ຍົກ​ສູງ​ຄຸນ​ນະພາ​ບການ​ວາງ​ແຜນ​ກຳນົດ ​ແລະ
ການຫັນນະຄອນ​ຮ່າ​ໂນ້ຍເປັນທັນ​ສະ​ໄໝ​ ໂດຍຕິດພັນກັບ
ການພັດທະນາເສດຖະກິດຕົວເມືອງຕາມທິດຍືນຍົງ

ໂດຍ ດິງ ຕ໋ຽນ ຢູ້ງ
ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດນະຄອນຮ່າໂນ້ຍ
08:19, 03-03-2023
ວກ. - ວຽກງານການວາງແຜນກຳນົດ, ການຄຸ້ມຄອງແຜນກຳນົດ ແລະ ການຫັນຕົວເມືອງເປັນທັນສະໄໝ ໄດ້ຮັບການລະບຸໂດຍຄະນະພັກນະຄອນຮ່າໂນ້ຍສະເໝີວ່າ ເປັນໜ້າທີ່ຍຸດທະສາດ, ບໍ່ພຽງແຕ່ປະກອບສ່ວນອະນຸລັກບັນດາຄຸນຄ່າວັດທະນະທຳ ແລະປະຫວັດສາດນັບພັນໆປີເທົ່ານັ້ນ ແຕ່ຍັງສ້າງແຮງຜັກດັນໃນການພັດທະນານະຄອນຫຼວງໃຫ້ນັບມື້ນັບອຸດົມສົມບູນ ສວຍງາມ ສີວິໄລ ອາລະຍະທຳ ແລະ ທັນສະໄໝ. ນີ້ກໍແມ່ນໜຶ່ງໃນທິດທາງໃຫຍ່, ໜ້າທີ່ຈຸດໜັກໃຈກາງ ຂອງຄະນະພັກນະຄອນຮ່າໂນ້ຍ ສຳລັບວາລະປີ 2020 - 2025.

ທ່ານ ຟ້າມ ມິງ ຈີ້ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ພ້ອມກັບທ່ານ ດິງ ຕ໋ຽນ ຢຸ້ງ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຮ່າໂນ້ຍ ກວດກາຄວາມຄືບໜ້າຂອງໂຄງການລົດໄຟໃນເມືອງ ໂຍນ - ສະຖານີຮ່າໂນ້ຍ _ພາບ: ເອກະສານຂໍ້ມູນ

ພາບລວມຂອງວຽກງານວາງແຜນກຳນົດ ຂອງນະຄອນຫຼວງຮ່າໂນ້ຍ

ຜ່ານປະຫວັດສາດກວ່າ 1.000 ປີແຫ່ງການກໍ່ສ້າງແລະພັດທະນາ, ເມືອງທັງລອງ-ຮ່າໂນ້ຍ ເປັນສູນກາງທາງວັດທະນະທຳຂອງປະເທດ ທີ່ມີປະຫວັດສາດອາລະຍະທຳອັນຍາວນານ ແລະ ຊັບສົມບັດມໍລະດົກອັນລ້ຳຄ່າ ອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບທີ່ສຸດ. ວັດທະນະທຳ ອາລະຍະທຳ ປະຫວັດສາດ ບໍ່ພຽງແຕ່ແມ່ນຄຸນຄ່າຫຼັກແຫຼ່ງຂອງຮ່າໂນ້ຍເທົ່ານັ້ນ ແຕ່ຍັງແມ່ນແຫຼ່ງຊັບພະຍາກອນພາຍໃນ ​ທ່າ​ແຮງ​ທີ່​ຍິ່ງ​ໃຫຍ່​ ສໍາ​ລັບ​ການ​ພັດ​ທະ​ນາ​. 

ການປຸກຕື່ນເຈດຈຳນົງ, ເສີມຂະຫຍາຍຮີດຄອງ​ປະ​ເພນີ​ແຫ່ງ​ອາລະຍະ​ທຳ​ ແລະຄວາມກ້າຫານນັບພັນປີ ແລະ ສົ່ງເສີມກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ເພື່ອນຳຮ່າໂນ້ຍໄປສູ່ການພັດທະນາທີ່ວ່ອງໄວ ແລະ ຍືນຍົງ ນັ້ນກໍແມ່ນເປົ້າໝາຍ ຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ ທີ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຮ່າໂນ້ຍ ຄັ້ງທີ 17 ວາງອອກມາ.

ວັນທີ 5 ພຶດສະພາ 2022, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ ໄດ້ລົງນາມປະກາດໃຊ້ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 15-NQ/TW, “ວ່າດ້ວຍທິດທາງ, ໜ້າທີ່ພັດທະນານະຄອນຫຼວງຮ້າໂນ້ຍ ຮອດປີ 2030, ວິໄສທັດຮອດປີ 2045”. ມະຕິແນໃສ່ສ້າງການຫັນປ່ຽນທີ່ມີລັກສະນະບຸກທະລຸ ໃນການລະດົມກຳລັງແຮງສັງລວມ, ຂຸດ​ຄົ້ນ​ທ່າ​ແຮງ ​ແລະ ຄວາມ​ໄດ້​ປຽບ ​ຂອງ​ນະຄອນຫຼວງ ​ຢ່າງ​ມີ​ປະສິດທິ​ຜົນ, ສົມທົບຊັບພະຍາກອນຂອງປະເທດແລະສາກົນ, ກໍ່ສ້າງແລະພັດທະນານະຄອນຫຼວງ ໃຫ້ສົມກັບການເປັນສູນກາງການເມືອງ - ການບໍລິຫານປະເທດ, ສູນລວມໃຈປະຊາຊົນທົ່ວປະເທດຢ່າງແທ້ຈິງ; ສູນກາງເສດຖະກິດ, ວັດທະນະທໍາ, ການສຶກສາ ແລະ ການຝຶກອົບຮົມ, ວິທະຍາສາດ, ເຕັກໂນໂລຊີ ແລະ ການເຊື່ອມໂຍງສາກົນ; ກໍ່ສ້າງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໃຫ້​ກາຍ​ເປັນ​ນະຄອນ​ສະຫຼາດ, ທັນ​ສະ​ໄໝ, ສີຂຽວ, ສະອາດ, ສວຍ​ງາມ, ໝັ້ນຄົງ ​ແລະ ປອດ​ໄພ; ພັດທະນາຢ່າງວ່ອງໄວແລະຍືນຍົງ, ມີແຮງແຜ່ກະຈາຍ ເພື່ອຊຸກຍູ້​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ, ​ເຂດ​ເສດຖະກິດ​ສຳຄັນ​ທາງ​ພາກ​ເໜືອ​ ແລະ ​ທົ່ວ​ປະ​ເທດ ​ໃຫ້​ພັດທະນາ​ຮ່ວມ​ກັນ.

ມະຕິລະບຸວ່າ: “ການພັດທະນານະຄອນຫຼວງຮ້າໂນ້ຍໃຫ້ເປັນ “ນະຄອນທີ່ສີວິໄລ - ອາລະຍະທຳ - ທັນສະໄໝ” ແມ່ນໜ້າທີ່ການເມືອງທີ່ສຳຄັນເປັນພິເສດ ໃນຍຸດທະສາດການກໍ່ສ້າງແລະປົກປັກຮັກສາປະເທດຊາດ ດ້ວຍຈິດໃຈ ທົ່ວປະເທດເພື່ອຮ່າໂນ້ຍ, ຮ່າໂນ້ຍເພື່ອທົ່ວປະເທດ”; ແມ່ນຄວາມຮັບຜິດຊອບ ແລະ ພັນທະ ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວປອງທັບ, ຂອງລະບົບການເມືອງທັງໝົດ; ແນ່ມໜ້າທີ່ອັນດັບໜຶ່ງ ຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ້າໂນ້ຍ”.

