ວກ.- ​ໃນ​ຖານະ​ເປັນ​ກຳລັງ​ສຳຮອງ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຄະນະຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບົດບາດ ​ແລະ ທີ່​ຕັ້ງ​​ສຳຄັນ​ຂອງ​​ສະມາຊິກ ຄະນະຊາວໜຸ່ມ (​ຄຊ) ​ແລະ ​ຊາວ​ໜຸ່ມ - ກອງ​ກຳລັງນຳໜ້າ ປະຈັນບານໃນກິດຈະການກໍ່​ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ການ​ໝູນໃຊ້​ການ​ຫັນປ່ຽນ​ດິຈິ​ຕອນ​ແມ່ນ​ຄວາມຕ້ອງການ, ໜ້າທີ່ ​ແລະ ວິທີການ​ແກ້​ໄຂ​ທີ່​ສຳຄັນ ສຳລັບຄະນະຊາວໜຸ່ມທຸກ​ຂັ້ນ ເພື່ອເຂົ້າໃຈ ​ແລະ ຄາດຄະເນ​ສະຖານະການທາງ​ອຸດົມ​ການ, ຄວາມ​ຄິດ ​ແລະ ຄວາມປາດ​ຖະໜາ​ຂອງ​ສະມາຊິກ​ ຄຊ. ​ແລະ ຊາວ​ໜຸ່ມ, ປະກອບສ່ວນ​ຍົກ​ສູງ​ປະສິດທິພາບ​ຂອງ​ວຽກ​ງານ​ຄະນະຊາວໜຸ່ມ ແລະການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ ​ແລະ ໃຫ້ຄຳແນະນຳ, ​ສຶກສາ​ອົບຮົມ​ຊາວ​ໜຸ່ມ ​ເພື່ອ​ອຸທິດ​ຕົນ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​​ໃນ​ຍຸກ​ໃໝ່ ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ.

ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ຊາວໜຸ່ມຫວຽດນາມ ຮູ້ສຶກເປັນກຽດແລະພູມໃຈທີ່ໄດ້ຮັບການເອົາໃຈໃສ່ແລະການນຳພາໂດຍກົງແລະຮອບດ້ານ ຂອງພັກແລະລັດ (ພາບ: ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມດ້ວຍສະມາຊິກ ຄຊ. ແລະ ຊາວໜຸ່ມແຂວງ ຮຶງອຽນ ປີ 2018) _ພາບ: ເອກະສານ

ຄະນະຊາວໜຸ່ມຍູ້ແຮງການໝູນໃຊ້​ການ​ຫັນປ່ຽນ​ດິຈິຕອນ

ໃນ​​ການປະຕິວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ປະ​ຊາ​ຊົນ​ມີ​ໂອ​ກາດ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ຫຼວງ​ຫຼາຍ; ໃນນັ້ນ, ຄຽງຄູ່ກັບບັນດາຂໍ້ມູນທີ່ຕັ້ງໜ້ານັ້ນ, ຍັງມີຂໍ້ມູນທີ່ບໍ່ດີແລະເປັນພິດທີ່ສົ່ງຜົນກະທົບຕໍ່ຄວາມຮັບຮູ້ ແລະ ທັດສະນະຄະຕິຂອງສະມາຊິກ ຄຊ. ແລະ ຊາວໜຸ່ມ. ເພາະສະນັ້ນ, ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການຫັນເປັນດິຈິຕອນແມ່ນ “ກຸນແຈ” ທີ່ສຳຄັນ ເພື່ອຊ່ວຍປັບປຸງຄຸນນະພາບຂອງວຽກງານການເກັບກຳ, ຄາດຄະເນ ແລະ ແນະນຳ ກຳນົດທິດທາງຄວາມຄິດເຫັນສາທາລະນະໃນປັດຈຸບັນ. ການໝູນໃຊ້ຜົນສຳເລັດທາງວິທະຍາສາດ ແລະເຕັກໂນໂລຊີ ເຊັ່ນ: ປັນຍາປະດິດ (AI), ຂໍ້ມູນຂະໜາດໃຫຍ່ (Big Data), ອິນເຕີເນັດຂອງທຸກສັບພະສິ່ງ (IoT) ແລະອື່ນໆ ຊ່ວຍໃຫ້ສະມາຊິກ ຄຊ. ແລະຊາວໜຸ່ມ ສາມາດປັບແຕ່ງເນື້ອຫາໂຄສະນາຊວນເຊື່ອ ແລະ ການສຶກສາໃຫ້ເປັນສ່ວນຕົວ; ພ້ອມ​ກັນ​ນັ້ນ, ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ວິ​ເຄາະ​ຕົນ​ເອງ ​ແລະ ຄາດ​ຄະ​ເນ​ສະຖານະການ​ອຸດົມ​ການ ​ແລະ ຄວາມ​ຄິດ​ເຫັນທາງສັງຄົມໃນໝູ່​ຊາວ​ໜຸ່ມ​ໄດ້ຢ່າງ​ມີ​ປະສິດທິພາບ.

​ໃນ​ໄລຍະທີ່ຜ່ານມາ​ມໍ່​ນີ້, ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບວຽກງານການຮັບຟັງ​ຄວາມຄິດ​ເຫັນສາທາລະນະ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ (ຕໍ່ໄປນີ້ຈະເອີ້ນວ່າ ຄະນະຊາວໜຸ່ມ) ໄດ້ເປັນເຈົ້າການໃນການປ່ຽນແປງໃໝ່ແບບ​ວິທີ​ການ​ ໂດຍປະສົມປະສານຫຼາຍ​ວິທີ​ການເພື່ອ​ເກັບກຳ, ສັງ​ລວມ, ສະທ້ອນ ​ແລະ ປັບຄວາມຄິດເຫັນສັງຄົມໃນໝູ່​ສະມາຊິກ ຄຊ. ແລະຊາວໜຸ່ມຢ່າງ​ທັນ​ການ; ​ໃນ​ນັ້ນ, ໃຫ້ຄວາມສຳຄັນກັບການໝູນ​ໃຊ້ຜົນ​ສຳເລັດຂອງ​ການ​ຫັນ​ເປັນ​ດິຈິຕອນ​ໃນ​ການ​ປະຕິບັດ​ໜ້າ​ທີ່ ເຊິ່ງສະທ້ອນໃຫ້ເຫັນເຖິງຜົນສຳເລັດ​ສະ​ເພາະບາງປະການດັງນີ້:

