜົນ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດຊຸດ​ທຳ​ອິດນີ້​ແມ່ນຫຼັກ​ຖານທີ່​ມີ​ຊີ​ວິດ​ຊີ​ວາ, ຊັດ​ແຈ້ງ​ໃຫ້​ແກ່​ຄວາມ​​ສຸກ​ອັນ​ສູງ​ສົ່ງ, ບໍ່​ມີ​ຂອບ​ເຂດ​ຂອງ​ປະ​ຊາ​ຊົນຫວຽດ​ນາມ - ຜູ້​ທີ່​ຈາກ​ສະຖານະ​ການ​ທຸກ​ຍາກລຳ​ບາກ​ແລະສູນ​ເສຍ​ເອກະລາດ​ແຫ່ງ​ຊາດ ​ໄດ້ “ລ້າງຕົມ​ແລະ​ລຸກ​​ຂຶ້ນຢືນ​ຢ່າງສະຫງ່າ​ຜ່າ​ເຜີຍ(3), ​ກາຍ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຢ່າງ​ແທ້​ຈິງ, ບໍ່​ຈຳ​ແນກ​ຍິງ​ຊາຍ, ຜູ້ມີ​ອາ​ຍຸ​ແຕ່ 18 ປີຂຶ້ນ​ໄປ​ລ້ວນ​ແຕ່​ມີ​ສິດ​ເລືອກ​ຕັ້ງ ແລະອອກ​ສະ​ໝັກ​ຮັບເລືອກ​ຕັ້ງ​ເຂົ້າ​ໃນ​ສະ​ພາ​ແຫ່ງ​ຊາດ.

​ໃນກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ (​ວັນ​ທີ 2 ມິ​ຖຸ​ນາ 1946), ສະ​ພາ​ແຫ່ງ​ຊາດ​ສະ​ຊຸດ​ທີ I ໄດ້​ຮັບ​ຮອງລັດ​ຖະ​ບານປະສົມ​ຕໍ່​ຕ້ານ ໂດຍໂຮ່​ຈີ​ມິນເປັນ​ປະ​ທານ, ຮັບ​ຮອງຄະນະ​ກຳ​ມະ​ການ​ຕໍ່​ຕ້ານ ໂດຍ​ສະ​ຫາຍ ຫວໍ​ງວຽນ​ຢ໋າບ ເປັນ​ປະ​ທານ, ຮັບຮ້ອງ ຄະນະ​ກຳ​ມະ​ການຮ່າງລັດຖະທຳ​ມະນູນ ລວມ​ມີສະມາຊິກ 11 ຄົນ. ດ້ວຍ​ການ​ຮັບ​ຮອງ​ລັດ​ຖະ​ບານເປັນ​ທາງ​ການ ແລະ ບັນ​ດາ​ສະ​ມາ​ຊິກ​ຂອງ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດຊຸດທີ I ​ໄດ້​ເປີດທາງ​ໃຫ້​ແກ່​ການກໍ່​ສ້າງ​ພື້ນ​ຖານການ​ບໍ​ລິຫານປະ​ຊາ​ທິ​ປະ​ໄຕ ເພື່ອ​ປະ​ຊາ​ຊົນ - ພື້ນ​ຖານ​ເພື່ອ​ເບິ່ງ​ແຍງ​ດູ​ແລ​​ຊີ​ວິດ​ອັນ​ອີ່ມ​ໜຳ​ສຳ​ລານ​ທາງ​ດ້ານ​ວັດ​ຖຸ, ພຽງ​ພໍ​ທາງ​ດ້ານ​ຈິດ​ໃຈ, ເພື່ອ​ຄວາມ​ຜາ​ສຸດ​ຂອງ​ປະ​ຊາ​ຊົນຫ​ວຽດ​ນາມ. ໃນ​ຂະ​ບວນນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍ​ງວຽນ​ຢ໋າບ ​ໄດ້​ປະກອບສ່ວນ​ທີ່​ສຳຄັນ.