ນີ້ແມ່ນບັນດາພື້ນຖານຕົ້ນຕໍແລະສຳຄັນ ເພື່ອຜັນຂະຫຍາຍປະຕິບັດໜ້າທີ່ວຽກງານການວາງແຜນກຳນົດ, ການຄຸ້ມຄອງແຜນກຳນົດ ແລະ ການພັດທະນາ​ຕົວ​ເມືອງ​ຮ່າ​ໂນ້ຍ​ໃຫ້​ທັນ​ສະ​ໄໝ ບົນຫຼັກການຮັບປະກັນຄວາມກົມກຽວ ລະຫວ່າງການ​​ອະນຸລັກ ​ແລະ ການພັດທະນາ, ເສີມຂະຫຍາຍຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ຄຸນຄ່າ​ດ້ານ​ວັດທະນະທຳ ​ແລະ ປະຫວັດສາດ​ທີ່​ເປັນ​ເອກະລັກ ​ຂອງ​ນະຄອນຫຼວງ​ ຢ່າງ​ເຕັມທີ່; ຮັກສາ ​ແລະ ພັດທະນາ​ເຄື່ອງ​ໝາຍ​ນະ​ຄອນ​ຫຼວງ​ແຫ່ງອາລະຍະທໍານັບພັນປີ, “ນະ​ຄອນ​ເພື່ອ​ສັນ​ຕິ​ພາບ”, “ນະ​ຄອນ​ສ້າງ​ສັນ”...

ວັນທີ 26 ກໍລະກົດ 2011, ນາຍົກລັດຖະມົນຕີໄດ້ອອກຂໍ້ຕົກລົງເລກທີ 1259/QD-TTg, “ວ່າດ້ວຍ​ການ​ອະນຸມັດ​ແຜນ​ແມ່​ບົດ​ການກໍ່ສ້າງ​ນະຄອນຫຼວງ​ຮ່າ​ໂນ້ຍ ຮອດ​ປີ 2030 ​ແລະ ວິ​ໄສ​ທັດ​ຮອດ​ປີ 2050” ໂດຍມີ​ທິດ​ທາງ​ນະຄອນຫຼວງ​ຮ່າ​ໂນ້ຍ ພັດທະນາ​ຕາມ​ຮູບ​ແບບ​ກຸ່ມ​ຕົວ​ເມືອງ, ​ໃນ​ນັ້ນ​ມີເຂດ​ຕົວ​ເມືອງສູນ​ກາງ (ຕົວເມືອງຂັ້ນໃນທາງປະຫວັດສາດ, ຕົວເມືອງຂັ້ນໃນທີ່ຂະຫຍາຍຕົວ, ຕ່ອງ​ໂສ້​ຕົວ​ເມືອງ​ທາງ​ເໜືອຂອງແມ່​ນ້ຳ​ແດງ, ຕ່ອງ​ໂສ້​ຕົວ​ເມືອງທາງ​ຕາ​ເວັນ​ອອກ​ຂອງຖະໜົນວົງແຫວນທີ 4​, ແລວ​ທາງ​ຕາມ​ແມ່​ນໍ້າ​ແດງ​, ສາຍ​ແອວ​ສີຂຽວ​ຂອງນ້ຳ ເຍວ້ ແລະ ບັນດາບໍລິເວນສີ​ຂຽວ​), 5 ຕົວເມືອງດາວທຽມ, ບັນດາຕົວເມືອງນ້ອຍເຊື່ອມຕໍ່ກັນ ດ້ວຍລະບົບການຈະລາຈອນບົນຖະໜົນວົງແຫວນທີ່ຕິດກັບຖະໜົນສູ່ໃຈກາງນະຄອນ, ມີ​ການ​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ການ​ຄົມມະນາຄົມ​ໃນລະດັບພາກ​ພື້ນ​ ແລະ ​ລະ​ດັບ​ຊາດ​. ຕົວ​ເມືອງສູນ​ກາງແຍກຈາກບັນດາຕົວເມືອງດາວທຽມ ແລະ ຕົວເມືອງອື່ນ ດ້ວຍແລວທາງສີຂຽວ (ກວມເອົາ 70% ຂອງເນື້ອທີ່ດິນທໍາມະຊາດຂອງເມືອງ). ນີ້ແມ່ນເຄື່ອງມືສຳຄັນທີ່ສຸດເພື່ອກໍ່ສ້າງ ແລະ ພັດທະນານະຄອນຮ່າໂນ້ຍຢ່າງຍືນຍົງ, ມີລະບົບໂຄງສ້າງພື້ນຖານແລະເຕັກນິກທີ່ຄົບຊຸດ ທັນສະໄໝ, ມີການພັດທະນາຢ່າງກົມກຽວ ລະຫວ່າງວັດທະນະທຳ, ການອະນຸລັກມໍລະດົກ, ບູຮານສະຖານ ກັບການພັດທະນາເສດຖະກິດ, ການຮັກສາສິ່ງແວດລ້ອມ, ການຮັບປະກັນການປ້ອງກັນປະເທດ - ຄວາມໝັ້ນຄົງ ຕາມທິດເຊື່ອມໂຍງເຂດພາກ, ປະເທດ ແລະ ສາກົນ; ກາຍເປັນຕົວເມືອງທີ່ພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ມີການແຂ່ງຂັນສູງໃນປະເທດ, ພາກພື້ນ ແລະ ສາກົນ; ມີສະພາບແວດລ້ອມການຢູ່ອາໄສແລະເຮັດວຽກທີ່ດີ, ຄຸນນະພາບຊີວິດ ແລະ ການບັນເທີງຄຸນນະພາບສູງ ແລະ ໂອກາດໃນການລົງທຶນທີ່ເອື້ອອໍານວຍ.       

ເພື່ອປະຕິບັດແຜນກຳນົດທົ່ວໄປກ່ຽວກັບການກໍ່ສ້າງນະຄອນຫຼວງເຖິງປີ 2030 ແລະ ວິໄສທັດເຖິງປີ 2050 ແລະ ດັດປັບແຜນກຳນົດການກໍ່ສ້າງເຂດນະຄອນຫຼວງຮ່າໂນ້ຍເຖິງປີ 2030 ແລະ ວິໄສທັດເຖິງປີ 2050 ເຊິ່ງໄດ້ຮັບອະນຸມັດຈາກນາຍົກລັດຖະມົນຕີ ໃນຂໍ້ຕົກລົງເລກທີ 768/QD-TTg, ລົງວັນທີ 6 ພຶດສະພາ 2016ຄະນະ​ພັກ​ນະຄອນ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໄດ້​ສຸມ​ໃສ່​ຊີ້​ນຳ ​ແລະ ຜັນຂະຫຍາຍວຽກ​ງານຕ່າງໆ ກ່ຽກັບການ​ວາງ​ແຜນ​ກຳນົດ. ມາ​ຮອດ​ປະ​ຈຸ​ບັນ, ບັນດາແຜນກຳນົດ​ໄດ້​ຮັບ​ການ​ອະ​ນຸ​ມັດແລ້ວ, ແຜນ​ການ​ໄດ້​ອອກ​​ຄົບ​ຖ້ວນໂດຍພື້ນຖານ; ອັດຕາ​ການ​ປົກຫຸ້ມຂອງແຜນກຳນົດທົ່ວ​ໄປບັນລຸ 97,73%, ຂອງແຜນກຳນົດ​ເຂດ​ບັນລຸ 100%, ສຳ​ເລັດໂຄງ​ການ​ວາງ​ແຜນ​ຜັງເຂດໃນ 35/35 ໂຄງການ, ໃຊ້ເປັນພື້ນຖານໃນການດຳເນີນການວາງແຜນລາຍລະອຽດ ແລະ ໂຄງການລົງທຶນກໍ່ສ້າງ, ຜັນຂະຫຍາຍວຽກງານການຄຸ້ມຄອງຕົວເມືອງ, ທີ່ດິນ, ການລົງທຶນ, ການກໍ່ສ້າງ, ການພັດທະນາເສດຖະກິດ-ສັງຄົມ.

