ການເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ
ເປັນຮາກຖານທີ່ໝັ້ນຄົງເພື່ອໃຫ້ພັກ, ລັດແລະປະຊາຊົນ
ກ້າວໄປຂ້າງໜ້າຢ່າງໝັ້ນໃຈໃນຍຸກໃໝ່
ເປັນຮາກຖານທີ່ໝັ້ນຄົງເພື່ອໃຫ້ພັກ, ລັດແລະປະຊາຊົນ
ກ້າວໄປຂ້າງໜ້າຢ່າງໝັ້ນໃຈໃນຍຸກໃໝ່
ທ່ານ ຟ້າມມິງຈິ໊ງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຢ້ຽມຢາມແມ່ຫວຽດນາມວິລະຊົນ ດ່າວທີ້ວູຍ ຢູ່ບ້ານ ເທື້ອງສາ, ຕາແສງ ຫາຍລັງ, ແຂວງ ກວ໋າງຈີ້ _ພາບ: TTXVN
ທັດສະນະທີ່ສະເໝີຕົ້ນສະເໝີປາຍແລະສອດປະສານຂອງພັກກອມມູນິດຫວຽດນາມ
ກ່ຽວກັບການເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ
ນັບຕັ້ງແຕ່ມື້ທຳອິດຫຼັງໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945, ພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ ໄດ້ໃຫ້ຄວາມສຳຄັນເປັນພິເສດກັບວຽກງານຊ່ວຍເຫຼືອທະຫານທີ່ບາດເຈັບແລະເສຍສະຫຼະຊີວິດເພື່ອຊາດ ແລະເບິ່ງແຍງດູແລຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຢ່າງຮອບຄອບ. ໃນ “ຈົດໝາຍເຖິງຄະນະກຳມະການປະຈຳຂອງຄະນະກຳມະການຈັດຕັ້ງ “ວັນທະຫານເສຍອົງຄະແຫ່ງຊາດ”” ໃນປີ 1947, ປະທານໂຮ່ຈີມິນ ໄດ້ຕັກເຕືອນວ່າ: "ທະຫານທີ່ໄດ້ຮັບບາດເຈັບແມ່ນຜູ້ທີ່ເສຍສະຫຼະຄອບຄົວແລະເລືອດເນື້ອ ເພື່ອປົກປັກຮັກສາປະເທດຊາດ ແລະ ປົກປ້ອງພີ່ນ້ອງຮ່ວມຊາດ. ເພາະສະນັ້ນ ປະເທດຊາດແລະປະຊາຊົນຕ້ອງສຳນຶກບຸນຄຸນ ແລະຕ້ອງຊ່ວຍເຫຼືອວິລະບຸລຸດເຫຼົ່ານີ້”(1). ຄຳສັ່ງສອນທີ່ເຕັມໄປດ້ວຍມະນຸດສະທຳອັນເລິກເຊິ່ງນັ້ນ ໄດ້ກາຍເປັນຫຼັກການຊີ້ນຳໃນແນວທາງ ແຜນນະໂຍບາຍຂອງພັກ ແລະນະໂຍບາຍຂອງລັດຫວຽດນາມ ກ່ຽວກັບວຽກງານ "ຕອບແທນບຸນຄຸນ”, ສະແດງໃຫ້ເຫັນຢ່າງເລິກເຊິ່ງເຖິງທາດແທ້ປະຕິວັດທີ່ຮັບໃຊ້ປະຊາຊົນຂອງພັກປະຕິວັດທີ່ແທ້ຈິງ.
ໃນທຸກສະຖານະການແລະທຸກໄລຍະເວລາ, ເຖິງວ່າປະເທດຊາດຈະປະເຊີນກັບຄວາມຫຍຸ້ງຍາກ ແລະຄວາມທ້າທາຍ, ວຽກງານດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດກໍ່ໄດ້ຮັບການກຳນົດໂດຍພັກ ແລະ ລັດວ່າ ເປັນໜ້າທີ່ບຸລິມະສິດອັນດັບໜຶ່ງ. ສິ່ງນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມຮູ້ສຶກປະຕິວັດ ແລະ ຄວາມຮັບຜິດຊອບຢ່າງເລິກເຊິ່ງເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງວິໄສທັດຍຸດທະສາດໃນການສ້າງ ແລະເສີມຂະຫຍາຍກ້ອນກຳລັງມະຫາສາມັກຄີປວງຊົນທັງຊາດຢ່າງຊັດເຈນອີກນຳ. ນີ້ແມ່ນຊັບພະຍາກອນພາຍໃນທີ່ສຳຄັນ ທີ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ການພັດທະນາແບບຍືນຍົງຂອງປະເທດ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢືນຢັນວ່າ: “ການປັບປຸງແລະຈັດຕັ້ງປະຕິບັດກົດໝາຍ ແລະ ນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຢ່າງມີປະສິດທິພາບ ໂດຍໃຊ້ຊັບພະຍາກອນຂອງລັດແລະສັງຄົມ ເພື່ອຮັບປະກັນວ່າ ຜູ້ທີ່ມີຄຸນງາມຄວາມດີ ແລະຄອບຄົວມີມາດຕະຖານການດຳລົງຊີວິດຕັ້ງແຕ່ລະດັບສະເລ່ຍເຖິງສູງກວ່າສະເລ່ຍໃນສະຖານທີ່ຢູ່ອາໄສຂອງຕົນ”(2). ທັດສະນະທີ່ສະເໝີຕົ້ນສະເໝີປາຍຂອງພັກໃນການເບິ່ງແຍງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດນັ້ນ ໄດ້ຮັບການສ້າງແລະ ພັດທະນາບົນພື້ນຖານຂອງສິນທຳດັ້ງເດີມຂອງຊາດຄື: “ເມື່ອດື່ມນ້ຳ ຈົງລະນຶກເຖິງແຫຼ່ງທີ່ມາ”. ທັດສະນະດັງກ່າວສະທ້ອນໃຫ້ເຫັນເຖິງຄວາມຮັບຜິດຊອບອັນສັກສິດຂອງພັກ, ປະຊາຊົນ ແລະກອງທັບທັງໝົດ ທີ່ມີຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະເປັນໜຶ່ງໃນເນື້ອໃນຫຼັກ ຂອງລັກສະນະທີ່ດີກວ່າ ມະນຸດສະທຳ ແລະ ຄວາມກ້າວໜ້າຂອງລະບອບສັງຄົມນິຍົມຫວຽດນາມ. ພາຍໃຕ້ການນຳພາຂອງພັກ, ນະໂຍບາຍບຸລິມະສິດແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແມ່ນໄດ້ຮັບການເສີມສ້າງ ແລະ ປັບປຸງຢ່າງຕໍ່ເນື່ອງໃນທິດທາງທີ່ຄົບຖ້ວນ ຍືນຍົງ ແລະ ສອດຄ່ອງກັບຄວາມຕ້ອງການຂອງການພັດທະນາປະເທດຊາດ ແລະ ຄວາມມຸ່ງຫວັງທີ່ຖືກຕ້ອງຕາມກົດໝາຍຂອງປະຊາຊົນ.