ພ້ອມ​ກັນ​ກັບ​ການ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງທົ່ວ​ໄປໃນ​ທົ່ວ​ປະ​ເທດ, ​ຄວາມ​ຫຍຸ້ງ​ຍາກ​ໃຫ​ຍ່​ທີ່​ສຸດ​ໃນ​ເວລາ​ນັ້ນ ເຊິ່ງ​ລັດ​ຖະ​ມົນ​ຕີ ຫວໍງວຽນ​ຢ໋າບ ຕ້ອງ​ເຮັດ​ໃຫ້ຈົນ​ໄດ້ຄື ​ຮຽກ​ຮ້ອງຜູ້​ມີຄວາ​ມ​ເກັ່ງ​ກ້າສາມາດ​ຊ່ວຍ​ປະ​ເທດ​ ຕາມ​ການ​ຊີ້​ນຳ​ຂອງ​ປະ​ທານ ໂຮ່​ຈິ​ມິນ. ​ໃນ​ຖານະ​ທີ່ເຄີຍ​ເປັນຄູ​ປະ​ຫວັດ​ສາດ, ເພິ່ນ​​ເຊື່ອມ​ຊືມໄດ້ຄຳ​ສັ່ງ​ສອນ​ຂອງບັນພະບຸລຸດ​ທີ່​ວ່າ: “ຄົນທີ່​ມີຄຸນສົມບັດ​ຄວາມ​ສາ​ມາດ​ແມ່ນ​ພະລັງອັນ​ສຳຄັນ​ຂອງ​​ຊາດ, ພະລັງ​​ອຸ​ດົມ​ສົມບູນ​ເຮັດ​ໃຫ້​ປະ​ເທດ​​ເຂັ້ມແຂງ ແລະ​ຂະ​ຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ພະລັງຫຼຸດ​ລົງ​ທ່າຂອງ​ປະ​ເທດ​ຈະລົດ​ຜ່ອນອ່​ອນ​ເພຍ​ລົງ. ດັ່ງນັ້ນ, ບັນດາກະສັດ​ທີ່ມີ​ຄວາມ​ສາມາດ​ໃນ​ອະດີດ ຈຶ່ງບໍ່​ໄດ້​ລົດ​ລະ​ໃນ​ການ​ເບິ່ງ​ແຍງ​ດູ​ແລ ແລະ ບຳລຸງ​ຝຶກ​ອົບຮົມ​ຄົນ​ເກັ່ງ​ກ້າ​ສາ​ມາດ, ເພີ່ມ​ພູນ​ຄຸນ​ສ້າງ​ພະລັງຂອງ​ຊາດ”(4). ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ເພິ່ນ, ພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ທົ່ວ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ​ລັດ​ຖະ​ບານ​​ເປັນ​ທາງ​ການ ດ້ວຍ​ຖັນ​ແຖວ​ພະ​ນັກ​ງານທີ່​ມີ​ທັງ​ຄຸນ​ສົມ​ບັດ ​ແລະ ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ໃນ​ນັ້ນ​ມີ​ຜູ້​ຊົງ​ຄຸນ​ວຸດ​ທິ, ປັນ​ຍາ​ຊົນທີ່​ດີ​ເດັ່ນຫຼາຍ​ຄົນ​ ທີ່​ໄດ້​ເຂົ້າ​ຮ່ວມ. ການຈັດຕັ້ງ​ປະຕິບັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ທົ່ວ​ປະ​ເທດ ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 1 ປະສົບ​ຜົນສຳ​ເລັດ ​ແມ່ນ​ໄຊຊະນະ​ຂອງ​ພັກ​ແລະລັດ ນຳ​ໂດຍ​ປະທານ ​ໂຮ່ຈີ​ມິນ ​ແລະ ຂອງ​ທົ່ວ​ປວງ​ຊົນ​ຫວຽດນາມ, ​ໃນ​ນັ້ນ​ມີ​ຄຸນງາມຄວາມດີ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຫວໍ​ຫງວຽນ​ຢ໋າບ. ເບິ່ງ​​ໃນ​ແງ່​ມູມນີ້, ເພິ່ມ​ເປັນຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່ຫຼວງ​ໃນ​ການ​ເຂົ້າ​ຮ່ວມການກໍ່​ສ້າງ​ພື້ນ​ຖານ​ບໍ​ລິ​ຫານ​ເພື່ອຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ.

ທີ​ສອງ, ຮັບ​ຜິດ​ຊອບ​ການຈັດ​ຕັ້ງຄະນະ​ກຳມະການ​ຮ່າງ​ລັດ​ຖະທຳ​ມະນູນ, ພາ​ໃຫ້​ເກີດ​ມີ​ລັດ​ຖະ​ທຳ​ມະ​ນູນ​ປີ 1946.

ປີ 1919, ເມື່ອຍື່ນ​ສະ​ເໜີຂໍ້​ເລັ່ງທວງ 8 ຂໍ້ຕໍ່​ກອງ​ປະຊຸມ ແວກ​ໄຊ (Versailles) ​ເພື່ອ​ຮຽກຮ້ອງ​ສິດ​ເສ​ລີ​ແລະປະ​ຊາ​ທິ​ປະ​ໄຕ​ໃຫ້​ແກ່​ປະ​ຊາ​ຊົນຫວຽດ​ນາມ, ຫງວຽນ​ອ໋າຍກວັກ ໄດ້​ກ່າວ​ເຖິງ​ບັນດາ​ສິ່ງ​ທີ່​ກ່ຽວຂ້ອງ​ເຖິງ​ລັດຖະທຳ​ມະນູນ ​ແລະ ອຳ​ນາດກົດໝາຍ. ຫຼັງ​ຈາກນັ້ນ, ປີ 1922, ໃນ​ບົດກະວີ ຫວຽດ​ນາມນອບ​ນ້ອມ​ຮ້ອງຂໍ”, ເພິ່ມ​ກໍ່​ໄດ້ຢືນ​ຢັນກ່ຽວ​ກັບພາ​ລະ​ບົດບາດ​ຂອງ​ລັດ​ຖະ​ທຳ​ມະ​ນູນ ​ແລະ ກົດ​ໝາຍ​ດ້ວຍ​​ສອງຂໍ້: “ເຈັດ: ​ຂໍ​ໃຫ້​ປະກາດ​ໃຊ້​ລັດ​ຖະ​ທຳ​ມະ​ນູນ. ຮ້ອຍ​ເລື່ອງ​ພັນຫາ​ຕ້ອງ​ມີ​ເທບ​ແຫ່ງອຳນາດ​ກົດໝາຍ(5). ໃນ​ວັນ​ທີ 2 ກັນ​ຍາ 1945, ​ໃນ​ຕອນ​ຕົ້ນຂອງ​ປະ​ກາດ​ເອ​ກະ​ລາດ, ປະ​ທານ ໂຮ່​ຈິ​ມິນ ໄດ້ອ້າງ​ຄຳ​ປະ​ກາດອິດ​ສະລະ​ພາບ​ຂອງອາ​ເມ​ລິກາ​ໃນປີ 1776 ດ້ວຍ​ຄວາມ​ເຄົາ​ລົບ​: “ທຸກ​ຄົນ​ເກີດ​ມາສະ​ເໝີ​ພາບ​ກັນ​. ​ພະ​​ຜູ້​ສ້າງ​ໂລກ​ໄດ້​ມອບ​ໃຫ້​ເຂົາ​ເຈົ້າ​ສິດຕ່າງໆທີ່​ບໍ່​ມີ​ໃຜ​ສາ​ມາດ​ລະ​ເມີດ​ໄດ້, ໃນ​ບັນ​ດາ​ສິດ​ນັ້ນ, ສິດມີ​ຊີວິດ, ສິດ​ເສ​ລີພາບ ແລະ ສິດ​ໃນ​ການສະ​ແຫວ​ງຫາ​ຄວາມ​ຜາ​ສຸກ(6).

