ກອງທັບ​ປະຊາຊົນ​ຫວຽດນາມ​ຍາມ​ໃດ​ກໍ່​ຕິດຕາມ​ຄວາມ​ຮຽກຮ້ອງຕ້ອງການ
​ຢ່າງ​ໃກ້ຊິດ​ ແລະ ປະຕິບັດ​ນະ​ໂຍບາຍ​ທີ່​ດີ ​ຕໍ່​ກອງກຳລັງທີ່​ເຂົ້າ​ຮ່ວມ
​ໃນ​​ການ​ປ້ອງ​ກັນ​​ແລະຕ້ານ​ການ​ແຜ່ລະບາດ​ຂອງ​​ໂຄ​ວິດ-19

ໂດຍ ພົນໂທ ຫວໍມິງເລືອງ
ກຳມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍສະເພາະກິດຂອງລັດຖະບານເພື່ອປະຕິບັດວຽກງານປ້ອງກັນແລະຕ້ານການແຜ່ລະບາດຂອງໂຄວິດ-19
11:53, 04-01-2022
ວກ. – ບັນດາ​ການ​ປະກອບສ່ວນ​ທີ່ສຳຄັນຂ​ອງກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່ລະບາດ​ຂອງ​ໂຄ​ວິດ-19​ ໃນ​ເວລາ​ທີ່​ຜ່ານ​ມາ ​ໄດ້​ຮັບ​ການ​ຍອມຮັບ​ແລະ​ຕີ​ລາ​ຄາ​ສູງ​ ຈາກການນຳ​ຂອງ​ພັກ ລັດ, ບັນດາ​ທ້ອງ​ຖິ່ນ​ ແລະ ​ປະຊາຊົນ. ກອງທັບ​ໄດ້​ຕິດຕາມສະພາບ​ການ​ແຜ່​ລະບາດຂອງ​ພະຍາດ​ຢ່າງ​ໃກ້ຊິດ​; “​ເພື່ອ​ປະຊາຊົນ​ລືມ​ຕົນ​ເອງ”, “ເພື່ອປະຊາຊົນຮັບໃຊ້”, ກຽມ​ຄວາມ​ພ້ອມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ, ​ເຮັດ​ວຽກ​ງານ​ທັງ​ວັນ​ແລະ​ຄືນ​ໃນ​ແນວ​ໜ້າການ​ປ້ອງ​ກັນ​​ແລະຕ້ານ​ການ​ແຜ່ລະບາດ​ຂອງ​ໂຄ​ວິດ-19, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ພັກ​ ແລະ ທົ່ວ​ປວງ​ຊົນ​ ​ເພື່ອ​ບັນລຸ​​ “ສອງ​ເປົ້າ​ໝາຍ” ​ໃນ​ການ​ປ້ອງ​ກັນ​ແລະຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ, ທັງພັດທະນາ​ເສດຖະກິດ-ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ​ ແລະ ປ້ອງ​ກັນ​ຄວາມໝັ້ນຄົງ​.

ພົນເອກຟານວັນຢາງ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ກຳລັງໃຈແພດໝໍທະຫານກ່ອນທີ່ເດີນທາງເຂົ້າພາກໃຕ້ ເພື່ອຕ້ານການແຜ່ລະບາດຂອງໂຄວິດ-19 _ພາບ: qdnd.vn

ໃນ​ເວລາ​ທີ່​ຜ່ານ​ມາ, ສະພາບ​ການ​ໄພ​ທຳ​ມະ​ຊາດ ​ແລະ ​ໂລກລະບາດ​ ຜັນ​ແຜ​ຢ່າ​ງສັບສົນ, ສົ່ງ​ຜົນ​ເ​ສຍ​ຫຼາຍ​ຢ່າງ​ຕໍ່​ເສດຖະກິດ​ຂອງ​ປະ​ເທດ ​ແລະ ຊີວິດ​ຂອງ​ປະຊາຊົນ, ພິ​ເສດ​ແມ່ນການ​ແຜ່ລະບາດ​ຂອງ​​ໂຄ​ວິດ-19 ຄັ້ງ​ທີ​ສີ່ ດ້ວຍ​ຕົວ​ກາຍພັນ​​ໃໝ່ເດນ​ຕ້າ. ດ້ວຍ​ອັດ​ຕາ​ການ​ຕິດ​ເຊື້ອ​ໄວ​ທີ່​ສຸດ, ແຜ່​ລະບາດ​ຢູ່​ຊຸມ​ຊົນ​ໃນ​ຫຼາຍ​ເຂດ, ​ໂດຍ​ສະ​ເພາະ​ນະ​ຄອນ​ໂຮ່​ຈີມິນ ແລະ ບາງ​ແຂວງ​ພາກ​ໃຕ້, ການ​ແຜ່​ລະບາດ​ຂອງພະຍາດ​​ໄດ້ກໍ່​ໃຫ້​ເກີດຄວາມ​ເສຍ​ຫາຍ​ຕໍ່​ສຸຂະພາບ​ ແລະ ຊີວິດ​ຂອງ​ປະຊາຊົນ, ສົ່ງ​ຜົນ​ກະທົບ​ຕໍ່​ຄວາມໝັ້ນຄົງ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ແລະ ຄວາມ​ປອດ​ໄພທາງສັງຄົມ ​ແລະ ການ​ພັດທະນາ​ເສດຖະກິດ ຢ່າງ​ຮຸນ​ແຮງ. ຕໍ່ໜ້າ​ສະຖານະ​ການ​ດັ່ງກ່າວ, ຄະນະ​ພັກການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຊາບ​ຊຶມຢ່າງ​ເລິກ​ເຊິ່ງການ​ຊີ້​ນຳ​ຂອງ​ເລຂາທິການ​ໃຫຍ່, ກົມ​ກາ​ນ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ, ລັດຖະບານ, ນາຍົກ​ລັດ​ຖະມົນຕີ, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ເພື່ອ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່ລະບາດ​ຂອງ​ໂຄ​ວິດ-19, ​ໄດ້​ໃຫ້ຄຳ​ແນະນຳ​, ສະ​ເໜີ​ແນະ ​ແລະ ຜັນ​ຂະຫຍາຍປະຕິບັດ​ບັນດາ​ມາດ​ຕະການທີ່​ຄົບ​ຊຸດ​ຢ່າງ​ທັນ​ການ​ແລະຂຸ້ນຂ້ຽວ ​ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ລະບາດ ດ້ວຍ​ຈິດ​ໃຈ​ “ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຄື​ຕ້ານ​ສັດຕູ”; ກຳນົດ​ວ່າ ​ນີ້​ແມ່ນ​ພາລະກິດ​ຕໍ່ສູ້​ອັນ​ດັບ​ໜຶ່ງ​ໃນຍາມ​ສະຫງົບ​ປະຈຸ​ບັນ, ຮັບປະກັນວ່າ ​ໃນ​ທຸກ​ສະພາບ​ການ, ກອງທັບ​ພ້ອມ​ແລ້ວ​ທີ່​ຈະ​ນຳ​ໜ້າ​ໃນ​ການ​ປ້ອງ​ກັນ​ແລະຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ, ຮັກສາ​ສຸຂະພາບ ຊີວິດ ​ແລະ ຄວາມ​ສະຫງົບສຸກຂອງປະຊາຊົນ; ພ້ອມ​ກັນ​ນັ້ນ, ມີ​ຫຼາຍ​ວິ​ທີ​ແກ້​ໄຂ​ເພື່ອ​ຮັບ​ປະ​ກັນ​ນະ​ໂຍ​ບາຍ​ສຳລັບກອງກຳລັງ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່​ລະບາດ​ຂອງ​ພະຍາດ​ ກໍ່​ຄື​ບັນດາ​ຄອບຄົວ​ທີ່ຢູ່​​ແນວ​ຫຼັງ​ກອງທັບ.

