ການສ້າງຮູບແບບການເຕີບໂຕທາງເສດຖະກິດ
ຂອງຫວຽດນາມ ໃນຍຸກໃໝ່
ຂອງຫວຽດນາມ ໃນຍຸກໃໝ່
ວກ. - ໃນສະພາບການທີ່ການແຂ່ງຂັນທາງຍຸດທະສາດ, ການປ່ຽນແປງທາງພູມິສາດການເມືອງ ແລະຄວາມທ້າທາຍລະດັບໂລກເພີ່ມຂຶ້ນເລື້ອຍໆນັ້ນ, ຄວາມຕ້ອງການໃນການປ່ຽນແປງໃໝ່ຮູບແບບການເຕີບໂຕທາງເສດຖະກິດຈຶ່ງມີຄວາມຮີບດ່ວນກວ່າທີ່ເຄີຍມີມາສຳລັບຫວຽດນາມ. ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມໄດ້ກຳນົດໜ້າທີ່ໃນການສ້າງຮູບແບບການເຕີບໂຕທາງເສດຖະກິດແບບໃໝ່ໄວ້ຢ່າງຈະແຈ້ງ, ເພື່ອແນໃສ່ສ້າງພື້ນຖານໃຫ້ແກ່ການພັດທະນາຢ່າງວ່ອງໄວແລະຍືນຍົງ ແລະ ບັນລຸຄວາມປາດຖະໜາໃນການພັດທະນາປະເທດໃນຍຸກໃໝ່. ບົດຄວາມນີ້ສຸມໃສ່ຊີ້ແຈງພື້ນຖານທາງທິດສະດີແລະພຶດຕິກຳຕົວຈິງ ພ້ອມທັງບັນດາເສົາຄໍ້າທີ່ເປັນອົງປະກອບຂອງຮູບແບບການເຕີບໂຕທາງເສດຖະກິດຂອງຫວຽດນາມໃນໄລຍະຕໍ່ໄປ.
ຄະນະຜູ້ແທນຈາກຄະນະນະໂຍບາຍແລະຍຸດທະສາດສູນກາງ ແລະ ຄະນະຊີ້ນຳການສ້າງໂຄງການ “ປ່ຽນແປງໃໝ່ຮູບແບບການພັດທະນາປະເທດ ບົນພື້ນຖານຂອງວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດິຈິຕອນ”, ນຳໂດຍສະຫາຍ ຫງວຽນ ແທງ ງີ້, ກຳມະການກົມການເມືອງສູນກາງ, ເລຂາທິການສູນກາງພັກ, ຫົວໜ້າຄະນະນະໂຍບາຍແລະຍຸດທະສາດສູນກາງ, ໄດ້ເຂົ້າສຳຫຼວດທີ່ສູນຄົ້ນຄວ້າແລະພັດທະນາຂອງ ຊຳຊຸງຫວຽດນາມ. _ ພາບ: cscltw.dcs.vn
ພື້ນຖານທາງທິດສະດີແລະພຶດຕິກຳ ສຳລັບການສ້າງຮູບແບບການເຕີບໂຕທາງເສດຖະກິດໃໝ່
ການສ້າງຮູບແບບການເຕີບໂຕທາງເສດຖະກິດໃໝ່ເປັນສິ່ງຈຳເປັນເພື່ອກຳນົດທິດທາງການປະກອບສ່ວນຂອງປັດໄຈຕ່າງໆ ຕໍ່ການເຕີບໂຕທາງເສດຖະກິດຂອງຫວຽດນາມໃນໄລຍະການພັດທະນາໃໝ່. ໂດຍພື້ນຖານແລ້ວ, ທິດສະດີກ່ຽວກັບຮູບແບບການເຕີບໂຕທາງເສດຖະກິດໂດຍນັກເສດຖະສາດ(1) ມີເປົ້າໝາຍເພື່ອອະທິບາຍວ່າ ການເຕີບໂຕ (ຕົວແປຕາມ) ຂອງເສດຖະກິດເກີດຂຶ້ນໄດ້ຄືແນວໃດຈາກປັດໄຈນຳເຂົ້າ (ຕົວແປອິດສະລະ), ຜ່ານນັ້ນ ຊີ້ແຈງບົດບາດແລະຄວາມສຳພັນ ລະຫວ່າງປັດໄຈເຫຼົ່ານີ້. ກ່າວໂດຍສະຫຼຸບ, ການພັດທະນາທິດສະດີການເຕີບໂຕສະແດງໃຫ້ເຫັນແນວໂນ້ມຂອງການປ່ຽນແປງຈາກການເຕີບໂຕທີ່ອີງໃສ່ທຶນແລະແຮງງານເປັນຫຼັກ ໄປສູ່ການເຕີບໂຕທີ່ອີງໃສ່ຄວາມກ້າວໜ້າທາງເຕັກໂນໂລຊີ, ສະມັດຕະພາບຂອງປັດໄຈສັງລວມ ແລະປັດໄຈພາຍໃນຂອງລະບົບເສດຖະກິດ.
