ວກ. - ວັນ​ທີ 31 ພຶດສະພາ 2021, ​ໃນ​ການສົນທະນາລະດັບສູງຂອງ​ກອງປະຊຸມ​ສຸດ​ຍອດຄູ່​ຮ່ວມ​ມື​ເພື່ອ​ການ​ເຕີບ​ໂຕ​ສີຂຽວ ​ແລະ ​ເປົ້າໝາຍລະດັບ​ໂລກ​ເຖິງ​ປີ 2030 ທາງ​ອອນ​ໄລ,​ ສະຫາຍຟ້າ​ມມິ​ງຈີ້ງ,​ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,​ ນາ​ຍົກ​ລັດຖະມົນຕີ​ແຫ່ງ ສສ ຫວຽດນາມ ​​ໄດ້​ກ່າວ​ຄຳປາ​ໄສ​ທີ່ສຳຄັນ. ວາລະສານ​ກອມ​ມູນິດ​ຂໍ​ຖື​ເປັນກຽດ​ແນະນຳເນື້ອ​ໃນ​ທັງໝົດຂອງ​ຄຳປາໄສ:

ສະຫາຍ ຟ້າມມິງຈີ້ງ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວຄຳປາໄສໃນກອງປະຊຸມສຸດຍອດຄູ່ຮ່ວມມືກ່ຽວກັບການເຕີບໂຕສີຂຽວ ແລະເປົ້າໝາຍລະດັບໂລກ ເຖິງປີ 2030 _ພາບ: TTXVN

ຮຽນທ່ານ ມູນ​ເຈ​ອິນ, ປະທານ​ນາ​ທິບໍດີ​ແຫ່ງ ສາທາລະນະ​ລັດເກົາຫຼີ​ ທີ່​ເຄົາລົບ​ນັບຖື​ຢ່າງ​ສູງ,

ຮຽນບັນດາ​ທ່ານ​ການ​ນຳ​ທີ່​ນັບຖື,

ຮຽນບັນດາ​ທ່ານ​ແຂກ​ຜູ້​​ມີ​ກຽດທີ່​ນັບຖື ​ແລະ ຮັກ​ແພງ,

ກ່ອນ​ອື່ນໝົດ, ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ຕໍ່ລັດຖະບານ​​ ສ.ເກົາຫຼີ ​ແລະທ່ານ​ ມູນ​ເຈ​ອິນ ປະທານ​ນາ​ທິບໍດີ​ແຫ່ງ ສາທາລະນະ​ລັ​ດ​ເກົາຫຼີ​ ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມບົນ​ພື້ນຖານ​ຫົວ​ຂໍ້​​ສຸດທີ່​ມີ​ຄວາມໝາຍ​ໃນ​ຄັ້ງນີ້. ຂໍ​ຕາງໜ້າລັດຖະບານຫວຽດນາມ ​ແລະ ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າຂໍຝາ​ກຄວາມ​ຢ້ຽມຢາມ​ຖາມ​ຂ່າວ ​ແລະ ຄຳ​ອວຍພອນ​ອັນ​ປະ​ເສີດ​ມາ​ຍັງບັນດາທ່ານ​ການ​ນຳ, ບັນດາທ່ານ​ແຂກ​ຜູ້​​ມີ​ກຽດ!

