ວກ. - ກຳມະບານຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນເພື່ອຮັບໃຊ້ພາລະກິດປະຕິວັດຂອງປະເທດຊາດ, ຜ່ານ 95 ປີ (1929-2024) ໄດ້ຮັບການນຳພາ ແລະ ເຝິກອົບຮົມໂດຍພັກແລະລຸງໂຮ່, ກຳມະບານຫວຽດນາມຍາມ​ໃດ​ກໍ່​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ ​ໃນ​ຖານະ​ເປັນ​ອົງການ​ຕາງໜ້າ, ​ເບິ່ງແຍງດູແລ ແລະ​ປົກ​ປັກ​ຮັກສາ​ສິດ​ແລະຜົນ​ປະ​ໂຫຍ​ດທີ່ຖືກກົດໝາຍ, ຊອບ​ທຳ​ ຂອງ​ຜູ້​ອອກ​ແຮງ​ງານ, ​ເປັນ “​ສາຍໄຍ” ​ທີ່ເຊື່ອມ​ຕໍ່​ພັກ, ລັດ​ ກັບ​ມະຫາຊົນ​ ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ, ປະກອບສ່ວນສຳຄັນເຂົ້າໃນພາລະກິດການສ້າງສາ​ ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກຳມະບານຫວຽດນາມສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ, ປະກອບສ່ວນເຂົ້າໃນຜົນສຳເລັດລວມ ຂອງພາລະກິດປະຕິວັດໃນໄລຍະໃໝ່.

ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບຄະນະຜູ້ແທນໄດ້ຮັບກຽດໃນຂະບວນການແຂ່ງຂັນ “ຄຳແນະນຳດີ, ຮັບໃຊ້ດີ” ໄລຍະປີ 2019-2024 _ແຫຼ່ງ: nhandan.vn

ສູນ​ກາງ​ຄວາມ​ສາ​ມັກ​ຄີ​ຂອງກຳມະກອນແລະ​ຜູ້​ອອກ​ແຮງ​ງານ
​ພາຍໃຕ້​ການ​ນຳ​ພາຂອງ​ພັກ

​ໃນ​ຂະ​ບວນ​ການ​ກະ​ກຽມ​ໃຫ້​ແກ່​ການ​ກຳ​ເນີດ​ຂອງ​ພັກ, ສະມາຄົມກຳມະກອນແດງ - ບັນພະບຸລຸດຂອງກຳມະບານ​ຫວຽດ​ນາມ - ເປັນ​ໜຶ່ງ​ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ທີ່​ສັດ​ຊື່ ແລະເຂັ້ມແຂງ ​ທີ່​ເຕົ້າ​ໂຮມ​ຊົນ​ຊັ້ນ​ກຳ​ມະ​ກອນແລະຄົນ​ງານ​ຢ່າງກວ້າງຂວາງ. ພາຍໃຕ້ການນຳພາຂອງພັກ, ກຳມະບານຫວຽດນາມ (ກຳມະບານ) ເປັນສູນກາງຄວາມສາມັກຄີທີ່ແທ້ຈິງຂອງກຳມະກອນແລະຜູ້ອອກແຮງງານຫວຽດນາມ. ບັນດາສະມາຊິກກຳມະບານກາຍເປັນກຳລັງຫຼັກແຫຼ່ງ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945, ​ໃຫ້​ກຳເນີດປະເທດ​ສາທາລະນະ​ລັດ ​ປະຊາທິປະ​ໄຕ ​ຫວຽດນາມ, ປະຈຸບັນແມ່ນປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ - ເຊິ່ງເປັນລັດກຳມະກອນ-ຊາວນາແຫ່ງທຳອິດ ໃນອາຊີຕາເວັນອອກສຽງໃຕ້. ຈາກນີ້ໄປ, ຊົນຊັ້ນກຳມະກອນແລະປະຊາຊົນຫວຽດນາມໄດ້ກາຍເປັນເຈົ້າຂອງປະເທດ ແລະ ກຳມະບານຢືນຢັນບົດບາດຂອງຕົນ ໃນຖານະ​ອົງການ​ການ​ເມືອງ-​ສັງຄົມ​ທີ່​ສຳຄັນ ​ໃນ​ພາລະກິດ​ປະຕິວັດ​ຂອງ​ປະ​ເທດ​ຊາດ ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ.

 ​ໃນ​ຊຸມ​ປີ​ຕົ້ນ​ແຫ່ງ​ການ​ເປັນ​ເອກະລາດ​ຂອງ​ປະ​ເທດ, ປະຕິບັດ​ໜ້າ​ທີ່​ທັງ​ຕໍ່ຕ້ານ ​ແລະ ກໍ່ສ້າງ​ປະ​ເທດ​ຊາດ, ກຳມະບານ​ໄດ້​ຈັດ​ຕັ້ງ, ລະດົມກຳມະກອນແລະຜູ້ອອກແຮງ​ງານ​ສຸມ​ໃສ່​ກໍ່ສ້າງ​ໂຮງຈັກ ໂຮງງານ, ສະຖານທີ່​ເຮັດ​ວຽກ, ຜະລິດ​ອາວຸດ​ຍຸດ​ໂທ​ປະກອນ; ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຫ້າວຫັນແຂ່ງຂັນກັນ​ອອກ​ແຮງ​ງານ​ ເພື່ອ​ຮັບ​ໃຊ້​ສົງ​ຄາມ​ຕໍ່​ຕ້ານ, ປະ​ກອບ​ສ່ວນ​ພ້ອມ​ກັບ​ກອງ​ທັບ ແລະ ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ ສ້າງໄຊຊະນະດຽນບຽນຝູ ປີ 1954 ທີ່ “ມີຊື່ສຽງໂດ່ງດັງໃນຫ້າທະວີບ, ສັ່ນສະເທືອນໂລກ”, ສຳເລັດສິ້ນສຸດການຕໍ່ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຕະຫຼອດ 9 ປີອັນສະຫງ່າລາສີ.