ການລະບຸຕຳແໜ່ງແລະການປະກອບສ່ວນຂອງປັດໄຈການເຕີບໂຕທາງເສດຖະກິດ ພ້ອມທັງຄວາມສຳພັນລະຫວ່າງປັດໄຈເຫຼົ່ານັ້ນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ມີວິທະຍາສາດ ຖືເປັນບາດກ້າວພື້ນຖານໃນການສ້າງຮູບແບບການເຕີບໂຕທາງເສດຖະກິດຫວຽດນາມໃນຍຸກແຫ່ງການພັດທະນາຂອງປະເທດຊາດ.
ການວິເຄາະພາກປະຕິບັດສະແດງໃຫ້ເຫັນວ່າ ຮູບແບບການເຕີບໂຕທາງເສດຖະກິດຂອງຫວຽດນາມໃນໄລຍະຫຼັງການປ່ຽນແປງໃໝ່ (1986) ເຊິ່ງໂດຍທົ່ວໄປເອີ້ນວ່າ "ຮູບແບບການເຕີບໂຕຕາມລວງກວ້າງ” ນັ້ນອີງໃສ່ການເພີ່ມປະລິມານປັດໄຈການນຳເຂົ້າ ເຊັ່ນ: ທຶນ, ແຮງງານ ແລະຊັບພະຍາກອນ ເປັນຫຼັກ, ແມ່ນແຕ່ “ການໃຊ້ປັດໄຈນຳເຂົ້າຢ່າງເຂັ້ມຂຸ້ນ” ໃນໄລຍະປີ 1991-2010, ໂດຍເກືອບບໍ່ມີການກ່າວເຖິງການປ່ຽນແປງຂອງປັດໂຈເຕັກໂນໂລຊີ; ເສດຖະກິດເພິ່ງພາເງິນທຶນລົງທຶນທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ (ໂດຍສະເພາະການລົງທຶນໂດຍກົງຈາກຕ່າງປະເທດ ແລະການລົງທຶນຂອງລັດ); ປະສິດທິພາບການໃຊ້ເງິນທຶນຕໍ່າຫຼາຍ (ປະສິດທິພາບການໃຊ້ເງິນທຶນລົງທຶນ (ICOR) ໃນໄລຍະປີ 2006-2010 ຢູ່ທີ່ 6,1 ເທົ່າ, ໃນຂະນະທີ່ໃນໄລຍະປີ 1996-2000 ຢູ່ທີ່ 4,5 ເທົ່າ)(2), ເພື່ອເພີ່ມໜຶ່ງຫົວໜ່ວຍຂອງຜົນຜະລິດ (ຜະລິດຕະພັນລວມພາຍໃນປະເທດ (GDP)), ເສດຖະກິດຫວຽດນາມຈຳເປັນຕ້ອງໃຊ້ເງິນລົງທຶນຈຳນວນຫຼວງຫຼາຍ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງຄວາມສິ້ນເປືອງ ແລະຄວາມບໍ່ມີປະສິດທິພາບ ໃນການນໍາໃຊ້ເງິນລົງທຶນ, ໂດຍສະເພາະແມ່ນການລົງທຶນພາກລັດ.
ດັ່ງນັ້ນ, ການຫັນປ່ຽນຮູບແບບການເຕີບໂຕທາງເສດຖະກິດຕາມຈິດໃຈຂອງເອກະສານກອງປະຊຸມໃຫຍ່ຄັ້ງທີ XI(3) ປີ 2011 ຂອງພັກກອມມູນິດຫວຽດນາມ ຈຶ່ງກຳນົດວ່າ: “ການຫັນປ່ຽນຮູບແບບການເຕີບໂຕຈາກການພັດທະນາຕາມລວງກວ້າງເປັນຫຼັກ ໄປສູ່ການພັດທະນາທີ່ສົມດຸນລະຫວ່າງລວງກວ້າງແລະລວງເລິກ, ທັງຂະຫຍາຍຂະໜາດ ແລະເອົາໃຈໃສ່ປັບປຸງຄຸນນະພາບ, ປະສິດທິພາບ ແລະ ຄວາມຍືນຍົງ” ເປັນຄວາມຈຳເປັນພາວະວິໄສເມື່ອ “ພື້ນທີ່” ຂອງທຶນ, ທີ່ດິນ ແລະຊັບພະຍາກອນບໍ່ແມ່ນຂໍ້ໄດ້ປຽບອີກຕໍ່ໄປ.