ບັນດາ​ທ່ານຜູ້ແທນທີ່ຮັກແພງ,

​​ໂລກ​ກຳລັງ​ຜ່ານ​ຜ່າ​ບັນດາ​ຜົນ​ກະທົບຮ່ວມ​ໃນ​ລະດັບ ​ແລະ ຂະໜາດທີ່​ບໍ່​ເຄີຍ​ມີ​ມາກ່ອນຂອງ​ສາມ​ໄພພິບັ​ດ​ ນັ້ນແມ່ນ​ການລະບາດ​ຂອງ​ພະຍາດໂຄ​ວິດ-19, ການ​ປ່ຽນ​ແປງ​ສະພາບອາກາດ ​ແລະ ​ການ​ບົກ​ແຫ້ງຂອງຊັບພະຍາກອນ​ທຳ​ມະ​ຊາດ, ຍັງ​ບໍ່ທັນ​​ນັບເຖິງຫຼາຍປະ​ເທດ​ທີ່​ມີປະຊາກອນ​ສູງ​ອາຍຸ; ​ເຮັດ​ໃຫ້​ມີ​ຜົນ​ຕາມ​ມາ​ອັນ​​ໜັກໜ່ວງ, ​ໃນ​ຫຼາຍດ້ານ, ບໍ່ພຽງ​ແຕ່​ໃນ​ປະຈຸ​ບັນ​ເທົ່າ​ນັ້ນ ​​ແຕ່ຍັງ​ສົ່ງ​ຜົນ​ກະທົບ​ຕໍ່ບັນດາ​ຮຸ່ນຄົນ​ໃນ​ອະນາຄົດ​ອີກ​ດ້ວຍ.

​ແຕ່​ວ່າ​ ການລະບາດ​ຂອງ​ພະຍາດໂຄ​ວິດ-19 ​ແລະ ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​​ເອງກໍ​​ໄດ້ຊ່ວຍ​ໃຫ້​ພວກ​ເຮົາ​ເຫັນ​ແຈ້ງ​ກ່ວາ​ເກົ່າ​ ​ເຖິງຄວາມສຳຄັນ​ຂອງ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມການ​ດຳລົງ​ຊີວິດ,​ ຮັບປະກັນ​ຢ່າງ​ກົມກຽວ ລະຫວ່າງ​ມະນຸດ ​ແລະ ທຳ​ມະ​ຊາດ; ​ແລະ ​ເປັນ​ກຳລັງ​ຊຸກ​ດັນ ​ເພື່ອ​ກະຕຸກ​ຊຸກຍູ້​​ໃຫ້ພວກ​ເຮົາ​ຜ່ານ​ຜ່າ,​ ຢັ້ງຢືນ​ຕົນ​ເອງ​ໄດ້​ເຕີບ​ໃຫຍ່​ກ່ວາ​ເກົ່າ. ກ່ວາ​ເວລາ​ໃດໝົດ, ພວກ​ເຮົາ​ຕ້ອງຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ​ເພື່ອ​ແກ້​ໄຂ​ຢ່າງ​ກົມກຽວ ລະຫວ່າງ​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ​ຂອງ​ການ​ຟື້ນ​ຟູ​ເສດຖະກິດ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາສີຂຽວ,​ ພັດທະນາ​ແບບ​ຍືນ​ຍົງ​ກ່ວາ​ເກົ່າ​​ໃນໄລຍະຫຼັງການລະບາດ​ຂອງໂຄ​ວິດ-19. ນີ້​ທັງ​ແມ່ນ​ຈຸດໝາຍ ​ແລະ ທັງ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການທີ່​ຈຳ​ເປັນ ຕໍ່ການ​ພັດທະນາຂອງ​​​ແຕ່ລະ​ປະ​ເທດ. ບົນ​ພື້ນຖານ​ດັ່ງກ່າວ, ຂ້າພະ​ເຈົ້າຂໍ​ຍົກ​ຂໍ້​ສະ​ເໜີຈຳນວນໜຶ່ງ ​ຄືດັ່ງ​ນີ້:

