ຜົນສໍາເລັດການພົວພັນຮ່ວມມື
ພາຍໃຕ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ

ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ

ໂດຍ ສະເຫຼີມໄຊ ກົມມະສິດ
ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ
00:42, 07-08-2022

ວກ.- ​ໃນ​ໂອກາດສະ​ເຫຼີ​ມສະຫຼອງການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ລາວ-ຫວຽດນາມ ຄົບຮອບ 60 ​ປີ​ (1962- 2022) ​ແລະ ວັນ​ເຊັນສັນຍາ​ມິດຕະພາບແລະ​ການ​ຮ່ວມ​ມື​ ລະຫວ່າງ​ລາວ-ຫວຽດນາມ​ ຄົບຮອບ 45 ປີ (1977-2022), ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ກຳມະ​ການ​ກົມ​ການ​ເມືອງສູນ​ກາງ​ພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ​ໄດ້​ມີ​ບົດ​ຄວາມ​ທີ່ສຳຄັນກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ ລາວ-ຫວຽດນາມ. ວາລະສານ​ກອມ​ມູນິດ​ຂໍ​ເປັນ​ກຽດ​ໄດ້​ແນະນຳບົດ​ຄວາມ​ດັງ​ກ່າວ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ແລະ ທ່ານນາຍົກລັດຖະມົນຕີລາວ ຄຳພັນ ວິຜາວັນ ເປີດ “ປີສາມັກຄີ ມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022” ຢ່າງເປັນທາງການ - ພາບ: TTXVN

ພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍຕີລາຄາສູງ ແລະ ຖືສໍາທີ່​ສຸດ​ຕໍ່ການພົວພັນຮ່ວມມື ຄວາມສາມັກຄີພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງ​ດຽວ​ໃນ​ໂລກ​ບໍ່​ຄື​​ໃຜແລະບໍ່ມີໃຜຄື, ເປັນສາຍພົວພັນທີ່ເປັນມູນເຊື້ອ ອັນເປັນມາແຕ່ດົນນານ ບໍ່​ວ່າ​ຈະບໍ່ວ່າຈະຢູ່ໃນໄລຍະຂອງການຕໍ່ສູ້ກູ້ຊາດເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄືການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ໂດຍແມ່ນ ປະທານໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ,ປະທານສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ​ຂອງ​ປວງ​ຊົນ​ລາວ ໄດ້ຮ່ວມກັນສ້າງຕັ້ງຂຶ້ນ ແລະ​ ໄດ້ຮັບການຖະນຸຖະໜອມເພີ່ມພູນຄູນສ້າງ​ໂດຍສະຫາຍລາວ-ຫວຽດນາມແຕ່ລະຮຸ່ນຄົນ ຈົນກາຍມາເປັນ​ມໍລະດົກຕົກທອດ​ອັນ​ລໍ້າ​ຄ່າ​ລວມ​ຂອງສອງຊາດ ທັງ​​ເປັນ​ປັດໄຈຮັບປະກັນໃຫ້ແກ່​ການ​ຄົງ​ຕົວ ແລະ ຂະຫຍາຍຕົວ​ຂອງ​​ສອງຊາດ.

