ເພີ່​ມທະວີ​ກຳລັງ​ແຮງ​ບົ່ມ​ຊ້ອນ​ແລະທ່າ​ສະໜາມ​ຮົບ
​ປ້ອງ​ກັນ​ປະ​ເທດ​ໃນ​ໄລຍະ​ໃໝ່ ​ຕາມການກຳນົດ​ທິດ​
ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ

ໂດຍ ພົນໂທ ຫງວຽນເຕິນເກືອງ
ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
04:31, 09-11-2021
ວກ. - ​ການເພີ່ມ​ທະວີກຳລັງ​ແຮງ​ບົ່ມ​ຊ້ອນ ​ແລະ ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ​ແມ່ນ​ທັດສະນະ, ​ແຜນ​ນະ​ໂຍບາຍ​ໃຫຍ່, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ​ເຊິ່ງ​ໄດ້​ຢືນຢັນ​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ນີ້​ແມ່ນ​ຜົນ​ແຫ່ງ​ການ​ສະຫຼຸບ​ສັງ​ລວມຢ່າງ​ເລິ​ກ​ເຊິ່ງ ການນຳພາ​ຂອງ​ພັກກ່ຽວ​ກັບ​ການ​ປັບ​ປຸງ​ການ​ປ້ອງ​ກັນ​ປະ​ເທດ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ. ການ​ຊາບ​ຊຶມ​ທັດສະນະ​ນີ້​ຂອງ​ພັກ​ຢ່າງ​ເລິກ​ເຊິ່ງ ຈະ​ເປັນ​ພື້ນຖານ​ທີ່​ສຳຄັນ​ ເພື່ອ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ​, ທົ່ວ​ກອງທັບ​ເສີມ​ຂະຫຍາຍ​ສູງ​ສຸດ ກຳລັງ​ແຮງ​ສັງ​ລວມ, ​ເພີ່ມ​ທະວີກຳ​ລັງ​ແຮງ​ບົ່ມ​ຊ້ອນ ​ແລະ ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ​ໃນ​ສະພາບ​ການ​ໃໝ່.

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມມິງຈິ້ງ ກວດກາວຽກງານກຽມພ້ອມສູ້ຮົບ ຢູ່ກອງພັນໃຫຍ່ 935, ກອງພົນ 370, ກອງທັບປ້ອງກັນອາກາດ-ກອງທັບອາກາດ _ພາບ: VG

1- ​ໂດຍ​ສືບ​ທອດ​ມູນ​ເຊື້ອ​ແຫ່ງ​ການ​ກໍ່​ຕັ້ງ​ປະ​ເທດ​ແລະ​ຮັກສາ​ປະ​ເທດ​ຂອງ​ຊາດ, ຈາກ​ພຶດຕິ​ກຳ​ພາລະກິດ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, 30 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ, ​ເຊິ່ງຈຸດ​ໜັກ​ແມ່ນ 10 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ການ​ເມືອງ (ສະບບັບ​ເພີ່ມ​ເຕີມ, ພັດທະນາປີ 2011), ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ ໄດ້​ວາງ​ທິດ​ທາງ: “ເພີ່ມ​ທະວີກຳລັງ​ແຮງ​ບົ່ມ​ຊ້ອນ​​ການ​ປ້ອງ​ກັນ​ປະ​ເທດ​ແລະຄວາມ​ໝັ້ນຄົງ; ກໍ່ສ້າງ​ແລະ​ເສີມ​ຂະຫຍາຍ “ທ່າ​ສະໜາມຮົບນ້ຳ​ໃຈ​ປະຊາຊົນ” ຢ່າງ​ແຂງ​ແຮງ ​ໃນພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ​ແລະພື້ນຖານການ​ຮັກສາ​ຄວາມ​ໝັ້ນຄົງ​ປະຊາຊົນ; ກໍ່ສ້າງ​ແລະ​ປັບປຸງ​ທ່າສະໜາມຮົບ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ​ແລະ ທ່າ​ສະໜາມຮົບ​​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ປະຊາຊົນຢ່າງ​ໜັກ​ແໜ້ນ”(1). ນີ້​ແມ່ນ​ຂໍ້​ຄິດ​ທິດ​ສະ​ດີ​ທີ່ສຳຄັນ​ທີ່​ສຸດ, ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດສະນະ​ທີ່​ບໍ່​ປ່ຽນ​ແປງ​ແລະ​ສອດ​ຫ້ອຍ​ຕະຫຼອດ ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​​ແນ​ໃສ່​ສືບ​ຕໍ່​ເພີ່ມ​ທະວີກຳລັງ​ແຮງ​ບົ່ມ​ຊ້ອນ ​ແລະ ​ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ແລະ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ ທັງໃນສະ​ເພາະ​ໜ້າ​ແລະ​ໃນ​ຍາວ​ນານ.

​ເບິ່ງ​ຄືນ​ຫຼັງ​​ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ​ແລະ ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຄຽງ​ຂ້າງ​ຄວາມ​ສະດວກ​ທີ່​ເປັນ​ພື້ນຖານ​ນັ້ນ, ສະພາບ​ການ​ໂລກ​ແລະ​ພາກ​ພື້ນ​ມີ​ການ​ຜັນ​ປ່ຽນ​ຢ່າງ​ໄວວາ, ສັບສົນ, ຄາດ​ເດົາ​ຍາກ; ການ​ແກ່ງ​ແຍ້​ງ​ແຂ່ງຂັນ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ເກີດ​ຂຶ້ນ​ຢ່າງ​ດຸ​ເດືອດ; ບັນດາ​ສິ່ງ​ທ້າ​ທາຍຕໍ່ຄວາມ​ໝັ້ນຄົງ​ທີ່ບໍ່​ເປັນ​ແບບ​ດັ້ງ​ເດີມ ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ. ບັນດາ​ອິດທິກຳລັງສັດຕູ ​ແລະ​ປະຕິ​ການ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວຕ້ານຢັນ​ທຳລາຍ​ພັກ, ລັດ ​ແລະ​ ລະບອບ​ສັງຄົມ​ນິຍົມ, ຕ້ານ​ຢັນທຳລາຍ​ກອງທັບ ຢ່າງ​ເລິກ​ແລບ​ແຍບຍົນ, ​ໂຫດ​ຫ້ຽມ, ​ເປີດ​ແປນ ​ແລະ ​ໂດຍ​ກົງ​ຍິ່ງ​ຂຶ້ນ. ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ໂດຍ​ສະ​ເພາະ​ແມ່ນ ​ການປົກ​ປັກ​ຮັກສາອຳນາດ​ອະທິປະ​ໄຕ​ໃນ​ທະ​ເລ​​ແລະເກາະ ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

​ໃນ​ສະຖານະ​ການ​ນັ້ນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ ​ແລະ ຄະນະ​ເລຂາທິການສູນ​ກາງ​ພັກ​ ໄດ້ລວມສູນ​ການນຳພາ​ຊີ້​ນຳ​ເຂົ້າ​ໃນ​ການຈັດ​ຕັ້ງ​ການ​ຊາບ​ຊຶມ, ຫັນ​ເປັນ​ລະອຽດ ​ແລະ ຜັນ​ຂະຫຍາຍ​ປະຕິບັດໜ້າ​ທີ່​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ຕາມຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງ​ພັກ; ສຸມ​ໃສ່​ການ​ປັບປຸງ​ແລະ​ເພີ່ມ​ທະວີກຳລັງ​ແຮງ​ບົ່ມ​ຊ້ອນ ​ແລະ​ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ, ກໍ່ສ້າງ​ກອງ​ທັບ​ປະຊາຊົນທີ່ “ປະຕິວັດ, ​​ເປັນ​ລະບຽບ​ຫຼວງ, ​ເກ່ງ​ກ້າ​ສາມາດ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ”, ຍາດ​ໄດ້​ບັນດາ​ຜົນສຳ​ເລັດ​ທີ່ສຳຄັນ, ບັນລຸ​ເປົ້າ​ໝາຍກວມ​ລວມຄື: “ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ; ປົກ​ປັກ​ຮັກສາ​ພັກ, ລັດ, ປະຊາຊົນ ​ແລະ​ລະບອບ​ສັງຄົມ​ນິຍົມ; ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ປອດ​ໄພ​ທາງ​ສັງຄົມ; ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ປະ​ເທດ”(2).  