ທີໜຶ່ງ, ການ​ຟື້ນ​ຟູ​ສີຂຽວ, ​ເສດຖະກິດ​ສີຂຽວ,​ ​ເສດຖະກິດໝູນວຽນ ຕ້ອງ​ໄດ້​ຜັນ​ຂະຫຍາຍ​ໃນ​ລະດັບ​ຊາດ,​ ພາກ​ພື້ນ​ ​ແລະ ທົ່ວ​ໂລກ​ຢ່າງ​ດຸ​ເດືອດ, ​ໃນ​ນັ້ນ, ຂອບ​ເຂດລວມ​ແມ່ນ​ ບັນດາ​​ເປົ້າໝາຍການພັດທະນາ​ແບບ​ຍືນ​ຍົງ​ເຖິງ​ປີ 2030 ຂອງ​ສະຫະ​ປະຊາ​ຊາດ ​ແລະ ຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງ​ສະພາບອາກາດ. ທິດ​ນຳ​ແມ່ນ​ຫັນປ່ຽນຈິນຕະນາການ, ວິທີ​ວິພາກ ​ແລະ ວິທີ​ເຂົ້າ​ເຖິງ​ຕົວ​ຈິງ​ ຈາກການ​ຕ້ອງຮັບມືກັບ​ສິ່ງ​ທ້າ​ທາຍໄປສູ່ການປະສົມກົມກຽວ, ສົມເຫດສົມຜົນ, ມີ​ປະສິດທິ​ຜົນ ​ລະຫວ່າງການ​ຮັບ​ມື​ກັບ​ການ​ຫັນປ່ຽນພັດທະນາ​ເສດຖະກິດ​ສີຂຽວ ​ເພື່ອ​ບໍ່ມີ​ການພິກປິ້ນທີ່ສ້າງ​ການ “ກະທົບກະ​ເທື່ອ​ນ”.

ທີ​ສອງ, ການ​ຫັນປ່ຽນສີຂຽວຕ້ອງ​ມີລຳດັບຂັ້ນ​ຕອນ​ຢ່າງ​ສອດຄ່ອງ, ຄໍານຶງ​ເຖິງ​ເງື່ອນ​ໄຂ ​ແລະ ຄວາມ​ສາມາດ​ທີ່​ແຕກ​ຕ່າງ​ກັນ​ຂອງ​ບັນດາປະ​ເທດ. ບັນດາ​ປະ​ເທດທີ່​ພັດທະນາ​​ແລ້ວ​ຄວນ​ສືບຕໍ່ນຳໜ້າ​ໃນ​ການປະຕິບັດ​ຄຳໝັ້ນສັນຍາ​ກ່ຽວກັບການ​ຫຼຸດຜ່ອນ​ສິ່ງ​ເສດ​ເຫຼືອທີ່​ເກີດ​ຂຶ້ນ, ພ້ອມ​ດຽວກັນ​ນັ້ນ, ມີ​ການ​ຊ່ວຍ​ເຫຼືອທາງ​ດ້ານ​ການ​ເງິນ, ​ເຕັກ​ໂນໂລ​​ຊີ ​ແລະ ລະບອບ​ລະບຽບ​ໃຫ້​ແກ່​ບັນດາ​ປະ​ເທດ​ທີ່ກຳລັງ​ພັດທະນາ ​ແລະ ບັນດາ​ປະ​ເທດ​ທີ່ຖືກ​ຮັບ​ຜົນ​ສະທ້ອນ​ຂອງ​ການ​ປ່ຽນ​ແປງ​​ພູມີອາກາດ​ຢ່າງ​ໜັກໜ່ວງ.

ທີ​ສາມ, ມີ​ຄວາມ​ເອົາ​ໃຈ​ໃສ່ຕໍ່​ການ​ສ້າງ​ລະບອບ​ລະບຽບ ​ເພື່ອ​ສົ່ງ​ເສີມການຕອບ​ສະໜອງ ​ແລະ ການ​ເຂົ້າຮ່ວມ​ຂອງ​ທັງໝົດບັນດາ​ເຈົ້າພາບ​ໃນ​ສັງຄົມ, ພິ​ເສດ​ແມ່ນ​ວິ​ສາ​ຫະກິດ ​ແລະ ປະຊາຊົນ, ສົ່ງ​ເສີມ​ບັນດາ​ໂຄງການພາກ​ລັດ-​ເອກະ​ຊົນ​ໃນ​ການ​ເຕີບ​ໂຕສີຂຽວຢ່າງ​ແຂງ​ແຮງ​ກ່ວາ​ເກົ່າ; ສ້າງ​ບັນດາລະບົບ​ຄຸນຄ່າ ​ແລະ ວິຊາ​ຊີບ​ໃໝ່​ໂດຍຜ່ານ​ການຫັນ​ການ​ຜະລິດ​ອຸດສາຫະກຳ, ກະສິກໍາ ​ແລະ ບໍລິຫານ​ເປັນ​ສີຂຽວ.

ທີ​ສີ່, ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ເປັນ​ເຈົ້າການ​​ຢ່າງເໝາະສົມຂອງ​ບັນດາ​ສະ ຖານທີ່ຖືກ​ຮັບ​ຜົນ​ສະທ້ອນຂອງ​ການ​ປ່ຽນ​ແປງສະພາບ​ພູມີ​ອາກາດ​ຢ່າງໜັກໜ່ວງ, ​ໃນ​ນັ້ນ, ມີ​​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ ​ແລະ ເຂດ​ທົ່ງ​ພຽງ​ແມ່ນ້ຳ​ຂອງ​ທາງ​ພາກ​ໃຕ້ຫວຽດນາມ. ບັນດາ​ສິ່ງ​ທ້າ​ທາຍທີ່​ຮ້າຍ​ແຮງ​ຢູ່​ບັນດາ​ສະຖານ​ທີ່​ດັ່ງກ່າວ ພວມ​ຕ້ອງການ​ມີການ​ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນ, ມີ​ຄວາມ​ຮັບຜິດຊອບ​ທີ່​ສຸດ​ ຂອງ​ປະຊາ​ຄົມ​ສາກົນ, ພິ​ເສດ​ແມ່່ນ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ແຫຼ່ງນ້ຳຂ້າມ​ຊາດ​ແບບ​ຍືນ​ຍົງ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ສະບຽງອາຫານ, ຄວາມໝັ້ນ​ຄົງຂອງ​ແຫຼ່ງນ້ຳ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ທີ​ຫ້າ, ​ເພື່ອ​ຟື້ນຕົວ ເພື່ອກັບຄືນສູ່ການເຕີບໂຕ, ບັນຫາ​ອັນ​ຮີບ​ດ່ວນ​ທີ່​ສຸດ​ໃນ​ປະຈຸ​ບັນ​ແມ່ນ​ການສະກັດ​ກັ້ນ, ຕີ​ຖອຍ ​ແລະ ​ແກ້​ໄຂ​ການລະບາດ​ຂອງ​ໂຄ​ວິດ-19 ​ໂດຍພື້ນຖານ. ຄວາມ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດ​ແມ່ນ​ປັດ​ໄຈ​ສຳຄັນ​ຕົ້ນຕໍ ​ແຕ່​ການ​ຮ່ວມ​ມື​ສາກົນທີ່​ມີ​ປະສິດທິ​ຜົນ​ແມ່ນສິ່ງ​ທີ່​ຂາດບໍ່​ໄດ້ ​ເຊັ່ນ: ການ​​ແບ່ງປັນຄວາມ​ເສຍ​ຫາຍ​ທາງ​ດ້ານວັດຖຸ ​ແລະ ຈິດ​ໃຈ;​ ​ການແບ່ງປັ​ນທາງ​ດ້ານ​ເຕັກ​ໂນໂລຊີ, ການ​ເງິນ, ສາທາລະນະ​ສຸກ, ພິ​ເສດ​ແມ່ນວັກ​ຊິນ; ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ລົງທຶນ,​ ການ​ຄ້າ​ສາກົນ,​ ການ​ຮ່ວມ​ມືພົບ​ປະ​​ແລກປ່ຽນ, ຂົນ​ສົ່ງ​​ໂດຍສານ ​ແລະ ສິນຄ້າ​ລະຫວ່າງ​ບັນດາ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ ​ບໍ່​ໃຫ້​ມີ​ການ​ຢຸດ​ສະຫງັກຂອງຕ່ອງ​ໂສ້ສະໜອງທົ່ວ​ໂລກ.

ທີ​ຫົກ, ​ໃນ​ສະພາບການ​ປະຈຸ​ບັນ​ນີ້, ບັນດາ​ປະ​ເທດ​ຕ້ອງ​ຍົກ​ສູງ​ຈິດ​ໃຈ​ສາມັກຄີ, ມີ​ຄວາມ​ຮັບຜິດຊອບ, ​ເຄົາລົບ​ນັບຖື​ເຊິ່ງກັນ​ແລະກັນ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ມວນ​ມະນຸດ, ຮັບປະກັນ​ສະພາບ​ແວດ​ລ້ອມ​ສາກົນ, ຊຸກຍູ້​​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ການພັດທະນາ, ມີ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດຖະກິດ ​ແລະ ການຮ່ວມ​ມື​ສາກົນ.