ຄະນະຊາວໜຸ່ມສົ່ງເສີມກຳລັງຜູ້ຮ່ວມມືດ້ານຄວາມຄິດເຫັນທາງສັງຄົມ ແລະ ການໝູນໃຊ້ການຫັນເປັນດິຈິຕອນ ໃນການເກັບກໍາຂໍ້ມູນຄວາມຄິດເຫັນທາງສັງຄົມຈາກບົດລາຍງານຂອງຮາກຖານ. ກຳລັງຜູ້ຮ່ວມມືດ້ານ​ຄວາມ​ຄິດ​ເຫັນທາງ​ສັງຄົມໄດ້ຮັບການເສີມສ້າງຄວາມເຂັ້ມແຂງຢູ່​ສະ​ເໝີ​ ຕັ້ງແຕ່​ສູນ​ກາງ​ເຖິງລະດັບ​ຮາກ​ຖານ; ນອກ​ຈາກພະນັກງານວິຊາສະເພາະຂອງຄະນະຊາວໜຸ່ມ​ແລ້ວ, ຄະນະຊາວໜຸ່ມ​ທຸກ​ຂັ້ນ​ໄດ້​ພັດທະນາກຸ່ມ​​ຜູ້​ຮ່ວມມື​ທີ່ຄອຍຕິດຕາມ, ​ໃຊ້​ອິນ​ເຕີ​ເນັດ, ​ເຄືອ​ຂ່າຍທາງ​ສັງຄົມ ແລະອື່ນໆ ເປັນປະຈຳ. ຜູ້​ຮ່ວມມືດ້ານ​ຄວາມ​ຄິດ​ເຫັນທາງ​ສັງຄົມໃນຄະນະຊາວ​ໜຸ່ມ​ທຸກ​ຂັ້ນ ເຮັດໜ້າທີ່​ເປັນ​ຂົວ​ຕໍ່​ລະຫວ່າງ​ອົງການ​ຂອງຄະນະ​ຊາວ​ໜຸ່ມ​ກັບ​ສະມາຊິກ​ ຄຊ. ​ແລະ ​ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ.

ພະນັກງານຄະນະຊາວໜຸ່ມ, ຊາວໜຸ່ມ ​ແລະ ຜູ້​ຮ່ວມ​ມື​ທີ່ເຮັດ​ວຽກ​ງານດ້ານຄວາມຄິດເຫັນ​ທາງ​ສັງຄົມ ໄດ້ເຮັດວຽກຢ່າງເປັນປະຈຳ​ແລະກະຕືລືລົ້ນ ໃນການ​ເກັບກຳແລະອັບເດດສະຖານະການ ແລະບັນຫາຄວາມຄິດເຫັນທາງສັງຄົມ ​ທີ່​ເປັນ​ຄວາມ​ສົນ​ໃຈ​ຂອງ​​ອົງການ, ທ້ອງ​ຖິ່ນ ແລະ ໜ່ວຍງານຕ່າງໆ​ ຢ່າງ​ວ່ອງ​ໄວແລະສະໝ່ຳສະເໜີ. ຜ່ານຊອຟຕ໌ແວຣ໌ອັດຕະໂນມັດ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສາມາດສັງລວມຄວາມຄິດເຫັນແລະສັງລວມລາຍງານທົ່ວໄປ ກ່ຽວກັບຄວາມຄິດເຫັນທາງສັງຄົມ ໄດ້ຢ່າງງ່າຍດາຍແລະວ່ອງໄວ, ຈາກນັ້ນສາມາດຈັດການແລະແກ້ໄຂສະຖານະການທີ່ເກີດຂຶ້ນໄດ້ດີ. ເມື່ອໜ່ວຍງານຕ່າງໆຄົ້ນພົບກໍລະນີທີ່ສັບສົນ, ລະອຽດອ່ອນ ຫຼື “ຈຸດຮ້ອນ” ດ້ານຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສຳນັກງານ, ອົງການ ຫຼື ທ້ອງຖິ່ນ, ເຂົາເຈົ້າຈະລາຍງານທັນທີເພື່ອຈັດການແກ້ໄຂຢ່າງທັນການ.

ການ​ເຄື່ອນ​ໄຫວ​ຂອງສຳນັກງານຂ່າວ, ວິທະຍຸ, ​ໂທລະພາບ ​ແລະ ສຳນັກພິມ​ຂອງຄະນະຊາວ​ໜຸ່ມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ໂຄສະນາ​ຊວນເຊື່ອ, ເກັບກຳ​ສະຖານະ​ການ ​ແລະ ເຜີຍແຜ່ຄວາມຄິດເຫັນສາທາລະນະໃນໝູ່​ສະມາຊິກ​ ຄຊ. ຊາວ​ໜຸ່ມ ​ແລະ ປະຊາຊົນ​ຢ່າງ​ທັນ​ການ. ບັນດາ​ອົງການ​ຂ່າວ​ຂອງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ເຊິ່ງມີ​ຜູ້​ອ່ານ​ຈຳນວນ​ຫຼວງ​ຫຼາຍ ເຊັ່ນ ໜັງສືພິມ ຕ່ຽນ​ຟອງ ​ແລະ ໜັງສືພິມ​ ແທງນຽນ ໄດ້ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການປູກຝັງຄ່ານິຍົມ ​ແລະ ວິຖີຊີວິດທີ່ມີສຸຂະພາບດີ ​ໃຫ້ແກ່ສະມາຊິກ​ ຄຊ. ​ແລະ ຊາວ​ໜຸ່ມ. ການ​​ໂຄສະນາ​ສົ່ງເສີມ​ຄຸນຄ່າ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​​ຊາດ, ແບບຢ່າງວຽກດີ ຄົນເດັ່ນ, ການ​ເຄື່ອນ​ໄຫວ​ອາສາ​ສະໝັກ… ຊ່ວຍ​ໃຫ້​ບັນດາ​ສະມາຊິກ​ ຄຊ. ​ເຍົາວະ​ຊົນມີ​​ແບບຢ່າງ​ໃຫ້ປະຕິບັດຕາມ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ຊຸມຊົນຫຼາຍຂຶ້ນ.

