ຫຼັກການແລະວິທີການກວດກາແລະຕິດຕາມກວດກາ
ຂອງພັກກອມມູນິດຫວຽດນາມ ກ່ຽວກັບການນຳພາ,
ການກຳນົດທິດທາງຄຸ້ມຄອງ ແລະນຳໃຊ້ທີ່ດິນ
ຂອງພັກກອມມູນິດຫວຽດນາມ ກ່ຽວກັບການນຳພາ,
ການກຳນົດທິດທາງຄຸ້ມຄອງ ແລະນຳໃຊ້ທີ່ດິນ
ທີມງານກວດກາແລະຕິດຕາມກວດກາໝາຍເລກ 11 ຂອງກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ ນຳໂດຍ ເຈິ່ນແທງເໝິນ ສະມາຊິກກົມການເມືອງແລະປະທານສະພາແຫ່ງຊາດ ຈັດກອງປະຊຸມເພື່ອປະກາດມະຕິຕົກລົງຂອງກົມການເມືອງສູນກາງ ແລະຄະນະເລຂາທິການສູນກາງ ກ່ຽວກັບການກວດກາແລະຕິດຕາມກວດກາ ຄະນະປະຈຳຄະນະກຳມະການພັກບັນດາອົງການສູນກາງພັກ ໃນປີ 2026. _ ພາບ: TTXVN
ຫຼັກການກວດກາ ແລະຕິດຕາມກວດກາ
ວຽກງານກວດກາແລະຕິດຕາມກວດກາຂອງພັກມີຄວາມສຳຄັນຫຼາຍ, ແນໃສ່ປະເມີນຈຸດແຂງຂອງອົງການຈັດຕັ້ງພັກແລະສະມາຊິກພັກ ຢ່າງຖືກຕ້ອງ ເພື່ອສົ່ງເສີມ, ໃນຂະນະດຽວກັນ ກໍ່ກວດພົບ, ຊີ້ແຈງການລະເມີດ ແລະຂໍ້ບົກຜ່ອງ ເພື່ອແກ້ໄຂ, ຜ່ານຜ່າ ແລະຈັດການກັບການລະເມີດຢ່າງເຂັ້ມງວດ; ລະບຸຊ່ອງໂຫວ່ແລະຄວາມບໍ່ພຽງພໍໃນກົນໄກ, ນະໂຍບາຍ ແລະກົດໝາຍ ຢ່າງທັນການ ເພື່ອສະເໜີຕໍ່ໜ່ວຍງານທີ່ມີສິດອຳນາດໃນການອອກລະບຽບການໃໝ່ ຫຼືແກ້ໄຂເພີ່ມເຕີມລະບຽບການທີ່ມີຢູ່ ໃຫ້ເໝາະສົມ ແລະ ເພີ່ມປະສິດທິພາບໃນການຄຸ້ມຄອງບໍລິຫານທີ່ດິນ, ຊັບພະຍາກອນ ແລະສິ່ງແວດລ້ອມຂອງລັດ; ປົກປ້ອງຜົນປະໂຫຍດຂອງລັດ ແລະ ສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ ຂອງໜ່ວຍງານ, ອົງການຈັດຕັ້ງ ແລະບຸກຄົນ.
ວຽກງານກວດກາແລະຕິດຕາມກວດກາ ການນຳພາຊີ້ນຳໃນການຄຸ້ມຄອງ ແລະນຳໃຊ້ທີ່ດິນ ແມ່ນເນື້ອໃນສຳຄັນທີ່ສຸດ ໃນການຮັບປະກັນປະສິດທິພາບຂອງການນຳພາຂອງພັກ ແລະ ກິດຈະກຳການຄຸ້ມຄອງຂອງລັດ. ທີ່ດິນແມ່ນຊັບພະຍາກອນສຳລັບການພັດທະນາ, ແຕ່ມັນຍັງກໍ່ໃຫ້ເກີດຄວາມທ້າທາຍຫຼາຍຢ່າງ ຕໍ່ຄວາມກ້າຫານທາງການເມືອງແລະຈັນຍາບັນໃນການບໍລິການສາທາລະນະ ແລະ ກົນໄກໃນການຄວບຄຸມອຳນາດ. ດັ່ງນັ້ນ, ການກວດກາແລະຕິດຕາມກວດກາ ຈຶ່ງຕ້ອງຍຶດໝັ້ນໃນລະບົບຫຼັກການທາງການເມືອງ - ກົດໝາຍ - ຈັນຍາບັນທີ່ເຂັ້ມງວດ, ຄົບຖ້ວນ ແລະ ສອດຄ່ອງກັນ.
