ຄວາມຄິດທິດສະດີຂອງພັກກອມມູນິດຫວຽດນາມ
ກ່ຽວກັບການປະຕິບັດພາລະກິດທາງທະຫານ
ແລະການປ້ອງກັນປະເທດ ໃນໄລຍະເວລາ 40 ປີ
ແຫ່ງການດຳເນີນກິດຈະການປ່ຽນແປງໃໝ່
ກ່ຽວກັບການປະຕິບັດພາລະກິດທາງທະຫານ
ແລະການປ້ອງກັນປະເທດ ໃນໄລຍະເວລາ 40 ປີ
ແຫ່ງການດຳເນີນກິດຈະການປ່ຽນແປງໃໝ່
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍຜູ້ອາວຸໂສ ຜູ້ນຳໝູ່ບ້ານ ແລະຜູ້ອອກແຮງງານແບບຢ່າງໃນແຂວງ ຢາລາຍ _ພາບ:: TTXVN
1. ການພັດທະນາ, ການປ່ຽນແປງໃໝ່ ແລະການບຸກທະລຸຍຸດທະສາດໃນແນວຄວາມຄິດ
ຂອງພັກກອມມູນິດຫວຽດນາມ ກ່ຽວກັບພາລະກິດທາງທະຫານ ແລະການປ້ອງກັນປະເທດ
ໃນໄລຍະ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່
ແນວຄິດທິດສະດີກ່ຽວກັບພາລະກິດທາງທະຫານແລະການປ້ອງກັນປະເທດ ເປັນສ່ວນສຳຄັນທີ່ສຸດ ຂອງລະບົບທັດສະນະ ແລະແນວທາງໃນການນຳພາພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດຂອງພັກກອມມູນິດຫວຽດນາມ ແລະເປັນ “ເຂັມທິດ” ສຳລັບພັກ, ປະຊາຊົນ ແລະກອງທັບທັງໝົດ ໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ. ໃນໄລຍະ 40 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່, ໂດຍສະເພາະ ໃນໄລຍະ 10 ປີຂອງການຈັດຕັ້ງປະຕິບັດມະຕິເລກທີ 8 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI ວ່າດ້ວຍຍຸດທະສາດການປົກປ້ອງປະເທດໃນສະຖານະການໃໝ່, ຄວາມເຂົ້າໃຈ ແລະຄວາມຄິດທິດສະດີຂອງພັກ ກ່ຽວກັບພາລະກິດທາງທະຫານ ແລະການປ້ອງກັນປະເທດ ໄດ້ພັດທະນາແລະປ່ຽນແປງໃໝ່ຢ່າງຕໍ່ເນື່ອງ ຕາມສະຖານະການທີ່ເປັນຈິງ. ນີ້ແມ່ນປັດໄຈຕັດສິນທີ່ນຳໄປສູ່ໄຊຊະນະໃນການປົກປ້ອງປະເທດຫວຽດນາມໃນຊຸມປີມໍ່ໆມານີ້. ສາມາດສັງເກດເຫັນການປ່ຽນແປງໃໝ່ຫຼາຍຢ່າງໃນການຄິດກ່ຽວກັບການປະຕິບັດພາລະກິດທາງທະຫານ ແລະການປ້ອງກັນປະເທດ, ໂດຍສະເພາະໃນດ້ານຕໍ່ໄປນີ້:
ທີໜຶ່ງ, ພັກກອມມູນິດຫວຽດນາມມີຄວາມເຂົ້າໃຈນັບມື້ນັບລິກເຊິ່ງ, ຄົບຖ້ວນ ແລະຮອບດ້ານ ກ່ຽວກັບພາລະກິດທາງທະຫານ ແລະການປ້ອງກັນປະເທດ.
ຈຸດເລີ່ມຕົ້ນຂອງຄວາມຄິດໃໝ່ກ່ຽວກັບການທະຫານ ແລະການປ້ອງກັນປະເທດແມ່ນຢູ່ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ຂອງພັກກອມມູນິດຫວຽດນາມ ເຊິ່ງໄດ້ກຳນົດໄວ້ວ່າ: “ເພື່ອພາລະກິດການປົກປ້ອງປະເທດຊາດ, ທົ່ວພັກ, ທົ່ວປະຊາຊົນ ແລະທົ່ວກອງທັບເຮົາ ຈະເສີມຂະຫຍາຍກຳລັງແຮງສັງລວມຂອງປະເທດແລະສັງຄົມ, ຕັດສິນໃຈຕີເອົາຊະນະສົງຄາມທຳລາຍລ້າງຫຼາຍດ້ານຢ່າງເດັດດ່ຽວ ແລະໃນເວລາດຽວກັນກໍ່ມີແຜນກຽມພ້ອມຮັບມືກັບສະຖານະການທັງໝົດທີ່ເກີດຈາກສັດຕູໄດ້ຢ່າງປະສົບຄວາມສຳເລັດ”(1). ພາລະກິດທາງທະຫານຖືກກຳນົດໂດຍພັກວ່າ: “ພວກເຮົາຕ້ອງເຂົ້າໃຈຢ່າງຖ່ອງແທ້ ແລະປະຕິບັດຕາມທັດສະນະ “ປະຊາຊົນທັງໝົດຮ່ວນກັນສ້າງຊາດ ແລະປົກປ້ອງປະເທດຊາດ”, “ກອງທັບທັງໝົດປົກປ້ອງປະເທດແລະກໍ່ສ້າງປະເທດຊາດ” ຢ່າງຖືກຕ້ອງ, ປະຕິບັດຕາມແລະຜັນຂະຫຍາຍແນວທາງທະຫານຂອງພັກໃຫ້ເປັນຮູບປະທຳຢ່າງຕໍ່ເນື່ອງ ໃນໄລຍະເວລາການກໍ່ສ້າງແລະປົກປ້ອງປະເທດຊາດ”(2). ໃນເວລານັ້ນ, ພາລະກິດປ້ອງກັນປະເທດຄື: “ເສີມຂະຫຍາຍກຳລັງແຮງຂອງລະບົບຜະເດັດການກຳມາຊີບທັງໝົດ, ກຳລັງແຮງຂອງທົ່ວພັກ, ທົ່ງປວງປະຊາຊົນ ແລະກອງທັບທັງໝົດ, ສົມທົບເສດຖະກິດ, ການປ້ອງກັນປະເທດ ແລະຄວາມໝັ້ນຄົງເຂົ້າດ້ວຍກັນຢ່າງໃກ້ຊິດ, ຊຸກຍູ້ການກໍ່ສ້າງລະບົບການປ້ອງກັນປະເທດແລະຄວາມໝັ້ນຄົງທົ່ວປວງຊົນ ແລະ ກໍ່ສ້າງເຂດແນວຫຼັງຂອງປະເທດໃຫ້ໝັ້ນຄົງຮອບດ້ານ”(3).
ຫຼັງຈາກ 5 ປີແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI ຂອງພັກ, ຄວາມຄິດທິດສະດີກ່ຽວກັບພາລະກິດທາງທະຫານ ແລະການປ້ອງກັນປະເທດຂອງພັກກອມມູນິດຫວຽດນາມຍັງສືບຕໍ່ມີການປ່ຽນແປງໃໝ່ ແລະການພັດທະນາຫຼາຍຢ່າງ; ໃນປີ 1991, ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ ໄດ້ກໍານົດວ່າ: “ໜ້າທີ່ປ້ອງກັນປະເທດແລະຄວາມໝັ້ນຄົງຂອງຊາດແມ່ນເພື່ອປົກປ້ອງເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນແດນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ, ປົກປ້ອງລະບອບສັງຄົມນິຍົມ, ສະຖຽນລະພາບທາງການເມືອງ, ຄວາມສະຫງົບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ, ສິດທິໃນການເປັນເຈົ້າຂອງຂອງປະຊາຊົນ, ເອົາຊະນະການສົມຮູ້ຮ່ວມຄິດແລະການກະທຳທັງໝົດຂອງກຳລັງຈັກກະພັດນິຍົມ ແລະປະຕິກິລິຍາທີ່ບ່ອນທໍາລາຍພາລະກິດການປະຕິວັດຂອງປະຊາຊົນຂອງເຮົາ”(4).
