ເສດຖະກິດສີຂຽວ - ຄວາມຕ້ອງການທີ່ຈຳເປັນ
ຂອງການພັດທະນາຢ່າງຍືນຍົງ

ໂດຍ ເຈິ່ນ ດຶກ ຖັງ
ກຳມະການສູນກາງພັກ, ລັດຖະມົນຕີກະຊວງກະສິກຳແລະສິ່ງແວດລ້ອມ
08:43, 24-04-2026

ວກ.- ຮູບແບບເສດຖະກິດສີຂຽວ ເຊິ່ງມີວິທີການທີ່ກົມກຽວກັນລະຫວ່າງການພັດທະນາເສດຖະກິດ, ການຮັກສາສິ່ງແວດລ້ອມ ແລະ ຄວາມສະເໝີພາບທາງສັງຄົມ ຖືເປັນທ່າອ່ຽງການພັດທະນາໂລກທີ່ຫຼີກລ່ຽງບໍ່ໄດ້. ໃນສະພາບການນີ້, ຄຽງຄູ່ກັບເສດຖະກິດດິຈິຕອນ, ການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ຮູບແບບການເຕີບໂຕຢ່າງຍືນຍົງອື່ນໆ ໄດ້ຖືກລວມເຂົ້າໃນນະໂຍບາຍ ແລະແນວທາງປະຕິບັດຂອງພັກກອມມູນິດຫວຽດນາມ ແລະລັດຫວຽດນາມຕັ້ງແຕ່ຕົ້ນ ເຊິ່ງສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການສົ່ງເສີມການພັດທະນາເສດຖະກິດສີຂຽວໃນຍຸກໃໝ່.

ງານສະແດງແຟຊັ່ນທີ່ນຳສະເໜີຊຸດອ໋າວຢ່າຍພື້ນເມືອງຂອງຫວຽດນາມ ແລະ ຜ້າໄໝທໍມືຈາກພູສູງພາກກາງ ທີ່ນ້ຳຕົກຕາດປາສີ (ແຂວງກວ໋າງງ້າຍ) _ພາຍ: TTXVN

ໂລກໄດ້ພິສູດໃຫ້ແລ້ວວ່າ ຮູບແບບເສດຖະກິດສີນ້ຳຕານ (1) ເຮັດໃຫ້ເກີດຜົນກະທົບຮ້າຍແຮງ ເຊັ່ນ ມົນລະພິດທາງອາກາດ, ນ້ຳ ແລະ ມະຫາສະໝຸດ; ການເສື່ອມໂຊມຂອງທີ່ດິນ; ພື້ນທີ່ປ່າໄມ້ຫຼຸດລົງ; ຄວາມຫຼາກຫຼາຍທາງຊີວະພາບຫຼຸດລົງ; ການປ່ອຍກ໊າດເຮືອນແກ້ວເພີ່ມຂຶ້ນ ເຊິ່ງເຮັດໃຫ້ເກີດການປ່ຽນແປງສະພາບອາກາດໃນລະດັບໂລກ. ຜົນກະທົບນີ້ບໍ່ພຽງແຕ່ເປັນໄພຂົ່ມຂູ່ຕໍ່ສະພາບແວດລ້ອມການດຳລົງຊີວິດຂອງມະນຸດເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບໂດຍກົງຕໍ່ການພັດທະນາຢ່າງຍືນຍົງຂອງແຕ່ລະປະເທດ.

ເມື່ອປະເຊີນກັບຄວາມທ້າທາຍລະດັບໂລກ, ອົງການສະຫະປະຊາຊາດໄດ້ກຳນົດວາລະການພັດທະນາແບບຍືນຍົງປີ 2030 ພ້ອມດ້ວຍເປົ້າໝາຍການພັດທະນາແບບຍືນຍົງ (SDGs) 17 ເປົ້າໝາຍ ພ້ອມກັນນັ້ນ ກໍ່ໄດ້ພັດທະນາເອກະສານສາກົນທີ່ສຳຄັນຫຼາຍສະບັບເພື່ອປົກປ້ອງສິ່ງແວດລ້ອມ ແລະຮັບມືກັບການປ່ຽນແປງສະພາບອາກາດ. ຕົວຢ່າງທີ່ໂດດເດັ່ນລວມມີ ຂໍ້ຕົກລົງປາຣີວ່າດ້ວຍການປ່ຽນແປງສະພາບອາກາດ ເຊິ່ງມຸ່ງໄປທີ່ການປ່ອຍກ໊າດເຮືອນແກ້ວສຸດທິເປັນສູນພາຍໃນປີ 2050 ແລະຂອບງານຄວາມຫຼາກຫຼາຍທາງຊີວະພາບລະດັບໂລກ ຄຸນໝິງ-ມອນທຣີອອນ ປີ 2022 ເຊິ່ງມຸ່ງໝັ້ນທີ່ຈະອະນຸລັກພື້ນທີ່ເທິງບົກແລະທະເລ 30% ພາຍໃນປີ 2030. ໃນສະພາບການນີ້, ຮູບແບບເສດຖະກິດສີຂຽວ ເຊິ່ງມີວິທີການທີ່ກົມກຽວກັນລະຫວ່າງການພັດທະນາເສດຖະກິດ, ການປົກປ້ອງສິ່ງແວດລ້ອມ ແລະຄວາມສະເໝີພາບທາງສັງຄົມ, ຖືເປັນທ່າອ່ຽງການພັດທະນາທີ່ຫຼີກລ່ຽງບໍ່ໄດ້ ແລະກຳລັງດຶງດູດຄວາມສົນໃຈຈາກປະຊາຄົມສາກົນເພີ່ມຂຶ້ນເລື້ອຍໆ.

ຫວຽດນາມໄດ້ບັນລຸຜົນສຳເລັດຫຼາຍຢ່າງໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ຮອດປີ 2030 ເຊິ່ງໄດ້ຮັບການຍອມຮັບຈາກປະຊາຄົມໂລກ. ຢ່າງໃດກໍ່ຕາມ, ປະເທດຍັງປະເຊີນກັບຄວາມທ້າທາຍຫຼາຍຢ່າງທີ່ຕ້ອງໄດ້ຮັບການແກ້ໄຂ ເຊັ່ນ: ການຂາດແຄນຊັບພະຍາກອນ ແລະພະລັງງານເພື່ອການພັດທະນາ; ມົນລະພິດແລະການເສື່ອມໂຊມຂອງສິ່ງແວດລ້ອມທີ່ຍັງບໍ່ໄດ້ຮັບການແກ້ໄຂຢ່າງເປັນຮູບປະທຳ; ຄວາມຫຼາກຫຼາຍທາງຊີວະພາບທີ່ຫຼຸດລົງ; ການປ່ຽນແປງສະພາບອາກາດທີ່ຮ້າຍແຮງຂຶ້ນເລື້ອຍໆ ດ້ວຍປະກົດການຕ່າງໆ ເຊັ່ນ ລະດັບນ້ຳທະເລທີ່ສູງຂຶ້ນ, ການຊຶມເຂົ້າຂອງນ້ຳເຄັມໃນເຂດສາມຫຼ່ຽມປາກແມ່ນ້ຳຂອງ, ນ້ຳຖ້ວມແລະດິນເຈື່ອນໃນເຂດພູດອຍ ແລະ ໄພພິບັດທາງທຳມະຊາດຮຸນແຮງທີ່ສ້າງຄວາມເສຍຫາຍຢ່າງໜັກໜ່ວງ... ໃນສະພາບການດັ່ງກ່າວ, ພ້ອມກັບເສດຖະກິດດິຈິຕອນ, ການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະຮູບແບບການເຕີບໂຕທີ່ຍືນຍົງອື່ນໆ ໄດ້ຖືກວາງອອກໃນນະໂຍບາຍແລະແນວທາງຂອງພັກ ແລະລັດ ຕັ້ງແຕ່ຫົວທີ ເພື່ອແນໃສ່ປະຕິບັດເປົ້າໝາຍການພັດທະນາທີ່ຍືນຍົງໃຫ້ສຳເລັດຜົນ.