ໃນໄລຍະປີ 2011-2025(4), ຂະບວນການຫັນປ່ຽນຮູບແບບການເຕີບໂຕຢ່າງເລິກເຊິ່ງໂດຍອີງໃສ່ການນຳໃຊ້ປັດໄຈນຳເຂົ້າຢ່າງມີປະສິດທິພາບ (ທຶນ, ແຮງງານ, ຜະລິດຕະພາບລວມຂອງປັດໄຈການຜະລິດ (TFP) ມີລັກສະນະ “ບຸກທະລຸ” ໃນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ) ໄດ້ບັນລຸຜົນໄດ້ຮັບທີ່ສຳຄັນດັງນີ້: 1- ຈາກຄ່າສະເລ່ຍ 33,58% ໃນໄລຍະປີ 2011-2015, ອັດຕາການປະກອບສ່ວນຂອງ TFP ໄດ້ເພີ່ມຂຶ້ນເປັນ 45,21% ໃນໄລຍະປີ 2016-2020, ເຊິ່ງເກີນເປົ້າໝາຍຍຸດທະສາດທີ່ຕັ້ງໄວ້ ແລະ ສືບຕໍ່ຮັກສາການເຕີບໂຕຢ່າງໝັ້ນຄົງ ໃນໄລຍະປີ 2021-2025 ເຖິງຈະຖືກຜົນກະທົບທາງລົບຈາກການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ; 2. ດ້ວຍແຮງຜັກດັນທີ່ເຂັ້ມແຂງຈາກການຫັນເປັນດິຈິຕອນ, ເສດຖະກິດດິຈິຕອນ ແລະ ການປະຍຸກໃຊ້ວິທະຍາສາດແລະເຕັກໂນໂລຊີ, ການປະກອບສ່ວນຂອງຜະລິດຕະພາບລວມຂອງປັດໄຈການຜະລິດ (TFP) ກຳລັງເຂົ້າໃກ້ 50% ພາຍໃນປີ 2025 ເຊິ່ງມີບົດບາດສຳຄັນໃນການຊ່ວຍໃຫ້ຫວຽດນາມຮັກສາການເຕີບໂຕຢ່າງຍືນຍົງ ແລະເພີ່ມຄວາມສາມາດໃນການແຂ່ງຂັນຂອງປະເທດ ໃນສະພາບການເຊື່ອມໂຍງສາກົນຢ່າງເລິກເຊິ່ງ; 3. ຂະໜາດຂອງເສດຖະກິດຫວຽດນາມ ເຊິ່ງວັດຈາກ GDP ຕາມມູນຄ່າທີ່ແທ້ຈິງ, ຈະເພີ່ມຂຶ້ນຫຼາຍກວ່າສາມເທົ່າ ພາຍໃນປີ 2025 (ຈາກ 135 ຕື້ໂດລາສະຫະລັດໃນປີ 2011 ເປັນ 514 ຕື້ໂດລາສະຫະລັດໃນປີ 2025); 4. ລາຍໄດ້ຕໍ່ຫົວຄົນເພີ່ມຂຶ້ນຢ່າງຫຼວງຫຼາຍ, ຈາກປະມານ 1.400 ໂດລາສະຫະລັດໃນປີ 2011 ເປັນ 5.026 ໂດລາສະຫະລັດໃນປີ 2025; ອັດຕາການເຕີບໂຕຂອງ GDP ສະເລ່ຍຕໍ່ປີຂອງຫວຽດນາມໃນໄລຍະນີ້ຢູ່ທີ່ປະມານ 6% (8,02% ໃນປີ 2025).
ຢ່າງໃດກໍ່ຕາມ, ການເຕີບໂຕໂດຍທີ່ອີງໃສ່ການເພີ່ມຂຶ້ນຂອງທຶນແລະແຮງງານນັ້ນ ເລີ່ມມີປະສິດທິພາບຫຼຸດລົງເລື້ອຍໆ (ເມື່ອທຽບກັບໄລຍະປີ 2011-2015 (ຄ່າສຳປະສິດ 5,58 ເທົ່າ) ແລະ 2016-2020 (ຄ່າສຳປະສິດ 6,13 ເທົ່າ), ໄລຍະປີ 2020-2025 ມີຄ່າສຳປະສິດ ICOR ສູງທີ່ສຸດໃນຮອບ 15 ປີທີ່ຜ່ານມາ (ໃກ້ຄຽງ 6,5 ເທົ່າ). ສິ່ງນີ້ເຮັດໃຫ້ເກີດຄວາມຈຳເປັນຮີບດ່ວນໃນການປັບປຸງປະສິດທິພາບການໃຊ້ປະໂຫຍດຈາກທຶນທາງສັງຄົມ ເພື່ອສ້າງຮູບແບບການເຕີບໂຕທາງເສດຖະກິດໃໝ່ ທີ່ຮັບປະກັນການພັດທະນາຢ່າງວ່ອງໄວ ແລະຍືນຍົງ ໂດຍອີງໃສ່ການເພີ່ມສະມັດຕະພາບການຜະລິດ, ການປ່ຽນແປງໃໝ່ປະດິດສ້າງ ແລະຄວາມສາມາດເປັນເຈົ້າຕົນເອງຂອງລະບົບເສດຖະກິດ.