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ຂອງພັກ (ປີ 1996), ພັກກອມມູນິດຫວຽດນາມສືບຕໍ່ປ່ຽນແປງໃໝ່ແນວຄິດທາງທິດສະດີ ແລະຄວາມເຂົ້າໃຈກ່ຽວກັບພາລະກິດທາງທະຫານ ແລະການປ້ອງກັນປະເທດ ໂດຍກຳນົດເປົ້າໝາຍແລະໜ້າທີ່ໃນການກໍ່ສ້າງກອງທັບໄວ້ວ່າ: “ການປັບປຸງການປ້ອງກັນປະເທດ ແລະຮັກສາຄວາມໝັ້ນຄົງແຫ່ງຊາດ ແມ່ນໜ້າທີ່ສຳຄັນແລະເປັນປະຈຳຂອງພັກ ລັດ ແລະ ກອງທັບແລະປະຊາຊົນທັງໝົດ. ການເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການເມືອງ ເພື່ອເສີມສ້າງທ່າແຮງໃນການປ້ອງກັນແລະຮັກສາຄວາມໝັ້ນຄົງຂອງຊາດ; ການກໍ່ສ້າງກອງທັບແລະກອງກຳລັງຕຳຫຼວດປະຊາຊົນທີ່ເປັນປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝເທື່ອລະກ້າວ”(5). ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VIII ຂອງພັກ, ແນວຄິດກ່ຽວກັບເປົ້າໝາຍ ແລະໜ້າທີ່ຂອງການກໍ່ສ້າງກອງທັບປະຊາຊົນຫວຽດນາມທີ່ເປັນປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝເທື່ອລະກ້າວ ໄດ້ກາຍເປັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກເຮົາ ໃນການນຳພາວຽກງານການທະຫານ, ການປ້ອງກັນປະເທດ ແລະ ການປົກປັກຮັກສາປະເທດຊາດໃນຍຸກໃໝ່.
ທີສອງ, ການຂະຫຍາຍເນື້ອໃນ, ຂອບເຂດ ແລະຈຸດປະສົງຂອງການປົກປັກຮັກສາປະເທດໃນທິດທາງທີ່ຮອບດ້ານ ແລະທັນສະໄໝ.
ດ້ວຍການປະກາດໃຊ້ມະຕິກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI ວ່າດ້ວຍຍຸດທະສາດການປ້ອງກັນປະເທດໃນສະຖານະການໃໝ່, ຄວາມຄິດຂອງພັກກອມມູນິດຫວຽດນາມກ່ຽວກັບການປ້ອງກັນປະເທດຈຶງໄດ້ຮັບການຍົກລະດັບຂຶ້ນສູ່ລະດັບໃໝ່. ຕາມຈິດໃຈຂອງມະຕິສະບັບນີ້, ຄວາມຄິດຂອງພັກກ່ຽວກັບການປ້ອງກັນປະເທດບໍ່ໄດ້ຢຸດຢູ່ແຕ່ການປົກປ້ອງອະທິປະໄຕແລະດິນແດນ, ແຕ່ຍັງຂະຫຍາຍໄປເຖິງການປົກປ້ອງພື້ນຖານທາງການເມືອງ, ລະບົບສັງຄົມນິຍົມ, ຜົນປະໂຫຍດຂອງຊາດ-ປະເທດຊາດ ແລະ ສະພາບແວດລ້ອມທີ່ສະຫງົບສຸກ ເພື່ອການພັດທະນາຢ່າງຮອບດ້ານ. ນີ້ແມ່ນການພັດທະນາທີ່ສຳຄັນໃນວິໄສທັດຍຸດທະສາດດ້ານການປ້ອງກັນປະເທດໃນສະພາບການຂອງການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະການແຂ່ງຂັນຍຸດທະສາດທີ່ເພີ່ມຂຶ້ນ ລະຫວ່າງບັນດາປະເທດມະຫາອຳນາດ. ມະຕິກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XI ໄດ້ກຳນົດລະບົບເປົ້າໝາຍ, ທັດສະນະ ແລະຫຼັກການຊີ້ນຳ ທີ່ມີລັກສະນະຍຸດທະສາດໄລຍະຍາວ ເຊິ່ງກວມເອົາຄວາມສຳພັນແບບວິພາກວິຈານລະຫວ່າງການກໍ່ສ້າງປະເທດ ແລະການປ້ອງກັນປະເທດ, ລະຫວ່າງການປ້ອງກັນປະເທດຕັ້ງແຕ່ຕົ້ນ, ຈາກໄລຍະໄກ ກັບການປັບປຸງກຳລັງແຮງພາຍໃນຂອງປະເທດ. ການປ້ອງກັນປະເທດບໍ່ໄດ້ຈຳກັດຢູ່ສະເພາະຂົງເຂດການທະຫານ ແລະການປ້ອງກັນປະເທດເທົ່ານັ້ນ, ແຕ່ຂະຫຍາຍໄປເຖິງການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການພົວພັນຕ່າງປະເທດ ແລະໂລກໄຊເບີຣ໌ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຄິດທີ່ຮອບດ້ານ ແລະສັງລວມຂອງພັກໃນສະພາບການໃໝ່.
ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ພັກຍັງສືບຕໍ່ເຮັດໃຫ້ເປົ້າໝາຍເຫຼົ່ານັ້ນເປັນຮູບປະທຳຫຼາຍຂຶ້ນ ໃນສະພາບການຂອງໂລກແລະພາກພື້ນທີ່ມີການປ່ຽນແປງຫຼາຍຢ່າງ, ໂດຍເນັ້ນໜັກເຖິງຄວາມຕ້ອງການໃນການຮັກສາເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ ພ້ອມທັງຮັກສາສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ ເພື່ອການພັດທະນາ. ພັກກອມມູນິດຫວຽດນາມຢືນຢັນວ່າ: “ຕໍ່ສູ້ຢ່າງເດັດດ່ຽວແລະໝັ້ນໜຽວເພື່ອປົກປ້ອງເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໜັກແໜ້ນ; ຮັກສາສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ ເພື່ອການພັດທະນາປະເທດ; ຮັກສາຄວາມໝັ້ນຄົງຂອງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ”(6). ທັດສະນະນີ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມສອດຄ່ອງລະຫວ່າງເປົ້າໝາຍຂອງການພັດທະນາ ແລະເປົ້າໝາຍການປົກປ້ອງ, ໂດຍຖືວ່າການປົກປ້ອງປະເທດຊາດເປັນເງື່ອນໄຂເບື້ອງຕົ້ນສຳລັບການພັດທະນາປະເທດຢ່າງຍືນຍົງ.
ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ພັດທະນາແນວຄິດກ່ຽວກັບການປ້ອງກັນປະເທດໄປສູ່ລະດັບໃໝ່ ເຊິ່ງສະແດງໃຫ້ເຫັນໂດຍການວາງໜ້າທີ່ການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງຊາດໄວ້ໃນກຳລັງແຮງສັງລວມຊາດທີ່ຮອບດ້ານ, ຫຼາຍມິຕິ, ປະສົມປະສານກຳລັງແຮງຂອງຊາດກັບກຳລັງຂອງຍຸກສະໄໝ, ກຳລັງແຮງພາຍໃນກັບກຳລັງແຮງພາຍນອກ, ພາຍໃນປະເທດກັບສາກົນ. ທັດສະນະທີ່ວ່າ “ການເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວປະເທດ, ຂອງລະບົບການເມືອງທັງໝົດ ລວມກັບກຳລັງແຮງຂອງຍຸກສະໄໝ, ໂດຍໃຊ້ປະໂຫຍດສູງສຸດຈາກຄວາມເຫັນອົກເຫັນໃຈ ແລະການສະໜັບສະໜູນຂອງປະຊາຄົມໂລກ ເພື່ອປົກປ້ອງເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນແດນອັນຄົບຖ້ວນຂອງປະເທດຊາດຢ່າງໜັກແໜ້ນ, ປົກປ້ອງພັກ, ລັດ, ປະຊາຊົນ, ລະບອບສັງຄົມນິຍົມ, ວັດທະນະທຳ ແລະ ຜົນປະໂຫຍດຂອງຊາດ-ປະເທດຊາດ”(7) ບໍ່ພຽງແຕ່ເປັນການສືບຕໍ່ເທົ່ານັ້ນ, ແຕ່ຍັງເປັນການພັດທະນາທາງຄຸນນະພາບໃນຄວາມຮັບຮູ້ຍຸດທະສາດຂອງພັກ, ຕອບສະໜອງຄວາມຕ້ອງການຂອງການປ້ອງກັນປະເທດໃນສະພາວະສົງຄາມສະໄໝໃໝ່, ສົງຄາມໄຊເບີຣ໌ ແລະສົງຄາມທາງອຸດົມການ.
ດັ່ງນັ້ນ, ສາມາດເຫັນໄດ້ວ່າ ແນວຄິດຂອງພັກກ່ຽວກັບເປົ້າໝາຍການປ້ອງກັນປະເທດໄດ້ຂະຫຍາຍຂອບເຂດ, ເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດ, ສະທ້ອນໃຫ້ເຫັນເຖິງການພັດທະນາໃໝ່ໃນທິດສະດີການທະຫານ ແລະການປ້ອງກັນປະເທດຫວຽດນາມ, ທັງຮອບດ້ານ, ມີຄວາມຍືດຫຍຸ່ນ ແລະມີຂອບເຂດຍຸດທະສາດລະດັບໂລກ.
ທີສາມ, ທິດນຳໃນການປ້ອງກັນປະເທດໄດ້ພັດທະນາໄປໃນທິດທາງຂອງການເປັນເຈົ້າການ, ຄວາມຍືດຫຍຸ່ນ ແລະ ລະດັບຍຸດທະສາດຈາກໄລຍະໄກ.
ໜຶ່ງໃນພັດທະນາການທີ່ໂດດເດັ່ນໃນແນວຄິດການປ້ອງກັນປະເທດຂອງພັກກອມມູນິດຫວຽດນາມໃນໄລຍະການປ່ຽນແປງໃໝ່ ແມ່ນການປ່ຽນແປງຢ່າງເຂັ້ມແຂງຈາກຄວາມຄິດແບບຮັບໄປສູ່ຄວາມຄິດແບບປ້ອງກັນຍຸດທະສາດ. ໂດຍສືບທອດປະສົບການຂອງ “ການປົກປ້ອງປະເທດກ່ອນທີ່ປະເທດຈະຕົກຢູ່ໃນອັນຕະລາຍ”, ພັກໄດ້ຂະຫຍາຍຄວານແລະຍົກລະດັບແນວຄິດນີ້ໄປສູ່ລະດັບທິດສະດີໃໝ່ ໂດຍການເຂົ້າເຖິງການປ້ອງກັນປະເທດຕັ້ງແຕ່ຕົ້ນແລະຈາກໄລຍະໄກ, ຖືວ່າມັນເປັນການວາງທິດທາງໄລຍະຍາວ ແລະເປັນຫຼັກການຊີ້ນຳໃນການສ້າງແລະປ້ອງກັນປະເທດຊາດສັງຄົມນິຍົມ.
ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ລະບຸຢ່າງຈະແຈ້ງວ່າ: “ການເປັນເຈົ້າການໃນການປ້ອງກັນ, ກວດພົບແຕ່ຫົວທີ ແລະກຳຈັດປັດໄຈທີ່ກໍ່ຄວາມຫຍຸ້ງຍາກ, ໂດຍສະເພາະປັດໄຈພາຍໃນທີ່ອາດຈະກໍ່ໃຫ້ເກີດການປ່ຽນແປງຢ່າງກະທັນຫັນ”(8) ແລະ ໃນເວລາດຽວກັນກໍ່ຢືນຢັນວ່າ “ມີແຜນການປ້ອງກັນຄວາມສ່ຽງຂອງສົງຄາມແລະຄວາມຂັດແຍ້ງຕັ້ງແຕ່ຕົ້ນ ແລະຈາກໄລຍະໄກ”(9). ແນວຄວາມຄິດ “ຕັ້ງແຕ່ຕົ້ນແລະຈາກໄລຍະໄກ” ສະແດງໃຫ້ເຫັນເຖິງບາດກ້າວສຳຄັນໃນຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ, ຄວາມເປັນເຈົ້າການໃນການກວດພົບ, ລະບຸ ແລະ ແກ້ໄຂຄວາມສ່ຽງຂອງຄວາມຂັດແຍ້ງ ແລະ ຄວາມບໍ່ໝັ້ນຄົງຕັ້ງແຕ່ຕົ້ນເຫດ, ໂດຍສະເພາະປັດໄຈພາຍໃນທີ່ອາດຈະກໍ່ໃຫ້ເກີດການປ່ຽນແປງຢ່າງກະທັນຫັນໃນດ້ານການເມືອງ, ແນວຄິດ, ເສດຖະກິດ ແລະ ສັງຄົມ. ການປົກປ້ອງປະເທດຊາດບໍ່ໄດ້ຈຳກັດຢູ່ພຽງເຂດແດນແລະດິນແດນເທົ່ານັ້ນ, ແຕ່ຍັງຂະຫຍາຍໄປເຖິງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ຄວາມໝັ້ນຄົງທາງໄຊເບີຣ໌, ສິ່ງແວດລ້ອມ ແລະພື້ນທີ່ທາງການທູດ; ນັ້ນແມ່ນການປົກປ້ອງຈາກຮາກຖານ, ການປົກປ້ອງດ້ວຍການສ້າງ, ບໍ່ພຽງແຕ່ດ້ວຍການຕໍ່ສູ້ເທົ່ານັ້ນ.
ພ້ອມກັນນັ້ນ, ຫຼັກນຳໃນການປົກປ້ອງປະເທດຊາດຍັງຖືກກຳນົດໂດຍພັກກອມມູນິດຫວຽດນາມວ່າ: “ຮັກສາແລະເພີ່ມທະວີການນຳພາໂດຍກົງແລະເດັດຂາດຂອງພັກໃນທຸກດ້ານ ແລະ ການຄຸ້ມຄອງລວມສູນແລະເປັນເອກະພາບຂອງລັດ ຕໍ່ກອງທັບປະຊາຊົນ, ກອງກຳລັງຮັກສາຄວາມໝັ້ນຄົງຂອງປະຊາຊົນ ແລະພາລະກິດປ້ອງກັນປະເທດ ແລະຄວາມໝັ້ນຄົງ”(10). ການປົກປ້ອງປະເທດຊາດຖືກວາງໄວ້ໃນກຳລັງແຮງໂດຍລວມຂອງການນຳພາຂອງພັກ ແລະປະສິດທິພາບຂອງການຄຸ້ມຄອງຂອງລັດ, ຮັບປະກັນຫຼັກການຂອງການນຳພາເດັດຂາດ, ໂດຍກົງໃນທຸກດ້ານຂອງພັກຕໍ່ກອງທັບ ແລະກອງກຳລັງຮັກສາຄວາມສະຫງົບຂອງປະຊາຊົນ; ພ້ອມກັນນັ້ນກໍ່ເສີມຂະຫຍາຍບົດບາດຂອງລະບົບການເມືອງ ແລະຂອງປະຊາຊົນໃນທ່າສະໜາມຮົບການປ້ອງກັນປະເທດທົ່ວປວງຊົນ ແລະຄວາມໝັ້ນຄົງຂອງປະຊາຊົນ. ນີ້ແມ່ນການພັດທະນາໃນແນວຄິດກ່ຽວກັບການຈັດຕັ້ງກຳລັງ ແລະກົນໄກການນຳພາໃນການປົກປ້ອງປະເທດຊາດ, ທັງສືບທອດ, ທັງປ່ຽນແປງໃໝ່ປະດິດສ້າງ, ສອດຄ່ອງກັບຄວາມຕ້ອງການຂອງການປົກປ້ອງປະເທດຊາດໃນສະພາບການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະສະພາບແວດລ້ອມຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ ທີ່ສັບສົນເພີ່ມຂຶ້ນ.