ກຳລັງ​ແຮງ​ບົ່ມ​ຊ້ອນ​ທາງ​​ການ​ປ້ອງ​ກັນ​ປະ​ເທດ​ແມ່ນ​ຄວາມ​ສາມາດ​ທາງ​ດ້ານກຳລັງ​ຄົນ, ກຳລັງ​ຊັບ, ການ​ເງິນ, ຈິດ​ໃຈຢູ່​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ທີ່​ສາມາດ​ລະດົມ​ເພື່ອ​ປະຕິບັດໜ້າທີ່​ປ້ອງ​ກັນ​ປະ​ເທດ (3)ກຳລັງ​ແຮງ​ບົ່ມ​ຊ້ອນ​ທາງ​​ການ​ປ້ອງ​ກັນ​ປະ​ເທດ​ແມ່ນບັນຫາສຳຄັນ​ທີ່​ສຸດ, ສ້າງ​ພື້ນຖານ​ໃຫ້​​ແກ່​ການ​ປັບປຸງ​ແລະ​ຍົກ​ສູງກຳລັງ​ແຮງຂອງ​ຊາດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຜ່ານ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ກຳລັງ​ແຮງ​ບົ່ມ​ຊ້ອນ​ທາງ​​ການ​ປ້ອງ​ກັນ​ປະ​ເທດ​ໄດ້​ມີ​ການ​ບຸກທະລຸ​ທີ່ສຳຄັນ​ໃນ​ຈິນຕະນາການ​ ແລະ​ການຈັດ​ຕັ້ງ​ປະຕິບັດ ການ​ກໍ່ສ້າງ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ສ້າງພະລັງ​ສັງ​ລວມ ​ເພື່ອຮັບປະກັນ​ດີ​ທີ່​ສຸດ​ ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ​ປະ​ເທດ ​ໃນ​ສະພາບ​ການຍູ້​ແຮງ​ການ​ຫັນປະ​ເທດ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ພັກ, ລັດ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້ນຳພາ​ຊີ້ນຳການ​ພັດທະນກຳລັງ​ແຮງ​ບົ່ມ​ຊ້ອນ​ທາງ​​ການ​ປ້ອງ​ກັນ​ປະ​ເທດ ຢ່າງ​ແໜ້ນ​ແຟ້ນ, ຮອບດ້ານ, ມີ​ລວງ​ເລິກ ​ໃນ​ທຸກ​ຂົງ​ເຂດ: ການ​ເມືອງ - ຈິດ​ໃຈ, ​ເສດຖະກິດ, ວິທະຍາສາດ, ​ເຕັກ​ໂນ​ໂບຊີ ​ແລະ ການ​ທະຫານ. ​ໃນ​ຂົງ​ເຂດ​ການ​ເມືອງ-ຈິດ​ໃຈ, ​ໄດ້​ເສີມ​ຂະຫຍາຍ​​ສຸດຂີດ ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ສາມັກຄີ, ​ເຈດ​ຈຳນົງ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ອີງ​ໃສ່​ຕົນສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ກັບ​ຕົນ​ເອງ ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ປວງ​ຊົນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດທົ່ວ​ປວງ​ຊົນ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ, ​ເຊິ່ງ​ແກ່ນສານ​ແມ່ນ​ການ​ກໍ່ສ້າງ “ທ່າ​ສະໜາມຮົບນ້ຳ​ໃນ​ປະຊາຊົນ”. ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງຊົນ ​ແລະ ທ່າ​ສະໜາມຮົບ​​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ປະຊາຊົນ, ​ໂດຍ​ສະ​ເພາະ​ໃນ​ບັນດາ​ພື້ນ​ທີ່​ຍຸດ​ທະ​ສາດ, ຈຸດສຳຄັນ, ​ໄດ້​ຮັບ​ການ​ປັບປຸງ​ຢ່າງໝັ້ນຄົງ; ຄວາມ​ສາມາດ​ບົ່ມ​ຊ້ອນ, ກຳລັງ​ແຮງ​ຂອງ​ເຂດ​ປ້ອງ​ກັນ​ປະ​ເທດ​ທຸກ​ຂັ້ນ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຮັບປະກັນ​ລັກສະນະ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ກັບ​ບ່ອນ ​ແລະ ​ເຊື່ອມ​ຕໍ່​ກັນ​ຢ່າງ​ແໜ້ນ​ແຟ້ນ, ປະຕິບັດ​ໄດ້​ເປົ້າ​ໝາຍ “ບ້ານ​ຮັກສາ​ບ້ານ, ຕາ​ແສງ​ຮັກສາ​ຕາ​ແສງ, ​ເມືອງ​ຮັກສາ​ເມືອງ, ​ແຂວງ​ຮັກສາ​ແຂວງ” ຕອບ​ສະໜອງ​ໄດ້ຄວາມ​ຕ້ອງການປ້ອງ​ກັນ​ປະ​ເທດ​ ຕິດ​ກັບການ​ພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ແຕ່ລະ​ທ້ອງ​ທີ່​ແລະ​ໃນ​ທົ່ວ​ປະ​ເທດ. ກອງທັບ​ໄດ້​ເສີມ​ຂະຫຍາຍ​ເປັນ​ຢ່າງ​ດີ ບົດບາດ​ປະຈັນບານ, ​ແກນ​ກາງ, ປະກົດຕົວທັນເວລາໃນສະຖານທີ່ວິ​ກິດ, ຫຍຸ້ງຍາກ ແລະອັນຕະລາຍ, ພ້ອມ​ກັນ​ກັບ​ປະຊາຊົນ​ປ້ອງກັນ​ແລະ​ຕ້ານ​ໄພ​ທຳ​ມະ​ຊາດ, ໂລກລະບາດ, ການ​ກູ້​ໄພ​ກູ້​ຊີບ, ​ການ​ແກ້​ໄຂ​ບັນ​ຫາ​ສິ່ງ​ແວດ​ລ້ອມ​, ການ​ຫຼຸດຜ່ອນຄວາມທຸກ​ຍາກ, ການ​ສ້າງ​ຊີວິດ​ວັດທະນະທຳ, ກໍ່ສ້າງ​ຊົນນະບົດ​ໃໝ່..., ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ສາມັກຄີ​ລະຫວ່າງ​ກອງທັບ ​ແລະ ປະຊາຊົນ, ປັບປຸງ “ທ່າສະໜາມຮົບນ້ຳ​ໃຈ​ປະຊາຊົນ” ຢ່າງ​ແໜ້ນ​ແຟ້ນ, ​ເສີມສວຍ​ພາບ​ລັກສະນະຂອງ “ກອງທັບ​ລຸງ​ໂຮ່” ​ໃນ​ຍຸກ​ໃໝ່.

​ໃນ​ຂົງ​ເຂດ​ເສດຖະກິດ, ພ້ອມ​ກັນ​ກັບ​ການ​ຮັກສາ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ທີ່​ສູງ​ພໍ​ສົມຄວນ ທຽບ​ກັບ​ພາກ​ພື້ນ​ແລະ​ໃນ​ໂລກ (ສະ​ເລ່ຍ​ໃນ 5 ປີ​ແມ່ນ 6,7% ຕໍ່​ປີ), ພັກ​ແລະ​ລັດ​ໄດ້​ໃຫ້​ຄວາມ​ສຳຄັນ​ກັບ​ການ​ເພີ່ມ​ທະວີກຳລັງ​ແຮງ​ບົ່ມ​ຊ້ອນ​ທາງ​ເສດຖະກິດ​ການ​ທະຫານ; “ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ ກັບ​ເສດຖະກິດ, ວັດທະນະທຳ, ສັງຄົມ​ ໃນ​ແຕ່ລະຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ”(4). ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງຄອບ​ຄອງ​ທີ່​ຕັ້ງ​ທີ່​ເໝາະ​ສົມຫຼາຍ​ຂຶ້ນ​ໃນຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ, ​ໂຄງການ​ພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ແຕ່ລະ​ທ້ອງ​ຖິ່ນ, ​ໃນ​ບັນດາ​ຂະ​ແໜງ​ການ, ບັນດາ​ພາກສ່ວນ​ເສດຖະກິດ ​ແລະ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ປະຕິບັດ​ທັດສະນະ​ຂອງ​ພັກ: “​ແຕ່​ລະບາດ​ກ້າວ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແມ່ນ​ບາດກ້າວ​ການ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ”, ​ໃນ​ເບື້ອງ​ຕົ້ນພວກເຮົາໄດ້​ແກ້​ໄຂ​ຜ່ານ​ຜ່າຂໍ້ຈໍາກັດແລະຂໍ້ບົກຜ່ອງບາງຢ່າງ ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໄດ້​ຊີ້​ອອກ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ​ເຂດ​ທະ​ເລ​ແລະເກາະ.