ເພື່ອກໍ່ສ້າງແລະພັດທະນານະຄອນຫຼວງຮ່າໂນ້ຍຕາມເປົ້າໝາຍທີ່ວາງໄວ້, ໃນໄລຍະນີ້, ຄະນະພັກນະຄອນຮ່າໂນ້ຍ ​ໄດ້​​ອອກແຜນງານເຕັມວາລະ 10 ​ໂຄງການ ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ ມະຕິ​ກອງ​ປະຊຸມ​ໃຫຍ່ຜູ້ແທນອົງຄະນະພັກນະຄອນຮ່າໂນ້ຍ​ ຄັ້ງ​ທີ 17 ວາລະປີ 2020 - 2025 (ໃນນັ້ນ, ຂົງເຂດການວາງແຜນກຳນົດ ແລະ ການພັດທະນາຕົວເມືອງມີ: ໂຄງການໝາຍເລກ 03-CTr/TU, ລົງວັນທີ 17 ມີນາ 2021, “ວ່າດ້ວຍການ​ຕົບ​ແຕ່ງ​ຕົວ​ເມືອງ, ການ​ພັດ​ທະ​ນາ​ຕົວ​ເມືອງ ແລະ ​ເສດ​ຖະ​ກິດ​ຕົວ​ເມືອງ​ຂອງ​ນະ​ຄອນ​ຮ່າ​ໂນ້ຍ​ ໄລ​ຍະ 2021 - 2025”; ໂຄງການໝາຍເລກ 05-CTr/TU, ລົງວັນທີ 17 ມີນາ 2021, “ວ່າດ້ວຍການຍູ້ແຮງວຽກງານການວາງແຜນກຳນົດ ແລະ ການຄຸ້ມຄອງແຜນການ; ການຍົກສູງປະສິດທິພາບ ແລະ ປະສິດທິຜົນ ຂອງການຄຸ້ມຄອງ, ການໃຊ້ຊັບພະຍາກອນ ແລະ ການຮັກສາສິ່ງແວດລ້ອມ; ເປັນເຈົ້າການໃນການປ້ອງກັນແລະຮັບມືກັບໄພທຳມະຊາດ, ຊ່ວຍເຫຼືອກູ້ໄພ ກູ້ຊີບ, ຮັບມືກັບການປ່ຽນແປງສະພາບອາກາດໃນພື້ນທີ່ຂອງ​ນະ​ຄອນ​ຮ່າ​ໂນ້ຍ ໃນ​ໄລ​ຍະ 2021 - 2025”); ພ້ອມກັນນັ້ນ, ວັນທີ 2 ມີນາ 2022, ຄະນະປະຈຳຄະນະພັກນະຄອນຮ່າໂນ້ຍໄດ້ອອກຄຳສັ່ງເລກທີ 14-CT/TU, “ວ່າດ້ວຍການເພີ່ມທະວີການນຳພາ ຊີ້ນຳ ຕໍ່ວຽກງານການວາງແຜນກຳນົດ, ການຄຸ້ມຄອງແຜນກຳນົດ, ການຄຸ້ມຄອງຕົວເມືອງ ແລະ ລະບຽບການກໍ່ສ້າງ ຢູ່ນະຄອນຮ່າໂນ້ຍ”.   

ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ການນຳພາ ​ແລະ ຊີ້ນຳ​ຂອງ​ກົມ​ການ​ເມືອງສູນກາງ, ລັດຖະບານ ​ແລະ ຄວາມ​ສົນ​ໃຈ​ຂອງ​ທົ່ວ​ປະ​ເທດ, ພາຍຫຼັງກວ່າ 10 ປີ​ແຫ່ງ​ການ​ປະຕິບັດ​ແຜນກຳນົດທົ່ວໄປ ກ່ຽວກັບ​ການກໍ່ສ້າງ​ນະຄອນຫຼວງ​ຮອດ​ປີ 2030 ແລະ​ວິ​ໄສ​ທັດ​ຮອດ​ປີ 2050, ການຍູ້​ແຮງ​ການ​ລົງທຶນ​ກໍ່ສ້າງ​ຕົວ​ເມືອງ​ ແລະ ການລະດົມ​ບັນດາແຫຼ່ງກຳລັງ​ສັງຄົມ​ໃຫ້ເຂົ້າຮ່ວມການລົງທຶນພັດທະນາຕົວເມືອງ ໄດ້ສ້າງໂສມໜ້າໃໝ່ໃຫ້ກັບຕົວເມືອງຮ່າໂນ້ຍຢ່າງໄວວາ. ວຽກ​ງານ​ວາງ​ແຜນ​ການ​, ການ​ພັດ​ທະ​ນາ​ພື້ນທີ່ ແລະ ການ​ກໍ່​ສ້າງໂຄງສ້າງ​ພື້ນ​ຖານ​ດ້ານ​ເຕັກ​ນິກ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ໂດຍສະເພາະລະບົບຖະໜົນວົງແຫວນ, ຖະໜົນລັດສະໝີສູ່ໃຈກາງ ແລະ ສະພານຖະໜົນ, ຕິດກັບການຍົກສູງຄວາມສາມາດຂອງ​ການ​ຂົນ​ສົ່ງຜູ້ໂດຍສານ​ສາ​ທາ​ລະ​ນະ ​ແລະ ໂຄງສ້າງ​ພື້ນ​ຖານ​ສັງ​ຄົມ​. ການຄຸ້ມຄອງຕົວເມືອງ ແລະ ການປົກປ້ອງສິ່ງແວດລ້ອມ ໄດ້ຮັບການເພີ່ມທະວີ, ໂຄງສ້າງພື້ນຖານ ໄດ້ຮັບການປັບປຸງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ, ບັນຫາທີ່ຢູ່ອາໄສຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນ.