ຕໍ່ໜ້າ​ການ​ຜັນ​ແປ​ຢ່າງ​ສັບສົນ​ຂອງ​ພະຍາດລະບາດ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ອອກ​ເອກະສານ, ສານ​ທາງ​ການ​ຫຼາຍ​ສະບັບ ​ເພື່ອ​ຊີ້​ນຳ​ວຽກ​ງານປ້ອງ​ກັນ​ແລະຕ້ານ​ການ​ແຜ່ລະບາດຂອງ​​ໂຄ​ວິດ-19 ຢູ່​ໃນ​ທົ່ວ​ກອງທັບ; ສ້າງ​​ແຜນການ, ​ແຜນ​ງານຕອບ​ສະໜອງວຽກ​ງານ​ທຸກ​ລະດັບ, ຈັດຕັ້ງປະຕິບັດແຕ່ລະດັບຍຸດທະສາດ ລົງເຖິງຂັ້ນຮາກຖານ; ຄາດ​ຄະ​ເນສະຖານະການທີ່ສັບສົນ, ສ້າງ​ແຜນ​ງານ ​ແລະ ມາດ​ຕະການຈັດການ​ແກ້​ໄຂ​ທີ່​ດີ​ທີ່​ສຸດ ດ້ວຍຈິດໃຈ​ໄວ​ກວ່າ ສູງກວ່າໜຶ່ງຂັ້ນ. ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່ລະບາດ​ຂອງ​ພະຍາດ, ບັນດາ​ອົງການ​ທີ່​ມີໜ້າ​ທີ່ຂອງກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຕິດຕາມສະຖານະການ​ແຜ່​ລະບາດ​ຂອງ​ພະຍາດ, ​ໃຫ້ຄຳແນະນຳ​ແລະສະ​ເໜີ​ມາດ​ຕະການ​ຈຳນວນ​ໜຶ່ງ ຕໍ່​ພັກ, ລັດຖະບານ, ຄະນະພັກ​ການທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ເຊັ່ນ: ຄວບ​ຄຸມ, ປ້ອງ​ກັນ ​ແລະ ຫຼຸດ​ຜ່ອນແຫຼ່ງທີ່​ມາ​ຂອງ​ການ​ຕິດ​ເຊື້ອ​, ​ໂດຍ​ສະ​ເພາະ​ຈາກ​ຕ່າງປະ​ເທດ; ​ເປັນ​ເຈົ້າ​ການ​ໃນ​ການກະກຽມ​ແລະ​ຈັດ​ຕັ້ງບັນດາ​ສູນ​ຈຳກັດ​ບໍລິ​ເວນ, ພ້ອມ​ແລ້ວ​ທີ່ຈະ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ໃນ​ລະ​ດັບ​ທີ່​ສູງ​ຂຶ້ນ, ກວ້າງ​ຂວາງຂຶ້ນ; ປະ​ເມີນ​ສະຖານະ​ການ​ຊາຍ​ແດນ, ສົມທົບ​ກັບ​ບັນດາ​ກະຊວງ​ແລະ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ເພື່ອ​ຄາດ​ຄະ​ເນ​ຈຳນວນ​ຊາວຫວຽດນາມຢູ່​ບັນດາ​ປະ​ເທດແລະ​ເຂດ​ແດນ​ປະສົບ​ກັບ​ພະຍາດ​ລະບາດ ​ກັບ​ຄືນ​ປະ​ເທດ; ສົ່ງເສີມວຽກງານຂໍ້ມູນຂ່າວສານ ແລະ ​ໂຄສະນາ​ກ່ຽວ​ກັບ​ການ​ປ້ອງ​ກັນແລະຕ້ານການ​ແຜ່ລະບາດ​ຂອງ​​ໂຄ​ວິດ-19 ພາຍໃຕ້ທິດນຳທີ່ວ່າ: ຂຸ້ນຂ້ຽວ, ທຸ່ນ​ທ່ຽງ, ບໍ່ຕື່ນຕົກໃຈ, ບໍ່ຫວັ່ນໄຫວ, ​ນຳພາຄວາມຄິດແລະຫາງ​ສຽງສັງຄົມ​ໃຫ້​​ໄດ້​ເປັນ​ຢ່າງດີ; ຄວບຄຸມ​ໄຊ​ເບີຣ໌ສະ​ເປດ; ພ້ອມ​ກັນ​ນັ້ນ, ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນຄວ້າ​ແລະ​ເຂົ້າ​ຮ່ວມ​ການ​ຜະລິດ​ແລະ​ສະໜອງອຸ​ປະ​ກອນ​ການ​ແພດ​, ກະກຽມ​ພື້ນຖານ​ວັດຖຸ ​ແລະ ກຳລັງຄົນ; ສົມທົບ ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນກັບບັນດາ​ຂັ້ນ, ຂະ​ແໜງ​ການ, ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ກີດ​ກັ້ນ​ແລະຄວບ​ຄຸມ​ການລະບາດ​ຂອງ​ພະຍາດ, ບໍ່​ໃຫ້​ພະຍາດ​ແຜ່ລາມ​ໃນ​ຊຸມ​ຊົນ.

​ເພື່ອປະຕິບັດ​ທິດ​ນຳ “ກວດ​ຫາ​ໄວ, ​ແຍກ​ຕົວ​ທັນ​ການ, ​ຈຳກັດ​ບໍລິ​ເວນ​ລົບ​ລ້າງ​ການ​ລະບາດ​ຂອງ​ພະຍາດ​ຢ່າງ​ເຖິງ​ຖອງ, ​ປິ່ນປົວ​ຢ່າງ​ມີ​ປະສິດທິ​ຜົນ” ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ບັນດາ​ອົງການ, ກົມ​ກອງ​ທະຫານ​ ໄດ້​ສົມທົບ​ກັບຄະນະ​ຊີ້​ນຳ​ການ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ​ຂອງ​ທ້ອງ​ຖິ່ນ ​ໃນ​ການກຳ​ສະພາບ​ການ​ແຜ່ລະບາດຂອງ​ພະຍາດ ​ເພື່ອຈັດ​ຕັ້ງ​ສູນ​ຈຳກັດ​ບໍລິ​ເວນ, ຈັດການຮັບ, ລວບລວມ, ​​ເວັ້ນລະຍະຫ່າງ, ລາດຕະເວນ, ຄວບຄຸມ, ຕິດຕາມແຫຼ່ງຕິດເຊື້ອໃນຊຸມຊົນ, ປະສານງານໃນການຈັດການສະຖານະການທີ່ບໍ່ຄາດຄິດ; ປະກອບສ່ວນຫຼຸດຜ່ອນ​ພາລະ ​ແລະ ໜູນ​ຊ່ວຍ​ບັນດາ​ທ້ອງ​ຖິ່ນ​ ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່ລະບາດ​ຂອງລະບາດ.  ​ຫຼາຍກົມ​ກອງ​ໄດ້ສະຫຼະ​ຄ້າຍຂອງ​ຕົນ​ເພື່ອ​ສ້າງສູນຈຳກັດ​ບໍລິ​ເວນ ຫຼື​​ໂຮງໝໍ​ສະໜາມ, ສ້າງ​ພື້ນຖານ​ວັດຖຸ​ຕາມ​ທິດນຳ “4 ຂໍ້​ຢູ່ກັບ​ທີ່”, ຈັດ​ວາງ ສັບ​ຊ້ອນ​ ກຳລັງຮັບ​ໃຊ້​ການ​ກິນ​ຢູ່​ແລະ​ປິ່ນປົວ ໃຫ້ແກ່ປະຊາຊົນຫຼາຍ​ແສນຄົນ ທີ່ມາກັກຕົວ ຢ່າງຮອບ​ຄອບ; ​ເປັນ​ເຈົ້າ​ການ​ໃນ​ການ​ຊີ້​ນຳບັນດາ​ກອງ​ກຳລັງ​ທະຫານ​ຊາຍ​ແດນ, ທະຫານ​ເຮືອ, ກຳຫຼວດ​ທະ​ເລ, ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ເຂດ​ທະຫານ ​ແລະ ກອງກຳລັງ​ທີ່​ກ່ຽວຂ້ອງ, ຈັດ​ຕັ້ງ​ໜ່ວຍ ຈຸດ​ເຜົ້າລະວັງ​ຫຼາຍ​ກວ່າ 1.900 ​ແຫ່ງ​ຕາມ​ຊາຍ​ແດນ​ທາງບົກ, ທາງ​ທະ​ເລ, ທາງ​ແມ່ນ້ຳ​ ​ແລະ ພາຍ​ໃນ​ປະ​ເທດ ​ເພື່ອລາດ​ຕະ​ເວນ ກວດກາ​ທັງ​ກາງ​ເວັນ​ແລະ​ກາງຄືນ​ຢ່າງ​ເຄັ່ງ​ຄັດ ຕາມ​ເຂດ​ຊາຍ​ແດນ, ສູນຈຳກັດ​ບໍລິ​ເວນ, ​ເຂດ​ກັກ​ກັນ, ສູນ​ປິນປົວ​ພະຍາດ ​ແນ​ໃສ່​ກີດ​ກັ້ນ, ບໍ່​ໃຫ້ຜູ້​ຕິດ​ເຊື້ອ​ເຂົ້າສູ່ຊຸມ​ຊົນ. ພະນັກງານ​ແລະທະຫານ​ນັບ​ພັນ​ຄົນ​ ໄດ້​ເຄື່ອນ​ໄຫວ​ເປັນ​ເວລາ​ຫຼາຍ​ເດືອນ​ ຢູ່​ຕາມ​ເສັ້ນ​ຊາຍ​ແດນ​ໃນ​ສະພາບ​ອາກາດ​ຮ້າຍ​ແຮງ ແລະ ຂາດ​ເງື່ອ​ນໄຂການດຳລົງຊີວິດ ເພື່ອປະຕິບັດໜ້າທີ່ຂອງຕົນ; ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ກັບ​ໝູ່​ບ້ານ, ຂົນຂວາຍ​ແລະ​ແນະນຳປະຊາຊົນ​ປະຕິບັດ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່ລະບາດ​ຂອງ​ພະຍາດ; ພ້ອມ​ກັນ​ກັບ​ຄະນະ​ພັກ ອຳນາດ​ການປົກຄອງ​ທ້ອງ​ຖິ່ນ ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່ລະ​ບາບ​ຂອງ​ພະຍາດ, ຮັກສາ​ສະຖຽນ​ລະ​ພາບ​ຊີວິດ