ໂດຍກຳນົດທີ່ຕັ້ງສຳຄັນຂອງອົງການຈັດຕັ້ງກຳມະບານໃນລະບົບການເມືອງຂອງປະເທດ, ປີ 1957, ກົດໝາຍວ່າດ້ວຍກຳມະບານໄດ້ຮັບການປະກາດໃຊ້, ສ້າງພື້ນຖານທາງດ້ານກົດໝາຍ, “ເພື່ອກຳນົດແຈ້ງ ບົດບາດ, ໜ້າທີ່ ແລະ ສິດຂອບເຂດ ຂອງອົງການກຳມະບານ ໃນລະບອບປະຊາທິປະໄຕປະຊາຊົນ ນຳໂດຍຊົນຊັ້ນກຳມະກອນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຊົນຊັ້ນກຳມະກອນພັດທະນາ ແລະປັບປຸງການຈັດຕັ້ງ, ເສີມຂະຫຍາຍຄຸນປະໂຫຍດອັນຕັ້ງໜ້າຂອງກຳມະບານ ໃນກິດຈະການກໍ່ສ້າງອຳນາດການປົກຄອງ, ສ້າງເສດຖະກິດ, ພັດທະນາວັດທະນະທຳ...”(1). ປີ 1959, ກຳມະບານແມ່ນອົງການຈັດຕັ້ງມະຫາຊົນທຳອິດທີ່ໄດ້ຮັບການກຳນົດໄວ້ໃນລັດຖະທຳມະນູນ (2), ເປັນບ່ອນອີງທີ່ໝັ້ນຄົງ ເພື່ອໃຫ້ລັດສ້າງແລະປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ.

​ໃນ​ໄລຍະ​ກໍ່ສ້າງລັດທິ​ສັງຄົມ​ນິຍົມ​ຢູ່​ພາກ​ເໜືອ ​ແລະ ຕໍ່ສູ້​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ລຳບາກ​ນັບ​ບໍ່​ຖ້ວນ, ແຕ່ດ້ວຍ​ຄວາມ​ຮັບຜິດຊອບ​ຂອງຜູ້ເປັນ​ເຈົ້າຂອງ​ຂອງ​ປະ​ເທດ, ຖັນແຖວ​ກຳມະກອນ, ລັດຖະກອນ ແລະ ຜູ້​ອອກ​ແຮງ​ງານ ​ໄດ້​ເຄື່ອນ​ໄຫວ​ຊຸກຍູ້​ການ​ຜະລິດ, ປະຕິບັດ​ການປະຢັດມັດທະຍັດ, ຕ້ານຄວາມຟຸມເຟືອຍ ສິ້ນເປືອງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ໄຊຊະນະ​ຂອງ​ການ​ຟື້ນ​ຟູ​ເສດຖະກິດ ​ແລະ ການດັດສ້າງ​ສັງຄົມ​ນິຍົມ​ຢູ່​ພາກ​ເໜືອ; ພ້ອມກັນນັ້ນ, ຕໍ່ສູ້ເພື່ອໂຮມປະເທດເປັນເອກະພາບ, ປະກອບສ່ວນ​ເຂົ້າ​ໃນ​ໄຊຊະນະອັນຍິ່ງໃຫຍ່ໃນ​ລະດູ​ບານໃໝ່​ແຫ່ງ​ປະຫວັດສາດ​ປີ ​​1975, ປົດ​ປ່ອຍ​ພາກ​ໃຕ້​ຢ່າງສົມບູນ ​ແລະ ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ.

ເມື່ອທົ່ວປະເທດກ້າວສູ່ການກໍ່ສ້າງລັດທິສັງຄົມນິຍົມ, ກຳມະບານໄດ້ຮ່ວມເປັນເອກະພາບໃນຂອບເຂດທົ່ວປະເທດ ແລະ ໄດ້ສຸມໃສ່ໂຄສະນາ ຂົນຂວາຍກຳມະກອນ ລັດຖະກອນ ແລະຜູ້ອອກແຮງງານ ໃຫ້ຫ້າວຫັນແຂ່ງຂັນກັນອອກແຮງງານ, ທຳການຜະລິດ, ພັດທະນາເສດຖະກິດ, ຊຸກຍູ້ການຫັນເປັນອຸດສາຫະກຳ, ນຳໜ້າໃນການປະຕິບັດສາມໂຄງການເສດຖະກິດທີ່ສຳຄັນຂອງພັກ ແລະ ເຂົ້າຮ່ວມການປົກປັກຮັກສາປະເທດຊາດ. ທີ່​ຕັ້ງ ​ແລະ ບົດບາດ​ຂອງອົງການກຳມະບານ​ໃນ​ລະບົບ​ການ​ເມືອງ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ ​ໃນ​ລັດຖະທຳ​ມະນູນ​ປີ 1980, ​ເມື່ອ​ເປັນ​ຄັ້ງ​ທຳ​ອິດ​ທີ່​ມີມາດຕາສະເພາະຂອງ​ລັດຖະທຳ​ມະນູນທີ່ລະບຸ​ກ່ຽວ​ກັບອົງການກຳມະບານ.

ປະຕິບັດແນວທາງການປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ, ກຳມະບານໄດ້ປ່ຽນແປງໃໝ່ການຈັດຕັ້ງ, ເນື້ອໃນ ແລະແບບວິທີການເຄື່ອນໄຫວເທື່ອລະກ້າວ ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ຕົວ​ຈິງ. ການເຄື່ອນໄຫວຂອງກຳມະບານໄດ້ຫັນລົງສູ່ຮາກຖານຢ່າງແຂງແຮງ, ສຸມໃສ່​ປະຕິບັດ​ໜ້າ​ທີ່​ເປັນ​ຢ່າງ​ດີ ​ໃນ​ການ​ເປັນອົງການຕາງໜ້າ, ປົກ​ປັກ​ຮັກສາ​ສິດ​ແລະຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ຖືກ​ກົດໝາຍ, ​ເບິ່ງແຍງດູແລ​ຜົນ​ປະ​ໂຫຍ​ດອັນແທດຈິງຂອງ​ສະມາຊິກກຳມະບານ ​ແລະຜູ້ອອກແຮງ​ງານ. ກຳມະບານ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ອົງການ​ຜູ້ຕາງໜ້າ​ທີ່​ໄວ້ວາງ​ໃຈ​ຂອງ​ຜູ້​ອອກ​ແຮງ​ງານ, ​ເປັນ​ພື້ນຖານ​ການ​ເມືອງ-​ສັງຄົມ​ອັນ​ໝັ້ນຄົງ​ຂອງ​ພັກ​ແລະລັດ, ​ເປັນ “ຂົວ​ຕໍ່” ລະຫວ່າງ​ພັກ ລັດ ​ແລະ ຜູ້​ອອກ​ແຮງ​ງານ. ອົງການກຳມະບານມີຄວາມພາກພູມໃຈ ໃນການມີສ່ວນຮ່ວມໂດຍກົງ ໃນການເຮັດໃຫ້ບັນດາໜ້າທີ່ຂອງກິດຈະການປ່ຽນແປງໃໝ່ເປັນຮູບປະທຳ, ຄ່ອຍໆກໍ່ສ້າງ​ປະ​ເທດ​ໃຫ້ຮັ່ງມີ ​ເຂັ້ມ​ແຂງ​ຕາມ​ທິດ​ສັງຄົມ​ນິຍົມ, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຜົນງານ​ອັນ​ຍິ່ງໃຫຍ່ແລະມີຄວາມໝາຍທາງ​ປະຫວັດສາດ ​ຂອງ​ພັກ ​ແລະ ປະ​ເທດ​ຊາດ​ໃນເກືອບ 40 ປີທີ່ຜ່ານມາ.

ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ສົມຄວນເປັນອົງການທີ່ເປັນຕົວແທນ,
ເບິ່ງແຍງດູແລ, ປົກປ້ອງສິດແລະຜົນປະໂຫຍດຂອງຜູ້ອອກແຮງງານ

ປະ​ເທດ​ສືບ​ຕໍ່​ມີ​ການ​ປ່ຽນແປງໃໝ່​ຢ່າງ​ຮອບ​ດ້ານແລະຄົບຊຸດ. ຜົນສຳເລັດຂອງການປະຕິວັດອຸດສາປະກຳຄັ້ງທີສີ່, ໂດຍສະເພາະ ເຕັກໂນໂລຊີດິຈິຕອນ ແລະປັນຍາປະດິດມີການພັດທະນາຢ່າງວ່ອງໄວ, ບຸກທະລຸ, ສົ່ງຜົນກະທົບຫຼາຍດ້ານຢ່າງກວ້າງຂວາງ, ສ້າງການປ່ຽນແປງອັນ​ໃຫຍ່​ຫຼວງ​ໃນ​ດ້ານ​ແຮງ​ງານ, ວຽກເຮັດງານທຳ ແລະ ການ​ພົວ​ພັນ​ດ້ານ​ແຮງ​ງານ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ວຽກເຮັດງານທຳ ແລະ ລາຍໄດ້ຂອງຜູ້ອອກແຮງງານ; ເຮັດໃຫ້ມີການ​ປ່ຽນ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການເຄື່ອນໄຫວ, ເປົ້າໝາຍການ​ເຕົ້າ​ໂຮມ ​ແລະ ວິທີ​ການ​ດຳ​ເນີນ​ງານ​ຂອງກຳມະບານ. ກວ່າເວລາໃດໝົດ, ອົງການກຳມະບານມີຄວາມຮັບຮູ້ຢ່າງເລິກເຊິ່ງເຖິງບົດບາດ ແລະ ຄວາມສຳຄັນຂອງການປະຕິບັດໜ້າທີ່ການເປັນຕົວແທນ ແລະ ປົກປ້ອງສິດແລະຜົນປະໂຫຍດຕາມກົດໝາຍແລະຊອບທຳຂອງສະມາຊິກກຳມະບານແລະຜູ້ອອກແຮງງານຢ່າງມີປະສິດທິຜົນ.

ເພື່ອປົກປ້ອງຜູ້ອອກແຮງງານຕັ້ງແຕ່ຕົ້ນ, ຈາກໄລຍະໄກ ແລະ ໃນວົງກວ້າງ, ອົງການ​ກຳມະບານ​ທຸກ​ຂັ້ນ, ​ໂດຍ​ສະ​ເພາະ ​ສະຫະພັນ​ແຮງ​ງານ​ຫວຽດນາມ ​ໄດ້ເປັນເຈົ້າການແລະຕັ້ງໜ້າ​ປ່ຽນແປງໃໝ່ ແລະປັບປຸງຍົກສູງ​ຄຸນ​ນະພາ​ບການ​ເຂົ້າ​ຮ່ວມ​ການ​ພັດທະນາ​ນະ​ໂຍບາຍ ​ແລະກົດໝາຍ. ອົງການກຳມະບານມີສຽງນັບມື້ນັບເຂັ້ມແຂງ ແລະມີປະສິດທິພາບ ໃນສະພາ, ຄະນະກຳມະການ, ຄະນະຊີ້ນຳ ແລະ ອົງການທີ່ໄດ້ຮັບການເລືອກຕັ້ງ ເພື່ອປົກປ້ອງສິດປະໂຫຍດຂອງຜູ້ອອກແຮງງານ. ໃນສະພາຄ່າແຮງແຫ່ງຊາດ, ກຳມະບານໄດ້ສະແດງບົດບາດເປັນຕົວແທນຂອງຜູ້ອອກແຮງງານຢ່າງຈະແຈ້ງ ແລະມີປະສິດທິຜົນ. ໃນໄລຍະຫ້າປີທີ່ຜ່ານມາ, ດ້ວຍຂໍ້ສະເໜີຂອງສະຫະພັນແຮງງານຫວຽດນາມ, ຄ່າແຮງຂັ້ນຕ່ຳເພີ່ມຂຶ້ນ 25,34% ເຊິ່ງປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງສະມາຊິກກຳມະບານແລະຜູ້ອອກແຮງງານດີຂຶ້ນ, ຮັດແຄບຊ່ອງຫວ່າງລະຫວ່າງຄ່າແຮງຂັ້ນຕ່ຳ ແລະມາດຕະຖານການດຳລົງຊີວິດຂັ້ນຕ່ຳ. ກຳມະບານໄດ້ຕັ້ງໜ້າໃນການຄົ້ນຄວ້າ ແລະ ສະເໜີໃຫ້ມີການປະກາດໃຊ້ກົນໄກ, ນະໂຍບາຍ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານທີ່ຢູ່ອາໄສ, ການກວດສຸຂະພາບແລະປິ່ນປົວພະຍາດ ແລະ ສະຫວັດດີການສັງຄົມ ສຳລັບກຳມະກອນ, ລັດຖະກອນ ແລະຜູ້ອອກແຮງງານ.