ຄຽງຂ້າງບັນດາຜົນສຳເລັດທິ່ໄດ້ຮັບ, ນະຄອນຮ່າໂນ້ຍຮັບຮູ້ຢ່າງຈະແຈ້ງວ່າ ວຽກງານວາງແຜນການ, ການກໍ່ສ້າງ, ການຄຸ້ມຄອງ ແລະ ພັດທະນາຕົວເມືອງ ຂອງນະຄອນຫຼວງ ຍັງມີຂໍ້ຈຳກັດແລະສິ່ງທ້າທາຍຈຳນວນໜຶ່ງ. ນັ້ນແມ່ນ, ຍັງບໍ່ມີການກຳນົດກົນ​ໄກ​ຄຸ້ມ​ຄອງ, ການ​ດຳ​ເນີນ​ງານ ແລະ ການ​ປະ​ສານ​ງານຢ່າງ​ຈະ​ແຈ້ງ ເພື່ອ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ​ເຖິງ​ບົດບາດ​ເປັນ​ສູນ​ກາງ ​ແລະ ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ການພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ, ​ເຂດ​ເສດຖະກິດ​ຫຼັກ​ທາງ​ພາກ​ເໜືອ ​ແລະ ທົ່ວ​ປະ​ເທດ; ອັດຕາການຂະຫຍາຍຕົວຂອງ​ຕົວ​ເມືອງ​ບໍ່​ບັນລຸ​ເຖິງເປົ້າ​ໝາຍ​ທີ່​ໄດ້​ວາງ​ໄວ້ (ປະຈຸບັນບັນລຸພຽງ 49,3% ທຽບກັບເປົ້າໝາຍແມ່ນ 58% - 60%), ຂະໜາດຂອງປະຊາກອນໄດ້ລື່ນກາຍຄາດໝາຍທີ່ວາງໄວ້, ເຮັດໃຫ້ການຄຸ້ມຄອງ ແລະ ຄວບຄຸມປະຊາກອນ ໃນເຂດຕົວເມືອງສູນກາງ ແລະ ການຢືດຍ້າຍປະຊາກອນໃນຕົວເມືອງ ມີຄວາມຫຍຸ້ງຍາກ. ວຽກງານການວາງແຜນ, ການຄຸ້ມຄອງແຜນກຳນົດ, ການຄຸ້ມຄອງທີ່ດິນ, ການກໍ່ສ້າງ, ການຄຸ້ມຄອງຕົວເມືອງ, ລະບຽບຈະລາຈອນ ແລະ ຄວາມ​ປອດ​ໄພ​ການ​ຈະ​ລາ​ຈອນ​, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ຍັງມີຂໍ້​ຈຳກັດ; ໂຄງສ້າງພື້ນຖານການຄົມມະນາຄົມຂົນສົ່ງ ຍັງບໍ່ສອດຄ່ອງກັບຄວາມໄວໃນການຂະຫຍາຍຕົວເມືອງ; ລະບົບໂຄງສ້າງພື້ນຖານຕົວ​ເມືອງ ​ຍັງ​ບໍ່​ທັນສົມບູນຄົບຊຸດ; ການພັດທະນາຕົວເມືອງບໍ່ມີຄວາມຮອບດ້ານ. ບັນດາຂໍ້ຈຳກັດນີ້ກໍໄດ້ຖືກຊີ້ໃຫ້ເຫັນ ໂດຍກົມການເມືອງສູນກາງ ໃນມະຕິສະບັບເລກທີ 15-NQ/TW, ລົງວັນທີ 5 ພຶດສະພາ 2022, “ວ່າດ້ວຍທິດທາງ, ໜ້າທີ່ການພັດທະນານະຄອນຫຼວງຮ່າໂນ້ຍຮອດປີ 2030, ວິໄສທັດຮອດປີ 2045” ເຊິ່ງຕ້ອງມີມາດ​ຕະການ​ແກ້​ໄຂ ​ເພື່ອ​ນຳ​ນະຄອນຫຼວງຮ່າໂນ້ຍ​ໄປ​ສູ່​ການ​ພັດທະນາ​ແບບ​ຍືນ​ຍົງ ​ຕາມ​ທິດ​ຊີ້​ນຳ​ໃນ​ມະຕິ​ຂອງ​ກົມ​ການ​ເມືອງສູນກາງພັກ.

ວິທີການແກ້ໄຂສຳລັບການວາງແຜນກຳນົດ ແລະການຫັນ​ຕົວ​ເມືອງ​ຮ່າ​ໂນ້ຍ​ເປັນ​ທັນ​ສະ​ໄໝ
ໂດຍຕິດກັບການພັດທະນາເສດຖະກິດຕົວເມືອງຕາມທິດທາງຍືນຍົງ

ເພື່ອກໍ່ສ້າງແລະພັດທະນານະຄອນຫຼວງຮ່າໂນ້ຍໃຫ້ເປັນ “ນະຄອນທີ່ສີວິໄລ - ອາລະຍະທຳ - ທັນສະໄໝຖືກຕ້ອງຕາມທັດສະນະຊີ້ນຳ, ເປົ້າໝາຍ ແລະ ທິດທາງທີ່ໄດ້ລະບຸໄວ້ ໃນມະຕິສະບັບເລກທີ 15-NQ/TW, ຮ່າໂນ້ຍຕ້ອງສືບຕໍ່ປະຕິບັດ 10 ໂຄງການ​ວຽກ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ຕາມ​ມະ​ຕິ​​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 17 ຂອງອົງຄະນະພັກນະຄອນຮ່າໂນ້ຍ ລວມທັງບັນດາໂຄງການ, ຄຳສັ່ງຂອງສູນກາງ ແລະ ຂອງນະຄອນ. ພິເສດແມ່ນ ມະຕິຂອງກົມການເມືອງສູນກາງ ສະບັບເລກທີ 06-NQ/TW, ລົງວັນທີ 24 ມັງກອນ 2022, “ວ່າດ້ວຍການວາງແຜນກຳນົດ, ການກໍ່ສ້າງ, ການຄຸ້ມຄອງ ແລະ ການພັດທະນາຕົວເມືອງຫວຽດນາມຮອດປີ 2030, ວິໄສທັດຮອດປີ 2045”; ໂຄງການໝາຍເລກ 03-CTr/TU, ລົງວັນທີ 17 ມີນາ 2021, ຂອງຄະນະພັກນະຄອນຮ່າໂນ້ຍວ່າດ້ວຍການ​ຕົບ​ແຕ່ງ​ຕົວ​ເມືອງ, ການ​ພັດ​ທະ​ນາ​ຕົວ​ເມືອງ ແລະ ​ເສດ​ຖະ​ກິດ​ຕົວ​ເມືອງ​ ຂອງ​ນະ​ຄອນ​ຮ່າ​ໂນ້ຍ​ໄລ​ຍະ 2021 - 2025”; ໂຄງການໝາຍເລກ 05-CTr/TU, ລົງວັນທີ 17 ມີນາ 2021, ຂອງຄະນະພັກນະຄອນຮ່າໂນ້ຍວ່າດ້ວຍການຍູ້ແຮງວຽກງານການວາງແຜນກຳນົດ ແລະ ການຄຸ້ມຄອງແຜນການ; ການຍົກສູງປະສິດທິພາບ ແລະ ປະສິດທິຜົນ ຂອງການຄຸ້ມຄອງ, ການໃຊ້ຊັບພະຍາກອນ ແລະ ການຮັກສາສິ່ງແວດລ້ອມ; ເປັນເຈົ້າການໃນການປ້ອງກັນແລະຮັບມືກັບໄພທຳມະຊາດ, ຊ່ວຍເຫຼືອກູ້ໄພ ກູ້ຊີບ, ຮັບມືກັບການປ່ຽນແປງສະພາບອາກາດ ໃນພື້ນທີ່ນະ​ຄອນ​ຮ່າ​ໂນ້ຍ ໃນ​ໄລ​ຍະ 2021 - 2025”; ຄຳສັ່ງເລກທີ 14-CT/TU, ລົງວັນທີ 2 ມີນາ 2022, ຂອງຄະນະປະຈຳຄະນະພັກນະຄອນຮ່າໂນ້ຍ ວ່າດ້ວຍການເພີ່ມທະວີການນຳພາ ຊີ້ນຳ ຕໍ່ວຽກງານການວາງແຜນກຳນົດ, ການຄຸ້ມຄອງແຜນກຳນົດ, ການຄຸ້ມຄອງຕົວເມືອງ ແລະ ລະບຽບການກໍ່ສ້າງຢູ່ນະຄອນຮ່າໂນ້ຍເພື່ອສືບທອດ, ເສີມຂະຫຍາຍ ບັນດາຜົນສຳເລັດທີ່ໄດ້ຮັບ, ແກ້ໄຂຜ່ານຜ່າຂໍ້ຈຳກັດ, ຈຸດອ່ອນ ແລະ ສຸມໃສ່ຊຸກຍູ້ວຽກງານວາງແຜນກຳນົດ ໂດຍຕິດກັບການພັດທະນາຕົວເມືອງ ໃນສາຍພົວພັນຢ່ານແໜ້ນແຟ້ນ ກັບການພັດທະນາລະບົບຕົວເມືອງ ໃນເຂດນະຄອນຫຼວງ ແລະ ທົ່ວປະເທດ.     

