ວຽກງານກວດກາແລະຕິດຕາມກວດກາຂອງພັກ
ໃນສະພາບການຫຼຸດຜ່ອນຂະໜາດກຳລັງຄົນ ແລະ
ການປະຕິບັດຮູບແບບອຳນາດການປົກຄອງສາມຊັ້ນໃນປະຈຸບັນ
ໃນສະພາບການຫຼຸດຜ່ອນຂະໜາດກຳລັງຄົນ ແລະ
ການປະຕິບັດຮູບແບບອຳນາດການປົກຄອງສາມຊັ້ນໃນປະຈຸບັນ
ທ່ານເລຂາທິການໃຫຍ່ ໂຕເລິມ ລົງກວດກາການເຄື່ອນໄຫວຂອງສູນບໍລິຫານລັດຖະການນະຄອນຫຼວງຮ່າໂນ້ຍ _ພາບ: TTXVN
ໃນຂະບວນການປະຕິຮູບລະບົບການບໍລິຫານແຫ່ງຊາດ, ການປັບໂຄງສ້າງອົງການພາກລັດໃຫ້ມີປະສິດທິພາບແລະປະສິດທິຜົນຫຼາຍຂຶ້ນ ແມ່ນແຜນນະໂຍບາຍທີ່ສຳຄັນແລະຕໍ່ເນື່ອງຂອງພັກມາໂດຍຕະຫຼອດຫຼາຍສະໄໝ. ການຫຼຸດຈຳນວນບຸກຄະລາກອນ, ການປັບໂຄງສ້າງໜ່ວຍງານບໍລິຫານ ແລະ ການຈັດວາງອົງການວິຊາສະເພາະຄືນໃໝ່ ຄວບຄູ່ໄປກັບການກະຈາຍອຳນາດແລະການແບ່ງຂັ້ນຄຸ້ມຄອງຢ່າງຊັດເຈນ ແລະ ການເພີ່ມທະວີການຄວບຄຸມອຳນາດ ລ້ວນເປັນຄວາມຕ້ອງການຮີບດ່ວນໃນການສ້າງລັດແຫ່ງກົດລະບຽບສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ຮູບແບບອຳນາດການປົກຄອງແບບສາມຊັ້ນຄື: ສູນກາງ - ແຂວງ - ຕາແສງ, ໄດ້ປະກົດຊັດເຈນຫຼາຍຂຶ້ນໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກຊູດທີ XII (ເດືອນຕຸລາ 2017) ແລະ ບົດສະຫຼຸບແລະຄຳສັ່ງລ່າສຸດຂອງກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ ກ່ຽວກັບການປັບໂຄງສ້າງອົງກອນ, ໂດຍສະເພາະຫຼັງຈາກການລວມຕົວແຂວງຫຼາຍແຫ່ງ, ການຍົກເລີກໜ່ວຍງານບໍລິຫານລະດັບເມືອງ ແລະ ການລວມຕົວໜ່ວຍງານບໍລິຫານລະດັບຕາແສງເຂົ້າດ້ວຍກັນ. ຮູບແບບນີ້ໄດ້ນຳມາເຊິ່ງການປ່ຽນແປງຢ່າງເລິກເຊິ່ງ ໃນວິທີການດຳເນີນງານຂອງອຳນາດການປົກຄອງທ້ອງຖິ່ນ ແລະໂຄງສ້າງພະນັກງານ ເຮັດໃຫ້ເກີດຄວາມຕ້ອງການໃໝ່ໆ ຕໍ່ວຽກງານກວດກາ ແລະຕິດາມກວດກາຂອງພັກ ເຊິ່ງເປັນພາລະໜ້າທີ່ນຳພາທີ່ສຳຄັນທີ່ສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບຂອງໂຄງສ້າງການຈັດຕັ້ງ ແລະປະສິດທິຜົນຂອງລະບົບການເມືອງ.
ຜົນກະທົບຂອງຮູບແບບອຳນາດການປົກຄອງສາມຊັ້ນຕໍ່ວຽກງານກວດກາ
ແລະຕິດຕາມກວດກາຂອງພັກ
ໃນສະພາບການທີ່ພັກເລັ່ງປັບຫຼຸດຂະໜາດກຳລັງພະນັກງານໃຫ້ມີປະສິດທິພາບ ແລະ ການປັບໂຄງສ້າງຂອງລະບົບການເມືອງ, ການຈັດຕັ້ງຮູບແບບອຳນາດການປົກຄອງສາມຊັ້ນໄດ້ສົ່ງຜົນກະທົບຢ່າງຮອບດ້ານຕໍ່ວຽກງານກວດກາ ແລະຕິດຕາມກວດກາຂອງພັກ. ຜົນກະທົບນີ້ມີທັງໃນທາງບວກ ແລະກໍ່ໃຫ້ເກີດຄວາມທ້າທາຍໃໝ່ໆ.
ຜົນກະທົບໃນທາງບວກ
ທີໜຶ່ງ, ການເຊື່ອມໂຍງການກວດກາແລະຕິດຕາມກວດກາ ກັບການແບ່ງຂັ້ນຄຸ້ມຄອງ ແລະການບໍລິຫານ. ການກຳນົດສາມລະດັບຢ່າງຊັດເຈນຄື: ສູນກາງ - ແຂວງ - ຕາແສງ ໃນຮູບແບບການປົກຄອງປະຈຸບັນ ຊ່ວຍສ້າງຂອບເຂດອຳນາດທີ່ສະເພາະເຈາະຈົງ, ຈາກນັ້ນສ້າງເງື່ອນໄຂໃຫ້ອົງການກວດກາໃນທຸກລະດັບສາມາດລະບຸຫົວຂໍ້ ແລະຂອບເຂດຂອງການກວດກາໄດ້ຢ່າງເປັນເຈົ້າການ ແລະ ເພີ່ມຄວາມຊ່ຽວຊານ. ໂດຍສະເພາະ, ຄະນະກຳມະການສູນກາງໄດ້ເປັນເຈົ້າການແບ່ງຂັ້ນຄຸ້ມຄອງໃຫ້ແກ່ທ້ອງຖິ່ນຢ່າງແຂງແຮງ ດ້ວຍຄຳຂວັນທີ່ວ່າ: “ທ້ອງຖິ່ນຕັດສິນໃຈ, ທ້ອງຖິ່ນປະຕິບັດ, ທ້ອງຖິ່ນຮັບຜິດຊອບ”. ພ້ອມກັບການແບ່ງຂັ້ນຄຸ້ມຄອງແລະກະຈາຍອຳນາດໃຫ້ແກ່ທ້ອງຖິ່ນ ແລະລະດັບຮາກຖານ, ຈຳເປັນຕ້ອງເພີ່ມທະວີການກວດກາ, ການຕິດຕາມກວດກາ ແລະ ການຄວບຄຸມອຳນາດ ເພື່ອປ້ອງກັນ ແລະສະກັດກັ້ນການລະເມີດກົດໝາຍທີ່ອາດເກີດຂຶ້ນ.
ໃນລະດັບສູນກາງ, ຄະນະກຳມະການກວດກາສູນກາງສາມາດສຸມໃສ່ການກວດກາຂົງເຂດທີ່ສຳຄັນ ແລະລະອຽດອ່ອນ, ເຊັ່ນ: ວຽກງານພະນັກງານ, ການເງິນຂອງພັກ, ການຄຸ້ມຄອງການລົງທຶນພາກລັດ ແລະ ການຄວບຄຸມອຳນາດພາຍໃນບໍລິສັດ ແລະ ລັດວິສາຫະກິດ.