​ໃນ​ຂົງ​ເຂດ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ຜົນສຳ​ເລັດ​ຂອງການ​ປະຕິ​ວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່​ ໄດ້​ຮັບ​ການ​ໝູນ​ໃຊ້​ຢ່າງ​ກວ້າງຂວາງ ​ໃນ​ຂົງ​ເຂດ​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ; ​ເອົາ​ໃຈ​ໃສ່​ພັດທະນາ​ພື້ນຖານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີການ​ທະຫານ ​ແລະ​ ອຸດ​ສາ​ຫະ​ກໍາ​ການ​ປ້ອງ​ກັນ​ປະ​ເທດ​ແບບ​ໃຊ້​ສອງ​ທາງ​ທີ່​ທັນ​ສະ​​ໄໝ. ​ໃນຂົງ​ເຂດ​ການ​ທະຫານກຳລັງ​ປະກອບ​ອາວຸດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພັດທະນາຢ່າງຮອບດ້ານ, ຖື​ເອົາ​ຄວາມ​ໜັກ​ແໜ້ນທາງ​ການ​ເມືອງ​ເປັນ​ພື້ນຖານ​ ເພື່ອ​ຍົກ​ສູງຄຸນ​ນະພາ​ບສັງ​ລວມ ​ແລະ ກຳລັງ​ແຮງ​ສູ້​ຮົບ. ວຽກ​ງານ​ການ​ຝຶກ​ອົບຮົມ ຫັດ​ແອບ ແລະການ​ຝຶກຊ້ອມ ​ໄດ້​ຮັບ​ຄວາມ​ເອົາ​ໃສ່​ຫຼາຍ​ຂຶ້ນ; ກອງ​ກຳລັງ​ທະຫານ​ໄດ້​ຮັບ​ການ​ປະກອບ​ອາວຸດ​ແລະອຸປະກອນ​ເຕັກນິກ​ທີ່​ນັບ​ມື້​ນັບ​ທັນ​ສະ​ໄໝ, ​ໂດຍ​ໃຫ້​ບຸລິມະສິດ​ກັບ​ບາງ​ເຫຼົ່າ​ທັບ, ​ເຫຼົ່າພົນ, ກອງ​ກຳລັງ ​ກ້າວ​ຂຶ້ນ​ທັນ​ສະ​ໄໝ​ໂດຍ​ກົງ ​ແລະ ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ; ຍົກ​ສູງ​ຄວາມ​ສາມາດ​ສູ້​ຮົບ​ປົກ​ປັກ​ຮັກສາອຳນາດ​ອະທິປະ​ໄຕ​ເໜືອ​ທະ​ເລ, ​ເກາະດອນ, ຊາຍ​ແດນ, ໄຫຼ່​ທະວີບ ​ແລະ ​ໂລກ​ໄຊ​ເບີຣ໌, ປ້ອງ​ກັນ​ແລະ​ຕ້ານ​ກົນອຸບາຍ “ຫັນປ່ຽນ​ໂດຍ​ສັນຕິ”. ການຈັດ​ຕັ້ງ​ແລະບັນຈຸ​ກຳລັງ​ຂອງ​ກອງທັບ​ ໄດ້​ຮັບ​ການ​ປັບ​ປຸງ​ຕາມ​ທິດ “​ຮັດກຸມ, ແໜ້ນ​ແຟ້ນ, ​ເຂັ້ມ​ແຂງ”; ກໍາລັງທະຫານ​ລາດ​ແລະ​ກອງປ້ອງກັນຕົນ​ໄດ້ພັດທະນາທັງ​ດ້ານ​ປະລິມານ​ແລະຄຸນນະພາບ; ກອງ​ກຳລັງ​ສຳຮອງ​ເພື່ອ​ການ​ລະດົມ​ພົນ​ໄດ້ຂະ​ຫຍາ​ຍຕົວ​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ...

ທ່າ​ສະໜາມຮົບ​​ປ້ອງ​ກັນ​ປະ​ເທດທົ່ວ​ປວງ​ຊົນ​ແມ່ນ​ການຈັດ​ຕັ້ງ, ຜັນ​ຂະຫຍາຍ, ຈັດ​ວາງ​ກຳລັງ​ແລະກຳລັງ​ແຮງບົ່ມ​ຊ້ອນ​ການ​ປ້ອງ​ກັນຊາດ​ໃນດິນ​ແດນ​ທັງ​ໝົດ ຕາມ​ແຜນການ​ທີ່​ເປັນ​ເອກະ​ພາບ, ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ເພື່ອກີດ​ກັ້ນ​ແລະ​ເອົາ​ຊະນະ​​ກົນອຸບາຍ​ແລະການ​ເຄື່ອນ​ໄຫວຕ້ານ​ຢັນ​ທຳລາຍທັງ​ໝົດ​ຂອງກຳລັງ​​ສັດຕູ, ພ້ອມ​ແລ້ວ​ທີ່​ຈະ​​ຍ້າຍ​ປະ​ເທດ​ຈາກຍາມ​ສະຫງົບ​ສູ່​ສົງຄາມ(5). ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດທົ່ວ​ປວງ​ຊົນ​ໄດ້​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນກັບທ່າ​ສະໜາມຮົບ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ; ທ່າຈັດ​ວາງ​ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ​ໄດ້​ວາງ​ແຜນ ແລະ ດັດປັບໃຫ້​ສອດຄ່ອງ​ກັບ​ຍຸດ​ທະ​ສາດປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ຍຸດ​ທະ​ສາດ, ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ. ການ​ເຊື່ອມ​ຕໍ່​ລະ​ຫວ່າງການ​ປ້ອງ​ກັນ​ປະ​ເທດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ສ້າງ​ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ​ທີ່​ໝັ້ນຄົງ, ຕອບ​ສະໜອງ​ຄວາມ​ຕ້ອງກາ​ນປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ຄຸນ​ນະພາ​ບ​ການກໍ່​ສ້າງ​ເຂດ​ປ້ອງ​ກັນ​ແຂວງ, ​ນະຄອນ, ຄວາມ​ສາມາດ​ປ້ອງ​ກັນ​ປະ​ເທດເທິງ​ບົກ, ​ໃນ​ອາກາດ, ຢູ່​ທະ​ເລ, ໝູ່​ເກາະ ​ແລະ​ ໃນ​ໂລກ​​ໄຊ​ເບີຣ໌ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ເທື່ອ​ລະ​ກ້າວ ລະ​ບົບ​ກິດຈະ​ການ​ປ້ອງ​ກັນ​​, ຖານທີ່​ໝັ້ນ​ສູ້​ຮົບ​, ຖານທີ່​ໝັ້ນ​ແນວ​ຫຼັງ​, ລະ​ບົບ​​ປ້ອງ​ກັນ​ພົນ​ລະ​ເຮືອນ​,... ຮັບປະກັນ​ການກຽມພ້ອມ​ສູ້​ຮົບ​ແລະປ້ອງ​ກັນ​ຕົວ, ​ແລະ​ ເພື່ອ​ປ້ອງ​ກັນ, ຫຼີກລ່ຽງ ​ແລະ ​ເອົາ​ຊະນະ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ​ໄພ​ທຳ​ມະ​ຊາດ ​ແລະ ​ໄພພິບັດ. ເລັ່ງລັດ​ກໍ່ສ້າງ​ເສັ້ນທາງ​ລາດຕະ​ເວນ​ຊາຍ​ແດນ​, ​ກໍ່ສ້າງ​ເສັ້ນທາງ​ເຈື່ອງ​ເຊີນ​ຕາ​ເວັນ​ອອກ​ໃຫ້​ສຳ​ເລັດ​ໂດຍ​ພື້ນຖານ. ພັກນຳພາ​ລັດ​ແລະ​ລະບົບ​ການ​ເມືອງ​ທັງ​ໝົດ​ປະຕິບັດ​ການ​ລະດົມ​ແຫຼ່ງພະລັງ​ຕ່າງໆ​ຫຼຼາຍຢ່າງ ຈາກ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ ​​ແນ​ໃສ່ຍົກ​ສຸງກຳລັງ​ແຮງ​ສັງ​ລວມ, ​ເພີ່ມ​ທະວີກຳລັງ​ແຮງ​ບົ່ມ​ຊ້ອນ​ການ​ປ້ອງ​ກັນ​ປະ​ເທດ​, ຄວາມ​ໝັ້ນຄົງ ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງການ, ໜ້າ​ທີ່​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພື້ນຖານ​ອຸດສາຫະກຳປ້ອງ​ກັນ​ປະ​ເທດ​ໄດ້ພັດທະນາ​ຢ່າງຮອບດ້ານ ທັງ​ລວງ​ກວ້າງ​ແລະ​ລວງ​ເລິກ...

ພະນັກງານ, ນັກຮົບກອງພົນນ້ອຍ 167, ເຂດ 2 ກອງທັບເຮືອໃນການຝຶກຕອນກາງຄືນ _ພາບ: TTXVN

ການບັນລຸຜົນສຳ​ເລັດຂ້າງເທິງຍ້ອນເຫດຜົນຫຼາຍປະການ, ​ໃນ​ນັ້ນ, ສາ​ເຫດ​ພື້ນຖານ​ແມ່ນ​ການນຳພາຊີ້ນຳທີ່​ຖືກຕ້ອງ, ສະຫຼາດ​ສ່ອງ​ໃສ​ຂອງ​ພັກ, ລັດ, ຄະນະ​ພັກ​ການທະ​ຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ການ​ລົງມື​ຂອງ​ລະບົບ​ການ​ເມືອງ​ແລະ​ປວງປະຊາຊົນ, ​ໃນ​ນັ້ນກຳລັງ​ປະກອບ​ອາວຸດ​ເປັນ​ຫຼັກ​ແຫຼ່ງ​ແກ່ນສານ. ຈິນຕະນາ​ການ​ກ່ຽວ​ກັບ​ການ​ປົກປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ພັກ ມີ​ການ​ພັດທະນາ​ທີ່ສຳຄັນ. ການຊີ້ນຳສ້າງ​ແລະ​ປະກາດ​ໃຊ້​ລະບົບ​ຍຸດ​ທະ​ສາດສະ​ເພາະ​ຂະ​ແໜງ ກ່ຽວ​ກັບ​ການ​ທະຫານ ​ແລະ ການ​ປ້ອງ​ກັນ​ປະ​ເທດ(6); ປັບປຸງ​ເພີ່ມ​ເຕີມ​ແລະ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ຊາຍ​ແດນ​ຫວຽດນາມ, ກົດໝາຍ​ວ່າ​ດ້ວຍກຳລັງສຳຮອງ​ເພື່ອ​ລະດົມ​ພົນ, ມະຕິ​ເລດ​ທີ 130/2020/QH14, ລົງ​ວັນ​ທີ 13 ພະ​ຈິກ 2020, “ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ກອງ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ປຶ້ມ​ປົກ​ຂາວ​ການ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ພ້ອມ​ດ້ວຍ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ 9, ສະ​ໄໝ​ທີ 11, ​ໄດ້​ປະກອບ​ເປັນ​ຍຸດ​ທະ​ສາດ​ທີ່​ເປັນ​ເອກະ​ພາບ​ແລະ​ຮອບດ້ານ​ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ທັງ​ດ້ານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ຕົວ​ຈິງ. ​ໃນ​ການຈັດ​ຕັ້ງ​ປະຕິບັດ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ມີ​ບາດກ້າວ​ບຸກທະລຸ​ທີ່ສຳຄັນ​ໃນ​ການນຳພາ​ຊີ້​ນຳການ​ກໍ່ສ້າງ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດທົ່ວ​ປວງ​ຊົນ ຕິດ​ກັບ​ທ່າ​ສະໜາມຮົບ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ; ຍູ້​ແຮງ​ການ​ກໍ່ສ້າງ​ເຂດ​ປ້ອງ​ກັນ​ແຂວງ, ນະຄອນ; ກະ​ກຽມ ກຳລັງ​ປະກອບ​ອາວຸດ, ​ເພີ່ມ​ທະວີກຳລັງ, ກຳລັງ​​ແຮງບົ່ມ​ຊ້ອນ ແລະ ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ,...

ຄຽງຂ້າງຜົນງານທີ່ໄດ້ຮັບ, ຄວາມຮັບຮູ້​ຂອງພະນັກງານ ສະມາຊິກ​ພັກຈຳນວນ​ໜຶ່ງ ກ່ຽວ​ກັບໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ເວົ້​າ​ລວມ, ກ່ຽວ​ກັບ​ການ​ເພີ່ມທະວີກຳລັງ​ແຮງ​ບົ່ມ​ຊ້ອນ, ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ​ເວົ້າ​ສະ​ເພາະ, ຍັງຖືກຈຳກັດ​ຢູ່. ວຽກ​ງານຊີ້​ນຳນຳພາ​ການ​ຈັດ​ຕັ້ງ​ປະຕິບັດ​ຢູ່ໃນ​ບາງ​ບ່ອນ​ ປະສິດທິພາບ​ຍັງຕ່ຳ. ການ​ສົມທົບ​ລະຫວ່າງທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດທົ່ວ​ປວງ​ຊົນ ກັບທ່າ​ສະໜາມຮົບ​ການ​ປ້ອງ​ກັນ​; ລະຫວ່າງ​ການ​ພັດທະນາ​ເສດຖະກິດ ວັດທະນະທຳ ສັງຄົມ ກັບການ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ ​ຢູ່ໃນ​ບາງ​ທ້ອງ​ທີ່, ຂົງ​ເຂດ ບໍ່​ໄດ້​ແໜ້ນ​ແຟ້ນ​ແທ້​ເທື່ອ; ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ເຂດ​ເສດຖະກິດ-ປ້ອງ​ກັນ​ປະ​ເທດ ຢູ່​ບາງ​ແຫ່ງ, ​ໃນ​ບາງ​ຄັ້ງ​ ບໍ່​ມີ​ປະສິດທິ​ຜົນ, ຜົນໄດ້ຮັບຂອງບາງດ້ານ ບໍ່​ຕອບ​ສະໜອງ​ຄວາມຕ້ອງການທີ່ກໍານົດໄວ້; ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ວັດ​ຖຸສຳລັບທ່າ​ສະໜາມ​ຮົບ, ​ເຂດ​ປ້ອງ​ກັນຕົວ, ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ໃນ​ບາງ​ດ້ານ​ ຍັງ​ຖືກຈຳກັດ.

2- ພາຍຫຼັງ 35 ປີ​ແຫ່ວ​ການ​ປ່ຽນ​ແປງ​ໃໝ່, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ, ປະ​ເທດ​ເຮົາ​ໄດ້​ພັດທະນາ​ທີ່ ບໍ່​ເຄີຍ​ມີ​ຍາມ​ໃດ​ທີ່​ປະ​ເທດ​ເຮົາ​ມີ​ພາລະກິດ​ອັນ​ໃຫຍ່​ໂຕ, ກໍາລັງ​​ແຮງບົ່ມ​ຊ້ອນ, ຖານະ​ຕຳ​ແໜ່​ງ​ ແລະ​ກຽດ​ສັກ​ສີ​ສາກົນ​ສູງ​ຄື​ທຸກ​ວັນ​ນີ້. ​​ຢ່າງ​ໃດ​ກໍ​ຕາມ, ສະຖານະ​ການ​ໂລກ, ພາກ​ພື້ນ​ຄາດ​ວ່າ​ຍັງ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ, ສັບສົນ​ທີ່​ສຸດ, ​ຄາດ​ເດົາ​ຍາກ. ບັນດາ​ປະ​ເທດ​ລ້ວນ​ແຕ່​​ໄດ້ປັບ​ຍຸດ​ທະ​ສາດ​ແລະ​ແບບ​ວິທີ​ການ​ພັດທະນາເພື່ອ​ຄວາມ​ຄ່ອງ​ຕົວ​ກັບ​ສະພາບ​ການ​ໃໝ່. ລັດ​ທິຊາດ​ນິຍົມ​ສຸດ​ຂົ້ວ, ລັດທິ​ອັດຖະ​ປະ​ໂຫຍ​ດ, ລັດທິອຳນາດ​ບາດ​ໃຫຍ່ ​ໃນ​ການ​ພົວພັນ​ສາກົນ​ໄດ້​ເພີ່ມ​ຂຶ້ນ; ການ​ແກ່ງ​ແຍ້​ງທາງ​ດ້ານອຳນາດ​ອະທິປະ​ໄຕລະຫວ່າງ​ບັນດາ​ປະ​ເທດ; ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່; ພື້ນທີ່ຍຸດ​ທະ​ສາດ​ໃໝ່; ບັນດາ​ຮູບ​ແບບ​ການ​ສູ້​ຮົບ​ໃໝ່... ກໍ່​ໃຫ້​ເກີດ​ຄວາມ​ທ້າ​ທາຍ​ໃໝ່​ຕໍ່​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງໃນ​ໂລກ​ແລະ​​ໃນພາກ​ພື້ນ. ບັນດາ​ປັດ​ໄຈ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ໂດຍ​ສະ​ເພາະ​ແມ່ນ​ການ​ກໍ່​ການ​ຮ້າຍ, ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ ​ຍັງ​ເກີດ​ຂຶ້ນ​ຢ່າງ​ສັບສົນ... ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ​ໂດຍ​ສະ​ເພາະ​ແມ່ນ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ທີ່​ພັດທະນາ​ຢ່າງ​ແຂງ​ແຮງ, ​ໄດ້​ສ້າງ​ການ​ບຸກທະລຸ​ໃນ​ຫຼາຍຂົງ​ເຂດ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ການ​ທະຫານ​ແລະ​ການ​ປ້ອງ​ກັນ​ປະ​ເທດ. ການ​ປະກົດ​ຕົວ​ຂອງ​ຮູບ​ແບບ​ສົງຄາມ​ໃໝ່, ອາວຸດ​ໃໝ່, ອຸປະກອນ​ເຕັກນິກ​ການ​ທະຫານ​ທີ່​ທັນ​ສະ​ໄໝ ພ້ອມ​ດ້ວຍ​ການ​ປ່ຽນ​ແປງ​ສະພາບ​ແວ​ດລ້ອມ​ຍຸດ​ທະ​ສາດ ​ໄດ້​ສົ່ງ​ຜົນ​ກະທົບ ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ ​ໃນ​ການຈັດ​ຕັ້ງ​ກອງທັບ, ຮູບ​ຖານ​ແລະ​ແບບ​ວິທີ​ການ​ດຳ​ເນີນ​ສົງຄາມ. ພາກ​ພື້ນ​ອາຊີ-ປາຊີ​ຟິກ, ​ໃນ​ນັ້ນ​ມີ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ທີ່​ນັບ​ມື້​ນັບສຳຄັນ, ​ແມ່ນ​ພາກ​ພື້ນ​ທີ່​ມີ​ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ ລະຫວ່າງ​ປະ​ເທດ​ມະຫາ​ອຳນາດ, ມີ​ຄວາມ​ບໍ່​ແນ່ນອນ​ບໍ່​ໝັ້ນຄົງ​ຢູ່​ຫຼາຍ. ການ​ແກ່ງ​ແຍ້​ງທາງ​ດ້ານອຳນາດ​ອະທິປະ​ໄຕ​ໃນ​ແຜ່​ນດິນ, ອຳນາດ​ອະທິປະ​ໄຕ​ໃນ​ທະ​ເລ​ແລະ​ເກາະດອນ ​ເກີດ​ຂຶ້ນ​ຢ່າງ​ເຄັ່ງຮ້ອນ, ສັບສົນ, ດຸ​ເດືອດ​ຍິ່ງ​ຂຶ້ນ. ສັນຕິພາບ, ສະຖຽນ​ລະ​ພາບ, ​ເສລີພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ຂອງ​ການ​ເດີນ​ທະ​ເລ ​ແລະ​ການບິນ​​ເທິງ​ທະ​ເລ​ຕາ​ເວັນ​ອອກ ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ໃຫຍ່, ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ການ​ປະ​ທະ​ກັນ.