ການສ້າງເສົາຄໍ້າຂອງຮູບແບບການເຕີບໂຕທາງເສດຖະກິດໃໝ່
ບົນພື້ນຖານຂອງການລະບຸຂໍ້ຈຳກັດທີ່ມີຢູ່ໃນຮູບແບບການເຕີບໂຕທາງເສດຖະກິດໃນປະຈຸບັນ, ຮູບແບບການເຕີບໂຕທາງເສດຖະກິດໃໝ່ຕ້ອງປະກອບດ້ວຍເສົາຄໍ້າພື້ນຖານທີ່ສາມາດນໍາພາ ແລະຮັບປະກັນການພັດທະນາຢ່າງວ່ອງໄວ ແລະຍືນຍົງ ຂອງເສດຖະກິດໃນໄລຍະຕໍ່ໄປ. ຈຳເປັນຕ້ອງມີການບຸກທະລຸທາງດ້ານສະຖາບັນການພັດທະນາທີ່ “ປົກຫຸ້ມ” ເພື່ອກໍາຈັດອຸປະສັກແລະບັນຫາອຸດຕັນທີ່ມີຢູ່ ແລະ “ປົດລັອກ” ຊັບພະຍາກອນເຊັ່ນ: ທີ່ດິນ, ແຮງງານ ແລະ ທຶນ.
ຈຸດໜັກແມ່ນສຸມໃສ່ການບຸກທະລຸທີ່ສຳຄັນ ເຊິ່ງເຊື່ອມໂຍງກັບມະຕິສຳຄັນສີ່ປະການ(5) ຂອງພັກທີ່ກ່າວເຖິງບັນຫາ “ຫຼັກ” ເຊັ່ນ: ການເຊື່ອມໂຍງສາກົນ, ການບັງຄັບໃຊ້ກົດໝາຍ, ວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາເສດຖະກິດເອກະຊົນ. ມະຕິທັງສີ່ນີ້ແມ່ນ “ສີ່ເສົາຄໍ້າ” (ຄວາມໂປ່ງໃສ, ການບັງຄັບໃຊ້, ການຫຼຸດຜ່ອນຂັ້ນຕອນທາງທຸລະກິດ ແລະອື່ນໆ) ລວມກັບມະຕິທີ 70, 71, 72, 79(6) ເພື່ອໃຫ້ເກີດການພັດທະນາໂຄງສ້າງພື້ນຖານແລະພະລັງງານ ເພື່ອຮັບປະກັນໃຫ້ “ເສັ້ນເລືອດໃຫຍ່” ເຮັດວຽກ, ເສີມຂະຫຍາຍປັດໄຈມະນຸດ ແລະ ອຳນວຍຄວາມສະດວກ “ການລົງທຶນເລີ່ມຕົ້ນ” ຂອງທຶນຂອງລັດ, ຊ່ວຍໃຫ້ຫວຽດນາມສ້າງຮູບແບບການເຕີບໂຕທາງເສດຖະກິດໃນຍຸກໃໝ່. ດັ່ງນັ້ນ, “ການບຸກທະລຸ” ທາງດ້ານສະຖາບັນການພັດທະນາຈຶ່ງຖືກລະບຸວ່າເປັນ “ການບຸກທະລຸຂອງການບຸກທະລຸ” ເຊິ່ງມີບົດບາດເປັນ “ສ່ວນສຳຄັນ” ໃນການປົດປ່ອຍຊັບພະຍາກອນສັງຄົມທັງໝົດ. ເອກະສານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກໄດ້ກຳນົດທິດທາງຢ່າງຈະແຈ້ງສຳລັບການສ້າງແຮງຜັກດັນການປ່ຽນແປງໃໝ່ໃນຮູບແບບການເຕີບໂຕທາງເສດຖະກິດ: ການສ້າງແຮງຜັກດັນການປ່ຽນແປງໃໝ່ໃນຮູບແບບການເຕີບໂຕ ແລະເພີ່ມມູນຄ່າເພີ່ມຂອງເສດຖະກິດ; ການສ້າງແລະປັບປຸງສະຖາບັນທີ່ເໝາະສົມ ເພື່ອສ້າງຮູບແບບການເຕີບໂຕໃໝ່; ການສ້າງຮູບແບບການເຕີບໂຕແບບໃໝ່ໂດຍມີເປົ້າໝາຍເພື່ອປັບປຸງຜະລິດຕະພາບ, ຄຸນນະພາບ, ປະສິດທິພາບ, ມູນຄ່າເພີ່ມ ແລະ ຄວາມສາມາດໃນການແຂ່ງຂັນຂອງລະບົບເສດຖະກິດ.ໂຮງງານຜະລິດຊິ້ນສ່ວນເອເລັກໂຕຣນິກຂອງ ບໍລິສັດ 4P ຈຳກັດ (ແຂວງຮຶງອຽນ) ເຊິ່ງເປັນໂຄງການທີ່ມີເງິນລົງທຶນສູງ, ເຕັກໂນໂລຢີທັນສະໄໝ ແລະມີທ່າແຮງທີ່ຈະເຂົ້າຮ່ວມຢ່າງເລິກເຊິ່ງ ໃນລະບົບຕ່ອງໂສ້ການສະໜອງລະດັບພາກພື້ນ ແລະລະດັບໂລກ. _ພາບ: TTXVN
ຈາກເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະມະຕິຍຸດທະສາດທີ່ສຳຄັນ, ແລະເລີ່ມຈາກສະພາບການໂລກແລະພາກພື້ນໃນປະຈຸບັນ, ມີບັນຫາຫຼາຍຢ່າງທີ່ຕ້ອງພິຈາລະນາກ່ຽວກັບການສ້າງຮູບແບບການເຕີບໂຕທາງເສດຖະກິດຂອງຫວຽດນາມ ດັ່ງນີ້:
ວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ໄດ້ຮັບການກຳນົດໃຫ້ເປັນແຮງຂັບເຄື່ອນຫຼັກ, ເປັນກຳລັງຜະລິດໂດຍກົງຂອງການເຕີບໂຕທາງເສດຖະກິດ. ໃນຮູບແບບການເຕີບໂຕແບບໃໝ່, ວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ ບໍ່ພຽງແຕ່ເປັນປັດໄຈຂັບເຄື່ອນເທົ່ານັ້ນ ແຕ່ຍັງເປັນຕົວແປພາຍໃນທີ່ກຳນົດລັກສະນະ ແລະຄວາມໄວຂອງການເຕີບໂຕ. ແທນທີ່ຈະພິຈາລະນາວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງເປັນປັດໄຈພາຍນອກ ທີ່ບໍ່ຂຶ້ນກັບລະບົບເສດຖະກິດຄືກັບໃນຮູບແບບການເຕີບໂຕແບບນີໂອຄຼາສສິກ (Solow), ວິທີການທາງວິຊາການສະໄໝໃໝ່ (ໂດຍສະເພາະຮູບແບບການເຕີບໂຕພາຍໃນຂອງ Lucas) ເຫັນວ່າ ຄວາມຮູ້ແລະເຕັກໂນໂລຊີເປັນຜະລິດຕະພັນຂອງກິດຈະກຳທາງເສດຖະກິດທີ່ມີຈຸດມຸ່ງໝາຍ. ໃນສະພາບການປະຈຸບັນຂອງຫວຽດນາມ, ການປ່ຽນແປງຈາກຮູບແບບການເຕີບໂຕທີ່ອີງໃສ່ການສະສົມທຶນແລະແຮງງານ ໄປສູ່ຮູບແບບທີ່ອີງໃສ່ຕົວແປພາຍໃນ ເຊິ່ງການລົງທຶນໃນການຄົ້ນຄວ້າແລະພັດທະນາ (R&D), ການສຶກສາ ແລະ ການປ່ຽນແປງໃໝ່ປະດິດສ້າງ ຖືກປະສົມປະສານໂດຍກົງເຂົ້າກັບຂະບວນການຜະລິດ. ການບຸກທະລຸຄັ້ງສຳຄັນບໍ່ໄດ້ໝາຍເຖິງພຽງການເພີ່ມຜົນຜະລິດຢ່າງເປັນເສັ້ນຊື່, ແຕ່ໝາຍເຖິງການປ່ຽນແປງປະສິດທິພາບການລົງທຶນຢ່າງກ້າວກະໂດດ ເຊິ່ງກໍ່ໃຫ້ເກີດຜົນກະທົບທີ່ແຜ່ລາມໄປທົ່ວທັງລະບົບເສດຖະກິດ.
ການກຳນົດໃຫ້ວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ ເປັນ “ກ້າວບຸກທະລຸ” ທີ່ມີລັກສະນະຍຸດທະສາດນັ້ນ ແມ່ນທ່າອ່ຽງທີ່ຫຼີກລ່ຽງບໍ່ໄດ້ສຳລັບການຫັນປ່ຽນຮູບແບບການເຕີບໂຕຂອງຫວຽດນາມ ຈາກເສດຖະກິດທີ່ອີງໃສ່ຊັບພະຍາກອນ ໄປສູ່ເສດຖະກິດທີ່ອີງໃສ່ຄວາມຮູ້ ຫຼືເສດຖະກິດພູມປັນຍາ. ໃນທາງວິຊາການ, ວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ ມີບົດບາດສໍາຄັນໃນການເພີ່ມຜະລິດຕະພາບແຮງງານ, ໂດຍການປ່ຽນຄວາມຮູ້ໃຫ້ເປັນກໍາລັງການຜະລິດໂດຍກົງ ຜ່ານການເພີ່ມປະສິດທິພາບຂອງໂຄງສ້າງການດໍາເນີນງານ ແລະຂະບວນການຜະລິດໃຫ້ເໝາະສົມ. ໃນທາງປະຕິບັດ, ການເຊື່ອມໂຍງປັນຍາປະດິດ, ເຕັກໂນໂລຊີຊີວະພາບ ແລະລະບົບອັດຕະໂນມັດ ເຂົ້າກັບລະບົບຕ່ອງໂສ້ຄຸນຄ່າກະສິກຳ ແລະອຸດສາຫະກຳ ບໍ່ພຽງແຕ່ເພີ່ມຄວາມສາມາດໃນການແຂ່ງຂັນຂອງປະເທດເທົ່ານັ້ນ ແຕ່ຍັງສ້າງຄຸນຄ່າສ່ວນເກີນໃໝ່ອີກດ້ວຍ. ດັ່ງນັ້ນ, ລະບົບນິເວດວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ ແມ່ນແຮງຂັບເຄື່ອນຫຼັກໃນການເອົາຊະນະກັບດັກລາຍໄດ້ປານກາງ ແລະພັດທະນາເສດຖະກິດໃຫ້ທັນສະໄໝຢ່າງຮອບດ້ານ ເພື່ອການພັດທະນາຢ່າງວ່ອງໄວແລະຍືນຍົງຂອງປະເທດ.
