ການດຶງ​ດູດ, ຝຶກ​ອົບຮົມ ແລະ ​ນຳ​ໃຊ້​ຜູ້​ເກັ່ງ​ກ້າ​ສາມາດ​ດ້ານ​ການ​ທະຫານ
​ໃນ​ເງື່ອນ​ໄຂ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີສີ່

ໂດຍ ປອ ຟານວັນຢາງ
ພົນເອກ, ກຳມະການກົມການເມືອງ, ຮອງເລຂາທິການຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງການປ້ອງກັນປະເທດ
07:08, 30-05-2022

ວກ. - ຄົນ​ເກັ່ງ​ໂດຍ​ທົ່ວ​ໄປ, ຄົນ​ເກັ່ງ​ໃນ​ຂົງ​ເຂດ​ການ​ທະ​ຫານ​ໂດຍ​ສະ​ເພາະ ​ແມ່ນ “ຊັບພະຍາກອນອັນລ້ຳຄ່າ” ຂອງປະເທດ. ​ໃນ​ເງື່ອນ​ໄຂ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ການ​ດຶງ​ດູດ, ຝຶກ​ອົບ​ຮົມ ​ແລະ ​ເຄົາລົບໃຊ້ຄົນ​ເກັ່ງ​ໃນ​ຂົງ​ເຂດ​ການ​ທະຫານ​ ແມ່ນຄວາມ​ຮຽກຮ້ອງ​ຕ້ອງການ​ພາວະ​ວິ​ໄສ ​ແລະ ​ແມ່ນ​ບັນຫາ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ຮີບ​ດ່ວນ, ​ແນ​ໃສ່​ກໍ່ສ້າງ​ແລະນຳ​​ໃຊ້ຊັບພະຍາກອນ​ບຸກຄົນ​ຄຸນ​ນະພາ​ບສູງ​ໃນ​ກອງທັບ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອຕອງ​ສະໜອງ​ຄວາມ​ຕ້ອງການ, ໜ້າ​ທີ່​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ​ໃນ​ສະພາ​ການ​ໃໝ່.

ກຳມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຝຸກ ພ້ອມດ້ວຍບັນດານາພົນກະຊວງປ້ອງກັນປະເທດ, ຜູ້ບັນຊາການສະຖາບັນປ້ອງກັນປະເທດ _ພາບ: TTXVN

ໃນ​ປະຫວັດສາດ​ແຫ່ງ​ການ​ກໍ່​ຕັ້ງ​ປະ​ເທດ ແລະ​ ປົກ​ປັກ​ຮັກສາ​ປະ​ເທດ, ຫວຽດນາມ​ມີ​ບົດຮຽນ​ປະສົບ​ການ​ຫຼາຍ​ຢ່າງ​ກ່ຽວ​ກັບການ​ຄົ້ນ​ພົບ, ຄັດ​ເລືອກ ​​ແລະ ນຳ​ໃຊ້ຄົນ​ເກັ່ງ, ຖື​ວ່າ​ຄົນ​ເກັ່ງ​ມີ​ສິນ​ທຳ​ແມ່ນ “ປັດໄຈກຳລັງແຮງຂອງຊາດ”. ​ເມື່ອ​ຍັງ​ມີ​ຊີວິດ​ຢູ່, ປະທານ​ໂຮ່ຈີ​ມິນ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ວຽກ​ງານຝຶກ​ອົບຮົມ​ພະນັກງານ, ​ເຄົາລົບໃຊ້​ຄົນ​ເກັ່ງ. ​ເພິ່ນ​ຊີ້​ແຈງ​ວ່າ: “ພັກ​ຕ້ອງ​ລ້ຽງ​ສອນ​ພະນັກງານ, ຄືກັບຊາວສວນປູກຕົ້ນໄມ້ທີ່ລ້ຳຄ່າ. ຕ້ອງ​ເຄົາລົບ​ຕົນ​ເກັ່ງ, ​ເຄົາລົບ​ພະນັກງານ, ​ເຄົາລົບ​ແຕ່ລະຄົນ​ທີ່​ເປັນ​ປະ​ໂຫຍ​ດສຳລັບ​ວຽກ​ງານ​ລວມຂອງ​ພາກ​ເຮົາ”(1). ​ໃນ​ພາລະກິດ​ການ​ປະຕິວັດ​ຂອງ​ຊາດ, ພັກ​ກອມ​ມູນິດ​ຫວຽດນາມ, ລັດ​ຫວຽດນາມ, ກອງ​ທັບ​ປະຊາຊົນ​ຫວຽດນາມ​ ໄດ້​ສືບ​ທອດ​ແລະ​ເສີມ​ຂະຫຍາຍ​ບົດຮຽນ​ຂອງ​ບັນພະບຸລຸດສະ​ເໝີ, ​ເອົາ​ໃຈ​ໃສ່​ເປັນ​ປະຈຳ​ເຖິງ​ການ​ເບິ່ງ​ແຍງ​ດູ​ແລ, ກໍ່ສ້າງ ​ແລະ ປະ​ຕິ​ບັດ​ເປັນ​ຢ່າງ​ດີ ການ​ດຶງ​ດູດ, ​ຝຶກ​ອົບຮົມ ​ແລະ ​ເຄົາລົບ​ໃຊ້​ຄົນ​ເກັ່ງ, ຖື​ວ່າ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໄຈທີ່​ຕັດສິນ​ຊີ້​ຂາດ​ຜົນສຳ​ເລັດ​ຂອງການ​ປະຕິວັ​ດ ກໍ​ຄື​ຜົນສຳ​ເລັດ​ຂອງ​ພາລະ​ກິດ​ການ​ສ້າງສາ​ ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ.   