ເມື່ອພະຍາດແຜ່ລະບາດຂຶ້ນຢູ່ບາງທ້ອງຖິ່ນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ລະດົມ​ ກຳລັງຄົນ, ພາຫະນະ, ອຸປະກອນ, ສານເຄມີ, ຜະລິດຕະພັນຊີວະພາບ,...​ເພື່ອ​ເສີມກຳລັງ​ຢ່າງ​ທັນ​ການ​​ໃຫ້​ທ້ອງ​ຖິ່ນ ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່​ລະ​ບາດຂອງ​ພະຍາດ. ສົມທົບຢ່າງໃກ້ຊິດກັບອົງການຮັກສາ​ສຸຂະພາບທ້ອງຖິ່ນ ເພື່ອຂ້າເຊື້ອ, ທຳ​ຄວາມ​ສະອາດ, ກັກ​ກັນ, ຕິດຕາມ, ກວດ​ວິ​ເຄາະ​ເຊື້ອ, ປິ່ນປົວ, ກຳນົດ​ເຂດ​ກັກ​ກັນ ​ແລະ ຂະ​ຈັດ​ໂລກລະບາດ​ຢ່າງມີປະສິດຜົນ. ​ເມື່ອ​ພະຍາດ​ລະບາດ​ໄດ້​ແຜ່​ລາມ​ໄປ​ດ້ວຍ​ຈຳນວນ​ຜູ້​ຕິດ​ເຊື້ອ​ຢ່າງ​ຫຼວງ​ຫຼາຍ​ຢູ່​ນະຄອນ​ໂຮ່ຈີມິນ ​ແລະ ​ແຂວງຕ່າງ​ໃນພາກ​ໃຕ້, ດ້ວຍ​ຈິດ​ໃຈ “ກອງທັບ​ຈະ​ມາ​ຫາ​ປະຊາຊົນຢ່າງ​ເປັ​ນ​ເຈົ້າ​ການ, ​ແທນ​ທີ່​ຈະ​ລໍຖ້າ​ປະຊາຊົນ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ຕ້ອງ​ມາ​ຫາກອງທັບ”, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ລະດົມ​ກຳລັງ​ແພດ, ໝໍ, ພະຍາບານ, ນັກ​ວິຊາ​ການ, ​ແພດ​ທະຫານນັບ​ໝື່ນ​ຄົນ​ຈາກກົມ​ກອງ​ຕ່າງໆ, ນັກ​ສຶກສາສະ​ຖາ​ບັນການແພດທະຫານ, ສູນ​ວິທະຍາສາດ​ເຂດ​ຮ້ອນ​ຫວຽດນາມ - ລັດ​ເຊຍ, ສະ​ຖາ​ບັນ​ເວດ​ຊະ​ສາດ​ປ້ອງ​ກັນການ​ທະຫານ, ສະ​ຖາ​ບັນ​ເວດ​ຊະ​ສາດ​ການບິນ ​ແລະ ​ບັນດາໂຮງໝໍ​ທະຫານ​ເຊັ່ນ ​ໂຮງໝໍ 108, 354, 105, 110, 7, ພ້ອມ​ກັບ​ເຄື່ອງ​ປະກອບ ​ອຸປະກອນ​ການ​ແພດ​ທີ່​ທັນ​ສະ​ໄໝ​, ຢາ, ​ເຄມີພັນນັບ​ຮ້ອຍ​ໂຕນ,... ຖືກຂົນສົ່ງ​ໄປສະໜັບສະໜູນ​ພາກ​ໃຕ້. ​ສ້າງຕັ້ງສູນປິ່ນປົວຄົນເຈັບ​ໂຄ​ວິດ-19 ​ແລະ ​ໂຮງໝໍ​ສະໜາມ 11 ​ແຫ່ງ​ເພື່ອຜູ້​ຕິດ​ເຊື້ອພະຍາດ ຂະໜາດທັງໝົດປະມານ 6.000 ຕຽງ, ພ້ອມ​ດ້ວຍທີ​ມ​ເກັບ​ຕົວຢ່າງ​ມາກວດວິ​ເຄາະ​ເຊື້ອຫຼາຍ​ຮ້ອຍ​ທີ​ມ, ທີ​ມສັກ​​ວັກ​ຊີ​ນ, ທີ​ມ​ແພດ​ເຄື່ອນ​ທີ່​ໃນ​ຊຸມ​ຊົນ,... ປະກອບສ່ວນປະສານ​ງານ, ໜູນ​ຊ່ວຍ, ຫຼຸດຜ່ອນ​ຄວາມ​ກົດ​ດັນ​ຕໍ່​ລະບົບ​ສາທາລະນະ​ສຸກ​ທ້ອງ​ຖິ່ນ, ຍົກ​ສູງ​ປະສິດທິ​ຜົນ​ຂອງການ​ປ້ອງ​ກັນ​ແລະຕ້ານ​ໂລກ​ລະບາດ.

ພ້ອມ​ກັນ​ກັບ​ການ​ເພີ່ມ​ທະວີ​ກຳລັງ​ຄົນ, ອຸປະກອນ​ການ​ແພດ​ແລະ​ເວດ​ຊະ​ພັນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຊີ້​ນຳ​ໂຮງງານ​ໃນ​ກອງທັບ ​ເພື່ອ​ຜະລິດຖັງ​ອົກຊີ​ເຈນ​ທາງ​ການ​ແພດຫຼາຍ​ພັນ​ຖັງ ​ຮັບ​ໃຊ້​ການ​ປິ່ນປົວຜູ້​ຕິດ​ເຊື້ອ​ໂຄ​ວິດ-19; ​ເລັ່ງລັດ​ການສ້າງສາ​ງ​ເກັບ​ວັກ​ຊີ​ນຢູ່ບັນດາເຂດທະຫານ ແລະ ຢູ່ກອງບັນຊາການນະຄອນຫຼວງຮ່າໂນ້ຍ; ລະດົມ​ຍານພາຫະນະຫຼາຍ​ພັນ​ຄັນ ​ເພື່ອຂົນ​ສົ່ງ​ວັກຊີນ​ໄປ​ຍັງ​ທ້ອງ​ຖິ່ນຕ່າງໆ, ປະກອບສ່ວນ​ຍູ້​ແຮງ​ແຜນການ​ແຫ່ງ​ຊາດສັກຢາກັນພະຍາດໂຄວິດ-19, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ນະຄອນ​ໂຮ່ຈີ​ມິນ​ແລະ​ບັນດາ​ແຂວງ ນະຄອນ​ອື່ນ; ພ້ອມ​ກັນ​ນັ້ນ​ກໍ​ຊີ້​ນຳ​​ນຳພາ​ບັນດາ​ອົງການ​ແລະໜ່ວຍ​ງານ​ໃນ​ການ​ຄົ້ນ​ຄວ້າ​ແລະປະສານ​ງານການ​ທົດ​ລອງ​ທາງຄຼິນິກຢາ​ວັກຊີ​ນ Nanocovax ທີ່​ຜະລິດ​ໃນ​ປະ​ເທດ ​ເຊິ່ງບັນລຸ​ຜົນ​ດີ​ໃນ​ເບື້ອງ​ຕົ້ນ, ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ຜະລິດຊຸດ​ຊີວະ​ພາບ Real-time RT-PCR ​ເພື່ອ​ກວດ​ຫາ​ເຊື້ອ​ໄວຣັດ​ໂຄ​ໂຣນ່າສາຍ​ພັນ​ໃໝ່ (SARS-CoV-2) ທີ່ມີຄວາມອ່ອນໄຫວສູງ, ຄວາມ​ຈຳເພາະ, ຄວາມສະຖຽນ, ຮັບປະກັນຄຸນນະພາບ, ໄດ້ມາດຕະຖານສາກົນ; ​ເພີ່ມ​ທະວີ​ວຽກ​ງານ​ການ​ຕ່າງປະ​ເທດ, ການ​ຮ່ວມ​ມື​ສາກົນ, ການ​ແລກປ່ຽນ​ບົດຮຽນ​ປະສົບ​ການ, ການ​ທູດ​ວັກ​ຊີ​ນ ​ແລະ ການ​ຜະລິດ, ການປັບປຸງອຸປະກອນ, ​ເຄື່ອງມື, ວັດສະດຸ ແລະ ສານເຄມີ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ໜ້າ​ທີ່​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຢ່າງ​ມີ​ປະສິດທິ​ຜົນ ເຊັ່ນ: ເຈວລ້າງມື, ສະເປຂ້າເຊື້ອ, ນໍ້າຢາບ້ວນປາກ; ລົດຂ້າເຊື້ອບົນທີ່ສູງ, ຫຸ່ນ​ຍົນ​ຂ້າ​ເຊື້ອ, ເຕົາເຜົາຂີ້ເຫຍື້ອ, ຫ້ອງຂ້າເຊື້ອ, ເຄື່ອງນຸ່ງເຮັດວຽກ, ລະບົບສີດພົ່ນທີ່ຕິດຕັ້ງຢູ່​ເທິງ​ລົດ ARS-14, ອຸປະກອນຂ້າເຊື້ອ...

ປະສານສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ບັນດາ​ກຳລັງ ​ໃນ​ການຈັດ​ຕັ້ງໜ່ວຍ, ຈຸດ​ກວດກາ ​ເກືອບ 5.000 ຈຸດ ​ເພື່ອປ້ອງ​ກັນ​ແລະ​ຕ້ານ​ໂລກ​ລະບາດ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງພະນັກງານ, ນັກຮົບ, ອາສາ​ສາ​ໝັກ​ ແລະກອງ​ກຳ​ລັງ​ປ້ອງ​ກັນ​ຕົນ​ເອງ​ນັບ​ພັນ​ຄົນ​ຢູ່​ເຂດ​ທີ່​ມີ​ການແຜ່​ລະ​ບາດຂອງ​ພະຍາດ; ພ້ອມ​ກັນ​ກັບ​ບັນດາ​ກຳລັງລາດຕະ​ເວນ, ກວດກາ​ຮັກສາ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ, ຄວາມ​ປອດ​ໄພ​ທາງ​ການ​ເມືອງຢູ່ທີ່​ຈຸດ​ກວດກາ, ພື້ນ​ທີ່​ແຍກ​ຈຳກັດ ​ແລະ ກັກ​ກັນ ​ປິດ​ລ້ອມ​ທີ່ຈຸດສູນກາງການ​ແຜ່ລະບາດ; ​ໂຄສະນາ, ຂົນຂວາຍ ​ແລະ​ ຕິດຕາມຊີ້​ນຳ​ປະຊາຊົນ​ໃຫ້ເອົາໃຈໃສ່ປະຕິບັດການ​ເວັ້ນລະຍະຫ່າງທາງສັງຄົມຢ່າງເຂັ້ມງວດ. ​ເຂົ້າ​ຮ່ວມ​ໃນ​ການຄວບ​ຄຸມ​ ແລະ ​ຈັດ​​ແບ່ງຊ່ອງ​ທາງ​ນຳ​ຄົນ​ງານ, ນັກຮຽນ ນັກ​ສຶກສາກັບ​ບ້ານ​ເກີດ ຫຼື ​ໄປສະຖານ​ທີ່​ກັກ​ກັນ​ຕາມ​ລະບຽບ​ການ. ຕັ້ງໜ້າ​ໜູນ​ຊ່ວຍ​ປະຊາຊົນ​ໃນ​ການ​ເກັບ​ກ່ຽວ, ຂົນ​ສົ່ງ, ບໍລິ​ໂພ​ກຜະລິດ​ຕະພັນ​ກະ​ເສດ ​ແລະ ສິນ​ໃນ​ນ້ຳ; ສະໜອງ​ສະບຽງ ອາຫານ, ຈັດ​ຕັ້ງ “ຮ້ານ 0 ດົ່ງ”, “ຖັງເຂົ້າ 0 ດົ່ງ”, “ຕູ້ເອທີເອັມ ​ແຈກ​ຈ່າຍໜ້າກາກ”, “ຕະຫຼາດ​ແຫ່ງຄວາມຮັກ”… ຈັດສົ່ງອາຫານ, ສິ່ງຈຳເປັນ, ຢາ​ປົວ​ພະຍາດ​ໃຫ້​ແຕ່​ລະ​ຄອບຄົວ​ໂດຍ​ກົງ, ບໍ່ໃຫ້ຜູ້ໃດອຶດຫິວ, ຫິວນໍ້າ ຫຼື ເຈັບປ່ວຍ ໂດຍບໍ່ມີການເບິ່ງແຍງ; ເປີດ​ຂະ​ບວນການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ​​ໃນທົ່ວ​ກອງທັບ ​ເພື່ອ​ພ້ອມ​ກັນ​ຕ້ານ​ການ​ແຜ່ລະບາດຂອງ​ໂຄ​ວິດ-19. ບໍ່​ພຽງ​ແຕ່​ໄດ້​ຮັບມອບ​ໝາຍໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ປົກ​ປັກ​ຮັກ​ສາ​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ດູ​ແລ​ຜູ້​ປ່ວຍ​ໂຄວິດ-19 ເທົ່າ​ນັ້ນ, ກອງ​ທັບ​ຍັງ​ໄດ້ຮັບ​ມອບໝາຍ​ໜ້າ​ທີ່​​ໃຫ້ຮັບ, ຈັດເກັບ, ຈູດ​ທູບ​ທຽນ ແລະ ຂົນຖ່າຍ​ອັດຖິ​ຂອງ​ຜູ້​ເສຍ​ຊີ​ວິດ​ຈາກ​ໂຄວິດ-19 ​ໃຫ້ແຕ່​ລະ​ຄອບ​ຄົວ​ຢ່າງ​ວ່ອງ​ໄວ​ແລະ​​ເຄັ່ງຂຶມ. ຄະນະ​ພັກການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ພິ​ເສດ​ພາຍ​ໃຕ້​ຫົວ​ຂໍ້ “ກອງທັບ​ແລະ​ທົ່ວ​ປະ​ເທດ​ສາມັກຄີ, ຮ່ວມ​ແຮງຮ່ວມ​ໃຈ ​​ແຂ່ງຂັນກັນ​ປ້ອງ​ກັນ, ​ຕ້ານ ​ແລະ ​ເອົາ​ຊະນະການ​ແຜ່ລະບາດ​ຂອງ​​ໂຄ​ວິດ-19”, ພະນັກງານ ນັກຮົບ​ໄດ້​ເຮັດ​ວຽກທັງກາງເວັນແລະກາງຄືນ, ບໍ່ຄຳນຶງ​ເຖິງຄວາມທຸກຍາກລໍາບາກ ​ແລະ​ໄພ​ອັນຕະລາຍ ເພື່ອຮັກສາສຸຂະພາບ ແລະ ປົກ​ປ້ອງຊີວິດຂອງປະຊາຊົນ, ນີ້​ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່ ​ແລະ ຄວາມ​ຮັບ​ຜິດ​ຊອບ​ເທົ່າ​ນັ້ນ, ​ແຕ່​ຍັງ​ມາ​ຈາກການ​ບັງຄັບ​ບັນຊາ​ຫົວ​ໃຈ​ຂອງ​ພະນັກງານ​ແລະ​ທະຫານ​ແຕ່ລະຄົນສູ່​ປະຊາຊົນ.  

ຊາບ​ຊຶມ​ແລະ​ປະຕິບັດ​ມະຕິ​ຂອງ​ພັກ, ນະ​ໂຍບາຍ ກົດໝາຍ​ຂອງ​ລັດ ກ່ຽວ​ກັບ​ວຽກ​ງານ​ນະ​ໂຍບາຍ​ການ​ທະຫານ ​ແລະ ​ແນວ​ຫຼັງ​​ການ​ທະຫານ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າຕິດຕາມ​ພຶດຕິ​ກຳ​ຕົວ​ຈິງ, ໜ້າ​ທີ່​ຂອງ​ກອງທັບ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ, ປະສານ​ງານ​ຢ່າງ​ໃກ້ຊິດ​ກັບ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ອົງການ​ທີ່​ກ່ຽວຂ້ອງ ​ເພື່ອ​ຄົ້ນຄວ້າ ​ໃຫ້​ຄຳນະນຳ ​ແລະ ສະ​ເໜີ​ ​ໃຫ້​ລັດຖະບານ ປະກາດ​ໃຊ້​ບັນດາ​ມະຕິ​ກ່ຽວ​ກັບ​ລະບອບ ​ແລະ ນະ​ໂຍບາຍ​ ສຳລັບ​ກອງ​ກຳລັງ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ແຜ່ລະບາດ​ຂອງ​​ໂຄ​ວິດ-19 ຢ່າງ​ທັນ​ການ​ແລະ​ມີ​ປະສິດທິ​ຜົຍ (1), ​ເຊັ່ນ: ການສະໜັບສະໜູນອາຫານແລະການລ້ຽງດູ; ຄ່າ​ໃຊ້​ຈ່າຍ​ໃນ​ການກັກ​ຕົວ​ທາງ​ການ​ແພດ, ການ​ກວດ​ແລະ​ປົວພະຍາດ ​ແລະ ບາງ​ລະ​ບອບພິ​ເສດ​ໃນ​ການ​ປ້ອງ​ກັນ​ແລະຕ້ານ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ... ອີງ​ໃສ່​ບັນດາ​ມະຕິ​ຂອງ​ລັດຖະບານ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຊີ້​ນຳ​ບັນດາ​ອົງການ​ທີ່​ມີໜ້າ​ທີ່ອອກ​ເອກະສານ​ກຳນົດ ​ແລະ ຊີ້​ນຳການ ປະຕິບັດ​ລະບອບ​ແລະນະ​ໂຍບາຍ​ຈຳນວນ​ໜຶ່ງ ສຳລັບກອງ​ກຳລັງ​ປ້ອງກັນ​ແລະ​ຕ້ານ​ການ​ແຜ່ລະບາດ​ຂອງ​ໂຄ​ວິດ-19 ​ເພື່ອ​ປະຕິບັດ​ເປັນ​ເອກະ​ພາບ​ໃນ​ທົ່ວ​ກອງທັບ. ຕາມ​ນັ້ນ, ບັນດາ​ກຳລັງທະຫານທີ່​ເຂົ້າ​ຮ່ວມ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່ລະບາດ​ຂອງ​​ໂຄ​ວິດ-19 ມີ​ສິດ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ປ້ອງ​ກັນ​ໂລກ​ລະບາດ, ການ​ຝຶກ​ອົບຮົມການ​ປະຕິບັດໜ້າ​ທີ່, ຄ່າ​ອາຫານ, ຄ່າ​ໃຊ້​ຈ່າຍ​ໃນ​ຊີວິດ​ ​ແລະ ຄ່າ​ຊົດ​ເຊີຍ ​ຫຼື​ເງິນ​ຊ່ວຍ​ເຫຼືອ​ອຸບັດ​ຕິ​ເຫດ​ຂະນະ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ແລະຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ...; ອີງ​ຕາມ​ລັກສະນະ​ຂອງແຕ່ລະວຽກງານ, ມີລະດັບການສະໜັບສະໜູນທີ່ແຕກຕ່າງກັນ.