ຫວຽດນາມກຳລັງປັບປຸງສະຖາບັນຕ່າງໆໃຫ້ສົມບູນແບບ
ແລະຊຸກຍູ້ການພັດທະນາເສດຖະກິດສີຂຽວ

ໃນຊຸມປີທີ່ຜ່ານມາ, ລະບົບນະໂຍບາຍແລະກົດໝາຍທີ່ມຸ່ງສ້າງແລະດຳເນີນງານເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ຫຼຸດການປ່ອຍກ໊າດເຮືອນແກ້ວ ໄດ້ຮັບຄວາມສົນໃຈແລະຊີ້ນຳໆພາຈາກພັກກອມມູນິດຫວຽດນາມ ແລະລັດຫວຽດນາມ ຜ່ານແນວທາງ, ຍຸດທະສາດ ແລະນະໂຍບາຍທີ່ສະເພາະເຈາະຈົງ. ໃນເບື້ອງຕົ້ນ, ຫວຽດນາມໄດ້ສ້າງຂອບນະໂຍບາຍແລະກົດໝາຍທີ່ຂ້ອນຂ້າງສອດຄ່ອງ, ທັນທ່ວງທີ ແລະ ເໝາະສົມກັບລັກສະນະສະເພາະຂອງແຕ່ລະຂະແໜງການ, ຂົງເຂດ ແລະທ້ອງຖິ່ນ. ຫຼາຍແຂວງແລະນະຄອນ ເຊັ່ນ ກວ໋າງນິງ, ຫາຍຟ່ອງ, ດານັ້ງ... ໄດ້ຫັນທິດທາງນີ້ເປັນຮູບປະທຳດ້ວຍແຜນການ, ໂຄງການ ແລະການກະທຳຕົວຈິງ, ດັ່ງນັ້ນຈຶ່ງລະດົມຊັບພະຍາກອນການລົງທຶນສຳລັບເສດຖະກິດສີຂຽວທີ່ເຊື່ອມໂຍງກັບລັກສະນະສະເພາະ ແລະ ຂໍ້ໄດ້ປຽບໃນການພັດທະນາຂອງຕົນເອງ.

ດ້ວຍການຜັນຂະຫຍາຍປະຕິບັດມະຕິຂອງພັກ, ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວໃນໄລຍະປີ 2021-2030 ແລະກົດໝາຍວ່າດ້ວຍການປົກປ້ອງສິ່ງແວດລ້ອມ, ຫວຽດນາມໄດ້ວາງຂອບນະໂຍບາຍທີ່ຄົບຖ້ວນພໍສົມຄວນ, ສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການສົ່ງເສີມການນຳໃຊ້ເສດຖະກິດສີຂຽວ ແລະເສດຖະກິດໝູນວຽນທີ່ສອດຄ່ອງກັບຄວາມຕ້ອງການ ແລະເງື່ອນໄຂຂອງຫວຽດນາມ. ນະໂຍບາຍຫຼ້າສຸດບາງປະການມີບົດບາດໃນການສ້າງຮາກຖານທາງກົດໝາຍສຳລັບການພັດທະນາເສດຖະກິດສີຂຽວ ເຊັ່ນ: ດຳລັດຂອງລັດຖະບານ, ຄຳສັ່ງຂອງນາຍົກລັດຖະມົນຕີ(2), ແລະໃນເວລາດຽວກັນກໍ່ເຊື່ອມໂຍງເສດຖະກິດສີຂຽວແລະເສດຖະກິດໝູນວຽນເຂົ້າໃນກົດໝາຍທີ່ປະກາດໃຊ້ໃໝ່ ເຊັ່ນ ກົດໝາຍວ່າດ້ວຍການປົກປ້ອງສິ່ງແວດລ້ອມ, ກົດໝາຍວ່າດ້ວຍຊັບພະຍາກອນນ້ຳ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍທໍລະນີວິທະຍາແລະແຮ່ທາດ ແລະອື່ນໆ.

ໃນໄລຍະຜ່ານມາ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ສະມາຄົມອາຊີບ ໄດ້ເປັນເຈົ້າການໃນການຄົ້ນຄວ້າ ແລະສະເໜີຂໍ້ລິເລີ່ມ, ແຜນງານ ແລະວິທີແກ້ໄຂສະເພາະເພື່ອສົ່ງເສີມການຫັນສູ່ເສດຖະກິດສີຂຽວ. ສິ່ງນີ້ບໍ່ພຽງແຕ່ຊ່ວຍປັບປຸງພື້ນຖານວິທະຍາສາດ ແລະ ການວາງແຜນນະໂຍບາຍເທົ່ານັ້ນ, ແຕ່ຍັງຊ່ວຍເຜີຍແຜ່ຄວາມຮັບຮູ້ແລະທັກສະ ເພື່ອໃຫ້ຊຸມຊົນທຸລະກິດ, ສະຫະກອນ ແລະປະຊາຊົນ ສາມາດນຳຮູບແບບການຜະລິດສີຂຽວມາໃຊ້ໄດ້ເທື່ອລະກ້າວ.