​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຊາດ​ຊຶມ​ບັນດາ​ມະຕິ, ຄຳສັ່ງ, ຂໍ້​ສະຫຼຸບ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ການ​ດຶງ​ດູດ, ​ຝຶກ​ອົບຮົມ ​ແລະ ​ເຄົາລົບ​ໃຊ້​ຄົນ​ເກັ່ງ, ​ເຊັ່ນ: ບົດ​ສະຫຼຸບ​ເລກທີ 86-KL/TW, ລົງ​ວັນ​ທີ 24 ມັງກອນ 2014, ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ກ່ຽວ​ກັບ​ນະ​ໂຍບາຍ​ດຶງ​ດູດ, ສ້າງ​ແຫຼ່ງພະນັກງານ ຈາກນັກສຶກສາທີ່ຈົບມະຫາວິທະຍາ​ໄລ​ຢ່າງດີເລີດ ​ແລະ​ຈາກ​ນັກວິທະຍາສາດ​ໜຸ່ມ”; ມະຕິ​ເລກ​ທີ 52-NQ/TW, ລົງ​ວັນ​ທີ່ 27 ກັນຍາ 2019, ຂອງ​ກົມ​ກາ​ນ​ເມືອງ​ສູນ​ກາງ, “ວ່າ​ດ້ວຍ​ບາງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເຂົ້າ​ຮ່ວການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​ຢ່າງ​ເປັນ​ເຈົ້າ​ການ”,... ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ການປ້ອງ​ກັນ​ປະ​ເທດ​ໄດ້​ປະກາດ​ໃຊ້ຫຼາຍ​ມະຕິ, ຄຳ​ສັ່ງ, ຍຸດ​ທະ​ສາດ, ວາງ​ອອກ​ບັນດາ​ແຜນ​ນະ​ໂຍບາຍ​ແລະ​ວິທີ​ແກ້​ ເພື່ອ​ດຶງ​ດູດ, ຄັດ​ເລືອກ, ຝຶກ​ອົບຮົມ, ນຳໃຊ້ຄົນ​ເກັ່ງ ​ແລະ ​ໄດ້ບັນລຸ​ຜົນສຳ​ເລັດ​ທີ່ສຳຄັນ​ຫຼາຍ​ຢ່າງ. ບັນດາ​ພະນັກງານ​ທີ່​ຖືກ​ເລືອກ, ຝຶກ​ອົບຮົມ ຫຼື ບຳລຸງ​ສ້າງ​ຍົກ​ສູງ​ຄວາມ​ຮູ້​ດ້ານ​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ​ ໃນ​ບັນດາ​ໂຮງຮຽນ​ການ​ທະຫານ ລ້ວນ​ແຕ່​​ມີ​ເຈດ​ຈຳນົງ ຄວາມ​ຕັດສິນ​ໃຈ​ສູງ, ບັນ​ລຸຜົນງານ​ທີ່​ດີ​ໃນ​ການ​ຮ່ຳຮຽນ ​ ແລະ ຫຼັງຈາກ​ຈົບ​ການ​ສຶກສາ​ຈາກ​ໂຮງຮຽນ, ​ໄດ້​ຖືກຈັດ ​ແລະ ນຳ​ໃຊ້​ຕາມຄວາມ​ສາມາດ​ຂອງ​ຕົນ, ຫຼາຍ​ສະຫາຍ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ການ​ທະຫານ, ການປ້ອງ​ກັນ​ປະ​ເທດ. ຜ່ານ​ພຶດຕິ​ກຳ​ຕົວ​ຈິງ, ພວກ​ເຂົາ​ສ່ວນ​ຫຼາຍມີຫຼັກ​ໝັ້ນຄວາມ​ກ້າຫານ​ທາງການເມືອງທີ່ເຂັ້ມແຂງ, ມີ​ຄຸນທຳຄຸນສົມບັດ​ປະຕິວັດ​ທີ່​ດີ; ມີ​ລະດັບ​ການ​ສຶກສາ, ຈິນຕະນາການ​ວິທະຍາສາດ​ທີ່​ຄົມ​ຄາຍ ສ້ຽມ​ແຫຼມ ​ແລະ ມີຄວາມ​ສາມາດ​ໃນ​ການນຳພາ ຈັດ​ຕັ້ງ ຄຸ້ມ​ຄອງ, ສາມາດສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ຕັ້ງໜ້າປະກອບສ່ວນ​ກຳລັງ​ແຮງ, ຄວາມ​ສາມາດ ​ແລະ ສະຕິ​ປັນຍາ​ ເຂົ້າ​ໃນ​ພາລະກິດ​ສ້າງສາ​ກອງທັບ, ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ນປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ. ຄຽງ​ຄູ່​ກັນ​ກັບ​ບັນດາ​ຜົນງານ​ທີ່​ໄດ້​ຮັບ​ນັ້ນ, ການ​ດຶງ​ດູດ​ແລະນຳ​ໃຈ້ຄົນ​ເກັ່ງ​ໃນ​ສັງຄົມ​ ເພື່ອ​ຮັບ​ໃຊ້​ກອງທັບ​ ກໍ່​ຍັງ​ມີ​ຂໍ້​ບົກພ່ອງ​​ໃນ​ດ້ານ​ຕ່າງໆ ກ່ຽວ​ກັບ​ເນື້ອ​ໃນ, ມາດ​ຕະການ, ຮູບ​ການ, ກົນ​ໄກ, ນະ​ໂຍບາຍຄັດ​ເລືອກ, ຝຶກ​ອົບຮົມ, ນຳ​ໃຊ້, ​ໃຫ້​ຄ່າ​ຕອບ​ແທນ​ແກ່​ຄົນ​ເກັ່ງ​ທີ່​ຮັບ​ໃຊ້​ໃນ​ບາງ​ຂົງ​ເຂດ...    

ການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​ ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໃນ​ທົ່ວ​ໂລກ ກະທົບ​ໂດຍ​ກົງ​ແລະ​ຮອບດ້ານ​ເຖິງ​ທຸກ​ດ້ານ​ຂອງ​ຊີວິດ​ສັງຄົມ, ​ໃນ​ນັ້ນ​ມີ​ການ​ທະຫານ​ ການ​ປ້ອງ​ກັນ​ປະ​ເທດ. ພິ​ເສດ, ການ​ພັດທະນາ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ທະຫານ ການ​ປ້ອງ​ກັນ​ປະ​ເທດ; ສິລະ​ປະການ​ທະຫານ; ວິທະຍາສາດ​ ແລະ ​ເຕັກ​ໂນ​ໂລ​ຊີ​ການ​ທະຫານ; ວິທະຍາສາດ​ສັງຄົມແລະມະນຸດການ​ທະຫານ; ການ​ປະຍຸກ, ມອບ​ໂອນ, ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ,... ​ເຊິ່ງຮຽກຮ້ອງ​ຕ້ອງການ​ມີ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ນຈິນຕະນາການ, ລະດັບການ​ຄຸ້ມຄອງ, ບັນຊາ ​ແລະ ຂັບ​ເຕື່ອນ​ໃຫ້​ສອດຄ່ອງ​ກັບ​ສົງຄາມຮູບ​ແບບ​ໃໝ່, ສິລະປະການສູ້ຮົບ ແລະວິທີການຕໍ່ສູ້ ດ້ວຍອາວຸດແລະອຸປະກອນທີ່ທັນສະໄໝ ​ໃນ​ສະພາບ​ສົງຄາມ​ເຕັກ​ໂນ​ໂລ​ຊີ​ສູງ. ສິ່ງ​ນີ້​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສູງ​ຂຶ້ນ, ຮຽກຮ້ອງ​ໃຫ້​ມີ​ການ​ກະກຽມ​ຊັບພະຍາກອນ​ມະນຸດ​​ຄຸນ​ນະພາ​ບສູງ ​ເພື່ອ​ຕອບ​ສະໜອງ​ຄວາມຕ້ອງການ​ຂອງ​ສົງຄາມ​ໄຊ​ເບີຣ໌ ​ແລະ ການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​.

​ເພື່ອ​ໃຫ້​ຄ່ອງ​ຕົວ​ກັບຄວາມ​ຕ້ອງການ​ຂອງການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​, ພັກ​ກອມ​ມູນິດ​ຫວຽດນາມຕັ້ງ​ແຜນ:“ພັດທະນາ​ຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ, ໃຫ້​ບຸລິມະສິດຊັບພະຍາກອນ​ມະນຸດ​ໃຫ້​ແກ່​ການ​ນຳພາ, ຄຸ້ມ​ຄອງ ​ແລະ ບັນດາ​ຂົງ​ເຂດ​ສຳຄັນ ​ບົນ​ພື້ນຖານການ​ຍົກ​ສູງ, ສ້າງ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ, ​ແຂງ​ແຮງ ​ແລະ ຮອບດ້ານ​ ໃນ​ຄຸນ​ນະພາ​ບການ​ສຶກສາ ຝຶກ​ອົບຮົມ ຕິດ​ພັນ​ກັບກົນ​ໄກ​ການ​ເລືອກ​ເອົາ​ຄົນ​ງານ, ການ​ນໍາ​ໃຊ້ ​ແລະ ​ການ​ໃຫ້​ຄ່າ​ຕອບ​ແທນ​ຄົນ​ເກັ່ງ”(2). ສຳລັບ​ໜ້າ​ທີ່​ກໍ່ສ້າງ​ກອງທັບ, ພັກ​ກອມ​ມູນິດ​ຫວຽດນາມກຳນົດ: ການ​ກໍ່ສ້າງ​ກອງທັບ​ປະຊາຊົນ​ທີ່​ປະຕິວັດ, ​ເປັນ​ແບບ​ຫຼວງ, ຊຳນານ​ໃນ​ການ​ຮົບ, ກ້າວ​ຂຶ້ນທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ບາງ​ເຫຼົ່າ​ທັບ, ​ເຫຼົ່າ​ພົນ, ກອງ​ກຳລັງ​ຈະກ້າ​ວໂດຍ​ກົງ​ຂຶ້ນ​ສູ່​ທັນ​ສະ​ໄໝ. ຮອດ​ປີ 2025, ສ້າງ​ກອງທັບ​ໃຫ້​ກະທັດ​ລັດ ​ແໜ້ນ​ແຟ້ນ ​ເຂັ້ມ​ແຂງ​ໂດຍ​ພື້ນຖານ, ສ້າງ​ປະຖົມ​ປັດ​ໃຈ​ອັນ​ໜັກ​ແໜ້ນ, ຮອດ​ປີ 2030 ກໍ່ສ້າງ​ກອງທັບ​ທີ່ປະຕິວັດ, ​ເປັນ​ແບບ​ຫຼວງ, ຊຳນາມ​ໃນ​ການ​ຮົບ, ທັນ​ສະ​ໄໝ.