ກ່ຽວກັບວຽກງານວາງແຜນກຳນົດ ແລະ ການຄຸ້ມຄອງແຜນກຳນົດ

ທີໜຶ່ງ, ສືບຕໍ່ສະເໜີປັບປຸງລະບຽບລະບອບ, ນະໂຍບາຍໃຫ້ສົມບູນ ເພື່ອ​ອຳນວຍ​ຄວາມ​ສະດວກ ​ໃຫ້​ແກ່​ຂະ​ບວນການ​ຫັນ​ເປັນ​ຕົວ​ເມືອງ, ວຽກງານວາງ​ແຜນ​ກຳນົດ, ການກໍ່ສ້າງ, ການຄຸ້ມຄອງ ແລະ ການພັດທະນາຕົວເມືອງຢ່າງຍືນຍົງ, ​ໂດຍ​ສະ​ເພາະ​ແມ່ນ​​ ສະ​ເໜີ​ໃຫ້ດັດ​ແກ້ ແລະ ເພີ່ມເຕີມ​ກົດໝາຍ​ວ່າ​ດ້ວຍ​ນະຄອນຫຼວງ ຢ່າງເປັນ​ພື້ນ​ຖານ ​ແລະ ຮອບດ້ານ ​ເພື່ອເພີ່ມທະວີການແບ່ງຂັ້ນ ແລະ ການກະຈາຍອຳນາດ, ໃຫ້ນະຄອນຮ່າໂນ້ຍມີຄວາມເປັນເຈົ້າການໃນການຈັດການບັນຫາລະຫວ່າງຂະແໜງການ, ລະຫວ່າງພາກພື້ນ, ມີນະໂຍບາຍບຸກທະລຸ ແລະ ແບ່ງຂັ້ນຢ່າງຈິງຈັງ ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງກັບເສດຖະກິດ, ສັງຄົມ, ແຜນກຳນົດ, ການພັດທະນາຕົວເມືອງ,... ຊຸກຍູ້ການປະຕິບັດແຜນກຳນົດ, ແຜນການທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດ-ສັງຄົມໃນພື້ນທີ່.   

ທີສອງ, ສືບຕໍ່ຍູ້ແຮງແລະຍົກສູງຄຸນນະພາບ ຂອງວຽກງານວາງແຜນກຳນົດ, ການລົງທຶນກໍ່ສ້າງ, ສ້າງແຮງຊຸກຍູ້ການພັດທະນານະຄອນຫຼວງ, ປະກອບສ່ວນຊຸກຍູ້ການພັດທະນາຂອງບັນດາທ້ອງຖື່ນອື່ນໆ ໃນເຂດເມືອງຫຼວງ, ເຂດທົ່ງພຽງແມ່ນ້ຳແດງ ແລະ ທົ່ວປະເທດ, ເພີ່ມທະວີການຄຸ້ມຄອງປະຊາກອນໃນພື້ນທີ່; ຜັນຂະຫຍາຍບັນດາວຽກງານ, ໂຄງການຈຸດສຸມຢ່າງມີແຜນການ; ຈຸດ​ສຸມ​ແມ່ນ​ວາງ​ແຜນ​ກຳນົດ​ນະ​ຄອນ​ຮ່າ​ໂນ້ຍ ​ໄລຍະ 2021 - 2030, ໂດຍມີວິໄສທັດ​ຮອດ​ປີ 2050; ດັດປັບແຜນກຳນົດໂດຍລວມການກໍ່ສ້າງນະຄອນຫຼວງຮ່າໂນ້ຍຮອດປີ 2030, ວິໄສທັກຮອດປີ 2050 ໂດຍຕິດກັບໂຄງການພັດທະນາຕົວເມືອງນະຄອນຮ່າໂນ້ຍຮອດປີ 2030, ວິໄສທັດຮອດປີ 2050. 

ທີສາມ, ລວມສູນຊັບພະຍາກອນ ເພື່ອພັດທະນາ ແລະ ຍົກ​ລະດັບ​ລະບົບໂຄງສ້າງ​ພື້ນຖານ​ເສດຖະກິດ - ສັງຄົມ​ ຂອງ​ນະຄອນຫຼວງ​ ໃຫ້​ຄົບ​ຖ້ວນ, ທັນ​ສະ​ໄໝ ​ແລະ ມີ​ປະສິດທິ​ຜົນ. ບຸລິມະສິດການຫັນເປັນທັນສະໄໝ ແລະ ພັດທະນາລະບົບໂຄງສ້າງພື້ນຖານເສດຖະກິດສັງຄົມຢ່າງໄວແລະຄົບຊຸດ, ສ້າງບັນດາໂຄງສ້າງກໍ່ສ້າງທີ່ໂດດເດັ່ນ, ພື້ນທີ່ສະຖາປັດຕະຍະກຳ, ພູມສັນຖານທີ່ເປັນເອກະລັກ ມີລັກສະນະສະເພາະ ຂອງນະຄອນຫຼວງ. ພັດ​ທະ​ນາ​ເສັ້ນ​ທາງ​ເຊື່ອມ​ຕໍ່​ກັບ​ຕົວເມືອງ​ດາວ​ທຽມ​, ເຊື່ອມ​ຕໍ່​ພາຍ​ໃນ ​ແລະ ລະຫວ່າງ​ພາກ​ພື້ນ (ເຊັ່ນ ການກໍ່ສ້າງ, ດັດແປງ, ຍົກລະດັບ, ປັບປຸງບູລະນະຖະໜົນສູ່ໃຈກາງ ແລະ ຖະໜົນວົງແຫວນໃຫ້ສົມບູນ ຄື: ທາງຫຼວງແຫ່ງຊາດເລກ 1A, ທາງຫຼວງແຫ່ງຊາດເລກ 6, ຖະໜົນວົງແຫວນ 1, ຖະໜົນວົງແຫວນ 2, ຖະໜົນວົງແຫວນ 2,5, ຖະໜົນວົງແຫວນ 3, ຖະໜົນວົງແຫວນ 3,5, ຖະໜົນວົງແຫວນ 4, ຖະໜົນວົງແຫວນ 5,...; ກໍ່ສ້າງເສັ້ນທາງລົດໄຟໃນຕົວເມືອງ, ຂົວຂ້າມແມ່ນ້ຳແດງ,...). ພິເສກແມ່ນ, ຮ່າໂນ້ຍຈະສຸມໃສ່ລົງທຶນກໍ່ສ້າງຖະ​ໜົນ​ວົງແຫວນທີ 4 - ເຂດນະ​ຄອນຫຼວງຖືວ່ານີ້ແມ່ນໜ້າທີບຸລິມະສິດ, ຈຸດໜັກໃຈກາງ ເພື່ອຈະສຸມໃສ່ນຳພາແກ້​ໄຂ​ບັນ​ຫາ​ພື້ນ​ຖານ​ຂອງ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ໃນ​ປະຈຸບັນ, ສ້າງແຮງຜັກດັນໃໝ່ ເພື່ອພັດທະນາຕົວເມືອງສູນກາງ, ບັນດາຕົວ​ເມືອງ​ດາວ​ທຽມ​; ຂະຫຍາຍພື້ນທີ່ການພັດທະນາໃຫ້ຮ່າໂນ້ຍ, ສ້າງ​ແຮງ​ດຶງ​ດູດ​ເພື່ອ​ຂະ​ຫຍາຍ​ຄວາມໜາແໜ້ນ​ຂອງ​ປະ​ຊາ​ກອນອອກ​ນອກພື້ນທີ່ສ່ວນ​ກາງ, ຈາກນັ້ນ ກຳກັບແລະຊີ້ນຳການຈະລາຈອນຈາກ​ທາງ​ໄກ, ຫຼຸດຜ່ອນແຮງກົດດັນຂອງການຈະລາຈອນໃນລະບົບຖະໜົນທີ່ມີຢູ່, ຊຸກຍູ້ການເຊື່ອມໂຍງເຂດພາກ, ສ້າງຄວາມສະດວກແຜ່ກະຈາຍ, ເຊື່ອມຕໍ່, ພັດທະນາເສດຖະກິດ-ສັງຄົມຢ່າງຄົບຊຸດໃນເຂດພາກ.   