ເພື່ອເພີ່ມ​ທະວີ​ວຽກ​ງານ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ, ຄະນະ​ເລຂາທິການ​ສູນ​ກາງ​ຄະນະຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ໄດ້ຈັດຕັ້ງ​ກົນ​ໄກການ​ລາຍ​ງານ​ຄວາມ​ຄິດ​ເຫັນທາງສັງຄົມລາຍສັບປະດາສຳລັບ​ໜັງສືພິມ. ອົງການໜັງສືພິມດຳເນີນການສະຫຼຸບ ແລະ ລາຍງານປະຈຳສັບປະດາ ກ່ຽວກັບຂໍ້ມູນແລະບັນຫາ ທີ່ໄດ້ຮັບຄວາມສົນໃຈຈາກຜູ້ອ່ານເປັນຢ່າງຫຼາຍ, ການວິເຄາະ ແລະ ປະເມີນຄວາມຄິດເຫັນຂອງຜູ້ອ່ານ ໂດຍສະເພາະຜູ້ອ່ານໄວໜຸ່ມ. ສຳນັກງານຂ່າວແລະອົງການສື່ມວນຊົນທີ່ກ່ຽວຂ້ອງໂດຍກົງກັບຕຳແໜ່ງ ແລະ ບົດບາດຂອງສະຫະພາບຊາວໜຸ່ມ ໄດ້ຈັດພິມບົດຄວາມ, ບົດຂ່າວ, ຫົວຂໍ້ພິເສດ, ໜ້າພິເສດ, ສິ່ງພິມ, ແບບຈຳລອງ ແລະ ກິດຈະກຳທີ່ມີຄຸນນະພາບແລະໜ້າດຶງດູດໃຈຢ່າງຫຼາຍ, ໂດຍສະເພາະ ຄໍລຳ “ຕໍ່ຕ້ານຂ່າວປອມ” ບົນເຄືອຂ່າຍສັງຄົມອອນໄລນ໌ ເພື່ອແນະນຳຂໍ້ມູນໃຫ້ແກ່ສະມາຊິກ ຄຊ. ແລະ ຊາວໜຸ່ມ. ຄໍລຳນີ້ມີບົດບາດສຳຄັນໃນການປົກປ້ອງສະມາຊິກ ຄຊ. ແລະ ຊາວໜຸ່ມຈາກຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ເປັນອັນຕະລາຍໃນເຄືອຂ່າຍສັງຄົມອອນໄລນ໌ ໂດຍໃຫ້ຂໍ້ມູນທີ່ຖືກຕ້ອງ, ວິເຄາະ ແລະ ຫັກລ້າງຖ້ອຍທຳນອງທີ່ຜິດພາດ, ຊ່ວຍໃຫ້ສະມາຊິກ ຄຊ. ແລະ ຊາວໜຸ່ມສາມາດຈຳແນກຂໍ້ມູນຈິງແລະປອມໄດ້; ດັ່ງນັ້ນ, ຫຼີກລ້ຽງການຖືກສວຍໃຊ້ ຫຼືຖືກຊັກຊວນໃຫ້ເຮັດຜິດ. ການໝູນໃຊ້ການຫັນປ່ຽນດິຈິຕອນ ແລະ ການນໍາໃຊ້ໄຊເບີຣ໌ສະເປດໃນວຽກງານໂຄສະນາຊວນເຊື່ອໄດ້ຮັບການດຳເນີນຢ່າງຄົບຊຸດແລະເຂັ້ມຂົ້ນ ບົນແພລດຟອຣ໌ມດິຈິຕອນຕ່າງໆ ໄດ້ນຳມາເຊິ່ງຜົນສຳເລັດທີ່ດີ ແລະ ຕອບສະໜອງຄວາມຕ້ອງການໃນສະຖານະການໃໝ່.

ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງກຳລັງຫຼັກແຫຼ່ງເຂົ້າຮ່ວມບັນດາເຄືອຂ່າຍສັງຄົມ, ທີມງານ, ກຸ່ມ, ເວທີປາໄສ ທີ່ມີສະມາຊິກຈຳນວນຫຼາຍ ເຊິ່ງເປັນສະຫະພັນ ຄຊ. ແລະ ຊາວໜຸ່ມ. ນີ້​ແມ່ນ​ຊ່ອງ​ທາງ​ທີ່​ມີ​ປະ​ສິດ​ທິພາບ​ ແລະ​ ວ່ອງໄວ ໃນການສະທ້ອນ​ແລະລວບລວມ​ຂໍ້​ມູນ​; ພ້ອມ​ກັນ​ນັ້ນ, ກໍ​ໄດ້​ຮັບ​ຄວາມ​ຄິດ​ເຫັນ ​ແລະ ທັດສະນະ​ຫຼາຍ​ດ້ານຈາກສະມາຊິກ ຄຊ. ​ແລະ ຊາວ​ໜຸ່ມ, ຜ່ານ​ນັ້ນ​ ສາມາດປະເມີນ​ບັນຫາໄດ້​ຢ່າງ​ແທດ​ຈິງກວ່າອີກ. ຄະນະຊາວໜຸ່ມທຸກລະດັບໄດ້ຈັດຕັ້ງກຸ່ມເພື່ອອັບເດດສະພາບຄວາມຄິດເຫັນສາທາລະນະທຸກວັນຜ່ານທາງ Zalo, Viber, Telegram ແລະ Facebook; ເສີມຂະຫຍາຍບົດບາດບຸກເບີກໃນການເຊື່ອມໂຍງລະບົບເພຈຊຸມຊົນ ໃນເຄືອຂ່າຍສັງຄົມອອນໄລນ໌ ເພື່ອສ້າງຄວາມຄົບຊຸດ ໃນການເກັບກຳຂໍ້ມູນສຳຄັນ ແລະບັນຫາທີ່ສາທາລະນະມັກໃຫ້ຄວາມສົນໃຈໄດ້ຢ່າງວ່ອງໄວ. ຄຽງຄູ່ກັນນັ້ນ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຍັງໄດ້ສ້າງແລະໃຊ້ສະມາຊິກຫຼັກຂອງເພຈ ແລະ ເວທີປາໄສໃນເຄືອຂ່າຍສັງຄົມອອນໄລນ໌ ເພື່ອຊີ້ນຳຄວາມຄິດເຫັນສາທາລະນະ. ສະມາຊິກຫຼັກສາມາດມີບົດບາດຂອງ "ຜູ້ນໍາ" ຄວາມຄິດເຫັນ, ການສ້າງທ່າອ່ຽງ ແລະ ທິດທາງການສົນທະນາໃນຊຸມຊົນອອນໄລນ໌. ການນໍາໃຊ້ສະມາຊິກທີ່ສໍາຄັນຂອງເວທີປາໄສເປັນວິທີທີ່ມີປະສິດທິພາບໃນການຊີ້ນໍາຄວາມຄິດເຫັນທາງສັງຄົມ, ໂດຍສະເພາະເມື່ອຕ້ອງການຖ່າຍທອດຂໍ້ມູນບາງຢ່າງໄປໃຫ້ສະມາຊິກ ຄຊ. ແລະຊາວໜຸ່ມຈໍານວນຫຼາຍ, ເພາະວ່າພວກເຂົາສາມາດຊ່ວຍໂພສຕ໌, ເຜີຍແຜ່ຂໍ້ມູນ ແລະ ມີອິດທິພົນຕໍ່ຄວາມຄິດເຫັນທາງສັງຄົມໄດ້. 

