ວກ. - ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ສືບ​ທອດ​ມູນ​ເຊື້ອ​ຮັກ​ຊາດ, ​ເປັນ​ເອ​ກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ມິດຕະພາບ, ຄວາມເມດຕາກາລຸ​ນາ ​ແລະ​ການ​ໝູນ​ໃຊ້​ແນວ​ຄິດ​ການ​ທູດ​ໂຮ່​ຈີ​ມິນ​ຢ່າງ​ປະ​ດິດ​ສ້າງ, ການ​ຕ່າງປະ​ເທດຫວຽດນາມ​ບັນລຸ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ອັນສຳຄັນ​ ເຂົ້າ​ໃນ​ໄຊຊະນະຂອງ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ຫວຽດນາມ ​ເພື່ອ​ເອກະລາດ, ​ເສລີພາບ, ສັນຕິພາບ ​ແລະ ການ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ​ໃນ​ອະດີດ ກໍ​ຄື​ຜົນສຳ​ເລັດຂອງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ການກໍ່ສ້າງ​ແລະ​ປົດ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນປະຈຸ​ບັນ. ​ໃນ​ຜົນງານ​ເຫຼົ່ານັ້ນ ມີ​ສ່ວນ​ປະກອບ​ທີ່ສຳຄັນ​ທີ່​ສຸດ ​ຂອງ​ການ​ຕ່າງປະ​ເທດ​ປະຊາຊົນ.

ໃນ​ໄລຍະ​ແຫ່ງ​ການ​ພັດ​ທະນະ​ໃໝ່​ຂອງ​ປະ​ເທດ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ເນັ້ນ​ໜັກ​ໜ້າ​ທີ່: “ສືບຕໍ່​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ຂອງ​ການ​ຕ່າງປະ​ເທດ​ໃນ​ການ​ສ້າງ​ແລະ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ ແລະ ສະຖຽນ​ລະ​ພາບ, ລະດົມ​ແຫຼ່ງກຳລັງ​ພາຍ​ນອກ​ ເພື່ອ​ພັດທະນາ​ປະ​ເທດ​ຊາດ, ຍົກ​ສູງຖານະ​ບົດບາດ​ແລະກຽດ​ສັກ​ສີ​ຂອງ​ປະ​ເທດ. ກໍ່ສ້າງ​ການ​ທູດ​ຮອບດ້ານ​ແລະທັນ​ສະ​ໄໝ ດ້ວຍ 3 ​ເສົາ​ຄ້ຳ: ການ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ຕ່າງປະ​ເທດ​ຂອງ​ປະຊາຊົນ”(1). ນີ້​ແມ່ນ​ບັນດາ​ເນື້ອ​ໃນ​ທີ່​ມີ​ລັກສະນະ​ສືບ​ທອດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ກ່ອນ, ທັງ​ແມ່ນບາດກ້າວ​ພັດທະນາ​ໃໝ່​ທີ່​ສຳຄັນ​ທີ່​ສຸດ, ​ເປັນ​ການ​ຢືນຢັນ​ບົດບາດ​ທີ່​ຕັ້ງ ຕຳ​ແໜ່​ງ ​ແລະ ໜ້າ​ທີ່ຂອງ​ການ​ຕ່າງປະ​ເທດ​​ໂດຍ​ລວມ, ຂອງ​ການ​ຕ່າງປະ​ເທດ​ປະຊາຊົນ​​ໂດຍ​ສະ​ເພາະ​ ໃນສະພາບ​ການ​ໃໝ່, ການ​ເຊື່ອມ​ຕໍ່​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ເສົາຄ້ຳຂອງ​ການ​ຕ່າງປະ​ເທດ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ເສີມ​ຂະຫຍາຍ​ບົດບາດ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຕ່າງປະ​ເທດ​ປະຊາຊົນ.

ບັນດາຜູ້ແທນປຶກສາຫາລືຢູ່ນອກກອງປະຊຸມສາກົນກ່ຽວກັບ “ການເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງແລະປັບປຸງສັນຕິພາບ: ຈາກຄວາມມຸ່ງໝັ້ນສູ່ຜົນສຳເລັດ” ຈັດໂດຍກະຊວງການຕ່າງປະເທດຫວຽດນາມຮ່ວມກັບອົງການສະຫະປະຊາຊາດ ໃນຮູບແບບການລວມກັນໂດຍກົງ ແລະ ອອນລາຍ _ພາບ: TTXVN

ແນວ​ຄິດ​ການ​ທູດ​ໂຮ່​ຈີ​ມິນ ​ແລະ ທັດສະນະ​ຂອງພັກ​ກອມ​ມູນິດ​ຫວຽດນາມ
ກ່ຽວ​ກັບ​ບົດບາດ​ທີ່​ຕັ້ງ​ຂອງ​ການ​ຕ່າງປະ​ເທດ​ປະຊາຊົນ

ການຕ່າງປະ​ເທດ​ປະ​ຊາຊົນ​ແມ່ນ​ໜຶ່ງ​ໃນ​ຄວາມ​ຄິດ​ປະດິດ​ທີ່​ໂດດ​ເດັ່ນ​ຂອງການ​ປະຕິວັດ​ຫວຽດນາມ. ການ​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແນວ​ຄິດ​ການ​ທູດ​ໂຮ່ຈີ​ມິນ ​ແລະ ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບການຕ່າງປະ​ເທດ​ປະ​ຊາຊົນ ​ແມ່ນ​ປັດ​ໄຈ​ທີ່​ມີ​ຄວາມ​ໝາຍ​ຕັດສິນ, ​ແມ່ນ​ບົດຮຽນທີ່ສຳຄັນ​ອັນ​ດັບ​ໜຶ່ງ ທີ່​ຖອດ​ຖອນ​ມາ​ຈາກພຶດຕິ​ກຳ​ປະຕິ​ວັດ​ຫວຽດນາມ ​ແລະ ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ປະຊາຊົນຕະຫຼອດ​ປະຫວັດສາດ​ຂອງ​ປະ​ເທດ.

​ໜຶ່ງ​​ໃນເນື້ອ​ໃນ​ຫຼັກ​ຂອງ​ແນວ​ຄິດ​ໂຮ່ຈີ​ມິນ ​ແລະ ​​ແນວທາງ​ແຫ່ງ​ການ​ປະຕິວັດ​ຂອງ​ຫວຽດນາມ ​ແມ່ນ​ຄວາມ​ສາມັກຄີ​ແຫ່ງ​ຊາດ​ຕ້ອງ​ຕິດ​ພັນ​ກັບ​ຄວາມ​ສາມັກຄີ​ສາກົນ, ລັດທິ​ຮັກ​ຊາດ​ທີ່​ແທ້​ຈິງ​ຕ້ອງ​ຕິດ​ພັນ​ກັບລັດທິ​ສາກົນ​ທີ່​ຜ່ອງ​ໃສ​ຂອງ​ຊົນ​ຊັ້ນ​ກຳມະກອນ, ຄວາມ​ສາມັກຄີ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດຕິດ​ພັນ​ກັບ​ຄວາມ​ສາມັກຄີຂອງ​ປະຊາຊົນ​ທົ່ວ​ໂລກ. ການ​ໃຫ້​ຄວາມ​ສຳຄັນ​ແລະ​ເສີມ​ຂະຫຍາຍບົດບາດ​ຂອງ​ຄວາມ​ສາມັກຄີ​ສາກົນ ​ແລະ ການຕ່າງປະ​ເທດ​ປະ​ຊາຊົນ ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ແລະ​ສອງ​ຄ່ອງ​ຕະຫຼອດ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ປະທານ​ໂຮ່ຈີ​ມິນ​​ຊີ້​ແຈງວ່າ: “​ໃນ​ທ້ອງຟ້າ​ບໍ່​ມີ​ສິ່ງ​ໃດ​ມີຄ່າ​ກວ່າ​ປະຊາຊົນ. ​ໃນ​ໂລກ​ນີ້​ບໍ່​ມີ​ຫຍັງ​ເຂັ້ມ​ແຂງ​ໄປ​ກວ່າ​ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ​”(2) ​ແລະ ​ເພິ່ນ​ເອງ​ໄດ້​ວາງ​ຮາກ​ຖານ, ນຳພາ ​ແລະ ຜັນຂະຫຍາຍ​ການຕ່າງປະ​ເທດ​ປະ​ຊາຊົນ​ໂດຍ​ກົງ.