ຢູ່​ໃນ​ປະ​ເທດ, ທ່າ​ແລະ​ພະລັງ, ກຳລັງ​ແຮງ​ສັງ​ລວມຂອງ​ຊາດ, ກຳລັງ​ແຮງບົ່ມ​ຊ້ອນ, ຊື່​ສຽງ​ແລະ​ຖານະ​ບົດບາດ​ຊອງ​ປະ​ເທດ​ໃນ​ເວທີ​ສາກົນ, ຄວາມ​ໄວ້ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ​ແລະ​ລັດ ​ໄດ້​ຮັບ​ກາ​ຍົກ​ສູງ​ຂຶ້ນ​ເລື້ອຍໆ, ສ້າງ​ປະຖົມ​ປັດ​ໄຈ​ທີ່​ສຳຄັນ ​ເພື່ອ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ແຕ່, ພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ກໍ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ. ​ໄພ​ອັນຕະລານ​ສີ່​ປະການ​ທີ່​ພັກ​ຊີ້​ອອກ​ມາ​ນັ້ນ ​ຍັງຄົງ​ຕົວຢູ່, ມີ​ດ້ານ​ເຄັ່ງຮ້ອນຂຶ້ນ​ຕື່ມ. ບັນດາ​ອິດ​ທິກຳລັງ​ສັດຕູພວມ​ຍູ້​ແຮງ​ຍຸດ​ທະ​ສາດ “ຫັນປ່ຽນ​ໂດຍ​ສັນຕິ”, ຕ້າ​ນຢັນ​ທຳລາຍ ​ເພື່ອ​ຫວັງ​ລົບ​ລ້າງ​ກາ​ນນຳພາ​ຂອງ​ພັກ, “ຫັນ​ເປັນ​ປອດ​ການ​ເມືອງ” ຕໍ່ກຳລັງ​ປະກອບ​ອາວຸດ, ​ແບ່ງ​ແຍກ​ສາຍ​ພົວພັນ​ລະຫວ່າງ​ພັກ​ແລະ​ປະຊາຊົນ, ພັກ​ແລະ​ກອງທັບ... ບັນຫາ​ທັງ​ໝົດດັ່ງກ່າວ ​ໄດ້​ສ້າງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ ໃຫ້​ແກ່ໜ້າ​ທີ່​ເພີ່ມ​ທະວີກຳລັງ​ແຮງ​ບົ່ມ​ຊ້ອນ, ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ ​ແລະ ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ລະບຸ​ບັນດາ​ໜ້າ​ທີ່ທີ່ສຳຄັນ ​ເພື່ອ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ, ຮັກສາ​ຄວາມ​ໝັ້ນຄົງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມ​ໄວ້​ຢ່າງ​ໝັ້ນຄົງ​ ໃນ​ເວລາ​ທີ່​ຈະ​ມາ​ເຖິງຄື: “​ເສີມ​ຂະຫຍາຍ​ສູງ​ສຸດກຳລັງ​ແຮງສັງ​ລວມຂອງ​ຊາດ, ຂອງ​ລະບົບ​ການ​ເມືອງ ສົມທົບ​ກັບກຳລັງ​ແຮງຂອງ​ຍຸກ​ສະ​ໄໝ”(7); “​ເພີ່ມ​ທະວີກຳລັງ​ແຮງບົ່ມ​ຊ້ອນ​ທາງ​ການ​ປ້ອງ​ກັນ​ປະ​ເທດ ​ແລະ​ຄວາມ​ໝັ້ນຄົງ; ກໍ່ສ້າງ​ແລະ​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງ “ທ່າ​ສະໜາມ​ຮົບນ້ຳ​ໃຈ​ປະຊາຊົນ” ​ໃນ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ​ແລະ ພື້ນຖານ​ຄວາມ​ໝັ້ນຄົງ​ປະຊາຊົນ”(8). ​ເພື່ອ​ເພີ່ມ​ທະວີກຳລັງ​ແຮງບົ່ມ​ຊ້ອນ ​ແລະ​ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ ຖືກຕ້ອງ​ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ຈຳ​ເປັນ​ຕ້ອງ​ເອົາ​ໃຈໃສ່​ປະຕິບັດ​ເນື້ອ​ໃນ​ພື້ນຖານຈຳນວນ​ໜຶ່ງຕໍ່​ໄປ​ນີ້​ ໃຫ້​ໄດ້​ເປັນ​ຢ່າງ​ດີ:

ທີ​ໜຶ່ງ, ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ເພີ່ມ​ທະວີກຳລັງ​ແຮງບົ່ມ​ຊ້ອນ ​ແລະ ທ່າສະໜາມຮົບ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ກຳລັງ​ແຮງປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ແມ່ນກຳລັງ​ແຮງຂອງກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ສົມທົບ​ກັບກຳລັງ​ແຮງຂອງ​ຍຸກ​ສະ​ໄໝ; ກຳລັງ​ແຮງສັງ​ລວມຂອງ​ທົ່ວ​ປະ​ເທດ​ທັງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ປ້ອງ​ກັນ​ປະ​ເທດ, ການ​ຮັກສາ​ຄວາມ​ໝັ້ນຄົງ ​ແລະ​ການ​ຕ່າງປະ​ເທດ; ກຳລັງ​ແຮງຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ​ແລະ​ທົ່ວ​ປວງ​ຊົນ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ ​ເຊິ່ງ​ແກ່ນ​ກາງ​ແມ່ນ ກອງກຳລັງປະກອບ​ອາວຸດ. ນີ້​ແມ່ນ​ທັດສະນະ​ທີ່​ສະ​ແດງຈິນຕະນາການ​ໃໝ່​ຂອງ​ພັກ, ​ແມ່ນ​ທິດ​ທາງ​ຍຸດ​ທະ​ສາດ​ເພື່ອ​ໃຫ້​ທົ່ວ​ພັກ, ທົ່ວປວງ​ຊົນ​ ​ແລະ ທົ່ວກອງທັບ ຜັນ​ຂະຫຍາຍ​ປະຕິບັດ​ໜ້າ​ທີ່​ການ​ທະຫານ, ການ​ປ້ອງ​ກັນ​ປະ​ເທດ​ຢ່າງ​ມີ​ປະສິດທິພາບ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ ​ໃນ​ສະພາບ​ການ​ໃໝ່. ຕາມ​ນັ້ນ, ມີ​ແຜນ​ນະ​​ໂຍບາຍ: “ຍູ້​ແຮງ​ວຽກ​ງານ​ການ​ໂຄສະນາ, ອົບຮົມ​ສຶກສາ, ຍົກ​ສູງ​ຄວາມ​ຮັບຮູ້ ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ, ຂອງ​ທຸດຊັ້ນ ທຸກຂະ​ແໜງ​ການ, ຂອງ​ພະນັກງານ ສະມາຊິກພັກ ​ແລະ​ປະຊາຊົນ​ທຸກ​ຄົນ ຕໍ່ໜ້າ​ທີ່​ວຽກ​ງານ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ປະ​ເທດ, ຮັກສາ​ຄວາມ​ໝັ້ນຄົງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”(9); ພ້ອມ​ກັນ​ນັ້ນ​, ​ແກ້​ໄຂ​ຜ່ານ​ຜ່າ​ປະກົດ​ການ​ອັດຕະວິ​ໄສ​ໃນ​ຕົວ, ຂາດ​ສະຕິ​ລະວັງ​ຕົວ, ໜັກກັບ​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ດ້ານ​ດຽວ ສະ​ເພາະ​ໜ້າ. ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ເຖິງ​ບົດບາດ​ຂອງ​ການ​ປ້ອງ​ກັນ​ປະ​ເທດ ຄວາມ​ໝັ້ນຄົງ​ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ. ​ໃນຍາມ​ສະຫງົບ, ມີ​ທັດສະນະ​ອັດຕະວິ​ໄສ​ວ່າ ​ເສດຖະກິດ​ທີ່​ເຂັ້ມ​ແຂງ​ຈະ​ມີກຳລັງ​ແຮງ​ບົ່ມ​ຊ້ອນ​ ແລະ​ມີ​ທ່າສະໜາມຮົບ​ປ້ອງ​ກັນ​ປະ​ເທດທີ່​ເຂັ້ມ​ແຂງ...; ສິ່ງ​ນີ້​ສົ່ງ​ຜົນ​ກະທົບ​ຢ່າງ​ຫຼາຍຕໍ່​ຈິດສຳນຶກ​ໃນ​ການ​ກໍ່ສ້າງກຳລັງ​ແຮງບົ່ມຊ້ອນ ​ແລະທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ. ດັ່ງ​ນັ້ນ, ບົນ​ພື້ນຖານ​ເຂົ້າ​ໃຈ​ແຈ້ງ​ທັດສະນະ: “ການ​ພັດທະນາ​ເສດຖະກິດ-ສັງຄົມ​ແມ່ນ​ໃຈກາງ; ການ​ກໍ່ສ້າງ​ພັກ​ແມ່ນກຸນ​ແຈ; ການ​ພັດທະນາ​ວັດທະນະທຳແມ່ນພື້ນຖານ​ຈິດ​ໃຈ; ການຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຮັກສາ​ຄວາມ​ໝັ້ນ​ຄົມ​ແມ່ນສຳຄັນ, ​ເປັນ​ປະຈຳ” ນັ້ນ, ຕ້ອງ​ຍົກ​ສູງ​ປະສິດທິ​ຜົນ​ການ​ໂຄສະນາ, ອົບຮົມ​ສຶກສາ ​ແລະ ນຳ​ເອົາ​ວຽກ​ງານ​ນີ້​ເຂົ້າ​ສູ່​ເນື້ອ​ແທ້; ​ເປີດ​ກວ້າງ​ເປົ້າໝາຍ, ຂອບ​ເຂດ ​ແລະ ​ເປີດ​ຄວາມ​ຫຼາກ​ຫຼາຍ​ຂອງ​ຮູບ​ການແລະ​ວິທີ​ການ​ໂຄສະນາ, ອົບຮົມ​ສຶກສາ ​ແລະ ​ເສີມ​ຂະຫຍາຍປະສິດທິ​ຜົນ​ຂອງ​​ສື່​ມວນ​ຊົນ, ພ້ອມ​ກັນ​ນັ້ນ​ ເສີມ​ຂະຫຍາຍ​ບົດບາດ​ຂອງບັນດາ​ກຳລັງ​ພິ​ເສດ​ໃນ​ວຽກ​ງານ​ໂຄສະນາ​ອົບຮົມ​ສຶກສາ. ສຸມ​ໃສ່​ໂຄສະນາ​, ອົບຮົມ​ສຶກສາ, ກ່ອນ​ອື່ນ​ໝົດ​ແມ່ນ​ໃຫ້​ພະນັກງານ​ຫຼັກ​ແຫຼ່ງ​ໃນ​ບັນດ​ຂັ້ນ, ຂະ​ແໜງ​ການ, ພາກສ່ວນ, ກຳລັງ, ​ເພື່ອ​ເປັນ​ເອກະ​ພາບ​ໃນ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ, ​ແກ້​ໄຂ​​ໂດຍ​ທັນທີ​ ຄວາມ​ເຂົ້າ​ໃຈ​ຜິດ​ທີ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້ຊີ້​ໃຫ້​ເຫັນ​.​