ໃນທາງປະຕິບັດ, ທ່າອ່ຽງການຜະລິດແລະການບໍລິໂພກທີ່ເປັນມິດຕໍ່ສິ່ງແວດລ້ອມໄດ້ກາຍເປັນແຮງຜັກດັນສຳຄັນ ເຊິ່ງສະແດງອອກໃນສາມດ້ານທີ່ໂດດເດັ່ນດັງນີ້:

ທີໜຶ່ງ, ການຜະລິດແລະທຸລະກິດທີ່ເປັນມິດຕໍ່ສິ່ງແວດລ້ອມໃນຫຼາຍຂະແໜງການ ແລະຂົງເຂດທີ່ແຕກຕ່າງກັນ, ໂດຍທົ່ວໄປແມ່ນ: i- ຂະແໜງພະລັງງານທີ່ພັດທະນາພະລັງງານໝູນວຽນ (ພະລັງງານລົມ, ພະລັງງານແສງຕາເວັນ, ນໍ້າມັນເຊື້ອໄຟທີ່ຍືນຍົງ); ii- ຂະແໜງກະສິກຳທີ່ນຳໃຊ້ຮູບແບບການຜະລິດອັດສະລິຍະ, ຫຼຸດການປ່ອຍມົນລະພິດ ແລະປົກປ້ອງສິ່ງແວດລ້ອມ; iii- ຂະແໜງການກໍ່ສ້າງ ແລະການຂົນສົ່ງທີ່ຂະຫຍາຍໂຄງສ້າງພື້ນຖານຍານພາຫະນະໄຟຟ້າ, ລະບົບຂົນສົ່ງສາທາລະນະທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະການນຳໃຊ້ມາດຕະຖານອາຄານສີຂຽວ (Lotus, LEED, EDGE, Green Mark...); iv- ຂົງເຂດການປຸງແຕ່ງ, ການຜະລິດ ແລະນິຄົມອຸດສາຫະກຳ ໄດ້ມີຄວາມພະຍາຍາມໃນການນຳໃຊ້ວິທີແກ້ໄຂເສດຖະກິດໝູນວຽນ (ພຼາດສະຕິກ, ສິ່ງທໍ, ການຜະລິດວັດສະດຸກໍ່ສ້າງ, ການປຸງແຕ່ງອາຫານ...), ພັດທະນາການທ່ອງທ່ຽວສີຂຽວ, ການທ່ອງທ່ຽວແບບນິເວດ, ການພັດທະນານິຄົມອຸດສາຫະກຳແບບນິເວດ ແລະ ນີຄົມອຸດສາຫະກຳໝູນວຽນ...

ທີສອງ, ການບໍລິໂພກທີ່ເປັນມິດຕໍ່ສິ່ງແວດລ້ອມແມ່ນສິ່ງສຳຄັນ. ກະຊວງ, ຂະແໜງການແລະທ້ອງຖິ່ນຫຼາຍແຫ່ງໄດ້ເລີ່ມຈັດຕັ້ງການຈັດຊື້ຈັດຈ້າງພາກລັດທີ່ເປັນມິດຕໍ່ສິ່ງແວດລ້ອມສຳລັບໂຄງການຕ່າງໆ ໂດຍໃຊ້ງົບປະມານຂອງລັດ. ນະຄອນໃຫຍ່ບາງແຫ່ງ ເຊັ່ນ ຮ່າໂນ້ຍແລະນະຄອນໂຮ່ຈິມິນ ໄດ້ອອກແຜນງານ ແລະລົງທຶນໃນການພັດທະນາໂຄງສ້າງພື້ນຖານ ເພື່ອສະໜັບສະໜູນການຂົນສົ່ງທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຫຼຸດຜ່ອນຂີ້ເຫຍື້ອພຼາດສະຕິກ. ຮ້ານສັບພະສິນຄ້າແລະສູນການຄ້າບາງແຫ່ງ ໄດ້ທົດລອງແລະຂະຫຍາຍໂຄງການບໍລິໂພກທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອຫຼຸດຜ່ອນຂີ້ເຫຍື້ອພຼາດສະຕິກ, ສົ່ງເສີມການນຳໃຊ້ຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ, ຜະລິດຕະພັນສີຂຽວ ແລະ ສານເຄມີສີຂຽວ ເຊິ່ງກຳລັງໄດ້ຮັບຄວາມສົນໃຈຈາກສາທາລະນະຊົນ. ຊຸມຊົນຫຼາຍແຫ່ງໄດ້ພັດທະນາໂຄງການແລະຮູບແບບທີ່ດີສຳລັບການຄັດແຍກ, ລວບລວມ ແລະ ບຳບັດຂີ້ເຫຍື້ອຢ່າງມີປະສິດທິພາບ ສອດຄ່ອງກັບເສດຖະກິດໝູນວຽນ.

ທີສາມ, ການເງິນແລະການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ. ສະຖິຕິຈາກທະນາຄານແຫ່ງຊາດຫວຽດນາມສະແດງໃຫ້ເຫັນວ່າ ຕັ້ງແຕ່ປີ 2017 ຈົນເຖິງປະຈຸບັນ, ສິນເຊື່ອສີຂຽວເຕີບໂຕໃນທາງບວກໃນອັດຕາຫຼາຍກວ່າ 20% ຕໍ່ປີ, ກວມເອົາປະມານ 4% ຂອງສິນເຊື່ອຄົງຄ້າງທັງໝົດຂອງເສດຖະກິດໂດຍລວມ. ທຸລະກິດແລະທະນາຄານການຄ້າບາງແຫ່ງກຳລັງຄ່ອຍໆຫັນມາໃຊ້ພັນທະບັດສີຂຽວ ເພື່ອລະດົມທຶນຈາກຕະຫຼາດການເງິນສາກົນ.

ນະໂຍບາຍແລະແນວປະຕິບັດທີ່ກ່າວມາຂ້າງເທິງກຳລັງຄ່ອຍໆ ກໍ່ຕົວເປັນຮາກຖານທາງສະຖາບັນ ແລະແຮງຂັບເຄື່ອນທາງເສດຖະກິດແລະສັງຄົມສຳລັບຂະບວນການຫັນປ່ຽນສູ່ເສດຖະກິດສີຂຽວ. ຫວຽດນາມຢືນຢັນຄວາມມຸ່ງໝັ້ນທີ່ຈະເປັນຜູ້ນຳໜ້າໃນພາກພື້ນອາຊຽນ, ພ້ອມທັງເປັນເຈົ້າການໃນການເຊື່ອມໂຍງກັບທ່າອ່ຽງການພັດທະນາແບບຍືນຍົງລະດັບໂລກ, ສ້າງພື້ນຖານເພື່ອບັນລຸຄຳໝັ້ນສັນຍາໃນການປ່ອຍກ໊າດເຮືອນແກ້ວສຸດທິເປັນສູນພາຍໃນປີ 2050 ແລະເປົ້າໝາຍການພັດທະນາຢ່າງຍືນຍົງ.

ພື້ນຖານກະສິກຳຂອງຫວຽດນາມກຳລັງຫັນປ່ຽນໄປສູ່ແນວທາງປະຕິບັດທີ່ເປັນມິດຕໍ່ສິ່ງແວດລ້ອມ,
ຫຼຸດການປ່ອຍກ໊າດເຮືອນແກ້ວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສີຂຽວ. 