ໃນລະດັບແຂວງ, ຄະນະກຳມະການກວດກາຂອງຄະນະພັກແຂວງ ຈະຕິດຕາມການເຄື່ອນໄຫວຂອງພະແນກແລະອົງການຕ່າງໆໃນແຂວງຢ່າງໃກ້ຊິດ, ເພີ່ມທະວີການກວດກາຕາມຫົວຂໍ້, ການກວດກາຕາມສັນຍານຂອງການລະເມີດ ຫຼື ການກວດກາໜ້າທີ່ລັດຖະການ.
ໃນລະດັບຕາແສງ, ໜ່ວຍພັກ ແລະ ຄະນະກຳມະການກວດກາຂັ້ນເທິງ ມີໂອກາດທີ່ຈະຕິດຕາມກວດກາການເຄື່ອນໄຫວ ຂອງພະນັກງານແລະລັດຖະກອນຂັ້ນຮາກຖານຢ່າງສະໝ່ຳສະເໝີ ເຊິ່ງເຊື່ອມໂຍງກັບບໍລິການສາທາລະນະ, ສະຫວັດດີການສັງຄົມ, ການເງິນແລະທີ່ດິນ.
ທີສອງ, ຮູບແບບອຳນາດການປົກຄອງສາມຊັ້ນນີ້ເປີດໂອກາດໃຫ້ເສີມສ້າງຄວາມສາມາດໃນການກວດກາໃນລະດັບແຂວງແລະຮາກຖານ, ອຳນວຍຄວາມສະດວກໃນການແຈກຢາຍ ແລະການແບ່ງຂັ້ນຄຸ້ມຄອງວຽກງານກວດກາຄືນໃໝ່, ອຳນວຍຄວາມສະດວກໃນການກະຈາຍອຳນາດແລະການແບ່ງຂັ້ນຄຸ້ມຄອງ, ຊ່ວຍໃຫ້ຄະນະກຳມະການກວດກາລະດັບແຂວງແລະຕາແສງ ເພີ່ມບົດບາດທີ່ຕັ້ງໜ້າ ແລະ ເປັນອິດສະຫຼະ ໃນການກວດກາອົງການຈັດຕັ້ງພັກໃນສັງກັດ; ຫຼີກລ່ຽງການກວດກາທີ່ກະແຈກກະຈາຍແລະຊໍ້າຊ້ອນ. ພ້ອມກັນນັ້ນ, ການປັບໂຄງສ້າງການບໍລິຫານໃນລະດັບຕາແສງໃຫ້ມີປະສິດທິພາບຫຼາຍຂຶ້ນ ຈະຫຼຸດຈຳນວນໜ່ວຍພັກ, ຊ່ວຍໃຫ້ຄະນະກຳມະການກວດກາສາມາດລວມສູນຊັບພະຍາກອນເຂົ້າໃນການກວດກາທີ່ເລິກເຊິ່ງກວ່າ, ແທນທີ່ຈະເປັນການກວດກາແບບເໝົາໝົດ.
ທີສາມ, ມັນເພີ່ມທະວີບົດບາດຂອງການກວດກາແບບປ້ອງກັນແຕ່ຫົວທີ ແລະຈາກໄລຍະໄກ. ຮູບແບບອຳນາດການປົກຄອງສາມຊັ້ນກຳນົດໃຫ້ການກວດກາບໍ່ພຽງແຕ່ຈັດການແກ້ໄຂການລະເມີດເທົ່ານັ້ນ, ແຕ່ຍັງຕ້ອງມຸ່ງເນັ້ນໄປທີ່ການຕິດຕາມກວດກາແຕ່ຫົວທີ, ການເຕືອນລ່ວງໜ້າ ແລະ ການປ້ອງກັນຈາກໄລຍະໄກ. ໃນລະດັບຕາແສງ ເຊິ່ງເປັນລະດັບທີ່ມັກເກີດການລະເມີດ ແລະຄວາມຫຍໍ້ທໍ້ຫຼາຍທີ່ສຸດ, ຈຳເປັນຕ້ອງມີການກວດກາທີ່ມີຈຸດໜັກໃຈກາງ ພ້ອມທັງເພີ່ມຄວາມຖີ່ໃນການກວດກາ ເພື່ອແກ້ໄຂການລະເມີດໃນວຽກງານການນຳພາ ແລະການຄຸ້ມຄອງໄດ້ຢ່າງທັນທ່ວງທີ່.
ຜົນກະທົບທາງລົບ, ຂໍ້ຈຳກັດ ແລະ ຄວາມທ້າທາຍ
ທີໜຶ່ງ, ອົງການກວດກາລະດັບແຂວງກຳລັງປະເຊີນກັບແຮງກົດດັນຢ່າງຫຼາຍ. ການປັບໂຄງສ້າງພະນັກງານ ແລະການຫຼຸດຂະໜາດໂຄງສ້າງອົງກອນ ສົ່ງຜົນໃຫ້ຈໍານວນພະນັກງານກວດກາຫຼຸດລົງ, ໃນຂະນະທີ່ປະລິມານວຽກງານບໍ່ໄດ້ຫຼຸດລົງ. ໃນຫຼາຍທ້ອງຖິ່ນ, ພະນັກງານຄະນະກໍາມະການກວດກາລະດັບແຂວງຕ້ອງດຳລົງຕຳແໜ່ງຫຼາຍບົດບາດ ແລະ ຂາດຄວາມຊ່ຽວຊານສະເພາະດ້ານ; ຄໍາສັ່ງກວດກາຈາກສ່ວນກາງມັກລ່າຊ້າ, ບໍ່ໄດ້ຜົນ ແລະ ຂາດຂໍ້ມູນ.
ທີສອງ, ບົດບາດຂອງພັກໃນການກວດກາ ແລະຕິດຕາມກວດກາໃນລະດັບຕາແສງມີຄວາມສໍາຄັນທີ່ສຸດ. ຢ່າງໃດກໍຕາມ, ຄະນະບໍລິຫານງານພັກຂັ້ນຮາກຖານຫຼາຍແຫ່ງຍັງບໍ່ທັນໄດ້ຮັບຮູ້ຢ່າງເຕັມສ່ວນ ເຖິງບົດບາດຂອງການກວດກາແລະຕິດຕມກວດກາ; ໃນບາງແຫ່ງ, ພະນັກງານກວດກາລັງເລທີ່ຈະປະເຊີນກັບບັນຫາ ແລະໄດ້ຮັບອິດທິພົນຈາກສາຍພົວພັນສ່ວນຕົວ; ຄວາມສາມາດຂອງພະນັກງານຂັ້ນຮາກຖານບໍ່ພຽງພໍຕໍ່ຄວາມຕ້ອງການໃນການກວດພົບ ແລະປ້ອງກັນການລະເມີດ.
ທີສາມ, ຂາດແຄນເຄື່ອງມືກວດກາທີ່ທັນສະໄໝ ແລະເຕັກໂນໂລຊີສະໜັບສະໜູນ. ນີ້ແມ່ນຄວາມຕ້ອງການທີ່ສຳຄັນ ໃນສະພາບການທີ່ມີການປ່ຽນແປງຢ່າງແຂງຂັນຂອງລັດຖະບານ ໄປສູ່ລະບົບດິຈິຕອນ ແລະ ການບໍລິຫານຈັດການທີ່ທັນສະໄໝ ເພື່ອກວດພົບ ແລະ ປ້ອງກັນການລະເມີດຕັ້ງແຕ່ຕົ້ນ.