ການພັດທະນາໂຄງສ້າງພື້ນຖານທີ່ຄົບຊຸດແລະທັນສະໄໝ ແມ່ນພື້ນຖານທາງວັດຖຸທີ່ສຳຄັນຂອງຮູບແບບການເຕີບໂຕໃໝ່. ການພັດທະນາໂຄງສ້າງພື້ນຖານ “ກ້າວໄປຂ້າງໜ້າໜຶ່ງກ້າວ” ແມ່ນສິ່ງຈຳເປັນໃນການສ້າງພື້ນທີ່ການພັດທະນາໃໝ່ ແລະກຳຈັດ “ອຸປະສັກ” ຂອງເສດຖະກິດ. ລະບົບໂຄງສ້າງພື້ນຖານດ້ານການຂົນສົ່ງ, ພະລັງງານ ແລະ ໂທລະຄົມມະນາຄົມທີ່ສອດຄ່ອງກັນ ມີໜ້າທີ່ເປັນກະດູກສັນຫຼັງ, ຊ່ວຍຫຼຸດຕົ້ນທຶນໂລຈິສະຕິກ, ເສີມສ້າງການເຊື່ອມຕໍ່ລະຫວ່າງພາກພື້ນ ແລະ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI). ນີ້ແມ່ນພື້ນຖານທາງວັດຖຸທີ່ຈຳເປັນສຳລັບການຫັນປ່ຽນຮູບແບບການເຕີບໂຕໄປສູ່ຄວາມທັນສະໄໝ, ຮັບປະກັນຄວາມກ້າວໜ້າ, ຄວາມວ່ອງໄວ, ແຕ່ຍັງຮັກສາສະຖຽນລະພາບ ແລະຄວາມຍືນຍົງຂອງເສດຖະກິດຂອງປະເທດ. ລະບົບໂຄງສ້າງພື້ນຖານການຂົນສົ່ງ (ທາງດ່ວນ, ທ່າເຮືອ, ສະໜາມບິນ ແລະອື່ນໆ)(7) ໄດ້ຮັບການຂະຫຍາຍ, ລະບົບເຄືອຂ່າຍໄຟຟ້າໄດ້ຮັບການປັບປຸງໃຫ້ທັນສະໄໝ ແລະກວມເອົາເກືອບ 100%, ໃນຂະນະທີ່ເຄືອຂ່າຍໂທລະຄົມມະນາຄົມບຣອດແບນແຜ່ຂະຫຍາຍຢ່າງກວ້າງຂວາງ, ກາຍເປັນພື້ນຖານສຳລັບການເຕີບໂຕທາງເສດຖະກິດໃນອະນາຄົດຂອງຫວຽດນາມ. ຄຽງຄູ່ກັນນັ້ນ, ການປັບປຸງໂຄງສ້າງພື້ນຖານທາງເຕັກນິກແລະດິຈິຕອນຊ່ວຍຫຼຸດຕົ້ນທຶນໂລຈິສະຕິກ, ເສີມສ້າງການເຊື່ອມຕໍ່ລະຫວ່າງພາກພື້ນ ແລະດຶງດູດກະແສການລົງທຶນໂດຍກົງຈາກຕ່າງປະເທດຢ່າງແຂງແຮງ, ຊ່ວຍໃຫ້ຫວຽດນາມຍົກສູງສະມັດຕະພາບການຜະລິດ ແລະການແຂ່ງຂັນ (ໃນຖານະຕົວແປພາຍໃນໃນການສ້າງຮູບແບບການເຕີບໂຕທາງເສດຖະກິດໄລຍະຍາວ).