ການເຄື່ອນໄຫວໂອ້ລົມສົນທະນາສົດທາງເຄືອຂ່າຍສັງຄົມ (livestream) ໄດ້ສ້າງການປ່ຽນແປງທີ່ດີໃນວຽກງານ, ຊ່ວຍໃຫ້ອົງການຊາວໜຸ່ມມີຄວາມໃກ້ຊິດກັບສະມາຊິກ ແລະຊາວໜຸ່ມ. ທຸກ​ປີ, ​ການ​ເຄື່ອນ​ໄຫວ​ສົນທະນາ​ລະຫວ່າງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ຫົວໜ້າ​ອົງການ​ທຸກ​ຂັ້ນ, ກອງເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ບັນດາຄະນະຊາວໜຸ່ມທຸກຂັ້ນ ​ກັບ​​ສະມາຊິກ ຄຊ. ​ແລະຊາວ​ໜຸ່ມ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ສະມາຊິກ ຄຊ. ​ແລະຊາວ​ໜຸ່ມ ​​ສະ​ແດງ​ຄວາມ​ຄິດ, ຄວາມ​ຮູ້ສຶກ ​ແລະ ຄວາມ​ປາດ​ຖະໜາ ​ຕໍ່​ພັກ​ແລະຕໍ່ຄະນະ​ຊາວ​ໜຸ່ມ, ​ແລະ ​ແມ່ນ​ໂອກາດ​ເພື່ອ​ເຂົ້າ​ໃຈ​ສະພາບ​ອຸດົມ​ການ​ຂອງ​ສະມາຊິກ​ ຄຊ. ​ຊາວ​ໜຸ່ມ ​ແລະ ຄວາມ​ຄິດເຫັນສັງຄົມ ໃນ​ສະມາຊິກ ຄຊ. ​ແລະ ຊາວ​ໜຸ່ມ(1). ຄວາມເປີດ​ກວ້າງ​ແລະຄວາມ​ຈິງ​ໃຈ​ໃນ​ເວທີ​ປຶກສາ​ຫາລື​ ຈະຊ່ວຍ​ເສີມສ້າງແລະປັບປຸງຄວາມ​ໄວ້ວາງ​ໃຈ​ຂອງ​ສະມາຊິກ ຄຊ. ​ແລະຊາວ​ໜຸ່ມ​ ໃນ​ພັກ, ລັດ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ແລະ ອົງການ​ຊາວ​ໜຸ່ມ ໂດຍສົ່ງເສີມໃຫ້ພວກເຂົາເຂົ້າຮ່ວມການ​ເຄື່ອນ​ໄຫວ​ປະກອບສ່ວນ​ໃຫ້​ສັງຄົມ ​ແລະ ປະ​ເທດ​ຊາດ​ຢ່າງ​ຕັ້ງໜ້າ. ການສົນທະນາຍັງຊ່ວຍໃຫ້ຄົ້ນພົບຂໍ້ບົກພ່ອງໃນການພັດທະນາ ແລະ ການປະຕິບັດແຜນນະໂຍບາຍ ແລະນະໂຍບາຍຕ່າງໆ, ຈາກນັ້ນຈະສະເໜີວິທີແກ້ໄຂຂໍ້ບົກພ່ອງເຫຼົ່ານັ້ນ, ປະກອບສ່ວນກໍ່ສ້າງສັງຄົມໃຫ້ນັບມື້ນັບດີຂຶ້ນ.

ເມື່ອມີການຖ່າຍທອດສົດ (livestream) ບົນເວັບໄຊຕ໌ເຄືອຂ່າຍສັງຄົມອອນໄລນ໌, ບັນດາການເຄື່ອນໄຫວໃຫຍ່ທີ່ສຳຄັນຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຂະຫຍາຍຂອບເຂດການເຂົ້າເຖິງ ແລະ ດຶງດູດຄວາມສົນໃຈຂາກສະມາຊິກ ຄຊ. ແລະຊາວໜຸ່ມເປັນຈຳນວນຫຼາຍ. ຜ່ານການຖ່າຍທອດສົດ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຮັບຄຳຄິດເຫັນຈາກສະມາຊິກ ຄຊ. ແລະຊາວໜຸ່ມ ກ່ຽວກັບຄຸນນະພາບຂອງລາຍການ, ຈາກນັ້ນຈະດັດປັບວິທີການ ແລະ ເນື້ອໃນຂອງການຈັດຕັ້ງການເຄື່ອນໄຫວໃຫ້ແທດເໝາະກັບສະພາບຕົວຈິງ.

ນອກຈາກນັ້ນ, ແອບພລິເຄຊັນ “ຊາວໜຸ່ມຫວຽດນາມ” (Thanh niên Vit Nam) ຍັງເຮັດໜ້າທີ່ເປັນຂົວດິຈິຕອນທີ່ເຊື່ອມໂຍງສະມາຊິກ ຄຊ. ແລະຊາວໜຸ່ມ ກັບອົງການຈັດຕັ້ງຊາວໜຸ່ມແລະຊຸມຊົນອີກນຳ. ແອບພລິເຄຊັນນີ້ບໍ່ພຽງແຕ່ສະໜອງຂໍ້ມູນຂ່າວສານເທົ່ານັ້ນ, ແຕ່ຍັງລວມ ຢູທິລິຕີ້ ຕ່າງໆຫຼາຍຢ່າງ ເຊັ່ນ ການຄຸ້ມຄອງຂໍ້ມູນສະມາຊິກ ຄຊ., ການຈັດຕັ້ງກິດຈະກໍາ, ການແຂ່ງຂັນອອນໄລນ໌, ການສ້າງສະພາບແວດລ້ອມປະຕິສຳພັນທີ່ມີຊີວິດຊີວາແລະສ້າງສັນ. ພິເສດ, ໜ້າທີ່ໃນການເຊື່ອມໂຍງ, ແຈ້ງຂໍ້ມູນ, ໂຄສະນາເຜີຍແຜ່ ແລະ ກຳນົດທິດທາງຄວາມຄິດເຫັນສາທາລະນະໃນໝູ່ສະມາຊິກ ຄຊ. ແລະ ຊາວໜຸ່ມ ຖືເປັນປັດໄຈສຳຄັນທີ່ຊ່ວຍໃຫ້ຄະນະຊາວໜຸ່ມດຳເນີນການຢ່າງຕັ້ງໜ້າ, ກຳນົດທິດທາງຄວາມຄິດໃນສະພາບການຂໍ້ມູນທີ່ມີຫຼາຍມິຕິແລະສັບສົນ ໃນເຄືອຂ່າຍສັງຄົມອອນໄລນ໌. ແອບພລິເຄຊັນນີ້ ຍັງເປັນເຄື່ອງມືທີ່ມີປະສິດທິພາບໃນການສຶກສາອົບຮົມສະມາຊິກ ຄຊ. ແລະຊາວໜຸ່ມ ກ່ຽວກັບຄຸນຄ່າທາງສິນທຳ ແລະ ວິຖີຊີວິດສຸຂະພາບດີ, ປະກອບສ່ວນກໍ່ສ້າງຄົນລຸ້ນໃໝ່ທີ່ມີອຸດົມຄະຕິ, ມີເຈດຈຳນົງທາງການເມືອງທີ່ເຂັ້ມແຂງ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ດັ່ງ​ນັ້ນ, ການປະ​ສົມ​ປະ​ສານລະຫວ່າງ​ການ​ສົນ​ທະ​ນາ​ໂດຍ​ກົງ, ການຖ່າຍທອດ​ສົດ ແລະ ແອັບ​ພລິ​ເຄ​ຊັນ “ຊາວ​ໜຸ່ມ​ຫວຽດ​ນາມ” ໄດ້​ສ້າງ​ຊ່ອງ​ທາງການ​ສື່​ສານ​ທີ່​ຫຼາກ​ຫຼາຍ ແລະມີ​ປະ​ສິດ​ທິພາບ, ຊ່ວຍ​ໃຫ້​ຄະນະຊາວໜຸ່ມ​ເຂົ້າ​ເຖິງ, ຮັບ​ຟັງ, ປະຕິສຳພັນ ແລະແນະນຳ​ສະ​ມາ​ຊິກ ຄຊ. ແລະຊາວ​ໜຸ່ມໄດ້​ຢ່າງ​ຮອບ​ດ້ານກວ່າອີກ. ຄວາມເປັນເຈົ້າການແລະປະດິດສ້າງ ໃນການໝູນໃຊ້ເຕັກໂນໂລຊີ ໄດ້ຊ່ວຍໃຫ້ຄະນະຊາວໜຸ່ມ ຢັ້ງຢືນບົດບາດຂອງຕົນໃນຖານະເພື່ອນທີ່ເຊື່ອຖືໄດ້ຂອງສະມາຊິກ ຄຊ. ແລະຊາວໜຸ່ມ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາອົງການ ແລະ ພາລະກິດການສ້າງສາປະເທດຊາດ.

ສູນກາງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໄດ້​ນຳ​ໃຊ້​ວິທີ “ຂໍ້​ມູນ​ຂະໜາດໃຫຍ່” ​ເພື່ອ​ເກັບ​ກຳ, ສັງ​ລວມ, ປະມວນຜົນ ​ແລະ ກຳນົດທິດທາງ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ ​ຜ່ານ​ການ​ພັດທະນາ​ໂຄງ​ສ້າງພື້ນຖານ​ “ຂໍ້​ມູນຂະໜາດ​ໃຫຍ່” ຢູ່ຫວຽດນາມໃນປະຈຸ​ບັນ. ການ​ນໍາ​ໃຊ້ “ຂໍ້​ມູນຂະໜາດ​ໃຫຍ່” ຊ່ວຍ​ໃຫ້​ຄະນະ​ຊາວ​ໜຸ່ມ​ສາ​ມາດ​ເຂົ້າ​ເຖິງ ແລະ ວິ​ເຄາະ​ຂໍ້​ມູນ​ຈຳ​ນວນມະຫາສານໄດ້, ດ້ວຍ​ເຫດ​ນີ້​ຈຶ່ງ​ມີ​ທັດ​ສະ​ນະທີ່ຮອບ​ດ້ານ, ເລິກ​ເຊິ່ງ ແລະຊັດເຈນ ກ່ຽວກັບຄວາມ​ຄິດ​ເຫັນສາທາລະນະໃນໝູ່ຊາວໜຸ່ມ​​. ນີ້ແມ່ນວິທີການເກັບກຳຂໍ້ມູນໃນປະລິມານຫຼາຍ ດ້ວຍຄວາມໄວສູງ ແລະໃນຮູບແບບຕ່າງໆ, ການເກັບກຳ, ປະມວນຜົນ, ຈັດເກັບໃນຮູບແບບພາບ, ວິເຄາະ, ສອບຖາມ ແລະອື່ນໆ ເພື່ອຖອດຖອນຄຳພິນິດໄສແລະຂໍ້ສະຫຼຸບຈາກວັດຖຸຄົ້ນຄວ້າຄືຂໍ້ມູນທັງໝົດ ເຊິ່ງແຕກຕ່າງຈາກວິທີການເກັບຕົວຢ່າງ. ວິທີການ "ຂໍ້ມູນຂະໜາດໃຫຍ່" ຖືກນໍາໄປໃຊ້ໃນຂອບເຂດຂອງບັນຊີເຄືອຂ່າຍສັງຄົມອອນໄລນ໌, ເວັບໄຊຕ໌ຂ່າວ, ໜັງສືພິມເອເລັກໂຕຣນິກ, ບລັອກ, ເວທີ ແລະອື່ນໆ. ຂໍ້ມູນຄວາມຄິດເຫັນສາທາລະນະຈະຖືກເກັບກຳ ລວບລວມ ແລະວິເຄາະ ບົນແພລດຟອຣ໌ມທັງໝົດ (ໜັງສືພິມເອເລັກໂຕຣນິກ, ເວັບໄຊຕ໌ຂ່າວ, ບົດຄວາມໃນເຄືອຂ່າຍສັງຄົມອອນໄລນ໌, ເວທີສົນທະນາ ແລະແຫຼ່ງອື່ນໆ) ໃນບັນຫາແລະຂົງເຂດຕ່າງໆຫຼວງຫຼາຍ ໃນປະເທດແລະຕ່າງປະເທດ ເຊິ່ງມີຄວາມໜ້າສົນໃຈສຳລັບສະມາຊິກ ຄຊ. ຊາວໜຸ່ມ ແລະ ສັງຄົມໂດຍລວມ. ສູນກາງຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ ​ໄດ້ດຳເນີນການ​ຄົ້ນຄວ້າ ​ແລະຈັດ​ຕັ້ງ​ລະບົບ​ຄຳສຳຄັນ​ທີ່​ເໝາະ​ສົມ ເພື່ອໃຫ້ແນ່ໃຈວ່າ ສາມາດດຶງ​ຂໍ້​ມູນໄດ້​ຢ່າງຊັດເຈນ ​ແລະ ທັນທ່ວງທີ.  