​ໃນວັນ​ເດືອນທຳອິດພາຍຫຼັງ​ການ​ກຳເນີດ​ຂອງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ​ເມື່ອ​ປະ​ເທດ​ເຮົາ​ຍັງ​ບໍ່​ທັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ກັບ​ປະ​ເທດ​ອື່ນ, ພັກ ​ແລະ ປະທານ​ໂຮ່ຈີ​ມິນ ​ໄດ້​ຊີ້​ນຳ​ການຈັດ​ຕັ້ງ​ບັນດາ​ອົງການການຕ່າງປະ​ເທດ​ປະ​ຊາຊົນທຳອິດ​ຂອງ​ຫວຽດນາມ​ຄື: ສະມາຄົມ​ມິດຕະພາບຫວຽດນາມ-ອາ​ເມ​ລິ​ກາ (ວັນ​ທີ 17 ຕຸລາ 1945) ​ແລະ ສະມາຄົມ​ມິດຕະພາບ​ຫວຽດນາມ-ຈີນ (ປີ 1946), ກຳນົດ​ແລະຈັດ​ຕັ້ງ​ປະຕິບັດ​ ບັນດາ​ນະ​ໂຍບາຍ​ກ່ຽວ​ກັບຄວາມ​ສາ​ມັກ​ຄີ​ແລະ​ການຮ່ວມສຳພັນ ​​ກັບ​ສອງ​ປະ​ເທດ​ເພື່ອນ​ບ້ານ​​ລາວ ​ແລະ ​ກໍາ​ປູ​ເຈຍ. ນອກຈາກການສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ຫຼາຍ​ປະ​ເທດ, ຫຼາຍ​ອົງການ​ມິດຕະພາບ​ກັບ​ປະຊາຊົນ​ບັນດາ​ປະ​ເທດກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່​ໄປ ​ເພື່ອຍາດ​ແຍ່ງ​ເອົາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ຂອງ​ເພື່ອນ​ມິດສາກົນ.

ຄວາມ​ສຳຄັນ, ບົດບາດ ​ແລະ ໜ້າ​ທີ່​ຂອງການຕ່າງປະ​ເທດ​ປະ​ຊາຊົນ ​ ​ໄດ້​ຖືກ​ລວມ​ຢ່າງ​ເປັນ​ທາງ​ການ ເຂົ້າ​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມມູນິດ​ຫວຽດນາມ​​ໃນ​ໄລຍະ​ຕົ້ນ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 2 ຂອງ​ພັກ (​ເດືອນ​ກຸມພາ 1951) ກ່ຽວ​ກັບ​ນະ​ໂຍບາຍ​ການ​ທູດ ​ໄດ້​ເນັ້ນ​ໜັກ​ການ​ພັດທະນາການທູດ​ປະ​ຊາຊົນຢ່າງ​ກວ້າງຂວາງ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການເຂົ້າ​ຮ່ວມບັນດາ​ຂະ​ບວນການ​ໃໝ່ໃນ​ທົ່ວ​ໂລກ​ ​ແລະ ​ຮັດ​ແໜ້ນ​ການຈັດ​ຕັ້ງການ​ເຄື່ອນ​ໄຫວ​ ລະ​ຫວ່າງ​ບັນ​ດາ​ອົງ​ການ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ອົງ​ການ​ປະ​ຊາ​ຊົນ​ໂລກ. ຫຼັງ​ຈາກ​ປະ​ເທດ​ເປັນ​ເອ​ກະ​ພາບ​, ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມກ່ຽວ​ກັບການຕ່າງປະ​ເທດ​ປະ​ຊາຊົນ ​ແລະ ​ແຜນ​ນະ​ໂຍບາຍ​ຜັນຂະຫຍາຍສາມເສົາ​ຄ້ຳ​ການ​ຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ ​ໄດ້​ຮັບ​ການ​ພັດ​ທະ​ນາ ​​ແລະ ​ປັບປຸງຢ່າງຕໍ່​ເນື່ອງ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 4 ຂອງ​ພັກ (ປີ 1976) ​ໄດ້​ກຳນົດໜ້າ​ທີ່​ການ​ຕ່າງປະ​ເທດສຳລັບ​ກຸ່ມ​ເປົ້າ​ໝາຍ​ສະ​ເພາະ​ແຕ່​ລະ​ກຸ່ມ. ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ (ປີ 1986) ຊີ້​ແຈງ​ກ່ຽວ​ກັບ​ອັດຕະພາບ ​ແລະ ການ​ປະສານ​ງານ​ລະຫວ່າງ​ອັດຕະພາບ​ຂອງການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ, ລວມມີ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ. ດ້ວຍ​ຈິນຕະນາການ​ໃໝ່​ກ່ຽວ​ກັບ​ການ​ຕ່າງປະ​ເທດ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7 ຂອງ​ພັກ (ປີ 1991) ​ໄດ້​ເນັ້ນໜັກ​ແຜນ​ນະ​ໂຍບາຍ “ສາມັກຄີ​ກັບບັນດາກອງກຳລັງຕໍ່ສູ້​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ”, ສ້າງ​ບາດກ້າວ​ບຸກທະລຸ ​ແລະ ນຳ​ພະລັງ​ໃໝ່​ມາ​ໃຫ້​ວຽກ​ງານ​ການຕ່າງປະ​ເທດ​ປະຊາຊົນ (3).

​ໃນເອກະສານ​ຂອງ​ບັນດາກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 8, 9, 10, 11, 12 ຂອງ​ພັກ ມີເນື້ອໃນທີ່ຕ້ອງການຂະຫຍາຍວຽກງານການຕ່າງປະ​ເທດ​ປະ​ຊາຊົນຕື່ມ​ອີກ, ຊີ້​ແຈງ​ເນື້ອ​ໃນ​ແລະ​ໜ້າ​ທີ່​ຂອງການຕ່າງປະ​ເທດ​ປະ​ຊາຊົນ ​ແລະ ຄວາມ​ຈຳເປັນຕ້ອງ “ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງກິດຈະກຳ​ທາງ​ການ​ທູດ​ຂອງ​ລັດ ກັບກິດຈະກຳການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ເຄື່ອນ​ໄຫວດ້ານການຕ່າງປະ​ເທດ​ປະ​ຊາຊົນ... ​ເຮັດ​ໃຫ້​ໂລກ​ເຂົ້າ​ໃຈ​ແຈ້ງ​ກວ່າ​ອີກ​ກ່ຽວ​ກັບ​ດິນ​ແດນ, ຜູ້​ຄົນ ​ແລະ ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ຂອງ​ຫວຽດນາມ, ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ຫວຽດນາມ”(4).

ຄໍາສັ່ງເລກທີ 44-CT/TW, ລົງວັນທີ 20 ກັນຍາ 1994, ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ຊຸດທີ 7, “ກ່ຽວ​ກັບ​ການ​ເປີດ​ກວ້າງ​ແລະ​ປ່ຽນ​ແປງ​ໃໝ່​ກິດຈະກຳການຕ່າງປະ​ເທດ​ປະ​ຊາຊົນ”, ​ແມ່ນ​ເອກະສານ​ສະບັບ​ທຳ​ອິດ​ຂອງ​ພັກ​ທີ່​ໃຊ້ສຳລັບ​ວຽກ​ງານ​ການຕ່າງປະ​ເທດ​ປະ​ຊາຊົນ, ກຳນົດຢ່າງຈະ​ແຈ້ງການຕ່າງປະ​ເທດ​ປະ​ຊາຊົນ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ທົ່ວ​ໄປ​ຂອງ​ປະ​ເທດ​ເຮົາ, ກຳນົດ​​ແຈ້ງ​ຄວາມ​​ຕ້ອງການ, ​ເປົ້າ​ໝາຍ ​ແລະ ມາດ​ຕະການ ​ເພື່ອ​ດຳ​ເນີນວຽກ​ງານການຕ່າງປະ​ເທດ​ປະ​ຊາຊົນ(5). ພາຍຫຼັງສະຫຼຸບຄຳສັ່ງເລກທີ 44-CT/TW, ຄະນະເລຂາທິການສູນກາງພັກ ຊຸດທີ 11 ໄດ້ອອກຄຳສັ່ງເລກທີ 04-CT/TW, ລົງວັນທີ 6-7-2011, “ກ່ຽວ​ກັບ​ການ​ສືບ​ຕໍ່ປ່ຽນ​ແປງ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນຂອງການຕ່າງປະ​ເທດ​ປະ​ຊາຊົນ​ໃນ​ສະພາບ​ການ​ໃໝ່”, ຢືນຢັນ​ທັດສະນະ​​ວ່າ ການ​ຕ່າງປະ​ເທດ​ປະ​ຊາຊົນແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ທົ່ວ​ໄປ​ຂອງ​ພັກ ​ແລະ ລັດ​ຂອງ​ພວກ​ເຮົາ. ການປ່ຽນ​ແປງ​ໃໝ່​ ແລະ ຍົກ​ສູງ​ປະສິດທິຜົນ​ຂອງ​ກິດຈະກຳການຕ່າງປະ​ເທດ​ປະ​ຊາຊົນ ​ແມ່ນ​ໜ້າ​ທີ່ຂອງທັງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ປວງ​ຊົນ ​ເຊິ່ງມີ​ແກ່ນ​ຫຼັກ​ຄື​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາ​ອົງການ​ປະຊາຊົນ.