ທີສີ່, ມີຄວາມບໍ່ສະເໝີພາບໃນດ້ານການຮັບຮູ້ ແລະການຈັດຕັ້ງປະຕິບັດໃນແຕ່ລະທ້ອງຖິ່ນ. ບາງທ້ອງຖິ່ນປັບຕົວໄດ້ຊ້າຕໍ່ຮູບແບບອຳນາດການປົກຄອງສ່ທ້ອງຖິ່ນສອງຊັ້ນ (ແຂວງ - ຕາແສງ), ແລະຍັງສັບສົນກ່ຽວກັບການແບ່ງຂັ້ນຄຸ້ມຄອງວຽກງານ ແລະ ການກຳນົດຄວາມຮັບຜິດຊອບລະຫວ່າງລະດັບລັດຖະບານ ແລະອົງການຈັດຕັ້ງພັກ ສົ່ງຜົນໃຫ້ວຽກງານກວດກາຖືກລ່າຊ້າຫຼືຊໍ້າຊ້ອນ, ເຮັດໃຫ້ປະສິດທິພາບຕ່ຳ.
ບັນຫາທີ່ເກີດຂຶ້ນກ່ຽວກັບວຽກງານກາແລະຕິດຕາມກວດກາໃນສະພາບການໃໝ່
ທຳອິດ, ກ່ຽວກັບການກວດກາ ແລະ ການຕິດຕາມກວດກາໃນລະດັບຕາແສງ.
ຫຼັງຈາກການລວມຕົວ, ການປັບໂຄງສ້າງອົງກອນໃຫ້ມີປະສິດທິພາບ ແລະ ການນຳໃຊ້ຮູບແບບອຳນາດການປົກຄອງທ້ອງຖິ່ນສອງຊັ້ນ, ລະດັບຕາແສງໄດ້ກາຍເປັນຈຸດເຊື່ອມໂຍງໂດຍກົງກັບຊີວິດຂອງປະຊາຊົນ, ເຮັດໜ້າທີ່ຈັດການປະລິມານວຽກງານທີ່ຫຼາຍຂຶ້ນ ແລະເປັນ “ຈຸດສຸດທ້າຍ” ໃນການຜັນຂະຫຍາຍປະຕິບັດນະໂຍບາຍ ແລະແນວທາງຈາກຂັ້ນເທິງ.
ສິ່ງນີ້ສ້າງໂອກາດໃຫ້ພະນັກງານລະດັບຕາແສງໄດ້ທຳຄວາມຄຸ້ນເຄີຍກັບຂອບເຂດທີ່ກວ້າງຂຶ້ນ ແລະຄວາມຊັບຊ້ອນທີ່ຫຼາຍຂຶ້ນຂອງວຽກງານຂອງຕົນ, ພ້ອມທັງວາງຄວາມຕ້ອງການໃໝ່ໃນການປັບປຸງທັກສະ ແລະຄວາມຊ່ຽວຊານດ້ານວິຊາຊີບ ຂອງພະນັກງານລະດັບຕາແສງ. ໃນໄລຍະຍາວ, ສິ່ງນີ້ຈະຊ່ວຍພັດທະນາທັກສະ ແລະຄວາມຊ່ຽວຊານດ້ານວິຊາຊີບ ຂອງພະນັກງານລະດັບຕາແສງຢ່າງຕໍ່ເນື່ອງ ເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່ໄດ້ດີຍິ່ງຂຶ້ນ ໃນສະຖານະການໃໝ່. ສິ່ງນີ້ຍັງຈຳເປັນຕ້ອງມີການເຜີຍແຜ່ແຜນນະໂຍບາຍຂອງສູນກາງພັກຢ່າງວ່ອງໄວແລະທັນເວລາ, ຫຼີກລ່ຽງຊ່ອງຫວ່າງເວລາ, ຮັບປະກັນວ່າ ໜ່ວຍງານແລະອົງການຈັດຕັ້ງລະດັບຕາແສງ ຈະເຂົ້າໃຈແນວທາງ ແຜນນະໂຍບາຍຂອງພັກແລະລັດ ຢ່າງທັນທ່ວງທີ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບໃນທ້ອງຖິ່ນ. ແຜນນະໂຍບາຍສຳຄັນປະການໜຶ່ງທີ່ກ່ຽວຂ້ອງກັບວຽກງານການນຳພາແລະການຄຸ້ມຄອງ ແມ່ນການແຕ່ງຕັ້ງພະນັກງານການນຳແລະການຄຸ້ມຄອງລະດັບຕາແສງ, ດັ່ງທີ່ໄດ້ລະບຸໄວ້ໃນບົດສະຫຼຸບໝາຍເລກ 177-KL/TW, ລົງວັນທີ 11 ກໍລະກົດ 2025, ຂອງກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ “ວ່າດ້ວຍການສືບຕໍ່ສ້າງການຈັດຕັ້ງ ແລະການດຳເນີນງານຂອງໜ່ວຍງານບໍລິຫານສອງລະດັບ ເພື່ອຮັບປະກັນການດຳເນີນງານທີ່ລາບລື່ນແລະມີປະສິດທິພາບ” ເຊິ່ງອະນຸຍາດໃຫ້ “ນຳໃຊ້ແລະມອບໝາຍໜ້າທີ່ໃຫ້ບຸກຄະລາກອນທີ່ມີຄວາມສາມາດ, ມີປະສົບການ ແລະ ມີຄວາມສາມາດຕອບສະໜອງຄວາມຕ້ອງການຂອງວຽກງານ”, ແລະ “ຮັກສາແລະປັບປຸງລະດັບຄວາມພໍໃຈຂອງປະຊາຊົນ ໂດຍໃຊ້ຄວາມພໍໃຈເປັນຕົວຊີ້ວັດຄວາມສຳເລັດ”; ການຈັດສັນຕຳແໜ່ງຮອງຢ່າງເໝາະສົມ ໂດຍຍຶດໝັ້ນຢ່າງໃກ້ຊິດຕໍ່ຈິດໃຈຂອງບົດສະຫຼຸບໝາຍເລກ 187-KL/TW, ລົງວັນທີ 29 ສິງຫາ 2025, ຂອງກົມການເມືອງສູນກາງແລະຄະນະເລຂາທິການສູນກາງ ວ່າດ້ວຍທິດທາງຈຳນວນຕຳແໜ່ງຮອງໃນໜ່ວຍງານແລະອົງການຈັດຕັ້ງຕ່າງໆ ພາຍໃນລະບົບການເມືອງ: “ສອດຄ່ອງກັບຄວາມເປັນຈິງໃນທາງປະຕິບັດ ແລະບໍ່ມີການຕີລວາດກວາດພຽງ, ໂດຍຄຳນຶງເຖິງລັກສະນະສະເພາະຂອງໜ່ວຍງານທີ່ກຳລັງຢູ່ລະຫວ່າງການລວມຕົວແລະການຄວບລວມ”. ນີ້ແມ່ນກົດລະບຽບທີ່ທັນທ່ວງທີແລະຄົບຖ້ວນ ເຊິ່ງເຊື່ອມໂຍງຢ່າງໃກ້ຊິດກັບສະພາບການປັບໂຄງສ້າງການຈັດຕັ້ງອົງການຂອງລະບົບການເມືອງ.