ພ້ອມ​ກັນ​ນັ້ນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​​ເປັນ​ເຈົ້າ​ການສະ​ເໜີ​ຕໍ່​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໃຫ້ພິຈາລະນາ​ແລະ​ແກ້​ໄຂ​ລະ​ບອບ​ ສໍາ​ລັບ​ກໍລະນີ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ ທີ່ຖືກເຈັບ​ປ່ວຍ​ ​ບາດ​ເຈັບ ​ຫຼື​ ​ເສຍ​ຊີວິດ ໃນ​ເວ​ລາ​​ປະ​ຕິ​ບັດ​ວຽກ​ງານ​ດ່ວນ​ແລະ​ອັນ​ຕະ​ລາຍ, ຊ່ວຍ​ຊີວິດ​ຜູ້​ຄົນ​ແລະ​ຊັບ​ສິນ​ຂອງ​ລັດ​ແລະ​ຂອງ​ປະຊາຊົນ​ຢ່າງ​ກ້າຫານ; ຄົ້ນຄວ້າ​ສະ​ເໜີການແກ້ໄຂລະບອບທະຫານເຈັບປ່ວຍ, ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຕາມນະໂຍບາຍບຸລິມະສິດ​ໃຫ້​ແກ່​ຜູ້​ມີຄຸນງາມຄວາມດີຕໍ່ການປະຕິວັດ. ພ້ອມ​ກັນ​ນັ້ນ, ຊີ້​ນຳ​ບັນດາ​ອົງການ​ທີ່​ມີ​ໜ້າ​ທີ່​ຄົ້ນຄວ້າ ​ແລະ ສະ​ເໜີ​​ໃຫ້ກະຊວງ​ປ້ອງ​ກັນ​ປະ​ເທດ ພິຈາລະນາ ​ແລະ ຜັນ​ຂະຫຍາຍ​ບັນດາ​ລະບອບ ​ແລະ ນະ​ໂຍບາຍ​ອື່ນໆ​ເຊັ່ນ ການໃຫ້ລາງວັນສຳລັບ​ຜົນງານສະ​ເພາະ​ພິ​ເສດ; ການ​ແຕ່ງ​ຕັ້ງ ການ​ເລື່ອນ​ຍົດ​ທະຫານ, ຂຶ້ນ​ເງິນ​ເດືອນ ຫຼື ການ​ແຕ່ງ​ຕັ້ງ​ເລື່ອນ​ຍົດທະຫານ​ທີ່​ໄດ້​ເສຍ​ສະລະ,... ກ່ອນ​ກຳນົດ​ເວລາ; ໃຫ້​ການ​ສະ​ໜັບ​ສະໜູນ​​ດ້ານວັດຖຸ​, ຈິດ​ໃຈ ​ແລະ ວຽກ​ເຮັດ​ງານທຳ ​ແກ່​ພັນ​ລະ​ຍາ (ຫຼື​ສາ​ມີ​), ລູກ​ຄີງ, ລູກລ້ຽງ​ຖືກ​ກົດໝາຍ ຂອງຜູ້​ທີ່​ເສຍ​ສະລະ​ໃນ​ການປ້ອງກັນແລະຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ. ຊີ້​ນຳຢ່າງ​ທັນ​ການ​ໃຫ້ບັນດາ​ຄະນະ​ພັກ, ຜູ້​ບັນຊາ​ການ​ບັນດາ​ອົງການ ​ແລະ ຫົວໜ່ວຍ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຢູ່​ທ້ອງ​ຖິ່ນ ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​, ​ໃຫ້​ກຳລັງ​ໃຈ​ບັນດາ​ຫົວໜ່ວຍ, ພະນັກງານ, ນັກຮົບທີ່​ປະຕິບັດ​ໜ້າ​ທີ່​ປ້ອງກັນແລະຕ້ານ​ການ​ແຜ່ລະບາດ​ຂອງ​ພະຍາດ​ໂດຍ​ກົງ; ​ຊ່ວຍ​ເຫຼື​ອ​ບັນດາ​ຄອບຄົວ​ທະຫານ​ທີ່​ພວມ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ ທີ່​ປະສົບ​ຄວາມ​ຫຍຸ້ງຍາກລຳບາກ​ຫຼາຍ. ອາດ​ຈະ​ເວົ້າ​​ໄດ້​ວ່າ, ນີ້​ແມ່ນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ​ຖືກຕ້ອງທັນ​ການ​ ຂອງຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ປະຕິບັດ​ຖືກຕ້ອງ​ຕາມ​ທັດສະນະ​ຂອງ​ພັກ​ແລະ​ລັດ ກ່ຽວ​ກັບວຽກ​ງານ​ນະ​ໂຍ​ບາຍ​ການ​ທະ​ຫານ​ ແລະ ​ແນວ​ຫຼັງ​ຂອງ​ກອງທັບ ​ແນ​ໃສ່​ຮັບ​ຮູ້​ການ​ປະກອບສ່ວນ ​ແລະ ​ໃຫ້​ກຳລັງ​ໃຈ​​ແກ່​ພະນັກງານ, ນັກຮົບ, ກຳລັງປະຕິບັດ​ໜ້າ​ທີ່​ປ້ອງ​ກັນ ​ແລະ ຕ້ານ​ການແຜ່ລະບາດ​ຂອງ​ໂຄ​ວິດ-19, ສ້າງ​ແຮງ​ຜັກ​ດັນ​ໃຫ້​ມີ​ຄວາມ​ອຸ່ນ​ອຽນ​ໃຈ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ໄດ້​ເປັນ​ຢ່າງ​ດີ.

ດ້ວຍ​ເປົ້າ​ໝາຍ​ຮັກສາ​ສຸຂະພາບ ​ແລະ ປົກ​ປ້ອງຊີວິດ​ຂອງ​ປະຊາຊົນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ; ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກອງທັບ ​ແລະ​ ຮັບປະກັນການ​ປະຕິບັດ​ເປັນ​ຢ່າງ​ດີ ​ລະບອບ​ແລະ​ນະ​ໂຍບາຍ​ ຕໍ່​ບັນດາ​ກຳລັງທີ່​ເຂົ້າ​ຮ່ວມ​ໃນແນວ​ໜ້າ​​ການ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່ລະບາດ​ຂອງ​​ໂຄ​ວິດ-19, ບັນດາ​ການ​ນຳ, ຜູ້​ບັນຊາ​ການ​ທຸກ​ຂັ້ນ, ຂະ​ແໜງ​ການ​ໃນ​ທົ່ວ​ກອງທັບ ຄວນ​ສຸມ​ໃສ່​ປະຕິບັດ​ໜ້າ​ທີ່ທີ່​ສຳຄັນ​ຄື:

ທີ​ໜຶ່ງ, ສືບຕໍ່ຊາບ​ຊຶມ ​ແລະ ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດ ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່ລະບາດ​ຂອງ​ໂຄ​ວິດ-19 ຢ່າງ​ເຂັ້ມ​ງວດ.