ທີ​ສອງ, ​ເພີ່ມ​ທະວີ​ການນຳພາ​ຂອງ​ພັກ, ບົດບາດ​ຄຸ້ມ​ຄອງ​ຂອງ​ລັດ ​ໃນການ​ສ້າງ ກຳລັງ​ແຮງບົ່ມ​ຊ້ອນ ​ແລະ ທ່າສະໜາມຮົບປ້ອງກັນປະເທດ.

ພັກນຳພາ, ລັດ​ຄຸ້ມ​ຄອງລວມສູນ, ​ເປັນ​ເອກະ​ພາບ​ ທາງ​ດ້ານ​ການ​ທະຫານ​ແລະກາ​ນປ້ອງ​ກັນ​ປະ​ເທດ ​ແມ່ນ​ຫຼັກການ​ພື້ນຖານ​ແລະ​ຕະຫຼອດ​ຂະ​ບວນການ​ປະຕິວັດ​ໃນ​ປະ​ເທດ​ເຮົາ. ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ສືບ​ຕໍ່​ຢືນຢັນ: “ຮັກສາ​ແລະ​ເພີ່ມ​ທະວີ​ການນຳພາ​​ເດັດຂາດ​ໂດຍ​ກົງ​ໃນ​ທຸກ​ດ້ານ​ ຂອງ​ພັກ, ການ​ຄຸ້ມ​ຄອງ​ລວມສູນ, ​ເປັນ​ເອກະ​ພາບ​ຂອງ​ລັດ ​ຕໍ່​ກອງທັບ​ປະຊາຊົນ, ຕຳຫຼວດ​ປະຊາຊົນ ​ແລະ ພາລະກິດ​ການ​ປ້ອງ​ກັນ​ປະ​ເທດ, ຮັກສາ​ຄວາມ​ໝັ້ນຄົງ”(10). ​ໃນ​ການ​ຮັບ​ຮູ້​ທິດ​ສະ​ດີ​ກໍ່​ຄື​ໃນ​ພຶດຕິ​ກຳ​ຕົວ​ຈິງ, ພັກ​ເຮົາ​ຍາມ​ໃດ​ກໍ່​ຈົງຮັກ​ພັກດີ​ ແລະ ໝູນ​ໃຊ້​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ​ ຢ່າງ​ປະດິດ​ສ້າງ, ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ແລະ​ໜ້າ​ທີ່​ຂອງ​ການ​ປະຕິວັດ ​ເພື່ອນຳພາ, ຊີ້​ນຳ ແລະ ຈັດ​ຕັ້ງ​ພາລະກິດການປັບປຸງ​ການ​ປ້ອງ​ກັນ​ປະ​ເທດ. ການ​ນຳພາ​ຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ ​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​ຕໍ່ໄຊຊະນະ​ຂອງ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ດັ່ງ​ນັ້ນ, ການ​ເພີ່ມ​ທະວີການນຳພາຂອງ​ພັກ, ການ​ຄຸ້ມ​ຄອງ​ຂອງ​ລັດ ​ແມ່ນ​ວິທີ​ແກ້​ໄຂ​ພື້ນຖານ, ​ແນ​ໃສ່​ການ​ສ້າງກຳລັງ​ແຮງ​ບົ່ມ​ຊ້ອນ ​ແລະທ່າສະໜາມຮົບ​ປ້ອງ​ກັນ​ປະ​ເທດ ​ໃນ​ໄລຍະ​ໃໝ່. ​ໃນ​ຂະ​ບວນການ​ນັ້ນ, ຕ້ອງ​ສືບ​ຕໍ່​ສະຫຼຸບ​ສັງ​ລວມພຶດຕິ​ກຳ, ພັດທະນາ​ທິດ​ສະ​ດີ, ຍົກ​ສູງ​ຄວາມ​ຮັບ​ຮູ້, ປ່ຽນ​ແປງ​ໃໝ່​ຈິນຕະນາການ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ພືດ​ຕິ​ກຳ​ປະຕິວັດ, ປະກອບສ່ວນເຂົ້າ​ໃນ​ການ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ ສ້າງສາ ​ແລະ ປົກປັກ​ຮັກສາ​ປະ​ເທດ​ຊາດ​ ຢ່າງ​ສຳ​ເລັດ​ຜົນ.

ທີ​ສາມ, ຍົກ​ສູງ​​ປະສິດທິ​ຜົນ​ການ​ນຳພາ, ຊີ້​ນຳ, ຈັດ​ຕັ້ງ​ປະຕິບັດ​ການ​ກໍ່ສ້າງ​ບັນດາ​ປັດ​ໄຈ​ໃນກຳລັງ​ແຮງ​ບົ່ມ​ຊ້ອນ​ ແລະ ທ່າສະໜາມຮົບປ້ອງກັນປະເທດ.