ກອງປະຊຸມສຸດຍອດການຮ່ວມມືກ່ຽວກັບການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກເຖິງປີ 2030 ທີ່ຈຸດຂົວຢູ່ນະຄອນຫຼວງຮ່າໂນ້ຍ _ພາບ: TTXVN

ບັນດາ​ທ່ານຜູ້ແທນທີ່ຮັກແພງ,

ສຳລັບ​ຫວຽດນາມ, ​ເຖິງ​ແມ່ນ​ວ່າຕ້ອງ​ປະ​ເຊີນໜ້າກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຢ່າງ​ຫຼວງຫຼາຍກໍ​ຕາມ ​ແຕ່​ພວກ​ຂ້າພະ​ເຈົ້າ​ໄດ້ຕັດສິນ​ໃຈປະຕິບັດ “ຈຸດໝາຍຄູ່”​ແມ່ນທັງ​ປ້ອງ​ກັນ​ແລະຕ້ານ​ພະຍາດ​ຢ່າງ​ມີ​ປະສິດທິ​ຜົນ, ທັງ​ຟື້ນ​ຟູ​ແລະພັດທະນາ​ເສດຖະ ກິດ - ສັງຄົມ​ຢ່າງ​ວ່ອງ​ໄວ, ຍືນ​ຍົງ; ຮັບປະກັນ​ການ​ພັດທະນາ​ຢ່າງ​ກົມກຽວ, ສົມ​ເຫດ​ສົມ​ຜົນ, ມີ​ປະສິດທິ​ຜົນ​ລະຫວ່າງ​ເສດຖະກິດ​ກັບ​ວັດທະນະທຳ,​ ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ເໝາະສົມ​ກັບ​ການ​ປ່ຽນ​ແປງ​ພູມີອາກາດ, ​ໂດຍ​ອີງ​ໃສ່​ບາງທັດສະ ນະ​ດັ່ງ​ນີ້: (1) ຖື​ເອົາ​ການ​ປ່ຽນ​ແປງ​ໃໝ່ຮູບ​ຕົວ​ແບບ​ການ​ເຕີບ​ໂຕ, ປັບ​ໂຄງ​ປະກອບ​ເສດຖະກິດຄືນ​ໃໝ່, ພັດທະນາ​ເສດຖະກິດ​ສີຂຽວ, ຄວາມ​ຕ້ອງການຂອງ​ຕະຫຼາດ,​ ບັນ ດາ​ຂະ​​ແໜງການທີ່ຫາ​ກໍ​ພົ້ນ​ຂຶ້ນ​ໃໝ່ ​ແລະ ​ເພີ່ມສະມັດ​ຕະພາບ​ການ​ອອກ​ແຮງ​ງານ​ເປັນ​ການ​ກຳນົດ​ທິດ. (2) ຖື​​ເອົາ​ຄົນ​ເປັນ​ໃຈກາງ, ​ເປັນ​ເຈົ້າຂອງ, ທັງ​ແມ່ນ​ແຫຼ່ງ​ກຳລັງ ​ແລະ ທັງ​ແມ່ນ​ກຳລັງ​ຊຸກ​ດັນສຳຄັນ​ທີ່​ສຸດ ​ແລະ ​ແມ່ນ​ຈຸດໝາຍສູງ​ສຸດ​ຂອງ​ການ​ພັດທະນາ, ​ໃນ​ນັ້ນ, ມີ​ການ​ພັດທະນາ​ສີຂຽວ. (3) ພວກ​ຂ້າພະ​ເຈົ້າບໍ່ຍອມຮັບ​ຮູບ​ຕົວ​ແບບ “​ຖື​ສຳຄັນ​ການເຕີບ​ໂຕກ່ອນ​ຢ່າງ​ດຽວ ​ແລ້ວ​ຈຶ່ງ​ແກ້​ໄຂ​ຜົນ​ຕາ​ມມາຕາມ​ທີ່​ຫຼັງ”; ບໍ່ຍອມຮັບ​ແບບ​ວິທີ​ເຕີບ​ໂຕດ້ວຍທຸກ​ວິທີ,​ ຂາດ​ຄວາມໝັ້ນຄົງ ​ແລະ ​ແຮງ​ບໍ່​ແລ່ນ​ຕາມ​ການ​ເຕີບ​ໂຕຢ່າງ​ດຽວ ​ເຊິ່ງຕ້ອງເສຍສະຫຼະຄວາມ​ກ້າວໜ້າ, ຄວາມ​ຍຸ​ຕິທຳ​ທາງ​ສັງຄົມ ​ແລະ ສະພາບ​ແວດ​ລ້ອມ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນຢ່າງ​ເດັດຂາດ.