ຕະຫຼອດໄລຍະຜ່ານມາ ທຸກໄຊຊະນະທີ່ທັງສອງພັກ-ລັດ ລາວ ແລະ ຫວຽດນາມ ຍາດມາໄດ້ພາຍໃຕ້ການນໍາພາຂອງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ທີ່ມີຕົ້ນກຳເນີດຈາກກົກເຄົ້າເຫງົ້າກໍດຽວກັນ ຄື​ພັກ​ກອມ​ມູນິດ​ອິນດູຈີນ ທີ່ເຮັດ​ໃຫ້​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ 3 ຊາດ​ອິນ​ດູ​ຈີນໃນເມື່ອກ່ອນເວົ້າລວມ, ເວົ້າສະເພາະຂອງປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ກ້າວ​ສູ່​ໄລ​ຍະ​ໃໝ່ ທັງເປັນປັດໄຈຕັດສິນຊີ້ຂາດຂອງ​ການ​ຮ່ວມ​ສຳ​ພັນ​ສູ້​ຮົບຂອງ​ປະ​ຊາ​ຊົນ​ສອ​ງ​ຊາດ​. ສາມາດເວົ້າໄດ້ວ່າ ການພົວພັນສະໜິດແໜ້ນ, ຄວາມສາມັກຄີພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ກໍາເນີດເກີດຂຶ້ນຈາກປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ​ຕ້ານ​ການ​ຮຸກ​ຮານຂອງຈັກກະພັດຕ່າງດ້າວໃນເມື່ອກ່ອນ ຈົນກ້າວມາເຖິງການສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດຮ່ວມກັນຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962. ພາຍຫຼັງ​ທັງ​ສອງ​ປະ​ເທດໄດ້ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຍາດໄດ້ເອກະລາດຢ່າງ​ສົມບູນ​ໃນ​ປີ 1975, ການພົວພັນຮ່ວມມືຂອງທັງສອງປະເທດນັບ​ມື້​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງບໍ່ຢຸດຢັ້ງ ແລະ ໄດ້ສ້າງໃບໜ້າໃໝ່ຂອງການພົວພັນສອງຝ່າຍ ໂດຍໄດ້ລົງ​ນາມ​ຮ່ວມ​ກັນໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໃນວັນທີ 18 ກໍລະກົດ ປີ 1977; ນັບແຕ່ນັ້ນມາ ການພົວພັນຂອງສອງປະເທດ​ໄດ້​ຖືກ​ຍົກລະດັບ​ສູງຂຶ້ນກວ່າເກົ່າ, ສອງຝ່າຍໄດ້ຮ່ວມກັນສ້າງກໍາລັງແຮງໃໝ່ ເພື່ອຮັບມືກັບສະພາບ​ການ​ໃໝ່ທີ່ນັບມື້ນັບຜັນແປຢ່າງສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ, ການພົວພັນ​ຮ່ວມ​ມືແມ່ນມີຫຼາຍຮູບການທີ່ມີຄວາມແໜ້ນແຟ້ນ, ມີຄວາມໃກ້ຊິດສະໜິດສະໜົມ ຢ່າງສະ​ເໝີ​ຕົ້ນສະເໝີປາຍ ແລະ ນໍາເອົາຜົນປະໂຫຍດຕົວຈິງທີ່ຍິ່ງໃຫຍ່ແລະລໍ້າຄ່າມາສູ່​ປະຊາຊົນ​ສອງ​ຊາດລາວ-ຫວຽດນາມໄດ້ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບ​ປະ​ທຳ​ຂຶ້ນຢ່າງຈະແຈ້ງ ເຊິ່ງສະແດງອອກດັ່ງນີ້:

ການ​​ຮ່ວມມືດ້ານການເມືອງ-ການຕ່າງປະເທດ: ບົນພື້ນຖານການ​ເສີມ​ຂະຫຍາຍ​ມູນ​ເຊື້ອອັນດີງາມຂອງສອງຊາດ ເປັນຕົ້ນແມ່ນຄວາມສາມັກຄີຮັກແພງ, ຄວາມ​ສະໜິດສະໜົມ, ການອູ້ມຊູຊ່ວຍເຫຼືອ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຢ່າງ​ເລິກ​ເຊິ່ງຕະຫຼອດມາຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເຮັດໃຫ້ການພົວພັນຮ່ວມມືດ້ານການເມືອງ-ການຕ່າງປະເທດສືບ​ຕໍ່​ມີ​ຄວາມ​ໜັກ​ແໜ້ນ, ເລິກເຊິ່ງ ແລະ ຢູ່ໃນລະດັບສູງສຸດ ຢ່າງສະເໝີຕົ້ນສະເໝີປາຍ, ​ເປັນ​ພື້ນຖານ​ໃຫ້​ແກ່ການພົວພັນຮ່ວມມືໃນດ້ານອື່ນໆ, ການນໍາຂັ້ນສູງຂອງສອງປະເທດ ໄດ້ມີການພົບປະແລກປ່ຽນ ການຢ້ຽມຢາມເຊິ່ງກັນແລະກັນ ທັງແບບເປັນທາງການ ແລະ ແບບວົງແຄບຢ່າງເປັນປົກກະຕິ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດ​ເຫັນ​ຮ່ວມກັນໃນແຕ່ລະດ້ານ, ໃນແຕ່ລະໄລຍະ.