ເອກະສານຫຼາຍສະບັບຈາກກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງກໍ່ໄດ້ຮັບການອອກຢ່າງວ່ອງໄວ, ເຊັ່ນ: ບົດສະຫຼຸບໝາຍເລກ 183-KL/TW, ລົງວັນທີ 1 ສິງຫາ 2025, ຂອງກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ ວ່າດ້ວຍການຜັນຂະະຫຍາຍການດຳເນີນງານຮູບແບບອຳນາດການປົກຄອງທ້ອງຖິ່ນສອງຊັ້ນຢ່າງຈິງຈັງ ໂດຍເນັ້ນໃຫ້ລະດັບຮາກຖານເຂົ້າມາກຳ ແລະບໍລິຫານຄຸ້ມຄອງເສດຖະກິດ ສັງຄົມ ການປ້ອງກັນປະເທດ ແລະຄວາມໝັ້ນຄົງຢ່າງແຂງຂັນ, ລະບຸວ່າ “ຕ້ອງກຳນົດຜູ້ຮັບຜິດຊອບ ແລະ ວຽກງານທີ່ຊັດເຈນ, ຫຼີກລ່ຽງການທັບຊ້ອນ ຫຼືການລະເວັ້ນພາລະບົດບາດແລະໜ້າທີ່”; ຄຳສັ່ງໝາຍເລກ 53-CT/TW, ລົງວັນທີ 26 ຕຸລາ 2025, ຂອງກົມການເມືອງສູນກາງ ກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ການປະຕິບັດຄວາມຮັບຜິດຊອບອະທິບາຍລາຍງານ ຂອງໜ່ວຍງານ, ອົງການຈັດຕັ້ງ ແລະບຸກຄົນ ໃນກິດຈະກຳການບໍລິການສາທາລະນະ ເຊິ່ງກ່າວເຖິງຄວາມເອົາໃຈໃສ່ຢ່າງເໝາະສົມຕໍ່ວຽກງານກວດກາ, ຕິດຕາມກວດກາ ແລະການກວດສອບ; ເຖິງເກນສຳລັບການປະເມີນປະສິດທິພາບ ແລະ ຄວາມພໍໃຈຂອງປະຊາຊົນ ຕໍ່ຄວາມຮັບຜິດຊອບຂອງໜ່ວຍງານ, ອົງການຈັດຕັ້ງ ແລະບຸກຄົນ ໃນການດຳເນີນກິດຈະກຳບໍລິການສາທາລະນະ. ສິ່ງນີ້ກໍ່ໃຫ້ເກີດຄວາມຕ້ອງການແລະໜ້າທີ່ຕໍ່ລະບົບຂອງອົງການກວດກາ ແລະຕິດຕາມກວດກາໃນທຸກລະດັບ ເພື່ອຮັບປະກັນການຜັນຂະຫຍາຍປະຕິບັດແນວທາງ ແລະແຜນນະໂຍບາຍຂອງພັກ ແລະລັດຢ່າງມີປະສິດທິພາບ ໃນສະພາບການໃໝ່ ໂດຍຕິດພັນກັບລັກສະນະສະເພາະຂອງລະດັບຕາແສງ ເຊິ່ງເປັນລະດັບທີ່ປະຕິສຳພັນກັບປະຊາຊົນເປັນປະຈຳ, ມີສ່ວນກ່ຽວຂ້ອງໂດຍກົງກັບການຄຸ້ມຄອງທີ່ດິນ, ງົບປະມານຕາແສງ, ລາຍຈ່າຍປະຈຳ, ການອະນຸຍາດກໍ່ສ້າງ ແລະການແກ້ໄຂບັນຫາກ່ຽວກັບສິດ ແລະນະໂຍບາຍຢູ່ຮາກຖານ...
ທີສອງ, ການກະຈາຍອຳນາດແລະແບ່ງຂັ້ນຄຸ້ມຄອງ ບໍ່ໄດ້ໝາຍເຖິງ “ການກະແຈກກະຈາຍຄວາມຮັບຜິດຊອບ”.
ມະຕິຂອງຄະນະກຳມະການສູນກາງ, ໂດຍສະເພາະການຊີ້ນຳຂອງເລຂາທິການໃຫຍ່ ໂຕເລິມ ທີ່ກອງປະຊຸມສະຫຼຸບວຽກງານປີ 2024 ແລະ ການຜັນຂະຫຍາຍປະຕິບັດວຽກງານປີ 2025 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ (ວັນທີ 8 ມັງກອນ 2025) ເນັ້ນໜັກວ່າ: ມອບອຳນາດຕັດສິນດ້ວຍຕົນເອງ ແລະ ການເປັນເຈົ້າການຫຼາຍຂຶ້ນໃຫ້ແກ່ອຳນາດການປົກຄອງທຸກລະດັບ. ຢ່າງໃດກໍຕາມ, ສິ່ງນີ້ຈຳເປັນຕ້ອງຄວບຄູ່ໄປກັບກົນໄກທີ່ເຂັ້ມງວດໃນການຕິດຕາມກວດກາ ແລະ ການຄວບຄຸມອຳນາດ ເພື່ອຮັບປະກັນວ່າ ຈະບໍ່ມີການໃຊ້ອຳນາດໃນທາງທີຜິດເພື່ອຜົນປະໂຫຍດສ່ວນຕົວ.
ການມອບອຳນາດຕັດສິນດ້ວຍຕົນເອງ ແລະການເປັນເຈົ້າການ ໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນຫຼາຍຂຶ້ນ ຈະຮັບປະກັນຄວາມເປັນເຈົ້າການ ແລະຄວາມຄິດສ້າງສັນຂອງທ້ອງຖິ່ນ ເຊິ່ງເໝາະສົມກັບລັກສະນະສະເພາະຂອງແຕ່ລະເຂດ, ພາກພື້ນ ແລະພື້ນທີ່ພາຍໃຕ້ການບໍລິຫານຄຸ້ມຄອງ. ດ້ວຍຄວາມເປັນເຈົ້າການ ແລະຄວາມຄິດສ້າງສັນນີ້ ຈະຊ່ວຍໃຫ້ທ້ອງຖິ່ນສາມາດນຳໃຊ້ຊັບພະຍາກອນພາຍໃນຂອງຕົນໄດ້ຢ່າງເຕັມທີ່, ເຊື່ອມໂຍງຢ່າງແໜ້ນແຟ້ນກັບທ້ອງຖິ່ນອື່ນໆ ແລະ ຂະຫຍາຍການຮ່ວມມື, ພ້ອມທັງເພີ່ມຄວາມຮັບຜິດຊອບຂອງທ້ອງຖິ່ນໃນການຮັບປະກັນການພັດທະນາເສດຖະກິດ ແລະສັງຄົມ, ຮັບປະກັນຊີວິດການເປັນຢູ່ທີ່ດີຂອງປະຊາຊົນ ແລະ ຮັກສາຄວາມໝັ້ນຄົງ, ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ.
ຈາກປະສົບການຕົວຈິງນີ້, ວຽກງານກວດກາແລະຕິດຕາມກວດກາຂອງພັກພາຍໃຕ້ຮູບແບບອຳນາດການປົກຄອງສາມຊັ້ນ ຈຳເປັນຕ້ອງສ້າງເຄືອຂ່າຍຄືນໃໝ່ ໂດຍປ່ຽນຈາກການກວດກາທີ່ເນັ້ນເລື່ອງການບໍລິຫານແລະເລື່ອງເລັກໆນ້ອຍໆ ໄປເປັນການກວດກາທີ່ມີຍຸດທະສາດ, ຄາດຄະເນ, ເປັນເຈົ້າການໃນການກວດພົບການລະເມີດທີ່ອາດເກີດຂຶ້ນຕັ້ງແຕ່ຫົວທີ.