ໃນຫຼາຍປີຜ່ານມາ, ນະໂຍບາຍບຸລິມະສິດແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ບໍ່ໄດ້ຈຳກັດຢູ່ພຽງມາດຕະການສະຫວັດດິການສັງຄົມເທົ່ານັ້ນ ແຕ່ໄດ້ຖືກວາງໄວ້ໃນຕຳແໜ່ງທີ່ເໝາະສົມ ໃນຖານະອົງປະກອບສຳຄັນ ໃນຍຸດທະສາດການພັດທະນາຊັບພະຍາກອນມະນຸດທີ່ສົມບູນແບບຂອງຫວຽດນາມ, ເພື່ອເປົ້າໝາຍປະຊາຊົນທີ່ຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ ເຊິ່ງເປັນສະຖານທີ່ທີ່ຄຸນຄ່າຂອງມະນຸດ ແລະ ການເສຍສະຫຼະເພື່ອຊຸມຊົນແລະປະເທດຊາດ ໄດ້ຮັບການເຄົາລົບ, ຍອມຮັບ ຊົມເຊີຍ ແລະເບິ່ງແຍງຢ່າງເໝາະສົມ. ໃນກອງປະຊຸມຄະນະບໍລິຫານງານສູນກາງຄັ້ງທີ 7 ສະໄໝທີ XIII, ພັກໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງທີ່ "ຕ້ອງຮັບປະກັນຄວາມປອດໄພ ແລະສະຫວັດດີການທາງສັງຄົມ; ປັບປຸງຊີວິດການເປັນຢູ່ທັງທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນຢ່າງຕໍ່ເນື່ອງ... ເບິ່ງແຍງດູແລຊີວິດຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ”(3). ມະຕິສະບັບເລກທີ 42-NQ/TW, ລົງວັນທີ 24 ພະຈິກ 2023, ຂອງກອງປະຊຸມຄະນະບໍລິຫານງານສູນກາງຄັ້ງທີ 8 ສະໄໝທີ XIII "ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່ ແລະ ປັບປຸງຄຸນນະພາບຂອງນະໂຍບາຍສັງຄົມ ເພື່ອຕອບສະໜອງຄວາມຕ້ອງການຂອງພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ ໃນໄລຍະໃໝ່” ເນັ້ນໜັກວ່າ: ສຸມໃສ່ການຈັດຕັ້ງປະຕິບັດນະໂຍບາຍບຸລິມະສິດແກ່ຜູ້ທີ່ມີຄຸນງານຄວາມດີຕໍ່ການປະຕິວັດ; ເອົາໃຈໃສ່ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະຈິດໃຈຂອງຜູ້ທີ່ມີຄຸນງາມຄວາມດີ, ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ທີ່ປະເຊີນກັບຄວາມຫຍຸ້ງຍາກໃນຊີວິດ. ສືບຕໍ່ດຳເນີນການປັບເພີ່ມລະດັບມາດຕະຖານຂອງເງິນອຸດໜຸນ ແລະເງິນຊ່ວຍເຫຼືອພິເສດ ໂດຍແນໃສ່ໃຫ້ລະດັບເຫຼົ່ານີ້ເປັນລະດັບສູງສຸດໃນບັນດານະໂຍບາຍທາງສັງຄົມ.
ທັດສະນະຂອງພັກກ່ຽວກັບການດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຍັງເຊື່ອມໂຍງຢ່າງໃກ້ຊິດກັບທິດທາງຍຸດທະສາດຂອງການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ - ລັດທີ່ຖືປະຊາຊົນເປັນໃຈກາງ ແລະ ການຮັບໃຊ້ປະຊາຊົນແມ່ນຄະຕິທຳແລະຫຼັກການນຳພາຕະຫຼອດ. ໃນສະພາບການຂອງຍຸກໃໝ່ ເຊິ່ງເປັນຍຸກແຫ່ງການເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ການຫັນປ່ຽນເປັນດິຈິຕອນ, ການພັດທະນາທີ່ວ່ອງໄວ ແລະຍືນຍົງ - ການສະແດງຄວາມກະຕັນຍູຕໍ່ຜູ້ທີ່ມີຄຸນງານຄວາມດີຕໍ່ການປະຕິວັດ ຈຶງບໍ່ພຽງແຕ່ເປັນການສະແດງອອກເຖິງຄຸນສົມບັດສິນທຳແບບດັ້ງເດີມເທົ່ານັ້ນ, ແຕ່ຍັງເປັນມາດຕະການ ແລະ ຕົວຊີ້ບອກເຖິງຄຸນຄ່າມະນຸດສະທຳຂອງລະບອບສັງຄົມ, ພ້ອມທັງເປັນຮາກຖານທາງຈິດວິນຍານທີ່ໝັ້ນຄົງ ເພື່ອກະຕຸ້ນຄວາມມຸ່ງຫວັງໃນການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ.