ໃນທ່າມກາງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງໜັກໜ່ວງ ​ເຮັດ​ໃຫ້ການໄປມາມີຄວາມຫຍຸ້ງຍາກກໍຕາມ, ແຕ່ການນໍາຂັ້ນສູງຂອງ​ສອງ​ປະ​ເທດ​ຍັງ​ມີ​ການ​ພົວພັນໄປມາຫາສູ່ກັນເປັນປົກກະຕິ; ການນໍາຂັ້ນສູງຂອງບັນດາກະຊວງ, ຂະແໜງການ​ຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ ຍັງສືບຕໍ່ປະສານສົມທົບກັນຢ່າງສະໜິດສະໜົມ ແລະ ມີປະສິດທິຜົນ ຜ່ານຮູບແບບເຊິ່ງໜ້າ ແລະ ທາງໄກຕາມເງື່ອນໄຂຕົວຈິງ, ເຮັດ​ໃຫ້​ບັນດາແຜນງານ,ໂຄງການຕ່າງໆ ທີ່ສອງຝ່າຍໄດ້ຕົກລົງຮ່ວມກັນ ສືບຕໍ່ມີຄວາມຄືບ​ໜ້າ​ເປັນກ້າວໆມາ, ພົ້ນເດັ່ນທີ່ສຸດແມ່ນ ການເດີນທາງເຂົ້າຮ່ວມກອງປະຊຸມສອງກົມການ​ເມືອງລາວ-ຫວຽດນາມ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ບັນດາສະຫາຍກົມການເມືອງລາວ; ການເດີນທາງໄປຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມະການຮ່ວມ​ມື​ທະວິ​ພາຄີ ລະຫວ່າງສອງລັດຖະບານ ລາວ-ຫວຽດນາມ ຄັ້ງທີ 44 ຂອງ​ສະຫາຍ​ນາຍົກ​ລັດຖະມົນຕີ ພັນຄໍາ ວິພາວັນ ແລະ ໃນໂອກາດດັ່ງກ່າວ​ໄດ້​ຮ່ວມ​ກັບ​ສະຫາຍ​ນາຍົກລັດຖະມົນຕີ ສສ ຫວຽດນາມ ເປີດປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຕົ້ນເດືອນມັງກອນ 2022; ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍປະທານປະເທດ ຫງວຽນຊວັນລຝຸກ ໃນເດືອນສິງຫາ 2021, ໄດ້ຮ່ວມກັບສະຫາຍປະທານປະເທດລາວ ເຂົ້າຮ່ວມພິທີ ມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃໝ່ຂອງລາວ ເຊິ່ງເປັນຂອງຂວັນອັນລໍ້າຄ່າທີ່ສຸດ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ; ການເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ໃນເດືອນທັນວາ 2021; ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ໃນເດືອນພຶດສະພາ 2022 ຂອງສະຫາຍ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ສສ ຫວຽດນາມ; ການເດີນທາງຢ້ຽມຢາມເຊິ່ງກັນແລະກັນ ຂອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ກໍຄືການຢ້ຽມຢາມຂອງສະຫາຍການນໍາອື່ນໆ. ນອກຈາກ​ນີ້ ​ໃນ​ໂອກາດ​ເຂົ້າ​ຮ່ວມກອງປະຊຸມສໍາຄັນຕ່າງໆລະດັບພາກພື້ນ ແລະ ສາກົນ ​ໃນ​ທ່າມກາງ​ວາລະ​ການເຄື່ອນທີ່ແໜ້ນໜາ ແຕ່ການນໍາທັງສອງຝ່າຍ ກໍໄດ້ຍາດເວລາພົບ​ປະ​ແລກປ່ຽນຄໍາຄິດເຫັນກັນເປັນປະຈໍາເຊັ່ນ: ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສະຫະລັດອາເມຣິກາ ໃນເດືອນພຶດສະພາ 2022, ສອງ​ສະຫາຍ​ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ແລະ ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ພົບປະສອງຝ່າຍຮ່ວມກັນ. ພ້ອມດຽວກັນນີ້ ການພົວພັນສອງຊາດ ລາວ-ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ ກໍມີຄວາມພົ້ນເດັ່ນ, ສອງຝ່າຍ​ໄດ້​ໃຫ້ການ​ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງສະເໝີຕົ້ນສະເໝີປາຍ ບົນ​ພື້ນຖານການພົວພັນແບບພິເສດຮອບດ້ານຂອງສອງປະເທດ ເຊິ່ງເຮັດໃຫ້ຖານະ​ບົດບາດ​ຂອງທັງສອງປະເທດນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ທັງໝົດເຫຼົ່ານີ້ ສະແດງໃຫ້ເຫັນວ່າ ບໍ່ວ່າຈະຢູ່ແຫ່ງຫົນໃດ, ຢູ່ໃກ້ຫຼືໄກ ສາຍພົວພັນມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈະດໍາລົງຄົງຢູ່ຕະຫຼອດໄປ.

ທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ -ພາບ: ເວັບໄຊກະຊວງການຕ່າງປະເທດແຫ່ງ ສປປ ລາວ

ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ລາວ-ຫວຽດນາມ​ໄດ້​ສືບ​ຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນກົມກຽວ, ຮັບປະກັນສະຖຽນລະພາບທາງ​ດ້ານ​ການ​ເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ຢູ່ແຕ່ລະປະເທດ ຢ່າງໜັກແໜ້ນ, ພ້ອມທັງຮ່ວມມືກັນພັດທະນາເຂດຊາຍແດນຮອບດ້ານ ເພື່ອຍົກລະດັບຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ, ສ້າງເສັ້ນຊາຍແດນໃຫ້ເປັນເຂດສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ ແລະ ພັດທະນາຮອບດ້ານ.

ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ: ສອງຝ່າຍ​ໄດ້​ປະສານ​ສົມທົບ​ກັນ​ຢ່າງແໜ້ນແຟ້ນ ໃນການພົວພັນຮ່ວມມືດ້ານເສດຖະກິດ ​ໂດຍ​ມີ​ການ​ແບກ​ປ່ຽນຂໍ້ມູນຂ່າວສານໃນການສ້າງແຜນຜັນຂະຫຍາຍກົນໄກ, ແຜນນະໂຍບາຍ​ການ​ພັດທະນາເສດຖະກິດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ນັກທຸລະກິດຫວຽດນາມ ມາລົງທຶນຢູ່ ສປປ ລາວ ໃນຂົງເຂດຕ່າງໆ ນັບ​ມື້​ຫຼາຍ​ຂຶ້ນ ເຊິ່ງການລົງທຶນດັ່ງກ່າວໄດ້ມີບົດບາດສໍາຄັນ ແລະ ປະກອບສ່ວນຢ່າງ​ຕັ້ງໜ້າ​ໃຫ້​ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ. ມາຮອດປັດຈຸບັນ ມີ​ວິ​ສາ​ຫະກິດ​ຂອງ​ຫວຽດນາມທີ່ມາລົງທຶນຢູ່ ສປປ ລາວ ມີທັງໝົດ 417 ໂຄງການ, ມູນຄ່າການ​ລົງທຶນທັງໝົດ 4,3 ຕື້ໂດລາສະຫະລັດ, ຈັດຢູ່ໃນອັນດັບທີ 3 ໃນຈໍານວນ 50 ກວ່າປະເທດແລະເຂດແຄວ້ນ ທີ່ມີການລົງທຶນຢູ່ ສປປ ລາວ. ມູນຄ່າການຄ້າສອງຝ່າຍ ລາວ-ຫວຽດນາມ ໃນປີ 2021 ບັນລຸໄດ້ປະມານ 1,37 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020. ພ້ອມນີ້ ສອງຝ່າຍຍັງສືບຕໍ່ຊຸກຍູ້ສົ່ງເສີມການ​ຮ່ວມ​ມື​ດ້ານກະສິກໍາ ຕາມທິດເຮັດກະສິກໍາສະອາດ; ການຜະລິດສິນຄ້າອຸປະໂພກ-ບໍລິໂພກ ທີ່ຫວຽດນາມມີທ່າແຮງ, ທັງມີເຕັກນິກວິທະຍາສາດນໍາໜ້າ ແລະ ມີຕະຫຼາດຮອງ​ຮັບ​ທີ່​ແນ່ນອນ; ສູ້ຊົນຊຸກຍູ້ການຄ້າສອງຝ່າຍໃຫ້ເພີ່ມຂຶ້ນ 10-15% ໃນໄລຍະປີ 2021-2025.