ການເຄື່ອນໄຫວຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່, ການຕິດຕໍ່ພົວພັນ ແລະ ການສົນທະນາໃນການພັດທະນານະໂຍບາຍ ແລະ ກົດໝາຍວ່າດ້ວຍແຮງງານ ແລະ ວຽກເຮັດງານທຳ ໄດ້ຮັບຄວາມເອົາໃຈໃສ່ຈາກທຸກຂັ້ນ ແລະ ຂະແໜງການ. ​ໂຄງການ​ສົນທະນາ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກັບຜູ້ອອກແຮງ​ງານ, ​ເວທີ​ປາ​ໄສຜູ້ອອກ​ແຮງ​ງານ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ເປັນ​ປະທານ, ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ຫົວ​ຂໍ້​ສະ​ເພາະ​ ກັບກຳມະກອນ, ລັດຖະກອນ ແລະຜູ້ອອກແຮງງານ; ບັນດາ​ຫົວໜ້າ​ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ນາຍຈ້າງ ​ປຶກສາ​ຫາລື​ກັບ​ສະມາຊິກ​ກຳມະບານແລະຜູ້ອອກແຮງງານ... ໄດ້​ປະກອບສ່ວນ​ແກ້​ໄຂ​ຂໍ້ກັງວົນ​ ແລະບັນຫາຮີບດ່ວນ​ຂອງກຳມະກອນ​ ​ແລະຜູ້ອອກແຮງ​ງານ. ກິດຈະກໍາເຫຼົ່ານີ້ແມ່ນຊ່ອງທາງທີ່ສໍາຄັນໃນການປັບປຸງນະໂຍບາຍ ແລະກົດໝາຍ ໃຫ້ສົມບູນແບບ.  

ກຳມະບານຂັ້ນຮາກຖານສະແດງໃຫ້ເຫັນແຈ້ງເຖິງບົດບາດໃນການເຂົ້າຮ່ວມການສ້າງ ແລະປະຕິບັດກົດລະບຽບປະຊາທິປະໄຕຢູ່ຮາກຖານ. ການ​ເຈລະຈາ ​ແລະການລົງນາມ​ສັນຍາແຮງ​ງານຮ່ວມໃນ​ບັນດາ​ວິ​ສາ​ຫະກິດ ​ໂດຍ​ສະ​ເພາະ ​ວິ​ສາ​ຫະກິດນອກພາກ​ລັດ ໄດ້ຮັບຄວາມເອົາໃຈໃສ່ ​ແລະມີການປ່ຽນແປງໃໝ່​ຫຼາຍ​ຢ່າງ; ​ໄດ້​ຄ່ອຍໆ​ຂະຫຍາຍ​ສັນຍາ​ແຮງ​ງານ​ຮ່ວມ ​ໃນ​ກຸ່ມວິສາຫະ​ກິດ, ຂະແໜງການ ​ແລະ ອາຊີບ​.  

ນອກຈາກນັ້ນ, ອົງການກຳມະບານທຸກຂັ້ນທີ່ເປັນຕົວແທນຂອງກຸ່ມຄົນງານຈະມີສ່ວນຮ່ວມຢ່າງຕັ້ງໜ້າໃນການດຳເນີນການ ເພື່ອປົກປ້ອງສິດແລະຜົນປະໂຫຍດທີ່ຖືກກົດໝາຍ ຊອບທຳຂອງກຸ່ມຄົນງານ ແລະຜູ້ອອກແຮງງານ; ສົມທົບ​ກັນ​ເຂົ້າ​ຮ່ວມ​ການ​ກວດກາ, ຕິດຕາມ​ກວດກາ, ສະເໜີ​ແນະວິທີ​ແກ້​ໄຂບັນຫາ ​ເພື່ອ​ຫຼຸດຜ່ອນ​ການ​ລະ​ເມີດ​ກົດໝາຍ​ແຮງ​ງານ​ຢູ່​ວິ​ສາ​ຫະກິດ. ກຳມະບານສືບຕໍ່ເສີມຂະຫຍາຍບົດບາດໃນການເຂົ້າຮ່ວມການການສ້າງການພົວພັນດ້ານແຮງງານທີ່ກົມກຽວ, ໝັ້ນຄົງ ​ແລະ ກ້າວໜ້າ; ພະນັກງານກຳມະບານຕິດຕາມຮາກຖານຢ່າງໃກ້ຊິດ, ເພີ່ມທະວີການເຄື່ອນໄຫວເຈລະຈາໃນຫຼາຍຂັ້ນ, ຄົ້ນພົບໄວ ແລະ ແກ້ໄຂຂໍ້ຂັດແຍ່ງ ຫຼືຄວາມສ່ຽງຂອງຂໍ້ຂັດແຍ່ງດ້ານແຮງງານຢ່າງທັນການ, ປະກອບສ່ວນຫຼຸດຈຳນວນການຢຸດງານລວມໝູ່ໃນຊຸມປີທີ່ຜ່ານ.  

ບັນດາຮູບແບບການເບິ່ງແຍງດູແລຊີວິດຂອງສະມາຊິກກຳມະບານ ແລະຜູ້ອອກແຮງງານ ໄດ້ຮັບການປັບປຸງແລະເປີດກວ້າງຢ່າງຕໍ່ເນື່ອງ, ພ້ອມກັນນັ້ນ ຫຼາຍ​ຮູບ​ແບບ​ໃໝ່​ກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ທີ່ສັນຍາລັກ​ຂອງ​ອົງການກຳມະບານ. ບັນດາ​ລາຍການ “​ບຸນປີໃໝ່​ໂຮມຢູ່ດ້ວຍກັນ”, “​ເດືອນ​ກຳມະກອນ”, "ທີ່ພັກອາໄສກຳມະບານ", "ສະຫວັດດີການສະມາຊິກກຳມະບານ"... ​​ແຜ່ກະຈາຍ​ຢ່າງ​ແຮງ ​ແລະ ​ເລິກ​ເຊິ່ງ​ເຂົ້າ​ສູ່​ຮາກ​ຖານ. ໃນແຕ່ລະປີ, ຄົນງານຫຼາຍສິບລ້ານຄົນທີ່ປະສົບກັບຄວາມຫຍຸ້ງຍາກແມ່ນໄດ້ຮັບຜົນປະໂຫຍດຈາກໂຄງການ ແລະ ກິດຈະກໍາການດູແລຂອງກຳມະບານ.  