ສືບ​ຕໍ່​ຈິດ​ໃຈ​ເຄົ​າ​ລົບ “​ເທບ​ແຫ່ງ​ອຳນາດ​ກົດໝາຍ” ກໍ່​ຄື​ການ​ປະ​ຕິ​ບັດດຳ​ລັດສະ​ບັບ​ເລກ​ທີ 14, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍງວຽນ​ຢ໋າບ ໄດ້​ຮັບມອບ​ໝາຍ​ຈາກ​ປະທານ ​ໂຮ່ຈີ​ມິນ ​ໃຫ້ຈັດ​ຕັ້ງ​ຄະ​ນະກຳມະການ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ. ໃນ​ເວລາ​ສັ້ນ, ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ທີ່​​ເຕັມ​ໄປ​ດ້ວຍ​ບົດ​ຮຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍ​ງວຽນ​ຢ໋າບ ແລ​ະ ຄະ​ນະ​ກຳມະການ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ ​ໄດ້​ສຳ​ເລັດການ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ ແລະ ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ I ຮັບ​ຮອງ​ເອົາ ລັດ​ຖະ​ທຳ​ມະ​ນູນປີ 1946 - ກົດ​ໝາຍ​​ພື້ນຖານ​ທຳ​ອິດ​ແຫ່ງ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມ. ມາດ​ຕາ 1 ​ຂອງ​ລັດ​ຖະ​ທຳ​ມະ​ນູນປີ 1946 ​ນີ້ ​ໄດ້​ກຳ​ນົດ​ວ່າ: “ປະ​ເທດຫວຽດ​ນາມເປັນ​ປະ​ເທດ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕ. ສິດ​ອຳ​ນາດ​ທັງ​ໝົດ​ຢູ່​ພາຍ​ໃນ​ປະ​ເທດ​ແມ່ນ​ຂອງ​ປະ​ຊາ​ຊົນຫວຽດ​ນາມທຸກ​ຄົນ, ບໍ່​ຈຳ​ແນກ​ເຊື້ອ​ສາຍ, ຍິງຊາຍ, ຄົນ​ຮັ່ງ​ມີຫຼື​ຄົນ​ທຸກ​ຍາກ, ຊົນ​ຊັ້ນ, ສາ​ສະ​ໜາ”.

ລັດຖະທຳ​ມະນູນ​ແມ່ນ​ອົງປະກອບ​ທີ່​ຕິດ​ພັນ​ກັບ​ສະ​ຖາ​ບັນ​ປະຊາທິປະ​ໄຕ, ​ເພາະວ່າ​ສັງຄົມ​ທີ່​ບໍ່​ມີ​ລັດຖະທຳ​ມະນູນ, ປະຊາຊົນ​ຈະບໍ່​ມີສິດ​ເສລີພາບ, ປະ​ຊາ​ທິ​ປະ​ໄຕ ຫຼືສະ​ແຫວ​ງຫາ​ຄວາມ​ຜາ​ສຸກ. ລັດ​ຖະ​ທຳ​ມະ​ນູນ​ປີ 1946 ເປັນ​ເອ​ກະ​ສານ​ກົດ​ໝາຍ​ທຳ​ອິດ​ທີ່​ປະ​ກອບ​ສ່ວນ​ສຳ​ຄັນ​​ເຂົ້າໃນ​ການ​ຕໍ່​ສູ້​ເພື່ອກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ອຳ​ນາດ​ການ​ປົກ​ຄອງ​ທີ່ຍັງ​ໜຸ່ມ​ໜ້ອຍ, ເປັນ​ພື້ນ​ຖານ​ເພື່ອກໍ່​ສ້າງ​ລັດ​ປະ​ຊາ​ທິ​ປະ​ໄຕ​ອຳ​ນາດ​ກົດໝາຍ ທີ່ມີ​ລະບົບ​ການ​ບໍລິຫານ​ດຳ​ເນີນ​ງານ​ຢ່າງ​ສະດວກ​ສະບາຍ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ລະບົບການ​ບໍ​ລິ​ຫານທີ່​ອີງ​ໃສ່​ປະຊາທິປະ​ໄຕ​ ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ. ດ້ວຍ​ຄຸນ​ງາມ​ຄວາມ​ດີຫຼວງ​ຫຼາຍໃນ​ການ​ປະ​ກາດ​ໃຊ້​ລັດ​ຖະ​ທຳ​ມະ​ນູນ​ປີ 1946, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍ​ງວຽນ​ຢ໋າບ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຕັ້ງ​ພື້ນ​ຖານ​ທຳ​ອິດ​ໃຫ້​ແກ່​ລະບົບ​ການ​ບໍ​ລິ​ຫານ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ.