ທີສີ່, ຄວາມຕ້ອງການດ້ານການປ້ອງກັນປະເທດ ຖືກກຳນົດຂຶ້ນໃນສາຍພົວພັນທີ່ຮອບດ້ານກັບຊັບພະຍາກອນຂອງຊາດ ທີ່ເຊື່ອມໂຍງກັບທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ແລະທ່າສະໜາມຮົບປ້ອງກັນຄວາມໝັ້ນຄົງປະຊາຊົນ.
ເມື່ອເຂົ້າສູ່ໄລຍະການພັດທະນາໃໝ່, ພັກກອມມູນິດຫວຽດນາມຢືນຢັນຢ່າງຈະແຈ້ງວ່າ ກຳລັງແຮງດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງຂອງຊາດ ບໍ່ໄດ້ມາຈາກທ່າແຮງທາງທະຫານພຽງຢ່າງດຽວ, ແຕ່ຍັງມາຈາກຜົນລວມຂອງຊັບພະຍາກອນທາງການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການພົວພັນຕ່າງປະເທດ ແລະຈິດໃຈຂອງຊາດ. ນີ້ແມ່ນການພັດທະນາທີ່ກ້າວກະໂດດໃນດ້ານຄວາມຄິດຍຸດທະສາດ, ປ່ຽນຈາກແນວຄວາມຄິດ “ກຳລັງແຮງທາງທະຫານຢ່າງດຽວ” ໄປສູ່ກຳລັງແຮງສັງລວມທີ່ມີຄວາມສະຫະສາຂາ, ຫຼາຍມິຕິ ແລະມີມະນຸດສະທຳ. ຈາກຄວາມຮັບຮູ້ “ມິດ-ສັດຕູ" ທີ່ເປັນປະຕິປັກກັນໃນອະດີດ, ພັກກອມມູນິດຫວຽດນາມໄດ້ສ້າງວິທີຄິດໃໝ່ກ່ຽວກັບການລະບຸຄູ່ຮ່ວມມືແລະຄູ່ຕໍ່ສູ້ ໂດຍເນັ້ນຄວາມຍືດຫຍຸ່ນ, ຄວາມສາມາດໃນການປັບຕົວ ແລະການຈັດການຢ່າງກົມກຽວລະຫວ່າງການຕໍ່ສູ້ ແລະການຮ່ວມມື, ລະຫວ່າງຄວາມເດັດດ່ຽວແລະຄວາມສະຫຼາດໃນການປົກປ້ອງຜົນປະໂຫຍດຂອງຊາດ-ປະເທດຊາດ. ການລະບຸຢ່າງຖືກຕ້ອງ ແລະການປະພຶດຕໍ່ຄູ່ຮ່ວມງານແລະສັດຕູຢ່າງຍືດຫຍຸ່ນ ໄດ້ກາຍເປັນອົງປະກອບຫຼັກຂອງສິລະປະການປ້ອງກັນປະເທດໃນຍາມສະຫງົບ, ຊ່ວຍຂະຫຍາຍຂອບເຂດທາງຍຸດທະສາດ ແລະເສີມຂະຫຍາຍສະຖານະຂອງປະເທດ. ພ້ອມກັນນັ້ນ, ພັກກອມມູນິດຫວຽດນາມຖືວ່າ ການສ້າງ “ທ່າສາໜາມຮົບໃນໃຈຂອງປະຊາຊົນ” ເປັນຮາກຖານທີ່ຍືນຍົງຂອງການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງປະຊາຊົນ.
ການຕິດພັນກັບທ່າສະໜາມຮົບການປ້ອງກັນປະເທດທົ່ວປວງຊົນ ແລະທ່າສະໜາມຮົບການຮັກສາຄວາມໝັ້ນຄົງຂອງປະຊາຊົນ ກໍ່ໄດ້ຮັບການຍອມຮັບຢ່າງຈະແຈ້ງວ່າ “ການເພີ່ມທະວີທ່າແຮງດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງ; ສ້າງແລະເສີມຂະຫຍາຍ “ທ່າສະໜາມຮົບໃນໃຈປະຊາຊົນ” ຢ່າງແຂງແຮງ ໃນພື້ນຖານການປ້ອງກັນປະເທດທົ່ວປວງຊົນ ແລະລະບົບການຮັກສາຄວາມໝັ້ນຄົງປະຊາຊົນ; ສ້າງແລະປັບປຸງທ່າສະໜາມຮົບປ້ອງກັນປະເທດທົ່ວປວງຊົນ ແລະທ່າສະໜາມຮົບຮັກສາຄວາມໝັ້ນຄົງປະຊາຊົນ ໃຫ້ເຂັ້ມແຂງຍິ່ງຂຶ້ນ. ປະສານສົມທົບເສດຖະກິດ, ວັດທະນະທຳ, ສັງຄົມ, ການຕ່າງປະເທດ ເຂົ້າກັບການປ້ອງກັນປະເທດແລະຄວາມໝັ້ນຄົງ ແລະ ລະຫວ່າງການປ້ອງກັນປະເທດແລະຄວາມໝັ້ນຄົງ ກັບເສດຖະກິດ, ວັດທະນະທຳ, ສັງຄົມ ແລະການຕ່າງປະເທດ ຢ່າງໃກ້ຊິດແລະມີປະສິດທິພາບ”(11). ນີ້ແມ່ນຈຸດເພີ່ມເຕີມແລະການພັດທະນາທີ່ສ້າງສັນ ໃນຄວາມຄິດຂອງພັກກອມມູນິດຫວຽດນາມກ່ຽວກັບພາລະກິດທາງທະຫານ ແລະການປ້ອງກັນປະເທດ. ໃນນັ້ນ, ອົງປະກອບທາງສັງຄົມແລະວັດທະນະທຳຖືກຈັດວາງໄວ້ທຽບເທົ່າກັບເສດຖະກິດ, ການເມືອງ ແລະການຕ່າງປະເທດ, ສະແດງໃຫ້ເຫັນເຖິງຄວາມເຂົ້າໃຈໃໝ່ກ່ຽວກັບບົດບາດຂອງປະຊາຊົນ ແລະຄຸນຄ່າທາງຈິດວິນຍານໃນການປົກປ້ອງປະເທດຊາດ. ດັ່ງນັ້ນ, ກຳລັງແຮງໃນການປົກປ້ອງປະເທດຊາດຈຶງບໍ່ພຽງແຕ່ແມ່ນພະລັງຂອງອາວຸດ ຫຼືກຳລັງເທົ່ານັ້ນ, ແຕ່ຍັງລວມເຖິງພະລັງແຫ່ງສັດທາ, ປັນຍາ ແລະຄວາມສາມັກຄີອັນຍິ່ງໃຫຍ່ຂອງຊາດ ພາຍໃຕ້ການນຳພາຂອງພັກ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ສືບຕໍ່ຢືນຢັນວ່າ “ການປັບປຸງການປ້ອງກັນປະເທດ, ຮັກສາຄວາມໝັ້ນຄົງ ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມຢ່າງໜັກແໜ້ນ ແມ່ນພາລະກິດທີ່ສຳຄັນແລະຕໍ່ເນື່ອງຂອງພັກ, ລັດ, ລະບົບການເມືອງ ແລະປະຊາຊົນທັງໝົດ, ເຊິ່ງກອງທັບປະຊາຊົນ ແລະຕຳຫຼວດປະຊາຊົນເປັນແກນກາງ”(12); ແນວຄິດນີ້ເນັ້ນໜັກເຖິງຄວາມຈຳເປັນໃນການສ້າງ ລະບົບການປ້ອງກັນປະເທດທົ່ວປວງຊົນ ແລະລະບົບການຮັກສາຄວາມໝັ້ນຄົງປະຊາຊົນທີ່ໝັ້ນຄົງເຂັ້ມແຂງ ໂດຍມີກອງທັບປະຊາຊົນ ແລະຕຳຫຼວດປະຊາຊົນ ເປັນແກນກາງ, ປະຊາຊົນທັງໝົດເປັນເຈົ້າຂອງ ແລະ ລະບົບການເມືອງແມ່ນກົນໄກການປະສານງານທີ່ເປັນເອກະພາບ.