ສຳລັບ​ກຳລັງ​ພິ​ເສດ​ດ້ານການຕ່າງປະເທດ​ປະ​ຊາຊົນຄື​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (ສະຫະພັນ​ມິດຕະພາບ), ຄະນະ​ເລຂາທິການ​ສູນ​ກາງ​ໄດ້​ອອກ​ຄຳ​ສັ່ງ​ເລກ​ທີ 27-CT/TW, ລົງ​ວັນ​ທີ 27 ກໍລະກົດ 1993, “ກ່ຽວ​ກັບ​ໜ້າ​ທີ່ ແລະ ການ​ຈັດ​ຕັ້ງຂອງ​ສະຫະພັນ​ບັນດາ​ອົງການສັນຕິພາບ, ຄວາມ​ສາມັກຄີ ​ແລະ ມິດຕະພາບ​ຫວຽດນາມ”, ຄຳ​ສັ່ງ​ເລກ​ທີ 28-CT/TW, ລົງ​ວັນ​ທີ 2 ທັນວາ 2008, “ກ່ຽວ​ກັບ​ການ​ສືບຕໍ່ປ່ຽນ​ແປງ​ໃໝ່ ​ແລະ ປັບປຸງ​ໝາກຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບຫວຽດນາມ”, ​ແລະ ທີ່​ຜ່ານ​ມາ​ມໍ່​ນີ້​ແມ່ນຄໍາສັ່ງເລກທີ 38-CT/TW, ລົງ​ວັນ​ທີ 19 ກັນຍາ 2019, “ກ່ຽວ​ກັບ​ການ​ສືບຕໍ່ປ່ຽນ​ແປງ​ໃໝ່, ​ເສີມ​ຂະຫຍາຍ​ບົດບາດ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບຫວຽດນາມ​ໃນ​ສະພາບ​ການ​ໃໝ່”.

ຜົນງານ ​ແລະ ການ​ປະກອບສ່ວນ​ຂອງ​ການ​ຕ່າງປະ​ເທດ​ປະ​ຊາຊົນ

ພຶດຕິ​ກຳ​ຕົວຈິ​ງ​ໃຫ້​ເຫັນ​ວ່າ ພາຍ​ໃຕ້​ການ​ທຳພາສະຫຼາດ​ສ່ອງ​ໃສ​ຂອງ​ພັກ, ໝູນ​ໃຊ້​ຢ່າງ​ປະດິດ​ສ້າງ​ ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບ​ການສົມທົບກຳລັງ​ແຮງ​ຂອງຊາດ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ຊັກ​ຈູງ​​ໃຈຄົນ​ດ້ວຍ​ສິນ​ທຳ, ຫັນປ່ຽນດ້ວຍ​​ຄວາມຮັກ​ແພງ​ມະ​ນຸດ​ ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຂອງ​ຄວາມ​ເປັນ​ທຳ, ດັ່ງ​ນັ້ນການຕ່າງປະ​ເທດ​ປະຊາ​ຊົນ​ຈຶ່ງໄດ້​ຮັບ​ຜົນ​ສໍາ​ເລັດ​ອັນ​ໃຫຍ່​ຫຼວງ ​ແລະ ໄດ້​ປະກອບສ່ວນ​ອັນ​ສຳຄັນ​ໃນ​ທຸກ​ໄລຍະ​ແຫ່ງ​ການ​ປະຕິວັດ​ຂອງ​ປະ​ເທດ. ການຕ່າງປະ​ເທດ​ປະ​ຊາຊົນ​ໄດ້​ສ້າງ​ຕັ້ງ ​ແລະ ພັດທະນາ​ການ​ພົວພັນ​ກັບ​ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ, ຊ່ວຍ​ໃຫ້​ປະຊາ​ຊົນ​ໃນ​ໂລກ​ເຂົ້າ​ໃຈຢ່າງ​ຊັດ​ເຈນ​ກ່ຽວ​ກັບຊາດ​ຫວຽດ​ນາມ​ທີ່ບໍ່​ຫຍໍ້​ທໍ້ ​ແລະ ອົງອາດ​ກ້າ​ແກ່ນ​ໃນ​ການ​ຕໍ່ສູ້ ​ເພື່ອ​ເອກະລາດ​ແລະ​ເສລີພາບ, ດຳລົງ​ຊີວິດ​ຢ່າງ​ມີ​ມະນຸດສະທຳ ຊື່ສັດ, ຮັກຫອມ​ສັນຕິພາບ ​​ແລະ ​ໃຫ້​ຊາວ​ໂລກເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບການຕໍ່ສູ້ທີ່​ເປັນທຳ ຂອງປະຊາຊົນຫວຽດນາມ, ສ້າງ​ແນວ​ໂຮມ​ປະ​ຊາ​ຊົນ​ໂລກ​ທີ່​ໃຫຍ່​ໂຕ ທີ່ສາມັກ​ຄີ​ ​ແລະ ສະໜັບສະໜູນຫວຽດນາມ​ຢ່າງ​ແຂງ​ແຮງ, ປະກອບສ່ວນອັນສຳຄັນເຂົ້າໃນໄຊຊະນະ ຂອງການຕໍ່ສູ້ເພື່ອ​ປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ຂອງປະຊາຊົນຫວຽດນາມ​.

ຫຼັງ​ຈາກ​ທີ່ປະ​ເທດ​ເປັນ​ເອ​ກະ​ພາບ​ໃນ​ປີ 1975, ການຕ່າງປະ​ເທດ​ປະ​ຊາຊົນ ພ້ອມ​ກັນ​ກັບ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ ​ໄດ້ຕັ້ງໜ້າ “​ເດີນ​ໜ້າ​ປູ​ທາງ”, ມ້າງ​ການ​ປິດ​ລ້ອມ ຂວ້ຳ​ບາດຂອງ​ສັດຕູ, ເປີດກວ້າງ​ການ​ພົວ​ພັນຕ່າງປະ​ເທດ, ​​ເສີມ​ສ້າງ​ມິດຕະພາບ, ຊຸກຍູ້​ການ​ພົວພັນ​ເປັນ​ປົດ​ກະຕິ​ລະຫວ່າງ​ຫວຽດນາມ ກັບບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ, ລະດົມ​ເອົາ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ໂລກ​ ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ ​ແລະ ສ້າງສາ​ປະ​ເທດ​ຄືນ​ໃໝ່. ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ສັນຕິພາບ, ການ​ກຸສົນ ​ແລະ ໜູນ​ຊ່ວຍຫວຽດນາມ, ​ເຊັ່ນ: ການຜ່າຕັດຍິ້ມ, ການ​ເກັບກູ້ລະເບີດຝັງດິນ, ການຊ່ວຍ​ເຫຼືອ​ຜູ້​ປະສົບເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ການຍ່າງ​ເພື່ອ​ສັນຕິພາບ, ການຢ້ຽມຢາມຂອງນັກຮົບເກົ່າ... ປະກອບສ່ວນຮຳບາດ​ແຜ​ສົງຄາມ,​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ.