ທີ​ສາມ, ເຊັນແລະປະ​ກາດ​ໃຊ້​ດຳລັດ​ສະ​ບັບ​ເລກ​ທີ 07, ລົງວັນ​ທີ 5 ກັນ​ຍາ 1945.

​ໂດຍ​ເຂົ້າ​ໃຈ​ຄວາມ​​ທຸກ​ຍາກລຳ​ບາກກາກ​ກຳ​ຂອງ​ປະ​ຊາ​ຊົນ​ໃນ​ສະ​ໄໝ​ລ່າ​ເມືອງ​ຂຶ້ນ ສັກ​ດິນາ, ແລະ ຮູ້ວ່າ​ປະ​ຊາ​ຊົນພຽງ​ແຕ່​ຮູ້​​ເຖິງ​ອິດ​ສະລະ​ພາບ​ແລະຄວາມ​ສຸກ​ໃນ​ເມື່ອ​ທີ່​​ເຂົາ​ເຈົ້າມີ​​ເຂົ້າກິນ, ມີ​ເຄື່ອງນຸ່ງ​ອຸ່ນ, ດັ່ງ​ນັ້ນ ນັບ​ແຕ່​ວັນ​ທຳ​ອິດ​ຂອງ​ການ​ປະ​ຕິ​ວັດສຳ​ເລັດ​ຜົນ, ປະ​ທານ ໂຮ່​ຈິ​ມິນ ໄດ້​​ສະ​ເໜີ​ບັນ​ດາ​ໜ້າ​ທີ່​ທີ່​ລັດ​ຖະ​ບານ​ຕ້ອງ​ເຮັດ​ໂດຍ​ໄວ​: “1- ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີອາຫານ​ເພື່ອ​ກິນ. 2. ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ເຄື່ອງ​ນຸ່ງຫົ່ມ. 3. ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ບ່ອນ​ຢູ່...”(7); ຍ້ອນ​ວ່າ “ຖ້າ​ປະ​ເທດ​ມີ​ເອ​ກະ​ລາດ ແຕ່​ປະ​ຊາ​ຊົນ​ບໍ່​ມີ​ຄວາມ​ຜາ​ສຸກ, ​ເອ​ກະ​ລາດນັ້ນກໍ່​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ເລີຍ”(8). ລັດ​ຖະ​ບານ​ເພື່ອ​ປະ​ຊາ​ຊົນ​ແມ່ນ​ລັດ​ຖະ​ບານ​ທີ່​ຕັ້ງ​ແຕ່​ການ​ວາງ​ແຜນ, ການ​ສ້າງ​ນະ​ໂຍ​ບາຍ​ ເຖິງ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ ​ຕ້ອງ​ເລີ່​ມ​ຈາກ​ເປົ້າ​ໝາຍ​ເບິ່ງ​ແຍງ​ດູ​ແລ​ປະ​ຊາ​ຊົນ. “ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ຖະ​ບານ​ແມ່ນ​ຕ້ອງ​ເອົາໃຈ​ໃສ່​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ຖ້າ​​ປະ​ຊາ​ຊົນ​​ອຶດຢາກ, ພັກແລະລັດ​ຖະ​ບານ​ເປັນ​ຝ່າຍ​ຜິດ; ຖ້າ​​ປະ​ຊາ​ຊົນ​ບໍ່​ມີ​ເຄື່ອງ​ນຸ່ງ​ຫົ່ມ, ມັນ​ເປັນຄວາມ​ຜິດ​ຂອງ​ພັກ​ແລະ​ລັດຖະລານ; ຖ້າ​ປະ​ຊາ​ຊົນບໍ່​ຮູ້​ໜັງ​ສື, ພັກ​ແລະ​ລັດຖະບານ​ກໍ່​ມີ​ຄວາມ​ຜິດ; ຖ້າ​ປະ​ຊາ​ຊົນ​ເຈັບ​ເປັນ​ແມ່ນ​ຄວາມ​ຜິດ​ຂອງພັກ​ແລະ​ລັດຖະບານ”(9). ການ​ປະ​ຕິ​ບັດ​ຂອງລະບົບການ​ບໍ​ລິ​ຫານ​ເພື່ອ​ປະ​ຊາ​ຊົນ​ຮຽກ​ຮ້ອງວ່າ: ສິ່ງ​​ທີ່​​ເປັນ​ປະ​ໂຫຍດຕໍ່​ປະ​ຊາ​ຊົນ, ພວກ​ເຮົາ​ຕ້ອງ​​ເຮັດ​ດີ​ທີ່​ສຸດ, ສິ່ງ​ທີ່​ເປັນ​ອັນຕະລາຍ​ຕໍ່​ປະຊາ​ຊົນ, ​ພວກເຮົາຕ້ອງພະຍາຍ​ມຫຼີກລ່ຽງ. ເປັນຜູ້​​ທີ່​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ແລະມີ​ຄວາມ​ໄຫວ​ພິບ​ໃນ​ການ​ປະຕິບັດ​ທັດ​ສະ​ນະ​ຊີ້​ນຳ​ຂອງ​ປະ​ທານ ໂຮ່​ຈິ​ມິນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍ​ງວຽນ​ຢ໋າບ ໄດ້​ສຸມ​ໃສ່​​ບັນ​ຫາ​ທີ່​ຮີບ​ຮ້ອນ​ໃນ​​ເວລາ​ນີ້​ແມ່ນຕ້ານ “ສັດ​ຕູ​ອຶດ​ຫີວ”, ​ໝາຍຄວາມ​ວ່າ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​​ດ້ານ​ວັດ​ຖຸຂອງປະ​ຊາ​ຊົນ - ແງ່​ມຸມ​ໜຶ່ງ​ທີ່​ສ່ອງ​ແສງ​ຊີ​ວິດ​ທີ່​ມີ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ. ຕາງ​ໜ້າ​ປະ​ທານ ໂຮ່​ຈິ​ມິນ, ເພິ່ມ​ໄດ້​ລົງ​ນາມປະກາດ​ໃຊ້​ດຳລັດ​​ເລກ​ທີ 7 ຂອງ​ປະ​ທານ​ລັດ​ຖະ​ບານ​ຊົ່ວ​ຄາວ, ວັນ​ທີ 5 ກັນ​ຍາ 1945.