ກ່ຽວ​ກັບກຳລັງ​ແຮງ​ບົ່ມ​ຊ້ອນທາງ​ດ້ານ​ການ​ເມືອງ-ຈິດ​ໃຈ, ຕ້ອງ​ໃຫ້​ຄວາມ​ສຳຄັນ​ຫຼາຍ​ກວ່າ​ອີກ ກັບ​ການ​ສ້າງ​ຄວາມ​​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ໃນ​ພັກ, ລັດ, ລະບອບ​ສັງຄົມ​ນິຍົມ ​ແລະ ກິດຈະການ​ປ່ຽນ​ແປງ​ໃໝ່. ປະຕິບັດ​ເປັນ​ຢ່າງ​ດີ ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 11 ກ່ຽວ​ກັບ “ບາງບັນຫາ​ທີ່​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”, ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ 12 “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ແລະປັບປຸງ​ພັກ; ກີດ​ກັ້ນ​ແລະ​ຍູ້​ຖອຍ​ຄວາມ​ເສື່ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ວິຖີ​ຊີວິດ, ບັນດາ​ປະກົດ​ການ “ປ່ຽນ​ແປງ​ຕົນ​ເອງ”, “ຜັນ​ປ່ຽນ​ຕົນ​​ເອງ” ຢູ່​ພາຍ​ໃນ”, ​ເອົາ​ໃຈ​ໃສ່​ກໍ່ສ້າງ​ພັກ​ໃຫ້​ມີ​ຄວາມ​ສະອາດ​ປອດ​ໃສ​ແລະ​ເຂັ້ມ​ແຂງ ທັງ​ທາງ​ດ້ານ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ, ການຈັດ​ຕັ້ງ ​ແລະ ພະນັກງານ; ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ​ ຢ່າງ​ແທ້​ຈິງ; ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊີວິ​ດການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ; ປະຕິບັດ​ຄວາມ​ກ້າວໜ້າ ​ແລະ​ຍຸດຕິທຳ​ທາງ​ສັງຄົມ; ​ເສີມ​ຂະຫຍາຍ​ເອກະລັກ​ວັດທະນະທຳ ​ແລະ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ. ມີ​ນະ​ໂຍບາຍ​ບຸລິມະ​ສິດ​ພັດທະນາ​ເສດຖະກິດ-ສັງຄົມ​ ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ທະ​ເລ​ແລະ​ເກາະ, ປະຕິບັດ​ເປົ້າ​ໝາຍ​ລົບ​ລ້າງ​ຄວາມ​ອຶດ​ຫີນ ຫຼຸດຜ່ອນ​ຄວາມທຸກ​ຍາກ, ຫຍໍ້​ສັ້ນ​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງ​ເຂດ ພາກ. ​ເປີດ​ກວ້າງ​ປະຊາທິປະ​ໄຕ​ຕາມ​ທິດ​ນຳ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ, ປະຊາຊົນ​ຕິດຕາມ, ປະຊາຊົນ​ຊົມ​ໃຊ້”; ຍົກ​ສູງ​ປະສິດທິພາບ​ຂອງ​ການ​ຕໍ່ສູ້ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້ ​ແລະ​ຖື​ວ່າ​ນີ້​ແມ່ນ​ເນື້ອ​ໃນ​ພື້ນຖານ, ປັດ​ໄຈ​ໜຶ່ງ​ທີ່​ມີ​ລັກສະນະ​ຕັດສິນ​ໃນ​ການ​ສ້າງກຳລັງ​ຊົ່ມຊ້ອນ​ທາງ​ການ​ເມືອງ-ຈິດ​ໃຈ​ໃນ​ປະຈຸ​ບັນ. ກ່ຽວ​ກັບກຳລັງ​ແຮງບົ່ມຊ້ອນ​ທາງ​ເສດຖະກິດ, ການກໍ່ສ້າງກຳລັງ​ແຮງ​ບົ່ມ​ຊ້ອນທາງ​ເສດຖະກິດ ​ຂອງ​ການ​ປ້ອງ​ກັນ​ປະ​ເທດທົ່ວ​ປວງ​ຊົນ ຕ້ອງ​ໄດ້​ປະຕິບັດ​ຜ່ານ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງການ​ພັດທະນາ​ເສດຖະກິດ-ສັງຄົມ ກັບ​ການ​ເພີ່ມ​ທະວີ, ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ-ຮັກສາ​ຄວາມ​ໝັ້ນຄົງ; ​ເຊື່ອມຕິດ​ການ​ພັດທະນາ​ເສດຖະກິດ-ສັງຄົມ ກັບການ​ກໍ່ສ້າງ​ເຂດ​ປ້ອງ​ກັນ​ແຂວງ, ນະຄອນ ຕາມ​ແຜນ​ກຳນົດ ​ແຜນການ; ສ້າງ​ເຂດ​ເສດຖະກິດ-ປ້ອງ​ກັນ​ປະ​ເທດ ຢູ່ພື້ນ​ທີ່​ຍຸດ​ທະ​ສາດ​ແລະ​ຈຸດ​ສຸມ. ກ່ຽວ​ກັບກຳລັງ​​ແຮງບົ່ມ​ຊ້ອນ​ທາງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ການ​ກໍ່ສ້າງກຳລັງ​ແຮງ​​ບົ່ມ​ຊ້ອນ​ທາງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ຂອງ​ພື້ນຖານ​ການ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ ຕ້ອງຕິດ​ແໜ້ນ​ກັບ​ການ​ພັດທະນາ​ຂອງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ບົນ​ພື້ນຖານ​ນັ້ນ ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນການ​ປະຕິບັດ​ໜ້າ​ທີ່​ການ​ທະຫານ, ການ​ປ້ອງ​ກັນ ​ແລະ ປົກປັກ​ຮັກສາ​ປະ​ເທດ​ຊາດ. ກຳລັງ​​ແຮງບົ່ມ​ຊ້ອນ​ທາງ​ການ​ທະຫານ, ນີ້​ແມ່ນ​ປັດ​ໄຈ​ແກ່ນສານ​ຂອງກຳລັງ​​ແຮງບົ່ມ​ຊ້ອນ​ປ້ອງກັນ​ປະ​ເທດ, ​ໄດ້​ຮັບ​ການ​ກໍ່ສ້າງ​ບົນ​ພື້ນຖານ​ ບັນດາກຳລັງ​​ແຮງບົ່ມ​ຊ້ອນອື່ນ, ສະ​ແດງ​ອອກ​ຢູ່​ທີ່​ຄວາມ​ສາມາດ​ຮັກສາ, ປັບປຸງ​ບູລະນະ ​ແລະພັດທະນາ ກຳລັງ​​ແຮງສູ້​ຮົບ, ລະດັບ​ກຽມພ້ອມ​ສູ້​ຮົບ​ຂອງ​ບັນດາ​ກອງກຳລັງ​​ປະກອບ​ອາວຸດ, ຢູ່​​ໃນ​ການ​ສຳຮອງ​ກຳລັງ​ຄົນ​ແລະກຳລັງ​ຊັບ ທີ່​ຮັບ​ໃຊ້​ໃຫ້​ແກ່​ໜ້າ​ທີ່​ການ​ທະຫານ. ດັ່ງ​ນັ້ນ, ການ​ສ້າງກຳລັງ​​ແຮງບົ່ມ​ຊ້ອນ​ທາງ​ການ​ທະຫານ ຕ້ອງ​ຕິດ​ແໜ້ນ​ກັບ ຂະ​ບວນການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄມ, ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ-​ແນວ​ຄິດ...

ທີ​ສີ່, ສືບ​ຕໍ່​ຄົ້ນຄວ້າ​ເພີ່ມ​ເຕີມ, ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍກ່ຽວ​ກັບ​ການ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ​ແລະທ່າສະໜາມຮົບປ້ອງກັນປະເທດ ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ ​ແລະໜ້າ​ທີ່ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ສະພາບ​ການ​ໃໝ່.

ກົນ​ໄກ, ນະ​ໂຍບາຍ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່ສຸດ, ​ແມ່ນ​ຫຼັກ​ຖານ​ເພື່ອ​ປະຕິບັດ​ການ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ​ແລະທ່າສະໜາມຮົບປ້ອງກັນປະເທດ. ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ເພີ່ມ​ເຕີມ​ແລະປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍກ່ຽວ​ກັບ​ການ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ​ແລະທ່າສະໜາມຮົບປ້ອງກັນປະເທດ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ, ​ໄດ້​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​, ຂໍ້ຄົງຄ້າງ​ຫຼາຍປະການ ​ແລະ ​ເອົາ​ຊະນະ​ຂໍ້ຈໍາກັດ, ຂໍ້​ບົກພ່ອງ​ຫຼາຍ​ຢ່າງ ​ໃນຂະ​ບວນການ​ປະຕິບັດ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງຢູ່ພື້ນທີ່​ຍຸດ​ທະ​ສາດທີ່ສຳຄັນ, ຢູ່​ເຂດ​ຊາຍ​ແດນ, ທະ​ເລ​ແລະ​ເກາະ, ​ເຂດ​ຫ່າງ​ໄກ​ສອກຫຼີກ. ​​ຢ່າງ​ໃດ​ກໍ​ຕາມ, ສະຖານະ​ການ​ໃໝ່​ຕ້ອງ​ເພີ່ມ​ເນື້ອ​ໃນຈຳນວນ​ຫຼາຍ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ ​ແລະ​ ຂະ​ຈັດ​ບັນຫາ​ຄໍ​ຂວດທີ່​ຂັດຂວາງການ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ​ແລະ​ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ​ເຊັ່ນ: ​ໃນ​ການ​ລະດົມ​ກຳລັງ, ​ໃນ​ການ​ສົມທົບ​ບັນດາ​ພາກສ່ວນ​ເສດຖະກິດ, ບັນດາ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ສັງຄົມ ກັບ​ການ​ປ້ອງ​ກັນ​ປະ​ເທດ, ການ​ຮັກສາ​ຄວາມ​ໝັ້ນຄົງ, ການ​ຕ່າງປະ​ເທດ. ຕາມ​ນັ້ນ, ຕ້ອງ​ຊາບ​ຊຶມ​ທັດສະນະຂອງ​ພັກກ່ຽວ​ກັບ​ການ​ສ້າງ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ ກ່ຽວ​ກັບ​ການ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ​ແລະ​ທ່າ​ສະໜາມຮົບ​ປ້ອງ​ກັນ​ປະ​ເທດ ຕາມ​ທິດຍອດ​ດີ, ຮັດກຸມ, ​ແໜ້ນ​ແຟ້ນ​ແລະຄົບ​ຊຸດ, ຫຼີກລ້ຽງ​ການ​ທັບ​ຊ້ອນກັນ ​ແລະສຳຄັນ​ທີ່​ສຸດ​ແມ່ນ ບໍ່ຂັດຂວາ​ງ, ຫຼື​ສ້າງ​ຄວາມສັບສົນ,​ ຫຍຸ້ງຍາກ​ແກ່​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ. ການ​ເພີ່ມ​ເຕີມ​ແລະ​ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍ ບໍ່​ພຽງ​ແຕ່​ອີງ​ໃສ່​ພຶດຕິ​ກຳ​ຕົວ​ຈິງ​ເທົ່າ​ນັ້ນ ​ແຕ່​ຍັງ​ຕ້ອງ​ອີງ​ໃສ່​ເປົ້າ​ໝາຍ, ​ເລກ​ຄາດໝາຍ ​ແລະ ບັນດາ​ທິດ​ທາງ​ໃຫຍ່​ ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-ສັງຄົມ 10 ປີ 2021 - 2030 ​ແລະ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ 2021 - 2025 ​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ວາງ​ອອກ​ມາ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ, ຄົບ​ຊຸດ​ ລະຫວ່າງ​ບັນດາ​ຂະ​ແໜງ​ການ, ບັນດາ​ຂັ້ນ.

ທີ​ຫ້າ, ​ເສີມ​ຂະຫຍາຍ​ບົດບາດ​​ແກນ​ກາງຂອງ​​ກຳລັງ​ປະກອບ​ອາວຸດ​ໃນ​ການ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ​ແລະ ທ່າສະໜາມຮົບປ້ອງກັນປະເທດ.