ເຊັ່ນດຽວກັບເສດຖະກິດສີຂຽວ, ກະສິກຳສີຂຽວແມ່ນຮູບແບບການຜະລິດທີ່ເນັ້ນການນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ, ການປົກປ້ອງສິ່ງແວດລ້ອມ ແລະ ການອະນຸລັກຄວາມຫຼາກຫຼາຍທາງຊີວະພາບ. ຮູບແບບນີ້ມຸ່ງຫວັງໃຫ້ເກີດຄວາມກົມກຽວລະຫວ່າງການຜະລິດແລະສິ່ງແວດລ້ອມ, ໂດຍເນັ້ນຄວາມຍືນຍົງທາງນິເວດວິທະຍາ ແລະຄວາມຍືດຫຍຸ່ນຂອງລະບົບກະສິກຳ.

ເປົ້າໝາຍພື້ນຖານຂອງກະສິກຳສີຂຽວແມ່ນ: i- ການສ້າງຜະລິດຕະພັນຄຸນນະພາບສູງທີ່ເຊື່ອມໂຍງກັບຄວາມປອດໄພຂອງອາຫານ; ii- ການສ້າງວຽກເຮັດງານທຳສີຂຽວ ແລະປັບປຸງຄຸນນະພາບຊີວິດຂອງຊາວກະສິກອນ; iii- ການຮັກສາແລະພັດທະນາທຶນທາງທຳມະຊາດ (ທີ່ດິນ, ນ້ຳ, ລະບົບນິເວດ, ຄວາມຫຼາກຫຼາຍທາງຊີວະພາບ); iv- ການສົ່ງເສີມການຜະລິດກະສິກຳທີ່ປ່ອຍກ໊າດເຮືອນແກ້ວຕ່ຳ, ການອະນຸລັກຊັບພະຍາກອນ ແລະການປັບຕົວຕໍ່ການປ່ຽນແປງສະພາບອາກາດ. ຮູບແບບທົ່ວໄປປະກອບມີກະສິກຳອິນຊີ, ການນຳໃຊ້ປຸ໋ຍຊີວະພາບ, ການຈັດການສັດຕູພືດແບບປະສົມປະສານ (IPM), ການອະນຸລັກນ້ຳ ແລະ ການນຳໃຊ້ສິ່ງເສດເຫຼືອໃນກະສິກຳຄືນໃໝ່. ໃນສະພາບການຫັນປ່ຽນທາງດິຈິຕອນ, ກະສິກຳສີຂຽວມີຄວາມເຊື່ອມໂຍງຢ່າງໃກ້ຊິດກັບກະສິກຳອັດສະລິຍະ ໂດຍການນຳໃຊ້ IoT, AI ແລະຂໍ້ມູນຂະໜາດໃຫຍ່ ເພື່ອຕິດຕາມກວດກາດິນ, ນ້ຳ ແລະສະພາບອາກາດ, ປັບການໃຊ້ປຸ໋ຍໃຫ້ເໝາະສົມ, ຄວບຄຸມພະຍາດ ແລະ ປັບປຸງລະບົບຕ່ອງໂສ້ການສະໜອງທາງການກະເສດ.

ຂະແໜງກະສິກຳຂອງຫວຽດນາມປະກອບສ່ວນເກືອບ 12% ຂອງ GDP ແລະເປັນແຫຼ່ງທຳມາຫາກິນຂອງປະຊາກອນໃນຊົນນະບົດເກືອບ 60%. ເຖິງວ່າສ່ວນແບ່ງຂອງມັນຈະຫຼຸດລົງຍ້ອນການພັດທະນາອຸດສາຫະກຳແລະຄວາມທັນສະໄໝກໍ່ຕາມ ແຕ່ກະສິກຳຍັງຄົງເປັນເສົາຫຼັກຂອງຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ, ຮັບປະກັນສະຖຽນລະພາບທາງສັງຄົມ ແລະປົກປ້ອງສິ່ງແວດລ້ອມ. ຕັ້ງແຕ່ປີ 2021 ຈົນເຖິງປະຈຸບັນ, ເຖິງວ່າຈະປະເຊີນກັບຄວາມທ້າທາຍສຳຄັນ ເຊັ່ນ ການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງສະພາບອາກາດ ແລະ ຄວາມບໍ່ໝັ້ນຄົງທາງພູມິສາດການເມືອງໂລກ, ຂະແໜງກະສິກຳຂອງຫວຽດນາມຍັງຄົງຮັກສາອັດຕາການເຕີບໂຕສະເລ່ຍ 3,64% ຕໍ່ປີ. ຜົນໄດ້ຮັບນີ້ຢືນຢັນເຖິງ "ຮາກຖານ" ທີ່ແຂງແກ່ນຂອງກະສິກຳສຳລັບເສດຖະກິດຂອງປະເທດ.

ນັບຕັ້ງແຕ່ປີ 2010, ຂະແໜງກະສິກຳໄດ້ປັບໂຄງສ້າງຢ່າແຂງຂັນເພື່ອເພີ່ມມູນຄ່າແລະພັດທະນາຢ່າງຍືນຍົງ. ມະຕິຕົກລົງເລກທີ 150/QD-TTg, ລົງວັນທີ 28 ມັງກອນ 2022, ຂອງນາຍົກລັດຖະມົນຕີ “ອະນຸມັດຍຸດທະສາດການພັດທະນາກະສິກຳ ແລະຊົນນະບົດຢ່າງຍືນຍົງ ສຳລັບໄລຍະປີ 2021-2030, ວິໄສທັດເຖິງປີ 2050” ກຳນົດເປົ້າໝາຍໃນການພັດທະນາກະສິກຳແບບນິເວດວິທະຍາ ຜ່ານການນຳໃຊ້ມາດຕະຖານການຜະລິດກະສິກຳຢ່າງຍືນຍົງ, ກະສິກຳແບບນິເວດວິທະຍາ, ກະສິກຳໝູນວຽນ, ກະສິກຳອັດສະລິຍະ, ການປັບຕົວຕໍ່ການປ່ຽນແປງສະພາບອາກາດ ແລະ ການຫຼຸດການປ່ອຍກ໊າດເຮືອນແກ້ວ. ນີ້ແມ່ນຈຸດປ່ຽນທີ່ສຳຄັນເຊິ່ງສ້າງຂອບການການປ່ຽນແປງສູ່ກະສິກຳສີຂຽວສຳລັບຂະແໜງການທັງໝົດ.