ຜົນສຳເລັດທີ່ໂດດເດັ່ນໃນການດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ໃນຫຼາຍປີທີ່ຜ່ານມາ, ວຽກງານການດູແລຜູ້ທີ່ມີຄຸນງານຄວາມດີຕໍ່ການປະຕິວັດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ຄົບຊຸດ ແລະ ນັບມື້ນັບເຂົ້າສູ່ລວງເລິກ ແລະ ບັນລຸຜົນສຳເລັດຕົວຈິງທີ່ຮອບດ້ານ. ປະຈຸບັນ, ທົ່ວປະເທດມີຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດປະມານ 9,2 ລ້ານຄົນ, ລວມທັງນັກຮົບເສຍສະຫຼະຊີວິດ 1,2 ລ້ານຄົນ, ແມ່ຫວຽດນາມວິລະຊົນເກືອບ 140.000 ຄົນ, ທະຫານທີ່ເສຍອົງຄະໃນສົງຄາມແລະຜູ້ທີ່ໄດ້ຮັບຜົນປະໂຫຍດຄ້າຍຄືກັນກັບທະຫານທີ່ເສຍອົງຄະໃນສົງຄາມ 600.000 ຄົນ, ທະຫານທີ່ເຈັບປ່ວຍເກືອບ 185.000 ຄົນ, ນັກຮົບຕໍ່ຕ້ານຫຼາຍກວ່າ 312.000 ຄົນທີ່ໄດ້ຮັບສານພິດທາງເຄມີ ພ້ອມກັບປະຊາຊົນອື່ນໆອີກຫຼາຍລ້ານຄົນ ທີ່ໄດ້ປະກອບສ່ວນເຂົ້າໃນການປະຕິວັດ, ເຊັ່ນ: ຊາວໜຸ່ມອາສາສະໝັກ, ຜູ້ທີ່ຖືກສັດຕູຈັບກຸມແລະຄຸມຂັງ, ຜູ້ທີ່ເຂົ້າຮ່ວມໃນການຕໍ່ຕ້ານເພື່ອປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ, ປະຕິບັດພັນທະສາກົນ ແລະ ຍາດພີ່ນ້ອງຂອງພວກເຂົາ. ຕົວເລກດັ່ງກ່າວສະທ້ອນໃຫ້ເຫັນເຖິງຂະໜາດອັນຍິ່ງໃຫຍ່ຂອງພາລະກິດການປະຕິວັດ, ສະແດງໃຫ້ເຫັນເຖິງຂອບເຂດທີ່ກວ້າງຂວາງ ແລະ ຄວາມເລິກຊຶ້ງທາງດ້ານມະນຸດສະທຳ ຂອງລະບົບນະໂຍບາຍບຸລິມະສິດແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຄິດໄລ່ເຖິງປີ 2024, ຄອບຄົວຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຫຼາຍກວ່າ 98,5% ມີມາດຕະຖານການດຳລົງຊີວິດເທົ່າກັບ ຫຼືສູງກວ່າມາດຕະຖານການດຳລົງຊີວິດສະເລ່ຍໃນເຂດທີ່ຢູ່ອາໄສຂອງເຂົາເຈົ້າ. ນີ້ແມ່ນຜົນໄດ້ຮັບທີ່ສຳຄັນ, ສະແດງໃຫ້ເຫັນເຖິງປະສິດທິພາບຂອງການລວມເອົານະໂຍບາຍບຸລິມະສິດແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ເຂົ້າກັບໂຄງການພັດທະນາເສດຖະກິດ-ສັງຄົມໃນລະດັບທ້ອງຖິ່ນ, ພ້ອມທັງຢືນຢັນບົດບາດດ້ານການຄຸ້ມຄອງ ແລະ ການເຜີຍແຜ່ນະໂຍບາຍປະກັນສັງຄົມຂອງລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ເປັນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ຄຽງຄູ່ກັບການປັບປຸງລະບອບລະບຽບໃຫ້ສົມບຸນແບບ, ລະບົບສະຖານທີ່ທີ່ຮັບໃຊ້ການດູແລ ແລະ ຟື້ນຟູສຸຂະພາບຂອງທະຫານທີ່ເສຍອົງຄະໃນສົງຄາມ, ທະຫານເຈັບປ່ວຍ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ໄດ້ຖືກລົງທຶນກໍ່ສ້າງຕາມທິດທາງທີ່ທັນສະໄໝ, ຄົບຊຸດ ແລະ ມີມະນຸດສະທຳ. ສູນພະຍາບານ ຟື້ນຟູແລະດູແລສຸຂະພາບສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຫຼາຍແຫ່ງ ໄດ້ຮັບການຂະຫຍາຍຂະໜາດ ແລະປັບປຸງຍົກສູງຄຸນນະພາບການບໍລິການຢ່າງຕໍ່ເນື່ອງ ເພື່ອຕອບສະໜອງຄວາມຕ້ອງການທາງດ້ານຮ່າງກາຍ ແລະ ຈິດໃຈຂອງຜູ້ຮັບຜົນປະໂຫຍດຈາກນະໂຍບາຍນີ້ໄດ້ດີຍິ່ງຂຶ້ນ. ນີ້ແມ່ນການເຮັດໃຫ້ເປັນຮູບປະທຳຂອງເນື້ອໃນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກ່ຽວກັບ “ການສ້າງລະບົບສາທາລະນະສຸກທີ່ຍຸດຕິທຳ, ມີຄຸນນະພາບ, ມີປະສິດທິພາບ, ທັນສະໄໝ ແລະເຊື່ອມໂຍງເຂົ້າກັບສາກົນ”(4) ເຊິ່ງກ່ຽວຂ້ອງກັບການດູແລກຸ່ມນະໂຍບາຍພິເສດ.