ຍູ້​ແຮງການ​ໂຄສະນາ, ສຶກສາ​ອົບຮົມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ແລະ​ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ ນັກຮົບ ກ່ຽວ​ກັບ​ໜ້າ​ທີ່​ປ້ອງ​ກັນ​ແລະ​ຕ້ານການ​ແຜ່ລະບາດ​ຂອງໂຄ​ວິດ-19. ຜ່ານ​ນັ້ນ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ ນັກຮົບ​ກ່ຽວ​ກັບລັກສະນະທີ່​ເປັນອັນຕະລາຍ, ຜົນ​ຮ້າຍ ແລະ ຜົນກະທົບຂອງໂລກລະບາດຕໍ່ສຸຂະພາບ ແລະ ຊີວິດຂອງປະຊາຊົນ, ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​​ໂດຍ​ລວມ ​ແລະ ໜ້າ​ທີ່​ການ​ທະຫານ, ການ​ປ້ອງກັນ​ປະ​ເທດ​ໂດຍ​ສະ​ເພາະ; ບໍ່​ອັດຕະວິ​ໄສ​ໃນ​ຕົວ ​ແຕ່​ກໍ​ບໍ່ວິຕົກ​ກັງ​ວົນ, ບໍ່​ລັ່ງ​ເລ​ໃຈ. ກຳນົດຢ່າງ​ຈະ​ແຈ້ງ​ວ່າ ໜ້າ​ທີ່​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່ການ​ເມືອງທີ່ສຳຄັນ​ໃນ​ປະຈຸ​ບັນ, ຕ້ອງ​ຖື​ວ່າ “ພາລະກິດຕ້ານການ​ແຜ່​ລະບາດ​ຂອງ​ພະຍາດ​ແມ່ນ​ພາລະກິດ​ຕໍ່ສູ້” ໃນເວລາສັນຕິພາບ. ບໍ່​ວ່າ​ສະຖານະ​ການຈະ​ເປັນ​ແນວ​ໃດ, ກອງ​ທັບ​ກໍ​ເປັນ​ກຳ​ງລັງ​ປະຈັນບານ, ນຳ​ໜ້າ, ເປັນ​ບ່ອນ​ອີງ​ທີ່​ໜັກ​ແໜ້ນ​ຂອງ​ພັກ, ລັດ ​ແລະ ປະຊາຊົນ. ​ອົບຮົມສັ່ງສອນ​ທະຫານ​ໃຫ້​ເສີມ​ຂະຫຍາຍ​ທາດ​ແທ້ ມູນ​ເຊື້ອ​ອັນ​ສະຫງ່າ​ງາມ ​ແລະ ຄຸນສົມບັດ​ທີ່​ດີ​ຂອງ “ທະຫານ​ລຸງ​ໂຮ່”, ຄວາມ​ຮັກ​ແພງ​ລະຫວ່າງທະຫານ​ແລະ​ປະຊາຊົນ​ຄື​ປາ​ກັບ​ນ້ຳ, ມູນ​ເຊື້ອ​​ສາມັກຄີຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນຂອງ​ຊາດ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ລຳບາກ ​ແລະ ຄວາມ​ສ່ຽງ​ຈາກ​ການ​ຕິດ​ເຊື້ອ, ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ແລະຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ເປັນ​ຢ່າງ​ດີ, ປົກປ້ອງ​ສຸຂະພາບ ​ແລະ ຄວາມປອດໄພຂອງປະຊາຊົນ. ພ້ອມ​ກັນ​ນັ້ນ, ຍູ້​ແຮງ​ການ​ໂຄສະນາ, ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ​ຄວາມຮັບຜິດຊອບຂອງ​ປະຊາຊົນ​ທຸກ​ຊັ້ນ​ຄົນ ​ເພື່ອປະຕິບັດ​ຂໍ້ກຳນົດກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານກັບ​ໂລກລະບາດ​ໃຫ້​ໄດ້​ເປັນ​ຢ່າງ​ດີ. ເອົາ​ໃຈ​ໃສ່​​ໂຄສະນາ​ເຜີຍ​ແຜ່​ເພື່ອ​ໃຫ້​ທຸກ​ຊັ້ນຄົນ, ພິ​ເສດ​ແມ່ນ​ພະນັກງານ ນັກຮົບ​ ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ ກ່ຽວ​ກັບ​ລະບອບ ​ແລະ ນະ​ໂຍບາຍ​ອັນ​ພົ້ນ​ເດັ່ນ​ຂອງ​ລັດ ​ຕໍ່​ຜູ້​ຕິດ​ພະຍາດ​ໂຄ​ວິດ-19 ​ແລະ ກອງ​ກຳລັງ​ທີ່​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່​ລະບາດ​ຂອງ​ພະຍາດ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍກຳລັງ​ແຮງປວງ​ຊົນ​ທັງ​ຊາດ​ໃນ​ການ​ສະກັດ​ກັ້ນ​ແລະ​ຍູ້​ຖອຍການລະບາດ​ຂອງ​ໂຄ​ວິດ-19.

ທີ​ສອງ, ​ເພີ່ມ​ທະວີ​ການນຳພາ, ຊີ້ນຳ, ກະກຽມກຳລັງ​ຄົນ, ວັດຖຸອຸປະກອນ ແລະ ເຄື່ອງມືໃຫ້ດີ ກຽມພ້ອມຮັບມືກັບສະຖານະການຕາມແຕ່ລະລະດັບການລະບາດ. ບັນດາ​ອົງການ, ໜ່ວຍງານ​ການ​ທະຫານ​ສືບ​ຕໍ່​ກະກຽມ​ເປັນ​ຢ່າງ​ດີ ​ດ້ານ​ກຳລັງຄົນ, ​ພາຫະນະ, ພື້ນຖານ​ວັດຖຸ, ຢຸກຢາ, ສານ​ເຄມີ, ອຸປະກອນ​ ແລະ​ ເຄື່ອງ​ໃຊ້​ການ​ແພດ… ກວດກາ​ຄ້າຍ​ທະຫານ​ເພື່ອສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ສູນ​ຈຳກັດ​ບໍລິ​ເວນ​ໃໝ່, ກຽມ​ຄວາມ​ພ້ອມ​ຕ້ອນຮັບ​ຜູ້​ປ່ວຍ, ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ການ​ເກີນ​ກຳນົດ​​ໃນ​ທ້ອງ​ຖິ່ນ, ​​ເຮັດ​ໃຫ້​ເກີດ​ຄວາມ​ສ່ຽງ​​ໃນການ​ຕິດ​ເຊື້ອ​ຕໍ່​ຊຸມ​ຊົນ. ປະຕິບັດ​ການ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ເປັນ​ຢ່າງ​ດີ, ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ແຊກ​ຊຶມ​ຢ່າງ​ຜິດ​ກົດໝາຍ. ຮັບປະກັນ​ອຸປະກອນ​ປ້ອງ​ກັນ, ອຸປະກອນ​ການ​ທະຫານ, ຊີວິດ​ການ​ເປັນ​ຢູ່ ​ແລະ ຮັກສາ​ສຸຂະພາບ​ໃຫ້​ບັນດາ​ກຳລັງ​ປະຈຳ​ການ​ທີ່ຈຸດ​ປິດ​ກັ້ນ. ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ ​ແລະ ​ທ້ອງ​ຖິ່ນ ​ໃນ​ການ​ຄາດ​ຄະ​ເນສະຖານະ​ການ​ພ້ອມ​ທີ່​ຈະ​ຮັບ​ມື​ໃນ​ລະດັບ​ສູງ​ ​ເມື່ອ​​ໂລກ​ລະບາດ​ແຜ່ກະຈາຍ​ຢ່າງ​ວ່ອງ​ໄວ, ຮັບປະກັນ​ການ​ປ້ອງ​ກັນ​ແລະຕ້ານການ​ແຜ່​ລະບາດ​ໄດ້​ເປັນ​ຢ່າງ​ດີ, ພ້ອມ​ທັງ​ປະຕິບັດ​ໜ້າ​ທີ່​ການ​ທະຫານ ​ແລະ ປ້ອງ​ກັນ​ປະ​ເທດ​ເປັນ​ຢ່າງ​ດີ.

ທີ​ສາມ, ​ເສີມ​ຂະຫຍາຍກຳລັງ​ແຮງ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ລະດົມ​ບັນດາ​ແຫຼ່ງພະລັງ, ປະສານ​ງານ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຂັ້ນ, ຂະ​ແໜງ​ການ, ກອງ​ກຳລັງ, ທ້ອງ​ຖິ່ນ ​ແລະ ການ​ຮ່ວມ​ມື​ສາກົນ ​​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19.

​ໃນ​ປະຈຸ​ບັນ, ວຽກ​ງານ​ປ້ອງ​ກັນ​ແລະຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ແມ່ນ​ວຽກ​ງານ​ສຳຄັນ​ອັນ​ດັບ​ໜຶ່ງ, ຮຽກຮ້ອງ​ໃຫ້​ມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ລະຫວ່າງ​ບັນດາກອງກຳລັງ​ການ​ແພດ, ຕຳຫຼວດ, ທຸກ​ຂັ້ນ, ຂະ​ແໜງ​ການ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ ​ແນ​ໃສ່​ເສີມ​ຂະຫຍາຍກຳລັງ​ແຮງ​ສັງ​ລວມ​ໃນ​ການປ້ອງກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ ເພື່ອປົກ​ປ້ອງ​ສຸຂະພາບ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ທັງ​ຮັກສາ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ ​ໃນ​ແຕ່​ລະ​ພາກພື້ນ​ແລະ​ທົ່ວ​ປະ​ເທດ. ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການທີ່​ມີໜ້າ​ທີ່ ແລະ ບັນດາ​ກຳລັງ​ຫຼັກ​ແຫຼ່ງ ໃນ​ການ​ຕໍ່ສູ້​​ເພື່ອ​ເອົາຊະນະ​ອຸບາຍ​ແລະກົນອຸບາຍ​ຂອງ​ກອງກຳລັງທີ່​ເປັນ​ສັດຕູ ​ແລະ ພວກສວຍ​ໂອກາດ​ດ້ານ​ການ​ເມືອງ​ທີ່​ຕ້ານ​ພັກ, ລັດ ​ແລະ ກອງທັບ. ຕ້ານ​ແນວ​ຄິດ​ອັດຕະວິ​ໄສ, ຄວາມພໍໃຈ, ການລະ​ເລີຍ, ຄວາມຄິດທີ່ງ່າຍດາຍ ຫຼືຂາດຄວາມຮັບຜິດຊອບທີ່ຈະເຮັດໃຫ້ເກີດຜົນສະທ້ອນທີ່​ຮ້າຍ​ແຮງ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ການ​ທູດ​ດ້ານ​ວັກ​ຊີ​ນ, ສືບ​ຕໍ່​ການ​ຄົ້ນຄວ້າເຊື້ອ​ພະ​ຍາດ​, ຄິດ​ຄົ້ນ​ສູດ​ການ​ພະຍາບານ; ຍູ້​ແຮງ​ການ​ຄົ້ນຄວ້າ ການຜະລິດ​ວັກ​ຊີ​ນ​ແລະ​ຢາປົວ​ພະຍາດ​​ໂຄ​ວິດ-19, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບການ​ເບິ່ງ​ແຍງ, ປົກ​ປ້ອງ​ສຸຂະພາບ​ແລະ​ຊີວິດ​ຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ຜູ້​ທີ່​ເຮັດ​ວຽກຢູ່​ແນວ​ໜ້າ​ ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່ລະບາດ​ຂອງພະຍາດ.