ຜົນໄດ້ຮັບຂອງການປ່ຽນແປງໃນຂົງເຂດສຳຄັນໆ ມີດັ່ງນີ້:

ສຳລັບການເພາະປູກພືດ, ໂຄງສ້າງການເພາະປູກໄດ້ຮັບການປັບປ່ຽນໄປສູ່ການຜະລິດແບບຫຼາຍລະດັບ, ຫຼາຍມູນຄ່າ ໃນພື້ນທີ່ດຽວກັນ; ການຜະລິດໄດ້ຮັບການຈັດລຽງຕາມລະບົບຕ່ອງໂສ້ຜະລິດຕະພັນຫຼັກຂອງປະເທດ; ມີການພັດທະນາກະສິກຳອິນຊີທີ່ສະອາດ ແລະຜະລິດຕະພັນພິເສດສະເພາະຖິ່ນ ໂດຍໃຊ້ເມັດພັນຄຸນນະພາບສູງ. ຂະຫຍາຍຂະບວນການຜະລິດເຂົ້າອິນຊີຄຸນນະພາບສູງ, ປອດໄພ ໂດຍປະຍຸກໃຊ້ເຕັກໂນໂລຊີຂັ້ນສູງ, ຜະລິດໃນເຮືອນແກ້ວແລະໂຮງເຮືອນຕາຂ່າຍ, ລະບົບຊົນລະປະທານອັດຕະໂນມັດ, ເຕັກໂນໂລຊີການເກັບກ່ຽວແລະການຖະໜອມຮັກສາຫຼັງການເກັບກ່ຽວ. ວິສາຫະກິດ, ສະຫະກອນ ແລະຄົວເຮືອນຂະໜາດໃຫຍ່ຈຳນວນຫຼາຍ ກຳລັງນຳໃຊ້ລະບົບຄອມພິວເຕີທີ່ຕິດຕັ້ງໃນສວນດອກໄມ້ເພື່ອຄວບຄຸມຕົວກຳນົດທາງເຕັກນິກໂດຍອັດຕະໂນມັດເຊັ່ນ ຄວາມຊຸ່ມຊື່ນ, ອາກາດ, ແສງ ແລະອັດຕາການຈະເລີນເຕີບໂຕຂອງພືດ.

ໃນດ້ານການລ້ຽງສັດ, ມີການປ່ຽນແປງຢ່າງແຂງແຮງຈາກການລ້ຽງສັດຂະໜາດນ້ອຍໃນຄົວເຮືອນ ໄປສູ່ການລ້ຽງສັດແບບລວມສູມຂະໜາດໃຫຍ່ ໂດຍນຳໃຊ້ຄວາມກ້າວໜ້າທາງວິທະຍາສາດແລະເຕັກໂນໂລຊີຂັ້ນສູງ. ຮູບແບບການລ້ຽງສັດທີ່ໃຊ້ຫຼັກປະຕິບັດທາງການກະເສດຕາມມາດຕະຖານ VietGAP ແລະຮູບແບບການລ້ຽງສັດປະສົມປະສານຕາມວິທີການທາງດ້ານນິເວດວິທະຍາ, ສີຂຽວ ແລະການກະເສດອິນຊີ, ໄດ້ໃຫ້ຜົນສຳເລັດທາງດ້ານເສດຖະກິດສູງ; ການລ້ຽງສັດແບບອິນຊີ ແລະການລ້ຽງສັດແບບດັ້ງເດີມທີ່ມຸ່ງເນັ້ນການຜະລິດສິນຄ້າທີ່ມີຄຸນນະພາບສູງ ແລະປອດໄພ, ໂດຍສະເພາະໃນພື້ນທີ່ການລ້ຽງສັດໃນຄົວເຮືອນ, ກຳລັງແຜ່ຫຼາຍແລະຖືກນຳໃຊ້ຫຼາຍຂຶ້ນເລື້ອຍໆ ສອດຄ່ອງກັບທິດທາງການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມ.

ໃນຂົງເຂດປ່າໄມ້, ພື້ນທີ່ປ່າສະຫງວນແຫ່ງຊາດໂດຍລວມມີແນວໂນ້ມເພີ່ມຂຶ້ນອີກຄັ້ງ, ໂດຍສະເລ່ຍເພີ່ມຂຶ້ນປະມານ 2,4% ຕໍ່ປີ. ພື້ນທີ່ປ່າທີ່ໄດ້ຮັບການຮັບຮອງການຄຸ້ມຄອງຢ່າງຍືນຍົງ (FSC ແລະ VFCS/PEFC) ລວມທັງໝົດບັນລຸ 610.000 ເຮັກຕາ ພາຍໃນປີ 2023 ເຊິ່ງເກີນເປົ້າໝາຍທີ່ຕັ້ງໄວ້ໃນປີ 2025 ເຖິງ 20%.

ຂະແໜງການປະມົງ ກຳລັງເລັ່ງພັດທະນາຢ່າງຍືນຍົງທັງໃນດ້ານການເພາະລ້ຽງສັດນ້ຳ ແລະການປະມົງ ໂດຍປັບໂຄງສ້າງການຜະລິດກະສິກຳ, ພັດທະນາພື້ນທີ່ ແລະຮູບແບບການຜະລິດທີ່ມີເຕັກໂນໂລຊີສູງ, ປອດໄພທາງຊີວະພາບ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ຂະແໜງຊົນລະປະທານ ກໍ່ໄດ້ປັບໂຄງສ້າງການລົງທຶນເຊັ່ນກັນ ໂດຍພັດທະນາລະບົບຊົນລະປະທານທີ່ທັນສະໄໝແລະປະຫຍັດນ້ຳ ເພື່ອຕອບສະໜອງຄວາມຕ້ອງການຂອງການປັບໂຄງສ້າງທາງການກະເສດ ແລະສົ່ງເສີມການພັດທະນາຢ່າງຍືນຍົງ ໃນສະພາບການຂອງການປ່ຽນແປງສະພາບອາກາດ ແລະໄພພິບັດທາງທຳມະຊາດທີ່ເພີ່ມຂຶ້ນ.

ການປ່ຽນແປງສູ່ກະສິກຳສີຂຽວບໍ່ພຽງແຕ່ຮັບປະກັນປະສິດທິພາບໃນສະພາບການຂອງການເຊື່ອມໂຍງສາກົນຢ່າງເລິກເຊິ່ງເທົ່ານັ້ນ ແຕ່ຍັງຊ່ວຍເພີ່ມຄວາມຍືດຫຍຸ່ນຕໍ່ການປ່ຽນແປງສະພາບອາກາດ, ໄພພິບັດທາງທຳມະຊາດ ແລະພະຍາດຕ່າງໆ. ນີ້ເປັນພື້ນຖານສຳລັບຫວຽດນາມໃນການສ້າງເສດຖະກິດສີຂຽວ ແລະກະສິກຳແບບນິເວດວິທະຍາໃນໄລຍະຕໍ່ໄປ.