ພິເສດ, ໃນ 3 ປີ​ແຫ່ງ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຮ່ວມ​ມື​ກັບສະມາຊິກກຳມະການ ​ແລະ ຜູ້​ອອກ​ແຮງ​ງານ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ​ພະນັກງານກຳມະບານຫຼາຍ​ໝື່ນ​ຄົນ​ບໍ່​ຢ້ານ​ກົວ​ຄວາມ​ຫຍຸ້ງຍາກ, ຮີບເຮັ່ງ​ເຂົ້າສູ່​ໃຈ​ກາງຂອງການ​ແຜ່​ລະບາດ​ຂອງ​ພະຍາດ, ​ແບ່ງປັນ, ສະໜັບສະໜູນ ​ແລະ ​ເບິ່ງ​ແຍງ​ດູແລສະມາຊິກ​ກຳມະບານ, ຜູ້ອອກແຮງງານ. ໄດ້ຜັນຂະຫຍາຍຊຸດ​​ຊ່ວຍເຫຼືອ​ຂະໜາດ​ໃຫຍ່ 5​ ຊຸດ ສຳລັບ​ສະມາຊິກກຳມະບານ, ຜູ້ອອກແຮງງານ ແລະລູກຫຼານຂອງ​ຜູ້​ອອກ​ແຮງ​ງານ​ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການແຜ່ລະບາດຂອງ​ໂຄ​ວິດ-19, ມີມູນຄ່າລວມ​ເກືອບ 6.000 ຕື້​ດົ່ງ​ໃຫ້​ຄົນ​ງານ 10 ລ້ານ​ຄົນ. ຊຸດ​ສະ​ໜັບ​ສະ​ໜູນ​ຂອງ​ສະ​ຫະ​ພັນ​ແຮງ​ງານ​ຫວຽດ​ນາມ ໃຫ້​ບັນ​ດາ​ສະ​ມາ​ຊິກ​ກຳມະບານ ແລະຜູ້ອອກແຮງງານ ​ທີ່ມີ​ຊົ່ວ​ໂມງ​ເຮັດ​ວຽກ​​ຫຼຸດ​ລົງ, ​ສັນ​ຍາຈ້າງ​ແຮງ​ງານຖືກຍົກເລີກ ແລະການ​ຈັດ​ສັນ​ແຮງ​ງານ​ຄືນ​ໃໝ່​ ເນື່ອງ​ຈາກ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ຊ່ວຍເຫຼືອ​ກຳ​ມະ​ກອນຫຼາຍກວ່າ 82.000 ​ຄົນ, ຊ່ວຍໃຫ້ຜູ້ອອກແຮງງານມີແຮງຈູງໃຈເພື່ອເອົາຊະນະຄວາມຫຍຸ້ງຍາກ.

ກຳມະບານໄດ້ຍູ້ແຮງການໂຄສະນາ ຂົນຂວາຍສະມາຊິກກຳມະບານ ແລະຜູ້ອອກແຮງງານ ໃຫ້ສຶກສາຮ່ຳຮຽນເພື່ອພັດທະນາຄຸນວຸດທິ, ທັກສະທາງວິຊາຊີບ, ຈິດສຳນຶດທາງການເມືອງ, ຄວາມຕື່ນຕົວທາງຊົນຊັ້ນ, ແບບແຜນອຸດສາຫະກຳ ແລະ ວິໄນແຮງງານ. ເອົາໃຈໃສ່ເຖິງການສ້າງຊີວິດທາງວັດທະນະທຳຈິດວິນຍານໃຫ້ກັບກຳມະກອນ ຜູ້ອອກແຮງງານ, ການຈັດ​ຕັ້ງ​ສະໜາມຫຼິ້ນທີ່ດີຫຼາຍ​ແຫ່ງ​ ເພື່ອ​ຮັບ​ໃຊ້​ຜູ້​ອອກ​ແຮງ​ງານ ​ເຊັ່ນ: ລາຍການໂທລະທັດເກມ ໂມງທີ 9+, ການ​ແຂ່ງຂັນບານ​ເຕະ​ກຳມະກອນແລະຜູ້ອອກແຮງງານແຫ່ງຊາດ... ບັນດາຂະບວນການແຂ່ງຂັນກັນຮັກຊາດຈັດຕັ້ງໂດຍກຳມະບານ ເຊິ່ງຈຸດ​ສຸມ​ແມ່ນຂະບວນການ​ເຄື່ອນ​ໄຫວ “ຄົນ​ງານທີ່​ດີ, ແຮງງານ​ສ້າງສັນ”, “ຄຳແນະນຳທີ່ດີ, ການບໍລິການທີ່ດີ” ນັບມື້ນັບແຜ່ຂະຫຍາຍ ໂດຍດຶງດູດພະນັກງານ, ສະມາຊິກກຳມະບານ ແລະຜູ້ອອກແຮງງານຈຳນວນຫຼາຍໃຫ້ເຂົ້າຮ່ວມ, ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ເປົ້າ​ໝາຍແລະໜ້າທີ່ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ໃຫ້​ປະສົບ​ຜົນສຳ​ເລັດ.

ຜ່ານ​ແຕ່ລະ​ໄລຍະ, ຈຳນວນ​ກຳມະກອນ, ລັດຖະກອນ ແລະຜູ້ອອກແຮງງານ​ທີ່​ເຂົ້າ​ຮ່ວມອົງການຈັດຕັ້ງກຳມະບານໃນ​ບັນດາ​ຂະ​ແໜງ​ເສດຖະກິດ​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຄຸນ​ນະພາ​ບ​ໄດ້​ຮັບ​ການ​ປັບປຸງຍົກສູງ, ປະກອບສ່ວນ​ໂດຍກົງ​ແລະສຳຄັນ​ເຂົ້າ​ໃນ​ການ​ພັດທະນາຂອງ​ປະ​ເທດ​ຊາດ. ໃນ 5 ປີທີ່ຜ່ານມາ, ກຳມະບານ​ໄດ້​ຮັບ​ສະ​ມາ​ຊິກກຳມະບານ​ກວ່າ 4,4 ລ້ານ​ຄົນ, ສ້າງ​ຕັ້ງກຳມະບານຂັ້ນຮາກຖານ​ກວ່າ 24.000ແຫ່ງ (3). ການຈັດຕັ້ງ, ການປັບປຸງອົງການຈັດຕັ້ງ ແລະ ການບັນຈຸບຸກຄະລາກອນຂອງໜ່ວຍງານກຳມະບານສະເພາະທາງທຸກຂັ້ນ ໄດ້ສຸມ​ໃສ່​ປະຕິບັດ​ຕາມຂໍາກຳນົດກົດ​ລະບຽບ​ຂອງ​ພັກ. ວຽກງານການອົບຮົມສຶກສາ, ຝືກອົບຮົມ ແລະ ປັບປຸງຍົກສູງຄຸນນະພາບຂອງຖັນແຖວພະນັກງານກຳມະບານທຸກຂັ້ນ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ ແລະສະໝ່ຳສະເໝີ.