ການຮ່ວມມືດ້ານອຸດສາຫະກໍາ, ພະລັງງານ-ບໍ່ແຮ່: ການຮ່ວມມືດ້ານພະລັງງານ​ໄຟຟ້າຖືເປັນບຸລິມະສິດຂອງລັດຖະບານລາວໃນປັດຈຸບັນ ​ໃນ​ການ​ຮ່ວມ​ມື​ກັບ​ຫວຽດນາມ​ກໍຄືປະເທດອື່ນໆ ເຊິ່ງໃນປັດຈຸບັນນີ້ສອງຝ່າຍລາວ-ຫວຽດນາມໄດ້ຮ່ວມມືກັນໃນການຊື້-ຂາຍພະລັງງານໄຟຟ້າໃນຫຼາຍໂຄງການ, ສືບຕໍ່ຊຸກຍູ້ໃຫ້ວິສາຫະກິດຂອງສອງປະ​ເທດ​ຮ່ວມ​ກັນພັດທະນາບັນດາໂຄງການໄຟຟ້າຢູ່ລາວ, ເພີ່ມທະວີການ​ເຊື່ອມ​ໂຍງ​ລະບົບ​ໄຟຟ້າ ແລະ ການຊື້-ຂາຍໄຟຟ້າສອງຝ່າຍ ໃຫ້ນັບມື້ເພີ່ມຂຶ້ນ.

ການຮ່ວມມືດ້ານຄົມມະນາຄົມ-ຂົນສົ່ງ: ການເຊື່ອມໂຍງທາງດ້ານຄົມມະນາຄົມ-ຂົນສົ່ງລະະຫວ່າງລາວ-ຫວຽດນາມ ກໍຄືລະຫວ່າງບັນດາປະເທດ​ໃນ​ອະນຸ​ພາກ​ພື້ນ​ແມ່ນ​ວຽກ​ງານ​ໜຶ່ງທີ່ລັດຖະບານສອງປະເທດຖືສໍາຄັນ ແລະ ໄດ້ກໍານົດບັນດາ​ວິທີ​ການ​ຮ່ວມ​ກັນ ເພື່ອຈັດຕັ້ງປະຕິບັດບາງໂຄງການຈຸດສຸມທີ່ສໍາຄັນ ເປັນຕົ້ນ: ​ໂຄງການ​ທ່າ​ເຮືອ​ຫວຸງອາງ 1, 2 ແລະ 3; ໂຄງການຍົກລະດັບເສັ້ນທາງເລກ 8; ໂຄງການກໍ່ສ້າງ​ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ; ໂຄງການກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ຫວຸງອາງ; ໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແລະ ອີກຫຼາຍໂຄງການ. ພາຍຫຼັງ​ໂຄງການ​ເຫຼົ່າ​ນີ້ສໍາເລັດຈະເປັນເງື່ອນໄຂອັນດີ ໃຫ້ແກ່ການຂະຫຍາຍການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ລະຫວ່າງສອງປະເທດ ກໍຄືໃນພາກພື້ນ, ເປັນປັດໄຈຊຸກຍູ້ສົ່ງເສີມໃຫ້ ສປປ ລາວ ກາຍເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດດ້ານຄົມມະນາຄົມ-ຂົນສົ່ງ ໃນພາກພື້ນລຸ່ມແມ່ນໍ້າຂອງ.