ວິທີແກ້ໄຂເພື່ອການພັດທະນາເສດຖະກິດສີຂຽວໃນຫວຽດນາມ

ຫວຽດນາມກຳລັງປະເຊີນກັບຄວາມທ້າທາຍຫຼາຍຢ່າງ ລວມທັງການຂາດແຄນຊັບພະຍາກອນທຳມະຊາດສຳລັບການພັດທະນາເສດຖະກິດແລະສັງຄົມ, ມົນລະພິດແລະການເສື່ອມໂຊມຂອງສິ່ງແວດລ້ອມທີ່ເພີ່ມຂຶ້ນ, ຜົນກະທົບຈາກການປ່ຽນແປງສະພາບອາກາດທີ່ຮຸນແຮງຂຶ້ນ ແລະການຫຼຸດລົງຂອງຄວາມຫຼາກຫຼາຍທາງຊີວະພາບ... ນອກຈາກນັ້ນ, ຮູບແບບເສດຖະກິດສີຂຽວ ແລະເສດຖະກິດໝູນວຽນຍັງຢູ່ໃນໄລຍະທົດລອງ ແລະຍັງບໍ່ທັນພັດທະນາຢ່າງແຂງແຮງ; ປັດໄຈດ້ານສິ່ງແວດລ້ອມແລະສະພາບອາກາດ ຍັງບໍ່ທັນໄດ້ຖືກວາງໄວ້ເປັນຈຸດໃຈກາງຂອງການພັດທະນາເທື່ອ. ໃນຂະນະດຽວກັນ, ຕະຫຼາດສາກົນກໍ່ຮຽກຮ້ອງມາດຕະຖານດ້ານສິ່ງແວດລ້ອມທີ່ເຂັ້ມງວດຫຼາຍຂຶ້ນ ແລະຫຼຸດຜ່ອນການປ່ອຍກ໊າດເຮືອນແກ້ວ.

ເຖິງວ່າພັກແລະລັດມີຄວາມມຸ່ງໝັ້ນທີ່ຈະສົ່ງເສີມການເຕີບໂຕທີ່ເປັນມິດຕໍ່ສິ່ງແສດລ້ອມ, ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງປະເຊີນກັບຂໍ້ຈຳກັດບາງຢ່າງ ເຊັ່ນ ສະຖາບັນແລະນະໂຍບາຍສຳລັບເສດຖະກິດສີຂຽວທີ່ບໍ່ສົມບູນແລະບໍ່ສອດຄ່ອງກັນ; ຄວາມເຂົ້າໃຈແລະຄວາມຮູ້ຂອງປະຊາຊົນແລະວິສາຫະກິດ ກ່ຽວກັບເສດຖະກິດສີຂຽວ ຍັງມີຈຳກັດ; ຊັບພະຍາກອນທາງການເງິນ, ໂຄງສ້າງພື້ນຖານ ແລະຊັບພະຍາກອນບຸກຄົນ ບໍ່ພຽງພໍຕໍ່ຄວາມຕ້ອງການຂອງການປ່ຽນແປງສູ່ເສດຖະກິດສີຂຽວ; ຮູບແບບເສດຖະກິດໝູນວຽນ ແລະການຜະລິດທີ່ສະອາດ ກໍ່ຍັງຢູ່ໃນໄລຍະທົດລອງ. ເພື່ອສົ່ງເສີມການພັດທະນາເສດຖະກິດສີຂຽວ, ຄວນພິຈາລະນາວິທີແກ້ໄຂຕໍ່ໄປນີ້:

ທີໜຶ່ງ, ປ່ຽນແປງໃໝ່ແນວຄິດ ແລະຍົກສູງຄວາມຮັບຮູ້ທາງສັງຄົມ: ຍູ້ແຮງການໂຄສະນາແລະການສຶກສາ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບເສດຖະກິດສີຂຽວໃນທຸກພາກສ່ວນສັງຄົມ. ລວມເອົາເນື້ອໃນເສດຖະກິດສີຂຽວເຂົ້າໃນໂຄງການຝຶກອົບຮົມສຳລັບພະນັກງານ, ວິສາຫະກິດ, ສະຫະກອນ, ປະຊາຊົນ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ; ສົ່ງເສີມຄວາມຄິດລິເລີ່ມຂອງຊຸມຊົນ ແລະຂະບວນການບໍລິໂພກສີຂຽວ; ສ້າງກົນໄກສຳລັບການເຊື່ອມຕໍ່, ການແບ່ງປັນປະສົບການ ແລະຂໍ້ມູນ ກ່ຽວກັບການປະຍຸກໃຊ້ເສດຖະກິດສີຂຽວ.

ທີສອງ, ການປັບປຸງສະຖາບັນ ແລະນະໂຍບາຍໃຫ້ສົມບູນຍິ່ງຂຶ້ນ: ຍົກສູງປະສິດທິພາບ ແລະປະສິດທິຜົນຂອງການຄຸ້ມຄອງລັດ ໃນການນຳໃຊ້ເສດຖະກິດສີຂຽວ. ສືບຕໍ່ທົບທວນ ແລະປັບປຸງກົດໝາຍ ກ່ຽວກັບການຄຸ້ມຄອງຊັບພະຍາກອນ, ການປົກປັກຮັກສາສິ່ງແວດລ້ອມ ແລະການປັບຕົວຕໍ່ການປ່ຽນແປງສະພາບອາກາດ ໃຫ້ສອດຄ່ອງກັບເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ແລະການເຊື່ອມໂຍງສາກົນ. ການອອກລະບົບເກນ, ມາດຕະຖານ ແລະຂໍ້ບັງຄັບ ສຳລັບເສດຖະກິດສີຂຽວຢູ່ຫວຽດນາມ ເພື່ອຮັບປະກັນການປະຕິບັດຢ່າງມີປະສິດທິພາບ ໃນສະພາບການເຊື່ອມໂຍງສາກົນຢ່າງເລິກເຊິ່ງ. ສົ່ງເສີມການຈັດສັນ ແລະການລະດົມຊັບພະຍາກອນຈາກທຶນທຳມະຊາດ ແລະການນຳໃຊ້ຊັບພະຍາກອນຢ່າງປະຫຍັດ, ມີປະສິດທິພາບ ແລະຍືນຍົງ.

ທີສາມ, ສົ່ງເສີມວິທະຍາສາດ, ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ, ໂດຍຖືວ່ານີ້ແມ່ນການບຸກທະລຸທີ່ສຳຄັນໃນການປ່ຽນແປງສູ່ເສດຖະກິດສີຂຽວ. ການຈັດຕັ້ງປະຕິບັດມະຕິເລກທີ 57-NQ/TW, ລົງວັນທີ 22 ທັນວາ 2024, ຂອງກົມການເມືອງສູນກາງພັກກ່ຽວກັບຄວາມກ້າວໜ້າໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການປ່ຽນແປງທາງດິຈິຕອນຂອງປະເທດ ຢ່າງມີປະສິດທິພາບ; ສ້າງແພລດຟອມດິຈິຕອນເພື່ອໃຫ້ບໍລິການດ້ານການກວດກາສິ່ງແວດລ້ອມ, ປະຍຸກໃຊ້ປັນຍາປະດິດ, ການສຳຫຼວດໄລຍະໄກ ແລະເຕັກໂນໂລຊີຂໍ້ມູນຂະໜາດໃຫຍ່ ເພື່ອຄຸ້ມຄອງຊັບພະຍາກອນ ແລະ ໃຫ້ຄໍາເຕືອນກ່ຽວກັບສະພາບອາກາດ. ສົ່ງເສີມການຜະລິດທີ່ສະອາດ, ການປະຫຍັດພະລັງງານ ແລະການຫຼຸດຜ່ອນການປ່ອຍມົນລະພິດ; ພັດທະນາຖານຂໍ້ມູນດ້ານສິ່ງແວດລ້ອມ ແລະການປ່ຽນແປງສະພາບອາກາດແບບລວມສູນ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນ.