ປ່ຽນແປງໃໝ່ເນື້ອໃນແລະແບບວິທີການເຄື່ອນໄຫວປະກອບສ່ວນ​ເຮັດ​ໃຫ້​ບັນລຸ
​ຄວາມປາດ​ຖະໜາ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ໃຫ້​​ຈະ​ເລີ​ນຮຸ່ງ​ເຮືອງແລະມີ​ຄວາມ​ສຸກ.

ກອງປະຊຸມໃຫຍ່ກຳມະບານຫວຽດນາມຄັ້ງທີ XIII, ວາລະປີ 2023-2028, ກຳນົດເປົ້າໝາຍໂດຍລວມ: ປ່ຽນແປງໃໝ່ການຈັດຕັ້ງ ແລະການເຄື່ອນໄຫວຂອງກຳມະບານ, ກໍ່ສ້າງກຳມະບານຫວຽດນາມໃຫ້ມີຄວາມເຂັ້ມແຂງຮອບດ້ານ, ສຸມໃສ່ປະຕິບັດພາລະບົດບາດແລະໜ້າທີ່ຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ ເຊິ່ງຈຸດສຸມແມ່ນການເປັນຕົວແທນ, ການເບິ່ງແຍງດູແລ, ການປົກປ້ອງສິດແລະຜົນປະໂຫຍດທີ່ຖືກກົດໝາຍ ຊອບທຳ ຂອງສະມາຊິກກຳມະບານ ແລະຜູ້ອອກແຮງງານ; ຕັ້ງໜ້າແລະເປັນເຈົ້າການໃນການເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ. ປັບປຸງຮູບແບບການຈັດຕັ້ງທີ່ສົມບູນເພື່ອດຶງດູດ, ເຕົ້າໂຮມຜູ້ອອກແຮງ​ງານ​ຈຳນວນ​ຫຼວງ​ຫຼາຍ​ ເຂົ້າ​ຮ່ວມກຳມະບານ; ກໍ່ສ້າງຖັນແຖວພະນັກງານກຳທະບານທີ່ມີສະຕິປັນຍາ, ຄວາມກ້າຫານ, ມີຄວາມສຸດອົກສຸດໃຈ, ມີຄວາມຮັບຜິດຊອບ, ມີຊື່ສຽງ ແລະວິທີການເຮັດວຽກທີ່ດີ. ປ່ຽນແປງໃໝ່ແລະເພີ່ມທະວີວຽກງານໂຄສະນາຊວນເຊື່ອ, ປຸກລະດົມຂົນຂວາຍ, ປັບປຸງຍົກສູງຄວາມກ້າຫານທາງການເມືອງ, ລະດັບການສຶກສາ, ທັກສະວິຊາຊີບ, ແບບແຜນອຸດສາຫະກຳ, ລະບຽບວິໄນແຮງງານ ແລະ ຄວາມຮັບຮູ້ທາງດ້ານກົດໝາຍ ຂອງສະມາຊິກກຳມະບານ ແລະຜູ້ອອກແຮງງານ; ກໍ່ສ້າງຊົນຊັ້ນກຳມະກອນທີ່ທັນສະໄໝ ແລະເຂັ້ມແຂງ, ປະກອບສ່ວນ​ເຮັດໃຫ້ບັນລຸຄວາມ​ປາດ​ຖະໜາໃນ​​ການ​ພັດທະນາ​ປະ​ເທດໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ແລະມີ​ຄວາມ​ຜາ​ສຸກ. ເຖິງທ້າຍວາລະນີ້, ເພື່ອ​ສະ​ເຫຼີ​ມສະຫຼອງຄົບຮອບ 100 ປີ​ແຫ່ງການ​ສ້າງ​ຕັ້ງອົງການກຳມະບານ, ຈະ​ພະຍາຍາມ​ກໍ່ສ້າງກຳມະບານຫວຽດນາມ​ໃຫ້​ເຂັ້ມ​ແຂງຮອບດ້ານ, ​ເປັນບ່ອນອີງທີ່​ໜ້າ​ເຊື່ອ​ຖື​ຂອງ​ຜູ້​ອອກ​ແຮງ​ງານ, ​ເປັນ​ພື້ນຖານ​ທາງການ​ເມືອງ​-ສັງຄົມ​ຂອງ​ພັກ​ແລະລັດ.

ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ກຳມະບານກຳນົດກຸ່ມໜ້າທີ່ ແລະວິທີແກ້ບັນຫາຕົ້ນຕໍດັ່ງລຸ່ມນີ້:

ທີໜຶ່ງ, ສຸມ​ໃສ່​ປະຕິບັດ​ໜ້າ​ທີ່​ໃຫ້​ດີ​ຂຶ້ນ​ ໃນ​ການ​ເປັນ​ຕົວ​ແທນ, ​ເບິ່ງ​ແຍງ​ດູ​ແລ, ປົກ​ປັກ​ຮັກສາ​ສິດ​ແລະຜົນ​ປະ​ໂຫຍ​ດທີ່ຖືກ​ກົດໝາຍແລະຊອບທຳ; ປະກອບສ່ວນປັບປຸງຍົກສູງຊີວິດດ້ານວັດຖຸແລະຈິດໃຈຂອງສະມາຊິກກຳມະບານແລະຜູ້ອອກແຮງງານ. ລົງທຶນ​ແຫຼ່ງກຳລັງ, ຍົກ​ສູງ​ຄຸນ​ນະພາ​ບ​ການ​ເຄື່ອນ​ໄຫວ​ເຂົ້າ​ຮ່ວມ​ການ​ສ້າງ​ນະ​ໂຍບາຍ ​ແລະ ກົດໝາຍ​ຂອງອົງການກຳມະບານ. ປະສານສົມທົບການປະຕິບັດ ແລະຕິດຕາມກວດກາການປະຕິບັດກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຮາກຖານ, ເສີມຂະຫຍາຍບົດບາດເປັນເຈົ້າຂອງຂອງຜູ້ອອກແຮງງານ. ເອົາໃຈໃສ່ການຈັດຕັ້ງສົນທະນາ, ການເຈລະຈາລວມໝູ່. ຂະຫຍາຍການໃຊ້ສັນຍາແຮງງານ ຕິດພັນກັບການປັບປຸງຄຸນນະພາບຂອງສັນຍາແຮງງານລວມໝູ່. ກຳແໜ້ນສະພາບການກຳມະກອນ, ການພົວພັນແຮງງານ, ຜັນຂະຫຍາຍມາດຕະການປ້ອງກັນ ແລະ ເຂົ້າຮ່ວມການແກ້ໄຂຂໍ້ຂັດແຍ້ງດ້ານແຮງງານ ແລະການຢຸດງານລວມໝູ່ ຢ່າງມີປະສິດທິພາບ, ປະກອບສ່ວນສ້າງການພົວພັນດ້ານແຮງງານທີ່ກົມກຽວ, ໝັ້ນຄົງ ແລະກ້າວໜ້າ. ຍົກສູງຄຸນນະພາບການໃຫ້ຄຳປຶກສາດ້ານກົດໝາຍ ແລະ ໜູນຊ່ວຍດ້ານກົດໝາຍໃຫ້ແກ່ສະມາຊິກກຳມະບານແລະຜູ້ອອກແຮງງານ, ສ້າງບາດກ້າວບຸກທະລຸໃນການເຕົ້າໂຮມແຫຼ່ງກຳລັງເຂົ້າໃນໜ້າທີ່ຕາງໜ້າ, ປົກປ້ອງສິດປະໂຫຍດຂອງຜູ້ອອກແຮງງານ. ຕັ້ງໜ້າຄົ້ນຄວ້າ ແລະດຳເນີນການຮູບແບບເບິ່ງແຍງດູແລ ແລະ ໂຄງການສະຫວັດດີການໄລຍະຍາວ ສຳລັບສະມາຊິກກຳມະບານແລະຜູ້ອອກແຮງງານ, ໂດຍສະເພາະແມ່ນ ທີ່ຢູ່ອາໄສ, ການສຶກສາ, ສາທາລະນະສຸກ... ​ເລັ່ງລັດ​ລົງທຶນ​ກໍ່ສ້າງ​ສະ​ຖາ​ບັນກຳມະບານ​ຢູ່​ເຂດ​ອຸດສາຫະກຳ ​ແລະ ​ເຂດ​ປຸງ​ແຕ່ງ​ສົ່ງ​ອອກ. ປັບປຸງຍົກສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງອົງການ, ​ໂຄງການ, ແຜນການການ​ເງິນ​ຈຸ​ລະ​ພາກ, ຊ່ວຍ​ໃຫ້​ສະມາຊິກ​ກຳມະບານແລະຜູ້​ອອກ​ແຮງ​ງານ​ມີ​ໂອກາດ​ເຮັດ​ວຽກ​ເພີ່ມ​ຂຶ້ນ, ​ເພີ່ມ​ລາຍ​ຮັບ​ໃຫ້​ກຳມະກອນ ແລະຜູ້​ອອກ​ແຮງ​ງານ​. ເຂົ້າຮ່ວມການສົ່ງເສີມຄວາມສະເໝີພາບທາງເພດ; ປົກປ້ອງສິດປະໂຫຍດຂອງແຮງງານຍິງແລະເດັກນ້ອຍ; ກໍ່ສ້າງຄອບຄົວກຳມະກອນ, ລັດຖະກອນ, ຜູ້ອອກແຮງງານທີ່ມີຄວາມອີ່ມໜຳອົບອຸ່ນ ກ້າວໜ້າ ຜາສຸກ ແລະ ມີອາລະຍະທຳ.

ທີສອງ, ປັບປຸງຍົກສູງຄຸນນະພາບວຽກງານໂຄສະນາ ແລະ ເຜີຍແຜ່ໃຫ້ກຳມະກອນແລະຜູ້ອອກແຮງງານຮູ້ກ່ຽວກັບແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ; ປະກອບສ່ວນປັບປຸງແລະຍົກສູງຄວາມຮັບຮູ້ ກ່ຽວກັບຊົນຊັ້ນກຳມະກອນ, ກ່ຽວກັບພັກ, ກ່ຽວກັບກຳມະບານ, ຍົກສູງລະດັບທັກສະທາງວິຊາຊີບ, ຄວາມສາມາດໃນການປົກປ້ອງສິດປະໂຫຍດທາງກົດໝາຍຂອງຜູ້ອອກແຮງງານ. ຈັດ​ຕັ້ງ​ການ​ຮ່ຳ​ຮຽນ ແລະປະ​ຕິ​ບັດ​ຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບ​ແຜນ​ຂອງ​ໂຮ່​ຈິີມິນ ຢ່າງມີປະສິດທິພາບ. ເຕົ້າໂຮມແຫຼ່ງກຳລັງເພື່ອ​ປັບປຸງ​ຊີວິດ​ທາງ​ດ້ານ​ວັດທະນະທຳ ​ແລະຈິດ​ໃຈ​ຂອງ​​ສະມາຊິກ​ກຳມະບານ ​ແລະ​ຜູ້​ອອກ​ແຮງ​ງານ. ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ປົກ​ປັກ​ຮັກສາ​ຮາກ​ຖານແນວຄິດ​ຂອງ​ພັກ, ຕໍ່ສູ້ປະຕິເສດບັນດາທັດສະນະ​ທີ່​ຜິດພາດ ​ແລະ ​ເປັນ​ສັດຕູ​ໃນ​ສະພາບ​ການ​ໃໝ່.

ປ່ຽນແປງໃໝ່ການຈັດຕັ້ງຂະບວນການແຂ່ງຂັນກັນຮັກຊາດ, ເອົາໃນໃສ່ເຖິງຄວາມແທດຈິງ, ມີປະສິດທິພາບ, ເໝາະສົມກັບແຕ່ລະເປົ້າໝາຍ, ສ້າງແຮງຂັບເຄື່ອນຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ຍົກສູງສະມັດຕະພາບແຮງງານ ແລະປະສິດທິພາບຂອງວຽກງານ. ສືບຕໍ່ພັດທະນາ ແລະຍົກສູງປະສິດທິພາບຂອງຂະບວນການ “ຄົນງານທີ່ດີ, ແຮງງານປະດິດສ້າງ”, ກໍານົດເນື້ອໃນລະອຽດຂອງບັນດາບັ້ນແຂ່ງຂັນທີ່ກ່ຽວຂ້ອງກັບການຊຸກຍູ້ການປັບປຸງຍົກສູງສະມັດຕະພາບແຮງງານແຫ່ງຊາດ.