ຄະນະບໍລິຫານງານພັກທຸກຂັ້ນ, ໂດຍສະເພາະແມ່ນຄະນະປະຈຳການ, ຕ້ອງນຳພາແລະຊີ້ນຳວຽກງານກວດກາ ແລະຕິດຕາມກວດກາໂດຍກົງ, ບໍ່ແມ່ນ “ມອບເໝົາທັງໝົດ” ວຽກງານດັ່ງກ່າວໃຫ້ອົງການວິຊາສະເພາະ. ການກວດກາແລະຕິດຕາມກວດກາແຕ່ລະຄັ້ງ ຕ້ອງສະແດງໃຫ້ເຫັນເຖິງເຈດຈຳນົງຂອງຜູ້ນຳ, ຄວາມຮັບຜິດຊອບທາງການເມືອງ ແລະຄວາມເປັນເອກະພາບໃນທິດທາງຂອງພັກ; ແລະຕ້ອງຮັບປະກັນການປະຕິບັດຕາມຂໍ້ກຳນົດຕໍ່ໄປນີ້:
ຫຼັກການທາງການເມືອງແລະການຈັດຕັ້ງ: ການກວດກາແລະຕິດຕາມກວດກາບໍ່ພຽງແຕ່ມີຈຸດປະສົງເພື່ອກວດຈັບການລະເມີດເທົ່ານັ້ນ, ແຕ່ຍັງລວມເຖິງການປະເມີນການຈັດຕັ້ງປະຕິບັດມະຕິຂອງພັກໃນຂົງເຂດທີ່ດິນ, ໂດຍສະເພາະແມ່ນແຜນນະໂຍບາຍທີ່ສຳຄັນ ເຊັ່ນ ມະຕິເລກທີ 19-NQ/TW, ລົງວັນທີ 31 ຕຸລາ 2012, ຂອງກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ກ່ຽວກັບ “ສືບຕໍ່ປ່ຽນແປງໃໝ່ນະໂຍບາຍ ແລະກົດໝາຍທີ່ດິນ ໃນໄລຍະເລັ່ງລັດການປ່ຽນແປງໃໝ່ຢ່າງຮອບດ້ານ, ເພື່ອສ້າງພື້ນຖານໃຫ້ຫວຽດນາມກາຍເປັນປະເທດອຸດສາຫະກຳສະໄໝໃໝ່ພາຍໃນປີ 2020". ເປັນຄັ້ງທຳອິດທີ່ພັກໄດ້ລະບຸວ່າ ທີ່ດິນເປັນຊັບພະຍາກອນເພື່ອການພັດທະນາ ພ້ອມທັງເປັນເປົ້າໝາຍຂອງການຄຸ້ມຄອງລັດຢ່າງເປັນເອກະພາບ, ເປັນຂອງປະຊາຊົນທັງມວນໂດຍມີລັດເປັນເຈົ້າຂອງແທນ. ດັ່ງນັ້ນຈຶ່ງຈຳເປັນຕ້ອງຄວບຄຸມອຳນາດໃນການຈັດສັນທີ່ດິນ, ການໃຫ້ເຊົ່າທີ່ດິນ ແລະ ການປ່ຽນແປງການນຳໃຊ້ທີ່ດິນ, ໂດຍເຊື່ອມໂຍງອຳນາດດັ່ງກ່າວເຂົ້າກັບຄວາມຮັບຜິດຊອບຂອງຫົວໜ້າອົງກອນ. ນີ້ເປັນພື້ນຖານໃຫ້ຄະນະກຳມະການກວດກາທຸກລະດັບ ເພື່ອກວດກາແລະຕິດຕາມກວດກາອົງການຈັດຕັ້ງພັກ ແລະສະມາຊິກພັກໃຫ້ປະຕິບັດຕາມ ແນວທາງແລະລະບຽບຂອງພັກ ແລະກົດໝາຍຂອງລັດ ກ່ຽວກັບທີ່ດິນ. ໃນມະຕິເລກທີ 18-NQ/TW, ລົງວັນທີ 16 ມິຖຸນາ 2022, ຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງສະໄໝທີ XIII “ກ່ຽວກັບການສືບຕໍ່ປ່ຽນແປງໃໝ່ ແລະປັບປຸງສະຖາບັນແລະນະໂຍບາຍ, ເສີມຂະຫຍາຍປະສິດທິພາບແລະປະສິດທິຜົນຂອງການຄຸ້ມຄອງ ແລະການນຳໃຊ້ທີ່ດິນ, ສ້າງແຮງຜັກດັນໃຫ້ຫວຽດນາມເປັນປະເທດພັດທະນາແລ້ວທີ່ມີລາຍໄດ້ສູງ”, ພັກສືບຕໍ່ໃຫ້ທິດທາງທີ່ຊັດເຈນ ໂດຍເນັ້ນໜັກເຖິງຄວາມຈຳເປັນທີ່ຈະນຳໃຊ້ຊັບພະຍາກອນທີ່ດິນເປັນແຮງຂັບເຄື່ອນຫຼັກຂອງການພັດທະນາຢ່າງຍືນຍົງ. ຢືນຢັນຄວາມຈຳເປັນໃນການຄວບຄຸມອຳນາດຢ່າງເຂັ້ມງວດ ແລະການຈັດການຢ່າງເດັດຂາດຕໍ່ “ການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້ໃນການຄຸ້ມຄອງ ແລະການນຳໃຊ້ທີ່ດິນ”; ເຮັດໃຫ້ຄວາມໂປ່ງໃສ, ການເປີດເຜີຍ ແລະການຫັນປ່ຽນຂໍ້ມູນທີ່ດິນເປັນດິຈິຕອນເປັນຫຼັກການບັງຄັບ. ສິ່ງນີ້ສ້າງພື້ນຖານທາງການເມືອງແລະກົດໝາຍໂດຍກົງ ສຳລັບການອອກແບບຮູບແບບການກວດກາ ແລະຕິດຕາມກວດກາດິຈິຕອນ, ແລະການວິເຄາະຄວາມສ່ຽງທາງການເມືອງ, ເສດຖະກິດ ແລະສັງຄົມໃນການຄຸ້ມຄອງທີ່ດິນ.