ດຳລັດ​ເລກ​ທີ 07 ໄດ້​ປະ​ກອບ​ສ່ວນ​ແກ້​ໄຂ​ຢ່າງ​ທັນ​ເວ​ລາ​ ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຂົນ​ສົ່ງ, ຄ້າຂາຍ​ເຂົ້າ​ເປືອກ, ເຂົ້າ​ສານ, ​ຕ້ານ​ການ​ກັກ​ຕຸນ ທ້ອນ​ໂຮມ​ສະບຽງຍາ​ຫານ ໃນ​ສະ​ຖາ​ນະ​ການຂອງ​ການອຶດຢາກ​ທີ່​ຮຸນ​ແຮ​ງໃນ​ເວ​ລານັ້ນ. ດ້ວຍ​ດຳລັດ​ເລກ​ທີ 07, ​ການຄ້າ​ແລະ​ການຂົນ​ສົ່ງ​ເຂົ້າ​ເປືອກ, ເຂົ້າ​ສານ​ຢູ່​ພາກ​ເໜືອ​ເປັນ​ໄປ​ຢ່າງ​ເສ​ລີ, ລັດ​ຖະ​ບານ​ຕ້ອງ​ການ​ເຂົ້າ​ເປືອກເຂົ້າ​ສານ​ຈະ​ຊື້​ໂດຍ​ກົງ​ຈາກພາກ​ເອກະ​ຊົນ. ສ່ວນ​ສຳ​ລັບຜູ້​ທີ່​ມີ​ການ​ກະ​ທຳ​ກັກ​ຕຸນ, ທ້ອນ​ໂຮມ​ສະບຽງເຊິ່ງ​ເປັນ​ຜົນ​ກະທົບ​ທາງ​ລົບ​ເຖິງ​ພື້ນ​ຖານ​ເສດ​ຖະ​ກິດ ຈະ​ຖືກ​ລົງ​ໂທດ​ຢ່າງ​ໜັກ​ໜ່ວງ​ຕາມ​ກົດ​ໝາຍ ແລະ ​ຖືກ​ຍຶດ​ຊັບ​ສິນ. ການທີ່ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍງວຽນຢ໋າບ ລົງ​ນາມປະກາດ​ໃຊ້​ດຳລັດ​​ເລກ​ທີ 07 ຢ່າງ​ທັນ​ເວ​ລາ ແມ່ນວຽກ​ງານ​ທີ່​ແທດ​ຈິງ​ແລະທັນ​ການ​ຂອງ​ລັດ​ຖະ​ບານ, ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ທີ່​ວ່າ ລະບົບການ​ບໍລິຫານປະຊາທິປະ​ໄຕ​ທີ່​ໜຸ່ມນ້ອຍໃນ​ໄລຍະ​ຕົ້ນ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ຫວຽດນາມ​ເປັນ​ສຳ​ຄັນ​ກວ່າ​ໝູ່, ມີ​ຄວາມ​ຮັບ​ຮູ້​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ເລີ່ມ​ແຕ່​ບັນ​ດາ​ສິ່ງ​ທີ່​ງ່າຍ​​ທີ່​ສຸດ​ເຊັ່ນ: ອາຫານ, ເຄື່ອງນຸ່ງ​ຫົ່ມ.

ທີ​ສີ່, ​ໄດ້​ລົງ​ນາມ​ປະ​ກາດ​ໃຊ້ດຳ​ລັດ​ເລກ​ທີ 17, ​ເລັກ​ທີ 19 ແລະ ​ເລກ​ທີ 20, ລົງ​ວັນ​ທີ 8 ກັນ​ຍາ 1945.