ທີສີ່, ມີກົນໄກແລະນະໂຍບາຍເພື່ອສະໜັບສະໜູນວິສາຫະກິດ ແລະຕະຫຼາດສີຂຽວ. ສຸມໃສ່ການສະໜັບສະໜູນດ້ານການເງິນ, ວິທະຍາສາດ, ເຕັກໂນໂລຊີ ແລະ ທັກສະ ໃຫ້ແກ່ວິສາຫະກິດ, ສະຫະກອນ ແລະ ຊາວກະສິກອນ ໃນຂະບວນການນຳໃຊ້ເສດຖະກິດສີຂຽວ. ສົ່ງເສີມການປ່ຽນແປງໃໝ່ປະດິດສ້າງ ໃນລະບົບນິເວດການເລີ່ມຕົ້ນທຸລະກິດສີຂຽວ. ຈັດຕັ້ງໂຄງການທົດລອງ ແລະຂະຫຍາຍຮູບແບບການຜະລິດ, ທຸລະກິດ ແລະບໍລິການ ທີ່ໃຊ້ມາດຕະການເສດຖະກິດສີຂຽວ. ສ້າງແລະພັດທະນາຕະຫຼາດສຳລັບສິນຄ້າແລະບໍລິການທີ່ກ່ຽວຂ້ອງກັບເສດຖະກິດສີຂຽວ ເຊັ່ນ: ການສົ່ງເສີມການພັດທະນາຕະຫຼາດສຳລັບເຕັກໂນໂລຊີ, ອຸປະກອນ ແລະຜະລິດຕະພັນຂອງອຸດສາຫະກຳສິ່ງແວດລ້ອມ ເພື່ອພັດທະນາເສດຖະກິດສີຂຽວ.

ທີຫ້າ, ການພັດທະນາຊັບພະຍາກອນມະນຸດ: ຈັດຕັ້ງການຝຶກອົບຮົມແລະເພີ່ມພູນຄວາມຮູ້ກ່ຽວກັບເສດຖະກິດສີຂຽວ ແລະການເຕີບໂຕສີຂຽວ ໃຫ້ແກ່ພະນັກງານທຸກລະດັບ, ໂດຍສະເພາະພະນັກງານທີ່ເຮັດວຽກງານການວາງແຜນນະໂຍບາຍ, ອອກກົດໝາຍ ແລະຍຸດທະສາດ ແລະການວາງແຜນພັດທະນາເສດຖະກິດແລະສັງຄົມ ຕະຫຼອດຈົນສຳລັບທຸລະກິດ, ສະຫະກອນ ແລະປະຊາຊົນທົ່ວໄປ. ຄວນໃຫ້ຄວາມສຳຄັນກັບການພັດທະນາບຸກຄະລາກອນທີ່ມີຄຸນນະພາບສູງໃນຂົງເຂດສິ່ງແວດລ້ອມ, ພະລັງງານ, ການເງິນສີຂຽວ ແລະເຕັກໂນໂລຊີຄາບອນຕ່ຳ.

ທີຫົກ, ເພີ່ມທະວີການຮ່ວມມືສາກົນ: ໃຊ້ປະໂຫຍດຈາກໂອກາດຕ່າງໆຂອງອະນຸສັນຍາແລະຂໍ້ຕົກລົງສາກົນ, ລະດົມຊັບພະຍາກອນທາງການເງິນດ້ານສະພາບອາກາດ ແລະ ກອງທຶນສິ່ງແວດລ້ອມໂລກ. ເປັນເຈົ້າການໃນການເຂົ້າຮ່ວມຢ່າງເລິກເຊິ່ງໃນກົນໄກຕະຫຼາດຄາບອນ, ໂຄງການລິເລີ່ມການເຕີບໂຕສີຂຽວ, ຄວາມຫຼາກຫຼາຍທາງຊີວະພາບ ແລະ ເສດຖະກິດໝູນວຽນຂອງອາຊຽນ ແລະທົ່ວໂລກ.

ການຈັດຕັ້ງປະຕິບັດວິທີແກ້ໄຂຂ້າງເທິງນີ້ຈະບໍ່ພຽງແຕ່ຊ່ວຍໃຫ້ຫວຽດນາມເອົາຊະນະຂໍ້ຈຳກັດພາຍໃນປະເທດເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຄວ້າໂອກາດໃນການກ້າວຂຶ້ນເປັນສູນກາງເສດຖະກິດສີຂຽວທີ່ຂະຫຍັນຂັນເຄື່ອນໃນພາກພື້ນອາຊີ-ປາຊີຟິກອີດນຳ. ສິ່ງນີ້ມີຄວາມໝາຍສຳຄັນເປັນພິເສດໃນສະພາບການຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ເຊິ່ງກຳລັງກຳນົດຄວາມຕ້ອງການຍຸດທະສາດຄື: ການພັດທະນາຢ່າງວ່ອງໄວແລະຍືນຍົງ, ການປັບປຸງປະເທດໃຫ້ທັນສະໄໝ ບົນພື້ນຖານຂອງເສດຖະກິດສີຂຽວ, ເສດຖະກິດດິຈິຕອນ ແລະເສດຖະກິດໝູນວຽນ.

ເສດຖະກິດສີຂຽວແມ່ນຮາກຖານສຳຄັນໃນການບັນລຸການເຕີບໂຕຢ່າງວ່ອງໄວ ແລະ ການພັດທະນາຢ່າງຍືນຍົງ ໂດຍເຊື່ອມໂຍງຢ່າງໃກ້ຊິດກັບເສດຖະກິດດິຈິຕອນ, ເສດຖະກິດໝູນວຽນ ແລະ ການປ່ຽນແປງໃໝ່ປະດິດສ້າງ. ຮູບແບບການພັດທະນານີ້ປະສານສົມທົບປັດໄຈທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ໃນຂະນະດຽວກັນກໍ່ສ້າງຂໍ້ໄດ້ປຽບໃນການແຂ່ງຂັນໃໝ່ໆ ໃຫ້ແກ່ຫວຽດນາມໃນລະບົບຕ່ອງໂສ້ຄຸນຄ່າທົ່ວໂລກ. “ການປ່ຽນແປງສີຂຽວ - ການສ້າງອະນາຄົດທີ່ຍືນຍົງ ເພື່ອຫວຽດນາມທີ່ເຂັ້ມແຂງ ແລະຈະເລີນຮຸ່ງເຮືອງໃນປີ 2045” ແມ່ນເປົ້າໝາຍທີ່ຫວຽດນາມຄວນພະຍາຍາມໄປໃຫ້ເຖິງເມື່ອກ້າວເຂົ້າສູ່ຍຸກໃໝ່ນີ້./.