ກິດຈະກຳເພື່ອຕອບແທນບຸນຄຸນຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໄດ້ຮັບການຈັດຂຶ້ນຢ່ງສະໝ່ຳສະເໝີ ໂດຍມີຮູບແບບແລະເນື້ອໃນທີ່ຫຼາກຫຼາຍ ກໍ່ໃຫ້ເກີດຜົນກະທົບໃນວົງກວ້າງແລະເລິກເຊິ່ງຕໍ່ຊີວິດສັງຄົມ. ເຮືອນແຫ່ງຄວາມກະຕັນຍູຫຼາຍໝື່ນຫຼັງໄດ້ຖືກສ້າງຂຶ້ນໃໝ່ຫຼືສ້ອມແປງ; ມີການດຳເນີນງານຢ່າງມີປະສິດທິພາບໃນຫຼາຍໝຶ່ນໂຄງການ ເຊັ່ນ ບັນຊີເງິນຝາກປະຢັດຕອບແທນບຸນຄຸນ, ທຶນການສຶກສາ, ຊຸດສະໜັບສະໜູນການເລີ່ມຕົ້ນທຸລະກິດ ແລະໂຄງການດູແລແມ່ຫວຽດນາມວິລະຊົນ. ຮູບແບບການສະໜັບສະໜູນການດຳລົງຊີວິດຫຼາຍຢ່າງສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຍາດພີ່ນ້ອງຂອງພວກເຂົາ ຍັງຖືກນຳໃຊ້ຕໍ່ໄປໃນທ້ອງຖິ່ນຕ່າງໆ ເຊິ່ງປະກອບສ່ວນເຂົ້າໃນການສົ່ງເສີມຈິດໃຈແຫ່ງການເພິ່ງຕົນເອງ, ການພັດທະນາຕົນເອງ ແລະ ຄວາມຕັ້ງໃຈທີ່ຈະເຊື່ອມໂຍງຊຸມຊົນເຂົ້າກັບຊຸມຊົນ.
ໂດຍສະເພາະ, ລັດຖະບັນຍັດວ່າດ້ວຍການໃຫ້ບຸລິມະສິດແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຖືເປັນກ້າວສຳຄັນໃນການປັບປຸງນະໂຍບາຍ ແລະ ກົດໝາຍກ່ຽວກັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ສົມບູນຍິ່ງຂຶ້ນ. ລັດຖະບັນຍັດສະບັບນີ້ກຳນົດຜູ້ຮັບປະໂຫຍດ ເງື່ອນໄຂ ແລະມາດຕະຖານໃນການໄດ້ຮັບບຸລິມະສິດໄວ້ຢ່າງຊັດເຈນ; ລະບຸເຖິງຄວາມຮັບຜິດຊອບຂອງທຸກລະດັບ ແລະ ທຸກຂະແໜງການ; ແລະຈັດຕັ້ງກົນໄກການກວດສອບທີ່ເຂັ້ມງວດ, ເປີດເຜີຍ ແລະ ໂປ່ງໃສ. ນີ້ແມ່ນບາດກ້າວການຫັນເປັນນິຕິກຳທີ່ສຳຄັນໃນທິດທາງຂອງພັກກ່ຽວກັບການສ້າງນະໂຍບາຍທີ່ "ຮອບດ້ານ, ເປັນໄປໄດ້, ຍຸດຕິທຳ, ໂປ່ງໃສ ແລະ ມີປະສິດທິພາບ" ສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃນໄລຍະໃໝ່.
ຢ່າງໃດກໍຕາມ, ຄຽງຄູ່ກັບຜົນສຳເລັດ, ວຽກງານການດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດກໍ່ຍັງຄົງມີຂໍ້ຈຳກັດແລະຂໍ້ບົກຜ່ອງບາງຢ່າງ, ເຊັ່ນ ນະໂຍບາຍບາງຢ່າງຂາດຄວາມຍືດຫຍຸ່ນ ແລະ ບໍ່ເໝາະສົມກັບລັກສະນະສະເພາະ, ສະພາບແວດລ້ອມ ແລະ ຄວາມຕ້ອງການທີ່ຫຼາກຫຼາຍຂອງກຸ່ມຜູ້ຮັບປະໂຫຍດ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ ແລະ ເຂດທີ່ມີຊົນເຜົ່າສ່ວນນ້ອຍອາໄສຢູ່. ຂະບວນການແກ້ໄຂກໍລະນີທີ່ຄ້າງຄາ ແລະ ການກວດສອບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃນບາງກໍລະນີນັ້ນ ຍັງຄົງຍືດເຍື້ອ, ສົ່ງຜົນກະທົບຕໍ່ຄວາມຍຸຕິທຳ ແລະມະນຸດສະທຳຂອງນະໂຍບາຍ...
ຂໍ້ບົກຜ່ອງນີ້ເຮັດໃຫ້ຈຳເປັນຕ້ອງມີການປັບປຸງລະບົບກົດໝາຍ ແລະນະໂຍບາຍບຸລິມະສິດສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ໂດຍແນໃສ່ຄວາມທົ່ວເຖິງ, ຄວາມເປັນທຳ, ຄວາມຖືກຕ້ອງກັບຜູ້ໄດ້ຮັບຜົນປະໂຫຍດ, ຖືກກັບທາດແທ້ຂອງການປະຕິວັດ ແລະ ສອດຄ່ອງກັບພຶດຕິກຳຕົວຈິງ.