ທີ່​ສີ່, ຕິດຕາມ​ສະພາບ​ການ​ຕົວ​ຈິງ​ຢ່າງ​ໃກ້ຊິດ, ​ເອົາ​ໃຈ​ໃສ່​ຄົ້ນ​ຄ້ວາ, ສະ​ເໜີ, ຮັບປະກັນ​ຢ່າງ​ທັນ​ການ, ປະຕິບັດ​​ເປັນ​ຢ່າງ​ດີລະບອບ, ນະ​ໂຍບາຍຕໍ່​ບັນດາ​ກຳລັງທີ່​ເຂົ້າ​ຮ່ວມ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່ລະບາດ​ຂອງ​ໂຄ​ວິດ-19.

ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ສົມທົບ​ກັບ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ເພື່ອ​ຄົ້ນຄວ້າ, ປັບປຸງ​ບັນດາ​ເອກະສານ​ກົດໝາຍ, ກົນ​ໄກ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ແລະ​ໂລກລະບາດ. ​ໃນ​ນັ້ນ, ​​ເອົາໃຈ​ໃສ່​ເປັນ​ສຳຄັນຕໍ່​ບັນດາ​ກຳລັງຢູ່​ແຖວ​ໜ້າ​ໃນ​ການ​ປ້ອງ​ກັນ​ແລະຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ. ​ໃນ​ຂະ​ບວນການ​ຄົ້ນຄວ້າ, ສະ​ເໜີ​ລະບອບ ນະ​ໂຍບາຍ​ນັ້ນ ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ​ແລະ​ລັດ, ສອດ​ຄອງ​ກັບ​ຈຸດ​ພິ​ເສດ​ຂອງ​ໜ້າ​ທີ່ ​ແລະ ລັກສະນະ​ການ​ເຄື່ອນ​ໄຫວ​ຂອງ​ກຳລັງທີ່​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ; ສ້າງ​ຄວາມ​ສົມ​ດຸນ​ກັບ​ເປົ້າ​ໝາຍ​ທີ່​ກ່ຽວຂ້ອງ​ອື່ນ​ ເພື່ອ​ຮັບປະກັນຄວາມເປັນທໍາ, ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ສ່ວນ​ໜຶ່ງ ​ແລະ ປຸກລະດົມ​ກຳລັງ​ໃຈບັນດາກຳລັງ​ທີ່ທີ່​ເຂົ້າ​ຮ່ວມ​ ທັງກ່ອນ, ​ໃນ​ລະຫວ່າງ ​ແລະ ຫຼັງ​ຈາກການປະຕິບັດ​ໜ້າ​ທີ່. ປະຕິບັດ​ເປັນ​ຢ່າງ​ດີ​ການ​ແນະນຳ, ຫັນ​ເປັນອັນ​ລະອຽດ ​ແລະ ຈັດ​ຕັ້ງ​ປະຕິບັດ​ຢ່າງ​ແໜ້ນ​ແຟ້ນ, ຮອບ​ຄອບ​ຖີ່​ຖ້ວນ, ຮັບປະກັນ​ໃຫ້​ທຸກ​ຄົນ​ອຸ່ນອຽນ​ໃຈ​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ. ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ກວດສອບ, ​ເປັນ​ເຈົ້າ​ການ​ໃນ​ການ​ຈັດການ, ​ແກ້​ໄຂກໍລະນີ​ຂາດ​ຕົກ​ບົກພ່ອງ, ​ເຮັດ​ຜິດ​ກັບ​ລະ​ບອບ​ການ​, ນະ​ໂຍ​ບາຍ​ ແລະ ​ຈຸດ​ອ່ອນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ.

ທີ​ຫ້າ, ​ເອົາ​ໃຈ​ໃສ່​ເຮັດ​ວຽກ​ງານ​ນະ​ໂຍບາຍ​ການ​ທະຫານ​ ​ແນວ​ຫຼັງ​ກອງທັບ​ ສຳລັບ​ບັນດາ​ກຳລັງ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ແລະຕ້ານ​​ໂລກລະບາດ ໃຫ້​ດີກ​ວ່າ​ເກົ່າ, ​ໂດຍ​ສະ​ເພາະ ແມ່ນ​ຜູ້​ທີ່​ມີຄວາມ​ຍາກລຳບາກ ​ໃນ​ສະ​ພາບ​ແວ​ລ້ອມ​ພິ​ເສດ​.

ສົ່ງ​ເສີມ​ແລະ​​ເອົາ​ໃຈ​ໃສ່ດູ​ແລ​ຊີວິດ​ທາງ​ດ້ານ​ວັດຖຸ​ແລະຈິດ​ໃຈ​ຂອງ​ພະນັກງານ, ນັກຮົບ​ໃນ​ແນວ​ໜ້າ​ຕ້ານ​ພະຍາດ​ລະບາດ ຢ່າງ​ທັນ​ທ່ວງທີ, ພ້ອມ​ກັນ​ນັ້ນ​ ກໍ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ໃນ​ແນ​ວຫຼັງຂອງກອງ​ທັບ ​ເພື່ອ​ໃຫ້​ພະນັກງານ ນັກຮົບ​ອຸ່ນ​ອຽນ​ໃຈ ອຸທິດ​ເຫື່ອ​ແຮງ, ສະຕິ​ປັນຍາ ​ແລະ ຄວາມ​ຮັບຜິດຊອບ​​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​. ສົມທົບລະຫວ່າງ​ວຽກ​ງານ​ແນວ​ຄິດ, ວຽກ​ງານ​ນະ​ໂຍບາຍ ​ແລະ ການ​ເບິ່ງ​ແຍງ​ດູ​ແລ​ແນວ​ຫຼັງ​ຂອງ​ກອງທັບ ຢ່າງ​ແໜ້ນ​ແຟ້ນ ກົມກຽວ; ​ເສີມ​ຂະຫຍາຍ​ກຳລັງ​​ແຮງ​ຂອງບັນດາ​ກອງ​ກຳລັງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງໜ່ວຍ​ງານ​ທະຫານ​ ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທີ່​ຄອບຄົວ​ທະຫານ​ອາ​ໄສຢູ່ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ. ສະ​ເໜີ​ຢ່າງ​ທັນ​ການ​ໃຫ້ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​, ສະພາບ​ການ​ສັບສົນ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ຮັບປະກັນ​ໃຫ້​ຜູ້​ທີ່​ຖືກ​ສົ່ງ​ໄປ​ປະຕິບັດ​ໜ້າ​ທີ່ ​ແລະ ຄອບຄົວ​ມີ​ຄວາມ​ສະຫງົບ​​ໃຈ, ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃນ​ໄລຍະ​ເຮັດ​ວຽກງານ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່ລະບາດຂອງ​ໂຄ​ວິດ-19 ໃຫ້​ດີ​ທີ່​ສຸດ.

ທີ​ຫົກ, ​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ​ໃນ​ກອງທັບ; ປະຕິບັດ​ເປັນ​ຢ່າງ​ດີ ກາ​ນຖອດ​ຖອນ​ບົດຮຽນ, ຍ້ອງຍໍ​ຊົມ​ເຊີຍ ໃຫ້ລາງວັນແກ່ກຸ່ມ​ຄົນ​ແລະ​ບຸກຄົນ​ທີ່​ດີ​ເດັ່ນ.