​ໂດຍກຳ​ແໜ້ນ​ທິດນຳ “​ເປັນ​ເຈົ້າ​ການ, ​ໄຫວ​ພິບ, ປະດິດ​ສ້າງ, ມີ​ປະສິດທິ​ຜົນ”, ​ໃນ​ຊຸມ​ປີ​ທີ່​ປ່ານ​ມາ, ການຕ່າງປະ​ເທດ​ປະ​ຊາຊົນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃນ​ທາງ​ບວກ ​ແລະ ພັດ​ທະ​ນາ​ຢ່າງ​ແຂງ​ແຮງ(6), ປະສານ​ງານ​ກັບ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​​ນະ​ໂຍບາຍ ​ແລະ ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ໃຫ້​ປະສົບ​ຜົນສຳ​ເລັດ. ການ​ຕ່າງປະ​ເທດ​ປະ​ຊາຊົນປະກອບສ່ວນ​ອັນສຳຄັນ​ໃນ​ການຊ່ວຍ​ໃຫ້​ປະຊາຊົນ​ໂລກ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຫວຽດນາມ ​ແລະ ຊ່ວຍ​ໃຫ້​ປະຊາຊົນ​ເຮົາ​ເຂົ້າ​ໃຈ​ແຈ້ງກວ່າ​ອີກ​ ກ່ຽວ​ກັບ​ແນວທາງ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຫວຽດນາມ, ​ເພີ່ມ​ທະວີນ້ຳ​ໃຈ​ສາ​ມັກ​ຄີ​ສາ​ກົນ ແລະ ມິດ​ຕະ​ພາບ​ກັບ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ຍົກ​ສູງ​ຖານະ​ບົດບາດ​ຂອງ​ຫວຽດນາມໃນ​ເວ​ທີ​ສາ​ກົນ, ສ້າງ​ສະພາບ​ແວດ​ລ້ອມທີ່​ເອື້ອອຳນວຍ​ຕໍ່​ການ​ການ​ພັດທະນາ​ການ​ພົວພັນ​ຕ່າງປະ​ເທດ, ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູ​ງ ​ແລະ ​ແຫຼ່ງພະລັງ​ສາກົນ, ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມສັນຕິພາບ ສະຖຽນ​ລະ​ພາບ, ປົກ​ປັກ​ຮັກສາ​ເອກະລາດ ອຳນາດ​ອະທິປະ​ໄຕ ຜືນ​ແຜ່​ນດິນ​ອັນ​ຄົບ​ຖ້ວນ ຂອງ​ປະ​ເທດ​ຊາດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ-ປະ​ເທດ​ຊາດ​ຫວຽດນາມ.

ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຫວຽດນາມ​ໄດ້​ສ້າງ​ການ​ພົວພັນ​ກັບຫຼາຍ​ພັນອົງການ ​ແລະ ບຸກຄົນ ຢູ່​ບັນດາ​ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ໃນ​ທົ່ວ​ໂລກ; ການ​ພົວພັນ​ຕ່າງປະ​ເທດ​ໄດ້​ຮັບ​ການ​ເປີດ​ກວ້າງ, ​ເນື້ອ​ໃນ​ຂອງ​ການ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ອຸດົມສົມບູນ ​ແລະ ມີ​ຄວາມ​ຫຼາກ​ຫຼາຍ, ນຳ​ມາ​ເຊິ່ງໝາກຜົນ​ອັນ​ຕັ້ງໜ້າ​ໃນ​ທຸກ​ຂົງ​ເຂດ. ບັນດາ​ອົງການ​ປະຕິບັດການຕ່າງປະ​ເທດ​ປະ​ຊາຊົນ​ ທັງ​ຢູ່​ສູນ​ກາງ​ແລະທ້ອງ​ຖິ່ນ​ ໄດ້ປະສານ​ສົມທົບ​ຢ່າງ​ເປັນ​ເຈົ້າ​ການ​ແລະ​ປະດິດ​ສ້າງ ກັບ​ຄະນະ​ການ​ທູດ​ຫວຽດນາມຢູ່​ຕ່າງປະ​ເທດ ​ແລະ ບັນດາ​ຄູ່​ຮ່ວມ​ມື ​​ໃນ​ການ​ດຳ​ເນີນ​ກິດຈະກຳ​ເພື່ອ​ສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ ລະຫວ່າງ​ປະຊາຊົນບັນດາ​ປະ​ເທດ(7), ປະສົບ​ຄວາມສຳ​ເລັດ​ໃນ​ການປະຕິບັດ​ຄວາມ​ຄິດ​ລິ​ເລີ່​ມຫຼາຍ​ຢ່າງ ​ເພື່ອສົ່ງ​ເສີມ​ຄວາມສຳພັນ​ກັບປະ​ເທດ​ເພື່ອນ​ບ້ານ, ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມືສຳຄັນ, ​ເພື່ອນ​ມິດ​ດັ້ງ​ເດີມ, ອົງການຝ່າຍ​ຊ້າຍ, ອົງການ​ກ້າວໜ້າ ​ໃຫ້​ນັບ​ມື້​ນັບເຂົ້າ​ສູ່​ລວງ​ເລິກ(8) ບາງ​ອົງການ​ຈັດ​ຕັ້ງປະຊາຊົນ​ຂອງ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເສີມ​ຂະຫຍາຍ​ບົດບາດ ສຽງ​ເວົ້າ​ຂອງ​ຕົນ​ໃນ​ບັນດາ​ກົນ​ໄກ, ​ເວທີ​ປາ​ໄສ​ປະຊາຊົນ​ຫຼາຍ​ຝ່າຍ(9), ຍາດ​ແຍ່ງ​ເອົາ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຂອງ​ປະຊາຊົນ​ໂລກ ຕໍ່​ຫວຽດນາມ, ປະກອບສ່ວນ​ເຂົ້າ​ການ​ຊຸກຍູ້ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ, ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນດາ​ບັນຫາ​ລວມຂອງ​ພາກ​ພື້ນ ​ແລະ ທົ່ວ​ໂລກ. 

ການຕ່າງປະ​ເທດ​ປະ​ຊາຊົນ​ໄດ້​ຕັ້ງໜ້າ​ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ ​ເພື່ອຍາດ​ແຍ່ງ​ເອົາ​ແຫຼ່ງພະລັງ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ຜ່ານ​ການ​ເສີມ​ຂະຫຍາຍ​ບົດບາດ​ຂົວ​ຕໍ່ ລະຫວ່າງ​ຊຸມ​ຊົນ​ວິ​ສາ​ຫະກິດ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ, ສົ່ງ​ເສີມ​ການ​ລົງທຶນ​ແລະ​ການ​ຄ້າ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ ຊອບ​ທຳ​ຂອງວິ​ສາ​ຫະກິດ​ຫວຽດນາມ, ຊັກ​ຊວນ​ແລະຮ່ວມມືກັບອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ປະກອບສ່ວນ​ທີ່​ແທດ​ຈິ​ງເຂົ້າ​ໃນ​ການລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ແກ້​ໄຂ​ຜ່ານ​ຜ່າ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງຄາມ​ແລະ​ໄພ​ທຳ​ມະ​ຊາດ, ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ (10).

ສະຫະພັນ​ມິດຕະພາບ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ວຽກ​ງານຂໍ້​ມູນ​ຂ່າວສານ, ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດ, ຜູ້​ຄົນ ​ແລະວັດທະນະທຳຫວຽດນາມ, ​ແນວທາງ ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ຫວຽດນາມ ​ແລະ ຜົນສຳ​ເລັດຂອງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ​ເຂົ້າ​ຮ່ວມ​ການ​ຂົນຂວາຍ, ຕໍ່ສູ້​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ປະ​ເທດຊາດ, ​ໂດຍ​ສະ​ເພາະ​ແມ່ນ ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຊາຍ​ແດນ, ອາ​ນາ​ເຂດ, ປະຊາ​ທິ​ປະ​ໄຕ, ສິດທິ​ມະນຸດ(11) ​ແລະ ຍູ້​ແຮງ​ວຽກ​ງານ​ຂົນ​ຂວາຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ​ອົງຄະ​ນະມະ​ຫາ​ຊົນ​ແລະ​ອົງການ​ຈັດຕັ້ງ​ປະຊາຊົນຈຳນວນ​ໜຶ່ງ ​ທີ່​ເຮັດ​ໜ້າ​ທີ່ດ້ານການຕ່າງປະ​ເທດ​ປະ​ຊາຊົນ ຢູ່​ສູນ​ກາງ​ແລະ​ທ້ອງ​ຖິ່ນ ​ໄດ້ສຸມໃສ່ວຽກ​ງານຄົ້ນຄວ້າ, ​ແນະນຳ, ສະເໜີໃຫ້ຜູ້ນຳທຸກຂັ້ນ, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ, ຂອງ​ທ້ອງ​ຖິ່ນ ​ກໍ​ຄື​ການ​ເຄື່ອນ​ໄຫວ​ດ້ານ​ວິຊາ​ຊີບ​ຂອງບັນດາ​ກະຊວງ, ຂະ​ແໜງ​ການ.