ການຮ່ວມມືໃນຂົງເຂດວັດທະນະທໍາ-ສັງຄົມ: ສອງລັດຖະບານ ລາວ-ຫວຽດນາມ ໄດ້ໃຫ້ຄວາມສໍາຄັນເປັນພິເສດ ຕໍ່ການກໍ່ສ້າງຊັບພະຍາກອນມະນຸດ. ໃນແຕ່ລະ​ປີ ລັດຖະບານຫວຽດນາມໄດ້ໃຫ້ທຶນການສຶກສາແກ່ລັດຖະບານລາວຫຼາຍກວ່າ 1.000 ທຶນ, ສ່ວນລັດຖະບານລາວກໍໃຫ້ທຶນການສຶກສາແກ່ຫວຽດນາມເຊັ່ນກັນ. ໃນປີ 2021 ມີນັກສຶກສາລາວທີ່ກໍາລັງສຶກສາຢູ່ຫວຽດນາມ ທັງໝົດປະມານ 14.000 ຄົນ; ສໍາລັບປີ 2022 ລັດຖະບານຫວຽດນາມ ໄດ້ໃຫ້ທຶນການສຶກສາແກ່ລາວ ຈໍານວນ 1.100 ທຶນ ແລະ ລັດຖະບານລາວມອບທຶນການສຶກສາໃຫ້ພະນັກງານ, ນັກສຶກສາຫວຽດນາມ ທີ່ມາຮຽນຢູ່ລາວ ຈໍານວນ 60 ທຶນ. ນອກຈາກນີ້ ຍັງມີການຮ່ວມມືກັນ​ໃນ​ດ້ານ​ອື່ນໆອີກ ເປັນຕົ້ນ ຂົງເຂດວິທະຍາສາດ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ຊັບພະຍາກອນ​ທຳ​ມະ​ຊາດ-ສິ່ງແວດລ້ອມ, ຖະແຫຼງຂ່າວ-ການສື່ສານ, ຍຸຕິທໍາ, ແຮງງານ ແລະ ສະຫວັດດີການສັງຄົມ, ວັດທະນະທໍາ, ພິພິທະພັນ, ການທ່ອງທ່ຽວ, ສາທາລະນະສຸກ ແລະອື່ນໆ ເຊິ່ງນັບມື້ໄດ້ຮັບການຊຸກຍູ້ເສີມຂະຫຍາຍ ແລະ ຈັດຕັ້ງປະຕິບັດ​ຢ່າງ​ມີ​ປະສິດທິຜົນ, ແທດເໝາະຕາມສະພາບຕົວຈິງ ໂດຍມີການແລກປ່ຽນບົດຮຽນ, ຊ່ວຍ​ເຫຼືອເຊິ່ງກັນແລະກັນ ຢ່າງເປັນປົກກະຕິ ເຊິ່ງການພົວພັນດັ່ງກ່າວ​ແມ່ນ​ປັດ​ໄຈ​ສຳຄັນ​ຕັດສິນເຖິງການພົວພັນຮ່ວມມືລະຫວ່າງສອງປະເທດໃນຕໍ່ໜ້າ.