ວິທີແກ້ໄຂເພື່ອເພີ່ມປະສິດທິພາບຂອງການກວດກາ ແລະຕິດຕາມກວດກາຂອງພັກໃນສະພາບການຫຼຸດຜ່ອນຈຳນວນພະນັກງານ ແລະການຈັດຕັ້ງປະຕິບັດຮູບແບບອຳນາດການປົກຄອງສາມຊັ້ນ
ວິທີແກ້ໄຂທົ່ວໄປ
ທີໜຶ່ງ, ຄະນະບໍລະຫານງານພັກ, ອົງການຈັດຕັ້ງພັກ ແລະ ຄະນະກຳມະການກວດກາໃນທຸກລະດັບ ຄວນສຸມໃສ່ການປະຕິບັດວຽກງານສຳຄັນຫຼາຍຢ່າງຢ່າງມີປະສິດທິພາບ ເຊິ່ງລວມເຖິງການປັບປຸງກົນໄກຂອງຄະນະກຳມະການກວດກາໃນທຸກລະດັບຢ່າງຮີບດ່ວນ ໃຫ້ມີຄວາມສອດຄ່ອງ ແລະ ເປັນເອກະພາບ ເພື່ອຕອບສະໜອງຄວາມຕ້ອງການແລະໜ້າທີ່ໃໝ່; ການປັບປຸງໂຄງສ້າງກົງຈັກໃຫ້ມີປະສິດທິພາບ ຄວນຄວບຄູ່ໄປກັບການປັບໂຄງສ້າງອົງກອນ ແລະຖັນແຖວພະນັກງານກວດກາໃນທຸກລະດັບ ເພື່ອຮັບປະກັນຄຸນສົມບັດແລະຄວາມສາມາດທີ່ພຽງພໍຕໍ່ພາລະກິດວຽກງານ.
ທີສອງ, ຄະນະກຳມະການກວດກາສູນກາງຄວນເລັ່ງສຶກສາແລະທົບທວນ ເພື່ອສະເໜີແນະການດັດແກ້ ເພີ່ມເຕີມກົດຂໍ້ບັງຄັບຂອງພັກ ກ່ຽວກັບວຽກງານກວດກາແລະຕິດຕາມກວດກາໃຫ້ທັນທ່ວງທີ, ສອດຄ່ອງກັບຮູບແບບການຈັດຕັ້ງພັກໃໝ່ທົ່ວປະເທດ; ຮັບປະກັນສິດອຳນາດ, ໜ້າທີ່ ແລະ ວຽກງານທີ່ຖືກຕ້ອງ; ຍຶດໝັ້ນໃນຫຼັກການທີ່ວ່າ ບໍ່ວ່າບ່ອນໃດທີ່ມີການເຄື່ອນໄຫວຂອງອົງການພັກແລະສະມາຊິກພັກ ຈະຕ້ອງມີການກວດກາ ແລະຕິດຕາມກວດກາ, ໂດຍບໍ່ລະເລີຍພື້ນທີ່ຫຼືຂົງເຂດໃດໆ. ຄວນສະເໜີແນະກ່ຽວກັບການພັດທະນາແລະການປະກາດໃຊ້ກົດລະບຽບການປະສານງານລະຫວ່າງຄະນະກຳມະການກວດກາສູນກາງ ແລະອົງການຈັດຕັ້ງພັກຕ່າງໆ ໂດຍທັນທີຫຼັງຈາກສຳເລັດເສັດສິ້ນແຜນການປັບໂຄງສ້າງແລະຫຼຸດການຈັດຕັ້ງອົງການໃຫ້ຄ່ອງຕົວ.
ທີສາມ, ສືບຕໍ່ປ່ຽນແປງໃໝ່ວິທີການແລະແນວທາງໃນການກວດກາ ແລະຕິດຕາມກວດກາຢ່າງແຂງແຮງ; ຍູ້ແຮງການຫັນປ່ຽນດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອປັບປຸງຄຸນນະພາບ, ປະສິດທິພາບ ແລະປະສິດທິຜົນ ຂອງວຽກງານກວດກາ, ຕິດຕາມກວດກາແລະວິໄນຂອງພັກໃຫ້ດີຍິ່ງຂຶ້ນ. ເປັນເຈົ້າການໃນການໃຫ້ຄຳແນະນຳແກ່ຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ, ຄະນະເລຂາທິການສູນກາງ ແລະ ຄະນະບໍລິຫານງານພັກທຸກລະດັບ ກ່ຽວກັບການນຳພາ ແລະ ການດຳເນີນການກວດກາແລະຕິດຕາມກວດກາຕົນເອງ ໃນທ້ອງຖິ່ນແລະໜ່ວຍງານຂອງຕົນ ຢ່າງມີປະສິດທິພາບ. ເຕືອນ, ດັກເຕືອນ, ປ້ອງກັນ ແລະ ສະກັດກັ້ນການລະເມີດຢ່າງທັນການ ຕັ້ງແຕ່ຕົ້ນແລະຈາກໄລຍະໄກ; ຂະບວນການຈັດຕັ້ງປະຕິບັດຕ້ອງຍຶດໝັ້ນຫຼັກການ, ວິທີການ ແລະ ລະບຽບຂໍ້ບັງຄັບກ່ຽວກັບວຽກງານກວດກາ ແລະຕິດຕາມກວດກາຂອງພັກຢ່າງເຂັ້ມງວດ.
ມີບັນຫາຈຳນວນໜຶ່ງທີ່ຕ້ອງໄດ້ຮັບການແກ້ໄຂ:
ທີໜຶ່ງ, ປັບປຸງກົນໄກການກວດກາແລະຕິດຕາມກວດກາໃຫ້ເໝາະສົມກັບການຈັດຕັ້ງປະຕິບັດຮູບແບບອຳນາດການປົກຄອງສາມຊັ້ນ. ສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ວິທີການ ແລະ ຮູບແບບການຈັດຕັ້ງວຽກງານກວດກາ ແລະຕິດຕາມກວດກາ ສຳລັບລະບົບຄະນະກຳມະການກວດກາສາມຊັ້ນ ສອດຄ່ອງກັບແນວທາງຊີ້ນຳຂອງເລຂາທິການໃຫຍ່ ໂຕເລິມ ໂດຍເນັ້ນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ ແລະ ບົດສະຫຼຸບຂອງຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ ແລະ ຄະນະເລຂາທິການສູນກາງ ຢ່າງມີປະສິດທິພາບ ທັນທ່ວງທີ ແລະສອດຄ່ອງກັບກົດລະບຽບ; ສຸມໃສ່ການກວດກາແລະຕິດຕາມກວດກາການແຕ່ງຕັ້ງແລະຈັດວາງພະນັກງານ ໃນການຈັດຕັ້ງປະຕິບັດ ຮູບແບບອຳນາດການປົກຄອງສາມຊັ້ນ, ຕິດຕາມການຫັນປ່ຽນດິຈິຕອນຂອງປະເທດ; ເຊື່ອມໂຍງວຽກງານກວດກາແລະຕິດຕາມກວດກາ ກັບການຄວບຄຸມອຳນາດ; ສ້າງກົນໄກການຕິດຕາມກວດກາທີ່ມີປະສິດທິພາບ, ສາມາດເຕືອນລ່ວງໜ້າ ແລະປ້ອງກັນການລະເມີດໃນລະດັບຮາກຖານ. ຄົ້ນຄວ້າໃຫ້ຄຳປຶກສາ, ຊີ້ນຳ ແລະ ແນະນຳການຈັດຕັ້ງປະຕິບັດມາດຕະການຕ່າງໆ ເພື່ອປັບປຸງຄຸນນະພາບ ແລະ ປະສິດທິຜົນຂອງວຽກງານກວດກາ ແລະຕິດຕາມກວດກາ ຂອງຄະນະບໍລິຫານງານພັກ ແລະ ຄະນະກຳມະການກວດກາ ໃນທຸກລະດັບ; ໃນນັ້ນ ໃຫ້ຄວາມສຳຄັນກັບການປັບປຸງປະສິດທິຜົນຂອງການກວດກາ ແລະຕິດຕາມກວດກາຕັ້ງແຕ່ລະດັບຮາກຖານ. ໃນສະພາບການຂອງການຍົກເລີກລະດັບເມືອງ, ການຈັດຕັ້ງລະບົບການກວດກາຂອງພັກຄືນໃໝ່ ຈຳເປັນຕ້ອງອີງໃສ່ການເພີ່ມທະວີບົດບາດສຳຄັນຂອງຄະນະກຳມະການກວດກາລະດັບແຂວງ ໃນການຈັດຕັ້ງການຕິດຕາມກວດກາເປັນປະຈຳລົງເຖິງລະດັບຕາແສງ, ສ້າງ “ແຂນຂະຫຍາຍ” ຈາກລະດັບສູນກາງຜ່ານລະບົບເຕືອນໄພລ່ວງໜ້າ, ການວິເຄາະຂໍ້ມູນ, ການລາຍງານເປັນໄລຍະ ແລະ ການກວດກາຕາມຫົວຂໍ້ຂະໜາດໃຫຍ່; ຜັນຂະະຫຍາຍວຽກງານກວດກາ ແລະຕິດຕ່ມກວດກາຢ່າງມີປະສິດທິພາບ ກ່ຽວກັບບັນຫາສຳຄັນທີ່ປະຊາຊົນມີຄວາມສົນໃຈ ເຊັ່ນ: ການຄຸ້ມຄອງຂອງລັດທາງດ້ານທີ່ດິນ, ແຮ່ທາດ, ພະລັງງານ, ຄວາມປອດໄພດ້ານອາຫານ... ປະກອບສ່ວນເຂົ້າໃນການປົດລັອກຊັບພະຍາກອນ ເພື່ອການພັດທະນາເສດຖະກິດແລະສັງຄົມຂອງທ້ອງຖິ່ນ; ສືບຕໍ່ເຮັດວຽກກວດກາແລະຕິດຕາມກວດກາໃຫ້ດີ ເພື່ອປະກອບສ່ວນເຂົ້າໃນການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ການໃຊ້ຈ່າຍສິ້ນເປືອງ ແລະຄວາມຫຍໍ້ທໍ້. ສ້າງຕັ້ງໜ່ວຍງານສະເພາະກິດ ຫຼືໜ່ວຍງານຮ່ວມລະຫວ່າງຂະແໜງ ເພື່ອດຳເນີນການກວດກາ ແລະຕິດຕາມກວດກາ ໃນພື້ນທີ່ທີ່ອ່ອນໄຫວແລະສັບສົນ (ຕາແສງຊານເມືອງ, ພື້ນທີ່ທີ່ມີໂຄງການລົງທຶນຈຳນວນຫຼາຍ, ການເກັບກູ້ທີ່ດິນ, ການຄຸ້ມຄອງທີ່ດິນ ແລະອື່ນໆ).
ທີສອງ, ປ່ຽນແປງໃໝ່ໂຄງການກວດກາແລະຕິດຕາມກວດກາໃຫ້ເໝາະສົມກັບຮູບແບບອຳນາດການປົກຄອງທ້ອງຖິ່ນສອງຊັ້ນ. ເພີ່ມທະວີການກວດກາ ແລະຕິດຕາມກວດກາຄະນະບໍລິຫານງານພັກ, ອົງການ ແລະ ໜ່ວຍງານຕ່າງໆ ໃນການປະຕິບັດມະຕິ ແລະບົດສະຫຼຸບຂອງຄະນະບໍລິຫານງານສູນກາງ, ກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ ກ່ຽວກັບການພັດທະນາປະເທດ ເພື່ອໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ສຳລັບການພັດທະນາເສດຖະກິດ ແລະສັງຄົມໃນຂົງເຂດຕ່າງໆ ເຊັ່ນ: ການຄຸ້ມຄອງແລະການໃຊ້ຈ່າຍງົບປະມານລາຍຈ່າຍປະຈຳ; ການຄຸ້ມຄອງແລະການໃຊ້ຈ່າຍເງິນທຶນລົງທຶນຂອງລັດ; ການຄຸ້ມຄອງແລະການນຳໃຊ້ທີ່ດິນແລະທີ່ຢູ່ອາໄສ; ການຄຸ້ມຄອງທີ່ດິນຂອງລັດ; ການຄຸ້ມຄອງ, ການຂຸດຄົ້ນ ແລະ ການນຳໃຊ້ຊັບພະຍາກອນ, ແຮ່ທາດ ແລະ ພະລັງງານ; ການວາງແຜນທີ່ດິນແລະການກໍ່ສ້າງ; ວຽກງານການຈັດຕັ້ງກົງຈັກ, ການຄຸ້ມຄອງ, ການນຳໃຊ້ແຮງງານ ແລະ ເວລາເຮັດວຽກໃນພາກລັດ ແລະອື່ນໆ, ໂດຍມີເປົ້າໝາຍສູງສຸດຄືການຮັບປະກັນຊີວິດການເປັນຢູ່ທີ່ດີຂອງປະຊາຊົນ.
ທີສາມ, ຍູ້ແຮງການປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການລາຍງານແບບປະສົມປະສານ. ຍູ້ແຮງການຫັນເປັນດິຈິຕອນຢ່າງຮອບດ້ານ ແລະຜັນຂະຫຍາຍປະຕິບັດໜ້າທີ່ຕ່າງໆ ຢ່າງເດັດຂາດແລະພ້ອມໆກັນ ເພື່ອຕອບສະໜອງຄວາມຕ້ອງການຂອງ “ການຕິດຕາມແລະກວດກາໂດຍໃຊ້ຂໍ້ມູນເປັນຫຼັກ” ທົ່ວທັງຂະແໜງການກວດກາຂອງພັກ. ຄະນະກຳມະການກວດກາໃນທຸກລະດັບຄວນປ່ຽນເອກະສານເປັນດິຈິຕອນ, ປັບປຸງ ແລະ ສ້າງຖານຂໍ້ມູນກ່ຽວກັບວຽກງານກວດກາ ແລະຕິດຕາມກວດກາ ໃຫ້ສອດຄ່ອງກັບແຜນການຫັນເປັນດິຈິຕອນຂອງຂະແໜງການກວດກາຂອງພັກ; ຍູ້ແຮງການປະຍຸກໃຊ້ເຕັກໂນໂລຊີສະໄໝໃໝ່ຕະຫຼອດຂະບວນການກວດກາ ແລະຕິດຕາມກວດກາທັງໝົດ. ເພີ່ມທະວີການເຊື່ອມຕໍ່ແລະການແບ່ງປັນຂໍ້ມູນລະຫວ່າງໜ່ວຍງານພາຍໃນ ແລະພາຍນອກຂະແໜງການ, ຮັບປະກັນຄວາມປອດໄພ ແລະຄວາມລັບຂອງຂໍ້ມູນຂ່າວສານ. ຄວນສ້າງແພລດຟອມດິຈິຕອນ ເພື່ອເຊື່ອມຕໍ່ໜ່ວຍງານພາກລັດແລະໜ່ວຍງານກວດກາ ທັງສາມລະດັບ, ໂດຍມີເປົ້າໝາຍເພື່ອການຄຸ້ມຄອງຂໍ້ມູນສະມາຊິກພັກ, ພະນັກງານ, ລັດຖະກອນ ແລະພາລະກອນແບບຕາມເວລາຈິງ; ປະສານງານຂໍ້ມູນງົບປະມານ, ການລົງທຶນພາກລັດ ແລະ ຊັບສິນສາທາລະນະ ເພື່ອເປັນພື້ນຖານໃນການດຳເນີນການກວດກາ ແລະແຈ້ງເຕືອນໂດຍອັດຕະໂນມັດເມື່ອພົບຄວາມຜິດປົກກະຕິໃນການເບີກຈ່າຍ, ການວາງແຜນ ແລະ ການຍົກຍ້າຍພະນັກງານ... ໃນລະດັບຕາແສງ.