ບົດສະຫຼຸບໝາຍເລກ 14-KL/TW, ລົງວັນທີ 22 ກັນຍາ 2021, ຂອງກົມການເມືອງສູນກາງ “ກ່ຽວກັບການສົ່ງເສີມແລະປົກປ້ອງພະນັກງານທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ມີຄວາມຄິດສ້າງສັນ, ກ້າຄິດ ແລະ ກ້າກະທຳເພື່ອຜົນປະໂຫຍດສ່ວນລວມ” ໄດ້ສ້າງສົມດຸນລະຫວ່າງການຄວບຄຸມອຳນາດ ແລະ ການປົກປ້ອງແຮງຜັກດັນໃນການປ່ຽນແປງໃໝ່. ນອກຈາກນີ້, ຈຳເປັນຕ້ອງແຍກແຍະຢ່າງຈະແຈ້ງ ລະຫວ່າງການລະເມີດເພື່ອຜົນປະໂຫຍດສ່ວນຕົວ ແລະ ຄວາມຜິດພາດໃນການບຸກທະລຸແລະປ່ຽນແປງໃໝ່ເພື່ອຜົນປະໂຫຍດສ່ວນລວມໃນການກວດກາ ແລະຕິດຕາມກວດກາທີ່ດິນ. ແນະນຳຫຼັກການທີ່ສຳຄັນໜຶ່ງຄື: ການກວດກາບໍ່ຄວນແນໃສ່ “ຜູກມືພະນັກງານ” ແຕ່ຄວນປົກປ້ອງຜູ້ທີ່ກ້າຮັບຜິດຊອບ ແລະກະທຳການເພື່ອຜົນປະໂຫຍດຂອງປະເທດຊາດ. ພ້ອມກັນນັ້ນ, ສ້າງພື້ນຖານໃຫ້ຄະນະບໍລິຫານງານພັກ ແລະຄະນະກຳມະການກວດກາທຸກລະດັບ ສາມາດປ່ຽນແປງໃໝ່ວິທີການກວດກາ ແລະຕິດຕາມກວດກາໃຫ້ມີມະນຸດສະທຳ ແລະຍຸດຕິທຳຫຼາຍຂຶ້ນ.
ໃນວັນທີ 24 ພະຈິກ 2025, ບົດສະຫຼຸບໝາຍເລກ 218, “ກ່ຽວກັບທັດສະນະ ແລະແຜນນະໂຍບາຍໃນການຈັດການກັບການລະເມີດກົດໝາຍທີ່ດິນທີ່ເກີດຂຶ້ນຕັ້ງແຕ່ກົດໝາຍທີ່ດິນປີ 2013 ມີຜົນບັງຄັບໃຊ້ ຈົນເຖິງກ່ອນທີ່ກົດໝາຍທີ່ດິນປີ 2024 ຈະມີຜົນບັງຄັບໃຊ້” ເຊິ່ງອອກໂດຍກົມການເມືອງສູນກາງ, ໂດຍມີຈຸດປະສົງເພື່ອຮັບປະກັນຄວາມຍຸຕິທຳ ແລະ ພາວະວິໄສໃນການພິຈາລະນາມາດຕະການລົງໂທດ ແລະລະບຸສາເຫດທີ່ແທ້ຈິງຂອງການລະເມີດ ເພື່ອປັບປຸງນະໂຍບາຍໃຫ້ເໝາະສົມກັບຄວາມເປັນຈິງ. ດັ່ງນັ້ນ, ຜົນການກວດກາ ແລະຕິດຕາມກວດກາຈະຕ້ອງສະທ້ອນເຖິງປະສິດທິຜົນຂອງການນຳພາຂອງພັກ, ຊ່ວຍປັບນະໂຍບາຍ ແລະ ເພີ່ມຄວາມສາມາດໃນການຈັດຕັ້ງປະຕິບັດ, ບໍ່ພຽງແຕ່ຢຸດຢູ່ແຕ່ການຈັດການກັບການລະເມີດເທົ່ານັ້ນ.