ການສົ່ງເສີມຊັບພະຍາກອນມະນຸດໃນຖານະອົງປະກອບຫຼັກ, ຜູ້ເປັນເຈົ້າຂອງ ແລະ ແຮງຂັບເຄື່ອນຂອງການພັດທະນາ ມີບົດບາດຕັດສິນຕໍ່ຄວາມສຳເລັດຂອງຮູບແບບການເຕີບໂຕໃໝ່. ບັນດາຮູບແບບການເຕີບໂຕພາຍໃນໄດ້ພິສູດໃຫ້ເຫັນວ່າ ຄວາມຮູ້, ການສຶກສາ ແລະ ທັກສະຂອງມະນຸດເປັນຕົວແປພາຍໃນທີ່ກຳນົດຜະລິດຕິພາບ ແລະການປ່ຽນແປງໃໝ່ປະດິດສ້າງໂດຍກົງ. ດ້ວຍທັກສະ, ສະຕິປັນຍາ ແລະ ປະສົບການຂອງຕົນ, ຜູ້ອອກແຮງງານປ່ຽນຄວາມຮູ້ໃຫ້ເປັນມູນຄ່າທາງວັດຖຸ ເຊິ່ງເປັນຕົວກຳນົດຄວາມໄວ ແລະ ຄຸນນະພາບຂອງຮູບແບບການເຕີບໂຕທາງເສດຖະກິດ. ການລົງທຶນໃນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແມ່ນກຸນແຈສຳຄັນໃນການເພີ່ມປະສິດທິພາບການຜະລິດ ແລະ ຮັບປະກັນການພັດທະນາຢ່າງຍືນຍົງໃນຍຸກດິຈິຕອນ. ດັ່ງນັ້ນ, ການປຸກຕື່ນຄວາມຮັກຊາດ ແລະ ຄວາມປາດຖະໜາໃນການພັດທະນາບໍ່ພຽງແຕ່ເປັນປັດໄຈທາງຈິດວິນຍານ ແຕ່ຍັງເປັນແຮງຂັບເຄື່ອນທີ່ສຳຄັນໃນການສົ່ງເສີມການສະສົມທຶນມະນຸດ; ເມື່ອຄວາມປາດຖະໜາທີ່ຈະສ້າງປະເທດທີ່ເຂັ້ມແຂງ ແລະຈະເລີນຮຸ່ງເຮືອງເກີດຂຶ້ນ, ປະຊາຊົນຫວຽດນາມຈະເປັນເຈົ້າການໃນການຮຽນຮູ້, ພັດທະນາທັກສະ ແລະປະກອບສ່ວນຢ່າງຕັ້ງໜ້າ ໃນກິດຈະກຳການຄົ້ນຄວ້າແລະພັດທະນາ, ຊ່ວຍປັບປຸງຍົກສູງສະມັດຕະພາບ, ປະສິດທິພາບ ແລະຄວາມສາມາດໃນການແຂ່ງຂັນຂອງເສດຖະກິດ.
ດັ່ງນັ້ນ, ການສ້າງຮູບແບບເສດຖະກິດຂອງຫວຽດນາມຈຶ່ງອີງໃສ່ການປະສົມປະສານລະຫວ່າງທິດສະດີເສດຖະສາດ ແລະການປະຕິບັດການພັດທະນາຂອງປະເທດ, ເຊື່ອມໂຍງກັບທັດສະນະແລະແນວທາງຂອງພັກແລະລັດ ກ່ຽວກັບການເຕີບໂຕແລະການພັດທະນາ, ການປັບໂຄງສ້າງຄຽງຄູ່ກັບການປ່ຽນແປງໃໝ່ທີ່ເຂັ້ມແຂງໃນຮູບແບບການເຕີບໂຕ, ການປ່ຽນແປງຮູບແບບກະສິກໍາໃຫ້ເປັນແບບສະອາດ ແລະ ການກໍ່ສ້າງຊົນນະບົດໃໝ່ ແລະທັນສະໄໝ. ນີ້ແມ່ນການປະສົມປະສານທີ່ສອດຄ່ອງກັນຂອງປັດໄຈນຳເຂົ້າ ເຊັ່ນ: ທຶນ, ແຮງງານ ແລະຜະລິດຕະພາບລວມຂອງປັດໄຈການຜະລິດ (TFP) (ການປົດລັອກຊັບພະຍາກອນ), ການປະຕິຮູບດ້ານສະຖາບັນ (ຢ່າງຄົບຊຸດແລະຮອບດ້ານ), ການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະການປ່ຽນແປງໃໝ່ປະດິດສ້າງ (ແຮງຂັບເຄື່ອນໂດຍກົງ) ແລະການເສີມຂະຫຍາຍ “ປັດໄຈ” ມະນຸດໃນຖານະຜູ້ສ້າງສັນ, ເຊິ່ງເປັນການສ້າງພື້ນຖານສຳລັບການພັດທະນາຢ່າງວ່ອງໄວ ແລະຍືນຍົງ ຂອງຫວຽດນາມ ແລະການບັນລຸຄວາມປາດຖະໜາທີ່ຈະບືນຕົວຂຶ້ນໃນຍຸກໃໝ່./.
------------------
(1) D. Ricardo: ບັນດາມູນຫຼັກທິດສະດີຂອງເສດຖະສາດການເມືອງ ແລະພາສີອາກອນ (ຜູ້ແປ: ທີມງານແປພາສາມະຫາວິທະຍາໄລເສດຖະສາດນະຄອນໂຮ່ຈີມິນ), ສພຈ. ໂຮງພິມສັງລວມນະຄອນໂຮ່ຈີມິນ, 2005; Robert M. Solow: Growth Theory: An Exposition (ແປໂດຍຫຍໍ້: ທິດສະດີການເຕີບໂຕ: ການຕີຄວາມໝາຍ, ພິມໃໝ່ຄັ້ງທີ 2, Oxford University Press. ISBN 978-0195012958; R. E. Lucas: “On the mechanics of Economic Development” (ແປໂດຍຫຍໍ້: ກົນໄກການພັດທະນາເສດຖະກິດ), Journal of Monetary Economics.22:3–42,doi:10.1016/0304-3932(88)90168-7.S2CID 15487577, 19881...