ກອງກຳລັງຮັກສາສັນຕິພາບແມ່ຍິງຫວຽດນາມ ໃນການຝຶກຊ້ອມສຳລັບການສວນສະໜາມ ແລະການເດີນຂະບວນ ເພື່ອລະນຶກວັນຄົບຮອບ 80 ປີການປະຕິວັດເດືອນສິງຫາ ແລະວັນຊາດໃນວັນທີ 2 ກັນຍາ _ພາບ: TTXVN
2- ຄວາມຕ້ອງການທີ່ສູງຂຶ້ນເລື້ອຍໆ ສຳລັບວຽກງານການປົກປ້ອງປະເທດຊາດ
ໃນສະພາບການປະຈຸບັນ - ບັນຫາຕ່າງໆທີ່ຍັງສືບຕໍ່ເກີດຂຶ້ນໃນແງ່ຂອງການປ່ຽນແປງໃໝ່
ຄວາມຄິດທາງທິດສະດີຂອງພັກກອມມູນິດຫວຽດນາມ
ຫວຽດນາມກຳລັງເຂົ້າສູ່ໄລຍະການພັດທະນາໃໝ່ທີ່ສຳຄັນ, ຍຸກແຫ່ງຄວາມເປັນເອກະລາດ, ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ ແລະ ການຫັນປ່ຽນດິຈິຕອນ. ສະພາບການພາຍໃນປະເທດ, ພາກພື້ນ ແລະໂລກກຳລັງປະເຊີນການປ່ຽນແປງທີ່ວ່ອງໄວ, ສັບສົນ ແລະ ບໍ່ສາມາດຄາດເດົາໄດ້; ພູມສັນຖານທາງການເມືອງແລະຄວາມໝັ້ນຄົງຂອງໂລກກຳລັງປ່ຽນແປງໄປສູ່ທິດທາງແບບຫຼາຍຂົ້ວ, ຫຼາຍສູນກາງ; ການແຂ່ງຂັນທາງຍຸດທະສາດລະຫວ່າງປະເທດມະຫາອຳນາດກຳລັງທະວີຄວາມຮຸນແຮງຂຶ້ນໃນທຸກຂົງເຂດ, ໂດຍສະເພາະດ້ານເສດຖະກິດ, ເຕັກໂນໂລຊີ, ໂຊເບີຣ໌ ແລະຄວາມຮັບຮູ້ທາງສັງຄົມ. ໃນເວລາດຽວກັນ, ຮູບແບບສົງຄາມສະໄໝໃໝ່, ຕັ້ງແຕ່ສົງຄາມເຕັກໂນໂລຊີສູງ, ສົງຄາມຂໍ້ມູນຂ່າວສານ, ສົງຄາມໄຊເບີຣ໌ ຈົນເຖິງສົງຄາມທາງປັນຍາ ກຳລັງປ່ຽນແປງແນວຄວາມຄິດ, ວິທີການ ແລະເຄື່ອງມືໃນການປ້ອງກັນປະເທດຢ່າງເລິກເຊິ່ງ. ໄພຂົ່ມຂູ່ດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ, ເຊັ່ນ ການປ່ຽນແປງສະພາບດິນຟ້າອາກາດ, ໂລກລະບາດ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານນ້ຳ, ການອົບພະຍົບຂ້າມຊາຍແດນ, ອາຊະຍາກຳເຕັກໂນໂລຊີສູງ... ກຳລັງສົ່ງຜົນກະທົບຕໍ່ສະຖຽນລະພາບຂອງຊາດໃນຫຼາຍມິຕິຫຼາຍຂຶ້ນເລື້ອຍໆ. ໂດຍສະເພາະ, ການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການຫັນປ່ຽນດິຈິຕອນຂອງປະເທດ ກຳລັງເປີດໂອກາດໃນການພັດທະນາໃໝ່, ພ້ອມກັນນັ້ນ ກໍ່ສ້າງຄວາມຈຳເປັນຮີບດ່ວນສຳລັບການປ່ຽນແປງແນວຄິດທິດສະດີຂອງພັກກອມມູນິດຫວຽດນາມ ກ່ຽວກັບການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງຊາດ, ເພື່ອປັບຕົວຢ່າງຍືດຫຍຸ່ນເຂົ້າກັບລັກສະນະສະເພາະຂອງສົງຄາມຮູບແບບໃໝ່, ຮັບປະກັນການເຊື່ອມໂຍງຢ່າງໃກ້ຊິດ ລະຫວ່າງການພັດທະນາແລະການປົກປ້ອງ, ລະຫວ່າງເສດຖະກິດ, ສັງຄົມ ກັບການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງຊາດ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ລະບຸຢ່າງຈະແຈ້ງວ່າ: “ເພີ່ມທະວີທ່າແຮງແລະກຳລັງແຮງສັງລວມຂອງປະເທດ; ກໍ່ສ້າງແລະປັບປຸງລະບົບການປ້ອງກັນປະເທດທົ່ວປວງຊົນ, ທ່າສະໜາມຮົບການປ້ອງກັນປະເທດທົ່ວປວງຊົນ ແລະລະບົບການຮັກສາຄວາມໝັ້ນຄົງປະຊາຊົນ, ທ່າສະໜາມຮົບຄວາມໝັ້ນຄົງປະຊາຊົນ ຄວບຄູ່ໄປກັບການສ້າງທ່າສະໜາມຮົບໃນໃຈປະຊາຊົນ, ການສ້າງເຂດປ້ອງກັນທີ່ເຂັ້ມແຂງແລະເປັນເຈົ້າການ”(13). ເພື່ອຈັດຕັ້ງປະຕິບັດສິ່ງນີ້ຢ່າງມີປະສິດທິພາບ ຈຳເປັນຕ້ອງພິຈາລະນາເນື້ອໃນຕໍ່ໄປນີ້:
ທີໜຶ່ງ, ການຄິດກ່ຽວກັບພາລະກິດທາງທະຫານ ແລະການປ້ອງກັນປະເທດໃນສະຖານະການໃໝ່ ຈະຕ້ອງສືບທອດຢ່າງໝັ້ນຄົງຈາກປະເພນີທາງປະຫວັດສາດຂອງຊາດ; ບົນພື້ນຖານຂອງລັດທິມາກ-ເລນິນ ແລະແນວຄິດໂຮ່ຈິມິນ.