ປະຕິບັດຕາມຄໍາສັ່ງປ້ອງກັນ​ໂລກລະບາດຢ່າງເຂັ້ມງວດ, ບໍ່​ໃຫ້​ມັນ​ແຜ່​ກະຈາຍ​ສູ່​ອົງການ, ໜ່ວຍ​ງານ​ຕ່າງໆ. ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ໃຫ້​ທະຫານ​ບໍ່​ໄດ້​ອັດຕະວິ​ໄສ​ໃນ​ຕົວ ​ແລະ ​ລະ​ເລີຍ​ໃນ​ການ​ປ້ອງ​ກັນ​ແລະຕ້ານ​ການ​ແຜ່ລະບາດຂອງ​ພະຍາດ; ​ໂດຍ​ສະ​ເພາະ​ແມ່ນ​ຂໍ້​ກຳນົດ “5K” ຂອງ​ກະຊວງ​ສາທາລະນະ​ສຸກ. ຮັບປະກັນ​ຊີວິດ​ການ​ເປັນ​ຢູ່ ​ແລະ ສຸຂະພາບ​ຂອງ​ທະຫານ​​ຢ່າງ​ດີ, ຮັກສາ​ອັດຕາ​ສ່ວນ​ກຳລັງ​ທະຫານ​ໃຫ້​ມີ​ສຸຂະພາບ​ເຂັ້ມ​ແຂງ​ໃນ​ການ​ຮ່ຳຮຽນ, ​ເຮັດ​ວຽກ ​ແລະ ກຽມພ້ອມ​ສູ້​ຮົບ​ຕາມ​ລະບຽບ​ການ. ຜັນ​ຂະຫຍາຍ​ແຜນການ​ສັກ​ວັກ​ຊີ​ນ​ໃນ​​ກອງທັບທັງ​ໝົດ ​ຖືກ​ຕາມກຳນົດ​ເວລາ​ ແລະ ມີ​ຄວາມ​ປອດ​ໄພສູງສຸດ, ​ເພີ່ມ​ທະວີ​ການນຳພາ ​ແລະ ຊີ້​ນຳ​ການ​ກະກຽມ​ແຫຼ່ງກຳລັງພົນ, ອຸປະກອນ​ການ​ແພດ ​ແລະ ​ເຄື່ອງ​​ອຸປະກອນ ​ເພື່ອ​ກຽມພ້ອມ​ຮັບ​ມື​ກັບ​ສະພາບ​ການ. ຍູ້​ແຮງ​ການ​ປະຕິບັດ​ວຽກ​ງານ​ນະ​ໂຍບາຍ, ​ໃຫ້ກຳລັງ​ໃຈ ຍ້ອງຍໍ​ຊົມ​ເຊີຍ ​ສົມທົບ​ກັບ​ການ​ ດຳ​ເນີນ​ຂະ​ບວນການ​ແຂ່ງຂັນ​ພິ​ເສດ “ກອງທັບ​​ແລະ​ທົ່ວ​ປະ​ເທດ​ສາມັກຄີ​, ຮ່ວມ​ແຮງ​ຮ່ວມ​ໃຈກັນ​ແຂ່ງຂັນ​ປ້ອງ​ກັນ, ຕ້ານ ​ແລະ ​ເອົາ​ຊະນະ​ການ​ແຜ່ລະບາດ​ຂອງ​​ໂຄ​ວິດ-19” ທີ່​ປຸກລະດົມ​ໂດຍ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ; ປະຕິບັດ​ການ​ສະຫຼຸບ​ສັງ​ລວມ, ຖອດ​ຖອນ​ບົດຮຽນ, ຍ້ອງຍໍ​ໃຫ້​ລາງວັນ​ ແກ່​ພະນັກງານ ນັກຮົບ​ທີ່​ດຄື່ອນ​ໄຫວ​ຢູ່​ຮາກ​ຖານ ​ເຊິ່ງ​ໄດ້​ປະຕິບັດ​ໜ້າ​ທີ່​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ​ໂດຍ​ກົງ. ການ​ຍ້ອງຍໍ​ໃຫ້​ລາງວັນ​ຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ທັນ​ການ​ໃນ​ຫຼາຍ​ຂັ້ນ, ຫຼາຍ​ຂົງ​ເຂດ​ການ​ເຄື່ອນ​ໄຫວ; ​ເອົາ​ໃຈ​ໃສ່​ໃຫ້ລາງວັນສະເພາະສຳລັບກຸ່ມຄົນ ແລະ ບຸກຄົນທີ່ມີຜົນງານດີເດັ່ນ. ຜ່ານ​ນັ້ນ, ສ້າງ​ແລະ​ຂະຫຍາຍ​ບັນດາ​ຕົວຢ່າງ​ທີ່​ກ້າວໜ້າ, ສ້າງ​ຂະ​ບວນການ​ກະທຳ​ປະຕິວັດທີ່​​ແຂງ​ແຮງ, ປຸກລະດົມ ​ໃຫ້​ກຳລັງ​ໃຈ​ໃຫ້​ພະນັກງານ ນັກຮົບ​ແຂ່ງຂັນ​ກັນ​ປະຕິບັດ​ໜ້າ​ທີ່​ໃຫ້​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ; ​ຍົກ​ສູງ​ສະຕິ​ລະວັງ​ຕົວ ກຽມພ້ອມ​ສູ້​ຮົບ​ສູງ. 

ການ​ປະກອບສ່ວນ​ທີ່​ສຳຄັນ​ຂອງກອງທັບ​ປະຊາຊົນ​ຫວຽດນາມ​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19 ​ໃນ​ເວລາ​ທີ່​ຜ່ານ​ມາ ​ໄດ້​ຮັບ​ການຮັບຮູ້​ແລະ​ຕີລາ​ຄາ​ສູງ​ ຈາກ​ການ​ນຳພັກ, ລັດ, ບັນດາ​ທ້ອງ​ຖິ່ນ ​ແລະ ປະຊາຊົນ. ກອງທັບໄດ້ຕິດຕາມ​ສະພາບ​ການ​ແຜ່​ລະບາດຂອງ​ພະຍາດ​ຢ່າງ​ໃກ້ຊິດ; “ເພື່ອປະຊາຊົນລືມຕົນເອງ", "ເພື່ອປະຊາຊົນຮັບໃຊ້", ​ເອ​ໃຈ​ໃສ່​ຢ່າງ​ທັນ​ທ່ວງທີ, ປະຕິບັດ​ເປັນ​ຢ່າງ​ດີ​ລະບອບ ນະ​ໂຍບາຍ​ຕໍ່​ກອງ​ກຳລັງທີ່​ເຂົ້າ​ຮ່ວມ​ໃນ​ແນວ​ໜ້າການ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່ລະບາດ​ຂອງໂຄ​ວິດ-19, ຍົກ​ສູງ​ຈິດ​ໃຈຄວາມ​ຮັບຜິດຊອບ, ຕັດສິນ​ໃຈ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບມອບ​ໝາຍ​ໃຫ້ສຳ​ເລັດ​ຜົນ ​ເພື່ອ​ປົກ​ປ້ອງ​ສຸຂະພາບ ຄວາມ​ປອດ​ໄພ ​ແລະ ຊີວິດ​ຂອງ​ປະຊາຊົນ, ພ້ອມ​ກັນ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ປະຕິບັດ “​ເປົ້າໝາຍ​ຄູ່” ທັງ​ປ້ອງ​ກັນ​ແລະ​ຕ້ານ​ໂລກ​ລະບາດ, ທັງ​ພັດທະນາ​ເສດຖະກິດ-ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ-ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຢ່າງ​ສຳ​ເລັດ​ມີໄຊ, ​ເຊີດ​ຊູ​ທາດ​ແທ້​ປະຕິວັດ​ແລະມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ “ທະຫານ​ລຸງ​ໂຮ່” ຂອງ​ກອງທັບ​ປະຊາຊົນ​ຫວຽດນາມຜູ້​ກ້າຫານໃນ​ຍຸກ​ໃໝ່.

-----------------

(1) ມະຕິ​ສະບັບ​ເລກທີ 37/NQ-CP, ລົງ​ວັນ​ທີ 29 ມີນາ 2020, ຂອງ​ລັດຖະບານ “ກ່ຽວ​ກັບ​ລະບອບ​ພິ​ເສດ​ຈຳນວນ​ໜຶ່ງ​ ໃນການ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່ລະບາດ​ຂອງ​ໂຄ​ວິດ-19”; ມະຕິ​ສະບັບ​ເລກທີ 16/NQ-CP, ລັງ​ວັນ​ທີ 8 ກຸມພາ 2021, ຂອງ​ລັດຖະບານ “ກ່ຽວ​ກັບ​ຄ່າ​ໃຊ້​ຈ່າຍ​ໃນ​ການຈຳກັດບໍລິ​ເວນ​ທາງ​ການ​ແພດ, ການກ​ວດ​ແລະ​ປົວ​ພະຍາດ ​ແລະ ລະບອບ​ພິ​ເສດຈຳນວຍໜຶ່ງ​ ໃນ​ການ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່ລະບາດ​ຂອງ​ໂຄ​ວິດ-19”; ມະຕິ​ສະບັບ​ເລກທີ 17/NQ-CP, ລົງ​ວັນ​ທີ 9 ກຸມພາ 2021, ຂອງ​ລັດຖະບານ “ກ່ຽວ​ກັບ​ການ​ໃຊ້​ຈ່າຍ​ເພື່ອ​ສະໜັບສະໜູນ​​ອາຫານ ​ແລະ ​ເງິນ​ອຸດ​ໜູນ​ ໃນ​ການ​ຕ້ານການ​ແຜ່ລະບາດ​ຂອງ​ໂຄ​ວິດ-19 ​ໃນ 5 ວັນ​ບຸນ​ເຕັດ​ປີ​ສະຫຼູ 2021”

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 974 (​ເດືອນ​ກັນຍາ 2021)