​ໃນ​ຂະ​ບວນວິວັດ​​ການ​ປະຕິບັດ​ຈຸດໝາຍພັດທະນາ, ພວກ​ຂ້າພະ​ເຈົ້າຂໍ​ສະ​ແດງຄວາມ​ສະ​ເທືອ​ນໃຈ ​ແລະ ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ ຕໍ່ການ​ຊ່ວຍ​ເຫຼືອຂອງ​ບັນດາຄູ່​ຮ່ວມ​ມື​ສາກົນ, ​ໃນ​ນັ້ນ, ມີ​ປະ​ເທດ​ ສ.ເກົາຫຼີ​ ​ໃນ​​ເວລາທີ່​ຜ່ານ​ມາ.​ ​ໃນຕໍ່ໜ້າ, ພວກ​ຂ້າພະ​ເຈົ້າຫວັງຢ່າງ​ຍິ່ງ​ວ່າ​ ຈະ​ສືບຕໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ, ການຮ່ວມ​ມື​​ຂອງ​ບັນດາ​ປະ​ເທດ, ​ບັນດາອົງ​ການຈັດຕັ້ງສາກົນ ​ແລະ ວິ​ສາ​ຫະກິດ​ຕ່າງໆ ຢ່າງ​ມີ​ປະສິດທິ​ຜົນສູງ​ກ່ວາ​ເກົ່າ; ພິ​ເສດ​ແມ່ນ​​ໃນ​ບັນດາ​ໂຄງການ​ຮ່ວມ​ມື​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຍຸດ​ທະ​ສາດທີ່​ມີ​ຄຸນ​ນະພາ​ບສູງ, ​ເສດຖະກິດ​ສີຂຽວ,​ ​ເສດຖະກິດ​ດິຈິ​ຕອນ, ​ເສດຖະກິດ​ໝູນວຽນ, ​ເສດຖະກິດ​ທີ່​ເໝາະສົມ​ກັບ​ການ​ປ່ຽນ​ແປງ​ພູມີອາກາດ, ການ​ພັດທະນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ…ຊ່ວຍ​ເຫຼືອບັນດາ​ຈຸດໝາຍພັດທະນາ​ແບບ​ຍືນ​ຍົງ​ຂອງຫວຽດນາມ.