(2) ເສດຖະກິດຫວຽດນາມ, ໜັງສືພິມເສດຖະກິດຫວຽດນາມປີ 2005-2024, ສະມາຄົມນັກຂ່າວຫວຽດນາມ.
(3) ເອກະສານກອງປະຊຸມໃຫ່ຜູ້ແທນທົ່ວປະເທດຄັ້ງທີ XI, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ໜ້າ 107
(4) ກົມໃຫຍ່ສະຖິຕິ, ໜັງສືສະຖິຕິປະຈຳປີ 2005, 2010, 2015, 2020 ແລະ 2024, ສພຈ. ສະຖິຕິ
(5) ນັ້ນແມ່ນ: ມະຕິເລກທີ 57-NQ/TW, ລົງວັນທີ 22 ທັນວາ 2024, ຂອງກົມການເມືອງສູນກາງ ວ່າດ້ວຍ “ການບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນປ່ຽນດິຈິຕອນລະດັບຊາດ”; ມະຕິເລກທີ 59-NQ/TW, ລົງວັນທີ 24 ມັງກອນ 2024, ຂອງກົມການເມືອງສູນກາງ ວ່າດ້ວຍ “ການເຊື່ອມໂຍງສາກົນໃນສະພາບການໃໝ່”; ມະຕິເລກທີ 68-NQ/TW, ລົງວັນທີ 4 ພຶດສະພາ 2025, ຂອງກົມການເມືອງສູນກາງ ວ່າດ້ວຍ “ການພັດທະນາເສດຖະກິດເອກະຊົນ”; ມະຕິເລກທີ 66-NQ/TW, ລົງວັນທີ 30 ເມສາ 2025, ຂອງກົມການເມືອງສູນກາງ ວ່າດ້ວຍ “ການປ່ຽນແປງໃໝ່ວຽກງານການສ້າງ ແລະບັງຄັບໃຊ້ກົດໝາຍ ເພື່ອຕອບສະໜອງຄວາມຕ້ອງການໃນການພັດທະນາປະເທດໃນຍຸກສະໄໝໃໝ່”
(6) ມະຕິເລກທີ 70-NQ/TW, ລົງວັນທີ 20 ສິງຫາ 2025, ຂອງກົມການເມືອງສູນກາງ ວ່າດ້ວຍ “ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານຂອງຊາດຮອດປີ 2030, ວິໄສທັດຮອດປີ 2045”; ມະຕິເລກທີ 71-NQ/TW, ລົງວັນທີ 22 ສິງຫາ 2025, ຂອງກົມການເມືອງສູນກາງ ວ່າດ້ວຍ “ການບຸກທະລຸໃນການພັດທະນາກາສຶກສາແລະການຝຶກອົບຮົມ”; ມະຕິເລກທີ 72-NQ/TW, ລົງວັນທີ 7 ກັນຍາ 2025, ຂອງກົມການເມືອງສູນກາງ ວ່າດ້ວຍ “ວິທີແກ້ໄຂທີ່ກ້າວໜ້າໃນການປົກປ້ອງ, ການດູແລ ແລະ ການປັບປຸງສຸຂະພາບຂອງປະຊາຊົນ”; ມະຕິເລກທີ 79-NQ/TW, ລົງວັນທີ 6 ມັງກອນ 2026, ຂອງກົມການເມືອງສູນກາງ ວ່າດ້ວຍ “ການພັດທະນາເສດຖະກິດຂອງລັດໃນຍຸກໃໝ່”…
(7) ຕາມແຈ້ງການເລກທີ 493/TB-VPCP ຂອງຫ້ອງວ່າການລັດຖະບານ ລົງວັນທີ 18 ກັນຍາ 2025, ຄຳສະຫຼຸບຂອງນາຍົກລັດຖະມົນຕີ ຟ້າມ ມິງ ຈິ໊ງ ຫົວໜ້າຄະນະຊີ້ນຳ ໃນກອງປະຊຸມຄັ້ງທີ 20 ຂອງຄະນະຊີ້ນຳໂຄງການສຳຄັນລະດັບຊາດ ແລະໂຄງການສຳຄັນໃນຂະແໜງການຂົນສົ່ງ, ລະບຸວ່າ ປະເທດມີທາງດ່ວນລວມ 2.476 ກິໂລແມັດ ແລະມີເປົ້າໝາຍທີ່ຈະເປີດໃຊ້ງານທາງດ່ວນໃຫ້ໄດ້ຫຼາຍກວ່າ 3.000 ກິໂລແມັດພາຍໃນປີ 2025.