ນອກຈາກ​ການ​ຮັບ​ມື​ກັບ “ສັດ​ຕູ​ຄວາມອຶດຢາກ” ແລ້ວ ລັດ​ຖະ​ບານຍັງ​ຕໍ່​ສູ້​ກັບ “ສັດ​ຕູຄວາມ​ໂງ່​ຈ້າ” ຢ່າງ​ດຸ​ເດືອດ​ອີກ​ດ້ວຍ. ປະ​ຊາ​ຊົນ “​ອີ່ມທ້ອງ” ແລ້ວ ​ແຕ່​ຍັງ “ກືກ​ໜັງ​ສື” ​ເຊິ່ງໝາຍ​ຄວາມ​ວ່າ​ເຂົາ​​ເຈົ້​າຍັງ​ທຸກ​ຍາກ​ທາງ​ດ້ານ​ວິ​ວິດ​ຈິດ​ໃຈ​, ​ບໍ່​ສາມາດ​ມີ​ຄວາມ​​ສຸກ​ຢ່າງ​ແທ້​ຈິງ​ໄດ້. ໃນກອງ​ປະ​ຊຸມຄະນະ​ລັດ​ຖະ​ບານຄັ້ງ​ທຳ​ອິດ​ໃນ​ວັນ​ທີ 3 ກັ​ນ​ຍາ 1945, ​ປະ​ທານ ໂຮ່​ຈິີມິນ ໄດ້ວາງ​ອອກ 6​ ໜ້າ​ວຽກ​ທີ່​ຮີບ​ຮ້ອນ, ​ໃນ​ນັ້ນ​, ການ​ຕໍ່ສູ້​ຕ້ານ​ການ​ບໍ່ຮູ້​ໜັງສື​ເປັນອັນ​ດັບ​ທີ​ສອງ, ຫຼັງ​ຈາກຕ້ານ​ຄວາມ​ອຶດ​ຫີວ. ເພິ່ນ​​ເວົ້າວ່າ: “ຊາດ​ທີ່​​ໂງ່​ແມ່ນ​ຊາດ​ທີ່​​ອ່ອນ​ແອ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ເປີດ​ຂະ​ບວນ​ການ​ຕ້ານ​ການ​ບໍ່​ຮູ້​ໜັງ​ສື”(10). ​ເພື່ອ​ເອົາ​ໃຈ​ໃສ່​ຮັກສາ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ໃນ​ໄລຍະ​ຍາວ, ຈຳ​ເປັນ​ຕ້ອງ​ເອົາ​ໃຈ​ໃສ່​ລົບ​ລ້າງ​ຄວາມ​ບໍ່​ຮູ້​ໜັງສື. ຕາງ​ໜ້າ​ປະ​ທານ​ລັດ​ຖະ​ບານ​ຊົ່ວ​ຄາວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍງວຽນ​ຢ໋າບ ​ໄດ້ລົງ​ນາມ​ປະ​ກາດ​ໃຊ້​ດຳລັດ​ເລກ​ທີ 17, ລົງ​ວັນ​ທີ 8 ກັນ​ຍາ 1945. ດຳລັດ​​ເລກ​ທີ 17 ແມ່ນ “ການ​ກະ​ຕຸກ​ຊຸກ​ຍູ້” ຢ່າງ​ແຂງ​ແຮງ​ເຮັດ​ໃຫ້ມີ​ຂະ​ບວນ​ການ “ປະ​ຊາ​ສຶກ​ສາ” ທີ່​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ຈາກ​ຕົວ​ເມືອງ​ເຖິງ​ຊົນນະ​ບົດ; ​ຫ້ອງ​ຮ​ຽນ​ໜັງ​ສື​​ໄດ້​ຮັບ​ການຈັດ​ຂຶ້ນ​ຢູ່​ທຸກ​ແຫ່ງ, ຄົນ​ຮູ້​ໜັງ​ສື​​ເຮັດ​ວຽກເປັນ​ຄູ​ສອນ​ບໍ່ຮັບ​ເງິນ​ເດືອນ, ຄົນ​ໄປ​ຮຽນ​ເພື່ອພົ້ນຈາກ​ສະຖານະ​ການບໍ່​ສາ​ມາດ​ຂຽນ​ຊື່​ຂອງ​ຕົນ​​ເອງ​ໄດ້.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍ​ງວຽນ​ຢ໋າບ ກໍ່​ໄດ້​ເຊັນ​ປະ​ກາດ​ໃຊ້ດຳ​ລັດ​ເລກ​ທີ 19, ລົງ​ວັນ​ທີ 8 ກັນ​ຍາ 1945 ດ້ວຍ​ເນື້ອ​ໃນ​​ 3 ຂໍ້, ​ໃນ​ນັ້ນ, ​ຂໍ້​ທີ II ກຳ​ນົດ​: “ພາຍ​ໃນ 6 ​ເດືອນ, ທຸກ​ບ້ານ​ແລະ​ທຸກ​ເມືອງ​ຕ້ອງ​ມີ​ຫ້ອງ​ຮຽນ​ທີ່​ສາ​ມາດ​ສອນ​ຄົນ​ຢ່າງ​ໜ້ອຍ​ 30 ຄົນ”. ລັດ​ຖະ​ມົນ​ຕີ ຫວໍງວຽນ​ຢ໋າບ ກໍ່​ຍັງ​ເຊັນ​ປະ​ກາດ​ໃຊ້​ດຳລັດ​ເລກ​ທີ 20 ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ບັນ​ດາ​ຫ້ອງ​ຮຽນ​ປະ​ຊາ​ສຶກ​ສາ​ກາງຄືນ​ໃຫ້​ຊາວ​ນາ ແລະ ກຳ​ມະ​ກອນ; ໃນ​ນັ້ນ​ກຳ​ນົດ​ວ່າ “ບັງ​ຄັບ​ຮຽນ​ໜັງ​ສື​ແຫ່ງ​ຊາດ​ໂດຍບໍ່​ເສຍ​ຄ່າ​ໃຫ້​ປະຊາຊົນທຸກ​ຄົນ”. ​ຂະ​ບວນ​ການປະ​ຊາ​ສຶກ​ສາ​ໄດ້​ບັນລຸຜົນ​ສຳ​ເລັດ​ເກີນ​ກວ່າ​ຄວາມ​ຄາດ​ຫວັງ. ຕາມ​ປຶ້ມ ຫວຽດ​ນາມຕ້ານ​ໄພ​ກືກ​ໜັງ​ສື ຂອງ​ສຳນັກພິມ​ຈຳ​ໜ່າຍ​ສຶກ​ສ​າ​ທິ​ການ​ປີ 1980, ​​ໃນ​ເວລາ​ພຽງ​ໜຶ່ງປີ “ແຕ່​ເດືອນ​ສິງ​ຫາ 1945 ຫາ​ເດືອນ​ສິງ​ຫາ 1946), ຂະ​ບວນ​ການ​ປະ​ຊາ​ສຶກ​ສາ​ໄດ້​ລົບ​ລ້າງ​ຄວາມ​ກືກ​ໜັງ​ສື​ໃຫ້​ແກ່ 2,5 ລ້ານກວ່າ​ຄົນ, ພັດ​ທະ​ນາຄູ​ສອນ​ໄດ້​ເກືອບ 96.000 ຄົນ, ເປີດ​ຫ້ອງ​ຮຽນ​​ໄດ້​ເກືອບ 75.000 ຫ້ອງ. ພາຍຫຼັງ 5 ປີ (ຮອດ​ວັນ​ທີ 30 ມິ​ຖຸ​ນາ 1950), ​ເກືອບ 12,2 ລ້ານ​ຄົນ​​ໄດ້​ຮູ້​ໜັງ​ສື; 10 ແຂວງ​ກັບ 80 ເມືອງ, ຫຼາຍ​ກວ່າ 1.400 ​ຕ່າ​ແສງ ແລະ 7.200 ບ້ານ​ທີ່​ໄດ້​ຮັບ​ຮອງ​ການ​ລົບ​ລ້າງ​ຄວາມ​ກືກ​ໜັງ​ສື.