ພັກ, ລັດ ແລະ ປະຊາຊົນລາວຕີລາຄາສູງຕໍ່ ພັກ, ລັດ ແລະ ປະຊາຊົນ​ຫວຽດນາມອ້າຍນ້ອງ ໃນການຮ່ວມມື ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນໄລຍະຜ່ານມາ, ພິເສດແມ່ນໃນໄລຍະທີ່ ສປປ ລາວ ມີຄວາມຫຍຸ້ງຍາກ​ໃນ​ການ​ປ້ອງ​ກັນ​ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກໍ​ຄື​ໃນ​ເວລາ​ທີ່​ປະສົບ​ກັບໄພພິບັດທາງທໍາມະຊາດ, ເຖິງແມ່ນວ່າ ຫວຽດນາມເອງກໍ​ປະສົບ​ກັບ​ສະພາບ​ຄວາມຫຍຸ້ງຍາກເຊັ່ນດຽວກັນ. ສອງປະເທດພວກເຮົາບໍ່ວ່າເວລາໃດ ໃນໄລຍະຕໍ່​ສູ້​ກູ້​ຊາດ​ໃນເມື່ອກ່ອນ ກໍຄືໄລຍະແຫ່ງການສ້າງສາແລະພັດທະນາປະເທດໃນປັດຈຸບັນ ກໍ​ໄດ້​ໃຫ້​ຄວາມຊ່ວຍເຫຼືອເຊິ່ງກັນແລະກັນ, ຄຽງບ່າຄຽງໄຫຼ່ກັນ ບົນຈິດໃຈສະຫາຍອ້າຍນ້ອງ ດັ່ງຄໍາເວົ້າທີ່ວ່າ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງ ກໍ່ບິແບ່ງກັນກິນ”.

ສິ່ງທັງໝົດເຫຼົ່ານັ້ນ ແມ່ນເງື່ອນໄຂພື້ນຖານໃຫ້ແກ່ການຄົງຕົວ ແລະ ຂະຫຍາ​ຍຕົວຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່,​ ຄວາມສາມັກຄີພິເສດ ແລະ ການ​ຮ່ວມ​ມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ຈະເລີນງອກງາມ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນປີ 2022 ນີ້ ແມ່ນປີທີ່ມີຄວາມໝາຍຄວາມສໍາຄັນທາງ​ປະຫວັດສາດ​ອີກ​ປີ​ໜຶ່ງ​ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງ, ​ແມ່ນ​ປີແຫ່ງການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອລະນຶກເຖິງສອງວັນປະຫວັດສາດອັນສໍາຄັນຂອງສອງຊາດ ຄື: ວັນ​ສ້າງ​ຕັ້ງ​ສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 - 5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບແລະການຮ່ວມມື ຄົບຮອບ 45 ປີ (18/7/1977 - 18/7/2022) ທີ່ສອງຊາດເຫັນດີຮ່ວມກັນຈັດບັນດາກິດຈະກໍາສະເຫຼີມສະຫຼອງ ​ໃຫ້​ມີ​ບັນຍາກາດຟົດຟື້ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ຄວາມສາມັກຄີ​ພິ​ເສດ ໃຫ້ມີຄວາມໝາຍເລິກເຊິ່ງ, ໜັກແໜ້ນ.