ທີສີ່, ສຸມ​ໃສ່​ການ​ສ້າງ​ຂົ້ວການເຕີບໂຕ​ໃໝ່ຈຳນວນໜຶ່ງ, ປັບປຸງຮູບແບບຂອງໂຄງສ້າງການພັດທະນານະຄອນຫຼວງໃຫ້ສົມບູນເທື່ອລະກ້າວ, ສ້າງກຸ່ມຕົວເມືອງທີ່ມີບັນດານະຄອນ, ຕົວເມືອງໃນນະຄອນຫຼວງ, ບັນດາຕົວເມືອງດາວທຽມ, ເຂດຕົວເມືອງທີ່ເກີດຂຶ້ນຕາມຖະໜົນວົງແຫວນ, ເສັ້ນທາງເຊື່ອມຕໍ່ພາຍໃນພາກພື້ນ, ລະຫວ່າງພາກພື້ນ, ທາງ​ລົດ​ໄຟ​ໃນ​ຕົວ​ເມືອງທີ່ເປັນການຖ່ວງດຸນ, ຜ່ອນຄາຍ ແລະ ຫຼຸດຜ່ອນພາລະຂອງ​ໃຈກາງ​ເມືອງ ແລະ ຢືດຍ້າຍ​ຈຳນວນປະຊາກອນໄປຍັງ​ເມືອງ​ອ້ອມ​ຂ້າງ​; ຄົ້ນຄວ້າແລະສ້າງຮູບແບບການພັດທະນາ ນະຄອນຂຶ້ນກັບນະຄອນຫຼວງຢູ່​ພາກ​ເໜືອ (ໃນ​ນັ້ນ​ມີເມືອງ ສ້ອກເຊີນ, ເມລິງ, ດົງແອັງ) ຮັບປະກັນ​ການ​ເຊື່ອມ​ຕໍ່​ກັບ 2 ນະຄອນ​ທີ່ໃກ້ຄຽງໃນ​ພາກ​ເໜືອ (ຂຶ້ນກັບແຂວງຫວິງຝຸກ ແລະ ແຂວງບັກນິງ) ເພື່ອສ້າງເປັນ ສູນກາງຂອງ 3 ສູນກາງ” - 3 ກຸ່ມ​ກຳ​ລັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ພື້ນ ​ຕາມ​ທິດ​ວາງ​ແຜນ​ກຳນົດ​ເຂດນະ​ຄອນຫຼວງ (ຮ່າໂນ້ຍ - ຫວິງຝຸກ - ບັກນິງ); ພັດທະນາເສດຖະກິດພາດພື້ນຕາມທິດທາງວາງ​ແຜນ​ກຳນົດ​ເຂດນະ​ຄອນຫຼວງ (ຮ່າໂນ້ຍ - ຫວິງຝຸກ - ບັກນິງ); ນະຄອນຢູ່ທາງຕາເວັນຕົກ (ຕົວເມືອງ ຮວ່າລາກ ເຊື່ອມໂຍງກັບຕົວເມືອງ ຊວັນມາຍ) ສ້າງ​ເປັນແນວຕົວເມືອງທີ່ມີໜ້າທີ່ໃນການ​ພັດທະນາ​ ວິທະຍາສາດແລະເຕັກ​ໂນ​ໂລ​ຊີ, ການ​ສຶກສາແລະການຝຶຶກອົບຮົມ ​ແລະ ​ບໍລິການ​ຊັ້ນ​ສູງ​ອື່ນໆ ເຊິ່ງໄດ້ເຊື່ອມໂຍງກັບບັນດາແຂວງທາງຕາເວັນຕົກສຽງເໜືອຂອງປະເທດ.  

ທີຫ້າ, ສຸມໃສ່ການພັດທະນາເມືອງເປັນເມືອງນະຄອນ (ເມືອງໃນຕົວເມືອງໃຫຍ່); ສູ້ຊົນເຖິງປີ 2025 ມີ 3 ເຖິງ 5 ເມືອງໄດ້ພັດທະນາຂຶ້ນເປັນເມືອງນະຄອນ; ເຖິງປີ 2030 ມີອີກ 1 ເຖິງ 2 ເມືອງໄດ້ພັດທະນາຂຶ້ນເປັນເມືອງນະຄອນ. ຄົ້ນຄວ້າເປີດກວ້າງ, ຍົກລະດັບສະໜາມບິນສາກົນ ໂນ້ຍບ່າຍ ແລະ ສ້າງສະໜາມບິນສາກົນຕື່ມອີກ 1 ແຫ່ງ (ຄາດວ່າຈະຢູ່ໃນພື້ນທີ່ທາງຕອນໃຕ້ຂອງນະຄອນຫຼວງ) ເພື່ອຕອບສະໜອງຄວາມຕ້ອງການຂອງການ​ຈະລາຈອນ​ທາງ​ອອກ ແລະ ການພັດທະນາ​ເຂດນະຄອນຫຼວງ​ ແລະພາກ​ເໜືອ.

ກ່ຽວກັບການພັດທະນາເສດຖະກິດຕົວເມືອງ ຕາມທິດທາງຍືນຍົງ

ອີງໃສ່ທ່າອ່ຽງການພັດທະນາເສດຖະກິດຂອງບັນດາປະເທດ ແລະ ດິນແດນ ໃນສະພາບ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກໍາ​ຄັ້ງ​ທີ 4 ແລະ ​ສະ​ຖາ​ນະ​ການ​ການ​ເມືອງ - ເສດ​ຖະ​ກິດ - ສັງ​ຄົມ ​ໃນ​ໂລກ​ໃນ​ປັດ​ຈຸ​ບັນ; ແຜນນະໂຍບາຍ ແລະ ທິດທາງການພັດທະນາເສດຖະກິດຂອງປະເທດ ໃນຍຸດທະສາດການພັດທະນາເສດຖະກິດ 10 ປີໄລຍະ 2021 - 2030; ລັກສະນະແລະຈຸດພິເສດຂອງເຂດຕົວເມືອງຮ່າໂນ້ຍ ແລະ ທິດ​ທາງການພັດທະນາເສດຖະກິດໂດຍລວມ ​ຂອງ​ນະຄອນຫຼວງ, ເສດຖະກິດເຂດຕົວເມືອງຮ່າໂນ້ຍຈະໄດ້ພັດທະນາຕາມທິດໄວ, ມີປະສິດທິຜົນ ແລະ ຍືນຍົງ”, ນັ້ນແມ່ນທິດທາງຫຼັກທີ່ສອດຫ້ອຍຕະຫຼອດຂະບວນການຄຸ້ມຄອງ ແລະ ດຳເນີນການເສດຖະກິດເຂດຕົວເມືອງນະຄອນຮ່າໂນ້ຍ. ເພື່ອປະຕິບັດທິດທາງການພັດທະນາຫຼັກຂ້າງເທິງ, ການເຕີບໂຕເສດຖະກິດຂອງຮ່າໂນ່ຍຈະຕ້ອງອີງໃສ່ການປະສານສົມທົບບັນດາທິດທາງສະເພາະດັງຕໍ່ໄປ​ນີ້: 