​ເສີນ​ຂະຫຍາຍ​ບົດບາ ​ແລະ ຍົກ​ສູງ​ປະສິດທິ​ຜົນ ​
ຂອງ​ວຽກ​ງານ
ການຕ່າງປະ​ເທດ​ປະ​ຊາຊົນ ​ໃນ​ສະພາບ​ການ​ໃໝ່ 

​ໃນ​ບົດ​ຄວາມ “ບາງ​ບັນຫາ​ທິດ​ສະ​ດິ ​ແລະ ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ”, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ຊີ້​ແຈງວ່າ: “ຄຽງ​ຄູ່​ກັບ​ການ​ກຳນົດ​ແຜນ​ນະ​ໂຍບາຍ, ​ແນວທາງ​ຢ່າງ​ຖືກຕ້ອງ, ຮັບປະກັນ​ບົດບາດນຳພາຂອງ​ພັກນັ້ນ, ຕ້ອງ​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ ບົດບາດ​ຂອງຄວາມຄິດສ້າງສັນ, ການ​ສະໜັບສະໜູນ​ ແລະ ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ປະຊາຊົນ... ກຳລັງ​ແຮງ​ຂອງ​ປະຊາຊົນ​ແມ່ນ​ບໍ່​ເກີດ​ທີ່​ເລິກ​ເຊິ່ງຂອງ​ໄຊຊະນະ, ຂອງ​ການ​ພັດທະນາ”(12). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ກຳນົດ​ແຈ້ງໜ້າ​ທີ່​ຂອງ​ການ​ຕ່າງປະ​ເທດ. ຍິ່ງ​ກວ່າ​ເວລາ​ໃດໝົດ, ບົດບາ​ຂອງການຕ່າງປະ​ເທດ​ປະ​ຊາຊົນຕ້ອງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ເພື່ອ​ສ້າງ​ຮາກ​ຖານ​ທາງ​ສັງຄົມ, ນຳ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ເຂົ້າສູ່​ລວງ​ເລິກ​ແລະໝັ້ນຄົງ ​ເພື່ອການ​ສ້າງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ມິດຕະພາບ, ການສ້າງຄວາມໄວ້ເນື້ອເຊື່ອໃຈ​ແມ່ນ​ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງຂອງການ​ປະ​ທະ​ກັນ​ແລະສົງຄາມຕັ້ງ​ແຕ່​ຕົ້ນ, ຈາກໄລຍະໄກ. ການຕ່າງປະ​ເທດ​ປະ​ຊາຊົນ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ຂອງ​​ປະ​ເທດຊາດ, ​ເຊິ່ງ​ເປັນທັງຄຸນ​ລັກສະນະ​ສະ​ເພາະ, ຄວາມ​ຄິດ​ປະດິດ​ສ້າງ, ທັງ​ແມ່ນ​ທຶນອັນ​ມີຄ່າ ​ແລະ ປະສົບ​ການ​ອັນ​ລ້ຳ​ຄ່າ​ ຂອງ​​ການ​ຕ່າງປະ​ເທດ​​ຫວຽດນາມ. ​ໃນ​ສະພາບ​ແວດ​ລ້ອມ​ສາກົນ​ທີ່ສັບສົນ, ຄູ່​ຕໍ່ສູ້​ແລະ​ຄູ່​ຮ່ວມ​ມືແຊກ​ຊ້ອນ​ກັນ, ທັງ​ຕໍ່ສູ້​ກັນ​ແລະ​ທັງ​ຮ່ວມ​ມື​ກັນ ບົນພື້ນຖານ​ຜົນ​ປະ​ໂຫຍ​ດ, ດັ່ງ​ນັ້ນ, ການຕ່າງປະ​ເທດ​ປະ​ຊາຊົນທີ່​ມີ​ທ່າ​ໄດ້​ປຽບ​ຂອງ​ຕົວ​ເອງ, ​ໄຫວ​ພິບ​ ແລະ ​ຍືດຫຍຸ່ນ, ​ມີຄວາມ​ສາ​ມາດ​ໃນ​ການ​ເຂົ້າ​ເຖິງ​ແລະ​ສ້າງ​ການ​ພົວ​ພັນ​ທີ່​ກວ້າງ​ຂວາງ​ກັບ​ບັນດາ​ເປົ້າ​ໝາຍ​, ​ເຊິ່ງສາມາດ​ສະໜັບສະໜູນ​ການ​ຕ່າງປະ​ເທດຂອງ​ພັກ ​ແລະ ການ​ທູດ​ຂອລັດ ​ຢ່າງ​ມີ​ປະສິດທິ​ຜົນ.     

ສະພາບ​ການ​ໃນ​ປະຈຸ​ບັນ​ສ້າງ​ຄວາມ​ໄດ້​ປຽບ​ຫຼາຍ​ຢ່າງ​ໃຫ້​ແກ່​ວຽກ​ງານ​ການ​ຕ່າງປະ​ເທດ​ປະ​ຊາຊົນ. ​ໃນ​ໂລກ, ສັນຕິພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຍັງ​ຄົງແມ່ນ​ທ່າ​ອຽງ​ໃຫຍ່. ພ້ອມ​ກັນ​ກັບ​ການ​ພັດທະນາ​ຂອງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ພິ​ເສດ​ແມ່ນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ແລະ ​ທ່າອຽງ​ເປີດ​ປະຊາທິປະ​ໄຕ​ໃນ​ຊີວິດ​ສາກົນ,  ດັ່ງ​ນັ້ນ ບົດບາດ, ສຽງ​ເວົ້າ ແລະ ການເຂົ້າຮ່ວມ ຂອງອົງການຈັດຕັ້ງປະຊາຊົນ ນັບມື້ນັບໄດ້ຮັບການຕີລາຄາສູງທັງລະດັບຊາດ, ພາກພື້ນ ແລະ ທົ່ວໂລກ. ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ໃນ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທີ່​ຜ່ານ​ມາ ​ໄດ້​ສ້າງ​ທ່າ​ແລະກຳລັງ​ໃໝ່, ​ເພີ່ມ​ທະວີກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ, ເພື່ອນ​ມິດ​ສາ​ກົນຍັງ​ຄົງ​ໃຫ້ຄວາມ​ຮູ້ສຶກ​ທີ່​ດີ​ກັບ​ຫວຽດ​ນາມຕໍ່​ໄປ. ພັກ​ກອມ​ມູນິດ​ຫວຽດນາມ​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ບົດບາດນຳ​ໜ້າຂອງ​ການ​ຕ່າງປະ​ເທດ, ກໍ​ຄື​ບົດບາດ​ທີ່​ຕັ້ງສຳຄັນ​ຂອງການຕ່າງປະ​ເທດ​ປະ​ຊາຊົນ.

ຄຽງ​ຄູ່​ກັນ​ກັບ​​ຂໍ້ສະດວກພື້ນຖານ​ເຫຼົ່າ​ນີ້, ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ແລະ​ໄວວາ​ຂອງ​ສະຖານະ​ການ​ໂລກ​ແລະ​ພາກ​ພື້ນ, ​ໂດຍ​ສະ​ເພາະ​​ແມ່ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ກໍ​ໄດ້ວາງສິ່ງ​ທ້າ​ທາຍ​ໃໝ່​ຫຼາຍ​ຢ່າງຕໍ່​ວຽກ​ງານການຕ່າງປະ​ເທດ​ປະ​ຊາຊົນ​, ​ເຊັ່ນ: ການແຂ່ງຂັນລະຫວ່າງບັນດາປະເທດໃຫຍ່, ລັດທິຝ່າຍດຽວ, ​ແນວ​ຄິດ​ຂວາ​ຈັດ, ​ແນວ​ຄິດຊາດ​ທີ່​ເຫັນ​ແກ່​ຕົວ​ເອງ, ການ​ຂັດ​ແຍ້ງ​ດ້ານ​ອະ​ທິ​ປະ​ໄຕ​ຢູ່​ທະ​ເລ, ໝູ່​ເກາະ ​ແລະ ສິ່ງທ້າທາຍດ້ານຄວາມປອດໄພທີ່ບໍ່ແມ່ນແບບດັ້ງເດີມ. ບາງກອງ​ກຳລັງ​ໄດ້​ເພີ່ມ​ທະວີ​ການ​ນຳ​ໃຊ້​ຊ່ອງ​ທາງການ​ຮ່ວມ​ມື​ຂອງ​ປະຊາຊົນ​ ​ເພື່ອເຂົ້າ​ແຊກ​ແຊງ​ກິດຈະການພາຍ​ໃນ ​ແລະ ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຕ້ານ​ຫວຽດນາມ.