ຊາບ​ຊຶມ​ແລະ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກ່ອນ​ອື່ນ​ໝົດ, ຕ້ອງ​ປະຕິບັດ​ເປັນ​ຢ່າງ​ດີ​ທັດສະນະ “ຄົນ​ກ່ອນ, ປືນ​ຕາມ​ຫຼັງ”; ​ໃຫ້​ບຸລິມະສິດ​ການ​ກໍ່ສ້າງ​ແລະ​ພັດທະນາ​ຊັບພະຍາກອນ​ມະນຸດ​ຄຸນ​ນະພາ​ບສູງ ​ແລະ ຖື​ວ່າ​ນີ້​ເປັນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ​ຕັດສິນຊີ​ຂາດ. ການ​ດຶງ​ດູດ, ຝຶກ​ອົບຮົມ ​ແລະ ​ເຄົາລົບ​ໃຊ້​ຄົນ​ເກັ່ງ​ໃນ​ຂົງ​ເຂດ​ການ​ທະຫານ​ປະຈຸ​ບັນ​ນີ້ ​ແມ່ນ​ຄວາມຈຳ​ເປັນ​ພາວະ​ວິ​ໄສ, ມີ​ລັກສະນະ​ຍຸດ​ທະ​ສາດ​ແລະ​ຮີບ​ດ່ວນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ກໍ່ສ້າງ​ກອງທັບ​ ໃນສະພາວະ​ການການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​. ຕາມ​ນັ້ນ, ຕ້ອງ​ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ວິ​ທີ​ແກ້​ໄຂ​ທີ່​ສຳ​ຄັນ​ດັ່ງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ​ເພີ່ມ​ທະວີ​ການຊີ້ນຳ ນຳພາ​ຂອງ​ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກ, ຜູ້ບັນຊາ​ການທຸກຂັ້ນ; ຍົກ​ສູງ​ຄວາມ​ຮັບຮູ້ກ່ຽວ​ກັບ​ການ​ດຶງ​ດູດ, ຝຶກ​ອົບຮົມ ​ແລະ ​ເຄົາລົບ​ໃຊ້​ຄົນ​ເກັ່ງ​​ໃນຂົງ​ເຂດ​ການ​ທະຫານ ​ໃນ​ສະພາບ​ການ​ກະທົບ​ຂອງການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​.

ການຮັກສາ​ແລະ​ເພີ່ມ​ທະວີການຳພາ​ເດັດຂາດ, ​ໂດຍ​ກົງ​ໃນ​ທຸ​ກດ້ານ​ຂອງ​ພັກ​ຕໍ່​ກອງທັບ​ ແມ່ນ​ຫຼັກການ​ທີ່​ບໍ່​ປ່ຽນ​ແປງ​ໃນ​ຂະ​ບວນການ​ສ້າງຕັ້ງ, ​ເຕີບ​ໃຫຍ່ ​ແລະ ສູ້​ຮົບ​ມີ​ໄຊ​ຂອງ​ກອງທັບ​ຂອງ​ພວກ​ເຮົາ; ພ້ອມ​ກັນ​ນັ້ນ, ​ເປັນ​ມາດ​ຕະການສຳຄັນ​ອັນ​ດັບ​ໜຶ່ງທີ່ນຳມາ​ເຊິ່ງຄວາມ​ສຳ​ເລັດ​ໃນ​ການດຶງ​ດູດ, ​ຝຶກ​ອົບຮົມ ​ແລະ ເຄົາລົບ​ໃຊ້​ຄົນ​ເກັ່ງ​​ໃນຂົງ​ເຂດ​ການ​ທະຫານ. ຫຼັກການ​ນີ້​ຕ້ອງ​ໄດ້​ຮັບ​ຮູ້​ຢ່າງ​ຖືກຕ້ອງ ​ແລະ ປະຕິບັດ​ຕາມ​ຢ່າງ​ເຄັ່​ງຄັດ. ບັນດາ​ຄະນະ​ພັກທຸກ​ຂັ້ນ, ອົງການ​ຈັດ​ຕັ້ງ​ພັກ, ຜູ້​ບັນຊາການ, ຫົວໜ້າ​ການ​ເມືອງ, ນາຍ​ທະຫານ​ການ​ເມືອງ ​ຂອງ​ບັນດາອົງການ, ​ກົມ​ກອງ, ສະຖານບັນ​ການ​ສຶກສາ, ​ໂຮງຮຽນ​ໃນ​ກອງທັບ ຕ້ງຊີ້ນຳນຳພາຢ່າງ​ແໜ້ນ​ແຟ້ນ, ສຸມໃສ່ເຮັດການສຶກສາ​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ພະນັກງານ ນັກຮົບ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ໜ້າ​ທີ່ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ ​ໃນ​ສະພາບ​ການ​ກະທົບ​ຢ່າງ​ແຂງ​ແຮງ​ຂອງການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​, ​ເຫັນ​ແຈ້ງ​ໂອກາດ​ແລະ​ສິ່ງທ້າ​ທາຍ; ​ເຫັນ​ແຈ້ງ​ບັນດາ​ຄວາມ​ຕ້ອງການ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່ ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ ​ແລະ​ ຝຶກ​ອົບຮົມ​ຕາມຮູບ​ແບບ “ໂຮງຮຽນ​ອັດ​ສະ​ລິ​ຍະ”, ທິດ​ນຳ “ຄຸນ​ນະ​ພາບ​ຂອງ​ການ​ຝຶກ​ອົບ​ຮົມ​ຂອງ​ໂຮງ​ຮຽນ ​ແມ່ນ​ຄວາມ​ພ້ອມ​ໃນ​ການ​​ສູ້ຮົບຂອງກົມ​ກອງ​ທະ​ຫານ” ​ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ດຶງ​ດູດ ​ແລະ​ຍົກ​ສະງຄຸນ​ນະພາ​ບຂອງ​ການ​​ເລືອກ​ແຫຼ່ງຝຶກ​ອົບຮົມ, ການນຳ​ໃຊ້​ຄົນ​ເກັ່ງ​ໃນ​ຂົງ​ເຂດ​ການ​ທະຫານ.

ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ບັນດາ​ມະຕິ, ຄຳສັ່ງ​ຂອງ​ພັກ, ລັດ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ການປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການ​ສຶກສາ​ແລະ​ຝຶກ​ອົບຮົມ(3) ເພື່ອສ້າງ​ແລະ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຍຸດ​ທະ​ສາດພັດທະນາ​ການ​ສຶກສາ ຝຶກ​ອົບຮົມ​ໃນ​ກອງທັບ​ໃນ​ໄລຍະ 2021-2030, ວິ​ໄສ​ທັດ​ຮອດ​ປີ 2045; ​ໂຄງການ​ປັບປຸງ​ຂະ​ບວນການ ​ແລະ ​ໂຄງການ​ຝຶກ​ອົບຮົມ​ພະນັກງານ​ທຸກ​ຂັ້ນ​ໃນ​ກອງທັບ​ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ, ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່; ​ໂຄງການ​ສ້າງ​ຖັນ​ແຖວ​ຄູ​ອາຈານ, ພະນັກງານ​ຄຸ້ມຄອງ​ການ​ສຶກສາ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ໃນ​ການປ່ຽນ​ແປງ​ໃໝ່ການ​ສຶກສາ​ແລະ​ຝຶກ​ອົບຮົມ​ໃນ​ກອງທັບ​ ຢ່າງ​ເປັນ​ພື້ນຖານ​ແລະ​ຮອບດ້ານ ​ໃນ​ໄລຍະ 2021-2030. ​ເບິ່ງ​ແຍງ​ດູ​ແລ​ການ​ກໍ່ສ້າງ​ຖັນ​​ແຖວຄູ​ອາຈານ ​ແລະພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ​ ໃຫ້​ບັນລຸ​ມາດຕະຖານ​ຕາມ​ກຳນົດ. ປະຕິບັດ​ເປັນ​ຢ່າງ​ດີ ກາ​ນຝຶກ​ອົບຮົມ​ແລະ ບຳລຸງ​ສ້າ​ງຖັນ​ແຖວນັກວິທະຍາສາດໂດຍຜ່ານການປະຕິບັດ. ມີ​ນະ​ໂຍບາຍ​ດຶງ​ດູດ, ​ເຄົາລົບ​ໃຊ້​ຄົນ​ເກັ່ງ​ເຂົ້າ​ໄປ​ເຮັດ​ວຽກ​​ໃນ​ກອງທັບ​ໃຫ້​ໄດ້​ຕາມ​ຄວາມ​​ຕ້ອງການ​ແລະໜ້າ​ທີ່.

ທີ່​ສອງ, ປະຕິບັດ​ເປັນ​ຢ່າງ​ດີ​ ວຽກ​ງານ​ການ​ເລືອກ​ນັກຮຽນ​ການ​ທະຫານ, ການ​ຝຶກ​ອົບຮົມ, ການບຳລຸງ​ສ້າງ​ພະນັກງານ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​.

ວຽກ​ງານ​ການ​ເລືອກ​ນັກຮຽນ​ການ​ທະຫານ ຕ້ອງ​ດຶງ​ດູດອາສາ​ສະໝັກ​ຈຳນວນຫຼວງ​ຫຼາຍ ທັງ​ໃນ​ແລະ​ນອກ​ກອງທັບ​ ທີ່​ມີເງື່ອນ​ໄຂ​ແລະມາດຖານຄົບທຸກ​ປະການ, ​ໂດຍ​ສະ​ເພາະ​ແມ່ນ​ນັກຮຽນ​ທີ່​ມີ​ຜົນການຮຽນ​ດີ​ເດັ່ນ ​ແລະ ນັກຮຽນ​ທີ່​ໄດ້​ຮັບ​ລາງວັນ​ສູງ​ ໃນ​ການ​ແຂ່ງຂັນ​ປະ​ກວດນັກຮຽນດີ​ເດັ່ນ​ລະດັບ​ແຂວງ, ລະດັບ​ປະ​ເທດ ​ແລະ ສາກົນ; ນັກຮຽນທີ່​ມີ​ພອນ​ສະຫວັນ ແລະ ມີຄວາມ​ສາມາດ. ບັນດາ​ອົງການ​ແລະ​ໜ່ວຍ​ງານ​ຕ້ອງ​ຄົ້ນຄວ້າ​ແລະກຳ​ແໜ້ນຄຳສັ່ງ, ໜັງສື​ວຽນ ​ແລະ ຄຳແນະນຳ ​ກ່ຽວ​ກັບວຽກ​ງານ​ການ​ເລືອກ​ນັກຮຽນ​ການ​ທະຫານ ​ຂອງ​ກະຊວງ​ການປ້ອງ​ກັນ​ປະ​ເທດ; ປະຕິບັດບັນດາຂັ້ນຕອນ, ບັນດາ​ບາດກ້າວ​ຄັດ​ເລືອກ​ນັກຮຽນ​ການ​ທະຫານ ຢ່າງ​ເປັນ​ເອກະ​ພາບ​ແລະ​ຄົບ​ຊຸດ; ​ເປັນ​ເຈົ້າ​ການ​ໃນ​ການວາງ​ແຜນການ, ຈັດ​ຕັ້ງ​ການ​ສ້າງ​ແຫຼ່ງ, ພິຈາລະນາ​ອະນຸມັດລາຍ​ຊື່ຜູ້​​​ເຂົ້າຮຽນ​ການທະຫານ​ຕາມ​ຂະ​ບວນການ, ​ເງື່ອນ​ໄຂ ​ແລະ ຫຼັກ​ເກນ. ​ເສີມນະ​ຫຍາ​ຍກຳລັງ​ແຮງ​ສັງລວມຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ແລະ ທຸກ​ທ້ອງຖິ່ນ ​ໃນ​ການ​ໂຄສະນາ​ຊວນ​ເຊື່ອ ​ເພື່ອ​ໃຫ້​ນັກຮຽນ ນັກ​ສຶກສາ, ຊາວ​ໜຸ່ມ, ນາຍ​ທະຫານ​ຊັ້ນ​ລຸ່ມ​ ແລະ ທະຫານ​ເຂົ້າ​ໃຈກ່ຽວ​ກັບ​ວິຊາ ອາຊີບ ​ແລະ ​ຊີວິດ​ໃນ​ອະນາຄົດ ​ເມື່ອສະໝັກ​ເຂົ້າຮຽນ​ການ​ທະຫານ, ດຶງ​ດູດ​ຜູ້​ສະໝັກ​ເຂົ້າ​ໂຮງຮຽນ​ການ​ທະຫານຈຳນວນ​ຫຼວງ​ຫຼາຍ. ຢາກ​ໄດ້​ຄື​ແນວ​ນັ້ນ, ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ທຸກ​ທ້ອງ​ຖິ່ນ​ຕ້ອງ​ເອົາ​ໃຈ​ໃສ່​ຢ່າງ​ແທ້​ຈິງ ເຖິງ​ວຽກ​ງານ​ການ​ເລືອກ​ນັກຮຽນ​ການ​ທະຫານ; ສ້າງ​ສິ່ງ​ແວດ​ລ້ອມ​, ​ເງື່ອ​ນໄຂການ​ລົງທະບຽນ​ ແລະ ການຈັດ​ສອບ​ຄັດ​ເລືອກ​ທີ່​ສະດວກ​ແລະ​ແໜ້ນ​ແຟ້ນ; ຮັບປະກັນ​ສິ່ງອໍານວນ​ຄວາມ​ສະດວກ​ທີ່​ດີ ​ແລະ ສະພາບ​ແວດ​ລ້ອມການສອນການທະຫານ ທີ່ວິທະຍາສາດແລະສົດ​ໃສ ​ເພື່ອ​ໃຫ້​ຜູ້​ຮຽນ​ຈົບ​ມີຄຸນສົມບັດ​ທີ່​ສອດຄ່ອງ​ກັບຈຸດປະສົງ ແລະ ຂໍ້ກຳນົດການຝຶກອົບຮົມ. ຜ່ານ​ນັ້ນ, ສ້າງ​ແລະ​ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ເຂົາກ່ຽວ​ກັບ​ອະນາຄົດ​ມີ​ວິວັດທະນາ​ການ ​ເມື່ອ​ເລືອ​ກເຂົ້າຮຽນ​ການ​ທະຫານ ​ແລະ ຮັບ​ໃຊ້​ໃນ​ກອງ​ທັບ​ຍາວ​ນານ. 