ໃນປະຫວັດສາດຫຼາຍພັນປີຂອງການສ້າງຕັ້ງແລະພັດທະນາປະເທດຊາດຫວຽດນາມ, “ການສ້າງປະເທດຕ້ອງໄປຄຽງຄູ່ກັບການປົກປ້ອງປະເທດ” ໄດ້ກາຍເປັນບົດຮຽນອັນເຈັບປວດ, ເປັນກົດເກນທີ່ຫຼີກລ່ຽງບໍ່ໄດ້ ແລະຫຼັກການທີ່ບໍ່ປ່ຽນແປງ. ປະຫວັດສາດຂອງການສ້າງປະເທດແລະປົກປ້ອງປະເທດສະແດງໃຫ້ເຫັນວ່າ ບັນພະບຸລຸດຂອງເຮົາຄຳນຶງເຖິງຜົນປະໂຫຍດຂອງຊາດເປັນອັນດັບຕົ້ນສະເໝີ, ວາງແຜນຍຸດທະສາດທີ່ມີ “ຮາກຖານທີ່ໝັ້ນຄົງແລະຢັ່ງຮາກເລິກ”, ຮັກສາຊາຍແດນໃຫ້ໝັ້ນຄົງ ແລະປົກປ້ອງເອກະລາດຂອງຊາດຢ່າງໜັກແໜ້ນ; ໃນນັ້ນ “ການປົກປ້ອງປະເທດກ່ອນທີ່ປະເທດຈະຕົກຢູ່ໃນອັນຕະລາຍ” ເປັນແນວຄວາມຄິດຍຸດທະສາດທີ່ຊີ້ນຳຕະຫຼອດມາ, ກາຍເປັນສິລະປະແລະຍຸດທະສາດໃນການປ້ອງກັນປະເທດໃນທຸກຍຸກທຸກສະໄໝ. ນັກຄິດຄຼາສສິກໄດ້ຢືນຢັນວ່າ ມະຫາຊົນແມ່ນຜູ້ສ້າງປະຫວັດສາດ, ວ.ອີ. ເລນິນ ໄດ້ກ່າວຢ່າງຈະແຈ້ງວ່າ: “ໜ້າທີ່ສູງສຸດຂອງມະຫາຊົນຜູ້ອອກແຮງງານແມ່ນ ການທຸ່ມເທທຸກຢ່າງເພື່ອຟື້ນຟູ ແລະເພີ່ມທະວີຄວາມສາມາດໃນການປ້ອງກັນປະເທດ”(14). ປະທານໂຮ່ຈິມິນຢືນຢັນວ່າ: ບໍ່ມີສິ່ງໃດມີຄ່າຫຼາຍກວ່າເອກະລາດແລະເສລີພາບ ແລະ “ບໍ່ວ່າໃນຍາມສະຫງົບຫຼືຍາມສົງຄາມ, ເຮົາຕ້ອງເປັນເຈົ້າການ, ເບິ່ງກວ້າງມອງໄກ ແລະກຽມການລ່ວງໜ້າ”(15). ເມື່ອປະເທດຊາດຕົກຢູ່ໃນອັນຕະລາຍ, ທ່ານໄດ້ຮຽກຮ້ອງວ່າ: “ຜູ້ຊາຍ, ແມ່ຍິງ, ຄົນເຖົ້າຫຼືຄົນໜຸ່ມສາວທຸກຄົນ, ບໍ່ວ່າຈະເປັນພັກການເມືອງ, ສາສະໜາໃດ... ຕາບໃດທີ່ພວກເຂົາເປັນຊາວຫວຽດນາມ, ພວກເຂົາຕ້ອງລຸກຂຶ້ນຕໍ່ສູ້ກັບສັດຕູ ແລະປົກປ້ອງປະເທດ”(16). ສິ່ງນີ້ສະແດງໃຫ້ເຫັນເຖິງທັດສະນະກ່ຽວກັບການສ້າງລະບົບປ້ອງກັນປະເທດທົ່ວປວງຊົນ, ທ່າສະໜາມຮົບຮັກສາຄວາມໝັ້ນຄົງປະຊາຊົນ ແລະການດຳເນີນສົງຄາມປະຊາຊົນ ໂດຍມີກອງກຳລັງທີ່ເຂົ້າຮ່ວມຕໍ່ສູ້ເພື່ອປົກປ້ອງປະເທດຊາດ ຄືປະຊາຊົນທຸກຊັ້ນຄົນ. “ການປັບປຸງການປ້ອງກັນປະເທດແລະຄວາມໝັ້ນຄົງ, ການປົກປ້ອງປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ ແມ່ນພາລະກິດທີ່ສຳຄັນແລະຕໍ່ເນື່ອງຂອງພັກ, ລັດ, ລະບົບການເມືອງ ແລະປະຊາຊົນທັງໝົດ ເຊິ່ງກອງທັບປະຊາຊົນ ແລະຕຳຫຼວດປະຊາຊົນເປັນແກນຫຼັກ”(17). ທັດສະນະຂ້າງເທິງນີ້ເປັນຮາກຖານ ແລະພື້ນຖານໃຫ້ພັກກອມມູນິດຫວຽດນາມສືບຕໍ່ປ່ຽນແປງໃໝ່ແນວຄວາມຄິດກ່ຽວກັບພາລະກິດທາງທະຫານ ແລະການປ້ອງກັນປະເທດໃນສະຖານະການໃໝ່.
ທີສອງ, ການຄົ້ນຄວ້າ, ການໄຈ້ແຍກ ແລະຄວາມສາມາດໃນການເຂົ້າໃຈ ແລະຄາດຄະເນສະຖານະການໂລກແລະພາກພື້ນ ໄດ້ຢ່າງວ່ອງໄວແລະຖືກຕ້ອງ, ລວມເຖິງປັດໄຈທີ່ສົ່ງຜົນກະທົບຕໍ່ພາລະກິດທາງທະຫານ ແລະການປ້ອງກັນປະເທດ.
ໃນຊຸມປີຕໍ່ໜ້າ, ຄາດວ່າສະພາບແວດລ້ອມທາງການເມືອງ ແລະຄວາມໝັ້ນຄົງຂອງໂລກແລະພາກພື້ນ ຈະຍັງຄົງມີຄວາມສັບສົນ ແລະຍາກທີ່ຈະຄາດເດົາໄດ້. ປະເທດຕ່າງໆ ກຳລັງປັບຍຸດທະສາດແລະວິທີການພັດທະນາ ເພື່ອປັບຕົວໃຫ້ເຂົ້າກັບສະຖານະການໃໝ່; ການແຂ່ງຂັນດ້ານອາວຸດທະວີຄວາມຮຸນແຮງ ແລະແຜ່ຂະຫຍາຍຫຼາຍຂຶ້ນ. ໂດຍສະເພາະ, ບາງປະເທດກຳລັງເລັ່ງການປັບປຸງກອງທັບໃຫ້ທັນສະໄໝ ແລະເສີມສ້າງຄວາມສາມາດທາງທະຫານດ້ວຍອາວຸດລຸ້ນໃໝ່. ຄຽງຄູ່ກັບສິ່ງນີ້, ລັດທິປະຊານິຍົມ, ຊາດນິຍົມສຸດຂົ້ວ, ລັດທິປະຕິບັດນິຍົມແລະອຳນາດ ຂອງມະຫາອຳນາດໃນການພົວພັນສາກົນ ກຳລັງເພີ່ມຂຶ້ນ; ຂໍ້ຂັດແຍ່ງດ້ານອະທິປະໄຕໃນດິນແດນລະຫວ່າງປະເທດ; ການເຂົ້າຮ່ວມແລະການແຂ່ງຂັນທາງຍຸດທະສາດລະຫວ່າງມະຫາອຳນາດໃນພື້ນທີ່ຍຸດທະສາດໃໝ່ໆ ກໍ່ເພີ່ມຂຶ້ນເຊັ່ນກັນ. ສົງຄາມຮູບແບບໃໝ່ກໍ່ໃຫ້ເກີດຄວາມທ້າທາຍໃໝ່ຕໍ່ສັນຕິພາບ ແລະຄວາມໝັ້ນຄົງໃນໂລກ ແລະພາກພື້ນ ແລະຕໍ່ເອກະລາດ, ອະທິປະໄຕ ແລະຜືນແຜ່ນດີນອັນຄົບຖ້ວນຂອງປະເທດຕ່າງໆ ໂດຍສະເພາະ ປະເທດຂະໜາດນ້ອຍແລະຂະໜາດກາງ ແລະ ປະເທດກຳລັງພັດທະນາ. ຕາມນັ້ນ, ພັກກອມມູນິດຫວຽດນາມ “ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຮັບປະກັນຄວາມເປັນເຈົ້າການທາງຍຸດທະສາດ, ຜັນຂະຫຍາຍການພົວພັນຫຼາຍຝ່າຍ ທີ່ຫຼາກຫຼາຍກັບປະເທດຕ່າງໆໃນໂລກ; ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບປະຊາຄົມສາກົນຢ່າງຕັ້ງໜ້າ, ຮອບດ້ານ, ເລິກເຊິ່ງ ແລະມີປະສິດທິຜົນ; ຮັກສາສະພາບແວດລ້ອມສັນຕິພາບແລະໝັ້ນຄົງ ແລະ ເສີມຂະຫຍາຍຖານະແລະບົດບາດຂອງຫວຽດນາມໃນເວທີສາກົນຢ່າງຕໍ່ເນື່ອງ”(18).