ຜົນ​ການ​ວິ​ເຄາະ​ສະ​ແດງ​ໃຫ້​ເຫັນ​ວ່າ​ ສະ​ມາ​ຊິກ ຄຊ. ​ແລະ​ຊາວ​ໜຸ່ມມີ​ແນວ​ໂນ້ມ​ທີ່​ຈະ​ເຂົ້າ​ເຖິງ​ຂໍ້​ມູນບົນ​ອຸ​ປະ​ກອນ​ມື​ຖື​, ມັກ​ເນື້ອ​ໃນ​ທີ່ກະທັດຮັດ​, ເຂົ້າໃຈງ່າຍ ແລະ ມີຊີວິດຊີວາ​. ຕັ້ງແຕ່ປີ 2018 ມາຮອດປັດຈຸບັນ, ຄະນະເລຂາສູນກາງຊາວໜຸ່ມ ໄດ້ຊີ້ນໍາໃຫ້ບັນດາກົມ ແລະ ໜ່ວຍງານຂອງຕົນ ຜັນຂະຫຍາຍວິທີການປະເມີນຜົນກະທົບຂອງຄວາມຄິດເຫັນສາທາລະນະຜ່ານການນຳໃຊ້ເຕັກໂນໂລຊີ “ຂໍ້ມູນຂະໜາດໃຫຍ່” ໂດຍມີການສໍາຫຼວດເປັນໄລຍະ 13 ຄັ້ງ ແລະ ການສໍາຫຼວດສະເພາະກິດ 2 ຄັ້ງ. ຂະບວນການຂອງການນໍາໃຊ້ວິທີການ "ຂໍ້ມູນຂະໜາດໃຫຍ່" ສະແດງໃຫ້ເຫັນວ່າ ການໃຊ້ເຕັກໂນໂລຊີປະຍຸກສ່ວນໃຫຍ່ແມ່ນການສັງເຄາະຂໍ້ມູນ, ປັບຫົວຂໍ້ໃຫ້ເໝາະສົມ ແລະ ປະເມີນຄວາມແຕກຕ່າງຂອງຂໍ້ມູນຢ່າງຖືກຕ້ອງ (ບວກ, ລົບ, ເປັນກາງ); ພ້ອມກັນນັ້ນ, ຈໍາເປັນຕ້ອງວິເຄາະແລະປະເມີນຂໍ້ມູນທີ່ມີຢູ່ເພື່ອສະເໜີແນະ; ມີການປຽບທຽບ ແລະ ປະເມີນທິດທາງຜົນກະທົບຂອງຂໍ້ມູນ, ຈາກນັ້ນ ຄາດຄະເນສະຖານະການໄດ້ຢ່າງຊັດເຈນ ແລະ ກຳນົດທິດທາງຄວາມຄິດເຫັນສາທາລະນະສໍາລັບສະມາຊິກ ຄຊ. ແລະຊາວໜຸ່ມ.

​ໜ້າທີ່​ແລະວິທີ​ແກ້​ໄຂ​ທີ່​ສຳຄັນບາງປະການ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິພາບ​
ຂອງ​ການລວບລວມ​ຄວາມ​ເຫັນ​ສາທາລະນະ
, ການສັງ​ລວມ​ແລະການປະມວນຜົນຂໍ້ມູນ​ໃນ​ໄລຍະ​ໃໝ່.

ການປະຕິບັດຕົວຈິງໃນການຫັນເປັນດິຈິຕອນຂອງຄະນະຊາວໜຸ່ມໃນໄລຍະມໍ່ໆມານີ້ ເຮັດໃຫ້ຄະນະຊາວໜຸ່ມໄດ້ຮັບບົດຮຽນອັນລ້ຳຄ່າຫຼາຍປະການ ໃນການປັບປຸງຄຸນນະພາບ ແລະ ປະສິດທິພາບຂອງການລວບລວມຄວາມຄິດເຫັນສາທາລະນະ, ການສັງລວມແລະການປະມວນຜົນຂໍ້ມູນ. ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີມິນ ຈະ​ສຸມ​ໃສ່​ຜັນຂະຫຍາຍບັນດາ​ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂທີ່ສຳຄັນດັງຕໍ່ໄປນີ້:

ທີໜຶ່ງ, ປະສົມປະສານວິທີການດັ້ງເດີມຢ່າງ​ກົມກຽວ, ໃຊ້ປະໄຫຍດຈາກ​ກຳລັງ​ແຮງ​ທີ່​ມີ​ຢູ່ ​ແລະ ນຳ​ໃຊ້​ຜົນສຳເລັດ​ຂອງ​ການ​ຫັນ​ເປັນ​ດິຈິ​ຕອນ ​ເພື່ອ​ກຳ​ແໜ້ນ​ຄວາມ​ຄິດ​ເຫັນສາທາລະນະ​ຢ່າງຮອບດ້ານ ​ແລະ ມີ​ປະສິດທິ​ຜົນ. ຄຽງຄູ່ກັນນັ້ນ, ເຕັກໂນໂລຊີຂໍ້ມູນມີບົດບາດສໍາຄັນໃນການສະໜອງແພລດຟອຣ໌ມຂໍ້ມູນ ເຊິ່ງອະນຸຍາດໃຫ້ການເຂົ້າເຖິງ, ຈັດເກັບ ແລະ ປະມວນຜົນຂໍ້ມູນມີປະສິດທິພາບຫຼາຍຂຶ້ນ. ຢ່າງໃດກໍ່ຕາມ, ເພື່ອໃຊ້ປະໂຫຍດຈາກການຫັນເປັນດິຈິຕອນໄດ້ຢ່າງມີປະສິດທິຜົນ, ປັດໄຈສໍາຄັນທີ່ສຸດຍັງແມ່ນຜູ້ໃຊ້, ເນື່ອງຈາກວ່າ ຈະພັດທະນາທ່າແຮງຂອງເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ເຖິງຂີດສຸດນັ້ນເປັນໄປບໍ່ໄດ້ເລີຍ ຖ້າຜູ້ໃຊ້ບໍ່ມີຄວາມຮູ້, ທັກສະ ແລະ ຈິດສຳນຶກໃນການໃຊ້ມັນຢ່າງມີປະສິດທິພາບ. ຈະຕ້ອງເລືອກບັນຫາທີ່ຖືກຕ້ອງ, ຄໍາຫຼັກທີ່ຖືກຕ້ອງ, ມີທັກສະໃນການວິເຄາະເຫດການ ແລະ ຂໍ້ມູນຈະຕ້ອງສາມາດຄາດການໄດ້. ຢາກເຮັດໄດ້ຄືແນວນັ້ນ ຈຳເປັນຕ້ອງ​ຈັດ​ຕັ້ງ​ການແນະ​ນຳ, ຝຶກອົບຮົມ ແລະ ບຳລຸງ​ສ້າງຢ່າງສະໝ່ຳສະເໝີ ເພື່ອ​ປັບປຸງຍົກສູງ​ຄຸນ​ນະພາ​ບ, ຄຸນສົມບັດ ແລະ ທັກ​ສະ​ຂອງ​ພະນັກງານ​ທີ່​ເປັນ​ຜູ້​ຮ່ວມ​ງານ, ເສີມສ້າງກຳລັງພົນຢ່າງຕໍ່ເນື່ອງ ແລະ ໃຊ້ປະໂຫຍດຈາກ​ພະນັກງານ​ວິຊາ​ສະ​ເພາະ, ນັກ​ຂ່າວ, ນັກໂຄສະນາຊວນເຊື່ອ ​ທີ່ອາໄສ​ແລະ​ເຮັດ​ວຽກ​ຢູ່ໃນ​ອົງການ, ໜ່ວຍງານ ແລະ ທ້ອງ​ຖິ່ນຕ່າງໆ ໃຫ້ເກີດປະໂຫຍດສູງສຸດໃນການຊີ້ນຳຄວາມຄິດເຫັນສາທາລະນະ.