ອົງການທີ່ປຶກສາຍຸດທະສາດຂອງ​ກະຊວງ​ການປ້ອງ​ກັນ​ປະ​ເທດ ​ຕ້ອງ​ຕິດ​ແທດ​ຕົວ​ຈິງ​ເປັນ​ປະຈຳ, ຕັ້ງໜ້າ​ຄົ້ນຄວ້າ, ​ແນະນຳ ​ແລະ ສະ​ເໜີ​ໃຫ້​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ການປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ ທິດ​ທາງ​ການຮັບ​ສະໝັກ​ຄັດ​ເລືອກ, ຝຶກ​ອົບຮົມ​ຄົນ​ເກັ່ງ​ໃຫ້​ກອງທັບ; ສ້າງ​ມາດຕະຖານ​ການ​ຮັບ​ເຂົ້າ ​ແລະ ມາດຕະຖານ​ການ​ຮຽນ​ຈົບ ສຳລັບ​ຜູ້​ຮັບ​ການ​ຝຶກ​ອົບຮົມ; ​ເຮັດ​ວຽກ​ງານ​ການວາງ​ແຜນ​ແມ່​ບົດ, ​ແຜນການ​ສ້າງ​ແຫຼ່ງຝຶກ​ອົບຮົມ​​ໃຫ້​ແກ່​ພະ​ນັກ​ງານ​ວິ​ຊາ​ຊີບ ແລະ ວິ​ຊາ​ການ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ຮັບປະກັນຈໍານວນ, ບັນ​ທັດຖານ ແລະ ມາດຕະຖານພຽງພໍ, ໂດຍສະ​ເພາະ​ມາດຕະຖານ​ພາສາຕ່າງປະເທດ ແລະ ການຄົ້ນຄວ້າວິທະຍາສາດ ໃນການສອບ​ເຂົ້າ​ບັນດິດ. ສຳລັບ​ພະນັກງານ​ທີ່​ໄດ້​ຮັບ​ຄັດ​ເລືອກ​ເພື່ອ​ສົ່ງ​ໄປ​ຝຶກ​ອົບຮົມ​ຕາມຕໍາ​ແໜ່​ງ ຫຼື​ວຸດ​ທິການ​ສຶກສາ, ບັນດາ​ໜ່ວຍ​ງານ​ຕ້ອງ​ປະຕິບັດ​ຕາມ​ຄຳ​ສັ່ງ, ​ຊີ້​ນຳ​ຂອງຄະນະ​ພັກ​ການ​ທະຫານ​ສູນ​ກາງ ແລະ ກະຊວງ​ການປ້ອງ​ກັນ​ປະ​ເທດ ຢ່າງ​ເຂັ້ມ​ງວດ ກ່ຽວ​ກັບ​​ເປົ້າ​ໝາຍ, ຈຸດປະສົງ, ຂໍ້​ກຳນົດ​ການ​ຝຶກ​ອົບຮົມ, ​ແນ​ໃສ່​ສ້າງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ, ໂດຍ​ສະ​ເພາະພະນັກງານ​ຮັບ​ຜິດ​ຊອບ​ທຸກ​ຂັ້ນ​ໃນ​ກອງ​ທັບ. ສຳລັບການ​ຝຶກ​ອົບຮົມ​ພະນັກງານ​ຢູ່​ຕ່າງປະ​ເທດ, ຕ້ອງ​ສຸມ​ໃສ່​ການ​ຝຶກ​ອົບຮົມ​ຕາມ​ກຳນົດ​ທິດ​ຂອງມະຕິ​ເລກທີ 618-NQ/ĐU, ລົງ​ວັນ​ທີ 28 ຕຸລາ 2010, ຂອງ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, “ກ່ຽວ​ກັບ​ການ​ຝຶກ​ອົບຮົມ​ພະນັກງານ​ກອງທັບ​ຢູ່​ຕ່າງປະ​ເທດ​ຮອດ​ປີ 2020 ​ແລະ​ ​ປີ​ຕໍ່​ໆໄປ”; ​​ໃຫ້ເອົາ​ໃຈ​ໃສ່​ການ​ຝຶກ​ອົບຮົມ​ພື້ນຖານ, ​ໄລຍະ​ຍາວ, ການ​ຝຶກ​ອົບຮົມ​ສະ​ເພາະ​ເລິກ​ເຊິ່ງ, ສອດ​ຄ່ອງ​ກັບ​ອາ​ວຸດ ​ແລະ ອຸ​ປະ​ກອນ​ຂອງ​ກອງ​ທັບ; ​ບຸລິມະສິດ​ການ​ຝຶກ​ອົບຮົມ​ພະນັກງານທີ່​ເຮັດ​ການຄົ້ນຄວ້າ, ການອອກແບບ, ການຜະລິດ, ການຄຸ້ມຄອງ, ການຂຸດຄົ້ນ ​ເປັນ​ເຈົ້າຂອງອາວຸດ​ຍຸດ​ໂທ​ປະກອນ​ລຸ້ນ​ໃໝ່ ​ແລະ ກ້າວໜ້າ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ກໍ່ສ້າງ​ກອງທັບ​ທັນ​ສະ​ໄໝ. ອົງການ​ຕ້ອງ​ໃຫ້​ຄວາມສຳຄັນກັບຂັ້ນຕອນການຄັດເລືອກຮັບເຂົ້າ ​ເພື່ອ​ຮັບປະກັນ​ທັງ​ດ້ານ​ປະລິດ​ມານແລະຄຸນນະພາບ ແລະ ສອດຄ່ອງກັບການວາງແຜນນຳ​ໃຊ້ພະນັກງານ. ສຳລັບຊາວ​ໜຸ່ມ​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ຈໍາເປັນຕ້ອງໄດ້ພັດທະນາຂະ​ບວນການ​ສ້າງ​ແຫຼ່ງທີ່​ສົມ​ເຫດ​ສົມ​ຜົນ ​ເພື່ອ​ສົ່ງ​ໄປຝຶກອົບຮົມ​​ໂດ​ຍ​ໄວ; ເຊື່ອມ​ຕໍ່​ການ​ຝຶກ​ອົບ​ຮົມກັບ​ການ​ນຳ​ໃຊ້, ຕອບ​ສະ​ໜອງ​ການ​ວາງ​ແຜນ​ພັດທະນາ​ພະນັກງານ​ນຳ​ໜ້າ​ທຸກ​ຂັ້ນ​ໃນ​ກອງທັບ.

ທີ​ສາມ, ມີ​ກົນ​ໄກ, ນະໂຍບາຍຄ່າຕອບແທນ ແລະ ສະພາບ​ແວດ​ລ້ອມ​ການ​ເຮັດ​ວຽກທີ່ດີ​ ເພື່ອ​ດຶງ​ດູດ, ​ເຄົາລົບ​ໃຊ້​ຄົນ​ເກັ່ງ​ໃນ​ຂົງ​ເຂດ​ການ​ທະຫານ ຕອບ​ສະໜອງ​ຄວາມຕ້ອງການ​ຂອງການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​.