​ເພື່ອ​ເສີມ​ຂະຫຍາຍບົດບາດ “​ເສົາ​ຄ້ຳ”, ຍົກ​ສູງ​ປະສິດທິ​ຜົນ​ການຕ່າງປະ​ເທດ​ປະ​ຊາຊົນ, ຈໍາເປັນຕ້ອງປະຕິບັດບາງວິທີແກ້ໄຂຕໍ່​ໄປ​ນີ້:

ທີ​ໜຶ່ງ, ຮັບປະກັນ​ການນຳພາຮອບດ້ານ, ​ເດັດຂາດ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ລວມສູນ​ຂອງລັດ​ ຕໍ່​ວຽກ​ງານການຕ່າງປະ​ເທດ​ປະ​ຊາຊົນ. ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ສ້າງ​ການ​ຫັນປ່ຽນ​ຢ່າງ​ເລິກ​ເຊິ່ງ​ ແລະ ຄວາມ​ເປັນ​ເອກະ​ພາບ​ສູງ​ ໃນ​ລະບົບ​ການ​ເມືອງ​ທັງ​ໝົດ​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ ​ແລະ ຄວາມ​ສຳຄັນ​ຂອງ​ການຕ່າງປະ​ເທດ​ປະ​ຊາຊົນ, ກຳນົດຢ່າງ​ຈະ​ແຈ້ງວ່າ ການ​ຜັນ​ຂະຫຍາຍ​ວຽກ​ງານການຕ່າງປະ​ເທດ​ປະ​ຊາຊົນ ​ແມ່ນ​ໜ້າ​ທີ່​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ.

ທີ​ສອງ, ປ່ຽນ​ແປງ​ໃໝ່​ຈິນຕະນາການ, ​ເນື້ອ​ໃນ ​ແລະ ​ແບບ​ວິທີ​ການ​ເຄື່ອນ​ໄຫວການຕ່າງປະ​ເທດ​ປະ​ຊາຊົນຢ່າງ​ແຂງ​ແຮງ ຕາມ​ທິດຫັນ​ເປັນ​ຫຼາກ​ຫຼາຍ ​ແລະ ​ເປີດ​ກວ້າງ​ຂອບ​ເຂດ​ການ​ເຄື່ອນ​ໄຫວ, ຄູ່​ຮ່ວມ​ມື, ກອງ​ປະ​ລັງ​ທີ່​ເຂົ້າ​ຮ່ວມ, ສ້າງ​ຜົນ​ປະ​ໂຫຍ​ດທີ່​ທັບຊ້ອນ​ ແລະ ຄວາມໜ້າເຊື່ອຖື, ຊຸກຍູ້​ການ​ພົວພັນ​ກັບ​ປະຊາຊົນ​ປະ​ເທດ​ເພື່ອນ​ບ້ານ, ສະມາຄົມປະຊາຊາດ​ແຫ່ງອາຊີຕາເວັນອອກສຽງໃຕ້ (ອາ​ຊຽນ), ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ​ເພື່ອ​ມິດ​ດັ້ງ​ເດີມ ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ແລະ​​ແທ້​ຈິງ, ​ເພື່ອຮັບ​ໃຊ້​ຜົນ​ປະ​ໂຫຍດ​​​ແຫ່ງ​ຄວາມ​ໝັ້ນຄົງ, ການ​ພັດ​ທະ​ນາ ແລະ ຖານະທີ່​ຕັ້ງ​ຂອງ​ປະ​ເທດ, ​ເຮັດ​ເປັນ​ຢ່າງ​ດີ​ບົດບາດ​ “ຂົວ​ຕໍ່” ​ໃນ​ການສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ, ການ​ທ່ອງ​ທ່ຽວ, ການ​ລົງທຶນ, ວັດທະນະທຳ, ການ​ສຶກສາ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ການແກ້​ໄຂ​ຜົນຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ... ສອດຄ່ອງ​ກັບ​ທ່າ​ແຮງ ​ແລະ ຄວາມ​ຕ້ອງການ​ຂອງແຕ່ລະຄູ່ຮ່ວມມື ແລະ ແຕ່ລະທ້ອງຖິ່ນ. ​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງ​ໜ້າ, ​ຍົກ​ສູງຄວາມ​ຮັບຜິດຊອບ ​ແລະ ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມຢ່າງ​ກວ້າງຂວາງ​ແລະ​ມີ​ປະສິດທິ​ຜົນ ຂອງບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຫວຽດນາມ ​ໃນ​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ​ພາກ​ພື້ນ​ ແລະ​ ສາກົນ, ປະກອບສ່ວນ​ທີ່​ເໝາະ​ສົມ​ໃນ​ຄວາມ​​ພະຍາຍາມ​ຂອງ​ປະຊາ​ຄົມ​ສາກົນ ​​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍຕໍ່​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ, ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດບາດ ​ແລະ ຖານະທີ່​ຕັ້ງ​ຂອງ​ຫວຽດນາມ. ​ເບິ່ງ​ແຍງດູ​ແລ, ໜູນ​ຊ່ວຍ​ພີ່ນ້ອງ​ຮ່ວມ​ຊາດຊາວ​ຫວຽດນາມຢູ່​ຕ່າງປະ​ເທດ, ​ເສີມ​ຂະຫຍາຍ​ບົດບາດທີ່​ຕັ້ງໜ້າ​ຂອງ​ພວກ​ເຂົາ​ ໃນ​ວຽກ​ງານການຕ່າງປະ​ເທດ​ປະ​ຊາຊົນ ​ແລະ ​ໃນ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ທີ​ສາມ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ລະດົມ​ແຫຼ່ງພະລັງ​ພາຍ​ນອກຮັບ​ໃຊ້​ໃຫ້​ແກ່ຄວາມ​ຕ້ອງການ​ ແລະ ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ​ປະ​ເທດ ຮອດ​ປີ 2025, ປີ 2030 ​ແລະ ປີ 2045. ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ກິດຈະກຳ​ທີ່​ບໍ່​ແມ່ນ​ລັດ​ຖະ​ບານ​​ຕ່າງປະ​ເທດ, ​ເປີດ​ກວ້າງ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ, ໂດຍສະເພາະໃນຂົງເຂດການຝຶກອົບຮົມຊັບພະຍາກອນມະນຸດ, ການ​ປ່ຽນ​ແປງ​ໃໝ່​ ປະດິດ​ສ້າງ, ການຫັນເປັນດິຈິຕອນ, ການພັດທະນາສີຂຽວແລະຍືນຍົງ, ການ​ຮັບ​ມື​ກັບ​ສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ...

ທີ​ສີ່, ສະໜັບສະໜູນ​ການຕ່າງປະ​ເທດ​ຂອງ​ພັກ ​ແລະ ການ​ທູດ​ຂອງ​ລັດ​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ຊຸກຍູ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ-ປະ​ເທດ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ບັນຫາ​ປະຊາທິປະ​ໄຕ, ສິດທິ​ມະນຸດ, ອະທິປະ​ໄຕ​ໃນ​ທະ​ເລ ໝູ່​ເກາະ, ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ, ປະກອບສ່ວນ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ.

ທີ​ຫ້າ, ​ເພີ່ມ​ທະວີ​ຄຸນ​ນະພາ​ບຂອງ​ວຽກ​ງານ​ການ​ຄົ້ນຄວ້າ, ຄາດ​ຄະ​ເນ​ສະ​ຖາ​ນະ​ການ​, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຖັນ​ແຖວ​ຜູ້​ຊ່ຽວຊານ​ການ​ຕ່າງປະ​ເທດ ​ໃນ​ການຄົ້ນຄວ້າ, ​ໃຫ້​ຄຳ​ແນະນຳ, ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ນະ​ໂຍບາຍ ​ແລະ ການຜັນຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ. ປ່ຽນ​ແປງ​ໃໝ່​ເນື້ອ​ໃນ ​ແລະ ​​ວິທີ​ການ​ສື່ສານ​ການ​ຕ່າງປະ​ເທດ, ນຳ​ໃຊ້​ບັນດາ​ຜົນງານ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ແລະ ການສື່ສານ ​ເພື່ອ​ເພີ່​ມທະວີ​ຂໍ້​ມູນ​ຂ່າວສານທີ່​ດີ​ກ່ຽວ​ກັບ​ປະ​ເທດ, ປະຊາຊົນ ​ແລະ ຜົນງານ​ຂອງ​ຫວຽດນາມ, ​ແນວທາງ ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ຂອງ​ພວກ​ເຮົາ, ການ​ຕໍ່ສູ້​ກັບ​ບັນດາ​ຖ້ອຍ​ທຳນອງ​ທີ່ຜິດພາດ​ກ່ຽວ​ກັບ​ຫວຽດນາມ.