- ການເຕີບໂຕສີຂຽວແລະສະອາດທີ່ອີີງໃສ່ການຍູ້​ແຮງ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ​ຕົວ​ເມືອງ ຕາມທິດ​ພັດທະນາ​ຂະ​ແໜງ​ການ​ຜະລິດ​ທີ່​ສະອາດ, ປອດ​ໄພ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ; ຍົກສູງ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ, ພັດທະນາເສດຖະກິດດິຈິຕອນ, ເສດຖະກິດໝູນວຽນ, ການກິລາ, ການທ່ອງທ່ຽວ ແລະ ບັນດາຂະແໜງການບໍລິການທີ່ມີແຮງແຂ່ງຂັນສູງ ຢ່າງແຂງແຮງ.

- ການເຕີບໂຕເສດຖະກິດອີງໃສ່ເສດຖະກິດພູມປັນຍາ, ໃຊ້ປະໂຫຍດສູງສຸດຈາກບັນດາຜົນສຳເລັດທາງວິທະຍາສາດແລະເຕັກໂນໂລຊີ ແລະ ຍົກສູງຄວາມສາມາດປ່ຽນແປງໃໝ່ປະດິດສ້າງ.

- ການເຕີບໂຕເສດຖະກິດອີງໃສ່ລະບົບຕົວເມືອງສະຫຼາດທີ່ໄດ້ເຊື່ອມໂຍງຕາມຕ່ອງໂສ້ຕົວເມືອງ ແລະ ການເຊື່ອມໂຍງລະຫວ່າງເສດຖະກິດຕົວເມືອງ ກັບ​ເສດຖະກິດ​ຊົນນະບົດ​ໃນ​ເຂດ​ໃກ້​ຄຽງ.

- ສົມທົບລະຫວ່າງການເຕີບໂຕຕາມລວງກວ້າງ (ຕິດກັບຂະບວນການຫັນເປັນຕົວເມືອງ, ການຂະຫຍາຍເນື້ອທີ່ດິນ ແລະ ຂະໜາດປະຊາກອນໃນຕົວເມືອງ) ກັບການເຕີບໂຕຕາມລວງເລິກ (ອີງໃສ່ການຍົກສູງຄຸນນະພາບຕົວເມືອງ ແລະ ຄວາມສາມາດໃນການຂຸດຄົ້ນ, ນຳໃຊ້ຊັບພະຍາກອນນຳເຂົ້າ ຢ່າງສົມເຫດສົມຜົນ ປະຢັດ ແລະ ມີປະສິດທິຜົນ ໃນການຜະລິດ ທຸລະກິດ ແລະ ກິດຈະກຳການບໍລິການໃນຕົວເມືອງ).

- ບັນດາຂະແໜງການ, ຂົງເຂດຈຸດໜັກໃຈກາງໃນການພັດທະນາເສດຖະກິດຕົວເມືອງນະຄອນຮ່າໂນ້ຍໃນໄລຍະປີ 2021 – 2030 ເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ, ການຄ້າເອເລັກໂຕຮນິກ, ການທ່ອງທ່ຽວ, ທຸລະກິດອະສັງຫາລິມະຊັບ, ການກໍ່ສ້າງທີ່ຢູ່ອາໄສ ແລະ ໂຄງສ້າງພື້ນຖານ, ບໍລິການຂົນສົ່ງ, ບໍລະການການເງິນ - ທະນາຄານ, ຫຼັກຊັບ, ໄປຊະນີ - ໂທລະຄົມມະນາຄົມ, ໃຫ້ຄຳແນະນຳທາງກົດໝາຍ, ການສຶກສາແລະຝຶກອົບຮົມ, ວິທະຍາສາດແລະເຕັກໂນໂລຊີ, ທາງການແພດ, ການພັດທະນາໂຄງສ້າງພື້ນຖານ ແລະ ບໍລິການສະໜັບສະໜູນລະບົບນິເວດ ການລິເລີ່ມທຸລະກິດປະດິດສ້າງ,...

ເພື່ອໃຫ້ນະຄອນຮ່າໂນ້ຍພັດທະນາຢ່າງຍືນຍົງຕາມຈິດໃຈຂອງມະຕິເລກທີ 15-NQ/TW ແລະ ເສີມຂະຫຍາຍບົດບາດ, ຖານະທີ່ຕັ້ງ ຂອງນະຄອນຫຼວງ, ຕ້ອງສຸມໃສ່ປະຕິບັດບັນຫາຕໍ່ໄປນີ້ໃຫ້ໄດ້ເປັນຢ່າງດີ: 

ທີໜຶ່ງ, ເລັ່ງລັດການຈັດເຮັດ​ແຜນກຳນົດ​ລະດັບ​ຊາດ​ແລະລະດັບພາກ ໃຫ້​ສຳ​ເລັດ...  ຕາມ​ກົດໝາຍ​ວ່າ​ດ້ວຍການວາງແຜນກຳນົດ​ປີ 2017, ເພື່ອເປັນພື້ນຖານໃຫ້ນະຄອນຮ່າໂນ້ຍ ຈັດ​ຕັ້ງ​ການ​ສ້າງ​, ການ​ປັບ​ແຜນ​ຜັງ​ຕົວ​ເມືອງ-ຊົນ​ນະ​ບົດ ​ຕາມ​ຂໍ້ກຳນົດຂອງກົດໝາຍ​ວ່າ​ດ້ວຍການວາງແຜນກຳນົດຕົວເມືອງ, ກົດໝາຍ​ວ່າ​ດ້ວຍການກໍ່ສ້າງ. ພ້ອມກັນນັ້ນ, ຄົ້ນຄວ້າວິທີແກ້ໄຂ ເພື່ອ​ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ ​ເພື່ອ​ອະນຸຍາດ​ໃຫ້​ບັນດານະຄອນພາຍໃຕ້ສັງກັດສູນກາງ​ ສ້າງ​ແຜນ​ແມ່​ບົດ​ຂອງ​ແຂວງ​ພຽງສະບັບ​ດຽວ ​ເພື່ອ​ຫຼີກ​ເວັ້ນການຊ້ຳຊ້ອນ ໄຂວ່ຂ້າມກັນ ແລະ ສິ້ນເປືອງ​ຊັບພະຍາກອນ (ປະຈຸ​ບັນ, ນະຄອນຮ່າໂນ້ຍກຳລັງຕ້ອງສ້າງແຜນກຳນົດ 2 ​ແຜນໃນລະດັບ​ນະຄອນຫຼວງຄື: ​ແຜນກຳນົດ​ນະຄອນຫຼວງ​ໄລຍະ 2021 - 2030, ວິໄສທັດຮອດປີ 2050 ຕາມຂໍ້ກຳນົດຂອງກົດໝາຍ​ວ່າ​ດ້ວຍການວາງແຜນກຳນົດປີ 2017 ແລະ ການດັດປັບໂດຍລວມແຜນກຳນົດທົ່ວໄປກ່ຽວກັບການກໍ່ສ້າງນະຄອນຫຼວງຮອດປີ 2030, ວິໄສທັດຮອດປີ 2050 ຕາມຂໍ້ກຳນົດຂອງກົດໝາຍ​ວ່າ​ດ້ວຍການວາງແຜນກຳນົດຕົວເມືອງປີ 2009 ແລະ ກົດໝາຍ​ວ່າ​ດ້ວຍການກໍ່ສ້າງປີ 2014, ສະບັບປັບປຸງ ເພີ່ມເຕີມປີ 2020; ຄ້າຍ​ຄື​ກັນ​ກັບບາງນະຄອນພາຍໃຕ້ສັງກັດສູນກາງກຳລັງຜັນຂະຫຍາຍ).

ທີສອງ, ກົດໝາຍ​ວ່າ​ດ້ວຍການກໍ່ສ້າງປີ 2014, ສະບັບປັບປຸງເພີ່ມເຕີມປີ 2020 ມີຂໍ້ກຳນົດກ່ຽວກັບແຜນກຳນົດການກໍ່ສ້າງພື້ນທີ່ສະເພາະ ແລະ ເຂດຊົນນະບົດ, ພ້ອມກັນນັ້ນ ກົດໝາຍ​ວ່າ​ດ້ວຍການວາງແຜນກຳນົດຕົວເມືອງປີ 2009 ກຳນົດກ່ຽວກັບການວາງແຜນກຳນົດຕົວເມືອງທີ່ມີຫຼາຍເນື້ອໃນທີ່ທັບຊ້ອນກັນ, ບໍ່ເປັນເອກະພາບ, ດັງນັ້ນ ຈິ່ງສະເໜີໃຫ້ຊີ້ນຳ ການສຶກສາລວບລວມເນື້ອໃນທັງສອງນີ້ໄວ້ໃນກົດໝາຍສະບັບດຽວຄື: ກົດໝາຍວ່າດ້ວຍການວາງແຜນຜັງເມືອງແລະຊົນນະບົດ ໃຫ້ເປັນເອກະພາບແລະຄົບຊຸດ; ພິຈາລະນາການລວບລວມແຜນທີ່ການວາງແຜນໃຊ້ທີ່ດິນ ຂອງຂະແໜງການຊັບພະຍາກອນແລະສິ່ງແວດລ້ອມ ເຂົ້າໃນລະບົບການວາງແຜນກຳນົດຕົວເມືອງແລະຊົນນະບົດ. ພ້ອມກັນນັ້ນ, ໃນຂະບວນການປັບປຸງ, ເພີ່ມເຕີມກົດໝາຍ​ວ່າ​ດ້ວຍການວາງແຜນກຳນົດປີ 2017 ນັ້ນ ຕ້ອງຮັບປະກັນຄວາມເປັນເອກະພາບແລະຄົບຊຸດ (ອາດຈະພິຈາລະນາທາງເລືອກໃນການລວມບັນດາກົດໝາຍຂ້າງເທິງເຂົ້າເປັນ ກົດໝາຍວ່າດ້ວຍການວາງແຜນກຳນົດສະບັບດຽວ). ຄົ້ນຄວ້າການສ້າງກົດໝາຍ​ວ່າ​ດ້ວຍການຄຸ້ມຄອງແລະພັດທະນາຕົວເມືອງ ເພື່ອສ້າງກົນໄກແລະແລວທາງດ້ານກົດໝາຍທີ່ສຳຄັນ ໃນການຄຸ້ມຄອງ ແລະ ຊຸກຍູ້ການພັດທະນາ, ສອດຄ່ອງກັບທິດທາງຂອງມະຕິເລກທີ 06-NQ/TW, ລົງວັນທີ 24 ມັງກອນ 2022, ຂອງກົມການເມືອງສູນກາງພັກ ແລະ ພຶດຕິກຳຕົວຈິງ, ຄ່ອຍໆແກ້ໄຂຜ່ານຜ່າຈຸດອ່ອນ ແລະ ​ຫຼຸດ​ຜ່ອນ​ຂໍ້​ຈໍາ​ກັດ ​ໃນ​ປັດ​ຈຸ​ບັນ ເທື່ອລະກ້າວ.

ທີສາມ, ຄົ້ນຄວ້າພັດທະນາ​ລະບຽບ​ກົດໝາຍ, ກົນ​ໄກ ​ແລະ ນະ​ໂຍບາຍ​ໃໝ່​ກ່ຽວ​ກັບ​ການ​ລົງທຶນ (ນັບທັງການຄົ້ນຄວ້າປັບປຸງ ເພີ່ມເຕີມກົນໄກ, ນະໂຍບາຍທີ່ຖອດຖອນຈາກຂໍ້ກຳນົດກ່ອນໜ້າທີ້ ກ່ຽວກັບໂຄງການລົງທຶນ ຕາມຮູບການສັນຍາກໍ່ສ້າງ - ມອບໂອນ (BT) ແລະ ຂໍ້ກຳນົດຕ່າງໆທີ່ກ່ຽວຂ້ອງ) ຕິດ​ກັບ​ການ​ປັບ​ປຸງ, ເພີ່ມເຕີມ ແລະ ​ການ​ປະ​ສານ​ຂໍ້​ກໍາ​ນົດ​ທາງ​ດ້ານ​ກົດ​ໝາຍ​ກ່ຽວ​ກັບ​ການ​ວາງ​ແຜນ, ການ​ລົງ​ທຶນ, ທີ່​ດິນ, ທີ່​ຢູ່​ອາ​ໄສ, ການ​ຄຸ້ມ​ຄອງ​ການ​ພັດ​ທະ​ນາ​ຕົວ​ເມືອງ, ການ​ກໍ່​ສ້າງ, ການ​ປະ​ມູນ,... ເພື່ອສ້າງພື້ນຖານ, ແລວ​ທາງ​ດ້ານ​ກົດໝາຍ​ທີ່​ບຸກທະລຸ, ເໝາະສົມກັບ​ການ​ຜັນ​ຂະຫຍາຍ​ຢ່າງສະດວກ ບັນດາໂຄງການຂອບໂຄງສ້າງພື້ນຖານ​ດ້ານ​ເຕັກນິກ, ໂຄງສ້າງພື້ນຖານດ້ານ​ສັງຄົມ ແລະ ໂຄງສ້າງພື້ນຖານ​ເສດຖະກິດ, ຊຸກຍູ້​ການ​ພັດທະນາ​ຕົວ​ເມືອງ ​ແລະ ​ເສດຖະກິດ​ຕົວ​ເມືອງ.   

ທີສີ່, ບັນດາແຂວງ, ນະຄອນໃນເຂດນະຄອນຫຼວງຮ່າໂນ້ຍສ້າງໂຄງການ, ແຜນການ, ແຜນງານລົງທຶນບຸລິມະສິດທີ່ມີປະໂຫຍດຕໍ່ການເຊື່ອມໂຍງພາກພື້ນ; ຍູ້​ແຮງ​ການ​ປະຕິບັດ​ບັນດາ​ໂຄງການ​ສຳຄັນ ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ, ບັນດາໂຄງການພັດທະນາໂຄງສ້າງພື້ນຖານກອບ, ຮັບປະກັນການເຊື່ອມຕໍ່ທີ່ຄົບຊຸດ (ຖະໜົນວົງແຫວນທີ 4, ຖະໜົນວົງແຫວນທີ 5...) ຕາມທິດທາງການວາງແຜນກຳນົດເຂດນະຄອນຫຼວງຮ່າໂນ້ຍ ທີ່ໄດ້ຮັບການອະນຸມັດໂດຍນາຍົກລັດຖະມົນຕີ./.

----------------------------------

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 999 (ເດືອນຕຸລາ 2022)