ຄວາມຮຽກຮ້ອງຕ້ອງການຂອງຍຸກໃໝ່
ເມື່ອກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ໂດຍສະເພາະໃນສະພາບການແຫ່ງການຊຸກຍູ້ການເຊື່ອມໂຍງສາກົນ, ການຫັນປ່ຽນດິຈິຕອນ ແລະ ການພັດທະນາເສດຖະກິດພູມປັນຍາ, ວຽກງານການດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຈະຕ້ອງໄດ້ຮັບການກຳນົດວ່າເປັນໜ້າທີ່ການເມືອງທີ່ສຳຄັນເປັນປະຈຳ ແລະ ມີຄວາມໝາຍຍຸດທະສາດໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນີ້ບໍ່ພຽງແຕ່ເປັນຄວາມຕ້ອງການພາວະວິໄສໃນການຜັນຂະຫຍາຍແນວທາງການພັດທະນາຜູ້ຄົນຫວຽດນາມເປັນຮູບປະທຳຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເທົ່ານັ້ນ, ແຕ່ຍັງເປັນຮາກຖານທາງດ້ານການເມືອງ ແລະ ສັງຄົມທີ່ສຳຄັນ, ປະກອບສ່ວນເຂົ້າໃນການຮັບປະກັນຄວາມປອດໄພທາງສັງຄົມທີ່ຍືນຍົງ, ຮັກສາສະຖຽນລະພາບທາງການເມືອງ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ.
ນະໂຍບາຍ "ສະແດງຄວາມກະຕັນຍູແລະຕອບແທນບຸນຄຸນ" ຈຳເປັນຕ້ອງໄດ້ຮັບການປັບປຸງໃຫ້ສົມບູນແບບໃນທິດທາງຮອບດ້ານ, ຍືດຫຍຸ່ນ, ມີມະນຸດສະທຳ, ສາມາດປັບຕົວໄດ້ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມຸ່ງໝັ້ນທາງການເມືອງຂອງພັກແລະລັດ ໃນການສືບທອດແລະເສີມຂະຫຍາຍມູນເຊື້ອຂອງຊາດທີ່ວ່າ “ເມື່ອດື່ມນ້ຳ ຈົງລະນຶກເຖິງແຫຼ່ງທີ່ມາ”. ໃນສະພາບການກະທົບຈາກຄວາມທ້າທາຍທີ່ບໍ່ເປັນແບບດັ້ງເດີມ ເຊັ່ນ ການສູງໄວຂອງປະຊາກອນ, ການປ່ຽນແປງສະພາບດິນຟ້າອາກາດ ແລະໂລກລະບາດ, ນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຈຳເປັນຕ້ອງໄດ້ວາງໄວ້ໃນກອບໂດຍລວມຂອງນະໂຍບາຍການພັດທະນາຊັບພະຍາກອນມະນຸດ ເພື່ອປົກປັກຮັກສາກຸ່ມດ້ອຍໂອກາດ ແລະ ເສີມຂະຫຍາຍຄວາມຍືດຫຍຸ່ນຂອງສັງຄົມ. ສິ່ງນີ້ຮຽກຮ້ອງໃຫ້ມີການປ່ຽນແປງຢ່າງແຂງແຮງໃນວິທີການຄິດ ແລະການຈັດຕັ້ງປະຕິບັດນະໂຍບາຍ, ຈາກການສະໜັບສະໜູນແບບຕັ້ງຮັບ ໄປສູ່ຄວາມເປັນເຈົ້າການໃນການມອບສິດ, ຈາກການແຊກແຊງແບບແຍກສ່ວນ ໄປສູ່ການເຊື່ອມໂຍງໂດຍລວມ, ຈາກລະບົບລັດຖະການໄປສູ່ການຫັນເປັນສັງຄົມ ເສີມຂະຫຍາຍບົດບາດຂອງສັງຄົມທັງໝົດໃນການດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ການວາງວຽກງານນີ້ໄວ້ໃນກອບວິໄສທັດຍຸດທະສາດທີ່ເຊື່ອມໂຍງກັບນະໂຍບາຍຫຼັກດ້ານຊັບພະຍາກອນມະນຸດ, ສະຫວັດດີການສັງຄົມ, ການປ້ອງກັນປະເທດ-ຄວາມໝັ້ນຄົງ ແລະ ການຕ່າງປະເທດ, ແມ່ນສິ່ງຈຳເປັນທີ່ສຸດຕໍ່ການບັນລຸເປົ້າໝາຍຂອງການພັດທະນາປະເທດໃຫ້ "ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ”.
ໜຶ່ງໃນພາລະກິດສຳຄັນໃນປະຈຸບັນນີ້ແມ່ນ ການນຳແນວທາງຂອງພັກກ່ຽວກັບການຕອບແທນບຸນຄຸນຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ມາບັນຍັດເປັນກົດລະບຽບທາງກົດໝາຍ ທີ່ສາມາດປະຕິບັດໄດ້ຈິງ, ສອດຄ່ອງກັບຄວາມເປັນຈິງ, ຮັບປະກັນຄວາມເປັນທຳໃນການເຂົ້າເຖິງ, ຄວາມຍືດຫຍຸ່ນໃນການດຳເນີນການ ແລະ ປະສິດທິພາບໃນການບັງຄັບໃຊ້. ນະໂຍບາຍນີ້ຈຳເປັນຕ້ອງໄດ້ຫັນເປັນຮູບປະທຳໃນຍຸດທະສາດການພັດທະນາມະນຸດຢ່າງຮອບດ້ານ ໂດຍຖືມະນຸດເປັນທັງເປົ້າໝາຍ ແລະເປັນແຮງຂັບເຄື່ອນຂອງການພັດທະນາ.