ພາກພື້ນອາຊີປາຊີຟິກ, ລວມທັງອາຊີຕາເວັນອອກສຽງໃຕ້, ມີຕຳແໜ່ງທາງຍຸດທະສາດທີ່ສຳຄັນຫຼາຍຂຶ້ນເລື້ອຍໆ, ເປັນພື້ນທີ່ແຂ່ງຂັນທາງຍຸດທະສາດລະຫວ່າງມະຫາອຳນາດ ແລະມີຄວາມບໍ່ໝັ້ນຄົງຫຼາຍຢ່າງ. ຂໍ້ຂັດແຍ່ງກ່ຽວກັບດິນແດນ, ທາງທະເລ ແລະອະທິປະໄຕເໜືອເກາະຕ່າງໆ ທະວີຄວາມຮຸນແຮງຫຼາຍຂຶ້ນ. ໂດຍສະເພາະ, ການຄົ້ນຄວ້າກ່ຽວກັບສົງຄາມໃນໂລກຍຸກໃໝ່ສະແດງໃຫ້ເຫັນວ່າ ຈຸດປະສົງ, ຮູບແບບຂອງສົງຄາມ ແລະວິທີການດຳເນີນສົງຄາມໃນປະຈຸບັນ ມີການພັດທະນາເນື້ອໃນຫຼາຍຢ່າງ. ກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຖືກນຳມາໃຊ້ໃນຫຼາຍຮູບແບບ ເຊັ່ນ “ການປະຕິວັດສີສົ້ມ”; “ອາຣັບສະປຣິງ” ໃນຕາເວັນອອກກາງ ແລະອາຟຣິກາເໜືອ ໃນຕົ້ນສະຕະວັດທີ 21... ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງ “ສົ່ງເສີມຄວາມກ້າວໜ້າໃນການພັດທະນາອຸດສາຫະກຳປ້ອງກັນປະເທດ, ອຸດສາຫະກຳຄວາມໝັ້ນຄົງ, ຄວາມເປັນເຈົ້າຕົນເອງ, ອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການໃຊ້ງານແບບສອງດ້ານ, ທັນສະໄໝ; ສຸມໃສ່ການເພີ່ມການລົງທຶນທີ່ສົມເຫດສົມຜົນໃນດ້ານການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະ ຍົກສູງກຳລັງແຮງສູ້ຮົບຂອງກອງກຳລັງປະກອບອາວຸດປະຊາຊົນ ໃນການປົກປ້ອງປະເທດຊາດຢ່າງໝັ້ນຄົງ ໃນທຸກສະຖານະການ, ໂດຍສະເພາະໃນສົງຄາມເຕັກໂນໂລຢີສູງ”(19).
ທີສາມ, ການລະບຸເຖິງການກໍ່ສ້າງກອງກຳລັງປະກອບອາວຸດປະຊາຊົນທີ່ກະທັດລັດ, ຄ່ອງຕົວ, ເຂັ້ມແຂງ ແລະ ທັນສະໄໝ ແມ່ນຈຸດປະສົງສຳຄັນຂອງພາລະກິດທາງທະຫານ ແລະການປ້ອງກັນປະເທດໃນສະຖານະການໃໝ່.
ພັກກອມມູນິດຫວຽດນາມສະໜັບສະໜູນການສ້າງກອງກຳລັງປະກອບອາວຸດປະຊາຊົນໃຫ້ມີຄວາມກ້າວໜ້າຫຼາຍປະການ. ໃນນັ້ນ, ພັກກຳນົດຄວາມຕ້ອງການໃນການເສີມຂະຫຍາຍກຳລັງແຮງສັງລວມຂອງທັງປະເທດ ແລະລະບົບການເມືອງທັງໝົດ, ປະສົມປະສານກັບກຳລັງແຮງຂອງຍຸກສະໄໝ ແລະໃຊ້ປະໂຫຍດຫຼາຍສຸດ ຈາກການສະໜັບສະໜູນແລະການຊ່ວຍເຫຼືອຂອງປະຊາຄົມໂລກ. ພ້ອມກັນນັ້ນ, ພັກຍັງລະບຸຢ່າງຈະແຈ້ງວ່າ ກອງທັບແມ່ນກຳລັງຫຼັກໃນການປະຕິບັດໜ້າທີ່ການປັບປຸງກຳລັງປ້ອງກັນປະເທດ ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມຢ່າງໝັ້ນຄົງ. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງສຸມໃສ່ການສ້າງກອງທັບປະຊາຊົນ ແລະກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະກ້າວໄປສູ່ຄວາມທັນສະໄໝ, ໂດຍບາງເຫຼົ່າທັບ, ເຫຼົ່າທະຫານ, ກອງກຳລັງ ຈະກ້າວໄປສູ່ຄວາມທັນສະໄໝໂດຍກົງ; ພັກກອມມູນິດຫວຽດນາມມຸ່ງໝັ້ນທີ່ຈະສ້າງກອງທັບປະຊາຊົນ ແລະກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນທີ່ປະຕິວັດ, ເປັນລະບຽບຫຼວງ, ຊຳນານການຮົບ ແລະ ທັນສະໄໝ ພາຍໃນປີ 2030. ການກຳນົດເປົ້າໝາຍ ແລະກອບເວລາທີ່ຈະແຈ້ງ ແລະຮຽກຮ້ອງການຊີ້ນຳປະຕິບັດທີ່ເດັດຂາດ ເພື່ອສ້າງກອງທັບທີ່ກະທັດລັດ, ຄ່ອງຕົວ, ເຂັ້ມແຂງ ແລະກ້າວສູ່ຄວາມທັນສະໄໝ ແມ່ນຄວາມເຂົ້າໃຈ ແລະແນວຄວາມຄິດໃໝ່ຂອງພັກ.
ທີສີ່, ກຳລັງແຮງໃນການປົກປັກຮັກສາປະເທດຊາດຕ້ອງເປັນກຳລັງແຮງສັງລວມຂອງທັງຊາດ ແລະລະບົບການເມືອງທັງໝົດ ພາຍໃຕ້ການນຳພາຂອງພັກ.