ທີ​ຫົກ, ປັບປຸງບູລະນະ​ກົນ​ໄກ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຊີ້​ນຳ, ຄຸ້ມ​ຄອງ, ປະສານ​ງານ​ໃນ​ວຽກ​ງານການຕ່າງປະ​ເທດ​ປະ​ຊາຊົນ, ຮັບປະກັນ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​​ບັນດາ​ເສົາ​ຄ້ຳ​ການ​ຕ່າງປະ​ເທດ, ລະຫວ່າງ​ຄະນະ​ການ​ຕ່າງປະ​ເທດ​ຂອງ​ສູນ​ກາງ​ພັກ, ກະຊວງ​ການ​ຕ່າງ​ປະ​ເທດ, ຄະນະ​ກຳມະການການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ກັບ​ຄະນະກຳມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ​ໃນ​ການ​ສ້າງ​ແຜນ​ນະ​ໂຍບາຍ ​ແລະ ການ​ຜັນ​ຂະຫຍາຍ​ກິດຈະກຳ​ການ​ຕ່າງປະ​ເທດ. ​ເພີ່ມ​ທະວີ​ການ​ປະສານ​ງານ​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຢູ່​ສູງ​ການ ​ແລະ ລະຫວ່າງ​ສູນ​ກາງ​ກັບ​ທ້ອງ​ຖິ່ນ, ​ໃຫ້​ຄວາມສຳຄັນ​ກັບ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງບັນດາ​ອົງການ​ຈັດ​ຕັ້ງ​ການ​ຕ່າງປະ​ເທດ​ປະຊາຊົນຢູ່​ທ້ອງ​ຖິ່ນ.

ທີ​ເຈັດ, ​ເບິ່ງ​ແຍງ​ການ​ກໍ່ສ້າງ, ລົງທຶນ​ດ້ານ​ການ​ເງິນ ​ແລະ ຊັບພະຍາກອນ​ມະນຸດ​ ໃຫ້​ແກ່​ການຕ່າງປະ​ເທດ​ປະຊາຊົນ. ປັບປຸງ, ບູລະນະ​ການຈັດ​ຕັ້ງ, ກົງຈັກ ​ແລະ ຖັນ​ແຖວ​ພະນັກງານ​ຕາມ​ທິດກະທັດ​ລັດ​ຮັດກຸມ, ມີປະສິດທິ​ຜົນ, ຫັນ​ເປັນ​ມື​ອາຊີບ ​ແລະ​ໜຸ່ມ​ນ້ອຍ, ​ເອົາ​ໃຈ​ໃສ່​ດຶງ​ດູດຜູ້​ມີ​ຄວາມ​ສາມາດ, ຝຶກ​ອົບຮົມ​ແລະບຳລຸງ​ສ້າງຖັນ​ແຖວ​ພະນັກງານ​ການ​ຕ່າງປະ​ເທດ​ປະຊາຊົນ​ ທີ່​ເຮັດ​ວຽກເຕັມ​ເວລາ, ໝັ້ນຄົງ, “​ເຂັ້ມ​ແຂງ” ຢູ່​ທັງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ, ມີ​ຄວາມ​ກ້າ​ຫານ​ທາງ​ການ​ເມືອງ, ມີຄຸນສົມບັດ​ປະຕິວັດ, ສຸດ​ອົກ​ສຸດ​ໃຈ​ຕໍ່ວຽກ​ງານ, ມີ​ຄວາມ​ສາມາດ​ທາງ​ວິຊາ​ຊີບ ​ແລະ ພາສາ​ຕ່າງປະ​ເທດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ./.

----------------

(1) ​ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 162.

(2) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 10, ໜ້າ 453.

(3) ຕົ້ນ​ປີ 1992, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ສັນຕິພາບ, ສາມັກຄີ, ມິດຕະພາບ​ກັບ​ປະຊາຊົນບັນດາ​ປະ​ເທດ​ຂອງ​ຫວຽດນາມ ຖືກ​ແຍກ​ອອກ​ຈາກຄະນະ​ການ​ຕ່າງປະ​ເທດ​ສູນ​ກາງ, ກາຍ​ເປັນ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​​ເອກະລາດທີ່​ຮັບຜິດຊອບວຽກ​ງານ​ການ​ຕ່າງປະ​ເທດ​​ປະຊາຊົນ ​ແລະ ​ແຕ່​ປີ 1993 ປ່ຽນ​ຊື່​ເປັນ​ສະຫະພັນບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ.

(4) ເອກະສາ​ນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 9, ສພຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 122 – 123.

(5) ຄຳສັ່ງ​ເລກທີ 44-CT/TW, ລົງ​ວັນ​ທີ 20 ກັນຍາ 1994, ຂອງ​ຄະນະ​ເລຂາທິການ​ສູນ​ກາງ, “ກ່ຽວ​ກັບ​ການ​ເປີດ​ກວ້າງ ​ແລະ ປ່ຽນ​ແປງ​ໃໝ່​ການ​ເຄື່ອນ​ໄຫວການ​ຕ່າງປະ​ເທດ​ປະຊາຊົນ”, https://thuvienphapluat.vn/van-ban/Van-hoa-Xa-hoi/Chi-thi-44-CT-TW-mo-rong-va-doi-moi-hoat-dong-doi-ngoai-nhan-dan-128074.aspx

(6) ສະຫະພັນບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມມີ 116 ອົງການ​ສະມາຊິກ (64 ອົງການ​ຈັດ​ຕັ້ງ​ມິດຕະພາບ​ຢູ່​ສູນ​ການ ​ແລະ 52 ສະຫະພັນ​ມິດຕະພາບ​ຢູ່​ທ້ອງ​ຖິ່ນ); ຈຳນວນ​ອົງການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ຈຳນວນ​ຄົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວການ​ຕ່າງປະ​ເທດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

(7) ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ ສັງຄົມ, ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ ​ຢູ່​ສູນ​ກາງ​ແລະ​ທ້ອງ​ຖິ່ນ ​ໄດ້​ເພີ່ມ​ທະວີ​ການ​ພົວພັນ ​ແລະ ​ເຊັນ​ຂໍ້​ຕົກລົງ​ການ​ຮ່ວມ​ມືກັບ​ບັນດາ​ອົງການຈັດ​ຕັ້ງ​ປະຊາຊົນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ, ລາວ, ກຳປູ​ເຈຍ, ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຮູບ​ຫຼາຍ​ແບບ ​ທີ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ, ຂະ​ໜາດ, ການແຜ່ກະຈາຍທີ່ຍິ່ງໃຫຍ່, ເຊັ່ນ: ງານ​ບຸນ​ປະ​ຊາ​ຊົນ, ງານ​ບຸນ​ຊາວ​ໜຸ່ມ; ເວທີ​ປາ​ໄສ​ປະຊາຊົນ​ຫວຽດນາມ - ຈີນ; ງານ​ບຸນ​ປະ​ຊາ​ຊົນ​ຊາຍ​ແດນ; ສະເຫຼີມສະຫຼອງປີແຫ່ງມິດຕະພາບແລະຄວາມສາມັກຄີ, ບັນດາ​ໂຄງການອົບຮົມ​ສຶກສາມູນ​ເຊື້ອ “​​ຕາມ​ຮອຍ​ປະທານ​ໂຮ່ຈິ​ມິນ, ປະທານ​ໄກສອນ ພົມວິຫານ”, “ຫວ່ານ​ເມັດ​ພັນແຫ່ງມິດຕະພາບ” ເບິ່ງແຍງນັກຮຽນຈາກປະ​ເທດລາວ ແລະ ກຳປູເຈຍ; ກວດ​ສຸຂະພາບ​ດ, ແຈກຢາຟຣີ, ສ້າງບ້ານມິດຕະພາບ...