ຫຼັກການລວມສູນປະຊາທິປະໄຕ ແມ່ນພື້ນຖານຂອງການຈັດຕັ້ງຂອງພັກ ແລະ ຕ້ອງໄດ້ຮັບການຮັບຮອງຕະຫຼອດຂະບວນການກວດກາທັງໝົດ: ການຕັດສິນໃຈຮ່ວມກັນ, ຄວາມຮັບຜິດຊອບສ່ວນບຸກຄົນ; ການສະຫຼຸບທີ່ອີງຕາມຫຼັກຖານ, ບໍ່ແມ່ນການຄາດເດົາ; ການສົນທະນາແບບປະຊາທິປະໄຕ, ການສ້າງຄວາມເຫັນດີເປັນເອກະພາບບົນພື້ນຖານຂອງບັນທຶກ, ຫຼັກຖານ ແລະ ກົດໝາຍ. ພ້ອມກັນນັ້ນ, ຂໍ້ມູນຕ້ອງໂປ່ງໃສ ແລະ ຜົນໄດ້ຮັບຕ້ອງເປີດເຜີຍຕໍ່ສາທາລະນະໃນຂອບເຂດທີ່ເໝາະສົມ, ເພື່ອເສີມສ້າງຄວາມໄວ້ວາງໃຈ ແລະສ້າງຜົນກະທົບກ່າວເຕືອນແລະກີດກັ້ນ.
ຫຼັກການທາງກົດໝາຍແລະການບໍລິຫານ: ການກວດກາແລະຕິດຕາມກວດກາຂອງພັກໃນຂົງເຂດທີ່ດິນຕ້ອງອີງໃສ່ກົດລະບຽບສັງຄົມນິຍົມ, ໂດຍສະເພາະແມ່ນກົດໝາຍທີ່ດິນທີ່ສະພາແຫ່ງຊາດຜ່ານໃນວັນທີ 18 ມັງກອນ 2024, ແລະ ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມັງກອນ 2025. ອົງການກວດກາຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົດລະບຽບໃໝ່ທີ່ກ່ຽວຂ້ອງ ເຊັ່ນ: ການວາງແຜນແບບປະສົມປະສານ, ການປະມູນສາທາລະນະ, ລາຄາທີ່ດິນໃນຕະຫຼາດ, ການທ້ອນໂຮມຄືນທີ່ດິນ, ຄ່າຊົດເຊີຍ, ການຈັດສັນທີ່ຢູ່ອາໄສໃໝ່ ແລະ ສິດໃນການໃຊ້ທີ່ດິນຖືເປັນສິນຊັບສຳລັບການເຮັດທຸລະກຳຕ່າງໆ. ການກວດກາຕ້ອງລະບຸລະດັບການປະຕິບັດຕາມກົດໝາຍ, ກວດພົບ “ຊ່ອງຫວ່າງທາງກົດໝາຍ” ໄດ້ຢ່າງທັນການ ແລະ ສະເໜີແນະການເພີ່ມເຕີມ ແລະການປັບປຸງກົນໄກ ແລະນະໂຍບາຍ.
ຫຼັກການ “ບໍ່ມີເຂດຫ້າມ, ບໍ່ມີຂໍ້ຍົກເວັ້ນ” ຕ້ອງກາຍເປັນມາດຕະຖານຖາວອນ. ການລະເມີດທີ່ດິນທຸຸກຮູບແບບ, ບໍ່ວ່າຈະຢູ່ໃນລະດັບໃດກໍຕາມ, ກໍ່ຕ້ອງໄດ້ຮັບການຈັດການແກ້ໄຂຢ່າງເດັດຂາດ, ພ້ອມທັງສົ່ງເສີມການກວດກາຕົນເອງ, ການກວດພົບຕົນເອງ ແລະ ການແກ້ໄຂຕົນເອງ. ບົດສະຫຼຸບການກວດກາແລະຕິດຕາມກວດກາຕ້ອງຊັດເຈນ: ຄວາມຜິດພາດເກີດຂຶ້ນຢູ່ບ່ອນໃດ, ໃຜເປັນຜູ້ຮັບຜິດຊອບ, ມາດຕະການໃດທີ່ແນະນຳ; ອົງການແລະບຸກຄົນທີ່ກ່ຽວຂ້ອງຕ້ອງມີສິດໃນການອຸທອນ ແລະຊີ້ແຈງຢ່າງຖືກກຕ້ອງຕາມກົດໝາຍ.