ການ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ​ແລະ ທ່າສະໜາມຮົບປ້ອງກັນປະເທດ ​ແມ່ນ​ຄວາມ​ຮັບຜິດຊອບ​ລວມຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ, ​ໃນ​ນັ້ນ ​ກຳລັງ​ປະກອບ​ອາວຸດ​ເປັນ​ແກນ​ກາງ. ດັ່ງ​ນັ້ນ, ຕ້ອງ​ເສີມ​ຂະຫຍາຍ​ສຸດ​ຂີດ​ ບົດບາດ, ທີ່​ຕັ້ງ, ພາລະ ໜ້າ​ທີ່​ ຂອງກອງທັບ​ປະຊາຊົນ ​ໃນ​ການ​ເປັນ​ເສນາ​ທິການ, ສະ​ເໜີ​ແນະ​​ແຜນ​ນະ​ໂຍບາຍ, ວິທີ​ແກ້​ໄຂ, ການຈັດ​ຕັ້ງ​ປະຕິບັດ; ປະກອບສ່ວນ​ໃນ​ການ​ປະ​ເມີນ, ການ​ຄຸ້ມ​ຄອງ, ການ​ນຳໃຊ້​ທີ່​ດິນ​ເພື່ອ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ພັດທະນາ​ເສດຖະກິດ-ການ​ປ້ອງກັນ​ປະ​ເທດ, ​ໂດຍ​ສະ​ເພາະ​ຢູ່​ພື້ນ​ທີ່​ຍຸດ​ທະ​ສາດ​ສະຖານ​ທີ່ສຳຄັນ, ຢູ່​ຊາຍ​ແດນ, ທະ​ເລ​​ແລະເກາະ, ຮັບປະກັນ​ຮັກສາສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ພ້ອມ​ກັນ​ນັ້ນ​ກໍ​ພັດ​ທະນະ​ນາ​ເສດຖະກິດ, ວັດທະນະທຳ, ສັງຄົມ​ໃນ​ທົ່ວ​ປະ​ເທດ​ແລະ​ໃນ​ແຕ່​ລະ​ພື້ນ​ທີ່.

ບັນດາ​ກົມ​ກອງ​ທະຫານ​ຕ້ອງ​ລົງ​ກວດກາຄົ້ນຄວ້າ​ຢູ່​ທ້ອງ​ຖິ່ນ​ເປັນ​ປະຈຳ, ​ແນະນຳ​ໃຫ້​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໂດຍ​ໄວ ​ໃນ​ການ​ນຳພາ, ຊີ້​ນຳ ​ແລະ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ຢູ່​ທ້ອງ​ຖິ່ນ, ຜັນ​ຂະຫຍາຍ​ປະຕິບັດຢ່າງ​ມີ​ປະສິດທິພາບ ມະຕິ, ຄຳ​ສັ່ງ, ​ແຜນການ, ​ແຜນ​ງານ​ການ​ປ້ອງ​ກັນ​ປະ​ເທດ, ການ​ຮັກສາ​ຄວາມ​ໝັ້ນຄົງ; ​ໃຫ້​ຄຳ​ປຶກສາ​ໃນ​ການ​ສ້າງກິດຈະການ​ສູ້​ຮົບ​ຕາມ​ແຜນການ​ປ້ອງ​ກັນ, ​ໂດຍ​ສະ​ເພາະ​ແມ່ນ​ຕາມ​ບໍລິ​ເວນ​ຊາຍ​ແດນ, ທະ​ເລ​ແລະ​ເກາະ. ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົມ​ກອງ​ທະຫານ​ໃນ​ຖານະ “ໜ່ວຍ​ປະຕິບັດ​ງານ” ​ໃນ​ພື້ນ​ທີ່​ຈຸດ​ໜັກສຳຄັນ, ສັບສົນທາງ​ດ້ານ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ; ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການ​ຊ່ວຍ​ເຫຼືອ​ປະຊາຊົນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່.

ທີ​ຫົກ, ຍູ້​ແຮງ​ການ​ພົວພັນ​ຕ່າງປະ​ເທດ ​ແລະ​ການ​ຮ່ວມ​ມື​ທາງ​ການ​ປ້ອງ​ກັນ​ປະ​ເທດ ​ໃນ​ການ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ​ແລະທ່າສະໜາມຮົບປ້ອງກັນປະເທດ.

ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ມະຕິ​ເລກທີ 22-/NQ-TW, ລົງ​ວັນ​ທີ 10 ​ເມສາ 2013, ຂອງ​ກົມ​ການ​ເມືອງ​ສູນ​ກາງພັກ “ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ” ​ແລະ ມະຕິ​ເລກທີ 806/NQ-TW, ລົງ​ວັນ​ທີ 31 ທັນວາ 2013, ຂອງ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກ່ຽວ​ກັບ “ການ​ເຊື່ອມ​ໂຍງ​ສາກົນ​ແລະ​ການ​ຕ່າງປະ​ເທດ​ປ້ອງ​ກັນຊາ​ດ​ເຖິງ​ປີ 2020 ​ແລະ​ຊຸມ​ປີ​ຕໍ່​ໄປ”. ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ເນັ້ນ​ວ່າ: “ສົມທົບ​ກຳລັງ​ແຮງ​ຂອງ​ຊາດ ກັບກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ ​ແລະ​ກວ້າງຂວາງ​ເລິກ​ເຊິ່ງ”(11), ດັ່ງ​ນັ້ນ, ຕ້ອງ​ຍູ້​ແຮງ​ການ​ຮ່ວມມື ​ແລະ​ໃຊ້​ປະ​ໂຫຍ​ດຈາກ​ຊັບພະຍາກອນ​ທັງ​ໝົດ​ຈາກ​ພາຍ​ນອກ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ​ແລະທ່າສະໜາມຮົບປ້ອງກັນປະເທດ. ​ໃນ​ທ່າ​ອຽງການ​ເຊື່ອມ​ໂຍງ​ສາກົນ, ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ​ແລະ​ການ​ສະໜັບສະໜູນ​ຂອງ​ເພື່ອນມິດສາ​ກົນ ມີ​ບົດບາດ​ໃຫຍ່ຫຼວງ​ທີ່​ສຸດ ຕໍ່​ພາລະ​ກິດການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ເວົ້າລວມ, ຕໍ່​ການ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ແລະທ່າສະໜາມຮົບປ້ອງກັນປະເທດ​ເວົ້າ​ສະ​ເພາະ. ​ເພື່ອ​ຍາດ​ແຍ່ງ​ເອົາກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ​ ແລະ​ການ​ສະໜັບສະໜູນ​ຂອງ​ເພື່ອນມິດສາ​ກົນ ​ແນ​ໃສ່​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ແລະທ່າສະໜາມຮົບປ້ອງ​ກັນ​ປະ​ເທດນັ້ນ, ນອກຈາກ​ການ​ເພີ່ມ​ຜົນ​ປະ​ໂຫຍ​ດທັບ​ຊ້ອນ​ແລະ​ເປີດ​ກວ້າງ​ການ​ພົວພັນ​ຕ່າງປະ​ເທດ, ຫວຽດນາມ​ຕ້ອງ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ດ້ານການ​ປ້ອງ​ກັນ​ປະ​ເທດກັບທຸກ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ໃກ້​ຄຽງ, ປະ​ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບດ້ານ. ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ກົນ​ໄກ​ພະຫຸ​ພາຄີກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ; ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ແລະ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຂອງພາກ​ພື້ນ​ແລະ​ໂລກ, ​ໃນ​ນັ້ນ ມີ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. ການຍາດ​ແຍ່ງ​ຄວາມ​ຊ່ວຍ​ເຫຼືອ ​ແລະ​ຄວາມເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນຂອງ​ເພື່ອນ​ມິດສາ​ກົນ ​ແມ່ນ​ບັນດາ​ປັດ​ໄຈ​ທີ່​ສຳຄັນທີ່​ສຸດ​ ເພື່ອ​ເພີ່ມ​ທະວີກຳລັງ​​ແຮງບົ່ມ​ຊ້ອນ ​ແລະທ່າສະໜາມຮົບປ້ອງກັນປະເທດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ​ ໃນ​ສະພາບການ​ໃໝ່./. 

-----------------------------

(1) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ສພຈ ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2021, ​ເຫຼັ້​ມ I, ໜ້າ 157

(2) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັມ I, ໜ້າ 67 – 68.

(3) ​ເບິ່ງ: ຂໍ້ 2, ມາດຕາ 2 ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ປະ​ເທດ​ປີ 2018.

(4) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັມ I, ໜ້າ 68.

(5) ເບິ່ງ: ຂໍ້ 5, ມາດຕາ 2 ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ປະ​ເທດ​ປີ 2018.

(6) ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ປະ​ເທດ, ຍຸດ​ທະ​ສາດ​ການ​ທະຫານ, ຍຸດ​ທະ​ສາດ​ການ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ຊາດ, ຍຸດ​ທະ​ສາດ​ການ​​ປ້ອງກັນຊາ​ຍ​ແດນ​ແຫ່ງ​ຊາດ, ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ປະ​ເທດ​​ໃນ​ໂລກ​ໄຊ​ເບີຣ໌.

(7), (8), (9) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັມ I, ໜ້າ 155, 157, 161.

(10) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັມ I, ໜ້າ 160 – 161.

(11) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັມ I, ໜ້າ 162.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບທີ 969 (​ເດືອນ​ກໍລະກົດ 2021)