(8) ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຂອງ​ຫວຽດນາມ​ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ​ແລະ ສິລະ​ປະ​​ຢ່າງ​ແຂງ​ຂັນ, ສະ​ເຫຼີ​ມສະຫຼອງ​ບັນດາ​ເຫດການ​ສຳຄັນ, ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ປະທານ​ໂຮ່ຈິ​ມິນ... ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ບັນດາ​ປະ​ເທດ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລັດ​ເຊຍ, ອິນ​ເດຍ, ຝຣັ່ງ, ຍີ່ປຸ່ນ, ສ.​ເກົາຫຼີ... ​ແລະ​ບັນດາ​ປະ​ເທດ​ເພື່ອນ​ມິດ​ດັ້ງ​ເດີມ​ ຢູ່ທະວີບ​ອາຊີ, ທະວີບ​ເອີຣົບ, ທິວີ​ບອາ​ເມ​ລິ​ກາ, ທິວີ​ບອາ​ຟຣິກາ; ບັນດາ​ການ​ເຄື່ອນ​ໄຫວ​ສາມັກຄີ​ກັບ​ກູ​ບາ, ​ເວ​ເນ​ຊູ​ເອລາ; ຮ່ວມ​ມື​ກັບ​ເພື່ອນ​ມິດ, ບັນດາ​ນັກຮົບ​ເກົ່າອາ​ເມ​ລິ​ກາ ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​​ຊຸກຍູ້ການ​ປອງ​ດອງ, ​ເພີ່ມ​ທະວີ​ມິດຕະພາບ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະກັນ; ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ ​ໄວວາ ຕັ້ງໜ້າ ​ໃນ​ການ​ເຄື່ອນ​ໄຫວ​ປ້ອງ​ກັນ​ແລະຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວີ​ດ-19, ຈາກ​ການ​ບໍລິຈາກ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ ​ແລະ ກອງກຳລັງ​ແນວ​ໜ້າ​ ໃນ​ການ​ຕໍ່ສູ້​ກັບ​ໂລກລະບາດ, ໜູນ​ຊ່ວຍ​ປະ​ຊາ​ຊົນ​ປະ​ເທດ​ເພື່ອນ​ມິດ ແລະ ຊາວ​ຕ່າງ​ປະ​ເທດ​ໃນ​ຫວຽດ​ນາມ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ, ຈົນ​ເຖິງ​ການລະດົມ​ເພື່ອນ​ມິດສາ​ກົນ​ໜູນ​ຊ່ວຍ​ຫວຽດນາມ ດ້ວຍ​ອຸປະກອນ​ການ​ແພດ ​ແລະ ວັກ​ແຊງ ​ເພື່ອ​ປ້ອງ​ກັນ​ແລະຄວບ​ຄຸມການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19, ສະ​ແດງ​ໃຫ້​ເຫັນ​​ເຖິງ​ປະ​ເພນີ​ມະນຸດສະທໍາ, ​ແບ່ງປັນ​ເຂົ້າປາ​ອາຫານ​ແລະເຄື່ອງນຸ່ງ​ຫົ່ມ, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະກັນ​ ໃນ​ຍາມ​ທຸກ​ຍາກ​ຂອງ​ປະ​ເທດ​ຊາດຫວຽດນາມ, ​ໄດ້​ຮັບ​ການ​ຮັບ​ຮູ້​ແລະ​ຕີ​ລາຄາ​ສູງ​ຈາກ​ເພື່ອນ​ມິດສາ​ກົນ.

(9) ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຂອງ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນບັນດາ​ຂະ​ບວນການປະຊາທິປະ​ໄຕ​ ແລະ ກ້າວໜ້າ​ແບບ​ດັ້ງ​ເດີມ​ ເຊັ່ນ: ສະພາ​ສັນຕິພາບ​ໂລກ, ສະຫະພັນ​ຊາວ​ໜຸ່ມ​ປະຊາທິປະ​ໄຕ​ໂລກ; ສະຫະພັນ​ແມ່ຍິງ​ປະຊາທິປະ​ໄຕ​ໂລກ, ສະມາຄົມນັກກົດໝາຍປະຊາທິປະໄຕໂລກ, ສະຫະພັນກຳມະບານໂລກ; ບັນດາ​ກົນ​ໄກ​ພາກ​ພື້ນ ​ເຊັ່ນ: ​ເວ​ທີ​ປາ​ໄສ​ປະຊາຊົນ​ອາ​ຊຽນ, ​ເວທີ​ປາ​ໄສ​ປະຊາຊົນ​ອາຊີ - ​ເອີຣົບ, ສະຫະພັນວິສະວະກອນອາຊຽນ, ກິດ​ຈະ​ກໍາ​ຂອງ​ເຍົາວະ​ຊົນ​ຍິງ​ແລະ​ນັກ​ສຶກ​ສາ​ໃນ​ອາ​ຊຽນ​; ບັນດາ​ກົນ​ໄກ​ສາກົນ​ຂອງ​ສະພາ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ສະຫະ​ປະຊາ​ຊາດ, ອົງການແຮງງານສາກົນ...

(10) ມາ​ເຖິງ​ດຽວ​ນີ້, ຫວຽດນາມມີ​ການ​ພົວພັນ​ກັບອົງການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານຂອງ​ຕ່າງປະ​ເທດ 1.200 ກວ່າ​ແຫ່ງ, ​ໃນ​ນັ້ນ​ຫຼາຍ​ກວ່າ 500 ​ອົງການ​ຈັດ​ຕັ້ງ​ມີ​ການ​ເຄື່ອນ​ໄຫວ​ເປັນ​ປະຈຳ​ຢູ່​ຫວຽດນາມ. ຍອດ​ມູນ​ຄ່າ​ການ​ຊ່ວຍ​ເຫຼືອ​ຂອງອົງການ​ຈັດ​ຕັ້ງທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດໃນ​ໄລຍະ 2003 - 2020 ບັນລຸ​ກວ່າ 5 ຕື້​ໂດ​ລາ​ສະຫະລັດ (ການ​ຊ່ວຍ​ເຫຼືອ​ລ້າ), ​ເຊິ່ງ​ໄດ້​ຈ່າຍ​ເງິນ​ແລ້ວ​ໃນ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

(11) ສະມາຄົມ​ນັກ​ກົດໝາຍ, ສະຫະພັນ​ມິດຕະພາບ​ປະສານ​ສົມທົບ​ກັບບັນດາ​ຄູ່​ຮ່ວມ​ມື​ ເພື່ອ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ແລະສົນທະນາ​ຫຼາຍ​ຄັ້ງ ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ; ສະຫະພັນ​ມິດຕະພາບ​ປະສານ​ສົມທົບ​ກັບບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ອື່ນ ​ເພື່ອ​ເພີ່ມ​ທະວີ​ການ​ແລກປ່ຽນ, ສະໜອງຂໍ້ມູນ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະຫຍາຍ​ການຂົນ​ຂວາຍ, ຕໍ່ສູ້​ສະກັດ​ກັ້ນບັນດາ​ການ​ເຄື່ອນ​ໄຫວ​ຕ້ານ​ຫວຽດນາມ ຢູ່​ບັນດາ​ກົນ​ໄກ ​ແລະ ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ປະສານ​ສົມທົບ​ກັບ​ຊ່ອງ​ທາງ​ການ​ທູດ​ຂອງ​ລັດ ໃນກົນໄກການລາຍງານການທົບທວນ​ເປັນໄລຍະ, ກາ​ນສົນທະນາ​ກ່ຽວ​ກັບ​ປະຊາທິປະ​ໄຕ ແລະ ສິດທິມະນຸດ; ບັນດາ​ອົງການ​ຂ່າວ, ​ເວັບ​ໄຊ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ຂອງບັນດາອົງການ​ການ​ເມືອງ-ສັງຄົມ ​ແລະ ​ຫຼາຍ​ອົງການ​ຂອງ​ປະຊາຊົນ ​ໄດ້​ສະໜອງ​ຂໍ້​ມູນ​ຢ່າງ​ສະໝ່ຳສະ​ເໝີ ກ່ຽວ​ກັບ​ຄວາມສຳ​ເລັດ​ຂອງ​ຫວຽດນາມ​ໃນ​ຂົງ​ເຂດສິດທິ​ມະນຸດ, ອຳນາດ​ອະທິປະ​ໄຕ​ໃນ​ທະ​ເລ ໝູ່​ເກາະ, ຜົນ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ, ​ແລະ​ຕໍ່ສູ້​ເພື່ອ​ປະຕິ​ເສດ​ຖ້ອຍທຳນອງ​ທີ່​ຜິດພາດ​ກ່ຽວ​ກັບ​ຫວຽດນາມ.

(12) ຫງວຽນ​ຝູຈ້ອງ: “ບາງ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ກ່ຽວ​ກັບ​ລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ລັດທິ​ສັງ​ຕົມ​ນິຍົມ​ຢູ່​ຫວຽດນາມ”, ວາລະ​ສານ​ກອມ​ມູນິດ, ສະບັບ​ທີ 976, ​ເດືອນ​ພຶດສະພາ 2021, ໜ້າ 14.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 983 (​ເດືອນ​ກຸມພາ 2022)