ທີສອງ, ​ໃນ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ ​ມີຄວາມຈຳເປັນ​ຕ້ອງປ່ຽນແປງ​ວິທີ​ການ​ແບບ​ດັ້ງ​ເດີມ​ຈາກ​ທາງດຽວ​ເປັນ​ຫຼາຍທາງ, ສົ່ງເສີມໃຫ້​ສະມາຊິກ​ ຄຊ. ແລະຊາວໜຸ່ມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ໃນ​ການ​ປະກອບ​ຄຳ​ຄິດເຫັນ ​ແລະຂໍ້ສະເໝີແນະ ໃນ​ຂະ​ບວນການ​ວາງ​ແຜນ​ແລະຈັດ​ຕັ້ງການເຄື່ອນໄຫວ ແລະ ສ້າງ​ຊ່ອງ​ທາງການ​ຕອບຮັບທີ່​ມີ​ປະສິດທິ​ພາບສຳລັບ​ສະມາຊິກ​ ຄຊ. ​ແລະຊາວໜຸ່ມ ໃນການແບ່ງປັນທັດສະນະ ​ແລະສະເໜີຂໍ້ລິເລີ່ມ; ຮັບ​ຟັງ​ຄວາມ​ຄິດ​ເຫັນ ​ແລະຂໍ້ສະເໜີແນະຈາກ​ສະມາຊິກ ຄຊ. ​ແລະຊາວ​ໜຸ່ມ ​ແລະ ປັບ​ເນື້ອ​ໃນ ​ແລະ ວິທີ​ການໃຫ້ເໝາະສົມ.

ທີ​ສາມ, ໃຫ້ຄວາມສຳຄັນ​ແລະ​ເອົາ​ໃຈ​ໃສ່​ເຖິງການຄາດຄະເນ​ທ່າ​ອ່ຽງ, ຈິດວິທະຍາ ແລະ ປະຕິ​ກິລິຍາຂອງສາທາລະນະຊົນ ຕໍ່​ເຫດການ​ແລະບັນຫາ​ສຳຄັນ ​ເພື່ອເປັນເຈົ້າການໃນການ​ໃຫ້​ຂໍ້​ມູນ​ຊີ້​ນຳ​ຢ່າງ​ທັນ​ການ. ຂໍ້ມູນຕ້ອງໄວ, ຊັດເຈນ, ຕອບສະໜອງຄວາມຕ້ອງການຂອງສະມາຊິກ ຄຊ. ແລະຊາວໜຸ່ມ, ໃຊ້ວິທີແກ້ໄຂທີ່ທັນສະໄໝຫຼາຍຢ່າງ ປະສົມປະສານກັບວິທີແກ້ໄຂແບບດັ້ງເດີມ ເພື່ອວັດແທກກຸ່ມເປົ້າໝາຍທີ່ສາມາດເຂົ້າເຖິງໄດ້. ເພີ່ມທະວີການເຜີຍແຜ່ຂໍ້ມູນທາງບວກສູ່ໂລກໄຊເບີຣ໌ “ສີຂຽວ”, ໃຊ້ຂໍ້ມູນທາງບວກເພື່ອປັດເປົ່າຂໍ້ມູນທາງລົບອອກໄປ.

ທີ​ສີ່, ສືບ​ຕໍ່​ຊຸກຍູ້​ການໝູນ​ໃຊ້​ແພລດຟອຣ໌ມດິ​ຈິ​ຕອນ, ​ໂດຍ​ສະ​ເພາະ​ແມ່ນ​ເຄືອ​ຂ່າຍ​ສັງຄົມອອນໄລນ໌ ເພື່ອການແນະນຳ​ແລະ​ເຜີຍ​ແຜ່​ຂໍ້​ມູນາງ​ບວກແກ່​ສະມາຊິກ ຄຊ. ​ແລະຊາວ​ໜຸ່ມ. ແທນທີ່ຈະໃຊ້ວິທີການສື່ສານແບບຂາດປະຕິສໍາພັນ, ຈໍາເປັນຕ້ອງສ້າງຜະລິດຕະພັນການສື່ສານດິຈິຕອນທີ່ມີຊີວິດຊີວາ, ໜ້າດຶງດູດ ແລະ ໃກ້ຊິດກັບຊີວິດຂອງສະມາຊິກ ຄຊ. ແລະຊາວໜຸ່ມ. ສິ່ງນີ້ຮຽກຮ້ອງໃຫ້ມີຄວາມຄິດສ້າງສັນໃນການໃຊ້ວິດີໂອສັ້ນ, infographics, podcasts, animation ແລະອື່ນໆ, ພ້ອມກັນນັ້ນກໍສຸມໃສ່ບັນຫາທີ່ສະມາຊິກ ຄຊ. ແລະຊາວໜຸ່ມມີຄວາມສົນໃຈ ເຊັ່ນ ວຽກເຮັດງານທໍາ, ການລິເລີ່ມທຸລະກິດ, ຄວາມຮັກ, ຊີວິດ, ວັດທະນະທໍາ, ກິລາ, ກິດຈະກໍາທາງສັງຄົມ ແລະອື່ນໆ. ນອກຈາກນັ້ນ ຍັງຕ້ອງເພີ່ມທະວີການປະສານງານແລະຮ່ວມມືກັບວິສາຫະກິດສື່ມວນຊົນ ແລະເຈົ້າຂອງເພຈຊຸມຊົນຂະໜາດໃຫຍ່ໃນເຄືອຂ່າຍສັງຄົມອອນໄລນ໌ ເພື່ອເກັບກຳຄວາມຄິດເຫັນສາທາລະນະ ແລະຄວາມຕ້ອງການຂອງສະມາຊິກ ຄຊ. ແລະຊາວໜຸ່ມໄດ້ຢ່າງມີປະສິດທິພາບແລະວ່ອງໄວ ພ້ອມທັງສ້າງພື້ນຖານສຳລັບການສ້າງໂຄງການ, ກິດຈະກຳຂອງຄະນະຊາວໜຸ່ມໃຫ້ສາມາດປະຕິບັດໄດ້ຈິງ ແລະເໝາະສົມຫຼາຍກວ່າອີກ. ພ້ອມ​ກັນ​ນັ້ນ, ​ຈຳເປັນຕ້ອງ​ສ້າງ​ຖັນແຖວ​ຜູ້​ຮ່ວມ​ງານ​ທີ່​ມີຄວາມສາມາດ​ປະດິດ​ສ້າງ ​ແລະ ມີ​ຊື່​ສຽງ​ໃນ​ຊຸມຊົນ​ອອນໄ​ລນ໌ ​ເພື່ອ​ສ້າງ​ຜະລິດ​ຕະພັນ​ສື່​ດິ​ຈິ​ຕອນ​ຄຸນ​ນະພາ​ບສູງ ​ໃຫ້​ເໝາະ​ສົມ​ກັບລົດຊາດ​ຂອງ​ສະມາຊິກ ຄຊ. ​ແລະຊາວ​ໜຸ່ມ.