ທີສີ່, ປັບປຸງຍົກສູງຄວາມສາມາດຂອງພະນັກງານກວດກາ ແລະຕິດຕາມກວດກາ, ໂດຍສະເພາະໃນລະດັບແຂວງ. ສືບຕໍ່ສ້າງຄະນະກຳມະການກວດກາພັກໃນທຸກລະດັບໃຫ້ມີຄວາມກະທັດລັດ, ຄ່ອງຕົວ, ເຂັ້ມແຂງ, ມີປະສິດທິພາບ, ມີປະສິດທິຜົນ ແລະໄດ້ຜົນດີ; ປັບປຸງຮູບແບບການຈັດຕັ້ງຂອງຂະແໜງການກວດກາພັກໃຫ້ສົມບູນແບບ ແລະ ຈັດສັນພະນັກງານກວດກາໃນທຸກລະດັບ(1), ໂດຍສະເພາະແມ່ນການຈັດຕັ້ງປະຕິບັດນະໂຍບາຍແຕ່ງຕັ້ງປະທານຄະນະກຳມະການກວດກາພັກລະດັບແຂວງ ແລະ ລະດັບຕາແສງ ທີ່ບໍ່ແມ່ນຄົນທ້ອງຖິ່ນ. ສືບຕໍ່ສ້າງແລະປັບປຸງຂອບສະຖາບັນ ເພື່ອໃຫ້ຄຳແນະນຳ ແລະສະເໜີແນະໃຫ້ຄະນະກຳມະການກວດກາພັກລະດັບສູງມີອຳນາດໃນການຕັດສິນໃຈ, ແນະນຳ ແລະ ຍົກຍ້າຍປະທານຄະນະກຳມະການກວດກາພັກລະດັບລຸ່ມ; ອະນຸມັດສະມາຊິກຂອງຄະນະກຳມະການກວດກາພັກລະດັບລຸ່ມ ຕາມນະໂຍບາຍການກະຈາຍອຳນາດແລະການແບ່ງຂັ້ນຄຸ້ມຄອງ. ຊາບຊຶມ, ຍົກສູງຄວາມຮັບຮູ້ກ່ຽວກັບລະບຽບຂໍ້ບັງຄັບ, ທັດສະນະ ແລະແຜນນະໂຍບາຍໃໝ່ ກ່ຽວກັບວຽກງານກວດກາແລະຕິດຕາມກວດກາ ສຳລັບພະນັກງານຂະແໜງການກວດກາພັກ. ການກໍ່ສ້າງຖັນແຖວພະນັງານກວດກາທີ່ມີຫຼັກໝັ້ນທາງການເມືອງທີ່ໜັກແໜ້ນ, ມີຄວາມຊ່ຽວຊານໃນວິຊາຊີບ, ມີຄວາມຮູ້ດ້ານກົດໝາຍ, ສາມາດໃຊ້ເຕັກໂນໂລຊີດິຈິຕອນໄດ້ຢ່າງມີປະສິດທິພາບ, ມີຄຸນທຳອັນເປັນແບບຢ່າງ ແລະ ມີຄວາມກ້າທີ່ຈະຄິດ, ກະທຳ ແລະ ຮັບຜິດຊອບ, ໂດຍສະເພາະ ສຳລັບພະນັກງານກວດກາທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນລະດັບຕາແສງແລະທຽບເທົ່າ. ເພີ່ມທະວີຄວາມສາມາດ ແລະປະສິດທິຜົນຂອງຄະນະກຳມະການກວດກາທຸກລະດັບ, ຮັບປະກັນຄວາມເປັນເອກະພາບໃນການຊີ້ນຳ, ແນະນຳວຽກງານວິຊາຊີບໃນແນວຕັ້ງ ແລະ ປະຕິບັດໜ້າທີ່ກວດກາແລະຕິດຕາມກວດກາແນວນອນ ຢ່າງມີປະສິດທິພາບ; ເຊື່ອມໂຍງວຽກງານກວດກາແລະຕິດຕາມກວດກາ ກັບໜ້າທີ່ການກໍ່ສ້າງອົງການຈັດຕັ້ງພັກ ແລະ ປະຕິບັດໜ້າທີ່ກວດກາ ແລະຕິດຕາມກວດກາຂອງຄະນະບໍລິຫານງານພັກຂັ້ນເທິງ ຕໍ່ອົງການຈັດຕັ້ງພັກ ແລະກຳມະການຄະນະບໍລິຫານງານພັກຂັ້ນລຸ່ມ ຢ່າງເຄັ່ງຄັດແລະຈິງຈັງ.
ຄະນະກຳມະການກວດກາລະດັບແຂວງໃນຮູບແບບໃໝ່ຕ້ອງເຂັ້ມແຂງພຽງພໍທີ່ຈະ “ກວມເອົາທົ່ວແຂວງ ແລະ ລົງໄປເຖິງລະດັບຕາແສງ”. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງເພີ່ມຈຳນວນພະນັກງານເພື່ອຮັບປະກັນການຄຸ້ມຄອງຂົງເຂດຢ່າງຄົບຖ້ວນ ແລະມີຄວາມຊ່ຽວຊານທີ່ກ່ຽວຂ້ອງກັບຂົງເຂດການກວດກາ ແລະຕິດຕາມກວດກາ ເຊັ່ນ: ກົດໝາຍ, ການກໍ່ສ້າງພັກ, ເສດຖະສາດສາທາລະນະ, ທັກສະການສືບສວນ ແລະ ການວິເຄາະຂໍ້ມູນ. ການຝຶກອົບຮົມພະນັກງານກວດກາຄວນຂະຫຍາຍໃຫ້ກວມລວມສະຖານະການຈິງໃນລະດັບຕາແສງ, ໂດຍສະເພາະ ໃນຂົງເຂດທີ່ມີແນວໂນ້ມການສໍ້ລາດບັງຫຼວງສູງ ເຊັ່ນ: ທີ່ດິນ, ການລົງທຶນ, ການເກັບກູ້ທີ່ດິນ ແລະງົບປະມານ. ຄວນມີກົນໄກເພື່ອປົກປ້ອງພະນັກງານກວດກາເມື່ອປະຕິບັດໜ້າທີ່ທີ່ອາດຈະກ່ຽວຂ້ອງກັບບັນຫາທີ່ລະອຽດອ່ອນ, ຫຼີກລ່ຽງແຮງກົດດັນຈາກຝ່າຍບໍລິຫານ ແລະ ການແບ່ງຝັກແບ່ງຝ່າຍ.
ທີຫ້າ, ປັບປຸງຂະບວນການກວດກາຕາມຫົວຂໍ້ໃຫ້ສົມບູນແບບ ໃນທິດທາງທີ່ “ມີຈຸດສຸມ - ບັນຫາສຳຄັນ - ທັນເວລາ”. ດຳເນີນການກວດກາແບບໝູນວຽນ ແລະເປັນໄລຍະ ແທນການກວດກາທີ່ຮອບດ້ານ ແລະແບບຮູບການ. ປ່ຽນແປງໃໝ່ວິທີການສ້າງແຜນການກວດກາ: ແທນທີ່ຈະລໍຖ້າຄຳຮ້ອງຮຽນ ຫຼືການກ່າວປະນາມ, ຜູ້ຮ່າງແຜນການຈະອີງໃສ່ຂໍ້ມູນການດຳເນີນງານ ແລະຂໍ້ສະເໜີແນະຈາກສັງຄົມ ແລະສື່ມວນຊົນ ເປັນພື້ນຖານໃນການສ້າງແຜນການ. ໃຫ້ຜູ້ນຳລະດັບແຂວງແລະລະດັບຕາແສງຮັບຜິດຊອບຕໍ່ຂໍ້ສະຫຼຸບຂອງການກວດກາແລະຕິດຕາມກວດກາ: ປ້ອງກັນສະຖານະການທີ່ “ຄົ້ນພົບການລະເມີດ, ແຕ່ບໍ່ມີໃຜຮັບຜິດຊອບ”.