ທີສາມ, ສຸມ​ໃສ່​ປະ​ຕິ​ບັດ​ເປັນ​ຢ່າງ​ດີ ​ວຽກ​ງານ​ພັດ​ທະ​ນາ​ສະ​ມາ​ຊິກ​ກຳມະບານ ແລະ ການ​ສ້າງ​ຕັ້ງອົງການກຳມະບານຂັ້ນຮາກຖານ; ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ສະມາຊິກກຳມະບານ, ​ໂດຍ​ສະ​ເພາະ​ແມ່ນ ໃນ​ວິ​ສາ​ຫະກິດ​ນອກພາກ​ລັດ ​ແລະ ຜູ້ອອກແຮງງານນອກລະບົບ. ​ການຍົກ​ສູງ​ຄຸນ​ນະ​ພາບ​ສະ​ມາ​ຊິກ​ກຳມະບານ​ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມທະວີການ​ຄຸ້ມ​ຄອງ​ສະ​ມາ​ຊິກກຳມະບານ. ສ້າງ​ໂຄງ​ປະກອບ​ການ​ຈັດ​ຕັ້ງກຳມະບານທຸກຂັ້ນ ຕາມທິດທາງ​ຄ່ອງຕົວ ແລະ ມີ​ປະ​ສິດ​ທິ​ຜົນ​. ຜັນຂະຫຍາຍ​ມາດ​ຕະການ​ດຶງ​ດູດ​ອົງການຂອງຜູ້ອອກແຮງງານ​ໃນ​ວິ​ສາ​ຫະກິດໃຫ້​ເຂົ້າ​ຮ່ວມກຳມະບານ, ສົມທົບ​ກັບກຳມະບານ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ຄຸນ​ນະພາ​ບຂອງຖັນແຖວພະນັກງານ​ກຳມະບານ. ຜັນຂະຫຍາຍບັນດາມາດຕະການເພື່ອ​ກໍ່ສ້າງ​ຖັນແຖວພະນັກງານກຳມະການມືອາຊີບ, ປະທານ​ກຳມະບານ​ຂັ້ນ​ຮາກ​ຖານ​ທີ່​ມີ​ສະຕິ​ປັນຍາ, ມີ​ຄວາມ​ກ້າຫານ, ກະຕືລືລົ້ນ, ມີ​ຄວາມ​ຮັບຜິດຊອບ, ມີ​ກຽດ​ສັກສີ ​ແລະ ມີ​ວິທີ​ການ​ເຮັດ​ວຽກ​ທີ່​ດີ. 

ທີສີ່, ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງກຳມະບານໃນການເຕົ້າໂຮມ, ສາມັກຄີ, ກໍ່ສ້າງຊົນຊັ້ນກຳມະກອນຫວຽດນາມທີ່ທັນສະໄໝແລະເຂັ້ມແຂງ. ຍູ້ແຮງການເຄື່ອນໄຫວກຳມະບານໃນການເຂົ້າຮ່ວມການກໍ່ສ້າງພັກ ແລະ ພັດທະນາຖັນແຖວສະມາຊິກພັກ, ໂດຍສະເພາະສະມາຊິກພັກໃນຊົນຊັ້ນກຳມະກອນ. ເຂົ້າຮ່ວມການສ້າງ ​ແລະ ຕັ້ງໜ້າ​ສະ​ເໜີ​ບັນດາ​ເນື້ອ​ໃນ ​ແລະ ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ອົງການ​ຈັດ​ຕັ້ງ​ພັກ​ຮາກ​ຖານ​ຢູ່ວິ​ສາ​ຫະກິດ​ນອກ​ພາກ​ລັດ.

ທີຫ້າເພີ່ມທະວີຄວາມເປັນເຈົ້າການຂອງອົງການຈັດຕັ້ງກຳມະບານ ໃນການເຂົ້າຮ່ວມການຕິດຕາມກວດກາພະນັກງານ ສະມາຊິກພັກ, ຕັ້ງໜ້າເຂົ້າຮ່ວມການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ການໃຊ້ຈ່າຍສິ້ນເປືອງ. ເສິມຂະຫຍາຍບົດບາດຂອງກຳມະບານຢ່າງແຂງແຮງ ແລະ ຢືນຢັນບົດບາດຫຼັກແຫຼ່ງຂອງກຳມະບານໃນການປັບປຸງແລະພັດທະນາພັນທະພາບລະຫວ່າງຊົນຊັ້ນກຳມະກອນ ກັບຊົນຊັ້ນຊາວນາ ແລະຖັນແຖວປັນຍາຊົນ./. 

------------------------------------------------

(1) ກົດໝາຍວ່າດ້ວຍກຳມະບານປີ 1957, ປະຕູຂໍ້ມູນເອເລັກໂຕຣນິກຂອງກະຊວງຍຸຕິທຳ, https://moj.gov.vn/vbpq/lists/vn%20bn%20php%20lut/view_detail.aspx?itemid=1006
(2) ລັດຖະທຳມະນູນປີ 1959, 
ປະຕູຂໍ້ມູນເອເລັກໂຕຣນິກຂອງກະຊວງຍຸຕິທຳhttps://www.moj.gov.vn/vbpq/lists/vn%20bn%20php%20lut/view_detail.aspx?itemid=890
ມາດຕາ 10: “ລັດນຳພາການເຄື່ອນໄຫວເສດຖະກິດຕາມແຜນການທີ່ເປັນເອກະະພາບໜຶ່ງ. ລັດອີງໃສ່ບັນດາອົງການຂອງລັດ, ອົງການຈັດຕັ້ງກຳມະບານ, ສະຫະກອນ ແລະ ບັນດາອົງການຈັດຕັ້ງອື່ນໆຂອງປະຊາຊົນຜູ້ອອກແຮງງານ ເພື່ອສ້າງ ແລະປະຕິບັດແຜນການເສດຖະກິດ”.
(3) ຂໍ້​ມູນ​ສະ​ມາ​ຊິກ​ກຳມະບານ​ຕາມ​ບົດ​ລາຍ​ງານ​ການ​ເມືອງ​ທີ່​ກອງ​ປະ​ຊຸມ​ໃຫຍ່ກຳມະບານຫວຽດນາມ​ຄັ້ງ​ທີ XIII: “​ຮອດ​ເດືອນມິຖຸນາ 2023, ທົ່ວ​ປະ​ເທດ​ມີ​ສະ​ມາ​ຊິກ​ກຳມະບານ 11.072.214 ຄົນ ແລະ ກຳມະບານຮາກຖານ 123.129 ແຫ່ງ...”.