ຄວາມຕ້ອງການທີ່ສຳຄັນໃນປະຈຸບັນນີ້ແມ່ນການປ່ຽນແປງຈິນຕະນາການ ແລະວິທີການຈັດຕັ້ງປະຕິບັດນະໂຍບາຍບຸລິມະສິດແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຕາມທິດທາງຂອງການຮັບໃຊ້, ທັນສະໄໝ, ມີປະສິດທິພາບ ແລະ ມີມະນຸດສະທຳ. ໃນປະຈຸບັນ, ການປະຍຸກໃຊ້ການປ່ຽນແປງທາງດິຈິຕອນ ແລະການປະຕິຮູບການບໍລິຫານໃນການດຳເນີນນະໂຍບາຍ ເປັນສິ່ງຈຳເປັນຮີບດ່ວນ. ນີ້ແມ່ນເຄື່ອງມືທີ່ສຳຄັນເພື່ອປັບປຸງປະສິດທິພາບການຄຸ້ມຄອງ, ເພີ່ມຄວາມໂປ່ງໃສໃນຂະບວນການ, ຫຼຸດຜ່ອນເວລາການປະມວນຜົນ, ຫຼຸດຜ່ອນຄ່າໃຊ້ຈ່າຍທາງສັງຄົມ ແລະ ເພີ່ມຄວາມພໍໃຈຂອງພົນລະເມືອງ. ໃນເວລາດຽວກັນ ກໍ່ມີສ່ວນຊ່ວຍໃນການປ່ຽນວິທີການເຂົ້າເຖິງຈາກ "ການບໍລິຫານຈັດການແບບປົກຄອງ" ໄປສູ່ "ການກຳກັບດູແລທາງສັງຄົມ" ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈໃນການຮັບໃຊ້ປະຊາຊົນຂອງລັດແຫ່ງອຳນາດກົດລະບຽບສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ. ການຫັນປ່ຽນນະໂຍບາຍບຸລິມະສິດແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຈາກ "ຄວາມຮັບຜິດຊອບ, ພັນທະ" ໄປສູ່ “ກຳລັງຂັບເຄື່ອນການພັດທະນາ” ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການເສີມສ້າງຄຸນຄ່າດ້ານມະນຸດສະທຳຂອງລະບອບການປົກຄອງໃຫ້ເລິກເຊິ່ງຍິ່ງຂຶ້ນເທົ່ານັ້ນ ແຕ່ຍັງຊ່ວຍປູກຝັງຄວາມຮັບຜິດຊອບຕໍ່ສັງຄົມ, ການເພິ່ງພາຕົນເອງ ແລະ ຄວາມໃຝ່ຝັນທີ່ຈະກ້າວໜ້າໃນໝູ່ຜູ້ທີ່ໄດ້ອຸທິດຕົນໃຫ້ກັບການປະຕິວັດອີກນຳ. ນີ້ແມ່ນຮາກຖານສຳລັບການສ້າງສັງຄົມທີ່ຍຸຕິທຳແລະທົ່ວເຖິງ ເຊິ່ງບໍ່ມີໃຜຖືກປະໄວ້ທາງຫຼັງ ແລະ ພົນລະເມືອງທຸກຄົນ, ໂດຍສະເພາະຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ມີໂອກາດໄດ້ຮັບການພັດທະນາຢ່າງເປັນທຳ ແລະ ຮອບດ້ານ ໃນສະພາບແວດລ້ອມທາງການເມືອງທີ່ໝັ້ນຄົງ ແລະ ສັງຄົມທີ່ມີມະນຸດສະທຳ ແລະ ອາລະຍະທຳ.
ການເສີມຂະຫຍາຍຫຼັກການແຫ່ງຄວາມກະຕັນຍູບໍ່ພຽງແຕ່ຊ່ວຍເສີມສ້າງຄວາມໄວ້ວາງໃຈທາງສັງຄົມໃນພັກ, ລັດ ແລະ ລະບອບສັງຄົມນິຍົມເທົ່ານັ້ນ, ແຕ່ຍັງເປັນຮາກຖານທາງຈິດວິນຍານທີ່ໝັ້ນຄົງສຳລັບການປູກຝັງຄວາມປາດຖະໜາໃນການພັດທະນາ, ປົດປ່ອຍພະລັງພາຍໃນ, ຝຶກຝົນຫຼໍ່ຫຼອມຫຼັກໝັ້ນຄວາມກ້າຫານທາງການເມືອງ, ຄຸນນະທຳພົນລະເມືອງ ແລະ ຄຸນສົມບັດປະຕິວັດໃນຊາວຫວຽດນາມທຸກຄົນໃນຍຸກໃໝ່. ດັ່ງນັ້ນ, ຄວາມຕ້ອງການຍຸດທະສາດໃນປະຈຸບັນແມ່ນ ຍູ້ແຮງວຽກງານໂຄສະນາແລະອົບຮົມສຶກສາດ້ານການເມືອງ-ແນວຄິດກ່ຽວກັບມູນເຊື້ອຮັກຊາດ, ຫຼັກສິນທຳ "ເມື່ອດື່ມນ້ຳ ຈົງລະນຶກເຖິງແຫຼ່ງທີ່ມາ", ຈິດໃຈແຫ່ງຄວາມກະຕັນຍູ ແລະ ຄວາມຮັບຜິດຊອບຂອງພົນລະເມືອງຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ນີ້ບໍ່ພຽງແຕ່ເປັນວິທີແກ້ໄຂເພີ່ມເຕີມຕໍ່ນະໂຍບາຍ "ສະແດງຄວາມກະຕັນຍູແລະຕອບແທນບຸນຄຸນ", ແຕ່ຍັງເປັນວິທີການທີ່ສຳຄັນໃນການເສີມສ້າງຄຸນຄ່າທາງວັດທະນະທຳ ແລະ ຈິດໃຈແຫ່ງຊາດ ໃນຂະບວນການພັດທະນາ ແລະການເຊື່ອມໂຍງ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ກຳນົດວ່າ ຕ້ອງ "ເພີ່ມທະວີການສຶກສາອົບຮົມນ້ຳໃຈຮັກຊາດ, ຄວາມພາກພູມໃຈໃນຊາດ, ມູນເຊື້ອແລະປະຫວັດສາດຂອງຊາດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມສຳລັບປະຊາຊົນທຸກຊັ້ນຄົນ, ໂດຍສະເພາະຊາວໜຸ່ມ”(5). ຜ່ານລະບົບການສຶກສາແຫ່ງຊາດ, ກິດຈະກຳຂອງອົງການສັງຄົມ-ການເມືອງ ເຊັ່ນ: ສະຫະພັນຊາວໜຸ່ມ, ສະມາຄົມນັກຮົບເກົ່າ, ສະຫະພັນແມ່ຍິງ ແລະອື່ນໆ. ນອກເໜືອຈາກບົດບາດນຳໜ້າຂອງສື່ມວນຊົນ, ສິລະປະ ແລະ ວັນນະຄະດີແລ້ວ ຈຳເປັນຕ້ອງສົ່ງເສີມບົດບາດຂອງການສຶກສາອົບຮົມມູນເຊື້ອຢ່າງແຂງແຮງ ແລະ ປຸກຈິດສຳນຶກຮັກຊາດໃຫ້ທົ່ວທັງສັງຄົມ, ໂດຍສະເພາະ ໃນບັນດາຊາວໜຸ່ມເຍົາວະຊົນ. ວຽກງານໂຄສະນາອົບຮົມ ແລະການສຶກສາຕ້ອງໄດ້ຮັບການພັດທະນາຢ່າງເປັນແບບສະບັບ ແລະ ທັນສະໄໝ, ຕິດພັນກັບຄວາມເປັນຈິງຂອງປະເທດ ແລະ ຄວາມຕ້ອງການຂອງຄົນລຸ້ນໃໝ່. ການສ້າງຫຼັກສູດກ່ຽວກັບປະຫວັດສາດ ແລະມູນເຊື້ອຮັກຊາດໃນໂຮງຮຽນ, ການຈັດເວທີປາໄສເພື່ອສະແດງຄວາມກະຕັນຍູ, ການຈັດການແຂ່ງຂັນເພື່ອຮຽນຮູ້ກ່ຽວກັບບຸກຄົນແບບຢ່າງທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ການເຊື່ອມໂຍງຫົວຂໍ້ "ຄວາມກະຕັນຍູແລະຕອບແທນບຸນຄຸນ" ເຂົ້າໃນຜະລິດຕະພັນວັດທະນະທໍາ ແລະ ສິລະປະ, ຮູບເງົາ ແລະ ເວທີດິຈິຕອນ ຈະປະກອບສ່ວນສົ່ງເສີມຄຸນຄ່າມະນຸດສະທໍາອັນເລິກເຊິ່ງໃຫ້ແຜ່ຫຼາຍໄປທົ່ວຊຸມຊົນ. ໃນຍຸກດິຈິຕອນ, ຈຳເປັນຕ້ອງນຳໃຊ້ຜົນສຳເລັດທາງວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: ປັນຍາປະດິດ, ຄວາມຈິງສະເໝືອນ, ຫໍສະໝຸດດິຈິຕອນ ແລະອື່ນໆ ເພື່ອປ່ຽນແປງໃໝ່ວິທີການສຶກສາອົບຮົມກ່ຽວກັບມູນເຊື້ອປະຕິວັດ. ສິ່ງນີ້ຊ່ວຍເພີ່ມປະຕິສຳພັນ, ເສີມສ້າງປະສົບການ, ກະຕຸ້ນອາລົມ ແລະ ປັບປຸງປະສິດທິພາບຂອງການຮຽນຮູ້, ໂດຍສະເພາະສຳລັບຄົນລຸ້ນໃໝ່.
ໃນສະພາບຄວາມຈຳເປັນຮີບດ່ວນທີ່ເພີ່ມຫຼາຍຂຶ້ນໃນການປັບປຸງປະສິດທິຜົນຂອງການບໍລິຫານປະເທດ ແລະການຈັດຕັ້ງປະຕິບັດປະຊາທິປະໄຕສັງຄົມນິຍົມນັ້ນ ການສົ່ງເສີມບົດບາດຂອງການຕິດຕາມກວດກາ ແລະການວິຈານສັງຄົມຕໍ່ນະໂຍບາຍບຸລິມະສິດແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຄວນໄດ້ຮັບຄວາມສຳຄັນເປັນພິເສດ. ມີຄວາມຈຳເປັນຕ້ອງປັບປຸງຂອບກົດໝາຍ ແລະສ້າງກົນໄກການປະສານງານຢ່າງໃກ້ຊິດ ລະຫວ່າງແນວໂຮມປະເທດຊາດຫວຽດນາມ, ອົງການສະມາຊິກ, ອົງການຂອງລັດ, ໜັງສືພິມ, ສື່ມວນຊົນ ແລະ ຊຸມຊົນ ເພື່ອເຮັດໃຫ້ການຕິດຕາມກວດກາ ແລະ ການວິຈານສັງຄົມ ມີເນື້ອໃນ, ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
ນອກຈາກນັ້ນ, ການລະດົມກຳລັງແຮງລວມຂອງສັງຄົມທັງໝົດໃນຂະບວນການ "ສະແດງຄວາມກະຕັນຍູແລະຕອບແທນບຸນຄຸນ" ຈຳເປັນຕ້ອງຍົກລະດັບໃຫ້ເປັນລະດັບຍຸດທະສາດ. ນີ້ແມ່ນການສືບຕໍ່ມູນເຊື້ອຂອງ "ທົ່ວປະເທດເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ", ສະແດງໃຫ້ເຫັນຢ່າງເລິກເຊິ່ງເຖິງຫຼັກສິນທຳທີ່ວ່າ "ເມື່ອດື່ມນ້ຳ ຈົງລະນຶກເຖິງແຫຼ່ງທີ່ມາ” ແລະ ເປັນການສະແດງອອກຢ່າງມີຊີວິດຊີວາຂອງຄວາມສາມັກຄີ ແລະຄວາມຮັບຜິດຊອບຂອງຊຸມຊົນ ໃນສະພາບການໃໝ່ ດ້ວຍການເຂົ້າຮ່ວມຂອງອົງການຈັດຕັ້ງ, ວິສາຫະກິດຈາກທຸກພາກສ່ວນເສດຖະກິດ, ອົງການຈັດຕັ້ງທາງສັງຄົມ, ກຸ່ມອາສາສະໝັກ ແລະ ທົ່ວສັງຄົມ. ການມີສ່ວນຮ່ວມຂອງທົ່ວສັງຄົມບໍ່ພຽງແຕ່ເພີ່ມຊັບພະຍາກອນເທົ່ານັ້ນ ແຕ່ຍັງສ້າງຜົນກະທົບ, ປຸກລະດົມຄວາມຮູ້ສຶກຮັບຜິດຊອບ ແລະ ເສີມສ້າງຄວາມຜູກພັນລະຫວ່າງພັກ ລັດ ແລະ ປະຊາຊົນ.