ແຮງງານຂອງກອງທັບແມ່ນແຮງງານພິເສດ, ການເຄື່ອນໄຫວຂອງກອງທັບ​ມັກ​ເກີດ​ຂຶ້ນໃນສະພາບແວດລ້ອມທີ່ຫຍຸ້ງຍາກ, ລຳບາກ ແລະ ອັນຕະລາຍ, ​ແມ່ນ​ແຕ່​ການ​ເສຍສະຫຼະຊີວິດໃນເວລາປະຕິບັດໜ້າທີ່. ການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່ໄດ້ກຳນົດ ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ແລະ​ສູງ​ກວ່າ ສຳລັບການ​ຝຶກ​ອົບຮົມ, ຝຶກຊ້ອມ, ການ​ໃຊ້​ອາວຸດ ​ແລະ​ອຸປະກອນ​ທາງ​ເຕັກນິກ​ໃໝ່​ແລະ​ທັນ​ສະ​ໄໝ. ການສູ້​ຮົບ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ​ຕ້ອງການ​ໃຊ້​ຄຸນສົມບັດ, ຄວາມ​ສາມາດ ​ແລະ ສຸຂະພາບ​ຂອງ​ກອງທັບ​ທີ່ສູງກວ່າ, ດັງນັ້ນ ຖ້າ​ສະພາບ​ແວດ​ລ້ອມ​ການ​ເຮັດ​ວຽກ ​ແລະ ນະ​ໂຍບາຍ​ຄ່າ​ຕອບ​ແທນ​ບໍ່​ດີ, ກໍ່​ຈະ​ບໍ່​ສາມາດ​ດຶງ​ດູດ​ຜູ້​ມີ​ຄວາມ​ສາມາດ​ມາ​ຮ່ຳຮຽນ, ​ເຮັດ​ວຽກ ​ແລະ ອຸທິດ​ຕົນ​ໃນ​ກອງທັບ​ໄດ້. ຍ້ອນ​ແນວ​ນັ້ນ, ຕ້ອງ​ສ້າງສະພາບ​ແວດ​ລ້ອມ​ການ​ເຮັດ​ວຽກທີ່​ສະດວກ​ດີ, ຈັດ​ວາງນຳ​ໃຊ້​ຖືກ​ກັບ​ຄົນ, ຖືກ​ກັບ​ວຽກ​ງານ ​ແລະ ມີ​ລະບອບ ນະ​ໂຍບາຍ​ຄ່າ​ຕອບ​ແທນ​ທີ່​ສົມ​ເຫດ​ສົມ​ຜົນ ແລະ ​ໜ້າ​ພໍ​ໃຈ ​ເພື່ອ​ດຶງ​ດູດ​ຄົນ​ເກັ່ງ​ເຂົ້າ​ຮັບ​ໃຊ້​ກອງທັບ​ໃນ​ໄລຍະ​ຍາວ. ບັນດາ​ອົງການ​ທີ່​ມີ​ໜ້າ​ທີ່​ຕ້ອງ​ຄົ້ນຄວ້າ, ​​ໃຫ້ຄຳປຶກສາ ​ແລະ ​ລາຍ​ງານ​ຕໍ່​ກະຊວງການ​ປ້ອງ​ກັນ​ປະ​ເທດ, ສະ​ເໜີ​ໃຫ້​ພັກ ​ແລະ ລັດ ປະກາດ​ໃຊ້​ກົນ​ໄກ​ແລະນະ​ໂຍບາຍທີ່ຄົບ​ຊຸດ ​ກ່ຽວ​ກັບ​ການຄັດ​ເລືອກ, ຝຶກ​ອົບຮົມ, ບຳລຸງ​ສ້າງ, ນຳ​ໃຊ້, ​ໃຫ້​ຄ່າ​ຕອບ​ແທນ ​ແລະ ມີ​ກົນ​ໄກ​ພິ​ເສດ ສໍາລັບຄົນ​ເກັ່ງ​ທີ່​ມີ​ຄວາມ​ສາມາດ. ພັດທະນາ​ເງື່ອນ​ໄຂ​​ແລະ​ເກນກຳນົດສະ​ເພາະ ​ແລະ ຕິດ​ຕາມ, ​ຄຸ້ມ​ຄອງ​ຄົນ​ເກັ່ງ​ໃນ​ຂົງ​ເຂດ​ການ​ທະ​ຫານ ຢ່າງ​ມີ​ວິ​ທະ​ຍາ​ສາດ​, ສົມຄວນ​ແກ່​ການ​ອຸທິດ​ຕົນຂອງ​ເຂົາ ​ແລະ ສອດຄ່ອງ​ກັບ​ການພັດທະນາ​ພາລະກິດການ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດຊາດ​ໃນ​ໄລຍະ​ປະຕິວັດ​ໃໝ່.

ທີ​ສີ່, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ແລະ​ຝຶກ​ອົບຮົມ, ສົມທົບ​ຢ່າງ​ແໜ້ນ​ແຟ້ນການ​ຝຶກ​ອົບຮົມ​ກັບ​ການ​ເຄົາລົບ​ໃຊ້​ຄົນ​ເກັ່ງ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​.

ການຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ແລະ​ຝຶກ​ອົບຮົມ, ສົມທົບ​ຢ່າງ​ແໜ້ນ​ແຟ້ນການ​ຝຶກ​ອົບຮົມ​ກັບ​ການ​ເຄົາລົບ​ໃຊ້​ຄົນ​ເກັ່ງ ມີ​ຄວາມ​ໝາຍ​ສຳຄັນ, ​ໃນ​ນັ້ນ, ຈຳ​ເປັນ​ຕ້ອງ​ມີ​ກົນ​ໄກ ​ແລະ ປະຕິບັດ​ຢ່າງ​ດີກາ​ນຈັດ​ວາງ​ສັບ​ຊ້ອນ ​ແລະ ນຳ​ໃຊ້ຄົນ​ເກັ່ງ​ພາຍ​ຫຼັງ​ການ​ຝຶກ​ອົບຮົມ ​ແລະ ຖື​ວ່າ​ນີ້​ແມ່ນຕ່ອງ​ໂສ້​ສໍາ​ຄັນ​ແລະ​ຂາດ​ບໍ່​ໄດ້​ ໃນ​ການ​ດຶງ​ດູດ​, ການ​ຝຶກ​ອົບ​ຮົມ ​ແລະ ​ການ​ເຄົາລົບ​ໃຊ້​ຄົນ​ເກັ່ງ​ໃນ​ຂົງ​ເຂດການ​ທະ​ຫານ​. ​ເພື່ອ​ຈະ​ເຮັດ​ວຽກ​ງານ​ນີ້​ໄດ້ ຈຳ​ເປັນຕ້ອງ​ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ສະ​ຖາ​ບັນ​ການ​ສຶກສາ​ແລະໂຮງຮຽນ​ຈຳນວນ​ໜຶ່ງ​ ທີ່​ມີ​ເງື່ອນ​ໄຂພຽງພໍ​ທີ່​ຈະ​ກາຍ​ເປັນ​ໂຮງຮຽນ​ຈຸດ​ສຸມ​ລະດັບ​ຊາດ ​ແລະ ກອງທັບ ​ຕາມ​ຮູບ​ແບບ “​ໂຮງຮຽນ​ອັດ​ສະ​ລິ​ຍະທີ່​ເຂົ້າ​ໃກ້​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ່​ສີ່​. ປັບປຸງ​ອັບ​ເດດ​ໂຄງການຝຶກອົບຮົມລະດັບຊາດ ແລະ ພາກພື້ນຢ່າງເປັນປະຈຳ ​ແລະ ຜັນ​ຂະຫຍາຍ​ການ​ຝຶກ​ອົບຮົມ​ໃນ​ບັນດາ​ວິຊາ​ສະ​ເພາະ​ທີ່​ມີ​ຄຸນ​ນະພາ​ບສູງ, ສຳຄັນ ​ແລະ ພິ​ເສດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ທາງ​ດ້ານ​ການ​ສຶກສາ​ແລະ​ຝຶກ​ອົບຮົມ. ການ​ຍົກ​ສູງ​ຄຸນ​ນະພາບຂອງ​ການ​ຝຶກ​ອົບຮົມ​ຄົນ​ເກັ່ງ​ໃນ​ຂົງ​ເຂດ​ການ​ທະຫານ ​ຂຶ້ນຢູ່​ກັບ​ຫຼາຍ​ປັດ​ໄຈ, ​ໃນ​ນັ້ນ, ການອົບຮົມສຶກສາ​ສິນ​ທຳ, ການສ້າງຄວາມກ້າຫານ ແລະ ການ​ໃຫ້​ຄວາມ​ຮູ້ ​ແລະ​ປະສົບ​ການ, ການສ້າງຂີດຄວາມສາມາດ ແລະ ການ​ຝຶກ​ທັກ​ສະ​ໃນ​ໂຮງຮຽນ​ທະຫານ, ການ​ຍົກ​ສູງຄຸນນະພາບການຄົ້ນຄວ້າວິທະຍາສາດແລະອື່ນໆ ແມ່ນມີ​ຄວາມ​ໝາຍ​ຕັດສິນ​ຊີ້​ຂາດ. ຕາມ​ນັ້ນ, ນອກຈາກ​ການ​ລົງທຶນ ​ຍົກ​ລະ​ດັບພື້ນຖານ​ວັດຖຸ ​ອຸ​ປະ​ກອນ​ການ​ຮຽນ​ການ​ສອນ​ແລະ​ສິ່ງ​ອໍາ​ນວຍ​​ແລ້​ວ, ບັນດາໂຮງຮຽນທະຫານຕ້ອງສຸມໃສ່ກໍ່ສ້າງ ແລະ ສ້າງ​ມາດຕະຖານ​ຄູ​ອາຈານ, ສຸມໃສ່ເພີ່ມອັດຕາສ່ວນອາຈານທີ່ມີຄຸນວຸດທິສູງ​ກວ່າ​ປະລິ​ຍາ​ຕີ, ສູ້ຊົນທີ່​ຈະ​ບັນລຸມາດຕະຖານຂອງລັດ. ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ການ​ກໍ່ສ້າງ​ແລະ​ປັບ​ປຸງ​ກົນ​ໄກ​ໃຫ້​ສົມບູນ​ ເພື່ອປະຕິບັດ​ການຈັດ​ຕັ້ງ ​ແລະ ນຳ​ໃຊ້​ພະນັກງານ​ຫຼັງ​ການ​ຝຶກ​ອົບຮົມ​ຢ່າງ​ມີ​ປະສິດທິ​ຜົນ; ຕິດ​ແໜ້ນ​ການ​ຝຶກ​ອົບຮົມ​ກັບ​ການຈັດ​ວາງ​ສັບ​ຊ້ອນ ​ແລະນຳ​ໃຊ້​ພະນັກງານ, ອຳນວນ​ຄວາມ​ສະດວກ​ດີ​ສຸດ ​ໃຫ້​ພະນັກງານສຸດ​ອົກ​ສຸດ​ໃຈ​ກັບ​ໜ້າ​ທີ່ ​ແລະ ພັດທະນາ​ໄປ​ໃນ​ທິດ​ທາງ​ທີ່​ຖືກຕ້ອງ; ​ເລື່ອນ​ຊັ້ນ, ​ແຕ່ງ​ຕັ້ງ​ພະນັກງານ​ທີ່​ມີ​ຄວາມ​ສາມາດ​ຢ່າງ​ແທ້​ຈິງ,​ໂດຍ​ສະ​ເພາະ​ຊາວ​ໜຸ່ມ​ທີ່​ມີ​ຄວາມ​ສາມາດ, ມີ​ຄຸນ​ນະພາ​ບດີ. ປະຕິບັດ​ເປັນ​ຢ່າງດີ ການຜັດປ່ຽນ, ຍົກຍ້າຍ​ພະນັກງານ​ຕາມ​ແຜນການ, ສົມທົບ​ລະຫວ່າງ​ທິດ​ສະ​ດີ​ກັບ​ການ​ປະຕິບັດ, ລະຫວ່າງ​ຄວາມ​ຮູ້​ທີ່​ມີ​ຢູ່​ໃນ​ໂຮງຮຽນ ​ແລະ ຄວາມ​ຮູ້, ທັກ​ສະ​ທີ່​ໄດ້​ຮັບ​ການຝຶກ​ອົບຮົມ​​ແລະບຳລຸງ​ສ້າງຜ່ານ​ການ​ເຄື່ອນ​ໄຫວ​ພາກ​ປະຕິບັດຕົວ​ຈິງ; ສ້າງ​ເງື່ອນ​ໄຂ​ໃຫ້​ພະນັກງານ​ໄດ້​ຮັບ​ການ​ທົດ​ສອບ ​ແລະ ​ເຕີບ​ໃຫຍ່​ຢ່າງ​ໜັກ​ແໜ້ນ.  

ທີ​ຫ້າ, ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ຝຶກ​ອົບຮົມ, ບຳລຸງ​ສ້າງ ກັບ​ການ​ຄົ້ນຄວ້າ, ປະຍຸກ​ໃຊ້​ວິທະຍາສາດ​ການ​ທະຫານ​ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງ.

ການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່ກຳນົດຄວາມ​ຕ້ອງການ ຕ້ອງ​ສົມທົບ​ການຝຶກ​ອົບຮົມ,​ ບຳລຸງ​ສ້າງ ກັບ​ການຄົ້ນຄວ້າ​ວິທະຍາສາດ​ການ​ທະຫານ ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ກອງທັບ​ທີ່​ມີ​ລະດັບ​ສູງ, ຕອບ​ສະໜອງ​ຄວາມ​ຕ້ອງການ​ແລະ​ໜ້າ​ທີ່​ໃນ​ເງື່ອນ​ໄຂ​ໃໝ່. ຄຸນ​ລັກສະນະ​ພິ​ເສດ​ຂອງການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​​ແມ່ນການ​ຫຼຸ​ດ​ຊ່ອງ​ຫວ່າງ​ເວລາ​ລະຫວ່າງ​ການ​ຄົ້ນຄວ້າ ​ແລະ ການ​ປະຍຸກ​ໃຊ້, ດັ່ງ​ນັ້ນ, ການ​ສົມທົບ​ນີ້​ຈະ​ຊ່ວຍ​ເສີມ​ຂະຫຍາຍຄວາມ​ສາມາດ​ຂອງຖັນ​ແຖວ​ພະນັກງານ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ສ້າງສາ​ແລະ​ປົກ​ປ້ອງ​ປະ​ເທດ​ຊາດ. ​ເນື້ອ​ໃນ​ການ​ຄົ້ນຄວ້າ​ທິດ​ສະ​ດີກ່ຽວ​ກັບ​ສິລະ​ປະການ​ທະຫານ, ວິທະຍາສາດ​ສັງຄົມ​ແລະ​ມະນຸດ​ການ​ທະຫານ ຄວນ​ສຸມ​ໃສ່​ລັກສະນະສົງຄາມເຕັກໂນໂລຢີສູງ; ວິທີການດຳ​ເນີນ​ສົງຄາມ​ປະຊາຊົນ​ເພື່ອ​ຮັບ​ມື​ກັບສົງຄາມ​ຮຸກ​ຮານ​ຮູບ​ແບບ​ໃໝ່; ຮູບ​ແບບ​, ​ວິ​ທີ​ການ​​ນໍາ​ພາ​, ບັນຊາ, ​ຂັບ​ເຄື່ອນການສູ້​ຮົບ​; ກ່ຽວ​ກັບ​ການ​ກໍ່ສ້າງ​ກອງທັບ, ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່,... ຍູ້​ແຮງ​ການ​ສະຫຼຸບ​ສັງ​ລວມພຶດຕິ​ກຳ​ຕົວ​ຈິ​ງ, ຄົ້ນຄວ້າ​ວິທະຍາສາດ, ​ເພີ່​ມເຕີມ, ພັດທະນາ ​ແລະ ປັບປຸງ​ບູລະນະ​ແນວ​ຄວາມ​ຄິດ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ, ການ​ສ້າງ​ກອງທັບ ​ໃນ​ເງື່ອນ​ໄຂຂອງ​ການ​ໂລກາ​ພິວັດ, ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​. ຄົ້ນຄວ້າ, ສະ​ເໜີ​ໃຫ້​ປະກາດ​ໃຊ້ ​ແລະ ປະຕິບັດ​ໂຄ​ງການກໍ່ສ້າງ​ກອງທັບ​ປະຊາຊົນ​ທີ່​ທັນ​ສະ​ໄໝ​ໃນ​ໄລຍະ​ໃໝ່ຢ່າງ​ມີ​ປະສິດທິ​ຜົນ. ສຸມໃສ່ຄົ້ນຄວ້າທິດສະດີການຈັດຕັ້ງ, ກໍ່ສ້າງ​ກອງ​ກຳລັງສູ້ຮົບ, ​ໂດຍ​ສະ​ເພາະກ່ຽວກັບໂຄງປະກອບ​ແລະການຈັດ​ຕັ້ງ​ບັນດາ​ກົມ​ກອງ​ທີ່​ຄ່ອງ​ຕົວ​ກັບສະພາບການຂອງປະເທດ ​ແລະ ການປະກອບອາວຸດຍຸດໂທປະກອນ​ໃໝ່​ໃຫ້​ກັບກົມ​ກອງ​ໃນ​ກອງ​ກຳລັງ​ຕ່າງໆ. ຄົ້ນຄວ້າ​ເພື່ອ​ເປັນ​ເຈົ້າ​ວິ​ທະຍາ​ສາດ​ແລະ​ເຕັກ​ໂນ​ໂລ​ຊີ​ສະ​ໄໝ​ໃໝ່, ​ເຂົ້າ​ເຖິງ​ກັບວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​ ຂອງ​ປະ​ເທດ​​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ. ປ່ຽນ​ແປງ​ໃໝ່ ​ແລະ ​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ, ການ​ຝຶກ​ຊ້ອມ, ການ​ຝຶກ​ອົບ​ຮົມ​ ໂດຍ​ວິ​ທີ​ນຳ​ຜະ​ລິດ​ຕະ​ພັນທາງ​ວິ​ທະ​ຍາ​ສາດ​ໄປ​ໃຊ້​ໃນ​ການຝຶກ​ປະ​ຕິ​ບັດທັນທີ ​ແລະ ກຽມ​ພ້ອມ​ສູ້ຮົບ./.

-----------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 5, ໜ້າ 313.

(2) ເອກະສາ​ນກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ 1, ໜ້າ 54.

(3) ຈຸກ​ໜັກ​ແມ່ນ: ຂໍ້​ສະຫຼຸບ​ເລກທີ 51-KL/TW, ລົງ​ວັນ​ທີ 30 ພຶດສະພາ 2019, ຂອງ​ຄະນະ​ເລຂາທິການ, “ກ່ຽວ​ກັບ​ການ​ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງພັກຄັ້ງ​ທີ 8 ສະ​ໄໝ​ທີ 11 ກ່ຽວ​ກັບ​ປ່ຽນ​ແປງ​ໃໝ່​ການ​ສຶກສາ​ແລະ​ຝຶກ​ອົບຮົມ​ຢ່າງ​ເປັນ​ພື້ນຖານ​ແລະ​ຮອບດ້ານ ​ເພື່ອ​ຕອບ​ສະໜອງ​ຄວາມຕ້ອງການຂອງ​ການຫັນ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ຕະຫຼາດກຳນົດທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”; ມະຕິ​​ເລກທີ 26-NQ/TW, ລົງ​ວັນ​ທີ 19 ພຶດສະພາ 2018, ຂອງກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 7 ສະ​ໄໝ​ທີ 13, “ກ່ຽວ​ກັບ​ການ​ສຸມ​ໃສ່​ກໍ່ສ້າງ​ຖັນ​ແຖວ​ພະນັກງານຂັ້ນ​ສູງ, ​ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ຍຸດ​ທະ​ສາດທີ່​ມີ​ຄຸນສົມບັດ ຄວາມ​ສາມາດ ​ແລະ ຊື່​ສຽງ​ຢ່າງ​ພຽງພໍ, ທຽບ​ເທົ່າ​ກັບ​ລະດັບ​ຂອງ​ໜ້າ​ທີ່”; ຂໍ້​ສະຫຼຸບ​ເລກທີ 86-KL/TW, ລົງ​ວັນ​ທີ 24 ມັງກອນ 2014, ຂອງ​ກົມ​ການ​ເມືອງ​ສູນ​ກາງ, “ກ່ຽວ​ກັບ​ນະ​ໂຍບາຍ​ດຶງ​ດູດ ​ແລະ ສ້າງ​ແຫຼ່ງພະນັກງານ​ ຈາກນັກສຶກສາ​ທີ່​ຈົບ​ມະຫາວິທະຍາ​ໄລ​ຢ່າງດີ​ເດັ່ນ ​ແລະ​ນັກວິທະຍາສາດໜຸ່ມ”; ມະຕິ​​ເລກທີ 109-NQ/QUTW, ລົງ​ວັນ​ທີ 11-2-2019, ຂອງ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, “ກ່ຽວ​ກັບ​ການ​ກໍ່ສ້າງ​ພະນັກງານ​ກອງທັບ, ໂດຍສະເພາະໃນລະດັບຍຸດທະ​ການແລະຍຸດທະສາດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່”; ມະຕິ​​ເລກທີ 52-NQ/TW, ລົງ​ວັນ​ທີ 27 ກັນຍາ 2019, ຂອງ​ກົມ​ການ​ເມືອງສູນ​ກາງ, “ກ່ຽວ​ກັບ​ບາງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເຂົ້າ​ຮ່ວມການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່ຢ່າງ​ເປັນ​ເຈົ້າ​ການ​”; ຄຳສັ່ງ​ເລກທີ 16/CT-TTg, ລົງ​ວັນ​ທີ 4 ພຶດສະພາ 2017, ຂອງ​ນາຍົກລັດຖະມົນ​ຕີ, “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ຄວາມ​ສາມາດ​ເຂົ້າ​ເຖິງການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່”; ຂໍ້ຕົກລົງ​ເລກທີ 2289/QĐ-TTg, ລົງ​ວັນ​ທີ 31-12-2020, ຂອງ​ນາຍົກ​ລັດ​ຖະມົນຕີ, “ປະກາດ​ໃຊ້​ຍຸດ​ທະ​ສາ​ດແຫ່ງ​ຊາດ​ກ່ຽວ​ກັບການ​ປະຕິວັດ​ອຸດສາ​ຫະກຳ​ຄັ້ງ​ທີ່​ສີ່​ເຖິງ​ປີ 2030”...

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 981 (​ເດືອນ​ມັງກອນ 2022)