--------------

 (1) ເສດຖະກິດສີນ້ຳຕານ, ຕາມຂໍ້ມູນຂອງໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ເສດຖະກິດສີນ້ຳຕານແມ່ນເສດຖະກິດທີ່ອີງໃສ່ເຊື້ອໄຟຟອດຊິນເປັນຫຼັກ, ໃຊ້ຊັບພະຍາກອນຈົນເຖິງຂັ້ນໝົດສິ້ນ, ບໍ່ສົນໃຈປັດໄຈທາງສັງຄົມ ແລະນຳໄປສູ່ມົນລະພິດສິ່ງແວດລ້ອມ, ການເສື່ອມໂຊມຂອງລະບົບນິເວດ ແລະ ຄວາມບໍ່ສົມດຸນທາງທຳມະຊາດ. ຄຳວ່າ "ສີນ້ຳຕານ" ໃນທີ່ນີ້ໝາຍເຖິງມົນລະພິດສິ່ງແວດລ້ອມ ແລະ ການໃຊ້ຊັບພະຍາກອນຢ່າງບໍ່ມີປະສິດທິພາບ.

(2) ດຳລັດໝາຍເລກ 08/2022/NĐ-CP ລົງວັນທີ 10 ມັງກອນ 2022, ຂອງລັດຖະບານ “ກຳນົດລາຍລະອຽດບາງສ່ວນຂອງກົດໝາຍວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ”; ດຳລັດໝາຍເລກ 05/2025/NĐ-CP ລົງວັນທີ 6 ມັງກອນ 2025, ຂອງລັດຖະບານ “ການແກ້ໄຂເພີ່ມເຕີມແລະເສີມບາງສ່ວນຂອງດຳລັດໝາຍເລກ 08/2022/NĐ-CP ລົງວັນທີ 10 ມັງກອນ 2022, ຂອງລັດຖະບານ “ກຳນົດລາຍລະອຽດບາງສ່ວນຂອງກົດໝາຍວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ”; ດຳລັດໝາຍເລກ 06/2022/NĐ-CP, ລົງວັນທີ  7 ມັງກອນ 2022, ຂອງລັດຖະບານ “ກຳນົດກ່ຽວກັບການຫຼຸດຜ່ອນການປ່ອຍກ໊າດເຮືອນແກ້ວ ແລະການປົກປ້ອງຊັ້ນໂອໂຊນ”; ດຳລັດໝາຍເລກ 119/2025/NĐ-CP, ລົງວັນທີ 9 ມິຖຸນາ 2025, ຂອງລັດຖະບານ “ການແກ້ໄຂເພີ່ມເຕີມແລະເສີມບາງສ່ວນຂອງດຳລັດໝາຍເລກ 06/2022/NĐ-CP, ລົງວັນທີ  7 ມັງກອນ 2022, ຂອງລັດຖະບານວ່າດ້ວຍການຫຼຸດການປ່ອຍກ໊າດເຮືອນແກ້ວ ແລະການປົກປ້ອງຊັ້ນໂອໂຊນ”: ກຳນົດກ່ຽວກັບການຫຼຸດຜ່ອນການປ່ອຍກ໊າດເຮືອນແກ້ວ, ການປົກປ້ອງຊັ້ນໂອໂຊນ, ການພັດທະນາຕະຫຼາດຄາບອນ ແລະກົນໄກສຳລັບການຊື້ຂາຍ ແລະການຊົດເຊີຍເຄຣດິດຄາບອນທັງໃນປະເທດແລະຕ່າງປະເທດ; ມະຕິຕົກລົງເລກທີ 21/2025/QĐ-TTg, ລົງວັນທີ 4 ກໍລະກົດ 2025, ຂອງນາຍົກລັດຖະມົນຕີ “ກຳນົດມາດຖານດ້ານສິ່ງແວດລ້ອມ ແລະການຮັບຮອງໂຄງການລົງທຶນທີ່ຈັດຢູ່ໃນປະເພດສີຂຽວ”: ລະບຸໂຄງການລົງທຶນ “ສີຂຽວ” 45 ປະເພດ ເຊິ່ງເປັນພື້ນຖານສຳຄັນສຳລັບການຄັດກອງ, ປ້ອງກັນ “ການສ້າງເງິນສີຂຽວ”, ພັດທະນາຕະຫຼາດການເງິນສີຂຽນ ແລະສອດຄ່ອງກັບມາດຕະຖານສີຂຽວລະດັບສາກົນ  (EU, ຈີນ, ASEAN, CBI...); ມະຕິຕົກລົງເລກທີ 222/QĐ-TTg, ລົງວັນທີ 23 ມັງກອນ 2025, ຂອງນາຍົກລັດຖະມົນຕີ ປະກາດໃຊ້ແຜນປະຕິບັດການແຫ່ງຊາດ ວ່າດ້ວຍເສດຖະກິດໝູນວຽນຈົນເຖິງປີ 2035 ເຊິ່ງລະບຸຢ່າງຊັດເຈນເຖິງ 10 ກຸ່ມຂະແໜງການບຸລິມະສິດ, ມອບໝາຍຄວາມຮັບຜິດຊອບ ແລະກຳນົດວິທີການຈັດຕັ້ງປະຕິບັດ. ຫວຽດນາມໄດ້ກາຍເປັນໜຶ່ງໃນປະເທດອາຊຽນຈຳນວນໜ້ອຍທີ່ບຸກເບີກແຜນການສ້າງເສດຖະກິດໝູນວຽນ; ມະຕິຕົກລົງເລກທີ 540/QĐ-TTg, ລົງວັນທີ 19 ມິຖຸນາ 2024, ຂອງນາຍົກລັດຖະມົນຕີ ອະນຸມັດໂຄງການພັດທະນາວິທະຍາສາດ ແລະ ການປະຍຸກໃຊ້ແລະການຖ່າຍທອດເຕັກໂນໂລຊີເພື່ອສົ່ງເສີມເສດຖະກິດໝູນວຽນໃນຂະແໜງການກະສິກຳຈົນເຖິງປີ 2030, ໂດຍມຸ່ງເນັ້ນການສົ່ງເສີມການຄົ້ນຄວ້າ ແລະການປະຍຸກໃຊ້ເຕັກໂນໂລຊີຂັ້ນສູງ, ເພີ່ມການນຳໃຊ້ຜະລິດຕະພັນກະສິກຳຄືນໃໝ່, ການປົກປ້ອງສິ່ງແວດລ້ອມ ແລະການສ້າງວຽກເຮັດງານທຳສີຂຽວ; ມະຕິຕົກລົງເລກທີ 232/QĐ-TTg, ລົງວັນທີ 24 ມັງກອນ 2025 ອະນຸມັດໂຄງການຈັດຕັ້ງແລະພັດທະນາຕະຫຼາດຄາບອນໃນຫວຽດນາມ.