ໃນແນວຄວາມຄິດຍຸດທະສາດຂອງພັກກອມມູນິດຫວຽດນາມ, ກຳລັງແຮງດ້ານການປ້ອງກັນປະເທດແລະຄວາມໝັ້ນຄົງຂອງຊາດ ບໍ່ແມ່ນແນວຄວາມຄິດທີ່ເປັນເສັ້ນຊື່, ແຕ່ເປັນຜົນລວມຂອງຊັບພະຍາກອນທາງວັດຖຸ ແລະຈິດວິນຍານທີ່ລະດົມ, ປະສົມປະສານ ແລະພັດທະນາຢ່າງສູງພາຍໃນອົງລວມທີ່ເປັນໜຶ່ງດຽວ. ນັ້ນແມ່ນກຳລັງແຮງຂອງທັງຊາດ, ຂອງລະບົບການເມືອງທັງໝົດ, ພາຍໃຕ້ການນຳພາທີ່ເດັດຂາດແລະເປັນເອກະພາບຂອງພັກໃນທຸກຂົງເຂດ ເຊິ່ງເປັນປັດໄຈຕັດສິນຕົ້ນຕໍທີ່ຮັບປະກັນຄວາມສຳເລັດຂອງພາລະກິດການສ້າງສາ ແລະປົກປັກຮັກສາປະເທດຊາດ. ກຳລັງແຮງສັງລວມນີ້ເກີດຂຶ້ນຈາກການປະສົມປະສານຢ່າງກົມກຽວຂອງດ້ານການເມືອງ, ການທະຫານ, ເສດຖະກິດ, ວັດທະນະທຳ, ວິທະຍາສາດ, ເຕັກໂນໂລຊີ, ການພົວພັນຕ່າງປະເທດ ແລະ ຈິດໃຈແຫ່ງຊາດ. ໃນນີ້, ການເມືອງແລະແນວຄິດເປັນພື້ນຖານນຳທາງ; ການທະຫານແລະການປ້ອງກັນປະເທດເປັນເຄື່ອງມືສຳຄັນ; ເສດຖະກິດ, ວິທະຍາສາດ ແລະເຕັກໂນໂລຊີ ເປັນຊັບພະຍາກອນສຳລັບການເຮັດໃຫ້ເປັນຈິງ; ວັດທະນະທຳແລະຜູ້ຄົນເປັນພະລັງອ່ອນ; ການພົວພັນຕ່າງປະເທດເປັນ “ຄັນຍົກ” ຍຸດທະສາດສຳລັບການຂະຫຍາຍຂອບເຂດຂອງການປ້ອງກັນຊາດ. ໂດຍສະເພາະ ໃນສະພາບການໂລກາພິວັດ, ການເຊື່ອມໂຍງສາກົນ ແລະ ການຫັນປ່ຽນດິຈິຕອນ, ພັກຂອງເຮົາຮັບຮູ້ວ່າ ການປະສົມປະສາລະຫວ່າງພະລັງພາຍໃນແລະພະລັງພາຍນອກ, ລະຫວ່າງກຳລັງແຮງຂອງຊາດ ແລະກຳລັງແຮງຂອງຍຸກສະໄໝ ເປັນທັງຄວາມຕ້ອງການພາວະວິໄສ ແລະເປັນວິທີການໃນການເສີມຂະຫຍາຍທ່າແຮງຂອງຊາດໃຫ້ສູງສຸດ. ກຳລັງພາຍໃນທີ່ເຂັ້ມແຂງຈະເປັນພື້ນຖານໃຫ້ແກ່ການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃນຂະນະທີ່ພະລັງພາຍນອກເປັນເງື່ອນໄຂສຳລັບການຂະຫຍາຍອິດທິພົນ ແລະໃຊ້ປະໂຫຍດຈາກຊັບພະຍາກອນສາກົນ ເພື່ອຮັບໃຊ້ການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະເປົ້າໝາຍການພັດທະນາຂອງປະເທດ. ອົງປະກອບທັງສອງນີ້ກ່ຽວພັນກັນຢ່າງໃກ້ຊິດ ໃນອົງລວມທີ່ເປັນໜຶ່ງດຽວ ພາຍໃຕ້ການນຳພາແລະການກຳນົດທິດທາງການເມືອງທີ່ຖືກຕ້ອງຂອງພັກ. ໃນສະພາບການໂດຍລວມນີ້, ການປ້ອງກັນປະເທດມີບົດບາດສຳຄັນຢ່າງຍິ່ງ ເນື່ອງຈາກເປັນການຮັບປະກັນຄວາມສາມາດໃນການປົກປ້ອງປະເທດຊາດໂດຍກົງ, ກຳລັງແຮງທາງທະຫານແມ່ນການສະແດງອອກຢ່າງເປັນຮູບປະທຳແລະເຂັ້ມຂົ້ນ ຂອງກຳລັງແຮງໃນການປ້ອງກັນປະເທດ ເຊິ່ງສະແດງອອກກ່ອນອື່ນໝົດຜ່ານຄວາມພ້ອມຮົບ, ຄວາມສາມາດໃນການປະຕິບັດການ ແລະ ຄວາມເຂັ້ມແຂງທາງການເມືອງ ຂອງກອງກຳລັງປະກອບອາວຸດຂອງປະຊາຊົນ ໂດຍມີກອງທັບປະຊາຊົນຫວຽດນາມຜູ້ກ້າຫານເປັນແກນຫຼັກ. ຢ່າງໃດກໍ່ຕາມ, ກຳລັງແຮງທາງທະຫານຈະມີປະສິດທິພາບຢ່າງແທ້ຈິງກໍ່ຕໍ່ເມື່ອມີຄວາມສຳພັນທີ່ເປັນປະໂຫຍດຮ່ວມກັນກັບກຳລັງແຮງທາງການເມືອງ, ຂວັນກຳລັງໃຈ ແລະເຈດຈຳນົງຂອງປະຊາຊົນ ເຊິ່ງເປັນ “ຮາກເຫງົ້າແຫ່ງໄຊຊະນະທັງໝົດ”.
ດັ່ງນັ້ນ ຈຶງອາດຈະກ່າວໄດ້ວ່າ ກຳລັງແຮງໃນການປ້ອງກັນປະເທດ, ຄວາມໝັ້ນຄົງ ແລະການປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ ແມ່ນກຳລັງແຮງສັງລວມແລະຮອບດ້ານຂອງປະຊາຊົນທັງມວນ ເຊິ່ງຢັ່ງຮາກເລິກໃນເອກະລັກຂອງຊາດຫວຽດນາມ ແລະຈິດໃຈແຫ່ງຍຸກສະໄໝ, ກັ່ນກອງມາຈາກຈິດໃຈແຫ່ງຄວາມສາມັກຄີ, ເຈດຈຳນົງເປັນເຈົ້າຕົນເອງ, ອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະເພນີ “ເອົາຊະນະຄວາມໂຫດຮ້າຍດ້ວຍຄວາມຊອບທຳ”, ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ./.
-----------------------------------------
(1), (2), (3) ເອກະສານຄົບຊຸດຂອງພັກ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2002, ເຫຼັ້ມ 47, ໜ້າ 371, 371-372, 372
(4) ເອກະສານຄົບຊຸດຂອງພັກ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 51, ໜ້າ 142
(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2016, ໜ້າ 145-146
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 155-156
(8) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XII, ປຶ້ມທີ່ໄດ້ແນະນຳ, ໜ້າ 149
(9) , (10) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 156, 160
(11), (12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 157, 156
(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIV, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2026, ເຫຼັ້ມ 1, ໜ້າ 113-114
(14) ວ.ອີ. ເລນິນ: ນິພົນຄົບຊຸດ, ສພຈ. ກ້າວໜ້າ, ມົດສະກູ, 1978, ເຫຼັ້ມ 36, ໜ້າ 153
(15) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ, ຮ່າໂນ້ຍ, 2011, ເຫຼັ້ມ 8, ໜ້າ 552
(16) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 534
(17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 157-158
(18) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ II, ໜ້າ 264
(19) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIV, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 114