ໃນ​ນາມເປັນສະມາຊິກ​ຂອງ​ຂໍ້​ຕົກລົງ​ສາກົນທີ່​ສຳຄັນທັງ​ໝົດກ່ຽວກັບ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງ​ສະພາບພູມີອາກາດ,​ ​ເປັນໜຶ່ງ​ໃນ​ບັນດາ​ສະມາຊິກສ້າງຕັ້ງຂອງ​ກອງ​ປະຊຸມສຸດ​ຍອດ​ຄູ່​ຮ່ວມ​ມື​ເພື່ອ​ການ​ເຕີບ​ໂຕ​ສີຂຽວ​ແລະ​ເປົ້າ​ໝາຍລະດັບ​ໂລກ​, ຫວຽດນາມກຽມພ້ອມ​ປະກອບສ່ວນຢ່າງ​ຕັ້ງໜ້າ, ມີ​ຄວາມ​ຮັບ​ຜິດຊອບ​ເຂົ້າ​ໃນ​ຄວາມ​ພະຍາຍາມ​ຮ່ວມກັນຂອງ​ປະຊາ​ຄົມ​ສາກົນ ​​ເພື່ອ​ປະຕິບັດ​ຈຸດໝາຍການຟື້ນ​ຟູ​ສີຂຽວ ​ແລະ ການພັດທະນາ​ແບບ​ຍືນ​ຍົງ. ບົນ​ຈິດ​ໃຈ​ດັ່ງກ່າວ, ພວກ​ຂ້າພະ​ເຈົ້າມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສະໜັບສະໜູນ ​ແລະ ຕີ​ລາຄາ​ສູງ​ຕໍ່ບົດ​ຖະ​ແຫຼງການຮ່ວມ ​ເຊ​ອຸ​ນ ​ທີ່ລັດຖະບານ​​​ແຫ່ງ ສ.ເກົາຫຼີ ​ໄດ້​ສະ​ເໜີໃນ​ກອງ​ປະຊຸມ​ຄັ້ງນີ້​.

ບັນດາ​ທ່ານຜູ້ແທນທີ່ຮັກແພງ,

ຂ້າພະ​ເຈົ້າມີ​ຄວາມ​ເຊື່ອໝັ້ນວ່າ ບົນ​ພື້ນຖານ​ບັນດາໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ການ​ປ່ຽນ​ແປງພູມີ​ອາກາດ​ໃນ​ວັນ​ທີ 22 ​ເມສາ 2021 ຜ່ານ​ມາ ​ແລະ ກອງ​ປະຊຸມ​ສະພາບ​ພູມີອາກາດ​ທົ່ວ​ໂລກ COP26 ​ໃນ​ເດືອນ 11 ຕໍ່ມາ, ກອງ​ປະຊຸມສຸດ​ຍອດ​ຄູ່​ຮ່ວມ​ມື​ເພື່ອ​ການ​ເຕີບ​ໂຕ​ສີຂຽວ​ແລະ​ເປົ້າ​ໝາຍລະດັບ​ໂລກ​ໃນ​ຄັ້ງນີ້​ ຈະ​ປະກອບສ່ວນ​ກ້າວ​ເຂົ້າ​ໃນປະຫວັດສາດ​ກ່ຽວກັບ​ຄວາມ​ເປັນ​ເອກະ​ພາບ​ທາງການຮັບ​ຮູ້, ​ແບ່ງປັນ​ຄວາມ​ຮັບຜິດຊອບ ​ແລະ ການ​ຕັດສິນ​ໃຈ​ໃນ​ການ​ເຄື່ອນ​ໄຫວ;​ ຮ່ວມ​ຈິດ​ຮ່ວມ​ໃຈກັນ, ພະຍາຍາມ​ຊຸກຍູ້ການ​ຮ່ວມ​ມື​ສາກົນ ​ເພື່ອ​ຜ່ານ​ຜ່າ​ທຸກ​ສິ່ງ​ທ້າ​ທາຍ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບພູມີອາກາດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປະຕິບັດ​ຈຸດໝາຍການ​ເຕີບ​ໂຕ​ສີ​ຂຽວ​ໃນ​ທົ່ວ​ໂລກ.

ຂໍ​ຂອບ​ໃຈ​ບັນດາ​ທ່າ​ນ​ຜູ້​ແທນ​ທີ່​ມີ​ກຽດທີ່​ໄດ້​ສະຫຼະ​ເວລາ​ຮັບ​ຟັງ ​ແລະ ຂໍ​ອວຍພອນ​ໃຫ້​ກອງ​ປະຊຸມ​ຈົ່ງ​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ./.

------------------------------

* ຫົວ​ຂໍ້​ຕັ້ງໂດຍ​ວາລະສານ​ກອມ​ມູນິດ

- ບົດນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດອອນ​ໄລ ວັນ​ທີ 1 ມິຖຸນາ 2021