ໃນໄລຍະໃໝ່ນີ້ ແມ່ນຍຸກສະໄໝແຫ່ງການເຊື່ອມໂຍງ ແລະ ການຮ່ວມມື​ເພື່ອ​ການພັດທະນາ, ສະພາບການໃນພາກພື້ນແລະສາກົນແມ່ນຜັນແປໄປຢ່າງວ່ອງໄວ ແລະ ສະຫຼັບສັບຊ້ອນ ເຊິ່ງມີຫຼາຍດ້ານທີ່ເປັນເງື່ອນໄຂສະດວກ​ພື້ນຖານ ​ເປັນ​ຕົ້ນ​ແມ່ນ​ການ​ເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ກໍ​ຄືການ​ເຊື່ອມ​ໂຍງຂອງບັນດາປະເທດໃນພາກພື້ນຕ່າງໆ ທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄວາມໝັ້ນຄົງ, ແຕ່ຂະນະດຽວກັນນັ້ນ ກໍມີບາງດ້ານທີ່ເປັນສິ່ງທ້າທາຍ ເປັນຕົ້ນການແຂ່ງຂັນກັນພາຍໃຕ້ກະແສໂລກາພິວັດ ລວມເຖິງສະພາບການ​ຕ່າງໆ​ທີ່​ເກີດ​ຂຶ້ນໃນພາກພື້ນແລະສາກົນ ໄດ້ສົ່ງຜົນກະທົບທາງກົງແລະທາງອ້ອມ ຕໍ່​ສະຖຽນ​ລະ​ພາບແລະຄວາມໝັ້ນຄົງ ກໍຄືການສ້າງສາແລະພັດທະນາ ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພຶ້ນແລະສາກົນ, ລວມທັງ ສປປ ລາວ ແລະ ສສ ຫວຽດນາມ. ສະນັ້ນ ເພື່ອຮັກສາ​ສະຖຽນ​ລະ​ພາບແລະການພັດທະນາແບບຍືນຍົງ ໄປຄຽງຄູ່ກັບການ​ເສີມ​ຂະຫຍາຍ​ສາຍ​ພົວພັນພິເສດອັນຍິ່ງໃຫຍ່ຂອງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່​ມີ​ມູນ​ເຊື້ອອັນດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ກ້າວຂຶ້ນສູ່ສັງກາດໃໝ່ ແລະ ຍິ່ງ​ໃຫຍ່​ກວ່າ​ເກົ່າ, ສອງຊາດລາວ-ຫວຽດນາມ ຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມື ​ເພື່ອ​ສາມາດ​ຍາດ​ແຍ່ງ ແລະ ນໍາໃຊ້ກາລະໂອກາດແຫ່ງຍຸກສະໄໝ ​ເຂົ້າ​ໃນ​ການ​ຍົກ​ສູງ​ປະສິດທິພາບ, ປະສິດທິຜົນຂອງການຮ່ວມມືຮອບດ້ານ ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ມີ​ບົດບາດສູງເດັ່ນຂຶ້ນ ໃນເວທີພາກພື້ນແລະສາກົນ, ໄປຄຽງຄູ່ກັບການ​ຂຸດ​ຄົ້ນ​ທ່າ​ແຮງ​ບົ່ມ​ຊ້ອນ, ປັບປຸງບັນດາກົນໄກແລະນະໂຍບາຍ ໃນການຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ໃຫ້ສອດຄ່ອງກັບເງື່ອນໄຂໃໝ່ ແນໃສ່ນໍາເອົາຜົນ​ປະ​ໂຫຍ​ດສູງ​ສຸດ​ມາສູ່​ປະຊາຊົນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທັງສອງຊາດ ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນເທື່ອລະກ້າວ. ສິ່ງສໍາຄັນທີ່ສຸດແມ່ນ ສືບ​ຕໍ່​ຍຶດໝັ້ນ​ແລະ​ຍົກ​ສູງ​ສາຍ​ພົວພັນ​ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເຊິ່ງ​ເປັນ​ປັດ​ໄຈ​ພື້ນຖານຂອງການຕັດສິນໄຊຊະນະຂອງການປະຕິວັດໃນເມື່ອກ່ອນ ແລະ ກາຍ​ເປັນ​ກົດ​ເດນແຫ່ງການດໍາລົງຄົງຕົວຂອງສອງປະເທດໃນປັດຈຸບັນ ກໍຄືໃນອະນາຄົດ.

ດ້ວຍຄວາມມຸ່ງມາດປາຖະໜາ ແລະ ຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່,​ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ເປັນສາຍ​ພົວພັນ​ແບບພິເສດອັນມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໃຫ້​ຈະ​ເລີ​ນງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຄວາມຮຸ່ງເຮືອງສີວິໄລ ມາສູ່ສອງຊາດລາວ-ຫວຽດນາມ ຕະຫຼອດກາລະນານ.