​ທີຫ້າ, ສຸມ​ໃສ່​ຜັນ​ຂະຫຍາຍ​ຂະບວນການ “ການສຶກສາດິຈິຕອນໃຫ້ທຸກຄົນ” ຢ່າງ​ມີ​ປະສິດທິ​ຜົນ​ໃນ​ທົ່ວຄະນະຊາວໜຸ່ມ ໂດຍຖື​ວ່ານີ້ແມ່ນ​ວຽກ​ງານ​ສຳຄັນ; ຂົນຂວາຍສະມາຊິກ ຄຊ. ແລະຊາວໜຸ່ມເຂົ້າຮ່ວມໃນການສ້າງ ແລະ ພັດທະນາໂຄງສ້າງພື້ນຖານດິຈິຕອນ, ລະບົບຂໍ້ມູນຂ່າວສານ ແລະ ຖານຂໍ້ມູນ ເພື່ອຮັບໃຊ້ວຽກງານກໍ່ສ້າງລັດຖະບານດິຈິຕອນ, ສັງຄົມດິຈິຕອນ ແລະ ພົນລະເມືອງດິຈິຕອນ; ສົ່ງເສີມການໂຄສະນາເຜີຍແຜ່ກ່ຽວກັບຕົວຢ່າງທີ່ກ້າວໜ້າ, ແບບຢ່າງທີ່ດີ ແລະ ວິທີການສ້າງສັນ ໃນການເຄື່ອນໄຫວທີ່ນຳໂດຍສະມາຊິກ ຄຊ. ແລະຊາວໜຸ່ມ; ຈັດຕັ້ງຊຸດຮຽນ “ການສຶກສາດິຈິຕອນໃຫ້ທຸກຄົນ” ເພື່ອເຜີຍແຜ່ຄວາມຮູ້ ແລະ ທັກສະໃນການປະຍຸກໃຊ້ເຕັກໂນໂລຊີໃຫ້ແກ່ປະຊາຊົນໃນຮູບແບບຕ່າງໆ ທັງທາງກົງແລະອອນໄລນ໌, ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ, ເຂດພູດອຍ ແລະ ເຂດທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ; ສຸມໃສ່ທີ່ເດືອນຊາວໜຸ່ມ, ຂະບວນການຊາວໜຸ່ມອາສາສະໝັກລະດູຮ້ອນ, ຂະບວນການຊາວໜຸ່ມອາສາສະໝັກລະດູໜາວ ແລະ ລະດູບານໃໝ່.  

ທີ​ຫົກ, ສະເໜີ​ກົນ​ໄກການ​ສື່ສານ ​ແລະ ການ​ປະສານ​ງານ​ ລະຫວ່າງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ເພື່ອ​ເກັບກຳ ສະທ້ອນ​ຂໍ້​ມູນ, ​ແລກປ່ຽນ​ຂ່າວສານ, ​ຂໍ້​ມູນກຳນົດທິດທາງຄວາມຄິດເຫັນ ແລະ ​ຈັດການ​ສະຖານະ​ການ​ທີ່​ເກີດ​ຂຶ້ນໃນ​ຄວາມຄິດ​ເຫັນ​ຂອງ​ປະຊາຊົນໄດ້ຢ່າງທັນທ່ວງທີ. ປະສານງານ​ຢ່າງໃກ້ຊິດກັບ​ບັນດາອົງການທີ່ມີໜ້າທີ່ ເຊັ່ນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໃນ​ການ​ແລກປ່ຽນ​ຂ່າວສານ, ​ຂໍ້​ມູນກຳນົດທິດທາງຄວາມຄິດເຫັນ ແລະ ຕໍ່ຕ້ານທັດສະນະຄະຕິທີ່ຜິດພາດ, ​ເປັນປະຕິປັກ ລວມເຖິງຂໍ້ມູນທີ່ເປັນພິດໃນໂລກໄຊເບີຣ໌.

ການ​ປະຍຸກ​ໃຊ້​ການ​ຫັນ​ເປັນ​ດິ​ຈິ​ຕອນ​​ໃນ​ການ​ເກັບກຳ​ ​ແລະ ຄາດ​ຄະ​ເນ​ສະຖານະການ​ອຸດົມ​ການ​ຂອງ​ສະມາຊິກ ຄຊ. ​ແລະຊາວ​ໜຸ່ມ ​ແມ່ນ​ວຽກ​ງານທີ່ສຳຄັນ ​ແລະ ຮີບ​ດ່ວນ​ໃນ​ສະພາບ​ການ​ປະຈຸ​ບັນ. ການບັນລຸຄວາມກ້າວໜ້າອັນຍິ່ງໃຫຍ່ໃນວຽກງານການຫັນເປັນດິຈິຕອນຂອງຄະນະຊາວໜຸ່ມໃນໄລຍະຈະມາເຖິງ ຈະປະກອບສ່ວນກໍ່ສ້າງສະມາຊິກ ຄຊ. ແລະ ຊາວໜຸ່ມຫວຽດນາມ ທີ່ມີອຸດົມຄະຕິ ແລະເຈດຈຳນົງທາງການເມືອງທີ່ເຂັ້ມແຂງ, ມີສະຕິປັນຍາແລະທັກສະ, ພ້ອມແລ້ວທີ່ຈະປະຕິບັດໜ້າທີ່ປະຫວັດສາດໃນຍຸກໃໝ່, ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ.  

---------------------------------

  1.  ເວທີສົນທະນາ: “ສຽງຊາວໜຸ່ມ-ການເຄື່ອນໄຫວຂອງຄະນະຊາວໜຸ່ມ” ຈັດຂຶ້ນໃນປີ 2024, ເຊື່ອມໂຍງ 12.656 ຈຸດ, ມີພະນັກງານ ຄຊ., ສະມາຊິກ ຄຊ., ຊາວໜຸ່ມ ແລະ ເດັກທັງໃນປະເທດແລະຕ່າງປະເທດເຂົ້າຮ່ວມກວ່າ 1,5 ລ້ານຄົນ, ຕິດຕາມແລະໂຕ້ຖຽງກັນໂດຍກົງ, ນອກຈາກນີ້, ບົນແພລດຟອຣ໌ມຮາກຖານຂອງຄະນະຊາວໜຸ່ມຍັງມີການເຂົ້າເຖິງຈາກສະມາຊິກ ຄຊ. ແລະຊາວໜຸ່ມ 9.728.639 ຄັ້ງ.

-  ບົດນີ້ໄດ້ລົງພິມໃນວລະສານກອມມູນິດ ສະບັບທີ 1058 (ເດືອນມີນາ 2025).