​ສາ​ມາດຢືນ​ຢັນ​ໄດ້​ວ່າ, ດຳລັດ​ເລກ​ທີ 17, ດຳລັດ​ເລກ​ທີ 19 ແລະ ດຳລັດເລກ​ທີ 20 ຂອງ​ປະ​ທານ​ລັດ​ຖະ​ບານ​ຊົ່ວ​ຄາວ, ລົງ​ວັນ​ທີ 8 ກັນ​ຍາ 1945, ແມ່ນ​ບັນ​ດາ​ເອ​ກະ​ສານກົດໝາຍ​ການ​ບໍ​ລິ​ຫານ​ທີ່​ສຳ​ຄັນ​ທີ່​ສຸດ, ​ປະ​ກອບ​ສ່ວນບໍ່​ໜ້ອຍ​ເຂົ້າໃນ​ການ​ຊຸກ​ຍູ້​ການ​ຕໍ່​ສູ້​ຕ້ານ “ສັດ​ຕູ​ຄວາມ​ໂງ່​ຈ້າ” ໃນ​ເວ​ລານັ້ນ, ພ້ອມ​ທັງຕັ້ງ​ຮາກ​ຖານ​ໃຫ້​ແກ່​ການ​ປົວ​ແປງ​ແລະຍົກ​ສູງ​ຊີ​ວິດ​ວັດ​ທະ​ນະ​ທຳ, ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ທຸກ​ຊົນ​ຊັ້ນ. ນີ້ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຖານ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງລະບົບ​ການ​ບໍ​ລິ​ຫານ​ທີ່​ມີ​ຜົນ​ສັກ​ສິດ ມີປະ​ສິດ​ທິ​ຜົນ ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ.

ດ້ວຍ​ຄວາມ​ສາ​ມາດ​ອັນ​ໂດດ​ເດັ່ນ, ດ້ວຍ​ກົນລະຍຸດ​ທີ່​ຊານ​ສະຫຼາດ ແລະ ສຳ​ຄັນ​ທີ່​ສຸດ​ແມ່ນ​​ນ້ຳ​ໃຈ​​ເພື່ອ​ປະ​ເທດ ເພື່ອ​ປະ​ຊາ​ຊົນອັນ​ໃສ​ແຈ້ງ​, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຫວໍງວຽນ​ຢ໋າບ ໄດ້ວາງບັນດາ​ກ້ອນ​ດິນ​ຈີ່​ທຳ​ອິດ​ເພື່ອກໍ່​ສ້າງ​ລະບົບ​ກົດໝາຍ​ການ​ບໍ​ລິ​ຫານ​ເພື່ອ​ປະ​ຊາ​ຊົນ, ​ເປັນ​ເຈົ້າ​ການ​ແນະນຳ​ໃຫ້​ລັດ​ຖະ​ບານ ແລະ ປະ​ທານ ໂຮ່​ຈິ​ມິນ ອອກດຳ​ລັດ​​ແລະເອ​ກະ​ສານ​ການບໍ​ລິ​ຫານ​ຫຼາຍ​ສະ​ບັບ..., ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ວຽກ​ງານການ​ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ບໍ​ລິ​ຫານ​ຄ່ອຍໆ​ເຂົ້າ​​ສູ່ຄວາມ​ໝັ້ນຄົງ​, ​ເປັນ​ລະບຽບ​ຮຽບຮ້ອຍ, ຖືກຕ້ອງ​ຕາມ​ກົດໝາຍ ແລະ ອີງ​ໃສ່​ຂະ​ບວນການ​ບໍລິຫານ​ຢ່າງ​ເຂັ້ມ​ງວດ; ຄ່ອຍໆ​ຢືນ​ຢັນ​ໄດ້ປະສິດທິພາບ​ແລະປະ​ສິດ​ທິ​ຜົນການ​ເຄື່ອນ​ໄຫວ​ຂອງລະບົບ​ການ​ບໍລິຫານເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ. ​ສາ​ມາດ​ຢືນ​ຢັນ​ໄດ້​ວ່າ, ສ່ວນ​ປະກອບ​ອັນ​ໃຫຍ່​ຫຼວງ​ຂອງ​ກະ​ຊວງ​ພາຍ​ໃນ​ແຫ່ງ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມໃນ​ວັນ​ເດືອນ​ທຳ​ອິດ ທີ່​ບໍ່​ສາມາດ​ລືມ​ໄດ້​ ​ພາຍ​ໃຕ້​ການ​ນຳ​ພາ​ໂດຍ​ກົງ​ຂອງ​ລັດ​ຖະ​ມົນ​ຕີ ຫວໍ​ງວຽນ​ຢ໋າບ ທີ່​ໄດ້​ຕັ້ງ​ພື້ນ​ຖານ​ອັນ​ໝັ້ນ​ຄົງ​ໃຫ້​ແກ່​ຂະ​ບວນ​ວິ​ວັດ​ການກໍ່​ສ້າງ​ລະບົບ​ການ​ບໍ​ລິ​ຫານປະຊາທິປະ​ໄຕ, ອຳ​ນາດກົດໝາຍ, ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນຫວຽດ​ນາມ. ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​​ຂອງພັກ​ກອມ​ມູ​ນິດຫວຽດ​ນາມ, ປະ​ຫວັດ​ສາດ​ຂອງ​ຊາດແລະປະ​ເທດຫວຽນາມທີ່​ພິລະ​ອາດ​ຫານ​ ໄດ້ຈາລຶກ​ໄວ້ຕະຫຼອດໄປ, ສືບ​ຕໍ່​ສືບ​ທອດ ແລະ ເຊີດຊູບັນດາຄຸນຄ່າຂອງລະບົບ​ການ​ບໍລິຫານ ເພື່ອຄວາມຜາສຸກຂອງ​ປະຊາຊົນ​ໃນ​ບັນດາ​ໄລຍະທາງປະຕິວັດຕໍ່ໄປ.