ໃນສະພາບການຂອງການເຊື່ອມໂຍງສາກົນຢ່າງກວ້າງຂວາງເລິກເຊິ່ງ, ການເຜີຍແຜ່ຄຸນຄ່າຂອງຄວາມກະຕັນຍູຍັງປະກອບສ່ວນເຂົ້າໃນການສ້າງຮູບພາບຂອງຫວຽດນາມ ໃນຖານະເປັນປະເທດທີ່ມີມະນຸດສະທຳ, ມີຄວາມເມດຕາ ແລະ ມີຄວາມຮັບຜິດຊອບ. ການໃຫ້ສັງຄົມເຮັດວຽກງານດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ບົນພື້ນຖານການຮັກສາບົດບາດການນຳພາຮອບດ້ານຂອງພັກ ແລະ ການບໍລິຫານຂອງລັດນັ້ນ ບໍ່ພຽງແຕ່ຈະຂະຫຍາຍຂອບເຂດການຈັດຕັ້ງປະຕິບັດນະໂຍບາຍເທົ່ານັ້ນ ແຕ່ຍັງສ້າງລະບົບນິເວດແຫ່ງຄວາມກະຕັນຍູທີ່ມີຫຼາຍມິຕິແລະຍືນຍົງອີກນຳ. ດ້ວຍເຫດນີ້, ຄຸນຄ່າຫຼັກຂອງມູນເຊື້ອທີ່ດີງາມຈຶງໄດ້ຮັບການສືບຕໍ່ ແລະສົ່ງເສີມຢ່າງແຂງແຮງ ໃນຍຸກແຫ່ງການພັດທະນາໃໝ່ ເຊິ່ງເປັນຍຸກແຫ່ງຄວາມເປັນເອກະລາດ, ເພິ່ງພາຕົນເອງ, ໝັ້ນໃຈໃນຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມພາກພູມໃຈໃນຊາດ, ການເຊື່ອມໂຍງຢ່າງຮອບດ້ານ ແລະ ການພັດທະນາທີ່ຍືນຍົງ. ການສະແດງຄວາມກະຕັນຍູແລະຕອບແທນບຸນຄຸນຂອງຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ບໍ່ພຽງແຕ່ມີຄວາມໝາຍທາງດ້ານສິນທຳເທົ່ານັ້ນ ແຕ່ຍັງປະກອບສ່ວນເຂົ້າໃນການເສີມສ້າງຄວາມເຊື່ອໝັ້ນທາງຍຸດທະສາດ, ສ້າງຮາກຖານທາງຈິດວິນຍານເພື່ອການພັດທະນາຢ່າງຍືນຍົງ ແລະ ຮັກສາກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ. ການສະແດງຄວາມກະຕັນຍູແລະຕອບແທນບຸນຄຸນ ບໍ່ພຽງແຕ່ເປັນໜ້າທີ່ທາງປະຫວັດສາດເທົ່ານັ້ນ ແຕ່ຍັງເປັນແຫຼ່ງຊັບພະຍາກອນທາງຈິດວິນຍານອັນລ້ຳຄ່າ, ຊ່ວຍສົ່ງເສີມສັດທາ, ບຳລຸງລ້ຽງຄວາມໄຝ່ຝັນ ແລະ ປົດປ່ອຍພະລັງພາຍໃນຂອງຊາດ. ຈິດວິນຍານນັ້ນຍັງຄົງເປັນຮາກຖານທີ່ໝັ້ນຄົງສຳລັບພັກ ລັດ ແລະ ປະຊາຊົນຫວຽດນາມ ໃນການກ້າວໄປຂ້າງໜ້າຢ່າງໝັ້ນຄົງ ບົນເສັ້ນທາງແຫ່ງຄວາມເປັນເອກະລາດ ແລະ ການເພິ່ງພາຕົນເອງ ເພື່ອບັນລຸເປົ້າໝາຍ: "ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ”, ເພື່ອຄວາມສຸກຂອງປະຊາຊົນ, ເພື່ອອະນາຄົດທີ່ຈະເລີນຮຸ່ງເຮືອງຂອງປະເທດ ແລະ ເພື່ອການຍືນຍົງຄົງຕົວຂອງຊາດຫວຽດນາມ.
----------------------------------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 5, ໜ້າ 204.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 148-149
(3) ເບິ່ງ: ຫງວຽນ ຝູ ຈ້ອງ: “ເສີມຂະຫຍາຍບັນດາຜົນງານແລະບົດຮຽນທີ່ໄດ້ຮັບ; ສືບຕໍ່ຊຸກຍູ້ກິດຈະການປ່ຽນແປງໃໝ່ຢ່າງແຂງແຮງ, ໃຊ້ປະໂຫຍດຈາກທຸກໂອກາດແລະຂໍ້ໄດ້ປຽບ; ຜ່ານຜ່າຄວາມຫຍຸ້ງຍາກແລະຄວາມທ້າທາຍທັງໝົດ; ຕັດສິນໃຈຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃຫ້ປະສົບຜົນສຳເລັດຢ່າງຈົບງາມ”, ວາລະສານກອມມູນິດ, ສະບັບທີ 1014, ເດືອນພຶດສະພາ 2023, ໜ້າ 18.
(4) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 266.
(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 143.