ຫຼັກການດ້ານຈັນຍາບັນ ແລະ ຄວາມຮັບຜິດຊອບໃນການບໍລິການສາທາລະນະ: ການເຊື່ອມໂຍງການກວດກາກັບການປູກຝັງຈັນຍາບັນ ແລະວັດທະນະທຳການບໍລິການສາທາລະນະ ຈຳເປັນຕ້ອງໃຫ້ເຈົ້າໜ້າທີ່ທີ່ເຮັດວຽກງານກວດກາແລະຕິດຕາມກວດກາທີ່ດິນມີຄວາມຊື່ສັດສຸຈະລິດ, ກ້າຫານ, ທ່ຽງທຳ, ພາວະວິໄສ, ບໍ່ໄດ້ຮັບອິດທິພົນຈາກຜົນປະໂຫຍດສ່ວນຕົວ ຫຼືຄວາມສຳພັນສ່ວນຕົວ. ການກວດກາແລະຕິດຕາມກວດກາແຕ່ລະຄັ້ງແມ່ນການທົດສອບຈັນຍາບັນທາງການເມືອງ ແລະວັດທະນະທຳແຫ່ງອຳນາດ. ມີແຕ່ເມື່ອຜູ້ກວດກາມີຄວາມຊື່ສັດແລະຍຸຕິທຳເທົ່ານັ້ນ ຜົນການກວດກາຈຶ່ງຈະຖືກຕ້ອງ, ພາວະວິໄສ ແລະ ມີຄຸນຄ່າທາງການສຶກສາ ແລະເປັນການຊັກຊວນໃຈໄດ້.
ການປະສົມປະສານການກວດກາເປັນໄລຍະ ແລະການຕິດຕາມກວດກາເປັນປະຈຳ: ຫຼັກການນີ້ຮັບປະກັນຄວາມເປັນເຈົ້າການແລະຄວາມຕໍ່ເນື່ອງ. ການຕິດຕາມກວດກາຕັ້ງແຕ່ຫົວທີຊ່ວຍກວດພົບການລະເມີດໄດ້ຕັ້ງແຕ່ົ້ນຕໍ, ໃນຂະນະທີ່ການກວດກາເປັນໄລຍະຈະຊ່ວຍສະຫຼຸບສັງລວມ ແລະການປະເມີນຜົນຢ່າງຮອບດ້ານ. ຕ້ອງຫັນປ່ຽນຈາກ “ການຈັດການຫຼັງການກວດກາ” ໄປສູ່ “ການຕິດຕາມກວດກາຕັ້ງແຕ່ຫົວທີ, ການເຕືອນລ່ວງໜ້າ ແລະ ການປ້ອງກັນຈາກໄລຍະໄກ” ໂດຍໃຊ້ຂໍ້ມູນດິຈິຕອນ, ແຜນທີ່ທີ່ດິນ ແລະ ຂໍ້ສະເໜີແນະຈາກປະຊາຊົນເປັນເຄື່ອງມືເຕືອນໄພອັດຕະໂນມັດ. ຄວນເນັ້ນໜັກໃສ່ຄວາມຮັບຜິດຊອບທາງການເມືອງ ແລະຈັນຍາບັນຂອງຫົວໜ້າຄະນະບໍລິຫານງານພັກ, ອຳນາດການປົກຄອງ ແລະອົງການຄຸ້ມຄອງທີ່ດິນ ເມື່ອມີການລະເມີດເກີດຂຶ້ນໃນເຂດອຳນາດຂອງຕົນ. ຫຼັກການນີ້ຊີ້ແຈງເຖິງຄວາມຮັບຜິດຊອບຕາມແຕ່ລະບຸກຄົນ, ປ້ອງກັນສະພາບການ “ບໍ່ມີຜູ້ໃດຮັບຜິດຊອບ” ແລະ ສົ່ງເສີມການສ້າງວັດທະນະທໍາຂອງການຍອມຮັບຄວາມຜິດພາດ ແລະ ແກ້ໄຂຄວາມຜິດພາດຢ່າງທັນການ.
ວິທີການກວດກາແລະຕິດຕາມກວດກາ
ຖ້າ “ຫຼັກການ” ເປັນພື້ນຖານແລ້ວ “ວິທີການ” ກໍ່ເປັນເຄື່ອງມືໃນການຈັດຕັ້ງປະຕິບັດ. ວິທີການກວດກາແລະຕິດຕາມກວດກາໃນຂົງເຂດທີ່ດິນຈຳເປັນຕ້ອງໄດ້ນຳໃຊ້ຢ່າງເປັນວິທະຍາສາດ, ເປັນລະບົບ ແລະປັບໃຫ້ເຂົ້າກັບຍຸກດິຈິຕອນ, ເພື່ອຮັບປະກັນທັງຄວາມຖືກຕ້ອງທັງໃນດ້ານການເມືອງ, ກົດໝາຍ ແລະ ເຕັກນິກ, ພ້ອມທັງເພີ່ມຄວາມສາມາດໃນການຄາດຄະເນແລະປ້ອງກັນ. ໃນການດຳເນີນການກວດກາແລະຕິດຕາມກວດກາ, ຄວນໃຊ້ຫຼາຍວິທີການດັ່ງນີ້:
ວິທີການຈັດຕັ້ງແລະຂັ້ນຕອນ: ກ່ອນອື່ນໝົດ, ເກັບກຳຂໍ້ມູນແລະຈັດທຳເອກະສານການວາງແຜນ, ແຜນທີ່ທີ່ດິນ, ການຕັດສິນໃຈກ່ຽວກັບການຈັດສັນທີ່ດິນ, ການໃຫ້ເຊົ່າ ແລະການປ່ຽນແປງການນຳໃຊ້ທີ່ດິນ, ບັນທຶກການປະມູນ, ການປະເມີນມູນຄ່າ, ພັນທະທາງດ້ານການເງິນ, ຂໍ້ສະເໜີແນະຈາກປະຊາຊົນ ແລະລາຍງານຈາກສື່ມວນຊົນ... ນຳໃຊ້ຂໍ້ມູນດິຈິຕອນ, ລະບົບການຄຸ້ມຄອງທີ່ດິນເອເລັກໂຕຣນິກ ແລະແຜນທີ່ທີ່ດິນ GIS ເພື່ອລະບຸການປ່ຽນແປງ, ຄວາມແຕກຕ່າງ, ການທັບຊ້ອນ ແລະ ການປ່ຽນແປງການນຳໃຊ້ທີ່ດິນທີ່ຜິດປົກກະຕິ. ທີສອງ, ວິເຄາະສັນຍານຂອງການລະເມີດຈາກກະແສເງິນສົດ, ຂໍ້ມູນພາສີ, ການຈົດທະບຽນທຸລະກິດ ແລະການວາງແຜນຜັງເມືອງ ເພື່ອກວດພົບຄວາມຜິດປົກກະຕິ, ເຊັ່ນ: ການປ່ຽນແປງຢ່າງໄວວາໃນສິດການນຳໃຊ້ທີ່ດິນ, ມູນຄ່າຊັບສິນ ຫຼືຄວາມສຳພັນລະຫວ່າງທຸລະກິດ ແລະພະນັກງານຄຸ້ມຄອງ. ທີສາມ, ສຸມໃສ່ການຊີ້ແຈງຄຳສັ່ງຂອງຄະນະບໍລິຫານງານພັກ; ຄວາມຮັບຜິດຊອບຂອງອົງການຈັດຕັ້ງພັກແລະຫົວໜ້າອົງການ ແລະວ່າຂະບວນການຕັດສິນໃຈເປັນໄປຕາມກົດໝາຍ ແລະມະຕິຂອງພັກຫຼືບໍ່? ຄວນຈັດທຳລາຍງານການປະຊຸມ, ຈັດການສົນທະນາສາທາລະນະ ແລະຫຼີກລ່ຽງການລາຍງານດ້ານດຽວ. ທີສີ່, ປຽບທຽບຜົນການກວດກາກັບລະບຽບຂອງພັກ ແລະກົດໝາຍຂອງລັດ. ລະບຸລັກສະນະແລະຂອບເຂດຂອງການລະເມີດ, ຜົນທີ່ຕາມມາ ແລະຄວາມຮັບຜິດຊອບຢ່າງຊັດເຈນ. ສະເໜີແນະມາດຕະການແກ້ໄຂ ແລະຈັດທຳບັນທຶກເອເລັກໂຕຣນິກ ເພື່ອຕິດຕາມກວດກາແລະຊີ້ນຳການຈັດຕັ້ງປະຕິບັດຕາມຂໍ້ສະຫຼຸບທີ່ໄດ້ຈາກການກວດກາແລະຕິດຕາມກວດກາ.
ວິທີການດ້ານວິຊາຊີບ: ວິເຄາະຜົນປະໂຫຍດຂອງກຸ່ມ ແລະການໝູນວຽນຂອງຜົນປະໂຫຍດ ໂດຍຕິດຕາມລະບົບຕ່ອງໂສ້ການກະທຳ ແລະການຕັດສິນໃຈທາງປົກຄອງທີ່ກ່ຽວຂ້ອງກັບທີ່ດິນທັງໝົດ ເພື່ອລະບຸການໝູນວຽນຂອງຜົນປະໂຫຍດ: ຕັ້ງແຕ່ການວາງແຜນ, ການຈັດສັນທີ່ດິນ, ການປະເມີນລາຄາ ແລະການອອກໃບອະນຸຍາດ. ກວດຈັບຄວາມເຊື່ອມໂຍງທີ່ຜິດປົກກະຕິ ລະຫວ່າງໜ່ວຍງານພາກລັດ ແລະທຸລະກິດຜູ້ຮັບຜົນປະໂຫຍດ ເຊິ່ງເປັນສັນຍານທົ່ວໄປຂອງຄວາມຂັດແຍ້ງທາງຜົນປະໂຫຍດ ແລະການບິດເບືອນນະໂຍບາຍ. ຈາກນັ້ນ, ປຽບທຽບລາຄາທີ່ດິນໃນຕະຫຼາດ ແລະຂອບລາຄາທີ່ລັດກຳນົດ ໂດຍໃຊ້ຮູບແບບການກຳນົດລາຄາແບບຄູ່ຂະໜານ, ດ້ວຍການລວມຂໍ້ມູນການທຳທຸລະກຳ, ລາຄາໃນທ້ອງຖິ່ນ ແລະດັດຊະນີລາຄາທີ່ດິນແຫ່ງຊາດ ເພື່ອຄິດໄລ່ລະດັບການສູນເສຍງົບປະມານ.