ການ​ສະ​ເຫຼີມ​ສະຫຼອງ​ວັນຄ້າຍ​ວັນ​ເກີດ​ຂອງ​ພົນ​ເອກ ຫວໍງວຽນ​ຢ໋າບ ຄົບ​ຮອບ 110 ປີ (25 ສິງ​ຫາ 1911 - 25 ສິງ​ຫາ 2021) ​ແມ່ນ​ໂອ​ກາດ​ເພື່ອທົບ​ທວນ​ຊີ​ວິດ, ພາ​ລະ​ກິດ ແລະ ບັນ​ດາ​ຄວາມ​ອຸ​ທິດ​ອັນ​ໃຫຍ່ຫຼວງ​ຂອງພົນ​ເອກ ທີ່​ມີ​ຕໍ່​ຊາດ, ​ປະ​ເທດ​ຊາດ, ກອງ​ທັບ​ປະ​ຊາ​ຊົນຫວຽດ​ນາມ ແລະ ​ໃນ​ຖາ​ນະ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນທຳ​ອິດ - ຜູ້​ທີ່​ເຂົ້າ​ຮ່​ວມ​ໃນ​ການ​ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ການກໍ່​ສ້າງ​ລະບົບ​ການ​ບໍ​ລິ​ຫານ​ເພື່ອຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ./.

-----------------------------

(1) ເບິ່ງ: 101 ຊ່ວງເວລາກ່ຽວກັບ​​ພົນ​ເອກ ຫວໍ​ງວຽນ​ຢ໋າບ, ສພຈ ຮ່າ​ໂນ້ຍ, 2011, ໜ້າ​ 95.

(2) ເບິ່ງ: ຫວໍ​ງວຽນ​ຢ໋າບ: ​ວັນ​ເດືອນປີ​ທີ່​ລືມ​ບໍ່​ໄດ້ (ບັນທຶກ​ໂດຍ​ຫຶ​ວມາຍ) ສພຈ ກອງ​ທັບ​ປະ​ຊາ​ຊົນ, ຮ່າ​ໂນ້ຍ, 1970, ໜ້າ 92.

(3) ເບິ່ງ: ບົດ​ກະວີ “ປະ​ເທດ” ​ໂດຍຫງວຽນ​ດິ່ງ​ທີ.

(4) ເບິ່ງ: ເທິນ​ເຍິນ​ຈຸງ, ບົດ​ຄວາມທຳ​ອິດ​ໃນ​ສິລາ​ຈາລຶກ​ ຢູ່ວິຫານ​ວັນນະກຳ - ກວັກ​ຕື້​ຢ໋າມ, ຮ່າ​ໂນ້ຍ.

(5) ໂຮ່​ຈີມິນ: ນິ​ພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 1, ໜ້າ 473.

(6) ໂຮ່​ຈີມິນ: ນິ​ພົນ​ຄົບ​ຊຸດ, ປຶ້ມ​ທີ່ໄດ້​ແນະ​ນຳ, ເຫຼັ້ມ 4, ໜ້າ 1.

(7), (8) ໂຮ່​ຈີ​ມິນ: ນິ​ພົນ​ຄົບ​ຊຸດ, ປຶ້ມ​ທີ່ໄດ້​ແນະ​ນຳ, ​ເຫຼັ້ມ 4, ໜ້າ 175, 64.

(9) ໂຮ່​ຈີມິນ: ນິ​ພົນ​ຄົບ​ຊຸດ, ປຶ້ມທີ່​ໄດ້​ແນະ​ນຳ, ​ເຫຼັ້ມ 9, ໜ້າ 518.

(10) ໂຮ່​ຈີ​ມິນ: ນິ​ພົນ​ຄົບ​ຊຸດ, ປຶ້ມ​ທີ່ໄດ້​ແນະ​ນຳ, ​ເຫຼັ້ມ 4, ໜ້າ 7.

(11), (12), (13), (14) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13. ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 176-178, 203, 35, 216.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 971 (​ເດືອນສິງ​ຫາ 2021)