ທີຫົກ, ເພີ່ມທະວີການໂຄສະນາເຜີຍແຜ່ຂໍ້ມູນຢ່າງກວ້າງຂວາງໃຫ້ແກ່ອົງການຈັດຕັ້ງພັກ, ພະນັກງານ ແລະສະມາຊິກພັກ ກ່ຽວກັບການລະເມີດທີ່ເກິດຂຶ້ນເປັນປະຈຳ, ບົດຮຽນທີ່ໄດ້ຈາກການກວດກາ, ຕິດຕາມກວດກາ ແລະການລົງໂທດທາງວິໄນຂອງພັກ; ຂໍ້ຈຳກັດແລະຄວາມບໍ່ພຽງພໍຂອງກົນໄກ ແລະນະໂຍບາຍ; ຊ່ອງຫວ່າງແລະຂໍ້ບົກຜ່ອງໃນວຽກງານການຄຸ້ມຄອງ ທີ່ພົບຈາກການກວດກາແລະຕິດຕາມກວດກາ ແລະ ວິທີແກ້ໄຂແລະປ້ອງກັນ ເພື່ອຊ່ວຍໃຫ້ອົງການຈັດຕັ້ງພັກ, ພະນັກງານແລະສະມາຊິກພັກ ເຂົ້າໃຈຢ່າງຈະແຈ້ງເຖິງການລະເມີດທີ່ຄວນຫຼີກລ່ຽງ ເຊິ່ງຈະຊ່ວຍຍົກສູງຄວາມຮັບຮູ້ ແລະຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກ, ອົງການຈັດຕັ້ງພັກ ແລະ ພະນັກງານ ສະມາຊິກພັກ.
ສະຫຼຸບ
ຮູບແບບການຈັດຕັ້ງອຳນາດການປົກຄອງສາມຊັ້ນ (ສູນກາງ - ແຂວງ - ຕາແສງ) ແລະແຜນນະໂຍບາຍການປັບໂຄງສ້າງການຈັດຕັ້ງພະນັກງານ ແມ່ນການປະຕິຮູບທີ່ສຳຄັນ ທີ່ແນໃສ່ການສ້າງກົງຈັກຂອງລັດທີ່ກະທັດລັດຄ່ອງຕົວ ມີປະສິດທິພາບ ແລະມີປະສິດທິຜົນ. ຢ່າງໃດກໍ່ຕາມ, “ຄວາມກະທັດລັດຄ່ອງຕົວ” ນີ້ຍັງກໍ່ໃຫ້ເກີດຄວາມທ້າທາຍໃໝ່ຕໍ່ວຽກງານກວດກາແລະຕິດຕາມກວດກາຂອງພັກ ເຊິ່ງເປັນເສົາຄ້ຳທີ່ຮັບປະກັນຄວາມບໍລິສຸດ, ຄວາມເຂັ້ມແຂງ ແລະ ຄວາມຊື່ສັດສຸຈະລິດຂອງລະບົບການເມືອງ.
ໃນຮູບແບບໃໝ່ນີ້, ຊ່ອງຫວ່າງການຕິດຕາມກວດກາລະຫວ່າງສູນກາງ - ແຂວງ - ຕາແສງ ກວ້າງຂຶ້ນ; ຄວາມສາມາດຂອງຕາແສງໃນການປະຕິບັດໜ້າທີ່ເພີ່ມຂຶ້ນ ໃນຂະນະທີ່ການຄວບຄຸມອຳນາດບໍ່ສອດຄ່ອງກັນ. ສິ່ງນີ້ຮຽກຮ້ອງໃຫ້ອົງການກວດກາຂອງພັກຕ້ອງປ່ຽນແປງຄວາມຄິດ, ປັບປຸງການຈັດຕັ້ງ, ປະຍຸກໃຊ້ເຕັກໂນໂລຢີ ແລະ ຍົກລະດັບຍຸດທະສາດການຕິດາມກວດກາ ເພື່ອຄວບຄຸມຄວາມສ່ຽງຂອງ “ການທຸຈະລິດອຳນາດ” ຕັ້ງແຕ່ຕົ້ນເຫດ.
ປະສົບການສະແດງໃຫ້ເຫັນວ່າ ຖ້າພວກເຮົາບໍ່ເສີມສ້າງຄວາມສາມາດໃນການກວດກາ ແລະຕິດຕາມກວດກາ ຄຽງຄູ່ກັບການປັບປຸງໂຄງສ້າງອົງການໃຫ້ມີປະສິດທິພາບຫຼາຍຂຶ້ນ, ພວກເຮົາອາດຈະສູນເສຍເຄື່ອງມືທີ່ແຫຼມຄົມທີ່ສຸດໃນການຄວບຄຸມອຳນາດ, ເຮັດໃຫ້ເກີດຊ່ອງຫວ່າງທີ່ເປັນອັນຕະລາຍໃນການປົກຄອງຂອງພັກ ແລະລັດໃນລະດັບຮາກຖານ.
ໂດຍທົ່ວໄປແລ້ວ: ວຽກງານກວດກາແລະຕິດຕາມກວດກາຂອງພັກບໍ່ພຽງແຕ່ເປັນ “ມືຂວາ” ຂອງຜູ້ນຳເທົ່ານັ້ນ, ແຕ່ຍັງເປັນ “ເຄື່ອງປ້ອງກັນ” ທີ່ປົກປ້ອງພື້ນຖານດ້ານແນວຄິດ, ສິນທຳ ແລະ ວິໄນຂອງພັກ ໃນການປະຕິບັດໜ້າທີ່ທາງການເມືອງຕົວຈິງ. ໃນສະພາບການປັບໂຄງສ້າງອົງການ, ປັບປຸງໂຄງສ້າງພະນັກງານ ແລະຫຼຸດລະບົບລັດຖະການໃຫ້ເຫຼືອພຽງສາມລະດັບນັ້ນ ບົດບາດນີ້ຈຶ່ງມີຄວາມສຳຄັນຍິ່ງຂຶ້ນ.
ມີແຕ່ເມື່ອພັກດຳເນີນການກວດກາຕົນເອງຢ່າງເຂັ້ມງວດ, ມີວິທະຍາສາດ ແລະ ທັນສະໄໝເທົ່ານັ້ນ ຈຶ່ງຈະໝັ້ນໃຈໄດ້ວ່າກິດຈະການປ່ຽນແປງໃໝ່ກົງຈັກຈະບໍ່ຜິດຈາກເສັ້ນທາງທີ່ຄວນຈະເປັນ, ບໍ່ກໍ່ໃຫ້ເກີດ “ພື້ນທີ່ສີເທົາ” ຂອງອຳນາດ ແລະຈະບໍ່ເຮັດໃຫ້ປະຊາຊົນສູນເສຍຄວາມໄວ້ວາງໃຈໃນລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
-------------------------
(1) ແຜນການໝາຍເລກ 222-KH/UBKTTW, ລົງວັນທີ 24 ມີນາ 2025 ຂອງຄະນະກຳມະການກວດກາສູນກາງ ວ່າກ້ວຍການຫັນປ່ຽນດິຈິຕອນຂອງຂະແໜງການກວດກາພັກ.