ການປະພຶດຜິດໃນການຄຸ້ມຄອງ ແລະການນຳໃຊ້ທີ່ດິນ ມັກກ່ຽວຂ້ອງກັບການໃຊ້ອຳນາດໃນທາງທີ່ຜິດ ແລະ ການສວຍໃຊ້ຕຳແໜ່ງໜ້າທີ່ເພື່ອຜົນປະໂຫຍດສ່ວນຕົວ. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງປະເມີນບໍ່ພຽງແຕ່ຜົນກະທົບທາງເສດຖະກິດເທົ່ານັ້ນ ແຕ່ຍັງລວມທັງຜົນກະທົບທາງດ້ານການເມືອງ, ແນວຄິດແລະສັງຄົມ, ຈາກນັ້ນສະເໜີມາດຕະການປ້ອງກັນ ເຊັ່ນ ການເປີດເຜີຍຂໍ້ມູນທີ່ດິນຕໍ່ສາທາລະນະ, ການໝູນວຽນພະນັກງານ, ການຄວບຄຸມຊັບສິນ ແລະ ການປັບປຸງຄວາມຊື່ສັດສຸຈະລິດຂອງເຈົ້າໜ້າທີ່ ແລະ ພະນັກງານລັດຖະກອນ.
ວິທີການກວດສອບແລະສືບສວນ: ການກວດສອບແລະສືບສວນແມ່ນວິທີການທີ່ສຳຄັນທີ່ສຸດໃນຫ້າວິທີການພື້ນຖານຂອງວຽກງານກວດກາແລະຕິດຕາມກວດກາຂອງພັກ, ໝາຍເຖິງຂະບວນການທີ່ໜ່ວຍງານກວດກາດຳເນີນການກວດຈັບ, ຄົ້ນຫາ, ເກັບກຳ, ກວດສອບ, ຄົ້ນຄວ້າ, ປະເມີນຜົນ, ວິເຄາະແລະໃຊ້ຫຼັກຖານ, ວິເຄາະຂໍ້ມູນແລະເອກະສານທີ່ເກັບກຳໄດ້ກ່ຽວກັບກໍລະນີການກວດກາ; ວິເຄາະຄວາມສຳພັນແລະຄວາມສອດຄ່ອງ ລະຫວ່າງຂໍ້ມູນ ແລະກໍລະນີກວດກາຕາມຫຼັກການ ແລະວິທີການຂອງວຽກງານພັກ ເພື່ອຄົ້ນຫາຄວາມຈິງ, ລະບຸລັກສະນະຂອງຂໍ້ມູນໄດ້ຢ່າງຖືກຕ້ອງ ແລະ ພິສູດວ່າເປົ້າໝາຍທີ່ຖືກກວດການັ້ນມີຂໍ້ບົກຜ່ອງ ຫຼືການລະເມີດຫຼືບໍ່ ເຊິ່ງຊ່ວຍຮັບປະກັນວ່າ ຂໍ້ສະຫຼຸບແລະການຈັດການແກ້ໄຂນັ້ນເປັນທຳ, ຖືກຕ້ອງ ແລະທັນທ່ວງທີ່. ການກວດສອບແລະສືບສວນຕ້ອງປະເມີນຢ່າງພາວະວິໄສ, ຮອບຄອບ, ຊື່ສັດແລະຖືກຕ້ອງ ກ່ຽວກັບຈຸດແຂງ, ຈຸດອ່ອນ, ການລະເມີດ, ລັກສະນະ, ຂອບເຂດ, ຄວາມເສຍຫາຍ, ສາເຫດຂອງການລະເມີດ, ສະຖານະການທີ່ເຮັດໃຫ້ຮ້າຍແຮງຂຶ້ນແລະສະຖານະການທີ່ເຮັດໃຫ້ເບົາລົງ ເພື່ອໃຫ້ສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງແມ່ນຢຳ ກ່ຽວກັບການຈັດການການລະເມີດຂອງອົງການພັກ ແລະສະມາຊິກພັກ. ຂໍ້ມູນກ່ຽວກັບສັນຍານການລະເມີດໃນຂົງເຂດທີ່ດິນສະທ້ອນມາຈາກຫຼາຍແຫຼ່ງ ແລະປາກົດອອກໃນຮູບແບບຕ່າງໆ ດ້ວຍຂອບເຂດ, ລັກສະນະ ແລະ ລະດັບທີ່ແຕກຕ່າງກັນ. ແຫຼ່ງຂໍ້ມູນທີ່ສຳຄັນແຫຼ່ງໜຶ່ງໃນການກວດຈັບແລະລະບຸສັນຍານການລະເມີດໃນຂົງເຂດທີ່ດິນແມ່ນ ການຕິດຕາມກວດກາຢ່າງເປັນປະຈຳ ແລະການວິເຄາະເອກະສານເພີ່ມເຕີມຈາກອົງການກວດກາ, ກວດສອບແລະສືບສວນ, ຫຼືຜ່ານທາງສື່ມວນຊົນ, ຄວາມຄິດເຫັນສາທາລະນະ ຂໍ້ສະເໜີແນະ ຄຳແນະນຳ ແລະການຮ້ອງຮຽນຈາກປະຊາຊົນ. ພວກເຮົາຈຳເປັນຕ້ອງວິເຄາະ, ກັ່ນຕອງ, ຈັດປະເພດ ແລະ ສັງເຄາະຂໍ້ມູນຢ່າງລະອຽດຖີ່ຖ້ວນ ໂດຍພິຈາລະນາຈາກຫຼັກຖານ ພື້ນຖານ ແລະ ເງື່ອນໄຂທີ່ພຽງພໍ ເພື່ອຕັດສິນວ່າ ຂໍ້ມູນນັ້ນເປັນສັນຍານຂອງການລະເມີດຫຼືບໍ່. ຈາກນັ້ນ, ເຮົາຈະປຽບທຽບເນື້ອໃນຂອງຂໍ້ມູນ ແລະເອກະສານ ກັບລະບຽບສະເພາະຂອງພັກ, ລັດ ແລະລະບຽບການຂອງອົງການ ແລະໜ່ວຍງານທີ່ຖືກກວດກາແລະຕິດຕາມກວດກ ເພື່ອລະບຸສັນຍານຂອງການລະເມີດຂອງອົງການພັກແລະສະມາຊິກພັກ. ປະສົບການສະແດງໃຫ້ເຫັນວ່າ ເມື່ອຄະນະບໍລິຫານງານພັກ ແລະຄະນະກຳມະການກວດກາ ເປັນເຈົ້າການດຳເນີນການຕິດຕາມກວດກາເປັນປະຈຳ ສົມທົບກັບຊ່ອງທາງຂໍ້ມູນຂ່າວສານອື່ນໆ, ພວກເຂົາສາມາດລະບຸສັນຍານການລະເມີດໄດ້, ຊ່ວຍໃຫ້ເລືອກແລະກຳນົດເນື້ອໃນ ແລະຫົວຂໍ້ສຳລັບການຕັດສິນໃຈກວດກາແລະຕິດຕາມກວດກາໄດ້ຢ່າງແມ່ນຢຳ.
ຄ້າຍຄືກັນກັບຂົງເຂດອື່ນໆ, ການກວດສອບແລະສືບສວນໃນຂົງເຂດທີ່ດິນຕ້ອງຍຶດໝັ້ນໃນຫຼັກການພື້ນຖານຂອງວຽກງານການກວດສອບແລະການສືບສວນ ເຊິ່ງຕ້ອງໄດ້ດຳເນີນການຕະຫຼອດຂະບວນການກວດກາແລະຕິດຕາມກວດກາ ໂດຍປະຕິບັດຕາມຫຼັກການ ແລະວິທີການຂອງວຽກງານຂອງພັກ, ໂດຍສະເພາະແມ່ນການປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ການຕິຊົມຕົນເອງແລະຕິຊົມຢ່າງຖືກຕ້ອງ...
ໃນຄວາມເປັນຈິງ, ການຍຶດໝັ້ນໃນຫຼັກການແລະວິທີການເຫຼົ່ານີ້ຢ່າງແໜ້ນແຟ້ນເມື່ອດຳເນີນການກວດກາແລະຕິດຕາມກວດກາ ຈະເຮັດໃຫ້ສາມາດກວດພົບການລະເມີດ, ຂໍ້ບົກຜ່ອງ ຫຼືຊ່ອງໂຫວ່ ແລະອຸປະສັກໃນກົນໄກ ແລະນະໂຍບາຍໄດ້ຢ່າງງ່າຍດາຍ.
ເມື່ອປຽບທຽບລະບຽບຂອງພັກແລະລັດ ແລະ ຜ່ານການກວດກາ ແລະຕິດຕາມກວດກາໃນທາງປະຕິບັດ ຈະເຫັນໄດ້ວ່າ ເມື່ອການກວດກາແລະຕິດຕາມກວດກາ ການນຳພາຊີ້ນຳ ການຄຸ້ມຄອງແລະການນຳໃຊ້ທີ່ດິນ ດຳເນີນການຕາມຫຼັກການແລະວິທີການທີ່ຖືກຕ້ອງ ແລະສອດຄ່ອງກັບລະບຽບຂອງພັກ ກ່ຽວກັບການກວດກາ, ຕິດຕາມກວດກາ ແລະວິໄນຂອງພັກ ແລະລະບຽບຂອງລັດແລ້ວ ແມ່ນແຕ່ກໍລະນີທີ່ຫຍຸ້ງຍາກທີ່ສຸດກໍ່ຈະໄດ້ຮັບການພິຈາລະນາ ແລະແກ້ໄຂ./.